Home Blog Page 129

ຫົວໜ້າກົມປະຊາສໍາພັນໄທ ພ້ອມດ້ວຍຄະນະມາຂໍໂທດ ທີ່ສະຖານທູດລາວກໍລະນີຊ່ອງ NBT ອອກຂ່າວ

ເວລາ 15:00 ໂມງ ນຕອນບ່າຍວັນທີ່ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະ ຖານທູດລາວ ເພື່ອມາຂໍໂທດກ່ຽວ ກັບການສະເໜີຂ່າວລົດໄຟຄວາມໄວສຸງ ລາວ-ຈີນ ຊຶ່ງສື່ຂອງສະຖາ ນີວິທະຍຸ ໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາໃນລາຍ ການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ ຈາກການກູ້ຢືມເງີນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະ ເມືອງລາວ.

ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະ ພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂື້ນອີກ.

ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະ ຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.

ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະ ໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ.

ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະ ເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ.

ວພາຍ

ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກ ພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.

ສຸດທ້າຍນີ້, ທ່ານທູດ ໄດ້ເໜັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາ ຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.

ແຫຼ່ງຂ່າວ: Lao National Radio

ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ຈິ່ງຈະເລີ່ມມີຜົນກໍາໄລ

ໃຫ້ບໍລິການ 23 ປີ ໂຄງການທາງລົດໄຟລາວ-ຈີນ ເລີ່ມຈະມີຜົນກໍາໄລ

ໂຄງການທາງລົດໄຟຄວາມໄວສູງລາວ-ຈີນ ເປັນໂຄງການທີມີມູນຄ່າການລົງທຶນສູງ ເຊິ່ງການເກັບກູ້ທຶນຄືນ ໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ຂອງການດໍາເນີນງານ ຈຶ່ງສາມາດຮອດຈຸດກຸ້ມທຶນ ໝາຍຄວາມວ່າ ຈາກປີທີ 23 ໄປ ໂຄງການດັ່ງກ່າວຈຶ່ງຈະມີກໍາໄລ, ເມື່ອໝົດອາຍຸສຳປະທານ 50 ປີ ແລ້ວ ຊັບສິນທັງໝົດຕ້ອງໄດ້ສົ່ງມອບໃຫ້ລັດຖະບານ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃຫ້ສໍາພາດຕໍ່ສື່ມວນຊົນ ຕອນບ່າຍ ວັນທີ 23 ທັນວາ 2021 ວ່າ: ການລົງທຶນໃສ່ໂຄງການທາງລົດໄຟ ລາວ-ຈີນ ແມ່ນຄຸ້ມຄ່າທີ່ສຸດເມື່ອເບິ່ງຜົນປະໂຫຍດທີ່ໄດ້ຮັບ ໂດຍສະເພາະບາງຂໍ້ມູນສໍາຄັນໃນສັນຍາສຳປະທານຂອງໂຄງການທາງລົດໄຟ ລາວ-ຈີນ ຫຼື ສັນຍາທີ່ມີຊື່ເຕັມໆ ວ່າ:

“ສັນຍາສຳປະທານ ການອອກແບບ-ກໍ່ສ້າງ-ລະດົມທຶນ-ດໍາເນີນກິດຈະການ ແລະ ບໍາລຸງຮັກສາທາງລົດໄຟ ບໍ່ເຕ່ນ-ນະຄອນຫຼວງວຽງຈັນ” ເຊິ່ງໄດ້ເຊັນສັນຍາໃນປີ 2016 ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ກັບ ບໍລິສັດ ທາງລົດໄຟ ລາວ-ຈີນ ທີ່ໄດ້ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍຂອງ ສປປ ລາວ ໂດຍມີລັດຖະບານລາວ ຕາງໜ້າໂດຍ ລັດວິສາຫະກິດ ລົດໄຟ ແຫ່ງຊາດລາວ ຖືຮຸ້ນ 30% ແລະ 3 ລັດວິສາຫະກິດຂອງ ສປ ຈີນ ຖືຮຸ້ນ 70%. ຫົວໜ້າກົມສົ່ງເສີມການລົງທຶນ ກ່າວຕື່ມວ່າ: ມູນຄ່າການລົງທຶນຂອງໂຄງການທາງລົດໄຟ ລາວ-ຈີນ ທັງໝົດ ປະມານ 5.986 ລ້ານໂດລາ ຊຶ່ງໃນນີ້ 40% ຂອງມູນຄ່າການລົງທຶນທັງໝົດເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ. ສໍາລັບຕົ້ນທຶນຂອງຝ່າາຍລາວ ແມ່ນ 730 ລ້ານໂດລາ, ລັດຖະບານອອກເງິນ 250 ລ້ານໂດລາ, ສ່ວນອີກ 480 ລ້ານໂດລາ ແມ່ນກູ້ຢືມຈາກ ທະນາຄານຂາເຂົ້າ-ຂາອອກ ສປ ຈີນ.

ເບິ່ງໂຕເລກການລົງທຶນແລ້ວ, ໂຄງການດັ່ງກ່າວມີມູນຄ່າການລົງທຶນສູງ ແລະ ການເກັບກູ້ທຶນຄືນແມ່ນໃຊ້ເວລາຍາວນານ ຊຶ່ງໃນບົດວິພາກເສດຖະກິດ ໄດ້ລະບຸວ່າ ຮອດປີທີ 23 ນັບແຕ່ມື້ເປີດການດຳເນີນງານ ຫຼື ມື້ ໃຫ້ການບໍລິການ ຈຶ່ງສາມາດຮອດຈຸດກຸ້ມທຶນ. ສະແດງວ່າ ນັບຈາກປີທີ 23 ໄປ ເຮົາຈະມີກຳໄລ; ເຖິງຢ່າງໃດກໍຕາມ, ການບໍາລຸງຮັກສາຕະຫຼອດໄລຍະດຳເນີນງານ ດ້ວຍຄ່າໃຊ້ຈ່າຍຂອງບໍລິສັດເອງ, ຮັບຄວາມສ່ຽງດ້ວຍບໍລິສັດເອງ ແລະ ເມື່ອໝົດອາຍຸສຳປະທານ 50 ປີ ເລີ່ມແຕ່ມື້ເປີດບໍລິການ (ບໍ່ນັບໄລຍະກໍ່ສ້າງ 5 ປີ) ແມ່ນຕ້ອງໄດ້ສົ່ງມອບໂຄງການຄືນ ຊຶ່ງຊັບສິນທັງໝົດໂຄງການດັ່ງກ່າວຈະຕົກເປັນຂອງລັດຖະບານລາວ ນີ້ແມ່ນຜົນປະໂຫຍດໃນອະນາຄົດທີ່ເຮົາຈະໄດ້ຮັບ; ສ່ວນການຂໍຕໍ່ອາຍຸສໍາປະທານ, ບໍລິສັດ ຕ້ອງສະເໜີໃຫ້ລັດຖະບານລາວ ເປັນຜູ້ພິຈາລະນາ. ທ່ານ ອຸຕະແກ້ວ ແກ້ວດວງສິນ ໃຫ້ຮູ້ຕື່ມວ່າ: ສຳລັບການລົງທຶນໃສ່ບັນດາທຸລະກິດທີ່ປິ່ນອ້ອມໂຄງການທາງລົດໄຟ ລາວ-ຈີນ ທີ່ມີຫາງສຽງວ່າລັດຖະບານ ຈະຕ້ອງໄດ້ຈັດຫາທີ່ດິນໃຫ້ເພີ່ມອີກ, ແຕ່ໃນຄວາມເປັນຈິງແລ້ວແມ່ນບໍ່ໄດ້ຫາເພີ່ມ ເພາະໃນເງື່ອນໄຂທີ່ກຳນົດໃນສັນຍາ ການພັດທະນາພື້ນຖານໂຄງລ່າງປິ່ນອ້ອມສະຖານີ ທີ່ໄດ້ກຳນົດໄວ້ 4 ຈຸດ ຄື:

ຈຸດເມືອງໄຊ ແຂວງ ອຸດົມໄຊ ແລະ ສະຖານີ ນະຄອນຫລວງວຽງຈັນ, ຈຸດລະບໍ່ຫລຸດ 1.000 ເຮັກຕາ, ຈຸດສະຖານີ ວັງວຽງ ແຂວງວຽງຈັນ ແລະ ສະຖານີຫລວງພະບາງ ຈຸດລະບໍ່ຫລຸດ 500 ເຮັກຕາ, ຊຶ່ງລັດຖະບານ ຈະສະໜອງເນື້ອທີ່ດິນທີ່ຢູ່ໃກ້ສະຖານີ ໂດຍບໍລິສັດ ຮັບຜິດຊອບຄ່າເວນຄືນເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ເສຍຄ່າເຊົ່າຕາມລະບຽບກົດໝາຍ ບໍ່ໄດ້ລວມໃນມູນຄ່າຂອງໂຄງການກໍ່ສ້າງທາງລົດໄຟ, ຊຶ່ງບໍລິສັດ ເປັນຜູ້ສໍາຫລວດເບິ່ງເນື້ອທີ່ດິນຕົວຈິງ ແລະ ຮັບຜິດຊອບຕໍ່ຄ່າຊົດເຊີຍ ຫລື ຍົກຍ້າຍຈັດສັນຕາມກົດໝາຍ. ຫລັງຈາກນັ້ນ, ສະເໜີໃຫ້ລັດຖະບານລາວ ພິຈາລະນາອະນຸຍາດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ດໍາລັດເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ.

ປັດຈຸບັນ ລັດຖະບານລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ ທາງລົດໄຟລາວ-ຈີນ ເພື່ອໃຫ້ບໍລິສັດດຳເນີນການສຶກສາສໍາຫລວດ ເນື້ອທີ່ດິນຕົວຈິງ.

ແຫຼ່ງຂ່າວ: Lao National Radio

ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ

ຈາກຂໍ້ມູນໜັງສືພິມກອງທັບປະຊາຊົນລາວໃຫ້ຮູ້ວ່າ: ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ ລາດຊະວົງ ພລາຊາ ເປັນອາຄານສູນການຄ້າຄົບວົງຈອນ ແລະໂຮງແຮງລະດັບຫ້າດາວ ເຊິ່ງເປັນຕຶກສູງທີ່ສຸດໃນປະເທດລາວ ຈະຖືກດໍາເນີນການກໍ່ສ້າງຄືນໃໝ່, ເນື່ອງຈາກປີ 2016 ຜູ້ປະກອບການຂອງອາຄານດັ່ງກ່າວພົບຄວາມຫຍຸ້ງຍາກທາງດ້າການເງິນ ຈິ່ງໄດ້ໂຈະການດໍາເນີນການກໍ່ສ້າງ.

ອີງຕາມ ທ່ານ ພັນເອກ ສີພອນໄຊ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ລາຍງານໃນພິທີເສັນສັນຍາສືບຕໍ່ໂຄງການລາດຊະວົງ ພລາຊາ ໃນວັນທີ 23 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລາດຊະວົງພລາຊາເປັນການຮ່ວມມືທຸລະກິດລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະເລີ່ມກໍ່ສ້າງມາແຕ່ທ້າຍປີ 2013. ລາດຊະວົງພລາຊາ ເປັນອາຄານໂຮງແຮມລະດັບ 5 ດາວ, ຫ້ອງການ, ສູນບຳບັດ, ສູນການຄ້າຄົບວົງຈອນ ແລະອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍມີມູນຄ່າຫຼາຍກວ່າ 99 ລ້ານໂດລາສະຫະລັດ. ພາຍຫຼັງເຊັນສັນຍາບໍລິສັດດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະດ້ານການເງິນ, ນິຕິກຳ ຈຳນວນໜຶ່ງຍັງບໍ່ສອດຄ່ອງ. ສະນັ້ນ, ປີ 2016 ໂຄງການດັ່ງກ່າວໄດ້ໂຈະການກໍ່ສ້າງ ຊົ່ວຄາວຈົນເຖິງປັດຈຸບັນ.

ຕໍ່ກັບສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດໄດ້ ໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ປະກອບການລົງທຶນໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາເປັນຕົ້ນໄປໂດຍໄດ້ແບ່ງເປັນ 2 ໄລຍະຄື: 6 ເດືອນຕໍ່ໜ້າຈະດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດ ແລະສາມາດເປີດບໍລິການໄດ້ໃນປີກາງປີ 2022; ໄລຍະທີ 2: ປີ 2023 ຈະກໍ່ສ້າງໂຄງການລາດຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະ ສາມາດເປີດບໍລິການຮັບໃຊ້ສັງຄົມເຕັມຮູບແບບ.

ບ້ານນໍ້າຍອນ, ເມືອງຫ້ວຍຊາຍສໍາເລັດການປະເມີນການແກ້ໄຂປະກົດການຫຍໍ້ທໍ້

ໃນທ້າຍອາທິດຜ່ານມານີ້, ກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ສໍາເລັດປະເມີນການແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ກຸ່ມ ບ້ານນໍ້າຍອນ, ໂດຍການເປັນປະທານຂອງ ທ່ານ ພັນໂທ ມະນີວອນ ຜິວຜາສຸກ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ເຂົ້າຮ່ວມຂອງທ່ານ ພັນໂທ ຄໍາເຫຼັກ ໄຊຍະອຸ່ນ ຮອງຫ້ອງ 509 ປກສ ແຂວງບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອໍານາດການປົກຄອງບ້ານພາຍໃນກຸ່ມເຂົ້າຮ່ວມ.

ທ່ານ ພັນໂທ ກາສີ ແພງເຈືອຫຼ້າ ຮອງພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງຫ້ວຍຊາຍ ກ່າວວ່າ: ກຸ່ມບ້ານນໍ້າຍອນເປັນກຸ່ມໜຶ່ງທີ່ຂຶ້ນກັບເມືອງຫ້ວຍຊາຍ, ຫ່າງຈາກຕົວເມືອງ 19 ກິໂລແມັດ, ປະກອບມີ 4 ບ້ານ, ມີ 627 ຄົວເຮືອນ, ມີ 722 ຄອບຄົວ, ມີພົນລະເມືອງທັງໝົດ 3569 ຄົນ, ຍິງ 1849 ຄົນ, ຢູ່ພາຍໃນກຸ່ມບ້ານນໍ້າຍອນໃນໄລຍະຜ່ານມາເຫັນວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະຕັ້ງໜ້າປະກອບສ່ວນເຂົ້າຮ່ວມວຽກງານ ປກສ-ປກຊ ເປັນຢ່າງດີປະຕິບັດຕາມຂໍ້ກໍານົດກົດລະບຽບວາງອອກ, ມີຄວາມຕື່ນຕົວ ແລະ ຈິງໃຈໃນການໃຫ້ຂໍ້ມູນຕ່າງໆພາຍໃນຄອບຄົວໄດ້ລາຍງານສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນບ້ານຂອງຕົນໃຫ້ອໍານາດການປົກຄອງບ້ານຊາບເພື່ອຊອກຫາວິທີການແກ້ໄຂໃຫ້ທັນກັບເວລາ, ຜ່ານການປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ວຽກງານສໍາມະໂນຄົວ ປະເມີນໄດ້ 95% ວຽກງານ ປກສ-ປກຊ ປະເມີນໄດ້ 90% ວຽກງານອາຊີບ

– ພາຫະນະພິເສດ ປະເມີນໄດ້ 95% ວຽກງານຕໍາຫຼວດ ປະເມີນໄດ້ 80% ວຽກງານສັນຕິບານ ປະເມີນໄດ້ 85% ວຽກງານ 504 ປະເມີນໄດ້ 95%.

ໂອກາດນີ້, ທ່ານ ພັນໂທ ມະນີວອນ ຜິວຜາສຸກ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ຄະນະທີມງານລົງແກ້ໄຂປະກົດການຫບໍ້ທໍ້ ແລະ ຕິດພັນກັບປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈົ່ງພ້ອມກັນເພີ້ມທະວີວຽກງານວິຊາສະເພາະຂອງຕົວ, ເອົາໃຈໃສໃນການເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄະນະພັກອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ, ເພື່ອກໍາແໜ້ນຕໍ່ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ, ພ້ອມດຽວກັນນັ້ນໃນພິທີດັ່ງກ່າວ ປະທານ ແລະ ຄະນະປະທານ ໄດ້ພ້ອມກັນທໍາລາຍອາວຸດລ່າເນື້ອ (ປືນແກັບ) ທີ່ຍຶດໄດ້ຈາກປະຊາຊົນພາຍໃນກຸ່ມນໍ້າຍອນ ມີທັງໝົດ 105 ກະບອກຕື່ມອີກ.

ແຫຼງຂ່າວ: ຖວທ ເມືອຫ້ວຍຊາຍ

ລາຍງານຜູ້ເສຍຊີວິດໃໝ່ ແລະ ຕິດເຊື້ອໃໝ່ມື້ນີ້

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 27 ທັນວາ 2021 ໃຫ້ຮູ້ວ່າ:

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 546 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງ    204 ຄົນ
  •    ຫຼວງນໍ້າທາ      93  ຄົນ
  •   ສາລະວັນ   75  ຄົນ
  •    ບໍ່ແກ້ວ 30  ຄົນ
  •    ຫຼວງພະບາງ    26  ຄົນ
  •    ວຽງຈັນ      20  ຄົນ
  •    ຈໍາປາສັກ    16  ຄົນ
  •    ຄໍາມ່ວນ     13  ຄົນ
  •    ສະຫັວນນະເຂດ     12  ຄົນ
  •   ອຸດົມໄຊ      12  ຄົນ
  •   ຊຽງຂວາງ   11  ຄົນ
  •   ໄຊຍະບູລີ    10  ຄົນ
  •   ບໍລິຄໍາໄຊ    7   ຄົນ
  •   ຫົວພັນ      7   ຄົນ
  •   ໄຊສົມບູນ    3   ຄົນ
  •   ອັດຕະປື     3   ຄົນ
  •   ຜົ້ງສາລີ      2   ຄົນ
  •   ເຊກອງ 2   ຄົນ

ສ່ວນກໍລະນີນຳເຂົ້າ 1 ຄົນ ມາຈາກແຂວງສະຫວັນນະເຂດ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 106,778 ກໍລະນີ ແລະ ເສຍຊີວິດສະສົມທັງໝົດ 328 ຄົນ (ເສຍຊີວິດໃໝ່ 3 ຄົນ).

ລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່  3 ຄົນ, ລາຍລະອຽດດັ່ງນີ້:

1. ເພດຍິງ, ອາຍຸ 60 ປີ  ບ້ານ ໜອງປິງ, ເມືອງ ຈັນທະບູລີ, ນະຄອນຫລວງ, ພະຍາດປະຈຳໂຕ: ບໍ່ມີຂໍ້ມູນ, ສັກຢາວັກຊີນ: ບໍ່ມີຂໍ້ມູນ

2. ເພດຊາຍ, ອາຍຸ 64, ອາຊີບ ປະຊາຊົນ, ບ້ານ ໂພນຮັງ, ເມືອງວຽງຄຳ, ແຂວງ ວຽງຈັນ, ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ສັກຢາວັກຊິນຄົບ

3. ເພດຍິງ, ອາຍຸ 45 ປີ, ອາຊີບ ຊາວນາ, ບ້ານໂພນຈະເລີນ (ຄູມໂພນສີ), ເມືອງປາກກະດິງ, ແຂວງ ບໍລິຄຳໄຊ, ພະຍາດປະຈຳໂຕ ມະເຮັງປາກມົດລຸກ, ສັກວັກຊີນຍັງບໍ່ທັນຄົບ

ຕີແມ່ ແລະ ນ້ອງສາວຕົນເອງ ຍ້ອນຂາດສະຕິຢາກໄດ້ເງິນໄປຊື້ຢາມາເສບ

ເຈົ້າໜ້າທີ່ ປກສ ກຸ່ມ ສີວິໄລ ເມືອງໄຊທານີ ໄດ້ເຂົ້າກັກຕົວເປົ້າໝາຍທຳຮ້າຍຮ່າງກາຍ ໄດ້ 1 ຄົນ ຊື່ ທ້າວ ຄຳຮູ້ ອາຍຸ 29 ປີ ຫວ່າງງານ ຢູ່ບ້ານຕານມີໄຊ ເມືອງໄຊທານີ ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ຜູ້ກ່ຽວໄດ້ມີການອາລະວາດທຳຮ້າຍຮ່າງກາຍຄອບຄົວ ຜູ້ເປັນແມ່ ແລະ ນ້ອງສາວ ຢູ່ບ້ານຕານມີໄຊ ໜ່ວຍ 27.

ພັທ ແອັດດີ້ ວັນຄໍາ ທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຕໍ່ກັບການສອບສວນເບື້ອງຕົ້ນ ຜູ້ກ່ຽວແມ່ນຫາກໍ່ໄດ້ພົ້ນໂທດໃນຂໍ້ຫາເສບຢາເສບຕິດ ແລະ ຖືກປ່ອຍຕົວອອກຈາກຄ້າຍຄຸມຂັງ-ດັດສ້າງ ໃນເມື່ອບໍດົນມານີ້ ພາຍໃນ 1 ອາທິດຜ່ານມາ ພໍຮອດວັນທີ 23 ທັນວາ 2021 ໃນເວລາ 14:00 ໂມງ ທ້າວ ຄໍາຮູ້ ໄດ້ບັງຄັບໃຫ້ແມ່ຂາຍຄໍາ ແລະ ຊື້ໂທລະສັບໃຫ້ ພາຍຫຼັງໄດ້ໂທລະສັບກໍໄດ້ນຳໄປຈຳແລກເອົາເງິນເພື່ອໄປຊື້ຢາມາເສບ ແລ້ວຂາດສະຕິ ຈາກນັ້ນຈິ່ງໄດ້ທຳຮ້າຍຮ່າງກາຍຜູ້ເປັນແມ່ ແລະ ນ້ອງສາວຂອງຜູ້ກ່ຽວ ດັ່ງນັ້ນ ຈຶ່ງຖືກເຈົ້າໜ້າທີ່ ກັກຕົວ ແລະສົ່ງມອບໃຫ້ກອງບັນຊາການ ປກສ ເມືອງໄຊທານີ ດຳເນີນຕາມຂັ້ນຕອນຂອງກົດໝາຍ.

ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງລາວ ຈົ່ງມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນສະພາບຫຍໍ້ທໍ້ເກີດຂຶ້ນ ພາຍໃນນະຄອນຫຼວງວຽງຈັນ ແຈ້ງມາໄດ້ທີ່ວັອດແອັບເບີ 02028899774 ຫລື ຂໍ້ຄວາມທາງ FACEBOOK ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ.

ແຜ່ນດິນໄຫວ 3 ວັນ! ເຮັດໃຫ້ມີບ້ານເຮືອນເສຍຫາຍແລ້ວ 20 ບ້ານ

ຕາມບົດລາຍງານຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ ໃຫ້ຮູ້ວ່າ: ກ່ຽວກັບສະພາບເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜນດິນໄຫວແຫ່ງຊາດໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວຈໍານວນ 2 ຄັ້ງ, ໃນບໍລິເວນແຂວງຜົ້ງສາລີ.

ແຜ່ນດິນໄຫວຄັ້ງທີ1: ວັນທີ 24 ທັນວາ 2021, ເວລາ 20:44 ແລະ 21:02 ໂມງ, ໃນເວລາ 20:43:22 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານ ທີ່ 22.364 N ແລະ ເສັ້ນແວງທີ່ 101.688° E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.7 ຣິກເຕີ້, ມີຄວມເລີກ ຈາກເທິງໜ້າດິນປະມານ 10 Km, ຈຸດເກີດເຫດແມ່ນຫ່າງຈາກເທດສະບານເມືອງຍອດອູ ປະມານ 31 Km, ເຮັດໃຫ້ເຮືອນພໍ່ແມ່ປະຊາຊົນເປ່ ເພຍ ແລະ ເສຍຫາຍຫຼາຍຢ່າງລວມທັງໝົດ 20 ບ້ານຄື:

  1. ກຸ່ມບ້ານວ່າ: ບ. ງ໋ອງ
  2. ກຸ່ມນາຫຼວງ: ບ. ນາຫຼວງ, ບ.ປາຈ່າ, ບ.ຫ້ອຍວາ ແລະ ບ.ພັງສານ
  3. ກຸ່ມນາຍາວ: ບ. ນາຍາວ ແລະ ບ.ບໍ່ໃຕ້
  4. ບ້ານ ໃຫຍ່ອຸເໜືອ: ຄຸ້ມ ດອນແຍງ, ຄຸ້ມນາວອນ, ຄຸ້ມໜອງງາຍ ແລະ ຄຸ້ມຊຽງຄອນ
  5. ກຸ່ມຍອດອຸ: ບ.ໂພນງາມ, ບ.ສວຍງາມ, ບ.ດານຕຸ້ຍ, ບ.ແຊວຈ້າຍ ແລະ ບ.ສົມເຮືອງ
  6. ເທດສະບານອຸໃຕ້: ບ.ເທິງ, ບ.ພູຊ້າງ, ບ.ລຸ່ມ, ບ.ກາດ, ບ.ໃຕ້, ບ.ພານ ແລະ ທະຫານກອງຮ້ອຍ 111
rkp

ນອກນີ້ ຍັງມີໂຮງຮຽນ, ວັດວາອາລາມຫຼາຍແຫ່ງເສຍຫາຍ ຄິດສະເລ່ຍ ເປັນມູນຄ່າທັງໝົດປະມານ: 1,423,800,000 ກີບ

ໃນເວລາ 21:02:30 ຕາມເວລາທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 22.260 N ແລະ ເສັ້ນແວງທີ່ 101.89d E ຄວາມແຮງສັ່ນສະເທືອນວັດແທກໄດ້ 4.6 ຣິກເຕີ້, ເຊິ່ງມີຄວາມເລີກຈາກເທີງຫນ້າ ດິນປະມານ 10 Km. ຈາກສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນດັ່ງກ່າວ ແມ່ນໄກຈາກເທດສະບານ ເມືອງຍອດອູ ປະມານ 18 Km

ແຜ່ນດິນໄຫວຄັ້ງທີ 2: ວັນທີ 25 ທັນວາ 2021 18:55:ໂມງ: ພົບສັນຍານການເກີດແຜ່ນດິນໄຫວຈໍານວນ 01 ຄັ້ງ, ເວລາ 18:55:35 ຕາມເວລາທ້ອງຖິ່ນ ຂອງໂມງໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ 21.988°N ແລະ ເສັ້ນ ແວງທີ 101.940°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ, ມີຄວາມເລີກຈາກໜ້າດິນ 10 Km ຈຸດເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ (ຍັງບໍ່ມີການລາຍງານຜົນເສຍຫາຍ)

ແຜ່ນດິນໄຫວຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ ຈຳານວນ 01 ຄັ້ງ ໃນບໍລິເວນ ແຂວງຜົ້ງສາລີ, ່ເວລາ 05:16:02 ຕາມເວລາທ້ອງຖິ່ນແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 22:260 ‘N ແລະ ເສັ້ນແວງທີ 101.890 ຄວາມແຮງສັ່ນສະເທືອນວັດແທກໄດ້ 3.3 ຣິກເຕີ, ເຊິ່ງຄວາມເລີກຈາກ ເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນ ລາວ – ຈີນ, ຫ່າງຈາກເທດສະບານເມືອງຍອດອູ ປະມານ 18 Km (ຍັງບໍ່ມີການລາຍງານຜົນເສຍຫາຍ)

ໝາຍເຫດ:ນີ້ເປັນບົດລາຍງານເບື້ອງຕົ້ນ, ສໍາລັບຂໍ້ມູນເພີ່ມເຕີມ ແມ່ນຈະລາຍງານໃຫ້ຮັບຊາບ ຕາມທີ່ຫຼັງຕື່ມ.

ລາຍລະອຽດຜູ້ເສຍຊີວິດ ແລະ ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານ ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດປະຈຳວັນທີ 26 ທັນວາ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,458 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 851 ຄົນ (ຕິດເຊື້ອພາຍໃນ ມີ 851 ຄົນ ແລະ ຕິດເຊື້ອນໍາເຂົ້າ ບໍ່ມີ ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 851 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງ         323     ຄົນ
  2. ອຸດົມໄຊ           97  ຄົນ
  3. ຫຼວງນໍ້າທາ      92  ຄົນ
  4. ຊຽງຂວາງ   65  ຄົນ
  5. ບໍ່ແກ້ວ       62  ຄົນ
  6. ວຽງຈັນ           38  ຄົນ
  7. ຫຼວງພະບາງ    37  ຄົນ
  8. ບໍລິຄໍາໄຊ    28  ຄົນ
  9. ຈໍາປາສັກ    21  ຄົນ
  10. ສະຫັວນນະເຂດ     18  ຄົນ
  11. ຜົ້ງສາລີ           14  ຄົນ
  12. ໄຊສົມບູນ    13  ຄົນ
  13. ຫົວພັນ           13  ຄົນ
  14. ຄໍາມ່ວນ          9   ຄົນ
  15. ອັດຕະປື          9   ຄົນ
  16. ເຊກອງ      5   ຄົນ
  17. ໄຊຍະບູລີ    4   ຄົນ
  18. ສາລະວັນ   3   ຄົນ
  • ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 106.231 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1,639 ຄົນ, ກໍາລັງປິ່ນປົວ 9.873 ຄົນ ແລະ ເສຍຊີວິດສະສົມທັງໝົດ 325ຄົນ (ເສຍຊີວິດໃໝ່ 8 ຄົນ).

ຕໍ່ໄປຂ້າພະເຈົ້າຂໍລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່  8 ຄົນ, ລາຍລະອຽດດັ່ງນີ້:

1. ເພດຍີງ ອາຍຸ 48ປີ  ບ້ານ ໂພນໄຊ, ເມືອງ ໄຊທານີ, ນະຄອນຫລວງ

  • ສັກຢາວັກຊີນ ຄົບ
  • ວັນທີ 15/12/21: ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດຢູ່ໂຮງໝໍມິດຕະພາບພົບເຊື້ອ
  • ວັນທີ 24/12/21: ຄົນເຈັບເສຍຊີວິດ

2.  ເພດຍິງ ອາຍຸ 56 ປີ ບ້ານ ໂພສີ ເມືອງຫາດຊາຍຟອງ, ນະຄອນຫຼວງ

  • ພະຍາດປະຈຳໂຕ: ເບົາຫວານ
  • ສັກຢາວັກຊີນ ຄົບ
  • ວັນທີ 17/12/21: ຜູ້ກ່ຽວເຂົ້າມາໂຮງໝໍເສດຖາທິລາດກວດພົບເຊື້ອ
  • ວັນທີ 25/12/21: ເວລາ 2:32 , ຜູ້ກ່ຽວໄດ້ເສຍຊີວິດ

3.  ເພດ​ຊາຍ ອາ​ຍຸ 70 ປີ, ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງ

  • ພະ​ຍາດ​ປະ​ຈຳ​ຕົວ: ຄວາມດັນເລືອດສູງ, ເບົາຫວານ
  • ​ບໍ່ໄດ້ສັກຢາວັກຊີນ
  • ​ວັນ​ທີ 19/12/21: ໄດ້ເຂົ້າມາກວດໂຮງໝໍ 103 ພົບເຊື້ອ
  • ວັນທີ 24/12/21: ຄົນເຈັບໄດ້ເສຍຊີວິດ

4. ເພດຍິງ   ອາຍຸ 80 ປີ, ບ້ານ ຕີນທາດ.  ເມືອງ ຫ້ວຍຊາຍ . ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ຄວາມດັນເລືອດສູງ+ ເລືອດຈາງ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
  • ວັນທີ 22 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 25/12/2021 ຄົນເຈັບເສຍຊີວິດ

5. ເພດຍິງ  ອາຍຸ 53 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຕົ້ນເຜິ້ງ.  ເມືອງ ຕົ້ນເຜິ້ງ . ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
  • ວັນທີ 23 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 23/12/2021 ຄົນເຈັບເສຍຊີວິດ

 6. ເພດ ຍີງ ອາຍຸ 67 ປີ, ບ. ວຽງຄຳ. ມ.ປາກກະດີງ  ຂ.ບໍລິຄຳໄຊ

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ, ເສັ້ນເລືອດອຸດຕັນສະໝອງ >4ປີ,
  • ໄດ້ຮັບວັກຊີນຄົບ
  • ວັນທີ່ 16/12/21 ເຂົ້າໂຮງໝໍແຂວງ ກວດ RDT ຜົນອອກເປັນບວກ ,
  • ວັນທີ່ 25/12/2021 ຄົນເຈັບໄດ້ເສຍຊີວີດ

7. ເພດຊາຍ ອາຍຸ 35 ປີ, ອາຊີບ ຄ້າຂາຍ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ( ເປັນຄົນຈີນ) 

  • ບໍ່ມີພະຍາດປະຈຳໂຕ
  • ບໍ່ໄດ້ສັກວັກຊີນ
  • ວັນທີ 15/12/2021 ເຂົ້າມາໂຮງໝໍ ກວດພົບເຊື້ອໂຄວິດ
  • ວັນທີ 25/12/2021 ຄົນເຈັບເສຍຊີວີດ

8. ເພດຍິງ ອາຍຸ 53 ປີ ບ້ານ ຕົ້ນເຜິ້ງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມ ຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ 19
  • ວັນທີ 23/12/21: ກວດພົບເຊື້ອ covid-19
  • ເວລາ 21:30 ຂອງວັນດັ່ງກ່າວຄົນເຈັບເສຍຊີວິດ

ລາຍລະອຽດຜູ້ເສຍຊີວິດໃໝ່ 25 ທັນວາ 2021

ຕາມການລາຍງານຈາກຄະນພສະເພາະກິດໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກການເຊື້ອໂຄວິດ-19 ສະສົມ 317 ຄົນ ເຊິ່ງມື້ນີ້ ເສຍຊີວິດໃໝ່ +13 ຄົນ ເຊິ່ງມີລາຍງານດັ່ງນີ້:

1.ເພດຊາຍ 46 ປີ  ບ້ານ ດົງໂພສີ, ເມືອງ ຫາດຊາຍຟອງ, ແຂວງນະຄອນຫຼວງ 

  • ພະຍາດປະຈໍາຕົວ: ພະຍາດຫືດຊໍ້າເຮື້ອ
  • ສັກຢາວັກຊີນ 2 ເຂັມ
  • ວັນທີ 23/12/21: ເວລາ 02:30 ຄົນເຈັບເສຍຊີວິດ

2.ເພດຊາຍ ອາຍຸ 58 ປີ ອາຊີບ ຊາວນາ ບ. ຄູນຄໍາ ມ. ຄູນຄໍາ  ຂ ຄໍາມ່ວນ (ນັບເປັນຄົນເຈັບ ເສຍຊີວິດຂອງ ນຄຫຼ)

  • ພະຍາດປະຈຳໂຕ :  ຄວາມດັນເລືອດສູງ
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ 21/12/21: ເວລາ: 17:00 ມ ຄົນເຈັບເຂົ້າມາໂຮງໝໍມິດຕະພາບ ດ້ວຍອາການຫາຍໃຈຝືດ, ໄອຫຼາຍ, ເມື່ອຍ, ນອນພຽງບໍ່ໄດ້ 4ມື້
  • ວັນທີ 24/12/2021: ເວລາ: 03 ໂມງ ຄົນເຈັບເສຍຊີວິດ

3.ເພດຊາຍ ອາຍຸ 68 ປີ, ບ້ານ ສີຖານເໜືອ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ເບົາຫວານ
  • ສັກຢາວັກຊີນ 1 ເຂັມ
  • ແຕ່ວັນທີ 20/12/21 ຜູ້ກ່ຽວມີອາການຕັນດັງ ແລະ ນ້ຳມູກຍ່ອຍ
  • ວັນທີ 23/12/21: ໄດ້ກວດພົບເຊື້ອ COVID-19 ຢູ່ໂຮງໝໍມະໂຫສົດ
  • ຄົນເຈັບມີອາການເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ
  • ວັນທີ 24/12/21: ເວລາ 9:45, ຄົນເຈັບໄດ້ເສຍຊີວິດ

4. ເພດຊາຍ ອາຍຸ 56 ປີ ບ້ານ ດົງຫຼວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ
  • ສັກຢາວັກຊີນ 2 ເຂັມ
  • ວັນທີ 21/12/21: ໄດ້ເກັບຕົວຢ່າງກວດຫາເຊື້ອ COVID-19 ຢູ່ໂຮງໝໍ 103
  • ວັນທີ 22/12/21: ຜົນກວດອອກມາແມ່ນພົບເຊື້ອ,
  • ວັນທີ 23/12/21: ເວລາ 14:40, ຄົນເຈັບໄດ້ເສຍຊີວິດ

5.ເພດຊາຍ ອາຍຸ 82 ປີ ບ້ານ ດອນຕິ້ວ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ເບົາຫວານ, ພະຍາດຫືດ, ອັກເສບຂໍ່ກະດູກ
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ 15/12/21: ຄົນເຈັບເຂົ້າໂຮງໝໍ 103 ດວ້ຍອາການໄຂ້, ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ, ນອນຊຶມ ແລະ ລ່ອຍເຄິ່ງຊີກ
  • ວັນທີ 23/12/21: ເວລາ 12:55 ຄົນເຈັບໄດ້ເສຍຊີວິດ

6.ເພດຍິງ ອາຍຸ 58 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຊາຍຈະເລີນ.  ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.

  • ວັນທີ 21 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີເຂົ້ານອນໂຮງໝໍ :  21 ທັນວາ 2021.
  • ພະຍາດປະຈໍາຕົວ : ເບົາຫວານ ສັກ Insulin
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ 19.
  • ວັນທີ 24/12/2021 ຄົນເຈັບເສຍຊີວິດ

7.ເພດຊາຍ ອາຍຸ 90 ປີ  ບ້ານ ໂພສີ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ, ພະຍາດຫືດ
  • ສັກວັກຊີນ 2 ເຂັມ
  • ວັນທີ 22/12/21: ກວດພະຍາດ COVID-19
  • ວັນທີ 23/12/21: ປະມານເວລາ 11:30 : ຄົນເຈັບເສຍຊີວິດ

8.ເພດຍິງ  70 ປີ  ບ້ານ ວັດທາດ  ນະຄອນຫຼວງພະບາງ  ແຂວງຫຼວງພະບາງ

  • ເຂົ້າໂຮງໝໍ ວັນທີ່ 22/12/2021, RDT: Positive
  • ສັກວັກຊີນ 2 ເຂັມ
  • ເຂົ້າມາຍ້ອນມີອາການຫາຍໃຈຝືດ ນອນພຽງບໍ່ໄດ້ ກະວົນກະວາຍ
  • ວັນທີ່ 23.12.2021 ຄົນເຈັບອິດເມື່ອຍຫຼາຍ ຫາຍໃຈຫອບ
  • 24.12.2021 ເວລາ 5:00 ໂມງ ຄົນເຈັບເສຍຊີວິດ

9.ເພດຍິງ ອາຍຸ 55 ປີ  ບ້ານ ໂພສີ  ນະຄອນຫຼວງພະບາງ  ແຂວງຫຼວງພະລາງ

  • ເຂົ້າໂຮງໝໍ 23.12.2021, PDT: Positive,
  • ສັກວັກຊີນ 2 ເຂັມ
  • ພະຍາດປະຈໍາໂຕ ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ
  • ເວລາ 20:40 ໂມງ ຄົນເຈັບບໍ່ຕອບສະໜອງ, ຄົນເຈັບເສຍຊີວິດ

10.ເພດຊາຍ ອາຍຸ 49 ປີ   ບ້ານ ປາກຫ້ວຍກາງ   ມ ຈອມເພັດ  ແຂວງ ຫຼວງພະບາງ

  • ເຂົ້າໂຮງໝໍ 18.12.2021, RDT: Positive ,
  • ສັກວັກຊີນ 2 ເຂັມ
  • ປະຫວັດຜ່ານມາແຂວງແຮງດີ
  • ເຂົ້າໂຮງໝໍ ຍ້ອນເຈັບປັ້ນທ້ອງ+ ໄຂ້, ແລະ ຖ່າຍເປັນນ້ຳ 3 ຄັ້ງຢູ່ບ້ານ
  • ເວລາ 8:30ໂມງ ຄົນເຈັບມີອາການຊັກຈັງ ແລະ ມີອາການປ່ວງໄບໂລເລ ເວົ້າບໍ່ຮູ້ເລື່ອງ, ກ້ານຄໍແຂງ
  • ເວລາ 15:30 ຄົນເຈັບເສຍຊີວິດ

11.ພດຍິງ  56 ປີ  ບ້ານ ຜານົມ   ນະຄອນຫຼວງພະບາງ   ແຂວງຫຼວງພະບາງ

  • ເຂົ້າໂຮງໝໍ ວັນທີ່: 16.12.2021, RDT: Positive ,
  • ບໍ່ໄດ້ສັກຢາກັນພະຍາດ
  • ເວລາ 3:00ໂມງ ຄົນເຈັບ ຄົນເຈັບເສຍຊີວິດ

12.ເພດຍິງ ອາຍຸ 85 ປີ  ບ້ານຊຽງທອງ  ນະຄອນຫລວງພະບາງ  ແຂວງຫຼວງພະບາງ

  • ເຂົ້າໂຮງໝໍ: 22.12.2021, RDT: Positive,
  • ສັກວັກຊີນ 2 ເຂັມ
  • ວັນທີ 24.12.2021 ຄົນເຈັບເສຍຊີວິດ

ລາຍງານໂຄວິດ-19 ປະຈຳວັນ

ຈາກສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດເພີ່ມເຕີມພາຍຫຼັງ