Home Blog Page 127

ຄະນະປະທານບໍລິຫານງານສະຫະພັນແມ່ຍິງເມືອງຍົມມະລາດລົງຊ່ວຍເຫຼືອຄອບຄົວທີ່ທຸກຍາກ

ຄະນະປະທານບໍລິຫານງານສະຫະພັນແມ່ຍິງເມືອງຍົມມະລາດລົງຊ່ວຍເຫຼືອຄອບຄົວທີ່ທຸກຍາກ

ຕາມການລາຍງານຂອງ Khammouane News :ໃນອາທິດທີ່ຜ່ານມານີ້ທ່ານ ນາງ ອຸບົນລັດ ບົວຈູມ ປະທານຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ຍົມມະລາດ ແຂວງຄຳມ່ວນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ອຍເຫຼືອໃຫ້ແກ່ຄອບຄົວນາງ ລຽນ ອາຍຸ 40 ປີ ເຊິ່ງຄອບຄົວຂອງຜູ້ກ່ຽວເປັນຄອບຄົວທຸກຍາກ ພ້ອມນັ້ນຜູ້ກ່ຽວແມ່ນມີອາການບໍ່ປົກກະຕິທາງດ້ານເສັ້ນປະສາດ ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ , ປັດຈຸບັນຢູ່ບ້ານ ນາເທິດ ເມືອງ ຍົມມະລາດ ແຂວງຄຳມ່ວນ . ນາງ ລຽນ ມີລູກທັງໝົດ 5 ຄົນ, ຍິງ 1 ຄົນເຊິ່ງອາການຜູ້ກ່ຽວແມ່ນເປັນຕອນເກີດລູກຜູ້ທຳອິດກໍ່ເລິ່ມມີອາການຊັກກະຕຸກແຕ່ບໍ່ຮຸນແຮງ ແລະ ພໍເກີດລູກຜູ້ທີ 2,3,4,5 ອາການກໍ່ຮຸນແຮງຂຶ້ນຕາມລຳດັບຈົນມາຮອດປັດຈຸບັນຍ້ອນບໍ່ໄດ້ຮັບການສັກຢາປົວພະຍາດທາງເສັ້ນປະສາດຕໍ່ເນື່ອງ ເພາະຂາດເຂີນທາງດ້ານເສດຖະກິດຂອງຄອບຄົວ, ອາການຂອງລາວແມ່ນຕົນໂຕເໜັງຕີງ ( ຊັກກະຕຸກ ) ຢູ່ຕະຫຼອດ.

ຕໍ່ກັບບັນຫາດັ່ງກ່າວ ທາງຄະນະປະທານສະຫະພັນແມ່ຍິງເມືອງແມ່ນໄດ້ສົມທົບກັບອຳນາດການປົກຄອງບ້ານ ແມ່ນລົງຢ້ຽມຢາມ ແລະ ນຳເອົາເຂົ້າສານ, ອາຫານແຫ້ງ ແລະ ເສື້ອຜ້າຈຳນວນໜຶ່ງມອບໃຫ້ລວມມູນຄ່າ 375.000 ກີບ ເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ.

ຕ້ອນຮັບນັກຮຽນເກົາຫຼີໃຕ້ກຸ່ມທຳອິດມາທັດສະນະໃນລາວ

ນັກຮຽນຈາກ ໂຮງຮຽນຕີກ໊ອບ ອີໂພ່ ນະຄອນໂຊອຸນ ເກົາຫຼີໃຕ້ (Ipo High School in Seoul) ມາທັດສະນະສຶກສາ ແລະ ຈັດກິດຈະກຳທ່ອງທ່ຽວສີຂຽວຢູ່ລາວ.

ຕາງໜ້າໂຮງຮຽນຟ້າສີຄາມຕ້ອນຮັບຄະນະໂດຍທ່ານ ນາງ ບຸນເຫຼືອ ພົມມະທັດ ປະທານ ກຸ່ມໂຮງຮຽນຟ້າສີຄາມ, ທ່ານ ກິມແດຊອງ ຫົວໜ້າຝ່າຍກິດຈະກຳໂຮງຮຽນຟ້າສີຄາມ ໂດຍຜ່ານບໍລິສັດ ແຟມມິລີ່ ທົວ (Family Tour) ເຊິ່ງມີນັກຮຽນທັງໝົດ 17 ຄົນ ຈາກໂຮງຮຽນຕີກ໊ອບ ອີໂພ່ ພ້ອມດ້ວຍຄູສອນອີກ 6 ຄົນ.

ນຳໂດຍ ທ່ານ ນາງຊີນ ຊື່ ລີ້ ພ້ອມໃຫ້ສຳພາດວ່າ: ສຳລັບການເຂົ້າມາຂອງນັກຮຽນ ພ້ອມດ້ວຍຄູສອນ ໃນຄັ້ງນີ້ ແມ່ນເປັນການມາເຝິກຊ້ອມ ແລະ ຈັດກິດຈະກຳຊ້ອມຕີກ໊ອບ ໂດຍເລີ່ມເຂົ້າມາເຖິງລາວ ກໍຄືວັນທີ 10 ມັງກອນ ຈົນເຖິງ 20 ກຸມພາ 2022 ແລະ ກິດຈະກຳດັ່ງກ່າວເປັນກິດຈະກຳ ທີ່ລັດຖະບານລາວສົ່ງເສີມການທ່ອງທ່ຽວສີຂຽວໃນໄລຍະທຳອິດ ຂອງການເປີດຮັກນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວ, ເຊິ່ງມີນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ແລະ ຖ້າມີໂອກາດຢາກຈະພານັກຮຽນໄປທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວປະຫວັດສາດວັດທະນະທຳ ແລະ ທຳມະຊາດຕື່ມອີກ.

ພາຍຫຼັງອອກຈາກສະໜາມບິນຄະນະຄູສອນພ້ອມດ້ວຍນັກຮຽນແມ່ນໄດ້ເດີນທາງໄປໂຮງແຮມບູຍ້ອງ ໂດຍມີໂຮງຮຽນຟ້າສີຄາມຕ້ອນຮັບ ເຊິ່ງເປັນໂຮງຮຽນແຫກສ່ຽວກັບໂຮງຮຽນຕີກ໊ອບ ອີໂພ່ ເກົາຫຼີໃຕ້.

ພະນັກງານທ່ອງທ່ຽວຈະຮັບຜິດຊອບໃນການຮັບ ແລະ ກວດກາແຂກຢູ່ໂຮງແຮມ. ນັກທ່ອງທ່ຽວທຸກຄົນຕ້ອງໄດ້ສັກຢາກັນພະຍາດຢ່າງຄົບຖ້ວນ ແລະຈະຖືກກວດຫາໂຄວິດເມື່ອມາຮອດປະເທດລາວ.

ແຫຼ່ງຂ່າວ ແລະ ຮູບພາບ: Vte9

ລາຍງານຕົວເລກຜູ້ຕິດເຊື້ອໂຄວິດ-19 ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາໃຫ້ໃຫ້ຮູ້ວ່າວັນທີ 11 ມັງກອນ 2022 ມີຜູ້ຕິດເຊື້ອໃໝ່ທັງໝົດ 999 ຄົນ ແລະ ເສຍຊີວິດໃໝ່ +9

ສຳລັບຜູ້ຕິດເຊື້ອນໍາເຂົ້າພຽງແຕ່ 3 ກໍລະນີ.

ພັນລະຍາ ປະທານປະເທດ ພ້ອມດ້ວຍຄອບຄົວການນຳຢ້ຽມຢາມທະຫານຊາຍແດນ

ໃນວັນທີ 9 ມັງກອນ 2022 ຜ່ານມາ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍ ບັນດາຄອບຄົວການນຳທີ່ມາຈາກສູນກາງ, ໄດ້ເຄື່ອນໄຫວຢ້ຽມຢາມ ອວຍພອນອ້າຍນ້ອງ ນາຍ ແລະ ພົນທະຫານ ທີ່ຄ້າຍ ກອງ ພັນທະຫານລາບທີ 24, ກອງຮ້ອຍທະຫານຊາຍແດນ 529 ທີ່ ເຂດເມືອງມຸນລະປາໂມກ ແຂວງຈຳປາສັກ.

ໃນໂອກາດຊົມເຊີຍຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ໂດຍ ມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ, ປະທານກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ພົຈວ. ສຸໄກ ພິມມະສານ ຫົວໜ້າກອງບັນຊາການທະຫານແຂວງ, ມີ ຄະນະສະມາຄົມ ຄອບຄົວການນຳທີ່ມາຈາກສູນກາງ, ການນຳຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.

ການມາຢ້ຽມຢາມ ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານກອງພັນທະຫານລາບທີ 24, ກ້ອງຮ້ອຍທະຫານຊາຍແດນ 529 ເທື່ອນີ້, ກໍຄືໃນນາມສະມາຄົມ ຄອບຄົວການນຳຂັ້ນສູງ ແມ່ນໄດ້ນຳເອົາຄວາມອົບອຸ່ນຮັກແພງຢ່າງຈິງໃຈ ເພື່ອອວຍພອນ ໃນໂອກາດຊົມເຊີຍຕໍ່ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949 ຫາ 20 ມັງກອນ 2022) ທີ່ຈະມາເຖິງນີ້, ຕະຫລອດໄລຍະເວລາ 73 ປີ ຜ່ານມາແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ ວິລະຊົນ ຜູ້ທີ່ປະຕິ ບັດໜ້າທີ່ເປັນກຳລັງຫລັກແຫລ່ງ, ເປັນກຳລັງແຮງໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ ຕະຫລອດໄລຍະ 46 ປີຜ່ານມາ.

ເຊິ່ງຜົນງານທີ່ຍາດມາໄດ້ ຈະເປັນກໍາລັງແຮງອັນມະຫາສານ ເຮັດໃຫ້ເສັ້ນທາງກ້າວເດີນຂອງປະເທດຊາດເຮົາ ສືບຕໍ່ສ້າງສາລະບອບປະຊາທິປະໄຕ ປະຊາຊົນ ຢ່າງໜັກແໜ້ນ, ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມ ຕາມຈຸດໝາຍ ກໍຄືອຸດົມການຂອງພັກ ຄື ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ປະກົດຜົນເປັນຈິງ.

ໂອກາດຢ້ຽມຢາມເທື່ອນີ້, ຄະນະດັ່ງກ່າວໄດ້ນຳເອົາປັດໄຈເປັນເງິນສົດ, ເຂົ້າສານ, ເຄື່ອງໃຊ້ທີ່ຈຳເປັນ ເພື່ອມອບໃຫ້ນາຍ ແລະ ພົນທະຫານກອງພັນທະຫານລາບທີ 24, ກ້ອງຮ້ອຍທະຫານຊາຍແດນ 529, ພ້ອມທັງໄດ້ປ່ອຍລູກປາ ລົງໜອງນ້ຳທຳມະຊາດໃນເຂດດັ່ງກ່າວ ເພື່ອຄວາມອຸດົມສົມດູນ ນຳອີກ. ຂ່າວ-ພາບ: ທັດຊະນະ

ແຫຼ່ງຂ່າວຈາກ: ຂປລ

ຈັບຜູ້ຂາຍຍ່ອຍ ນໍາໄປສູ່ການຈັບຕົວຜູ້ຈໍາໜ່າຍ ພ້ອມຜັນຂະຫຍາຍວາລະແຫ່ງຊາດຕ້ານຢາເສບຕິດ

ຕາມການລາຍງານ ຈາກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

ພັທ ຄໍາມະນີ ແກ້ວສີຫາ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໄຊທາ ນີ ໃຫ້ສໍາພາດ ໃນວັນທີ 5 ມັງກອນ ນີ້ ວ່າ: ເພື່ອເປັນການກັນ-ສະກັດກັ້ນ ແລະ ຕ້ານກຸ່ມບໍ່ຫວັງດີທີ່ຫວັງມ້າງເພ່ທໍາລາຍຄວາມສະຫງົບສຸກຂອງປະ ເທດ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ; ປກສ ເມືອງໄຊທານີຈຶ່ງໄດ້ຫັນເອົາກໍາລັງວິຊາສະເພາະລົງຕິດ ຕາມ-ກວດກາ ເພື່ອຂຶ້ນບັນຊີເປົ້າໝາຍທີ່ພົວພັນຢາເສບຕິດຢູ່ບັນດາຈຸດຫຼໍ່ແຫຼມຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເຮັດໃຫ້ສາມາດມ້າງ-ແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ; ຄະດີທີ່ພົ້ນເດັ່ນລ້າສຸດທີ່ເກີດຂຶ້ນຢູ່ບ້ານດອນໜູນໃນຄັ້ງວັນທີ 23 ທັນວາ 2021 ຜ່ານມາ ທີ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ພ້ອມທັງຢຶດຂອງກາງຢາບ້າໄດ້ 31.210 ເມັດ ແລະ ຊັບສິນທີ່ກ່ຽວຂ້ອງໄປສອບສວນ.

ຄະດີດັ່ງກ່າວ, ພັທ ຄໍາມະນີ ແກ້ວສີຫາ ເປີດເຜີຍວ່າ: ໃນເວລາປະມານ 22:30 ໂມງຂອງວັນທີ 22 ທັນວາ 2021 ເຈົ້າໜ້າທີ່ ປກສ ກຸ່ມບ້ານໄຊ ແລະ ອໍານາດການປົກຄອງບ້ານດອນໜູນ ເມືອງໄຊທານີ ໄດ້ອອກກວດກາລາດຕາເວນຕາມຄວາມຮັບຜິດຊອບ ຢູ່ຕາມເສັ້ນທາງຮ່ອມນ້ອຍ ແລະ ຂະນະດຽວກັນໄດ້ເຫັນເປົ້າໝາຍມີທ່າທາງພິລຸດສົງໄສທີ່ກໍາລັງຄ້າຂາຍຢາເສບຕິດຢູ່ ຈຶ່ງໄດ້ນໍາຕົວໄປສອບສວນ ຈຶ່ງຮູ້ວ່າຜູ້ກ່ຽວ ຊື່ ທ້າວ ອາມີ ຫຼື ອັອດ ອາຍຸ 39 ປີ ຢູ່ບ້ານດອນໜູນ ນອກນີ້, ຍັງພົບເຫັນຂອງກາງ ປະເພດຢາບ້າ ຈໍານວນ 210 ເມັດ. ຜ່ານການສອບສວນຂະຫຍາຍຜົນ ຈຶ່ງຈັບຕົວເປົ້າໝາຍຊື້-ຂາຍຢາເສບຕິດ ຕາມການຊັດທອດຂອງທ້າວ ອາມີ ໄດ້ອີກ2 ຄົນຄື: ນາງ ໄຊພອນ ອາຍຸ 57 ປີ ມີຂອງກາງຢາບ້າ 1.000 ເມັດ ແລະ ທ້າວ ສາຍສະຫອນ ຫຼື ຄໍາຫຼ້າ ອາຍຸ 29 ປີ ຂໍ້ຫາເສບຢາເສບຕິດ ແລະ ປິດບັງການກະທໍາຜິດຂອງຄົນອື່ນ ເຊິ່ງທັງສອງແມ່ນເປັນແມ່-ລູກກັນ ຢູ່ບ້ານດອນໜູນ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວນາງ ໄຊພອນ ໄປສອບສວນນໍາໄປສູ່ການຈັບຕົວ ທ້າວ ສຸບັນ ອາຍຸ 58 ປີ ບ້ານດອນໜູນ ໃນຂໍ້ຫາ ຄ້າຂາຍຢາເສບຕິດ ໃນນັ້ນ, ພົບເຫັນຂອງກາງປະເພດຢາບ້າ 30.000 ເມັດ, ເງິນກີບ 150.000.000 ກີບ, ເງິນບາດ 3.784.000 ບາດ, ເງິນໂດລາ 24.000 ໂດລາ, ລົດໃຫ່ຍ 3 ຄັນ, ວັດຖຸຄ້າຍຄືເງິນ ແລະ ຄໍາ ແລະ ໃບຕາດິນຈໍານວນໜຶ່ງ. ສໍາລັບ ທ້າວ ສຸບັນ ແມ່ນເປັນເປົ້າໝາຍຄ້າຂາຍຢາເສບຕິດທີ່ເຈົ້າໜ້າທີ່ຕິດຕາມການເຄື່ອນໄຫວມາໄດ້ 2 ປີ ແລ້ວ ຈົນມີຂໍ້ມູນຫຼັກຖານທີ່ໜາ ແໜ້ນ ຈຶ່ງນໍາໄປສູ່ການຈັບກຸມໃນຄັ້ງນີ້.

ໃນການແກ້ໄຂຄະດີແມ່ນໄດ້ເຮັດຢ່າງຖືກຕ້ອງຕາມຫຼັກການວິຊາສະ ເພາະ ເປັນຕົ້ນແມ່ນເວລາຈັບຕົວ ຕ້ອງໃຫ້ມີຫຼັກຖານ ຫຼືວ່າມີຂອງກາງ, ມີຄວາມເດັດຂາດ ນໍາໃຊ້ມາດຕະການຕ່າງໆທີ່ກົດໝາຍໄດ້ກໍານົດໄວ້, ໃນເວ ລາໄລ່ນໍາ ຕ້ອງໃຫ້ມີຄວາມວອ່ງໄວ, ມີການຕັດສິນໃຈສູງ ແລະ ມີຄວາມໂປ່ງໃສຕໍ່ໜ້າທີ່ ໂດຍສະເພາະແມ່ນເວລາຈັບຕົວ-ກວດຄົ້ນຕົນຕົວ, ກວດຄົ້ນເຄຫາສະຖານ, ພາຫະນະແລະອື່ນໆຕ້ອງມີການຈັດຕັ້ງບ້ານເຂົ້າຮ່ວມ ພ້ອມ ທັງເຮັດບົດບັນທຶກ ແລະ ຖ່າຍຮູບຢູ່ກັບທີ່ ໂດຍຊ້ອງໜ້າຜູ້ຖືກຈັບຕົວເຮັດຢ່າງລະອຽດ ເພື່ອຄວາມສະດວກໃນການປະກອບຂໍ້ມູນຫຼັກຖານໃສ່ສໍານວນຄະດີໃຫ້ເຮັດກຸມ ແລະ ແນໃສ່ໃຫ້ຜູ້ກະທໍາຜິດ ຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດໂດຍຕິດພັນກັບການກໍ່ສ້າງຮາກຖານການເມືອງຈຶ່ງໄດ້ນໍາພາກໍາລັງວິຊາສະເພາະໂດຍປະສານສົມທົບກັບອໍານາດປົກຄອງບ້ານ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງກົມກຽວ ຈັດຕັ້ງປະຕິບັດເຮັດວຽກງານໂຄສະນາ-ເຜີຍແຜ່ຜົນຮ້າຍ, ຄວາມເປັນອັນຕະລາຍ, ບັນດາກົດ ໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຢາເສບຕິດ ເພື່ອເຮັດໃຫ້ອໍານາດການປົກຄອງບ້ານ, ພໍ່-ແມ່ປະຊາຊົນ ແລະທຸກຊັ້ນຄົນຢູ່ໃນສັງຄົມໃຫ້ໄດ້ຮັບ ຮູ້ແລະເຂົ້າໃຈ ພ້ອມທັງປະກອບສ່ວນ, ເຂົ້າຮ່ວມແກ້ໄຂ ໂດຍການກວດກາ, ຂຶ້ນບັນຊີເປົ້າໝາຍຢາເສບຕິດແຕ່ລະປະເພດ ຢູ່ແຕ່ລະບ້ານຄືນໃໝ່ຕາມຫຼັກການວິຊາສະເພາະ ແລະໄດ້ແບ່ງຂັ້ນໃນການຄຸມຄອງເປົ້າໝາຍແຕ່ລະປະເພດຢ່າງຂາດຕົວ.

ນອກນັ້ນ, ຍັງໄດ້ຕິດຕາມ-ກວດກາປະຫວັດການເຄື່ອນໄຫວໄປ-ມາຂອງບຸກຄົນ,ການປະກອບອາຊີບແລະອື່ນໆຕາມລະບຽບການຄຸ້ມຄອງສໍາມະໂນຄົວ ພາຍຫຼັງທີ່ພົບເຫັນບຸກຄົນໃດ ຫຼື ກຸ່ມຄົນໃດທີ່ມີການມົ້ວສຸມ, ຊື້-ຂາຍສິ່ງຜິດກົດໝາຍ ກໍຈະນໍາຕົວໄປສຶກສາອົບຮົມ ພ້ອມທັງດໍາເນີນຄະດີ; ກວດກາ ແລະເຮັດບົດບັນທຶກກ່າວເຕືອນບັນດາຫ້າງຮ້ານແລະທຸລະກິດທີ່ມີຄວາມສ່ຽງກ່ຽວກັບຢາເສບຕິດ, ສ້າງເປັນລາຍຄະດີສະເພາະຕິດຕາມ, ອອກກວດກາລາດຕາເວນຕະຫຼອດ 24 ຊົ່ວໂມງເປັນປະຈໍາ ແລະ ເມື່ອພົບເຫັນກໍວາງແຜນແກ້ໄຂທັນທີ.

ຢ່າງໃດກໍຕາມ, ເພື່ອເປັນການສະກັດກັ້ນບຸກຄົນບໍ່ດີເຫຼົ່ານັ້ນເຄື່ອນໄຫວກະທໍາຜິດ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ໂດຍສະເພາະພໍ່-ແມ່ປະຊາຊົນ ແລະ ຄົນອ້ອມຂ້າງ ຈົ່ງເປັນຫູ-ເປັນຕາຊ່ວຍເຈົ້າໜ້າທີ່, ຕ້ອງກວດກາຄົນໃນຄອບຄົວຂອງຕົນຢ່າງເປັນປະຈໍາ ເມື່ອພົບກໍລະນີສົງໄສຕ້ອງຮີບຮ້ອນໃຫ້ລາຍງານຕໍ່ເຈົ້າໜ້າທີ່-ທີ່ກ່ຽວຂ້ອງ ເພື່ອແກ້ໄຂໃຫ້ທັນເວລາ ແລະ ນໍາຕົວພວກກ່ຽວໄປປິ່ນປົວ-ບໍາບັດຕາມຂັ້ນຕອນຢ່າງຖືກຕ້ອງ.

ຊີ້ແຈງແລ້ວ! ກໍລະນີຄ່າປິ່ນປົວໂຄວິດ-19 ທີ່ມີຄ່າໃຊ້ຈ່າຍລາຄາສູງ

ໃນກໍລະນີທີ່ຫຼາຍຄົນໃຫ້ຄວາມສົນໃຈຂ້າມຄືນກ່ຽວກັບລາຄາຕົວເລກທີ່ສູງໃນການປິ່ນປົວຜູ້ປ່ວຍ ເຊິ່ງທາງໂຮງໝໍກໍໄດ້ອອກມາຊີ້ແຈ້ງ ແລະ ອະທິບາຍເຫດຜົນທີ່ມາ ວ່າເປັນຫຍັງຄ່າຮັກສາຜູ້ປ່ວຍເຖິງສູງແບບນີ້, ເຊິ່ງລວມມີ 5 ປັດໃຈ ຄື:

.

ຂໍໃຫ້ບັນດາທ່ານອ່ານໃຫ້ລະອຽດ

.

9 ມັງກອນ 2022 ມີຜູ້ຕິດເຊື້ອສະສົມແລ້ວ 118,880 ຄົນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 8 ມັງກອນ 2022

ລາຍລະອຽດເພີ່ມເຕີມພາຍຫຼັງ

ນັກກິລາບານເຕະຊາຍຂອງລາວ ຖືກ FIFA ລົງໂທດ ຍ້ອນມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ

ທ່ານ ນາງ ກັນຍາ ແກ້ວມະນີ, ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 7 ມັງກອນ 2022 ຢູ່ສະໜາມກິລາແຫ່ງຊາດຫລັກ 16, ນະຄອນຫລວງວຽງຈັນ ວ່າ: ມາຮອດມາຮອດປັດຈຸບັນ, ມີນັກກິລາບານເຕະຊາຍຂອງລາວຖືກສະຫະພັນບານເຕະສາກົນ ຫຼື FIFA ລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດແລ້ວ 45 ຄົນ ຍ້ອນຖືກກວດສອບວ່າມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນ (ລົ້ມບານ) ເຊີ່ງນັກກິລາຈໍານວນດັ່ງກ່າວ ແມ່ນສະສົມມາເປັນເວລາຫລາຍປີ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ການຄັດເລືອກເອົານັກກິລາບານເຕະທີມຊາດ ເພື່ອເຂົ້າຮ່ວມແຂ່ງຂັນລາຍການລະດັບສາກົນຕ່າງໆ.

ສ່ວນ ທ່ານ ຄໍາແພງ ວົງຂັນຕີ, ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ຊີ້ແຈງວ່າ: ໄລຍະຜ່ານມາ ສະຫະ ພັນບານເຕະແຫ່ງຊາດລາວ ໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງຕໍ່ການສຶກສາອົບຮົມການເມືອງແນວຄິດນັກກິລາບານເຕະທຸກຄົນໃຫ້ມີນໍ້າໃຈຮັກຊາດ ແລະ ເສຍສະຫລະເພື່ອປະ ເທດຊາດ. ນອກຈາກນີ້ ກ່ອນການເຂົ້າຮ່ວມແຂ່ງຂັນລາຍ ການລະດັບສາກົນຕ່າງໆ ແມ່ນມີການນໍາຂັ້ນສູງທີ່ຕາງໜ້າໃຫ້ລັດຖະບານໄດ້ພົບປະໂອ້ລົມນັກກິລາເພື່ອສ້າງຂວັນກໍາລັງໃຈ, ພ້ອມທັງຮຽກຮ້ອງໃຫ້ນັກກິລາທຸກຄົນເອົາໃຈໃສ່ປະຕິບັດຕາມລະບຽບການແຂ່ງຂັນຢ່າງເຂັ້ມງວດ, ມີນໍ້າໃຈຮັກຊາດ, ເສຍສະຫລະ ແລະ ເອົາໃຈໃສ່ເຂົ້າຮ່ວມແຂ່ງຂັນຢ່າງສຸດຄວາມສາມາດ ເພື່ອກຽດສັກສີ ແລະ ເປັນການສ້າງຊື່ສຽງໃຫ້ແກ່ປະເທດຊາດ.

ຢ່າງແນວໃດກໍ່ຕາມ ນັກກິລາຈໍານວນດັ່ງກ່າວບໍ່ເຊື່ອຟັງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວຈິ່ງເຂົ້າໄປມີສ່ວນພົວພັນກັບຂະບວນການລົ້ມບານຈົນຖືກອົງກອນທີ່ກ່ຽວຂ້ອງຈາກສະຫະພັນບານເຕະສາກົນ ຫຼື FIFA, ສະຫະພັນບານເຕະອາຊີ ຫລື AFC ແລະ ສະຫະພັນບານເຕະແຫ່ງຊາດລາວ ກວດສອບພົບວ່ານັກກິລາທັງ 45 ຄົນ ມີສ່ວນພົວພັນກັບການສໍ້ໂກງຜົນການແຂ່ງຂັນຈິ່ງຖືກລົງໂທດຫ້າມຫຍຸ້ງກ່ຽວກັບກິລາບານເຕະຕະຫລອດຊີວິດ.

ຮອງປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວຢໍ້າຕື່ມວ່າ: ການກະທໍາຂອງນັກກິລາທັງ 45 ຄົນ ຖືເປັນການຕັດອະນາຄົດຂອງຕົນເອງ ແລະ ສະຫະພັນບານ ເຕະແຫ່ງຊາດລາວ ບໍ່ຕ້ອງການນັກກິລາແບບນີ້ ເຖີງວ່າເກັ່ງພຽງໃດກໍ່ຕາມ ເພາະການກະທໍາດັ່ງກ່າວ ນອກຈາກສ້າງຄວາມເສື່ອມເສຍໃຫ້ແກ່ຕົວນັກກິລາເອງ ຍັງສ້າງຄວາມເສື່ອມເສຍໃຫ້ແກ່ສະຫະພັນບານເຕະແຫ່ງຊາດ ແລະ ສ້າງຄວາມເສື່ອມເສຍຊື່ສຽງຂອງຊາດອີກ.

ແຫຼ່ງຂ່າວ: Lao National Radio

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງເຖິງສະໜາມບິນສາກົນ ໂນຍບາຍ ສສ ຫວຽດນາມ

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເດີນທາງເຖິງສະໜາມບິນສາກົນ ໂນຍບາຍ ສສ ຫວຽດນາມ ຢ່າງເປັນທາງການ.

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມຢ່າງເປັນທາງການທີ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນລະຫວ່າງ ວັນທີ 8 – 10 ມັງກອນ 2022 ນີ້.

ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ, ເຊິ່ງອອກເດີ່ນຕ້ອນຮັບໂດຍ ສະຫາຍ ເຈີນ ວັນ ເຊີ່ນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ສສ ຫວຽດນາມ, ພ້ອມດ້ວຍເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ.

ຂໍ້ມູນຈາກ: ປະເທດລາວ

ປະຊາຊົນບ້ານຊາຍຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຈັດງານບຸນກິນຈຽງ ໜໍ່ເປ້ເຈົ່າ ປະຈຳປີ 2022

ດັ່ງທີ່ທຸກຄົນຮູ້, ງານບຸນກິນຈ້ຽງ ຫຼື ໜໍ່ເປເຈົ່າ ເປັນຮີດຄອງປະເພນີຂອງຊົນເຜົ້າມົ້ງທີ່ເຄີຍຈັດຕັ້ງມາແຕ່ດຶກດໍາບັນ, ຫຼາຍບ້ານໃນບັນດາເມືອງແຂວງຕ່າງໆກໍໄດ້ເລີ່ມຈັດງານບຸນດັ່ງກ່າວ. ໃນນັ້ນຄະນະພັກອຳນາດການປົກຄອງບ້ານພ້ອມດ້ວຍປະຊາຊົນ ບ້ານຊາຍຈະເລີນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍ່ບໍ່ໄດ້ລະຮີດໃຫ້ມອງລະຄອງໃຫ້ເສົ້າ ແລະ ໄດ້ຈັດງານບຸນກິນຈຽງ ໜໍ່ເປ້ເຈົ່າ ປະຈຳປີ 2022. ເຊິ່ງໄດ້ເລີ້ມມາແດ່ວັນທີ 3 ມັງກອນ2022 ແລະ ຈະສຳເລັດໃນ ວັນທີ 7 ມັງກອນ 2022 ນີ້.

ທ້າວ ນໍ່ຈື ກາໄຈລີ ເລຂາຄະນະພັກຮາກຖານ ນາຍບ້ານ ບ້ານຊາຍຈະເລີນ ໄດ້ສຳພາດຕໍ່ຜູ້ສື່ຂ່າວວ່າ: ເຜົ່າມົ້ງມີເອກະລັກທາງດ້ານຮີດຄອງປະເພນີ ເຊື່ອຖືຜີເຮືອນ, ສືບສາຍຕະກຸນທາງພໍ່ ຫຼື ຝ່າຍຊາຍເປັນຫຼັກ, ໜໍເປ້ເຈົ່າ ແມ່ນການສະຫຼອງຜົນງານການເກັບກ່ຽວ ທີ່ຍາດມາໄດ້ໃນຕະຫຼອດໄລຍະໜຶ່ງປີ, ເປັນການສົມມາຄາລະວະຕໍ່ພໍ່ແມ່, ຜູ້ອາວຸໂສ ແລະ ຜູ້ນຳພາ, ເປັນການສ້າງໂອກາດເຕົ້າໂຮມບັນດາພໍ່ແມ່ຍາດຕິພີ່ນ້ອງ, ແຂກຄົນທັງຢູ່ໃກ້ ແລະ ຢູ່ໄກໄດ້ມາພົບພໍ້ຢ້ຽມຢາມ ເພື່ອສະແດງຄວາມ ສາມັກຄີ, ຄວາມຂອບອົກຂອບໃຈ, ຄວາມຮູ້ບຸນຄຸນເຊິ່ງກັນ ແລະ ກັນ ພ້ອມຍັງເປັນການສ້າງໂອກາດໃຫ້ຜູ້ເປັນພໍ່ແມ່ໄດ້ເລືອກໄພ້, ເລືອກເຂີຍ, ຊາຍໜຸ່ມຍິງສາວໄດ້ເລືອກຄູ່ຊີວິດຂອງຕົນເອງ, ການເອ້ຢ້ອງ, ອວດອ້າງຄວາມຮັ່ງມີຂອງໃຜລາວ ທັງເປັນການຟື້ນຟູ, ເຜີຍແຜ່ຮີດຄອງປະເພນີອັນດີງາມ ແລະ ວັດທະນະທໍາຂອງຕົນນຳອີກ.

ທ່ານໄດ້ກ້າວຕື່ມວ່າ: ການຈັດງານໃນຄັ້ງນີ້ ມີຄວາມແຕກຕ່າງໃນໄລຍະຜ່ານມາເນື່ອງຈາກມີການລະບາດຂອງເຊື້ອພະຍາດໂຄວິດ-19 ຈິ່ງໄດ້ຈັດຕາມຮີດຕາມຄອງກິດຈະກຳບາງຢ່າງບໍ່ສາມາດນໍາມາສະແດງ, ມາໃຫ້ຊົມມີພຽງແຕ່ກິດຈະກຳໂຍນໝາກຄອນ, ການວາງຂາຍສິນຄ້າເທົ່ານັ້ນຈິ່ງເຮັດໃຫ້ບັນຍາດກາດບໍ່ຄຶກ ຄັກແຕ່ການປະຕິບັດມາດຕະການ ແມ່ນໄດ້ພ້ອມກັນປະຕິບັດຢ່າງເຂັ້ມງວດມີການວັດແທກອຸ່ນຫະພຸມ.

ທ່ານ ເຍ້ ວື ອສບ ບ້ານ ໄດ້ສຳພາດຕື່ມວ່າ: ການປະຕິບັດມາດຕະການປ້ອງກັນໂຄວິດ-19 ຕົນເອງ ພ້ອມຄະນະໄດ້ເອົາໃຈໃສ່ປະຕິບັດຕາມໜ້າທີ ໂດຍຕັ້ງຈຸດວັດແທກອຸ່ນຫະພຸມຢູ່ຈຸດທາງເຂົ້າໃນງານ ແຈກຜ້າປິດປາກປິດດັງຊີດຢາຂ້າເຊື້ອທຸກຄົນທີ່ເຂົ້າໃນງານ ຫຼື ຕ້ອງລ້າງມືດ້ວຍເຈວປະສົມເຫຼົ້າ 70 ຫຼື ເຫຼົ້າ 90 ເພື່ອຮັບປະກັນຄວາມປອດໄພຂອງທຸກຄົນ ຖ້າຮາກທ່ານໃດກວດບໍ່ຜ່ານ ແມ່ນໃຫ້ພັກຜ່ອນ ຫຼື ກວດ 2 ຄັ້ງ ແລະ ແນະນຳໃຫ້ຮູ້ຈັກຮັກສາຕົນເອງ ແລະ ບັນຍາກາດການຫຼິ້ນບຸນກິນຈຽງປີນີ້ ເຫັນວ່າບໍ່ຄຶ້ກຄື້ນປານໃດ ເພາະວ່າມີການແຜ່ລະບາດຂອງພະຍາດໂຄວິດ-19 ມີແຕ່ຫຼິ້ນຕາມຮີດຄອງພາຍໃນບ້ານເທົ່ານັ້ນ, ຕ່າງບ້ານບໍ່ໄດ້ເຂົ້າຮ່ວມ ທັງນີ້ ກໍ່ເພື່ອການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄປໃນວົງກວ້າງ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ