Home Blog Page 131

ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

ຫຼວງນໍ້າທາ ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

ແຫຼ່ງຂ່າວຈາກ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ປັດຈຸບັນ ຈໍານວນລົດຂົນສົ່ງສິນຄ້າ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ພາຍຫລັງທີ່ລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມີມາດຕະການຜ່ອນຜັນ ໂດຍອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ນໍາສິນຄ້າຈາກ ສປປ ລາວ ອອກໄປ ສປ ຈີນໄດ້, ຈຶ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫລວງຫລາຍ ຢູ່ເຂດດ່ານສາກົນບໍ່ເຕ່ນ ເພື່ອລໍາລຽງສີນຄ້າອອກໄປ ສປ ຈີນ, ເຮັດໃຫ້ການສັນຈອນໄປມາຕິດຂັດ ພົບຄວາມຫຍຸ້ງຍາກ, ເຊິ່ງປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງເລັ່ງແກ້ໄຂ ບັນຫາດັ່ງກ່າວ.

ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫລວດຈາລະຈອນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕ່ນ, ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາໄດ້ເລີ່ມມີລົດຂົນສົ່ງສິນຄ້າ ຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕ່ນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ນັບແຕ່ວັນທີ 13 ທັນວາ ເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະ ເທດເຂົ້າມາຫລາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າ ຈໍານວນຫລາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ ເຊິ່ງສາເຫດລົດຕິດຍ້ອນ ເສັ້ນທາງຄັບແຄບ, ມີການກໍ່ສ້າງ, ການປ່ອຍລົດເຂົ້າໄປ ສປ ຈີນ ມີຈໍານວນໜ້ອຍໃນແຕ່ລະວັນ.

ຕໍ່ສະພາບດັ່ງກ່າວທາງພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວ ນັບແຕ່ວັນທີ 1 ທັນວາ ເປັນຕົ້ນມາ, ພ້ອມທັງຈັດວາງກໍາລັງອອກເປັນ 3 ຊຸດ, ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ.

ພ້ອມກັນນັ້ນ, ຫ້ອງວ່າການແຂວງຫລວງນໍ້າທາ ກໍໄດ້ອອກແຈ້ງການ ເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂ ສະພາບລົດຕິດຢູ່ດ່ານສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເນື່ອງຈາກວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສປປ ລາວ ເຮັດໃຫ້ ສປ ຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ, ເຊິ່ງປັດຈຸບັນ ມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕ່ນປະມານ 350 ຄັນຕໍ່ມື້, ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້, ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົນບໍ່ເຕ່ນ ແລະ ຕາມເສັ້ນທາງເປັນຈໍານວນຫລວງຫລາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕ່ນ ມີຄວາມແອອັດ, ບໍ່ສາມາດສັນຈອນໄປມາໄດ້, ສະນັ້ນເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫລວງນໍ້າທາ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າ ຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ.

ສໍາລັບສິນຄ້າທົ່ວໄປ ແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ, ສ່ວນສິນຄ້າປະເພດກະສິກໍາ ແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021.

ທັງນີ້ ກໍ ເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດ ແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ, ຜູ້ປະ ກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

ຂໍ້ມູນຈາກ: ຂປລ

ມອບ-ຮັບ ອະນຸສາວະລີ ອົງແກ້ວ ແຂວງເຊກອງ

ເຊກອງ ສຳເລັດໂຄງການກໍ່ສ້າງອະນຸສາວະລີ ອົງແກ້ວ

ພິທີມອບ-ຮັບ ໂຄງການກໍ່ສ້າງ ສວນວະລີ ອະນຸສາວະລີ ອົງແກ້ວ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ (ເຈົ້າຂອງໂຄງການ) ກັບ ບໍລິສັດ ຈະເລີນເຊກອງກຣຸບ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໄດ້ຈັດຂຶ້ນໃນວັນທີ 17 ທັນວາຜ່ານມາ , ພາຍຫລັງສຳເລັດການກໍ່ສ້າງ ໃນມູນຄ່າ 23 ຕື້ກວ່າກີບ. ໂດຍມີທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ໂພໄຊ ພິມມະສອນ ຮອງຫົວໜ້າຫ້ອງວ່າການແຂວງ, ຄະນະຮັບຜິດຊອບຊີ້ນໍາໂຄງການ ແລະ ວິຊາການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ສີນວນ ໄຫລມຸນຕີ ຮອງຫົວໜ້າຂະແໜງບໍລິ ຫານ ພະແນກ ຖວທ ແຂວງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງສວນອະນຸສາວະລີອົງແກ້ວ ຕັ້ງຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມແຂວງເຊກອງ, ມີເນື້ອທີ່ການກໍ່ສ້າງ 4,11 ເຮັກຕາ, ປະກອບມີ 4 ວຽກໃຫຍ່ຄື: ວຽກບຸກເບີກເນື້ອທີ່ດິນ; ວຽກກໍ່ສ້າງອະນຸສາວະລີ; ວຽກກໍ່ສ້າງຖານຕັ້ງຮູບ ປັ້ນຫລໍ່ ແລະ ວຽກປັ້ນຫລໍ່ຮູບທ່ານອົງແກ້ວ. ໂຄງການນີ້ ໄດ້ລົງມືກໍ່ສ້າງໃນວັນທີ 5 ມີນາ 2015 ສຳເລັດໃນປີ 2019.

ທ່ານ ສີນວນ ໄຫລມຸນຕີ ໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງອະນຸສາວະລີອົງແກ້ວ ແຂວງເຊກອງ ແມ່ນໂຄງການໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ.

ດັ່ງນັ້ນ ສູນກາງພັກ ແລະລັດຖະ ບານຈຶ່ງໄດ້ຕົກລົງອະນຸມັດໃຫ້ມີການກໍ່ສ້າງ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ກໍຄືນັກທ່ອງທ່ຽວເວົ້າລວມ ໂດຍສະເພາະປະຊາຊົນແຂວງເຊກອງ ໄດ້ເຂົ້າມາທ່ຽວຊົມຮຽນຮູ້ເຖິງປະຫວັດສາດ, ການກໍາເນີດການເຄື່ອນໄຫວ ແລະ ການນໍາພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງທ່ານອົງແກ້ວ ໃນເມື່ອກ່ອນ.

ແຫຼ່ງຂໍ້ມູນ: ປະເທດລາວ

ເຫດໄຟໄໝ້ ເຂດບ້ານວຽງຈະເລີນ ເມືອງໄຊເສດຖາ

ໄຟໄໝ້ເຮືອນປະຊາຊົນ ເຂດບ້ານວຽງຈະເລີນ ເສຍຫາຍ 2 ຫຼັງ

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ໃນວັນທີ 18 ທັນວາ 2021 ມີເຫດການໄຟໄຫມ້ເຮືອນ ເສຍຫາຍ 2 ຫລັງ ໃນນີ້, ໄຟກ້ຽງ 1 ຫລັງ ແລະ ອີກຫນຶ່ງຫລັງ ໄຫມ້ 2 ເສຍຫາຍ 2 ຫ້ອງ.

ເຈົ້າຫນ້າກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງ ປກສ ໃຫ້ຮູ້ວ່າ: ໃນເວລາ 12:00 ໂມງ ຂອງວັນເກີດເຫດ ໄດ້ມີເຫດໄຟໄຫມ້ເຮືອນຂອງ ນາງ ຂັນທະລີ ອາຍຸ 60 ປີ, ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ; ເປັນເຮືອນ 2 ຊັ້ນ ເຄິ່ງກໍ່-ເຄິ່ງໄມ້, ຈາກນັ້ນ ໄດ້ໄຫມ້ລາມໄປໃສ່ເຮືອນໃກ້ຄຽງ (ໄຫມ້ 2 ຫ້ອງ).

ຜ່ານການກວດກາ, ຈຸດເກີດເຫດແມ່ນໄຟເກີດຢູ່ເທິງເພດານ ຊັ້ນ 2 ຂອງເຮືອນ ນາງ ຂັນທະລີ ເສຍຫາຍຫມົດຫລັງ, ຈາກນັ້ນ ໄຟໄດ້ລາມໄປໃສ່ເຮືອນໃກ້ຄຽງ ເສຍຫາຍ 2 ຫ້ອງ; ເຊິ່ງລວມ ມູນຄ່າເສຍຫາຍເບື້ອງຕົ້ນປະມານ 350.000.000 ກີບ.

ສຳລັບສາເຫດຢູ່ໃນຂັ້ນຕອນສືບສວນ-ສອບສວນ.

ປກສ ເມືອງຫົວເມືອງ ແຂວງຫົວພັນ ທຳລາຍອາວຸດລ່າເນື້ອ

ປກສ ເມືອງຫົວເມືອງ ແຂວງຫົວພັນ ທຳລາຍອາວຸດ

ຕາມການລາຍງານ ຂອງເມືອງລາວທັນເກດການໃຫ້ຮູ້ວ່າ: ວັນທີ 15 ທັນວາ 2021 ຜ່ານມາ ປກສ ເມືອງຫົວເມືອງ ແຂວງຫົວພັນໄດ້ເປີດພິທີທຳລາຍອາວຸດລ່າເນື້ອ ແລະ ເຄືອງຕ້ອງຫ້າມຕ່າງໆ ອາວຸດທີ່ມາທຳລາຍມີ: ອາວຸດລ່າເນື້ອ ( ປືນແກັບ ) 378 ກະບອກ, ປືນບວດ 3 ກະບອກ, ຈັກສະສະຕິນ 24 ເຄື່ອງ, ກັບເຫັຼກໃຫ່ຍ 10 ເຄື່ອງ.

ໝໍ້ສອດປາ 3 ເຄື່ອງ, ຢາຂ້າຫຍ້າ 2 ຕຸກ,ບັ້ງໄຟດອກ 36 ລູກ, ໜາກກະໂພກ 36 ລູກແລະ ລູກງ່າຍ 1 ຖົງ.

ເລີ່ມຫຼຸດລົງແດ່ແລ້ວ! ຈຳນວນຜູ້ຕິດເຊື້ອໃໝ່

ສູນຂໍ້ມູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ

ວັກຊີນ Astrazenica 100,000 ໂດສ ມາຮອດລາວແລ້ວ!

ວັກຊິນປ້ອງກັນພະຍາດ COVID-19 Astrazenica ຈຳນວນ 100,000 ໂດສ ມາຮອດ ສປປ ລາວ ແລ້ວ!

ໃນວັນນີ້ 19 ທັນວາ 2021, ວັກຊິນປ້ອນກັນພະຍາດ COVID-19 Astrazenica ຈຳນວນ 100,000 ໂດສ ເຊິ່ງເປັນການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ (Australia), ວັກຊິນດັ່ງກ່າວແມ່ນນອນຢູ່ໃນຈຳນວນ 1,000,000 ໂດສ ທີ່ລັດຖະບານແຫ່ງປະເທດ ອົດສະຕຣາລີ ໄດ້ຕົກລົງຈະຊ່ວຍ ສປປລາວ.”

ຂໍຂອບໃຈຫຼາຍໆ

ຂໍ້ມູນຈາກ: Sourioudong Sundara

ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 19 ທັນວາ 2021

ສະພາບການການຕິດເຊື້ອພະຍາດໂຄວິດ19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່າມີການຕົວເລກການຕີດເຊື້ອໃນ ຊຸມຊົນເພີ້ມຂຶ້ນຫຼາຍຢ່າງຕໍ່ເນື່ອງ, ໃນມື້ວານ ວັນທີ 18 ທັນວາ 2011, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງຫມົດ 6,838 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງຫມົດ 1,067 ຄົນ (ຕິດເຊື້ອພາຍໃນ ມີ 1,066 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ 19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 98,572 ຄົນ, ເສຍຊີວິດສະສົມ 273 ຄົນ (ໃນນີ້ເສຍຊີວິດ ໃຫມ່ 05 ຄົນ), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 687 ຄົນ, ກໍາລັງປິ່ນປົວ 12,714 ຄົນ(ແມ່ນ 12.89 % ແລະ ທີ່ຜູ້ປິ່ນປົວຫາຍດີແລ້ວ ແມ່ນມີເຖິງ 86.82% ຂອງຈໍານວນຜູ້ຕິດເຊື້ອສະສົມທັງຫມົດ.)

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ 05 ຄົນ:

1. ເພດຍິງ ອາຍຸ 65 ປີ, ອາຊີບ ປະຊາຊົນ, ບ້ານນາໄກ່, ເມືອງ ວຽງໄຊ, ແຂວງ ຫົວພັນປະຫວັດພະຍາດປະຈໍາຕົວ: ຄວາມດັນເລືອດສູງ

2. ເພດຊາຍ, ອາຍຸ 50 ປີ, ບ້ານ ສວນຫລວງ, ເມືອງ ຊຽງເງິນ, ແຂວງຫຼວງພະບາງ – ປະຫວັດພະຍາດປະຈໍາຕົວ: ຜ່ານມາບໍ່ໄດ້ກວດສຸຂະພາບ – ສັກວັກຊີນກັນໂຄວິດ-19 ຄົບ

3. ເພດຊາຍ, ອາຍຸ 3 ເດືອນ, ບ້ານ ທົ່ງນາມີ , ເມືອງປາກກະດິງ, ແຂວງບໍລິຄໍາໄຊ – ພະຍາດປະຈໍາຕົວ: ບໍ່ມີ – ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19

4. ເພດຍິງ, ອາຍຸ 29 ປີ, ບ້ານ ຂາມງອຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ (ຖືພາ 8 ເດືອນປາຍ)

– ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 5. ເພດຍິງ,ອາຍຸ 42 ປີ, ບ້ານຫນອງບົວທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ – ພະຍາດປະຈໍາຕົວ: ລະບົບປະສາດ – ບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19.

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ວັນທີ 19 ທັນວາ 2021 ໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງ

ຂໍໃຫ້ທຸກຄົນຈົ່ງຮັກສາສຸຂະພາບຕົນເອງ ແລະ ຄອບຄົວໃຫ້ແຂງແຮງຢູ່ຕະຫຼອດ.

ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ +2

ຕາມການລາຍງານ ຂອງຂອງຄະນະສະເພາະກິດປະຈຳວັນທີ 18 ທັນວ່າ 2021 ໃຫ້ຮູ້ວ່າ: ການຕິດເຊື້ອພາຍໃນໃຫມ່ ທັງຫມົດ 1,247 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລໍາດັບແຕ່ແຂວງຫຼາຍຫາຫນ້ອຍມີລາຍລະອຽດ ດັ່ງນີ້:

1. ນະຄອນຫຼວງ 540 ຄົນ ໃນ 208 ບ້ານ ແລະ 8 ເມືອງ

2. ຫຼວງນ້ໍາທາ ມີ 126 ຄົນ

3. ບໍ່ແກ້ວ ມີ 115 ຄົນ

4. ອຸດົມໄຊ ມີ 64 ຄົນ

5.ຄໍາມ່ວນ ມີ 59 ຄົນ

6.ຫຼວງພະບາງ ມີ 56 ຄົນ

7. ແຂວງວຽງຈັນ ມີ 49 ຄົນ

8. ບໍລິຄໍາໄຊ ມີ 45 ຄົນ

9.ສະຫວັນນະເຂດ ມີ 32 ຄົນ

10. ຈໍາປາສັກ ມີ 29 ຄົນ

11. ຜົ້ງສາລີ ມີ 28 ຄົນ

12. ໄຊຍະບູລີ ມີ 26 ຄົນ

13. ຊຽງຂວາງ ມີ 26 ຄົນ

14. ໄຊສົມບູນ ມີ 24 ຄົນ

15. ຫົວພັນ ມີ 12 ຄົນ

16. ເຊກອງ ມີ 7 ຄົນ

17. ສາລະວັນ ມີ 5 ຄົນ

18. ອັດຕະປື ມີ 4 ຄົນ

ຂໍ້ມູນສໍາລັບຄົນທີ່ເສຍຊີວິດໃຫມ່ 02 ຄົນ:

– ເພດຊາຍ, ອາຍຸ 26 ປີ, ອາຊີບ: ຫວ່າງງານ, ບ້ານ: ຫນອງບົວ, ເມືອງ ສິງ, ແຂວງຫຼວງນ້ໍາທາ

  • ປະຫວັດພະຍາດປະຈໍາຕົວ: ພະຍາດຕັບແຂງ
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

– ເພດຊາຍ, ອາຍຸ 81 ປີ, ບ້ານ ຫນອງບົວວຽງ, ເມືອງ ຫຼວງນ້ໍາທາ, ແຂວງ ຫຼວງນ້ໍາທາ

  • ປະຫວັດພະຍາດປະຈໍາຕົວ: ປອດອັກເສບ, ພະຍາດໄຂ່ຫຼັງ
  • ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19

.

ປະທານປະເທດ ເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດເປັນແປ້ງສໍາເລັດຮູບ ຢູ່ແຂວງເຊກອງ

ຕອນບ່າຍວັນທີ 16 ທັນວາ 2021 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ເຫລັກໄຫລ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງທ່າແຕງ ເພື່ອຕິດຕາມຊຸກຍູ້ສະພາບການພັດທະນາພາຍໃນເມືອງ ໂດຍສະເພາະ ໄດ້ໄປເບິ່ງສະຖານທີ່ໂຮງານຜະລິດມັນຕົ້ນ ຂອງບໍລິສັດຄູນມີໄຊ ຕັ້ງຢູ່ເມືອງທ່າແຕງ.ບໍລິສັດ ຄູນມີໄຊ ໄດ້ທໍາການຜະລິດມັນຕົ້ນສໍາເລັດຮູບ ເພື່ອສົ່ງອອກ, ເຊິ່ງເປັນບໍລິສັດໜຶ່ງ ທີ່ໄດ້ສ້າງອາຊີບ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງທ່າແຕງ ແລະ ເມືອງອ້ອມຂ້າງ ດ້ວຍການເກັບຊື້ຜົນຜະລິດມັນຕົ້ນ ເພື່ອປ້ອນເຂົ້າໂຮງງານຜະລິດເປັນແປ້ງສໍາເລັດຮູບ ສົ່ງອອກຕ່າງປະເທດ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໃຫ້ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດ ຕ້ອງໄດ້ປະສານສົມທົບເຊິ່ງກັນ ແລະ ກັນຢ່າງຮັດກຸມ, ໂດຍນໍາໃຊ້ທ່າແຮງທີ່ມີພາຍໃນເມືອງ ແລະ ແຂວງ. ຄຽງຄູ່ກັນນີ້, ກໍຕ້ອງສົ່ງເສີມອາຊີບ ສ້າງວຽກເຮັດງານທໍາໃຫ້ປະຊາຊົນພາຍໃນເມືອງ ກໍຄື ແຂວງ ດ້ວຍການສົ່ງເສີມໃຫ້ປະຊາຊົນປູກມັນຕົ້ນໃຫ້ຫລາຍ ເພື່ອສະໜອງມັນຕົ້ນດິບປ້ອນເຂົ້າໂຮງານ, ປະກອບສ່ວນມອບພັນທະອາກອນ, ຄ່າທໍານຽມຕ່າງໆ ໃຫ້ຖືກຕ້ອງຕາມລະ ບຽບກົດໝາຍ ເພື່ອພ້ອມກັນປະກອບສ່ວນເຂົ້າການສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ແຂວງເຊກອງ ໃຫ້ມີໃບໜ້າໃໝ່.

ຂໍ້ມູນ: ຂປລ