Home Blog Page 76

ມ້າງເຄື່ອຄ່າຍຄະດີຢາເສບຕິດລາຍໃຫຍ່ ພ້ອມຂອງກາງຈຳນວນຫຼາຍ

ຊົມເຊີຍເຈົ້າໜ້າທີ່ ປກສ ເມືອງໄຊທານີ ມ້າງເຄື່ອຄ່າຍຄະດີຢາເສບຕິດລາຍໃຫຍ່.

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ວັນທີ 21 ເມສາ 2022 ທີ່ກອງບັນຊາການ ປກສ ເມືອງໄຊທານີ, ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ຮູ້ວ່າ: ໃນວັນທີ 16 ມີນາ 2022, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງ ສາມາດມ້າງເຄື່ອຄ່າຍຂະບວນການຄ້າຂາຍຢາເສບຕິດ ໄດ້ຢູ່ 5 ຈຸດ, ຈັບໄດ້ຜູ້ຖືກຫາທີ່ກ່ຽວພັນກັບການຊື້ຂາຍຢາເສບຕິດໄດ້ 6 ຄົນ ແລະ ຜູ້ມົ້ວສຸມຈຳນວນໜຶ່ງ.

ການມ້າງຄະດີຢາເສບຕິດຄັ້ງນີ້ ເຈົ້າໜ້າທີ່ສາມາດຢຶດຢາບ້າໄດ້ຈຳນວນ 471.465 ເມັດ, ຢາໄອສ໌ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເຮໂຣອິນ 1 ຖົງນ້ອຍ, ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 13 ລູກ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ເງິນ 6,400,000 ກີບ, 82,000 ບາດ, 1,000 ໂດຍລາ, ສາຍແຂນຄຳ 1 ເສັ້ນ, ແວນຄຳ 1 ວົງ, ສາຍຄໍຄຳ 1 ເສັນ.

ສຳລັບລາຍລະອຽດໜັງສືພິມຄວາມສະຫງົບ ຈະລາຍງານອີກຄັ້ງ.

ຄບຕ ຍັງພົບຄວາມຄວາມຫຍຸ້ງຍາກ ໃນການເກັບມ້ຽນຂີ້ເຫຍື້ອ

ປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຍັງພົບຄວາມຄວາມຫຍຸ້ງຍາກ ໃນການເກັບມ້ຽນຂີ້ເຫຍື້ອ ແລະ ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ໃນການຈັດຕັ້ງປະຕິບັດວຽກງານ ເພາະບໍ່ ທັນໄດ້ດີເທົ່າທີ່ຄວນ, ແຕ່ຢ່າງໃດກໍຕາມໃນຕໍ່ຫນ້າ ຫ້ອງການ ຄບຕ ຈະມີການປັບປຸງຮ່າງນິຕິກໍາຄືນໃຫມ່ ແລະ ຂອດຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ.

ອີງຕາມ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການ ຄບຕ ໃຫ້ສໍາພາດ ວ່າ: ຜ່ານມາ, ການຈັດຕັ້ງປະຕິບັດກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຍັງພົບ ຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າຍັງມີປະຊາຊົນຈໍານວນໜຶ່ງບໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ຍ້ອນບໍ່ຢາກຈ່າຍເງິນ, ເຮັດໃຫ້ເກີດມີການລັກເອົາຂີ້ເຫຍື່ອໄປຖີ້ມໃສ່ເນື້ອທີ່ດິນເປົ່າຫວ່າງຕ່າງໆ; ຂະນະດຽວກັນ, ບາງຄອບຄົວທີ່ເຮັດສັນຍາແລ້ວເອົາຂີ້ເຫຍື້ອອອກມາປະໄວ້ໜ້າເຮືອນ ກ່ອນມື້ລົດຈະໄປເກັບເອົາ ເຮັດໃຫ້ມີສັດ ແລະ ບຸກຄົນຈໍານວນຫນຶ່ງທີ່ເລາະເກັບເອົາຕຸກເປົ່າໄປຂາຍ ຄົ້ນຮື້ຈົນເປົ້າຂາດ ຫຼື ເຂັ້ງລົ້ມ ເຮັດໃຫ້ຂີ້ເຫຍື້ອ ຕົກເຮຍຊະຊາຍໄປບ່ອນອື່ນ. ນອກນີ້, ມີບາງບ່ອນເປັນທາງຮ່ອມແຄບ ເຮັດໃຫ້ລົດເກັບມ້ຽນຂີ້ເຫຍື້ອ ເຂົ້າເຖິງບໍ່ໄດ້ ແລະອື່ນໆ.

ຄຽງຄູ່ກັນນີ້, ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດເກັບມ້ຽນຂີ້ເຫຍື້ອຂອງ ຫ້ອງການ ຄບຕ ຍັງມີ ຫາງສຽງຈໍານວນໜຶ່ງເກີດຂຶ້ນໃນສັງຄົມກ່ຽວກັບ ບັນຫາລົດບໍ່ໄປເກັບເອົາຂີ້ເຫຍື້ອຢູ່ບັນດາຄອບຄົວທີ່ມີ ສັນຍາກັນໄວ້, ເຊິ່ງຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ຄບຕ ໄດ້ກວດກາຢ່າງລະອຽດ ເຫັນວ່າ: ມີຄົນຂັບລົດ ແລະ ແອັດລົດເກັບມ້ຽນຂີ້ເຫຍື້ອຈໍານວນໜຶ່ງ ສວຍຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ດ້ວຍການເຮັດສັນຍາເກັບມ້ຽນຂີ້ເຫຍື້ອກັບປະຊາຊົນໂດຍທີ່ ຄບຕ ບໍ່ຮູ້ເລື່ອງນໍາ.

ນອກຈາກນີ້, ຍັງໄດ້ສວຍໂອກາດເກັບເງິນນໍາບາງຄອບຄົວ ທີ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແຕ່ມີຂີ້ເຫຍື້ອເກີນກໍານົດ ເນື່ອງຈາກຕາມສັນຍາທີ່ເຮັດໄວ້ກັບ ຄບຕ ຄອບຄົວຫນຶ່ງແມ່ນ ອະນຸຍາດໃຫ້ມີຂີ້ເຫຍື້ອ 1 ເຄັ່ງ ຫຼື 1 ເປົ້າຕໍ່ອາທິດ (ອາທິດໜຶ່ງມີລົດໄປເກັບເອົາຂີ້ເຫຍື້ອ 1 ຄັ້ງ), ລວມ 1 ເດືອນ ລົດຕ້ອງໄປເກັບ ມ້ຽນຂີ້ເຫຍື້ອ ທັງໝົດ 4 ຄັ້ງ ໃນລາຄາ 40.000 ກີບ/ເດືອນ, ແຕ່ບາງຄອບຄົວມີຂີ້ເຫຍື້ອເກີນກໍານົດ ເຮັດໃຫ້ຄົນຂັບລົດ ແລະ ແອັດລົດສວຍໂອກາດຂໍເງິນເພີ່ມແຕ່ເອົາເຂົ້າຖົງຕົວເອງ, ຖ້າຄອບຄົວໃດຈ່າຍກໍເກັບມ້ຽນຂີ້ເຫຍື້ອໄປ ແຕ່ຄອບຄົວໃດບໍ່ຈ່າຍກໍ່ປະຖີ້ມຂີ້ເຫຍື້ອທີ່ເກີນກໍານົດນັ້ນໄວ້ແລ້ວໜີໄປ ເຮັດໃຫ້ຂີ້ເຫຍື້ອ ທີ່ປະໄວ້ເຮ່ຍຊະຊາຍ ເມື່ອຄົນມາເຫັນຈຶ່ງຕີລາຄາວ່າລົດບໍ່ໄປເກັບມ້ຽນຂີ້ເຫຍື້ອ ແລ້ວເກີດມີຫາງສຽງຂຶ້ນ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງ ຄບຕ ໄດ້ຮຽກຄົນຂັບລົດ ແລະ ແອັດລົດທີ່ກະທໍາຜິດມາສຶກສາ ອົບຮົມກ່າວເຕືອນແລ້ວ, ຖ້າມີການກະທໍາຜິດອີກ ຈະຖືກໄລ່ອອກທັນທີ.

ນອກຈາກນີ້, ຄບຕ ກໍາລັງປັບປຸງ ນິຕິກໍາກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອຄືນໃຫມ່ໃຫ້ເຂັ້ມງວດ ເພື່ອໃຫ້ແຕ່ລະຄອບຄົວໄດ້ຈ່າຍຄ່າຂີ້ເຫຍື້ອ ຕາມຕົວຈິງທີ່ມີໃນຄອບຄົວ ແລະ ຮັບປະກັນບໍ່ໃຫ້ມີການສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດສ່ວນຕົວເກີດຂຶ້ນ ແລະ ຮັບປະກັນບໍ່ໃຫ້ມີລາຍຮັບຕົກເຮ່ຍເສຍຫາຍເກີດຂຶ້ນ ເພາະນີ້ຖືເປັນມາດຕະການນຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ລັດຖະບານ, ເຊິ່ງຄາດວ່າ ການປັບປຸງຈະສໍາເລັດໃນອີກບໍ່ດົນນີ້ ເພື່ອໃຫ້ກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາໃນຕໍ່ຫນ້າ.

ດັ່ງນັ້ນ, ຫົວໜ້າຫ້ອງການ ຄບຕ ໄດ້ຮຽກຮ້ອງໃຫ້ທຸກຄອບຄົວ ຈົ່ງເຮັດສັນຍາເກັບມ້ຽນຂີ້ເຫຍື້ອນໍາ ຄບຕ ເພື່ອບໍ່ໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍເກີດຂຶ້ນ, ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ສ.ສະອາດ ຂອງນະຄອນຫຼວງວຽງຈັນ ຕື່ມອີກ.

ແຫຼ່ງຂ່າວ: ຄວາມສະຫງົບ

ແຈ້ງມອດໄຟຫຼາຍເຂດໃນນະຄອນຫຼວງວຽງຈັນ

ອີງຕາມແຈ້ງການ ຈາກລັດວິສະຫະກິດໄຟຟ້າລາວ ຝ່າຍລະບົບຈຳໜ່າຍ ສາຂາໄຟຟ້ານະຄອນຫຼວງ1 ເລື່ອງ ການມອດໄຟ 22kV ສາຍແຈກ MSSI.3.

.

.

.

.

.

.

.

.

ລາວ ກຽມເປີດຮັບນັກທ່ອງທ່ຽວຜ່ານໂຄງການທ່ອງທ່ຽວສີຂຽວໄລຍະ 2

ລາວເຮົາ ກຽມຈະເປີດຮັບນັກທ່ອງທ່ຽວຜ່ານມາໂຄງການທ່ອງທ່ຽວສີຂຽວໄລຍະທີ 2 ໃນເດືອນພຶດສະພາທີ່ຈະມາເຖິງນີ້, ແຕ່ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນຂອງການສະເໜີເພື່ອໃຫ້ລັດຖະບານພິຈາລະນາຢູ່.

ຕາມການລາຍງານຂອງ ຂໍ້ມູນຂ່າວ: Vt9: ເມື່ອບໍ່ດົນມານີ້ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສຳພາດກັບສື່ມວນຊົນ ກ່ຽວ ກັບຜົນສຳເລັດຂອງນະຄອນຫຼວງວຽງຈັນ ຊຶ່ງເປັນແຂວງໜຶ່ງທີ່ໄດ້ທົດລອງເປີດຮັບນັກທ່ອງທ່ຽວສີຂຽວໄລຍະທີ 1 ຜ່ານມາ ໃນເດືອນມັງກອນ-ເດືອນມີນາ 2022, ພ້ອມທັງ ໄດ້ຖາມເຖິງແຜນໃນການເປີດຮັບນັກທ່ອງທ່ຽວໂດຍຜ່ານໂຄງການດັ່ງກ່າວເປັນໄລຍະທີ 2, ເຊິ່ງທ່ານໄດ້ກ່າວວ່າ: ສຳລັບ ໃນໄລຍະທີ 2 ທາງຄະນະໄດ້ມີການປຶກສາຫາລື ແລະ ກຽມສະເໜີພາກລັດຖະບານ ເພື່ອເປີດພາຍໃນເດືອນພຶດສະພາ ທີ່ຈະມາເຖິງນີ້ ແລະ ການເປີດໄລຍະທີ 2 ແມ່ນຈະໄດ້ມີການຂະຫຍາຍໄປບັນດາແຂວງໃຫ້ກວ້າງອອກອີກ ບໍ່ສະເພາະແຕ່ 3 ແຂວງ ຍັງຈະຂະຫຍາຍໄປບັນດາແຂວງພາກເໜືອ ແລະ ພາກໃຕ້ຕື່ມ, ສ່ວນຢູ່ນະຄອນຫຼວງມາຮອດປັດຈຸບັນ ແມ່ນຈະໄດ້ມີການຂະຫຍາຍສະຖານທີ່ພັກ, ໂຮງແຮມ, ຮ້ານອາຫານ, ຈາກທີ່ມີໂຮງແຮມເປັນບ່ອນຮອງຮັບນັກທ່ອງທ່ຽວແລ້ວ ຍັງມີໂຮງແຮມທີ່ເປັນບ່ອນຈຳກັດບໍລິເວນ ສຳລັບ ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ທັງໝົດ 47 ໂຮງແຮມ ທີ່ໄດ້ຮັບອະນຸຍາດ ແລະ ຍັງມີ 6 ໂຮງແຮມ ທີ່ເປັນໂຮງໝໍສະໜາມເພື່ອ​ປິ່ນ​ປົວຜູ້ຕິດເຊື້ອພະຍາດໂຄວິດ-19 ​ບໍ່ມີອາການສະແດງ ຫຼື ມີ​ອາ​ການ​​ເບົາບາງ.

ສຳລັບ ແຜນຂອງໂຄງການທ່ອງທ່ຽວສີຂຽວໄລຍະທີ 2 ນີ້, ທີ່ລັດຖະບານໄດ້ມີການກຳນົດໄວ້ໃນເບື້ອງຕົ້ນແມ່ນ 9 ແຂວງ ຄື: ນະຄອນຫຼວງ, ແຂວງວຽງຈັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ພ້ອມນັ້ນ ຍັງໄດ້ກຳນົດດ່ານທີ່ນັກທ່ອງທ່ຽວສາມາດເຂົ້າມາໄດ້ອີກ 9 ດ່ານ: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ດ່ານບໍ່ຫານ-ບໍ່ເຕັນ, ຂົວມິດ ຕະພາບນະຄອນຫຼວງວຽງຂັນ-ໜອງຄາຍ, ມິດຕະພາບທ່າແຂກ-ນະຄອນພະນົມ, ມິດຕະພາບສະຫວັນນະເຂດ-ມຸກດາຫານ, ດ່ານຊ່ອງເມກ ປາກເຊ-ອຸບົນລາດຊະທານີ, ດ່ານລາວບາວ ແລະ ດ່ານຫຼັກຊາວ.

ລາຍງານມື້ນີ້! ບໍ່ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ນະຄອນຫຼວງວຽງຈັນ ຍັງມີຜູ້ຕິດເຊື້ອສູງສຸດກວ່າແຕ່ລະແຂວງ

ຮ່ວມປຶກສາຫາລືຫຼາຍບັນຫາສໍາຄັນຮີບດ່ວນທີ່ເກີດຂຶ້ນໃນສັງຄົມ

(ສພຊ) ເພື່ອປຶກສາຫາລື ແລະ ຮ່ວມກັນຊອກວິທີແກ້ໄຂ ບັນຫາເຄັ່ງຮ້ອນ ແລະ ຮີບດ່ວນທີ່ເກີດຂຶ້ນໃນສັງຄົມ ເຊິ່ງສົ່ງຜົນກະທົບຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ; ທັງເປັນການຕິດຕາມ, ຊຸກຍູ້ບັນດາກະຊວງ, ອົງການ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ພິຈາລະນາຮັບຮອງເອົາເປັນມະຕິກອງປະຊຸມສະພາແຫ່ງຊາດ ໃນຂອບເຂດວຽກງານຂອງແຕ່ລະພາກສ່ວນ ແລະ ເປັນບ່ອນອີງໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໃຫ້ໄດ້ຮັບຜົນສໍາເລັດ; ພ້ອມທັງຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດຂັ້ນຕ່າງໆ ແລະ ເພື່ອສ້າງຄວາມເປັນເອກະພາບຕໍ່ກັບວຽກງານຕ່າງໆ ແລະ ຄົ້ນຄວ້າກໍານົດວຽກງານທີ່ຈະແກ້ໄຂຮ່ວມກັນ ລະຫວ່າງຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ.

ໃນວັນທີ 20 ເມສານີ້ ທີ່ສະພາແຫ່ງຊາດ ຄະນະປະຈໍາສະພາແຫ່ງຊາດ ແລະ ຄະນະລັດຖະບານ ໄດ້ຈັດກອງປະ ຊຸມຮ່ວມກັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຄະນະປະຈໍາສະພາແຫ່ງຊາດ, ຄະນະລັດຖະບານ, ເປັນຕົ້ນ ລັດຖະມົນຕີກະຊວງຕ່າງໆ ແລະ ແຂກທີ່ຖືກເຊີນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂ່າວ ແລະ ຮູບພາບ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

ດ່ວນ! ເຈົ້າຂອງລົດທີ່ຖືກລັກມາ ໃຫ້ມາພົວພັນເອົາເດີ້

ແຈ້ງການຈາກ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ແຈ້ງເຖິງບັນດາພະນັກງານ,ທະຫານ, ຕຳຫລວດແລະພໍ່ແມ່ປະຊາຊົນບັນດາເຜົ່າ ຖ້າທ່ານໃດມີລົດ ທີ່ຖືກຄົນຮ້າຍລັກໄປນັ້ນ ໃຫ້ກວດກາເບີ່ງຕາມແຈ້ງການນີ້. ແລ້ວເຂົ້າພົວພັນນຳເຈົ້າຫນ້າທີ່ ພະແນກຕຳຫຼວດ ປກສ ເມືອງຄູນຄຳ ແຂວງຄຳມ່ວນ (ໂມງລັດຖະການ) ພ້ອມທັງນຳຫລັກຖານອ້າງອີງເຊັ່ນ: ເອກະສານລົດ ທະບຽນທີ່ຖືກຕ້ອງມາພົວພັນເອົາ.

.

.

.

.

ຈັບດໍາເນີນຄະດີ! ໃຊ້ເຮືອນເປັນບ່ອນຂາຍຢາບ້າ

ໃຊ້ເຮືອນເປັນບ່ອນຂາຍຢາບ້າຖືກຈັບດໍາເນີນຄະດີພ້ອມພັກພວກຮ່ວມຂະບວນການ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ປະຊາຊົນ ຢູ່ບ້ານ ຖິ່ນຕົມ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຊ້ເຮືອນເປັນບ່ອນຈໍາໜ່າຍຄ້າຂາຍຢາບ້າ ໃຫ້ກັບປະຊາຊົນຢູ່ພາຍໃນບ້ານ ຖືກເຈົ້າໜ້າທີ່ ປກສ ເມືອງ ຫາດຊາຍຟອງ ຈັບຕົວດໍາເນີນຄະດີ ພ້ອມພັກພວກຮ່ວມຂະບວນການ 2 ຄົນ ລວມຂອງກາງຢາບ້າ 5 ພັນກວ່າເມັດ.

ວີດີໂອຂ່າວ: https://fb.watch/cvxyDDBKgJ/

ພັທ ທັດສະພົງ ຫວັນມະນີຈັນ ຮອງກອງບັນຊາການ ປກສ ເມືອງ ຫາດຊາຍຟອງ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ປກສ ເມືອງຫາດຊາຍຟອງ ຈຶ່ງລະດົມໃຫ້ພໍ່ແມ່ປະຊາຊົນມີສ່ວນຮ່ວມໃນການແກ້ໄຂຢາເສບຕິດ ຈາກນັ້ນໃນຕົ້ນເດືອນ ເມສາ 2022 ໄດ້ມີພົນລະເມືອງດີແຈ້ງຫາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານ ຖິ່ນຕົມ ເມືອງ ຫາດຊາຍຟອງ ຈຶ່ງແຕ່ຕັ້ງກຳລັງວິຊາສະເພາະ ລົງເກັບກຳຂໍ້ມູນ ເພື່ອພິສູດແຫຼງຂ່າວ.

ຜ່ານການລົງເກັບກຳຂໍ້ມູນເຫັນວ່າແມ່ນມີມູນຄວາມຈິງແທ້ ຈຶ່ງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂໃນວັນທີ 18 ເມສາ 2022 ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຍິງ 1 ຄົນຄື: ນາງ ແສງມະນີຈັນ ຫຼື ເໝີຍ ອາຍຸ 30 ປີ ມີຂອງກາງຢາບ້າຈໍານວນ 479 ເມັດ ແລະ ທ້າວ ນົນທະໄຊ ຫຼື ຕົ້ນ ອາຍຸ 20 ປີ ອາຊີບ ປະຊາຊົນຢູ່ບ້ານດຽວກັນ ມີຂອງກາງຢາບ້າ 12 ເມັດ.

ພາຍຫຼັງເຈົ້າໜ້າທີ່ຈັບຕົວໄດ້ ນາງ ເໝີຍ ຈຶ່ງຮັບສາລະພາບວ່າ ຢາບ້າທີ່ນໍາມາຂາຍແມ່ນຊື້ນຳທ້າວ ພຽດ ອາຍຸ 35 ປີ ຢູ່ບ້ານ ທ່າເດື່ອ ເມືອງ ຫາດຊາຍຟອງ; ຈາກນັ້ນ, ຮອດເວລາ 19:30 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງ ນໍາກຳລັງເຂົ້າຈັບກຸມ ທ້າວ ພຽດ ຢູ່ເຮືອນພ້ອມທັງກວດຄົ້ນພົບຂອງ ກາງຢາບ້າ 4.865 ເມັດ.

ແຂວງເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ຫຼາຍກວ່າ 200 ຄັນ

ເຊກອງແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍໄດ້ 215 ຄັນ.

ແຂວງເຊກອງ ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍໄດ້ 215 ຄັນພາຍຫຼັງປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ແລະ ການຕົກລົງຂອງເຈົ້າແຂວງໆເຊກອງໃຫ້ແກ້ໄຂພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ, ເຊິ່ງພາສີປະຈຳແຂວງເຊກອງ ສາມາດສະສາງໄດ້ 215 ຄັນ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ 3,5 ຕື້ກວ່າກີບ.

ອີງຕາມການໃຫ້ສຳພາດຂອງທ່ານ ແກ້ວອໍາພອນ ແສງນວນຈັນ ຫົວໜ້າພາສີປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ພວກເຮົາໄດ້ເລີ່ມປະຕິບັດແຕ່ກາງເດືອນພະຈິກ 2021 ແລະ ມາຮອວັນທີ 31 ມີນາ 2022 ໂດຍຕາມການຂຶ້ນບັນຊີມີ367 ຄັນ. ໃນນີ້, ລົດໃຫຍ່ 176 ຄັນ ແລະ ລົດຈັກ 191 ຄັນ, ສາມາດສະສາງໄດ້ 215 ຄັນ.

ໃນນີ້, ລົດໃຫຍ່ 143 ຄັນ, ລົດຈັກ 72 ຄັນ ແລະ ເກັບຄ່າພາສີ–ອາກອນໄດ້ 3,57 ຕື້ກວ່າກີບ.

ແນວໃດກໍດີແຕ່ເດືອນເມສາຫາເດືອນມິຖຸນາ, ອົງການປົກຄອງແຂວງເຊກອງເນັ້ນໃຫ້ຄະນະກໍາມະການຮັບຜິດຊອບເລັ່ງແກ້ໄຂບັນຫາການນໍາເຂົ້າພາຫະນະທີ່ບໍ່ຖືກຕ້ອງໃນໄລຍະຜ່ານມາໃຫ້ຂາດຕົວ.

ແຫຼ່ງຂ່າວ: ກະຊວງການເງິນ

ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ແຂວງເຊກອງ   ຈາກການທີ່ແຂວງເຊກອງ ເລັ່ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ຫຼາຍວຽກຈຸດສຸມມີປະສິດພາບຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສາມາດປະຢັດງົບປະມານຂອງລັດໄດ້ເປັນຢ່າງດີ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ແຂວງເຊກອງ ກຳລັງຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງ, ທຸກວຽກງານການເຄື່ອນໄຫວຂອງອົງຄະນະພັກແຂວງ, ຄະນະພັກເມືອງ, ຂະແໜງການຕ່າງໆໄດ້ເອົາວາລະແຫ່ງຊາດມາເປັນຕົວຕັ້ງ, ເລັ່ງຫາລາຍຮັບໃຫ້ໄດ້ຫຼາຍ, ຕ້ານການຮົ່ວໄຫຼຂອງລາຍຮັບ ແລະ ປັບປຸງກົນໄກແບບແຜນວິທີເຮັດວຽກຂອງຂະແໜງການເງິນ,ພະແນກການເງິນ, ສ່ວຍສາອາກອນ ແລະ ຂະແໜງການຕ່າງໆທີ່ມີລາຍຮັບຕ້ອງເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບໃນການແກ້ໄຂບັນຫາຢ່າງແທ້ຈິງ.

ປັດຈຸບັນ, ກຳລັງເລັ່ງແຕ່ງຕັ້ງຄະນະຮັບຜິດຊອບຮີບໂຮມຖອດຖອນພາຫານະ ແລະ ປະຕິບັດຕາມດໍາລັດວ່າດ້ວຍ ລົດຂອງລັດຖະບານ ໂດຍເລີ່ມຈາກຂະແໜງການກ່ອນ, ຈາກນັ້ນກໍໄດ້ຈັດສັນຄືນໃໝ່ຕາມນະໂຍບາຍຂອງລັດຖະບານ ແລະ ຄາດວ່າ ກາງປີ ຫຼື ທ້າຍປີຈະເປັນຮູບປະທໍາ ແລະ ອີກໜຶ່ງນິຕິກໍາທີ່ສໍາຄັນ, ອົງການປົກຄອງແຂວງເຊກອງ ໄດ້ແຕ່ງຕັ້ງຄະນະຊຸກຍູ້ຊີ້ນໍາການປະຕິບັດວາລະແຫ່ງຊາດ ຈະບໍ່ມີຄະນະກໍາມະການ ໂດຍໃຫ້ທຸກຂະແໜງການ, ທຸກພາກສ່ວນຮັບຜິດຊອບເຮັດທັງໝົດ ໂດຍຖືເອົາມາດຕະການຕ້ານ ແລະ ສະກັດກັ້ນການຮົ່ວໄຫຼງົບປະມານ ເປັນບຸລິມະສິດອັນດັບໜຶ່ງ ຄືສໍາຫຼວດຂຶ້ນບັນຊີຫົວໜ່ວຍທຸລະກິດ ຫຼື ຖານລາຍຮັບຄືນໃໝ່ ໂດຍເລັ່ງໃສ່ຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ລັດຖະບານອະນຸຍາດມາລົງທຶນຢູ່ແຂວງ ເປັນຕົ້ນ ໂຄງການຂຸດຄົ້ນບໍ່ຖ່ານຫີນ, ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າອີມູນ ທີ່ຈະສໍາເລັດທ້າຍປີນີ້, ໂຄງການກໍ່ສ້າງສ້ອມແປງເຂື່ອນເຊຂະໝານ 3, ໂຄງການກໍ່ສ້າງເຂື່ອນໄຟຟ້າຫວ້ຍລະແງ, ໂຄງການຂຸດຄົ້ນບໍ່ຄໍາລາວກະລຶມ.

ນອກນີ້ ຍັງມີໂຄງການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່, ໂຄງ ການເຂື່ອນໄຟຟ້າຫ້ວຍລໍາພັນນ້ອຍ, ໂຄງການພັດທະນາກະສິກໍາ ແລະ ໂຄງການຢາງພາລາ.

ທ່ານ ເຈົ້າແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ນອກຈາກສໍາຫຼວດຖານລາຍຮັບຄືນໃໝ່ແລ້ວ, ແຂວງເຊກອງ ຍັງໄດ້ສຸມໃສ່ຄຸ້ມຄອງລາຍຈ່າຍ ໂດຍເນັ້ນໃສ່ການປະຢັດມັດທະຍັດ, ຕ້ານການຟຸມເຟືອຍ ໂດຍສະເພາະບັນຫາການຮັບແຂກ, ກອງປະຊຸມ ແລະ ໄປຕ່າງປະ ເທດ.

ແຫຼ່ງຂ່າວ: ປະເທດລາວ