ໃນລະຫວ່າງວັນທີ 23-27 ພຶດສະພາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມຂອງອົງການສະຫະປະຊາຊາດ (ສປຊ)ປະຈໍາພາກພື້ນອາຊີ-ປາຊີຟິກ (UN-ESCAP) ທີ່ບາງກອກ, ລາຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ວາລະຮ່ວມເພື່ອເລັ່ງລັດສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ (A common agenda to advance sustainable development in Asia and the Pacific)”.
ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃນໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມື ແລະ ຊ່ວຍເຫຼືອດັ່ງກ່າວຈະຍັງຄົງສືບຕໍ່ໃນອະນາຄົດ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວຍັງໄດ້ພົບປະແບບສອງຝ່າຍກັບປະເທດເພື່ອນມິດຕ່າງໆ; ເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມປິ່ນອ້ອມໃນຫົວຂໍ້ຕ່າງໆເຊັ່ນ: ວາລະພິເສດ ກ່ຽວກັບບັນດາ ບັນດາປະເທດດ້ອຍພັດທະນາ, ບັນດາປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ບັນດາປະເທດກຳລັງພັດທະນາທີ່ເປັນເກາະດອນເປັນຕົ້ນ. ໃນຕອນທ້າຍກອງປະຊຸມ, ປະເທດສະມາຊິກ ໄດ້ຮ່ວມກັນຮັບຮອງເອົາຖະແຫຼງການBangkokdeclaration commemorating the 75th Anniversary of the United Nations Economic and Social commission for Asia and the Pacific: A common agenda to advance sustainable development in Asia and the Pacific ແລະ ຮ່າງຍັດຕິ ແລະ ມະຕິຂອງກອງປະຊຸມຈໍານວນ 14 ສະບັບ ຢ່າງເປັນເອກະສັນ.