Home Blog Page 128

ອັດຕະປືອອກແຈ້ງການ! ສືບຕໍ່ປະຕິບັດມາດຕະການເຂັ້ມງວດ ແລະ ມາດຕະການຜ່ອນຜັນພາຍໃນແຂວງ

ປະຈຸບັນອີງຕາມການຄົ້ນຄວ້າປະເມີນສະຖານະການຂອງຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງອັດຕະປື ເຫັນວ່າການລະບາດຂອງພະຍາດດັ່ງກ່າວຢູ່ ບັນດາແຂວງໃກ້ຄຽງ ແລະ ແຂວງອື່ນໆ ຍັງມີທ່າອ່ຽງເພີ່ມຂື້ນເລື້ອຍໆ, ສໍາລັບແຂວງອັດຕະປືຂອງພວກເຮົາກໍ່ຍັງມີສະພາບ ການຕິດເຊື້ອ ຂຶ້ນໆ-ລົງໆ ເປັນແຕ່ລະວັນ ມີຄວາມສ່ຽງສູງໃນການແຜ່ລະບາດຂອງພະຍາດອອກສູ່ຊຸມຊົນໃນວົງກວ້າງ;

ດັ່ງນັ້ນ, ຄະນະສະເພາະກິດເພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂັ້ນແຂວງ ຈຶ່ງແຈ້ງການມາຍັງບັນດາທ່ານຮັບຊາບ ແລະ ປະຕິບັດເຂັ້ມງວດ ນັບແຕ່ວັນທີ 06 ຫາ 19 ມັງກອນ 2022 ດັ່ງນີ້:

ມາດຕະການເຂັ້ມງວດ:

1. ໃຫ້ສືບຕໍ່ປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ນະຄອນຫຼວງວຽງຈັນ, ວັນທີ 21 ເມສາ 2021; ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 02/ຈຂ.ອປ, ລົງວັນທີ 22 ເມສາ 2001; ສະບັບເລກທີ 03/ຈຂ.ອປ, ລົງວັນທີ 25 ເມສາ 2011 ແລະ ສະບັບເລກທີ 1210/ຈຂ.ອປ ວັນທີ 22 ກັນຍາ 2011,

2. ຫ້າມຄົນ ພາຍໃນແຂວງອອກໄປຕ່າງແຂວງ ແລະ ຄົນຕ່າງແຂວງເຂົ້າມາ ທີ່ບໍ່ມີຄວາມຈໍາເປັນ (ໂດຍສະເພາະແຂວງທີ່ຍັງມີການລະບາດຂອງເຊື້ອພະຍາດໃນຊຸມຊົນທີ່ກໍານົດເປັນເຂດສີແດງ, ເຂດສີເຫຼືອງ ຫຼື ເຂດສີຂຽວ ແຕ່ກໍ່ມີຄວາມ ສ່ຽງ).

.

.

ພຽງ 5 ວັນ ສະຫຼອງປີໃໝ່ ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ

5 ວັນຂອງການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ 197 ຄັ້ງ ກົມໃຫຍ່ ຕຳຫຼວດ ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: ໃນ 5 ວັນຂອງການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ 2022 ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນ ທັງໝົດ 197 ຄັ້ງ, ມີຜູ້ໄດ້ຮັບບາດເຈັບ 297 ຄົນ, ເສຍຊີວິດ ຈາກອຸບັດຕິເຫດ 43 ຄົນ, ມີພາຫະນະເປເພ 315 ຄັນ.

ຖ້າທຽບ ໃສ່ 5 ວັນຂອງປີ 2021, ເຫັນວ່າຈໍຳນວນອຸບັດຕິເຫດປີນີ້ ໜ້ອຍກວ່າ ປີຜ່ານມາ 20 ຄັ້ງ, ແຕ່ປີນີ້ ມີຜູ້ເສຍຊີວິດຫຼາຍກວ່າປີກາຍ 7 ຄົນ.

ແຂວງທີ່ເກີດອຸບັດຕິເຫດຫລາຍກວ່າໝູ່ ແມ່ນແຂວງຈຳປາສັກ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ນະຄອນຫຼວງວຽງຈັນ 29 ຄັ້ງ, ແຂວງວຽງຈັນ 22 ຄັ້ງ, ແຂວງສະຫວັນນະເຂດ 18 ຄັ້ງ, ແຂວງຫຼວງພະບາງ, ອຸດົມໄຊ ແຂວງລະ 13 ຄັ້ງ, ແຂວງບໍລິຄຳໄຊ 12 ຄັ້ງ, ອັດຕະປື 11 ຄັ້ງ, ແຂວງ ຄຳມ່ວນ ແລະແຂວງຫຼວງນ້ຳທາ ແຂວງລະ 10 ຄັ້ງ.

ແຂວງທີ່ມີຜູ້ເສຍຊີວິດຈາກອຸບັດຕິເຫດຫຼາຍກວ່າໝູ່ແມ່ນແຂວງ ຈຳປາສັກ ມີ 7 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ, ແຂວງອັດຕະປື 5 ຄົນ, ແຂວງຫຼວງນ້ຳທາ, ບໍລິຄຳໄຊ, ສາລະວັນ ແຂວງລະ 4 ຄົນ, ແຂວງສະຫວັນນະເຂດ ແລະແຂວງຫຼວງພະບາງ ແຂວງລະ 5 ຄົນ.

ນອກຈາກນີ້ຍັງມີແຂວງອື່ນຯຕື່ມອີກ.

ລາຍງານສະຖານະການໂຄວິດ-19 ປະຈຳວັນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.942 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 1.083 ຄົນ (ຕິດເຊື້ອພາຍໃນ  ທັງໝົດ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.083 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງວຽງຈັນ 347ຄົນ
  • ອຸດົມໄຊ 143 ຄົນ
  • ຜົ້ງສາລີ 91 ຄົນ
  • ໄຊຍະບູລີ 83 ຄົນ
  • ຫຼວງນ້ຳທາ 79 ຄົນ
  • ວຽງຈັນ 57 ຄົນ
  • ຫຼວງພະບາງ 45 ຄົນ
  • ບໍ່ແກ້ວ 42 ຄົນ
  • ຫົວພັນ 34 ຄົນ
  • ເຊກອງ 32 ຄົນ
  • ບໍລິຄຳໄຊ 31 ຄົນ
  • ສາລະວັນ 22 ຄົນ
  • ຊຽງຂວາງ 22 ຄົນ
  • ຈຳປາສັກ 14 ຄົນ
  • ຄຳມ່ວນ 12 ຄົນ
  • ໄຊສົມບູນ 12 ຄົນ
  • ອັດຕະປື 9 ຄົນ
  • ສະຫວັນນະເຂດ 8 ຄົນ

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ115.870 ກໍລະນີ, ອອກໂຮງໝໍວານນີ້ 292 ຄົນ ແລະ ກຳລັງປິ່ນປົວ 8.129 ຄົນ ແລະ ເສຍຊີວິດສະສົມທັງໝົດ 411 ຄົນ (ເສຍຊີວິດໃໝ່ 2 ຄົນ)

ສຳລັບຜູ້ເສຍຊີວິດໃໝ່  2 ຄົນ ຈາກ: ແຂວງວຽງຈັນ 1 ຄົນ ແລະ ຫຼວງນ້ຳທາ 1 ຄົນ.

ຂະຫຍາຍຜົນຈົນສາມາດຈັບກຸ່ມເປົ້າໝາຍຄ້າຂາຍຢາເສບຕິດເພີ່ມ

ກຸ່ມສີວິໄລ ສຶບຕໍ່ນຳຈັບກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເປົ້າໝາຍທີ່ຖືກຊັດທອດຈາກຜົນການສອບສວນຂະຫຍາຍຜົນຂອງ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ກອງບັນຊາການ ປກສ ເມືອງໄຊທານີ, ທີ 4 ມັງກອນ 2022 ເຈົ້າໜ້າທີ່ ປກສ ກຸ່ມໄດ້ສົມທົບກັບການຈັດຕັ້ງບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ, ເຂົ້າຈັບຕົວກຸ່ມເປົ້າໝາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ບ້ານແສງສະຫວ່າງ ຈຳນວນ 6 ຄົນ ພ້ອມຂອງກາງຢາເສບຕິດ ຈຳນວນ 293 ເມັດ.

ໂດຍ ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜົນການຮ່ວມມືຈັບກຸມຄັ້ງນີ້ ແມ່ນຈາກການເອົາຄຳໃຫ້ການຈາກເປົ້າໝາຍທີ່ຖືກຈັບຕົວກ່ອນໜ້ານີ້ ຈິ່ງຮູ້ໄດ້ວ່າ ມີການມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຢູ່ຫ້ອງແຖວບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ; ເຊິ່ງມີເປົ້າໝາຍ 6 ຄົນຄື: ທ້າວ ຈ່ອຍ ອາຍຸ 48 ປີ (ເຈົ້າຂອງຫ້ອງແຖວ) ແລະ ນາງ ໄມຄໍາ ອາຍຸ 21 ປີ ປະຊາຊົນ ທັງສອງເປັນຜົວເມຍກັນ, ທ້າວ ບຸນນຳ ອາຍຸ 25 ປີ, ທ້າວ ໄຊຊະນະ ອາຍຸ 42 ປີ ແລະ ນາງ ຈັນສະໝອນ ອາຍຸ 28 ປີ ທັງສອງເປັນຜົວເມຍກັນ, ທ້າວ ຄູນຄໍາ ອາຍຸ 20 ປີ ທັງໝົດ ຢູ່ບ້ານແສງສະຫວ່າງ ພ້ອມຂອງກາງ 293 ເມັດ ມາສອບສວນ.

ເມື່ອມີຂໍ້ມູນຮັດກຸມ, ຫຼັກຖານຜູກມັດໜັກແໜ້ນພວກກ່ຽວ ຍອມຮັບວ່າ: ຢາບ້າທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງພວກກ່ຽວແທ້ ໂດຍຊື້ນຳຊາຍຄົນໜຶ່ງບໍ່ຮູ້ຊື່, ບໍ່ຮູ້ບ່ອນຢູ່ ປັດຈຸບັນໄດ້ນຳສົ່ງຕົວພວກກ່ຽວ ໃຫ້ກອງບັນຊາການ ປກສ ເມືອງໄຊທານີ ສຶບຕໍ່ດຳເນີນຄະດີ ຕາມກົດໝາຍ.

ມ້ຽນຄາບສົບຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ໃນບ້ານ

ຕາມການລາຍງານຈາກໜ່ວຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 4 ມັງກອນ 2022 ເວລາ 22:50 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງໄຊຍະບູລີ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 074 1625 ວ່າ:

ມີຄົນເສຍຊີວິດຈາກການຕິດເຊື່ອໂຄວິດ-19 ຢູ່ເຮີອນຜູ່ກ່ຽວ ແຂວງໄຊຍະບູລີ ເມື່ອໜ່ວຍກູ້ຊີບ-ກູ້ໄພສຸກເສີນໄປຮອດສະຖານທີ່ພົບເຫັນຜູ້ເສຍຊີວິດ 01 ຄົນ,ເປັນເພດຊາຍ, ອາຍຸ 26 ປີ ບ້ານວັງຂ້າມ ເມີອງໄຊຍະບູລີ ແຂວງໄຊຍະບູລີ.

ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງ, ແຂວງໄຊຍະບູລີ ຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປສົ່ງສະການທີ່ປ່າຊ້ານາໄຮ

ພິທີຄັດເລືອກເອົາຊາວໜຸ່ມເຂົ້າຮັບໃຊ້ຊາດຖັນແຖວກອງທັບປະຊາຊົນລາວ

ຫຼວງພະບາງ ຄັດເລືອກຊາວໜຸ່ມຮັບໃຊ້ຊາດ ຮອບທີ 2 ປະຈໍາປີ 2021 ພິທີຄັດເລືອກເອົາຊາວໜຸ່ມເຂົ້າຮັບໃຊ້ຊາດຖັນແຖວກອງທັບປະຊາຊົນລາວ ຮອບທີ 2 ປະຈໍາປີ 2021 ຂອງກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນລະຫ່ວາງວັນທີ 3 – 4 ມັງກອນ ຜ່ານ​ມາ ທີ່​ເດີ່ນກິລາ 20 ມັງກອນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ຄໍາສອນ ໂພທິວັນ ຮອງກອງບັນຊາການ ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຕາງໜ້າກົມກວດກາ ແລະ ພາກ​ສ່​ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.

ການຄັດເລືອກ​ຄັ້ງ​ນີ້, ແມ່ນໄດ້ກວດຫາເຊື້ອພະຍາດໂຄວິດ-19, ກວດນໍ້າມຸດສານເສບຕິດ, ກວດພະຍາດພາຍໃນ – ພາຍນອກ. ຜ່ານການກວດກາເຫັນວ່າຖືກຕ້ອງຕາມມາດຖານເງື່ອນໄຂຄົບຖ້ວນທຸກຢ່າງແລ້ວ, ແມ່ນຈະໄດ້ເຂົ້າປະຕິບັດໜ້າທີ່ຮັບໃຊ້ຊາດຢູ່ໃນຖັນແຖວກອງທັບປະຊາຊົນລາວ.

ສະເພາະປີ 2021 ນີ້, ກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບໄດ້ກໍານົດໂຕເລກລະດົມພົນໃຫ້ກອງບັນຊາຊາການທະຫານແຂວງຫຼວງພະບາງ ທັງໝົດ 124 ສະຫາຍ. ໃນນີ້, ແມ່ນຈະໄດ້ນໍາສົ່ງໃຫ້ກໍາລັງຫຼວງ 50 ສະຫາຍ, ປະກອບໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ 74 ສະຫາຍ.

ໃນໂອກາດດັ່ງກ່າວ, ສະຫາຍຮອງຫົວໜ້າກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບກໍໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ພະແນກການກ່ຽວຂ້ອງ, ອະນຸກໍາມະການທີ່ຖືກແຕ່ງຕັ້ງໃນການຄັດເລືອກເອົາຊາວໜຸ່ມເຂົ້າເປັນທະຫານພັນທະຮັບໃຊ້ຊາດຄັ້ງ​ນີ້ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດຕາມລະບຽບຫຼັກການເພື່ອຄັດເລືອກໃຫ້ໄດ້ຜູ້ທີ່ຄົບມາດຖານເງື່ອນໄຂຈະເຂົ້າຮັບໃຊ້ຊາດໃນຖັນແຖວກອງທັບປະຊາຊົນລາວ ຕາມເງື່ອນໄຂທີ່ກໍານົດໄວ້.

ແຫຼ່ງຂ່າວ: ປະຊາຊົນ

ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟເທື່ອ

ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນ, ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟ

ຕາມການລາຍງານງານ ຈາກແຟນເພຈທາງການ Laos – China Railway Company Limited ໄດ້ຈີ້ແຈງວ່າ: ຢ່າຫຼົງເຊື່ອຂ່າວປອມ! ບໍລິສັດທາງລົດໄຟລາວ-ຈີນ ຂໍແຈ້ງມາຍັງທ່ານຊາບວ່າ: ປະຈຸບັນ, ບໍລິສັດລົດໄຟລາວ-ຈີນ ບໍ່ໄດ້ອະນຸຍາດໃຫ້ໜ່ວຍງານ ຫຼື ບຸກຄົນໃດເປັນຕົວແທນຂາຍປີ້ລົດໄຟ, ຂໍ້ມູນທີ່ເອົາມາອ້າງວ່າຕົນເປັນຕົວແທນຂາຍປີ້ ແລະ ລາຄາປີ້ຕ່າງໆທີ່ໂພສໃນເຟສບຸກ ຫຼື ສື່ສັງຄົມອອນລາຍອື່ນໆ ແມ່ນຕ່າງກໍບໍ່ທັນໄດ້ຮັບອະນຸຍາດຈາກບໍລິສັດທັງໝົດ, ​ເຊິ່ງ​ຖືວ່າເປັນ​ການກະທຳ​ທີ່​ຜິດຕໍ່ລະບຽບ​ກົດໝາຍ.

ພ້ອມຍັງແຈ້ງເພີ່ມອີກວ່: ຂໍຄວາມຊ່ວຍເຫຼືອນຳໝູ່ເພື່ອນ ແລະ ພີ່ນ້ອງປະຊາຊົນທຸກໆຄົນຊ່ວຍແຊກັນຕໍ່ໆ, ຮ່ວມກັນຢຸດຕິການຂາຍປີ້ທີ່ບໍ່ຖືກຕ້ອງນີ້, ພ້ອມທັງຂໍໃຫ້ທຸກຄົນຊື້ປີ້ຜ່ານຊ່ອງທາງທີ່ຖືກຕ້ອງຢູ່ທຸກສະຖານີເທົ່ານັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ຖືກຕ໋ວະ. ພ້ອມດຽວກັນນີ້, ບໍລິສັດທາງລົດໄຟລາວ-ຈີນ ຈະເພີ່ມທະວີການຮ່ວມມືກັບບັນດາກະຊວງກົມກອງຂອງລັດຖະບານ, ເພື່ອຊຸກຍູ້ການເພີ່ມທະວີການລົງໂທດບັນດາບໍລິສັດ ຫຼື ບຸກຄົນ ທີ່ຂາຍປີ້ຜິດກົດໝາຍ ກໍຄືຜູ້ທີ່ສວຍໂອກາດກັກຕຸນປີ້ໂດຍສານ, ມີນາຍໜ້າຈອງໄວ້ ເພື່ອຂາຍປີ້ເກງກຳໄລ. ຖ້າພີ່ນ້ອງປະຊາຊົນພົບເຫັນການກະທຳທີ່ຜິດຕໍ່ກົດໝາຍ ອັນສ້າງຄວາມເສຍຫາຍຕໍ່ພາບພົດຂອງທາງ​ລົດ​ໄຟ​ລາວ-ຈີນ ແລະ ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ຂໍໃຫ້ທຸກຄົນແຈ້ງມາຍັງບໍລິສັດທາງລົດໄຟລາວ-ຈີນ ​ຫຼື​ ແຈ້ງເຈົ້າໜ້າທີ່ຕຳຫຼວດໂດຍດ່ວນ.

ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໃກ້ຈະສໍາເລັດແລ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ 2022 ນີ້ ເຊີ່ງຈະກາຍເປັນທ່າແຮງສໍາຄັນໃນການດຶງດູກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນ.

ອີງຕາມ ທ່ານ ຄໍາພະຍາ ພົມປັນຍາ, ຮອງເຈົ້າແຂວງບໍ່ແກ້ວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 31 ທັນວາ 2021 ຜ່ານມາ ວ່າ: ພາຍຫລັງລົງມືກໍ່ສ້າງມາໄດ້ 2 ປີ ມາຮອດປັດຈຸບັນ ການກໍ່ສ້າງສະໜາມບິນສາກົນດັ່ງກ່າວ ມີຄວາມຄືບໜ້າເກືອບຮ້ອຍສ່ວນ ໂດຍໄດ້ມີການທົດສອບໃຫ້ເຮືອ ບິນຂຶ້ນ-ລົງ, ລວມເຖີງທົດສອບລະບົບການສື່ສານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ໃນສະໜາມບິນແລ້ວ. ສ່ວນວຽກທີ່ພວມສຸມໃສ່ຈັດຕັ້ງປະຕິບັດໃນປັດຈຸບັນແມ່ນການກໍ່ສ້າງອາຄານຜູ້ໂດຍສານ ຄາດວ່າຈະສໍາເລັດໃນໄວໆ ນີ້ ເພື່ອໃຫ້ທັນເປີດນໍາໃຊ້ຢ່າງເປັນທາງການໃນ ເດືອນມີນາ 2022 ນີ້.

ເມື່ອສະໜາມບິນແຫ່ງນີ້ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈະເຮັດໃຫ້ການເດີນທາງໄປ ແຂວງບໍ່ແກ້ວ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ອງທ່ຽວພາຍໃນ ແຂວງບໍ່ແກ້ວ ນັບມື້ເພີ່ມຂຶ້ນໃນຕໍ່ໜ້າ.

ສໍາລັບສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ, ເມືອງ ຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳ ປະມານ 5 ກິໂລ ແມັດ, ເຊີ່ງອ້ອມຮອບໄປດ້ວຍພູຜ່າປ່າໄມ້ ແລະ ແມ່ນ້ຳຂອງ, ມີທິວທັດທີ່ສວຍສົດງົດງາມ. ສໍາລັບພິທີສຸດຖອດທາງສາສະໜາ ແລະ ທົດລອງບິນຄັ້ງທຳອິດຈັດຂຶ້ນໃນວັນທີ 22 ທັນວາ 2021 ຜ່ານມານີ້.

ຂ່າວ: Lao National Radio, ພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເລີ່ມຂຶ້ນມາເພີ່ມ! ລາຍງານຕົວເລກຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 5 ມັງກອນ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.140 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 836 ຄົນ (ຕິດເຊື້ອພາຍໃນ ມີ 835ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 835 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງວຽງຈັນ 394 ຄົນ
  2. ເຊກອງ 63 ຄົນ
  3. ວຽງຈັນ 47 ຄົນ
  4. ອຸດົມໄຊ 46 ຄົນ
  5. ບໍ່ແກ້ວ 41 ຄົນ
  6. ຫົວພັນ 35 ຄົນ
  7. ໄຊຍະບູລີ 28 ຄົນ
  8. ບໍລິຄຳໄຊ 26 ຄົນ
  9. ຫຼວງພະບາງ 25 ຄົນ
  10. ຫຼວງນ້ຳທາ 23 ຄົນ
  11. ຊຽງຂວາງ 22 ຄົນ
  12. ໄຊສ     ົມບູນ 20 ຄົນ
  13. ຜົ້ງສາລີ 17 ຄົນ
  14. ຄຳມ່ວນ 13 ຄົນ
  15. ຈຳປາສັກ 9 ຄົນ
  16. ສາລະວັນ 9 ຄົນ
  17. ອັດຕະປື 9 ຄົນ
  18. ສະຫວັນນະເຂດ 8 ຄົນ

ສ່ວນກໍລະນີນຳເຂົ້າ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.​   

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 114.787 ກໍລະນີ, ອອກໂຮງໝໍວານນີ້ 914 ຄົນ ແລະ ກຳລັງປິ່ນປົວ 8.236 ຄົນ ແລະ ເສຍຊີວິດສະສົມທັງໝົດ 409 ຄົນ (ເສຍຊີວິດໃໝ່ 6 ຄົນ)

ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາ 11 ໂມງ ທີ 03 ມັງກອນ 2022, ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ ສີວິໄລ ໄດ້ນຳກຳລັງລົງເຄື່ອນໄຫວຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບ ພົບເຫັນ ກຸ່ມມົ້ວສຸມຢາເສບຕິດ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ກັກຕົວໄດ້ມີຈຳນວນ 4 ຄື: ທ້າວ ກຽດຕິສັກ ອາຍຸ 38 ປີ (ເຈົ້າຂອງເຮືອນ) ທ້າວ ນ່ອງ ອາຍຸ 23 ປີ, ທ້າວ ລາຕີ ອາຍຸ 27 ປີ ທັງສາມຢູ່ບ້ານຄຳຮຸ່ງ ແລະ ທ້າວ ອາລີ ອາຍຸ 30 ປິ ບ້ານຫ້ວຍຫົວ ເມືອງຈັນທະບູລີ ພ້ອມທັງອຸປະກອນເສບຢາເສບຕິດ.

ສອບຖາມເບື້ອງຕົ້ນພວກກ່ຽວໃຫ້ການຮັບສາລະພາບວ່າ: ໄດ້ມົ້ວສຸມຢາເສບຕິດ ແລະ ອຸປະກອນເສບຢາ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງພວກກ່ຽວແທ້.

ດັ່ງນັ້ນ ຈື່ງໄດ້ນຳຕົວຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມ ແລະ ໃຫ້ຢຸດເຊົາການມົ້ວສຸມຢາເສບຕິດ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມພັກພວກ, ກຸ່ມແກ້ງຊື້-ຂາຍຢາເສບຕິດ ມາດຳເນີນຄະດີຕາມກົດໝາຍ.