Home Blog Page 146

ຂ່າວດີ! ວັກຊີນ 1.900.000 ໂດສ ຮອດລາວຮຽບຮ້ອຍແລ້ວ

ຂອບໃຈຫຼາຍໆ! ເດີນທາງ​ມາຮອດ​ ສປປ​ ລາວ​ ແລ້ວວັກຊິນຊ່ວຍເຫຼືອຮອບໃຫມ່ຈາກ ສປ​ ຈີນ​ ຈຳນວນ​ 1.900.000 ໂດສ ພ້ອມທັງ ຊາແລັງເຂັມສັກຢາ ຈຳນວນ 1,801,600 ອັນ.

ໃນ​ຕອນແລງ ເວລາ 16:00 ​ຂອງວັນທີ​ 17​ ພະຈິກ​ 2021​ ນີ້​ ທີ່​ສະໜາມບິນ​ສາກົນ​ວັດ​ໄຕ, ນະຄອນຫຼວງວຽງຈັນ​ ໄດ້ມີພິທີຕ້ອນຮັບວັກຊິນຊ່ວຍເຫຼືອລ້າຮອບໃຫມ່ຈາກ ສປ​ ຈີນ​ ມອບ​ໃຫ້ແກ່​ ສປປ​ ລາວ​ ຍີ່ຫຍໍ້ຊີໂນຟາມ ຈຳນວນ​ 1.900.000​ ໂດສ ແລະ ຊາແລັງເຂັມສັກຢາ ຈຳນວນ 1,801,600 ອັນ.

ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນກັນພະຍາດ ໂຄວິດ-19 ປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.

ຂອບໃຈຫຼາຍໆ

ລາວ ແລະ ອົງການສະຫະປະຊາຊາດລົງນາມຂອບການຮ່ວມມືກັນ, ສົກປີ 2022-2026

ໃນ ວັນທີ 16 ພະຈິກ 2021 – ລັດຖະ ບານແຫ່ງ ສປປ ລາວ, ຕາງໜ້າໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າອົງການ ສປຊ, ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມ ຂອບການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ສົກປີ 2022-2026 ຢ່າງເປັນທາງການ (Lao PDR-United Nations Sustainable Development Cooperation Framework ຫຼື ເອີ້ນຫຍໍ້ວ່າ UNSDCF).

ພິທີລົງນາມໃນຄັ້ງນີ້ຈັດຂຶ້ນ 1 ວັນ ທີ່ ກະຊວງການຕ່າງປະເທດ ກ່ອນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມຈາກທັງສອງຝ່າຍ ໂດຍຄຳນຶງເຖິງການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນປັດຈຸບັນ.

ຂອບການຮ່ວມມື UNSDCF ສົກປີ 2022-2026 ແມ່ນແຜນງານສະບັບໃໝ່ນັບແຕ່ມີການປະຕິຮູບລະບົບຂອງ ອົງການສະຫະປະຊາຊາດ ອີງຕາມຍັດຕິຂອງເລຂາທິການໃຫ່ຍ ສປຊ ສະບັບເລກທີ 72/279 ທີ່ຖືກຮັບຮອງເອົາໃນປີ 2018, ເຊິ່ງມີເປົ້າໝາຍຕົ້ນຕໍໃນການປະຕິຮູບກົນໄກການປະຕິບັດງານຂອງ ອົງການ ສປຊໃຫ້ມີການປະສານງານທີ່ໂລ່ງລຽນ, ສອດຄ່ອງ, ມີປະສິດທິພາບ ແລະ ສ້າງຜົນປະໂຫຍດດ້ານການພັດທະນາໃຫ້ຫຼາຍທີ່ສຸດ.

ຂອບການຮ່ວມມື UNSDCF ສົກປີ 2022-2026 ນີ້ແມ່ນເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອແກ້ໄຂຄວາມຕ້ອງການດ້ານການພັດທະນາ ແລະ ສິ່ງທ້າທາຍຢູ່ໃນປະເທດ ໂດຍສອດຄ່ອງກັບທິດທາງລວມ ແລະ ຫົກເປົ້າໝາຍຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສົກປີ 2021-2025. ຂະບວນການສ້າງຂອບການຮ່ວມມືສະບັບໃໝ່ນີ້ ແມ່ນຖືກສ້າງຂື້ນໂດຍຜ່ານຂະບວນການປຶກສາຫາລືຢ່າງກວ້າງຂວາງ ພ້ອມທັງການແລກປ່ຽນກັນຫຼາຍຄັ້ງລະຫວ່າງໜ່ວຍງານ ສປຊ, ຮ່ວມກັບໂຕແທນຈາກ ລັດຖະບານ ສປປ ລາວ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການປະກອບຄໍາເຫັນ, ທັດສະນະ ແລະ ແຮງບັນດານໃຈໃນການພັດທະນາຮ່ວມກັນ.

ຂອບການຮ່ວມມືສະບັບໃໝ່ແມ່ນໄດ້ກຳນົດເອົາ 4 ຂົງເຂດບຸລິມະສິດຍຸດທະສາດ ຄື:

  1. ຊີວິການເປັນຢູ່ທີ່ດີຂອງປະຊາຊົນ;
  2. ຄວາມຈະເລີນຮຸ່ງເຮືອງທົ່ວເຖິງສໍາລັບໝົດທຸກຄົນ;
  3. ການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ;
  4. ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ

ເຊິ່ງນີ້ຈະກາຍເປັນເອກະສານທີ່ສໍາຄັນໃນການວາງແຜນ, ຈັດຕັ້ງປະຕິບັດໂຄງການລະດັບຊາດ, ລວມທັງຫັນປ່ຽນແນວທາງການປະຕິບັດງານຂອງ ອົງການ ສປຊ ໂດຍຜ່ານການປະສານງານທີ່ສອດຄ່ອງ, ກົມກຽວ ແລະ ມີປະສິດທິພາບຍິ່ງຂຶ້ນ ແລະ ຍົກລະດັບວຽກງານການຮ່ວມມື ແລະ ສະໜັບສະໜູນຂອງ ບັນດາເຄືອຂ່າຍອົງການ ສປຊ ຢູ່ ສປປ ລາວ ນັບແຕ່ປີ 2022 – 2026, ແນໃສ່ການບັນລຸບູລິມະສິດດ້ານການພັດທະນາຂອງ ສປປ ລາວ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຄຽງຄູ່ກັບເປົ້າໝາຍຂອງສາກົນ ກໍ່ຄື ວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ເພື່ອໃຫ້ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້, ທີມງານ ສປຊ ປະຈຳ ສປປ ລາວ ຈະເຮັດວຽກຮ່ວມກັນໃນທົ່ວທັງ 4 ຂົງເຂດບຸລິມະສິດຍຸດທະສາດ, ໂດຍການນຳເອົາໜ່ວຍງານ, ກອງທຶນ ແລະ ແຜນງານຕ່າງໆທີ່ມີຄວາມຊຳນິຊຳນານອັນສະເພາະ ເພື່ອມາຊ່ວຍຄູ່ຮ່ວມງານລະດັບຊາດໃນການສ້າງຄວາມຄືບໜ້າດ້ານການພັດທະນາ ແລະ ແກ້ໄຂບັນຫາທ້າທາຍທີ່ກີດຂວາງການພັດທະນາຂອງ ສປປ ລາວ.

ແຈ້ງການ ຂອງກະຊວງອຸດສາຫະກຳ ແລະ ການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ.

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ວັນທີ 17 ພະຈິກ 2021 ມີຜູ້ເສຍຊີວິດໃໝ່ເພີ່ມອີກ 2 ຄົນ

ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ບ້ານໂພນຄໍ້, ເມືອງໄຊທານີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາຍັງບໍ່ໄດ້ສັກວັກຊີນກັນໂຄວິດ-19
  • ວັນທີ 11 ພະຈິກ 2021: ມາຮອດໂຮງໝໍດ້ວຍອາການອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້, ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍມິດຕະພາບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11-16 ພະຈິກ 2021, ເປັນເວລາ 06 ວັນ
  • ຮອດເວລາ 07:25 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຊາຍ, ອາຍຸ 25 ປີ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງ

  • ຜູ້ກ່ຽວເປັນຄົນຕຸ້ຍ ນໍ້າໜັກ 110 ກິໂລ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 07 ພະຈິກ 2021: ຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າປິ່ນປົວຢູ່ສູນ ມຊ ດົງໂດກ
  • ວັນທີ 15 ພະຈິກ 2021: ໄດ້ຍ້າຍຈາກສູນ ມຊ ດົງໂດກ ເຂົ້າມາປີ່ນປົວຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝຶດ
  • ມາຮອດເວລາ 13:45 ໂມງ ຂອງວັນທີ 16 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.

–ນະຄອນຫຼວງ 534 ຄົນ: ມາຈາກ 191 ບ້ານ ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 16 ບ້ານ (44 ຄົນ )
  • ເມືອງສີໂຄດຕະບອງ ມີ 28 ບ້ານ (72 ຄົນ )
  • ເມືອງໄຊເສດຖາ ມີ 38 ບ້ານ (108 ຄົນ )
  • ເມືອງສີສັດຕະນາກມີ 20 ບ້ານ (61 ຄົນ )
  • ເມືອງ ນາຊາຍທອງ ມີ 16 ບ້ານ (40 ຄົນ )
  • ເມືອງໄຊທານີ ມີ 32 ບ້ານ (97 ຄົນ )
  • ເມືອງຫາດຊາຍຟອງ ມີ 27 ບ້ານ (64 ຄົນ )
  • ເມືອງ ສັງທອງ ມີ 04 ບ້ານ (08 ຄົນ )
  • ເມືອງປາກງື່ມ ມີ 08 ບ້ານ ( 37 ຄົນ )

ຍັງສືບຕໍ່ເອົາຂໍ້ມູນ 03 ຄົນ  

–ຫຼວງພະບາງ ມີ 112 ຄົນ ໃນ 36 ບ້ານ ແລະ 9 ເມືອງ

-ແຂວງວຽງຈັນ ມີ 106 ຄົນ ໃນ 31 ບ້ານ ແລະ 7 ເມືອງ

–ຫຼວງນ້ຳທາ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ

–ຜົ້ງສາລີ ມີ 38 ຄົນ ໃນ 9 ບ້ານ ແລະ 2 ເມືອງ

–ຈຳປາສັກ ມີ 71 ຄົນ ໃນ 32 ບ້ານ ແລະ 8 ເມືອງ

–ອຸດົມໄຊ ມີ 41 ຄົນ ໃນ 2 ບ້ານ ແລະ 1 ເມືອງ

-ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ

–ບໍລິຄຳໄຊ ມີ 20 ຄົນ ໃນ 9 ບ້ານ ແລະ 3 ເມືອງ

–ຄຳມ່ວນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

–ສະຫວັນນະເຂດ ມີ 8 ຄົນ ໃນ 7 ບ້ານ ແລະ 1 ເມືອງ

–ບໍ່ແກ້ວ ມີ 66 ຄົນ ໃນ 20 ບ້ານ ແລະ 2 ເມືອງ

–ສາລະວັນ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ

–ຫົວພັນ ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ

–ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊຍະບູລີ ມີ 37 ຄົນ ໃນ 15 ບ້ານ ແລະ 1 ເມືອງ

-ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊສົມບູນ ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 1 ຄົນ ຈາກ ສະຫວັນນະເຂດ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 17 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 57,397 ຄົນ, ເສຍຊີວິດສະສົມ 112 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 717 ຄົນ, ກໍາລັງປິ່ນປົວ 10,691 ຄົນ.

ລາຍງານໂຄວິດ-19 ໃນ ສປປ ລາວ ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນທີ 17 ພະຈິກ 2021

ລາຍລະອຽດພາຍຫຼັງ

ແຈ້ງການ! ຈາກກະຊວງສຶກສາທິການ ແລະ ກິລາ

ຈາກກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການຫຼ້າສຸດ ລົງວັນທີ 16 ພະຈິກ 2021

ລັກລອບເຂົ້າເມືອງຜິດກົດໝາຍ ຈະຖືກປັບ 25.000 ບາດ ພ້ອມສົ່ງກັບປະເທດ

ໄທ ຈະປັບໃໝ 25.000 ບາດ/ຄົນ ພ້ອມສົ່ງຄືນກັບປະເທດ ກໍລະນີແຮງງານລັກລອບເຂົ້າເມືອງຜິດກົດໝາຍ

ເມື່ອວັນທີ 12 ພະຈິກ 2021 ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປລາວ-ບາງກອກ, ໄດ້ແຈ້ງເຖິງ ກະ ຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດຕາມມະຕິຂອງ ຄຣມ.​

ເຊິ່ງໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ໄດ້ລະບຸວ່າ:

ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດ ຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19, ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກ ແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບກຸມ, ປັບໄໜ ແລະ ສົ່ງຄືນປະເທດ, ກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25,000 ບາດ/ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ຍັງບໍ່ທັນປະກົດເຫັນເກີດຂື້ນກັບແຮງງານລາວເຮົາເທື່ອ, ແຕ່ໃນອະນາຄົດອັນໃກ້ນີ້ ຄາດວ່າອາດຈະມີແຮງງານລາວຈຳນວນໜຶ່ງທີ່ຈະລັບລອບກັບເຂົ້າມາໄທແບບບໍ່ຖືກຕ້ອງ.

ໃນວັນທີ 5 ພະຈິກ 2021, ກະຊວງມະຫາດໄທ ໄດ້ອອກປະກາດຕາມມະຕິຂອງ ຄຣມ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທເປັນກໍລະນີພິເສດ ເຖິງວ່າແຮງງານເຫຼົ່ານັ້ນ ຈະຢູ່ຢ່າງຖືກຕ້ອງ ຫຼື ບໍ່ຖືກຕ້ອງຕາມກົດໝາຍກໍຕາມ. ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດ ແຄນແຮງງານຕ່າງປະເທດ, ໃນປັດຈຸບັນ ຕະຫຼາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ ແລະ ປະເພດຕຳແໜ່ງງານທີ່ແຮງງານຄົນໄທມີໜ້ອຍ, ນອກນັ້ນ ການເປິດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂື້ນ ແລະ ຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີຄວາມຮຸນແຮງຂື້ນ.

ສະນັ້ນ ເມື່ອຕະຫຼາດແຮງງານຂອງໄທ ມີຄວາມຕ້ອງການນຳເຂົ້າແຮງງານຕ່າງປະເທດຈຳນວນຫຼາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະ ຂະບວນການຕົວະຍົວະຫຼອກລວງເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະໜອງໃຫ້ຕະຫຼາດພາຍໃນປະເທດ ຈະນັບມື້ນັບມີຫຼາຍ ແລະ ຍາກທີ່ຈະສະກັດກັ້ນໄດ້, ສະຖານທູດ ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວເຮົາ ເພື່ອຮ່ວມກັນວາງແຜນ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ອາດຈະເກີດຂື້ນໃນອະນາຄົດອັນໃກ້.

ຂ່າວສານ: ຮສສ

ບຸນທາດຫຼວງປີນີ້ ຫ້າມທຸກການຄ້າ-ຂາຍ

ແຈ້ງບຸນທາດຫຼວງປີນີ້ ຫ້າມທຸກການຄ້າ-ຂາຍ, ຖ້າລະເມີດຈະຖືກປັບໃໝ່ ພ້ອມຍືດສິນຄ້າໃນວັນທີ 16 ພະຈິກ 2021 ພະແນກອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ ອອກແຈ້ງການ ເລື່ອງຂໍຄວາມຮ່ວມມືບໍ່ໃຫ້ມີການຊື້-ຂາຍ ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່ ຫຼື ສິນຄ້າອື່ນໆ ໃນຂອບເຂດອ້ອມຮອບໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ໃນໄລຍະການຈັດງານປະເພນີ ນັບແຕ່ວັນທີ 17 ຫາ 19 ພະຈິກ 2021 ນີ້ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ ໄດ້ແຜ່ລາມໄປໃນຫຼາຍພື້ນທີ່ ແລະ ມີທ່າອ່ຽງຂະຫຍາຍເປັນວົງກ້ວາງ ແລະ ສືບຕໍ່ມີກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນໃນຊຸມຊົນ, ບາງສຳນັກງານ, ລັດວິສາຫະກິດ ແລະ ບໍລິສັດເອກະຊົນຕ່າງໆ. ເພື່ອເປັນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ຮັກສາໄດ້ມາດຕະການປ້ອງກັນຢ່າງເຂັ້ມງວດ.

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການ ດັ່ງນີ້:

1. ໃນງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021 ແມ່ນຈະບໍ່ໄດ້ມີການຄົບງັນ ແລະ ຈັດງານວາງສະແດງ ແລະ ຂາຍສິນຄ້າ ຄືທຸກປີທີ່ຜ່ານມາ.

2. ຫ້າມບຸກຄົນ, ນິຕິບຸກຄົນ ວາງຂາຍເຄື່ອງຊະຊາຍ ໃນບໍລິເວນອ້ອມຮອບ, ໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ເດັດຂາດ, ຫ້າມທຸກການຄ້າຂາຍເຊັ່ນ: ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່, ສິນຄ້າອື່ນໆ, ລວມໄປເຖິງການຫີ້ວເຄື່ອງຂາຍ ແລະ ລໍ້ຍູ້ຂາຍເຄື່ອງຕ່າງໆ; ຍົກເວັ້ນ: ຮ້ານທີ່ບໍລິການປົກກະຕິຢູ່ພາຍໃນ, ຮ້ານທີ່ໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021.

3. ຖ້າບຸກຄົນ, ນິຕິບຸກຄົນ ຫາກລະເມີດ ແມ່ນຈະໄດ້ປະຕິບັດມາດຕະການຕາມແຕ່ລະກໍລະນີໜັກ ຫຼື ເບົາ ດັ່ງນີ້:

  • ຄັ້ງທີ 1: ປັບໃໝ 500.000 ຫາ 5.000.000 ກີບ/ຄັ້ງ
  • ຄັ້ງທີ 2: ຍຶດສິນຄ້າ, ເຄື່ອງຂອງ ແລະ ອຸປະກອນ, ຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ດຳເນີນຄະດີຕາມລະບຽບກົດໝາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຂໍ້ມູນ: Lao Youth Radio FM 90.0 Mhz

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່

ຕາມການລາຍງານ ຂອງສູນຂ່າວສານການແພດໃຫ້ຮູ້ວ່າ: ລາວມີຜູ້ເສຍຊີວິດຈາກໂຄວິດ-19 ສະສົມແລ້ວ 110 ຄົນ ມື້ນີ້ເສຍຊີວິດໃໝ່ +6 ຄົນ ຈາກນະຄອນຫຼວງ 5 ແລະ ຫຼວງພະບາງ +1

ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 58 ປີ, ບ້ານໂພນຊຽງ, ເມືອງນໍ້າບາກ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 08 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 08-11 ພະຈິກ 2021, ເປັນເວລາ 07 ມື້
  • ວັນທີ 14 ພະຈິກ 2021 ຜູ້ກ່ຽວມີອາການອິດເມື່ອຍຫລາຍ, ນອນບໍ່ຮູ້ສະຕີ ຈົນມາຮອດເວລາ 18:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍຸ 46 ປີ, ອາຊີບ: ກໍາມະກອນ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ຜູ້ກ່ຽວ ໄດ້ກັກໂຕ ໃນວັນທີ 22 ສິງຫາ 2021
  • ເວລາ 19:40 ໂມງ ຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 74 ປີ, ອາຊີບ: ປະຊາຊົນ, ບ້ານໂພນສະຫວັນເໜຶອ, ເມືອງສີສັດຕະນາກ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ບາດແຜກະເພາະ ແລະ ປະດົງ
  • ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 05 ພະຈິກ 2021: ຜູ້ກ່ຽວໄປກວດຢູ່ໂຮງໝໍມະໂຫສົດ ຍ້ອນຖ່າຍດໍາ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ມາຮອດເວລາ 16:30 ໂມງ ຂອງວັນທີ 06 ພະຈິກ 2021: ມາໂຮງໝໍເສດຖາທິລາດ ດ້ວຍອາການຖ່າຍດໍາ ແລະຫາຍໃຈຝຶດ
  • ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-15 ພະຈິກ 2021, ເປັນເວລາ 09 ມື້
  • ມາຮອດເວລາ 15:20ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 29 ປີ, ອາຊີບ ແມ່ເຮືອນ, ບ້ານໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.

  • ຜູ້ກ່ຽວຖືພາ 36 ອາທິດ     
  • ວັນທີ 13 ພະຈິກ 2021 ຜູ້ກ່ຽວອິດເມື່ອຍ, ແໜ້ນໜ້າເອິກ, ຫາຍໃຈຍາກ ໂຮງໝໍມິດຕະພາບໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ວັນທີ 14 ພະຈິກ 2021 ໄດ້ຜ່າຕັດເກີດລູກ ເປັນເດັກ ເພດຍິງ ແຂງແຮງດີ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 13-15 ພະຈິກ 2021.
  • ຮອດເວລາ 07:10ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 5: ເພດຍິງ, ອາຍຸ 63 ປີ, ອາຊີບ: ແມ່ເຮືອນ, ບ້ານນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຮັບການສັກວັກຊີນກັນໂຄວິດ-19.
  • ວັນທີ 13 ພະຈິກ 2021 ມີອາການອິດເມື່ອຍ, ອ່ອນແຮງແຂນຂາເບື້ອງຂວາ, ໄອ, ກະວົນກະວາຍ ຈຶ່ງໄດ້ກວດຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຂົ້ານອນປິ່ນປົວຢູ່ໂຮງໝໍດັ່ງກ່າວ
  • ໄລຍະນອນປິ່ນປົວປົວຢູ່ໂຮງໝໍ ນັບແຕ່ວັນທີ 13-15 ພະຈິກ 2021.
  • ມາຮອດເວລາ 07:45 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 6: ເພດຍິງ,  ອາຍຸ 56 ປີ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວງງຈັນ

  • ເຂົ້າໂຮງໝໍໃນວັນທີ 7 ພະຈິກ 2021: ໄດ້ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້
  • ວັນທີ 13 ພະຈິກ 2021 ຮຸ້ສຶກເມື່ອຍ, ແໜ້ນໜ້າເອີກກະທັນຫັນ,  ເຫື່ອຊືມ ແລະ ຫມົດສະຕິ
  • ມາຮອດເວລາ 20:00 ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

–ນະຄອນຫຼວງ 597 ຄົນ: ມາຈາກ 162 ບ້ານ ໃນ 8 ເມືອງ

  •   ເມືອງຈັນທະບູລີ ມີ 18 ບ້ານ (70 ຄົນ)
  •   ເມືອງສີໂຄດຕະບອງ ມີ 26 ບ້ານ (56 ຄົນ)
  •   ເມືອງໄຊເສດຖາ ມີ 33 ບ້ານ (111 ຄົນ)
  •   ເມືອງສີສັດຕະນາກມີ 18 ບ້ານ (57 ຄົນ)
  •   ເມືອງ ນາຊາຍທອງ ມີ 11 ບ້ານ (110 ຄົນ)
  •   ເມືອງໄຊທານີ ມີ 32 ບ້ານ (133 ຄົນ)
  •   ເມືອງຫາດຊາຍຟອງ ມີ 26 ບ້ານ (55 ຄົນ)
  •   ເມືອງປາກງື່ມ ມີ 01 ບ້ານ ( 01 ຄົນ)
  •   ຕ່າງແຂວງ (01 ຄົນ) ແຂວງວຽງຈັນ
  •   ຍັງສືບຕໍ່ເອົາຂໍ້ມູນ 12 ຄົນ

–ຫຼວງພະບາງ ມີ 201 ຄົນ ໃນ 17 ບ້ານ ແລະ 6 ເມືອງ

-ແຂວງວຽງຈັນ ມີ 110 ຄົນ ໃນ 33 ບ້ານ ແລະ 7 ເມືອງ

–ຫຼວງນ້ຳທາ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ

–ຜົ້ງສາລີ ມີ 121 ຄົນ ໃນ 18 ບ້ານ ແລະ 4 ເມືອງ

-ໄຊຍະບູລີ ມີ 62 ຄົນ

–ຈຳປາສັກ ມີ 39 ຄົນ ໃນ 20 ບ້ານ ແລະ 4 ເມືອງ

–ອຸດົມໄຊ ມີ 24 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ເຊກອງ ມີ 13 ຄົນ ໃນ 2 ບ້ານ ແລະ 2 ເມືອງ

–ບໍລິຄຳໄຊ ມີ 26 ຄົນ ໃນ 4 ບ້ານ ແລະ 3 ເມືອງ

–ຄຳມ່ວນ ມີ 11 ຄົນ ໃນ 6 ບ້ານ ແລະ 3 ເມືອງ

–ສະຫວັນນະເຂດ ມີ 16 ຄົນ ໃນ 5 ບ້ານ ແລະ 3 ເມືອງ

–ບໍ່ແກ້ວ ມີ 57 ຄົນ ໃນ 13 ບ້ານ ແລະ 2 ເມືອງ

–ສາລະວັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

–ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

–ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຈາກ ນະຄອນຫຼວງວຽງຈັນ 9 ຄົນ, ສະຫວັນນະເຂດ 4​ ຄົນ, ຄຳມ່ວນ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 16 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 56,324 ຄົນ, ເສຍຊີວິດສະສົມ 110 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 468 ຄົນ, ກໍາລັງປິ່ນປົວ 10,610 ຄົນ.