Home Blog Page 78

ຮອງນາຍົກພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນ ບ້ານວັງເຕົ່າ ເມືອງໂພນທອງ

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວພົບປະໂອ້ລົມ ອົງການປົກຄອງ ແລະ ປະຊາຊົນບ້ານວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃນວັນທີ 18 ເມສານີ້ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງໂພນທອງ, ມີອຳນາດການປົກຄອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ບ້ານພັດທະນາວັງເຕົ່າ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ ຕໍ່ ການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໂພນທອງ ແລະ ຮັບຟັງລາຍງານຂອງຄະນະພັກຮາກຖານບ້ານວັງເຕົ່າ ໂດຍສະເພາະແມ່ນກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານເສດຖະກິດ, ວັດທະນະທຳ-ສັງຄົມ ຊຶ່ງຜ່ານມາຄະນະພັກ, ອົງການປົກຄອງບ້ານ ໄດ້ນຳພາປັບປຸງການຈັດຕັ້ງໃນສອງກຳລັງຢ່າງໃກ້ຊິດ, ເປັນປະຈຳ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ສອງກຳລັງມີຄວາມເຂັ້ມແຂງ ທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອປ້ອງກັນບ້ານ ແລະ ເອົາໃຈໃສ່ປັບປຸງວຽກງານແນວລາວສ້າງຊາດບ້ານ, ແນວໂຮມບ້ານ, ໃນການຊຸກຍູ້ສົ່ງເສີມ, ສຶກສາອົບຮົມໄວໜຸ່ມ-ຊາວໜຸ່ມ ປະຕິບັດຮີດຄອງປະເພນີ ອັນດີງາມຂອງຊາດ.

ຊຸກຍູ້ປະຊາຊົນສ້າງເສດຖະກິດຄອບຄົວ ດ້ວຍການປູກເຂົ້ານາປີເປັນອາຊີບຕົ້ນຕໍ, ແລ້ວຫັນມາປູກຝັງລ້ຽງສັດ ແລະ ຫັດຖະກຳຈັກສານເປັນສຳຮອງ, ປັດຈຸບັນມີ 246 ຄອບຄົວ ເຮັດຫັດຖະກຳຖັກຟອຍແຂມ, ໃນນັ້ນ ມີ 23 ຄອບຄົວ ຕົວແບບ, ແລະ ຜະລິດຕະພັນດັ່ງກ່າວໄດ້ຮັບຮອງເປັນໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫຼື ODOP.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຄະນະພັກ-ອົງການປົກຄອງທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ, ເຮັດໃຫ້ແຂວງມີບາດກ້າວຂະຫຍາຍຕົວດີຂຶ້ນ, ພ້ອມນັ້ນ ກໍໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວ ຄວາມຮັກແພງຈາກກົມການເມືອງສູນກາງພັກ ແລະ ລັດຖະບານ ມາຍັງການນຳຂອງແຂວງ, ເມືອງ, ອົງການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານພັດທະນາວັງເຕົ່າ, ພ້ອມໄດ້ເນັ້ນໃຫ້ຄະນະພັກ-ອົງການປົກຄອງທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ປະຕິບັດນຳພາສອງວາລະແຫ່ງຊາດຄື

  • ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຊຸກຍູ້ໃຫ້ຫຼາຍຄອບຄົວໄດ້ກາຍເປັນຄອບຄົວຕົວແບບຂອງເມືອງ ແລະ ແຂວງ,
  • ພື້ນຖານໂຄງລ່າງໃນທົ່ວແຂວງ ເວົ້າລວມ ແມ່ນໄດ້ຮັບການພັດທະນາ;
  • ການພັດທະນາໃນຂົງເຂດວັດທະນະທຳ-ສັງຄົມ ກໍໄດ້ມີຜົນສໍາເລັດເປັນກ້າວໆ ແລະ ສໍາລັບການແກ້ໄຂບັນຫາຢາເສບຕິດ ແມ່ນຕ້ອງຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນຳການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ;
  • ປັບປຸງຂີດຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງແຕ່ລະຂັ້ນ, ເວົ້າລວມແລ້ວ ແມ່ນຕ້ອງໄດ້ກວດກາ ເຊື່ອມຊຶມ ແລະ ກຳແໜ້ນບັນດານິຕິກຳຕ່າງໆ ແລ້ວນຳພາການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ໃນການເຄື່ອນໄຫວພົບປະໂອ້ລົມຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນຈຳນວນໜຶ່ງໃຫ້ແກ່ຮາກຖານບ້ານວັງເຕົ່າຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

ສາຍພັນໂອໄມຄຣອນເພິ່ມຄວາມສ່ຽງ ໃນການຕິດເຊື້ອຊໍ່້າຄືນອີກ ໄດ້ເຖິງ 2-3 ເທົ່າ

ຕາມການລາຍງານ ຈາກຄະນະສະເພາະກິດ ປະຈຳວັນທີ 18/04/2022 ໂດຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ເຖິງວ່າ ທ່າອ່ຽງຂອງການລະບາດຈະມີສັນຍານທີ່ດີຂຶ້ນ ແຕ່ພວກເຮົາກໍ່ຍັງຕ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ ເພາະອົງການອະນາໄມໂລກ ກ່າວວ່າ ສາຍພັນໂອໄມຄຣອນເພິ່ມຄວາມສ່ຽງ ໃນການຕິດເຊື້ອຊໍ່້າຄືນອີກ ໄດ້ເຖິງ 2-3 ເທົ່າ ເມື່ອທຽບໃສ່ສາຍພັນເດວຕ້າ.

ຖ້າທ່ານຕິດໂຄວິດແລ້ວ ໂອກາດທີ່ທ່ານຈະຕິດເຊື້ອຊໍ້າຄືນອີກ ໂດຍສະເພາະ ໃນໄລຍະເດືອນທຳອິດ ແມ່ນມີໂອກາດຢູ່ ແຕ່ໜ້ອຍຫຼາຍ ເຊິ່ງເກີດນຳແຕ່ບາງກໍລະນີເທົ່ານັ້ນ, ຍົກເວັ້ນ ຖ້າຫາກທ່ານຕິດເຊື້ອສາຍພັນໃໝ່

ຕົວຢ່າງ: ຖ້າທ່ານຕິດເຊື້ອໂອໄມຄຣອນ BA.1 ແລ້ວຫາຍດີ ທ່ານສາມາດຕິດເຊື້ອໂອໄມຄຣອນ BA.2 ໄດ້ທັນທີ ເນື່ອງຈາກ 2 ສາຍພັນນີ້ແມ່ນຄົນລະສາຍພັນກັນ ຈຶ່ງເຮັດໃຫ້ທ່ານສາມາດຕິດເຊື້ອຊໍ້າໄດ້ຄືນອີກ

ແຕ່ເຖິງຢ່າງໃດກໍ່ຕາມ ຖ້າເຮົາອາໄສຢູ່ໃນບ້ານດຽວກັນ ແລະ ຕິດເຊື້ອໝົດຄອບຄົວ ເຮົາກໍ່ສາມາດຄາດຄະເນໄດ້ວ່າ ໜ້າຈະແມ່ນສາຍພັນດຽວກັນ ແລະ ໂອກາດທີ່ຈະຕິດເຊື້ອຊໍ້າຄືນອີກກໍ່ມີໜ້ອຍ ຍົກຕົວຢ່າງ ຜູ້ເປັນພໍ່ແຜ່ເຊື້ອໂຄວິດໃຫ້ຄົນໃນຄອບຄົວ ເມື່ອຜູ້ເປັນພໍ່ຫາຍດີແລ້ວ ຈະບໍ່ຕິດເຊື້ອຊໍ້າຄືນອີກ ເພາະເປັນສາຍພັນອັນເກົ່າ ແລະ ຍັງສາມາດຢູ່ຮ່ວມກັບຄົນໃນຄອບຄົວໄດ້ ໂດຍບໍ່ຈຳເປັນຕ້ອງໃສ່ຜ້າປິດປາກດັງພາຍໃນບ້ານ ເພາະວ່າ ໝົດຄອບຄົວແມ່ນຕິດເຊື້ອໝົດແລ້ວ.

ແຕ່ສຳລັບ ຄົນທີ່ມີຜູ້ຕິດເຊື້ອຢູ່ໃນບ້ານ ແຕ່ຕົນເອງບໍ່ທັນຕິດເຊ້ື້ອເທື່ອນັ້ນ ຈຳເປັນທີ່ສູດ ຕ້ອງໄດ້ແຍກໂຕ ແລະ ກັກໂຕທັນທີ ເພາະວ່າທ່ານນອນຢູ່ໃນກຸ່ມສ່ຽງ ທີ່ມີໂອກາດຕິດເຊື້ອໄດ້ສູງ ແລະ ຈຳເປັນຕ້ອງໃສ່ຜ້າຜິດປາກດັງໃນບ້ານ. ສຳລັບເຄື່ອງໃຊ້ ແລະ ສິ່ງຂອງທີ່ໃຊ້ຮ່ວມກັນໃນບ້ານ ແມ່ນອະນາໄມ ເຮັດຄວາມສະອາດໄດ້ຕາມປົກກະຕິ ກໍ່ສາມາດຂ້າເຊື້ອໂຄວິດໄດ້.  

ຈະປັບປຸງການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສາມາດມີສິນຄ້າ ທັງໄປ ແລະ ກັບ

ທ່ານ ພຶດສະພາ ພູມມະສັກ ຜູ້ອໍານວຍການບໍລິສັດເອໄອດີຊີ ໂລຈິສຕິກ ຈໍາກັດຜູ້ດຽວ ໄດ້ປະກອບຄໍາເຫັນໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ສະມາຄົມຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ໃຫ້ຮູ້ວ່າ ວຽກງານການຂົນສົ່ງໄລຍະຜ່ານມາ ໄດ້ພົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນນັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນປະເທດລາວກາຍເປັນຄູ່ແຂ່ງລາຄານ້ໍາມັນສູງຂຶ້ນ ເຮັດໃຫ້ທຸລະກິດຂົນສົ່ງມີຄວາມຫຍຸ້ງຍາກ ແລະ ລະມັດລະວັງ.

ພ້ອມກັນນັ້ນ ການກີດກັ້ນທາງດ້ານການຄ້າຕ່າງປະເທດ ແລະ ການຂົນສົ່ງຂ້າມແດນຕ່າງປະເທດ ທີ່ນັບມື້ເພີ່ມມາດຕະການຂຶ້ນ. ພ້ອມກັນນັ້ນ, ບໍລິສັດຂົນສົ່ງຕ່າງປະເທດທີ່ດໍາເນີນທຸລະກິດຢູ່ລາວສ່ວນໃຫຍ່ມີລົດຂົນສົ່ງຈໍານວນຫຼາຍ ເນື່ອງຈາກວ່າເຂົາເຈົ້າສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍ ດອກເບ້ຍຕໍ່າ ລາຄານ້ໍາມັນຢູ່ປະເທດອ້ອມຂ້າງຕໍ່າກວ່າຢູ່ລາວ.

ສະນັ້ນ, ການຂົນສົ່ງ ຢູ່ປະເທດລາວເຮົາຈຶ່ງໄດ້ປຽບ, ການສ້າງສະມາຄົມຕ້ອງໄດ້ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ໃນຕໍ່ໜ້າ ການຂົນສົ່ງຂອງລາວຈະກາຍເປັນຖານລາຍຮັບອັນສໍາຄັນເຂົ້າໃນງົບປະມານຂອງລັດ ໂດຍສະເພາະ ການເຊື່ອມຕໍ່ເສັ້ນທາງລົດໄຟລາວ-ຈີນ ການ ຂົນສົ່ງຂ້າມແດນໄປຕ່າງປະເທດ.

ຜ່ານມາ, ລົດຂົນສົ່ງຂອງລາວສາມາດຂົນສົ່ງສິນຄ້າຮອດພຽງແຕ່ຊາຍແດນ ຍັງບໍ່ຂ້າມໄປຕ່າງປະເທດ. ສະນັ້ນ ໃນຕໍ່ໜ້າການຂົນສົ່ງ ຕ້ອງໄດ້ປັບຕົວເຂົ້າຫາເສັ້ນທາງລົດໄຟລາວ-ຈີນ ໃຫ້ສາມາດຂ້າມແດນໄປຍັງຕ່າງປະເທດໄດ້ ເພາະວ່າສິນຄ້າທີ່ສົ່ງອອກສ່ວນໃຫຍ່ ແມ່ນແຮ່ທາດ ສິນຄ້າກະສິກໍາ ແລະ ອື່ນໆ;

ບໍລິສັດຂົນສົ່ງຕ້ອງໄດ້ປັບຕົວເຂົ້າກັບສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ ນອກຈາກນີ້ ສິນຄ້າໄປກັບຍັງມີ ຈໍານວນໜ້ອຍ ສ່ວນໃຫຍ່ສິນຄ້າຢູ່ລາວມີພຽງຂາດຽວ ສ່ວນຂາກັບຍັງບໍ່ມີຮອດ 50% ດັ່ງນັ້ນ ຕ້ອງໄດ້ສຸມໃສ່ບັນຫາສິນຄ້າໃຫ້ສາມາດມີທັງໄປ ແລະ ກັບ ເຮັດໃຫ້ການຂົນສົ່ງຂະໜາດນ້ອຍ ກາງ ແລະ ໃຫຍ່ສາມາດດໍາເນີນທຸລະກິດໄດ້ນໍາກັນໄດ້.

ຄຽງຄູ່ກັນນັ້ນ ບັນດາບໍລິສັດຂົນສົ່ງ ຕ້ອງໄດ້ປັບປຸງລະບົບຕ່າງໆ ຫັນມາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການຄຸ້ມຄອງລົດ ເຮັດໃຫ້ສິນຄ້າຮອດປາຍທາງກົງກັບເວລາ ສ້າງຄວາມເຊື່ອໜັ່ນໃຫ້ແກ່ຜູ້ໃຊ້ບໍລິການ.

ແຫຼ່ງຂ່າວ: ວຽງຈັນໃໝ່

ກັບມາເພີ່ມຂຶ້ນຕື່ມ! ພ້ອມມີຜູ້ເສຍຊີວິດໃໝ່ມື້ນີ້ +5

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 19/04/2022

ເສຍຊີວິດສູງເຖິງ 5 ຄົນ ສຳລັບມື້ນີ້!

ເລັ່ງສ້ອມແປງ ສາຍໄຟທີ່ຖືກຕົ້ນໄມ້ຫັກທັບຫຼາຍຈຸດ

ພະນັກງານ ວິຊາການ ໄຟຟ້າລາວ ແຂວງບໍ່ແກ້ວ ໄດ້ເລັ່ງສ້ອມແປງ ສາຍໄຟທີ່ຖືກຕົ້ນໄມ້ຫັກທັບຫຼາຍຈຸດ ເຮັດໃຫ້ໄຟຟ້າດັບຫຼາຍຊົ່ວໂມງ

ໃນຕອນຄຳ່ ຂອງວັນທີ 17 ເມສາ ທີ່ຜ່ານມາ,ໄດ້ເກີດມີຝົນຕົກ ແລະ ລົມພັດແຮງຢູ່ຫຼາຍເຂດທົ່ວແຂວງບໍ່ແກ້ວ ເຮັດໃຫ້ມີຕົ້ນໄມ້ ຫັກທັບສາຍໄຟຟ້າ ຫຼາຍຈູດ ໄຟຟ້າດັບຫຼາຍຊົ່ວໂມງ ທາງພະນັກງານວິຊາການໄຟຟ້າໄດ້ລົງພາກສະໜາມ ນໍາພາໂດຍ ທ່ານ ຈັນຖະໝອມ ສີປະເສີດ ຮອງຫົວໜ້າ ຫ້ອງການ ຄຸ້ມຄອງລະບົບ ແລະ ບໍລິການ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງບໍ່ແກ້ວ ພ້ອມກັບພະນັກງານໄດ້ລົງກວດກາຕົວຈິ່ງ ເບີ່່ງຕາຂ່າຍໄຟຟ້າ 22 ກິໂລໂວນ ຕາມເສັ້ນທາງສາຍຕ່າງໆ ພົບເຫັນວ່າ ມີຕົ້ນໄມ້ໃຫຍ່ ແລະ ຕົ້ນໄມ້ນ້ອຍ ຫຼາຍຕົ້ນໄດ້ຫັກທັບເສົາໄຟຟ້າ ລົ້ມຢູ່ບ້ານດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ 1 ຈຸດ ຄອນຫັກຢູ່ບ້ານດອນຟອງ 1 ຈຸດ.

ນອກນິ້; ຍັງມີຫຼາຍຈຸດ ສ່ວນຫຼາຍແມ່ນຕົ້ນຢ່າງພາລາ,ທາງພະນັກງານວິຊາການໄຟຟ້າ ແມ່ນໄດ້ເອົາໃຈໃສ່ຢ່ງເຄັ່ງຮ້ອນ ເພື່ອແກ້ໄຂໂດຍໄວທີ່ຈະໄວໄດ້ໃຫ້ທັນກັບເວລາ ເພາະວ່າ ຍັງເປັນມື້ສຸດທ້າຍ ຂອງການຫລິ້ນບຸນປີໃໝ່ ແລະ ເປັນເວລາກາງຄື່ນແນ່ອາກາດຍັງຮ້ອນອົບເອົ ຜູ້ຊົມໃຊ້ໄຟ ໄດ້ພົບຄວາມຫຍຸ້ງຍາກ ໃນທີສຸດກໍ່ສາມາດແກ້ໄຂໄດ້ ແລະ ສົ່ງກະແສໄຟຟ້າເປັນປົກກະຕິໃຫ້ແກ່ລູກຄ້າ ກໍ່ຄືປະຊາຊົນຜູ້ຊົມໃຊ້ ໄດ້ຈໍານວນໜື່ງ ທ່ານ ຈັນຖະໝອມ ສີປະເສີດ ຍັງກ່າວອິກວ່າ: ມື້ນິ້ ເປັນວັນທີ 18 ທາງພະນັກງານວິຊາການ ຍັງສືບຕໍ່ລົງພາກສະໜາມເພື່ອສ້ອມແປງຢູ່ຫຼາຍຈຸດ ສ່ວນເສັ້ນທາງໄປທ່າຟ້າ ແລະເມືອງເມິງ ແມ່ນຢູ່ໃນໄລຍະລົງກວດກາ ແລະສ້ອມແປງ ຍັງບໍສາມາດປ່ອຍກະແສໄຟຟ້າໃຫ້ແກ່ຊົມໃຊ້ໄດ້ເທື່ອ.ແລະ ຄາດວ່າທາງພະນັກງານແມ່ນຈະເອົາໃຈໃສ່ ແກ້ໄຂໃຫ້ປະຊາຊົນໄດ້ຊົມໃຊ້ໄຟ້າໃນໄວໆນິ້.

ສຳລັບຜົນເສຍຫາຍ ຈາກໄພທໍາມະຊາດຄັ້ງນິ້ ຍັງບໍ່ທັນສະຫຼຸບຕົວເລກໄດ້ເທື່ອ, ເບື້ອງຕົ້ນ ຈາກການປະເມີນເບື້ອງຕົ້ນ ຂອງວິຊາການ ເຫັນວ່າ ມີຄວາຍເສຍຫາຍຫຼາຍ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວແຂວງບໍ່ແກ້ວ.

ສະນັ້ນ ຮຽກຮ້ອງມາຍັງທຸກພາກສ່ວນ ແລະ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ປູກຕົ້ນໄມ້ກິນໝາກ ແລະ ຕົ້ນໄມ້ອຸສາຫະກຳຕ່າງໆ ຢູ່ຕາມສໍານັກງານອົງການ.ບ້ານ ແລະ ຢູ່ຕາມສວນແຄມທາງ ໃກ້ ເສົາ-ສາຍໄຟຟ້າ ຈົ່ງເປັນເຈົ້າການໃນການຮ່ວມມືກັບພະນັກງານໄຟຟ້າ ໃນການຕັດອອກ ເພື່ອຮັບປະກັນຄວາມປອດໄພ ເມື່ອເວລາມີຝົນຕົກ ລົມແຮງຈະເຮັດໃຫ້ຕົ້ນໄມ້ຫັກທັບເສົາໄຟ ແລະ ຟ້າຫັກຂາດ ຈະສ້າງຄວາມເສຍຫາຍໃຫ້ແກ່ ພັກ-ລັດ ແລະ ປະຊາຊົນຜູ້ຊົມໃຊ້ໄຟຟ້າ ຈະພົບຄວາມເດືອດຮ້ອນ ຄືຜ່ານໆມາ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ Bokeo Newspaper

ປະເທດທຳອິດທີ່ເຮັດໄດ້ຕາມຖະແຫຼງການ ຂອງອົງການອຸຍເນສໂກ

ຕາມການລາຍງານຈາກສະຖານີວິທະຍຸກະຈາຍສຽງແຫ່ງປະເທດໄທ ໃຫ້ຮູ້ວ່າ: ພົນເອກ ປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຍ້ອງຍໍທຸກໜ່ວຍງານທັງພາກລັດ ແລະ ເອກະຊົນ ທີ່ຮ່ວມມືຮ່ວມໃຈກັນສົ່ງເສີມການທ່ອງທ່ຽວ ຈາກກໍລະນີທີ່ໄທກາຍເປັນປະເທດທຳອິດ ທີ່ດຳເນີນໄດ້ຕາມການຖະແຫຼງການ ຂອງອົງການອຸຍເນສໂກເພື່ອການທ່ອງທ່ຽວຍືນຍົງ (UNESCO Sustainable Travel Pledge).

ທ່ານ ນາຍົກລັດຖະມົນຕີ ຕັ້ງໜັ່ນ ແລະ ຕິດຕາມການເຮັດວຽກຂອງລັດ ແນໃສ່ການດຳເນີນນະໂຍບາຍ ທີ່ໃຫ້ຄວາມສຳຄັນກັບຄວາມຍືນຍົງດ້ານສິ່ງແວວລ້ອມ ແລະ ຄວາມຫຼາກຫຼາຍທາງວັດທະນາທຳ ຕະຫຼອດເຖິງປະຊາສຳພັນ ກຳນົດແຮງຈູງໃຈໃຫ້ເອກະຊົນເຂົ້າຮ່ວມກັບລັດຖະບານຕໍ່ຍອດ ເຊິ່ງມີໂຮງແຮມຫຼາຍກວ່າ500 ແຫ່ງທົ່ວປະເທດ ຕັ້ງໜັ່ນໃນການຍົກເລີກການໃຊ້ພາສຕິກ ທີ່ໃຊ້ພຽງເທື່ອດຽວ  ແລະ ສົ່ງເລີມວັດທະນາທຳ ທ້ອງຖິ່ນ ໂດຍສະເພາະໂຮງແຮມສ່ວນໃຫຍ່ຕັ້ງຢູ່ໃນສະຖານທີ່ທ້ອງທ່ຽວຍອດນິຍົມທີ່ສຸດໃນໄທ.

ຖະແຫຼງການ ຂອງອົງການອຸຍເນສໂກເພື່ອການທ່ອງທ່ຽວຍືນຍົງ (UNESCO Sustainable Travel Pledge) ເປັນສ່ວນໜຶ່ງຂອງການຮ່ວມມືລະຫວ່າງ UNESCO และ Expedia Group ເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ ຫຼຸດຜ່ອນການໃຊ້ພາສຕິກແບບໃຊ້ເທື່ອດຽວຖິ້ມ ແລະ ໃຫ້ປະຊາຊົນທ້ອງຖິ່ນມີການພັດທະນາແນວທາງປະຕິບັດ ແລະ ຄວາມຮູ້ດ້ານການທ່ອງທ່ຽວແບບຍືນຍົງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວວລ້ອມທີ່ເກີດຈາກທຸລະກິດທ່ອງທ່ຽວ ແລະ ສ້າງຄວາມນຶກຄິດໃຫ້ກັບນັກທ່ອງທ່ຽວ.

ແຈ້ງເຕືອນຝົນຕົກຟ້າຮ້ອງຟ້າເຫຼື້ອມ ປະຈໍາວັນທີ 18 ເມສາ 2022

ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນໄດ້ແຜ່ລົງມາປົກຄຸມຢູ່ເຂດພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກໜັກຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ.

ດັ່ງນັ້ນ ຈຶ່ງແຈ້ງເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ, ຟ້າຮ້ອງ-ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ກອງປະຊຸມທາບທາມການປັງປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ

(ສພຊ) ກອງປະຊຸມທາບທາມການປັງປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໄດ້ຮັບຟັງການສະເໜີບົດການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າປັບປຸງກົດໝາຍ ແລະ ເນື້ອໃນຕົ້ນຕໍຈໍານວນໜຶ່ງ ຂອງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ທີ່ໄດ້ຜ່ານການສັງລວມ ມາຈາກບັນດາຄໍາຄິດ, ຄໍາເຫັນ ຂອງກອງປະຊຸມໃນໄລຍະຜ່ານມາ ເພື່ອເປັນພື້ນຖານໃຫ້ແກ່ກອງປະຊຸມ ແລະ ຍັງໄດ້ຄົ້ນຄວ້າ ເພື່ອເປັນທິດທາງໃນການແລກປ່ຽນຄວາມເຫັນຮ່ວມກັນ ເຊິ່ງຈະລົງເລິກຄົ້ນຄວ້າປັບປຸງຮ່າງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງໃໝ່ນີ້ ປະກອບດ້ວຍ VIII ພາກ, 4 ໝວດ ແລະ 53 ມາດຕາ, ໃນນັ້ນ ໄດ້ເພີ່ມເຂົ້າໃໝ່ 2 ມາດຕາ (ມາດຕາ 22 ແລະ ມາດຕາ 32), ໄດ້ປັບປຸງຄືນໃໝ່ 34 ມາດຕາ ລວມທັງໝົດ 36 ມາດຕາ ແລະ ຮັກສາເດີມ 17 ມາດຕາ ເຊິ່ງປະກອບມີລາຍລະອຽດດັ່ງນີ້:

ພາກທີ I ບົດບັນຍັດທົ່ວໄປ ປະກອບມີ 9 ມາດຕາ (ມາດຕາ 1 ຫາມາດຕາ 9) ໄດ້ປັບປຸງ 4 ມາດຕາຄື: ມາດຕາ 2, 3, 4 ແລະ 6.

ພາກທີ II ລະບຽບການກ່ຽວກັບຄໍາຮ້ອງທຸກ ປະກອບມີ 6 ມາດຕາ (ມາດຕາ 10 ຫາມາດຕາ 15) ໄດ້ປັບປຸງ 4 ມາດຕາ ຄື: ມາດຕາ 10, 11, 12 ແລະ 13.

ພາກທີ III ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກ ປະກອບມີ 20 ມາດຕາ (ມາດຕາ 15 ຫາມາດຕາ 36) ໄດ້ເພີ່ມເຂົ້າໃໝ່ 2 ມາດຕາຄື: ມາດຕາ 22 ແລະ 32, ໄດ້ປັບປຸງ 18 ມາດຕາຄື: ມາດຕາ 16, 17, 18, 19, 20, 21, 23, 25, 26, 27, 28, 29, 30, 31, 33, 34, 35 ແລະ 36.

ພາກທີ IV ຫຼັກການ ແລະ ແບບແຜນວິທີເຮັດວຽກ ປະກອບມີ 2 ມາດຕາ (ມາດຕາ 37 ແລະ ມາດຕາ 38) ໄດ້ປັບປຸງ 2 ມາດຕາ ຄື: ມາດຕາ 37 ແລະ 38.ພາກທີ V ຄວາມຮັບຜິດຊອບຕໍ່ຜົນການພິຈາລະນາ ແລະ ການຕົກລົງແກ້ໄຂຄໍາຮ້ອງທຸກ ປະກອບມີ 3 ມາດຕາ (ມາດຕາ 39 ຫາມາດຕາ 41) ໄດ້ປັບປຸງ 1 ມາດຕາ ຄື: ມາດຕາ 41.

ພາກທີ VI ຂໍ້ຫ້າມ ປະກອບມີ 4 ມາດຕາ (ມາດຕາ 42 ຫາມາດຕາ 45) ບໍ່ໄດ້ປັບປຸງ, ຍັງຮັກສາເອົາຕາມເນື້ອໃນເດີມທັງໝົດ.

ພາກທີ VII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ປະກອບມີ 6 ມາດຕາ (ມາດຕາ 46 ຫາມາດຕາ 49) ໄດ້ປັບປຸງ 4 ມາດຕາ ຄື: ມາດຕາ 48, 49, 50 ແລະ 51.

ພາກທີ VIII ບົດບັນຍັດສຸດທ້າຍ ປະກອບມີ 2 ມາດຕາ (ມາດຕາ 52 ແລະ ມາດຕາ 53) ໄດ້ປັບປຸງ 2 ມາດຕາ ຄື: ມາດຕາ 52 ແລະ 53.

ພ້ອມກັນນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ເປັນ​ເຈົ້າ​ການຄົ້ນຄວ້າ ​ແລະ​ ປະກອບ​ຄຳ​ເຫັນຢ່າງ​ມີ​ຈຸດ​ສຸມຕໍ່ກັບມາດຕາຕ່າງໆ ແນໃສ່ຮັບປະກັນໃຫ້​​ເນື້ອໃນການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ຖືກຕ້ອງຕາມຂັ້ນຕອນ, ຮັດກຸມ, ມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງສາມາດນໍາໄປຈັດຕັ້ງປະຕິບັດ ຢ່າງຖືກຕ້ອງຕາມຫຼັກວິທະຍາສາດ, ສໍາເລັດຕາມແຜນການຂອງຄະນະຮັບຜິດຊອບປັບປຸງກົດໝາຍ ແລະ ກະກຽມຄວາມພ້ອມຮອບດ້ານ.

ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກໍາມາທິການຍຸຕິທໍາ ໄດ້ກ່າວປີດກອງປະຊຸມວ່າ: ໂດຍລວມແລ້ວ ບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມທາບທາມຄັ້ງນີ້ ມີຄວາມເຫັນດີ ຕໍ່ການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປີ 2016 ແລະ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງໃໝ່ ມີຄວາມຮັດກຸມ, ຄົບຖ້ວນ, ຮັບປະກັນຄວາມສອດຄ່ອງກັບ ລັດຖະທໍາມະນູນ ແລະ ກົດໝາຍ ແລະ ມະຕິກົມການເມືອງ ສູນກາງພັກ, ສາມາດກາຍເປັນເຄື່ອງມືທີ່ສັກສິດ ແລະ ແຫຼມຄົມ ໃຫ້ແກ່ອົງການລັດທີ່ກ່ຽວຂ້ອງໃນການນໍາໃຊ້ເຂົ້າໃນການພິຈາລະນາແກ້ໄຂຄໍາຮ້ອງທຸກ ໃຫ້ມີຄວາມເຂັ້ມງວດ ແລະ ເດັດຂາດ ແລະ ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ເປັນຢ່າງດີ.

ກອງປະຊຸມທາບທາມຄວາມເຫັນໃສ່ ການປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ໃນຄັ້ງນີ້, ເຖິງວ່າເວລາຈະມີຈໍາກັດ, ແຕ່ການຄົ້ນຄວ້າປະກອບຄໍາເຫັນຂອງບັນດາທ່ານ ແມ່ນໄດ້ສຸມໃສ່ບັນດາບັນຫາທີ່ເປັນພື້ນຖານ ແລະ ມີຄວາມຈໍາເປັນຕໍ່ການປັບປຸງ ທີ່ຄະນະຮັບຜິດຊອບປັບປຸງກົດໝາຍໄດ້ຕັ້ງບັນຫາເຈາະຈີ້ມຕໍ່ບັນດາທ່ານ.

ຂໍຕີລາຄາສູງ ຕໍ່ຄວາມຮັບຜິດຊອບ ແລະ ຄວາມພະຍາຍາມຂອງບັນດາທ່ານ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ໄດ້ມີການຄົ້ນຄວ້າ, ວິເຄາະ, ວິໄຈຢ່າງເລິກເຊິ່ງ ປະກອບຄວາມເຫັນດ້ວຍເຫດຜົນ, ລວມທັງບົດຮຽນ ແລະ ປະສົບການຕົວຈິງ ຂອງແຕ່ລະພາກສ່ວນ ເຊິ່ງເຮັດໃຫ້ສາມາດສັງລວມໄດ້ ເນື້ອໃນທີ່ສໍາຄັນອັນຈໍາເປັນ ເພື່ອໄປປັບປຸງເຂົ້າໃສ່ກົນໄກການເຮັດທົດລອງ ໃຫ້ມີຄວາມສອດຄ່ອງ ແລະ ປັບປຸງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ແນໃສ່ເຮັດໃຫ້ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກໃຫ້ຫຼາຍຂຶ້ນ ເພື່ອໃຫ້ສາມາດນໍາເອົາກົດໝາຍສະບັບດັ່ງກ່າວ ເຂົ້າຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້.​

ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງຈໍາປາສັກ ກອງປະຊຸມປັບປຸງກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ ຄັ້ງທີ 4 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌, ມີບັນດາທ່ານ ຕາງໜ້າຈາກບັນດາກະຊວງອົງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານຊິກສະພາແຫ່ງຊາດ, ສະມາຊິກພາປະຊາຊົນແຂວງ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມ.

(ພາບ ແລະ ຂ່າວ: ນາງ ອານິຕາ ມ່ວນສະຫວັດ)

ການສະກັດຈັບຜູ້ຂົນສົ່ງຢາເສບຕິດ ຂອງ ປກສ ເມືອງຫົງສາ ຢຶດໄດ້ທັງໄອສ໌ ແລະ ຢາບ້າ.

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ພັທ ທອງໄຫຼ ເພັດດາວົງ ຫົວໜ້າ ປກສ ເມືອງຫົງສາ ແຂວງໄຊຍະບູລີ ຖະແຫຼງກ່ຽວກັບປະຕິບັດການສະກັດລົດຂົນສົ່ງຢາເສບຕິດ ໃນລະຫວ່າງ ວັນທີ 11 ແລະ 12 ເມສາ 2022 ຂອງເຈົ້າໜ້າທີ່ ປກສ ເມືອງຫົງສາ ສາມາດຢຶດລົດໃຫຍ່ໄດ້ 2 ຄັນ, ຜູ້ຕ້ອງຫາ 1 ຄົນ, ລວມຂອງກາງຢາບ້າ 952 ກິໂລກຼາ, ໄອສ 534 ກິໂລກຼາມ. ພັທ ທອງໄຫຼ ເພັດດາວົງ ກ່າວວ່າ: ໃນວັນທີ 11 ເມສາ 2022, ເຈົ້າໜ້າທີ່ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈຳນວນໜຶ່ງເຄື່ອນຍ້າຍຂົນສົ່ງຢາເສບຕິດຜ່ານ ເມືອງຫົງສາ, ປກສ ເມືອງຈິ່ງໄດ້ຈັດຕັ້ງກຳລັງ ແລະ ວາງແຜນການເພື່ອສະກັດຈັບລົດເປົ້າໝາຍ.

ພໍຮອດເວລາ 12 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ກໍພົບເຫັນລົດເປົ້າໝາຍ 1 ຄັນ ຈິ່ງເຂົ້າສະກັດລົດຄັນດັ່ງກ່າວ ເປັນລົດວີໂກ້ແຊັມ ໝາຍເລກທະບຽນ ກວ ກຳແພງນະຄອນ 5869 ແລະ ໄດ້ຈັບຕົວຜູ້ຂັບຂີ່ທັນທີ ພ້ອມກວດຄົ້ນພາຍໃນລົດ ພົບເຫັນຢາບ້າ 1.690 ມັດ ເທົ່າກັບ 380 ກິໂລກຼາມ, ຢາໄອສ໌ 531 ຫໍ່ ເທົ່າກັບ 534 ກິໂລກຼາມ, ຢຶດໂທລະສັບມືຖື 2 ເຄື່ອງ ແລະ ນຳຕົວຜູ້ຖືຫາມາດຳເນີນການສືບສວນ-ສອບສວນ. ຜ່ານການສອບສວນ ຈິ່ງຮູ້ວ່າ:

ຜູ້ຖືກຫາ ຊື່ທ້າວ ສີແພງ ລີຢົງວ່າງ ອາຊີບພະນັກງານ ຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນໍ້າທາ ແລະ ຜູ້ກ່ຽວສາລະພາບວ່າ: ໄດ້ຮ່ວມກັບພັກພວກຂົນສົ່ງຢາເສບຕິດໃນຄັ້ງນີ້.

ຈາກຄຳໃຫ້ການຂອງຜູ້ຖືກຫາ, ເຈົ້າໜ້າທີ່ຈິ່ງໄດ້ຈັດວາງກຳລັງອອກຊອກໄລ່ຈັບຜູ້ຮ່ວມຂະບວນການທັນທີ ຈົນຮອດເວລາ 11 ໂມງ ຂອງວັນທີ 12 ເມສາ 2022 ເຈົ້າໜ້າທີ່ກໍພົບເຫັນລົດກະບະຣີໂວ້ ບໍ່ມີລົດເລກທະບຽນຈອດຖິ້ມໄວ້ແຄມທາງເຂດບ້ານພູແລ້ງກາງ ເມືອງຫົງສາ, ເຈົ້າໜ້າທີ່ເຂົ້າກວດຄົນບໍລິເວນໃກ້ຄຽງພົບຮ່ອງຮອຍຂອງກຸ່ມຄົນຈຳນວນໜຶ່ງຫຼົບໜີເຂົ້າປ່າ ແລະ ພົບເຫັນຢາບ້າຈຳນວນ 21 ເປົາ ນໍ້າໜັກ 572 ກິໂລກຼາມ ແລະ ກົດລົດພົບເຫັນຮ່ອງຮອຍການແກະປ້າຍທະບຽນອອກ ເຈົ້າໜ້າທີ່ຈິ່ງກວດຄົ້ນບໍເວນໃກ້ຄຽງອີກຄັ້ງກໍພົບເຫັນ ປ້າຍທະບຽນລົດ ກລ ກຳແພງນະຄອນ 6328, ເຈົ້າໜ້າທີ່ຈິ່ງນຳເອົາຢາບ້າ ແລະ ລົດ ມາກອງບັນຊາການ ປກສ ເມືອງເພື່ອສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນ.

ຫົວໜ້າ ປກສ ເມືອງຫົງສາ ຍັງໃຫ້ຮູ້ອີກວ່າ: ນີ້ກໍແມ່ນອີກໜຶ່ງຜົນງານຂອງ ປກສ ເມືອງຫົງສາ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດແກ້ໄຂຢາເສບຕິດ ເຊິ່ງຂອງກາງທີ່ຢຶດໄດ້ໃນຄັ້ງນີ້ ລວມມີຂອງກາງຢາບ້າ 952 ກິໂລກຼາ, ໄອສ 534 ກິໂລກຼາມ, ລົດໃຫຍ່ 2 ຄັນ, ຜູ້ຖືກຫາ 1 ຄົ ແລະ ໂທລະສັບມືຖື 2 ເຄື່ອງ ແລະ ເຈົ້າທີ່ກຳລັງເລັ່ງສືບສວນ-ສອບສວນເພື່ອນຳຈັບຜູ້ຮ່ວມຂະບວນການທັງຫມົດມາລົງໂທດຕາມກົດໝາຍ.

23 ເມສາ ນີ້ ງານຈູດບັ້ງໄຟຖວາຍທາດນາງສາມຜິວ

ສຶກສາມາດຕະການງານຈູດບັ້ງໄຟຖວາຍທາດນາງສາມຜິວ ເມືອງທົ່ງມີໄຊ ແຂວງໄຊຍະບູລີ.