ແຈ້ງການຈາກແຂວງອຸດົມໄຊ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19



ແຈ້ງການຈາກແຂວງອຸດົມໄຊ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19



ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງ
ຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ:
-ນະຄອນຫຼວງ 489 ຄົນ: ມາຈາກ 145 ບ້ານ, ໃນ 7 ເມືອງ
-ຫຼວງພະບາງ ມີ 126 ຄົນ ໃນ 21 ບ້ານ ແລະ 3 ເມືອງ
-ຈຳປາສັກ ມີ 70 ຄົນ ໃນ 33 ບ້ານ ແລະ 8 ເມືອງ
-ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 1 ເມືອງ
-ອຸດົມໄຊ ມີ 57 ຄົນ ໃນ 17 ບ້ານ ແລະ 4 ເມືອງ
-ຫຼວງນ້ຳທາ ມີ 45 ຄົນ ໃນ 15 ບ້ານ ແລະ 3 ເມືອງ
-ວຽງຈັນ ມີ 45 ຄົນ ໃນ 18 ບ້ານ ແລະ 8 ເມືອງ
-ບໍ່ແກ້ວ ມີ 32 ຄົນ ໃນ 8 ບ້ານ ແລະ 1 ເມືອງ
-ຜົ້ງສາລີ ມີ 16 ຄົນ ໃນ 2 ບ້ານ ແລະ 2 ເມືອງ
-ບໍລິຄຳໄຊ ມີ 11 ຄົນ ໃນ 4 ບ້ານ ແລະ 2 ເມືອງ
-ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 2 ເມືອງ
-ສະຫວັນນະເຂດ ມີ 09 ຄົນ ໃນ 7 ບ້ານ ແລະ 2 ເມືອງ
-ຄຳມ່ວນ ມີ 03 ຄົນ ໃນ 8 ບ້ານ ແລະ 1 ເມືອງ
-ສາລະວັນ ມີ 02 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ສຳລັບ ຄົນເຈັບເສຍຊີວີດ 3 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1. ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ
ຜູ້ທີ 2. ເພດຍີງ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານວຽງຄຳ , ເມືອງປາກກະດິງ, ແຂວງບໍລິຄຳໄຊ
ຜູ້ທີ 3. ເພດຍິງ, ອາຍຸ 50 ປີ, ອາຊີບ: ປະຊາຊົນ, ບ້ານສີໄຄ, ເມືອງສີໂຄດຕະບອງ, ນະຄອນຫລວງ

ຕາມການລາຍງານ ຂອງສູນ ຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງການຖະແຫຼງຂ່າວປະຈຳວັນ
ຕາມການລາຍງານ ຂອງຄະສະສະເພາະກິດປະຈຳວັນທີ່ 13 ພະຈິກ 2021 ໃຫ້ຮູ້ວ່າ:
ສໍາລັບ ຄົນເຈັບເສຍຊີວິດ 2 ຄົນໃນມື້ວານນີ້ ດັ່ງນີ້:
ຜູ້ທີ 1, ເພດຍີງ, ອາຍຸ 56 ປີ, ບ້ານແກ້ງຍາງ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ
ຜູ້ທີ 2. ເພດຊາຍ, ອາຍຸ 36 ປີ, ບ້ານຂຸນຕາທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ
ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 1.032 ຄົນ (ພາຍໃນ 1.018) ມີດັ່ງນີ້
ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານພາຍໃນນັ້ນ 14 ຄົນ ຄື: ບໍ່ແກ້ວ 2 ຄົນ, ນະຄອນຫຼວງ 1 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ສະຫວັນນະເຂດ 10 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມືອຜົນກວດເປັນບວກພວກກ່ຽວຈະຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້ 0 ສ່ວນການຕິດເຊື້ອພາຍໃນປະເທດຈໍານວນ 1.018 ຄົນ ຄື:
1. ນະຄອນຫຼວງ 409 ຄົນ: ມາຈາກ 166 ບ້ານ, ໃນ 8 ເມືອງ
2. ຫຼວງພະບາງ ມີ 137 ຄົນ ໃນ 26 ບ້ານ ແລະ 8 ເມືອງ
3. ຜົ້ງສາລີ ມີ 97 ຄົນ ໃນ 20 ບ້ານ ແລະ 4 ເມືອງ
4. ວຽງຈັນ ມີ 74 ຄົນ
5. ຄໍາມ່ວນ ມີ 53 ຄົນ ໃນ 4 ບ້ານ ແລະ 1 ເມືອງ
6. ຈໍາປາສັກ ມີ 51 ຄົນ ໃນ 23 ບ້ານ ແລະ 4 ເມືອງ
11.ເຊກອງ ມີ 17 ຄົນ ໃນ 10 ບ້ານ ແລະ 2 ເມືອງ
12. ຫຼວງນ້ໍາທາ ມີ 18 ຄົນ ໃນ 9 ບ້ານ ແລະ 2 ເມືອງ
13. ສະຫວັນນະເຂດ ມີ 03 ຄົນ ໃນ 1 ບ້ານ ແລະ 1 ເມືອງ
14. ຊຽງຂວາງ ມີ 3 ຄົນ ໃນ 2 ບ້ານ ແລະ 2 ເມືອງ
15. ອັດຕະປື ມີ ມີ 3 ຄົນ
16. ສາລະວັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
17. ຫົວພັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ (ເດີນທາງມາແຕ່ຕ່າງແຂວງ)

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ
ຄາດຮອດປີ 2030 ສປປ ລາວ ຈະມີຄົນເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ 6.700 ຄົນຕໍ່ປີ
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າຂອງວັນທີ 12 ພະຈິກ 2021 ໃນການນຳສະເໜີ ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັງປຸງ) ວ່າ: ຈາກການສຳຫຼວດລະດັບຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ການສໍາຫຼວດໃນໄວໜຸ່ມ ອາຍຸ 13-15 ປີ ໃນປີ 2016 ພົບວ່າ ຊາວໜຸ່ມນໍາໃຊ້ຢາສູບໄຟຟ້າເພີ່ມຂຶ້ນ ໃນນັ້ນ, ເພດຊາຍ 5% ແລະ ຍິງ 3,7%.
ອີງຕາມການສຶກສາຄ່າໃຊ້ຈ່າຍລະດັບຊາດ ປີ 2009 ຂອງການປິ່ນປົວພະຍາດທີ່ເກີດຈາກຢາສູບເຊັ່ນ: ເສັ້ນເລືອດໃນສະໜອງຕີບ-ຕັນ-ແຕກ, ປອດອຸດຕັນຊໍ້າເຮື້ອ ແລະ ມະເຮັງປອດ ເຊິ່ງການເຂົ້ານອນໂຮງໝໍພຽງເທື່ອດຽວ ຈະມີມູນຄ່າຫຼາຍກວ່າ 28 ຕື້ກີບ ຫຼື ເທົ່າກັບ 0,08% ຂອງລາຍຮັບແຫ່ງຊາດ ຫຼື 22% ຂອງຄ່າໃຊ້ຈ່າຍໃນວຽກກງານສາທາລະນະສຸກຂອງ ສປປ ລາວ.
ໃນນີ້, 77% ຄອບຄົວເປັນຜູ້ຈ່າຍ, 21% ແມ່ນລັດຖະບານ ແລະ ປະກັນສຸຂະພາບ ຈ່າຍໃຫ້ພຽງ 2% ເທົ່ານັ້ນ.
ໃນປີ 2019, ອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ ຄິດໄລ່ຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລາວ ສູງເຖິງ 350 ລ້ານໂດລາຕໍ່ປີ ຫຼື ປະມານ 2,3% ຂອງລວມຍອດຜະລິດຕະພັນພາຍໃນ (GDP).
ນອກຈາກນີ້, ຂໍ້ມູນຂອງອົງການອະນາໄມໂລກ ຍັງໃຫ້ຮູ້ວ່າ ທົ່ວໂລກມີຄົນຕາຍຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 8 ລ້ານຄົນຕໍ່ປີ ແລະ ຖ້າຂາດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນ ຈະສືບຕໍ່ເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030 ແລະ ສຳລັບ ສປປ ລາວ ມີຄົນເສຍຊີວິດປະມານ 6.700 ຄົນຕໍ່ປີ ຫຼື ປະມານ 18 ຄົນຕໍ່ມື້.
ສຶກສາໃຫ້ລະອຽດ! ກະຊວງສາທາລະນະສຸກອະນຸຍາດໃຫ້ຜູ້ປ່ວຍໂຄວິດ-19 ທີ່ມີອາການເບົາບາງ ແລະ ບໍ່ມີອາການ ສາມາດປິ່ນປົວເອງຢູ່ບ້ານໄດ້ແລ້ວ ແຕ່ຕ້ອງແມ່ນຜູ້ທີ່ມີເງື່ອນໄຂຂໍ້ທີ່ກຳນົດໄວ້ຕໍ່ໄປນີ້:

ສຳລັບຄົນຕິດເຊື້ອໂຄວິດແບບໃດຈຶ່ງຖືກກັບເງື່ອນໄຂທີ່ຈະຕິດຕາມຢູ່ເຮືອນ:
ສຳລັບການແຍກດ່ຽວຢູ່ເຮືອນທີ່ປອດໄພ: ມີສະມາຊິກໃນຄອບຄົວຜູ່ທີ່ມີສຸຂະພາບແຂງແຮງ (ບໍ່ມີພະຍາດປະຈຳຕົວ)ໃຫ້ການດູແລເບິ່ງແຍງ. ຜູ່ຕິດເຊື້ອຕ້ອງແຍກດ່ຽວອອກຈາກສະມາຊິກຄອບຄົວ (ໂດຍມີສະຖານທີ່ແຍກປ່ຽວຕົນເອງເປັນເວລາ 14 ມື້). (ລາຍລະອຽດໃຫ້ເບີ່ງຂໍ້ 4.3 ຂ້າງລຸ່ມ)
-ຈະຕິດຕາມສຸຂະພາບຜູ່ຕິດເຊື້ອ COVID-19 ໄດ້ຄືແນວໃດ? ພະຍາດ COVID-19 ຍັງບໍ່ມີຢາປິ່ນປົວສະເພາະ, ມີແຕ່ວິທີການຮັກສາສຸຂະພາບທົ່ວໄປເຊັ່ນ: ດື່ມນໍ້າໃຫ້ພຽງພໍຢ່າງໜ້ອຍ 2 ລິດຕໍ່ມື້ ແລະ ກິນອາຫານໃຫ້ພຽງພໍຖືກຕາມຫຼັກໂພຊະນາການ, ໃຫ້ຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ ອື່ນໆ.
-ກະກຽມຢາພື້ນຖານທີ່ຈໍາເປັນເຊັ່ນ: Paracetamol, Berberine, ORS, Multivitamine, ແຕ່ບໍ່ແນະນຳໃຫ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວພະຍາດ COVID-19 ທີ່ບໍມີອາການ ແລະ ອາການເບົາບາງ.
-ຖ້າຜູ່ຕິດເຊື້ອເລີ່ມມີອາການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ່ຕິດເຊື້ອ ຫລື ສະມາຊິກໃນຄອບຄົວເຫັນວ່າຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ: ໂທຫາສາຍດ່ວນ 164.
ສຳລັບສະຖານທີ່ຕິດຕາມສຸຂະພາບຕົນເອງ ແລະ ຂອບເຂດທີ່ໃຊ້ຮ່ວມກັນຢູ່ເຮືອນ
ສຳລັບກິດຈະກຳປະຈຳວັນ:
ສຳລັບການຕິດຕາມສຸຂະພາບ: ຜູ່ດູແລເບິ່ງແຍງຜູ່ຕິດເຊື້ອ ຄວນຕິດຕາມສຸຂະພາບຂອງຜູ່ຕິດເຊື້ອເປັນປະຈຳ, ຖ້າຜູ່ຕິດເຊື້ອມີບັນຫາໃນການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ່ຕິດເຊື້ອ ຫລື ສະມາຊິກໃນຄອບຄົວເຫັນວ່າ ຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ: ໃຫ້ໂທຫາສາຍດ່ວນ 164.
ສຳລັບໄລຍະເວລາໃນການແຍກດ່ຽວຢູ່ເຮືອນ:
ຈຸດປ້ອງກັນທາງລົດໄຟຫ້ວຍນໍ້າເຢັນກັກຕົວເປົ້າໝາຍລັກເຫຼັກນໍ້າໜັກລວມ 100 ກວ່າກິໂລກຣາມ
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 09 ພະຈິກ 2021, ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສັ້ນທາງລົດໄຟລາວ-ຈີນ ປະຈຳຈຸດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັບຕົວຜູ້ກໍ່ເຫດລັກຊັບ (ແຜ່ນເຫຼັກ) ໄດ້ 2 ຄົນ ພ້ອມຂອງກາງ ເຫຼັກແຜ່ນໂຕນທີ່ໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຂະໜາດກວ້າງ 1 ແມັດ, ຍາວ 1.20 ແມັດ ໜັກ 100 ກິໂລກຣາມ ມູນຄ່າ 1.900.000 ກີບ; ຫຼັງຈາກນັ້ນຈື່ງໄດ້ສົ່ງຕົວພວກກ່ຽວໃຫ້ ພະແນກຕໍາຫຼວດສືບສວນ-ສອບສວນຄະດີອາຍາ ປກສ ເມືອງນາຊາຍທອງ ນວ.
ຜ່ານການສອບສວນຂອງເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງນາຊາຍທອງເບື້ອງຕົ້ນໃຫ້ຮູ້ວ່າ: ພວກກ່ຽວທັງ 2 ຄົນຊື່ທ້າວ ວັນສີ ອາຍຸ 34 ປີ ແລະ ທ້າວ ເຕດ ອາຍຸ 26 ປີ ກຳມະກອນ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ນວ ແລະ ພວກກ່ຽວໄດ້ຮັບສາລະພາບວ່າ: ໃນເວລາ 17:00 ໂມງ ຂອງວັນທີ 9 ພະຈິກ 2021 ໄດ້ຊວນກັນອອກໄປລັກເອົາເຫຼັກຢູ່ເຂດການກໍ່ສ້າງເສັນທາງລົດໄຟລາວ-ຈີນ ເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ເມື່ອໄປຮອດຈຸດດັ່ງກ່າວ ໄດ້ພ້ອມກັນລົງມືລັກເອົາເຫຼັກເເຜ່ນໂຕນຈຳນວນ 1 ແມັດ ແລະ ໃນຂະນະທີ່ກຳລັງເຄື່ອນຍ້າຍອອກມາຈາກຈຸດດັ່ງກ່າວ ຈື່ງຖືກເຈົ້າໜ້າທີ່ປ້ອງກັນເສັ້ນທາງລົດໄຟລາວ-ຈີນຈັບຕົວໄດ້ກ່ອນ. ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງນາຊາຍທອງ ນວ ກຳລັງເລັ່ງສະຫຼຸບສຳນວນຄະດີເພື່ອສົ່ງໃຫ້ໄອຍະການສົົ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນ ຊາວນະຄອນຫຼວງວຽງຈັນ ຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ປະຕິບັດພັນທະໃນການຮັກສາຄວາມສະຫງົບໃນສັງຄົມ ແລະ ປະຕິບັດຕາມລະບຽບກົດໝາຍ ຖ້າຫາກພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດ ໝາຍອັນນໍາໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານມາຊ່ອງທາງວອດແອັບເບີ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ຊົມເຊີຍທີມແພດໂຮງໝໍແຂວງທີມງານ ແພດ-ໝໍ ໂຮງໝໍແຂວງອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 5 ຄົນ.
ໃນວັນທີ 12 ພະຈິກນີ້ ທີມງານ ແພດ-ໝໍ ໂຮງໝໍ ແຂວງອຸດົມໄຊ ໄດ້ສຳເລັດການປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ຈຳນວນ 5 ຄົນ ພາຍຫຼັງທີ່ໄດ້ປິ່ນປົວຕາມຫຼັກວິຊາການທາງການແພດ.
ທ່ານ ດຣ ສຸລິດເດດ ກິ່ງຄຳ ຮອງອຳນວຍການໂຮງໝໍ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ສຳລັບຜູ້ທີ່ຕິດເຊື້ອໂຄວິດ-19 ຫາຍດີ ຈຳນວນ 5 ກໍລະນີນີ້ ເປັນເພດຍິງ 3 ກໍລະນີ ຜູ້ຕິດເຊື້ອຈຳນວນດັ່ງກ່າວແມ່ນມີອາການຕິດເຊື້ອທໍາມາດາ ຜ່ານການ ຕິດຕາມ ປິ່ນປົວ ຕາມຫຼັກວິຊາການທາງການແພດ ແລະ ໄດ້ກວດວິເຄາະຫາເຊື້ອແຕ່ລະໄລຍະ ຜົນກວດອອກມາເປັນລົບ (ບໍ່ພົບເຊື້ອ)
ດັ່ງນັ້ນ ໂຮງໝໍແຂວງອຸດົມໄຊ ຈິ່ງໄດ້ອອກໃບຍັ້ງຢືນ ສົ່ງກັບຄືນສູ່ຄອບຄົວ ແລະ ບ້ານ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ກັກບໍລິເວນຕົນເອງໄປຕື່ມອີກ 7 ວັນ ຖ້າຫາກມີອາການທີ່ກ່ຽວຂ້ອງ ຫຼື ຄ້າຍຄືພະຍາດໂຄວິດ-19 ແມ່ນໃຫ້ຕິດຕໍ່ ທີມງານແພດ-ໝໍ ເພື່ອເກັບຕົວຢ່າງກວດວິເຄາະ ທີ່ສຳຄັນແມ່ນໃຫ້ປະຕິບັດຕາມຫຼັກການທີ່ທີມງານແພດ-ໝໍ ໄດ້ແນະນຳຢ່າງເຄັ່ງຂັດ ຖ້າຫາກບໍ່ມີອາການໃດໆ ຈິ່ງຄ່ອຍດຳເນີນຊີວິດແບບປົກກະຕິຮ່ວມກັບສັງຄົມ.
ທ່ານກ່າວຕື່ມອີກວ່າ: ປັດຈຸບັນ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ພວມກຳລັງປິ່ນປົວຢູ່ສູນຕ່າງໆພາຍໃນແຂວງອຸດົມໄຊ ຈຳນວນ 303 ຄົນ.
ຂ່າວ: ສີຈັນ ເກດວົງສາ, ກວດແກ້: ອ່ຽງຄຳ ວິລະສັກ