ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການ! ເລື່ອງ ເປີດການເຂົ້າ – ອອກ ດ່ານສາກົນຄືນ ທຸກດ່ານຢູ່ແຂວງບໍ່ແກ້ວ.

.

ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການ! ເລື່ອງ ເປີດການເຂົ້າ – ອອກ ດ່ານສາກົນຄືນ ທຸກດ່ານຢູ່ແຂວງບໍ່ແກ້ວ.
.
ເຈົ້າໜ້າທີ່ ປກສ ນະຄອນໄກສອນ ຈັບກຸມຕົວເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 381 ມັດ ເທົ່າກັບກັບ 762.078 ເມັດ ພ້ອມສິ່ງຜິດກົດໝາຍອີກຫຼາຍຢ່າງ.
ໃນວັນທີ 16 ພຶດສະພາ 2022 ນີ້, ເຈົ້າໜ້າທີ່ກອງບັນຊາການປ້ອງການຄວາມສະຫງົບ (ປກສ)ນະຄອນໄກສອນພົມວິຫານ ໄດ້ລາຍງານຕໍ່ນັກຂ່າວຂອງພວກເຮົາວ່າ: ໃນວັນທີ 13/5/2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ.
ໃນເວລາປະມານ 13 ໂມງ ຂອງວັນດຽວກັນນີ້ ເມື່ອເຄື່ອນໄຫວມາຮອດເຂດບ້ານຫົວເມືອງໃຕ້ ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ, ເມື່ອເປົ້າໝາຍເຫັນເຈົ້າໜ້າທີ່ກໍ່ໄດ້ເອົາຕົວຫຼົບໜີ ແລ້ວຖິ້ມເຄື່ອງຂອງກາງໄວ້ໃນສະຖານທີ່ດັ່ງກ່າວ. ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ (ຢາບ້າ) ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສຸມກໍາລັງຕິດຕາມຊອກຄົ້ນຫາເປົ້າໝາຍດັ່ງກ່າວເພື່ອຈັບກຸມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ຈົນຮອດເວລາປະມານ 20 ໂມງຂອງວັນດຽວກັນ ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ເຊິ່ງມີຊື່ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ, ອາຊີບວ່າງງານ, ບ້ານລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ , ພ້ອມທັງທໍາການກວດຄົ້ນຕົວຂອງຜູ້ກ່ຽວໄດ້ພົບເຫັນຢາອີ ຈໍານວນ 16 ເມັດ ຊຸກເຊື່ອງໄວ້ໃນຖົງໂສ້ງທາງເບື້ອງຂວາ, ມີໂທລະສັບມືຖືຍີ່ຫໍ້ຊໍາຊຸງ A72 ສີດໍາ 1 ໜ່ວຍ. ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ້ກ່ຽວພັກອາໄສຢູ່ບ້ານຫົວເມືອງໃຕ້ ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວໄດ້ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື:
ຢາເສບຕິດ (ຢາບ້າ) ຈໍານວນ 378 ມັດ ກັບອີກ 78 ເມັດ ເທົ່າກັບ 756.078 ເມັດ, ຢາອີ ຈໍານວນ 4 ຖົງ ເທົ່າກັບ 361 ເມັດ, ອາວຸດປືນສັ້ນ 1 ກະບອກ ພ້ອມລູກກະສຸນຈໍານວນ 60 ລູກ. ລວມເຄື່ອງຂອງກາງທັງໝົດທີ່ຢຶດໄດ້ມີຢາບ້າ 381 ມັດ ກັບອີກ 78 ເມັດ ເທົ່າກັບ 762.078 ເມັດ, ຢາອີ 377 ເມັດ, ປືນສັ້ນ 1 ກະບອກ ພ້ອມກະສຸນ 60 ລູກ ແລະພາຫະນະລົດຈັກຍີ່ຫໍ້ຮອນດ້າ ລຸ້ນສະກຸບປີ້ໄອສີຄີມ 1 ຄັນ; ສໍາລັບຜູ້ກະທໍາຜິດແມ່ນຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.
ຂໍ້ມູນ ແລະ ຮູບພາບຈາກ: ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ
ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເປີດບໍ່ແຮ່ໃຕ້ດິນຢູ່ ບໍ່ຄຳ-ທອງ ເຊໂປນຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ.
ວັນທີ 16 ພຶດສະພາ ທີ່ຜ່ານມາ, ຜູ້ມີສ່ວນຮ່ວມຈາກຊຸມຊົນ ແລະ ພາກລັດຖະບານໄດ້ຢ້ຽມຢາມ ບໍ່ຄຳ-ທອງ ເຊໂປນຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ເພື່ອ ເປີດ ບໍ່ແຮ່ໃຕ້ດິນທັນສະໄໝແຫ່ງທຳອິດ ໃນ ສປປ ລາວ.
ດ້ວຍປະລິມານສະສົມແຮ່ເພື່ອສຳຫຼວດທີ່ມີຫຼາຍກວ່າ 9,5 ລ້ານໂຕນ ແລະ ການຜະລິດແຮ່ທີ່ຄາດວ່າຈະເພີ່ມຂຶ້ນຈາກ 400.000 ໂຕນໃນປີ 2023 ເປັນ 1,2 ລ້ານໂຕນຕໍ່ປີ ໃນປີຕໍ່ໆມາ, ຄາດວ່າ “ອຸມົງສຳຫຼວດບໍ່ໃຕ້ດິນດິສໂຄເວີຣີດິບ” ຈະຂະຫຍາຍອາຍຸບໍ່ຄຳ-ທອງ ເຊໂປນ ໄປອີກ 7 ປີເປັນຢ່າງຕ່ຳ ໄປເຖິງປີ 2030 ແລະ ປະກອບສ່ວນຕໍ່ການຫລຸດຜ່ອນ ຄວາມທຸກຍາກ ແລະ ການພັດທະນາທີ່ຍືນຍົງໃນຊຸມຊົນເຈົ້າພາບ.
ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ປະທານຄະນະກຳມະການຄຸ້ມຄອງໂຄງການຄຳ-ທອງ ເຊໂປນ), ທ່ານນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງໆວິລະບູລີ ພ້ອມການນຳຊຸມຊົນຈາກ ເມືອງວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງເປັນທີ່ຕັ້ງຂອງບໍ່ຄຳ-ທອງ ເຊໂປນ ແລະ ເຈົ້າໜ້າທີ່ພາກລັດ ໄດ້ໃຫ້ກຽດເຂົ້າຮ່ວມງານຄັ້ງນີ້.
ທ່ານ ພໍ ແຮຮິສ, ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: “ໂຄງການຄຳ-ທອງ ເຊໂປນ ມີປະຫວັດສາດການຂຸດຄົ້ນບໍ່ແຮ່ມາຫຼາຍພັນປີ. ການພັດທະນາໃໝ່ນີ້ຈະນຳໃຊ້ອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ກ້າວໜ້າ ເພື່ອ ຖ່າຍທອດຄວາມຮູ້ ແລະ ທັກສະໃຫ້ແກ່ ພະນັກງານ ແລະ ຜູ້ຮັບເໝົາຄົນລາວ ກໍຄື ວິຊາການມືອາຊີບດ້ານບໍ່ແຮ່ທີ່ເປັນຄົນລາວ ເພື່ອວາງມາດຕະຖານໃໝ່ໆໃນການຂຸດຄົ້ນບໍ່ແຮ່ໃຕ້ດິນ.”
ທ່ານ ສະໝານ ອະເນກາ,ຜູ້ອໍານວຍການໃຫຍ່ ລຊມລ ໄດ້ກ່າວຂອບໃຈຄະນະຜູ່ແທນຈາກພາກລັດຂັ້ນສູນກາງ, ແຂວງ, ເມືອງ ແລະ ຕາງຫນ້າຈາກຊຸມຊົນທ້ອງຖິ່ນ ອ້ອມຂ້າງ ທີ່ໄດ້ເຂົ້າມາຮ່ວມໃນພິທີເປີດບໍ່ແຮ່ໃຕ້ດິນຄັ້ງນີ້. ພ້ອມກັນນີ້ ທ່ານສະໝານ ກໍຍັງໄດ້ກ່າວຕື່ມອີກວ່າ “ດ້ານການພັດທະນາຊຸຸມຊົນແມ່ນໄດ້ມີ ກອງທຶນພັດທະນາຊຸມຊົນ ທີ່ໄດ້ປະກອບສ່ວນໃນການພັດທະນາຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນໃນ3 ຂະແໜງການຫຼັກ ຄື: ດ້ານການຜະລິດສະບຽງອາຫານ, ສຸກຂະພາບຊຸມຊົນ ແລະ ການສຶກສາຂອງ ຄົນຮຸ່ນໃໝ່. ບໍ່ໄຕ້ດິນນີ້ ເປັນບໍ່ທໍາອິດ ໃນ ສປປ ລາວ ທີ່ສອດຄ່ອງກັບຂັ້ນຕອນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງໄດ້ປະກອບສ່ວນ US$11 ລ້ານ ເຂົ້າໃສ່ກອງທຶນພັດທະນາຊຸມຊົນ ແລະ ສ້າງລາຍໄດ້ກວ່າ US$49 ລ້ານ ໃຫ້ແກ່ກຸ່ມທຸລະກິດທ້ອງຖິ່ນ.”
ລຊມລ ໄດ້ນຳເອົາ ຊ່ຽວຊານສະເພາະດ້ານຕ່າງປະເທດ ແລະ ອຸປະກອນ ເຂົ້າມາ ສປປ ລາວ ສຳລັບ ໂຄງການສຳຄັນຄັ້ງນີ້.
ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ລັດຖະບານລາວ ຮັບຮູ້ວ່າ ອຸດສາຫະກຳບໍ່ແຮ່ເປັນຂະແໜງການບູລິມະສິດຍ້ອນ ການປະກອບສ່ວນມະຫາສານຕໍ່ການພັດທະນາເສດຖະກິດ. ພ້ອມກັນນັ້ນ, ບໍລິສັດ ລຊມລ ກໍຍັງໄດ້ຮັບການຢັ້ງຢືນລະດັບ A+ ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຢ່າງສະເໝີມາ ຍ້ອນສາມາດຮັກສາມາດຕະຖານສາກົນໄດ້ຢ່າງສະເໝີຕົ້ນສະເໝີປາຍ.
ທ່ານ ພໍ ແຮຣິສ໌ ໄດ້ກ່າວຕື່ມວ່າ: “ການຂຸດຄົ້ນບໍ່ແຮ່ໃຕ້ດິນຈະສ້າງຜົນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມຂັ້ນ ປະເທດ, ພາກພື້ນ ແລະ ທ້ອງຖິ່ນ ກໍຄື ຜູ້ມີສ່ວນຮ່ວມ ແລະ ຊຸມຊົນເຈົ້າພາບຂອງພວກເຮົາ. ການຂຸດຄົ້ນບໍ່ແຮ່ໃຕ້ດິນຈະປະຢັດຫຼາຍກວ່າສຳລັບແຫຼ່ງແຮ່ທີ່ຢູ່ຊັ້ນເລິກກວ່າ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມທີ່ຕ່ຳກວ່າຫຼາຍເມື່ອສົມທຽບໃສ່ ການຂຸດຄົ້ນບໍ່ແຮ່ເປີດໜ້າດິນ. ທີ່ ລຊມລ, ພວກເຮົາໝາຍໝັ້ນໃນການບັນລຸມາດຕະຖານສູງທີ່ສຸດດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ ແລະ ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນເພື່ອແບ່ງປັບຜົນປະໂຫຍດຢ່າງທົ່ວເຖິງ.”
ການສຳຫຼວດໃຕິດິນຢູ່ ບໍ່ຄຳ-ທອງ ເຊໂປນ ຈະດຳເນີນຕະຫຼອດຮອດປີ 2023, ໂດຍຄາດວ່າ ການຜະລິດຈາກ ການຂຸດຄົ້ນບໍ່ແຮ່ໃຕ້ດິນນີ້ແມ່ນຈະເລີ່ມໃນກາງປີ 2023. ບໍ່ໃຕ້ດິນຈະ ຂະຫຍາຍເຖິງ 450 ແມັດໃຕ້ໜ້າດິນ. ທາງເຂົ້າອຸມົງເພື່ອເຈາະສຳຫຼວດໃຕ້ດິນ ຈະມີຄວາມຍາວຫຼາຍກວ່າ 1.800 ແມັດ, ສູງ 5 ແມັດ, ກວ້າງ 5 ແມັດ ເພື່ອອຳນວຍໃຫ້ລົດຈົກ ແລະ ເຄື່ອງເຈາະທີ່ທັນສະໄໝ.
ລຊມລ ໄດ້ ດຳເນີນການຂຸດຄົ້ນບໍ່ແຮ່ຄຳ-ທອງເຊໂປນ ແບບເປີດໜ້າດິນຢູ່ ແຂວງສະຫວັນນະເຂດ ຕັ້ງແຕ່ປີ 2003 ເປັນຕົ້ນມາ. ໃນສອງທົດສະຫວັດຜ່ານມາ, ລຊມລ ໄດ້ປະກອບສ່ວນຫຼາຍກວ່າ US$1,6 ຕື້ ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ ແລະ ຄ່າຊັບພະຍາກອນແຮ່ທາດ, ຫຼາຍຮ້ອຍລ້ານໂດລາເປັນຜົນປະໂຫຍດທາງອ້ອມ ຜ່ານການພັດທະນາຊຸມຊົນ, ການສ້າງວຽກເຮັດງານທຳ ແລະ ການຝຶກອົບຮົມສ້າງສີມືແຮງງານ.
ລຊມລ ໝາຍໝັ້ນ ເປັນບໍລິສັດບໍ່ແຮ່ຕົວແບບທີ່ດີເລີດ ແລະ ເປັນຄູ່ຮ່ວມພັດທະນາຂະແໜງບໍ່ແຮ່ ຢູ່ໃນ ສປປ ລາວ.
ຂໍ້ມູນ ແລະ ຮູບພາບ: ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ບໍ່ຄຳ-ທອງ ເຊໂປນ)
ກໍານົດ 13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11 ຫຼື ຊຽງຂວາງເກມ
ລັດຖະບານລາວໄດ້ກໍານົດເອົາວັນທີ 13-22 ທັນວາ 2022 ເປັນມື້ເປີດ-ປິດງານກິລາແຫ່ງຊາດຄັ້ງທີ 11 ຫຼືຊ ຽງຂວາງເກມ ແລະມາຮອດປະຈຸບັນ, ຊຽງຂວາງໄດ້ມີຄວາມພ້ອມ 70% ໃນການເປັນເຈົ້າພາບຈັດງານ. ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງໃຫ້ສໍາພາດຕໍ່ນັກຂ່າວ CRI ໃນວັນທີ 16 ພຶດສະພາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງວ່າ:
ປະຈຸບັນຊຽງຂວາງໄດ້ມີຄວາມພ້ອມການເປັນເຈົ້າພາບຈັດງານກິລາແຫ່ງຊາດພາຍໃຕ້ຄໍາຂວັນ: “ເປັນເຈົ້າພາບຮ່ວມກັນທີ່ດີ ” ໂດຍໄດ້ກໍານົດເອົາວັນທີ 13 ທັນວາ ເຊິ່ງເປັນວັນເກີດຂອງທ່ານ ປະທານໄກສອນ ພົມວິຫານ ອະດີດປະທານປະເທດແຫ່ງ ສປປ ລາວ ເປັນມື້ເປີດງານກິລາແຫ່ງຊາດ ຄັ້ງທີ 11 ແລະເອົາວັນທີ 22 ທັນວາ 2022 ເປັນມື້ປິດງານ. ທ່ານໃຫ້ຮູ້ອີກວ່າ:
ປະຈຸບັນ,ພວມກະກຽມບຸກຄະລາກອນຄືນໃໝ່ ພາຍຫຼັງທີ່ໄດ້ມີການຍົກເລີກມາຫຼາຍຄັ້ງ ໂດຍໄດ້ປັບປຸງບຸກຄະລາກອນຜູ້ທີ່ຈະຮັບຜິດຊອບໃນ 10 ອະນຸກໍາມະການໃຫຍ່, ສ່ວນທາງດ້ານພື້ນຖານໂຄງລ່າງແມ່ນໄດ້ມອບໃຫ້ກອງເລຂາພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ເພື່ອກວດກາຄືນໃໝ່ສະໜາມແຂ່ງຂັນກິລາ, ບານເຕະ, ປິ່ງປ່ອງ ແລະອື່ນໆ ພ້ອມທັງຂຶ້ນແຜນສ້ອມແປງຈຸດທີ່ຍັງຄົງຄ້າງໃຫ້ຮັບປະກັນໃນການຈັດງານມະຫາກໍາກິລາຄັ້ງນີ້.ໃນດ້ານຄວາມກຽມພ້ອມການແຂ່ງຂັນກິລາປະເພດຕ່າງໆແມ່ນຈະເລີ່ມແຕ່ວັນທີ 9 ພະຈິກເປັນຕົ້ນໄປ ແລະບາງປະເພດກິລາແມ່ນຈະຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ. ທ່ານກ່າວຕື່ມອີກວ່າ:ສ່ວນດ້ານງົບປະມານແມ່ນໄດ້ກວດສອບຄືນໃໝ່ເພື່ອຈະນໍາສະເໜີລັດຖະບານຊອກຫາວິທີແກ້ໄຂ.ມາຮອດປະຈຸບັນນັບແຕ່ສູນກາງຈົນຮອດທ້ອງຖິ່ນກໍຄືຊາວແຂວງຊຽງຂວາງແມ່ນມີຄວາມຄອງຄອຍໃນການເປັນເຈົ້າພາບຮ່ວມກັນທີ່ດີ.
ໃນຄັ້ງວັນທີ່ 12 ຫາ 13 ພຶດສະພາ 2022 ທີ່ຜ່ານມານີ້, ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ, ອົງການອະນຸລັກສັດປ່າປະຈໍາລາວ(NGO WCS) ແລະ ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ(HI) Humanity & Inclusion Lao PDR ປະຈໍາຢູ່ແຂວງຫົວພັນ ໄດ້ຈັດກິດຈະກໍາຝຶກອົບຮົມກ່ຽວກັບລະເບີດບໍ່ທັນແຕກ ໃຫ້ແກ່ກຸ່ມບໍລິການນັກທ່ອງທ່ຽວຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຢູ່ບ້ານນໍ້າປຸ່ງ ແລະ ບ້ານສາກົກ ເມືອງຮ້ຽມ ແຂວງຫົວພັນ.
ໃນການຝຶກອົບຮົມຄັ້ງນີ້ໄດ້ມີນັກສໍາມະນາກອນທີ່ເປັນກຸ່ມບໍລິການນັກທ່ອງທ່ຽວຂອງອຸທິຍານຢູ່ບ້ານນໍ້າປຸ່ງເຂົ້າຮ່ວມທັງໝົດ 22 ທ່ານ (ຍິງ 07 ທ່ານ/ຊາຍ 15 ທ່ານ) ແລະ ບ້ານສາກົກເຂົ້າຮ່ວມທັງໝົດ 36 ທ່ານ (ຍິງ 13 ທ່ານ/ຊາຍ 23 ທ່ານ)ຂໍຂອບໃຈຢ່າງສຸດຊຶ້ງມາຍັງອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI) ແຂວງຫົວພັນ ໃນການຝຶກອົບຮົມອັນລໍາຄ່າຄັ້ງນີ້.
ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ
ວັນທີ 16 ພຶດສະພາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຂັ້ນສູງ ສສ ຫວຽດນາມ ນໍາໂດຍ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມສັນຖະ ວະໄມຕີ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະພາ ນີ້.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການປະກອບສ່ວນ ຮັດແໜ້ນສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ການມາຢ້ຽມຢາມຄັ້ງນີ້ ແມ່ນຢູ່ທ່າມກາງທີ່ສອງພັກ, ສອງລັດລາວ-ຫວຽດນາມ ກະກຽມຄວາມພ້ອມການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ກໍຄື ສະເຫລີມສະຫລອງວັນເຊັນສົນທິສັນຍາມິດຕະພາບແລະ ການຮ່ວມມື ຄົບຮອບ 54 ປີ(18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ(05/09/1962-05/09/2022) ໃຫ້ມີບັນຍາ ກາດຟົດຟື້ນ. ໂອກາດນີ້, ສະຫາຍ ເວືອງ ດິງ ເຫວະ ໄດ້ຕາງໜ້າຄະນະສະແດງຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະແມ່ນເຮັດວຽກຮ່ວມກັບສະພາແຫ່ງຊາດລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຊາບ.
ແຫຼ່ງຂ່າວ: ປະເທດລາວ
3 ເດືອນຕົ້ນປີ 2022 ແຂວງສາລະວັນ ສາມາດມ້າງລາຍຄະດີຢາເສບຕິດໄດ້ 29 ເລື່ອງຍຶດຢາບ້າໄດ້ 89,845 ເມັດ.
ພັຕ ແສງສຸລີ ວົງສາລາດ ຫົວໜ້າພະແນກສະກັດກັ້ນຕ້ານຢາເສບຕິດ ທັງເປັນກອງເລຂາແກ້ໄຂບັນຫາຢາເສບຕິດແຂວງຂັ້ນແຂວງ ຈາກກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 12 ພືດສາພາ 2022 ວ່າ: ໄລຍະ 03 ເດືອນຕົ້ນປີ 2022 ສາມາດມ້າງລາຍຄະດີຢາເສບຕິດທັງໝົດໄດ້ 29 ເລື່ອງ, ກັກຜູ້ຖືກຫາໄດ້ທັງໝົດ 42 ຄົນ, ຍິງ 02 ຄົນ, ຢຶດຂອງກາງໄດ້ທັງໝົດມີຄື:
ປະເພດຢາບ້າໄດ້ 89,845 ເມັດ, ຢາໄອສ໌ 10 ຖົງນ້ອຍ, ຕໍ່ກັບບັນຫາດັ່ງກ່າວທາງເຈົ້າໜ້າທີ່ຈິ່ງໄດ້ສືບຕໍ່ເພີ່ມທະວີປະສານສົມທົບກັບບັນດາກົມກອງອ້ອມຂ້າງແຂວງ, ກົມກອງວິຊາສະເພາະຂັ້ນເມືອງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງທ້ອງຖິ່ນຢ່າງເປັນປົກກະຕິ ແລະແຂງແຮງ, ເນື່ອງນິດລຽນຕິດ ເພື່ອຊອກຮູ້, ຊອກໃຫ້ເຫັນທົ່ວໄປ, ບ່ອນຜະລິດ, ຜູ້ຂົນສົ່ງ, ຜູ້ຄ້າ-ຂາຍ ແລະ ເປົ້າໝາຍຢາເສບຕິດ, ພ້ອມໂຄສະນາປູກຈິດສຳນຶກ ແລະສຶກສາອົບຮົມປະຊາຊົນໃຫ້ເຫັນຜົນຮ້າຍຂອງຢາເສບຕິດຢ່າງກວ້າງຂວາງດ້ວຍຫຼາຍຮູບການ, ຫຼາຍວິທີ ແລະ ຫຼາຍລະດັບ. #ທ່ານຍັງໄດ້ກ່າວຕໍ່ໄປອີກວ່າ: ພະແນກສະກັດກັ້ນຕ້ານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງສາລະວັນ ຍັງໄດ້ຕິດຕາມກວດກາຂຶ້ນບັນຊີເປົ້າໝາຍທີ່ພົວພັນກັບຢາເສບຕິດ ລວມມີທັງໝົດ 5.836 ຄົນ, ຍິງ 49 ຄົນ ໃນນັ້ນເປົ້າໝາຍເສບຢາເສບຕິດ 5.132 ຄົນ, ຍິງ 33 ຄົນ, ເປົ້າໝາຍຄ້າຂາຍຢາເສບຕິດ 704 ຄົນ, ຍິງ 16 ຄົນ, ເຊິ່ງມີແຜນກວດລ້າງ, ກັກຍືດໃຫ້ນັບມື້ຫຼຸດນ້ອຍຖອຍລົງ ທັງນີ້ກໍ່ເພື່ອເປັນການປະຕິບັດຕາມວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານໃຫ້ປະກົດຜົນເປັນຈິງ.
ແຫຼ່ງຂ່າວ: ຄວາມສະຫງົບ
ເພື່ອຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາວຽກງານ ທີ່ຕິດພັນກັບການບໍລິການ ເຂົ້າ-ອອກເມືອງ ກໍ່ຄືການຮອງຮັບຄົນເຂົ້າ-ອອກເມືອງ ໃນເງື່ອນໄຂທີ່ ສປປ ລາວ ເປີດປະເທດເຕັມຮູບແບບ ໃຫ້ມີຄວາມຄວາມຄ່ອງຕົວ, ສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ, ປອດໄພ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນຕອນເຊົ້າ ວັນທີ 13 ພຶດສະພາ ທີ່ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ສະໜາມບິນສາກົນວັດໄຕ.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບສະພາບການເຄື່ອນ ໄຫວວຽກງານຂອງດ່ານ ເຫັນວ່າ: ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນໄລຍະວັນທີ 9-12 ພຶດສະພາ ມີຄົນຜ່ານດ່ານ ຂາເຂົ້າ ຈຳນວນ 1.619 ຄົນ, ຍິງ 675 ຄົນ; ຂາອອກ ຈໍານວນ 2.101 ຄົນ, ຍິງ 873 ຄົນ; ມີລົດເຂົ້າ 260 ຄັນ ແລະ ລົດອອກ 956 ຄັນ. ສໍາລັບຢູ່ສະໜາມບິນສາກົນວັດໄຕ, ໃນປະຈຸບັນ ມີສາຍການບິນ ເຂົ້າ-ອອກປະເທດ ຈຳນວນ 18 ຖ້ຽວ/ອາທິດ, ບິນໄປ 6 ປະເທດ ຄື:
ເກົາຫຼີໃຕ້, ໄທ, ຫວຽດນາມ, ສິງກະໂປ, ຈີນ ແລະ ມາເລເຊຍ; ໃນໄລຍະແຕ່ວັນທີ 9-12 ພຶດສະພາ ມີຜູ້ໂດຍສານຂາເຂົ້າຕ່າງປະເທດ ຈໍານວນ 691 ຄົນ, ຍິງ 188 ຄົນ; ຜູ້ໂດຍສານຂາອອກຕ່າງປະເທດ ຈຳນວນ 861 ຄົນ, ຍິງ 282 ຄົນ; ສະເພາະ ສາຍການບິນພາຍໃນ ມີສາຍການບິນລາວ ແລະ ສາຍການບິນລາວສະກາຍເວ,ໃນນັ້ນ ສາຍການບິນລາວ ບິນໄປ 7 ແຂວງ ຄື: ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ; ສາຍການບິນລາວສະກາຍເວ ບິນໄປ 9 ແຂວງ ຄື: ຈຳປາສັກ, ສະຫວັນນະເຂດ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ.ການລົງຊຸກຍູ້ຢູ່ແຕ່ລະຈຸດ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປກວດກາເບິ່ງ ສະຖານທີ່ ແລະ ຈຸດບໍລິການຕ່າງໆ, ລວມທັງ ການປະຕິບັດວຽກງານຕົວຈິງ ຂອງພະນັກງານ ພາຍໃນດ່ານ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳ ໃຫ້ພະນັກງານ ແລະ ເຈົ້າໜ້າທີ່ ພາຍໃນດ່ານ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ:
ເພີ່ມທະວີຄວາມເປັນແບບຢ່າງ ໃນການປະຕິບັດວຽກງານ ດ້ວຍຄວາມຮັບຜິດຊອບສູງ, ເຂັ້ມງວດຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະ ລະບຽບການຄຸ້ມຄອງດ່ານ ແລະ ຄົນເຂົ້າ-ອອກເມືອງ; ຫັນການບໍລິການຕ່າງໆ ດ້ວຍລະບົບທີ່ທັນສະໄໝ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ບໍລິການ ຄົນເຂົ້າ-ອອກເມືອງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ, ສະຫງົບ ແລະ ປອດໄພ; ປະຕິບັດມາດຕະການເຂົ້າ-ອອກ ສປປ ລາວ ຕາມແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 7 ພຶດສະພາ 2022; ກໍລະນີ ມີບັນຫາຕ່າງໆເກີດຂຶ້ນ ແມ່ນໃຫ້ລາຍງານຂັ້ນເທິງ ດ້ວຍຄວາມວ່ອງໄວ ແລະ ທັນການ; ກວດກາຄືນ ບັນດານິຕິກຳ ທີ່ຮັບໃຊ້ໜ້າທີ່ວຽກງານ ຖ້າຫາກຍັງມີຈຸດໃດ ທີ່ເຫັນວ່າ ຍັງບໍ່ທັນຈະແຈ້ງ ແລະ ບໍ່ທັນຄົບຖ້ວນ ແມ່ນໃຫ້ນຳສະເໜີພາກສ່ວນກ່ຽວຂ້ອງ ພິຈາລະນາປັບປຸງແກ້ໄຂ ຕາມຂັ້ນຕອນ ແລະ ລະບຽບການ.
ພາບ ແລະ ຂ່າວ: ກົມປະຊາສຳພັນ
ວັນທີ 12 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາ ລື ກ່ຽວກັບ “ການຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ, ໂດຍການເປັນປະທານ ຂອງທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າ ຫສນຍ; ມີບັນດາຮອງລັດ ຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າຫ້ອງ ການກະຊວງ-ອົງການ, ຫົວໜ້າຫ້ອງວ່າການແຂວງ-ນະ ຄອນຫຼວງວຽງຈັນ ແລະ ຄະນະກົມ ພາຍໃນ ຫສນຍ ເຂົ້າ ຮ່ວມ.
ກອງປະຊຸມ ເພື່ອປັບປຸງຄຸນນະພາບການເປັນເສນາທິ ການໃນໄລຍະໃໝ່ ແລະປັບປຸງຮອບດ້ານ ວຽກງານເສນາທິ ການຮັບໃຊ້ຂັ້ນເທິງ ກໍ່ຄືການບໍລິການຮັບໃຊ້ປະຊາຊົນ ໂດຍສະເພາະ ເພື່ອປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິ ບັດວຽກງານສຳຄັນ ຈຳນວນໜຶ່ງ ເປັນຕົ້ນ ການຈັດຕັ້ງປະຕິ ບັດລະບຽບແລະກົນໄກການເຮັດວຽກຂອງລັດຖະບານ ຊຸດ ທີ IX ຕາມຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ຕິດພັນກັບພາລະບົດບາດການເປັນເສນາ ທິການ, ການປະສານງານຂອງບັນດາຂະແໜງການຂັ້ນສູນ ກາງ ແລະ ທ້ອງຖິ່ນ; ຜ່ານຮ່າງບົດສະຫຼຸບວຽກງານພົ້ນເດັ່ນ ປະຈຳອາທິດ, ເດືອນ, 3 ເດືອນ ແລະປະຈຳປີຂອງທ້ອງຖິ່ນ ຕໍ່ລັດຖະບານ ແລະ ແຜນວຽກຈຸດສຸມ ໃນຕໍ່ໜ້າ; ຊຸກຍູ້ຂະ ແໜງການ ແລະທ້ອງຖິ່ນໃນການປະຕິບັດວຽກງານຮີບດ່ວນຈຳນວນໜຶ່ງ ເຊັ່ນ: ການເປີດປະເທດ, ການຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ຕິດພັນກັບແກ້ໄຂບັນຫານໍ້າມັນເຊື້ອໄຟ, ເງິນຕາ, ການຂົນສົ່ງຢູ່ດ່ານຊາຍແດນ. ນອກຈາກນັ້ນ ຍັງເປັນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳຂອງລັດຖະບານ ເປັນຕົ້ນດຳລັດ ສະບັບເລກ ທີ 599/ນຍ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍລົດຂອງລັດ ກໍ່ຄືມາດຕະການປະຢັດມັດທະຍັດ ແລະແຈ້ງການທິດ ຊີ້ນຳຕ່າງໆຂອງລັດຖະບານ, ພ້ອມທັງແລກປ່ຽນຂໍ້ມູນກ່ຽວກັບສະພາບຄວາມເປັນຈິງຂອງບັນດາຂະແໜງການ ສູນກາງ ແລະ ທ້ອງຖິ່ນ.
ໃນໂອກາດນີ້, ຜູ້ຕາງໜ້າບັນດາ ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນລາຍງານ ແລະ ແລກປ່ຽນຄຳຄິດເຫັນ ຕໍ່ການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໂດຍສະ ເພາະ ບັນດາຫົວຂໍ້ທີ່ທ່ານປະທານກອງປະຊຸມໄດ້ເຈາະຈີ້ມ, ລວມທັງ ສະພາບພົ້ນເດັ່ນຕ່າງໆ. ນອກຈາກນີ້, ກອງປະຊຸມ ຍັງລະດົມຄວາມຄິດເຫັນຈາກຜູ້ເຂົ້າຮ່ວມ ເພື່ອນຳໄປຄົ້ນຄວ້າ ແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາຫຍຸ້ງຍາກຕ່າງໆ ທີ່ກຳລັງປະເຊີນ ໃນປະຈຸບັນ.
ຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ມີຄຳເຫັນສະ ຫຼຸບ, ສັງລວມຜົນຂອງກອງປະຊຸມຄັ້ງນີ້, ພ້ອມທັງເນັ້ນໜັກ ໃຫ້ບັນດາຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງ-ນະຄອນຫຼວງວຽງຈັນ ເອົາໃຈໃສ່ວຽກງານການເປັນເສນາທິການ ຕື່ມບາງດ້ານ ເປັນຕົ້ນ ຕ້ອງກຳນົດວິ ໄສທັດວຽກງານຫ້ອງວ່າການ ຫຼື ຫ້ອງການຂອງຕົນຢ່າງຊັດ ເຈນ ເພື່ອຮັບປະກັນ ໃຫ້ສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການໃນການບໍລິຫານວຽກງານ ແຕ່ລະຂັ້ນ ແລະ ແຕ່ລະໄລຍະ;ມີຄວາມກ້າຫານໃນການໃຫ້ທັດສະນະຕ່າງໆ ແກ່ຂັ້ນເທິງ ບົນພື້ນຖານຂໍ້ມູນຖືກຕ້ອງ, ແທດຕົວຈິງ, ສອດ ຄ່ອງກັບລະບຽບກົດໝາຍ, ມີວິທະຍາສາດ ແລະ ມີຫຼາຍທາງເລືອກ; ຫ້ອງວ່າການ, ຫ້ອງການ ຕ້ອງກຳສະພາບການຮອບດ້ານໃຫ້ໄດ້ ທັງວຽກງານສາຍຕັ້ງ ແລະ ສາຍຂວາງ, ພ້ອມກັນນັ້ນ ພະນັກງານທີ່ເຮັດໜ້າທີ່ເສນາທິການ ກໍ່ຕ້ອງຄິດໄວ, ຫູໄວ, ຕາໄວ, ເຮັດວຽກໄວ ແລະ ຄາດຄະເນລ່ວງ ໜ້າໄດ້ດີ. ນອກຈາກນັ້ນ ການປະສານງານ ກໍ່ໃຫ້ມີຄວາມຄ່ອງຕົວ ທັງໂດຍກົງ ແລະ ຮູບແບບທາງການ ເພື່ອໃຫ້ໄດ້ຂໍ້ມູນທີ່ຫຼາກຫຼາຍ, ຖືກຕ້ອງ ແລະ ຊັດເຈນ ແນໃສ່ເຮັດໃຫ້ການເປັນເສນາທິການໃຫ້ແກ່ການນຳທຸກຂັ້ນ ໂດຍສະເພາະ ການປະສານງານມີຄວາມຄ່ອງຕົວ, ການບໍລິຫານ ແລະຈັດ ຕັ້ງປະຕິບັດວຽກງານ ທັງແບບປົກກະຕິ ແລະ ຮີບດ່ວນ ມີຄວາມສະດວກ, ວ່ອງໄວ, ທັນສະໄໝ-ທັນການ, ໂປ່ງໃສ, ຮັກສາໄດ້ຄວາມລັບ, ມີປະສິດທິພາບ ແລະປະສິດທິຜົນສູງ ຂຶ້ນ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.