Home Blog Page 81

ເຈົ້າໜ້າທີ່ຕັ້ງດ່ານ ແລະ ປ້ອມໃນໄລຍະປີໃໝ່ນີ້ ນະຄອນຫຼວງວຽງຈັນ

ພະແນກຈະລາຈອນນະຄອນຫຼວງວຽງຈັນ ນໍາໃຊ້ກໍາລັງ 529 ຄົນ ເພື່ອປະຕິບັດໜ້າທີ່ເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົກຢູ່ນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565 ເພື່ອແນໃສ່ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນ.

ພັທ ຈັນທະບູນ ມະນີວົງ, ຮອງຫົວໜ້າຫ້ອງຕໍາຫລວດ, ຜູ້ຊີ້ນໍາວຽກງານຈະລາຈອນ, ພະແນກຄວບຄຸມກ້ອງວົງຈອນປິດ ແລະ ພະແນກມອດໄຟນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 11 ເມສາ 2022 ວ່າ: ເພື່ອເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກຢູ່ນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565, ຫ້ອງຕໍາຫລວດ ໄດ້ມອບໃຫ້ພະແນກຈະລາຈອນນະຄອນຫຼວງວຽງຈັນ ສົມທົບກັບຈະລາຈອນ 9 ຕົວເມືອງ ມີກໍາລັງທັງໝົດ 529 ຄົນ ລົງປະຈໍາຕັ້ງດ່ານຢູ່ບັນດາເສັ້ນທາງສໍາຄັນ ມີ 8 ດ່ານ, ຕາມວັດວາອາຮາມ 9 ຈຸດ ແລະ ປະຈໍາປ້ອງຍາມທັງໝົດ 60 ປ້ອມ.

ແບ່ງອອກເປັນ 3 ຈຸດ ເພື່ອສົມທົບກັບ 19 ສະຖານີ 1191 ຢູ່ໃນນະ ຄອນຫຼວງວຽງຈັນ ເຄື່ອນໄຫວກວດກາລາດຕະເວນຢູ່ຕາມເສັ້ນທາງຕ່າງໆ ທັງກາງເວັນ ແລະ ກາງຄືນ ເພື່ອເຮັດໃຫ້ການສະເຫລີມສະຫຼອງບຸນປີໃໝ່ລາວຢູ່ນະຄອນຫຼວງວຽງຈັນ ປີນີ້ ຖືກຕ້ອງ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ.

ສໍາລັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ເລີ່ມປະຈໍາຢູ່ຈຸດຕ່າງໆ ຕາມການມອບໝາຍໃນລະຫວ່າງວັນທີ 11-17 ເມສານີ້ ເຊິ່ງ ພັທ ຈັນທະບູນ ມະນີວົງ ຮຽກຮ້ອງໃຫ້ຜູ້ນໍາໃຊ້ລົດໃຊ້ຖະໜົນພາຍໃນນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດຕາມກົດໝາຍຈະລາຈອນ ກໍຄື ລະບຽບການ ແລະ ການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ມີສະຕິທຸກຄົນໃນການຂັບຂີ່ ເພື່ອແນໃສ່ປ້ອງກັນສະພາບອຸບັດຕິເຫດທີ່ອາດຈະເກີດຂຶ້ນຕາມທ້ອງຖະໜົນໃນໄລຍະສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ 2565 ເຊີ່ງຈະນໍາໄປສູ່ການສູນເສຍຊີວິດ ແລະ ຊັບສິນ.

ສໍາລັບອຸບັດຕິເຫດໃນປີກາຍນີ້, ນະຄອນຫຼວງວຽງຈັນ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນັບແຕ່ວັນທີ 14-16 ເມສາ 2021 ມີອຸບັດຕິເຫດເກີດຂຶ້ນທັງໝົດ 18 ກໍລະນີ, ມີຜູ້ເສຍຊີວິດຈຳນວນ 8 ຄົນ, ຍິງ 1 ຄົນ, ເມືອງທີ່ເກີດຫຼາຍກວ່າໝູ່ແມ່ນ ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ເກີດຂຶ້ນເມືອງລະ 5 ກໍລະນີ.

ແຫຼ່ງຂ່າວ: Lao National Radio

ສະຖານີກາສີ ແລະ ເມືອງງາ ຈະເປີດບໍລິການ14 ເມສານີ້ ເປັນຕົ້ນໄປ

ສະຖານີກາສີ ແລະເມືອງງາຈະເປີດບໍລິການ14 ເມສາ 2022 ເປັນຕົ້ນໄປ,

ຕາມການລາຍງານ ຂອງ CRI-FM93 ໃຫ້ຮູ້ວ່າ: ທາງລົດໄຟລາວ-ຈີນ ຈະເປີດບໍລິການຜູ້ໂດຍສານຢູ່ 2 ສະຖານີຄື: ສະຖານີກາສີ ແລະ ສະຖານີເມືອງງາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມນັບມື້ນັບຫຼາຍຂຶ້ນ.

ສະຖານີລົດໄຟກາສີຕັ້ງຢູ່ເມືອງກາສີ ແຂວງວຽງຈັນ ເຊິ່ງໄດ້ຮັບການອອກແບບເປັນສະຖານນີຂົນສົ່ງໂດຍສານ, ມີບ່ອນລໍຖ້າຂຶ້ນລົດ 1 ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150 ຄົນ. ສ່ວນສະຖານນີເມືອງງາແມ່ນຕັ້ງຢູ່ແຂວງອຸດົມໄຊ.

ສອງສະຖານີດັ່ງກ່າວເປັນສະຖານີທີ່ອອກແບບໃຫ້ເປັນສະຖານນີນ້ອຍ ແລະເປັນອີກຈຸດຂຶ້ນລົດໄຟຂອງແຂວງວຽງຈັນ ແລະແຂວງອຸດົມໄຊ ເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການເດີນທາງດ້ວຍລົດໄຟໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ.

ໂຄງການກໍ່ສ້າງເຮືອນຖາວອນຈໍານວນ 403 ຫຼັງ ຢູ່ບ້ານດົງບາກໃໝ່ຫີນຄໍາ ເມືອງສະຫນາມໄຊ

ຕາມການລາຍງານຂອງ ໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່: ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງຕິດຕາມໂຄງການກໍ່ສ້າງເຮືອນຖາວອນຈໍານວນ 403 ຫຼັງຢູ່ບ້ານດົງບາກໃໝ່ຫີນຄໍາ ເມືອງສະຫນາມໄຊ ແຂວງອັດຕະປື ເມື່ອມໍ່ໆມານີ້ ເຊິ່ງເຮືອນຈໍານວນດັ່ງກ່າວແມ່ນສ້າງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້າເຊປຽນ-ເຊນ້ໍານ້ອຍແຕກ ທີ່ເມືອງສະໜາມໄຊ ແຂວງອັດຕະປື ເມື່ອປີ 2018 ທີ່ຜ່ານມາ ເຊິ່ງມາຮອດປັດຈຸບັນສໍາເລັດແລ້ວ 100% ຈໍານວນ 322 ຫຼັງ.

ທ່ານ ລືໄຊ ວຽງພະຈັນ ນາຍບ້ານດົງບອກໃໝ່ຫີນຄໍາ ໄດ້ລາຍງານສະພາບລວມຈຸດພິເສດ ແລະ ການ ພັດທະນາເສດຖະກິດ – ສັງຄົມຂອງບ້ານຕໍ່ລັດຖະມົນຕີ ຖວທ ວ່າ: ບ້ານດົງບາກໃໝ່ຫີນຄໍາ ມີ 2 ຄຸ້ມ, ມີ 30 ຫນ່ວຍ, ມີປະຊາຊົນ ຢູ່ຮ່ວມກັນທັງໝົດ 2 ເຜົ່າຄື: ເຜົ່າລາວ ແລະ ເຜົ່າໂອຍ, ມີພົນລະເມືອງທັງຫມົດ 1.949 ຄົນ (ຍິງ 935 ຄົນ), ມີ 509 ຄອບຄົວໃນນັ້ນ ຄອບຄົວພົ້ນທຸກມີ 380 ຄອບຄົວ, ຄອບຄົວກຸ້ມກິນ 101 ຄອບຄົວ ແລະ ຍັງມີຄອບຄົວທຸກຍາກ 28 ຄອບຄົວ, ອາຊີບຕົ້ນຕໍ ຂອງປະຊາຊົນແມ່ນເຮັດນາປູກເຂົ້າເປັນຫຼັກ, ເຮັດສວນປູກພືດ, ລ້ຽງສັດ ແລະ ຄ້າຂາຍເປັນອາຊີບສໍາຮອງ.

ເຂັ້ມງວດຄຸ້ມຄອງລາຄາສິນຄ້າໄລຍະບຸນປີໃໝ່ລາວ

ອັດຕະປື ເຂັ້ມງວດຄຸ້ມຄອງ ລາຄາສິນຄ້າໄລຍະບຸນປີໃໝ່ລາວ ພສ 2565.

ໂດຍປະຕິບັດຕາມດໍາລັດ 74/ນຍ, ລົງວັນທີ 18 ພະຈິກ 2011 ວ່າດ້ວຍການຄຸ້ມຄອງລາ ຄາສິນຄ້າ ແລະ ການບໍລິການ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຜູ້ບໍລິໂພກໄດ້ຮັບຄວາມເປັນທໍາທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ທັງເປັນການປະຕິບັດພາລະບົດບາດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ໃນການຄຸ້ມລາຄາສິນຄ້າ ໂດຍສະພາະສິນຄ້າທີ່ມີຄວາມຈໍາເປັນ ແລະ ມີຜົນກະທົບໄວຕໍ່ຊີວິດການເປັນຢຸ່ຂອງພໍ່ແມ່ປະຊາຊົນ ເປັນຕົ້ນ:

ແມ່ນສິນຄ້າປະເພດສະບຽງອາຫານ ຊີ້ນ-ປາ, ພືດຜັກ, ນໍ້າມັນເຊື້ອໄຟ ແລະ ອື່ນໆ ຫລີກລ່ຽງການສວຍໂອກາດກັກຕຸນສິນຄ້າຂຶ້ນ ເພື່ອເກນກໍາໄລຂອງພໍ່ຄ້າມືກາງ ແລະ ຮັບປະກັນການສະໜອງ ໃຫ້ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ.ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກ ອຸດສະຫະກໍາ ແລະ ການຄ້າ ແຂວງ ອັດຕະປື ໃຫ້ສໍາພາດຕໍ່ສື່ມວນຊົນຄັ້ງວັນທີ 11 ເມສາ 2022 ນີ້ວ່າ:

ໃນໄລຍະເທດສະການບຸນປີໃໝ່ລາວ ພສ 2565 ນີ້້, ພະແນກ ອຸດສະຫະກໍາ ແລະ ການຄ້າແຂວງ ໄດ້ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ດໍາລັດ ເລກທີ 474/ນຍ ໄດ້ຖືເອົາວຽກງານດັ່ງກ່າວ ເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ ແລະ ທັງໄດ້ປະສານສົມທົບຢ່າງກົມກຽວ ກັບຫ້ອງການ ອຸດສະຫະກໍາ ແລະ ການຄ້າ 5 ຕົວເມືອງ ແລະ ພາກສ່ວນກ່ຽວໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດ ໂດຍສະເພາະແມ່ນເຂົ້າສານ, ຊີ້ນ, ປາ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ນໍາມັນເຊື້ອໄຟ ທີ່ມີຜົນກະທົບຕໍ່ສັງຄົມເປັນຕົ້ນ: ເຂົ້າຈ້າວຂາຍໃນລາຄາ 7.000-9.000 ກີບຕໍ່ກິໂລ, ແລະ ເຂົ້າມະລິ 10.000 ກີບຕໍ່ກິໂລ, ເຂົ້າໜຽວ 6.000-9.000 ກີບຕໍ່ກິໂລ, ຊີ້ນງົວ-ຄວາຍ 75.000–80.000 ກີບຕໍ່ກິໂລ, ຊີ້ນໝູ 53.000-55.000 ກີບຕໍ່ກິໂລ ແລະ ນໍາມັນເຊື້ອໄຟເຊັ່ນ:

ເອັດຊັງ 17.410 ກີບຕໍ່ລິດແລະ ກາຊວນ 17.000 ກີບຕໍ່ລິດ (ລາຄານີ້ອາດມີການປ່ຽນແປງຂຶ້ນ-ລົງໃນລະອາທິດ) ສາເຫດຍຍ້ອນປັດໄຈນໍ້າເຂົ້າຈາກຕ່າງປະເທດ ແລະ ເງິນຕາມີການເໜັງຕີງເປັນແຕ່ລະໄລຍະ. ພ້ອມດຽວກັນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ກໍໄດ້ອອກແຈ້ງການສະບັບເລກທີ 012/ພອຄ.ອປ, ລົງວັນທີ 8 ເມສາ 2022 ເລື່ອງໃຫ້ເອົາໃຈໃສ່ຊີ້ນໍາໃນການຕິດຕາມ, ກວດກາ, ຄຸ້ມຄອງ, ແກ້ໄຂກ່ຽວສະພາບການການປັ່ນປ່ວນ, ກັກຕຸນ, ແລະ ສວຍໂອກາດຂຶ້ນລາຄາ ໃນໄລຍະເທດສະການບຸນປີໃໝ່ລາວ ໂດຍມອບໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າ 5 ຕົວເມືອງ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງພາຍໃນເມືອງ ຈັດຕັ້ງປະຕິບັດ ບົນພື້ນຖານຄວາມເປັນເອກະພາບ ແລະ ການຮ່ວມມືກັນໃຫ້ດີ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວ.

ຖ້າພົບເຫັນຜູ້ປະກອບການແມ່ຄ້າຊາວຂາຍຂຶ້ນລາຄາສິນຄ້າເກີນຂອບເຂດ ຫລື ຕາຊັ່ງກິໂລມີການດັດປັບຜິດປົກກະຕິ ສາມາດໂທຫາສາຍດ່ວນ 1510 ຫລື ໂທລາຍງານຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງດ່ວນ ເພື່ອຈະໄດ້ແກ້ໄຂໃຫ້ທັນການ.

 ແຫຼ່ງຂ່າວ: ປະເທດລາວ

ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ

ພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຂົວຂ້າມນໍ້າພີດ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 9 ເມສາ 2022 ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີບັນດາທ່ານການນຳຂອງແຂວງ, ບັນດາພະແນກການ, ການນຳເມືອງຍົມມະລາດ, ຂະແໜງການອ້ອມຂ້າງເມືອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຊຸມຊົນ ບ້ານໂຄກສະຫວ່າງ ແມ່ນເປັນປະເພດຂົວ ເບຕົງ ປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ມີຈຳນວນເສົາຂົວ 44 ເສົາ, ສາມາດຮອງຮັບນໍ້າໜັກໄດ້ 3,5 ໂຕ່ນ.

ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບສ່ວນຈາກຫຼາກພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍບໍລິສັດເກດສຸວັນ ໄດ້ມີການ ປະກອບສ່ວນທາງດ້ານ ເຫຼັກ, ປູນຊີມັງ, ເຄື່ອງກົນຈັກໜັກ ແລະ ອື່ນໆ ມີທັງການປະກອບສ່ວນແບບຊ່ວຍເຫຼືອ ແລະ ການປະກອບສ່ວນໃນຮູບແບບຜູ້ຮັບເໝົາ ໂດຍບໍ່ຄິດກຳໄລ ສ່ວນທາງດ້ານແຮງງານຫຼັກແມ່ນ ນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງ ເຊິ່ງການກໍ່ສ້າງແມ່ນແບ່ງອອກເປັນ 2 ໄລຍະຄື:

ໄລຍະທີ 1 ໃຊ້ເວລາ ການກໍ່ສ້າງ 14 ວັນ ກໍ່ສ້າງເສົາຂົວສຳເລັດ 30 ເສົາ ແລະ ໄລຍະທີ 2 ໃຊ້ເວລາ 36 ວັນ ກໍ່ສ້າງເສົາຂົວຕື່ມ 14 ເສົາ, ເສົາຫົວຂົວ 2 ເສົາ ພ້ອມປະກອບຂາງໄມ້ຕາມການອອກແບບ ເຊິ່ງການກໍ່ສ້າງແມ່ນໄດ້ສຳເລັດໃນວັນທີ 15 ທັນວາ 2021 ມີໄລຍະເວລາໃນການກໍ່ສ້າງແມ່ນ 50 ວັນ, ລວມມູຄ່າທັງໝົດ 1,08 ຕື້ກວ່າກີບ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງ ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ທີ່ໄດ້ໃຫ້ການປະກອບສ່ວນ ພິເສດແມ່ນພໍ່ແມ່ປະຊາຊົນ ທີ່ໄດ້ສຸມຈິດ ສຸມໃຈ ແລະ ເຫື່ອແຮງສະຕິປັນຍາເຂົ້າໃນຂະບວນການກໍ່ສ້າງຂົວຂ້າມນໍ້າພີດຈົນສຳເລັດ.

ເຊິ່ງການກໍ່ສ້າງດັ່ງກ່າວ ຈະເປັນຕົວແບບ ແລະ ແບບຢ່າງທີ່ດີນຳໄປສູ່ຂະບວນການອື່ນ ເພື່ອພັດທະນາສັງຄົມ ເຮັດໃຫ້ພໍ່ແມ່ປະຊາຊົນ ມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ກໍ່ຄືການດຳລົງຊີວິດ, ແລກປ່ຽນຊື້-ຂາຍ ສິນຄ້າ ແລະ ອື່ນໆ.

ຕໍ່ກັບຜົນສຳເລັດດັ່ງກ່າວນີ້ແມ່ນຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຖືເປັນຊັບສົມບັດຂອງບ້ານ ເພື່ອພ້ອມກັນເປັນເຈົ້າການຕິດຕາມ, ກວດກາ ແລະ ບູລະນະປົກປັກຮັກສາ ເພື່ອເຮັດແນວໃດໃຫ້ຂົວດັ່ງກ່າວ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ນຳໃຊ້ໄດ້ຢ່າງຍາວນານ.

ພ້ອມນີ້ກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ ພ້ອມກັນສຸມໃສ່ ໃນການຜະລິດຕາມເງື່ອນໄຂ ແລະ ທ່າແຮງຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ກາຍເປັນສິນຄ້າ ສ້າງລາຍຮັບເຂົ້າສູ່ຄອບຄົວ, ພ້ອມກັນປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊຸກຍູ້ປຸກລະດົມປະຊາຊົນ ກໍ່ຄືສະມາຊິກພາຍໃນຄອບຄົວຜູ້ທີ່ຄົບເງື່ອນໄຂ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ຕໍ່ການຕິດເຊື້ອ ແລະ ການເສຍຊີວິດຈາກພະຍາດຮ້າຍດັ່ງກ່າວ.

ແຫຼ່ງຂ່າວ: Khammouane News

ຫຼຸດລົງແດ່ແລ້ວ! ຜູ້ຕິດເຊື້ອໃໝ່ປະຈຳວັນ

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ຕິດເຊື້ອໃໝ່ຈາກການນຳເຂົ້າ 9 ຄົນ.

ຍັງເກີດຂຶ້ນຢ່າງຕໍ່ເນື່ອງ ການລັກລອບເດີນທາງຂ້າມໄປປະເທດໃກ້ຄຽງ

ການລັກລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງ ໂດຍຜ່ານແຂວງຈໍາປາສັກຍັງເກີດຂຶ້ນຢ່າງຕໍ່ເນື່ອງ.

ສະພາບການພະຍາຍາມລັກລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງຂອງແຮງງານລາວ ໂດຍຜ່ານ ແຂວງຈໍາປາສັກ ຍັງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ ໂດຍສະເພາະນັບແຕ່ລັດຖະບານມີມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ສະເລ່ຍແລ້ວທີ່ເຈົ້າໜ້າທີ່ກ່ຽວ ຂ້ອງສາມາດກວດພົບເຫັນເດືອນໜຶ່ງບໍ່ຕໍ່າກວ່າ 50 ຄົນ. ທ່ານ ໂສມ ບຸດຕະກຸນ, ຮອງເຈົ້າແຂວງໆ ຈໍາປາສັກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະ ຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 7 ເມສາ 2022 ວ່າ:

ແຂວງຈໍາປາສັກ ມີຫຼາຍເມືອງ ທີ່ມີຊາຍແດນຕິດກັບປະ ເທດໃກ້ຄຽງໄດ້ແກ່ເມືອງ: ຈໍາປາສັກ, ໂພນທອງ, ຊະນະສົມບູນ, ສຸຂຸມາ ແລະ ມຸນລະປະໂມກ ເຮັດໃຫ້ມີແຮງງານລາວພະຍາຍາມລັກລອບເດີນທາງຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງປະກົດໃຫ້ເຫັນຢ່າງຕໍ່ເນື່ອງ, ທັງຮູບແບບໄປດ້ວຍຕົນເອງ ແລະ ຖືກຕົວະຍົວະຫຼອກລວງໄປ.

ນັບສະເພາະແຕ່ລັດຖະບານ ມີມາດຕະການຜ່ອນຜັນໃນການປ້ອງ ກັນພະຍາດໂຄວິດ-19 ເປັນຕົ້ນມາ, ສະເລ່ຍແລ້ວເຈົ້າໜ້າທີ່ກ່ຽວຂ້ອງສາມາດກວດພົບເຫັນແຮງງານດັ່ງກ່າວເດືອນໜຶ່ງບໍ່ຕໍ່າກວ່າ 50 ຄົນ, ໃນນີ້ ພົບເຫັນສ່ວນຫລາຍແມ່ນຢູ່ເຂດຊາຍແດນທາງບົກທີ່ເປັນຊ່ອງທາງທໍາມະຊາດຕາມພູຜາ ແລະ ປ່າໄມ້ ລະ ຫວ່າງ ເມືອງໂພນທອງ ກັບປະເທດໃກ້ຄຽງ, ແຕ່ຖືກເຈົ້າໜ້າທີ່ກ່ຽວຂ້ອງພົບເຫັນກ່ອນ ຍ້ອນໄດ້ກວດກາເວນຍາມຢ່າງເຂັ້ມງວດ ແລະ ໄດ້ດໍາເນີນມາດຕະການຕໍ່ກຸ່ມ ຄົນດັ່ງກ່າວຕາມລະບຽບກົດໝາຍທີ່ກໍານົດໄວ້.

ທ່ານຮອງເຈົ້າແຂວງ ຍັງໃຫ້ຮູ້ຕື່ມວ່າ: ສໍາລັບແຮງງານລາວຈາກປະເທດໃກ້ຄຽງທີ່ເດີນທາງກັບຄືນປະເທດລາວ ໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ, ແຂວງຈໍາປາ ສັກ ໃນແຕ່ລະມື້ຍັງມີປົກກະຕິ, ສະເລ່ຍແລ້ວມື້ໜຶ່ງບໍ່ຕໍ່າກວ່າ 40-50 ຄົນ, ສ່ວນຜູ້ທີ່ລັກລອບເດີນທາງເຂົ້າມາຜ່ານດ່ານທໍາມະຊາດແມ່ນມີຈໍານວນໜ້ອຍ ເຊີ່ງເຈົ້າໜ້າທີ່ກ່ຽວຂ້ອງສາມາດສະກັດກັ້ນໄວ້ໄດ້. ຢ່າງໃດກໍຕາມ ແຮງງານລາວທີ່ເດີນທາງກັບຄືນມາແຕ່ປະເທດໃກ້ຄຽງໂດຍຜ່ານ ແຂວງຈໍາປາສັກ ທຸກຄົນແມ່ນໄດ້ຮັບການກວດກາຕາມມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ຄະນະສະເພາະກິດໄດ້ກໍານົດໄວ້ຢ່າງເຂັ້ມງວດ.

Lao National Radio

ລົດໄຟ EMU ຂະບວນທີ 3 ມາຮອດນະຄອນຫຼວງວຽງຈັນແລ້ວ

ຕາມການລາຍງານ ຂອງ Laos – China Railway Company Limited ໃຫ້ຮູ້ວ່າ: ລົດໄຟ EMU ຂະບວນທີ 3 ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນ ສປປ ລາວ ຢ່າງເປັນທາງການແລ້ວ ໃນເວລາ 8 ໂມງແລງ ຂອງວັນທີ 9 ເມສາ 2022 (ເດີນທາງມາຈາກນະຄອນຄຸນໝິງ ໃນວັນທີ 6 ເມສາ 2022). ພ້ອມດຽວກັນ, ລົດໄຟຂະບວນນີ້ຈະເລີ່ມໃຫ້ບໍລິການໃນຊ່ວງເທດສະການປີໃໝ່ລາວ ລະຫວ່າງວັນທີ 12-17 ເມສາ ນີ້.

ລົດໄຟ EMU ຂະບວນທີ 3​ ຍັງເພີ່ມຊັ້ນ Business Class ເຊິ່ງແມ່ນຕູ້ລົດໄຟທີ່ໄດ້ຮັບການປັບປຸງໃໝ່ຫຼ້າສຸດ ຫຼັງຈາກທຳການປັບປຸງ ແລະ ຕິດຕັ້ງຢູ່ຈີນແລ້ວ, ເພື່ອຮອງຮັບຜູ້ໂດຍສານທີ່ຈະເດີນທາງ.

ບ່ອນນັ່ງຜູ້ໂດຍສານຊັ້ນ Business Class ຂອງລົດໄຟ EMU ຂະບວນທີ 3 ແມ່ນເໝາະສຳລັບຜູ້ໂດຍສານທີ່ມີເງື່ອນໄຂ ແລະ ຕ້ອງການຄວາມພິເສດໃນການເດີນທາງ ດ້ວຍການຂະຫຍາຍບ່ອນນັ່ງໃຫ້ກວ້າງຂຶ້ນ, ມີຕັ່ງທີ່ສາມາດປັບໄດ້ຫຼາຍລະດັບ, ການຕົກແຕ່ງທີ່ພາຍໃນທີ່ມີລະດັບ ແລະ ການເພີ່ມຟັ່ງຊັ່ນຕ່າງໆເພື່ອອໍານວຍຄວາມສະດວກສະບາຍໃຫ້ແກ່ຜູ້ໂດຍສານ ພ້ອມການບໍລິການໜ້າປະທັບໃຈ.

ລາຄາປີ້ຜູ້ໂດຍສານຊັ້ນ Business Class ຂອງລົດໄຟ EMU ຂະບວນທີ 3 ແມ່ນໄດ້ກຳນົດຕາມສະພາບທ້ອງຕະຫຼາດ, ນອກຈາກນີ້ ໃນອານາຄົດຄາດຄະເນວ່າ ຈະໄດ້ມີການປັບປຸງລາຄາປີ້ລົດໄຟຂະບວນອື່ນໆເຊັ່ນ: ລົດໄຟ EMU ທີ່ກຳລັງນຳໃຊ້ກັນຢູ່ ແລະ ລາຄາປີ້ລົດໄຟຕຽງນອນ (Soft Sleeper) ຂອງລົດໄຟທົ່ວໄປ ທີ່ຈະໃຫ້ບໍລິການໃນໄວໆນີ້ເຊັ່ນດຽວກັນ ເພື່ອຮັກສາສະພາບຄ່ອງດ້ານເສດຖະກິດຂອງບໍລິສັດ ແລະ ການບໍລິຫານດຳເນີນການຂອງລົດໄຟລາວ-ຈີນ ຕາມສະພາບທ້ອງຕະຫຼາດ ແລະ ສະພາວະເສດຖະກິດໂລກທີ່ມີການຜັນແປໃນປະຈຸບັນ.

ບ່ອນນັ່ງຊັ້ນ 1​ ຫຼື ຊັ້ນ VIP ທິ່ໃຊ້ກັນຢູ່ປະຈຸບັນ

ລາຄາສຳລັບ ຊັ້ນ Business Class

.

ແຫຼ່ງຂໍ້ມູນ ແລະ ຮູບພາບ: Laos – China Railway Company Limited

ສະພາບໂຄວິດມື້ນີ້ ຕິດເຊື້ອ 924 ເສຍຊີວິດ 6 ຄົນ

ສະພາບໂຄວິດມື້ນີ້ ຕິດເຊື້ອ 924 ເສຍຊີວິດ 6 ຄົນ

.

ກຸ່ມລາດແອ່ນ ແລະ ກຸ່ມປາກຈີມລ້ຽງ ເມືອງງອຍ ໄດ້ຮັບໄກ່ລາດ 1.700 ກ່ວາໂຕ

ວັນທີ 5 ເມສາ 2022 ນີ້ ຢູ່ສະໂມສອນບ້ານ ຫາດຮວນ ກຸ່ມລາດແອ່ນ ເມືອງງອຍ ແຂວງຫຼວງພະບາງ ການນໍາເມືອງງອຍ ໄດ້ນໍາເອົາໄກ່ລາດ ໄປມອບໃຫ້ປະຊາຊົນ 3 ບ້ານ ກຸ່ມລາດແອ່ນ ແລະ ກຸ່ມປາກຈີມລ້ຽງ,ໂດຍມີທ່ານ ຄໍາເພັດ ຈັນທຸມມາ ຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະອົງການຈັດຕັ້ງບ້ານເຂົົ້າຮ່ວມ.

ບ້ານທີ່ໄດ້ຮັບໄກ່ລາດຄັ້ງນີ້ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກໂຄວິດ-19 ສໍາລັບຊາວກະສີກອນຂະໜາດນ້ອຍຢູ່ແຂວງພາກເໜືອ ປະກອບມີ: ບ້ານ ຫາດຮວນ ກຸ່ມລາດແອ່ນ, ບ້ານ ຄອນເກິ່ງ ແລະບ້ານ ປາກຈີມ ກຸ່ມ ປາກຈີມ, ມີໄກ່ທັງໜົດ 1.700 ກ່ວາໂຕ. ເປັນມູນຄ່າທັງໜົດ 35.450.000 ກີບ. ມອບໃຫ້ 189 ຄອບຄົວ, ຄອບຄົວ 1 ໄດ້ 9 ໂຕ.

ໄກ່ທີ່ນໍາໄປມອບແມ່ນໄດ້ຮັບການສັກຢາປ້ອງກັນພະຍາດສັດປີກ ຄົບຖ້ວນຕາມຫຼັກການສັດຕະວັດແພດ,ໂດຍແມ່ນທ່ານ ຄໍາເພັດ ຈັນທຸມມາ ຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ ເປັນຜູ້ຕາງໜ້າມອບ ໃຫ້ອົງການຈັັດຕັ້ງ 3 ບ້ານ ແລະທ່ານ ຈັນທະລີ ຄຸນສີດາ ນາຍບ້ານ ບ້ານ ຫາດຮວນ ຕາງໜ້າຮັບ ເພື່ອນໍາໄປມອບໃຫ້ບັນດາ ຄອບຄົວທີ່ໄດ້ຮັບໄກ່ລາດໄປລ້ຽງເຂົົ້າຮ່ວມເປັນສັກຂີພີຍານ.

ໂອກາດດັ່ງກ່າວນີ້ທ່ານ ຈັນທະລີ ຄຸນສີດາ ນາຍ ບ້ານບ້ານ ຫາດຮວນ ກໍໄດ້ສະແດງຄວາມຂອບໃຈມາຍັງທາງໂຄງການ ແລະການນໍາຂອງເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ຊ່ວຍເຫຼືອໃນຄັ້ງນີ້, ຫວັງຢ່າງຍິ່ງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼື່ອຕື່ມອີກ ແລະຈະນໍາເອົາຄໍາແນະນໍາບົດຮຽນການລ້ຽງໄກ່ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈີງ ເພື່ອພັດທະນາຄອບຄົວໃຫ້ມີລາຍຮັບດີຂື້ນເປັນກ້າວໆ.

ແຫຼ່ງຂ່າວ ແລະ ຮູບພາບ: Media Laos