Home Blog Page 137

ເມົາແລ້ວທຳຮ້າຍຮ່າງກາຍຄົນອື່ນ

ກໍ່ເຫດທໍາຮ້າຍຮ່າງກາຍແລ້ວເອົາຕົວຫຼົບໜີໄປລີ້ຢູ່ໃນເຮືອນ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 8:30 ໂມງຂອງວັນທີ 1 ທັນວາ 2021 ປກສ ກຸ່ມ VI ໜອງໜ້ຽວ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນວຽງຈັນ ໄດ້ຮັບແຈ້ງຈາກບ້ານວຽງຄຳ ວ່າ: ມີເຫດການທຳຮ້າຍຮ່າງກາຍ ຢູ່ບ້ານວຽງຄຳ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄຳຊ່ຽນ ມະນີວົງ ຫົວໜ້າ ປກສ ກຸ່ມ VI ໜອງໜ້ຽວ ໃຫ້ຮູ້ວ່າ: ພວກເຮົາໄດ້ລົງສະຖານທີ່ເກີດເຫດ ຫຼັງຈາກໄດ້ຮັບແຈ້ງຄວາມ ພົບເຫັນຜູ້ກໍ່ເຫດຊື່ ທ້າວ ຕ້ອຍ ອາຍຸ 25 ປີ ປະຊາຊົນ ບ້ານວຽງຄຳ ເມືອງສີໂຄດຕະບອງ ຜ່ານການສອບຖາມຜູ້ກ່ຽວໄດ້ຕີ ທ້າວ ຜາຍ ແທ້ ດ້ວຍການໃຊ້ເຫຼັກ ຍ້ອນຄວາມມືນເມົາ ເນື່ອງຈາກຕົນເອງທັ່ງລົດຈັກສຽງດັງສ້າງຄວາມເນື່ອງນັນ ເຊິ່ງຄູ່ກໍລະນີບໍ່ພໍໃຈແລ້ວມາຫ້າມຕົນໆ ຈື່ງໄດ້ລົງມືກໍ່ເຫດ ຫຼັງຈາກກໍ່ເຫດແລ້ວຖືກເຈົ້າໜ້າທີ່ເຂົ້າຄວບຄຸມ.

ຖ້າພົບເຫັນເຫດອາລະວາດຕີກັນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ຢູ່ໃກ້ທີ່ສຸດ ຫຼື ຜ່ານທາງເບີວອດແອບ 02028899774 ຫຼື ເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

ເສົ້າໃຈ! ຜູ້ເສຍຊີວິດແມ່ນຜູ້ປ່ວຍຕິດຕຽງ ແລະ ຜູ້ທີ່ພິການແຕ່ກຳເນີດ

ຕາມການລາຍງານ ຂອງຄະນະສະເພາະກິດ ວັນທີ 6 ທັນວາ 2021 ໃຫ້ຮູ້ວ່າ ສປປ ລາວ ມີຜູ້ເສຍຊີວິດໃໝ່ +3 ເຊິ່ງມີຂໍ້ມູນດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 77 ປີ, ບ້ານໄຊອຸດົມ, ເມືອງອຸທຸມພອນ, ແຂວງສະຫັວນນະເຂດ

  • ພະຍາດປະຈໍາຕົວ: ອຳມະພາດ ເປັນມາໄດ້ 04 ປີແລ້ວ ກິນຢາປະຈໍາ ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ເວລາ 19:30 ໂມງຂອງວັນທີ 27 ພະຈິກ 2021: ໄດ້ໄປກວດຢູ່ໂຮງໝໍແຂວງສະຫັວນນະເຂດ ດ້ວຍອາການໄຂ້, ໄອແຫ້ງໆ, ຫາຍໃຈຝຶດແໜ້ນໜ້າເອິກ, ອີດເມື່ອຍມາໄດ້ 02ມື້, ຜົນກວດອອກມາພົບເຊື້ອໂຄວິດ-19.
  • ໄດ້ປີ່ນປົວແຕ່ວັນທີ 27 ພະຈິກ – 04 ທັນວາ 2021 ລວມເປັນເວລາ 08 ວັນ
  • ຮອດເວລາ 18:45 ນາທີ ຂອງວັນທີ 4 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

2). ເພດຍິງ, ອາຍຸ 38 ປີ, ບ້ານ ດົງໜໍ່ ເມືອງຊະນະຄາມ ແຂວງວຽງຈັນ (ນັບເປັນຄົນເຈັບນະຄອນຫລວງວຽງຈັນ)

  • ພະຍາດຜ່ານມາ: ພູມຄຸ້ມກັນບົກພ່ອງ  ແລະ ຜູ້ກ່ຽວເປັນຄົນພິການແຕ່ກໍາເນີດ
  • ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 03 ທັນວາ 2021, ອາການເບື້ອງຕົ້ນ: ໄອ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ຮາກຫຼາຍເທື່ອ,ອາການຊີວິດບໍ່ດີ.
  • ເວລາ 12:00 ນາທີ ຂອງວັນທີ 05 ທັນວາ 2021 ຄົນເຈັບອິດເມືອຍຫຼາຍ ແລະ ເສຍຊີວິດ

3. ເພດຍິງ, ອາຍຸ 71 ປີ, ບ້ານໂນນສະຫວັນ, ເມືອງໄຊເສດຖາ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ(ບໍ່ໄດ້ຕິດຕາມ)
  • ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ກ່ອນໜ້ານີ້ ໄຂ້,ໄອ,ຫາຍໃຈຝືດມາໄດ້1ອາທິດ
  • ເວລາ 14:00 ໂມງ ຂອງວັນທີ 01 ທັນວາ 2021 ຄົນເຈັບເຂົ້າມາປີ່ນປົວຢູ່ໂຮງໝໍດ້ວຍອາການອິດເມື່ອຍ,ຈືດມ້ານ,ຖ່າຍເປັນເລືອດສີແດງສົດ ກວດພົບເຊື້ອພະຍາດໂຄວິດ-19  
  • ເວລາ 01:30 ນາທີ ຂອງວັນທີ 05 ທັນວາ 2021: ຄົນເຈັບມີອາການກະວົນກະວາຍ,ຫາຍໃຈຝືດ, ຫາຍໃຈຫອບ ແລະ ນອນພຽງບໍ່ໄດ້, ຄົນເຈັບ ໄດ້ເສຍຊີວິດ.

ສະສົມທັງໝົດ 210 ຄົນ

ຜູ້ຕິດເຊື້ອຫຼຸດລົງແນ່ແລ້ວ! ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ

ເສົ້າໃຈ! ເສຍຊີວິດລຽນຕິດ ລາຍງານ 5 ທັນວາ 2021

ຕາມການລາຍງານຂອງຄະນະສະເພສະກິດປະຈຳວັນທີ 5 ທັນວາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +6 ລວມ 207 ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້ :

ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 67 ປີ, ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

  • ພະຍາດຜ່ານມາ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນຄົບ
  • ວັນທີ 01 ທັນວາ 2021: ເຂົ້າມາໂຮງໝໍມິດຕະພາບ ອາການເບື້ອງຕົ້ນ: ໄຂ້, ໄອ,ຫາຍໃຈຝືດ, ແໜ້ນເອິກ
  • ຮອດເວລາ 08:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ບ້ານສະພານທອງ, ເມືອງ ສີນາກ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
  • ຜູ້ກ່ຽວມີອາການໄຂ້, ເມື່ອຍ ແລະ ຫາຍໃຈຝືດ
  • ວັນທີ 26 ພະຈິກ 2021: ຄົນເຈັບໄດ້ໄປກວກຢູ່ໂຮງມໍມະໂຫສົດ ເກັບຕົວຢ່າງ ແລະ ຜົນກວດເປັນບວກ ແແລະ ໄດ້ສົ່ງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ຮອດເວລາ 12:00 ໂມງຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຊາຍ, ອາຍຸ 87 ປີ, ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ເວລາ 18:00 ໂມງ ຂອງວັນທີ 04 ທັນວາ 2021: ໄດ້ມາກວດຢູ່ພະແນກສຸກເສີນຂອງໂຮງໝໍມິດຕະພາບ ຍ້ອນບໍ່ຮູ້ສະຕິ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ, ຈົນມາຮອດເວລາ 19:30 ນາທີ ຄົນເຈັບ ໄດ້ເສຍຊີວິດ (ເສຍຊີວິດກ່ອນມາຮອດໂຮງໝໍ)

ຜູ້ທີ 4). ເພດຊາຍ ອາຍຸ 88 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 25 ພະຈິກ 2021 ມາໂຮງໝໍ ດ້ວຍອາການ ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
  • ຮອດເວລາ 00ໂມງ:30 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຊາຍ ອາຍຸ 52 ປີ, ບ້ານ ພູຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ວັນທີ 02 ທັນວາ 2021 ມາໂຮງໝໍດ້ວຍອາການ ອິດເມື່ອຍ, ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້ມາຮອດຮອດເວລາ 00:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 88 ປີ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 22 ພະຈິກ 2021: ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຍາກ ແລະ ແໜ້ນໜ້າເອີກ
  • ມາຮອດຮອດເວລາ 07:45 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 5 ທັນວາ 2021

ລາຍລະອຽດພາຍຫຼັງ

ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 4 ທັນວາ 2021

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊຶ້ອໃໝ່ +10 ສະສົມລວມ 201

ລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ່ວ
  • ບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 92  ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ

  • ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 30 ພະຈິກ 2021:  ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄວິດຫຼາຍຄົນແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ພະຍາດເລືອດ
  • ໄດ້ສັກວັກຊີນປ້ອງກັນໂຄວິດຄົບ
  • ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ.
  • ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4). ເພດຍິງ, ອາຍຸ  74  ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ.
  • ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 11:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຍີງ, ອາຍຸ  60  ປີ, ບ້ານ ປາກຈັນ, ເມືອງ ໝື່ນ, ແຂວງ ວຽງຈັນ

  • ພະຍາດປະຈຳຕົວ: ພະຍາດເລືອດ
  • ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ.
  • ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງມາສູນປີ່ນປົວໂຄວິດ.
  • ມາຮອດເວລາ 13:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດຊໍ້າເຮື້ອ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19
  • ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປີ່ນປົວຢູ່ສູນມາຮອດເວລາ 20:00 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 7). ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 8). ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລິ, ນະຄອນຫລວງ

  • ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາ
  • ມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ
  • ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງໝໍ

ຜູ້ທີ 9). ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ.

  • ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ  
  • ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ
  • ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ຮອດເວລາ 04:30 ນາທີຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

 ຜູ້ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ

  • ພະຍາດປະຈຳຕົວ:  ປະດົງຂໍ່
  • ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ
  • ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ
  • ວັນທີ 30 ພະຈິກ 2021: ຜົນກວດເປັນບວກ  
  • ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ເສຍຊີວິດສູງສຸດ! ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 4 ທັນວາ 2021

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,481 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 969 ຄົນ (ຕິດເຊື້ອພາຍໃນ ມີ 968 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 968 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 450 ຄົນ ໃນ 168 ບ້ານ ແລະ 9 ເມືອງ

  • ເມືອງຈັນທະບູລີ ມີ 20 ບ້ານ (42 ຄົນ)
  • ເມືອງສີໂຄດຕະບອງ ມີ 24 ບ້ານ (45 ຄົນ)
  • ເມືອງໄຊເສດຖາ ມີ 30 ບ້ານ (72 ຄົນ)
  • ເມືອງສີສັດຕະນາກ ມີ 17 ບ້ານ (84 ຄົນ)
  • ເມືອງ ນາຊາຍທອງ ມີ 18 ບ້ານ (36 ຄົນ)
  • ເມືອງໄຊທານີ ມີ 40 ບ້ານ (104 ຄົນ)
  • ເມືອງຫາດຊາຍຟອງ ມີ 17 ບ້ານ (42 ຄົນ)
  • ເມືອງ ປາກງື່ມ ມີ 01 ບ້ານ (01 ຄົນ)
  • ເມືອງ ສັງທອງ ມີ 01 ບ້ານ (01 ຄົນ)
  • ຕ່າງແຂວງ ມີ 04 ຄົນ
  • ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ

-ແຂວງວຽງຈັນ ມີ 108 ຄົນ

-ຫຼວງພະບາງ ມີ 72 ຄົນ ໃນ 39 ບ້ານ ແລະ 4 ເມືອງ

-ໄຊຍະບູລີ ມີ 56 ຄົນ ໃນ 10 ບ້ານ ແລະ 3 ເມືອງ

-ບໍ່ແກ້ວ ມີ 48 ຄົນ ໃນ 22 ບ້ານ ແລະ 4 ເມືອງ

-ອຸດົມໄຊ ມີ 40 ຄົນ ໃນ 15 ບ້ານ ແລະ 3 ເມືອງ

-ຜົ້ງສາລີ ມີ 39 ຄົນ ໃນ 5 ບ້ານ ແລະ 2 ເມືອງ

-ສະຫວັນນະເຂດ ມີ 30 ຄົນ ໃນ 18 ບ້ານ ແລະ 5 ເມືອງ

-ຈຳປາສັກ ມີ 28 ຄົນ ໃນ 16 ບ້ານ ແລະ 5 ເມືອງ

-ໄຊສົມບູນ ມີ 21 ຄົນ

-ຫົວພັນ ມີ 18 ຄົນ ໃນ 4 ບ້ານ ແລະ 2 ເມືອງ

-ຊຽງຂວາງ ມີ 18 ຄົນ ໃນ 9 ບ້ານ ແລະ 5 ເມືອງ

-ບໍລິຄຳໄຊ ມີ 15 ຄົນ ໃນ 12 ບ້ານ ແລະ 5 ເມືອງ

-ຄຳມ່ວນ ມີ 12 ຄົນ ໃນ 8 ບ້ານ ແລະ 4 ເມືອງ

-ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ

-ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 1 ເມືອງ

-ອັດຕະປື ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

-ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 01 ຄົນ ຈາກແຂວງຫົວພັນ

ມາຮອດວັນທີ 04 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 78,469 ຄົນ, ເສຍຊີວິດສະສົມ 201 ຄົນ (ໃໝ່ 10), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 954 ຄົນ, ກໍາລັງປິ່ນປົວ 11,932 ຄົນ.

ເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການຈູດຂີ້ເຫຍື້ອ, ຈູດປ່າ, ໃຕ້ທູບ, ທຽນ-ບູຊາ ແລະ ອື່ນໆ ຕ້ອງມີຄວາມລະມັດລະວັງປ້ອງກັນອັກຄີໄພ ເພື່ອຫຼີກລ່ຽງບັນຫາອັກຄີໄພເກີດຂຶ້ນ ດັ່ງກໍລະນີເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 01 ທັນວາ 2021, ເຮັດໃຫ້ປະຊາຊົນໃນພື້ນທີ່ນັ້ນແຕກຕື່ນ ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ໄດ້ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາດັບມອດໄຟ 10 ນາທີ ເຊີ່ງຊາບຊື່ຜູ້ຈູດຄື:

ທ້າວ ສົມ ອາຍຸ 27 ປີ ກໍາມະກອນ ຢູ່ບ້ານໂພຄໍາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນຄົນງານເຝົ້າສວນ. ພັທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກດີໄພ ປກສ ນວ ໃຫ້ຮູ້ວ່າ: ເວລາ 16:30 ໂມງ ຂອງວັນທີ 01 ທັນວາ 2021 ໄດ້ຮັບແຈ້ງວ່າ: ເກີດເຫດໄຟໄໝ້ປ່າຫຍ້າ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນວ ເຊີ່ງເປັນດິນເປົ່າຫວ່າງຂອງ ທ້າວ ຄໍາມິ່ງ ປະຊາຊົນ ບ້ານສີຫອມ ເມືອງຈັນທະບູລີ, ເຈົ້າໜ້າທີ່ກໍ່ໄດ້ກະກຽມລົດມອດໄຟ ຈຳນວນ 01 ຄັນ ແລະ ກໍາລັງ 6 ສະຫາຍ ລົງໄປສະຖານທີ່ເກີດເຫດ ແລະ ໃຊ້ເວລາ 10 ນາທີ ກໍ່ສາມາດດັບມອດໄຟໄດ້.

ຖ້າພົບເຫັນເຫດການໃດທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ໃຫ້ແຈ້ງເຈົ້າໜ້າທີ່ຜ່ານທາງວັອດແອັບ ເບີ 02028899774 ແລະ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

6 ສິ່ງຄວນຮູ້ກ່ອນໄປໃຊ້ບໍລິການລົດໄຟລາວ-ຈີນ

ອີງຕາມແຈ້ງການຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ລົງວັນທີ 30 ພະຈິກ 2021 ເລື່ອງ: ລະບຽບ 6 ຂໍ້ທີ່ສໍາຄັນມີທັງຂໍ້ຫ້າມ ແລະຄໍາແນະນໍາກ່ອນຂຶ້ນ-ລົງລົດ ເພື່ອ ເຮັດໃຫ້ການບໍລິການຂອງທຸກຄົນມີຄວາມປອດ ເຊິ່ງມີລາຍລະອຽດດັ່ງນີ້:

1.ຫ້າມພົກພາສິ່ງຂອງມີຄົມ ຫຼືວັດຖຸອັນຕະລາຍທີ່ໄວໄຟ, ມີພິດ ຫຼືກໍາມັນຕະລັງສີຂຶ້ນລົດໄຟຢ່າງເດັດຂາດ.

2.ຜູ້ໂດຍສານຕ້ອງຕິດຕາມການປະກາດເວລາກວດປີ້, ກະລຸນາຂຶ້ນລົດໄປກ່ອນລ່ວງຫນ້າ ຫຼືລໍຖ້າໃນເສັ້ນຂີດແດນຄວາມປອດໄພເທິງແທ່ນ ຂື້ນລົງລົດໄຟ

3.ເວລາຂຶ້ນ-ລົງລົດໄຟ ກະລຸນາລຽນແຖວໃຫ້ເປັນລະບຽບ, ຫ້າມບຽດແຫຍ້ກັນ ໃຫ້ ຜູ້ໂດຍສານທີ່ຈະລົງລົງໄປກ່ອນ ແລ້ວຈິ່ງຢ່າງຂຶ້ນລົດໄຟ. ຫ້າມໂດດລົງທາງລົດໄຟ, ຫ້າມເຂົ້າໄປໃນແລວທາງລົດໄຟ ແລະອື່ນໆທີ່ເປັນອັນຕະລາຍ, ຫ້າມແລ່ນໃນເວລາລົດໄຟຍັງບໍ່ຈອດຢຸດນິ່ງ.

4.ຫ້າມຢືນຕິດ ຫຼືຕັນປະຕູ. ຫ້າມດຶງ ຫຼືກົດປຸ່ມສຸກເສີນຕ່າງໆທີ່ຢູ່ເທິງຂະບວນລົດໄຟເຊັ່ນ ປຸ່ມເບກສຸກເສີນ, ປຸ່ມຢຸດລົດສຸກເສີນ ແລະອຸປະກອນຄວາມປອດໄພຕ່າງໆເດັດຂາດ.

5.ເວລາເກີດເຫດມີສະພາບຄວາມສ່ຽງຕໍ່ຄວາມປອດໄພຂອງຜູ້ໂດຍສານ ແລະຂະບວນ ລົດໄຟ, ຕ້ອງຟັງຄໍາແນະນໍາຈາກພະນັກງານເທິງລົດໄຟ, ຮັກສາຄວາມເປັນລະບຽບໃຫ້ດີ ບໍ່ຟ້າວເອົາເຄື່ອງ. ຕ້ອງຊ່ວຍເຫຼືອຜູ້ຕ້ອງການຄວາມຊ່ວຍເຫຼືອເຊັ່ນ: ຜູ້ເຖົ້າ, ເດັກນ້ອຍ, ຄົນປ່ວຍ, ຄົນພິການ ແລະຜູ້ຖືພາກ່ອນ. ກໍລະນີມີເຫດອັນຕະລາຍ, ກະລຸນາແຈ້ງໃຫ້ພະນັກງານເທິງຂະບວນຮັບຊາບທັນທີ.

6.ໃນສະຖານະການສຸກເສີນຕ້ອງອອກຈາກຕູ້ຂະບວນລົດໄຟ, ສາມາດອອກຫຼັງຈາກ ຂະບວນລົດໄຟຢຸດຈອດນິ່ງ ແລ້ວໃຊ້ຄ້ອນຕີທຸບກະຈົກເພື່ອອອກ, ສາມາດກົດປຸ່ມ (ລາວ)ຢຸດລົດສຸກ ເສີນໃນຂະບວນລົດໄຟດ່ວນ.

ແຫຼ່ງຂ່າວ: CRI

ນໍ້າສົ່ງຜູ້ເສຍຊີວິດຢູ່ໂຮງໝໍແຂວງອີກລາຍຍ້ອນໂຄວິດ-19

ໃນວັນທີ 02.12.2021 ເວລາ 16:00ນາທີ ຕາມການລາຍງານ ໜວ່ຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 074 1625ວ່າມີຄົນເສຍຊີວິດຈາກການຕິດເຊື່ອໂຄວິດ-19 ຢູ່ໂຮງໝໍ ແຂວງໄຊຍະບູລີ ເມື່ອໜ່ວຍກູ້ຊີບ-ກູ້ໄພສຸກເສີນໄປຮອດສະຖານທີ່ພົບເຫັນຜູ້ເສຍຊີວິດ 01 ຄົນ, ເປັນເພດຊາຍ,ອາຍຸ40ປີ ຢູ່ ບ້ານໂພນສະອາດ ເມີອງໄຊຍະບູລີ ແຂວງໄຊຍະບູລີ.

ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປສົ່ງສະການທີ່ປ່າຊ້ານາໄຮ

ສຳລັບຂໍ້ມູນຜູ້ເສຍຊີວິດແມ່ນຍາດພີ່ນ້ອງບໍ່ແຈ້ງລາຍລະອຽດ