Home Blog Page 74

3 ເດືອນ ອາກອນແຂວງເຊກອງ ເກັບລາຍຮັບໄດ້ເກືອບ 11 ຕື້ກວ່າກີບ

ອີງຕາມແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໄລຍະ 3 ເດືອນຕົ້ນປີ 2022 ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງສ່ວຍສາອາກອນ ປະຈໍາແຂວງເຊກອງປະຕິບັດໄດ້ 10,9 ຕື້ກີບ.

ຂະນະທີ່ຕົວເລກໝົດປີສູງເຖິງ 70 ຕື້ກີບ ແລະ ຍັງອີກ 9 ເດືອນ ສ່ວຍສາອາກອນແຂວງ ເດືອນຕ້ອງເອົາຈິງເອົາຈັງທຸກໜ້າວຽກ ແລະ ສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການທີ່ວາງໄວ້.ທ່ານ ສົມບູນ ພັນຈັນ ຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງເຊກອງ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະ ການເກັບລາຍຮັບເຂົ້າງົບປະມານ ຂອງສ່ວຍສາອາກອນປະຈໍາແຂວງເຊກອງ ໃນໄລຍະຜ່ານມາ ແມ່ນໄດ້ນໍາເອົາທາງນະໂຍບາຍຂອງພັກ-ລັດ, ຂໍ້ກໍານົດກົດໝາຍເປັນບ່ອນອີງ ແລະ ໄດ້ສຶກສາອົບຮົມການເມືອງໃຫ້ພະນັກງານທຸກຄົນ ເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດ ເພື່ອຕ້ານ ແລະ ສະກັດກັ້ນການຮົ່ວໄຫລ ການເກັບລາຍຮັບງົບປະມານໃນທຸກຮູບແບບ.

ສໍາລັບການເກັບລາຍຮັບເຂົ້າງົບປະມານໃນປີ 2022 ສ່ວຍສາອາກອນປະຈໍາແຂວງເຊກອງໄດ້ຮັບຕົວເລກມອບໝາຍທັງໝົດ 70 ຕື້ກີບ, ທຽບໃສ່ແຜນປີ 2021 ເພີ່ມຂຶ້ນ 2% ໂດຍຜ່ານການປະຕິບັດໃນ 3 ເດືອນຜ່ານມາ ສາມາດເກັບໄດ້ 10,9 ຕື້ກີບເທົ່າກັບ 77,82% ທຽບໃສ່ແຜນປີເທົ່າກັບ 15,57% ໃນນີ້, ມີລາຍຮັບຈາກສ່ວຍສາອາກອນທາງກົງ 7 ຕື້ກວ່າກີບ; ລາຍຮັບຈາກສ່ວຍສາອາກອນທາງອ້ອມ 2 ຕື້ກວ່າກີບ ແລະ ລາຍຮັບຈາກຄ່າທໍາມນຽມ 326 ລ້ານກີບ.

ທ່ານ ສົມບູນ ພັນຈັນ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການທີ່ວາງໄວ້ ໃນ 9 ເດືອນ ສ່ວຍສາອາກອນ ຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ວຽກງານ, ສືບຕໍ່ຫົວໜ່ວຍທຸລະກິດທີ່ມີເປົ້າໝາຍເຂົ້າສູ່ໃນລະບົບອາກອນມູນຄ່າເພີ່ມ, ການເກັບລາຍຮັບຈາກຄ່າທໍານຽມການນໍາໃຊ້ທີ່ດິນເຂົ້າສູ່ລະບົບທັນສະໄໝ (ຜ່ານລະບົບທະນາຄານ); ສົມທົບກັບກົມສ່ວຍສາອາກອນ ເພື່ອສະເໜີຂໍໂຄງການທີ່ສູນກາງຄຸ້ມຄອງ ທີ່ມີພູດແບ່ງປັນລາຍຮັບ 50% ແຕ່ໂຄງການຕັ້ງຢູ່ແຂວງ ຫລື ວ່າສູນກາງຮັບຊ່ວຍມາຂຶ້ນກັບແຂວງໂດຍກົງ ເປັນລາຍຮັບຂອງແຂວງ 100%. ພ້ອມນີ້ ກໍຕ້ອງຫັນວຽກງານສ່ວຍສາອາກອນເປັນທັນສະໄໝ ໂດຍນໍາໃຊ້ເຄື່ອງມືໄອທີຕ່າງໆເຂົ້າຊ່ວຍໃນການປະຕິບັດໜ້າທີ່ວຽກງານ ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ຂໍ້ມູນຈາກ: ປະເທດລາວ

ປີ 2030 ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດ

ສປປ ລາວ ຈະກໍາຈັດພະຍາດໄຂ້ມາລາເຣຍໃຫ້ໝົດໄປພາຍໃນປີ 2030 ລາວເຮົາ ຍັງມີການຕິດເຊື້ອພະຍາດໄຂ້ມາລາເຣຍຈຳນວນຫລາຍສົມຄວນໃນແຕ່ລະປີ ສະແດງອອກ: ໃນປີ 2019 ມີຄົນຕິດເຊື້ອ ຈໍານວນ 6.692 ຄົນ, ປີ 2020 ຈໍານວນ 3.537 ຄົນ ແລະ ປີ 2021 ຈໍານວນ 3.926 ຄົນ.

ພະຍາດດັ່ງກ່າວເກີດຈາກຍຸງກົ້ນຊີ້ເປັນຕົວນຳເຊື້ອ. ເມື່ອຍຸງກົ້ນຊີ້ຕິດເຊື້ອແລ້ວໄປກັດຄົນອື່ນຈະເຮັດໃຫ້ຄົນນັ້ນຕິດເຊື້ອໄດ້ທັນທີ. ຊະນິດເຊື້ອທີ່ຄົ້ນພົບສວ່ນຫຼາຍແມ່ນຊະນິດປະລັດສະໂມດິອອມຟານຊີປາຣອມແລະປະລັດສະໂມດິອອມວິວັກໃນຊັສ່ວນ51/49(51Pv/49Pf).

ຂໍ້ມູນນີ້ໄດ້ຮັບການເປີດເຜີຍໃນໂອກາດທີ່ ດຣ ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫລງຂ່າວຕໍ່ສື່ມວນຊົນເນື່ອງໃນໂອກາດວັນມາລາເຣຍໂລກວັນທີ 25 ເມສານີ້ ທີ່ນະຄອນຫລວງວຽງຈັນ. ທ່ານໃຫ້ຮູ້ຕື່ມວ່າ: ພວກເຮົາຕ້ອງກໍາຈັດເຊື້ອປະລັດໂມດິອອມ ຟານຊີປາຣອມ ໃຫ້ໝົດໄປ ຍ້ອນວ່າເຊື້ອຊະນິດນີ້ມີຄວາມຮຸນແຮງສາມາດຂື້ນສະໜອງເຮັດໃຫ້ຄົນເຈັບເສຍຊີວິດໄດ້ແລະໄພຂົ່ມຂູ່ອີກຢ່າງໜຶ່ງ ກໍ່ຄື ເຊື້ອດັ່ງກ່າວແມ່ນຕ້ານຕໍ່ຢາປິ່ນປົວ.

ດັ່ງນັ້ນ, ຕ້ອງໄດ້ກຳຈັດເຊື້ອຊະນິດນີ້ ແລະ ເພື່ອກຳຈັດເຊື້ອປະລັດໂມດິອອມ ຟານຊີປາຣອມໃຫ້ລົງສູນ ນອກຈາກຍຸດທະສາດການຈັດຕັ້ງປະຕິບັດປົກກະຕິແລ້ວລັດຖະບານໄດ້ສ້າງຍຸດທະສາດຈູ່ໂຈມແບບເລັ່ງລັດ ປົກກະຕິລັດຖະບານໄດ້ມີຍຸດທະສາດໃນການກຳຈັດມາລາເຣຍພາກປົກກະຕິຢູ່ແລ້ວ ໂດຍເນັ້ນໃສ່ການກວດ, ການປີ່ນປົວໂດຍເນັ້ນໃສ່ຜູ້ທີ່ຕິດເຊື້ອເຂົ້າມາປີ່ນປົວໃນສະຖານທີ່ບໍລິການຕ່າງໆ ຫຼື ໄປບໍລິການນຳ ອສບ ບ້ານ. ປັດຈຸບັນນີ້ ລັດຖະບານ ໄດ້ໃຊ້ຍຸດທະສາດເພີ່ມເຕີມເອີ້ນວ່າຍຸດທະສາດຈູ່ໂຈມແບບເລັ່ງລັດເພື່ອໃຫ້ປະຊາຊົນໄດ້ກິນຢາປີ່ນປົວທັງໝົດໂດຍບໍ່ສົນໃຈວ່າຕິດເຊື້ອ ຫຼື ບໍ່ຕິດເຊື້ອຖ້າວ່າແມ່ນຢູ່ໃນກຸ່ມເປົ້າໝາຍ.

ພັກ-ລັກຖະບານ ມີຄວາມເປັນຫ່ວງເປັນໄຍ ຖ້າວ່າຢູ່ໃນພື້ນທີ່ໃດມີການຕິດເຊື້ອແລ້ວຖືວ່າພື້ນທີ່ນັ້ນເປັນແຫຼ່ງຕິດເຊື້ອ ຊຶ່ງປະຊາຊົນຈະມີການເຈັບປ່ວຍຢູ່ຕະຫຼອດ. ສະນັ້ນ, ຍຸດທະສາດໃໝ່ນີ້ແມ່ນຈະມີການກິນຢາທົ່ວປວງຊົນ ໝາຍເຖິງການປິ່ນປົວຜູ້ຕິດເຊື້ອແລະຜູ້ບໍ່ຕິດເຊື້ອ ເພື່ອເປັນການດັບສູນແຫຼ່ງເພາະເຊື້ອໃນຮ່າງກາຍຄົນ, ຫຼັງຈາກປະຊາຊົນໄດ້ກິນຢາປິ່ນປົວທົ່ວປວງຊົນໄປແລ້ວທັງ 2ຮອບ ເພື່ອດັບສູນແຫຼ່ງສົ່ງເຊື້ອຢູ່ໃນບ້ານແລ້ວ ແຕ່ຍັງມີແຫຼ່ງສົ່ງເຊື້ອຢູ່ໃນປ່າ ຊື່ງປະຊາຊົນໄປທຳມາຫາກິນໂອກາດທີ່ປະຊາຊົນຈະນຳເຊື້ອກັບຄືນມາບ້ານແມ່ນມີໂອກາດສູງ ສະນັ້ນຜູ້ໃດກໍ່ຕາມຈະໄປທຳມາຫາກິນໄປເຮັດການຜະລິດຢູ່ປ່າໄດ້ມີການນອນຄ້າງຄືນແມ່ນສ່ຽງສູງສຳຫຼັບການສຳພັດກັບເຊື້ອໃໝ່ສະນັ້ນທຸກຄົນຕ້ອງໄດ້ກິນຢາປີ່ນປົວປ້ອງກັນການຕິດເຊື້ອຈາກການສຳພັດເອົາເຊື້ອຢູ່ໃນປ່າ.

ດຣ ຣັດຕະນະໄຊ ເພັດສຸວັນ ກ່າວຢໍ້າວ່າ: ຖ້າທ່ານຫາກຢູ່ໃນບ້ານເປົ້າໝາຍທີ່ຈະຕ້ອງໄດ້ກໍາຈັດພະຍາດນີ້ທ່ານຄືບຸກຄົນສໍາຄັນທີ່ຈະປະກອບສວ່ນໃນການປະຕິບັດພາລະກິດນີ້ໃຫ້ສໍາເລັດຜົນ. ທ່ານຍັງເປັນບຸກຄົນທີ່ຊ່ວຍກໍາຈັດແລະຕີຖອຍການສົ່ງເຊື້ອພະຍາດໄຂ້ມາລາເຣຍພາຍໃນບ້ານ,ໃນຊຸມຊົນແລະເມືອງຂອງທ່ານຢ່າງຕັ້ງໜ້າ. ການປະກອບສວ່ນຂອງທ່ານຄັ້ງນີ້ຈະເປັນແຮງຍູ້ອັນສໍາຄັນໃນການລົບລ້າງພະຍາດໄຂ້ມາເຣຍຂອງປະເທດເຮົາ. ສະນັ້ນ, ເມື່ອທິມງານວິຊາການໄປເຖິງບ້ານທ່ານຂໍໃຫ້ທຸກຄົນພ້ອມໃຈເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຮ່ວມມືຮອບດ້ານເພື່ອບັນລຸເປົ້າໝາຍອັນສໍາຄັນນີ້. ສ່ວນຄວາມຄາດຫວັງໃນການປົກຄຸມຂອງການບໍລິການເພື່ອຮັບປະ ກັນວ່າຍຸດທະສາດມັນໄດ້ຮັບຜົນແນ່ນອນແມ່ນການເຮັດໃຫ້ອັດຕາການປົກຄຸມຕໍ່າສຸດປະມານ 85% ສູງສຸດກໍ່ຢາກໄດ້ 100% ເພື່ອປະຊາຊົນເຄື່ອນຍ້າຍສ່ວນໜື່ງແມ່ນປະຊາຊົນກິນຢາບໍ່ຖືກທິດທາງ ຫຼືວ່າ ປະຊາຊົນກຸ່ມໜຶ່ງຢູ່ໃນຂໍ້ຫ້າມຂອງການກິນຢາ ຫຼື ກິນຢາບໍ່ໄດ້ ດັ່ງນັ້ນເຮົາເຖິງຕັ້ງໄວ້ຢູ່ຕໍ່າສຸດ 85%.

ສໍາລັບອັດຕາການຕິດ ເຊື້ອພະຍາດໄຂ້ມາລາເຣຍທີ່ພົບເຫັນຫລາຍກວ່າໝູ່ ແມ່ນຢູ່ບາງເຂດຂອງບາງແຂວງພາກໃຕ້ ເຊີ່ງລັດຖະບານວາງຄາດໝາຍກໍາຈັດພະຍາດນີ້ໃຫ້ໝົດໄປພາຍໃນປີ 2030.

ແຫຼ່ງຂ່າວ: Lao National Radio

ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ

ການນຳຂັ້ນສູງຂອງລາວ ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໃນວັນທີ 25 ເມສາ ທີ່ຫ້ອງວ່າການສູນກາງພັກ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 24-27 ເມສານີ້.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນດັ່ງກ່າວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ການມາຢ້ຽມຢາມຂອງຄະນະ ໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ຄັ້ງນີ້ ຍັງຢູ່ທ່າມກາງທີ່ສອງພັກ-ສອງລັດ ລາວ-ຫວຽດນາມ ກະກຽມຄວາມພ້ອມໃຫ້ແກ່ການສະເຫລີມສະຫລອງປີສາມັກຄີມິດຕະພາບ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ຈະໝູນວຽນມາຮອດໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ.

ສະຫາຍ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມນັ້ນຍັງໄດ້ລາຍງານຫຍໍ້ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຊາບ ໂດຍສະເພາະຜົນຂອງການພົບປະ ແລະ ເຊັນສັນຍາຮ່ວມມືລະຫວ່າງຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໄລຍະປີ 2022-2026.ໃນວັນດຽວກັນ, ສະຫາຍ ຫງວຽນ ຈ້ອງ ເງ້ຍ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຢ້ຽມຢາມພົບປະກັບ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ແຫຼ່ງຂ່າວ: ປະເທດລາວ

ມອບລາຍ​ຮັບ​ທັງ​ໝົດ​ໃຫ້​ລັດ​ຖະ​ບານ​ລາວ​ ກວ່າ 40,84 ລ້ານໂດ​ລາ​ໃນ​ປີ 2021

ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ມອບລາຍ​ຮັບ​ທັງ​ໝົດ​ໃຫ້​ລັດ​ຖະ​ບານ​ລາວ​ ກວ່າ 40,84 ລ້ານໂດ​ລາ​ສະ​ຫະ​ລັດ ໃນ​ປີ 2021

20 ເມ​ສາ 2022 – LXML ມອບ​ເງິນ ຈຳ​ນວນ​ 5.582.907,81 ໂດລາ​ສະ​ຫະ​ລັດ ສຳ​ລັບ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ໄຕຼ​ມາດ​ທີ 4 ​ປີ 2021 ຈາກ ການ​ຜະ​ລິດ-ຈຳ​ໜ່າຍ​ໂລ​ຫະ​ຄຳ ແລະ ທອງ (ລວມ​ທັງ​ໝົດກວ່າ 17,24 ລ້ານໂດ​ລາ​ສະ​ຫະ​ລັດ ໃນ​ປີ 2021), ຊຶ່ງ​ລວມຍອດ​ລາຍ​ຮັບ​ມອບ​ໃຫ້​ແກ່​ລັດ​ຖະ​ບານ ສ​ປ​ປ ລາວ ໃນ​ສົກ​ປີ 2021 (ລວມ​ທັງ​ອາ​ກອນ​ຕ່າງໆ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ) ກວ່າ 40,84 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທ່ານ ພຸດ​ທະ​ສິນ ເຮືອງ​ທະ​ວົງ, ຫົວ​ໜ້າ​ກົມຄຸ້ມ​ຄອງ​ຊັບ​ສິນແຫ່ງລັດ, ກະ​ຊວງ​ການ​ເງິນ (ຂວາ) ໄດ້ຮັບ ​ຄ່າຊັບ​ພະ​ຍ​າ​ກອນ​ແຮ່​ທາດ​ ຈາກ ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫ​ຍ່ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ (ລ​ຊມ​ລ) ໂດຍ​ການ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ​ຫົວ​ໜ້າ​ພະ​ແນກ​ຂອງ​ກະ​ຊວງ​ການ​ເງິນ ທ່ານ ວົງ​ພະ​ສິດ ສີ​ລາ​ວົງ, ​ໜ່ວຍ​ງານ​ຄຸ້​ມຄ​ອງ​ຊັບ​ພະ​ຍາ​ກອນ ທ່ານ​ນາງ ມີ​ນາ​ລັດ ພັດ​ມະ​ນີ​ຈັນ ແລະ ວິ​ຊາ​ການ​ພະ​ແນກ ທ່ານ ສຸກ​ສັນ ວັນ​ນະ​ລາດ, ຫົວ​ໜ້າ​ພົວ​ພັນ​ພາຍນອກ ຂອງ ລ​ຊມ​ລ ທ່ານ​ນາງ ດາວ​ມະ​ນີ ຈັນ​ພະ​ແກ້ວ ແລະ ຮອງ​ຫົວ​ໜ້າ​ພົວ​ພັນ​ພາຍນອກ ທ່ານ​ນາງ ປາ​ນີ ສີ​ວົງ​ຄຳ​ຈັນ ກໍ່​ໄດ້​ເຂົ້າ​​ຮ່ວມ. 

ນັບ​ເປັນ​ນິ​ມິດ​ໝາຍ​ທີ່​ດີ ທີ່​ທ​າງຂັ້ນ​ສູນ​ກາງ​ໄດ້​ເລີ່ມ​ຕົ້ນມີ​ການ​ກະ​ຈາຍ​ລາຍຮັບ​ລົງ​ສູ່​ທ້ອງ​ຖິ່ນ ຊຶ່ງ​ທາງ​ກົມ​ຄຸ້ມ​ຄອງຊັບ​ສິນ​ແຫ່​ງ​ລັດ ກໍ່​ໄດ້​ໃຫ້​ຊາບ​ວ່າ ລາຍ​ຮັບ​ຈາກ​ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ໃນ​ສົກ​ປີ 2021 ແມ່ນ​ໄດ້​ຖືກ​ແບ່ງ​ປັນ​ລົງ​ສູ່​ແຂວງ​ສະ​ຫວັນ​ນະ​ເຂດ​ປະ​ມານ 7,5 ລ້ານ​ໂດ​ລາ​ສະ​ຫະ​ລັດ ຊຶ່ງ​ໄດ້​ກາຍເປັນ​ຄວາມ​ພາກ​ພູມ​ໃຈ​ຂອງ​ຜູ້​ພັດ​ທະ​ນາກໍ່​ຄື​ບໍ​ລິ​ສັດ ລ​ຊມ​ລ ແລະ ແຂວງ​ສະ​ຫວັນ​ນະ​ເຂດກໍ່​ຄື​ແຂວງ​ເຈົ້າ​ພາບ.

ນັບຕັ້ງແຕ່​ເລີ່ມ​ມີການ​ຂຸດ​ຄົ້ນ-ປຸງ​ແຕ່ງ-​ຜະ​ລິດ​ຄຳ-ທອງ ມາ​ແຕ່​​ປີ 2003 ເປັນ​ຕົ້ນ​ມາ, ​ທາງບໍ​ລິ​ສັດ ລ້ານ​ຊ້າງ​ ມີ​ເນ​ໂຣນ​ສ໌​ ລິ​ມິ​ເຕັດ ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ປະ​ກອບ​ສ່ວນພັນ​ທະ​ຂອງ​ຕົນ​ທີ່​ເປັນ​ ລາຍ​ຮັບ​ໂດຍ​ກົງໃຫ້ແກ່​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ​ເປັນ​ເງິນ​ທັງໝົດ ຫຼາຍກວ່າ 1,6 ຕື້ໂດ​ລາ​ສະ​ຫະ​ລັດ ລວມ​ທັງ ຄ່າ​​ຊັບ​ພະ​ຍາ​ກອນ​ແຮ່​ທາດ​ທັງ​ໝົດຫຼາຍກ່​ວາ ​383 ລ້ານໂດ​ລາ​ສະ​ຫະ​ລັດ.

ຊ່ວຍເຫຼືອໂຮງຮຽນປະຖົມສົມບູນບ້ານຜາແກ້ວທີ່ຖືກພາຍຸພັດ

ຫຼາຍພາກສ່ວນມອບເງິນຊ່ວຍເຫຼືອໂຮງຮຽນປະຖົມສົມບູນບ້ານຜາແກ້ວ.

ພະຍຸລະດູຮ້ອນໄດ້ພັດເຂົ້າບ້ານຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ເມື່ອວັນທີ 11 ເມສາ 2022 ເວລາ 18:00 ຜ່ານມານີ້ ໄດ້ສ້າງຜົນເສຍຫາຍໃຫ້ໂຮງຮຽນບ້ານດັ່ງກ່າວຈຳນວນສອງຫຼັງ, ປັດຈຸບັນໂຮງຮຽນດັ່ງກ່າວນັ້ນກຳລັງຕ້ອງການຄວາມຊ່ອຍເຫຼືອ ເລື່ອງ:ວັດສະດຸກໍ່ສ້າງ ເພື່ອສ້ອມແປງໂຮງຮຽນທີ່ເປ່ເພໃຫ້ໄດ້ເຂົ້າໂຮງຮຽນເປັນປົກກະຕິ.

ດັ່ງນັ້ນມາໃນວັນທີ 22 ເມສາ 2022 ນີ້ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານຜາແກ້ວ,ບັນດານັກທຸລະກິດຜູ້ປະກອບການທາງພາກລັດແລະເອກະຊົນໄດ້ນໍາເງີນໄປຊ່ວຍເຫື່ລອໂຮງຮຽນບ້ານດັ່ງກ່າວເຊິງເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ຄໍາຝັ້ນ ວົງສະຫັວນ ຮອງເຈົ້າເມືອງໆປາກລາຍ,ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ,ທັງເປັນຫົວໜ້າຄະນະຊີ້ນໍາບ້ານໃຫ່ຍພັດທະນາບວມເລົາ-ຜາແກ້ວເມືອງປາກລາຍ ແຂວງໄຊຍະບູລີ,ມີບັນດາຄູ,ອາຈານ,ອໍານາດການປົກຄອງບ້ານເຂົ້າຮ່ວມ.

ພາກສ່ວນທີ່ໄດ້ມອບເງີນຊ່ວຍເຫືລອໂຮງຮຽນປະຖົມບ້ານຜາແກ້ວລວມມີ 11 ພາກສ່ວນໃນນີ້ມີ 7 ບໍລິສັດ,ສໍານັກງານຫ້ອງການພາກລັດ 4 ຫ້ອງການລວມມູນຄ່າທັງໝົດ 27ລ້ານກ່ວາກີບ.

ໃນໂອກາດດັ່ງກ່າວ ທ່ານ ຄໍາຝັ້ນ ວົງສະຫັວນ ໄດ້ມີຄໍາເຫັນໂອ້ລົມແລະຂອບໃຈມາຍັງມາຍັງຜູ້ປະກອບການທຸລະກິດທັງພາກລັດແລະເອກະຊົນທີ່ໄດ້ເສຍສະຫລະປັດໃຈປະກອບສ່ວນເຂົ້າໃນວຽກງານການສຶກສາກໍ່ຄືຜົນເສຍຫາຍທີ່ຖືກພະຍຸພັດເຮັດໃຫ້ອາຄານໂຮງຮຽນຖືກກະທົບເປເພ, ການຊ່ອຍເຫຼືອໃນຄັ້ງນີ້ແບບລັກສະນະ ແກ້ໄຂສຸກເສີນ ຕໍ່ເຫດການນີ້ ໄດ້ຊ່ອຍເຫຼືອເບື້ອງຕົ້ນ ດ້ານອຸປກອນສ້ອມແປງແລ້ວຈໍານວນໜຶ່ງໂດຍແມ່ນຫ້ອງການສຶກສາທິການ ແລະ ກິລາເມືອງ, ໄດ້ນໍາເອົາສັງກະສີ ແລະ ເປັນອຸປກອນຕ່າງໆ, ພະຍຸພັດ ເຂົ້າບ້ານຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ຕາມການສະຫຼຸບ ຂອງຫ້ອງການສຶກສາທການ ແລະ ກິລາເມືອງໄດ້ລາຍງານໃຫ້ຮູ້ວ່າ:ມູນຄ່າຜົນເສຍຫາຍ ທັງໝົດ 100 ຮ້ອຍລ້ານກ່ວາກີບ ແລະ ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ກັບຜູ້ປະກອບສ່ວນນໍາອີກ.

ແຫຼ່ງຂ່າວ: ສະຖານີວິທະຍຸ FM98,00 ເມືອງປາກລາຍຂ່າວສານ ແລະ ບັນເທີງ

ເອົາຫຍັງເຮັດໃຈ! ໂຈນໃຈບາບລັກຂ້າຄວາຍປະຊາຊົນ

ໂຈນໃຈບາບລັກຂ້າຄວາຍປະຊາຊົນ ເຂດເມືອງປາກງື່ມ.

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ:ໃນລະຫວ່າງວັນທີ 21-22 ເມສາ 2022 ໃນເວລາກາງຄືນ ໄດ້ມີຄົນຮ້າຍບໍ່ຊາບຊື່ ແລະ ຈຳນວນມາລັກຂ້າຄວາຍຂອງປະຊາຊົນ ຈຳນວນ 1 ໂຕ ຢູ່ບ້ານສົມຫວາດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ເຈົ້າຫນ້າທີ່ ເມືອງປາກງື່ມ ລາຍງານວ່າ: ຜູ້ເສຍຫາຍ ຜູ້ເສຍຫາຍທ້າວ ສະຫ່ວາງ ອາຍຸ 68 ປີ, ເຮັດນາ ບ້ານ ສົມສະຫວາດ ເມືອງ ປາກງື່ມ ຜົນເສຍ: ຄວາຍແມ່ດຳໃຫ່ຍ 1 ໂຕ ( ມູນຄ່າ: 10.000.000 ກີບ) ສິບລ້ານກີບ.

ປັດຈຸບັນ ໜ່ວຍງານວິຊາສະເພາະ ປກສ ເມືອງ ສືບຕໍ່ລົງເອົາຂໍ້ມູນຕື່ມອີກ ແລະ ລົງຕິດຕາມເປົ້າສົງຄາດກະວ່າມີ ສ່ວນກ່ຽວພັນກັບເຫດການທີ່ເກີດຂຶ້ນແມ່ນຈະລາຍງານພາຍຫຼັງ.

.

ຈຳນວນຜູ້ຕິດເຊື້ອບໍ່ໄດ້ເພີ່ມຂື້ນຄືດັ່ງທີ່ຄາດຄະເນໄວ້!

ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 25 ເມສາ 2022 ໂດຍ ທ່ານ ດຣ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ:

ສຳລັບ ສປປ ລາວ ເຮົາ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ຫຼຸດລົງຫຼາຍທຽບໃສ່ໄລຍະຜ່ານມາ, ມື້ນີ້ຈຳນວນຜູ້ຕິດເຊື້ອໃໝ່ກໍ່ເປັນອີກມື້ໜື່ງທີ່ມີລາຍງານໜ້ອຍກວ່າ 300 ກໍລະນີ , ນີ້ຖືວ່າເປັນສັນຍານທີ່ດີ ເພາະຕາມຄາດຄະເນໃນເບື້ອງຕົ້ນທີ່ຄາດວ່າໂຕເລກຜູ້ຕິດເຊື້ອຈະເພີ່ມຂື້ນຫຼາຍພາຍຫຼັງການສະເຫຼີມສະຫຼອງປີໃໝ່ລາວໃນອາທິດຜ່ານມາ, ຜ່ານການເຝົ້າລະວັງ 7 ວັນເຫັນວ່າຈຳນວນຜູ້ຕິດເຊື້ອບໍ່ໄດ້ເພີ່ມຂື້ນຄືດັ່ງທີ່ຄາດຄະເນໄວ້ ທັງນີ້ກໍ່ຍ້ອນທຸກຄົນ ໄດ້ຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດໃນການປ້ອງກັນການຕິດເຊື້ອ ລວມທັງຫຼາຍຄົນໄດ້ມີພຸມຄຸ້ມກັນ ເປັນຕົ້ນ ແມ່ນພູມຄຸ້ມກັນຈາກການສັກຢາວັກຊີນ ລວມທັງພູມຄຸ້ມກັນຈາກທີ່ເຄີຍຕິດເຊື້ອມາກ່ອນ.

ເຖີງຢ່າງໃດກໍ່ຕາມ, ເພື່ອຂໍການຮ່ວມມື ມາຍັງບັນດາທ່ານຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເພື່ອສ້າງເງື່ອນໄຂໃຫ້ພວກເຮົາສາມາດຜ່ອນຜັນມາດຕະການຕ່າງໆເຮັດໃຫ້ທຸກຄົນສາມາດໃຊ້ຊີວິດປົກກະຕິແບບໃໝ່ ໃນການທຳມາຫາກີນ ແລະ ຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະ ບາດພະ ຍາດໂຄວິດ-19 ເລີ້ມ ແຕ່ ທ້າຍປີ 2019 ເປັນຕົ້ນມາ.

ສຳລັບຜູ້ທີ່ຍັງລັງເລໃຈບໍ່ໝັ້ນໃຈທີ່ຈະຮັບວັກຊີນຈົ່ງພ້ອມກັນໄປສັກຢາວັກຊີນຕາມສະຖານທີ່ ບໍລິການທີໃກ້ບ້ານ,ໂດຍສະເພາະຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ກຸ່ມອາຍຸຕາມເປົ້້າໝາຍ, ສຳລັບຜູ້ທີ່ສັກເຂັມທີ່1,2 ຄົບກຳນົດແລ້ວ ກໍ່ໃຫ້ພາກັນໄປສັກເຂັມກະຕຸ້ນຫຼືເຂັມ 3, ເຂັມ 4 , ສຳລັບຜູ້ທີ່ຕິດເຊື້ອແລະ ປີ່ນປົວຫາຍດີກໍ່ໃຫ້ໄປສັກຢາວັກຊີນເຂັມຕໍ່ໄປພາຍຫຼັງຄົບກຳນົດປີ່ນປົວ 2 ເດືອນ ຂື້ນໄປ .

ກອງປະຊຸມສະຫຼຸບຕີລາຄາ ການຮັບ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ

(ສພຊ) ເພື່ອສະຫຼຸບ, ຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບການຄົ້ນຄວ້າ, ພິຈາລະນາຄໍາຮ້ອງຂໍຄວາມເປັນທຳໃນໄລຍະຜ່ານມາ ແລະ ທິດທາງກົນໄກການພິຈາລະນາຄຳຮ້ອງຂໍຄວາມເປັນທຳ ໃນຕໍ່ໜ້າ; ເພື່ອສ້າງຄວາມ ເປັນເອກະພາບໃນການປະຕິບັດພາລະບົດບາດຂອງພາກສ່ວນກ່ຽວຂ້ອງໃນການຄົ້ນຄວ້າ, ພິຈາລະນາຄໍາຮ້ອງທຸກ ໃຫ້ມີຄວາມສອດຄ່ອງກັບພາລະບົດບາດ, ສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ; ເພື່ອກວດກາຄືນເນື້ອໃນ ຮອບດ້ານ ຂອງຮ່າງປັບປຸງກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກກ່ອນນຳເຂົ້າສູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີIX ທີ່ຈະມາເຖິງນີ້.

ເນື້ອໃນທີ່ນໍາເຂົ້າກອງປະຊຸມຄັ້ງນີ້ ປະກອບມີ: ບົດສະຫຼຸບ, ຕີລາຄາ ແລະຖອດຖອນບົດຮຽນ ການຮັບ ແລະ ພິ ຈາລະນາຄໍາຮ້ອງຂໍຄວາມເປັນທຳ ໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ຂອງຄະນະປະຈຳສະພາແຫ່ງຊາດ;ບົດ ສະເໜີບົດຮຽນການຕິດຕາມກວດກາ ຂອງລັດຖະສະພາຂອງຕ່າງປະເທດໃນຂົງເຂດວຽກງານຍຸຕິທຳ; ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກສະບັບປັບປຸງ (ກວດກາເນື້ອໃນຄືນກ່ອນນໍາເຂົ້າກອງປະຊຸມເຫັນຕໍ່ບັນດາເນື້ອໃນຕ່າງໆຢ່າງກົງໄປກົງມາ.

ໃນລະຫວ່າງວັນທີ 22-23 ເມສາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນກໍາມາທິການຍຸຕິທໍາ (ກມຍທ) ສະ ພາແຫ່ງຊາດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາລາຄາ ການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງ ຄະນະ ປະຈໍາ ແລະ ທາບທາມກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານ ກໍາມາທິຍຸຕິທໍາສະພາແຫ່ງຊາດມີບັນດາທ່ານຄະນະຮັບຜິດຊອບປັບປຸງກົດໝາຍ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຮອງປະທານສານປະຊາຊົນສູງສຸດ, ປະທານ ແລະ ຮອງປະທານສະພາປະຊາຊົນນຂັ້ນແຂວງ, ຮອງ ປະທານກໍາມາທິການ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ບັນດາທ່ານອະດິດການນໍາ, ຕາງໜ້າຈາກສໍານັກງານ ແລະ ອົງການຕ່າງໆອ້ອມຂ້າງສູນກາງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ນ້ອງໆນັກສຶກສາທີ່ຈົບສາຂາຕໍ່ໄປນີ້ ສະໝັກໄດ້ເລີຍ!

ກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະກາດ ຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2022

ກົມຈັດຕັ້ງ-ພະນັກງານ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂໍຖືເປັນກຽດແຈ້ງມາຍັງທ່ານທີ່ ມີຄວາມສົນໃຈຢາກສະຫມັກສອບເສັງເຂົ້າເປັນລັດຖະກອນໃຫມ່ ສໍາລັບນັກສຶກສາທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຕ້ອງການສະຫມັກເຂົ້າເຮັດວຽກ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ປະຈໍາປີ 2022 ຈໍານວນ 02 ຕໍາແຫນ່ງງານ ເຊິ່ງມີລາຍລະອຽດດັ່ງນີ້:

ລະດັບວິຊາສະເພາະ ປະລິນຍາຕີ ແລະ ວິຊາສະເພາະທີ່ຕ້ອງການລະອຽດດັ່ງລຸ່ມນີ້:

  • ການເມືອງວິທະຍາ
  • ລັດທິສັງຄົມນິຍົມວິທະຍາສາດ
  • ໂລຊິກສາດ
  • ປັດຊະຍາ
  • ກໍ່ສ້າງພັກ
  • ປະຫວັດສາດພັກ
  • ບັນຊີ-ການທະນາຄານ
  • ການບໍລິຫານທຸລະກິດ

I. ເງື່ອນໄຂສະຫມັກເຂົ້າເປັນລັດຖະກອນ:

  • ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 03 ປີຂຶ້ນໄປ
  • 2. ມີມະນຸດສໍາພັນດີ, ບໍ່ເຄີຍຖືກໂທດ ຫຼື ຖືກປະຕິບັດວິໄນໃດໆ ມາກ່ອນ ແລະ ມີຄວາມຕັ້ງໃຈຢາກປະກອບ ສ່ວນເຂົ້າໃນການພັດທະນາວຽກງານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແທ້

ອ່ານລາຍລະອຽດໃນແຈ້ງການ

ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງ ຈະກາຍເປັນແຫຼ່ງທ່ອງທ່ຽວ

ບໍລິສັດ ລາວກຣີນພາວເວີຄອບໄປເຣຊັນ ຈໍາກັດ ຈົກທຶນ 15 ລ້ານໂດລາສະຫະລັດ ສໍາປະທານທີ່ດິນຂອງລັດ ໃນເນື້ຶອທີ່ 33 ເຮັກຕາ 3.294 ຕາແມັດ ຢູ່ບ້ານຈ່ານໃຕ້ ເມືອງຈອມເພັດ ແຂວງຫຼວງພະບາງ ເພື່ອພັດທະນາເປັນໂຮງແຮມ-ຣີສອດ,ບ້ານຈັດສັນ,ບ້ານພັກ, ສວນສັດ,ສວນຟື້ນຟູສຸຂະພາບ(ສວນ ສາທາລະນະອອກກໍາລັງກາຍ), ສວນພຶດສາສາດ ແລະ ແຫຼ່ງທ່ອງທ່ຽວແບບທໍາມະຊາດ.

ເຊິ່ງໄດ້ຈັດພິທີລົງນາມເຊັນສັນຍາໃນ ວັນທີ 20 ເມສາ 2022 ນີ້ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງຫຼວງພະບາງ ລະຫວ່າງ ທ່ານ ຈິນດາວົງ ໂພສີຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ກັບ ທ່ານ ໄຊຊະນະ ທອງຄໍາຈັນ ຮອງອໍານວຍການ ບໍລິສັດ ລາວກຣີນ ພາວເວີຄອບໄປເຣຊັນ ຈໍາກັດ, ມີທ່ານເຈົ້າເມືອງໆຈອມເພັດ, ມີບັນດາຫົວຫນ້າພະແນກການອ້ອມຂ້າງທີ່ກ່ຽວ ຂ້ອງ ພ້ອມດ້ວຍພະນັກງານຂອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.

ສໍາລັບເນື້ອທີ່ດິນທີ່ສໍາປະທານ 33 ເຮັກຕາ 3.294 ຕາແມັດ, ມີອາຍຸສັນຍາ 30 ປີ, ມູນຄ່າການລົງທຶນ 15 ລ້ານໂດລາ ສະຫະລັດ ແລະ ທຶນຈົດທະບຽນ 5 ລ້ານໂດລາສະຫະລັດ, ສ່ວນປະຊາຊົນຜູ້ທີ່ຖືກຜົນກະທົບໃນເຂດຂອງການກໍ່ສ້າງໂດຍແມ່ນບໍລິສັດເປັນຜູ້ຊົດເຊີຍໃຫ້ປະຊາຊົນ.

ພ້ອມນັ້ນບໍລິສັດຈະໄດ້ມອບເງິນຄໍ້າປະກັນໂຄງການຈໍານວນ 30.000 ໂດລາສະຫະລັດ, ເຊິ່ງເງິນດັ່ງກ່າວຈະໄດ້ສົ່ງຄືນບໍລິສັດ ພາຍຫຼັງໄດ້ ກໍ່ສ້າງພື້ນຖານໂຄງລ່າງຂອງໂຄງການສໍາເລັດເກີນ 25%. ສ່ວນຄ່າສໍາປະທານແມ່ນປະຕິບັດຕາມລັດຖະບັນຍັດຂອງປະທານປະເທດແຫ່ງ ສປປ.ລາວ ວ່າດ້ວຍອັດຕາຄ່າເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ສະບັບເລກທີ 02/ປປທ,ລົງວັນທີ18/11/2009, ສະ ນັ້ນທາງພະແນກການເງິນແຂວງໄດ້ຄິດໄລ່ຄ່າສໍາປະທານນໍາບໍລິສັດເນື້ອທີ່ສ້າງໂຮງແຮມ-ຣີສອດ 1. ເຮັກຕາແມ່ນ 70.000 ໂດລາສະຫະລັດຕໍ່ປີ,ຄ່າສໍາປະທານເນື້ອທີ່ສ້າງແຫຼ່ງທ່ອງທ່ຽວ 27 ເຮັກຕາ 3.294 ຕາແມັດ 10.932 ໂດລາສະຫະລັດຕໍ່ປີ,ຄ່າສໍາປະທານທີ່ສ້າງບ້ານຈັດສັນ-ບ້ານພັກ ລວມ 5 ເຮັກຕາ ແມ່ນ 50.000 ໂດລາສະຫະລັດຕໍ່ປີ.

ລວມຄ່າສໍາປະທານທີ່ດິນທັງໝົດ 130.932 ໂດລາ ສະຫະລັດຕໍ່ປີ.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ