Home Blog Page 132

ລາວກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ

ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ

ຂປລ. ໃນວັນທີ 15 ທັນວາ 2021, ທີ່ນະຄອນຫລວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ຽວທ່ຽວ, ທ່ານ ອິນທີ ເດືອນສະຫວັນ ໄດ້ຕາງໜ້າໃຫ້ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ນຳສະເໜີແນວຄວາມຄິດ ເປີດເຂດການທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ຫລື Laos Green Travel Zone ໂດຍ ທ່ານ ໄດ້ນຳສະເໜີ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ.

ທ່ານ ອິນທີ ເດືອນສະຫວັນ ໄດ້ໃຫ້ຮູ້ວ່າ: ການເປີດເຂດການທ່ອງທ່ຽວສີຂຽວ ເພື່ອການ ທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ-19 ໃນ ສປປ ລາວ ຫລື Laos Green Travel Zone ເປັນການເປີດການທ່ອງທ່ຽວທີ່ເນັ້ນທຳມະຊາດ ແລະ ສີຂຽວ, ເຊິ່ງປະເທດລາວ ກໍມີຄວາມອຸດົມສົມ ບູນທາງດ້ານທຳມະຊາດ ແລະ ສີຂຽວ ເປັນສັນຍາລັກຂອງຄວາມປອດໄພ, ສະນັ້ນຈຶ່ງເກີດມີເຂດການທ່ອງທ່ຽວສີຂຽວ ໃນການເປີດການທ່ອງທ່ຽວນີ້ ໄດ້ແບ່ງເປັນ 3 ແຜນບູລິມະສິດ ຄື:

-ແຜນບູລິມະສິດທີ 1 ເປີດໃນວັນທີ 1 ມັງກອນ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ນະຄອນຫລວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ ແລະ ຫລວງພະບາງ; ເປີດເສັ້ນທາງສີຂຽວ ຫລື Green travel Trail ແມ່ນສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ແຂວງອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ ແລະ ຈຳປາສັກ; ສຳລັບດ່ານເຂົ້າອອກ ແມ່ນຈະເປີດຢູ່ 2 ຈຸດ ຄື: ສະໜາມບິນສາກົນວັດໄຕ ແລະ ຂົວມິດຕະພາບທີ 1 (ວຽງຈັນ-ໜອງຄາຍ).

-ແຜນບູລິມະສິດທີ 2 ເປີດໃນວັນທີ 1 ເມສາ 2022 ໂດຍຈະເປີດເຂດທ່ອງທ່ຽວສີຂຽວ ຢູ່ 9 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ; ເປີດເສັ້ນທາງສີຂຽວ ຫລື Green travel Trail ສະຖານທີ່ພັກ ຫລື ແຫລ່ງທ່ອງທ່ຽວທີ່ກຳນົດ ມີ: ເມືອງຫ້ວຍຊາຍ (ແຂວງບໍ່ແກ້ວ), ເມືອງຫລວງນ້ຳທາ (ແຂງຫລວງນ້ຳທາ), ເຊກອງ ແລະ ສາລະວັນ; ສຳລັບດ່ານເຂົ້າອອກເປີດຢູ່ 9 ຈຸດ ຄື: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫລວງພະບາງ, ດ່ານບໍ່ເຕ່ນ (ລາວ-ຈີນ), ຂົວມິດຕະພາບ (ວຽງຈັນ-ໜອງຄາຍ), ຂົວມິດຕະພາບ (ທ່າແຂກ-ນະຄອນພະນົມ), ຂົວມິດຕະພາບ (ສະຫວັນນະເຂດ-ມຸກດາຫານ), ດ່ານຊ່ອງເມັກ (ປາກເຊ-ອຸບົນລາດຊະທານີ), ດ່ານລາວບາວ (ລາວ-ຫວຽດນາມ) ແລະ ດ້ານຫລັກຊາວ (ລາວ-ຫວຽດນາມ)

-ແຜນບູລິມະສິດທີ 3 ຄື ເປີດທົ່ວປະເທດ ແມ່ນວັນທີ 1 ກໍລະກົດ 2022. ສຳລັບເງື່ອນໄຂຂອງຜູ້ປະກອບການ ທີ່ຈະເຂົ້າຮ່ວມເຂດການທ່ອງທ່ຽວສີຂຽວ ບັນດາໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ, ລົດນຳທ່ຽວ, ພະນັກງານນຳທ່ຽວຕ້ອງໄດ້ສັກວັກຊິນໃຫ້ຄົບໂດສ ແລະ ເຂົ້າຮ່ວມການຝຶກອົບຮົບ, ດາວໂຫລດ ແລະ ອ່ານຄູ່ມືການນຳໃຊ້ຂອງ Lao Stay Safe. ສ່ວນເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງຜ່ານບໍລິສັດທ່ອງທ່ຽວ, ສັກວັກຊິນປ້ອງກັນໂຄວິດ-19 ຄົບສອງເຂັມ ຫລາຍກວ່າ 14 ວັນຂຶ້ນໄປ, ມີຜົນກວດເປັນລົບຈາກການກວດ RC PCR ບໍ່ເກີນ 72 ຊົ່ວໂມງ ກ່ອນເຂົ້າເຖິງລາວ. ພ້ອມນີ້, ຍັງມີເງື່ອນໄຂຂອງນັກທ່ອງທ່ຽວ ກ່ອນຈະໄດ້ຮັບອະນຸຍາດເຂົ້າລາວ ແລະ ທ່ອງທ່ຽວ ຕ້ອງດາວໂຫລດແອບ Lao Stay Safe, ມີປະກັນໄພຄວບຄຸມ ມູນຄ່າຢ່າງຕໍ່າ 50 ພັນໂດລາສະຫະລັດ ແລະ ກວດ RC PCR ຢູ່ສະໜາມບິນ ແລະ ລໍຖ້າຜົນກວດບໍ່ເກີດ 24 ຊົ່ວໂມງ.

ຂໍ້ມູນ: ປະເທດລາວ

ປະເທດໂປແລນ ມອບວັກຊິນ 138.600 ໂດສ ໃຫ້ລາວ

ໃນວັນທີ 16 ທັນວາ 2021 ຢູ່ກະຊວງສາທາລະນະສຸກ ໄດ້ຈັດພິທີມອບ-ຮັບ ວັກຊິນAstarZeneca ຈາກປະເທດໂປແລນ ຈຳນວນ 138.600 ໂດສ, ຕາງໜ້າຮັບ ໂດຍທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາ ທາລະນະສຸກ ແລະ ມອບໂດຍ ທ່ານ ເວັງຊອງ ເວຍ ອຸປະທູດ ຂອງສະຫະ ພາບເອີຮົບ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຕາງທັງສອງຝ່າຍ ເຂົ້າຮ່ວມ. ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ:

ລັດຖະບານ ສປປ ລາວ ມີຄວາມຍິນດີທີ່ໄດ້ຮັບວັກຊິນໃນຊຸດນີ້ ແລະ ຂໍຂອບໃຈລັດຖະບານໂປແລນ ໃນການປະກອບສ່ວນອັນສຳຄັນໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນຢ່າງໃຫຍ່ຫລວງໃຫ້ ສປປ ລາວ ໂດຍສະເພາະ ໄລຍະທີ່ກະຊວງ ສາທາລະນະສຸກ ພວມສັກເຂັມສາມໃຫ້ແກ່ປະຊາຊົນລາວ.

ການບໍລິຈາກວັກຊິນຈາກປະ ເທດໂປແລນ ແມ່ນເປັນສ່ວນໜຶ່ງຂອງຄວາມສາມັກຄີໃນທົ່ວໂລກຂອງທີມເອີຣົບ ທີ່ໃຫ້ການສະໜັບສະໜູນໃຫ້ແກ່ ສປປ ລາວ ທີ່ມີມາຢ່າງຕໍ່ ເນື່ອງ ໃນການຕ້ານການແຜ່ລະ ບາດຂອງໂຄວິດ ແລະ ຜົນກະທົບຂອງມັນ. ພວກເຮົາດີໃຈທີ່ມີການປະກອບສ່ວນຄັ້ງນີ້, ຈະຊ່ວຍໃຫ້ລັດ ຖະບານລາວເລັ່ງຂະບວນການສັກວັກຊິນ ເພື່ອສ້າງພູມຄຸມກັນໃຫ້ແກ່ປະຊາຊົນລາວ ໃຫ້ກວມເອົາໄດ້ຈຳ ນວນທີ່ຫລາຍຂຶ້ນ.

ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ 17 ທັນວາ 2021

ຕາມກາລາຍງານ ຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເສຍຊີວິດໃໝ່ມື້ນີ້ +4 ລວມສະສົມແລ້ວ 266 ຄົນ

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 4 ຄົນ, ລາຍລະອຽດດ່ັງນີ້:

ຜູ້ທີ 1: ເພດຍິງ ອາຍຸ ອາຍຸ  55  ປີ, ອາຊີບ: ຊາວນາ, ບ້ານ ມອມ, ເມືອງ  ຕົ້ນເຜິ້ງ, ແຂວງ ບໍ່ແກ້ວ

  • ພະຍາດປະຈໍາຕົວ :  ຄວາມດັນເລືອດສູງ ແລະ ເບົາຫວານ.
  • ຜ່ານມາໄດ້ສັກວັກຊີນຄົບ

2. ເພດຊາຍ ອາຍຸ 51 ປີ, ອາຊີບ: ພະນັກງານຄູ,  ບ້ານ ນ້ຳກໍ່, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ

  • ພະຍາດປະຈຳຕົວ :  ເປັນອຳມະພາດໄດ້ 10 ປາຍມື້
  • ສັກວັກຊີນຄົບ

3.ເພດຊາຍ, ອາຍຸ 35 ປີ, ບ້ານ ຂອນແກ້ວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ (ຢູ່ສະຖານທີ່ຄຸມຂັງ)

  • ພະຍາດປະຈຳຕົວ :  ອັກເສບປອດ
  • ບໍ່ໄດ້ສັກຢາວັກຊີນ

4. ເພດຊາຍ 58  ປີ, ບ້ານ ນາເລົາ, ເມືອງ ໂພນໂຮງ, ແຂວງ ວຽງຈັນ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນ

ພັນຕໍ່ເນື່ອງ! ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 17 ທັນວາ 2021 ລາຍງານ:

ເຫັນວ່າ ນະຄອນຫຼວງວຽງຈັນຍັງມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າໝູ່ ທັງຜູ້ຕິດເຊື້ອໃໝ່ປະຈຳວັນ ແລະ ຜູ້ຕິດເຊື້ອສະສົມ.

ລາຍງານພາຍຫຼັງ

ເມືອງຄູນຄຳ ສາມາດກັກຕົວຜູ້ລັກລອບຂົນສົ່ງຢາເສບຕິດໄດ້ 2 ຄົນ ພ້ອມຂອງກາງ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄູນຄຳ ສາມາດກັກຕົວຜູ້ລັກລອບຂົນສົ່ງຢາເສບຕິດໄດ້ 2 ຄົນ.

ໃນວັນທີ 14 ທັນວາ 2021 ຜ່ານມານີ້ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄູນຄຳ ແຂວງຄຳມ່ວນໄດ້ຮັບແຫຼ່ງຂ່າວຈາກຜົນລະເມືອງດີວ່າ ຈະມີການຂົນສົ່ງຢາເສບຕິດປະເພດຊາແຫ້ງ (ອັດແທ່ງ) ມາຈາກເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍຜ່ານ ເມືອງຄູນຄຳ ແຂວງຄຳມ່ວນ ເພື່ອໄປສົ່ງຢູ່ເມືອງປາກກະດິງ ແຂວງ ບໍລິຄຳໄຊ ພາຍຫຼັງເຈົ້າໜ້າທີ່ໄດ້ຮັບຂໍ້ມູນແຫຼ່ງຂ່າວຄືແນວນັ້ນ ກໍ່ໄດ້ວາງແຜນບັນຈຸກຳລັງເພື່ອສະກັດກັ້ນບໍ່ໃຫ້ມີການເຄື່ອນໄຫວຂົນສົ່ງຜ່ານເສັ້ນທາງດັ່ງກ່າວ ພໍມາຮອດວັນທີ 15 ທັນວາ 2021 ທາງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບເຈົ້າໜ້າທີ່ຕຳຫຼວດຈາລະຈອນ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ຕັ້ງຈຸດກວດກາຢູ່ສາມແຍກກອງລໍເມືອງຄູນຄຳ.

ຕົກມາຮອດເວລາ 06:40 ໂມງຂອງວັນດຽວກັນທາງເຈົ້າໜ້າທີ່ຕຳຫຼວດພວກເຮົາຈຶ່ງພົບເຫັນເປົ້າໝາຍຕາມການລາຍງານ ຂັບຂີລົດກະບະ ຍີ້ຫໍ້ nissan ສີຂາວ ໝາຍເລກທະບຽນ ກກ 6855 ຄຳມ່ວນ ກຳລັງໃຊ້ເສັ້ນທາງເພື່ອເດີນທາງໄປເມືອງປາກກະດິງ ແຂວງບໍລິຄຳໄຊ ເມື່ອເຫັນຄືແນວນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ເຂົ້າປິດລ້ອມຕາມຫຼັກການວິຊາສະເພາະເພື່ອທຳການກວດຄົ້ນລົດເປົ້າໝາຍຄັນດັ່ງກ່າວ ແມ່ນມີ ຈຳນວນ 2 ຄົນ ຜ່ານການກວດກາຕົວຈິງແມ່ນໄດ້ພົບເຫັນເຄື່ອງຂອງກາງປະເພດຢາເສບຕິດກັນຊາແຫ້ງ(ອັດແທ່ງ) ຈຳນວນ 09 ເປົາ, ເທົ່າກັບ 352 ກິໂລກຼາມ ຢູ່ເບາະດ້ານຫຼັງຂອງຄົນຂັບຂີ່ ແລະ ຢາບ້າຈຳນວນ 12 ເມັດຢູ່ຖົງໂສ້ງຂອງຜູ້ຂັບຂີ່.

ຈາກນັ້ນທາງເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ກັກຕົວຜູ້ຖືກຫາທັງ 02 ຄົນມາດຳເນີນຄະດີຕາມລະບຽບກົດໝາຍ. ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງຄູນຄຳ ຈຶ່ງຮູ້ໄດ້ວ່າ: ຜູ້ຖືກຫາຜູ້ທີ 01 ຊື່: ທ້າວ ຄຳຮອນ ວົງວິໄລ, ອາຍຸ 36 ປີ, ເຊື້ອຊາດ ແລະ ສັນຊາດລາວ, ອາຊີບເຮັດນາ, ປະຈຸບັນຢູ່ບ້ານຫ້ວຍແກ້ວ, ເມືອງຄຳເກີດ ແຂວງບໍລິຄຳໄຊຜູ້ຖືກຫາຜູ້ທີ່ສອງຊື່: ທ້າວ ສຸວັນໂນ ບຸນປະເສີດ ສັນຊາດລາວ, ອາຍຸ 25 ປີ, ອາຊີບກຳມະກອນ, ຢູ່ບ້ານນາບົງ ເມືອງທ່າແຂກ ແຂວງຄຳມ່ວນ ທັງສອງແມ່ນຍອມຮັບສາລະພາບວ່າຢາເສບຕິດຈຳນວນດັ່ງກ່າວແມ່ນເປັນຂອງພວກກ່ຽວ ປະຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງຄູນຄຳ ແມ່ນໄດ້ນຳສົ່ງສຳນວນຄະດີພ້ອມດ້ວຍຂອງກາງມອບໃຫ້ທາງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ແຂວງຄຳມ່ວນດຳເນີນການສືບສວນ-ສອບສວນຫາພວກກຸ່ມແກ້ງທີ່ຮ່ວມໃນຂະບວນການຄັ້ງນີ້ມາດຳເນີນຄະດີຕາມລະບຽບກົດໝາຍ.

ທິດຊີ້ນໍາຕໍ່ແຜນການກະກຽມຄວາມພ້ອມເພື່ອຕ້ອນຮັບນັກທ່ອງທ່ຽວ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງ ທ່ານນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

“ 1. ເຫັນດີຮັບຮອງການປະເມີນ ແລະ ແຜນປະຕິບັດງານ ສໍາລັບເຂດທ່ອງທ່ຽວລາວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພຈາກພະຍາດ coVID-19 ໃນ ສປປ ລາວ ແລະ ຮັບຮອງແຜນຈັດຕັ້ງປະຕິບັດເພື່ອ ກະກຽມຕ້ອນຮັບນັກທ່ອງທ່ຽວ ຊຶ່ງມື 7 ຫນ້າວຽກຫຼັກ ແລະ 34 ໜ້າວຽກຍ່ອຍ ແລະ ອະນຸມັດ ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບກະກຽມແຜນເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວ ຕາມການສະເໜີຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

2. ເຫັນດີກໍານົດເອົາວັນທີ 17 ທັນວາ 2021 ເປັນມື້ຖະແຫຼງຂ່າວແຜນການຕ້ອນຮັບນັກທ່ອງທ່ຽວ ແລະ ກໍານົດເອົາວັນທີ 01 ມັງກອນ 2022 ເປັນມື້ເປີດຕ້ອນຮັບນັກທ່ອງທ່ຽວ, ເພື່ອຄວາມເປັນເອກະພາບສູງ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນໃຈກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ລາຍງານການກະກຽມຄວາມພ້ອມຕ່າງໆ ຕໍ່ກອງປະຊຸມ ລັດຖະບານ ສະໄໝວິສາມັນ ໃນທ້າຍເດືອນທັນວາ 2021 ນີ້, “

ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຊ່ວຍເຫຼືອໃຫ້ຄອບຄົວທີ່ປະສົບອັກຄີໄພຢູ່ແຂວງຫົວພັນ

ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ

ດ້ວຍຄວາມ​ເປັນຫ່ວງ​ເປັນ​ໃຍ​ ຂອງສະພາ​ປະຊາຊົນ​ ແຂວງຫົວພັນ​ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ຕໍ່ຄອບຄົວທີ່ຖືກປະສົບເຄາະຮ້າຍຈາກອັກຄີໄພ(ໄຟໄໝ້ເຮືອນ) ຕອນເຊົ້າ​ ວັນທີ​ 14​ ທັນວາ​ 2021​ ນີ້,​ ນຳໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ;

ມີ​ບັນດາທ່ານ​ສະມາຊິກສະພາປະຊາຊົນແຂວງ ຫົວພັນ ປະຈຳເຂດເລືອກຕັ້ງເມືອງຊຳເໜືອ, ຮອງເລຂາທິການ ພ້ອມດ້ວຍທີມງານ ຕາງໜ້າ​ສະພາປະຊາຊົນແຂວງ ໄດ້ລົງມອບເຄື່ອງຊ່ວຍເຫລືຶອບັນເທົາທຸກ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ ເຊິ່ງໄດ້ຮັບຜົນກະທົບ​ຈາກ​ໄຟໄໝ້ເຮືອນ​ (ເຮືອນຂອງທ່ານ ພອນຄຳ​ ຄຳມີໄຊ​ພາຍໃນຄອບຄົວມີສະມາຊິກ 8​ ຄົນ​ ຍິງ​3ຄົນ​) ຢູ່ບ້ານບວຍ ເມືອງຊຳເໜືອ​ ແຂວງຫົວພັນ​ ກ່າວມອບໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ ແລະ​ ກ່າວຮັບໂດຍ ທ່ານ​ ພອນຄຳ ຄຳມີໄຊ ເຄື່ອງທີ່ນຳໄປຊ່ວຍເຫລືອໃນຄັ້ງນີ້ ມີໝໍ້ໃຫຍ່,​ໝໍ້ນ້ອຍ, ຜ້າຫົ່ມໂຕໂຕ,​ມຸ້ງ,​ຜູກ,​ໝອນ,​ປ໋ອງປາ, ໝີ່ສຳເລັດຮູບ,​ເຄື່ອງນຸ່ງຫົ່ມ,​ເກີບ,​ເງິນສົດ 1 ລ້ານກວ່າກີບ ແລະ​ ອື່ນໆ ລວມມູນຄ່າ​ທັງໝົດ​ 3 ລ້ານກວ່າກີບ​; ການມອບເຄື່ອງຊ່ວຍເຫລືອຄັ້ງນີ້ ມີຄະນະພັກ,​ອຳນາດການປົກຄອງບ້ານ,​ເຖົ້າແກ່ແນວໂຮມ,​ອົງ​ການຈັດຕັ້ງ​ມະຫາຊົນ​ຂອງບ້ານ​ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຂີພິຍານນຳ.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນຕອນບ່າຍຂອງວັນທີ 8​ ທັນວາ​ 2021 ຜ່ານມາຍ້ອນໄຟຟ້າດັບວົງຈອນ​ ເຊິ່ງຜົນເສຍຫາຍໃນຄັ້ງນີ້ມີເຮືອນ 1 ຫລັງ, ​ລົດຮຸນໄດ 1 ຄັນ, ລົດໄຖນາ 1 ຄັນ,​ໂຮງສີເຂົ້າ 1 ເຄື່ອງ,​ເງິນເຈ້ຍ12ລ້ານກີບ​ ແລະ​ ອື່ນໆ​ ລວມມູນຄ່າເສຍຫາຍທັງໝົດ200ກວ່າລ້ານກີບ.​ ໂອກາດດຽວກັນນີ້,​ ທີມງານຍັງໄດ້ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວທີ່ເກີດຂຶ້ນ ແລະ​ ຮຽກຮ້ອງມາຍັງຄອບຄົວທີ່ຖືກຜົນກະທົບ​ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການນຳໃຊ້ໄຟຟ້າ,​ ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນແລະກັນ,​ຕ້ານທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ​ ພ້ອມກັນເອົາໃຈໃສ່ສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ.​ ຂ່າວ: ສະພາປະຊາຊົນແຂວງຫົວພັນ

ທ່ານນາຍົກເນັ້ນຂະແໜງ ຜທ ເພີ່ມທະວີການຄຸ້ມຄອງການຮົ່ວໄຫຼຂອງງົບປະມານ

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ຂະແໜງແຜນການ-ລົງທຶນ ແລະການເງິນ ເພີ່ມທະວີການຄຸ້ມຄອງຕາມກົນໄກເຂັ້ມງວດ, ໂປ່ງໃສ, ອັດການຮົ່ວໄຫລຂອງງົບປະມານ.

ທ່ານ ດຣ. ພັນຄຳ ວິພາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນ ປະຈຳປີ 2021 ແລະ ທິດທາງແຜນການປີ 2022 (ກອງປະຊຸມແບບທາງໄກ) ເຊິ່ງຈັດຂຶນໃນວັນທີ 14 ທັນວາ 2021 ໂດຍທ່ານຍັງໄດ້ເນັ້ນໃຫ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານໃນຂົງເຂດແຜນການ-ການລົງທຶນ ແລະ ຂົງເຂດການເງິນ, ເປັນເຈົ້າການປະສານສົມທົບໃນການຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ເປັນຮູບປະທຳ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ເພື່ອຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນຄາຍລົງເທື່ອລະກ້າວ, ແລະ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍວາງໄວ້.

ທ່ານ ນາຍົກກ່າວຕື່ມວ່າ: ໃນປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະບັງຄັບໃຊ້ກົດໝາຍ ລວມທັງການສະກັດກັ້ນການຮົ່ວໄຫຼຂອງງົບປະມານ, ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານ ຢ່າງແຂງແຮງດ້ວຍການປັບປຸງ ແລະຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ ໂດຍຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ເຂົ້າໃນລະບົບລວມສູນ ແລະອື່ນໆ.

ຂໍ້ມູນ ແລະ ພາບ: ປະເທດລາວ

ເອີ້ນມາສອບແລ້ວ! ເຫດຊາຍຢືນຖ່າຍເບົາກາງທາງ

ທຳລາມົກ ຈົກອະໄວຍະເພດອອກມາຍ່ຽວກາງສາທາລະນະ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເຫດຊາຍຄົນໜຶ່ງຈົກອະໄວຍະເພດ ອອກມາຍ່ຽວຢູ່ກາງທາງສາລະນະ ຕອນແລງວັນທີ 13 ທັນວາ 2021 ຢູ່ສີ່ແຍກໄຟແດງ

ດັ່ງທີ່ພວກເຮົາໄດ້ເຫັນ, ຮັບຮູ້ໃນສື່ສັງຄົມອອນລາຍ ກອງບັນຊາການ ປກສ ເມືອງນາຊາຍທອງ ຈື່ງຕິດຕາມສືບຄົ້ນຫາ ຊາບຊື່ ທ້າວ ລິວທີຍີ ອາຍຸ 29 ປີ ສັນຊາດຈີນ ມາສອບສວນ. ຜ່ານການສອບສວນ ເບື້ອງຕົ້ນຜູ້ກ່ຽວຮັບສາລະພາບວ່າ: ໃນຂະນະຂັບຂີ່ລົດຢູ່ນັ້ນ ຕົນເອງປວດເບົາຢ່າງແຮງ, ແຕ່ບໍ່ສາມາດອອກໄປຊອກຫາຫ້ອງນໍ້າເພື່ອຍ່ຽວໄດ້ ຍ້ອນສະພາບຖະໜົນ ມີລົດຫຼາຍອັ່ງອໍຈຳນວນຫຼວງຫຼາຍ ຈິ່ງລົງຈາກລົດມາຢືນຍ່ຽວໃສ່ຕີນລົດຂອງຕົນ ທີ່ຂັບຂີ່ມາ ດັ່ງທີ່ພາບວີດີໂອສື່ສັງຄົມອອນລາຍເຜີຍແຜ່ທາງເຟັສບຸກ ແລະ ມີຄົນແຊຣ ເປັນຈຳນວນຫຼາຍ.

ຕໍ່ກັບການກະທໍາຂອງ ທ້າວ ລິວທີຍີ ເຫັນວ່າ ເປັນສ້າງພາບພົດ ຄວາມອັບອາຍ ເປີເປື້ອນ ຕໍ່ສັງຄົມ ແລະ ຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 258 ກຳນົດໄວ້.

ເຈົ້າແຂວງຊຽງຂວາງ ພ້ອມຄະນະລົງກວດກາ ຊຸກຍູ້ການກໍ່ສ້າງພະເຈົ້າອົງຫຼວງ

ແຫຼ່ງຂ່າວຈາກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມຄະນະລົງກວດກາ, ຊຸກຍູ້ການກໍ່ສ້າງພະເຈົ້າອົງຫລວງ ໃນວັນທີ 13 ທັນວາ 2021 ໂດຍໄດ້ຮັບການລາຍງານຈາກ ທ່ານ ບຸນມີ ສອນມີໄຊ ປະທານບໍລິສັດຮັບເໝົາກໍ່ສ້າງ ແທ່ນນັ່ງພະເຈົ້າອົງຫລວງ ກ່ຽວກັບວຽກທີ່ຕົນເອງຮັບຜິດຊອບ, ມາປັດຈຸບັນການກໍ່ສ້າງຂັ້ນໃດ, ເດີ່ນຊົມວິວຢູ່ຕໍ່ໜ້າພະເຈົ້າອົງຫລວງ ແລະ ສາລາຊົມວິວ ລວມມູນຄ່າ 2 ຕື້ກ່ວາກີບ ບາງໜ້າວຽກແມ່ນໃກ້ຈະສຳເລັດແລ້ວ, ບາງໜ້າວຽກ ກຳລັງຈັດຕັ້ງປະຕິບັດ ແລະ ຂັ້ນຕອນອອກແບບວຽກງານດັ່ງກ່າວ ເປັນວຽກລະອຽດອ່ອນເພາະຕ້ອງໄດ້ຖາມຊອກຮູ້ ເພື່ອໃຫ້ຖືກຕາມວັດທະນາທຳ.

ໂອກາດນີ້, ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ເນັ້ນໃຫ້ບໍລິສັດຮັບເໝົາ ເອົາໃຈໃສ່ຈັດລຳດັບບັນດາໜ້າວຽກທີ່ຈະປະຕິບັດ ເພື່ອເຮັດໃຫ້ວຽກງານດຳເນີນເປັນປົກກະຕິ ການກໍ່ສ້າງຈິ່ງຈະສຳເລັດຕາມຕາດໝາຍ ໂດຍເນັ້ນຄຸນນະພາບເປັນຫລັກ ແລະ ໃຫ້ປຶກສານຳພາກສ່ວນທກ່ຽວຂ້ອງ ເພື່ອໃຫ້ຖືກຕາມວັດທະນາທຳ, ຫລັກທຳ, ຫລັກການ ແລະ ເຕັກ ນິກໃນການກໍ່ສ້າງໃຫ້ສະຫງ່າ, ຍືນຍາວ ເພື່ອໃຫ້ປະຊາຊົນແຂວງຊຽງຂວາງ ໄດ້ກາບໄຫ້ວສັກກາລະບູຊາຕະຫລອດກາລະນານ.

ແຫຼ່ງຂ່າວ: ປະເທດລາວ