ແຈ້ງການເປີດນຳໃຊ້ເສັ້ນທາງ ລະຫວ່າງ ນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ນັບແຕ່ວັນທີ 11 ທັນວາ 2021 ເປັນຕັ້ນໄປ.

ແຈ້ງການເປີດນຳໃຊ້ເສັ້ນທາງ ລະຫວ່າງ ນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ນັບແຕ່ວັນທີ 11 ທັນວາ 2021 ເປັນຕັ້ນໄປ.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມພະຍາດ ແລະການແກ້ໄຂການລະບາດພະຍາດໂຄວິດ-19ໄດ້ອອກແຈ້ງການໃນວັນທີ 9 ທັນວາ 2021 ເລື່ອງການປະເມີນສະຖານການສຶກສາທີ່ຈະເປີດຮຽນຄືນ ຢູ່ເຂດທີ່ມີການລະບາດຂອງພະຍາດ ໂຄວິດ-19 ໂດຍຈະເລີ່ມທົດລອງຢູ່ນະຄອນຫຼວງວຽງຈັນກ່ອນທຳການປະເມີນ ແລະຂະຫຍາຍໄປແຂວງອື່ນ.
ເນື່ອງຈາກການແຜ່ລະບາດຂອງໄວຣັສຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງການປິດໂຮງຮຽນດົນອາດສົ່ງຜົນກະທົບຕໍ່ການສຶກສາ ລວມທັງຈຳກັດໂອກາດທາງການສຶກສາຂອງເດັກ, ອາລົມຈິດ ແລະ ການພັດທະນາການຂອງເດັກ. ສະນັ້ນ, ເພື່ອຮັບປະກັນໃນການເປີດຮຽນຄືນຂອງສະຖານສຶກສາໃຫ້ມີຄວາມປອດໄພ, ບໍ່ໃຫ້ມີການຕິດເຊື້ອ ແລະແຜ່ລະບາດຂອງພະຍາດ ຈິ່ງຈຳເປັນຕ້ອງປະຕິບັດຕາມ 10 ມາດຕະການ ແລະ40 ຂໍ້ແນະນຳໃນການເປີດຮຽນຄືນໃນສະຖານສຶກສາທີ່ປອດໄພ.
ເງື່ອນໄຂຂອງສະຖານສຶກສາທີ່ສາມາດເປີດໄດ້ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ 70% ຂຶ້ນໄປ. ສ່ວນສະຖານທີ່ປະຕິບັດໄດ້ຫຼຸດ 70% ແມ່ນຈະມີການພິຈາລະນາເງື່ອນໄຂປະກອບອື່ນໆຕື່ມ ໂດຍສະເພາະສະພາບການລະບາດໃນຊຸມຊົນບໍ່ຫຼາຍ ລວມທັງຄວາມສາມາດໃນການຮັບມືຂອງຂະແໜງສາທາລະນະສຸກ ເຊິ່ງຈະມີການທົດລອງຢູ່ນະຄອນຫຼວງວຽງຈັນກ່ອນໃນເບື້ອງຕົ້ນ ພາຍຫຼັງສະຫຼຸບຖອດຖອນບົດຮຽນ ຈິ່ງຂະຫຍາຍໄປແຂວງອື່ນ.
ເຂດທີ່ຈະເປີດໂຮງຮຽນໃໝ່ ຈະຕ້ອງມີຄວາມສາມາດທາງສາທາລະນະສຸກໃນການຮັບມື ກໍລະນີເກີດມີການແຜ່ລະບາດໃນຊຸມຊົນ ແລະບໍ່ໃຫ້ມີການຈຳແນກເງື່ອນໄຂລະຫວ່າງຜູ້ໄດ້ຮັບວັກຊີນໃນການປະເມີນສະຖານະການສຶກສາ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຄວນຈັດການຮຽນ-ການສອນໃນຮູບແບບທີ່ເໝາະສົມສຳລັບຄອບຄົວທີ່ບໍ່ເຫັນດີໃຫ້ລູກຫຼານຕົນໄປໂຮງຮຽນ ຫຼື ກໍລະນີເດັກນ້ອຍມີພະຍາດປະຈຳຕົວ.
ຂໍ້ແນະນຳສຳລັບການເປີດສະຖານການສຶກສາທີ່ປອດໄພໄລຍະຮັບມືກັບພະຍາດໂຄວິດ-19ສະບັບນີ້ ແມ່ນສາມາດນຳໃຊ້ກັບສະຖານການສຶກສາທຸກຊັ້ນ, ທຸກສາຍ ທັງພາກລັດ ແລະເອກະຊົນທີ່ມີການລະບາດຂອງພະຍາດໂຄວິດໃນຊຸມຊົນໃນຂອບເຂດທົ່ວປະເທດ.


ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 56 ປີ, ບ້ານຢູ່ປະຈຸບັນບ້ານກິ່ວກະຈຳ, ເມືອງ ຊຽງເງິນ ແຂວງ ຫຼວງພະບາງ
– ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
– ເຂົ້າໂຮງໝໍ ວັນທີ່ 06 ທັນວາ 2021, ຄົນເຈັບອິດເມື່ອຍ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ສະພາບຄົນເຈັບອິດເມື່ອຍອ່ອນເພຍຫຼາຍພາຍຫຼັງຟອກໄຂ່ຫຼັງ ແລະ ໄດ້ເຂົ້ານອນຕິດຕາມຢູ່ຫ້ອງມໍລະສຸມ
– ມາຮອດເວລາ 23:20 ນາທີຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
2). ເພດຍິງ, ອາຍຸ 35 ປີ ອາຊີບ: ປະຊາຊົນ, ບ້ານຢູ່: ສັງຄະໂລກ ເມືອງ ຫຼວງພະບາງ ແຂວງຫຼວງພະບາງ
– ພະຍາດປະຈຳໂຕ: ບໍ່ເຄີຍກວດສຸຂະພາບ
– ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ
– ຄົນເຈັບມີອາການອິດເມື່ອຍຮາກຫຼາຍກ່ວາ 3 ວັນ ຈົນຮອດເວລາ 11:20 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບງ່ວງຊຶມ ໄດ້ສົ່ງເຂົ້າມາໂຮງໝໍກວດພົບເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້ານອນໂຮງໝໍ ແລະ ສະພາບຄົນເຈັບບໍ່ໄດ້ສະຕິ ອາການ ບໍ່ດີ
– ມາຮອດເວລາ 5:15ໂມງ ຂອງວັນດຽວກັນ ຄົນເຈັບ ໄດ້ເສຍຊີວິດ
3). ເພດຊາຍ, ອາຍຸ 85 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
– ພະຍາດປະຈຳຕົວ: ເປັນອຳມະພາດ ນອນຕິດຕຽງ 4 ປີ + ເບົາຫວານ
– ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
– ວັນທີ 06 ທັນວາ 2021: ຄົນເຈັບເຂົ້າມານອນໂຮງໝໍຍ້ອນວ່າ ໄຂ້ ໄອ ຫັນໃຈຝືດ ເປັນຢູ່ບ້ານໄດ້ 3 ມື້ ແລະ ຜົນກວດພົບເຊື້ອ covid-19.
– ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 06-09 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 04 ວັນ
– ຮອດເວລາ 10:50 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
4). ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານ ນໍ້າຫໍ້ໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
– ພະຍາດປະຈຳຕົວ: ພະຍາດປອດ.
– ບໍ່ໄດ້ສັກຢາກັນພະຍາດໂຄວິດ-19.
– ວັນທີ 29 ພະຈິກ 2021: ຄົນເຈັບເຂົ້າມາກວດຢູ່ໂຮງໝໍຍ້ອນອາການອິດເມື່ອຍ, ໄຂ້, ໄອ, ຫັນໃຈຝືດ ແລະ ຜົນກວດພົບເຊື້ອ covid-19.
– ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 29 ພະຈິກ 2021 – 07 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມເປັນເວລາ 09 ວັນ
– ມາຮອດເວລາ 24:30 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
5). ເພດຊາຍ, ອາຍຸ 22 ປີ, ນັກໂທດຢູ່ຄຸມຂັງເມືອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
– ພະຍາດປະຈຳຕົວ: ແຂງແຮງດີ + ມີປະຫວັດເສບຢາເສບຕິດ
– ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
– ວັນທີ 08 ທັນວາ 2021: ຄົນເຈັບໄດ້ເຂົ້າມາໂຮງໝໍຍ້ອນອາການເມື່ອຍ, ໄອ, ຫັນໃຈຍາກ, ກະວົນກະວາຍ ແລະ ຜົນກວດພົບເຊື້ອ
– ໄລຍະເວລາເຂົ້າມານອນປິ່ນປົວຢູ່ໂຮງໝໍ ວັນທີ່ 08-09 ທັນວາ 2021 ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 02 ມື້
– ມາຮອດເວລາ 20:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
6). ເພດຊາຍ, ອາຍຸ 65 ປີ, ບ້ານຮອ່ງສຸພາບ, ເມືອງໄຊເສດຖາ, ນະຄອນຫລວງ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຂັ້ນສຸດທ້າຍ
– ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົບ
– ຄົນໃນຄອບຄົວຕິດເຊື້ອ
– ເວລາ 13:30 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຫອບ, ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
– ມາຮອດເວລາ 18:30 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ
7). ເພດຍິງ, ອາຍຸ 87 ປີ, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງ
– ພະຍາດປະຈຳຕົວ: ຄວາມດັນເລືອດສູງ
– ບໍ່ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19
– ຄົນໃນຄອບຄົວຕິດເຊື້ອ
– ວັນທີ 08 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
– ວັນທີ 09 ທັນວາ 2021: ຍ້າຍຄົນເຈັບມາປີ່ນປົວຢູ່ຕຶກໂຄວິດ-19: ຄົນເຈັບມີອາການບໍ່ຮູ້ສະຕິ, ຫາຍໃຈຫອບແລະມາຮອດເວລາ 19:50 ນາທີ ຂອງມື້ດຽວກັນ ຄົນເຈັບ ໄດ້ເສຍຊີວິດ
ກອງກວດກາປ່າໄມ້ ແຂວງຫລວງນໍ້າທາ ຍຶດ ແລະ ທໍາລາຍຊິ້ນສ່ວນສັດປ່າ 200 ກວ່າກິໂລ.
ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ກອງກວດກາປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ໄດ້ລົງກວດກາການລັກລອບ ການລ່າ,ຊື້-ຂາຍ ສັດນໍ້າ-ສັດປ່າຢູ່ສາມປະເພດປ່າ, ຕະຫລາດແຂວງ, ຕະຫລາດເມືອງ, ຫ້າງຮ້ານ, ຕາມເສັ້ນທາງ ແລະ ຈຸດຫລໍ່ແຫລມຕ່າງໆ ຍຶດສັດປ່າ ແລະ ຊີ້ນສ່ວນສັດປ່າປະເພດສັດຄຸ້ມຄອງໄດ້ທັງໝົດ 206,3 ກິໂລ.

ຂະນະດຽວກັນ ກໍໄດ້ລົງເຄື່ອນໄຫວກວດກາ, ຕິດຕາມການລັກລອບຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງຢູ່ຂອບເຂດ 3 ປະເພດປ່າ,ຕາມເສັ້ນທາງ ແລະ ຈຸດຫລໍ່ແຫລມຕ່າງໆ ແລະ ພົບເຫັນການກະທໍາຜິດ 5 ກໍລະນີ ລວມມີໄມ້ແປຮູບເນື້ອອ່ອນ ຈໍານວນ 9.807 ແມັດກ້ອນ, ລົງກວດກາການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ການຈັບຈ່ອງທີ່ດິນປ່າໄມ້ໃນເຂດປ່າສະຫງວນ ເພື່ອທໍາການຜະລິດ ໃນເນື້ອທີ່ 2.129 ເຮັກຕາ.ໃນຕອນແລງວັນທີ 7 ທັນວາ ຜ່ານມາ, ຢູ່ທີ່ສະໜາມຂີ້ເຫຍື້ອ ເທສະບານແຂວງໄດ້ຈັດມີພິທີຝັງທໍາລາຍສັດປ່າ ແລະ ຊິ້ນສ່ວນສັດປ່າທີ່ຍຶດໄດ້ຈາກ ພໍ່ຄ້າ, ແມ່ຄ້າ ແລະ ປະຊາຊົນທີ່ລັກລອບລ່າ, ການຊື້-ຂາຍ ສັດປ່າທີ່ຜິດຕໍ່ລະບຽບກົດໝາຍປະກອບມີ:
ໝູປ່າ, ຟານ, ບ່າງລົ້ວ, ຮອກປີກ, ຮອກໝົ່ນ, ງູເຫົ່າ, ໄກ່ຂວາຫລວງ, ເຫງັນອົ້ມ, ໄກ່ປ່າ ແລະ ນົກນ້ອຍຈໍານວນໜຶ່ງ ລວມທັງໝົດ 200 ກວ່າກິໂລ ລວມມູນຄ່າ 12 ລ້ານ ກວ່າກີບ. ໂດຍມີຜູ້ຕາງໜ້າຈາກພະແນກການ, ຫ້ອງການຂັ້ນແຂວງ, ຂັ້ນເມືອງ,ຜູ້ປະສານງານເຄືອຂ່າຍຄະນະການບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ຂ່າວ: ກິ່ນນາລົມ
ເຄື່ອງນຸ່ງປະຈຳຊາດລາວ ຈົດລິຂະສິດໄວ້ ເພື່ອອະນາຄົດສະເໜີອົງການອຸຍແນັສໂກ ເປັນຊຸດມໍລະດົກໂລກ.

ຊຸດເຄື່ອງນຸ່ງປະຈຳຊາດ ແມ່ນເຄື່ອງນຸ່ງຫົ່ມ, ເຄື່ອງປະດັບເອ້ ທີ່ເປັນເອກະລັກ ແລະ ມູນເຊື້ອວັດທະນະທຳ ທີ່ນຳໃຊ້ແຕ່ງກາຍຂອງທ່ານຍິງ ແລະ ທ່ານຊາຍ ເພື່ອເຂົ້າຮ່ວມພິທີທາງການ, ພິທີການ ແລະ ພິທີກໍາຕາມຄວາມເໝາະສົມ.ໃນວັນທີ 1 ທັນວາ 2021ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີໄດ້ອອກດຳລັດວ່າດ້ວຍຊຸດເຄື່ອງນຸ່ງປະຈຳຊາດເລກທີ 638/ນຍ ເພື່ອໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຢູ່ພາຍໃນ ແລະ ຕ່າງປະເທດທີ່ພົວພັນກັບຊຸດເຄື່ອງນຸ່ງປະຈຳຊາດເຂົ້າໃຈ ຊຶ່ງອົງປະກອບຂອງຊຸດເຄື່ອງນຸ່ງປະຈຳຊາດທ່ານຍິງ ປະກອບດ້ວຍ: ເສື້ອ, ສິ້ນ, ແພບ່ຽງ, ເກີບ. ຊຸດເຄື່ອງນຸ່ງປະຈຳຊາດທ່ານຊາຍ ລວມມີ ເສື້ອ, ໂສ້ງ ແລະ ເກີບ. ຊຶ່ງແຕ່ລະອົງປະກອບ ກໍມີມາດຕະຖານກຳນົດໄວ້ຄື:ເສື້ອທ່ານຍິງ:

ເປັນແພເສື້ອ: ແພໄໝ, ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ; ສີເສື້ອ: ບໍ່ຈໍາກັດສີ;ຄໍເສື້ອ: ຂະໜາດ ສີ່ ຫາ ເຈັດ ຊັງຕີແມັດ, ຄໍາປ້າຍໃສ່ແຂບ ປ້າຍຂວາ ຫາ ຊ້າຍ, ຕໍ່າ ຫລື ປັກແສ່ວ ດ້ວຍຝ້າຍ ຫລື ໄໝ ແລະ ຕິດກະດຸມ ທີ່ມີສີກົມກືນກັບສີແພເສື້ອ ສອງ ຫາ ສາມເມັດ ຢູ່ປາຍແຂບເສື້ອ; ແຂນເສື້ອ: ແຂນຍາວຊົງກະບອກ ຍາວກາຍແຂນສອກ ເຖິງ ຂໍ້ແຂນ. ສິ້ນ: ເປັນຜືນສິ້ນທີ່ມີຫົວສິ້ນ ແລະ ຕີນສິ້ນ; ສິ້ນຝ້າຍ ແລະ ສິ້ນໄໝ ລາຍຈົກ, ລາຍຂິດ, ລາຍຂັ້ນ ແລະ ລາຍອື່ນ ຕາມຄວາມເໝາະສົມ; ຕີນສິ້ນ ຕ້ອງມີຂະໜາດ ສິບແປດ ຫາ ຊາວຫ້າ ຊັງຕີແມັດ ສີກົມກືນກັບຜືນ; ສ່ວນ ແພບ່ຽງ: ແມ່ນຕໍ່າເປັນຊຸດກົມກືນກັບຜືນສິ້ນ, ຂະໜາດລວງຍາວ ສອງຮ້ອຍຊາວ ຫາ ສອງຮ້ອຍຊາວຫ້າ ຊັງຕີແມັດ, ລວງກວ້າງ ສາມສິບຫົກ ຫາ ສີ່ສິບຊັງຕີແມັດ; ເກີບ: ເປັນເກີບສຸບ ປິດສົ້ນ ປີດປາຍ ມີສົ້ນ, ສີດໍາ, ສີນ້ໍາຕານ ຫລື ສີອື່ນ ທີ່ກົມກືນກັບເຄື່ອງນຸ່ງ.ສຳລັບ ມາດຕະຖານ ຊຸດເຄື່ອງນຸ່ງປະຈໍາຊາດທ່ານຊາຍ ເສື້ອ: ເປັນແພໄໝ ຫລື ແພຝ້າຍ ທີ່ເປັນຜະລິດຕະພັນຂອງລາວ; ສີເສື້ອ: ບໍ່ຈໍາກັດສີ; ຄໍເສື້ອ: ທໍ່ຕັ້ງປິດ; ຖົງເສື້ອເປັນຖົງເຈາະ ຢູ່ເບື້ອງເທິງດ້ານຊ້າຍໜຶ່ງ ຖົງບໍ່ມີຝາປີດ, ຖົງເສື້ອລຸ່ມ ສອງ ຖົງ ມີຝາປິດ; ແຂນເສື້ອ: ແຂນຍາວຊົງກະບອກ ຕິດກະດຸມ ສາມເມັດ ຢູ່ປາຍແຂນເສື້ອ; ດ້ານຫລັງເສື້ອແຈກ ສອງເບື້ອງ; ກະດຸມເສື້ອມີ ຫ້າ ຫາ ເຈັດເມັດ. ໂສ້ງ: ເປັນແພສີດໍາ, ສີມືດ ທີ່ເປັນຜະລິດຕະພັນລາວ ຫລື ແພອື່ນ; ໂສ້ງ: ຂາຍາວຊົງກະບອກ; ເກີບ: ເປັນສີດໍາ ຫລື ສີມືດ ແລະ ຖົງຕີນສີດໍາ ຫລື ສີມືດ.

ຫຼ້າາສຸດວັນທີ 9 ທັນວາ 2021, ກົມວັດທະນະທຳມະຫາຊົນ ກະຊວງຖະແຫລງຂ່່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ບັນທຶກພາບ ແລະ ວິດີໂອ ອະທິບາຍການນຸ່ງຖືໃຫ້ຖືກຕ້ອງ, ແຕ່ງກາຍໃຫ້ແທດເໝາະກັບກາລະເທສະ ກໍຄື ຖືກກັບວັດທະນະທຳລາວ, ສອດຄ່ອງກັບດຳລັດຂອງນາຍົກລັດຖະມົນຕີ, ຊຶ່ງການຖ່າຍທຳຄັ້ງນີ້ ນຳພາໂດຍ: ອາຈານ ໂສພາ ອິນທະວົງສາ ຜູ້ຊຳນານເລື່ອງວັດທະນະທຳການນຸ່ງຖື, ກິລິຍາມາລະຍາດ ທັງເປັນອາຈານຜູ້ສິດສອນບັນດາສາວງາມໃນເວທີປະກວດຫລາຍຮຸ້ນຄົນ.
ໂດຍ: ມືອ່ອນ ໄອທີ
ແຂວງອັດຕະປື ຈະກໍ່ສ້າງໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຢູ່ເມືອງ ສະໜາມໄຊ
ໃນວັນທີ 7 ທັນວາ 2021, ພະແນກສາທາລະນະສຸກແຂວງອັດຕະປື ນໍາໂດຍທ່ານ ວຽງໄຊ ໄຊສົມບັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ທ່ານນາງ ພູດອນ ຈຸມມະລີ ຮອງເຈົ້າເມືອງ ສະໜາມໄຊ, ພ້ອມດ້ວຍຫົວໜ້າໂຄງການພາກສະໜາມຂອງ ອົງການຮ່ວມມືສາກົນ ສ ເກົາຫຼີ ປະຈໍາລາວ ຫຼື KOICA ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງສະໜາມໄຊ, ໄດ້ລົງສໍາຫຼວດກໍານົດຈຸດ ປັກຜັງ ເພື່ອຈະກໍ່ສ້າງໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຂອງເມືອງ ສະໜາມໄຊ, ສໍາລັບໂຄງການກໍ່ສ້າງ ໂຮງໝໍຊຸມຊົນ ເມືອງສະໜາມໄຊ ຈະກໍ່ສ້າງຢູ່ບ້ານ ດົງບາກໃໝ່ຫີນຄໍາ,ໂດຍແມ່ນບໍລິສັດໂພສີກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບຜິດຊອບໃນການກໍ່ສ້າງ ໃນມູນຄ່າ 13,8 ຕື້ກວ່າກີບ ໄລຍະເວລາການກໍ່ສ້າງແມ່ນເລີ່ມແຕ່ວັນທີ 26 ພະຈິກ 2021 ຫາ 25 ພະຈິກ 2023 (ລວມ 2 ປີ), ສ່ວນ ໂຄງການກໍ່ສ້າງໂຮງໝໍນ້ອຍ ແມ່ນຈະສ້າງທີ່ບ້ານ ສະໝອງໃໝ່ປີ່ນດົງ,ຮັບຜິດຊອບການກໍ່ສ້າງ ໂດຍບໍລິສັດສະຫວັນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈຳກັດຜູ້ດຽວ,ໃນມູນຄ່າ 1,6 ຕື້ກວ່າກີບ ໄລຍະເວລາການກໍ່ສ້າງແມ່ນເລີ່ມແຕ່ວັນທີ 26 ພະຈິກ 2021 ຫາ 25 ພະຈິກ 2022 (ລວມ1ປີ), ທັງ 2 ໂຄງການດັ່ງກ່າວ ແມ່ນພະແນກສາທາລະນະສຸກເປັນເຈົ້າຂອງໂຄງການ ແລະ ສະໜັບສະໜູນທືນກໍ່ສ້າງໂດຍອົງການຮ່ວມມືສາກົນ ສ ເກົາຫຼີ ຫຼື KOICA .
ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ທີ່ສ້າງຂື້ນຄັ້ງນີ້ແມ່ນຕັ້ງຢູ່ເຂດບ້ານຈັດສັນໃໝ່ ທີ່ຜ່ານມາເຄີຍໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍແຕກເມື່ອທ້າຍປີ 2018 ຜ່ານມາ,ເຊິ່ງພາຍຫຼັງສໍາເລັດການກໍ່ສ້າງແລ້ວ ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍແຫ່ງນີ້ ຈະກາຍເປັນສະຖານທີ່ອໍານວຍຄວາມສະດວກຂອງການບໍລິການດ້ານສຸກຂະພາບໃຫ້ພໍ່ແມ່ປະຊາຊົນຢູ່ເຂດດັ່ງກ່າວໃຫ້ມີຄວາມສະດວກຂື້ນ.
ແຫຼ່ງຂໍ້ມູນ: ຂ່າວອອນລາຍ ອັດຕະປື (ຂ່າວ-ພາບ: ບຸບຜາ)
ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 9 ທັນວາ 2021 ເຊິ່ງລາຍງານໂດຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນກ່າວໃນບົດຖະແຫຼງຂ່າວບາງຕອນວ່າ:

ການຕິດເຊື້ອພາຍໃນປະເທດຂອງພວກເຮົາແມ່ນຍັງບໍ່ທັນຫຼຸດລົງ ແລະ ນະຄອນຫຼວງວຽງຈັນ ຍັງແມ່ນເຂດທີ່ມີການລາຍງານການຕິດເຊື້ອໃໝ່ປະຈໍາວັນທີ່ສູງ, ຮອດປັດຈຸບັນການຕິດເຊື້ອແມ່ນມີຢູ່ທຸກແຂວງໃນທົ່ວປະເທດ ແລະ ເກີດຂື້ນໃນສະຖານທີ່ທີ່ມີຄົນອາໃສໜາແໜ້ນ ເຊິ່ງທັງໝົດ ກໍ່ລ້ວນແລ້ວແຕ່ ຕິດພັນກັບການເຄື່ອນໄຫວ ແລະ ວິຖີການດໍາລົງຊີວິດໃນແຕ່ລະວັນຂອງໝົດທຸກຄົນທີ່ມີການໄປມາຫາສູ່ ແລະ ການຢູ່ນຳກັນຫຼາຍຄົນໃນຄອບຄົວດຽວກັນລວມທັງການຕິດເຊື້ອໃນສະຖານທີ່ເຮັດວຽກ, ສະຖານທີ່ມີຄົນແອອັດເຊັ່ນ:
ໂຮງຈັກໂຮງງານ, ຄ້າຍຄຸມຂັງ, ສະຖາບັນການສືກສາ ແລະ ອື່ນໆ ສະນັ້ນຂໍໃຫ້ບັນດາທ່ານຈົ່ງມີສະຕິນຳກັນເອົາໃຈໃສ່ປ້ອງກັນຕົນເອງ ແລະ ຄົນໃນຄອບຄົວ.
ຕາມການລາຍງານ ຈາກຄະນະສະເພາະກິດປະຈຳວັນທີ 9 ທັນວາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ລວມ 5 ກໍລະນີ ເຊິ່ງມີການເສຍຊີວິດສະສົມທັງໝົດ 224 ຄົນ ເຊິ່ງລາຍລະອຽດຜູ້ຕິດເຊື້ອໃໝ່ມີດັ່ງນີ້:
ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:
1). ເພດຊາຍ, ອາຍຸ 55 ປີ, ບ້ານ ຫ້ວຍຊາຍໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
2). ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)
3). ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍຶນ, ເມືອງຈັນທະບູລີ, ນະຄອນຫລວງ
4). ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງ
5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.

.
ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ ໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງ, ປະເທດຈີນແລ້ວ ໃນເວລາ 11 ໂມງ 6 ນາທີ ຂອງວັນທີ 8 ທັນວານີ້, ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວ 79561 ທີ່ບັນທຸກສິນຄ້າສົ່ງອອກ ໃນຕູ້ຄອນເທນເນີຈຳນວນ 76 ຕູ້ນັ້ນ ໄດ້ແລ່ນອອກຈາກສະຖານີລົດໄຟຢາວຮວ້າເມີນ ນະຄອນນານກິ່ງ ແຂວງຈ່ຽງຊູ່ປະເທດຈີນ ແລະ ຈະເດີນຕາມເສັ້ນທາງລົດໄຟລາວ-ຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນຂອງປະເທດລາວ.
ນີ້ເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວ (ນະຄອນນານກິ່ງ – ນະຄອນຫຼວງວຽງຈັນ) ຖ້ຽວທໍາອິດ ແລະກໍເປັນຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວຖ້ຽວທຳອິດ ທີ່ແລ່ນອອກຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນເຊັ່ນກັນ.
ຕາມຂ່າວແຈ້ງວ່າ: ຂະບວນລົດໄຟດັ່ງກ່າວ ໄດ້ບັນທຸກສິນຄ້າຕ່າງໆທີ່ຜະລິດໂດຍແຂວງຈ່ຽງຊູ່ປະເທດຈີນ ເຊັ່ນ: ອຸປະກອນການສຶກສາທາງໄກ, ວັດສະດຸກໍ່ສ້າງ, ສາຍກາບໄຟຟ້າ, ເຄື່ອງໃຊ້ໄຟຟ້າ, ອາໄລ່ລົດ ແລະອື່ນໆ ເຊິ່ງມີມູນຄ່າເກືອບ 3.000.000 ໂດລາສະຫະລັດ.
ຂະບວນລົດໄຟດັ່ງກ່າວຈະແລ່ນອອກຈາກປະເທດຈີນຜ່ານດ່ານບໍຫານທີ່ແຂວງຢຸນນານຂອງຈີນ ແລະມຸ່ງໜ້າໄປສູ່ນະຄອນຫຼວງວຽງຈັນປະເທດລາວ ເຊິ່ງມີໄລຍະທາງທັງໝົດ 3.500 ກວ່າກິໂລແມັດ.
ແຫຼ່ງຂ່າວ: CRI
ຄະນະສະເພາະກິດ ຮັບຮອງເອົາແຜນການເປີດເຂດທ່ອງທ່ຽວສີຂຽວ ປອດໄພຈາກພະຍາດ ໂຄວິດ-19
ໃນວັນທີ 29 ພະຈິກ 2021 ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຕົກລົງຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ພາຍໃນເດືອນມັງກອນ 2022. ໂດຍມີຈຸດປະສົງ ເພື່ອເປັນທິດທາງໃຫ້ແກ່ບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ໃນການກະກຽມ ແລະ ປະສານສົມທົບເຮັດວຽກຮ່ວມກັນ ເພື່ອເປີດເຂດທ່ອງທ່ຽວສີຂຽວ ແນໃສ່ການທ່ອງທ່ຽວທີ່ປອດໄພ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແລະ ປະກອບສ່ວນໃນການຟື້ນຟູເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ເພື່ອສ້າງລາຍຮັບຈາກການທ່ອງທ່ຽວ ໃຫ້ແກ່ປະຊາຊົນ, ຜູ້ປະກອບການ ກໍຄື ລາຍຮັບຂອງປະເທດ.
ສຳລັບເງື່ອນໄຂຂອງການເປີດເຂດທ່ອງທ່ຽວສີຂຽວ ຄື:
ສ່ວນເງື່ອນໄຂກ່ອນອະນຸຍາດນັກທ່ອງທ່ຽວເຂົ້າມາ ສປປ ລາວ ເຊິ່ງນັກທ່ອງທ່ຽວ ຕ້ອງໄດ້ປະຕິບັດຕາມເງື່ອນໄຂດັ່ງນີ້:
ຂໍ້ມູນ: ຂປລ