Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ຕັ້ງດ່ານ ແລະ ປ້ອມໃນໄລຍະປີໃໝ່ນີ້ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ຕັ້ງດ່ານ ແລະ ປ້ອມໃນໄລຍະປີໃໝ່ນີ້ ນະຄອນຫຼວງວຽງຈັນ

ພະແນກຈະລາຈອນນະຄອນຫຼວງວຽງຈັນ ນໍາໃຊ້ກໍາລັງ 529 ຄົນ ເພື່ອປະຕິບັດໜ້າທີ່ເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົກຢູ່ນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565 ເພື່ອແນໃສ່ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນ.

ພັທ ຈັນທະບູນ ມະນີວົງ, ຮອງຫົວໜ້າຫ້ອງຕໍາຫລວດ, ຜູ້ຊີ້ນໍາວຽກງານຈະລາຈອນ, ພະແນກຄວບຄຸມກ້ອງວົງຈອນປິດ ແລະ ພະແນກມອດໄຟນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 11 ເມສາ 2022 ວ່າ: ເພື່ອເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກຢູ່ນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565, ຫ້ອງຕໍາຫລວດ ໄດ້ມອບໃຫ້ພະແນກຈະລາຈອນນະຄອນຫຼວງວຽງຈັນ ສົມທົບກັບຈະລາຈອນ 9 ຕົວເມືອງ ມີກໍາລັງທັງໝົດ 529 ຄົນ ລົງປະຈໍາຕັ້ງດ່ານຢູ່ບັນດາເສັ້ນທາງສໍາຄັນ ມີ 8 ດ່ານ, ຕາມວັດວາອາຮາມ 9 ຈຸດ ແລະ ປະຈໍາປ້ອງຍາມທັງໝົດ 60 ປ້ອມ.

ແບ່ງອອກເປັນ 3 ຈຸດ ເພື່ອສົມທົບກັບ 19 ສະຖານີ 1191 ຢູ່ໃນນະ ຄອນຫຼວງວຽງຈັນ ເຄື່ອນໄຫວກວດກາລາດຕະເວນຢູ່ຕາມເສັ້ນທາງຕ່າງໆ ທັງກາງເວັນ ແລະ ກາງຄືນ ເພື່ອເຮັດໃຫ້ການສະເຫລີມສະຫຼອງບຸນປີໃໝ່ລາວຢູ່ນະຄອນຫຼວງວຽງຈັນ ປີນີ້ ຖືກຕ້ອງ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ.

ສໍາລັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນນະຄອນຫຼວງວຽງຈັນ ໄດ້ເລີ່ມປະຈໍາຢູ່ຈຸດຕ່າງໆ ຕາມການມອບໝາຍໃນລະຫວ່າງວັນທີ 11-17 ເມສານີ້ ເຊິ່ງ ພັທ ຈັນທະບູນ ມະນີວົງ ຮຽກຮ້ອງໃຫ້ຜູ້ນໍາໃຊ້ລົດໃຊ້ຖະໜົນພາຍໃນນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດຕາມກົດໝາຍຈະລາຈອນ ກໍຄື ລະບຽບການ ແລະ ການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ມີສະຕິທຸກຄົນໃນການຂັບຂີ່ ເພື່ອແນໃສ່ປ້ອງກັນສະພາບອຸບັດຕິເຫດທີ່ອາດຈະເກີດຂຶ້ນຕາມທ້ອງຖະໜົນໃນໄລຍະສະເຫຼີມສະຫຼອງຕ້ອນຮັບປີໃໝ່ລາວ ພສ 2565 ເຊີ່ງຈະນໍາໄປສູ່ການສູນເສຍຊີວິດ ແລະ ຊັບສິນ.

ສໍາລັບອຸບັດຕິເຫດໃນປີກາຍນີ້, ນະຄອນຫຼວງວຽງຈັນ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນັບແຕ່ວັນທີ 14-16 ເມສາ 2021 ມີອຸບັດຕິເຫດເກີດຂຶ້ນທັງໝົດ 18 ກໍລະນີ, ມີຜູ້ເສຍຊີວິດຈຳນວນ 8 ຄົນ, ຍິງ 1 ຄົນ, ເມືອງທີ່ເກີດຫຼາຍກວ່າໝູ່ແມ່ນ ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ ເກີດຂຶ້ນເມືອງລະ 5 ກໍລະນີ.

ແຫຼ່ງຂ່າວ: Lao National Radio