Home Blog Page 224

7 ມື້ໄລຍະປີໃໝ່ລາວ 2021 ສະຫວັນນະເຂດ ມີອຸບັດຕິເຫດ 36 ຄັ້ງ ຕາຍ 6

ໃນຊ່ວງໄລຍະບຸນປີໃໝ່ລາວ 7 ວັນອັນຕະລາຍ ທົ່ວແຂວງສະຫວັນນະເຂດ ມີອຸປະຕິເຫດເກີດຂຶ້ນທັງໝົດ 36 ລາຍ ເສຍຊີວິດ 6 ຄົນ

ຕາມການລາຍງານຂອງທ່ານ ພັນໂທ ນີວັນ ຈູມມະນີວົງ ຫົວຫນ້າພະແນກ ຕຳຫຼວດຈະລາຈອນ ແຂວງ ສະຫວັນນະເຂດ ທີີ່ໄດ້ໃຫ້ສຳພາດ ຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ແຂວງ ສະຫວັນນະເຂດ ຂອງພວກເຮົາໃນຄັ້ງວັນທີ 21 ເມສາ 2021 ນີ້ ກ່ຽວກັບສະພາບອຸປະຕິເຫດ ທີ່ເກີດຂຶ້ນ ໃນທົ່ວແຂວງ ສະຫວັນນະເຂດ ໃນໄລຍະບຸນປີໃໝ່ລາວ ພ.ສ 2564 ( 7 ວັນອັນຕະລາຍ ) ລະຫວ່າງວັນທີ 11-17 ເມສາ 2021 ໄດ້ມີອຸປະຕິເຫດເກີດຂຶ້ນ ທັງໝົດ 36 ລາຍ ມີຜູ້ບາດເຈັບເລັກນ້ອຍ 37 ຄົນ ຍິງ 13 ຄົນ, ບາດເຈັບສົມຄວນ 15 ຄົນ, ຍິງ 2 ຄົນ, ບາດເຈັບສາຫັດ 7 ຄົນ, ຍິງ 1 ຄົນ, ເສຍຊີວິດ 6 ຄົນ, ຍິງ 2 ຄົນ, ພາຫະນະເປ່ເພເລັກນ້ອຍ 35 ຄັນ, ເປ່ເພສົມຄວນ 27 ຄັນ, ໃຊ້ການບໍ່ໄດ້ 2 ຄັນ,

ໃນນີ້ ນະຄອນໄກສອນ ພົມວິຫານມີ 8 ລາຍ, ເມືອງອາດສະພັງທອງ 5 ລາຍ,ເສຍຊີວິດ 2 ຄົນ, ເມືອງ ພີນ 03 ລາຍ, ເມືອງ ເຊໂປນ 3 ລາຍ, ເມືອງ ອາດສະພອນ 2 ລາຍ,ເສຍຊີວິດ 1 ຄົນ , ເມືອງ ໄຊບູລີ 1 ລາຍ, ເມືອງ ຊົນນະບູລີ 1 ລາຍ,ເສຍຊີວິດ 1 ຄົນ, ເມືອງ ພະລານໄຊ 1 ລາຍ, ເມືອງ ສອງຄອນ 3 ລາຍ, ເມືອງ ອຸທຸມພອນ 3 ລາຍ, ເມືອງ ຈຳພອນ 4 ລາຍ,ເສຍຊີວິດ 2 ຄົນ, ເມືອງວິລະບູລີ 1 ລາຍ ,ເມືອງ ໄຊພູທອງ 1 ລາຍ.

ສົມທຽບລະຫວ່າງປີໃໝ່ລາວ 2020 ແລະ ປີ 2021 ແມ່ນເຫັນໄດ້ວ່າ: ຈຳນວນການເກີດອຸປະຕິເຫດໄດ້ເພິ່ມຂຶ້ນຫຼາຍເຊິ່ງສົມທຽບຈາກປີ 2020 ແມ່ນເກີດອຸປະຕິເຫດທັງໝົດ 12 ລາຍ ແລະ ປີ 2021 ເກີດອຸປະຕິເຫດທັງໝົດ 36 ລາຍ ( ເພິ່ມຂຶ້ນ 24 ລາຍ ) ຈຳນວນຄົນເສຍຊີວິດທັງໝົດປີ 2020 ແມ່ນ 2 ຄົນ ແລະ ປີ 2021 ເສຍຊີວິດທັງໝົດແມ່ນ 6 ຄົນ, ຍິງ 2 ຄົນ, ເພີ່ມຂຶ້ນຈາກປີຜ່ານມາ 4 ຄົນ, ຍິງ 2 ຄົນ
ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນ ເກີດຈາກແລ່ນໄວ 9ລາຍ, ບໍ່ປ່ອຍສິດ 8 ລາຍ, ປ່ຽນທິດທາງເດີນ 8 ຄັນ, ດື່ມສິ່ງມຶນເມົາ 6 ລາຍ, ໄປກິນທາງ 2 ລາຍ, ສັດລ້ຽງ 2 ລາຍ ໄລຍະຫ່າງ 1 ລາຍ

ຂ່າວ: ອັກສອນສິນ ພົມມະຈັນ
 ຂໍຂອບໃຈ: ພາບອຸປະຕິເຫດຈາກ #ໜ່ວຍກູ້ໄພສະຫວັນນະເຂດ

ເມືອງຄົງເຊໂດນ ປິດການເຂົ້າ-ອອກ 15 ບ້ານ ລໍຖ້າຜົນກວດເປົ້າໝາຍສຳຜັດກັບຜູ້ຕິດເຊື້ອ ຄົນທີ 54

ເມືອງຄົງເຊໂດນ ແຂວງສາລະວັນ ປິດການເຂົ້າ-ອອກ 15 ບ້ານຄື: ບ້ານ ນາເຕີຍ, ນາເມັກ, ສະເຕີ້ມ, ບ້ານປົ່ງ, ປັດຊຸມ, ນາໂຄກ, ໜອງແສງລາວ, ຄຳໄຮ, ຂຸມຄຳ, ເລົ່າມີໄຊ, ບ້ານໂນນ, ໝື່ນປູ່, ນາຕານດົງ, ຕະຫລາງ ແລະ ບ້ານນາຫວດ ທີ່ຂຶ້ນກັບເມືອງຄົງເຊໂດນ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດ ເຊື້ອຄົນທີ 54 ແລະ ຄົ້ນຫາຈຳນວນຜູ້ສຳຜັດໃກ້ຊິດກັບກໍລະນີດັ່ງກ່າວ ມາກວດຫາເຊື້ອຕື່ມອີກ.

ທ່ານ ຄຳເຜືອ ຄູນນິດໃສ ຮອງເຈົ້າເມືອງຄົງເຊໂດນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນວັນທີ 20 ເມສາ 2021 ນີ້ວ່າ: ຄະນະສະເພາະກິດຂັ້ນເມືອງ ໄດ້ອອກແຈ້ງການດ່ວນ ດັ່ງນີ້: ໃຫ້ອໍານາດການປົກຄອງ 15 ບ້ານດັ່ງກ່າວ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນ ນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະຍາດໂຄວິດ-19 ຂອງເປົ້າໝາຍທີ່ສຳຜັດກັບຜູ້ຕິດເຊື້ອຄົນທີ 54 ຂອງ ສປປ ລາວ; ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ໄປ ມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ, ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວນັ້ນ (ຍົກເວັ້ນໄປທຳການຜະລິດ, ຊອກຢູ່ຫາກິນ, ແຕ່ໃຫ້ຢູ່ໃນຂອບເຂດບ້ານຂອງຕົນ ແລະ ຫລີກລ້ຽງການພົບປະກັບບຸກຄົນອື່ນ).
ສຳລັບລາຍລະອຽດປິດການສັນຈອນໄປ-ມາມີດັ່ງນີ້:

ສະເພາະ ບ້ານຄຳຕື້, ບ້ານຄັນທຸງໄຊ ໃຫ້ປິດການສັນຈອນໄປມານັບແຕ່ເວລາ 6:00 ໂມງແລງ ຫາ 6:00 ໂມງເຊົ້າ ຍົກ ເວັ້ນແຕ່ກໍລະນີຈຳເປັນສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ອອກໃບຢັ້ງ ຢືນອະນຸຍາດເສຍກ່ອນ. ສໍາລັບບ້ານອື່ນໆ ທີ່ຂຶ້ນກັບເມືອງຄົງເຊໂດນ ໃຫ້ປິດການສັນຈອນນັບແຕ່ເວລາ 9:00 ໂມງແລງ ຍົກເວັ້ນແຕ່ກໍລະນີຈຳເປັນ, ສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ;

ມອບໃຫ້ກໍາລັງ ປກຊ-ປກສ ແລະ ອຳນາດການປົກຄອງບ້ານ ນໍາພາທ້ອນໂຮມເຮືອໃນ 2 ບ້ານຄື: ບ້ານຄໍາຕື້ ແລະ ບ້ານຄັນທຸງໄຊ ໃຫ້ຮັກສາໄວ້ບ່ອນປອດໄພ ພ້ອມທັງເວນຍາມຕະຫລອດ 24 ຊົ່ວໂມງ; ຖ້າຫາກສົງໃສວ່າຕົນເອງ ໄດ້ສໍາຜັດກັບບຸກຄົນທີ່ມີຄວາມສ່ຽງຕິດເຊື້ອໂຄວິດ-10 ແມ່ນໃຫ້ ຈໍາກັດບໍລິເວນຕົນເອງຢູ່ພາຍໃນຄອບຄົວ ແລະ ຖ້າມີອາການໄຂ້, ໄອ, ນ້ຳມູກຍ້ອຍ, ຕາ ແດງ, ເປັນຜື່ນ, ກິນອາຫານບໍ່ຮູ້ລົດຊາດໃຫ້ແຈ້ງຄະນະສະເພາະກິດຂັ້ນເມືອງ ແລະ ໄປສະຖານທີ່ບໍລິການຂອງລັດເຊັ່ນ: ໂຮງໝໍນ້ອຍ, ໂຮງໝໍຊຸມຊົນໂດຍດ່ວນ;

ປິດການຮຽນ-ການສອນຊົ່ວຄາວ ໂຮງຮຽນທີ່ຕັ້ງຢູ່ໃນເຂດທີ່ມີບຸກຄົນສຳຜັດກັບຜູ້ຕິດເຊື້ອກໍລະນີທີ 54 ເຊັ່ນ: ໂຮງຮຽນມັດທະຍົມສົມບູນເລົ່າມີໄຊ, ໂຮງຮຽນມັດທະຍົມຕອນຕົ້ນນາເມັກ, ໂຮງຮຽນມັດທະ ຍົມຕອນຕົ້ນນາຕານດົງ, ໂຮງຮຽນປະຖົມບົວລະພາ ແລະ ໂຮງຮຽນປະຖົມແຕ່ລະແຫ່ງກໍຖືກປິດບ້ານ; ໃຫ້ອໍານາດການປົກຄອງບ້ານຕິດຕາມກວດກາ ຄົນເຂົ້າ-ອອກ ພາຍໃນບ້ານ ທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງ ປະເທດ ຖ້າພົບເຫັນວ່າບຸກຄົນໃດຫາກລັກລອບເຂົ້າມາ ໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ປັບໃໝ່ຕາມລະບຽບຫລັກການ ແລະ ໃຫ້ຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນປະຈຳການ ແລະ ສາມາດປະສານໄດ້ຕະຫລອດ 24 ຊົ່ວໂມງ.

ການຄ້າ ແຂວງອັດຕະປື ເຂັ້ມງວດຄວບຄຸມລາຄາສິນຄ້າ ໄລຍະບຸນປີໃໝ່ລາວ


ເພື່ອບໍ່ໃຫ້ເປັນການເອົາລັດເອົາປຽບລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ຫຼື ບໍ່ໃຫ້ພໍ່ຄ້າ-ແມ່ຄ້າສວຍໂອກາດຂຶ້ນລາຄາສິນຄ້າໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ກໍ່ໄດ້ມີການວາງລະບຽບການ,ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.

ທ່ານ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນຂອງແຂວງ ເມື່ອວັນທີ 13 ເມສາ 2021 ນີ້ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2564 ນີ້ທາງພະແນກອຸດສາ ຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດ ຕາມ,ຄວບຄຸມ ລາຄາສິນຄ້າຕາມທ້ອງຕະຫຼາດພາຍໃນແຂວງ ແລະ ບັນດາເມືອງ ເພື່ອປ້ອງກັນການສວຍໂອກາດຂື້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ,ໂດຍໃນເບື້ອງຕົ້ນນັ້ນ ໄດ້ອອກແຈ້ງການກ່ຽວກັບການຕິດ ຕາມ,ກວດກາ,ຄຸ້ມຄອງ,ແກ້ໄຂສະພາບການປັ່ນປ່ວນ,ກັກຕຸນ ແລະ ສວຍໂອກາດຂຶ້ນລາຄາໃນໄລຍະເທດສະການປີໃໝ່ລາວ ໃຫ້ບັນດາຫ້ອງການອຸດສະຫະກຳ ແລະ ການຄ້າ 5 ຕົວເມືອງຂອງແຂວງ,ເປັນເຈົ້າການກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ,ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການ ບໍ່ໃຫ້ມີການຂື້ນລາຄາຕາມລໍາພັງໃຈ ແລະ ປະຕິບັດຕາມລະບຽບການຢ່າງເຂັ້ມງວດ,

ເອົາໃຈໃສ່ຄຸມຄອງລາຄາສະບຽບອາຫານປະເພດເຂົ້າກິນ,ຊີ້ນ ແລະ ພືດຜັກຕ່າງໆ,ລວມທັງສິນຄ້າອຸປະໂພກ-ບໍ ລິໂພກ ແລະ ສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ພາຍໃນແຂວງ ແລະ ເມືອງ,ໃຫ້ໄປຕາມກົນໄກຂອງຕະຫຼາດ ທີ່ມີການຄຸ້ມຄອງ ດັດສົມຂອງລັດ,ໃນແຕ່ລະໄລຍະບົນພື້ນຖານຂອງດໍາລັດ 474/ນຍ ແລະ ຕາມລະບຽບທີ່ກ່ຽວຂ້ອງ,ພ້ອມນັ້ນກໍ່ໄດ້ຄິດໄລໂຄງປະກອບຄາຄາໃນແຕ່ລະຂອດຢ່າງຊັດເຈນ ນັບແຕ່ຂອດຕົ້ນທຶນການຜະລິດ ແລະ ຂອດຂາຍຍົກ-ຂາຍຍ່ອຍ ເພື່ອຫຼີກເວັ້ນການສວຍໂອກາດຂື້ນລາຄາສິນຄ້າ,ພ້ອມດຽວກັນນັ້ນກໍ່ໄດ້ແຕ່ງ ຕັ້ງພະນັກງານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມບັນດາຜູ້ປະກອບການ,ແມ່ຄ້າຊາວຂາຍຕ່າງໆ ໃຫ້ປະຕິບັດຕາມແຈ້ງການ ກໍ່ຄືລະບຽບ,ກົດໝາຍ ຢ່າງເປັນເອກະພາບ .
ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື ໃຫ້ຮູ້ຕື່ມວ່າ: ໃນກໍລະນີຜູ້ປະກອບການຄ້າຂາຍ ຫາກມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼືຂື້ນລາຄາສິນຄ້າເກີນເກນກຳນົດໄວ້ ທາງເຈົ້າໜ້າທີ່ການຄ້າພວກເຮົາ ຈະໄດ້ປະຕິບັດຕາມລະບຽບການຄື: ເບື້ອງຕົ້ນຈະມີການກ່າວເຕືອນ,ສ້າງບົດບັນທຶກ ແລະ ຈະມີການປັບໃໝຕາມລະບຽບການຂອງກົດໝາຍ.

ຂ່າວ: ວັດທະນາ ຫລວງອາໄພ ຂ.ອັດຕະປື

ປະທານປະເທດ ອວຍພອນປີໃໝ່ລາວແກ່ປວງຊົນລາວທັງຊາດ

ສານອວຍພອນປີໃໝ່ລາວ ຈສ 1383 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ຈສ 1383 ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາເລີກງາມຍາມດີ ວັນທີ່ເປັນມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະ ເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ ຂໍໃຫ້ທຸກໆທ່ານ ຈົ່ງປາ ສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດ ໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍ ສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າທຸກປະການ.

ໃນປີເກົ່າ ຈສ 1383 ພສ 2563 ທີ່ພວມຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະ ຍາຍາມບຸກບືນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກເຫື່ອເທແຮງ, ສຸມທຸກກໍາລັງຂອງຕົນ ເຂົ້າໃນການພັດທະນາ, ສ້າງສາປະເທດຊາດ ອັນແສນຮັກຂອງພວກເຮົາ ຢ່າງເປັນຂະບວນຟົດຟື້ນສະເໝີມາ.

ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນເຮົາໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຈາກນັ້ນ, ປວງຊົນລາວທັງຊາດ ທີ່ມີສິດຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ພ້ອມພຽງຮຽງໜ້າກັນ ອອກມາໃຊ້ສິດຂອງຕົນ ໃນການປ່ອນບັດເລືອກເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ ໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຢ່າງເຕັມສ່ວນ;

ຕໍ່ຈາກນັ້ນ, ສະພາແຫ່ງຊາດ ກໍໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະ ໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນ ທີ່ສຳຄັນຂອງຊາດເຮົາ. ເຫດການດັ່ງກ່າວ, ໄດ້ສະແດງໃຫ້ເຫັນຄວາມເຕີບໃຫຍ່ຂະຫຍາຍຕົວຂອງປະເທດເຮົາ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຂອງພວກເຮົາ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ເຖິງວ່າປີຜ່ານມາ, ປະເທດເຮົາ ຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ທີ່ກະທົບເຂົ້າໃສ່ປະເທດເຮົາກໍຕາມ, ແຕ່ພາຍໃຕ້ການນໍາຂອງ ພັກ-ລັດ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດ, ພວກເຮົາ ມີຄວາມພາກພູມໃຈທີ່ເຫັນວ່າ ສປປ ລາວ ສາມາດປະຕິບັດຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ວາງໄວ້ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍເປັນຕົ້ນ: ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ; ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ; ປະຊາຊົນລາວເຮົາ ມີຄວາມສາມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫລາຍ; ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດຕິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ນະໂອກາດ ອັນເລີກງາມ, ຍາມດີ ແລະ ເປັນສີລິມົງຄຸນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ແພດໝໍ ແລະ ຄູອາຈານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຮ່ວມຊາດທຸກຖ້ວນໜ້າ, ພີ່ນ້ອງເຊື້ອຊາດລາວ ທີ່ຢູ່ຕ່າງປະເທດ, ລວມທັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ, ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດ ຂອງການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດໂຄວິດ-19, ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈຳນວນຈຳກັດ ແລະ ບໍ່ທັນມີຜູ້ເສຍຊີວິດ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!

ປີສະຫລູ ຈສ 1383 ພ.ສ 2564 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ ຊຶ່ງພວກເຮົາຈະໄດ້ພ້ອມກັນ ສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນ ຂອງພັກ ແລະ ຂອງຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດເປົ້າໝາຍ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ ເພື່ອກ້າວໄປສູ່ບາດ ກ້າວຕໍ່ໄປ ທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະ ຍືນຍົງ ແຕ່ນີ້ ເຖິງປີ 2030”.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ປະຊາຊົນລາວ ໃນທົ່ວປະເທດ ຕ້ອງໄດ້ພ້ອມກັບ ພັກ ແລະ ລັດເຮົາ ຮ່ວມແຮງຮ່ວມໃຈກັນ ອອກແຮງສູ້ຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ, ສ້າງວິຖີຊີວິດແບບໃໝ່, ສ້າງການຫັນປ່ຽນໃໝ່ ໃນການທຳມາຫາກິນ, ການດຳລົງຊີວິດ ທີ່ກ້າວໜ້າທັນສະໄໝຂຶ້ນ, ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາ ໃຫ້ກາຍເປັນສັງຄົມທີ່ປອດໃສ, ສະອາດ, ຈົບງາມ ເປັນສັງຄົມທີ່ໂອບເອື້ອອາລີ, ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງໃຫ້ມີຄວາມຄິດປະດິດສ້າງ ແລະ ກ້າວໜ້າທັນຍຸກທັນເຫດການດ້ວຍ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ !

ກ້າວເຂົ້າສູ່ປີໃໝ່ ປີສະຫຼູ ພ.ສ 2564 ນີ້, ຂໍຖືໂອກາດ ທີ່ເປັນມົງຄຸນ ແລະ ເລີກງາມຍາມດີ ນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ, ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ, ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ທີ່ຈະເກີດຂຶ້ນໃນປີຈະມາເຖິງນີ້, ພ້ອມພາກັນ ສ້າງສາພັດທະນາປະເທດເຮົາ ໃຫ້ກ້າວໜ້າຈະເລີນຂຶ້ນໄປບໍ່ຢຸດຢັ້ງ.

ພ້ອມກັນນີ້, ຂ້າພະເຈົ້າ ກໍຂໍຝາກຄວາມຄິດເຖິງ ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ຂໍຈົ່ງພ້ອມກັນອ່ວາຍໜ້າມາຫາປະເທດ ທີ່ເປັນບ້ານເກີດຂອງເຊື້ອເຜົ່າພົງພັນຂອງຕົນ ເພື່ອຮ່ວມກັບປະຊາ ຊົນພາຍໃນຊາດ ສ້າງສາ ແລະ ພັດທະນາປະເທດຊາດ ອັນແສນຮັກຂອງພວກເຮົາ ໃຫ້ມັ່ງຄັ່ງ, ເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລຍິ່ງໆຂຶ້ນໄປ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ຊາວຕ່າງປະເທດ ແລະ ຊາວຕ່າງດ້າວ ທີ່ກໍາລັງດຳລົງຊີວິດ ຢູ່ ສປປ ລາວ ຈົ່ງມີຄວາມສຸກ, ຄວາມຈະເລີນຕະຫຼອດປີໃໝ່ ພ.ສ 2564 ນີ້.

ທ້າຍສຸດນີ້, ຂໍອວຍພອນໃຫ້ປີໃໝ່ “ປີສະຫລູ” ພ.ສ 2564 ນີ້, ຈົ່ງເປັນປີທີ່ນຳເອົາຜົນສໍາເລັດ ໃໝ່ ໃຫຍ່ຫລວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ!

ມອບເຮືອນຢູ່ຖາວອນ 153 ຫລັງໃຫ້ປະຊາຊົນ ເມືອງສະຫນາມໄຊ

ພິທີມອບ-ຮັບເຮືອນຢູ່ຖາວອນ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ເມືອສາມປີທີ່ແລ້ວ ຢູ່ເມືອງສະຫນາມໄຊ ແຂວງອັດຕະປື ນຳໃຊ້ຢ່າງເປັນທາງການຄັ້ງທຳອິດ ຈຳນວນ 153 ຫລັງ ໃນ ໂຄງການກໍ່ສ້າງເຮືອນ ທັງຫມົດ 700 ຫລັງ ໄດ້ຈັດຂຶ້ນໃນວັນທີ 12 ເມສາ 2021 ນີ້.

ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ຜູ້, ມີພາກ ສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

ຄືຮູ້ນຳກັນແລ້ວວ່າ ເຫດການຄູກັ້ນນໍ້າເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຄັ້ງວັນທີ 23/7/ 2018 ແມ່ນເຫດ ການຮ້າຍແຮງທີ່ສຸດ ຊຶ່ງພັກ-ລັດຖະບານເຮົາໄດ້ຈັດເປັນເຫດການລະດັບຊາດ ທີ່ບໍ່ເຄີຍມີມາກ່ອນ, ມາຮອດວັນທີ 12/4/2021 ຊຶ່ງເປັນວາລະຄົບຮອບ 3 ປີ ພໍດີ ຊຶ່ງລັດຖະ ບານ, ອົງການປົກຄອງທ້ອງຖິນແຂວງ, ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໃຍເຫັນອົກເຫັນໃຈຕໍ່ປະຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດ ພັດທະນາໂຄງການ SK ແລະ PNPC ກໍຄື ບໍລິສັດ ວັນແສງ ອັດຕະປື ກໍ່ສ້າງ ໄດ້ມີຄວາມພະຍາ ຍາມຢ່າງສຸດຂີດເພື່ອຊ່ວຍເຫລືອເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນຜູ້ ປະສົບໄພພິບັດດັ່ງກ່າວ.

ມາຮອດມື້ນີ້ຈຶ່ງໄດ້ມອບເຮືອນທີ່ສ້າງສຳເລັດເບື້ອງຕົ້ນໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດໃນເຂດຈັດສັນ 3 ບ້ານຄື: ບ້ານດົງບາກໃໝ່ ຫີນຄຳ ຈຳນວນ 113 ຫລັງ, ບ້ານດອນບົກໃໝ່ ທ່າແສງຈັນ 10 ຫລັງ ແລະ ບ້ານຕະມໍຢອດ 30 ຫລັງ, ສ່ວນບ້ານປິນດົງແມ່ນຄາດວ່າຈະລົງ ມືກໍ່ສ້າງພາຍຫລັງແລ້ວບຸນປີໃໝ່ລາວ.

ຂ່າວ: ເມືອງສະໜາມໄຊ

ທະຫານຊາຍແດນຫວຽດນາມ (ໂປດ 457) ມອບຂອງຂວັນອວຍພອນການນຳເມືອງແອດ

ຕອນເຊົ້າ ວັນທີ 10/4/2021 ຜ່ານມາ ທະຫານຊາຍແດນຫວຽດນາມ (ໂປດ 457) ມອບຂອງຂວັນອວຍພອນການນຳເມືອງແອດ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງແອດ ແຂວງຫົວພັນ ເນື້ອງໃນໂອກາດບຸນປີໃໝ່ລາວທີ່ຈະມາເຖິ່ງນີ້,

ພິທີອວຍພອນຂອງຂະແໜງການຕ່າງໆຫວຽດນາມ ນຳພາໂດຍທ່ານ ພັທ ຫງຽນ ແທັງຮ່າຍ ຫົວໜ້າໂປດ 457, ພ້ອມນີ້ຍັງມີທະຫານດ່ານຊຽງເຂືອງ, ຕະແສງຊຽງເຂືອງ, ຕະແສງເມືອງສາຍ ແລະ ພາສີ, ກະສິກຳ ປະຈຳດ່ານຊຽງເຂືອງ, ຝ່າຍລາວໃຫ້ກຽດນຳພາກ່າວຮັບຂອງຂວັນ ຄຳອວຍພອນໂດຍທ່ານ ວັນເພັດ ສີບຸນແສງ ຮອງເລຂາພັກເມືອງແອດ, ມີທ່ານ ພັທ ໄຊ ອຸໄທເຮືອງ ຄະນະປະຈຳພັກເມືອງ ຫົວໜ້າການເມືອງກອງບັນຊາການທະຫານເມືອງແອດ, ມີນາຍທະຫານຊາຍແດນ 212, ຕຳຫຼວດ, ພາສີ, ກະສິກຳ ປະຈຳດ່ານ 03 ແລະ ນາຍບ້ານໆດ່ານ ເຂົ້າຮ່ວມຮັບຂອງຂວັນອວຍພອນປີໃໝ່ລາວ ຈາກຂະແໜງການຮ່ວມສາຍພົວພັນອ້າຍນ້ອງຫວຽດນາມໃນຄັ້ງນີ້,

ພິທີອວຍພອນໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ຫຼັກໝາຍຊາຍແດນ ລະຫວ່າງດ່ານຊຽງເຂືອງ-ບ້ານດ່ານ, ທັງນີ້ກໍ່ແມ່ນສາຍສາຍພົວພັນອ້າຍນ້ອງຮັກແພງກັນ ລະຫວ່າງລາວ-ຫວຽດນາມ ທີ່ມີມາແຕ່ດຶກດຳບັນ.

ການພົບປະອວຍພອນ ໄດ້ປະຕິບັດຕາມມາດຕະການສະກັດກັ້ນ ການແຜ່ລະບາດ ພະຍາດໂຄວິດ 19 ຢ່າງເຂັ້ມງວດ)

ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX ພິຈາລະນາຫຼາຍບັນຫາສໍາຄັນຂອງຊາດ

ໃນຕອນແລງ ຂອງວັນທີ 9 ເມສາ 2021 ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນລາວ ກ່ຽວກັບຜົນສຳເລັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ IX ມີເນື້ອໃນສຳຄັນບາງຕອນວ່າ:

ກອງປະຊຸມ ໂດຍໄດ້ຮັບກຽດຢ່າງສູງ ຮັບຟັງຄໍາເຫັນໂອ້ລົມ ແລະ ທິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ

ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ 5 ເອກະສານທີ່ສຳຄັນ ຄື:

1. ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 7 ເມສາ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງນາຍົກ ແລະ ຮອງນາຍົກລັດຖະມົນຕີ;

2. ໄດ້ພິຈາລະນາຮ່າງແຜນດຳເນີນງານ ຂອງລັດຖະບານ ຊຸດທີ IX ໄລຍະ 5 ປີ 2021-2025
ຈຸດປະສົງ ຂອງແຜນດຳເນີນງານ ແມ່ນເພື່ອກໍານົດແຜນການເຄື່ອນໄຫວ ແລະ ວຽກງານຈຸດສຸມ ຂອງລັດຖະບານ ຊຸດທີ IX ໃນໄລຍະ 5 ປີ ໃຫ້ຈະແຈ້ງ, ເປັນລະບົບ, ມີຈຸດສຸມ, ຮັບປະກັນຄວາມເປັນເອກະພາບ, ການປະສານສົມທົບຢ່າງກົມກຽວ ລະຫວ່າງ ສູນກາງກັບທ້ອງຖິ່ນ ແນໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ; ພ້ອມທັງເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ຍົກສູງຄວາມເປັນເຈົ້າການ, ຄວາມຕັດສິນໃຈ ຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ. ພ້ອມກັນນີ້ ແຜນດໍາເນີນງານຂອງລັດຖະບານ ສະໄໝທີ IX ຕ້ອງສອດຄ່ອງກົມກຽວກັບ ແຜນດໍາເນີນງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ແຜນດໍາເນີນງານຂອງສະພາແຫ່ງຊາດ ແນໃສ່ເພື່ອຮັບປະກັນການຊຸກຍູ້ເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຊີ້ນໍາ-ນໍາພາຂອງສູນກາງພັກ ກັບ ການອໍານວຍຄວບຄຸມຂອງລັດຖະບານ ແລະ ການຕິດຕາມກວດກາຂອງສະພາແຫ່ງຊາດ.

3. ໄດ້ພິຈາລະນາຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX
ຈຸດປະສົງ ແມ່ນເພື່ອກຳນົດຫຼັກການ, ລະບອບ, ການພົວພັນ, ວິທີການ ແລະ ຂັ້ນຕອນ ໃນການແກ້ໄຂວຽກງານຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແນໃສ່ຮັບປະກັນໃຫ້ການບັນຊາ-ຊີ້ນໍາ ແລະ ການແກ້ໄຂວຽກງານຂອງລັດຖະບານ ມີຄວາມກົມກຽວ, ວ່ອງໄວ, ໂປ່ງໃສ, ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ສັງລວມແລ້ວ, ກອງປະຊຸມ ໄດ້ເຫັນດີຮັບຮອງດ້ານຫຼັກການ ຕໍ່ ຮ່າງແຜນດຳເນີນງານ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ IX, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນໃຫ້ສຳເລັດໂດຍໄວ ຕາມຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ມີຈຸດສຸມ, ແທດຕົວຈິງ, ສາມາດຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງທ່ານ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ແລ້ວ, ຈະໄດ້ຮີບຮ້ອນເຜີຍແຜ່ ແລະ ຜັນຂະຫຍາຍ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ສອດຄ່ອງກັບກົດໝາຍ ແລະ ລະບຽບການ ໂດຍສະເພາະ ກົນໄກຜ່ານປະຕູດຽວ, ກົນໄກການປະສານງານ, ຍົກສູງຄວາມຮັບຜິດຊອບຂອງບັນດາກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ໃນການປະຕິບັດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນ.

4. ຮ່າງເອກະສານ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນບັນຫາຮີບດ່ວນ ແລະ ບູລິມະສິດ ທີ່ພັກ-ລັດ ແລະ ທົ່ວສັງຄົມ ຕ້ອງໄດ້ຮ່ວມກັນແກ້ໄຂ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ເສດຖະກິດຂອງປະເທດ. ໃນຮ່າງວາລະແຫ່ງຊາດ ດັ່ງກ່າວ ໄດ້ກຳນົດຄວາມໝາຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນຮີບດ່ວນຂອງວາລະແຫ່ງຊາດ, ຈຸດປະສົງ ແລະ ລະດັບຄາດໝາຍ, ສາເຫດຂອງບັນຫາ ແລະ ທິດທາງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ມາດຕະການແກ້ໄຂ ແລະ ກົນໄກການຈັດຕັ້ງປະຕິບັດ. ຜ່ານການປຶກສາຫາລື, ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງເອົາ ຮ່າງວາລະແຫ່ງຊາດ ດັ່ງກ່າວ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບໜ່ວຍງານຊ່ວຍວຽກທ່ານ ນາຍົກລັດຖະມົນຕີ ປັບປຸງເອກະສານດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ທັງກຳນົດໃຫ້ຈະແຈ້ງ, ລະອຽດ ບັນຫາທີ່ຈະສຸມໃສ່ແກ້ໄຂ, ໃຫ້ມີຄາດໝາຍທາງດ້ານເວລາທີ່ຊັດເຈນ, ລວມທັງມາດຕະການແກ້ໄຂຕົວຈິງ ເພື່ອແກ້ໄຂຈຸດ ອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ. ພາຍຫຼັງປັບປຸງແລ້ວ ໃຫ້ນຳມາລາຍງານຕໍ່ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ, ກ່ອນນຳສະເໜີກົມການເມືອງສູນກາງພັກ ແລະ ກອງປະຊຸມຄົບຄະນະຂອງຄະນະບໍລະຫານງານສູນກາງພັກ ໃນຂັ້ນຕໍ່ໄປ.

5. ຮ່າງເອກະສານ ວາລະແຫ່ງຊາດ ວ່າດ້ວຍການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ປີ 2021-2025

ບັນຫາຢາເສບຕິດ ເປັນບັນຫາລວມຂອງໂລກ ທີ່ມີຄວາມອັນຕະລາຍຮ້າຍແຮງ, ເປັນໄພຂົ່ມຂູ່ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ-ປອດໄພທາງສັງຄົມ, ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ຊຶ່ງເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳອື່ນໆ. ໄລຍະຜ່ານມາ ເຖິງແມ່ນວ່າທຸກພາກສ່ວນໃນສັງຄົມ ໄດ້ສຸມຄວາມພະຍາຍາມແກ້ໄຂ ແຕ່ບັນຫາຢາເສບຕິດ ກໍ່ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ, ເລ່ຫຼ່ຽມການເຄື່ອນໄຫວລັກລອບຄ້າ-ຂາຍ, ຂົນສົ່ງ, ນໍາເຂົ້າສົ່ງອອກຢາເສບຕິດປະເພດຕ່າງໆ ກໍ່ນັບມື້ເລິກແລບແນບນຽນ ແລະ ຂະຫຍາຍເປັນວົງກວ້າງ ຊຶ່ງໄດ້ເຮັດໃຫ້ມີຜູ້ຕິດຢາເສບຕິດປະເພດຕ່າງໆ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ. ຈາກສະພາບດັ່ງກ່າວ, ລັດຖະບານເຮົາ ໄດ້ກຳນົດເປັນວາລະແຫ່ງຊາດ ເພື່ອດຳເນີນການແກ້ໄຂ ໃນໄລຍະ ປີ 2021-2025 ໃຫ້ມີຄວາມເຄັ່ງຮ້ອນ, ເຂັ້ມຂຸ້ນ, ໜັກແໜ້ນ-ແຂງແຮງ, ເລິກເຊິ່ງ, ເຄັ່ງຄັດ ແລະ ເປັນສະຕິ-ຄວາມຮັບຜິດຊອບ ຂອງທົ່ວສັງຄົມ ສູງຂຶ້ນກວ່າເກົ່າ ແລະ ມີການຫັນປ່ຽນ ຢ່າງຈະແຈ້ງ.

ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງຮ່າງວາລະແຫ່ງຊາດດັ່ງກ່າວ ແລະ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງຄືນຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງວາລະ, ກົນໄກການຈັດຕັ້ງປະຕິບັດ, ການກຳນົດແບ່ງຄວາມຮັບຜິດຊອບ, ການກຳນົດຄາດໝາຍຕ່າງໆ ໃນແຕ່ລະໄລຍະ ແລະ ອື່ນໆ ໃຫ້ຄົບຖ້ວນແລະ ລະອຽດຈະແຈ້ງ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ແຜນການສັກຢາກັນ ພະຍາດ ໂຄວິດ-19 ຊຶ່ງທ່ານ ນາຍົກລັດຖະມົນຕີ ໄດ້ມີທິດຊີ້ໃຫ້ຄະນະສະເພາະກິດ ຖະແຫຼງຂ່າວໃຫ້ສັງຄົມ ຮັບຊາບຕື່ມ ເພື່ອເນັ້ນເຖິງຄວາມອັນຕະລາຍຂອງພະຍາດນີ້, ປຸກລະດົມສະຕິປ້ອງກັນຕົນເອງຈາກການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ວາງອອກໃນແຕ່ລະໄລຍະ ຢ່າງເຂັ້ມງວດ, ໃຫ້ຄະນະສະເພາະກິດ ເຜີຍແຜ່ແຜນສັກວັກຊີນ ໃຫ້ຊັດເຈນ ເພື່ອຕີຖອຍຄວາມລັງເລຂອງ ເປົ້າໝາຍທີ່ຈະຮັບວັກຊີນ.

ໃນກອງປະຊຸມຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານ ຂອງຂະແໜງການຕົນ, ທົບທວນຄືນ ແລະ ປັບປຸງ ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງ ຖ້າເຫັນວ່າຈຳເປັນ. ພ້ອມກັນນີ້, ໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນເມສາ 2021 ດັ່ງນີ້:

  • 1. ໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ເປັນເຈົ້າໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ແກ້ໄຂ ແລະ ຈຳກັດສະພາບການນໍາໃຊ້ສື່ສັງຄົມອອນລາຍ ທີ່ເຄື່ອນໄຫວໂຄສະນາບິດເບືອນຄວາມເປັນຈິງ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ຫຼຸດລົງ;
  • 2. ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ໂດຍມີການວິເຄາະວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ ແລະ ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອມີມາດຕະການຮັບມືທີ່ເປັນລະບົບ.
  • 3. ກະຊວງພາຍໃນ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນມອບໂອນກົງຈັກ, ພະນັກງານ ແລະ ວຽກງານໃຫ້ຂະແໜງການກ່ຽວຂ້ອງຕາມການຕົກລົງຂອງຄະນະເລຂາທິການສູນກາງພັກ ທັງກະກຽມພາລະບົດບາດສິດໜ້າທີ່ຂອງແຕ່ລະກະຊວງ-ອົງການ.
  • 4. ໃຫ້ກະຊວງແຜນການ ແລະ ການລົງທຶນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອສືບຕໍ່ ແລະ ຮີບຮ້ອນປັບປຸງແກ້ໄຂ ນິຕິກຳ, ກົນໄກ ທີ່ຕິດພັນກັບບັນຫາສິ່ງກີດຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະ ດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຫຼາຍຂຶ້ນ. ພ້ອມນີ້, ກໍກວດກາຄືນ ແລະ ປັບປຸງ 8 ມາດຕະການຊຸກຍູ້ເສດຖະກິດ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.
  • 5. ໃຫ້ກະຊວງການເງິນ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ຄົບຖ້ວນ ແລະ ທັນເວລາ;
  • 6. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາ ລວມທັງອັດຕາແລກປ່ຽນ ໃຫ້ມີຄວາມໝັ້ນທ່ຽງ ແລະ ເໜັງຕີງໃນລະດັບທີ່ກໍານົດໄວ້; ກວດກາຄືນບັນດາມາດຕະການຈັດຕັ້ງປະຕິບັດຜ່ານມາ ແລະ ປັບປຸງໃຫ້ແທດເໝາະກັບສະພາບຕົວຈິງ.


  • 7. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ກະກຽມ ແລະ ຊຸກຍູ້ຂະບວນການຜະລິດລະດູແລ້ງ ແລະ ລະດູຝົນ, ພ້ອມທັງກຽມໃນການຕ້ານແລ້ງ-ຕ້ານຖ້ວມ, ຕິດຕາມເຝົ້າລະວັງພະຍາດສັດ, ສັດຕູພືດ ທີ່ອາດຈະເກີດຂຶ້ນຕາມລະດູການ.
  • 8. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສືບຕໍ່ຕິດຕາມຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs), ການອອກທະບຽນວິສາຫະກິດໃຫ້ວ່ອງໄວ, ຮັບປະກັນຫັນບັນດາຫົວໜ່ວຍທຸລະກິດ ເຂົ້າສູ່ລະບຽບ.
  • 9. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນ ແກ້ໄຂບັນຫາອຸປະສັກໃນການຂົນສົ່ງ-ຈໍລະຈອນສິນຄ້າ ເພື່ອໃຫ້ມີຄວາມຄ່ອງຕົວດີຂຶ້ນ.
  • 10. ໃຫ້ກະຊວງສຶກສາທິການ ແລະ ກິລາ ສືບຕໍ່ຊີ້ນຳຊຸກຍູ້ ແລະ ຕິດຕາມ ການກະກຽມສອບເສັງຈົບຊັ້ນ ແລະ ເລື່ອນຊັ້ນ ປະຈຳສົກຮຽນປີ 2020-2021 ໃຫ້ໄດ້ຕາມແຜນການ; ເອົາໃຈໃສ່ຄຸ້ມຄອງຄູ, ອາຈານ, ນັກຮຽນ, ນັກສຶກສາ ໃຫ້ປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດ ໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.
  • 11. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ໂຄສະນາສົ່ງເສີມການຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ, ຄົ້ນຄ້ວາ ແລະ ສະເໜີລັດຖະບານປະກາດໃຊ້ເຄື່ອງນຸ່ງປະຈຳຊາດຢ່າງເປັນທາງການ.
  • 12. ໃຫ້ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີການຊີ້ນໍາ-ນຳພາ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2021 ແລະ ແຜນງົບປະມານແຫ່ງລັດ ໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງ;
  • 13. ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮ່າງມະຕິຕົກລົງຂອງກອງປະຊຸມລັດຖະບານ ຄັ້ງປະຖົມມະລຶກ ສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ເພື່ອເປັນບ່ອນອີງໃນການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳ ຈາກສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດ ທີ່ໄດ້ເນັ້ນ ໃຫ້ປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ, ກົມກອງ ແລະ ພະແນກການ ໃຫ້ເໝາະສົມ ລວມທັງ ຄົ້ນຄວ້າ ປັບປຸງກົງຈັກຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ສອດຄ່ອງກັນ ບົນຈິດໃຈກະທັດຮັດ, ມີປະສິດທິພາບສູງ ແລະ ສາມາດກວດກາໄດ້, ລົບລ້າງການບໍລິຫານລັດ ທີ່ເປັນຂອດລະຫວ່າງກາງ, ມອບໜ້າທີ່ຮັບຜິດຊອບ ໃຫ້ບັນດາທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າຄອງນະຄອນຫຼວງ ແລະ ເຈົ້າແຂວງ ໃຫ້ລະອຽດຂຶ້ນກວ່າເກົ່າ; ຫັນການບໍລິຫານວຽກງານຂອງລັດ ໃຫ້ເຂົ້າສູ່ລະບຽບກົດໝາຍ ຢ່າງເຂັ້ມງວດ. ສະມາຊິກລັດຖະບານ ຕ້ອງເປັນຜູ້ຄິດ, ຄົ້ນຫາສິ່ງໃໝ່ໆ ໃນການບໍລິຫານວຽກ, ບໍລິຫານຄົນ ໃຫ້ຄ່ອງແຄ້ວ, ທັງຕ້ອງເປັນແບບຢ່າງທີ່ດີ, ເຮັດວຽກຍາມໃດກໍໃກ້ຊິດຕິດແທດຕົວຈິງກັບຮາກຖານ, ເປັນແບບຢ່າງໃນການປ່ຽນແປງສູ່ອັນໃໝ່, ສ້າງການຫັນປ່ຽນແບບບຸກທະລຸດ້ານຕ່າງໆ ໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ ທີ່ຕົນຊີ້ນຳບັນຊາໃຫ້ເຂົາກ້າຄິດ, ກ້າເຮັດໃນສິ່ງທີ່ຖືກກົດໝາຍ; ສະມາຊິກລັດຖະບານ ຕ້ອງກ້າຕັດສິນໃຈ ແລະ ກ້າຮັບຜິດຊອບ, ມີຄວາມຊື່ສັດບໍລິສຸດ, ຍົກສູງຜົນປະໂຫຍດສ່ວນລວມ, ຖືຜົນປະໂຫຍດຂອງປະຊາຊົນສູງກວ່າສິ່ງໃດ ແນໃສ່ເພີ່ມຄວາມເຫຼື້ອມໃສສັດທາຂອງປະຊາຊົນ ຕໍ່ພັກ-ລັດເຮົາ. ໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂຄວາມໂປ່ງໃສຂອງພະນັກງານ ຢ່າງແຂງແຮງກວ່າເກົ່າ.

ທັງໝົດນັ້ນ ແມ່ນຜົນຂອງກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ຊຸດທີ IX.

ທ້າຍສຸດນີ້ ເນື່ອງໃນໂອກາດປີໃໝ່ລາວ ພສ 2564 ທີ່ຈະມາເຖິງນີ້, ຂໍອວຍພອນ ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ທຸກປະການ.

ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

ສຳເລັດກອງປະຊຸມສາມັນຄົບຄະນະບໍລິຫານງານສູນກາງ ຊປປລ ຄັ້ງທີ 2 ສະໄໝທີ VIII

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປປລ) ໄດ້ຈັດກອງປະຊຸມສາມັນຄົບຄະນະ ບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 2 ສະໄໝທີ VIII ຂຶ້ນໃນລະຫວ່າງວັນທີ 7-8 ເມສານີ້ທີ່ ສຊປປລ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການ ສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປປລ, ມີຫົວໜ້າກົມ, ຮອງກົມ, ຄະນະຊາວໜຸ່ມຈາກ ກະຊວງ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນແຂວງທົ່ວປະເທດເຂົ້າຮ່ວມ.

ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄຳເຫັນສະຫຼຸບສັງລວມຫຍໍ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ດໍາເນີນເປັນເວລາ 2 ວັນ ຊຶ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຫຼາຍບັນຫາທີ່ພົວພັນເຖິງ ໜ້າທີ່ວຽກງານຂອງຊາວໜຸ່ມໃນໄລຍະໃໝ່ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດຊາດຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ວາງອອກ ພ້ອມກັນນີ້ກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິດບັດວຽກງານຊາວໜຸ່ມໃນໄລຍະ 3 ເດືອນ ຕົ້ນປີ 2021 ຜ່ານມາ ພາຍຫຼັງທີ່ສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ຜ່ານແຜນການດຳເນີນງານ, ລະບອບແບບແຜນການເຄື່ອນໄຫວຂອງ ສຊປປລ ແລະ ມະຕິຕົກລົງວ່າ ດ້ວຍການແບ່ງງານ, ແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານ ສຊປປລ ສະໄໝທີ VIII ພ້ອມທັງເຊື່ອມຊຶມຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 2 ສະໄໝທີ XI ແລະ ກໍ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນຕໍ່ວຽກງານຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ ວຽກງານ 3 ດີ 4 ຮູ້ ຂອງເຍົາວະຊົນ.

ບັນດາສະຫາຍຜູ້ແທນຊາວໜຸ່ມທີ່ໄດ້ເຂົ້າຮ່ວມກອງປະຊຸມແມ່ນມີຄວາມຮັບຜິດຊອບສູງ ແລະ ໄດ້ນໍາເອົາຜົນງານການເຄື່ອນໄຫວວຽກງານການເມືອງແນວຄິດ, ການປັບປຸງກໍ່ສ້າງການຈັດຕັ້ງ, ການ ສ້າງຂະບວນການ ແລະ ບົດຮຽນໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ – ເຍົາວະຊົນ ມາສູ່ກອງປະຊຸມ ແລະ ເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນສໍາເລັດຕາມຈຸດປະສົງຄາດໝາຍຢ່າງຈົບ ງາມ, ນອກຈາກນີ້ ຍັງໄດ້ສືບຕໍ່ປະຕິບັດຕາມມະຕິ XI ຂອງພັກ, ມະຕິ VIII ຂອງຜູ້ແທນຊາວໜຸ່ມ, ແຜນການດຳເນີນງານຂອງຄະນະບໍລິຫານງານ ສຊປປລ ແລະ ເນື້ອໃນຈິດໃຈຂອງກອງປະຊຸມ ຄົບຄະນະຄັ້ງນີ້ໄປຈັດຕັ້ງປະຕິບັດ ໂດຍອີງໃສ່ທິດທາງລວມກໍຄື 7 ແຜນງານ 40 ໂຄງການ, ແຜນພັດທະນາຊາວໜຸ່ມ-ເຍົາວະຊົນ ຄັ້ງທີ 2 ແລະ ຍຸດທະສາດການພັດທະນາຊາວໜຸ່ມ, ເຍົາວະຊົນ ແຕ່ນີ້ຮອດປີ 2030 ທີ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ວາງອອກ ໃຫ້ຄະ ນະຊາວໜຸ່ມແຕ່ລະຂັ້ນປະຕິບັດຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງ ຊປປລ ຄັ້ງທີ 2 ສະໄໝທີ VIII ນີ້ໃຫ້ເປັນຮູບປະທໍາຂຶ້ນ.

ຂ່າວ-ພາບ: ວັນເພັງ + ບຸນອູ້ມ

ເປີດກອງປະຊຸມຄັ້ງປະຖົມມະລຶກຂອງ ສພຂ ບໍລິຄຳໄຊ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ (ສພຂ) ບໍລິຄຳໄຊ ຊຸດທີ II ໄດ້ເປີດຂຶ້ນ ຢ່າງເປັນທາງການໃນລະຫວ່າງວັນທີ 7-8 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງບໍລິຄຳໄຊ ພາຍ ໃຕ້ການເປັນປະທານຂອງ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ບໍລິຄຳໄຊ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ ຄະນະປະ ຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີບັນດາສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ກຳ ມະການພັກແຂວງ, ເຈົ້າເມືອງ 7 ເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ສະຖາບັນການສຶກສາ ອ້ອມຂ້າງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ຜູ້ປະກອບການທັງພາກລັດ ແລະ ເອກະຊົນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸວັນນີ ໄຊຊະນະ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດ ທີ່ທົ່ວພັັກ-ລັດ, ກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວແຂວງບໍລິຄໍາໄຊ ພວມສຸມໃສ່ການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະ ນະພັກແຂວງ ແລະ ຊົມເຊີຍຜົນສໍາເລັດຂອງການດຳເນີນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນຂະບວນການຟົດຟື້ນ ແລະ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາທ່ານ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແລະ ສະມາຊິກ ສະພາປະຊາຊົນແຂວງບໍລິຄຳໄຊ (ສສຂ) ຊຸດທີ II ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກຜູ້ທີ່ ມີສິດປ່ອນບັດເລືອກຕັ້ງໃນທົ່ວແຂວງບໍລິຄໍາໄຊ ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃນວັນທີ 21 ກຸມພາ ທີ່ຜ່ານມາໄດ້ກ່າຍເປັນເຫດການໆເມືອງທີ່ສຳຄັນ ແລະ ດຳເນີນດ້ວຍບັນຍາກາດອັນເບີກບານມ່ວນ ຊື່ນ, ມີປະຊາທິປະໄຕຢ່າງກວ້າງຂວາງ, ຖືກຕ້ອງຕາມກົດໝາຍ ຊຶ່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວ, ຍັງໄດ້ສືບຕໍ່ຍົກສູງ ແລະ ເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຂຶ້ນສູ່ ລະດັບໃໝ່, ທັງເປັນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ການເຕົ້າໂຮມຄວາມ ສາມັກຄີ, ຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ລະບອບປະຊາທິປະໄຕປະຊາຊົນລາວຂອງພວກເຮົາ.

ໃນໄລຍະ 5 ປີ ຜ່ານມາ ປະເທດຂອງພວກເຮົາ ຍັງພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດ ສອບຫຼາຍປະການ ລວມທັງການແຜ່ລະບາດຂອງພະຍາດໂຄວິດ-19; ນອກນັ້ນ ແຂວງບໍລິຄໍາໄຊ ຂອງພວກ ເຮົາຍັງໄດ້ຮັບຜົບກະທົບຈາກໄພທໍາມະຊາດຢ່າງຕໍ່ເນື່ອງ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນ, ໜີ້ສິນ ແລະ ບັນຫາອື່ນໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄືຊີວິດການເປັນຢູ່ຂອງປະຊາ ຊົນຊາວແຂວງບໍລິຄໍາໄຊ, ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງການນໍາທຸກຂັ້ນ ແລະ ດ້ວຍ ຄວາມເປັນເຈົ້າການສູ້ຊົນບຸກບືນຂອງອົງການລັດຂັ້ນຕ່າງໆ, ດ້ວຍຄວາມສາມັກຄີເປັນປຶກແຜ່ນ, ບົນນໍ້າໃຈ ຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ຄວາມເປັນເຈົ້າການຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຮັບຜິດຊອບສູງຂອງທຸກພາກສ່ວນໃນສັງຄົມໄດ້ເຮັດໃຫ້ບັນດາຄາດໝາຍ, ນະໂຍບາຍ ແລະ ມາດຕະການຕ່າງໆທີ່ກອງປະຊຸມສະພາປະຊາຊົນແຂວງຮັບຮອງແຕ່ລະຄັ້ງນັ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ມີໝາກຜົນ, ເຮັດໃຫ້ແຂວງຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາໃນທ່ວງທ່າດີຂຶ້ນ, ປະກົດ ການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊົນນະບົດ ໄດ້ຮັບ ການປັບປຸງດີຂຶ້ນເປັນກ້າວໆ. ກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ II ໃນຄັ້ງນີ້ ດຳເນີນເປັນເວລາ 2 ວັນເຕັມ ຊຶ່ງພວກເຮົາຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຕາມພາລະບົດ ບາດ, ສິດໜ້າທີ່ທີ່ກໍານົດໄວ້ໃນກົດໝາຍ ຄື: ຮັບຟັງການລາຍງານຂອງຄະນະກຳມະການເລືອກຕັ້ງແຂວງບໍລິ ຄຳໄຊ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສສຂ ບໍລິຄຳໄຊ, ເລືອກຕັ້ງປະທານ ສພຂ ບໍລິຄຳໄຊ, ເລືອກຕັ້ງຮອງປະທານ ສພຂ ແລະ ກຳມະການຄະນະປະຈໍາ ສພຂ,

ພິຈາລະນາ, ຮັບຮອງເອົາການແຕ່ງຕັ້ງປະທານ, ຮອງປະທານຄະນະກໍາມະການ ແລະ ເລຂາທິການ ສພຂ, ເລືອກຕັ້ງເອົາ ຫົວໜ້າອົງການໄອຍາການປະຊາຊົນແຂວງ ແລະ ປະທານສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງແຂວງ ປະຈໍາ 5 ປີ (2021-2025), ພິຈາລະນາ, ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາ 5 ປີ (20216-2020) ແລະ ທິດທາງ ແຜນການ 5 ປີ (2021-2025) ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ບໍລິຄຳໄຊ, ພິຈາລະນາ, ຮັບຮອງເອົາບົດລາຍງານແຜນການ 5 ປີ (2021-2025) ຂອງ ສພຂ ບໍລິຄໍາໄຊ, ພິຈາລະນາ, ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ 5 ປີ 2021-2025, ພິຈາລະນາ, ຮັບຮອງເອົາການຍົກຍ້າຍ, ແຕ່ງຕັ້ງບຸກຄະລາກອນຕາມການສະເໜີຂອງອົງການປົກຄອງແຂວງ.

ກອງປະຊຸມ ຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສຳຄັນ ເພາະເປັນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນທີ່ເປັນພື້ນ ຖານຂອງແຂວງ ໃນໄລຍະ 5 ປີ ຕໍ່ໜ້າ, ສະນັ້ນ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ສສຂ ຊຸດທີ II ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນ ຄວ້າ, ພິຈາລະນາ ແລະ ປະກອບຄວາມຄິດຄວາມເຫັນຢ່າງເລິກເຊິ່ງ ແລະ ມີຈຸດສຸມເຂົ້າໃສ່ແຕ່ລະເນື້ອໃນທີ່ນໍາມາພິຈາລະນາຢູ່ໃນກອງປະຊຸມຄັ້ງນີ້ ແລະ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍ ກໍຄືສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້.

ທ່ານກ່າວຕື່ມວ່າ ກອງປະຊຸມໃນຄັ້ງນີ້ ຍັງໄດ້ອອກອາກາດຖ່າຍທອດສົດບາງເນື້ອໃນຈຳນວນໜຶ່ງ ຜ່ານທາງສະຖານີວິທະຍຸ ແຂວງບໍລິຄໍາໄຊ ແລະ ເປີດກວ້າງການປະກອບຄໍາຄິດຄໍາເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ມາສູ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ອີກດ້ວຍ.

ຂ່າວ: ສີເວດ

ເປີດກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຈໍາປາສັກ ຊຸດທີ II

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ (ສພຂ) ຈໍາປາສັກ ຊຸດທີ II ໄດ້ເປີດ ຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 8 ເມສານີ້ ທີ່ສະໂມສອນຫຼັກ 4 ໂດຍການເປັນປະທານຂອງ ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງຈໍາປາສັກ ຊຸດທີ I ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ, ມີທ່ານຮອງເຈົ້າແຂວງ, ພະເຖລານຸເຖລະ, ບັນດາທ່ານຄະນະປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກ ຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຈໍາປາສັກ, ບັນດາທ່ານຫົວໜ້າພະແນກການກົມ ກອງອ້ອມຂ້າງແຂວງ, ເຈົ້າເມືອງ 9 ເມືອງ, 1 ນະຄອນ, ອົງການແນວລາວສ້າງຊາດແຂວງ, ອົງການ ຈັດຕັ້ງມະຫາຊົນ, ອະດີດພະນັກງານປະຕິວັດ-ອາວຸໂສ, ອະດີດສະມາຊິກສະພາປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ 400 ກ່ວາຄົນ.

ໂອກາດດັ່ງກ່າວ, ທ່ານ ເມກສະຫວັນ ພົມພິທັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການໂດຍ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນດັ່ງນີ້: 1. ຮັບຟັງການລາຍງານຜົນສໍາເລັດຂອງການ ເລືອກຕັ້ງ ແລະ ຄຸນລັກສະນະຂອງ ສສຂ ຊຸດທີ II; 2. ພິຈາລະນາ, ຮັບຮອງເອົາການເລືອກຕັ້ງປະ ທານ ສພຂ ຊຸດທີ II; 3. ພິຈາລະນາ, ຮັບຮອງເອົາການເລືອກຕັ້ງຮອງປະທານ ສພຂ ແລະ ກໍາມະການຄະນະປະຈໍາ ສພຂ ຊຸດທີ II; 4. ພິຈາລະນາຮັບຮອງເອົາໂຄງປະກອບກົງຈັກຂອງ ສພຂ ຊຸດທີ II, ການແຕ່ງຕັ້ງປະທານຄະນະກໍາມະການ, ເລຂາທິການ ແລະ ຮອງປະທານຄະນະກໍາມະການ ສພຂ ຈໍາປາສັກ ຊຸດທີ II; 5. ພິຈາລະນາ, ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດ 5 ປີ (2021-2025) ຂອງແຂວງຈໍາປາສັກ; 6. ພິຈາລະນາ, ຮັບຮອງເອົາແຜນການ ເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງໄອຍະການປະຊາຊົນພາກໃຕ້, ສານປະຊາຊົນພາກໃຕ້, ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; 7. ພິຈາລະນາ, ຮັບຮອງເອົາແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ຂອງ ສພຂ ຈໍາປາສັກ ຊຸດທີ II.

ພ້ອມນີ້, ທ່ານປະທານ ສພຂ ຍັງໄດ້ໃຫ້ຮຽກຮ້ອງມາຍັງບັນດາທ່ານ ສສຂ ຈໍາປາສັກ ຊຸດທີ II ຈົ່ງພ້ອມ ກັນເສີມຂະຫຍາຍສິດປະຊາທິປະໄຕ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດ, ສຸມທຸກເຫື່ອ ແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງກວ້າງ ຂວາງ ຖືກກັບສະພາບຄວາມເປັນຈິງແຫ່ງການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ ບົນຈິດໃຈຮັບ ປະກັນຜົນປະໂຫຍດສູງສຸດຂອງປະຊາຊົນບັນດາເຜົ່າ, ທັງໝົດນັ້ນ ກໍເພື່ອປະກອບສ່ວນເຮັດໃຫ້ກອງປະ ຊຸມຄັ້ງນີ້, ໄດ້ຮັບຜົນສໍາເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ພາຍຫຼັງກອງປະຊຸມເປີດຂຶ້ນເປັນທາງການ, ທ່ານ ສະໜັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດຕັ້ງ ແຂວງ ຕາງໜ້າຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກໍໄດ້ລາຍງານຜົນສໍາເລັດການເລືອກຕັ້ງ ສສຂ ຊຸດທີ II ແລະ ຄຸນລັກສະນະຂອງ ສພຂ ຊຶ່ງການເລືອກຕັ້ງ ສສຂ ຊຸດທີ ll ໄດ້ບັນລຸຜົນສໍາເລັດ 300%. ຈາກນີ້ວາລະທີ່ສໍາຄັນໃນກອງປະຊຸມບັນດາ ສສຂ ຈໍານວນ 35 ທ່ານ ຍິງ 9 ທ່ານ ໄດ້ລົງຄະແນນ ສຽງປ່ອນບັດເລືຶອກເອົາປະທານ ແລະ ຮອງປະທານ ສພຂ ຊຸດທີ II ຊຶ່ງເລືອກເອົາ ທ່ານ ສາຍທອງ ໄຊຍະວົງ ເປັນປະທານ ສພຂ, ເລືອກ ແລະ ຮັບຮອງເອົາ ທ່ານ ແກ້ວລັດຕະນະ ສີຫາວົງ ແລະ ທ່ານ ສົມສີ ມະນີນິນ ເປັນຮອງປະທານ ສພຂ ຂຸດທີ II.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ