Home Blog Page 229

ສະພາຮັບຮອງໂຄງປະກອບກົງຈັກລັດຖະບານຊຸດໃໝ່

ພາຍຫລັງໄດ້ຮັບເລືອກເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ມີນາ 2021 ທີ່ຫໍສະພາແຫ່ງຊາດຫລັງໃໝ່ ທ່ານ ພັນຄໍາ ວິພາວັນ ໄດ້ຂຶ້ນສະເໜີກ່ຽວກັບໂຄງປະ ກອບກົງຈັກຂອງລັດຖະບານ, ເປົ້າໝາຍແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໂດຍກົງຈັກການຈັດຕັ້ງຂອງລັດຖະບານ ຊຸດທີ IX ປະກອບມີ 17 ກະຊວງ ແລະ 2 ອົງການທຽບເທົ່າກະຊວງ.

ຜ່ານການພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງເລິກເຊີ່ງ ສະມາຊິກສະພາແຫ່ງ ຊາດ ໄດ້ພ້ອມກັນ ລົງຄະແນນສຽງເຫັນດີຮັບຮອງເອົາການແຕ່ງຕັ້ງສະມາຊິກລັດຖະ ບານຕາມການສະເໜີຂອງນາຍົກລັດຖະມົນຕີ ຈໍານວນ 20 ທ່ານ ດັ່ງນີ້:

  • 1. ພົນເອກ ຈັນສະໝອນ ຈັນຍາລາດ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດ ຖະມົນຕີກະຊວງປ້ອງກັນປະເທດ
  • 2. ທ່ານ ສອນໄຊ ສີພັນດອນ ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ
  • 3. ທ່ານ ກິແກ້ວ ໄຂຄໍາພິທູນ ເປັນຮອງນາຍົກລັດຖະມົນຕີ.
  • 4. ທ່ານ ວິໄລ ຫຼ້າຄໍາຟອງ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ
  • 5. ທ່ານ ສະເຫຼີມໄຊ ກົມມະສິດ ເປັນລັດຖະມົນຕີກະຊວງການຕ່າງປະເທດ
  • 6. ທ່ານ ຄໍາແພງ ໄຊສົມແພງ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ
  • 7. ທ່ານ ຄຳເຈນ ວົງໂພສີ ເປັນລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ
  • 8. ທ່ານ ບໍ່ວຽງຄຳ ວົງດາລາ ເປັນລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ
  • 9. ທ່ານ ເພັດ ພົມພິທັກ ເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້
  • 10. ທ່ານ ນາງ ບຸນຄໍາ ວໍລະຈິດ ເປັນລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ
  • 11. ທ່ານ ສອນໄຊ ສິດພະໄຊ ເປັນຜູ້ວ່າການທະນາຄານແຫ່ງ ສປປ ລາວ
  • 12. ທ່ານ ນາງ ໃບຄໍາ ຂັດຕິຍະ ເປັນລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ
  • 13. ທ່ານ ນາງ ສວນສະຫວັນ ວິຍາເກດ ເປັນລັດຖະມົນຕີກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
  • 14. ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີກະຊວງການເງິນ
  • 15. ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ
  • 16. ທ່ານ ພຸດ ສິມມາລາວົງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
  • 17. ທ່ານ ບຸນແຝງ ພູມມະໄລສິດ ເປັນລັດຖະມົນຕີກະຊວງສາທາລະນະສຸກ
  • 18. ທ່ານ ໄພວີ ສີບົວລິພາ ເປັນລັດຖະມົນຕີກະຊວງຍຸຕິທໍາ
  • 19. ທ່ານ ທອງຈັນ ມະນີໄຊ ເປັນລັດຖະມົນຕີກະຊວງພາຍໃນ
  • 20. ທ່ານ ດາວວົງ ພອນແກ້ວ ເປັນລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່

ຂ່າວ: ບຸນຕຽງ ຈັນທະວົງ

66 ປີ ພັກປະຊາຊົນປະຕິວັດລາວໝັ້ນຍືນ!

ຄໍາເຫັນຂອງ
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ເນື່ອງໃນໂອກາດ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ
(ນະຄອນຫລວງວຽງຈັນ, ວັນທີ 21 ມີນາ 2021)

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ວັນທີ 22 ມີນາ 2021 ທີ່ຈະເຖິງນີ້ ແມ່ນວັນສ້າງ¬ຕັ້ງພັກປະ¬ຊາ¬ຊົນປະ¬ຕິ¬ວັດລາວ ເຊິ່ງເປັນວັນທີ່ໄດ້ໃຫ້ກຳເນີດພັກຂອງຊົນຊັ້ນຜູ້ອອກແຮງງານ, ພັກທຳອິດຂອງປະເທດເຮົາ ແລະ ເປັນພັກທີ່ຖືໄດ້ວ່າເປັນຜູ້ຈັດຕັ້ງ, ນໍາພາ ພາລະກິດປະຕິວັດຊາດ-ປະຊາທິປະໄຕ ແລະ ການປົກປັກຮັກສາ ແລະພັດທະ ນາປະເທດຊາດ ຕະຫລອດໄລຍະ 66 ປີ ແລະ ວັນທີ 22 ມີນາ ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ໃນໂອກາດອັນມີຄວາມໝາຍສຳຄັນທາງປະຫວັດສາດນີ້, ຂ້າພະເຈົ້າ ຕາງໜ້າຄະນະບໍລິຫານງານສູນກາງພັກ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມແລະ ຄຳອວຍພອນໄຊອັນປະເສີດໄປຍັງບັນດາສະຫາຍອະດີດການນໍາ, ນັກປະຕິວັດອາວຸໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ຂໍຈົ່ງມີຄວາມເບີກບານມ່ວນຊື່ນ, ຫ້າວຫັນໝັ້ນຍືນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຊີວິດສ່ວນຕົວຂອງຕົນ.

ທຸກໆຄັ້ງເມື່ອພວກເຮົາລະນຶກເຖິງວັນສຳຄັນອັນເປັນປະຫວັດສາດນີ້ ທົ່ວພັກເຮົາ ຍິ່ງຄິດຄະນຶງຫາ ປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ, ຜູ້ນຳພາກໍ່ຕັ້ງພັກເຮົາ, ນຳພາພາລະກິດປະຕິວັດ, ນຳພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ ແລະ ນຳພາພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ; ພ້ອມນີ້ກໍສະແດງຄວາມຮູ້ບຸນຄຸນ ແລະ ຈົດຈໍາລໍ້າລຶກ ຕໍ່ວິລະກຳອັນລ້ຳເລີດ, ຄຸນງາມຄວາມດີ ແລະ ການເສຍສະຫລະອັນໃຫຍ່ຫລວງ ຂອງບັນດາຜູ້ນຳແຕ່ລະຮຸ່ນ, ນັກຮົບປະຕິວັດ, ຜູ້ຮັກຊາດ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸທິດຊີວິດ, ເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາເພື່ອພາລະກິດປະຕິວັດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ການສ້າງຕັ້ງພັກປະຊາຊົນປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955 ແມ່ນການສະໜອງຕອບຕໍ່ການເລັ່ງທວງອັນຮີບດ່ວນຂອງຊາດ ແລະ ສັງຄົມໃນເວລານັ້ນ ທີ່ຮຽກຮ້ອງໃຫ້ມີການນຳພາຊີ້ນຳລວມສູນເປັນເອກະພາບ ຂອງຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ທີ່ພວມແຜ່ຂະຫຍາຍໃນຂອບເຂດທົ່ວປະເທດ ຕ້ານຈັກກະພັດລ່າເມືອງຂຶ້ນ ແລະ ລະບອບການປົກຄອງທີ່ເປັນຕີນມືຂອງພວກເຂົາ; ມັນແມ່ນການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ທາງການເມືອງ ທີ່ເປັນໄປຕາມທ່າອ່ຽງລວມແຫ່ງການຂະຫຍາຍຕົວຂອງຍຸກສະໄໝໃນເວລານັ້ນ, ເຊິ່ງແມ່ນເຫດການດ້ານການເມືອງ-ສັງຄົມ ທີ່ເປັນບາດລ້ຽວປະຫວັດສາດສຳຄັນຂອງຊາດ ແລະ ຂອງການປະຕິວັດລາວ, ການປະຕິວັດໄດ້ມີພັກການເມືອງ ທີ່ມີອຸດົມການ ແລະ ເປົ້າໝາຍຍຸດທະສາດອັນຈະແຈ້ງເປັນຜູ້ນຳພາ ເຊິ່ງສາມາດສົມທົບໄດ້ຢ່າງສອດ ຄ່ອງລະຫວ່າງຍຸດທະສາດ ແລະ ຍຸດໂທບາຍ, ການປະຕິວັດຊາດ-ປະຊາທິປະໄຕຂອງລາວເຮົາ ຕິດພັນ ແລະ ຕໍ່ເນື່ອງກັບການປະຕິວັດສັງຄົມນິຍົມ, ກາຍເປັນສ່ວນໜຶ່ງທີ່ຕິດແໜ້ນກັບການປະຕິວັດຢູ່ອິນດູຈີນ ແລະ ໃນໂລກ.

ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການກໍຄືທາດແທ້ຂອງພັກປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຂອງຍຸກສະໄໝ ສາມາດເຮັດສຳເລັດພາລະກຳປະຫວັດສາດໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນເອກະລາດແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງຂອງປະຊາຊົນລາວບັນ ດາເຜົ່າ.
ພາຍຫລັງສະຖາປະນາ ສປປ ລາວ, ພັກເຮົາໄດ້ກາຍເປັນແກນນໍາໃນລະບົບການເມືອງປະຊາທິ ປະໄຕປະຊາຊົນ ແລະ ນໍາພາທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດ ໃນຕະຫລອດ 45 ປີຜ່ານມາ. ໂດຍກຳແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບການສາກົນ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໄດ້ມີຄວາມສະດຸ້ງໄວ, ມີຄວາມກ້າຫານປະດິດສ້າງ ແລະ ມີຄວາມຮັບຜິດຊອບຢ່າງເຕັມປ່ຽມ ໃນການລິ່ເລີ່ມ ແລະ ນຳພາຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ໃຫ້ເກີດຜົນເປັນຈິງເປັນກ້າວໆມາ, ສ້າງປະຖົມປັດໄຈກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ເທື່ອລະກ້າວໆ.

ບັນດາສະຫາຍສະມາຊິກພັກ, ພີ່ນ້ອງປວງຊົນລາວ ທີ່ຮັກແພງທັງຫລາຍ !

ຕະຫລອດຍ່ານທາງ 66 ປີ, ພັກເຮົາໄດ້ຜ່ານການຝຶກຝົນຫລໍ່ຫລອມ, ທົດສອບນາໆປະການ ໃນແປວໄຟປະຕິວັດ ອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກ ແລະ ເຕັມໄປດ້ວຍການເສຍສະຫລະບໍ່ຈັກວ່າເທົ່າໃດ; ພາຍໃຕ້ການນໍາພາຂອງພັກ, ປະຊາຊົນລາວບັນດາເຜົ່າ ຍາມໃດກໍໃຫ້ຄວາມເຊື່ອໝັ້ນ, ສະໜັບສະໜູນ, ຊ່ວຍເຫລືອກໍ່ສ້າງອັນຈິງໃຈ, ບໍລິສຸດຕໍ່ພັກເຮົາ ແລະ ພວມຕັ້ງໜ້າເປັນເຈົ້າເຂົ້າຮ່ວມພາລະກິດແຫ່ງການປົກປັກຮັກສາ ແລະ ກໍ່ສ້າງປິຕິພູມອັນແສນຮັກຂອງຕົນຕາມເສັ້ນທາງສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ເຮັດໃຫ້ຈຸດໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ ເຊິ່ງອັນນັ້ນແມ່ນພາລະກໍາປະຫວັດສາດອັນໃຫຍ່ຫລວງ, ຮອບດ້ານ, ໜັກໜ່ວງ ແລະ ທັງແມ່ນຈຸດໝາຍຍາວນານ ຂອງພັກເຮົາທີ່ຕ້ອງບັນລຸໃຫ້ປະກົດຜົນເປັນຈິງ.

ບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງທັງຫລາຍ !
ດ້ວຍເຫດໃດພັກເຮົາຈຶ່ງສາມາດດໍາລົງທີ່ຕັ້ງ, ບົດບາດນໍາພາໃນທົ່ວລະບົບການເມືອງ ແລະ ໃນທົ່ວສັງຄົມຢ່າງໜັກແໜ້ນມາໄກຈົນເຖິງທຸກວັນນີ້, ພວກເຮົາກໍ່ຄົງມີຄຳຕອບທີ່ຊັດເຈນແລ້ວວ່າ ພັກເຮົາ ຍາມໃດກໍຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍໃນທາດແທ້ປະຕິວັດ, ມູນເຊື້ອອັນສະຫງ່າງາມຂອງຕົນນັ້ນ ຄື:

  • – ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ອຸດົມການສັງຄົມນິຍົມ, ບັນດາຫລັກມູນພື້ນຖານຂອງການກໍ່ສ້າງພັກຕາມລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ, ທິດສະດີ ຂອງພັກ; ບໍ່ຄຳພີຕາຍຕົວ ແຕ່ປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ; ມີການສະຫລຸບຖອດຖອນບົດຮຽນຈາກພຶດຕິກໍາ ແລະ ປັບປຸງບູລະນະແນວທາງການເມືອງຂອງພັກ ໃຫ້ສອດຄ່ອງກັບສະພາບການຕົວຈິງຂອງປະເທດຊາດໃນແຕ່ລະໄລຍະ;
  • – ເວລາໃດກໍຢຶດໝັ້ນໃນທາດແທ້ຊົນຊັ້ນ, ຖືປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນ, ມີຄວາມຈົ່ງຮັກພັກດີ ຕໍ່ຜົນປະໂຫຍດລວມຂອງຊາດ-ຂອງປະຊາຊົນ; ເຄື່ອນໄຫວຕິດແທດກັບປະຊາຊົນ, ອີງໃສ່ມະຫາຊົນ ແລະ ຝຶກຝົນຫລໍ່ຫລອມຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະ ຫຍາຍພັກ;
  • – ພັກໄດ້ຢຶດໝັ້ນ ແລະ ປະຕິບັດຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມສ້າງຄວາມສາມັກຄີເປັນເອກະພາບບົນພື້ນຖານແນວທາງ, ແຜນນະໂຍບາຍ, ກົດລະບຽບຂອງພັກ;ຖືສໍາຄັນການເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການປະຕິບັດລະບຽບວິໄນຂອງພັກ ກໍຄືລະບອບດໍາເນີນຊີວິດການເມືອງ, ຕໍານິຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ ຂອງພັກ;
  • – ເຊີດຊູລັກສະນະນຳໜ້າຂອງພັກ ແລະ ຄວາມເປັນແບບຢ່າງຂອງສະມາຊິກພັກ ມີຄວາມເດັດຂາດ, ເຂັ້ມງວດໃນການກຳຈັດ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເຮັດໃຫ້ພັກເຊື່ອມເສຍອິດທິພົນບົດບາດ ແລະ ຂາດຄວາມເຊື່ອໝັ້ນຈາກປະຊາຊົນ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງ,ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນຳໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານ; ຕ້ານລັດທິອາດຍາສິດ, ລັດທິເອກະຊົນ, ເຈົ້າໂຄດ, ອະນາທິປະໄຕ, ລັດທິສວຍໂອກາດໃນທຸກຮູບແບບ.
  • – ພັກເຮົາໄດ້ສົມທົບຢ່າງແໜ້ນແຟ້ນ ລະຫວ່າງລັດທິຮັກຊາດອັນແທ້ຈິງ ກັບລັດທິສາກົນອັນຜ່ອງໃສ; ໃນການເຄື່ອນໄຫວນໍາພາຂອງພັກເຮົາ, ເວລາໃດກໍຢຶດໝັ້ນຈິດໃຈຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດສົມທົບກັບການຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫລືອ ຈາກພາຍນອກຢ່າງມີຫລັກການ; ພົວພັນຮ່ວມມືກັບພັກປະເທດເພື່ອນມິດຍຸດທະສາດຢ່າງສະເໝີຕົ້ນສະເໝີປາຍ.

ໝາກຜົນແຫ່ງການນໍາພາ ຂອງພັກເຮົາໃນ 66 ປີ ແມ່ນໃຫຍ່ຫລວງ ແລະ ສົມຄວນໃຫ້ແກ່ຄວາມເອກອ້າງ ແລະ ພາກພູມໃຈ, ແຕ່ພວກເຮົາກໍຕ້ອງຮັບຮູ້ນຳກັນຢ່າງຈະແຈ້ງວ່າບົນເສັ້ນທາງແຫ່ງການກ້າວຂຶ້ນໃນຕໍ່ໜ້ານັ້ນ ແມ່ນເຕັມໄປດ້ວຍສິ່ງທ້າທາຍທົດສອບຢ່າງຂຽວຂາດ ແລະ ໃຫຍ່ຫລວງ. ສະນັ້ນເວລານີ້ຍິ່ງກວ່າເວລາໃດໝົດ, ມູນເຊື້ອ, ບົດຮຽນໃນການນໍາພາຂອງພັກເຮົາຕະຫລອດໄລຍະທີ່ຜ່ານມາຕ້ອງໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມທັງເສີມຂະຫຍາຍຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ຫລາຍຂຶ້ນເທົ່າທີ່ຈະຫລາຍໄດ້, ກ່ອນອື່ນພວກເຮົາຕ້ອງຕັ້ງໜ້າສູ້ຊົນ ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ.

ບັນດາສະຫາຍ ທີ່ຮັກແພງ!

ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາ ມີໜ້າທີ່ນໍາພາແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ເຊິ່ງເນື້ອແທ້ ແມ່ນການສືບຕໍ່ຢຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກບົນພື້ນຖານເງື່ອນໄຂໃຫ້ແທດເໝາະກັບສະພາວະຄວາມເປັນຈິງ ຂອງປະເທດຊາດ ແລະ ສະພາບແວດລ້ອມສາກົນ ໃນເງື່ອນໄຂໃໝ່. ປີນີ້ ຖືເປັນປີທີ 35 ແຫ່ງການນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ, ສູນກາງພັກ ຈະໄດ້ທົບທວນ, ຕີລາຄາ ໝາກຜົນດັ່ງກ່າວ ຢ່າງພາວະວິໄສ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ປະເທດເຮົາກ້າວຂຶ້ນຢ່າງໜັກແໜ້ນ ຕໍ່ໄປ.

ເພື່ອສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ໂດຍສະເພາະ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເຂົ້າສູ່ຂະບວນການວຽກງານຕົວຈິງນັ້ນ ແມ່ນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍ ເພື່ອນໍາພາຊີ້ນໍາຈັດຕັ້ງປະຕິບັດ ຢູ່ແຕ່ລະຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ-ຮາກຖານ ໃຫ້ເກີດເປັນຈິງ, ຂ້າພະເຈົ້າຮຽກຮ້ອງມາຍັງທົ່ວພັກໃຫ້ເອົາໃຈໃສ່ ດັ່ງນີ້:

  • ໜຶ່ງ: ຊີ້ນໍາການຈັດຕັ້ງເຊື່ອມຊຶມ, ສ້າງຄວາມຮັບຮູ້ເຂົ້າໃຈ, ກໍາແໜ້ນ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ເລິກເຊິ່ງ, ຟົດຟື້ນ, ກວ້າງຂວາງ ທົ່ວເຖິງ ແລະ ຕໍ່ເນື່ອງ, ກາຍເປັນຂະບວນການທີ່ແຂງແຮງ ຂອງໝົດທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ. ຄະນະພັກແຕ່ລະຂັ້ນ ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໂດຍກົງໃນການນຳພາຊີ້ນຳເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິ XI ຂອງພັກ, ໃຫ້ຖືເປັນຂະບວນການວຽກງານສໍາຄັນບຸລິມະສິດຂອງຕົນໂດຍສະເພາະການຫັນເປັນແຜນງານ, ໂຄງການ, ແຜນປະຕິບັດງານທີ່ລະອຽດຈະແຈ້ງໃນແຕ່ລະຂະແໜງການ ແລະທ້ອງຖິ່ນໃຫ້ສອດຄ່ອງກັບສະພາວະຕົວຈິງຢູ່ແຕ່ລະບ່ອນ ແລະ ເຂົ້າສູ່ຊີວິດຕົວຈິງ, ອັນສໍາຄັນ ຕ້ອງສ້າງຄວາມເປັນເອກະພາບ ທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ທັງສ້າງຄວາມຕັດສິນໃຈ ເພື່ອແກ້ໄຂບັນຫາຢ່າງຈິງຈັງ ແລະ ເດັດຂາດ, ສ້າງໃຫ້ໄດ້ພື້ນຖານອັນໜັກແໜ້ນໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ອຸປະສັກອັດຕັນການພັດທະນາ ແລະ ສິ່ງຫຍໍ້ທໍ້ຕ່າງໆ ແນໃສ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທົ່ວສັງຄົມ;
  • ສອງ: ສືບຕໍ່ປັບປຸງລະບອບນໍາພາແບບແຜນເຮັດວຽກ ຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ເຂົ້າສູ່ລະບອບແບບແຜນຢ່າງເຂັ້ມງວດ ແລະ ຖືກຕ້ອງ ຕາມພາລະບົດບາດ, ສິດ, ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດລະບຽບພັກ ແລະ ກົດໝາຍ ແລະ ລະບຽບການ ຂອງລັດ, ທັງມີຫລັກວິທະຍາສາດ, ແທດຕົວຈິງ, ຈໍາກັດ ແລະ ແກ້ໄຂໃຫ້ໄດ້ແບບແຜນວິທີເຮັດວຽກແບບອາດຍາສິດ, ອຸ້ມວຽກ, ເຮັດວຽກບໍ່ມີແຜນການ, ຂາດຈຸດສຸມ, ບໍ່ມີການຕິດຕາມ, ກວດກາ, ສະຫລຸບຖອດຖອນບົດຮຽນ, ການຖອດຖອນບົດຮຽນຕ້ອງດຳເນີນເປັນແຕ່ລະວຽກ, ແຕ່ລະໄລຍະເວລາທີ່ແນ່ນອນ;
  • ສາມ: ຄະນະພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງຍົກສູງຄວາມເປັນແບບຢ່າງນໍາໜ້າ ດ້ານມານະຈິດປະຕິວັດ, ຄຸນທາດການເມືອງ, ສ້າງຕົນເອງໃຫ້ເປັນຄົນມີລະບຽບວິໄນເຂັ້ມງວດ, ບຸກບືນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ມີຄວາມຮັບຜິດຊອບໃນການແກ້ໄຂພະຍາດຕ່າງໆພາຍໃນພັກ ເປັນຕົ້ນແມ່ນ ການເຊື່ອມຖອຍທາງດ້ານແບບແຜນດຳລົງຊີວິດ, ຕິດແສດແບບແຜນຫລີ້ນກິນຟຸມເຟືອຍ, ຊ່ວງເສັງກັນໄປໃນທາງທີ່ບໍ່ຖືກ, ສໍ້ລາດບັງຫລວງ, ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ທີ່ບໍ່ຖືກຕ້ອງ; ຕ້ອງປັບປຸງຕົນເອງ ໃຫ້ເປັນຜູ້ປອດໃສຂາວສະອາດ, ໃຊ້ຈ່າຍຢ່າງປະຢັດ, ສັດຊື່ບໍລິສຸດ, ຮັບໃຊ້ປະຊາຊົນ ແລະ ປະເທດຊາດ; ເຄື່ອນໄຫວນຳພາ ໃຫ້ຖືກຕາມກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ; ອັນໃດກີດຂວາງ, ບໍ່ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ ຕ້ອງໄດ້ຕ້ານ-ສະກັດກັ້ນ, ກຳຈັດປັດເປົ່າອອກຈາກການເຄື່ອນໄຫວນຳພາຂອງພັກ ແລະ ການຄຸ້ມຄອງ ຂອງລັດເຮົາ, ພະນັກງານຂອງພັກ, ສະມາຊິກພັກຕ້ອງໃຫ້ເປັນຜູ້ຮັບໃຊ້ປະຊາຊົນຢ່າງບໍລິສຸດພຸດຜ່ອງແທ້;
  • ສີ່: ເຄົາລົບສິດ, ຜົນປະໂຫຍດອັນຊອບທໍາ ຂອງປະຊາຊົນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນບັນດາເຜົ່າ; ພັກເຮົາບໍໍ່ມີຜົນປະໂຫຍດອັນໃດ ນອກເໜືອຈາກຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນ. ດັ່ງນັ້ນ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງເສີມຂະຫຍາຍມູນເຊື້ອຂອງພັກເຮົາ, ຢຶດໝັ້ນການເດີນຕາມແນວທາງມະຫາຊົນ, ເອົາປະຊາຊົນເປັນກົກ“ເອົາຊົນນະບົດເປັນເປົ້າໝາຍໃນການພັດທະນາເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ”.
  • ຫ້າ: ເດັດດ່ຽວແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງຂອງການຈັດຕັ້ງທຸກຂັ້ນ; ສືບຕໍ່ປັບປຸງ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຮັບປະກັນລັກສະນະຊົນຊັ້ນ ຂອງກໍາມະກອນ, ຊາວຜູ້ອອກແຮງງານ, ລັກສະນະນໍາໜ້າ ແລະ ລັກສະນະຕໍ່ສູ້ ແນໃສ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ໃຫ້ສົມຖານະເປັນແກນນໍາໃນລະບົບການເມືອງ ຢູ່ແຕ່ລະຂັ້ນ, ກ່ອນອື່ນໝົດ ແມ່ນຕ້ອງຍົກສູງຄວາມສາມາດໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນຕົວຈິງ;
  • ຫົກ: ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນໍາພາຊີ້ນໍາ ແລະ ດໍາເນີນມາດຕະການທີ່ຮັດກຸມກວ່າເກົ່າ, ເຂັ້ມງວດກວ່າເກົ່າ ໃນການສະກັດກັ້ນ, ຕ້ານ, ປ້ອງກັນ ແລະ ແກ້ໄຂບັນຫາພະຍາດໂຄວິດ-19; ພ້ອມນັ້ນ ໃນເງື່ອນໄຂໂຄວິດ-19 ຕ້ອງເພີ່ມທະວີສ້າງການຫັນປ່ຽນໃໝ່ຍິ່ງກວ່າເວລາໃດໝົດ ຕາມວິຖີດໍາລົງຊີວິດແບບໃໝ່, ນໍາພາສ້າງຄ່ານິຍົມທີ່ຖືກຕ້ອງໃນສັງຄົມລາວ, ສົ່ງເສີມຜູ້ມີຫົວຄິດປະດິດສ້າງໃໝ່, ສະດຸ້ງໄວ ແລະ ກ້າຫານໃນການສ້າງສາພັດທະນາ ເພື່ອແກ້ໄຂບັນຫາຢ່າງຖືກຕ້ອງ, ສອດ ຄ່ອງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພີ່ນ້ອງຮ່ວມຊາດທີ່ຮັກແພງ ແລະ ບັນດາສະຫາຍສະມາຊິກພັກທຸກຖ້ວນໜ້າ !

ວັນທີ 22 ມີນາ2021 ພໍດີກັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວເຮົານັ້ນ, ກອງປະຊຸມຄັ້ງປະຖົມມະເລິິກຂອງສະພາແຫ່ງຊາດຊຸດທີ IX ກໍ່ຈະໄຂຂຶ້ນພໍດີ ຊິ່ງເປັນເຫດການທີ່ສຳຄັນອີກຄັ້ງໜຶ່ງຂອງປະຫວັດສາດຂອງລັດປະຊາທິປະໄຕ ຂອງພວກເຮົາທັງເປັນເຫດການສຳຄັນໜຶ່ງ ເພື່ອຫັນເອົາມະຕິ XI ຂອງພັກເຮົາໃຫ້ເຂົ້າສູ່ການປະຕິບັດຕົວຈິງ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ແກ່ກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດ ຈົ່ງດຳເນີນໄປດ້ວຍຄວາມສຳເລັດ ຢ່າງສະຫງ່າງາມ, ພ້ອມກັນນັ້ນຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ, ເປັນເຈົ້າການຕິດຕາມ, ກວດກາການເຄື່ອນໄຫວຂອງການຈັດຕັ້ງພັກ, ຂອງສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິ; ຊ່ວຍເຫລືອປັບປຸງ, ກໍ່ສ້າງພັກເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນແລະຂໍ້ຂາດຕົກບົກພ່ອງຕ່າງໆ ເພື່ອສ້າງການຫັນປ່ຽນທີ່ຈະແຈ້ງ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນທົ່ວສັງຄົມເຮົາ.

ພີ່ນ້ອງຮ່ວມຊາດ, ບັນດາສະຫາຍສະມາຊິກພັກທີ່ຮັກແພງທັງຫລາຍ!

ພວກເຮົາມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ໜ້າປະຫວັດສາດຍຸກໃໝ່ຂອງຊາດລາວທີ່ຖືກສ້າງຂຶ້ນດ້ວຍການເສຍສະຫລະອັນໃຫຍ່ຫລວງ ແລະ ເຕັມໄປດ້ວຍວິລະກໍາອັນອົງອາດກ້າແກ່ນເຊິ່ງປະຊາ ຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈນັ້ນ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບຢ່າງບໍ່ຢຸດຢັ້ງ ດ້ວຍຄວາມຈົ່ງຮັກພັກດີຂອງສະມາຊິກພັກ, ພະນັກງານແລະປວງຊົນທັງຊາດ.

ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ຈົ່ງໄດ້ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງພັກ ເຂົ້າສູ່ລວງເລິກ, ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໃນປີເລີ່ມຕົ້ນນີ້ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ປະກອບສ່ວນສໍາຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລຂຶ້ນໄປເລື້ອຍໆ.

ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!

ກະຊວງ ຖວທ ຫາລືເພື່ອຮັບຮອງ ທ່າຟ້ອນລຳວົງລາວ ເຂົ້າເປັນມໍລະດົກໂລກ

ໃນວັນທີ 18 ມີນາ 2021, ທີ່ໂຮງຮຽນສິລະປະແຫ່ງຊາດ ນະຄອນຫລວງວຽງຈັນ ກົມສິລະປະການສະແດງ ຖະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມວິຊາການ ເພື່ອຄວາມເປັນເອກະພາບຮັບຮອງເອົາທ່າຟ້ອນລຳວົງລາວ ເຂົ້າເປັນມໍລະດົກໂລກ ຊຶ່ງບົດຟ້ອນທີ່ນຳມາປຶກສາຫາລືຄັ້ງນີ້ ປະກອບມີລາຍການເພງ ແລະ ຂັບ-ລຳ ປະກອບທ່າຟ້ອນລຳວົງລາວ ມີທັງໝົດ 18 ລາຍການ. ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຊາພູວົງ ສິລະປິນແຫ່ງຊາດ, ຮອງລັດຖະມົນຕີ ກະຊວງ ຖວທ ທັງເປັນຜູ້ຊີ້ນຳວຽກງານວັດທະນະທຳ, ມີບັນດາສິລະປິນດີເດັ່ນ, ສິລະປິນແຫ່ງຊາດ, ຄູ-ອາຈານ, ພະນັກງານ-ວິຊາການອ້ອມຂ້າງສິລະປະການສະແດງ, ຈາກກອງສິລະປະກອນກອງທັບ-ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ໂພທອງສີ ວ່າການຫົວໜ້າກົມ ສິລະປະການສະແດງ ໄດ້ກ່າວວ່າ: ຈຸດປະສົງພວກເຮົາມາເຕົ້າໂຮມກັນຄັ້ງນີ້ ເພື່ອມາເປັນການປຶກສາຫາລື ແລະ ເປັນເອກະພາບກັນ ກ່ຽວກັບທ່າຟ້ອນລໍາວົງລາວ ທີ່ເປັນທ່າຟ້ອນ ມີລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກສະນະມະຫາຊົນ ຊຶ່ງປະຊາຊົນລາວທັງຊາດພວກເຮົາ ໄດ້ນໍາມາໃຊ້ໃນການຄົບງັນ ລື້ນເລີງ ມ່ວນຊື່ນໃນງານບຸນຕ່າງໆ ທີ່ໄດ້ສືບທອດກັນມາແຕ່ດົນນານ.

ໃນກອງປະຊຸມ ຍັງໄດ້ປຶກສາຫາລືເປັນເອກະພາບ ຮັບຮອງເອົາທ່າຟ້ອນລໍາວົງລາວ ເພື່ອສະເໜີໃຫ້ອົງການ ອຸຍເນັສໂກ (UNESCO) ຮັບຮອງເຂົ້າເປັນມໍລະດົກໂລກ ແລະ ພ້ອມດຽວກັນນີ້ ພວກເຮົາກໍຍັງຈະໄດ້ນໍາເອົາທ່າຟ້ອນລໍາວົງລາວ ທີ່ພວກເຮົາຈະໄດ້ເປັນ ເອກະພາບກັນໃນກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຮັບໃຊ້ສັງຄົມ ບໍ່ວ່າຢູ່ທາງພາກລັດ ກໍຄືພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຢູ່ໃນບັນດາຫ້າງຮ້ານ ແລະ ສະຖານທີ່ບັນເທີງຕ່າງໆ ໃຫ້ມີຄວາມເບີກ ບານມ່ວນຊື່ນ ທາງດ້ານການສະແດງສິລະປະວັນນະຄະດີ.

ໃນກອງປະຊຸມ ບັນດາຄູອາຈານ ກໍຄືນັກວິຊາການທີ່ເຂົ້າຮ່ວມ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນເຂົ້າ ໃສ່ທ່າບົດຟ້ອນ ແຕ່ລະບົດໃຫ້ມີປະສິດຕິພາບປະສິດຕິຜົນຢ່າງແທ້ຈິງ ຊຶ່ງລາຍການເພງ ແລະ ຂັບ-ລຳ ທັງ 18 ລາຍການ(ແບບຟ້ອນ) ມີຄື: ຟ້ອນລຳວົງທ່າເຊີນຊວນ, ລໍາຄອນສະຫວັນ, ລໍາສີພັນດອນ, ລໍາມະຫາໄຊ, ລໍາຕັ່ງຫວາຍ, ລໍາສາລະວັນ, ລໍາຜູ້ໄທ, ຂັບທຸ້ມຫລວງພະບາງ, ຂັບຊໍາເໜືອ, ຂັບເມີ້ຍ, ຂັບງື່ມ, ຂັບຊຽງຂວາງ, ຈັງຫວະສະຫລົບ, ຈັງຫວະສະລັບຟັນປາ, ຈັງຫວະຣິມໂບຣ໋ອກ, ຈັງຫວະເພງສາວຊຽງຂວາງທັງງາມທັງເກັ່ງ, ຈັງຫວະສ້ອນກຸ້ງ ແລະ ຈັງຫວະຟ້ອນໃສ່ເພງປາຄໍ່ໃຫຍ່.

ຂ່າວ ສົມຫວັງ
ພາບ ອ່າຍຄໍ່າ

ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ຢູ່ແຂວງຫົວພັນ

ໃນລະຫວ່າງວັນທີ 18-19 ມີນາ 2021, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ແຂວງ ຫົວພັນ ຊຶ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດເຜີຍແຜ່ສະພາບການທີ່ພົ້ນເດັ່ນພາກພື້ນ, ສາກົນ, ວຽກງານຊາຍແດນ ແລະ ວຽກງານຂະແໜງ ການຕ່າງປະເທດ ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ອ້ອມຂ້າງແຂວງ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ, ທີ່ເກີດຂື້ນໃນປັດຈຸບັນຢູ່ ພາກ ພື້ນ ແລະ ສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ແຜ່ ລະບາດ ແລະ ຂະຫຍາຍຫຼາຍໃນທົ່ວໂລກ, ພ້ອມກັນນີ້ກໍໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານ ຊາຍແດນກັບບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະຜົນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ຊຶ່ງມາເຖິງປັດຈຸບັນແມ່ນໄດ້ສໍາເລັດການສໍາຫຼວດ ແລະປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ ຫວຽດນາມ, ສປ ຈີນ ແລະ ສສ ມຽນມາ. ຊຶ່ງຜົນສໍາເລັດດັ່ງກ່າວໄດ້ຖືກຮັບ ຮອງໂດຍສົນທິສັນຍາວ່າດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບ ການ ຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.

ສໍາລັບຊາຍແດນກັບ ຣາຊາອານາຈັກກໍາປູເຈຍ ມາເຖິງປັດຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງ ຮ່ວມກັນແລ້ວ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ ຊຶ່ງສາມາດປັກຫຼັກໝາຍຊາຍແດນຮ່ວມກັນໄດ້ທັງໝົດ 121 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈໍານວນໜຶ່ງທີ່ຈະສືບຕໍ່ຮ່ວມກັນແກ້ໄຂຕໍ່ໄປ. ສຳລັບຊາຍແດນ ກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຊາຍແດນສໍາເລັດຈໍານວນ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ແລະ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ. ສໍາລັບຊາຍ ແດນລາວ-ໄທ ທາງນໍ້າຂອງ ແມ່ນຍັງຢູ່ໃນຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ຊຶ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລື ເພື່ອປັກຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ຂ່າວ: ກະຊວງການຕ່າງປະເທດ

ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ແຂວງຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ດ້ວຍ ບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ.

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດເຜີຍ ແຜ່ສະພາບການທີ່ພົ້ນເດັ່ນຂອງພາກພື້ນ, ສາກົນ, ວຽກງານຊາຍແດນ ແລະ ວຽກງານຂະແໜງການຕ່າງ ປະເທດໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດອ້ອມຂ້າງແຂວງ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນສະພາບສາກົນທີ່ພົ້ນເດັ່ນ, ທີ່ເກີດຂຶ້ນໃນ ປັດຈຸບັນຢູ່ພາກພື້ນ ແລະ ສາກົນ ໂດຍສະເພາະສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ ແຜ່ລະບາດທົ່ວໂລກ, ພ້ອມກັນນີ້ກໍໄດ້ເຜີຍແຜ່ການຈັດຕັ້ງປະຕິບັດວຽກງານຊາຍແດນກັບບັນດາປະເທດ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະຜົນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ຊຶ່ງມາເຖິງປັດຈຸບັນແມ່ນໄດ້ສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນກັບ 3 ປະເທດ ຄື: ສສ ຫວຽດນາມ, ສປ ຈີນ ແລະ ສສ ມຽນມາ. ຊຶ່ງຜົນສໍາເລັດດັ່ງກ່າວໄດ້ຖືກຮັບຮອງ ໂດຍສົນທິສັນຍາວ່າ ດ້ວຍການກໍານົດເສັ້ນຊາຍແດນປະເທດຮ່ວມກັນ ແລະ ມີສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຮ່ວມກັນ.

ສຳລັບຊາຍແດນກັບ ຣາຊາອານາຈັກກໍາປູເຈຍ ມາເຖິງປັດຈຸບັນສາມາດສໍາຫຼວດພື້ນທີ່ຕົວຈິງຮ່ວມ ກັນແລ້ວ 86% ຂອງເສັ້ນຊາຍແດນທັງໝົດປະມານ 535 ກິໂລແມັດ ຊຶ່ງສາມາດປັກຫຼັກໝາຍ ຊາຍແດນຮ່ວມກັນໄດ້ທັງໝົດ 121 ຫຼັກໝາຍ ແລະ ຍັງມີຈຸດຄົງຄ້າງຈໍານວນໜຶ່ງທີ່ຈະສືບຕໍ່ຮ່ວມກັນແກ້ ໄຂຕໍ່ໄປ. ສຳລັບຊາຍແດນກັບຣາຊາອານາຈັກໄທ ທັງສອງຝ່າຍສາມາດສຳຫຼວດ ແລະ ປັກຫຼັກໝາຍຊາຍ ແດນສໍາເລັດຈໍານວນ 211 ຫຼັກໝາຍ ໃນລວງຍາວຂອງເສັ້ນຊາຍແດນ 676 ກິໂລແມັດ ເທົ່າກັບ 93% ຂອງເສັ້ນຊາຍແດນທາງບົກ 735 ກິໂລແມັດ ແລະ ເທົ່າກັບ 37% ຂອງເສັ້ນຊາຍແດນທັງໝົດ (ທາງບົກ ແລະ ທາງນໍ້າ) 1.835 ກິໂລແມັດ. ສໍາລັບຊາຍແດນລາວ-ໄທ ທາງນໍ້າຂອງແມ່ນຍັງຢູ່ໃນ ຂັ້ນຕອນການຖ່າຍທອດເສັ້ນຊາຍແດນຈາກແຜນທີ່ຝຣັ່ງມາດຕາສ່ວນ 1:25.000 ປີ 1929-1931 ລົງໃສ່ ແຜນທີ່ສ້າງຂຶ້ນໃໝ່ປີ 2008 ຕາມເຕັກນິກຂອງແຕ່ລະຝ່າຍ ຊຶ່ງທັງສອງຝ່າຍຈະສືບຕໍ່ປຶກສາຫາລືເພື່ອປັກ ຫຼັກໝາຍຊາຍແດນໃຫ້ສຳເລັດໂດຍໄວ.

ຂ່າວ: ກະຊວງການຕ່າງປະເທດ

ກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ

ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢັ້ງຢືນກ່ຽວກັບກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ ຜູ້ກ່ຽວແມ່ນມີອາການແພ້ຢາ ແຕ່ເປັນຢາປິ່ນປົວພະຍາດປະຈຳໂຕຂອງຜູ້ກ່ຽວເອງ ເຊິ່ງອາການທີ່ເກີດຂື້ນກັບຜູ້ກ່ຽວເປັນຜົນຂ້າງຄຽງຈາກການໃຊ້ຢາດັ່ງກ່າວ. ປະຈຸບັນຜູ້ກ່ຽວອາການດີຂຶ້ນ ແລະ ໄດ້ອອກໂຮງໝໍໃນວັນທີ 16 ມີນານີ້ ພ້ອມທັງຢັ້ງຢືນວ່າຜູ້ກ່ຽວບໍ່ເຄີຍໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ19 ເທື່ອ.

ດຣ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ19 ແຈ້ງໃຫ້ຮູ້ວ່າ: ຜ່ານການໃຫ້ວັກຊີນປ້ອງກັນໂຄວິດ19ໃຫ້ກຸ່ມທີ່ມີຄວາມສ່ຽງເຫັນວ່າ ທຸກຄົນມີອາການຂ້າງຄຽງແບບເບົາບາງເທົ່ານັ້ນ ເປັນຕົ້ນເຈັບບ່ອນສັກວັກຊີນ, ມີອາການວິນເລັກນ້ອຍໄລຍະ 30 ນາທີ ນອກນັ້ນບໍ່ມີອາການຫຍັງ.

ສຳລັບກໍລະນີທີ່ມີຂ່າວທາງສື່ສັງຄົມອອນລາຍ ວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂຄວິດ19 ນັ້ນແມ່ນບໍ່ມີຄວາມຈິງ.

ຂ່າວປອມ

ປະຈຸບັນຫຼາຍປະເທດໃນໂລກໄດ້ນຳໃຊ້ວັກຊິນປ້ອງກັນພະຍາດໂຄວີດ19 ຄຽງຄູ່ກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ສຳລັບລາວ ໄດ້ເລີ້ມສັກວັກຊິນປ້ອງກັນພະຍາດໂຄວີດ19 ໄລຍະທໍາອິດໃຫ້ບຸກຄົນຜູ້ທີ່ເປັນກຸ່ມສ່ຽງນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງຄື: ພະນັກງານແພດທີ່ເຮັດວຽກງານບໍລິການຢູ່ໂຮງໝໍ ແລະ ສະຖານທີ່ບໍລິການສາທາລະນະສຸກ, ພະນັກງານຜູ້ທີ່ເຮັດວຽກຈຸດຜ່ານແດນເຊິ່ງເປັນຈຸດທຳອິດທີ່ມີຜູ້ເດີນທາງຈາກຕ່າງປະເທດຜ່ານເຂົ້າມາລາວ, ຜູ້ທີ່ເຮັດວຽກຢູ່ທີ່ສະຖານທີ່ຈຳກັດບໍລິເວນລວມທັງບັນດາໂຮແຮມທີ່ນຳໃຊ້ເປັນບ່ອນຈຳກັດບໍລິເວນ. ນອກຈາກກຸ່ມຄົນທີ່ກ່າວມານັ້ນ ຖ້າມີຄວາມຈຳເປັນຕ້ອງໄດ້ຮັບວັກຊີນ ຈະຕ້ອງໄດ້ນຳສະເໜີຫາຄະນະສະເພາະກິດ ເພື່ອພິຈາລະນາແກ້ໄຂຕາມເງື່ອນໄຂຄວາມເປັນຈິງ. ປະຈຸບັນລັດຖະບານ ຍັງສືບຕໍ່ພົວພັນປະສານງານກັບພາກສ່ວນທີ່ສະໜອງຢາວັກຊິນດັ່ງກ່າວ ເພື່ອຈະນຳວັກຊິນເຂົ້າມາຕື່ມ ແລະ ຖ້າໄດ້ຮັບວັກຊີນເພີ້ມ ກໍຈະໄດ້ພິຈາລະນາໃຫ້ວັກຊີນກຸ່ມຄົນອື່ນໃນຂັ້ນຕໍ່ໄປ.

ປະຈຸບັນທົ່ວປະເທດໄດ້ຮັບການສັກວັກຊິນເຂັ້ມທໍາອິດແລ້ວ ທັງໝົດ 31.046 ຄົນ ໂດຍນໍາໃຊ້ວັກຊິນຈາກບໍລິສັດຊີໂນຟາມຂອງຈີນ ແລະສະປຸດນິກຟາຍຂອງຣັດເຊຍ ໃນນີ້ມີແພດໝໍໄດ້ຮັບວັກຊິນແລ້ວຫລາຍກວ່າ 10.000 ຄົນ, ພະນັກງານປະຈໍາດ່ານເກືອບ 17.000 ຄົນ, ຜູ້ເດີນທາງອອກໄປຕ່າງປະເທດ 430 ຄົນ, ອາຍຸ 60 ປີຂື້ນໄປ 122 ຄົນ, ຜູ້ທີ່ມີພະຍາດປະຈໍາຕົວ 23 ຄົນ ແລະກຸ່ມອື່ນໆ 2.550 ກວ່າຄົນ.

ໂດຍ: ຈັນທະສອນ ສີຫານາດ

ຈັບໂຈນລັກລົດວີໂກ້ ໄດ້ພາຍໃນ 24 ຊົ່ວໂມງ

ເຈົ້າໜ້າທີ່ໃຊ້ເວລາພຽງ 1 ວັນ ຈັບຜູ້ກໍເຫດລັກລົດວີໂກ້

ພັທ ອໍາພອນ ຄໍາອຸ່ນພອນ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 5 ມີນາ 2021 ໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງບ້ານແສງສະຫວ່າງ ວ່າ: ມີຄົນຮ້າຍລັກລົດໃຫຍ່ຍີ່ຫໍ້ວີໂກ້ ໝາຍເລກທະບຽນ (ກຜ 7269) ຢູ່ໜ່ວຍ 57 ບ້ານແສງສະຫວ່າງ ເມືອງໄຊເສດຖາ ຈາກນັ້ນຈິງໄດລົງ ສົມທົບກັບ ປກສ ກຸ່ມວັງຊາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງເກັບກຳຂໍ້ມູນຊັນນະສູດ ຮອດເວລາ 02:30 ໂມງ ຂອງວັນທີ 6 ມີນາ 2021 ຈິ່ງຈັບຜູ້ຕ້ອງສົງໃສໄດ້ ຜ່ານການສອບສວນ ຈິ່ງຮູ້ວ່າ ທ້າວ ພຸດທະວົງ ຫຼື ບ໋ອບບີ້ ອາຊີບຫວ່າງງານ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນວ ພ້ອມລົດຄັນດັ່ງກ່າວ.

ທ້າວ ພຸດທະວົງ ໄດ້ຍອມຮັບສາລະພາບວ່າ: ຕົນໄດ້ເສບຢາເສບຕິດມາແຕ່ປີ 2013 ເສບມື້ລະ 1-2 ເມັດ, ໃນວັນທີ 5 ມີນາ 2021 ເວລາປະມານ 12 ໂມງ ຕົນໄດ້ຂີ່ລົດຈັກຍີ່ຫຍໍ້ສະກຸບປີ້ ສີບົວ ເລກທະບຽນ ດທ 5979 ເລາະຕາມເສັ້ນທາງ ພໍມາຮອດໜ້າບໍລິສັດນໍ້າມັນເຊື້ອໄຟແຖວບ້ານແສງສະຫວ່າງ ໄດ້ເຫັນລົດເກັງສີຂາວ ຈອດຢູ່ແຄມທາງ ຕົນຈິ່ງເກີດມີແນວຄິດຢາກໄດ້ ຈຶ່ງຫາວິທີໄຂປະຕູລົດຄັນດັ່ງກ່າວ ແຕ່ເຈົ້າຂອງລົດເຫັນຈິ່ງຈັບຕົວ ສົ່ງໃຫ້ຫ້ອງການບ້ານແສງສະຫວ່າງ ແຕ່ຕົນໄດ້ເອົາຕົວລົບໜີໄປລີ້ຢູ່ຫຼັງເຮືອນຂອງປະຊາຊົນຫຼັງໜຶ່ງ.

ຈາກນັ້ນໄດ້ໃຊ້ມີດງັດເຂົ້າໄປໃນເຮືອນ ແລ້ວໄດ້ສັງເກດເຫັນກະແຈລົດໃຫຍ່ຫ້ອຍໄວ້ຢູ່ ຈິງໄດ້ລັກຂັບຂີ່ລົດວີໂກ້ ສີປອນ ເລກທະບຽນ ກຜ 7269 ກໍາແພງນະຄອນ ທີ່ຈອດໄວ້ຢູ່ໜ້າເຮືອນ ຫຼັງຈາກໄດ້ລົດແລ້ວໄດ້ຂັບຂີ່ລົດເລາະຕາມເສັ້ນທາງ 450 ປີ ມາຈອດໄວ້ເຮືອນຂອງຕົນ ມາຮອດເວລາ 02:30 ໂມງ ຂອງວັນທີ 6 ມີນາ 2021 ຈິ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວ, ພ້ອມຂອງກາງ.

ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ນຳມາລົງໂທດ ແລະ ເລັ່ງສະຫຼຸບສຳນວນ-ສຳເນົາຄະດີ ສົ່ງໃຫ້ອົງການໄອຍະການ ປະຊາຊົນເຂດ ນະຄອນຫຼວງວຽງຈັນ.

ສ່ວນລົດຄັນດັ່ງກ່າວ ພັທ ອໍາພອນ ຄໍາອຸ່ນພອນ ຮອງຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ມອບຄືນໃຫ້ເຈົ້າຂອງ ໜ້າຕາງຮັບໂດຍທ່ານ ວິໄລສອນ ແກ້ວພູທອນ ປະຊາຊົນບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ.

ຫ້ອງປະຊຸມໃຫຍ່ ຕຶກໃໝ່ສະພາແຫ່ງຊາດ ກຽມພ້ອມຮັບໃຊ້ກອງປະຊຸມ ຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX

ແຫຼ່ງຂ່າວ ຂປລໃຫ້ຮູ້ວ່າ. ໂຄງການກໍ່ສ້າງຫໍສະພາແຫ່ງຊາດ (ຕຶກໃໝ່) ມາຮອດປັດຈຸບັນ ໜ້າວຽກໂດຍລວມແມ່ນ ສຳເລັດ ແລ້ວ 95%, ສະເພາະຫ້ອງປະຊຸມໃຫຍ່ ທີ່ຈະຮັບໃຊ້ກອງປະຊຸມຄັ້ງປະຖົມມະລຶກ ຂອງສະ ພາແຫ່ງຊາດ ຊຸດທີ IX ແມ່ນສຳເລັດແລ້ວ 100%, ສາມາດຮັບໃຊ້ກອງປະຊຸມໄດ້ຢ່າງສົມບູນ,ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫລືອຈາກລັດຖະບານຫວຽດນາມ, ໂດຍແມ່ນແມ່ທັບນ້ອຍ 11 ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນກໍລະກົດ 2018 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດ 100% ແລະ ມອບ-ຮັບ ໃຫ້ລັດຖະບານລາວ ພາຍໃນເດືອນ ມິ ຖຸນາ 2021.


ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຜູ້ບັນຊາການໃຫຍ່ແມ່ທັບນ້ອຍ 11 ຫວຽດນາມ ໄດ້ໃຫ້ ສຳພາດໃນວັນທີ 16 ມີນາ 2021 ນີ້ວ່າ: ມາຮອດປັດຈຸບັນ ສະເພາະການກໍ່ສ້າງຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ ແມ່ນສຳເລັດ 100%, ພາຍໃນຫ້ອງປະຊຸມແມ່ນມີຄວາມພ້ອມໃນທຸກດ້ານ ເພື່ອຮັບ ໃຊ້ກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ພາຍໃນຫ້ອງປະຊຸມ ມີອຸປະກອນ, ເຄື່ອງຮັບໃຊ້ຕ່າງໆ ທີ່ ທັນສະໄໝ ເປັນຕົ້ນ ເຄື່ອງເອເລັກໂຕຣນິກຕ່າງໆ, ມີລະບົບຮັກສາຄວາມປອດໄພຄົບຊຸດ, ມີສິ່ງ ອຳນວຍຄວາມສະດວກທຸກຢ່າງ. ນອກນັ້ນ, ຍັງ ມີ ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ, ຫ້ອງ ຮັບແຂກ, ຫ້ອງຕ້ອນຮັບຜູ້ແທນ, ຫ້ອງສື່ມວນຊົນ, ຫ້ອງເຕັກນິກ ແລະ ຫ້ອງບໍລິການອື່ນໆ ແມ່ນມີ ຄວາມພ້ອມທຸກດ້ານເພື່ອຮອງຮັບເຮັດໃຫ້ກອງປະຊຸມດັ່ງກ່າວ, ດຳເນີນໄປດ້ວຍຜົນສຳເລັດຕາມເປົ້າ ໝາຍທີ່ວາງໄວ້.

ທ່ານ ພົນຕີ ຫງວຽນ ກວກ ຢຸ້ງ ຍັງໃຫ້ຮູ້ອີກວ່າ: ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ອອກ ແບບໃຫ້ມີຄວາມເປັນທັນສະໄໝ, ປະສົມປະສານກັບເອກະລັກຄວາມເປັນລາວ, ຮູບຊົງສວຍງາມ, ມີ ທັງໝົດ 5 ຊັ້ນ, 1 ຊັ້ນໃຕ້ດິນ, ມີ 400 ກວ່າຫ້ອງ, ພາຍໃນອາຄານຕົບແຕ່ງໃຫ້ມີຄວາມເປັນທັນສະ ໄໝ, ອຸປະກອນເຄື່ອງໃຊ້ຕ່າງໆ ແມ່ນນຳເຂົ້າຈາກຕ່າງປະເທດ, ລວມມູນຄ່າການກໍ່ສ້າງທັງໝົດ ເກືອບ 112 ລ້ານກວ່າໂດລາສະຫະລັດ. ການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ ພົບຄວາມຫຍຸ້ງຍາກສົມຄວນ ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ແຮງງານຫວຽດນາມ ຕ້ອງເສຍເວ ລາຈຳກັດບໍລິເວນຈົນກວ່າຄົບກໍານົດ 14 ວັນ. ນອກຈາກນີ້, ຍັງເຮັດໃຫ້ການນໍາເຂົ້າວັດສະດຸກໍ່ສ້າງຈາກຕ່າງປະເທດ ກໍພົບຄວາມຫຍຸ້ງຍາກເຊັ່ນດຽວກັນ. ຢ່າງໃດກໍ່ຕາມ ຜູ້ຮັບເໝົາກໍ່ສ້າງຈະເອົາໃຈໃສ່ກໍ່ສ້າງຕະຫລອດ 24 ຊົ່ວໂມງ, ໂດຍບໍ່ມີມື້ພັກວັນເສົາ ແລະ ວັນອາທິດ ເພື່ອໃຫ້ທັນມອບ-ຮັບໂຄງ ການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ຢ່າງເປັນທາງການພາຍໃນເດືອນມິຖຸນາ ທີ່ຈະມາເຖິງນີ້.

ຂ່າວ: ກິດຕາ ພາບ: ໄອຄຳ

ປກສ ແຂວງບໍລິຄຳໄຊ ລົງເຜີຍແຜ່ຜົນຮ້າຍແລະ ໄພອັນຕະລາຍຂອງຢາເສບຕິດ ແກ່ນັກຮຽນ

ແຂວງບໍລິຄຳໄຊ: ເມື່ອບໍ່ດົນມານີ້, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ຢູ່ໂຮງຮຽນ ມສ ນາກຸນ ເມືອງບໍລິຄັນ, ມສ ວຽງທອງ ເມືອງວຽງທອງ ແລະ ມສ ຄໍາເກີດ ເມືອງຄໍາເກີດ ເຊິ່ງນຳໂດຍ ທ່ານ ພັນຕີ ພິລະພົງ ວິຊຸນດາລາ ຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ພ້ອມທີມງານ, ມີຄະນະອໍານວຍການ, ຄູ-ອາຈານ ແລະ ນັກຮຽນແຕ່ຊັ້ນ ມ3-ມ7 ເຂົ້າຮ່ວມ 2.000 ກວ່າຄົນ.

ເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ປະກອບມີ: ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ປະມວນກົດໝາຍອາຍາການກະທໍາຜິດກ່ຽວກັບຢາເສບຕິດ ມາດຕາ 314 ຫາ ມາດຕາ 325 ເຊິ່ງໄດ້ຍົກໃຫ້ເຫັນໂທດຕໍ່ກັບ ຜູ້ຜະລິດ, ຜູ້ເສບ, ຂົນສົ່ງ ແລະ ຄ້າຂາຍ, ນອກນັ້ນ ຍັງໄດ້ຍົກໃຫ້ເຫັນປະເພດຂອງຢາເສບຕິດໃນແບບຕ່າງໆ ທີ່ມີຜົນທໍາຮ້າຍຕໍ່ຮ່າງກາຍໂດຍກົງທີ່ແຕກຕ່າງກັນ, ເມື່ອຕົກເປັນທາດຂອງຢາເສບຕິດແລ້ວ ຜູ້ເສບຈະມີຮ່າງກາຍຈ່ອຍຜ່ອມ, ຊຸດໂຊມ, ສຸຂະພາບອ່ອນແອ ແລະ ມີພະຍາດແຊກຊ້ອນໄດ້ງ່າຍ, ຍິ່ງໄປກວ່ານັ້ນຍັງເຮັດໃຫ້ລະບົບປະສາດເກີດອາການພາບຫລອນ, ຄວບຄຸມຕົນເອງບໍ່ໄດ້ ຈົນເຖິງຂັ້ນທຳຮ້າຍຕົນເອງ ແລະ ບຸກຄົນອື່ນທີ່ຢູ່ອ້ອມຂ້າງ. ທັງເປັນສາເຫດໜຶ່ງທີ່ເຮັດໃຫ້ຄອບຄົວ, ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນສາເຫດຕົ້ນຕໍ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຢູ່ໃນສັງຄົມເຊັ່ນ: ການຂີ່ລັກງັດແງະ, ປຸ້ນຈີ້ຊິງຊັບ, ການກໍ່ອາລະວາດຕີກັນ, ຄາດຕະກໍາ ແລະ ກໍ່ເຫດອາຊະຍາກໍາໃນຮູບແບບຕ່າງໆ ເຊິ່ງບັນຫາດັ່ງກ່າວ ເປັນຜົນກະທົບໂດຍກົງຕໍ່ລະບອບການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທໍາ, ເປັນການກົດໜ່ວງຖ່ວງດຶງການສ້າງສາ ແລະ ພັດທະນາປະເທດຊາດ.

ພ້ອມນັ້ນ ກໍໄດ້ສາຍວີດີໂອສາລະຄະດີກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ສະທ້ອນໄດ້ເຖິງໂທດທີ່ຕາມມາຕໍ່ກັບຜູ້ເສບ ແລະ ຜູ້ຂາຍ ເມື່ອມີການພົວພັນຫຍຸ້ງກ່ຽວກັບຢາເສບຕິດ ໃຫ້ນັກຮຽນ ໄດ້ຮັບຊົມ. ຈາກນັ້ນ ກໍໄດ້ມີການຈັດກິດຈະກໍາຖາມ-ຕອບ ເພື່ອເປັນການທົດສອບຄວາມຮັບຮູ້, ຄວາມເຂົ້າໃຈຂອງນ້ອງນັກຮຽນ ເພື່ອນໍາໄປຈັດຕັ້ງປະຕິບັດໃນຊີວິດຕົວຈິງໃຫ້ປອດໄພ ບໍ່ຕົກເປັນທາດຂອງຢາເສບຕິດ ແລະ ບໍ່ຫຍຸ້ງກ່ຽວພົວພັນກັບຢາເສບຕິດ ແລະ ຫ່າງໄກຈາກຢາເສບຕິດທຸກປະເພດດັ່ງຄຳຂວັນທີວ່າ: ຢາເສບຕິດເປັນຜິດຕໍ່ຮ່າງກາຍ ເປັນອັນຕະລາຍຕໍ່ສັ່ງຄົມ ຜູ້ເສບຕາຍ ຜູ້ຂາຍຕິດຄຸກ.

ຂ່າວ: ພອນສະຫວັນ

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະພິຈາລະນາຮັບຮອງກົງຈັກການປົກຄອງຂອງຊາດ

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ
ຊຸດທີ IX ຈະຈັດຂຶ້ນເປັນທາງການ 22-26 ມີນານີ້

ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 22-26 ມີນາ 2021 ນີ້, ຢູ່ຫ້ອງປະຊຸມສະພາແຫ່ງຊາດ ຫລັງໃໝ່ (ທາດຫລວງ) ນະຄອນຫລວງວຽງຈັນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ຊຸດທີ VIII ໄດ້ລາຍງານໃຫ້ຮູ້ ໃນວັນທີ 16 ມີນາ 2021 ນີ້ວ່າ: ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນພື້ນຖານຂອງຊາດ ເຊັ່ນ:

  • ຮັບຟັງລາຍງານຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນສໍາເລັດຂອງການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX;
  • ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະ ພາແຫ່ງຊາດ ຊຸດທີ IX ເປັນຕົ້ນ:
  • ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ IX ຕາມການສະເໜີຂອງຄະ ນະປະຈໍາສະພາແຫ່ງຊາດ ຊຸດທີ VIII;
  • ເລືອກຕັ້ງຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ ຕາມການສະເໜີ ຂອງປະທານສະພາແຫ່ງຊາດ ຊຸດທີ IX;
  • ພິຈາລະນາ, ຮັບຮອງການແຕ່ງຕັ້ງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງປະທານກໍາມາທິການສະພາແຫ່ງຊາດ ຕາມການສະເໜີ ຂອງຄະນະປະຈໍາສະພາແຫ່ງຊາດ;
  • ເລືອກຕັ້ງປະທານປະເທດ ແລະ ຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ;
  • ພິຈາລະນາ ແລະ ຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງລັດຖະບານ ເປັນຕົ້ນ: ເລືອກຕັ້ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະ ເທດ; ພິຈາລະນາ, ຮັບຮອງການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ;
  • ເລືອກຕັ້ງບຸກຄະລາກອນ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; ເລືອກຕັ້ງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ;
  • ເລືອກຕັ້ງປະທານສານປະຊາຊົນສູງສຸດ ຕາມການສະເໜີ ຂອງປະທານປະເທດ;
  • ເລືອກຕັ້ງບຸກຄະລາກອນຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ; ເລືອກຕັ້ງປະທານອົງ ການກວດສອບແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
  • ເລືອກຕັ້ງປະທານອົງການກວດກາແຫ່ງລັດ ຕາມການສະເໜີຂອງປະທານປະເທດ;
  • ພິຈາລະນາ, ຮັບຮອງບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັັັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ( 2016-2020) ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2016-2020); ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025);
  • ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ;
  • ພິຈາລະນາ, ຮັບຮອງບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ;
  • ພິຈາລະນາ, ຮັບຮອງບົດລາຍງານກ່ຽວກັບທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2021-2025); ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ຂອງສະພາແຫ່ງຊາດ ຊຸດທີ IX.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ເຊີນຊວນບັນດາທ່ານ ພະນັກງານ, ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ-ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງຕິດຕາມກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.

ໃນໄລຍະດຳເນີນກອງປະຊຸມ ສະພາແຫ່ງຊາດ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ ຜ່ານທາງໂທລະສັບບໍ່ເສຍຄ່າ ໝາຍເລກ: 156; ໂທລະສານໝາຍເລກ: 021 413528, ຫລື ສາມາດ ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ສົ່ງອີເມວ: [email protected].

ຂ່າວ: ທະນູທອງ
ພາບ: ເກດສະໜາ