Home Blog Page 97

ນະຄອນຫຼວງຍັງຢືນໜຶ່ງ! ມີຜູ້ຕິດເຊື້ອໃໝ່ +202

ລາຍງານຈາກສູນຂ່າວສານການແພດສຸຂະສຶກສາ ວັນທີ 14 ມີນາ 2022

ປີນີ້! ແຂວງອັດຕະປືຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 30.000 ຄົນ

ໃນຄາດໝາຍສູ້ຊົນປີ 2022 ນີ້ຂອງຂະແໜງທ່ອງທ່ຽວ ພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ກໍານົດໄວ້ວ່າ: ຈະສູ້ຊົນດືງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ພາຍ ໃນແຂວງ ໃຫ້ໄດ້ 30.000 ຄົນ, ພ້ອມວາງຄາດໝາຍກະຈ່າຍລາຍໄດ້ຈາກການທ່ອງທ່ຽວ ໃຫ້ໄດ້ 10 ຕື້ກວ່າກີບ.

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ ປີ 2021 ແລະ ທິດ ທາງປີ 2022 ເມື່ອວັນທີ 11 ມີນາ 2022 ໃຫ້ຮູ້ວ່າ:

ໃນປີ 2022 ນີ້ແຂວງອັດຕະປື ກໍ່ຄືຂະແໜງການທ່ອງທ່ຽວຂອງແຂວງ ຈະສຸມໃສ່ປັບປຸງປະຕິບັດແຜນຟື້ນຟູການທ່ອງທ່ຽວ ຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 ໃນບັນດາກິດຈະກໍາຫຼັກ ແລະ ກິດຈະກໍາຍ່ອຍ ຂັ້ນແຂວງ, ເມືອງ ແລະ ພາກທຸລະກິດບໍລິການໃນແຫຼ່ງທ່ອງທ່ຽວ,ພັດທະນາແຫຼ່ງທ່ອງ ທ່ຽວທາງດ້ານທໍາມະຊາດ,ວັດທະນະທໍາ ແລະ ທາງປະຫວັດສາດໃຫ້ໄດ້ 2 ແຫ່ງ, ພ້ອມນັ້ນຍັງຈະໄດ້ມີການເຜີຍແຜ່ແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງໂຄວີ-19 ໃຫ້ຫົວໜ່ວຍທຸລະກິດຜູ້ປະກອຍບການ ແລະ ອຳນາດການປົກຄອງຢູ່ບັນດາເມືອງ, ສົມທົບກັບພະແນກສາທາລະນະສຸກແຂວງ ກວດກາຮັບຮອງເອົາກິດຈະການບໍລິການທ່ອງທ່ຽວທີ່ປອດໄພຈາກພະຍາດໂຄວິດ 19 ໃຫ້ໄດ້ໃນສະຖານທີ່ບໍລິການທີ່ສໍາຄັນ ແລະ ຮ່ວມກັບພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ລົງສຳຫຼວດກຳນົດຂອບເຂດ ແລະ ປັກຫຼັກ ໝາຍດິນສະຫງວນເພື່ອການທ່ອງທ່ຽວຢູ່ 4 ເມືອງ,ມີຈໍານວນ 18 ແຫ່ງ,ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງສຳຫຼວດ, ເກັບກຳຂໍ້ມູນ ເພື່ອສ້າງແຜນພັດທະນາແຫຼ່ງທ່ອງທ່ຽວຕິດພັນກັບການກະສິກຳ ຢູ່ເມືອງສະໜາມໄຊ,ຊຸກຍູ້ກິດຈະການພັດທະນາຂອງບໍລິສັດທີ່ໄດ້ຮັບການອະນຸຍາດພັດທະນາແຫຼ່ງທ່ຽວ ໃຫ້ປັບປຸງພັດທະນາ ແລະ ເປີດບໍລິການຮອງຮັບແຂກໄດ້ ໃນໂອກາດລັດຖະບານເປີດປະເທດຮັບນັກທ່ອງທ່ຽວຫຼັງໂຄວິດ 19 ແລະ ຮອງຮັບນັກທ່ອງທ່ຽວ ຕາມນະໂຍບາຍສົ່ງເສີມການທ່ອງ ທ່ຽວ “ລາວທ່ຽວລາວ”

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງ ທ່ຽວ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນປີ 2021 ທີ່ຜ່ານມາ ການດໍາເນີນທຸລະກິດທ່ອງທ່ຽວພາຍ ໃນແຂວງອັດຕະປື ໄດ້ຮັບຜົນກະທົບໜັກສົມຄວນຈາກການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງເຮັດໃຫ້ຈໍານວນນັກທ່ອງ ທ່ຽວ ທີ່ເຂົ້າມາທ່ອງທ່ຽວຢູ່ພາຍ ໃນແຂວງມີຈໍານວນຫຼຸດລົງບໍ່ເປັນໄປຕາມແຜນການຄາດໝາຍເອົາໄວ້ໃນເບື້ອງຕົ້ນຄື: ຕາມແຜນແມ່ນ 179.000 ຄົນ,ປະຕິບັດໄດ້ພຽງແຕ່ 17.539 ຄົນ,ສ່ວນການ ກະຈາຍລາຍຮັບຕາມແຜນເບື້ອງ ຕົ້ນມີ 66 ຕື້ກີບ,ປະຕິບັດໄດ້ພຽງແຕ່ 6 ຕື້ກວ່າກີບ.

ທ່ານນາງ​ ບຸນທົງ​ ບຸບຜາສະຫວັນ ຍັງໃຫ້ຮູ້ຕື່ມວ່າ: ປະຈຸບັນທົ່ວແຂວງອັດຕະປື ມີແຫຼ່ງທ່ອງທ່ຽວດ້ານທຳມະຊາດ 39 ແຫ່ງ,ທາງດ້ານວັດທະນະທຳ 19 ແຫ່ງ, ປະ ຫວັດສາດ 12 ແຫ່ງ,ມີຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວທັງ ໝົດ 157 ຫົວໜ່ວຍ,ມີບໍລິສັດທ່ອງທ່ຽວ 3 ຫົວໜ່ວຍ,ໂຮງແຮມມີ 20 ແຫ່ງ, ຣີສອດ 1 ແຫ່ງ, ເຮືອນພັກ 34 ຫຼັງ,ຮ້ານອາຫານ 62 ຮ້ານ,ຮ້ານກິນດື່ມ 36 ຮ້ານ, ຮ້ານບັນເທິງ 1 ຫົວໜ່ວຍ,ເຊິ່ງທັງໝົດເປັນພື້ນຖານທີ່ດີໃຫ້ແກ່ການບໍລິການບັນດານັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດໄດ້ດີສົມຄວນ.

ແຫຼ່ງຂ່າວ: Lao National Radio

ນໍ້າມັນປັບຂຶ້ນສູງທີ່ສຸດເປັນປະຫວັດການໃນຮອບສິບປີ ແລະ ມີທ່າອ່ຽງຈະປັບຂຶ້ນອີກ

ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນ ສປປ ລາວ.

ໃນວັນທີ 13 ມີນາ 2022 ນີ້, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບສະພາບລາຄານໍ້າມັນເຊື້ອໄຟ ຕະຫລາດໂລກເໜັງຕີງຂຶ້ນສູງ ສົ່ງຜົນໃຫ້ການສະໜອງພາຍໃນວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100%, ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແມ່ນຖືກກໍານົດໂດຍກົນໄກການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ, ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ການເໜັງຕີງຂອງລາຄານໍ້າເຊື້ອໄຟໃນຕະຫລາດໂລກ ກໍໄດ້ຖີບໂຕສູງຂຶ້ນຈົນມາເຖິງທ້າຍເດືອນກຸມພາ ແລະ ມາຮອດປັດຈຸບັນ ທີ່ສະຖານະການຄວາມຕ້ອງການນໍ້າມັນເຊື້ອໄຟໂລກສູງຂຶ້ນ, ແຕ່ກໍາລັງການຜະລິດລວມຂອງກຸ່ມປະເທດຜະລິດນໍ້າມັນເຊື້ອໄຟ ພັດບໍ່ໄດ້ເພີ່ມຂຶ້ນ ເພື່ອຮອງຮັບຢ່າງພຽງພໍ ບວກກັບສະພາບຄວາມຂັດແຍ້ງທາງເສດຖະກິດ ຂອງປະເທດມະຫາອຳນາດ ແລະ ຂໍ້ຂັດແຍ້ງອື່ນໆ.

ເຫດການທັງໝົດນັ້ນ ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫລາດໂລກ ໂດຍສະເພາະ ລາຄານໍ້າມັນກາຊວນ ສໍາເລັດຮູບ ປັບຂຶ້ນສູງເຖິງ 150-180 ໂດລາສະຫະລັດຕໍ່ບາເຣວ ເຊິ່ງປັບຂຶ້ນສູງທີ່ສຸດເປັນປະຫວັດການ ໃນຮອບສິບປີຜ່ານມາ ແລະ ມີທ່າອ່ຽງຈະປັບຂຶ້ນອີກ ແລະ ເຫັນໄດ້ວ່າໃນທົ່ວໂລກ ແມ່ນປະສົບບັນຫາດັ່ງກ່າວເຂົ້າຂັ້ນວິກິດ, ບັນດາປະເທດຜູ້ຜະລິດນໍ້າມັນເຊື້ອໄຟ ຫລື ກຸ່ມໂອເປັກ ກໍໄດ້ປຶກສາຫາລື ແລະ ເປັນເອກະພາບກັນໃນເດືອນຜ່ານມາ ເພື່ອເພີ່ມຈຳນວນການຜະລິດນໍ້າມັນເຊື້ອໄຟຂຶ້ນ ປະມານ 4 ແສນເບເຣວຕໍ່ວັນ ແຕ່ຢ່າງໃດກໍຕາມ ຖ້າຫາກສະພາບຄວາມຂັດແຍ້ງ ແລະ ການບຸກໂຈມຕີຍັງບໍ່ຢຸດຕິ ລາຄານໍ້າມັນກໍຍັງຈະສູງຂຶ້ນ. ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຍັງໃຫ້ຮູ້ວ່າ:

ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງ ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາ ກໍໄດ້ປັບຂຶ້ນເປັນເຊັ່ນດຽວກັນ ເຊິ່ງການປັບລາຄາໃນຄັ້ງວັນທີ 10 ມີນາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບການ, ເຖິງວ່າການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.710 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 1.430 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 1.570 ກີບ/ລິດ ແລ້ວກໍຕາມ, ແຕ່ດ້ວຍປັດໄຈທີ່ກ່າວມາຂ້າງເທິງ ບັນດາໂຮງກັ່ນນໍ້າມັນ ແລະ ຜູ້ສະໜອງລາຍໃຫຍ່ ກໍບໍ່ສາມາດສະໜອງຕາມປະລິມາຄວາມຕ້ອງການໄດ້ ເນື່ອງຈາກສະຖານະການທີ່ບໍ່ແນ່ນອນ ບວກກັບຕົ້ນທຶນການຂົນສົ່ງນໍ້າມັນດິບຍັງສູງ, ບາງໂຮງກັ່ນ ກໍໄດ້ກັກຕຸນເພື່ອຂາຍ ໃນຍາມຈຳເປັນ ແລະ ເວລາທີ່ລາຄາສູງກວ່າ.

ພ້ອມກັນນີ້, ບັນດາບໍລິສັດຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງລາວເຮົາ ກໍປະສົບບັນຫາດັ່ງກ່າວ ໂດຍບໍ່ສາ ມາດນໍາເຂົ້າໄດ້ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫລື ມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິ ສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ, ຈໍານວນນໍາເຂົ້າທີ່ຫລຸດລົງ ການນໍາມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເຊິ່ງເປັນເຫດຜົນເຮັດໃຫ້ ປໍ້ານໍ້າມັນເຊື້ອໄຟບາງປໍ້າ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈິ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ຜ່ານມາ, ບັນຫາການກັກຕຸນນໍ້າມັນເຊື້ອໄຟ ຂອງບັນດາປໍ້ານໍ້າມັນ ກໍມີປະກົດການ ກ່ອນການປັບລາຄານໍ້າມັນເຊື້ອໄຟ ປໍ້າຈຳນວນໜຶ່ງ ກໍໄດ້ປິດເພື່ອລໍຖ້າຂາຍໃນລາຄາປັບຂຶ້ນ ເຊິ່ງມັກເກີດຂຶ້ນໄລຍະ 1 ມື້ຫາສອງມື້ກ່ອນການປັບລາຄາ ໂດຍປະຕິບັດຕາມ ດຳລັດ ວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ, ສະບັບເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017, ມາດຕາ 82 ທີ່ກໍານົດໃຫ້ຜູ້ດໍາເນີນທຸລະກິດນໍ້າມັນເຊື້ອໄຟ ຫາກປິດປໍ້ານໍ້າມັນຊົ່ວຄາວ ຫລື ຖາວອນ ໂດຍບໍ່ມີເຫດຜົນ ຫລື ບໍແຈ້ງໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ເທສະບານ, ນະຄອນ ແລະ ຜູ້ຊົມໃຊ້ຊາບລ່ວງໜ້າ 3 ວັນ ແມ່ນກຳນົດໃຫ້ມີການປັບໄໝ, ການຈັດຕັ້ງປະຕິບັດຜ່ານມາ ໂດຍການເປັນເຈົ້າການຂອງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ສົມທົບກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໄດ້ເຮັດການກວດກາເປັນປົກກະຕິ ຫາກເກີດເຫດການປິດປໍ້ານໍ້າມັນ ແມ່ນໄດ້ໃຊ້ມາດຕະການຕັ້ງແຕ່ການຕັກເຕືອນ, ເຮັດບົດບັນທຶກ, ກ້າວໄປເຖິງການປັບໄໝເຈົ້າຂອງປໍ້ານໍ້ມັນ; ສະເພາະສະພາບປັດຈຸບັນ ທີ່ເຫັນວ່າຍັງມີຫລາຍປໍ້ານໍ້າມັນປິດ ພາຍຫລັງການເໜັງຕີຂອງລາຄານ້ຳມັນດັ່ງທີ່ໄດ້ກ່າວມານັ້ນ ໃນວັນທີ 9 ມີນາ 2022 ທີ່ຜ່ານມາ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງ, ແຂວງຈໍາປາສັກ ແລະ ບັນດາແຂວງຈຳນວນໜຶ່ງ ກໍໄດ້ຍົກສູງຄວາມຮັບຜິດຊອບ ລົງກວດກາປໍ້ານ້ຳມັນ ທີ່ປິດໂດຍບໍ່ມີເຫດຜົນ ແລະ ເຫັນວ່າເນື່ອງຈາກສະພາບລາຄາ ແລະ ການສະໜອງບໍ່ພຽງພໍ ບາງປໍ້ານໍ້າມັນ ກໍປິດລົງ ຍ້ອນບໍ່ມີນຳມັນສະໜອງໃຫ້, ແຕ່ຢ່າງໃດກໍຕາມ ທາງກະຊວງອຸດສາຫະກຳ ແລະ ການຄ້າ ຈະໄດ້ສືບຕໍ່ຕິດຕາມ, ຊຸກຍູ້ບັນດາພະແນກບັນດາແຂວງ ເພື່ອເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ.ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວອີກວ່າ:

ລາຄາຂອງນໍ້າມັນເຊື້ອໄຟ ພາຍໃນປະເທດເຮົາ ສ່ວນໜຶ່ງຂອງລາຄາທີ່ຈັດຕັ້ງປະຕິບັດ ແມ່ນຖືກກໍານົດດ້ວຍອັດຕາແລກປ່ຽນ ເພາະການນໍາເຂົ້ານໍ້າມັນເຊື້ອໄຟແມ່ນຊື້ເປັນເງິນຕາຕ່າງປະເທດ ເນື່ອງຈາກນໍ້າມັນເຊື້ອໄຟ ເປັນສິນຄ້ານໍາເຂົ້າຕົ້ນຕໍ ຂອງ ສປປ ລາວ, ສະເພາະປີ 2020 ແລະ 2021 ການນໍາເຂົ້ານໍ້າມັນເຊື້ອໄຟ ມີມູນຄ່າສູງເຖິງ 5 ຕື້ກວ່າໂດລາສະຫະລັດ ຫລື ປະມານ 10% ຂອງມູນຄ່າການນໍາເຂົ້າທັງໝົດ, ການນໍາເຂົ້າມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ແລະ ນໍ້າມັນເຊື້ອໄຟທີ່ນໍາເຂົ້າມາ ແມ່ນນໍາໃຊ້ກັບພາຫະນະທາງບົກ ແລະ ທາງອາກາດ ເປັນສ່ວນໃຫຍ່ ເຊິ່ງ ສາມາດເວົ້າໄດ້ວ່າ ການນໍາເຂົ້ານໍ້າມັນເຊື້ອໄຟ ເປັນໜຶ່ງໃນຊ່ອງທາງ ຂອງການໄຫລອອກເງິນຕາຕ່າງປະເທດ ຢູູ່ ສປປ ລາວ, ຍິ່ງມີການນໍາເຂົ້າຫລາຍເທົ່າໃດ ຍິ່ງຕ້ອງການນໍາໃຊ້ເງິນຕາຫລາຍຂຶ້ນ ແລະ ຍິ່ງສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ ແລະ ລາຄານໍ້າມັນກໍຍິ່ງສູງຂຶ້ນເທົ່ານັ້ນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເອົາໃຈໃສ່ຕິດ ຕາມຢ່າງໃກ້ຊິດ ສະພາບການເໜັງຕີງຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ໂດຍໄດ້ຈັດກອງປະຊຸມຮ່ວມກັບບັນດາຂະແໜງການລັດ, ບັນດາບໍລິສັດດຳເນີນທຸລະກິດນໍ້າມັນເຊື້ອໄຟ ນັບແຕ່ເດືອນພະຈິກ ປີຜ່ານມາທີ່ລາຄາເລີ່ມປັບຂຶ້ນ ແລະ ຄັ້ງຫລ້າສຸດແມ່ນໄດ້ປຶກສາຫາລື ການປັບປຸງອົງປະກອບໃນໂຄງສ້າງລາຄານ້ຳມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ໃນສະພາບທີ່ລາຄາເພີ່ມຂຶ້ນສູງ, ປັດຈຸບັນ ບັນດາຂະແໜງການຂອງລັດ ກຳລັງຂຸ້ນຂ້ຽວສຸມຄວາມພະຍາຍາມ ໃນການຊອກວິທີທາງ ເພື່ອຊ່ວຍຫລຸດຜ່ອນບາງດ້ານໃນໂຄງສ້າງລາຄານ້ຳມັນເຊື້ອໄຟ.

ຖ້າສະພາບຕົ້ນທຶນ ກໍຄືລາຄາ ຂອງຜູ້ສະໜອງຢູ່ຕ່າງປະເທດ ຍັງມີລາຄາສູງກວ່າລາຄາໂຄງສ້າງ ທີ່ເຮົາຈັດຕັ້ງປະຕິບັດປັດຈຸບັນ, ອີກໜຶ່ງຫາສອງອາທິດ ອາດບໍ່ມີນໍ້າມັນພຽງພໍກັບຄວາມຕ້ອງການຊົມໃຊ້ ຍ້ອນຜູ້ສະໜອງນໍ້າມັນພາຍໃນ ເຫັນໄດ້ສະພາບການຂາດທຶນຄືທີ່ໄດ້ກ່າວມານັ້ນ. ສະນັ້ນ, ເພື່ອແກ້ໄຂສະພາບການສະໜອງໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້, ໃນຕໍ່ໜ້າຖ້າລາຄາຍັງສືບຕໍ່ປັບຂຶ້ນສູງ ກະຊວງອຸດສາຫະກໍາ ແລະ ການຄ້າ ຈະໄດ້ຈັດຕັ້ງການປັບລາຄານໍ້າມັນເຊື້ອໄຟ ຈາກ 15 ວັນ ມາເປັນ 5-7 ວັນ ເຊິ່ງແນ່ນອນວ່າ ຈະເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຕ້ອງໄດ້ປັບຂຶ້ນສູງ ຕາມການປັບຂຶ້ນຂອງຕົ້ນທຶນການນໍາເຂົ້າ. ຕໍ່ບັນຫາດັ່ງກ່າວ, ບັນດາຂະແໜງການລັດທີ່ກ່ຽວ ຂ້ອງກໍຈະໄດ້ເອົາໃຈໃສ່ເລັ່ງ ຄົ້ນຄວ້າຊອກຫາວິທີທາງ ເພື່ອຫລຸດຜ່ອນ ເຊັ່ນ: ການຫລຸດກອງທຶນບູລະນະທາງຫລວງ ຫລື ກອງທຶນທາງ, ການກໍານົດວິທີການຈັດເກັບລາຍຮັບຂອງລັດ ດ້ານພັນທະພາສີ, ອາກອນຕ່າງໆ ເປັນອັນສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟປັບຂຶ້ນສູງ ເພື່ອເຮັດໃຫ້ລາຄານໍ້າມັນເຊື້ອໄຟ ພາຍໃນປະເທດຂອງເຮົາ ຄ່ອຍປັບຂຶ້ນຢ່າງເປັນລະບົບ ແລະ ບໍ່ຂຶ້ນສູງຫລາຍຈົນເກີນໄປ.ອີກດ້ານໜຶ່ງ ນໍ້າມັນເຊື້ອໄຟ ຖືວ່າເປັນປັດໄຈຫລັກອັນໜຶ່ງຂອງຕົນທຶນ ການຜະລິດ ແລະ ຂົນສົ່ງສິນຄ້າ, ການປັບຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແນ່ນອນວ່າຈະກະທົບໃຫ້ຕົ້ນທຶນ ກໍຄື ລາຄາຂອງສິນຄ້າໃນທ້ອງຕະຫລາດ. ນັບຕັ້ງແຕ່ໃດມາ, ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຈົນມາເຖິງປີ 2017 ໄດ້ແຕ່ງຕັ້ງຄະນະຊີ້ນຳວຽກງານດັ່ງກ່າວ ຕາມຂໍ້ຕົກລົງຂອງນາຍົກລັດ ຖະມົນຕີ, ສະບັບເລກທີ 71/ນຍ ທີ່ປະກອບດ້ວຍຫລາຍຂະແໜງການຂອງລັດ ທີ່ກ່ຽວ ຂ້ອງ ເພື່ອຮັບຜິດຊອບ ແລະ ມີໜ້າທີ່ໃນການຄຸ້ມຄອງ ແລະ ຄິດໄລ່ ໂຄງປະກອບລາຄາສິນຄ້າ ປະເພດເຂົ້າກິນ, ຊີ້ນໝູ, ຊີ້ນງົວ, ໄກ່, ປາ, ພືດຜັກ, ສິນຄ້າອຸປະໂພກ-ບໍລິໂພກ ກໍຄື ສິນຄ້າທົ່ວໄປ ທີ່ມີຜົນກະທົບໄວ ຕໍ່ໍຊີວິດການເປັນຢູ່ຂອງປະຊາຊົນ ໂດຍກຳນົດໃຫ້ໄປຕາມກົນໄກຂອງຕະຫລາດທີ່ມີການຄຸ້ມຄອງດັດສົມຂອງລັດ ໝາຍຄວາມວ່າ ສິນຄ້າທີ່ມີຄວາມຈຳເປັນ ຕໍ່ການດຳລົງຊີວິດພື້ນຖານ ຕ້ອງໄດ້ມີການຄວບຄຸມ, ຄຸ້ມຄອງ ແລະ ຕິດ ຕາມຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະ ຂຶ້ນລາຄາຕາມລຳພັງ ຫລື ຂຶ້ນລາຄາ ເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນຄ້າ ນັ້ນຕ້ອງສະທ້ອນໃຫ້ເຫັນ ໂຄງສ້າງລາຄາ ກໍຄື ຕົ້ນທຶນຈະແຈ້ງ ແລະ ສ່ວນຕ່າງກຳໄລທີ່ເໝາະສົມຕາມລະບຽບການທີ່ກຳນົດໄວ້.

ກະຊວງອຸດສາຫະກຳ ແລະ ການຄ້າ ຈະຮີບຮ້ອນສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ເພື່ອຕິດຕາມການເໜັງຕີຂໍລາຄາສິນຄ້າພື້ນຖານ ແລະ ຮັບປະກັນໃຫ້ຮ້ານການຂາຍຍົກ, ຂາຍຍ່ອຍ, ພໍ່ຄ້າແມ່ຂາຍໃນທ້ອງຕະຫລາດ ປະຕິບັດຕາມເງື່ອນໄຂ ແລະ ລະບຽບການຢ່າງເຂັ້ມງວດ.

ໃນສະພາບປັດຈຸບັນ ໃນທົ່ວໂລກກໍປະສົບບັນຫາເຊັ່ນດຽວກັນ ເປັນວິກິດການລາຄານໍ້າມັນເຊື້ອໄຟຂຶ້ນສູງທີ່ສຸດ ໃນຮອບ 10 ປີ ຄືດັ່ງກ່າວມານັ້ນ, ຂ້າພະເຈົ້າ ກໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິ, ໃນສະພາບຄວາມຫຍຸ້ງຍາກໃນປັດຈຸບັນ ກໍຄື ຊ່ວຍກັນຮັບຮູ້ ແລະ ເຂົ້າໃຈສະຖານະການ, ພ້ອມທັງຕິດຕາມສະພາບການຢ່າງໃກ້ຊິດ.

ພ້ອມນີ້ ຕ້ອງຊ່ວຍກັນປະຢັດມັດທະຍັດໃຊ້ຈ່າຍໃນສິ່ງທີ່ຈໍາເປັນ ໃນຍາມວິກິດການນີ້ ໂດຍສະເພາະແມ່ນການຊົມໃຊ້ແບບຟຸມເຟືອຍ. ຫລາຍໆປະເທດ ແລະ ອົງການຈັດຕັ້ງສາກົນກຳລັງສົ່ງເສີມໃຫ້ຫລຸດຜ່ອນການຊົມໃຊ້ ນໍ້າມັນເຊື້ອໄຟ ໂດຍໃຫ້ສິດທິພິເສດທາງດ້ານການຄ້າ, ຍົກເວັ້ນພາສີນໍາເຂົ້າສິນຄ້າ, ການເຂົ້າເຖິງກອງທຶນ ແລະ ອື່ນໆ. ສະນັ້ນ, ພວກເຮົາທັງໝົດ ກໍຕ້ອງໄດ້ເລີ່ມຫັນເຂົ້າສູ່ທິດທາງ ແລະ ທ່າອ່ຽງ ຂອງສາກົນ ຄ່ອຍໆຫລຸດຜ່ອນການເພິ່ງພາອາໄສນໍ້າມັນເຊື້ອໄຟລົງເທື່ອລະກ້າວ ແລະ ຫັນໄປສູ່ການຊົມໃຊ້ພະລັງງານສະອາດນັບມື້ຫລາຍຂຶ້ນ, ເຂົ້າຮ່ວມໃນຂະບວນການພັດທະນາ ແລະ ການດໍາລົງຊີວິດແບບຍືນຍົງ, ສົ່ງເສີມການຜະລິດສະອາດ ຕາມທິດສີຂຽວ ໂດຍນຳໃຊ້ພະລັງງານທາງເລືອກອື່ນທີ່ຍືນຍົງ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂໍຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ແລະ ກັກຕຸນສິນຄ້າ ກໍຄື ນໍ້າມັນເຊື້ອໄຟ ເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟ ເໜັງຕີງຂຶ້ນ ແລະ ຫລາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫລາຍຢ່າງ ທີ່ມາພ້ອມກັບໂຄວິດ-19. ສະນັ້ນ, ທຸກຄົນ ແລະ ທຸກພາກສ່ວນ ຈົ່ງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້.

ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາ ຫາກພົບເຫັນ ການສວຍໂອກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ WWW.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ.

ເປີດນຳໃຊ້ສູນການຄ້າສາກົນແຂວງບໍ່ແກ້ວ ຢ່າງເປັນທາງການ!

ໂຄງການສູນການຄ້າສາກົນ ແຂວງບໍ່ແກ້ວ ຕັ້ງຢູ່ບ້ານມົກກະຈອກ ມີເນື້ອທີ່ 49 ພັນຕາແມັດ, ໄດ້ເລີ່ມກໍ່ສ້າງມາແຕ່ເດືອນທັນວາ 2020 ໜ້າວຽກຕົ້ນຕໍ່ແມ່ນ ກໍ່ກຳແພງອ້ອມຮອບເດີນ, ເທທາງປູເບຕົງເຂົ້າ – ອອກ, ເຮັດສວນສາທາລະນະ, ສະຖານທີ່ຈອດລົດ, ກໍ່ສ້າງຕຶກຂາຍເຄື່ອງທີ່ມີລວງຍາວ 18 ແມັດ ກ້ວາງ 7 ແມັດ, ຈັດເປັນ 91 ຫ້ອງຂາຍເຄື່ອງ, ເປັນອາຄານ 2 ຊັ້ນ ມີ 5 ຕຶກ ລວມມູນຄ່າການກໍ່ສ້າງທາງໝົດ 36 ຕື້ກວ່າກີບ.

ມາຮອດປັດຈຸບັນແມ່ນສຳເລັດເປັນທີ່ຮຽບຮ້ອຍແລ້ວ ເຊິ່ງໄດ້ຈັດພິທີເປີການນຳໃຊ້ຢ່າງເປັນທາງການໃນວັນທີ 10 ມີນາ ທີ່ຜ່ານມານີ້ ແລະ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າມີ ທ່ານ ຈາງຮວຍຍີນ ປະທານ ບໍລິສັດ ຮວຍຍີນ ກໍ່ສ້າງເຄຫາສະຖານ ຈຳກັດ ພ້ອມບໍລິສັດຜູ້ຮ່ວມທຶນ, ນັກທຸລະກິດເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ຄຳໄຊ ລີໄຊມົວຕູ້, ພາບ:ຄຳພັນ ແກ້ວມະນີ

ພິທີມອບ-ຮັບ ລົດຂົນສົ່ງວັກຊີນ

ໃນຕອນເຊົ້າຂອງວັນທີ 12 ມີນາ 2022, ທີ່ ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ລົດຂົນສົ່ງວັກແຊງ ຈໍານວນ 10 ຄັນ ຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ເຊິ່ງເປັນຈໍານວນທີ່ເພີ່ມຕື່ມ ຈາກທີ່ໄດ້ມອບ ໃຫ້ແກ່ ສປປ ລາວ ຄັ້ງກ່ອນ ຈໍານວນ 03 ຄັນ ລວມເປັນ 13 ຄັນ, ເຊິ່ງນີ້ແມ່ນ ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ຂອງ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນທ້າຍປີ 2021 ຜ່ານມາ.  

ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກ່າວມອບການຊ່ວຍເຫຼືອດັ່ງກ່າວ ແມ່ນ ພະນະທ່ານ ດຣ. ນາງ ອໍ ວັນດີນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ກ່າວຮັບໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີການນໍາຂັ້ນສູງຈາກແຂວງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ຂອງລາວ ແລະ ກຳປູເຈຍ ເຂົ້າຮ່ວມຢ່າງພ້ອມພຽງ.

ການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງນີ້ ເປັນຄັ້ງທີ່ 4 ນັບແຕ່ ສປປ ລາວ ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ໃຫ້ຄວາມສໍາຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ກໍ່ຄືຄັ້ງຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ໄປຍັງລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ແລະ  ບິແບ່ງການຊ່ວຍເຫຼືອ ມາໃຫ້ປະຊາຊົນລາວ ໃນຍາມທີ່ຫຍຸ້ງຍາກ, ເຖິງແມ່ນວ່າ ກໍາປູເຈຍ ເອງ ກໍ່ຍັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ.

ລັດຖະບານ ແຫ່ງ ສປປ ລາວ ຈະນໍາເອົາການຊ່ວຍເຫຼືອດັ່ງກ່າວ  ໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ນະຄອນຫຼວງມື້ນີ້! ຕິດເຊື້ອຊຸມຊົນໃໝ່ສູງເຖິງ +234

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 13 ມີນາ 2022

ສັງເກດໄດ້ວ່າ 2-3 ມຶ້ ຫຼັງມານີ້ ຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຫຼາຍເມື່ອທຽບກັບໄລຍະກອນທີ່ມີແຕ່ 100-200 ຕໍ່ມາ ແຕ່ມາມື້ວານມີຜູ້ຕິດເຊື້ອໃໝ່ເຖິງ 400 ແລະ ມາມື້ນີ້ ກໍເກືອບ 400, ເຊິ່ງມັນເປັນສັນຍານໃຫ້ເຮົາທຸກຄົນຈົ່ງຢ່າປະມາດ ແລະ ເມີນເສີຍຕໍ່ໂຄວິດ-19.

ຕົ້ນເດືອນໜ້າ ກຽມປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ຫໍໄຕປີດົກ ວັດສີມຸງຄຸນ (ວັດກາງ) ທີ່ຕັ້ງຢູ່ບ້ານວັດກາງ, ເມືອງສາລະວັນ, ແຂວງສາລະວັນ ຈະໄດ້ຮັບການປະກາດເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ພາຍໃນຕົ້ນເດືອນເມສາ 2022 ເຊີ່ງອົງການປົກຄອງແຂວງຈະຈັດໃຫ້ມີຫລາຍກິດຈະກໍາສໍາຄັນທີ່ຕິດພັນກັບການສົ່ງ ເສີມການທ່ອງທ່ຽວ ໂດຍສະເພາະລາວທ່ຽວລາວ.

ທ່ານ ສົມໃຈ ອຸ່ນຈິດ, ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແຂວງສາລະວັນ ໃຫ້ສໍາພາດວ່າ: ຫໍໄຕປີດົກຂອງແຂວງສາລະວັນ ສ້າງຂຶ້ນມາໄດ້ 238 ປີແລ້ວ (ສ້າງຂຶ້ນໃນປີ 1784) ຖືເປັນມໍລະດົກມິ່ງເມືອງທີ່ຊົງຄຸນຄ່າຂອງ ແຂວງສາ ລະວັນ ເຊີ່ງຖືກຝູງບິນ T28 ຂອງຈັກກະພັດອາເມລິກາຍິງທໍາລາຍໃນຊຸມປີ 1970 ເຮັດໃຫ້ໄດ້ຮັບຄວາມເສຍຫາຍໜັກສົມຄວນ ຈາກນັ້ນໃນປີ 2009 ອົງການປົກຄອງແຂວງໄດ້ຕົກລົງໃນການກໍ່ສ້າງ ແລະ ປະຕິສັງຂອນຫໍໄຕປີດົກຄືນໃໝ່ ເປັນຕົ້ນ: ການກໍ່ສ້າງກົມມະລຽນອ້ອມຂ້າງຫໍໄຕ, ກໍ່ສ້າງຫໍປະດິດສະຖານເສົາຫໍໄຕຫລັງເກົ່າທີ່ຫລົງເຫລືອຈາກການທໍາລາຍຂອງເຮືອບິນເຊີ່ງຫໍໄຕຫລັງເກົ່າທີ່ມີອາຍຸ 200 ກວ່າປີ ຍັງເຫລືອ 29 ຕົ້ນ ແລະ ອື່ນໆ ເຊີ່ງມາຮອດປັດຈຸບັນໄດ້ສໍາເລັດຮຽບຮ້ອຍແລ້ວ. ຂະນະທີ່ອົງການປົກຄອງແຂວງພວມສົມທົບກັບກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກະກຽມຈັດພິທີປະກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນ ມໍລະດົກແຫ່ງຊາດທາງດ້ານວັດທະນະທໍາລະດັບທ້ອງຖິ່ນ ໂດຍຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 5-9 ເມສາ 2022.

ທ່ານຮອງເຈົ້າແຂວງ ໃຫ້ຮູ້ຕື່ມວ່າ: ສໍາລັບກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດປະ ກາດຮັບຮອງເອົາຫໍໄຕປີດົກ ວັດສີມຸງຄຸນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນຄັ້ງນີ້ ມີຫລາຍຢ່າງ ເປັນຕົ້ນ: ງານວາງສະແດງສິນຄ້າຂອງປະຊາ ຊົນພາຍໃນແຂວງ, ການປະກວດນັກຮຽນ-ໝໍລໍາ, ການແຫ້ພະໄຕປີດົກ-ໜັງສືຜູກໃບລານ, ແຫ່ຫໍຜາສາດເຜີ້ງ ແລະ ອື່ນໆ ເພື່ອສ້າງຄວາມເບີກບານມ່ວນຊື່ນ ກໍຄື ດຶງດູດນັກທ່ອງທ່ຽວເຂົ້າໄປທ່ອງທ່ຽວ ແຂວງສາລະວັນ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ເປັນການປະກອບສ່ວນສໍາຄັນເຮັດໃຫ້ຫໍໄຕແຫ່ງນີ້ກາຍເປັນຄັງຄວາມຮູ້ທາງດ້ານພຸດທະສາສະໜາ ແລະ ເປັນສະຖານສະສົມ ຫລື ເກັບຮັກສາໄວພະໄຕປີດົກ-ໜັງສືຜູກໃບລານຄົງຢູ່ຄູ່ກັບຊາວພຸດທະສາສະໜາຕະຫລອດໄປ.

ແຫຼ່ງຂ່າວ: Lao National Radio

ແຂວງສາລະວັນ ສັ່ງລົບລ້າງໂຄງການລົງທຶນບໍ່ມີປະສິດທິຜົນ 19 ໂຄງການ

ປັດຈຸບັນ, ແຂວງສາລະວັນ ໄດ້ອະນຸມັດໂຄງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ທັງໝົດ 74 ໂຄງການ, ມູນຄ່າການລົງທຶນ 2.148 ຕື້ກີບ (ສະເພາະປີ2021 ອະນຸມັດ 4 ໂຄງການ, ມູນຄ່າ 74,03 ຕື້ກີບ). ໃນຈໍານວນໂຄງການດັ່ງກ່າວ ມີໂຄງການທີ່ດໍາເນີນການເຄື່ອນໄຫວປົກກະຕິຕາມແຜນການ 42 ໂຄງ, ໂຄງການທີ່ຢຸດສະງັກ 11 ໂຄງການ, ໂຄງການເຄື່ອນໄຫວບໍ່ປົກກະຕິ 2 ໂຄງການ ແລະ ໂຄງການທີ່ບໍ່ມີປະສິດທິຜົນ ແລະ ຖືກລົບລ້າງຢ່າງເປັນທາງການ 19 ໂຄງການ ເຮັດໃຫ້ການລົງທຶນໃນກິດຈະການສໍາປະທານພາຍໃນແຂວງຍັງເຫລືອ 55 ໂຄງການ, ມູນຄ່າ 1.652 ຕື້ກີບ.

ທ່ານ ໂພສີ ແກ້ວສີພັນດອນ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 9 ມີນາ 2022 ວ່າ: ທັງ 19 ໂຄງ ການທີ່ຖືກລົບລ້າງ ສ່ວນໃຫຍ່ແມ່ນໂຄງການລົງທຶນຂອງຕ່າງປະເທດເຊີ່ງເມື່ອກ່ອນຂໍອະນຸຍາດລົງທຶນປູກໝາກເຍົາເພື່ອຜະລິດນໍ້າມັນໃບໂອດີເຊວ ແຕ່ບໍ່ໄປບໍ່ມາຫຍັງ, ຮອງມາແມ່ນມີບາງໂຄງການສົ່ງຜົນກະທົບຫລາຍຕໍ່ສິ່ງແວດລ້ອມ ແລະ ຖືກກ່າວເຕືອນຫລາຍຄັ້ງແຕ່ແກ້ໄຂບໍ່ໄດ້, ຂະນະທີ່ນັກລົງທຶນຈໍານວນໜຶ່ງຂໍອະນຸຍາດລົງທຶນແລ້ວແຕ່ບໍ່ຈິງໃຈດໍາເນີນກິດຈະການ ເມື່ອທາງແຂວງສະເໜີໃຫ້ປັບປຸງແກ້ໄຂແຕ່ບໍ່ສາມາດແກ້ໄຂ. ນອກຈາກນີ້ ມີບາງໂຄງການລົງທຶນທີ່ຕິດພັນກັບວັດຖຸດິບປ້ອນໂຮງງານມີຈໍາກັດ ຫລື ບໍ່ສາມາດຕອບສະໜອງ ໂດຍສະເພາະແມ່ນເຄືອແຫມ, ທັງ ໝົດນີ້ເປັນສາເຫດສໍາຄັນເຮັດໃຫ້ອົງການປົກຄອງແຂວງຈໍາເປັນຕ້ອງສັ່ງລົບລ້າງໂຄງ ການດັ່ງກ່າວ ເພາະຖືວ່າເປັນໂຄງການທີ່ບໍ່ມີປະສິດທິຜົນ.

ສໍາລັບໂຄງການລົງທຶນ 55 ໂຄງການ ທີ່ຍັງເຫລືອ ກວມເອົາ 3 ຂະແໜງ ຄື: ກະສິກໍາ-ປ່າໄມ້ 23 ໂຄງການ, ມູນຄ່າ 800 ຕື້ກີບ, ອຸດສາຫະກໍາ 11 ໂຄງການ, ມູນຄ່າ 507,95 ຕື້ກີບ ແລະ ບໍລິການ 21 ໂຄງການ, ມູນຄ່າ 344,06 ຕື້ກີບ. ໃນຈໍານວນ 55 ໂຄງການ ເປັນການລົງທຶນຕ່າງປະເທດ 31 ໂຄງການ, ມູນຄ່າ 1.273 ຕື້ກີບ, ໃນນີ້ ຫຼາຍກວ່າໝູ່ແມ່ນການລົງທຶນຈາກຫວຽດນາມ, ມູນຄ່າ 548,64 ຕື້ກີບ, ກວມເອົາ 43,04%, ຮອງລົງມາແມ່ນການລົງທຶນຈາກ ຈີນ, ມູນຄ່າ 530,27 ຕື້ກີບ, ກວມເອົາ 41,63% ແລະ ປະເທດໄທ, ມູນຄ່າ 102,36 ຕື້ກີບ, ກວມເອົາ 7,82% ແລະ ອື່ນໆ ມູນຄ່າ 97,75 ຕື້ກີບ, ກວມເອົາ 7,46%. ສ່ວນການລົງທຶນພາຍໃນ ມີ 24 ໂຄງ ການ, ມູນຄ່າ 379,11 ຕື້ກີບ, ກວມເອົາ 22,48%.

ທ່ານ ໂພສີ ແກ້ວສີພັນດອນ ໃຫ້ຮູ້ຕື່ມວ່າ: ການອໍານວຍຄວາມສະດວກໃນການລົງທຶນ ແລະ ການຄຸ້ມຄອງການລົງທຶນຢູ່ ແຂວງສາລະວັນ ແມ່ນປະຕິບັດຕາມກົດ ໝາຍ ແລະ ນິຕິກໍາທີ່ລັດຖະບານ ກໍຄື ກະຊວງກ່ຽວຂ້ອງວາງອອກທຸກຢ່າງ, ແຕ່ຜ່ານການປະຕິບັດຕົວຈິງເຫັນວ່າຍັງມີຂໍ້ຫຍຸ້ງຍາກຫຼາຍຢ່າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ດີຂຶ້ນ ເປັນຕົ້ນ: ບໍລິສັດທີ່ໄດ້ຮັບສິດສໍາປະທານຈາກລັດຖະບານ ແລະ ອົງການປົກ ຄອງແຂວງຈໍານວນໜຶ່ງ ຈັດຕັ້ງປະຕິບັດໂຄງການບໍ່ໄປຕາມກົດໝາຍ ແລະ ບໍ່ໄປຕາມສັນຍາ (ຕໍ່ອາຍຸສັນຍາຫລາຍຄັ້ງ), ມີລັກສະນະຈັບຈ່ອງໂຄງການໄວ້ເພື່ອຊອກຫານັກລົງທຶນ ແລະ ໂອນກິດຈະການໃຫ້ຜູ້ລົງທຶນໃໝ່ (ຂາຍກິດຈະການ) ເຊີ່ງພາກລັດຍັງບໍ່ທັນໄດ້ນໍາໃຊ້ມາດຕະການຢ່າງເດັດຂາດ, ບາງໂຄງການມີຂໍ້ຂັດແຍ່ງເນື້ອທີ່ດິນກັບປະຊາຊົນທີ່ເຂົ້າໄປທໍາການຜະລິດໃນຂອບເຂດສໍາປະທານຂອງບໍລິສັດ, ບາງບໍລິສັດດໍາເນີນກິດຈະການ ບໍ່ສອດຄ່ອງຕາມບົດວິພາກເສດຖະກິດ-ເຕັກນິກ ແລະ ອື່ນໆ.

ແຫຼ່ງຂ່າວ: Lao National Radio

ຮອງນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ວັນທີ 10 ມີນາ 2022 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ບັນດາທ່ານການນຳຂອງແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ ຮ່ວມຕ້ອນຮັບ.

ໂອກາດນີ້ທ່ານຮອງນາຍົກ ພ້ອມດ້ວຍຄະນະ ແລະ ການນຳຂອງແຂວງຄຳມ່ວນ ກໍ່ໄດ້ລົງຕິດຕາມ ເບິ່ງຄວາມຄືບໜ້າຂອງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບ ຕົວແບບ ມິດຕະພາບ ລາວ-ຫວຽດນາມ ຢູ່ທີ່ບ້ານສອງເໝືອງ ເມືອງໜອງບົກ ໂດຍໄດ້ຮັບທຶນໃນການກໍ່ສ້າງ ຈາກຂອງຂວັນປະທານປະເທດ ສສ ຫວຽດນາມ ມູນຄ່າ 5 ລ້ານໂດລາສະຫະລັດ ເພື່ອຕອບສະໜອງການຝຶກອົບຮົມວິຊາຊີບ ໃນລະດັບ 1+3 ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ ແລະ ຜູ້ຫວ່າງງານ, ຜູ້ດ້ອຍໂອກາດ ລວມທັງ ແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍມີເປົ້າໝາຍ ພາຍໃນ 5 ສາຂາວິຊາຊີບ ເຊັ່ນ:

ຕິດຕັ້ງ-ສ້ອມແປງເຄື່ອງໃຊ້ໄຟຟ້າ, ສ້ອມແປງເຄື່ອງຈັກນ້ອຍທົ່ວໄປ, ກໍ່ສ້າງເຄຫາ ສະຖານ, ດ້ານກະສິກຳ (ປູກຝັງ-ລ້ຽງສັດ) ແລະ ປຸງແຕ່ງຜະລິດຕະພັນດ້ານກະສິກຳ. ເຊິ່ງໂຄງການແມ່ນໄດ້ເລີ່ມລົງມື ຈັດຕັ້ງປະຕິບັດໃນເດືອນມັງກອນ 2022 ມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວປະມານ 13% ແລະ ຄາດວ່າຈະໃຫ້ສຳເລັດໃນການກໍ່ສ້າງພາຍໃນໄລຍະເວລາ 11 ເດືອນ ຕາມແຜນຂອງໂຄງການ. ພ້ອມດຽວກັນ ທ່ານຮອງນາຍົກ ຍັງໄດ້ລົງພົບປະກັບພໍ່ແມ່ປະຊາຊົນ ແລະ ຮ່ວມພິທີການ ມອບ-ຮັບ ໂຄງການກໍ່ສ້າງປ້ອງກັນ ຕາຝັ່ງເຈື່ອນ ຂອງແມ່ນໍ້າເຊບັ້ງໄຟ ຢູ່ບ້ານນາວາງໃຫຍ່ (ເຂດວັດຕຸ້ມພະວັງ) ເມືອງໜອງບົກ ເຊິ່ງມີຄວາມຍາວ 300 ແມັດ ໂດຍໄດ້ສຳເລັດໃນເດືອນກໍລະກົດ 2021 ຜ່ານມາ ໃຊ້ໄລຍະເວລາໃນການກໍ່ສ້າງ 3 ເດືອນ ໂດຍແມ່ນບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ລວມມູນຄ່າ 7,9 ຕື້ກວ່າກີບ.

ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໂອ້ລົມ ໂດຍເນັ້ນໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ ປະຊາຊົນບ້ານນາວາງໃຫຍ່ ສືບຕໍ່ເອົາໃຈໃສ່ການຜະລິດກະສິກຳ ປູກຝັງ-ລ້ຽງສັດ ໃຫ້ແຂງແຮງ ເພື່ອກາຍ ເປັນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວໃຫ້ສູງຂຶ້ນ ໂດຍມອບໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ, ຂອງເມືອງ ລົງຊຸກຍູ້ທາງດ້ານເຕັກນິກວິຊາການ, ວິທີການ, ຂັ້ນຕອນໃນການຜະລິດ ລວມເຖິງການຊອກຫາຕະຫຼາດຮອງຮັບ ຜົນຜະລິດຂອງພໍ່ແມ່ປະຊາຊົນ, ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງຢູ່ໃນຂັ້ນບ້ານໃຫ້ມີຄວາມແຂງແຮງ, ຍູ້ແຮງທາງດ້ານການພັດທະນາເສດຖະກິດ ແກ້ໄຂຊີວິການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ, ເອົາໃຈໃສ່ປັບປຸງລະບົບ ການຈັດຕັ້ງ, ການຄຸ້ມຄອງບ້ານ ໃຫ້ມີຄວາມໜັກແໜ້ນ ເພື່ອນຳພາບໍລິຫານບ້ານໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບໍ່ໃຫ້ຊາວໜຸ່ມ-ໄວໜຸ່ມ ລູກຫຼານ ທີ່ເປັນອະນາຄົດໜໍ່ແໜງຂອງຊາດ ໄດ້ຖືກເບືອເມົາດ້ວຍຢາເສບຕິດ. ໂອກາດຽວກັນນີ້ທ່ານຮອງນາຍົກ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ແກ່ ບ້ານນາວາງໃຫຍ່ ເພື່ອຊຸກຍູ້ບໍລິຫານວຽກງານພາຍໃນບ້ານໃຫ້ມີຄວາມສະດວກຂຶ້ນ.

ແຫຼ່ງຂ່າວ: Khammouane News

ຍັງລໍຖ້າການພິຈາລະນາກ່ຽວກັບການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ

ພາຍຫຼັງທີ່ມີຂ່າວອອກມາວ່າຈະມີການປັບຂຶ້ນຄ່າແຮງຂັ້ນຕໍ່າຈາກ 1,1 ລ້ານເປັນ 1,5 ລ້ານກີບ ຕໍ່ຄົນຕໍ່ເດືອນ ແລະ ຈະປະຕິບັດນັບແຕ່ວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ; ຢ່າງໃດກໍຕາມ, ເລື່ອງນີ້ຍັງຈະຕ້ອງລໍຖ້າລັດຖະບານພິຈາລະນາຄືນໃຫມ່ອີກຄັ້ງຫຼັງຈາກທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວສະເຫນີຂໍເລື່ອນ.

ຈາກບັນຫາຄ່າຄອງຊີບທີ່ຖີບຕົວສູງຂຶ້ນຊຶ່ງມາຈາກຫຼາຍປັດໄຈຊຶ່ງກະທົບຕໍ່ຊີວິດການເປັນຢູ່ຂອງທົ່ວສັງຄົມຢ່າງຫຼີກລ່ຽງບໍ່ໄດ້, ຕໍ່ຫນ້າສະພາບເຂົ້າຍາກຫມາກແພງ; ອົງການ3ຝ່າຍ (ສູນກາສະຫະພັນກໍາມະບານລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ,ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ) ທີ່ມີ ບົດບາດຄຸ້ມຄອງ,ປົກປ້ອງ ແລະ ພັດທະນາແຮງງານລາວ, ກໍ່ມີຄວາມເປັນຫ່ວງເປັນໃຍຈຶ່ງໄດ້ມີການຫາລື 3 ຝ່າຍມາແລ້ວຫຼາຍຄັ້ງເພື່ອສະເຫນີປັບຂຶ້ນຄ່າແຮງຂັ້ນ ຕ່ໍາ, ຫຼ້າສຸດ,ເລື່ອງນີ້ກໍ່ເປັນຫນຶ່ງໃນຫົວຂໍ້ສໍາຄັນຂອງກອງປະຊຸມ 3 ຝ່າຍກ່ຽວກັບວຽກງານສາຍພົວພັນແຮງງານ ຄັ້ງທີ 19 ຊຶ່ງຈັດຂຶ້ນເມື່ອວັນທີ 4 ມີນາ 2022 ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ໃບຄໍາ ຂັດທິຍະ, ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ (ຮສສ). ທ່ານ ນາງອາລີ ວົງຫນໍ່ບຸນທໍາ, ປະທານຄະນະບໍລິຫານສູນກາງສະຫະພັນກໍາມະບານລາວ ແລະທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ທັງນີ້, ມີຫຼາຍບັນຫາທີ່ກອງປະຊຸມໄດ້ນໍາຂຶ້ນປຶກສາຫາລື, ໂດຍສະເພາະກໍແມ່ນຊ່ອງທາງເພື່ອນໍາໄປສູ່ການຊ່ວຍເຫຼືອແຮງງານລາວທີ່ພວມປະສົບບັນຫາຢຸດຈ້າງ. ງານເພາະຫຼາຍກິດຈະການຕ້ອງປິດຕົວລົງຈາກຜົນກະທົບໂຄວິດ-19. ເຮັດໃຫ້ອັດຕາຫວ່າງງານເພີ່ມຂຶ້ນຈາກ 9,7% ມາເປັນ 21,8% ໃນປີ2021.

ທີ່ສໍາຄັນແມ່ນລັດຖະມົນຕີ ຮສສ ກໍ່ໄດ້ກ່າວເຖິງການຄົ້ນຄວ້າພິຈາລະນາປັບປຸງຄ່າແຮງງານຂັ້ນຕ່ໍາ, ໂດຍລະບຸວ່າ ໄດ້ມອບໃຫ້ແຕ່ລະຝ່າຍນໍາໄປຄົ້ນຄວ້າເຖິງຄວາມ ເປັນໄປໄດ້. ຊຶ່ງເບື້ອງຕົ້ນກໍຄາດການວ່າຈະປັບຂຶ້ນໃນວັນທີ 1 ພຶດສະພາປີນີ້, ຢ່າງໃດກໍຕາມ, ເນື່ອງຈາກເງື່ອນໄຂ ແລະ ຄວາມພ້ອມຕ່າງໆຍັງບໍ່ທັນອໍານວຍ, ດັ່ງນັ້ນສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວຈຶ່ງສະເຫນີຂໍເລື່ອນການປັບຂຶ້ນຄ່າແຮງງານ ໄປເປັນວັນທີ 1 ພຶດສະພາ 2023, ແຕ່ນັ້ນກໍເປັນພຽງຂໍ້ສະຫຼຸບທີ່ຍັງຕ້ອງລໍຖ້າການພິຈາລະນາຄືນອີກຄັ້ງຂອງລັດຖະບານ. ຄ່າແຮງຂັ້ນຕໍ່າທີ່ຈ່າຍກັນຢູ່ໃນປັດຈຸບັນ, ແມ່ນປະຕິບັດມາໄດ້3ປີກວ່າແລ້ວ,ນັບຈາກການປັບປຸງຄັ້ງທີ 8 ເມື່ອປີ 2018 ຊຶ່ງປັບຂຶ້ນ 2ແສນກີບ ຈາກ 9 ແສນກີບເປັນ 1,1 ລ້ານກີບຕໍ່ຄົນຕໍ່ເດືອນ.

ແຫຼ່ງຂ່າວ: ເສດຖະກິດສັງຄົມ