Home Blog Page 138

ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້

ຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +4 ເຊິ່ງມີລາຍລະອຽດດັ່ງນີ້:

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

 1). ເພດຊາຍ, ອາຍຸ 46  ປີ, ບ້ານ ໂພນໝີໃຕ້, ເມືອງ ວຽງຄຳ, ແຂວງ ວຽງຈັນ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ຟອກເລືອດ 2ຄັ້ງ/ອາທີດ
  • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 2 ຄົນ.
  • ຄົນເຈັບມີໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດຫຼັງຈາກໄປຟອກເລືອດຢູ່ຄລີນິກທີ່ນະຄອນຫຼວງມາໄດ້ 1ມື້ ຕໍ່ມາມີອາການອິດເມື່ອຍຫຼາຍ, ວັນທີ 26 ພະຈິກ 2021 ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນພົບວ່າຕິດເຊື້ອພະຍາດໂຄວິດ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.
  • ມາຮອດເວລາ 21:40 ນາທີ ຂອງວັນທີ 05 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

2). ເພດຊາຍ, 42 ປີ, ບ້ານທາດເມືອງ, ເມືອງຊໍາເໜຶອ, ແຂວງຫົວພັນ

  • ພະຍາດປະຈໍາຕົວ: ເບົາຫວານ ກິນຢາບໍ່ປົກກະຕິ, ມີປະຫັວດໄອຊໍ້າເຮື້ອ, ຫົວໃຈໃຫ່ຍ, ມີປະຫັວດມີນໍ້າຢູ່ຕີນປອດ
  • ຄົນເຈັບບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19
  • ຄົນເຈັບມີອາການໄຂ້ 01 ວັນ , ມີອາການໄອ ແລະ ຫາຍໃຈຝຶດ, ໄອອອກຂີ້ກະເທິຕິດປົນເລືອດ, ນອນພຽງບໍ່ໄດ້ດີ, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ
  • ເວລາ 20:30 ນາທີ ຂອງວັນທີ 05 ທັນວາ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄອ ແລະ ຫາຍໃຈຝຶດມາໄດ້ 04 ວັນແລ້ວ, ສະຕິດີ, ກະວົນກະວາຍໃນບາງຄັ້ງຄາວ, ປາຍຕີນມືເຢັນ, ນອນພຽງບໍ່ໄດ້, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ, ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
  • ມາຮອດເວລາ 4:20 ນາທີ ຂອງວັນທີ 6 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

3). ເພດຍິງ, ອາຍຸ  87  ປີ, ບ້ານ ສີຊົມຊື່ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ

  •   ຄົນເຈັບມີພະຍາດປະຈຳໂຕເປັນ: ຄວາມດັນເລືອດ, ເບົາຫວານ, ໄຂມັນເສັ້ນເລືອດ, ກີນຢາປະຈຳ
  • ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ່ 18 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ ແລະ ເຈັບຄໍ
  • ວັນທີ 21 ພະຈິກ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ໄດ້ເຂົ້າ ປີ່ນປົ່ວຢູ່ສູນ 21 ມີນາ, ເປັນເວລາ  12 ວັນ ອາການບໍ່ດີຂື້ນ ຈິ່ງໄດ້ຍ້າຍມາຕິຕາມຢູ່ສູນ ວັນທະນະທໍາ ດ້ວຍອາການ ໄອແຫ້ງ,ຫາຍໃຈຝຶດ, ຫາຍໃຈຍາກ,
  • ຮອດວັນທີ່ 4 ທັນວາ 2021 ເວລາ 16:10 ນາທີ: ຄົນເຈັບມີອາການໄອແຮງ, ຫາຍໃຈຝຶດຫາຍໃຈຍາກ, ນອນພຽງບໍ່ໄດ້ ແລະ ເວລາ 17:00 ນາທີຂອງວັນດຽວກັນ ຄົນເຈັບກໍ່ເສຍຊິວິດ.

4). ເພດຊາຍ, ອາຍຸ 60 ປີ, ບ້ານຢູ່ປະຈຸບັນ: ບ້ານລັດຕະນະລັງສີໃຕ້, ນະຄອນໄກສອນ, ແຂວງສະຫັວນນະເຂດ

  • ພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຫຼ່ອຍເຄິ່ງຊິກ ມາດົນ
  • ໄດ້ສັກຢາກັນພະຍາດປ້ອງກັນພະຍາດໂຄວິດ-19 ຄົບ
  • ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດ ຢູ່ໂຮງໝໍແຂວງດ້ວຍອາການເມື່ອຍ, ຫາຍໃຈຝຶດ, ຖ່າຍເປັນນໍ້າ ມາໄດ້ 02 ວັນ
  • ວັນທີ 04 ທັນວາ 2021: ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຜົນກວດພົບເຊື້ອ ແລະ ໄດ້ເຂົ້າປີ່ນປົວໂຮງໝໍພາກສະໜາມຫຼັກ 9 ຄົນເຈັບ ມີສະຕິດີ, ອິດເມື່ອຍ, ແໜ້ນໜ້າເອີກ, ໄອຫລາຍ, ໄອແຫ້ງມີຂີ້ກະເທີະ, ນອນພຽງບໍ່ໄດ້, ອ່ອນແຮງຊີກຫົວ, ກິນດື່ມເລັກນ້ອຍ. –    ມາຮອດເວລາ 05:00 ໂມງຂອງວັນທີ 07 ທັນວາ 2021: ຄົນເຈັບໄດ້ມີອາການໜັກລົງ ແລະ ໄດ້ເສຍຊີວິດ

ຕົວເລກຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ມື້ນີ້ 7 ທັນວາ 2021

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາປະຈຳວັນ

ລາຍລະອຽດພາຍຫຼັງ

ການເດີນທາງໄປຢ້ຽມ​ຢາມ​ ສສ ຫວຽດນາມ ຂອງປະທານສະພາແຫ່ງຊາດ

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ໃນວັນຈັນ 6 ທັນວາ 2021, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເດີນທາງດ້ວຍຖ້ຽວບິນພິເສດ ເພື່ອຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດທີ່ຫໍສະພາແຫ່ງຊາດບ່າດິງ ໂດຍການ ຕ້ອນຮັບຈາກ ສະຫາຍ ເວືອງ ດິງ ເຫວະ ພ້ອມດ້ວຍພັນລະຍາ ແລະ ຄະນະ ຫລັງຈາກນັ້ນ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ສອງປະທານສະພາແຫ່ງຊາດ ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ,​ ປະທານສະພາແຫ່ງຊາດລາວ, ພ້ອມ​ຄະ​ນະ ແລະ ຝ່າຍ​ຫວຽດ​ນາມ ນຳ​ໂດຍ ສະຫາຍ ເວືອງ ດິງ ເຫວະ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຫ່ງ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ, ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ພ້ອມກັນຕີລາຄາຄືນການ ພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດຂອງສອງປະເທດໃນໄລຍະຜ່ານມາ ແລະ ພ້ອມ ກັນປຶກສາຫາລືທິດທາງແຜນການໃນຕໍ່ໜ້າ ເປັນຕົ້ນແມ່ນການປັບປຸງບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ເຊິ່ງຈະໝົດອາຍຸໃນປີ 2022, ການສ້າງກິດຈະກໍາສະເຫລີມສະຫລອງສອງວັນ ປະຫວັດສາດ ແລະ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022, ການແລກປ່ຽນບົດຮຽນ ໃນການຄຸ້ມຄອງບໍລິຫານ ແລະ ການປົກປັກຮັກສາອາຄານຫໍສະພາແຫ່ງຊາດ, ການປະເມີນຜົນການ ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ບຸກ ຄະລາກອນ ທີ່ສະພາແຫ່ງຊາດຮັບຮອງເອົາການແຕ່ງຕັ້ງ, ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງ ປະຊາຊົນ, ການຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍ ໃນໂຄງການພັດທະນາເສດຖະກິດ-ສັງຄົມ, ການລົງທຶນພາຍໃນ ແລະ ຕ່າງປະເທດ; ການແລກປ່ຽນບົດຮຽນກ່ຽວກັບການຊີ້ນໍາ-ນໍາພາ ແລະ ຄຸ້ມຄອງຂອງອົງຄະນະພັກ ສະພາແຫ່ງຊາດ; ປຶກສາຫາລືກ່ຽວກັບການສ້າງແຜນການຊຸກຍູ້ ແລະ ລົງຕິດຕາມກວດກາຮ່ວມກັນ ໃນຫົວຂໍ້ໃດໜຶ່ງທີ່ສອງຝ່າຍມີຄວາມສົນໃຈ.

ພ້ອມນີ້, ສືບຕໍ່ປຶກ ສາຫາລືກ່ຽວກັບການຍ້ອງຍໍບຸກຄົນ ແລະ ກົມກອງ ຂອງຝ່າຍຫວຽດນາມ ທີ່ມີຜົນງານດີເດັ່ນໃນການ ປຸກສ້າງຫໍສະພາແຫ່ງຊາດລາວຫລັງໃໝ່.ພາຍຫລັງການພົບປະສອງຝ່າຍ, ສະຫາຍປະທານສະພາແຫ່ງຊາດ ຍັງໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນ ລະຫວ່າງ ສອງສະພາແຫ່ງຊາດ ກ່ຽວກັບ ການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ, ການນໍາໃຊ້ບັນດາຂໍ້ກໍານົດຂອງກົດໝາຍເຂົ້າໃນ ການຜັນຂະຫຍາຍບັນດາໂຄງການພັດທະນາເສດຖະກິດ-ສັງຄົມ, ໂຄງການລົງທຶນພາຍໃນ ແລະ ຕ່າງປະເທດ.ໃນຕອນບ່າຍຂອງວັນດຽວກັນ, ສະຫາຍປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະໄດ້ເຂົ້າ ຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວນ ຟຸກ ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຢ້ຽມຢາມພົບປະ ສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລືທິດທາງໃນການພົວພັນ ຮ່ວມມື ລະຫວ່າງ ສອງປະເທດລາວ-ຫວຽດນາມ ອ້າຍນ້ອງ ກໍຄືລາຍງານໃຫ້ຊາບກ່ຽວກັບຜົນຂອງ ການພົບປະສອງຝ່າຍ ລະຫວ່າງ ສອງປະທານຂອງອົງການນິຕິບັນຍັດ. ໃນຕອນຄໍ່າ, ສະຫາຍປະທານສະພາແຫ່ງຊາດລາວ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງສະຫາຍປະທານຄະນະມິດຕະພາບລັດຖະສະພາ ຫວຽດນາມ-ລາວ ຂອງສະພາແຫ່ງຊາດຫວຽດ ນາມ ແລະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ສະຫາຍ ເວືອງ ດິງ ເຫວະ ກໍາມະການກົມ ການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ແຫຼ່ງຂ່າວ: ປະເທດລາວ

ທໍາລາຍສວນກັນຊາ ທີ່ປະຊາຊົນລັກປູກ 2,3 ເຮັກຕາ

ເມືອງວຽງທອງ ທໍາລາຍສວນກັນຊາທີ່ປະຊາຊົນລັກລອບປູກ 2,3 ເຮັກຕາ

ຕາມແຫຼ່ງຂ່າວຈາກ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ວັນທີ 3 ທັນວາ ຜ່ານມາ, ໜ້າທີ່ ປກຊ-ປກສ ເມືອງວຽງທອງ, ພ້ອມດ້ວຍກຳລັງຊາວໝຸ່ມເມືອງ, ພາກສ່ວນກ່ຽວຂ້ອງຂອງເມືອງ ແລະ ປກສ ກຸ່ມນາຊວງ, ອໍານາດການປົກຄອງບ້ານ, ຊາວໝຸ່ມບ້ານອຸດົມໄຊ ໄດ້ລົງກວດກາ ແລະ ທຳລາຍສວນກັນຊາຂອງປະຊາຊົນ ທີ່ລັກລອບປູກຢູ່ເຂດບ້ານອຸດົມໄຊ. ທັງນີ້ ກໍເພື່ອເປັນການແກ້ໄຂບັນຫາການລັກລອບ ປູກກັນຊາ ຂອງປະຊາຊົນ ຢູ່ເມືອງວຽງທອງ ໃຫ້ຫລຸດໜ້ອຍຖອຍລົງ ຈົນກວ່າຈະບໍ່ມີການລັກລອບປູກອີກ.

ການລົງກວດກາຄັ້ງນີ້, ໄດ້ເຫັນສວນປູກກັນຊາ ຈໍານວນ 8 ສວນ ຢູ່ໃນ 3 ຈຸດ ເຂດບ້ານອຸດົມໄຊ ມີເນື້ອທີ່ 2,3 ເຮັກຕາ, ມີ 2.535 ຂຸມ, ປະເມີນນໍ້າໜັກປະມານ 8.593 ກິໂລກຣາມ ທີ່ຍັງບໍ່ທັນຮູ້ເຈົ້າຂອງສວນ, ປັດຈຸບັນ ເຈົ້າໜ້າທີ່ໄດ້ສືບຕໍ່ຕິດຕາມກວດກາຄືນຫາເຈົ້າຂອງເພື່ອນໍາມາດໍາເນີນຄະດີຕາມລະບຽບກົດໝາຍ. ສຳລັບ ສວນກັນຊາທີ່ພົບເຫັນ ເຈົ້າໜ້າທີ່ໄດ້ພ້ອມກັນທໍາລາຍດ້ວຍການຕັດ ແລະ ຈູດໄຟຖິ້ມ.

ແຫຼ່ງຂ່າວ: ປະເທດແລ້ວ

ແມ່ຕູ້ອາຍຸ 114 ປີ ເສຍຊີວິດລົງ ຈາກໂຄວິດ-19 ແຂວງໄຊຍະບູລີ

ຕາມການລາຍງານຜ່ານແຟນເພຈ ຂອງໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີ: ໃນວັນທີ 6.12.2021 ເວລາ9:20ນາທີ ໜວ່ຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 074 1625 ວ່າ:

ມີຄົນເສຍຊີວິດຈາກການຕິດເຊື່ອໂຄວິດ-19 ຢູ່ໂຮງໝໍ ແຂວງໄຊຍະບູລີ ເມື່ອໜ່ວຍກູ້ຊີບ-ກູ້ໄພສຸກເສີນໄປຮອດສະຖານທີ່ພົບເຫັນ ຜູ້ເສຍຊີວິດ 01 ຄົນ, ເປັນເພດຍິງ, ອາຍຸ 114 ປີ ຢູ່ ບ້ານໃຫ່ຍ ເມີອງໄຊຍະບູລີ ແຂວງໄຊຍະບູລີ.

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີ ຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປສົ່ງສະການ ທີ່ປ່າຊ້ານາໄຮ

ຂໍ້ມູນເພີ່ມເຕີມກ່ຽວກັບຜູ້ເສຍຊີວິດພາຍຫຼັງ

ເມົາແລ້ວທຳຮ້າຍຮ່າງກາຍຄົນອື່ນ

ກໍ່ເຫດທໍາຮ້າຍຮ່າງກາຍແລ້ວເອົາຕົວຫຼົບໜີໄປລີ້ຢູ່ໃນເຮືອນ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 8:30 ໂມງຂອງວັນທີ 1 ທັນວາ 2021 ປກສ ກຸ່ມ VI ໜອງໜ້ຽວ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນວຽງຈັນ ໄດ້ຮັບແຈ້ງຈາກບ້ານວຽງຄຳ ວ່າ: ມີເຫດການທຳຮ້າຍຮ່າງກາຍ ຢູ່ບ້ານວຽງຄຳ ເມືອງສີໂຄຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄຳຊ່ຽນ ມະນີວົງ ຫົວໜ້າ ປກສ ກຸ່ມ VI ໜອງໜ້ຽວ ໃຫ້ຮູ້ວ່າ: ພວກເຮົາໄດ້ລົງສະຖານທີ່ເກີດເຫດ ຫຼັງຈາກໄດ້ຮັບແຈ້ງຄວາມ ພົບເຫັນຜູ້ກໍ່ເຫດຊື່ ທ້າວ ຕ້ອຍ ອາຍຸ 25 ປີ ປະຊາຊົນ ບ້ານວຽງຄຳ ເມືອງສີໂຄດຕະບອງ ຜ່ານການສອບຖາມຜູ້ກ່ຽວໄດ້ຕີ ທ້າວ ຜາຍ ແທ້ ດ້ວຍການໃຊ້ເຫຼັກ ຍ້ອນຄວາມມືນເມົາ ເນື່ອງຈາກຕົນເອງທັ່ງລົດຈັກສຽງດັງສ້າງຄວາມເນື່ອງນັນ ເຊິ່ງຄູ່ກໍລະນີບໍ່ພໍໃຈແລ້ວມາຫ້າມຕົນໆ ຈື່ງໄດ້ລົງມືກໍ່ເຫດ ຫຼັງຈາກກໍ່ເຫດແລ້ວຖືກເຈົ້າໜ້າທີ່ເຂົ້າຄວບຄຸມ.

ຖ້າພົບເຫັນເຫດອາລະວາດຕີກັນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ທີ່ຢູ່ໃກ້ທີ່ສຸດ ຫຼື ຜ່ານທາງເບີວອດແອບ 02028899774 ຫຼື ເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

ເສົ້າໃຈ! ຜູ້ເສຍຊີວິດແມ່ນຜູ້ປ່ວຍຕິດຕຽງ ແລະ ຜູ້ທີ່ພິການແຕ່ກຳເນີດ

ຕາມການລາຍງານ ຂອງຄະນະສະເພາະກິດ ວັນທີ 6 ທັນວາ 2021 ໃຫ້ຮູ້ວ່າ ສປປ ລາວ ມີຜູ້ເສຍຊີວິດໃໝ່ +3 ເຊິ່ງມີຂໍ້ມູນດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 77 ປີ, ບ້ານໄຊອຸດົມ, ເມືອງອຸທຸມພອນ, ແຂວງສະຫັວນນະເຂດ

  • ພະຍາດປະຈໍາຕົວ: ອຳມະພາດ ເປັນມາໄດ້ 04 ປີແລ້ວ ກິນຢາປະຈໍາ ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ເວລາ 19:30 ໂມງຂອງວັນທີ 27 ພະຈິກ 2021: ໄດ້ໄປກວດຢູ່ໂຮງໝໍແຂວງສະຫັວນນະເຂດ ດ້ວຍອາການໄຂ້, ໄອແຫ້ງໆ, ຫາຍໃຈຝຶດແໜ້ນໜ້າເອິກ, ອີດເມື່ອຍມາໄດ້ 02ມື້, ຜົນກວດອອກມາພົບເຊື້ອໂຄວິດ-19.
  • ໄດ້ປີ່ນປົວແຕ່ວັນທີ 27 ພະຈິກ – 04 ທັນວາ 2021 ລວມເປັນເວລາ 08 ວັນ
  • ຮອດເວລາ 18:45 ນາທີ ຂອງວັນທີ 4 ທັນວາ 2021: ຄົນເຈັບໄດ້ເສຍຊີວິດ

2). ເພດຍິງ, ອາຍຸ 38 ປີ, ບ້ານ ດົງໜໍ່ ເມືອງຊະນະຄາມ ແຂວງວຽງຈັນ (ນັບເປັນຄົນເຈັບນະຄອນຫລວງວຽງຈັນ)

  • ພະຍາດຜ່ານມາ: ພູມຄຸ້ມກັນບົກພ່ອງ  ແລະ ຜູ້ກ່ຽວເປັນຄົນພິການແຕ່ກໍາເນີດ
  • ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ເຂົ້າມາໂຮງໝໍມິດຕະພາບ ວັນທີ່ 03 ທັນວາ 2021, ອາການເບື້ອງຕົ້ນ: ໄອ ຫາຍໃຈຝືດ ຫາຍໃຈມີສຽງດັງ ມີອາການແໜ້ນເອິກ ຮາກຫຼາຍເທື່ອ,ອາການຊີວິດບໍ່ດີ.
  • ເວລາ 12:00 ນາທີ ຂອງວັນທີ 05 ທັນວາ 2021 ຄົນເຈັບອິດເມືອຍຫຼາຍ ແລະ ເສຍຊີວິດ

3. ເພດຍິງ, ອາຍຸ 71 ປີ, ບ້ານໂນນສະຫວັນ, ເມືອງໄຊເສດຖາ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ(ບໍ່ໄດ້ຕິດຕາມ)
  • ບໍ່ໄດ້ຮັບການສັກຢາກັນພະຍາດໂຄວິດ-19
  • ກ່ອນໜ້ານີ້ ໄຂ້,ໄອ,ຫາຍໃຈຝືດມາໄດ້1ອາທິດ
  • ເວລາ 14:00 ໂມງ ຂອງວັນທີ 01 ທັນວາ 2021 ຄົນເຈັບເຂົ້າມາປີ່ນປົວຢູ່ໂຮງໝໍດ້ວຍອາການອິດເມື່ອຍ,ຈືດມ້ານ,ຖ່າຍເປັນເລືອດສີແດງສົດ ກວດພົບເຊື້ອພະຍາດໂຄວິດ-19  
  • ເວລາ 01:30 ນາທີ ຂອງວັນທີ 05 ທັນວາ 2021: ຄົນເຈັບມີອາການກະວົນກະວາຍ,ຫາຍໃຈຝືດ, ຫາຍໃຈຫອບ ແລະ ນອນພຽງບໍ່ໄດ້, ຄົນເຈັບ ໄດ້ເສຍຊີວິດ.

ສະສົມທັງໝົດ 210 ຄົນ

ຜູ້ຕິດເຊື້ອຫຼຸດລົງແນ່ແລ້ວ! ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ

ເສົ້າໃຈ! ເສຍຊີວິດລຽນຕິດ ລາຍງານ 5 ທັນວາ 2021

ຕາມການລາຍງານຂອງຄະນະສະເພສະກິດປະຈຳວັນທີ 5 ທັນວາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +6 ລວມ 207 ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້ :

ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 67 ປີ, ບ້ານສີສະຫວາດ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

  • ພະຍາດຜ່ານມາ: ຄວາມດັນເລືອດສູງ
  • ໄດ້ສັກຢາວັກຊີນຄົບ
  • ວັນທີ 01 ທັນວາ 2021: ເຂົ້າມາໂຮງໝໍມິດຕະພາບ ອາການເບື້ອງຕົ້ນ: ໄຂ້, ໄອ,ຫາຍໃຈຝືດ, ແໜ້ນເອິກ
  • ຮອດເວລາ 08:00 ໂມງ ຂອງວັນທີ 04 ທັນວາ 2021: ຄົນເຈັບເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ບ້ານສະພານທອງ, ເມືອງ ສີນາກ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
  • ຜູ້ກ່ຽວມີອາການໄຂ້, ເມື່ອຍ ແລະ ຫາຍໃຈຝືດ
  • ວັນທີ 26 ພະຈິກ 2021: ຄົນເຈັບໄດ້ໄປກວກຢູ່ໂຮງມໍມະໂຫສົດ ເກັບຕົວຢ່າງ ແລະ ຜົນກວດເປັນບວກ ແແລະ ໄດ້ສົ່ງເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ຮອດເວລາ 12:00 ໂມງຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຊາຍ, ອາຍຸ 87 ປີ, ບ້ານດົງປ່າແລບ, ເມືອງຈັນທະບູລີ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ເວລາ 18:00 ໂມງ ຂອງວັນທີ 04 ທັນວາ 2021: ໄດ້ມາກວດຢູ່ພະແນກສຸກເສີນຂອງໂຮງໝໍມິດຕະພາບ ຍ້ອນບໍ່ຮູ້ສະຕິ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ, ຈົນມາຮອດເວລາ 19:30 ນາທີ ຄົນເຈັບ ໄດ້ເສຍຊີວິດ (ເສຍຊີວິດກ່ອນມາຮອດໂຮງໝໍ)

ຜູ້ທີ 4). ເພດຊາຍ ອາຍຸ 88 ປີ, ບ້ານອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 25 ພະຈິກ 2021 ມາໂຮງໝໍ ດ້ວຍອາການ ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້
  • ຮອດເວລາ 00ໂມງ:30 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5). ເພດຊາຍ ອາຍຸ 52 ປີ, ບ້ານ ພູຄຳ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມຊຳເຮື້ອ ແລະ ຄວາມດັນເລືອດສູງ
  • ວັນທີ 02 ທັນວາ 2021 ມາໂຮງໝໍດ້ວຍອາການ ອິດເມື່ອຍ, ໄອ, ຫາຍໃຈຝືດ ແລະ ນອນພຽງບໍໄດ້ມາຮອດຮອດເວລາ 00:00 ໂມງ ຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6). ເພດຍິງ, ອາຍຸ 88 ປີ, ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ເບົາຫວານ
  • ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19
  • ວັນທີ 22 ພະຈິກ 2021: ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຍາກ ແລະ ແໜ້ນໜ້າເອີກ
  • ມາຮອດຮອດເວລາ 07:45 ນາທີ ຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 5 ທັນວາ 2021

ລາຍລະອຽດພາຍຫຼັງ