Home Blog Page 45

ຈັບຜູ້ຕ້ອງສົງໄສຈາກການຂະຫຍາຍຜົນຄ້າຂາຍຢາເສບຕິດ

ຈາກການຊັດທອດ ສືບຕໍ່ຈັບຜູ້ຖືກສົງໄສ ພ້ອມກາງຢ້າບ້າ 42.000 ເມັດ ຈາກການຂະຫຍາຍຜົນ ແລ້ວໄລ່ຊອກໄລ່ຈັບກຸ່ມແກ້ງຜູ້ຮ່ວມຂະບວນການ

ຕາມການລາຍງານ ຂອງປ້ອງກັນຄວາມສະຫົງບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມາຮອດວັນທີ 26 ມີຖຸນາ 2022 ເວລາ 08:25 ໂມງ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ຈຶ່ງເຂົ້າແກ້ໄຂຜູ້ມີສ່ວນຮ່ວມຄ້າຂາຍເສບຕິດລາຍໃຫ່ຍມີການພົວພັນກວ້າງຂວາງ ຢູ່ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈັບຕົວຜູ້ມີສ່ວນພົວພັນເຄືອຂ່າຍໄດ້ 01ຄົນຊື່ ນາງ ວິໄລພອນ ຫຼື ຈັນ ອາຍຸ 33 ປີ ອາຊີບ ຄ້າຂາຍ ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຕິດຕົວມີ ຢາບ້າ 7 ແພັກ ເທົ່າກັບ 21 ມັດ ຫຼື 42.000 ເມັດ, ໂທລະສັບມືຖື 01 ໜ່ວຍ, ເງິນ 300.000 ກີບ ແລະ ເງິນ 100 ໂລດາ.

ຜ່ານການສືບສວນ-ສອບສວນ ນາງ ວິໄລພອນ ຫຼື ຈັນ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າທີ່ຜູ່ກ່ຽວນໍາມາຂາຍໄດ້ຊື້ນໍາ ທ້າວ ຈັນວື ອາຍຸ 24 ປີ ຢູ່ບ້ານ ໜອງວຽງຄຳ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ຊື້ຈຳນວນ 07 ແພັກ ຫຼື 21 ມັດ, ມີ 42,000 ເມັດ.

ຈາກນັ້ນ ເຈົ້າໜ້າທີ່ຈື່ງຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນການ. ມາຮອດວັນທີ 28 ມິຖຸນາ 2022 ເວລາ 18:00 ໂມງ ເຈົ້າໜ້າທີ່ຈຶ່ງສາມາດ ຈັບຕົວ ທ້າວ ຈັນວື ໄດ້ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 18 ເມັດ, ລົດຈັກເວບ 100 ສີປອນ ເລກທະບຽນ ດຮ 5088 ກຳແພງນະຄອນ ຈຳນວນ 01 ຄັນ. ສ່ວນລາຍຄະດີດັ່ງກ່າວ ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ກຳລັງສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຜູ່ຮ່ວມຂະບວນການ ເພື່ອນໍາຕົວພວກກ່ຽວມາດຳເນີນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ນັກກິລາ ທີມຊາດລາວເຂົ້າຮ່ວມ AFF U19 CHAMPIONSHIP 2022

ຕອນບ່າຍວັນທີ 29 ມິຖຸນາ 2022 ຢູ່ທີ່ສະຫນາມບິນສາກົນວັດໄຕ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ອອກເດີນທາງເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 CHAMPIONSHIP 2022 ເຊິ່ງຈັດຢູ່ທີ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 02-15 ກໍລະກົດ 2022 ເຊິ່ງມີ 11 ປະເທດເຂົ້າຮ່ວມການແຂ່ງຂັນ ໂດຍແບ່ງອອກເປັນ 2 ກຸ່ມມີ່ດັ່ງນີ້: ກຸ່ມເອ ປະກອບມີ: ອິນໂດເນເຊຍ, ມຽນມາ, ຫວຽດນາມ, ໄທ, ບຣູໄນ ແລະ ຟີລິບປິນ, ກຸ່ມບີ ປະກອບມີ: ມາເລເຊຍ, ລາວ, ຕີມໍ ເລສເຕ, ກຳປູເຈຍ ແລະ ສິງກະໂປ.ສຳລັບ ທີມຊາດລາວ ແມ່ນຈະພັກຢູ່ປະເທດໄທ 1 ມື້ ແລະຈະອອກເດີນທາງໄປ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນພະຫັດ 30 ມິຖຸນາ 2022 ເຊິ່ງມີນັກກິລາທັງໝົດ 24 ຄົນມີລາຍຊື່.

ຕາຕະລາງ ການແຂ່ງຂັນ ທີມຊາດລາວ- ວັນທີ 03/07/2022 ເວລາ 15:00 ທີມຊາດລາວ ພົບ ທີມຊາດຕີມໍ ເລສເຕະ ແຂ່ງຂັນຢູ່ທີ່ສະຫນາມ Madya Senayan.- ວັນທີ 07/07/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດກໍາປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ Madya Senayan.- ວັນທີ 09/07/2022 ເວລາ 15:00 ທີມຊາດລາວ ພົບ ທີມຊາດສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Madya Senayan.- ວັນທີ 11/07/2022 ເວລາ 15:00 ທີມຊາດລາວ ພົບ ທີມຊາດມາເລເຊຍ ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga.

ແຫຼ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະຢ້ຽມຢາມເຂດຂົນສົ່ງໂລຈິສຕິກທ່າບົກ-ທ່ານາແລ້ງ

ຕອນເຊົ້າວັນທີ 29 ມິຖຸນາ 2022 ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມເຂດການຂົນສົ່ງທ່າບົກ-ທ່ານາເເລ້ງ ໂລຈິດສຕິກພາກ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີຄະນະພັກ-ຄະນະນໍາຈາກອົງການປົກຄອງນະນຄອນຫລວງວຽງຈັນ, ຄະນະນໍາ ເເລະພັກນັກງານທີ່ເຮັດວຽກຢູ່ພາຍໃນເຂດການຂົນສົ່ງທ່າບົກ-ທ່ານາ ເເລ້ວ ໂລຈິດສຕິກພາກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ.

ໂອກາດນີ້ ທ່ານຈັນທອນ ສິດທິໄຊ ປະ ທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່າສາກົນທ່າບົກ-ທ່ານາເເລ້ງເຂດໂລຈິດສຕິກໃນໄລ ຍະຜ່ານມາ ເເລະ ທິດທາງເເຜນການໃນຕໍ່ຫນ້າ ເຊີ່ງກ່ອນອື່ນໄດ້ໃຫ້ຮູ້ກ່ຽວກັບສະພາບລວມຂອງໂຄງການທ່າບົກ-ທ່ານາເເລ້ງ ເຂດໂລຈິດສະຕີກ ເເມ່ນໂຄງການຫນື່ງທີ່ເປັນສ່ວນປະກອບຂອງໂຄງການລາວໂລຈິດສຕິກລີ້ງ ເຊີ່ງໂຄງການນີ້ເລີ່ມລົງມືກໍ່ສ້າງໃນເດືອນພະຈິກປີ2020 ເເລະກໍ່ສ້າງສໍາເລັດພ້ອມທັງເປີດນໍາໃຊ້ໃນວັນທີ4 ທັນວາ 2021 ໂດຍເເບ່ງອອກເປັນ2ເຂດຄື:

ເຂດໂລຈິດສຕິກມີເນື້ອທີ່327ເຮັກຕາ ເເລະເຂດທ່າບົກມີເນື້ອທີ່ 90ເຮັກຕາ ປະຈຸບັນກໍາລັງພັດທະນາໃນເຂດທ່າບົກສໍາເລັດເເລ້ວ90ສວ່ນຮ້ອຍ ເເລະຈະໃຫ້ສໍາເລັດຮ້ອຍສ່ວນຮ້ອຍໃນອີກ3ເດືອນຕໍ່ຫນ້າ ພາຍຫລັງ ທີ່ປະທານປະເທດ ໄດ້ຮັບຟັງລາຍງານກ່ຽວກັບສະພາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງດ່ານສາກົນທ່າບົກ-ທ່ານາເເລ້ງ ເຂດໂລຈິດສຕິກໃນໄລຍະຜ່ານມາ ເເລະ ທິດທາງເເຜນການໃນຕໍ່ຫນ້າຈາກປະທານບໍລິສັດວຽງຈັນ ໂລຈິດສຕິກພາກ ໄດ້ສະເເດງຄວາມຍ້ອງຍໍຊົມເຊີຍທີ່ຄະນະບໍລິຫານງານ ກໍຄືບັນດາພະນັກງານ ພາຍໃນເຂດໂຄງການດັ່ງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າໃນການພັດທະນາເຂດໂລຈິດສຕິກ ໃນໄລຍະຜ່ານມາ ເຊີ່ງເປັນການປະກອບສ່ວນສໍາຄັນໃນການສ້າງລາຍຮັບໃຫ້ປະເທດເປັນຈໍານວນຫລາຍ ຈາກການຂົ່ນສົ່ງຄ່ຽນຖ່າຍສີນຄ້າ ເຮັດໃຫ້ລາວກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນເຂດອານຸພາກພື້ນ, ພາກພື້ນ ເເລະ ສາກົນຫລັງຈາກນັ້ນ ໄດ້ຢ້ຽມຢາມຈຸດເຊື່ອມຈອດຂອງໂຄງການ, ສູນຄວບຄຸມການຂົນສົ່ງ, ເສັ້ນທາງເຊື່ອມຈອດໂຄງ ການທ່າບົກ-ທ່ານາເເລ້ງ ເຂດໂລຈິດສຕິກ ພ້ອມທັງເດີນທາງໄປຢ້ຽມຢາມ ຊຸກຍູ້ການຜະລິດຂອງຊາວກະສິກອນຢູ່ເມືອງຫາດຊາຍຟອງ ໂດຍສະເພາະຢ້ຽມຊົມສວນຫມາກພ້າວນໍ້າຫອມ ຂອງທ່ານສົມພອນ ຂຸນກະເສນ ປະຊາຊົນບ້ານທ່າພະ, ຢ້ຽມຢາມໂຮງງານຜະລິດຫມາກຖົ່ວດາວອີນຄາ ສໍາລັບສົ່ງອອກໄປສະຫະລັດອາເມລິກາ ຂອງບໍລິສັດໄຫມສະຫວັນ ບ້ານສາລາຄໍາ, ສໍາລັບຕອນບ່າຍ ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະເດີນທາງໄປຢ້ຽມຢາມ ເເລະຊຸກຍູ້ການຜະລິດຂອງຊາວກະສິກອນ ບາງກຸ່ມຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ເຈົ້າໜ້າທີ່ ນຳກວດກາຄົນເລ້ລ້ອນແຄມທາງເຂົ້າສູນສົງເຄາະ

ປກສ ກຸ່ມວັດຈັນ ສົ່ງຕົວຄົນເລ້ລ້ອນ ແລະ ບ້າໄບ້ເສຍຈິດ 12 ຄົນ ເຂົ້າສູນສົງເຄາະ

ຂ່າວ ຮອ ນາງ ອ່າງ ບຸດສະດີ ວັນທີ 23 ມິຖຸນາ 2022 ປກສ ກຸ່ມວັດຈັນ ເມືອງຈັນທະບູລີ ສົມທົບກັບອໍານາດອົງການປົກຄອງບ້ານ,ຫ້ອງ ການແຮງງານເມືອງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ລົງກວດກາແກ້ໄຂຄົນເລ້ລ້ອນ ແລະ ຄົນບ້າໄບ້ເສຍຈິດ ທີ່ຢູ່ໃນພື້ນທີ່ ກຸ່ມວັດຈັນ 12 ຄົນ, ຍິງ 1 ຄົນ. ເຈົ້າໜ້າທີ່ ປກສ ກຸ່ມວັດຈັນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາ ຂອງຫົວໜ້າກອງບັນຊາການ ປກສ ເມືອງ ກໍ່ຄືທິດຊີ້ນໍາ ຂອງທ່ານເຈົ້າເມືອງຈັນທະບູລີ, ປກສ ກຸ່ມວັດຈັນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາແກ້ໄຂຄົນເລ້ລ້ອນ ແລະ ຄົນບ້າໄບ້ເສຍຈິດໄດ້ ຈໍານວນ 12 ຄົນ, ຍິງ 01 ຄົນ ຢູ່ 4 ຈຸດ ຄື:

ຈຸດວັດອິນແປງ, ວັດມີໄຊ, ຂ້າງສະຖານທູດລາວ-ອາເມຣິກາ ( ເກົ່າ ) ຢູ່ບ້ານຊຽງຢືນ ແລະ ສະໜາມກິລາເດີນເຈົ້າອານຸວົງທີ່ມີການເຄື່ອນໄຫວເລາະຂໍເງິນ ແລະ ວັດຖຸທີ່ຂອງຕາມຫ້າງຮ້ານຕ່າງໆ ບ່ອນມີນັກທ່ອງທ່ຽວເລາະໄປມາ. ເພື່ອເປັນການຄຸ້ມຄອງ ແລະ ສ້າງບັນຍາກາດ ສັງຄົມ ປກສ ກຸ່ມວັດຈັນ ຈຶ່ງສົມທົບກັບ ພະແນກແຮງງານສະຫວັດດີການສັງຄົມ ນວ ແລະ ເມືອງ ຈຶ່ງສົມທົບກັບລົງແກ້ ນຳຕົວເອົາກຸ່ມຄົນດັ່ງກ່າວສົ່ງເຂົ້າສູນສົງເຄາະ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ຄຸ້ມຄອງ ແລະ ຄວບຄຸມການປະພຶດຕໍ່ໄປ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ

ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເທົ່າ​ທີ່​ຄວນ ຊຶ່ງ​ເຫັນ​ໄດ້ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາ ແຕ່ໂອນເງິນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21,78%, ໃນຂະນະທີ່ ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາ ແຕ່ເງິນໂອນເຂົ້າຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກ ຫຼື ປະມານ 3,22 ຕື້ໂດລາ ເທົ່າ​ນັ້ນ.

ທ່ານ ບຸນເຫຼືຶອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຍັງປະເຊີນກັບຫຼາຍສິ່ງທ້າທາຍ ແລະຂໍ້ຫຍຸ້ງຍາກ ໂດຍສະເພາະໃນໄລຍະທີ່ແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດຂອງ ສປປ ລາວ ຫຼຸດລົງຫຼາຍ ບໍ່ສົມດຸນກັບລະດັບຄວາມຕ້ອງການເງິນຕາຕ່າງປະເທດໃນການຊຳລະໃຫ້ຕ່າງປະເທດ ທີ່ຢູ່ໃນລະດັບສູງຕໍ່ເນື່ອງເປັນຕົ້ນ: ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເຕັມສ່ວນ ສະແດງອອກຄື:

ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21,78% ຂອງມູນຄ່າການສົ່ງອອກ ຫຼື ປະມານ 5,76 ຕື້ໂດລາ, ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກນັ້ນ ຫຼື ປະມານ 3,22 ຕື້ໂດລາ, ໃນນີ້, ມູນຄ່າການສົ່ງອອກຜະລິດຕະພັນບໍ່ແຮ່ ມີທັງໝົດ 2,06 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດຕົວຈິງພຽງແຕ່ 65,62% ຫຼື ປະມານ 1,35 ຕື້ໂດລາ; ມູນຄ່າການສົ່ງອອກກະແສໄຟຟ້າ ມີທັງໝົດ 2,58 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 13,70% ຫຼື ປະມານ 0,35 ຕື້ໂດລາ; ມູນຄ່າການສົ່ງອອກຜະລິດຕະພັນກະສິກຳ ມີທັງໝົດ 1,29 ຕື້ໂດລາ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 18,91% ຫຼື ປະມານ 0,24 ຕື້ໂດລາ; ການຄຸ້ມຄອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງບໍ່ເປັນລະບົບ ແລະ ບໍ່ທັນມີລັກສະນະຍືນຍົງເທົ່າທີ່ຄວນ, ໃນນີ້, ເງິນລົງທຶນໃນຮູບແບບທຶນມີເອງ (Equity) ມີທ່າອ່ຽງຫຼຸດລົງຫຼາຍ, ໃນຂະນະທີ່ເງິນທຶນໃນຮູບແບບເງິນກູ້ (Debt) ມີທ່າອ່ຽງເພີ່ມຂຶ້ນ, FDI ຈໍານວນບໍ່ໜ້ອຍບໍ່ປະຕິບັດລະບອບການລາຍງານ, ການຂໍອະນຸຍາດກູ້ຢືມເງິນຈາກຕ່າງປະເທດ ແລະ ອື່ນໆ, ນອ​ກຈາກ​ນີ້ ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍໃນສັງຄົມ ໂດຍສະເພາະໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ, ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ໜີ້ສິນຕ່າງປະເທດຂອງພາກລັດ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ເນື່ອງ ສ້າງແຮງກົດດັນຕໍ່ຖານະການຊໍາລະກັບຕ່າງປະເທດ ໃນເງື່ອນໄຂທີ່ລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດຍິ່ງຈຳກັດ ສ້າງຄວາມກົດດັນຕໍ່ຄ່າເງິນກີບ ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ.

ແຫຼ່ງຂ່າວ: ປະຊາຊົນ

ລາວໄດ້ກູ້ຢືມເງິນປະມານ 5 ຕື້ໂດລາ ໃນໄລຍະ 47 ປີ

ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 47 ປີມານີ້, ປະເທດລາວ ໄດ້ກູ້ຢືມເງິນປະມານ 5 ຕື້ໂດລາ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງເປັນຕົ້ນແມ່ນການລົງທຶນໃສ່ການຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ໜີ້ສີນໃນປັດຈຸບັນ ທີ່ເປັນໂຕເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ໂດລາ, ບັນດາໜີ້ສິນທີ່ເກີດຂຶ້ນສະສົມມານີ້ ກໍມາຈາກຄວາມຈຳເປັນທີ່ຈະນຳມາພັດທະນາປະເທດຊາດ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ທີ່ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້ ວ່າ:​

ປະເທດລາວ ມີທ່າແຮງບົ່ມຊ້ອນຂອງສັງຄົມ ເພື່ອແກ້ໄຂບັນຫາລວມຂອງຊາດ ທີ່ກຳລັງປະເຊີນ ແລະ ຍັງຈະສືບຕໍ່ຫຍຸ້ງຍາກຕໍ່ໄປ, ແຕ່ເຖິງຢ່າງໃດກໍຕາມ, ເນື້ອແທ້ຂອງເສດຖະກິດຂອງປະເທດເຮົາຍັງສືບຕໍ່ຂະຫຍາຍຕົວ ​ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ແລະ ສາກົນ, ແຕ່ບັນຫາທີ່ເຮົາມີແມ່ນບັນຫາໜີ້ສິນສາທາລະນະທີ່ສະສົມ​ມາຫຼາຍ​ປີ ໂດຍ​ສະ​ເພາະເລີ່ມ​ແຕ່ໄລຍະ 2010-2016 ຍ້ອນເຮົາກູ້ຢືມເງິນເຂົ້າມາພັດທະນາປະເທດສູງທີ່ສຸດ, ກ້າວກະໂດດທີ່ສຸດ ແລະ ໄລຍະເບີກຖອນບັນດາສັນຍາເງິນກູ້ຕ່າງໆ ເລີ່ມມີຜົນກະທົບແຮງຕໍ່ການຊໍາລະໜີ້ສິນຕ່າງປະເທດ ແມ່ນປີ 2019.ທ່ານ ບຸນໂຈມ ໄດ້ກ່າວອີກວ່າ:

ໃນໄລຍະປີ 2010 ມາ, ລາວໄດ້ໃຊ້ໜີ້ຕ່າງປະເທດປີໜຶ່ງບໍ່ເກີນ 160 ລ້ານໂດລາ ເຊິ່ງລາຍຮັບພາຍໃນສາມາດຈ່າຍໄດ້ແຕ່ປີ 2018 ແມ່ນ 1.200 ລ້ານໂດລາ/ປີ, ມາຮອດ 2022 ແມ່ນ 1.400 ລ້ານໂດລາ/ປີ.

ຍອດໜີ້ທັງໝົດທີ່ເຮົາກູ້ຢືມມານີ້ ກໍຍ້ອນປະເທດເຮົາມີຄວາມຈຳເປັນຕ້ອງການທຶນ ເພື່ອມາລົງທຶນໃສ່ໃນຂົງເຂດພື້ນຖານໂຄງລ່າງ ເຊິ່ງເຮົາໄດ້ກູ້ຢືມມາແລ້ວປະມານ 5 ຕື້ໂດລາ ໃນຕະຫຼອດ 47 ປີມານີ້, ຢືມມາລົງທຶນໃນການຜະລິດເປັນສິນຄ້າເພື່ອສົ່ງອອກປະມານ 4 ຕື້ໂດລາ ແລະ ໜີ້ໃນປັດຈຸບັນ ທີ່ເປັນໂຕເລກເປີດເຜີຍຕໍ່ສາກົນແມ່ນຫຼາຍກວ່າ 10 ຕື້ໂດລາ ເຊິ່ງໜີ້ສິນທີ່ເກີດຂຶ້ນສະສົມມານີ້ ກໍແມ່ນຄວາມຈຳເປັນໃນການພັດທະນາປະເທດຊາດ.

ພິຈາລະນາຮ່າງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍຄຸ້ມຄອງເງິນຕາຕ່າງປະເທດ.

ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິ ຖຸນາ 2022 ນີ້ ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ປະກອບມີ IX ພາກ, 8 ໝວດ, 62 ມາດຕາ ຈາກສະບັບປັດຈຸບັນ ທີ່ມີ IX ພາກ, 8 ໝວດ ແລະ 54 ມາດຕາ, ໃນນີ້, ໄດ້ປັບປຸງເນື້ອໃນ 32 ມາດຕາ,ເພີ່ມເຂົ້າໃໝ່ 24 ມາດຕາ, ຕັດເນື້ອໃນ 12 ມາດຕາ ແລະ ຍ້າຍເນື້ອໃນຂອງບາງມາດຕາ ສັບຊ້ອນເຂົ້າໃນມາດຕາອື່ນ ແລະ ຍັງຮັກສາເນື້ອໃນເກົ່າ 6 ມາດຕາ.

ຫລັງຈາກນັ້ນ, ບັນດາສະມາຊິກສະພາແແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງ ກັບແນວທາງ ທີ່ພັກ, ລັດວາງອອກ.

ທ່ານ ບຸນເຫລືອ ສິນໄຊວໍລະວົງ ໄດ້ລາຍງານໃຫ້ຮູ້ ກ່ຽວກັບຄວາມຈໍາເປັນ, ສາເຫດ, ຈຸດປະສົງແລະ ຄາດໝາຍໃນການປັບປຸງກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ລວມທັງບາງເນື້ອໃນສໍາຄັນທີ່ໄດ້ມີການປັບປຸງໃນຮ່າງກົດໝາຍສະບັບນີ້ ເຊິ່ງຈະເຮັດໃຫ້ການເຄື່ອນໄຫວດ້ານເງິນຕາຕ່າງປະເທດຢູ່ ສປປ ລາວ ໄດ້ຮັບການຄຸ້ມຄອງສອດຄ່ອງກັບເງື່ອນໄຂ ເສດຖະກິດຢ່າງເປັນລະບົບຫລາຍຂຶ້ນ.

ກົດໝາຍສະບັບນີ້ ສ້າງຂຶ້ນໃນເງື່ອນໄຂທີ່ ສປປ ລາວ ມີການເປີດກວ້າງການພົວພັນດ້ານການຄ້າ, ການລົງທຶນກັບ ຕ່າງປະເທດຢ່າງຫລວງຫລາຍ ແລະ ມີກະແສເງິນຕາຕ່າງປະເທດຈໍລະຈອນໃນລະບົບເສດຖະກິດຫລາຍ.

ຄຽງຄູ່ກັບການສ້າງກົດໝາຍດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ ກໍໄດ້ຜັນຂະຫຍາຍສ້າງເປັນນິຕິກໍາລຸ່ມກົດໝາຍກ່ຽວຂ້ອງຈໍານວນ 10 ສະບັບ.

ຜ່ານການທົບທວນຄືນ ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ບັນດານິຕິກໍາລຸ່ມກົດໝາຍກ່ຽວຂ້ອງ ທີ່ໄດ້ນໍາໃຊ້ມາເປັນເວລາເກືອບ 7 ປີນັັ້ນ ເຫັນວ່າໄດ້ສ້າງການຫັນປ່ຽນທີ່ດີຫລາຍຢ່າງໃນສັງຄົມລາວ ຕົ້ນຕໍແມ່ນໄດ້ສົ່ງເສີມໃຫ້ສັງຄົມມີການຫັນປ່ຽນມານໍາໃຊ້ເງິນກີບຫລາຍຂຶ້ນ ສະແດງອອກຄື ອັດຕາສ່ວນເງິນຕາຕ່າງປະເທດ ຕໍ່ເງິນຝາກທັງໝົດໄດ້ຫລຸດລົງຈາກ 68,01% ໃນປີ 2005 ມາເປັນ 59,17% ໃນປີ 2021; ໄດ້ຊ່ວຍໃຫ້ການຄຸ້ມຄອງເງິນຕາຕ່າງປະເທດມີລັກສະນະລວມສູນ ເຂົ້າສູ່ລະ ບົບທະນາຄານຫາຍຂຶ້ນ ເມື່ອທຽບກັບໄລຍະທີ່ຍັງບໍ່ທັນມີກົດໝາຍດັ່ງກ່າວ. ຈຸດປະສົງຂອງການປັບປຸງກົດໝາຍ ໃນຄັ້ງນີ້ ແມ່ນເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າ ໃນເງື່ອນໄຂທີ່ຮູບແບບການເຊື່ອມໂຍງດ້ານເສດຖະກິດ-ການເງິນລະຫວ່າງປະເທດ ນັບມື້ນັບຫລາກຫລາຍ ແລະ ສະຫລັບສັບຊ້ອນ ໃຫ້ສາມາດຄຸ້ມຄອງເງິນຕາຕ່າງປະເທດໄດ້ລວມສູນ ເຂົ້າສູ່ລະບົບຫລາຍຂຶ້ນ, ສ້າງປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ໃຫ້ແກ່ປະຊາຊົນ; ຫລຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດຊະຊາຍ ແລະ ຫລາຍສະກຸນເງິນຕາໃນສັງຄົມ; ປະກອບສ່ວນສ້າງຄວາມເຂັ້ມແຂງ ໃຫ້ລະບົບສະຖາບັນການເງິນຂອງ ສປປ ລາວ ແລະ ຊ່ວຍສ້າງຄວາມເຂັ້ມແຂງດ້ານຖານະການຊໍາລະ ກັບຕ່າງປະເທດ.

ຂ່າວ: ປະເທດລາວ

ທາງດ່ວນແຈ້ງ! ຈະປັບລາຄາທາງດ່ວນທີ່ເປັນເງິນກີບຕາມອັດຕາແລກປ່ຽນ

ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປະຈຸບັນການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ກັບ ເງີນໂດລາສະຫະລັດ.

ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດ ພາຍໃຕ້ສະພາບອັດຕາແລກປ່ຽນມີການເຫນັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງິນກີບ ຕາມອັດຕາແລກປ່ຽນເງິນກີບ ກັບ ເງິນໂດລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022, ພ້ອມດຽວກັນນີ້ ກໍ່ໄດ້ສົ່ງໜັງສືລາຍງານຫາກະຊວງ ແຜນການ ແລະ ການລົງທຶນແລ້ວ.

ເຈົ້າໜ້າທີ່ຈັບກຸ່ມຄໍເຊັນເຕີ້ ທີ່ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ ໃນເດືອນມີຖຸນາ 2022, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບ ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ.

ພັນໂທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ:

ໃນເດືອນມີຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ເມືອງໄຊທານີ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ຜົນເສຍຫາຍ 500 ລ້ານກວ່າກີບ.

ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີ ໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ, ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ (ໂດຍການຕິດຕໍ່ແມ່ນຜ່ານວັອດແອັບເບີໂທລະສັບ 020 97621388, 020 91563693, 020 9734 0947) ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.

ຫຼັງຈາກນັ້ນ, ກຸ່ມຄໍເຊັນເຕີ້ ກໍຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກ ປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ (ຜູ້ຖືກເສຍ ຫາຍ) ເມື່ອມີຄົນຕິດຕໍ່ຫາເພື່ອແລກ ປ່ຽນເງິນຕາ ແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍ ຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່າ ນາງ ດາ ແລະ ພວກກ່ຽວ ເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້. ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການ ໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).

ຕໍ່ກັບບັນຫາດັ່ງກ່າວ, ພັນໂທ ສຸລີວັນ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິກໃນການແລກປ່ຽນເງີນຕາຄວນແລກປ່ຽນຢູ່ຕາມຮ້ານແລກປ່ຽນເງິນຕາທີ່ໄດ້ຮັບການອະນຸຍາດ ຫຼື ຕົວແທນຂອງທະນາຄານ ເພື່ອຫຼີກລ້ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ. ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຊອກຫາວຽກງານເຮັດງານທຳ ກ່ອນຈະສະໝັກວຽກງານໃຫ້ມີສະຕິໃນການກວດສອບເບິ່ງຄືນວ່າບໍລິສັດທີ່ຈະສະໝັກວຽກມີຕົວຕົນ ຫຼື ບໍ່ ແລະ ບໍ່ຄວນສົ່ງຮູບເອກະສານບັດປະຈໍາຕົວ, ໜັງສືຜ່ານແດນ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ໃຫ້ແກ່ບຸກຄົນອື່ນ ເພາະທ່ານອາດຈະກາຍເປັນຜູ້ມີສ່ວນຮ່ວມໃນການກະທຳຜິດ ໂດຍບໍ່ຮູ້ຕົວ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ