ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາມື້ນີ້:

ລາຍລະອຽດພາຍຫຼັງ ຈາກການຖະແຫຼງຂ່າວປະຈຳວັນຈົບ.
ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາມື້ນີ້:

ລາຍລະອຽດພາຍຫຼັງ ຈາກການຖະແຫຼງຂ່າວປະຈຳວັນຈົບ.
ເມືອງບົວລະພາຊ່ວຍຊ້າງຂຶ້ນຈາກໜອງນໍ້າໄດ້ສຳເລັດ ແລະ ປອດໄພເປັນຢ່າງດີ.

ໃນວັນທີ 13-14 ພະຈິກ 2021 ທີ່ຜ່ານມາ ຢູ່ທີ່ບ້ານວັງເງືອກ ເມືອງບົວລະພາ

ການນຳເມືອງບົວລະພາພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕະຫລອດຮອດພໍ່ແມ່ປະຊາຊົນ ໄດ້ພ້ອມໃຈກັນນຳເອົາຊ້າງປ່າຈຳນວນ 3 ໂຕ ຂຶ້ນຈາກ ໜອງໄດ້ສຳເລັດ ເນື່ອງຈາກວັນທີ່ຜ່ານມາໄດ້ມີ ຊ້າງປ່າຈຳນວນ 3 ໂຕ ຕົກລົງໜອງນໍ້າ ຢູ່ທີ່ບ້ານວັງເງືອກ

ເຊິ່ງຊ້າງດັ່ງກ່າວແມ່ນເປັນຊ້າງໃນເຂດອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ 2 ພາຍຫລັງຊ່ວຍຊ້າງປ່າສຳເລັດແລ້ວຊ້າງປ່າກໍ່ກັບຄືນສູ້ທຳມະຊາດດ້ວຍຄວາມປອດໄພ.

ແຫຼ່ງຂ່າວ: Khammouane News
ໂຈນປຸ້ນທະນາຄານທີ່ໜີຄະດີ ທີ່ທາງການຂອງສະຫະລັດອາເມລິກາຕ້ອງການໂຕຫຼາຍທີ່ສຸດ ໂດຍໃຊ້ເວລາໃນການສືບຄົ້ນດົນເຖິງ 52 ປີ ໃນຄະດີປຸ້ນເງິນຈາກທະນາຄານເປັນຈໍານວນເງິນ 215,000 ດອລລ້າ.
ໂຈນຄົນດັ່ງກ່າວມີຊື່ວ່າ ທີໂອດໍ ຈອນ ຄອນຣາດ ເປັນຊາຍໜຸ່ມອາຍຸ 20 ປີ ທີ່ເຮັດວຽກເປັນພະນັກງານປະຈໍາໜ້າເຄົາເຕີຂອງທະນາຄານໂຊໄຊຕີ ເນເຊິ່ນນໍ ແບັງ ທີ່ເມືອງ ຄລິຟແລນ ໂດຍການລັກເອົາເງິນສົດໃສ່ຖົງກະເຈ້ຍແລ້ວຫາຍໂຕໄປ ເຊິ່ງເຫດການດັ່ງກ່າວເກີດຂຶ້ນໃນປີ 1968.
ຈາກການສືບສວນຂອງເຈົ້າໜ້າທີ່ໜ່ວຍງານ US Marshals Service ພົບວ່າ ໂຈນຄົນດັ່ງກ່າວນັ້ນຍ້າຍໄປຢູ່ເມືອງບອສຕັນ ຕັ້ງແຕ່ປີ 1970 ໂດຍປ່ຽນຊື່ໃໝ່ເປັນ ໂທມັສ ແຣນເດເລ.
ການສືບສວນເຫັນວ່າ ໂຈນຄົນນີ້ໄດ້ກໍ່ເຫດໃນວັນສຸກ ໂດຍທີ່ທະນາຄານບໍ່ຮູ້ເລີຍວ່າເງິນເສຍຈາກຕູ້ນິລະໄພ ຈົນຮອດວັນຈັນ ຜູ້ກໍ່ເຫດບໍ່ໄດ້ມາເຮັດວຽກ ແລະ ຄະດີດັ່ງກ່າວກໍງຽບຫາຍໄປ.
ເຈົ້າໜ້າທີ່ໃຊ້ເວລາຫຼາຍທົດສະວັດໃນການຕິດຕາມ ແລະ ຄົ້ນຫາໂຈນຄົນດັ່ງກ່າວ ຈົນເຮັດໃຫ້ຄະດີນີ້ກາຍເປັນຄະດີປິດສະໜາ ແລະ ໂຈນຄົນນີ້ກໍຖືກຂຶ້ນບັນຊີເປັນບຸກຄົນທີ່ທາງການຕ້ອງການໂຕຫຼາຍທີ່ສຸດໃນອາເມລິກາ.
ເວລາຜ່ານໄປຫຼາຍສິບປີ ທາງເຈົ້າໜ້າທີ່ໄດ້ເດີນທາງໄປຍັງລັດແມສຊາຊູເລຕ ແລະ ໄດ້ເຫັນວ່າໂຈນທີ່ທາງການຕ້ອງການໂຕໄດ້ໜີມາໃຊ້ຊີວິດແບບລຽບງ່າຍ ຢູ່ພາຍໃຕ້ຊື່ປອມທີ່ເມືອງບອສຕັນ ແລະ ເສຍຊີວິດໄປໃນເດືອນພຶດສະພາທີ່ຜ່ານມາ ດ້ວຍພະຍາດມະເຮັງປອດ ລວມອາຍຸໄດ້ 71 ປີ.
ແຫຼ່ງຂ່າວ: ສຳນັກຂ່າວຕ່າງປະເທດ
ປະກາດຫາເຈົ້າຂອງລົດ ຮຸນໄດ໋ ໝາຍເລກທະບຽນ ກທ 0099 ກໍາແພງນະຄອນ ທີ່ຮັກສາໄວ້ ປກສ ກຸ່ມວັງຊາຍ
ພັທ ຊື່ຫວ່າງ ກ່າລໍ່ ຫົວໜ້າ ປກສ ກຸ່ມວັງຊາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການແຈ້ງ ວ່າ:

ພົບເຫັນລົດ ກທ 0099 ຈອດໄວ້ ຢູ່ທາງເຂົ້າໂຮງແຮມຈິມມີ່ ຕິດຈັກໄວ້ ແຕ່ບໍ່ພົບເຫັນຜູ້ຂັບຂີ່, ເວລາແຕ່ 1 ໂມງ ຂອງວັນທີ 15 ພະຈິກ 2021, ພາຍຫຼັງ ປກສ ກຸ່ມໄດ້ຮັບແຈ້ງ ຈຶ່ງໄດ້ລົງກວດກາແລ້ວພົບເຫັນລົດຄັນດັ່ງກ່າວຕາມການແຈ້ງຄວາມແທ້ ຈື່ງໄດ້ນຳລົດຄັນດັ່ງກ່າວມາຮັກສາໄວ້ ຢູ່ຫ້ອງການ ປກສ ກຸ່ມວັງຊາຍ.ຜ່ານການກວດກາພາຍໃນລົດ ພົບເຫັນເອກະສານຄື: ປື້ມຜ່ານແດນຕ່າງປະເທດ 1 ຫົວ, ໃບອະນຸຍາດພັກເຊົາ 1 ຫົວ, ໃບຢັ້ງຢືນການຮັບວັກຊີນ ແລະ ບັດອະນຸຍາດເຮັດວຽກ ບໍລິສັດລາວຄ້າຍຢວນບໍ່ແຮ່ ທັງໝົດແມ່ນອອກ ຊື່ ທ້າວ ຟູລິນ ອາຍຸ 25 ປີ ສັນຊາດຈີນ ພັກເຊົາຢູ່ບ້ານສີສະຫວາດ ເມືອງຈັນທະບູລີ ນວ.
ຈັບຜູ້ຖືກຫາ 3 ຄົນ ທີ່ລັກເຫຼັກຝາປິດທໍ່ລະບາຍນ້ຳຕາມຖະໜົນ
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 4:00 ໂມງ ຂອງວັນທີ 13 ພະຈິກ 2021, ປກສ ກຸ່ມ ໜອງດ້ວງ ໄດ້ສົມທົບກັບ ປກສ-ປກຊ ບ້ານໜອງດ້ວງໃຕ້ ໄດ້ອອກເຄື່ອນໄຫວກວດກາລາດຕະເວນ ພົບເຫັນກຸ່ມເປົ້າໝາຍເຄື່ອນໄຫວລັກຊັບ ຈຳນວນ 3 ຄົນ ຊື່ ນາງ ກັນຈະນາ ອາຍຸ 34 ປີ ຄ້າຂາຍ ຢູ່ບ້ານສີຫອມ ເມືອງຈັນທະບູລີ, ທ້າວ ສົມສະນິດ ອາຍຸ 17 ປີ ຫວ່າງງານ ຢູ່ບ້ານ ສີເມືອງ ເມືອງ ສີສັດຕະນາກ ແລະ ທ້າວ ແສງເພັດ ອາຍຸ 29 ປີ ອາຊີບ ກຳມະກອນ ເປັນຄົນບໍ່ມີທີ່ຢູ່ແນ່ນອນ ເຊິ່ງຜູ້ກ່ຽວໄດ້ມາຈາກ ບ້ານຊຽງເງິນ ເມືອງຊຽງເງິນ ແຂວງຫຼວງພະບາງ ພ້ອມຂອງກາງເຫຼັກແປັບ ແລະ ເຫຼັກຝາປິດທໍ່ລະບາຍນ້ຳຕາມຖະໜົນ 1 ອັນ ມາດໍາເນີນຄະດີ. ຜ່ານການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ໃຫ້ຮູ້ວ່າ:

ຜ່ານມາ ພວກກ່ຽວທັງ 3 ເຄີຍສົມຮູ້ຮ່ວມຄິດເຄື່ອນໄຫວລັກຊັບ (ປະເພດເຫຼັກຝາປິດທໍ່ລະບາຍນ້ຳ ຕາມຖະໜົນ), ພາຍຫຼັງ ພວກກ່ຽວລັກຊັບມາໄດ້ ແມ່ນນຳໄປຂາຍຢູ່ຮ້ານຮັບຊື້ເຫຼັກ ແຕ່ບໍ່ທັນໄດ້ຂາຍກໍ່ຖືກເຈົ້າໜ້າທີ່ຈັບຕົວໄວ້ທັນ.
ປັດຈຸບັນ ພວກກ່ຽວ ຖືກເຈົ້າໜ້າທີ່ນໍາສົ່ງໃຫ້ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຕາມກົດໝາຍ.
3 ບ້ານເມືອງອາດສະພອນ ສ້າງຂະບວນການສ້ອມແປງເສັ້ນທາງຄືນໃໝ່

ຕາມການລາຍງານ ຂອງສະຫວັນພັດທະນາຂ່າວ ເພື່ອເຮັດໃຫ້ການສັນຈອນ ໄປມາຫາສູ່ກັນລະຫວ່າງບ້ານ ຫາບ້ານ, ບ້ານຫາເມືອງມີຄວາມ ສະດວກສະບາຍຂຶ້ນກວ່າເກົ່າ ດັ່ງນັ້ນ, ມາໃນວັນທີ 9 ພະຈິກ ນີ້, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃນຫຼາຍບ້ານພາຍ ໃນເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ພ້ອມກັນສ້າງຂະບວນການສ້ອມແປງ ຖະໜົນຫົນທາງຢູ່ໃນຂອບເຂດ ບ້ານຂອງຕົນຄືນໃໝ່ພາຍຫຼັງ ທີ່ໄດ້ເປ້ເພເສຍຫາຍເປັນບວກ ເປັນຂຸມໃນຊ່ວງລະດູຝົນຜ່ານມາ. ສຳລັບການສ້ອມແປງທາງໃນຄັ້ງນີ້ລວມມີ: ບ້ານໜອງເດີ່ນ ໄດ້ສ້ອມແປງທາງແຕ່ຫ້ວຍສັງ ຄຽງຫາສາຍຫ້ວຍບອນໃນໄລຍະ 2.000 ແມັດ, ໃຊ້ງົບປະມານ 2,5 ລ້ານກີບ, ບ້ານສອງຫ້ອງ ໄດ້ເລີ່ມແຕ່ສົ້ນບານກຸດແຄນຫາບ້ານຕົນເອງ ໃນໄລຍະທາງ 4.000 ກວ່າ ແມັດ, ໃຊ້ງົບປະມານ 3 ລ້ານ ກີບ ແລະບ້ານກຸດແຄນ ໄດ້ສ້ອມແປງທາງແຕ່ເຂດຕໍ່ກັບບ້ານໜອງ ເດີ່ນໄປຮອດສົ້ນບ້ານທາງໄປ ບ້ານສອງຫ້ອງ ແລະຈາກຈຸດສີ່ ແຍກກາງບ້ານໄປສົ້ນບ້ານທາງ ໄປບ້ານໄຊໂພນສິມ ລວມໄລຍະ ທາງ 4.000 ກວ່າແມັດ, ໃຊ້ງົບປະມານ 3,7 ລ້ານກີບ, ໂດຍ ນຳໃຊ້ລົດຝອດມາໄຖຮ່ອງນຳ້ ໄຫຼບາງຈຸດທີ່ນຳ້ອັ່ງຊ່ວງລະດູຝົນ, ດຸດກວາດດິນຂຶ້ນຖົມຂຸມໜ້າ ທາງບ່ອນເປັນບວກ, ຂຸມເລິກ, ສຳລັບພາຫະນະທີ່ນຳໃຊ້ແມ່ນເປັນການປະກອບສ່ວນຂອງ ບຸກຄົນພາຍໃນບ້ານຈຳນວນ 3 ຄັນ ໂດຍບັນດາຜູ້ປະກອບການ, ນັກທຸລະກິດ ແລະປະຊາຊົນແມ່ນ ໄດ້ຮ່ວມໃຈກັນປະກອບທຶນຮອນ ຊື້ນຳມັນ.

ເຊິ່ງການສ້າງຂະບວນ ການໃນຄັ້ງນີ້ແມ່ນພາຍໃຕ້ການ ນຳພາ-ຊີ້ນຳຂອງທ່ານ ນາງ ອິນປອນ ພອນວິໄລ ປະທານສະຫະ ພັນແມ່ຍິງເມືອງ ຜູ້ຊີ້ນຳໜ່ວຍພັກ ບ້ານໜອງເດີ່ນ, ທ່ານ ນາງ ໂສດາ ຈັນວັນເພັງ ຫົວໜ້າຄະນະໂຄສະ ນາອົບຮົມເມືອງ ຜູ້ຊີ້ນຳໜ່ວຍພັກ ບ້ານສອງຫ້ອງ ແລະບ້ານກຸດ ແຄນ ພ້ອມດ້ວຍຫ້ອງການ ຍທຂ ເມືອງ ແລະອຳນາດການປົກຄອງ ບ້ານທັງສາມບ້ານ ດັ່ງກ່າວ.
ເມືອງແກ່ນທ້າວ ກໍານົດເອົາດ່ານສາກົນຂົວມິດຕະພາບນໍ້າເຫືອງ, ຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ເປັນເຂດສີແດງ.

ໃນວັນທີ 14 ພະຈິກ 2021 ນີ້, ເຈົ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ອອກແຈ້ງການເລກທີ 1006/ຈມ.ກທ ວ່າດ້ວຍການຍົກລະດັບມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ນັບແຕ່ວັນທີ 15 – 19 ພະຈິກ 2021 ໂດຍແຈ້ງໃຫ້ຊາບວ່າ: ປັດຈຸບັນຢູ່ເມືອງແກ່ນທ້າວ ແມ່ນມີຄວາມສ່ຽງສູງ ທີ່ຈະເກີດການ ແຜ່ລະບາດຂອງພະຍາດໂຄວິດ-19 ອອກເປັນວົງກ້ວາງໃນຊຸມຊົນ ເນື່ອງຈາກວ່າ 4 ກໍລະນີ ຜູ້ຕິດເຊື້ອ ຢູ່ແຂວງໄຊຍະບູລີ ຄື:
-ກໍລະນີທີ່ 86, 188, 221 ແລະ ຫຼ້າສຸດແມ່ນກໍລະນີ 342 ແມ່ນການ ຕິດເຊື້ອຊຸມຊົນ ພາຍໃນເມືອງແກ່ນທ້າວ ເຊິ່ງທັງ 4 ກໍລະນີດັ່ງກ່າວ ໄດ້ມີການເຄື່ອນໄຫວ ຢູ່ຫຼາຍສະຖານທີ່ ພາຍໃນ ເມືອງ ທີ່ມີຜູ້ສໍາພັດໃກ້ຊິດເປັນຈໍານວນຫຼາຍ. ເຈົ້າເມືອງແກ່ນທ້າວ ໄດ້ອອກແຈ້ງການໃຫ້ສືບຕໍ່ ປະຕິບັດ ຕາມແຈ້ງການ ຂອງ ເຈົ້າເມືອງ ສະບັບເລກທີ 980 ແລະ 996 ຢ່າງເຂັ້ມງວດ.
-ເກັບກໍາເປົ້າໝາຍ ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ທີ່ໄດ້ຮັບວັກຊີນ ແລະ ຍັງບໍ່ທັນໄດ້ຮັບວັກຊີນ, ພ້ອມທັງກໍານົດເປົ້າໝາຍ ອາຍຸແຕ່ 12-17 ປີ ໃຫ້ຮູ້ລາຍຊື່ ແລະ ຈໍານວນພົນລະອຽດ, ຊັດເຈນ ເພື່ອລາຍງານຄະນະສະເພາະກິດຂັ້ນເມືອງ ໃຫ້ສໍາເລັດໃນທ້າຍເດືອນພະຈິກ 2021. ຈາກນັ້ນ, ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ຂຶ້ນແຜນຄວາມຕ້ອງການວັກຊີນ ສະເໜີຕໍ່ຄະນະສະເພາະກິດຂັ້ນແຂວງ ເພື່ອມາສັກກຸ່ມເປົ້າໝາຍຢູ່ພາຍໃນເມືອງໃຫ້ທົ່ວເຖິງ.

-ສໍາລັບລົດສົ່ງສິນຄ້າເຂົ້າ-ອອກແຂວງ ໂດຍຜ່ານເມືອງແກ່ນທ້າວ ຈາກທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງແລ້ວ (ຜູ້ປະກອບການຕ້ອງສົ່ງແຜນການຂົນສົ່ງ, ລາຍຊື່ໂຊເຟີລົດ,ຜູ້ຕິດຕາມ,ທະບຽນລົດ ແລະ ຈຸດໝາຍການເດີນທາງ) ໃຫ້ຄະນະນະສະເພາະກິດກ່ອນການເດີນທາງຢ່າງໜ້ອຍ 3 ວັນ ເພື່ອຈະໄດ້ອອກໜັງສືຢັ້ງຢືນຮັບອະນຸຍາດການເຂົ້າມາໃຫ້ຖືກຕ້ອງ, ສໍາລັບໂຊເຟີລົດພ້ອມຜູ້ຕິດຕາມທີ່ເປັນຄົນພາຍໃນເມືອງ ກັບຈາກບ່ອນທີ່ມີຄວາມສ່ຽງ ຈະໄດ້ກວດກາຫາເຊື້ອພະຍາດໂຄວິດ-19 ຖ້າຜົນກວດເປັນບວກແມ່ນຈະໄດ້ປິ່ນປົວຕາມຂັ້ນຕອນ ແລະ ຖ້າເປັນລົບຈຶ່ງສາມາດນໍາສົ່ງສິນຄ້າໄປຈຸດໝາຍໄດ້.
-ໃນໄລຍະການເດີນທາງແມ່ນຫ້າມຈອດລົດໃນເຂດຊຸມຊົນ ແລະ ເຂດທີ່ມີຄວາມສ່ຽງ ການຕິດເຊື້ອພະຍາດໂຄວິດ-19 ຢ່ງເດັດຂາດ.

-ສືບຕໍ່ປິດການເຂົ້າ-ອອກເມືອງ, ບໍລິເວນດ່ານສາກົນຂົວມິດຕະພາບນໍ້າເຫືອງ, ເຂດຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ໂດຍສະເພາະແມ່ຮ່ອມເຮືອນຂອງຜູ້ຕິດເຊື້ອ ຊົ່ວຄາວ ຈົນກວ່າຈະມີແຈ້ງການປ່ຽນແປງໃໝ່ (ຍົກເວັ້ນໄປທໍາການຜະລິດກະສິກໍາ), ຖ້າກໍລະນີຈໍາເປັນຈະເດີນທາງເຂົ້າ-ອອກເມືອງ ຕ້ອງໄດ້ຮັບວັກຊິນຄົບໂດສ ແລະໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນເມືອງ, ຂັ້ນແຂວງ.
-ສໍາລັບຈຸດຜ່ານດ່ານທ່າເຮືອບັກເວີນຄໍາ ແມ່ນໃຫ້ເອົາໃຈໃສ່ຕິດຕາມການນໍາເຂົ້າຈາກຕ່າງແຂວງຢ່າງເຂັ້ມງວດ, ອະນຸຍາດເຂົ້າອອກແຕ່ກໍລະນີຈໍາເປັນ ເຊັ່ນ:ລົດພະນັກງານແພດໝໍ, ລົດສົ່ງຄົນເຈັບ, ລົດຄະນະສະເພາະກິດ. ສໍາລັບລົດຂົນສົ່ງສິນຄ້າ ແມ່ນໃຫ້ຄ່ຽນຖ່າຍສິນຄ້າ,ກໍລະນີບໍ່ສາມາດຄ່ຽນຖ່າຍສິນຄ້າ ແມ່ນໃຫ້ປ່ຽນຫົວລາກ ຫຼືປ່ຽນຄົນຂັບລົດ.
-ມອບໃຫ້ຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ, ດ່ານສາກົນ ແລະ ນາຍບ້ານພາຍໃນເທດສະບານເມືອງ ກວດກາການເຄື່ອນໄຫວຂອງພະນັກງານ ແລະ ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຖ້າຫາກມີການພົວພັນກັບກຸ່ມສ່ຽງ ແມ່ນໃຫ້ຈໍາກັດບໍລິເວນຕົນເອງ ແລະ ກວດຫາເຊື້ອພະຍາດໂຄວິດ-19, ຜູ້ໃດໄດ້ພົວພັນໃກ້ຊິດກັບຜູ້ຕິດເຊື້ອ(ຜູ້ສໍາຜັດ C1 ບໍ່ໃຫ້ມາປະຈໍາການ). ສໍາລັບພະນັກງານທີ່ບໍ່ນອນໃນກຸ່ມສ່ຽງ ແມ່ນໃຫ້ແຕ່ງຕັ້ງຜັດປ່ຽນກັນມາປະຈໍາການ.

-ກໍານົດເອົາບ້ານພາຍໃນເທດສະບານເມືອງ ແລະ ບ້ານຫ້ວຍບູຮາ ເປັນເຂດເຫຼືອງ, ກໍານົດເອົາດ່ານສາກົນຂົວມິດຕະພາບນໍ້າເຫືອງ, ເຂດຫໍພັກພະນັກງານພາສີປະຈໍາດ່ານ ແລະ ບ້ານຈອມເພັດ ເປັນເຂດແດງ.
-ໃຫ້ສືບຕໍ່ປິດການຮຽນ-ການສອນ ທຸກຊັ້ນຮຽນ ຢູ່ພາຍໃນເທດສະບານເມືອງຊົ່ວຄາວ ຈົນກ່ວາຈະມີແຈ້ງການປ່ຽນແປງ ສ່ວນໂຮງຮຽນຢູ່ນອກເທດສະບານ (ນອກຈາກເຂດເຫຼືອງ) ແມ່ນອະນຸຍາດເປີດຮຽນໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
-ສືບຕໍ່ປິດຮ້ານອາຫານ,ເດີ່ນເຕະບານ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະນຸກເກີ, ສັງວຽນຕີໄກ່,ແຫຼ່ງທ່ອງທ່ຽວ ຢູ່ພາຍໃນເມືອງ. ສໍາລັບຮ້ານປີ້ງ, ຮ້ານຊີ້ນດາດ, ຮ້ານຕິ່ມຊໍາ ແລະ ຮ້ານອາຫານສຸກ ແມ່ນບໍ່ໃຫ້ນັ່ງກິນ ໃຫ້ຊື້ໄປກິນຢູ່ເຮືອນ, ສໍາລັບຕະຫຼາດແມ່ນໃຫ້ມີການຊື້-ຂາຍ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ: ການຮັກສາໄລຍະຫ່າງ,ໃສ່ຜ້າອັດປາກ-ດັງ ແລະໝັ່ນລ້າງມືດ້ວຍນໍ້າສະອາດ,ໃສ່ສະບູ ຫຼື ເຈວ ລ້າງມື.
-ຫ້າມຊຸມແຊວແລະໃຊ້ສຽງດັງຢູ່ທຸກສະຖານທີ່ພາຍໃນເມືອງຢ່າງເດັດຂາດ.
-ປິດການຂົນສົ່ງໂດຍສານ ລະຫວ່າງ ບ້ານເຂດຊານເມືອງ ຫາເທດສະບານເມືອງແກ່ນທ້າວ ແລະ ປິດການຂົນສົ່ງລະຫວ່າງ ເມືອງແກ່ນທ້າວ ຫາຕ່າງເມືອງພາຍໃນແຂວງ ແລະ ຕ່າງແຂວງ ຍົກເວັ້ນລົດຂົນສົ່ງສິນຄ້າທີ່ຈໍາເປັນເຊັ່ນ: ນໍ້າມັນເຊື້ອໄຟ,ສິນຄ້າກະສິກໍາ,ອາຫານ ແລະ ອຸປະກອນການແພດ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ ແລະ ຂັ້ນແຂວງ.
-ຫ້າມຈັດກອງປະຊຸມໃນລະດັບຕ່າງໆ ທີ່ມີຈໍານວນຜູ້ເຂົ້າຮ່ວມເກີນ 10 ທ່ານ ຢູ່ພາຍໃນເມືອງ,ຖ້າກໍລະນີມີຄວາມຈໍາເປັນຕ້ອງ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນເມືອງ.
-ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ສົບທົບກັບຫ້ອງການສາທາລະນະສຸກຂັ້ນເມືອງ ຊອກຫາຜູ້ສໍາພັດໃກ້ຊິດ ກັບຜູ້ຕິດເຊື້ອ C1 ເພື່ອເກັບກໍາຕົວຢ່າງ ແລະ ຈໍາກັດບໍລິເວນຕົນເອງ ພ້ອມທັງກະກຽມໂຮງໝໍພາກສະໝາມ ແລະ ສູນກັກກັນເພີ່ມ ເພື່ອຮັບຮອງຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ຊິດ (C1) ກັບຜູ້ຕິດເຊື້ອ.
-ມອບໃຫ້ກອງບັນຊາການທະຫານເມືອງ, ກອງບັນຊາການ ປກສ ເມືອງ, ກອງຮ້ອຍຊາຍແດນ ຄ 158 ນໍາໃຊ້ກໍາລັງຂອງຕົນໃນການປະຕິບັດໜ້າທີ່ຮ່ມກັບຄະນະສະເພາະກິດ ເພື່ອປະຈໍາຢູ່ຈຸດກວດກາຂອງເມືອງແຕ່ລະຈຸດເຊັ່ນ: ຈຸດໂຄກກະເປົາ, ຈຸດສາລານໍ້າວັງຫຼວງ, ຈຸດບ້ານເມືອງໝໍ ແລະ ຈຸດທ່ານບັກບ້ານເວີນຄໍາ.
-ສ່ວນຈຸດບ້ານເມືອງໝໍ ແມ່ນໃຫ້ຕິດຕາມການສັນຈອນ ພາຍໃນເມືອງ ແລະ ບ່ອນທີ່ມີກາຊຸມແຊວ ແລະ ໃຊສຽງນັນ.
-ໃນຊ່ວງໄລຍະນີ ແມ່ນໄລຍະການເກັບກູ້ຜົນຜະລິດ ໂດຍສະເພາະແມ່ນເຂົ້ານາປີ ຈຶ່ງໃຫາການຈັດຕັ້ງບ້ານເຂັ້ມງວດ ຕິດຕາມກວດກາປະຊາຊົນຂອງຕົນ ຕໍ່ກັບການໄປອອກແຮງງານຢູ່ບ້ານອື່ນ ແລະ ປະຊາຊົນບ້ານອື່ນມາອອກແຮງງານ ຫຼື ເຈວລ້າງມື ແລະ ເວລາກິກເຂົ້າຮ່ວມກັນຮັກສາໄລຍະຫ່າງ.
-ປິດການສັນຈອນເດີນທາງ ຢູ່ພາຍໃນເມືອງ ນັບແຕ່ເວລາ 21:30 ຫາ 05:00 ເຊົ້າຂອງມື້ຖັດໄປ.
ຂໍ້ມູນ: ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ
ເຫດລົດໃຫຍ່ຢຽບເດັກນ້ອຍ ອາຍຸ 02 ປີ ປັດຈຸບັນ ຢູ່ ບ້ານດອນເກົ່າ ນະຄອນຫຼວງພະບາງ

ອີງຕາມການລາຍງານ ຂອງຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງ ໃຫ້ຮູ້ວ່າ: ໃນວັນທີ 15.11.2021 ເວລາ 09:36 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດຂັບຂີ່ລົດໃຫຍ່(ລົດຮຸນໄດຂົນສົ່ງນ້ຳດື່ມ) ຢຽບເດັກນ້ອຍ ຢູ່ທີ່ບ້ານ ດອນເກົ່າ ນະຄອນຫລວງພະບາງ.

ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດຄາທີ່ ເພດຊາຍ 01 ຄົນ ຊື່: ທ້າວລາຍອີ ອາຍຸ 02 ປີ ປັດຈຸບັນຢູ່ບ້ານ ດອນເກົ່າ ນະຄອນຫຼວງພະບາງ ທາງຫນ່ວຍກູ້ຊີບອົງການກາແດງລາວແຂວງຫລວງພະບາງໄດ້ທຳການຫໍ່ສົບຂອງຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງທາງທີ່.

ທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີ້ນນ
ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ
ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 93 ປີ, ບ້ານນາອີນ, ເມືອງປາກກະດິງ, ແຂວງບໍລິຄຳໄຊ
ຜູ້ທີ 2: ເພດຍິງ, ອາຍຸ 80 ປີ, ອາຊີບ: ປະຊາຊົນ, ບ້ານເວີນຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ
ຜູ້ທີ 3: ເພດຍິງ, ອາຍຸ 83 ປີ, ບ້ານຫ້ວຍຊາຍເໜຶອ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ຜູ້ທີ 4: ເພດຊາຍ, ອາຍຸ 23 ປີ, ຢູ່ສະຖານທີ່ຄຸມຂັງໂພນຕ້ອງ ແຕ່ເດືອນສິງຫາ 2021
ຜູ້ທີ 5: ເພດຍິງ, ອາຍຸ 55 ປີ, ອາຊີບ: ປະຊາຊົນ, ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫລວງ.
ສຳລັບລາຍລະອຽດຜູ້ຕິດເຊຶ້ື້ອໃໝ່ມີດັ່ງນີ້:
ນະຄອນຫຼວງ 292 ຄົນ: ມາຈາກ 105 ບ້ານ, ໃນ 8 ເມືອງ
ຫຼວງພະບາງ ມີ 146 ຄົນ
ແຂວງວຽງຈັນ ມີ 140 ຄົນ
ຫຼວງນ້ຳທາ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ
ຜົ້ງສາລີ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ
ໄຊຍະບູລີ ມີ 30 ຄົນ ໃນ 12 ບ້ານ ແລະ 1 ເມືອງ
ຈຳປາສັກ ມີ 48 ຄົນ ໃນ 26 ບ້ານ ແລະ 6 ເມືອງ
ອຸດົມໄຊ ມີ 17 ຄົນ ໃນ 7 ບ້ານ ແລະ 1 ເມືອງ
ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ
ບໍລິຄຳໄຊ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ
ຄຳມ່ວນ ມີ 9 ຄົນ ໃນ 5 ບ້ານ ແລະ 2 ເມືອງ
ສະຫວັນນະເຂດ ມີ 13 ຄົນ ໃນ 6 ບ້ານ ແລະ 2 ເມືອງ
ບໍ໋ແກ້ວ ມີ 58 ຄົນ ໃນ 13 ບ້ານ ແລະ 2 ເມືອງ
ສາລະວັນ ມີ 20 ຄົນ ໃນ 2 ບ້ານ ແລະ 1 ເມືອງ
ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ຫົວພັນ ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ, ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 55,018 ຄົນ, ເສຍຊີວິດສະສົມ 104 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ, ກໍາລັງປິ່ນປົວ 10,158 ຄົນ.
ແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ທີ່ລັກລອບເປີດໃຫ້ບໍລິການຫຼິ້ນພະນັນທີ່ຕ້ອງຫ້າມທາງອິນເຕີເນັດ
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບພະແນກເຕັກໂນໂລຊີການສື່ສານ ນວ, ປກສ ກຸ່ມໂນນຫວາຍ, ປກສ ກຸ່ມວັງຊາຍ ແລະ ການຈັດຕັ້ງບ້ານ ລົງແກ້ໄຂຮ້ານຂາຍເຄື່ອງຍ່ອຍ ແລະ ເຮືອນເຊົ່າ ລັກລອບເປີດບໍລິການພະນັນທີ່ຕ້ອງຫ້າມທາງອິນເຕີເນັດ ຢູ່ບ້ານເມືອງນ້ອຍ ແລະ ບ້ານໂນນສະຫວ່າງ ເມືອງໄຊເຊດຖາ ນວ ກວດພົບໄດ້ຢຶດຂອງກາງທີ່ພົວພັນກັບການຫຼິ້ນການພະນັນທາງອິນເຕີເນັດ ມີຈໍຄອມພິວເຕີຕັ້ງໂຕະ 2 ຊຸດ, ເຄື່ອງພິມປຣິ້ນເຕີມເຊີເກມ 1 ເຄື່ອງ ແລ້ວນໍາມາເກັບຮັກສາໄວ້ ທີ່ກອງບັນຊາການ ປກສ ນວ.
ພັທ ບູນວິໄລ ຈັນທະວົງ ຮອງຫົວໜ້າພະແນກ 202 ຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຮ້ານອິນເຕີເນັດກາເຟ ທັງ 2 ຮ້ານ ໄດ້ລະເມີດຄໍາສັ່ງເລກທີ 15/ນຍ, ຂໍ້ຕົກລົງ 828/ປທສ, ແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ລະເມີດຕໍ່ປະມວນກົດໝາຍອາຍາ ມາດຕາ 141 ຂໍ້ຫາຫຼິ້ນການພະນັນທີ່ຕ້ອງຫ້າມ.
ຕໍ່ກັບເຈົ້າຂອງຮ້ານ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ ພ້ອມທັງໃຫ້ໂຈະຊົ່ວຄາວຈົນກວ່າມີຄໍາສັ່ງປ່ຽນແປງ.
ຖ້າພົບເຫັນສະຖານທີ່ທຸລະກິດໃດຍັງລະເມີດ ແລະ ລັກລອບເປີດບໍລິການພະນັນອອນລາຍ ແມ່ນໃຫ້ແຈ້ງມາທາງວອດແອັບເບີ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.