Home Blog Page 34

ຂອບໃຈພາກສ່ວນກ່ຽວຂ້ອງ ທີ່ຊ່ວຍເຫຼືອປະຊາຊົນ

ປະຊາຊົນບ້ານພັກແຟນ ໄດ້ຮັບເຄື່ອງຊ່ວຍເຫຼືອສຸກເສີນ

ໃນວັນທີ 16 ສິງຫາ 2022 ນີ້ ອົງການກາແດງແຂວງຫົວພັນຮ່ວມກັບການນຳເມືອງແອດ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ປະຊາຊົນບ້ານ ພັກແຟນ ເມືອງແອດ ແຂວງຫົວພັນ ທີ່ໄດ້ຮັບຜົນກະທົບຈາກນ້ຳປ່າໄຫຼຊຸ ທີ່ເກີດຂຶ້ນໃນຄັ້ງວັນທີ13 ສິຫາ 2022 ເຮັດໃຫ້ຈຳນວນ 11 ຄອບຄົວໄດ້ຮັບຜົນກະທົບ ຕໍ່ກັບສະພາບການດັ່ງກ່າວອົງການກາແດງແຂວງຈຶ່ງໄດ້ສົມທົບກັບອຳນາດການປົກຄອງເມືອງແອດ ໄດ້ນຳເອົາເຄື່ອງເຄື່ອງຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນເຊິ່ງປະກອບມີ:

ເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ໃນຊີວິດປະຈໍາວັນ ລວມມູນຄ່າ 7ລ້ານກວ່າກີບ ໄປມອບໃຫ້ພໍ່ແມ່ປະຊາຊົນຈຳນວນ 11 ຄອບຄົວ ໂດຍການກ່າວມອບຂອງທ່ານ ຄຳສີ ຜິວວິໄລ ຫົວໜ້າອົງການກາແດງແຂວງຫົວພັນ, ກ່າວຮັບໂດຍຄອບຄົວທີ່ໄດ້ຮັບຜົນກະທົບ; ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ວົງພັນ ຈັນງາຄຳ ຮອງເຈົ້າເມືອງແອດ, ອຳນາດການປົກຄອງເມືອງ, ບ້ານຕະຫຼອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໂດຍ: ນັກຂ່າວອົງການກາແດງ

ຢຸດຮັບນັກທ່ອງທ່ຽວຊົ່ວຄາວ! ວັນທີ 18/08/2022

ອີງຕາມ ຫນັງສືສະເຫນີຂອງ ເຂື່ອນໄຟຟ້ານ້ໍາລິກ 1/2 ສະບັບເລກທີ 2022-OA/NLPC-LAO-007, ລົງວັນທີ 15 ສິງຫາ 2022.

ກະຊວງພະລັງງານ ແລະ ບໍ່ ແຮ່ (ພບ), ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໃນວັນທີ 18/08/2022 ນີ້ທາງເຂື່ອນໄຟຟ້ານໍ້າລີກ 1/2 ມີແຜນຈະເປີດປະຕູນ້ໍານອງອອກຈາກອ່າງເກັບນ້ໍາຫນ້າເຂື່ອນຊື່ງປະຈຸ ບັນລະດັບນ້ໍາຢູ່ຫນ້າເຂື່ອນແມ່ນໃກ້ຈະຮອດລະດັບ 300 masl ເຊີ່ງເປັນລະດັບນ້ໍາທີ່ຢູ່ໃນລະດັບເຕືອນໄພ ແລະ ຈະຕ້ອງໄດ້ເປີດປະຕູນ້ໍາເພື່ອລະບາຍອອກ.

ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂື້ນໃນເຂດພື້ນ ທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນ້ໍາລີກ.

ສະນັ້ນ, ກະຊວງພະລັງງານ ແລະ ບໍ່ແຮ່ ຈື່ງຂໍແຈ້ງມາຍັງທ່ານ ລະອຽດລຸ່ມນີ້:

ແຂວງວຽງຈັນ ແຈ້ງເຖິງ ຫ້ອງວ່າການ ເມືອງເຟືອງ ລວມທັງບ້ານ ທີ່ຢູ່ໃກ້ຂອບເຂດພື້ນທີ່ລຸ່ມເຂື່ອນ ກະກຽມຍົກຍ້າຍສິ່ງຂອງທີ່ຈໍາເປັນ ໂດຍສະເພາະ ກິດຈະການເຮືອນແພ ເພື່ອຮັບປະກັນບໍ່ໃຫ້ໄດ້ຮັບຜົນກະທົບ ຕໍ່ການເປີດປະຕູລະບາຍນ້ໍາ;

ໃຫ້ກິດຈະການເຮືອນແພ ແລະ ກິດຈະການ ທ່ອງທ່ຽວອື່ນໆ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ໃນໄລຍະດັ່ງກ່າວຈົນ ກ່ວາຈະມີແຈ້ງການ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ຕື່ມ.

ແຈ້ງໃຫ້ປະຊາຊົນທີ່ຢູ່ເຂດພຶ້ນທີ່ຕອນລຸ່ມໂຄງການນ້ໍາລິກ 1/2 ກະກຽມຄວາມພ້ອມ ເພື່ອຮັບມືຕໍ່ເຫດການ ສຸກເສີນ ທີ່ອາດຈະເກີດຂື້ນ ທຸກກໍລະນີ.

ຖ້າໄດ້ຮັບການແຈ້ງເຕືອນ ແມ່ນໃຫ້ກະກຽມຍົກຍ້າຍຊັບ ສິນລວມທັງກິດຈະການຕ່າງໆ ເອົາໄປໄວ້ບ່ອນທີ່ສູງ; ຂະແຫນງການທີ່ກ່ຽວຂ້ອງ ກະກຽມ ຮັບມືຕາມພາລະບົດບາດຫນ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແຫນ ງການຕົ້ນ.

ລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟ

ໃນຕອນບ່າຍຂອງວັນທີ 16 ສິງຫາ ມີຄົນໄປລັກຮົ້ວປ້ອງກັນຄວາມປອດໄພທາງລົດໄຟອີກຄັ້ງ

ເຊິ່ງກ່ອນໜ້ານີ້ກໍໄດ້ມີເຫດການຄົນໄປລັກຮົ້ວກັ້ນລົດໄຟເປັນຈຳນວນຫຼາຍຄັ້ງ, ຫຼັງຈາກກວດພົບກໍໄດ້ຮີບໃຫ້ຍາມ ແລະ ທະຫານເຂົ້າໄປຈຸດເກີດເຫດ, ພ້ອມທັງຕຳຫຼວດລົດໄຟທີ່ໄດ້ເດີນທາງໄປທຳການກວດສອບຄວາມເສຍຫາຍ ແລະ ສືບຕໍ່ຕິດຕາມສືບສວນເພື່ອຈັບເອົາຄົນຜິດມາລົງໂທດ ເນື່ອງຈາກການລັກ, ມ້າງເພ, ທຳລາຍຮົ້ວກັ້ນຄວາມປອດໄພລົດໄຟ ແລະ ອຸປະກອນທາງລົດໄຟທຸກຊະນິດ ແມ່ນມີຄວາມຜິດຕາມກົດໝາຍການລົດໄຟທີ່ໄດ້ວາງອອກ.

ຕາມການລາຍງານໃຫ້ຮູ້ວ່າ: ຮົ້ວກັ້ນຄວາມປອດໄພລົດໄຟໄດ້ຖືກລັກເປັນຄວາມຍາວກວ່າ 26 ແມັດ, ເຊິ່ງເປັນອັນຕະລາຍຕໍ່ການເດີນລົດ ແລະ ຊີວິດຜູ້ໂດຍສານເທິງລົດເປັນຢ່າງຍິ່ງ ແລະ ຍັງເປັນການທຳລາຍຊັບສິນຂອງບ້ານເມືອງ.

ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ແມ່ນສາມາດໂທຫາສາຍດ່ວນ 021 891000 ຫຼື 021 891010 ເພື່ອແຈ້ງເຫດສຸກເສີນ.

ທາງລົດໄຟແມ່ນຊັບສົມບັດຂອງຊາດ ຂໍໃຫ້ທຸກຄົນຊ່ວຍກັນປາບປາມການລັກຂະໂມຍ, ມ້າງເພ ອຸປະກອນລົດໄຟທຸກຊະນິດ ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

ທາງລົດໄຟແມ່ນຊັບສົມບັດຂອງຊາດ ຂໍໃຫ້ທຸກຄົນຊ່ວຍກັນປາບປາມການລັກຂະໂມຍ, ມ້າງເພ ອຸປະກອນລົດໄຟທຸກຊະນິດ ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ, ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

ແຫຼ່ງຂ່າວ: Laos – China Railway Company Limited

ປ່ອຍແນວພັນປາ ເພື່ອລ້ຽງໃສ່ນາເຂົ້າ

ປະຊາຊົນ 14 ຄອບຄົວຢູ່ເມືອງສະໜາມໄຊ ໄດ້ຮັບການຊ່ວຍເຫຼືອ ແນວພັນປາ ເພື່ອລ້ຽງໃສ່ນາເຂົ້າ

ອໍານາດການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ນໍາເອົາແນວພັນປາ ຈໍານວນ 2 ໝື່ນ 8 ພັນກວ່າໂຕ,ເຊິ່ງມີປະປາກ,ປານິນ ແລະ ປາໃນ,ລວມມູນຄ່າ 22 ລ້ານ 4 ແສນກີບ,ທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການຮ່ວມມືສາກົນປະເທດ ເກົາຫຼີ ໄປມອບໃຫ້ປະຊາຊົນ ຈໍານວນ 14 ຄອບຄົວ ໃນ 7 ບ້ານເປົ້າໝາຍຂອງເມືອງສະໜາມໄຊ ເພື່ອສ້າງໃຫ້ກາຍເປັນຄອບຄົວຕົວແບບໃນການລ້ຽງປາ ໃນນາເຂົ້າ ເຊິ່ງມີ:

ບ້ານຄັງ,ບ້ານຈູມໂພຍ,ບ້ານອິນທີ,ບ້ານດອນເສືອ,ບ້ານດອນໄຜ່,ບ້ານດອນສູງ ແລະ ບ້ານອຸດົມໄຊ.ພິທີມອບ-ຮັບໄດ້ຈັດຂື້ນຢ່າງເປັນທາງ ການ ເມື່ອວັນທີ 16 ສິງຫາ 2022 ທີ່ຫ້ອງການບ້ານດອນໄຜ່, ເປັນໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ,ມີຜູ້ຕາງໜ້າຈາກອົງການຮ່ວມມືສາກົນປະເທດເກົ້າຫຼີປະຈໍາແຂວງອັດຕະປື,ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຄອບຄົວເປົ້າໝາຍການລ້ຽງປາໃສ່ນາເຂົ້າ ເຂົ້າຮ່ວມ.

ໃນໂອກາດກ່າວມອບແນວພັນປາ ທ່ານນາງ ພູດອນ ຈູມມະລີ ຮອງເຈົ້າເມືອງສະໜາມໄຊ ໄດ້ກ່າວວ່າ: ເມືອງ ສະໜາມໄຊ ເປັນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຈາກເຫດການສັນເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກໃນຄັ້ງວັນທີ 23 ກໍລະກົດ ປີ 2018 ຜ່ານມາ,ສະນັ້ນ ເພື່ອເປັນການພື້ນຟູຊິວິດການເປັນຢູ່ຂອງພໍ່ແມ່ປະຊາ ຊົນ,ທາງອໍານາດການປົກຄອງເມືອງສະໜາມໄຊ ຮ່ວມກັບບັນດາອົງສາກົນ ໄດ້ພະຍາຍາມໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຕະຫຼອດມາ,ໂດຍສະເພາະທາງໂຄງການຮ່ວມມືສາກົນປະເທດເກົາຫຼີ ເປັນໂຄງການໜຶ່ງທີ່ໄດ້ໃຫ້ທຶນສະໜັບ ສະໜູນ ການພື້ນຟູໄພພິບັນ ຢູ່ເມືອງສະໜາມໄຊ ຕະຫຼອດມາ,ເປັນຕົ້ນແມ່ນໂຄງການລ້ຽງໝູລາດ,ລ້ຽງໄກ່ລາດ ແລະ ໂຄງການປູກພືດສວນຄົວ ແລະ ຊ່ວຍເຫຼືອແນວພັນປາ ເພື່ອລ້ຽງປາໃນນາເຂົ້າ ຄັ້ງນີ້ ເປັນການລ້ຽງປາຂັ້ນເລີ່ມຕົ້ນຂອງໂຄງການທີ່ໄດ້ຈັດຕັ້ງຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຕອບສະໜອງທາງດ້ານອາຫານ ໂພສະນາການ,ທັງເປັນການສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ກຸ້ມຕົນເອງ,ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ.

ຂ່າວ: ກັນວົງໄຊ ໂອງຄຳມີ

ທ່ານ ປອ. ນາງ ວິພາວັນ ພົມວິຫານ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ທ່ານ ປອ. ນາງ ວິພາວັນ ພົມວິຫານ ຢ້ຽມຢາມ ແລະ ມອບວັດຖຸອຸປະກອນໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າອຸດົມໄຊ

ເນື່ອງໃນໂອກາດທີ່ ທ່ານ ປອ. ນາງ ວິພາວັນ ພົມວິຫານ ພັນລະຍາທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊໃນຕອນເຊົ້າຂອງວັນທີ 15 ສິງຫາ 2022, ທ່ານ ປອ. ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງອຸດົມໄຊ ໄດ້ມາຢ້ຽມຢາມໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສີວອນ ເພັງມີໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ, ທ່ານ ສົມຈັນ ພົນທະສິດ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະ, ຄູອາຈານ ແລະ ນ້ອງນັກຮຽນ.

ໃນການລົງມາຢ້ຽມຢາມໃນຄັ້ງນີ້ ທ່ານໄດ້ນຳເອົາວັດຖຸອຸປະກອນການຮຽນ, ເຄື່ອງມືກະສິກຳ ແລະ ເງີນ ລວມມູນຄ່າທັງໝົດ 30 ລ້ານ ກີບ ມອບໃຫ້ໂຮງຮຽນ ເພື່ອຮັບໃຊ້ເຂົ້າໃນວຽກບໍລິຫານ-ຄຸ້ມຄອງໂຮງຮຽນທັງສົ່ງເສີມໄປຕາມ 3 ລັກສະນະ 5 ຫັກມູນການສຶກສາ.

ໃນໂອກາດດັ່ງກ່າວ ທ່ານກໍໄດ້ນຳເອົາຄວາມອົບອຸ່ນ ແລະ ບາງເນື້ອໃນຈິດໃຈໂອ້ລົມຕໍ່ພະນັກງານ, ຄູອາຈານ ພ້ອມກັນນັ້ນໄດ້ໄປຢ້ຽມຊົມຫ້ອງວາງສະແດງເຄື່ອງນຸ່ງບັນດາເຜົ່າຂອງນ້ອງນັກຮຽນ.

ຫ້ອງວ່າການສູນກາງພັກ ເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການ

ເພື່ອເປັນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຈັດຕັ້ງປະຕິບັດ ຕາມດຳລັດສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ, ໃນວັນທີ 15 ສິງຫາ 2022 ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດຖາວອນ ພິລາວັນ ຄະນະປະຈຳພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ໂດຍມີບັນດາພະນັກງານຂັ້ນກົມ, ພະແນກ ແລະ ພະນັກງານທົ່ວຫ້ອງວ່າການສູນກາງພັກເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ສົມບູນ ລັດຕະນະພອນ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ໄດ້ໃຫ້ກຽດເຜີຍແຜ່ບັນດານິຕິກຳດັ່ງກ່າວ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ທັງເປັນການຄຸ້ມຄອງຊັບສິນຂອງລັດໃຫ້ເຂົ້າສູ່ລະບຽບການ ແລະ ເປັນການປະຕິບັດດຳລັດເລກທີ 599/ລບ, ວ່າດ້ວຍລົດຂອງລັດ ກໍຄືການປະຢັດມັດທະຍັດ, ຕ້ານການຟຸ່ມເຟືອຍ ແລະ ຈຳກັດລາຍຈ່າຍງົບປະມານ, ການຄຸ້ມຄອງລົດຂອງລັດ ກໍແມ່ນໜຶ່ງໃນມາດຕະການປະຢັດ ແລະ ຄຸ້ມຄອງການນຳໃຊ້ພາຫະນະຂອງທາງລັດຖະການຖືກເປົ້າໝາຍ, ມີຄວາມໂປ່ງໃສ, ມີລະບຽບວິໄນ, ສາມາດກວດສອບໄດ້ ແລະ ສອດຄ່ອງກັບເງື່ອນໄຂຕົວຈິງຂອງປະເທດເຮົາ.

ພ້ອມນັ້ນ ຍັງໄດ້ກຳນົດຂອບເຂດໃນການນຳໃຊ້ລົດຕາມແຕ່ລະຕຳແໜ່ງບໍລິຫານ ຢູ່ບັນດາອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຢູ່ສູນກາງ ແລະ ໃນຂອບເຂດທົ່ວປະເທດ ຊຶ່ງລົດທຸກຄັນທີ່ນຳໃຊ້ວຽກບໍລິຫານລວມ, ລົດຮັບໃຊ້ວຽກວິຊາສະເພາະ ແລະ ລົດວິຊາສະເພາະແມ່ນຈະໄດ້ຕິດກາໝາຍ “ລົດຮັບໃຊ້ວຽກງານທາງລັດຖະການ” ຂອງແຕ່ລະຂະແໜງການ, ສໍາລັບລົດຮັບໃຊ້ໂຄງການ ແລະ ວິສາຫະກິດ ຕ້ອງຕິດແຜ່ນກາໝາຍນຳໃຊ້ທີ່ລະບຸຊື່ໂຄງການ ຫຼື ລັດວິສາຫະກິດ ໂດຍໃຫ້ຕິດໃສ່ປະຕູເບື່ອງໜ້າທັງສອງດ້ານ.ໂອກາດນີ້, ສະຫາຍ ເພັດຖາວອນ ພິລາວັນ ໄດ້ເນັ້ນໃຫ້ພະນັກງານທົ່ວຫ້ອງວ່າການສູນກາງພັກ ໃຫ້ເອົາໃຈໃສ່ປະຕິບັດດຳລັດດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ ເພື່ອໃຫ້ການນຳໃຊ້ລົດບໍລິຫານລັດ ໃຫ້ມີປະສິດທິຜົນສູງ, ພ້ອມທັງສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ ພາຍໃນຫ້ອງວ່າການສູນກາງພັກ.

ພາຍຫຼັງສຳເລັດການເຜີຍແຜ່ດຳລັດວ່າດ້ວຍລົດລັດ ແລະ ຕິດສະຕິກເກີ້ລົດລັດຖະການແລ້ວ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ກໍໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການປະກາດການນຳໃຊ້ສະຕິກເກີ້ຕິດລົດທາງລັດຖະການໃນຄັ້ງນີ້.

ຂ່າວ-ພາບ: ຫ້ອງວ່າການສູນກາງພັກ

ມອບ-ຮັບ ໜ້າທີ່ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່)

ວັນທີ 15 ສິງຫາ 2022, ຢູ່ຫ້ອງປະຊຸມ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບໜ້າທີ່ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ລະຫວ່າງ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ເກົ່າ) ແລະ ພັອ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ເພື່ອເປັນການປັບປຸງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.

ພັອ ສຸກພະຈັນ ບຸດດາຄໍາ

ໂດຍມີ ພຈົວ ສີພອນ ຈັນສົມວົງ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ຄະນະກອງບັນຊາການ, ຄະນະຫ້ອງ, ຫົວໜ້າ-ຮອງກອງບັນຊາການ ປກສ ເມືອງ ແລະ ພະນັກງານຫຼັກແຫຼ່ງກອງບັນຊາການ ແລະ ຜ່ານລະບົບ ກອງປະຊຸມທາງໄກ Video comferent ເຂົ້າຮ່ວມ ເປັນສັກຂີພະຍານ.

ພັອ ປອ ບົວພັນ ຟອງມະນີ

ໃນພິທີ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ (ຜູ້ເກົ່າ) ໄດ້ກ່າວອຳລາໜ້າທີ່ ເພື່ອໄປຮັບໜ້າທີ່ໃໝ່ ຢູ່ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແລະ ພັອ ປອ ບົວພັນ ຟອງມະນີ ໄດ້ກ່າວຮັບໜ້າທີ່ ເປັນຫົວໜ້າກອງບັນຊາການ ປກສ ນວ (ຜູ້ໃໝ່) ທັງໃຫ້ຄຳໝັ້ນສັນຍາວ່າ:

ຈະສືບຕໍ່ຊີ້ນຳ-ນຳພາ ວຽກງານທີ່ໄດ້ຮັບມອບໝາຍ ໃຫ້ສຸດຄວາມສາມາດ ຈະນໍາເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການຕົວຈິງຜ່ານມາ ນໍາມາໝູນໃຊ້ເຂົ້າໃນການຊີ້ນໍາ-ນໍາພາ, ພ້ອມທັງ ຈະປັບປຸງ ແລະ ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງບາງດ້ານ ເພື່ອໃຫ້ບັນລຸຜົນຕາມລະດັບຄາດໝາຍ ໃຫ້ໄດ້ຮັບຜົນສໍາເລັດທາງດ້ານປະລິມານ ແລະ ຄຸນນະພາບສູງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໃນໄລຍະໃໝ່.

ຫຼັງຈາກນັ້ນ ທັງ 2 ທ່ານ ກໍໄດ້ລົງນາມ ເຊັນໃນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ຂ່າວ: ຮອ ນ. ອ່າງ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ

ເຈົ້າໜ້າທີ່ ສູນປະສານງານ 4 ຝ່າຍ ສະກັດຈັບເປົ້າໝາຍຢາເສບຕິດ ຈັບໄດ້ທັງຄົນ ແລະ ຂອງກາງຈຳນວນຫຼາຍ

ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ອີງຕາມຂໍ້ມູນແຫຼງຂ່າວຂອງສູນປະສານງານ 4 ຝ່າຍປະຈຳບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າ ຈະມີກຸ່ມຄົນບໍ່ດີລັກລອບຂົນສົ່ງຢາເສບຕິດຈາກປະເທດມຽນມາເຂົ້າມາແຂວງບໍ່ແກ້ວ ( ເມືອງຕົ້ນເຜິ້ງ ). ຈາກນັ້ນ, ກອງບັນຊາການ ປກສ ແຂວງ ໄດ້ຊີ້ນຳຫ້ອງວິຊາສະເພາະທີ່ກ່ຽວຂ້ອງລົງສົມທົບກັບສູນປະສານງານ 4 ປະເທດ ( ຝ່າຍຈີນ ) ທີ່ປະຈຳຢູ່ດ່ານບ້ານມອມ ຕິດຕາມເປົ້າໝາຍ. ມາຮອດວັນທີ 6 ສິງຫາ 2022 ເວລາ 12:05 ນາທີ, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງແມ່ນໄດ້ເຫັນເປົ້າໝາຍຂີ່ລົດຈັກເຂົ້າໄປບ້ານ ສີບຸນເຮືອງ ເມືອງຕົ້ນເຜິ້ງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມ ແລະ ສາມາດກັກຕົວເປົ້າໝາຍໄດ້ 2 ຄົນຄື: ທ້າວ ພອນ ສຸຕະວົງ ອາຍຸ 45 ປີ ແລະ ນາງ ມອນ ສຸຕະວົງ ອາຍຸ 43 ປີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທັງສອງຄົນແມ່ນເປັນຜົວເມຍກັນ,

ພ້ອມທັງກວດຄົນເຮືອນ ( ເຄຫະສະຖານ ) ຜ່ານການກວດຄົ້ນແມ່ນສາມາດຍຶດໄດ້ເຄື່ອງຂອງກາງຢາເສບຕິດ ( ປະເພດຢາບ້າ ) ຈຳນວນ 3.304ມັດ ເທົ່າກັບ 6.608.000 ເມັດ, ນ້ຳໜັກລວມ 733 ກິໂລກຼາມ ແລະ ຢາເສບຕິດ ( ປະເພດໄອສ໌ ) 1 ກິໂລກຼາມ, ລົດໃຫຍ່ 3 ຄັນ, ລົດຈິບປຼາໂດ 1 ຄັນ, ລົດກະບະລີໂວ 1 ຄັນ, ລົດກະບະນິດ 1 ຄັນ, ເງິນກີບ ຈຳນວນ 80.000.000, ເງິນບາດຈຳນວນ 4.109.000 ບາດ, ເງິນຢວນຈຳນວນ 10.000 ຢວນ. ຕໍ່ກັບຄະນະດັ່ງກ່າວປັດຈຸບັນທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງພວມດຳເນີນການສືບສວນ-ສອບສວນຂະຜົນຫາກຸ່ມແກ້ງເຄື່ອຂ່າຍ.

ຂ່າວ: ປກສ ແຂວງບໍ່ແກ້ວ, ຄວາມສະຫງົບ

ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຜູ້ອໍານວຍການສູນການສຶກສາຕົວເມືອງ

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຜູ້ອໍານວຍການສູນການສຶກສາຕົວເມືອງ

ໃນຕອນເຊົ້າຂອງ ວັນທີ 15 ສິງຫາ 2022 ທີ່ຫ້ອງຮັບແຂກກະຊວງ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Andrey Andreyevich Litvinov, ຜູ້ອໍານວຍການສູນການສຶກສາຕົວເມືອງ, ມະຫາວິທະຍາໄລ ຊິຣິອຸດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ເນື່ອງໃນໂອກາດທີ່ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້ ຊຶ່ງທ່ານໄດ້ຕີລາສູງການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ-ສະຫະພັນ ຣັດເຊຍ.

ໂອກາດດັ່ງກ່າວ, ທ່ານ Andrey Andreyevich Litvinov ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານສະພາບການໂດຍຫຍໍ້ກ່ຽວກັບມະຫາວິທະຍາໄລ ຊີຣິອຸດ ຊຶ່ງມະຫາວິທະຍາໄລແມ່ນໄດ້ມີການສ້າງຊັບພະຍາກອນມະນຸດໃນຫຼາຍຂົງເຂດເປັນຕົ້ນແມ່ນ ຂົງເຂດວິທະຍາສາດ, ການສຶກສາ, ສ້າງຕົວເມືອງ ແລະ ຂົງເຂດວັດທະນະທຳ ໃນນັ້ນ, ມີຫຼາກຫຼາຍສູນການຮຽນຮູ້ເຊັ່ນ: ສູນສຶກສາຄົ້ນຄວ້າທາງດ້ານມັນສະໝອງມະນຸດ, ສູນຮຽນຮູ້ປັນຍາປະດິດ, ສູນຮຽນຮູ້ການສ້າງຕົວເມືອງອັດສະລິຍະ, ສູນພັນທຸກຳ ທີ່ມີຫ້ອງທົດລອງທີ່ທັນສະໄໝ ແລະ ອື່ນໆອີກ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍິນດີທີ່ຈະໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງໄດ້ເຊື້ອເຊີນທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະໄປຢ້ຽມຢາມ ແລະ ຢ້ຽມຊົມຜົນງານຕາງໆຂອງມະຫາວິທະຍາໄລໃນອະນາຄົດ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຜູ້ອໍານວຍການສູນການສຶກສາຕົວເມືອງ ແລະ ສະແດງຄວາມຫວັງວ່າຈະໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອຈາກ ມະຫາວິທະຍາໄລ ຊິຣິອຸດ ໃນຂົງເຂດວຽກງານການພັດທະນາເຕັກໂນໂລຊີ ສປປ ລາວ ກໍຄືການພັດທະນາດ້ານຊັບພະຍາກອນມະນຸດ.

ພາບ ແລະ ຂ່າວ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ

ເຊກອງ ປະກາດປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ

ປກສ ແຂວງເຊກອງ ປະກາດປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ ຈັດພິທີປະກາດ ປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ຈຳນວນ 5 ສະຫາຍ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ທ່ານ ພັນໂທ ພອນວິຈິດ ກີບເກສອນ

ໃນພິທີ, ທ່ານ ພັນໂທ ພອນວິຈິດ ກີບເກສອນ ຮອງຫ້ອງການ ການເມືອງ ໄດ້ຜ່ານຄໍາເຫັນວ່າດ້ວຍການປະຕິບັດວິໄນພົນຕຳຫລວດ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ແລະ ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງເຊກອງ ວ່າດ້ວຍການປະຕິບັດວິໄນ ນາຍ ແລະ ພົນຕໍາຫລວດ ໃນກໍາລັງ ປກສ ແຂວງເຊກອງ ໃນນີ້ ຕົກລົງປະຕິບັດວິໄນ ນາຍ ແລະ ພົນຕຳຫລວດ ອອກຈາກກໍາລັງປ້ອງກັນຄວາມສະຫງົບໂດຍບໍ່ໄດ້ຮັບການອຸດໜູນນະໂຍບາຍໃດໆຈໍານວນ 5 ສະຫາຍ, ຍິງ 1 ສະຫາຍຄື:

ວທ ໄພສະຫັວນ ເພັດກຸມເມືອງ ອາຍຸ 33 ປີ ໜ້າທີຮັບຜິດຊອບ ຮອງຫົວໜ້າໜ່ວຍງານ ສັງກັດຢູ່ຫ້ອງຕໍາຫລວດ; ວທ ລັດຕະນະ ດວງຄໍາ ອາຍຸ 28 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ຫ້ອງຕໍາຫລວດ; ຮຕ ຈະເລີນທອງ ແກ້ວມີສີ ອາຍຸ 34 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັ່ງກັດຫ້ອງຕໍາຫລວດ; ຮທ ນາງ ສຸດຖະໜອມ ວໍລະດາ ອາຍຸ 33 ປີ ໜ້າທີ່ຮັບຜິດຊອບ ວິຊາການ ສັງກັດຢູ່ ປກສ ເມືອງທ່າແຕງ; ຮຕ ພົງເພັດ ໃພທິສານ ອາຍຸ 36 ປີ ໜ້າທີ່ຮັບຜິດຊອບ ຫົວໜ້າໜ່ວຍງານ ສັງກັດຢູ່ ປກສ ເມືອງດາກຈຶງ ຍ້ອນມີການກະທໍາຜິດຕໍ່ກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບ ມາດຕາ 39 ຂໍ້ 01 ແລະ ປະມວນກົດໝາຍອາຍາ ມາດຕາ 320 ພວກກ່ຽວພົວພັນເສບຢາເສບຕິດ (ປະເພດຢາບ້າ).

ໂອກາດນີ້, ທ່ານ ພັນໂທ ຄໍາບານ ພົມມະນີວົງ ປະທານກວດກາພັກ, ຮອງກອງບັນຊາການ ປກສ ແຂວງເຊກອງ ໄດ້ຮຽກຮ້ອງມາຍັງບັນດາ ຄະນະພັກ, ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ເປັນເຈົ້າການສຶກສາອົບຮົບການເມືອງແນວຄິດໃຫ້ກໍາລັງເຫລົ່າຮົບວິຊາສະເພາະ ຂອງຕົນໃຫ້ຕໍ່ເນື່ອງ ແລະ ປົກກະຕິດ້ວຍການເຊື່ອມຊຶມບັນດາມະຕິ, ຄໍາສັງຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນລະບຽບ, ກົດໝາຍ ແລະ 17 ຂໍ້ຫ້າມຂອງກຳລັງປ້ອງກັນຄວາມສະຫງົບ ວາງອອກໃຫ້ເລິກເຊິ່ງ; ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານ, ກໍາແໜ້ນສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ; ປະຕິບັດໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ກໍາລັງ ແລະ ສັງຄົມໃຫ້ຫລຸດໜ້ອຍຖອຍລົງ; ພະຍາຍາມຝຶກຝົນຫລໍ່ຫລອມຕົນເອງ, ສ້າງທັດສະນະແນວຄິດຄຸນສົມບັດສິນທໍາປະຕິບັດ ແລະ ຮັກສາທາດແທ້ມູນເຊື້ອປະຕິວັດ ຂອງກໍາລັງປ້ອງກັນຄວາມສະ ຫງົບ; ປັບປຸງກົງຈັກການຈັດຕັ້ງ ແລະ ແບບແຜນວິທີການເຮັດວຽກຂອງບັນດາເຫລົ່າລົບວິຊາສະເພາະໃຫ້ເຂັ້ມແຂງ; ປະຕິບັດລະບົບສ່ອງແສງລາຍງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ເປັນປົກກະຕີ; ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກຳລັງປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ.

ຂ່າວ: ປກສ ແຂວງ, ຂປລ