ຈາກສູນຂ່າວສານການແພດສຸຂະສຶກສາ ວັນທີ 18 ມັງກອນ 2022

ຈາກສູນຂ່າວສານການແພດສຸຂະສຶກສາ ວັນທີ 18 ມັງກອນ 2022

ຄຳສັ່ງຈັບຕົວ!
ທ້າວ ລຳເລີ ໂລວັນ ອາຍຸ 35 ປີ ຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ນາງ ຈັນໃດ ອາຍຸ 31 ປີ ຢູ່ບ້ານທາງໂຄ້ງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໃນຂໍ້ຖືກຫາຊື້-ຂາຍຊັບຜິດກົດໝາຍ.
ທ່ານໃດພົບເຫັນແຈ້ງຕໍ່ເຈົ້າໜ້າທີ່ດ່ວນ 030 9088818 ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ.

.

ຮູບພາບທັງສອງ

.

.

ຂໍ້ມູນ ແລະ ຮູບພາບຈາກ: ຄວາມສະຫງົບ Lao Security News
ວັນທີ 13 ມັງກອນ 2022 ລາຍງານຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດ, ໃຫ້ຮູ້ວ່າ: ອີງຕາມຄວາມຮຽກຮ້ອງຕ້ອງການດ້ານການຂົນສົ່ງສິນຄ້າທີ່ນັບມື້ນັບເພີ່ມຂຶ້ນ, ເພື່ອໃຫ້ການບໍລິການດ້ານການຂົນສົ່ງສິນຄ້າດີຂຶ້ນ, ລົດໄຟລາວ-ຈີນຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າສະຖານີວັງວຽງຂຶ້ນ, ເຊິ່ງຈະເລີ່ມໃຫ້ບໍລິການຢ່າງເປັນທາງການພາຍໃນອາທິດນີ້.
ສະຖານີວັງວຽງ ຕັ້ງຢູ່ແຄມທາງຫຼວງເລກ 13 ເມືອງວັງວຽງ, ແຂວງວຽງຈັນ, ລຽບຕາມທາງດ່ວນ, ລານສິນຄ້າສະຖານີວັງວຽງ ຕົ້ນຕໍແມ່ນດຳເນີນທຸລະກຳສິນຄ້າຂາເຂົ້າ-ຂາອອກ, ລານສິນຄ້າມີເສັ້ນທາງຂົນສົ່ງສິນຄ້າ 2 ເສັັ້ນທາງ, ເສັ້ນທາງທີ 1 ສາມາດເຮັດວຽກໜຶ່ງເທື່ອໄດ້ 18 ຕູ້ສິນຄ້າ, ເສັ້ນທາງທີ 2 ສາມາດເຮັດວຽກໜຶ່ງເທື່ອໄດ້ 11 ຕູ້ສິນຄ້າ.
ລານສະຖານີວັງວຽງທັງໝົດ ສາມາດບັນຈຸຕູ້ຄອນເທນເນີໄດ້ 420 ຕູ້. ຍ້ອນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19,ໃນໄລຍະເປີດດຳເນີນການເບື້ອງຕົ້ນລົດໄຟລາວ-ຈີນ ຈິ່ງໄດ້ເປີດສະຖານີຂົນສົ່ງສິນຄ້າພຽງ 2 ແຫ່ງຄື: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ສະຖານີ ຂົນສົ່ງສິນຄ້ານາເຕີຍ.
ພາຍຫຼັງທີ່ເປີດນຳໃຊ້ລານຂົນສົ່ງສິນຄ້າຢູ່ສະຖານີວັງວຽງແລ້ວ, ລົດໄຟລາວ-ຈີນກໍຈະມີຈຸດຂົນສົ່ງສິນຄ້າເພີ່ມຂຶ້ນເປັນ 3 ຈຸດ: ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້, ສະຖານີວັງວຽງ ແລະ ສະຖານີຂົນສົ່ງສິນຄ້ານາເຕີຍ (ສະຖານີບໍ່ເຕ່ນຖືວ່າເປັນດ່ານພາສີ, ດັ່ງນັ້ນ, ຈຶ່ງບໍ່ມີການດຳເນີນທຸລະກຳການຂົນສົ່ງສິນຄ້າ).
ກ່ອນຈະດໍາເນີນທຸລະການຂົນສົ່ງສິນຄ້າ, ເຈົ້າຂອງສິນຄ້າຕ້ອງເຊັນ “ສັນຍາການຈ່າຍຄ່າຂົນສົ່ງທາງລົດໄຟລ່ວງໜ້າ”, “ສັນຍາຄວາມປອດໄພການຂົນສົ່ງຕູ້ສິນຄ້າ” ແລະ “ສັນຍານຳໃຊ້ຕູ້ສິນຄ້າເຂົ້າ-ອອກສະຖານີສິນຄ້າ” ກັບບໍລິສັດທາງລົດໄຟລາວ-ຈີນ ແລະ ຕ້ອງໂອນເງິນມັດຈຳ ແລະ ຈ່າຍເງິນລ່ວງໜ້າເຂົ້າບັນຊີທີ່ກຳນົດໄວ້, ຫຼັງຈາກໄດ້ຮັບເງິນມັດຈໍາ ແລະ ເງິນລ່ວງໜ້າທີ່ຈ່າຍໃຫ້ແລ້ວ, ທ່ານກໍສາມາດໄປສະຖານີຂົນສົ່ງສິນຄ້າເພື່ອຮັບຕູ້ສິນຄ້າ, ຫຼັງຈາກທີ່ຕູ້ສິນຄ້າບັນທຸກສິນຄ້າຮຽບຮ້ອຍແລ້ວ ແລະ ໄດ້ສຳເລັດການແລ່ນຂັ້ນຕອນຜ່ານດ່ານພາສີແລ້ວ, ກໍຈະສາມາດສົ່ງອອກໄດ້.
ຕາມການລາຍງານຂອງຜູ້ຮັບຜິດຊອບພະແນກດຳເນີນການຂອງບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ວ່າ: ນັບແຕ່ໄດ້ເປີດໃຫ້ບໍລິການລົດໄຟລາວ-ຈີນເປັນຕົ້ນມາ, ຂະບວນລົດໄຟຂົນສົ່ງສິນຄ້າຈາກນະຄອນຫຼວງວຽງຈັນໄປຈີນແມ່ນມີສະພາບຮັດຕົວ, ລາຍການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນແມ່ນມີຈຳນວນຫຼວງຫຼາຍ, ສິນຄ້າທີ່ສົ່ງໄປຈີນຕົ້ນຕໍແມ່ນຢາງພາລາ, ເຂົ້າ, ຖ່ານ, ແຮ່ເຫລັກ ແລະອື່ນໆ, ສ່ວນສິນຄ້າທີ່ສົ່ງມາລາວຕົ້ນຕໍແມ່ນ ປຸຍ, ຜະລິດຕະພັນກົນຈັກໄຟຟ້າ ແລະອື່ນໆ, ນອກຈາກນີ້ຍັງມີສິນຄ້າເຢັນທີ່ຂົນສົ່ງໄປໄທ.
ມາຮອດວັນທີ 12 ມັງກອນປີ 2022, ປະລິມານການຂົນສົ່ງສິນຄ້າຂອງທາງລົດໄຟລາວ-ຈີນໄດ້ບັນລຸ 60.000ໂຕນ. ໃນຕໍ່ໜ້າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ບໍລິການຂົນສົ່ງສິນຄ້າໃຫ້ດີ, ຍົກໃຫ້ເຫັນປະໂຫຍດທີ່ເປັນເອກະລັກສະເພາະຂອງການຂົນສົ່ງທາງລົດໄຟ, ຕັ້ງໜ້າປະກອບສ່ວນຊຸກຍູ້ການສົ່ງອອກສິນຄ້າຄຸນນະພາບສູງຂອງລາວ ເພື່ອສົ່ງເສີມການພັດທະນາເສດຖະກິດຂອງລາວ.
ຂໍ້ມູນ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ
ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 17 ມັງກອນ 2022 ໃຫ້ຮູ້ວ່າ:

ລາຍລະອຽດເພີ່ມເຕິມພາຍຫຼັງ
ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເຖິງຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ
ຜູ້ອໍານວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດ, ບໍລິສັດຂາອອກ – ຂາເຂົ້າ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານຄ້າຊຸບເປີມາກ – ມິນິມາກ, ຕະຫຼາດ, ຮ້ານຄ້າຂາຍຍົກ – ຂາຍຍ່ອຍທົ່ວໄປ ໃນນະຄອນຫຼວງວຽງຈັນ.
ເລື່ອງ : ໃຫ້ເອົາໃຈໃສ່ ຕິດຕາມ, ກວດກາ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ, ວາງຂາຍສິນຄ້າຊະຊາຍ ແລະ ຂາຍສິນຄ້າເກືອດຫ້າມທີ່ເປັນການລະເມີດລະບຽບກົດໝາຍ ພ້ອມທັງກະຕ່າຂອງຂວັນຕ່າງໆ ໃນໄລຍະແຕ່ນີ້ ຫາບຸນປີໃຫມ່ ຂອງຊາວຈີນ ແລະ ຫວຽດນາມ ປີ 2022 ເຊິ່ງມີລາຍລະອຽດດັ່ງນີ້:

ແຈ້ງການພາສາລາວ

ແຈ້ງການພາສາຈີນ

.

ແຈ້ງການພາສາຫວຽດນາມ


ຕາມການຖະແຫຼງຂ່າວປະຈຳວັນຈາກຄະນະສະເພາະກິດ ເຊິ່ງລາຍງານໃນວັນທີ 16 ມັງກອນ 2022 ໂດຍ ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ໄດ້ລາຍງານໃຫ້ຮູ້ວ່າ:
ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ເອີຣົບ ຍັງຄົງໜ້າເປັນຫ່ວງ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ກ່າວວ່າ ການລະບາດຂອງສາຍພັນໂອໄມຄຣອນ ຢ່າງໄວວາ ໃນຫຼາຍປະເທດທົ່ວໂລກນັ້ນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອ ໃນອາທິດນີ້ ສູງເຖິງ 15 ລ້ານຄົນ ເຊິ່ງເປັນຕົວເລກທີ່ສູງທີ່ສຸດ ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ເຖິງວ່າ ສາຍພັນໂອໄມຄຣອນ ຈະມີອາການສະແດງອອກໜ້ອຍກວ່າ ສາຍພັນເດວຕ້າກໍ່ຕາມ ແຕ່ກໍ່ຍັງມີຄວາມອັນຕະລາຍ ໂດຍສະເພາະ ຜູ້ທີ່ຍັງບໍ່ທັນໄດ້ສັກວັກຊີນ.

ດັ່ງນັ້ນ, ການສັກວັກຊີນ ກໍ່ຍັງແມ່ນມາດຕະການປ້ອງກັນທີ່ດີທີ່ສຸດ ເພື່ອຮັບມື ກັບການລະບາດຂອງໂອໄມຄຣອນ ອົງການອະນາໄມໂລກ ຈຶ່ງຮຽກຮ້ອງໃຫ້ ຫຼາຍປະເທດ ສຸມໃສ່ການສັກວັກຊີນໃຫ້ແກ່ປະຊາຊົນຂອງຕົນເອງ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ບຸກຄົນ ແລະ ປະເທດຂອງຕົນ, ການປະຕິບັດທັງໝົດນີ້ ກໍ່ແມ່ນເພື່ອຫຼຸດຜ່ອນອັດຕາການເຈັບເປັນ, ການເສຍຊີວິດ ເມື່ອມີການຕິດເຊື້ອເກີດຂຶ້ນ ພ້ອມດຽວກັນນັ້ນ ກໍ່ຊ່ວຍຫຼຸດຜ່ອນຜົນທະທົບ ທາງດ້ານລະບົບສາທາລະນະສຸກຂອງປະເທດຕື່ມອີກ.
ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 15 ມັງກອນ 2022 ຜູ້ຕິດເຊື້ອໃໝ່

ນະຄອນຫຼວງວຽງຈັນຍັງມີຜູ້ຕິດເຊື້ອຫຼານກວ່າໝູ່
ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນໃນວັນທີ 14 ມັງກອນ 2022 ໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ແນະນຳກ່ຽວກັບສິ່ງທີ່ຄວນປະຕິບັດ ເມື່ອທ່ານກັກໂຕ ຢູ່ເຮືອນ ຫຼື ສະຖານທີ່ພັກເຊົາຂອງຕົນ (Home Isolation):
ທາງທີມງານໂທລະໂຄ່ງຂໍໃຫ້ທຸກຄົນປອດໄພຈາກໂຄວິດ-19
ລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ວັນທີ 14 ມັງກອນ 2022

ລາຍລະອຽດເພີ່ມເຕີມພາຍຫຼັງຖະແຫຼງຂ່າວ
ຮ່າງດຳລັດວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານ ແຫ່ງລັດ ປີ 2022 ທີ່ໄດ້ຜ່ານໃນກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງ ຄັ້ງທີ II, ລັດຖະບານໄດ້ວາງຄາດໝາຍສູ້ຊົນວ່າ:
ຈະສູ້ຊົນໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) 2022 ໃຫ້ເພີ່ມຂຶ້ນຢ່າງໜ້ອຍຢູ່ໃນລະດັບ 4,5%, ມີມູນຄ່າຕາມລາຄາໃນປີ 192.145 ຕື້ ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 2.503 ໂດລາ. ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນເທົ່າກັບ 2.358 ໂດລາ, ໃນນີ້ ການຂະຫຍາຍຕົວ GDP ແຍກຕາມຂົງເຂດ-ຂະແໜງການ ມີຄື: ກະສິກໍາ ເພີ່ມຂຶ້ນ 2,7% ກວມເອົາ 16,7% ຂອງ GDP; ອຸດສະຫະກໍາ ເພີ່ມຂຶ້ນ 5,3% ກວມເອົາ 34,0% ຂອງ GDP; ການບໍລິການເພີ່ມຂຶ້ນ 4,5% ກວມເອົາ 38,9% ຂອງ GDP; ພາສີ-ອາກອນເພີ່ມຂຶ້ນ 4,0%, ກວມເອົາ 10,4% ຂອງ GDP.ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ໃນການຮັບປະກັນສະຖຽນລະພາບທາງດ້ານເງິນຕາ ແຫ່ງຊາດໃຫ້ມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ຢູ່ໃນລະດັບບໍ່ເກີນ 5%, ອັດຕາແລກປ່ຽນເງິນກີບທຽບໃສ່ໂດລາ ເໜັງຕີງໃນກອບເພີ່ມຂຶ້ນ ຫຼື ຫຼຸດລົງ ບໍ່ໃຫ້ເກີນ 5% ຕໍ່ປີ, ຮັບປະກັນຄັງສໍາຮອງເງິນຕາຕ່າງປະເທດ ສາມາດກຸ້ມການນໍາເຂົ້າຢ່າງໜ້ອຍ 3 ເດືອນ, ຄວບຄຸມປະລິມານ M2 ໃຫ້ເພີ່ມຂຶ້ນຢູ່ໃນລະດັບບໍ່ເກີນ 22%; ຊຸກຍູ້ທະນາຄານທຸລະກິດລະດົມເງິນຝາກເພີ່ມຂຶ້ນ ເຮັດໃຫ້ຍອດເຫຼືອເງິນຝາກຢູ່ທົ່ວລະບົບທະນາຄານທຸລະກິດ ບັນລຸໄດ້ 70% ຂອງ GDP ໃນທ້າຍປີ 2022, ຊຸກຍູ້ທະນາຄານທຸລະກິດປ່ອຍສິນເຊື່ອໃຫ້ໂຄງການທີ່ມີປະສິດທິຜົນ ແລະ ບັນດາຫົວໜ່ວຍທຸລະກິດຂະ ໜາດນ້ອຍ ແລະ ກາງ, ສົ່ງເສີມການຜະລິດພາຍໃນ ແລະ ການສົ່ງອອກ ເຮັດໃຫ້ຍອດເຫຼືອສິນເຊື່ອຂະແໜງການທະນາຄານ ຢູ່ໃນລະດັບ 50% ຂອງ GDP ໃນທ້າຍປີ 2022 ແລະ ຍົກສູງຄຸນນະພາບສິນເຊື່ອຂອງທະນາຄານທຸລະກິດ ແລະ ຄວບຄຸມອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ໃຫ້ຢູ່ໃນລະດັບ 3%.ນອກນີ້, ລັດຖະບານ ຍັງວາງຄາດໝາຍສູ້ຊົນ ເກັບລາຍຮັບທັງໝົດໃຫ້ໄດ້ 31.593 ຕື້ກີບ ເທົ່າກັບ 16,44% ຂອງ GDP; ພ້ອມດຽວກັນນີ້, ກໍວາງຄາດໝາຍລາຍຈ່າຍທັງໝົດຢູ່ໃນລະດັບ 34.691 ຕື້ກີບ ເທົ່າກັບ 18,05% ຂອງ GDP, ຄາດຄະເນການຂາດດຸນງົບປະມານ 3.098 ຕື້ກີບ ເທົ່າກັບ 1,61% ຂອງ GDP ແລະ ຍັງຈະສູ້ຊົນໃຫ້ບັນລຸບັນດາຄາດໝາຍອື່ນໆ ທີ່ໄດ້ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022, ມະຕິສະພາແຫ່ງຊາດ ສະບັບເລກທີ 41/ສພຊ, ລົງວັນທີ 17/11/2021 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງ ລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ແລະ ມະຕິສະພາແຫ່ງຊາດ ສະບັບເລກທີ 42/ສພຊ, ລົງວັນ ທີ 17/11/2011 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຈັດຕັ້ງປະຕິບັດງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນປະຕິບັດໝົດປີ 2021 ແລະ ທິດທາງແຜນງົບປະມານແຫ່ງລັດ ປີ 2022.
ແຫຼ່ງຂ່າວ: ປະຊາຊົນ