Home Blog Page 123

ສະ​ເໜີ​ໃຫ້​ເບິ່ງຄືນຄ່າບໍລິການນຳເຂົ້າ-ສົ່ງອອກສິນຄ້າ

ລັດ​ຖະ​ມົນ​ຕີ​ກະ​ຊວງອຸດສາຫະກຳ – ການ​ຄ້າ (ອ​ຄ) ສະ​ເໜີ​ໃຫ້ ບໍລິສັດ ລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານ ສະຖານີລົດໄຟແຕ່ລະຈຸດໃຫ້ຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບໂຄງ​ການ ທ່າບົກ ທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຢ່າງກົມ​ກຽວ ເພື່ອເຮັດວຽກໄປ​ໃນ​ລວງດຽວກັນ, ຂະ​ນະ​ທີ່ຄ່າບໍລິການຍັງມີມູນຄ່າສູງ ຈຶ່ງສະເໜີພາກລັດ ແລະ ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​​ຊິ​​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ ຄົ້ນຄວ້າຕື່ມ ແລະ ດຳເນີນກວດກາຄືນການບໍລິການ ແລະ ການເກັບຄ່າບໍລິການ ຂອງບໍລິສັດຊິບປິ້ງ.

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂບັນຫາ ແລະ ຂໍ້ຫຍຸ້ງຍາກ ໃນການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ສິນຄ້າ ຢູ່ ສະຖານີລົດໄຟວຽງຈັນໃຕ້, ທ່າບົກ ທ່ານາແລ້ງ ແລະ ເຂດໂລ ​ຊິສຕິກໄດ້ຈັດຂຶ້ຶນ ໃນວັນທີ 18 ມັງກອນນີ້ທີ່ ຫ້ອງປະຊຸມ ບໍ​ລິ​ສັດ​ ວຽງ​ຈັນ​ໂລ​ຊິ​ສ​ຕິກ ພາກ ໂດຍການເປັນ ປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອ​ຄ) ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານສະພາບການນຳເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ, ສະເໜີບັນຫາ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການກວດກາ ການນຳເຂົ້າ-ສົ່ງອອກ ຜ່ານແດນ ແລະ ຂົນສົ່ງສິນຄ້າຢູ່ສະຖານນີລົດໄຟວຽງ​ຈັນ​ໃຕ້, ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດໂລ​ຊິ​ສຕິກ ນະ​ຄອນຫຼວງວຽງ​ຈັນ, ຈາກນັ້ນພາກສ່ວນທີ່ກ່ຽວຂ້ອງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຕໍ່ກັບການລາຍງານດັ່ງກ່າວ ທີ່ເຫັນວ່າຍັງມີບາງວຽກງານທີ່ຍັງບໍ່ທັນດຳເນີນສອດຄ່ອງກັບສະພາບຕົວຈິງ.ທ່ານລັດຖະມົນຕີກະຊວງ ອຄ ໄດ້ເນັ້ນ​ໜັກຫຼາຍ​ບັນ​ຫາ ພ້ອມ​ທັງສະເໜີໃຫ້ຂະ​ແໜງ​ການ​ທີ່ກ່ຽວຂ້ອງຂອງ​ລັດ ສືບຕໍ່ກະກຽມຄວາມພ້ອມທາງດ້ານລະບຽບ ແລະ ບຸກຄະລາກອນບົນພື້ນຖານຄວາມສອດຄ່ອງ ກັບກົດໝາຍ ແລະ ລະບຽບການທີ່ວາງອອກ ໂດຍສະເພາະວຽກງານທີ່ກ່ຽວຂ້ອງກັບຂັ້ນຕອນ ແລະ ເອກະສານ ການກວດປ່ອຍສິນຄ້າ ແລະ ອື່ນໆ, ສະເໜີບໍລິສັດທາງລົດໄຟລາວ-ຈີນ ປັບປຸງໂຄງລ່າງພື້ນຖານຂອງສະຖານີລົດໄຟ ຢູ່ແຕ່ລະຈຸດ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າໃຫ້ຫຼາຍຂຶ້ນ ແລະ ສົມທົບກັບ​ໂຄງ​ການທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ແລະ ຜູ້ປະກອບການຂົນສົ່ງ ໃຫ້ມີລະບົບການເຮັດວຽກ ເປັນອັນດຽວກັນ ລວມທັງການເຊື່ອມໂຍງເສັ້ນທາງ ລະຫວ່າງທາງລົດໄຟ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກ ນະ​ຄອນຫຼວງວຽງ​ຈັນ, ການເພີ່ມຈໍານວນຖ້ຽວຂອງຂະບວນລົດໄຟ, ການເພີ່ມຈໍານວນ ແລະ ຂະໜາດ ຂອງຕູ້ຄອນເທນເນີ້ ໃຫ້ສາມາດຮອງຮັບການຂົນສົ່ງສິນຄ້າ ໃຫ້ຫຼາຍຂຶ້ນ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ສືບຕໍ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບຂັ້ນຕອນ, ເອກະສານ, ຄ່າທໍານຽມ, ການຈອງຕູ້ຄອນເທນເນີ້ ສໍາລັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງສິນຄ້າ ຢູ່ສະຖານີລົດໄຟວຽງຈັນໃຕ້ ແລະ ທ່າບົກທ່ານາແລ້ງ ໃຫ້ທົ່ວເຖິງ ແລະ ໂປ່ງໃສຜ່ານເວັບໄຊຕ່າງໆ ເພື່ອເປັນຂໍ້ມູນໃນການກະກຽມ ຄວາມພ້ອມໃນການແຂ່ງຂັນຂອງທຸລະກິດຂອງລາວ.

ສະເພາະຄ່າມັດຈໍາຕູ້ສິນຄ້າ, ຄ່າຂົນສົ່ງສິນຄ້າ ຜ່ານທາງລົດໄຟ, ຄ່າຄ່ຽນຖ່າຍ ແລະ ອື່ນໆ ບາງອັນທີ່ເຫັນວ່າຍັງມີມູນຄ່າສູງ ແມ່ນສະເໜີພາກລັດ ແລະ ທ່າບົກທ່ານາແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກຄົ້ນຄວ້າຕື່ມ, ສະເໜີບໍລິສັດທ່າບົກ ທ່ານາແລ້ງ ແລະ ບໍລິສັດທາງລົດໄຟລາວ-ຈີນ ພິຈາລະນາຈັດແບ່ງບຸລິມະສິດສິນຄ້າ ໂດຍສະເພາະສິນຄ້າກະສິກໍາສົ່ງອອກ ຜ່ານທ່າບົກທ່າ​ນາ​ແລ້ງ ແລະ ເຂດ​ໂລ​ຊິ​ສ​ຕິກແລະ ລົດໄຟລາວ-ຈີນ ລວມທັງການຈັດແບ່ງການເກັບຄ່າຄ່ຽນຖ່າຍຕາມປະເພດນໍ້າມັນເຊື້ອໄຟຂອງລົດ ຂົນສົ່ງ, ການເຈລະຈາພືດສົ່ງອອກໄປ ສປ ຈີນ, ສະເໜີໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສືບຕໍ່ເຈລະຈາ ກັບ ຝ່າຍຈີນ ໃຫ້ໄດ້ຫຼາຍຂຶ້ນ ພ້ອມທັງເຜີຍແຜ່ໃຫ້ແກ່ພາກທຸລະກິດ ຢ່າງທົ່ວເຖິງ ກ່ຽວ​ກັບຂັ້ນຕອນການແຈ້ງ ແລະ ກວດກາສິນຄ້ານໍາເຂົ້າ-ສົ່ງອອກ, ສະເໜີ​ໃຫ້ຂະແໜງການທີ່ກ່ຽວຂ້ອງ ພິຈາລະນາຄົ້ນຄວ້າປັບປຸງໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນຕື່ມ, ການກວດກາຄືນການບໍລິການ ແລະ ເກັບຄ່າບໍລິການຂອງບໍລິສັດ ຊິບປິ້ງ ແມ່ນ ສະເໜີໃຫ້ ບໍລິສັດວຽງຈັນ ໂລ​ຊິ​ສ​ຕິກ ສະໜອງຂໍ້ມູນໃຫ້ແກ່ກົມພາສີເພື່ອນໍາໄປຄົ້ນຄວ້າຕື່ມ, ສະເໜີບັນດາກະຊວງນໍາເອົາ ຜົນຂອງກອງປະຊຸມ ໄປລາຍງານຕໍ່ຄະນະນໍາຂອງຕົນ ເພື່ອພິຈາລະນາ, ມອບໃຫ້ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ສັງລວມຄໍາເຫັນຕ່າງໆ ເພື່ອລາຍງານຕໍ່ ລັດຖະບານ ແລະ ກະກຽມເນື້ອໃນລາຍງານຕໍ່ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ທີ່ຈະຈັດຂຶ້ນໃນໄວໆ​ນີ້.

ແຫຼ່ງຂ່າວ: ປະຊາຊົນ

ໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ

ລັດຖະບານໄທມີຄຳສັ່ງໃຫ້ເລັ່ງສ້າງຂົວແຫ່ງທີ 2 ໜອງຄາຍ-ນະຄອນຫຼວງວຽງຈັນ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ, ໜັງສືພິມບາງກອກໂພສຂອງໄທໄດ້ລາຍງານໃນຫວ່າງມໍ່ໆມານີ້ວ່າ: ຄະນະລັດຖະບານໄທໄດ້ອອກຄຳສັ່ງໃຫ້ອົງການທາງລົດໄຟແຫ່ງປະເທດໄທອອກແບບແລະກໍ່ສ້າງຂົວແຫ່ງທີ 2 ລະຫວ່າງໜອງຄາຍແລະນະຄອນຫຼວງວຽງຈັນຂອງປະເທດລາວໂດຍໄວ ເພື່ອເຊື່ອມຕໍ່ທາງລົດໄຟລາວ-ຈີນ. ທ່ານອະນຸທິນ ຊານວີຣະກຸນ ຮອງນາຍົກລັດຖະມົນຕີໄທກ່າວວ່າ:

ໃນກອງປະຊຸມຄະນະກຳມະການລະຫວ່າງລັດຖະບານກ່ຽວກັບທາງລົດໄຟໄທ-ລາວ-ຈີນ ທີ່ຕົນເປັນເຈົ້າພາບຈັດຂຶ້ນໃນອາທິດຜ່ານມານີ້, ຈິ່ງໄດ້ມີຂໍ້ຕົກລົງໃຫ້ອົງການທາງລົດໄຟແຫ່ງປະເທດໄທສ້າງຂົວແຫ່ງນີ້ໂດຍໄວ, ຄະນະກຳມະການດັ່ງກ່າວໄດ້ເປີດ “ໄຟຂຽວ” ດ້ານງົບປະມານທີ່ໃຊ້ໃນການກໍ່ສ້າງຂົວ ທີ່ອົງການທາງລົດໄຟແຫ່ງປະເທດໄທເປັນຜູ້ສະເໜີ; ພາຍຫຼັງທາງລົດໄຟລາວ-ຈີນເຊື່ອມຕໍ່ກັບປະເທດໄທແລ້ວ, ຈະຊຸກຍູ້ການພັດທະນາເສດຖະກິດພາກຕາເວັນຕົກຂອງຈີນ, ລາວ ແລະ ໄທ, ຈະເຮັດໃຫ້ຄ່າຂົນສົ່ງສິນຄ້າລະຫວ່າງຈີນແລະໄທຫຼຸດລົງ 30% ຫາ 50%; ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າລະຫວ່າງຈີນແລະໄທຈະໄວກວ່າການຂົນສົ່ງສິນຄ້າໃນອະດີດ 1 ວັນ ແລະ ເຮັດໃຫ້ຕົ້ນທຶນໃນການຂົນສົ່ງຫຼຸດລົງ 25%.

ແຫຼ່ງຂ່າວ: CRI

20 ມັງກອນ 2022 ຈາກໄປຕື່ມ +1 ສະສົມລວມແລ້ວ 508

ຕາມສູນຂ່າວສານການແພດສຸຂະສຶກສາລາຍງານ

ລັດ​ຖະ​ບານກຳນົດ ປະເພດສິນ​ຄ້າກະ​ສິ​ກຳ-ສັດ​ບາງ​ຊະ​ນິດ ຫ້າມໃຫ້ນໍາເຂົ້າ

ລັດຖະບານ ໄດ້ກຳນົດບັນຊີລາຍການສິນຄ້າກະສິກຳ ເພື່ອທົດແທນການນໍາເຂົ້າ ໂດຍດ້ານການປູກຝັງ ໄດ້ກຳນົດ 6 ຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າ, ດ້ານສັດ​ລ້ຽງ ແລະ ການປະມົງ ໄດ້ກຳນົດ 3 ປະເພດສິນຄ້າທີ່ບໍ່ອະນຸຍາດ ຫຼື ຫ້າມບໍ່ໃຫ້ນໍາເຂົ້າມາຍັງ ສປປ ລາວ ໂດຍເດັດຂາດ.

ໃນການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປີ 2021 ທີ່ຈັດຂຶ້ນໃນທ້າຍປີຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍ​ງານໃຫ້ຮູ້ວ່າ: ການກໍານົດບັນຊີລາຍການສິນຄ້າກະສິກໍາ ເພື່ອທົດແທນການນໍາເຂົ້າ ເປັນໜຶ່ງໃນບັນດາວຽກທີ່ສຳຄັນຂອງວຽກງານຈຸດສຸມທີ 1 ໃນວາລະແຫ່ງຊາດດັ່ງກ່າວ ຊຶ່ງໃນ

ດ້ານການປູກຝັງ, ລັດໄດ້ກໍານົດບັນຊີລາຍການຊະນິດພືດ ເພື່ອສົ່ງເສີມການຜະລິດພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ທັງໝົດ 6 ຊະນິດພືດ ຄື: ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍາປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ, ຜັກສະຫຼັດ, ຜັກກາດຂາວ ແລະ ຜັກເຊີນາລີ.

ດ້ານສັດລ້ຽງ ແລະ ການປະມົງ ໄດ້ກຳນົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ບໍ່ອະນຸຍາດ ຫຼື ຫ້າມບໍ່ໃຫ້ນໍາເຂົ້າມາຍັງ ສປປ ລາວ ໂດຍເດັດຂາດ ​ປະ​ກອບມີ: ປະເພດສັດເປັນ ທີ່ມີຈຸດປະສົງນໍາມາຈໍາໜ່າຍ ແລະ ບໍລິໂພກ ຄື: ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ ແລະ ຫ່ານ;

ປະເພດຜະລິດຕະພັນ ສັດ ແລະ ສັດນໍ້າ, ຄື: ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ຊິ້ນສ່ວນ ແລະ ເຄື່ອງໃນສັດທຸກປະເພດ;

ປະເພດປາຊີ້ນ: ປານິນ, ປາໄນ ແລະ ປານໍ້າຈືດທຸກຊະນິດ.

ລັດ​ຖະ​ບານ ຍັງໄດ້ກໍານົດບັນຊີລາຍການສິນຄ້າ ກ່ຽວກັບສັດ ແລະ ຜະລິດຕະພັນສິນຄ້າສັດ ແລະ ສັດນໍ້າ ທີ່ອະນຸຍາດໃຫ້ນໍາເຂົ້າ ມາຍັງ ສປປ ລາວ ໄດ້ທັງໝົດ 7 ລາຍການ ຄື: ແນວພັນສັດ, ນໍ້າເຊື້ອສັດແນວພັນດີ, ວັກຊິນກັນພະຍາດສັດ, ອຸປະກອນ ແລະ ນໍ້າຢາ (ໄນໂຕຣເຈນແຫຼວ ເພື່ອຮັກສາວັກຊິນກັນພະຍາດ ແລະ ນໍ້າເຊື້ອສັດ), ຫົວອາຫານສັດ; ວັດຖຸດິບຮັບໃຊ້ການຜະລິດ ອາຫານສັດ ແລະ ວັກຊິນ (ທີ່ບໍ່ສາມາດຜະລິດໄດ້ ໃນ ສປປ ລາວ), ວັດຖຸອຸປະກອນ ແລະ ເຄື່ອງກົນຈັກກະສິກໍາທີ່ຮັບໃຊ້ໃຫ້ແກ່ການລ້ຽງສັດ.

ນອກນີ້, ຍັງອະນຸຍາດໃຫ້ນໍາເຂົ້າບາງຜະລິດຕະພັນກ່ຽວກັບສັດ ແຕ່ຕ້ອງມີມາດຕະການທີ່ຮັດກຸມ, ມີແຜນການນໍາໃຊ້ສະເພາະ ແລະ ບໍ່ມີຜົນກະທົບຕໍ່ການຜະລິດ ຢູ່ພາຍໃນ ຄື: ຊີ້ນງົວ ເກຣດດີ (Premium), ຊີ້ນແກະ, ຊີ້ນນົກກະຈອກເທດ ເພື່ອມາຮັບໃຊ້ພັດຕະຄານ ຫຼື ໂຮງແຮມໃຫຍ່ໆ ແລະ ອະນຸຍາດໃຫ້ນຳເຂົ້າ ຕ່ອນນໍ້າມັນໝູ, ໜັງໝູ, ຊີ້ນກ້ອນ ເພື່ອນໍາມາປຸງແຕ່ງຮັບໃຊ້ບໍລິສັດ ຫຼື ໂຄງການສະເພາະໃດໜຶ່ງ. ສ່ວນອາຫານທະເລ ແມ່ນອະນຸຍາດໃຫ້ນໍາເຂົ້າ ແຕ່ຕ້ອງມີມາດຕະການຄຸ້ມຄອງຮ່ວມກັບບັນດາແຂວງຕ່າງໆໃຫ້ຮັດກຸມ ຊຶ່ງການອະນຸຍາດແມ່ນໃຫ້ພິຈາລະນາ ກໍານົດເປັນ ໂກຕ້າສະເພາະ ເປັນແຕ່ລະໄລຍະຕາມແຜນ ແລະ ຄວາມຈໍາເປັນໂຕຈິງເທົ່ານັ້ນ.

ທ່ານ ສອນໄຊ ສີພັນດອນ ຍັງໃຫ້ຮູ້ວ່າ: ວຽກສົ່ງເສີມການຜະລິດພາຍໃນ, ລັດຍັງໄດ້ກຳນົດດ້ານປັດໄຈການຜະລິດ ຊຶ່ງລັດສາມາດກຳນົດໄດ້ຄວາມຕ້ອງການ ການນໍາເຂົ້າປະເພດແນວພັນເຂົ້າ, ພືດ, ສັດ, ໄມ້, ປາ, ກົບ; ລວມທັງດ້ານກົນຈັກ ແລະ ອຸປະກອນການຜະລິດ ເພື່ອມາດຸ່ນດ່ຽງໃຫ້ພຽງພໍກັບຄວາມຕ້ອງການພາຍໃນ.

ແຫຼ່ງຂ່າວ: ປະຊາຊົນ

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ

ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ

ວັນທີ 18 ມັງກອນ 2022 ນີ້, ທີ່ ສະໜາມຫັດແອບ ວິທະຍາຄານກົມມະດໍາ, ໄດ້ມີພິທີ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງກອນ 1949-20 ມັງກອນ 2022) ໂດຍການເຂົ້າຮ່ວມຂອງສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົນລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັກຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕະ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນນະນໍາກະຊວງປ້ອງກັນຄວາມສະຫງົບ, ຄະນະນຳກົມໃຫຍ່ເສນາທິການກອງທັບ, ການນຳພັກ-ລັດ, ຄະນະຊີ້ນຳບັ້ນຊ້ອມຮົບ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.+ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວປີນີ້ ໄດ້ມີການສະແດງ ປະສານເຫຼົ່າຮົບສອງຂັ້ນຝ່າຍດຽວ ຍິງລູກປືນແທ້ ອັນເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ເຊິ່ງປະກອບມີຫຼາຍລາຍການສະແດງ, ຫຼາຍເນື້ອໃນທີ່ສຳຄັນ ຄື: ເຫຼົ່າຮົບ ຕີພິເສດ ເຮັດໜ້າທີ່ປິດລັບແຊມກາຍດັບສູນເປົ້າໝາຍ; ເຫຼົ່າຮົບ ສືບຂ່າວ ສົມທົບກັບທະຫານອາກາດ ຊີງຕົວປະກັນຢູ່ລົດບັດ; ທະຫານອາກາດ ນຳໃຊ້ຍົນ Yak-130, ຍົນ MI-17 ດັບສູນເປົ້າໝາຍໜ້າດິນ, ເຫຼົ່າຮົບ ປ້ອງກັນອາກາດ ຍິງດັບສູນເປົ້າໝາຍເທິງອາກາດ, ເຫຼົ່າຮົບປືນໃຫຍ່ ປະຕິບັດຍິງກຽມ, ຍິງຍົກຍ້າຍ; ເຫຼົ່າຮົບຊ່າງແຊງ ສົ່ງໂບກຝ່າບິນ ແລະ ເປີດທາງໄຂ; ກອງພັນໃຫຍ່ 11 ສົມທົບກັບເຫຼົ່າຮົບ ລົດຕັງ ປະຕິບັດບຸກຕີສັດຕູ; ເຫຼົ່າຮົບເຄມີ ລົບລ້າງເຄມີໃຫ້ພາຫະນະສູ້ຮົບທີ່ຖືກທາດພິດ.

ສະຫາຍ ພັນຄໍາ ວິພາວັນ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະຊີ້ນໍາຊ້ອມຮົບ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງທີ່ເຂົ້າຮ່ວມການຊ້ອມຮົບ-ເຝິກແອບຜ່ານຜ່າຄວາມຫຍຸ້ງຍາກ, ມີຄວາມສໍານິຊໍານານ, ຄ່ອງແຄ້ວ ໃນການປະສານບັນຊາ ຍິງລູກປືນແທ້, ເຮັດໃຫ້ການຊ້ອມຮົບໃນຄັ້ງນີ້ ສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ຄວາມປອດໄພ 100%, ຂໍສະແດງຄວາມຍ້ອງຍໍສັນລະເສີນມາຍັງບັນດາສະຫາຍ ນາຍ ແລະ ພົນທະຫານ ທີ່ໄດ້ ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ໃນຕະຫຼອດໄລຍະ 73 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດ, ພາຍໃຕ້ການນຳພາໂດຍກົງ, ເດັດຂາດ, ຮອບດ້ານ ຈາກພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະອັນລະອິດລະອ້ຽວ, ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກຳລັງປະກອບອາວຸດ ພວກເຮົາໄດ້ ສາມັກຄີເປັນຈິດໜຶ່ງໃຈດຽວ ສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງກໍ່ສ້າງກໍາລັງຂອງຕົນ ໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.

ສະຫາຍ ພັນຄໍາວິພາວັນ ຍັງໄດ້ກ່າວອີກຕື່ມວ່າ: ເພື່ອສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ຮຽກຮ້ອງ ບັນດາສະຫາຍຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕ ປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ກອງທັບຕ້ອງເປັນຫຼັກແຫຼ່ງ, ເປັນພາຫະນະອັນແຫຼມຄົມຂອງພັກ ໃນການນຳພາທົ່ວປວງຊົນ ເຮັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ເຂັ້ມແຂງໜັກແໜ້ນ ເອົາໃຈໃສ່ປັບປຸງລະບອບການຄຸ້ມຄອງບັນຊາ, ປັບປຸງບັນດາກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນ, ໃນນັ້ນຖືເອົາ ຄຸນນະພາບການເມືອງ-ແນວຄິດເປັນກົກ, ເອົາຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນຕ້ອງມີແຜນການ ແລະ ປະຕິບັດ ລະບອບການຫັດແອບ ເພື່ອຍົກສູງຄວາມສາມາດ ທາງດ້ານສິນລະປະຍຸດ-ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂື້ນ, ທັງຍົກສູງສະຕິໃນການຈັດຕັ້ງລະບຽບວິໃນໃຫ້ເຂັ້ມງວດ ພ້ອມກັນນີ້ ກໍຕ້ອງຕັ້ງໜ້າປະກອບສ່ວນ ຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຮາກຖານ ໃນການປັບປຸງລະບົບການຈັດຕັ້ງ, ການອົບຮົມຫັດແອບ ສຶກສາປ້ອງກັນຊາດໃຫ້ກວ້າງຂວາງ ເພື່ອໃຫ້ເຂົາເຈົ້າເຮັດຫຼ້ອນໜ້າທີ່ໃນການປົກປັກຮັກສາທ້ອງຖິ່ນຂອງຕົນ, ຕ້ອງສຸມທຸກເງື່ອນໄຂຄວາມສາມາດເພື່ອກ້າວໄປເຖິງໃນການກຸ້ມຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານ ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽດຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານ ຊີວິດການເປັນຢູ່, ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສ.ສ ຫວຽດນາມ ແລະ ສ.ປ ຈີນ) ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງກໍຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງເອົາການ ຊ່ວຍເຫຼືອຈາກສາກົນ, ປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າ, ເຂັ້ມແຂງ ແລະ ທັນ ສະໄໝ.

ຂໍ້ມູນ ແລະ ພາບ: ໜັງສືພິມກອງທັບ

ສະຫາຍ ເລຂາທິການໃຫຍ່ ຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງພົນທີ 4

ໃນວັນທີ 18 ມັງກອນ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ , ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20/1/1949-20/1/2022) ,ໂດຍການຕ້ອນຮັບ ຢ່າງອົບອຸ່ນ ຈາກ ການນຳແຂວງ ສະຫວັນນະເຂດ , ຄະນະພັກ-ຄະນະບັນຊາ ,ພະນັກງານຫລັກແຫ່ລງ ທົ່ວກອງພົນທີ4 ,ມີ ບັນດາ ຄະນະນຳກະຊວງປ້ອງກັນປະເທດ ,ກະຊວງປ້ອງກັນຄວາມສະຫງົບ,ອຳນາດການປົກຄອງແຂວງ ເຂົ້າຮ່ວມ.

ໃນການລົງຢ້ຽມຢາມ ແລະ ໂອ້ລົມ ຂອງ ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຟັງ ການລາຍງານ ຫຍໍ້ ໂດຍ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ກ່ຽວກັບຜົນງານການເຄື່ອນໄຫວຕະຫຼອດໃນໄລຍະທີຜ່ານມາ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພົນທີ4ໄດ້ເປັນເຈົ້າການເຄື່ອນໄຫວເຮັດໜ້າທີ່ການເມຶອງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຈັດປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ສໍາເລັດເປັນກ້າວໆມາ ໃນນີ້ໄດ້ປະສານສົມທົບກັບກົມກອງເພື່ອນ ອໍານາດການປົກຄອງແຂວງ,ບັນດາເມືອງເພື່ອຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມປະຊາຊົນ ໂດຍສະເພາະແມ່ນສຸ່ມໃສ່ຂອບເຂດກົມກອງຮັບຜິດຊອບ ເຊິ່ງມີ 65 ບ້ານ 7 ເມືອງ ລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຖາມກາງການລະບາດຂອງເຊື້ອພະຍາດໂຄວິດ-19.ພ້ອມນັ້ນໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງປະຕິບັດຕາມທິດກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ຄຽງຄູ່ກັບການກໍ່ສ້າງກອງປອດໃສປອດໄພປອດຄະດີ ສຸມໃສ່ວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ບົນພື້ນຖານຍົກສູງນໍ້າໃຈເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນ.

ໂອກາດນີ້ ,ສະຫາຍ ເລຂາທິການໃຫຍ່ ໄດ້ໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານ ທີ່ ກອງພົນທີ 4 ຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່ ຄະນະພັກ-ຄະນະບັນຊາ ພ້ອມພະນັກງານທຸກຂັ້ນ ກອງ ພົນທີ4 ຕ້ອງຍົກສູງການນໍາພາຢ່າງຮອບດ້ານເພື່ອຮັບປະກັນໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ສຸມໃສ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ພາຍໃນມີຄວາມເຂັ້ມແຂງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອພິລະອາດຫານ ດຸໝັ່ນຂະຫຍັນພຽນ ບົນຈິດໃຈເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂື້ນເລື້ອຍໆ ເພື່ອພ້ອມກັນສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝເທື່ອລະກ້າວໆ ພ້ອມກັນນັ້ນກໍ່ຕ້ອງຍົກສູງສະຕິລະວັງຕົວ ກໍາແໜ້ນທຸກສະພາບການເພື່ອສະກັດກັ້ນສະພາບການທີ່ອາດເກີດຂື້ນໃຫ້ທັນກັບເວລາຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກ່ວາເກົ່າ ແຕ່ປັດໄຈຕ້ອງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ ມີແບບແຜນວີທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນທຸກຂົງເຂດວຽກງານ ພ້ອມກັນປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເປັນລະບຽບຮຽບຮ້ອຍເພື່ອໃຫ້ມີບາດກ້າວໃໝ່ ສຸມໃສ່ເຝິກແອບຮໍ່າຮຽນທາງດ້ານສິນລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມຊໍານິຊໍານານ ມີໄຫວພິກທີ່ຄ່ອງແຄ້ວ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ຂັ້ນເທີງມອບໝາຍໃຫ້.ພ້ອມນັ້ນ ,ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຍົກໃຫ້ເຫັນເຖີງບັນຫາ ສະພາບ ພາກພື້ນຂອງໂລກ ແລະ ສະພາບພາຍໃນປະເທດ .

າວພາ

ໂອກາດມາຢ້ຽມຢາມຂອງສະຫາຍ ເລຂາທິການໃຫຍ່ ຍັງໄດ້ນຳເອົາວັດຖຸປັດໄຈຈໍານວນໜຶ່ງມາມອບໃຫ້ກອງພົນທີ4.ຈາກນັ້ນ, ສະຫາຍເລຂາທິການໃຫຍ່ ພ້ອມຄະນະຍັງໄດ້ລົງຢ້ຽມຢາມສູນເຕັກນິກກອງພົນທີ4.

ຂໍ້ມູນ: ຄວາມສະຫງົບ Lao Security News

ມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ

ມວຍລາວ ມອບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາຄວ້າອັນດັບ 2 ຂອງໂລກ ຈາກ 40 ກວ່າປະເທດເຂົ້າຮ່ວມ

ສະຫະພັນກິລາມວຍລາວແຫ່ງຊາດ ຈັດພິທີມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ ລາຍການແຂ່ງຂັນສິລະປະຟ້ອນມວຍ ໃນຮູບແບບທາງອອນລາຍ Online World Martial Arts ຈັດຂຶ້ນ ເມື່ອລະຫວ່າງວັນທີ 29 ຕຸລາ ຫາ 2 ພະຈິກ 2021 ທີ່ ສ ເກົາຫຼີ ຮັບກຽດເປັນເຈົ້າພາບ ລາຍການດັ່ງກ່າວ ພາຍໃຕ້ການດູແລຂອງ ອົງການສະຫະປະຊາຊາດ ໂດຍມີສະມາຊິກທັງໝົດ 40 ກວ່າປະເທດເຂົ້າຮ່ວມຊີງໄຊ.

ພິທີມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ ໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ໃຫ້ກຽດມອບໂດຍທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນກິລາມວຍລາວແຫ່ງຊາດ ທັງເປັນປະທານມວຍໂລກ, ທ່ານ ຂັນທະລີ ໂພທິສານ ຮອງປະທານສະຫະພັນກິລາມວຍລາວແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ, ຄູຝຶກ, ນັກກິລາ, ທີມງານລາວແອັກຊັນສະຕາ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.ທ່ານ ຂັນທະລີ ໂພທິສານ ກ່າວວ່າ:

ການເຕົ້າໂຮມຄັ້ງນີ້ແມ່ນເປັນການສະຫຼຸບລາຍການແຂ່ງຂັນທາງອອນລາຍ Online World Martial Arts ລະຫວ່າງວັນທີ 29 ຕຸລາ – 2 ພະຈິກ 2021 ຈັດຂຶ້ນທີ່ ສ ເກົາຫຼີ ພາຍໃຕ້ການດູແລຂອງ ສະຫະປະຊາຊາດ ຊຶ່ງມີສະມາຊິກທັງໝົດ 40 ກວ່າປະເທດເຂົ້າຮ່ວມຊີງໄຊ, ແຕ່ເນື່ອງຈາກປີດັ່ງກ່າວໄດ້ຮັບຜົນກະທົບຈາກໂຄວິດ-19 ຈິ່ງໄດ້ຈັດແບບອອນລາຍ ແລະ ມວຍລາວ ໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍລາຍການບໍ່ວ່າຈະເປັນ ປະເພດດ່ຽວ, ປະເພດຄູ່, ປະເພດທີມ ແລະ ປະເພດປະສົມຊາຍຍິງ ຜ່ານການແຂ່ງຂັນໂດດເດັ່ນທີ່ສຸດແມ່ນພວກເຮົາສາມາດຍາດໄດ້ອັນດັບ 2 ຂອງໂລກ ປະພດຄູ່ປະສົມຍິງ-ຊາຍ ຈາກ ທ້າວ ອານຸສອນ ວັນນະລາດ ແລະ ນາງອິນທິລາ ບຸດສິງຄຳ ໃນບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ຊຶ່ງຜົນງານດັ່ງກ່າວເປັນຄວາມພາກພູມໃຈຂອງສະຫະພັນພວກເຮົາ ກໍຄື ຊາວລາວທັງປະເທດ ໂດຍຄູຝຶກແມ່ນ ອາຈານ ພິລາວັນ ຈັນທະກາລີ ເປັນຜູ້ສອນ ແລະ ຂ້າພະເຈົ້າເປັນຜູ້ອອກແບບທ່າຕ່າງໆໃນບົດຟ້ອນ ນາລີແພງເນື້ອ.

ຂະນະດຽວກັນ ທ່ານ ສາຍສະໝອນ ໄຊຍະສອນ ກໍໄດ້ກ່າວວ່າ: ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈທີ່ນັກກິລາທຸກຄົນໄດ້ພະຍາຍາມຕັ້ງໜ້າຢ່າງສຸດຄວາມສາມາດ ສ້າງຜົນງານຢ່າງໂດດກເດັ່ນຄວ້າອັນດັບທີ 2 ຂອງໂລກປະເພດຟ້ອນຄູ່ປະສົມ ຖືເປັນຄວາມພາກພູມໃຈຂອງຊາວລາວທັງຊາດ ທີ່ໄດ້ປະກາດໃຫ້ຊາວໂລກໄດ້ຮັບຮູ້ສິລະປະມວຍລາວ ແນ່ນອນໃນຕໍ່ໜ້າສະຫະພັນມວຍແຫ່ງຊາດລາວ ໄດ້ມີແຜນຈະສືບຕໍ່ເຄື່ອນໄຫວສົ່ງນັກກິລາທັງປະເພດຕໍ່ສູ້ ແລະ ປະເພດຟ້ອນຮ່ວມແຂ່ງຂັນທັງພາຍໃນ ແລະ ຕາງປະເທດ ໂດຍສະເພາະກຽມຈະເປັນເຈົ້າການຈັດແຂ່ງຂັນມວຍລາວ ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແລະ ກຽມຈະສົ່ງນັກກິລາ 5 ຄົນ, ຍິງ 1 ຄົນ ຮ່ວມລ່າຫຼຽນຄຳ ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຮັບກຽດເປັນຍເຈົ້າພາບ ໃນກາງປີນີ້.

ຂໍ້ມູນຈາກ: Lao National Radio

ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021

ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021

ໃນທາມກາງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ເວົ້າລວມ, ການສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ ເວົ້າສະເພາະ ຢ່າງເປັນຂະບວນຟົນຟື້ນ ໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍຮູບແບບທາງໄກ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາຫ້ອງການ, ຄະນະນໍາບັນດາກົມ, ຄະນະນໍາສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາອົງການໄອຍະການທະຫານຂັ້ນສູງ, ຄະນະນໍາອົງການໄອຍະການປະຊາຊົນພາກ 3 ພາກ, ຄະນະນໍາອົງການໄອຍະການປະຊາຊົນຂັ້ນແຂວງ 17 ແຂວງ ແລະ 1 ນະຄອນຫຼວງ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.

  • ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021 ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມປະຈຳປີ 2022;
  • ຄໍາສັ່ງກ່ຽວກັບການດໍາເນີນຄະດີຢາເສບຕິດ ແລະ ການຟອກເງິນ ສະບັບເລກທີ 011/ອອປສ;
  • ລົງວັນທີ 23 ສິງຫາ 2021, ຄໍາສັ່ງກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຂັ້ນຕ່າງໆ ສະບັບເລກທີ 021/ອອປສ, ລົງວັນທີ 08 ທັນວາ 2021, ຄໍາສັ່ງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດກ່ຽວການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ສະບັບສະບັບເລກທີ 023/ອອປສ, ລົງວັນທີ 09 ທັນວາ 2021, ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 27/ສພຊ, ລົງວັນທີ 16 ພະຈິກ 2021, ຄໍາແນະນໍາຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການກະກຽມຄວາມພ້ອມໃນການຕິດຕາມກວດກາການດໍາເນີນຄະດີປົກຄອງ ສະບັບເລກທີ 019/ອອປສ, ລົງວັນທີ 19 ພະຈິກ 2021, ບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບລົງວັນທີ 8 ທັນວາ 2021;
  • ການປະກອບຄໍາເຫັນຂອງອົງການໄອຍະການປະຊາຊົນທ້ອງຖິ່ນ, ຫ້ອງການ, ບັນດາກົມ ກ່ຽວກັບການຍົກສູງຄຸນນະພາບການຕິດ ຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ວຽກງານຄ້າຍຄຸມຂັງ-ດັດສ້າງ, ການພັດທະນາວຽກງານໄອຍະການປະຊາຊົນ, ການຮ່ວມມືວຽກງານໄອຍະການປະຊາຊົນກັບຕ່າງປະເທດ ແລະ ວຽກງານອື່ນຈໍານວນໜຶ່ງ; ມອບໃບຍ້ອງຍໍໃຫ້ກົມກອງ, ລວມໝູ່ ແລະ ບຸກຄົນ ທີ່ດີເດັ່ນໃນການປະຕິບັດໜ້າທີ່ວຽກງານປະຈຳປີ 2021.
  • ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້;
  • ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສໍາເລັດ;
  • ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ;
  • ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ; ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສີນຂອງສານ; ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບ ສວນ-ສອບສວນອື່ນ ຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ, ນິຕິກຳ ແລະ ປື້ມຄູ່ມືອັນເປັນພື້ນຖານໃຫ້ແກ່ການຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ແກ້ໄຂການລະເມີດທາງປົກຄອງ, ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສີນ ຖືກຕ້ອງ ເປັນທຳ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ປະເທດຊາດຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາສອງວັນ ແລະ ໄດ້ອັດລົງໃນວັນທີ 19 ມັງກອນ 2022 ດ້ວຍຜົນສຳເລັດອັນຈົບງາມ.

ຊົມເຊີຍ! ນໍ້າຕົກຕາດເຍືອງ ໄດ້ຮັບລາງວັນ “ການທ່ອງທ່ຽວຢ່າງຢັ້ງຢືນແຫ່ງອາຊຽນ” ປະຈໍາປີ 2022

ນໍ້າຕົກຕາດເຍືອງ ເມືອງປາກຊ່ອງ ແຂວງຈໍາປາສັກ ໄດ້ຮັບລາງວັນ “ການທ່ອງທ່ຽວຢ່າງຢັ້ງຢືນແຫ່ງອາຊຽນ” ປະຈໍາປີ 2022

ໃນງານ ASEAN Tourism Forum (ATF) ທີ່ຈະຈັດຂຶ້ນ ຢູ່ທີ່ ປະເທດກໍາປູເຈຍ.

ຈາກຄວາມສໍາເລັດໃນການພັດທະນາແຫຼ່ງທ່ອງທ່ຽວຮອບນໍ້າຕົກຕາດ ທີ່ມີຄວາມສວຍງາມຕາມທໍາມະຊາດ ແລະ ວິຖີຊີວິດປະຈໍາວັນຂອງປະຊາຊົນໃນທ້ອງຖິ່ນ ໄດ້ຮັບການເຄົາລົບ ແລະ ພັດທະນາໃຫ້ສອດຄ່ອງກັບການອະນຸຮັກສິ່ງແວດລ້ອມ.ໂດຍຄະນະເຈົ້າໜ້າທີ່ແຂວງຈໍາປາສັກ ຈະເດີນທາງໄປຮັບລາງວັນໃນງານການທ່ອງທ່ຽວອາຊຽນ ASEAN Tourism Forum (ATF) 2022 ຢູ່ທີ່ປະເທດກໍາປູເຈຍ ໃນວັນທີ 16-20 ມັງກອນ 2022 ນີ້.

ແຫຼ່ງຂ່າວ: ໜັງສືພິມ Vientiane Times.

ຮູບພາບ:Champa Insider

ກຽມມື້ສະຫຼອງວັນສ້າງຕັ້ງກອງທັບ ວັນທີ 20 ມັງກອນ 2022 ນີ້

ຊ້ອມຍິງລູກປືນແທ້ ກຽມມື້ສະຫຼອງວັນສ້າງຕັ້ງກອງທັບ.

ວັນທີ 17 ມັງກອນ 2022 ນີ້, ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາ, ໄດ້ຈັດຕັ້ງຊ້ອມທົດລອງຍິງລູກປືນແທ້, ເພື່ອຫຼອງວັນສ້າງຕັ້ງກອງທັບປະຊາ ຊົນ ລາວ ຄົບຮອບ 73 ປີ. ການຊ້ອມຮົບໃນຄັ້ງນີ້ ເລີ່ມຕົ້ນດ້ວຍເຫຼົ່າຮົບຕີພິເສດເຮັດໜ້າ ທີ່ປິດລັບແຊມກາຍດັບສູນເປົ້າ ໝາຍ; ເຫຼົ່າຮົບສືບຂ່າວຊີງຕົວປະ ກັນຢູ່ລົດເມທ່ອງທ່ຽວ; ກອງບັນ ຊາການທະຫານອາກາດນຳໃຊ້ Z-9 ຄຸມກັນທາງອາກາດ ຊີງໂຕ ປະກັນ, ໃຊ້ຍົນ Yak-130 ຍິງ ຖະຫຼົ່ມເປົ້າໝາຍໜ້າດິນ, ຍົນ MI-17 ຍິງຖະຫຼົ່ມເປົ້າໝາຍໜ້າດິນ ແລະ ນໍາໃຊ້ຍົນ MI-17 ສົ່ງກຳ ລັງມ້າບິນ 110 ຊ່ວຍໜູນຢູ່ທິດ ສຳຄັນ. (ກົດເຂົ້າລີ້ງເພື່ອເບິ່ງວີດີໂອ)

https://www.facebook.com/Meuinglaothanhadkan/videos/681477679527847

ເຫຼົ່າຮົບປ້ອງກັນອາກາດ ຍິງທຳລາຍເປົ້າໝາຍທາງອາ ກາດ; ເຫຼົ່າຮົບປືນໃຫຍ່ໜ້າດິນ ຍິງກຽມ ແລະ ຍິງຍົກຍ້າຍ, ເຫຼົ່າ ຮົບຊ່າງແສງໄດ້ປະຕິບັດສົ່ງໂບກ ຝ່າບິນ ແລະ ເປີດທາງໄຂ; ກອງ ພັນໃຫຍ່ 11 ສົມທົບເຫຼົ່າຮົບລົດ ຕັງ ເຮັດໜ້າທີ່ສົ່ງກຳລັງມ້າບິນ ຍິງສົມທົບກຳລັງໄຟຂຶ້ນເທິງ, ມ້າບິນ 110 ສົມທົບເຫຼັກໄຫຼ(ລຕ) ປະຕິບັດຕີສັດຕູ ແລະ ສົ່ງກຳລັງ ມ້າບິນ 110 ລົງເດີ່ນຊ່ວຍໜູນຢູ່ ທິດບຸກຕີສຳຄັນ; ເຫຼົ່າຮົບເຄມີ ເຮັດໜ້າທີ່ລົບລ້າງທາດເຄມີໃຫ້ ພາຫະນະສູ້ຮົບທີ່ຖືກທາດພິດ; ເຫຼົ່າຮົບສື່ສານ ເຮັດໜ້າທີ່ຮັບປະ ກັນຕິດຕໍ່ສື່ສານຕະຫຼອດໄລຍະ ການປະຕິບັດສູ້ຮົບ.

ແຫຼ່ງຂ່າວ: ເມືອງລາວທັນເຫດການ