Home Blog Page 30

ໂຄງການທົດລອງຈັດຕັ້ງປະຕິບັດວິທີການນຳໃຊ້ຍຸງລາຍບ້ານ

ກອງປະຊຸມແນະນຳໂຄງການທົດລອງຈັດຕັ້ງປະຕິບັດວິທີການນຳໃຊ້ຍຸງລາຍບ້ານທີ່ມີເຊື້ອແບັກທີເຣຍໂວລບັກເຄຍເພື່ອຄວບຄຸມການສົ່ງເຊື້ອພະຍາດໄຂ້ຍຸງລາຍ ຢູ່ເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ, ໄດ້ຈັດຂື້ນວັນທີ 2 ກັນຍາ2022 ທີ່ໂຮງແຮມ ຄລາວພາຊາ ໂດຍການເປັນປະທານຂອງ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານ ນາງ Deborah Leaver ຜູ້ອຳນວຍການອົງການຊ່ວຍເຫລືອເດັກສາກົນປະຈຳ ສປປ ລາວ, ທ່ານ Dr Breeanna McLean ຫົວໜ້າໂຄງການຄວບຄຸມປະຊາກອນຍຸງໂລກ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ພະແນກພົວພັນຕ່າງປະເທດ, ພະແນກສາທາລະນະສຸກນະຄອນຫລວງ, ກົມ, ສູນ, ສະຖາບັນປັດສເຕີລາວ, ຫ້ອງການສາທາລະນະສຸກເມືອງ, ຫ້ອງການປົກຄອງເມືອງ, ອົງການພັດທະນາ ແລະ ບໍລິການຕົວເມືອງ, ທ່ານນາຍບ້ານຈາກ 32 ບ້ານ ທີ່ຢູ່ໃນເຂດພື້ນທີ່ໂຄງການ ແລະ ອົງການຊ່ວຍເຫລືອເດັກ ປະຈຳ ສປປ ລາວ ກໍ່ໄດ້ເຂົ້າຮ່ວມ.

ຈຸດປະສົງກໍ່ແມ່ນເພື່ອປະກອບສ່ວນໃນການລຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານ ກ່ຽວກັບການກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນຳໃຊ້ມາດຕະການເຊື່ອມສານແບບຄົບຊຸດ.

ກິດຈະກຳຫລັກຂອງໂຄງການ ແມ່ນຈະມີການເຊື່ອມສານ ແລະ ການມີສ່ວນຮ່ວມຂອງຊຸມຊົນ, ສຳລັບວິທີການປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍ ແລະ ເກັບກຳຂໍ້ມູນເພື່ອຕິດຕາມອັດຕາຂອງເຊື້ອຢູ່ປະຊາກອນຍຸງຢູ່ພາກສະໜາມ ຫລັງຈາກໄລຍະການປ່ອຍຍຸງຊຶ່ງຈະໄດ້ຈັດຂື້ນຢູ່ 32 ບ້ານ ຂອງເມືອງຈັນທະບູລີ ແລະ ເມືອງໄຊເຊດຖາ, ໃນເມື່ອເວລາຊຸມຊົນເຂດເປົ້າໝາຍເຫັນດີ ແລະ ຮັບຮອງໂຄງການ WMP ຈະເລີ່ມປ່ອຍຍຸງລາຍບ້ານທີ່ມີເຊື້ອໂວລບັກເຄຍໂດຍການເຮັດວຽກຮ່ວມກັບສາທາລະນະສຸກຂັ້ນບ້ານ ໃນຕົ້ນປີ 2023 ຊຶ່ງວ່າເຂດພື້ນທີ່ປ່ອຍຍຸງນັ້ນ ຈະກວມເອົາເນື້ອທີ່ທັງໝົດປະມານ 12 ຕາລາງກິໂລແມັດ ແລະ ຈະສາມາດຊ່ວຍປ້ອງກັນການຕິດເຊື້ອໄຂຍຸງລາຍເຖິງ 86,000 ຄົນ ຢູ່ໃນສອງເມືອງເປົ້າໝາຍ.

ແຫຼ່ງຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

ມອບເຄື່ອງຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ແຫຼ່ງຂ່າວຈາດ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 3 ກັນຍາ 2022 ນີ້,ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳເອົາເງິນສົດ, ເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ປັດໄຈ ຈາກຫລາຍພາກສ່ວນ ມາຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບາກໄພນ້ຳຖ້ວມ ຢູ່ ແຂວງອຸດົມໄຊ ເຊິ່ງຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ແມ່ນໃນນາມສ່ວນຕົວ ແລະ ໄດ້ລະດົມຈາກເພື່ອນມິດ ແລະ ພາກສ່ວນທຸລະກິດ ເຊັ່ນ:

ກຸ່ມບໍລິສັດ ດອກງິ້ວຄຳ ຈຳກັດ 1 ຕື້ກີບ, ບໍລິສັດ ໄຊຈະເລີນຊັບການລົງທຶນ ຈຳກັດ 50 ລ້ານກີບ, ບໍລິສັດ ຊີມັງ ອຸດົມໄຊ ຈຽງເກີ ຈຳກັດຜູ້ດຽວ 30 ລ້ານກີບ, ທະນາຄານຮ່ວມພັດທະນາ(JDB) 20 ລ້ານກີບ, ບໍລິສັດ ຟ້າໄຊໂຍ ຈຳກັດຜູ້ດຽວ (ແຂວງບໍ່ແກ້ວ) 15 ລ້ານກີບ, ບໍລິສັດ ສີສັນຈະເລີນສຸກ ກໍ່ສ້າງຂົວ-ທາງ ເຄຫາສະຖານ ພັດທະນາກະສິກຳ ການຄ້າຄົບວົງຈອນ ຈຳກັດຜູ້ດຽວ 10 ລ້ານກີບ, ກຸ່ມບໍລິສັດ ອ່າງທອງ ຈຳກັດ 5 ລ້ານກີບ ແລະ ທ່ານ ນາງ ວຽນວິໄລ ດິລະພັນ ຫົວໜ້າໂຄສະນາອົບຮົມ ແຂວງຫລວງພະບາງ 2 ລ້ານກີບ ລວມທັງໝົດ 1,1 ຕື້ກວ່າກີບ.

ເລີ່ມແຕ່ວັນທີ 27 ສິງຫາ ຫາ ວັນທີ 3 ກັນຍາ 2022 ຄະນະຮັບຜິດຊອບເສດຖະກິດ ລະດົມທຶນ, ຮັບ-ແຈກຫຍາຍ, ສະໜອງງົບປະມານ ແລະ ອາຫານ ໄດ້ປະມານ 3,2 ຕື້ກວ່າກີບ ໃນນັ້ນເປັນວັດຖຸປະມານ 700 ລ້ານກີບ.

ແຫຼ່ງຂ່າວຈາກ: ປະເທດລາວ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ປອກຕຸຍການ

ໃນວັນທີ 25 ສິງຫາ ຜ່ານມາ, ຢູ່ທຳນຽບປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປອກຕຸຍການ, ນະຄອນຫຼວງ ລິດສະບອນ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ(H.E. Marcelo Rebelo de Sousa), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອກຳລັງຕຳແໜ່ງເປັນເອກອັກຄັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປອກຕຸຍການ ເຊິ່ງມີສະຖານທູດຕັ້ງຢູ່ນະຄອນຫລວງປາຣີ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ ແລະ ການພົວພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ແລະ ພ້ອມທັງ ຜ່ານທ່ານໄປຍັງລັດຖະບານ ແລະປະຊາຊົນປອກຕຸຍການ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ປອກຕຸຍການ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ພ້ອມທັງຈະເຮັດສຸດຄວາມສາມາດໃນການເພີ່ມທະວີ ການສົ່ງເສີມສຳພັນໄມຕີ, ການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນໃນອະນາຄົດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານການສຶກສາ ແລະ ຫວັງວ່າ ຈະໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງດີໃນຕໍ່ໜ້າ.

ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ທ່ານ ປະທານາ ທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ປອກຕຸຍການທຸກທົ່ວໜ້າ.

ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ມາເຊໂລ ກໍໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 31 ພຶດສະພາ1995; ສປປ ລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີ ຮັບຜິດຊອບ ປະເທດ ປອກຕຸຍການ ແລະ ສາທາລະນະລັດປອກຕຸຍການ ມີສະຖານທູດຕັ້ງຢູ່ ນະຄອນຫຼວງ ບາງກອກ ປະເທດໄທ ຮັບຜິດຊອບ ສປປ ລາວ.

ແຫຼ່ງຂ່າວ: ຂປລ

ຈັບຜູ້ທີ່ແອບອ້າງວ່າເປັນເຈົ້າໜ້າທີ່ຕຳຫຼວດໄດ້ແລ້ວ!

ວັນທີ 2 ກັນຍາ 2022 ເຈົ້າໜ້າທີ່ ປກສ ແຂວງ ສະຫວັນນະເຂດ ໄດ້ລາຍງານວ່າ: ສາມາດຈັບຜູ້ກໍ່ເຫດໄດ້ ຖານແອບອ້າງເປັນເຈົ້າໜ້າທີ່ ແລະ ໄປຕົວະປະຊາຊົນ, ໂດຍມື້ເກີດເຫດ ໃນເວລາ 7 :15 ນາທີ ຂອງວັນອາທິດ ທີ 28 ສິງຫາ 2022 ມີຊາຍຜູ້ໜຶ່ງນຸ່ງເຄື່ອງແບບຕຳຫຼວດໄດ້ຍ່າງເຂົ້າມາທີ່ເຮືອນຂອງປະຊາຊົນ ແລ້ວໄດ້ອ້າງວ່າຕົນເປັນເຈົ້າໜັາທີ່ຕຳຫຼວດ ແລ້ວເວົ້າກັບເຈົ້າຂອງເຮືອນຜູ້ທີ່ເປັນປະຊາຊົນວ່າ ໄດ້ໃຫ້ຜູ້ກ່ຽວມາເອົາລົດ ແຕ່ປະຊາຊົນຜູ້ນັ້ນກໍ່ເບິ່ງວ່າມີທ່າທີບໍ່ດີ ບໍ່ໄດ້ຫຼົງເຊື່ອ ແລ້ວກໍ່ຮີບກັບເຂົ້າມາໃນເຮືອນ ແລະ ໄປແຈ້ງຕໍ່ເຈົ້າໜ້າທີ່ ປກສ ໃນພາຍຫຼັງ.

ມາໃນວັນທີ 30 ສິງຫາ 2022 ພາຍຫຼັງເຈົ້າໜ້າທີ່ສາມາດໄປຈັບໂຕໄດ້ ຈຶ່ງຮູ້ວ່າ ຜູ້ກ່ຽວມີຊື່ວ່າ ທ້າວ ສີເພັດໝັ້ນ ອາຍຸ 34 ປີ ບ້ານສຸນັນທາ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຜູ້ກ່ຽວເປັນຄົນເສຍຈິດ ເຊິ່ງຊຸດຕຳຫຼວດທີ່ຜູ້ກ່ຽວໃສ່ ແມ່ນລັກເອົາມາຈາກພີ່ນ້ອງ ຜູ້ທີ່ເປັນພະນັກງານ, ພາຍຫຼັງຮູ້ແນວນັ້ນ ເຈົ້າໜ້າທີ່ ປກສ ຈຶ່ງໄດ້ນຳມາສຶກສາອົບຮົບ ແລ້ວປ່ອຍໂຕຜູ້ກ່ຽວໃຫ້ກັບຄອບຄົວ ເພື່ອໄປຮັກສາປິ່ນປົວຈິດ.

ແຫຼ່ງຂ່າວ: ປກສ ແຂວງສະຫວັນນະເຂດ

ຊົມເຊີຍ! ຫຼາຍພາກສືບຕໍ່ຊ່ວຍເຫຼືອແຂວງອຸດົມໄຊ

ຫຼາຍພາກສ່ວນສືບຕໍ່ຮ່ວມບໍລິຈາກຊ່ວຍຜູ້ປະສົບໄພນ້ຳຖ້ວມ!

ພາຍຫຼັງເກີດມີນ້ຳຖ້ວມ ຂອງແຂວງອຸດົມໄຊ ເປັນຕົ້ນແມ່ນ ເມືອງໄຊ, ເມືອງຫຼາ, ເມືອງນາໜໍ້ ແລະ ເມືອງງາ ໃນວັນທີ 26 ສິງຫາ 2022 ເຮັດໃຫ້ເຮືອນຊານບ້ານຊ່ອງ ຖະໜົນຫົນທາງ ພື້ນທີ່ການຜະລິດຂອງປະຊາຊົນ ເສຍຫາຍເປັນຈຳນວນມະຫາສານ.

ດັ່ງນັ້ນ ທາງຄະນະຮັບຜິດຊອບ ຟື້ນຟູຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ແຂວງອຸດົມໄຊ ໃນນາມຜູ້ຮັບຜິດຊອບໂດຍກົງ ໃນການແກ້ໄຂ ແລະ ຟື້ນຟູຜົນກະທົບຈາກໄພນ້ຳຖ້ວມຢູ່ 4 ເມືອງດັ່ງກ່າວ ຈິ່ງໄດ້ຕັ້ງຈຸດຮັບບໍລິຈາກຢູ່ຕໍ່ໜ້າພະແນກການເງິນແຂວງ ເພື່ອໃຫ້ທຸກຄົນໃນສັງຄົມໄດ້ຊ່ວຍເຫຼຶືອກັນໃນຍາມລຳບາກ

.

.

.

ເນື່ອງຈາກວ່າງົບປະມານຂອງແຂວງ ທີ່ຈະນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ແມ່ນມີຈຳນວນຈຳກັດ ເຊິ່ງການຮັບບໍລິຈາກມາຮອດ ໃນລະຫ່ວາງວັນທີ 31 ສິງຫາ 2022 ຫາ ຕອນບ່າຍ 1 ສິງຫາ 2022 ມີຜູ້ເຂົ້າມາໃຫ້ການບໍລິຈາກ ຄື ທ່ານ ຄອນສະຫັວນ ດວງສຸກ ສະຖາບັນການເງິນຈຸລະພາກໄຊນິຍົມ 10.000.000 ກີບ ທ່ານໄຊ ບ້ານຖີ່ນ ບໍລິສັດເວິນປີງ ທ່ານ ຄຳພຽງ ຢ່າຈົງວາ, ທ່ານອ່ອນແກ້ວອຸ່ນອາລົມ, ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກ ອຸດສາຫະກຳການຄ້າ ແຂວງໄຊຍະບູລີ ຜູ້ລະ 1.000.000 ກີບ ອົງການແນວລາວສ້າງຊາດ 880.000 ກີບ ທ່ານ ນ.ນ້ອຍລີ ເຕັງເບຍຈື ເຈົ້າຂອງຮ້ານສະນຸກເກີ ອຸດົມໄຊ, ທ່ານ ນ.ແກ້ວພາແສງ ດາວມະນີ ບ້ານຫຼັກ 4 ຜູ້ລະ 500.000 ກີບ ທ່ານເວັນໄທ ນັກທຸລະກິດ ບ້ານໂຮມສຸກ 200.000 ກີບ ທ່ານ ຈັນພວງ ບ້ານນາເລົາ 50.000 ກີບ ລວມເປັນເງິນທີ່ໄດ້ຮັບທັງໝົດ 27.130.000 ກີບ. ນອກຈາກນັ້ນແລ້ວ ຖາ້ພາກສ່ວນໃດຢາກຈະບໍລິຈາກຈະເປັນເງິນສົດ ແລະ ເຄື່ອງນຸງຂອງຖື ເຂົ້າສານອາຫານແຫ້ງກໍ່ສາມາດເຂົ້າມາມອບໃຫ້ທາງຄະນະຮັບຜິດຊອບຟື້ນຟູ ຜົນກະທົບຈາກ ໄພພິບັດນ້ຳຖ້ວມ ຢູ່ແຂວງອຸດົມໄຊ ຢູ່ຕໍ່ໜ້າພະແນກການເງິນແຂວງໃນເວລາທາງລັດຖະການ.

.

ກວດແກ້ໂດຍ: ດາວອນ ສີວິໄລ

ຢ້ຽມຢາມສະພາບໄພພິບັດນໍ້ຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງຫຼາ

ສະພາປະຊາຊົນແຂວງອຸດົມໄຊ ລົງຢ້ຽມຢາມສະພາບໄພພິບັດນໍ້ຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ເມືອງຫຼາ.

ຕອນເຊົ້າຂອງວັນພຸດ, ວັນທີ 31 ສິງຫາ 2022, ສະພາປະຊາຊົນແຂວງອຸດົມໄຊນໍາໂດຍທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສພຂ ໄດ້ລົງຢ້ຽມຢາມສະພາບໄພພິບັດນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ເມືອງຫຼາ, ມີທ່ານ ນາງ ໄລວອນ ຈັນທະລາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງຫຼາ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອຕັ້ງເມືອງຫຼາ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ:

ນໍ້າດື່ມ, ໝີ, ເກືອແປ້ງນົວ, ເກີບ, ແຟັບສະບູ ແລະ ຢາຖູແຂ້ວ ລວມມູນຄາທັງໝົດປະມານ 10 ລ້ານກວ່າກີບ ແລະ ໄດ້ຈັດມອບໃຫ້ຄອບຄົວທີ່ຖືກນໍ້າພັດເຮືອນໄຫລ 51 ຫຼັງຄາໃນຈໍານວນ 9 ບ້ານຄື: ບ້ານສາມັກຄໄຊ, ບ້ານໂພນໄຊ, ບ້ານຫ້ວຍຫຼາ, ປາກກໍ ແລະ ບ້ານອື່ນໆໂອກາດດັ່ງກ່າວ ທ່ານ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່ອນອື່ນທ່ານໄດ້ສະແດງ ຄວາມເສຍໃຈ ແລະ ຢ້ຽມຢາມຖາມຂ່າວ ຄອບຄົວທີ່ຖືກຜົນກະທົບ ແລະ ເຫດການທີ່ເກີດຂື້ນ ແລະ ໄດ້ດົມວັດຖຸປັດໃຈ ຈາກສະພາແຫ່ງຊາດ ໄດ້ຈໍານວນ 20 ລ້ານກວ່າກີບ (ເພື່ອນໍໄປຊື້ເຂົ້າສານ), ຖົງມືຈໍານວນ 300 ຄູ່ ເພື່ອນນໍາໄປມອບໃຫ້ກໍາລັງທີ່ໄປຊ່ວຍອານາໄມ ແລະ ຟື້ນຟູ ເຮືອນຊານບ້ານຊອງ.

ພາບ/ຂ່າວ: ແສງພອນ ອິນນະລົງ (ສະພາປະຊາຊົນແຂວງ ອຸດົມໄຊ)

ເຈົ້ານະຄອນຫຼວງພະບາງ ຊີ້ແຈງ 3 ສາເຫດ ກໍລະນີບໍ່ມີການຊີງຊະນະເລີດ

ເຈົ້ານະຄອນຫຼວງພະບາງ ຊີ້ແຈງ 3 ສາເຫດທີ່ການຊ່ວງເຮືອປະຈຳປີ ພສ 2565 ບໍ່ມີການຊີງຊະນະເລີດ.

ອີງຕາມແຫຼ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຊີ້ແຈງໃນຕອນແລງ ວັນທີ 31 ສິງຫາ 2022 ກ່ຽວກັບ ບັນຫາຫາງສຽງສັງຄົມ ຕໍ່ການຊ່ວງເຮືອປະຈຳປີ ພສ 2565 ໂອກາດບຸນຫໍ່ເຂົ້າປະດັບ ດິນ ຊ່ວງເຮືອເດືອນ 9 ທີ່ບໍ່ມີການແຂ່ງຂັນໃນຮອບຊີງຊະນະເລີດ ເຊິ່ງເປັນການພົບກັນລະຫວ່າງ ເຮືອຊ່ວງຂອງນະຄອນຫຼວງວຽງຈັນ ບໍລິສັດແສງເພັດເກັບກູ້ລະເບີດ ກັບ ເຮືອຊ່ວງຂອງແຂວງໄຊຍະບູລີ ບໍລິສັດ ພັນທະມິດກຣຸບ ເນື່ອງມາຈາກ 3 ສາເຫດຫລັກ.

ທ່ານ ວຽງທອງ ຫັດສະຈັນ ກ່າວວ່າ: ສຳລັບ 3 ສາເຫດທີ່ເຮັດໃຫ້ການຊ່ວງເຮືອປະຈຳປີ ພສ 2565 ຢູ່ນະຄອນ ຫຼວງພະບາງ ບໍ່ມີການຊີງຊະນະເລີດ ຍ້ອນວ່າ:

  • ເຮືອຄູ່ຊີງຊະນະເລີດທັງສອງລຳ ມີຂໍ້ຂັດແຍ່ງກັນມາກ່ອນຮອບຊີງຊະນະເລີດ ເຮັດໃຫ້ເວລາຈະອອກຈາກພ່ວງປ່ອຍ ບາງຄັ້ງມີລຳໜຶ່ງອອກ ບາງລຳບໍ່ຍອມອອກ;
  • ສາເຫດທີສອງ ນັກກິລາເຮືອຊ່ວງທັງສອງລຳ ຂາດຈັນຍາບັນຂອງນັກກິລາ ໂດຍບໍ່ຄິດວ່າທຸກຄົນທີ່ຊົມຢູ່ສອງຟັ່ງນ້ຳຄານ ແລະ ຊົມຜ່ານການຖ່າຍທອດສົດ ຖ້າເບິ່ງການຊ່ວງເຮືອຄູ່ຊີງຊະນະເລີດ
  • ສາເຫດທີສາມ ຍ້ອນກຳມະການ ດຳເນີນການກວດກາເຕັກນິກບໍ່ຄົບຖ້ວນ ຕາມລະບຽບການ ແລະ ບໍ່ເຂັ້ມງວດໃນການປະຕິບັດໜ້າທີ່.

ສ່ວນບັນຫາທີ່ປີ່ນອ້ອມແມ່ນເວລາດຳເນີນການແຂ່ງຂັນ ຍັງມີຄະນະຮັບຜິດຊອບເຮືອຊ່ວງ ນຳໃຊ້ເຮືອຈັກ ແລ່ນໄປ-ມາ ໃນສະຖານທີ່ແຂ່ງຂັນ, ພ້ອມນີ້ ການແຂ່ງຂັນແຕ່ລະລ່ອງໃຊ້ເວລາແກ່ຍາວ ເຮັດໃຫ້ນັກກິລາບໍ່ມີສະມາທິໃນການແຂ່ງຂັນ.

ທ່ານ ວຽງທອງ ຫັນສະຈັນ ຍັງໃຫ້ຮູ້ອີກວ່າ: ຕໍ່ກັບບັນຫາຫາງສຽງສັງຄົມທີ່ເກີດຂຶ້ນ, ອົງການປົກຄອງນະຄອນ ຫລວງພະບາງ ໄດ້ເຮັດໜັງສືແຈ້ງເຊີນໃຫ້ພາກສ່ວນກ່ຽວ ຂ້ອງ ເຂົ້າມາປຶກສາຫາລືຊອກຫາສາເຫດຕົວຈິງ ໂດຍໄດ້ຮັບໜັງສືແຈ້ງຕອບຈາກທຸກພາກ ສ່ວນ ແລະ ສາມາດສະຫລຸບບັນຫາລວມຕົວຈິງ ແມ່ນເຮືອຊ່ວງຂອງແຂວງໄຊຍະບູລີ ໄດ້ສະລະສິດເຂົ້າແຂ່ງຂັນໃນຮອບຊີງຊະນະເລີດ ຍ້ອນສະພາບເຮືອມີບັນຫາຕິດຂັດ, ຄະນະ ກຳມະການຈຶ່ງຕັດສິນໃຫ້ເຮືອຊ່ວງນະຄອນຫລວງວຽງຈັນ ບໍລິສັດແສງເພັດ ເກັບກູ້ລະເບີດ ໄດ້ຄອງຊະນະເລີດ.

ໂອກາດນີ້, ເຈົ້ານະຄອນ ຫລວງພະບາງ ໄດ້ສະແດງຄວາມຂອບໃຈທີ່ທຸກພາກສ່ວນໃນສັງຄົມ ໄດ້ສົ່ງຄຳຄິດຄໍາເຫັນຕໍ່ການຈັດງານບຸນຊ່ວງເຮືອ ຢູ່ນະຄອນ ຫຼວງພະບາງ ໃນປີນີ້, ທຸກບັນຫາຄົງຄ້າງ ອົງການປົກນະຄອນ ຫລວງພະບາງ ຂໍຮັບເອົາທຸກບັນຫາ ເພື່ອສືບຕໍ່ຊີ້ນຳຄະນະກຳມະການຈັດການແຂ່ງຂັນ ເພື່ອເຮັດໃຫ້ການຈັດງານບຸນໃນປີຕໍ່ໄປ ກໍຄື ປີ 2023 ປະສົບຜົນສໍາເລັດ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ: ປະເທດລາວ

ສານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ສານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອກາດວັນໄຂສົກຮຽນໃໝ່ 2022-2023 ໃນວັນທີ 1 ກັນຍາ 2022

– ຜູ້ບໍລິຫານການສຶກສາ ແລະ ກິລາ, ພະນັກງານ, ຄູອາຈານ, ນັກຮຽນ ນັກສຶກສາ.

– ພີ່ນ້ອງ ປວງຊົນລາວ ໃນທົົ່ວປະເທດ ທີ່ນັບຖື ແລະ ຮັກແພງ.

ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ສົກຮຽນ 2022-2023 ນີີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ຂໍຝາກຄວາມຢ້ຽມຢາມຖາມຂ່າວ, ຄວາມຮັກແພງສາມັກຄີມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ ແລະ ນັກຮຽນນັກສຶກສາທຸກຖ້ວນໜ້າໃນຂອບເຂດທົົ່ວປະເທດ.

ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະແໜງການໜຶ່ງທີ່ລັດຖະບານ ໄດ້ໃຫ້ຄວາມສໍາຄັນຍິ່ງໃນການປະຕິບັດນະໂຍບາຍຂອງພັກ ແລະ ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕໍໍ່ວຽກງານການພັດທະນາການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ການພັດທະນາຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄ່ານິຍົມທີ່ຖືກຕ້ອງ, ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈທີີ່ແຂງແຮງ, ຮັກຄວາມກ້າວໜ້າ ເພື່ອກາຍເປັນກໍາລັງແຮງງານທີີ່ມີຄຸນນະພາບ ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນອະນາຄົດ.

ຄູອາຈານ ແລະ ນັກຮຽນ ນັກສຶກສາ ທີ່ຮັກແພງທັງຫຼາຍ, ສົກຮຽນໃໝ່ 2022-2023 ເປັນສົກຮຽນໜຶ່ງທີ່ມີຄວາມສໍາຄັນໃນພາລະກິດການສຶກສາຂອງພວກເຮົາ. ສະນັ້ນ, ເພື່ອຮັບປະກັນໃຫ້ການຮຽນການສອນດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ, ຄູອາຈານ, ນັກຮຽນ ນັກສຶກສາ, ການຈັດຕັ້ງ ແລະ ທຸກພາກສ່ວນທົົ່ວສັງຄົມ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜູ້າທີ່ຂອງຕົນ ດັ່ງນີີ້:

(1) ໃຫູ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົົ່ງເພີ່ມທະວີຄວາມຮັບຜິດຊອບຕໍໍ່ໜ້າທີ່ວຽກງານຂອງຕົນໃນການຄຸ້ມຄອງບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ພ້ອມກັນຕ້ານປະກົດການຫຍໍໍ້ທໍໍ້ຕ່າງໆ ໂດຍສະເພາະແມ່ນການສະກັດກັ້ນ ແລະ ຕ້ານບັນຫາ ຢາເສບຕິດທີ່ຕິດພັນກັບວາລະແຫ່ງຊາດໃຫ້ເຂັ້ມງວດ ແລະ ເດັດຂາດ.

(2) ບັນດາຄູອາຈານ ຈົົ່ງເອົາໃຈໃສ່ໃນການສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການຈັດການຮຽນການໃຫ້ມີຄຸນນະພາບ, ຮຽນຮູ້ນໍາໃຊ້ເຕັກໂນໂລຊີຂໍໍ້ມູນຂ່າວສານປະກອບການສອນ, ໃຫ້ຈັດຕັ້ງທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ ແລະ ການວັດຜົນ ແລະ ປະເມີນຜົນຜູ້ຮຽນໃຫ້ສອດຄ່ອງກັບສະພາບວິຖີການດໍາລົງຊີວິດແບບໃໝ່. ພ້ອມກັນນີີ້, ກໍໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍໍ່ໜ້າທີ່ວຽກງານຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ ມີຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນໃຫ້ທັນກັບສະພາບການ ປ່ຽນແປງ ແລະ ເຕັກໂນໂລຊີໃໝ່ ເພື່ອສົົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາໃຫ້ມີປະສິດທິຜົນສູງຂຶ້ນ.

(3) ພໍໍ່ແມ່ຜູ້ປົກຄອງນັກຮຽນ ຈົົ່ງພ້ອມກັນຊຸກຍູ້ສົົ່ງເສີມໃຫ້ລູກຫຼານທີີ່ຢູ່ໃນເກນອາຍຸເຂົ້າຮຽນໄປ ເຂົ້າໂຮງຮຽນທັງການສຶກສາກ່ອນໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັັ້ນສູງ ແລະ ເອົາໃຈໃສ່ຕໍໍ່ການແນະນໍາລູກຫຼານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກເຕືອນເຂົາເຈົ້າໃຫ້ເຫັນຄວາມສໍາຄັນຂອງການສຶກສາ ທັງຕໍໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.

(4) ສໍາລັບລູກຫຼານນັກຮຽນ ນັກສຶກສາ ຈົົ່ງຕັ້ງໃຈສຶກສາຮໍ່າຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫຼາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນຫຼໍໍ່ຫຼອມໃຫ້ກາຍເປັນນັກຮຽນທີ່ຮຽນດີ, ຮຽນເກັ່ງຂອງຄູອາຈານ, ເປັນລູກຫຼານທີ່ດີຂອງພໍໍ່ແມ່, ເປັນພົນລະເມືອງທີ່ດີຂອງປະເທດຊາດ.

(5) ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາຄົມພໍໍ່ແມ່ນັກຮຽນ, ຄະນະພັດທະນາ ການສຶກສາຂັ້ນບ້ານ, ຊຸມຊົນ, ການຈັດຕັ້ງສັງຄົມ, ຜູ້ປະກອບການທຸກພາກສ່ວນ ຈົົ່ງພ້ອມກັນ ປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມ, ບົົ່ມສອນ ແລະ ສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ ນັກສຶກສາ ໄດ້ເກີດການຮຽນຮູ້ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນພົນລະເມືອງທີີ່ດີຂອງປະເທດຊາດ ແລະ ຖືເອົາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທົົ່ວປວງຊົນລາວທັງຊາດ.

ໃນໂອກາດນີີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງ ທັງພາກລັດ ແລະ ພາກເອກະຊົນ, ພໍໍ່ແມ່ ຜູ້ປົກຄອງ ແລະ ນັກຮຽນ ນັກສຶກສາ ໃນຂອບເຂດທົົ່ວປະເທດ ຈົົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ ແລະ ກິລາ ແລະ ຂະແໜງສາທາລະນະສຸກ ແຕ່ລະຂັ້ນ ໃນການກະກຽມຄວາມພ້ອມ, ອໍານວຍຄວາມສະດວກ ແລະ ຊ່ວຍເຫຼືອຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອໃຫ້ສົກຮຽນໃໝ່ 2022-2023 ດໍາເນີນໄປໄດ້ດ້ວຍດີ ແລະ ມີຜົນສໍາເລັດ.

ທ້າຍສຸດນີີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັັ້ນ, ຄູອາຈານ, ນັກຮຽນ ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົົ່ວປະເທດ ຈົົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນ.

ແຈ້ງຂ່າວໄພພິບັດນໍ້າຖ້ວມ

ແຂວງອຸດົມໄຊ ອອກແຈ້ງຂ່າວ ໄພພິບັດນໍ້າຖ້ວມ

ຮຽນ/ເຖິງ: ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງພັກ-ລັດທຸກຂັ້ນ, ນັກທຸລະກິດພາຍໃນ, ຊາວຕ່າງດ້າວ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ດໍາລົງຊີວິດຢູ່ພາຍໃນເມືອງໄຊ ເພື່ອຮັບຊາບ.

ເລື່ອງ:ຊ່ວຍປະກອບສ່ວນວັດຖຸ-ປັດໃຈຕ່າງໆ ເພື່ອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມຢູ່ເມືອງໄຊ ໃນວັນທີ 26 ສິງຫາ 2022. – ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງເລກທີ່ 331/ຈມ.ມຊ, ລົງວັນທີ 13 ມິຖຸນາ 2022. – ອີງຕາມສະພາບໄພພິບັດນ້ໍາຖ້ວມທີ່ເກີດຂຶ້ນຢ່າງຫນັກຫນ່ວງ ໃນວັນທີ 26 ສິງຫາ 2022.

ອີງຕາມ ການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະປະຈໍາພັກເມືອງໄຊ ໃນວັນທີ 27 ສິງຫາ 2022.ເນື່ອງຈາກສະພາບຝົນຕົກຫນັກ ໃນວັນທີ 26 ສິງຫາ 2022 ຜ່ານມານີ້ ເຮັດໃຫ້ປະລິມານນ້ໍາກໍ່ ໄດ້ເພີ່ມຂຶ້ນ ຢ່າງກະທັນຫັນ ແລະ ໄດ້ໄຫຼສຸເອົາເຮືອນ-ຊານ, ດິນຖະຫຼົ່ມໃສ່ອາຄານສະຖານທີ່ພັກອາໄສ, ຮົ້ວສວນ, ຊັບສິນຕ່າງໆ ລວມທັງຜົນລະປູກຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມຮ່ອມຫ້ວຍ ແລະ ລຽບຕາມລ້ອງສາຍນ້ໍາກໍ ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ, ລະບົບນໍ້າລິນ-ນໍ້າປະປາຖືກເປເພ່, ເສັ້ນທາງຄົມມະນາຄົມຖືກຕັດຂາດ, ເສົາໄຟຟ້າ ຫຼັກ, ຂາດແຄນອາຫານ ແລະ ນ້ໍາດື່ມ ຢ່າງຫນັກຫນ່ວງ.

ສະນັ້ນ; ເພື່ອເປັນການແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ຂໍຖື ເປັນກຽດຢ່າງສູງແຈ້ງຂ່າວມາຍັງບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງ, ອົງການຈັດຕັ້ງ: ພັກ-ລັດທຸກຂັ້ນ, ນັກທຸລະກິດພາຍໃນ, ຊາວຕ່າງດ້າວ, ຜູ້ປະກອບການ ແລະ ຫ້າງຮ້ານຕ່າງໆ ຕະຫຼອດຮອດພໍ່ແມ່ ປະຊາຊົນທີ່ດໍາລົງຊີວິດ ແລະ ເຮັດທຸລະກິດຢູ່ພາຍໃນເມືອງໄຊ ຮັບຊາບວ່າ:

ປະຈຸບັນນີ້ ທາງເມືອງໄຊພວກເຮົາ ໄດ້ ຈັດຕັ້ງການປຸກລະດົມ ແລະ ຮັບບໍລິຈາກວັດຖຸປັດໃຈຕ່າງໆ ຈາກທຸກພາກສ່ວນໃນສັງຄົມ ເປັນຕົ້ນແມ່ນ: ເຂົ້າສານອາຫານແຫ້ງ, ນ້ໍາດື່ມ, ຫມີ, ປ່ອງປາ, ທຽນໄຂ, ໄຟສາຍ, ເຄື່ອງນຸ່ງຫົ່ມ ແລະ ສິ່ງທີ່ຈໍາເປັນອື່ນໆ ເພື່ອນໍາໄປມອບ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ໍາຖ້ວມຢູ່ເມືອງໄຊ ໃນຄັ້ງນີ້, ເຊິ່ງ ສະຖານທີ່ຮັບບໍລິຈາກ ແມ່ນຢູ່ສະໂມສອນປົກຄອງເມືອງໄຊ ຫຼັງເກົ່າ (ບ້ານວັງໄຮ) ຕະຫຼອດ 24 ຊົ່ວໂມງ.

ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມໄມ້ຮ່ວມມື ແລະ ປະກອບສ່ວນຊ່ວຍເຫຼືອຈາກທ່ານຕາມຄວາມເຫມາະສົມ.ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ,ຕິດຕໍ່ພົວພັນ:

1). ທ່ານ ນ ຂັນຄໍາ ແສງສູນລວງ 020 55442294 ແລະ 2). ທ່ານ ໄຊສະຫວັນ ໄຊສົງຄາມ 020 52341555

ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2022.

ໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນໂທ ຮຸນ ມາແນດ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງສອງກອງທັບ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ. ທ່ານ ພົນໂທ ຮຸນ ມາແນດ ກໍໄດ້ ສະແດງຄວາມຂອບໃຈຕໍ່ ທ່ານ ພັນຄຳ ວິພາວັນ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຊາບ.

ຂ່າວ: ທະນູທອງ ພາບ: ເກດສະໜາ