Home Blog Page 83

ຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ

ທ່ານຮອງເຈົ້າແຂວງຫຼວງພະບາງຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ.

ໃນຕອນບ່າຍຂອງ ວັນທີ 6 ເມສາ 2022 ນີ້, ທ່ານ ບຸນເລືອມ ມະນີວົງ ຮອງເຈົ້າແຂວງໆຫຼວງພະບາງໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ແລະ ອົງການອີໂກໂມສ (ICOMOS ) ພ້ອມດ້ວຍຄະນະ ກຳມະການລະດັບທອງຖິ່ນເພື່ອມໍລະດົກໂລກ ທີ່ໄດ້ລົງເຄື່ອນໄຫວຕິດຕາມ ກວດກາສະພາບ ການປົກປັກສາເມືອງມໍລະດົກໂລກແຂວງຫຼວງພະບາງ ແລະຕິດຕາມການເຄື່ອນໄຫວກອງທຶນມໍລະດົກໂລກ.

ການພົບກັນໃນຄັ້ງນີ້ ແມ່ນມີປະຈຸດປະສົງ ເພື່ອແນໃສ່ໃນການຮ່ວມມື, ປົກປັກຮັກສາວັນທະນະທຳ ພາຍໃນແຂວງຫຼວງພະບາງໃຫ້ເປັນມໍລະດົກໂລກ ຄະນະຊ່ຽວຊານຈາກ ສູນມໍລະດົກໂລກເຊິ່ງເປັນທີ່ປຶກສາ ຂອງອົງການອຸຍແນັສໂກ (UNESCO) ຈະມາປະເມີນຕິດຕາມ, ກວດກາສະພາບການປົກປັກຮັກສາເມືອງມໍຣະດົກໂລກຫຼວງພະບາງ ຢ່າງຮອບດ້ານ.

ເປັນຕົ້ນແມ່ນການປະຕິບັດນະໂຍບາຍການອານຸລັກມໍຣະດົກໂລກ, ລະບຽບການທີ່ກ່ຽວຂ້ອງ ການເຄື່ອນໄຫວກອງທຶນມໍຣະດົກໂລກ ແລະ ບັນດາໂຄງການພັດທະນາພື້ນຖານໂຄງລາງເຊັ່ນ: ເຄື່ອນໄຟຟ້ານ້ຳຂອງແຂວງຫຼວງພະບາງ, ໂຄງການກໍ່ສ້າງຕາຝັັ່ງກັນເຈື່ອນແຄມນ້ຳຄານ, ໂຄງການບູລະນະຂົວນ້ຳຄານເກົ່າ ແລະວຽກງານອື່ນອີກ.

ໃນການພົບປະຄັ້ງນີ້ທ່ານຮອງເຈົ້າແຂວງໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມແຂວງຫຼວງພະບາງຂອງຄະນະຊ່ຽວຊານ ຈາກສູນມໍຣະດົກໂລກ ທີ່ໄດ້ເປັນຫ່ວງເປັນໃຍຕໍ່ການພັດທະນາຂອງແຂວງກໍຄືການພັດທະນາເຂດມໍລະດົກໂລກ ໃຫ້ຢູ່ໃນກອບຂອງອົງການອົງການອຸຍແນັສໂກກໍານົດໄວ້.

ພ້ອມນີ້, ອຳນາດການປົກຄອງແຂວງຫຼວງພະບາງຕ້ອງໄດ້ເອົາໃຈໃສ່ເປັນພິເສດຕໍ່ກັບພາລະບົດບາດ ຂອງການເປັນມໍຣະດົກໂລກ. ເຊິ່ງທາງຄະນະຊ່ຽວຊານຈະຊ່ວຍລະດົມທຶນ ທາງດ້ານງົມປະປານແກ່ຫ້ອງການມໍລະດົກໂລກ ໂດຍສະເພາະກົນໄກກອງທຶນມໍຣະດົກໂລກ ຊ່ວຍ ສປປ ລາວ ໂດຍສະເພາະກໍແມ່ນເມືອງມໍລະດົກໂລກຫຼວງພະບາງ.

ພາບ-ຂ່າວ: ຂ່າວສານຫຼວງພະບາງ

ແຈ້ງການແນະນຳເລື່ອງເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຢູ່ໃນໂຮງງານ

ແຈ້ງການແນນຳຈາກ ພະແນກອຸດສາຫະກໍາ ແລະ ການຄ້າ ອານຸກໍາມະການປະເມີນໂຮງງານ, ສະຖານທີ່ຄ້າຂາຍ ນະຄອນຫຼວງວຽງຈັນ

ເລື່ອງ: ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນ, ຄວບຄຸມ ເພື່ອຕ້ານການລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂຮງງານອຸດສາຫະກໍາປຸງແຕ່ງ – ຫັດຖະກໍາ ແລະ ການບໍລິການຊື້-ຂາຍ ສິນຄ້າ ອຸປະໂພກ, ບໍລິໂພກ ແລະ ເຄື່ອງໃຊ້ສອຍປະຈໍາວັນໃນນະຄອນຫຼວງວຽງຈັນ.

.

.

.

ອ່ານເນື້ອໃນຕາມແຈ້ງການ

ພາກລັດ ແລະ ຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກະຊວງການເງິນ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເພື່ອປຶກສາຫາລື ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພື່ອຮັກສາໄດ້ຕາມໂຄງສ້າງລາ ຄານໍ້າມັນເຊື້ອໄຟຄັ້ງວັນທີ 10 ມີນາ 2022.

ມາຮອດວັນທີ 6 ເມສາ ນີ້ ທີ່ກະຊວງ ຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມຫາລືຊອກວິທີແກ້ໄຂລາຄານໍ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊອກວິທີທາງໃນການຜັນຂະຫຍາຍ ຂໍ້ 1 ໃນແຈ້ງການ ເລກທີ 395/ຫສນຍ ລົງວັນທີ 25/3/2022 ເພື່ອລະດົມຄວາມຄິດຄວາມເຫັນ ຫາວິທີແກ້ໄຂບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ເປັນການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ.

ກອງປະຊຸມຍັງຈະໄດ້ສັງລວມ ແລະ ບັນທຶກຄໍາຄິດຄຳເຫັນ ກໍຄືວິທີທາງໃນການແກ້ໄຂບັນຫາລາຄານໍ້າມັນ ເພື່ອນໍາສະເໜີນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາໃຫ້ ເຮັດທົດລອງໃນໄລຍະເວລາ 3 ເດືອນ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ໄດ້ນຳເອົາທັດສະນະ ກໍຄື ທິດຊີ້ນຳຂອງລັດຖະບານ ໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້ ແລະ ອີກດ້ານໜຶ່ງກໍເປັນການຮັບເອົາຄຳຄິດເຫັນຂອງບັນດາຜູ້ປະກອບການ ກ່ຽວກັບການປັບບາງອົງປະກອບໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.

ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ສະເໜີບາງວິທີວ່າ: ລັດຖະບານມີທິດທາງທີ່ຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄື ປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ໂດຍຢາກຮັກສາລາຄາໃນວັນທີ 10 ມີນາ 2022 ເປັນລາຄາຂາຍໜ້າປໍ້າ ເຊິ່ງລັດຖະບານຈະສະ​ໜັບ​ສະ​ໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ.

ສ່ວນອີກວິທີໜຶ່ງ ແມ່ນການປັບຫຼຸດອາກອນຊົມໃຊ້ລົົງ 50% ຕົວຢ່າງຄື: ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະຫຼຸດລົງເຫຼືອປະມານ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຢູ່ທີ 31% ຈະລົງປະມານ 16% ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄ​ລ່ອາກອນຊົມໃຊ້ເລີຍ ແຕ່ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດ​ກ່ອນ.

ແຫຼ່ງຂ່າວ: ປະຊາຊົນ

ວາງມາດຕະການເຂັ້ມງວດບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະບຸນປີໃໝ່ລາວ

ອີງຕາມພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ໄດ້ວາງມາດຕະການໄວ້ຢ່າງລະອຽດ ເພື່ອບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ກັກຕຸນສິນຄ້າ, ລວມເຖິງໃຫ້ມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີໃນໄລຍະສະເຫລີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ທີ່ຈະມາຮອດນີ້, ໂດຍຈະມີມາດຕະການຢ່າງເຂັ້ມງວດຕໍ່ຜູ້ລະເມີດ.

ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ເມສາ 2022 ວ່າ: ມາດຕະການທີ່ປະຕິບັດ ເລີ່ມຈາກການອອກແຈ້ງການ ສະບັບເລກທີ 0496/ອຄ.ນວ.ຄພນ, ລົງວັນທີ 21 ມີນາ 2022 ເຖິງຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ຕົວເມືອງ, ລວມເຖິງສູນການຄ້າ, ຊູບເປີ້ມາເກັດ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດຈັດສັນຕະຫຼາດ, ຜູ້ປະກອບທຸລະກິດ ແລະ ຊາວຄ້າຂາຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫຼອງບຸນປີໃໝ່ລາວ ປະຈໍາປີ ພສ 2565 ໂດຍໄດ້ກໍານົດລາຄາຂາຍຍ່ອຍປະເພດຊີ້ນໝູ, ເຂົ້າ ແລະ ປານິນກະຊັງ ເຊິ່ງນອນຢູ່ໃນໝວດສິນຄ້າທີ່ລັດຄຸ້ມຄອງ ຄື:

  • ລາຄາຊີ້ນໝູ: ປະເພດ 1: ສູງສຸດບໍ່ໃຫ້ເກີນ 50.000 ກີບ/ກິໂລ ແລະ ປະເພດ 2: ສູງສຸດບໍ່ໃຫ້ເກີນ 46.000/ກິໂລ.
  • ລາຄາເຂົ້າ: ລາຄາຂາຍຍ່ອຍເຂົ້າສານໜຽວ ປະເພດ 2: ສູງສຸດບໍ່ໃຫ້ເກີນ 7.400 ກີບ/ກິໂລ.
  • ລາຄາປານິນກະຊັງ: ສູງສຸດບໍ່ໃຫ້ເກີນ 20.000 ກີບ/ກິໂລ.

ນອກຈາກນີ້, ຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອເຄື່ອນໄຫວລົງກວດກາຢູ່ບັນດາຕະຫຼາດ ແລະ ບັນດາຫ້າງຮ້ານທີ່ມີຂະໜາດກາງ ຫາ ໃຫຍ່ພາຍໃນ 4 ຕົວເມືອງໃນ ຄື: ສີສັດຕະນາກ, ໄຊເສດຖາ, ຈັນທະບູລີ ແລະ ສີໂຄດຕະບອງ ໂດຍແຕ່ວັນທີ 12-16 ເມສາ 2022. ສ່ວນຢູ່ 5 ເມືອງນອກ ແມ່ນມອບໃຫ້ຫ້ອງ ການອຸດສາຫະກໍາ ແລະ ການຄ້າແຕ່ລະເມືອງ ເຄື່ອນໄຫວຕິດ ຕາມຢ່າງໃກ້ສິດ.

ທ່ານ ນັນຕາ ສານຸວົງ ໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການຕໍ່ຜູ້ລະເມີດ, ຖ້າພົບເຫັນແມ່ນຈະປະຕິບັດຕາມດໍາລັດສະບັບທີ 474\ນຍ, ລົງວັນທີ 18/11/2010 ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິ ການຢ່າງເຂັ້ມງວດ ເພາະໃນໄລຍະຜ່ານມາໄດ້ກວດເຫັນຊາວຄ້າຂາຍຈໍານວນໜຶ່ງລະເມີດລະບຽບການທີ່ວາງໄວ້ ແລະ ໄດ້ນຳໃຊ້ດໍາລັດດັ່ງກ່າວຕໍ່ຜູ້ກະທໍາຜິດມາແລ້ວຫລາຍສົມຄວນ.

ຢ່າງໃດກໍຕາມ, ທ່ານຝາກມາຍັງສັງຄົມ ກໍຄື ຊາວນະຄອນຫຼວງວຽງຈັນ ກ່ຽວກັບລາຄາສິນຄ້າຕາມທ້ອງຕະຫຼາດທີ່ມີທ່າອ່ຽງເພີ່ມຂຶ້ນ ແມ່ນເກີດຈາກຫຼາຍປັດໃຈທີ່ສົ່ງຜົນກະທົບເຮັດໃຫ້ໂຄງປະກອບລາຄາສິນຄ້າ ຕົ້ນທຶນເພີ່ມຂຶ້ນ ເປັນຕົ້ນ: ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕ່າເພີ່ມຂຶ້ນ ແລະ ອື່ນໆ.

ນອກຈາກນີ້ ທ່ານໄດ້ຝາກມາຍັງທຸກຄົນໃນນະຄອນຫຼວງວຽງຈັນ ຖ້າຈະມີການສະເຫຼີມສະຫຼອງປີໃໝ່ລາວ ຕ້ອງວາງແຜນການໃຫ້ດີ ແລະ ຈັດງານໃນຂະໜາດທີ່ເໝາະສົມກັບສະພາບການ, ສິ່ງສໍາຄັນຕ້ອງໄປຊື້ເຄື່ອງບໍລິໂພກຢູ່ບັນດາຕະຫຼາດໃຫຍ່ ເພາະສາມາດປະຕິບັດຕາມແຈ້ງການທີ່ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງວຽງຈັນ ວາງອອກໄດ້ດີ, ແຕ່ຖ້າໄປຊື້ຢູ່ບັນດາຮ້ານນ້ອຍ ຫຼື ຮ້ານຂາຍຍ່ອຍທົ່ວໄປ ອາດມີລາຄາທີ່ສູງຂຶ້ນ ຍ້ອນເຂົາເຈົ້າຊື້ຕາມຕະຫຼາດໃຫຍ່ໄປຂາຍຕໍ່.

ຢ່າງໃດກໍຕາມ ຖ້າພົບກໍລະນີຖືກຊາວຄ້າຂາຍເອົາປຽບ ແມ່ນສາມາດໂທຫາສາຍດ່ວນ ໝາຍເລກ 1510 ຫຼື ໂທຫາເຈົ້າໜ້າທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ຕາມໝາຍເລກທີ່ຕິດໄວ້ຢູ່ຕາມແຕ່ລະຕະຫຼາດ ເພື່ອໄປແກ້ໄຂໃຫ້ທັນກັບສະພາບການ.

ແຫຼ່ງຂ່າວ: Lao National Radio

ກອງປະຊຸມຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ

ເມື່ອ 5 ເມສາ 2022 ທີ່ ກະຊວງສາທາລະນະສຸກ, ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບໄດ້ຈັດຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນແຝງ ພຸມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະກຳມະການແຫ່ງຊາດເພື່ອຄວບຄຸມຢາສູບ ພ້ອມດ້ວຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຮັບປະກັນໃຫ້ກົດໝາຍວ່າດ້ວຍການຄວບຄຸມຢາສູບ ຂອງ ສປປ ລາວ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ນຳເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ, ເຮັດໃຫ້ເນື້ອໃນຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປະຈຸບັນ, ເຮັດໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບນດາເຜົ່າ, ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຈາກການຊົມໃຊ້ຢາສູບ, ເພື່ອສົ່ງເສີມໃຫ້ພົນລະເມືອງທຸກຄົນມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ລະອຽດຈະແຈ້ງ ແລະ ຮັດກຸມກວ່າເກົ່າ ທັງເປັນການຍົກລະດັບມາດຕະການປ້ອງກັນ ແລະ ສົ່ງເສີມສຸຂະພາບແກ່ປະຊາຊົນພົນລະເມືອງໂດຍສະເພາະແມ່ຍິງ ແລະ ເດັກນ້ອຍໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ສອດຄ່ອງກັບສົນທິສັນຍາທີ່ ສປປ ລາວເປັນພາຄີ.

ກົດໝາຍວ່າດ້ວຍການຄວບຄຸມຢາສູບສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດ ໄດ້ອອກລັດຖະດຳລັດປະກາດໃຊ້ ສະບັບເລກທີ 240/ປປທ ລົງວັນທີ 29 ທັນວາ 2021 ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສີບຫ້າວັນ ຊຶ່ງມີຜົນບັງຄັບໃຊ້ ໃນວັນທີ 24 ມີນາ 2022.

ແຫຼ່ງຂ່າວ ແລະ ພາບ: ສູນຂ່າວສານການແພດສຸຂະສຶກສາ

ພິທີປະກາດເລື່ອນຊັ້ນພົນຕີ ແລະ ພົນຈັດຕະວາ

ເມື່ອວັນທີ 6 ເມສາ ຜ່ານມາ, ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ຈໍານວນ 7 ສະຫາຍ;

ໃນນີ້, ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນ ຕີ 1 ສະຫາຍ ແລະ ເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ 6 ສະຫາຍ, ປະດັບຊັ້ນ ໂດຍ ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນ ຕີກະຊວງ ປກສ, ເຊິ່ງມີບັນດາຮອງລັດຖະມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມ-ກອງອ້ອມຂ້າງກະຊວງ ກໍໄດ້ເຂົ້າຮ່ວມ.

  • ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມ ຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດ ຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກະຊວງ ປກສ;
  • ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ ຈຳ ນວນ 1 ສະຫາຍ ຄື: ພົນຕີ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ເລື່ອນຊັ້ນ ພັນເອກຂຶ້ນ ພົນຈັດຕະວາ ຈຳນວນ 6 ສະຫາຍ ຄື:
  • ພົນຈັດຕະວາ ຄອນສະຫວັນ ສົມ ພາໄຊ ຮອງຫົວໜ້າກົມຍ່ການເມືອງ
  • ພົນຈັດຕະວາ ສຸລິນະ ແກ້ວປະເສີດ ຮອງ ຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ພົນ ຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ
  • ພົນຈັດຕະວາ ແສງປະເສີດ ສຸທຳ ມະວົງ ຫົວໜ້າ ກົມສື່ສານ
  • ພົນຈັດຕະວາ ອານຸເດດ ຄູນ ຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ພົນຈັດຕະວາ ບຸນ ລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ.

ໃນພິທີ, ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍ ຕຳຫຼວດຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໃຫ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເປັນກຳລັງປະຕິວັດ, ມີແບບແຜນທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມງວດ; ເປັນເຈົ້າການໃນການແກ້ໄຂທຸກປະກົດການຫຍໍ້ທໍ່ທີ່ເກີດຂຶ້ນຕໍ່ກໍາລັງປ້ອງ ກັນຄວາມສະຫງົບ ເພື່ອອັດຊ່ອງຫວ່າງຫາງສຽງຈົ່ມວ່າບໍ່ດີຈາກສັງຄົມຕໍ່ກໍາລັງເຮົາ; ກໍ່ສ້າງ ແລະ ປັບປຸງກົມກອງຂອງ ຕົນໃຫ້ມີຄວາມເຂັ້ມແຂງ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກລະບົບ ປັບປຸງກໍ່ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນນະພາບ ເພື່ອພ້ອມກັນເຮັດສໍາ ເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້.

ຂ່າວ-ພາບຈາກ: ປ້ອງກັນຄວາມສະຫງົບ

ລາຍງານມື້ນີ້! ໄຊຍະບູລີຕິດເຊື້ອໃໝ່ຂຶ້ນເປັນອັນດັບສອງ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 7 ເມສາ 2022

ນະຄອນຫຼວງວຽງຈັນຍັງເປັນບ່ອນທີ່ມີຜູ້ຕິດເຊື້ອໃໝ່ສູງກວ່າໝູ່.

ການປັບປຸງ-ຍົກລະດັບ ​ເສັ້ນ​ທາງ 28A ຈາກທາງ​ເລກ 9 ຫາ ​ເມືອງ ວິ​ລະ​ບູ​ລີ

ແຂວງສະຫວັນນະເຂດ ຮ່ວມກັບ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງ ເຊໂປນ ຈຳນວນ 5.000.000 ໂດລາ ສະຫະລັດ ເຂົ້າໃນການປັບປຸງ-ຍົກລະດັບ ​ເສັ້ນ​ທາງ 28A ຈາກທາງ​ເລກ 9 ຫາ ​ເມືອງ ວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ.

ທີ່​ຫ້ອງ​ອາ​ຫານ ລາວ​ເດີມ, ໃນ​ວັນ​ທີ 5 ເມ​ສາ 2022 ນີ້  ​ອຳ​ນາດ​ການ​ປົກ​ຄອງແຂວງ​ສະ​ຫວັນ​ນະ​ເຂດ ແລະ ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມີ​ການ​ລົງ​ນາມໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MoU) ເພື່ອ​ຍົກ​ລະ​ດັບ​ເສັ້ນ​ທາງ​ຂອງລັດ ເລກ​ທີ 28A ​ ໂດຍ​ການປູ​​ຢາງ​ສອງ​ຊັ້ນ ມີ​ຄວາມ​ຍາວ  41,56 ກິ​ໂລ​ແມັດ ແຕ່​ບ້ານ​ນາ​ບໍ່ ຫາ ເມືອງວິ​ລະ​ບູ​ລີ ເຊິ່ງ​ເປັນທີ່​ຕັ້ງ​ຂອງ ບໍ່​ຄຳ-ທອງ ເຊ​ໂປນ.

ໂຄງ​ການ​ຍົກ​ລະ​ດັບ​ເສັ້ນ​ທາງ​ດັ່ງ​ກ່າວ​ນີ້ ຈະ​ສະ​ໜອງ​ການ​ເຂົ້າ​ເຖິງ​ເສັ້ນ​ທາງ​ໃຫ້​ແກ່ ຄົນ​ທ້ອງ​ຖິ່ນ​ຈາກ​ເມືອງວິ​ລະ​ບູ​ລີ ຫຼາຍກວ່າ 40 000 ຄົນ.

ໃນຜ່ານ​ມາ ເສັ້ນ​ທາງ 28A ດັ່ງ​ກ່າວ ​ເປັນ​ເສັ້ນ​ທາງປູ​ຢາງ ​ທີ່​ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML)   ໄດ້​ສ້າງ​ຂຶ້ນ ມາແຕ່ປີ 2005 ເພື່ອເຊື່ອມ​ຕໍ່​ກັບ​ເສັ້ນ​ທາງ ເລກ​ທີ 9 ຈາກບ້ານ​ນາ​ບໍ່, ເມືອງ​ເຊ​ໂປນ ຫາ ເມືອງວິ​ລະ​ບູ​ລີ ແລະ ​ເປັນ​ແລວ​ທາງ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ​ທີ່​ສຳ​ຄັນໃຫ້​ແກ່ການ​ຂົນ​ສົ່ງ​ສິນ​ຄ້າ ແລະ ການ​ພັດ​ທະ​ນາ ໂດຍ​ເຊື່ອມ​ຕໍ່ ສ​ປ​ປ ລາວ ກັບ​ປະ​ເທດ​ຫວຽດ​ນາມ ແລະ ໄທ ກໍ​ຄື ເປີດ​ທາງ​ສູ່​​ເຂດ​ຊົນ​ນະ​ບົດ ​ໃຫ້​ມີການ​ຜະ​ລິດ​ກະ​ສິ​ກຳ ແລະ ​ເສດ​ຖະ​ກິດ​ອື່ນໆ ໃຫ້​ໄດ້​ດີ.

ປະ​ຈຸ​ບັນ  ເສັ້ນນ​ທາງ​ດັ່ງ​ກ່າວ ແມ່ນໄດ້​ເປ່​ເພ​ເສຍ​ຫາຍ​ຫຼາຍ​ບ່ອນ ຍ້ອນ​ມີ​ການ​ໃຊ້​ງານ​ມາ​ຍາວນານກວ່າ 10 ​ປີ ເຮັດໃຫ້ການ ສັນຈອນ, ຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ພົບຄວາມ ຫຍຸ້ງຍາກ ໂດຍສະເພາະ​ແມ່ນໃນຊ່ວງລະດູຝົນ.

ໂຄງ​ການຍົກ​ລະ​ດັບ​ເສັ້ນ​ທາງ​ຂອງລັດ ເລກ​ທີ 28 ນີ້ ຈະ​ໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ ​ຈຳ​ນວນ US$ 5 ລ້ານ ເຊິ່ງ​ເປັນ​ເງິນ​ສະ​ສົມ ທີ່ບໍລິສັດ ລ້ານຊ້າງ ມີເນໂຣນ ລິມິເຕັດ ເປັນຜູ້ຮັກສາໄວ້ ເພື່ອນຳ​ໃຊັ​​ໃນ​ການຟື້ນ​ຟຸ​ສະ​ພາບ​ແວດ​ລ້ອມ ແລະ ສັງ​ຄົມພາຍຫຼັງການປິດບໍ່ ໃນ​ອະ​ນາ​​ຄົດ.

ກ່ອນປີ 2000ເມືອງວິ​ລະ​ບູ​ລີ​ ຍັງ​ຖື​ວ່າ​ເປັນ​ເຂດ​ຊົນ​ນະ​ບົດ​ຫ່າງ​ໄກ​ສອກຫຼີກ ເສັ້ນ​ທາງ​​ດິນ​ດັ້ງ​ເດີມ ​ແມ່ນ​ຄັບ​ແຄບ ແລະ ມີ​ນ້ຳ​ຖ້ວມ​ໃນ​ລະ​ດູ​ຝົນ ເຮັດ​ໃຫ້​ທາງ​ເລືອກ​ໃນ​ການ​ຂົນ​ສົ່ງ​ມີ​ຄວາມ​ຈຳ​ກັດ. ເສັ້ນ​ທາງ​ກໍເປັນ​ບວກ​ເປັນ​ຕົມ ​ທີ່​ຫຍຸ້ງ​ຍາກ​ລຳ​ບາກທີ່​ສຸດ ​ການ​ເດີນ​ທາງ​ດ້ວຍ​ລົດ ຈາກ​ບ້ານນາ​ບໍ່ ຫາ ເມືອງວິ​ລະ​ບູ​ລີ ແມ່ນໃຊ້​ເວ​ລາ​ຢ່າງ​ຕ່ຳ ເປັນ2 ມື້​ ຈຶ່ງ​ຮອດ.

ນອກ​ຈາກ​ນັ້ນ, ເມືອງວິ​ລະ​ບູ​ລີ ກໍເປັນ​ເຂດທີ່​ໄດ້​ມີການ​ຖິ້ມ​ລະ​ບີດຢ່າງຫຼວງຫຼາຍ ແລະ ຜົນ​ກະ​ທົບ​ທີ່​ຕາມ​ມາ​ຈາກ​ລະ​ເບີດ​ຝັງ​ດິນ​ທີ່​ບໍ່​ທັນ​ແຕກ ກໍ​​ເປັນ​ອັນ​ຕະ​ລາຍຢ່າງມະ​ຫາ​ສານ.

ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້​ກ່າວ​ວ່າ:“​ໂດຍຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ ມ​າ​ຍັງ LXMLທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ໃນ ສ​ປ​ປ ລາວ ແລະ ໃຫ້ການຮ່ວມໄມ້ ຮ່ວມມືອັນດີ ໃນການຮ່ວມກັນ​ຍົກ​ລະ​ດັບ​ເສັ້ນ​ທາງ 28A ໃນ​ຄັ້ງ​ນີ້.”

ເປັນ​ກຽດ​ລົງ​ນາມ​ໃນ MoU ຄັ້ງ​ນີ້​ມີ ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ​ສະ​ຫວັນ​ນະ​ເຂດ ​ໂດຍ​ການ​ເປັນ​ສັກ​ຂີ​ພະ​ຍານ​ຂອງ​ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນະເຂດ, ພະ​ແນກ​ການອ້ອມຂ້າງ ແຂວງ, ພ້ອມ​ດ້ວຍອະດີດການນຳຂອງແຂວງ, ຫົວ​ໜ້າ​ຜະ​ແນກ​ໂຍ​ທາ​ທິ​ການ​ແຂວງ, ຜູ້​ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ອຳ​ນາດ​ການ​ປົກ​ຄອງ​ເມືອງວິ​ລະ​ບູ​ລີ, ທີ່​ປຶກ​ສາ ແລະ ພະ​ນັກ​ງານ​ບໍ​ລິ​ສັດ ລ້າ​ນ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML)

ທ່ານ ສະ​ໝານ ອະ​ເນ​ກາ ໄດ້​ກ່າວ​ວ່າ: “ ຂ້າ​ພະ​ເຈົ້າ​ມີ​ຄວາມ​ພາກ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ ທີ່ ໂຄງ​ການ​ນີ້ ແລະ ການ​ຮ່ວມ​ມື​​ທີ່​ດີ​ສະ​ເໝີ​ມາ ກັບ​ແຂວງ​ສະ​ຫວັນ​ນະ​ເຂດ ຈະ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໄດ້​ສາ​ມາດ​ເດີນ​ທາງຢ່າງ​ປອດ​ໄພ ແລະ ສາ​ມາດ​ນຳ​ເອົາ​ສິນ​ຄ້າ​ຕົນ​ເຂົ້າ​ເຖິງ​ຕະຫຼາດ. ການ​ລົງ​ທຶນ​ໃໝ່​ນີ້​ຈະ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ສຳ​ລັບ​ຄົນ​ທ້ອງ​ຖິ່ນ ຈາກ ກິດ​ຈະ​ກຳ​ດ້ານ​ກະ​ສິ​ກຳ, ການ​ທ່ອງ​ທ່ຽວ ແລະ ເສດ​ຖະ​ກິດທີ່​ຍືນ​ຍົງ​ພາຍຫຼັງ​ທີ່​ບໍ່​ຄຳທອງ ເຊ​ໂປນ ປິດ​ລົງ​ໃນ​ອະ​ນາ​ຄົດ.”

ມາ​ຮອດ​ປັດ​ຈຸ​ບັນ, ທຸກໆ​ບ້ານ​ຢູ່​ໃນ​ເມືອງວິ​ລະ​ບູ​ລີ ແມ່ນ​ມີ​ເສັ້ນ​ທາງ​ເຂົ້າ​ເຖິງ. ນັບ​ຕັ້ງ​ແຕ່​ເລີ່ມ​ການ​ດຳ​ເນີນການ​ຂຸດ​ຄົ້ນຜະ​ລິດ​ຄຳທອງ ໃນ​ປີ 2003 ເປັນ​ຕົ້ນ​ມາ, LXML ໄດ້​ລົງ​ທຶນ​ປະ​ມານ US$20 ລ້ານ​ເພື່ອ​ກໍ່​ສ້າງ ແລະ ບຳ​ລຸງ​ຮັກ​ສາ​ເສັ້ນ​ທາງ​ທ້ອງ​ຖິ່ນ ພາຍ​ໃນ​ເມືອງ ລວມ​ທັງ​ເສັ້ນ​ທາງ 28A.

ນອກ​ຈາກ​ນັ້ນ, LXML ຍັງ​ສະ​ໜອງ​ທຶນ​ຈາກ ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ​ນັບ​ເປັນ​ມູນ​ຄ່າ US$750 000  ຕໍ່​ປີ ໃຫ້​ແກ່ເມືອງວິ​ລະ​ບູ​ລີ ເຊິ່ງ​ສ່ວນ​  ໜຶ່ງ​ຂອງ​ທຶນ​ກໍ​ຖືກ​ແບ່ງ​ເຂົ້າ​ໃນ​ການ​ກໍ່​ສ້າງ ແລະ ສ້ອມ​ແປງ​ເສັ້ນ​ທາງ​ທ້ອງ​ຖິ່ນ ບວກ​ກັບ ໂຄງ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ພື້ນ​ຖານ, ການ​ສຶກ​ສາ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ.

ນອກຈາກນີ້, ບໍລິສັດຍັງໄດ້ ລົງທຶນປະມານ US$34 ລ້ານ ໃນການກໍ່ສ້າງ ແລະ ບຳລຸງຮັກສາຕາໜ່າງໄຟຟ້າແຫ່ງຊາດຈາກ ເມືອງ​ທ່າ​ແຂກ ເຖິງມະ​ຫາ​ໄຊ ດ້ວຍການຮ່ວມມືກັບລັດວິສາຫະກິດໄຟຟ້າລາວ.

ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນບໍ່ແຮ່ເປັນຕົ້ນມາ ບໍລິສັດ ລຊມລ ໄດ້ສະໜອງລາຍຮັບໂດຍກົງ ຫຼາຍກວ່າ US$1.6ຕື້ ໃຫ້ແກ່ລັດຖະບານລາວຜ່ານ​ການ​ຈ່າຍ​ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ເງິນ​ປັນ​ຜົນ ແລະ ພາ​ສີອາ​ກອນ​ຕ່າງໆ. ສ່ວນຜົນປະໂຫຍດທາງອ້ອມ ເປັນ​ຕົ້ນ ການສ້າງວຽກເຮັດງານທຳ, ການຝຶກອົບຮົມ ແລະ ການສະ​ໜັບ​ສະ​ໜູນ​ທຸ​ລະ​ກິດ​ທ້ອງ​ຖິ່ນ ນັ້ນ​ ໄດ້​ຫັນປ່ຽນ ເມືອງວິ​ລະ​ບູ​ລີ ຈາກ ສະ​ຖາ​ນະ​ໜຶ່ງ​ໃນ​ເມືອງ​ທີ່​ທຸກ​ຍາກ​ທີ່​ສຸດ​ຂອງ ສ​ປ​ປ ລາວ ສູ່ ເມືອງ​ທີ່​ມີ​ເສດ​ຖະ​ກິດ​ຊົນ​ນະ​ບົດ​ທີ່​ຂະ​ຫຍາຍ​ໂຕ​ຢ່າງວ່ອງ​ໄວ​.

ພິພິຕະພັນຫຼວງພະບາງ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວແລ້ວ!

ຫໍພິພິຕະພັນ ນະຄອນ ຫຼວງພະບາງ ໄດ້ເປີດບໍລິການຕໍ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມທຸກມື້ ເລີ່ມແຕ່ວັນທີ 1 ເມສາ 2022 ເປັນຕົ້ນໄປ ເພື່ອແນໃສ່ໃຫ້ນັກທ່ອງທ່ຽວ ທີ່ມີເວລາໜ້ອຍໃນການມາທ່ຽວຊົມ ໂດຍສະເພາະແມ່ນວັນເສົາ-ວັນທິດ ໄດ້ເຂົ້າຊົມ ເນື່ອງຈາກໄລຍະຜ່ານມາ ຫໍພິພິຕະພັນໄດ້ປິດໃຫ້ບໍລິການໃນວັນພັກສອງວັນດັ່ງກ່າວ.

ທ່ານ ສົມໃຈ ຫົງພະຈັນ ຫົວໜ້າຫໍພິພິຕະພັນ ແຂວງຫລວງພະບາງ ໄດ້ໃຫ້ຮູ້ວ່າ: ຫໍພິພິຕະພັນຫຼວງພະບາງ ເປັນພະລາດຊະວັງເກົ່າ ສ້າງຕາມແບບສະຖາປັດຕະຍະກຳຝຣັ່ງ ໃນປີ 1904 ແລະ ຕໍ່ເຕີມຍອດ ຂອງຜາສາດແບບລາວ ໃນປີ 1930.

ປັດຈຸບັນ ໃຊ້ສະແດງສິນລະປະ ແລະ ພຸດທະສາດສະໜາ ເປັນທີ່ປະດິດສະຖານພະບາງ ແລະ ສະແດງກ່ຽວກັບປະຫວັດເຈົ້າຊີວິດ ແລະ ຄອບຄົວ, ມີການກໍ່ສ້າງອາຄານໃໝ່ທີ່ສວຍງາມ ສຳລັບປະດິດສະຖານພະບາງ ໂດຍໄດ້ເລີ່ມເປີດໃຫ້ບໍລິການນັກທ່ອງທ່ຽວທຸກມື້ແລ້ວ ນັບແຕ່ວັນທີ 1 ເມສາ 2022, ວັນຈັນເຖິງວັນທິດ ໂດຍບໍ່ມີມື້ພັກ (ບໍ່ໄດ້ປິດ) ທັງນີ້ກໍເພື່ອແນໃສ່ຕ້ອນຮັບນັກທ່ອງທ່ຽວທີ່ເຂົ້າມມາທ່ຽວນະຄອນຫລວງພະບາງ ໂດຍສະເພາະແມ່ນກຸ່ມນັກທ່ອງທ່ຽວທີ່ມາທ່ຽວໄດ້ແຕ່ ວັນເສົາ-ວັນທິດ ໄດ້ມີໂອກາດເຂົ້າໄປທ່ຽວຊົມທາງໃນຫໍພິພິຕະພັນ.

ພ້ອມນີ້, ຍັງເປັນການກະຕຸ້ນແກ່ການທ່ອງທ່ຽວພາຍໃນປະເທດ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ລວມເຖິງໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ຈະມີຜູ້ຄົນເຂົ້າມາທ່ຽວຊົມເມືອງ ມໍລະດົກໂລກຫລວງພະບາງ ນັບມື້ນັບຫລາຍຂຶ້ນ.

ສະນັ້ນ, ຫໍພິພິຕະພັນ ນະຄອນ ຫຼວງພະບາງ ເປີດບໍລິການໃຫ້ແຂກນັກທ່ອງທ່ຽວເຂົ້າຊົມ ໂດຍບໍ່ມີມື້ປິດນັ້ນ ກໍເປັນສ່ວນໜຶ່ງໃນການຕອບສະໜອງດ້ານການທ່ອງທ່ຽວໃນພື້ນທີ່ສີຂຽວ ແລະ ຈະເຮັດໃຫ້ແຂວງຫຼວງພະບາງມີລາຍຮັບເພີ່ມຂຶ້ນ.

ແຫຼ່ງຂ່າວ: ຂປລ

ກອງປະຊຸມລະດົມຄວາມຄິດ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 6 ເມສາ ນີ້ ທີ່ຫໍປະຊຸມສະພາແຫ່ງຊາດສະພາແຫ່ງຊາດ, ໄດ້ຈັດກອງປະຊຸມລະດົມແນວຄວາມຄິດ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ໃນໄລຍະຜ່ານມາ, ປະເທດເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍໃໝ່ ນັ້ນແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ອື່ນໆ. ເປັນຕົ້ນຄຶື ຂະແໜງອຸດສາຫະກຳ, ການຄ້າ, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆອີກ.

ອີກປະການໜຶ່ງ ລາຄານໍ້າມັນໃນຕະຫຼາດໂລກມີການປັບຂຶ້ນ ແລະຄຽງຄູ່ກັນນັ້ນ, ອັດຕາແລກປ່ຽນເງິນກີບຕໍ່ເງິນສະກຸນຫຼັກມີການຜັນຜວນສົມຄວນ ເຮັດໃຫ້ຜູ້ປະກອບການພົບກັບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ ແລະ ຈະມີຜົນທາງລົບຕໍ່ຄາດໝາຍດ້ານເສດຖະກິດມະຫາພາກ ເຊິ່ງຈະສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ເຮັດໃຫ້ເກີດມີໄພວ່າງງານ, ປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ.

ຜ່ານມາລັດຖະບານກໍໄດ້ມີຄວາມພະຍາຍາມເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ ແຕ່ຍ້ອນມີຄວາມຫຍຸ້ງຍາກດັ່ງກ່າວ ພວກເຮົາຕ້ອງມີຄວາມພະຍາຍາມຕື່ມ.

ດັ່ງນັ້ນ, ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າສະພາແຫ່ງຊາດ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດ ເພື່ອຮັບຟັງການປະກອບຄໍາຄິດເຫັນຈາກບັນດາທ່ານ ຊຶ່ງມາຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ.

ເປັນຕົ້ນສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ບັນດາຂະແໜງການຂົງເຂດເສດຖະກິດ, ສະຖາບັນຄົ້ນຄວ້າເສດຖະກິດ, ຕາງໜ້າຈາກອົງການສາກົນປະຈໍາ ສປປ ລາວ ເພື່ອຊອກໃຫ້ເຫັນບັນຫາ ແລະ ຫາວິທີການແກ້ໄຂບັນຫາດັ່ງກ່າວ ຮ່ວມກັນເປັນແນວທາງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ໃນການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະສິດທິຜົນຍິ່ງຂຶ້ນ ແນໃສ່ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.

ທ່ານປະທານສະພາແຫ່ງຊາດ ຍັງຮຽກຮ້ອງ ມາຍັງບັນດາທ່ານທີ່ເຂົ້າຮ່ວມປະຊຸມ ຈົ່ງສຸມສະຕິປັນຍາປະກອບຄໍາເຫັນໃສ່ບັນຫາດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ໜັງສືພິມປະຊາຊົນ