Home Blog Page 2

ນໍ້າປາ ແລະ ສະອິວ ເຄັດລັບຄວາມແຊບທີ່ລົງໂຕ!

ເຄັດລັບຄວາມແຊບທີ່ລົງໂຕ!!
ເພີ່ມລົດຊາດທີ່ຫອມ-ກົມກ່ອມໃຫ້ອາຫານທຸກຈານດ້ວຍນໍ້າປາ ແລະ ສະອິວຈາກປະເທດຫວຽດນາມ ໝັກດ້ວຍຂະບວນການພິເສດ ແລະ ວັດຖຸດິບທີ່ມີຄຸນະພາບ.
————————————————
📌ຮັບຕົວແທນທົ່ວປະເທດ ເບີໂທຕິດຕໍ່:
020 96 379 379 Mr. Hieu
020 97 607 997 ທ. ຄໍາພັນ
020 97 984 000 ທ. ເພັດດາໄນ
020 99 733 333 ທ. ລຽນທອງ
ເພຈເຟສບຸກ: https://www.facebook.com/masanlaos

ງານເປີດໂຕ Le trefle ແບຣນເຄື່ອງສຳອາງລາວ ທີ່ຜະລິດຢູ່ປະເທດລາວຄັ້ງທຳອິດ!

ງານເປີດໂຕ Le trefle ແບຣນເຄື່ອງສຳອາງລາວ ທີ່ຜະລິດຢູ່ລາວ ຄັ້ງທຳອິດໃນປະຫວັດສາດລາວ ໃນວັນທີ 25 ມີນາ 2025 ຜ່ານມາ.
ບັນຍາກາດງານເປີດໂຕເຄື່ອງສໍາອາງ ຂອງແບຣນ Le trefle ໃນມື້ Grand Opening ໃຫ້ກຽດເຂົ້າຮ່ວມງານໂດຍ

ທ່ານ ປອ ຄຳແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສະຫາກຳ ການຄ້າແຫ່ງຊາດລາວ ແລະ ເປັນ ສະມາຊິກສະພາແຫ່ງຊາດ.

ເຊິ່ງພາຍໃນງານກໍມີກິດຈະກຳຫຼາກຫຼາຍຢ່າງແລະ ຍັງມີໂຊພິເສດຈາກ “ຫຼີຫຼຽວ – REERIEW” ແລະ ຊ່າງແຕ່ງຫນ້າເບີຫນຶ່ງຂອງປະເທດ “ອ້າຍອາເລັກ ອາລິຍາ – Alex Aliya” ກໍໄດ້ມາແນະນຳເທັກນິກການແຕ່ງໜ້າ ໃຫ້ກັບ Influencer ສາວແສນສວຍ “ປໍປຸ້ຍ – Porpouy”  ໂດຍໃຊ້ຜະລິດຕະພັນຂອງ Le trefle ອີກດ້ວຍ.

Honda Laos ຮອນດ້າລາວ ພູມໃຈສະເໜີການເປີດໂຕຄັ້ງຍິ່ງໃຫຍ່ຂອງລົດລຸ້ນ HR-V FHEV ແລະ CR-V FHEV ຟູລໄຮບຣິດ ໃໝ່ລ່າສຸດ!

ອະນາຄົດແຫ່ງການຂັບເຄື່ອນມາຮອດແລ້ວ! ຮ່ວມສຳຜັດປະສົບການຕົວຈິງຕັ້ງແຕ່ ວັນທີ 22 – 30 ມີນາ 2025!

Honda Laos ຮອນດ້າລາວ ພູມໃຈສະເໜີການເປີດໂຕຄັ້ງຍິ່ງໃຫຍ່ຂອງລົດລຸ້ນ HR-V FHEV ແລະ CR-V FHEV ຟູລໄຮບຣິດ  ໃໝ່ລ່າສຸດ! ງານນີ້, ຈະເປັນໂອກາດສຳຄັນທີ່ທ່ານຈະໄດ້ພົບກັບການປະສົມປະສານທີ່ລົງໂຕເຕັກໂນໂລຢີ ແລະ ນະວັດຕະກໍາທີ່ທັນທີ່ທັນສະໄໝແບບບໍ່ເຄີຍມີມາກ່ອນ.
ວັນທີຈັດງານ: 22 – 30 ມີນາ 2025
ສະຖານທີ່: ສູນການຄ້າ Lao Itecc (ຕຶກເກົ່າ)
ເວລາ: 10:00 – 18:00

ກິດຈະກໍາໃນວັນງານມີຫຍັງແນ່?
ສຳຜັດຄວາມພິເສດກ່ອນໝູ່: ເປັນຄົນທຳອິດທີ່ໄດ້ສຳຜັດ Honda HR-V FHEV ແລະ CR-V FHEV  ແບບໃໝ່ລ່າສຸດດ້ວຍໂຕຂອງທ່ານເອງ.

ລົງທະບຽນທົດລອງຂັບຟຣີ: ສຳຜັດຄວາມແຕກຕ່າງຂອງເຕັກໂນໂລຢີໄຮບຣິດຂັ້ນສູງຂອງ Honda ດ້ວຍປະສົບການທົດລອງຂັບໂຕຈິງ.

ການຈັດສະແດງເຕັກໂນໂລຢີ ແລະ ນະວັດຕະກຳ: ສຳຫຼວດຄຸນສົມບັດອັດສະລິຍະ, ລະບົບຄວາມປອດໄພຂັ້ນສູງ ແລະ ການເຊື່ອມຕໍ່ທີ່ທັນສະໄໝ ເຊີ່ງເປັນການນິຍາມການຂັບຂີ່ຍຸກໃໝ່.

ຮັບຂໍ້ສະເໜີສຸດພິເສດ ແລະ ຂອງແຖມອີກຫຼາກຫຼາຍ: ໂປຣໂມຊັ້ນສຸດພິເສດ, ຂອງແຖມອີກຫຼາກຫຼາຍ ແລະ ໂອກາດທີ່ຈະໄດ້ຮັບຂອງລາງວັນຕ່າງໆ.

ຮັບຟັງຂໍ້ມູນ ແລະ ການສາທິດຈາກຜູ້ຊ່ຽວຊານ: ຮຽນຮູ້ຈາກຜູ້ຊ່ຽວຊານຂອງ Honda ກ່ຽວກັບລະບົບໄຮບຣິດທີ່ຊ່ວຍເພີ່ມປະສິດທິພາບ ແລະ ຄວາມຍືນຍົງໃນການຂັບຂີ່.

ສິດທິພິເສດທີ່ຈະໄດ້ຮັບສໍາລັບລູກຄ້າທີ່ຈອງ ຫຼື ອອກລົດໃນວັນງານ:
ຮັບສິດລຸ້ນຮັບລົດຈັກ Honda Wave 110s ມູນຄ່າ 33ລ້ານກີບ
ຮັບຟຣີບົງນ້ຳມັນຈຳນວນ 2,000,000 ກີບ
ຮັບຟຣີກະເປົາເດີນທາງ 1 ໜ່ວຍ
ອັດຕາແລກປ່ຽນທະນາຄານ

ເປັນຫຍັງທ່ານຈຶ່ງບໍ່ຄວນພາດໂອກາດນີ້?

Honda HR-V FHEV ແລະ CR-V FHEV ຟູລໄຮບຣິດ ອອກແບບມາສຳລັບຜູ້ທີ່ຕ້ອງການສິ່ງທີ່ຫຼາຍກວ່າ, ບໍ່ວ່າຈະເປັນກຳລັງແຮງທີ່ຫຼາຍຂຶ້ນ, ປະສິດທິພາບທີ່ເພີ່ມຂຶ້ນ ແລະ ນະວັດຕະກຳທີ່ດີຂຶ້ນ ດ້ວຍການອອກແບບທີ່ທັນສະໄໝ, ເຄື່ອງຍົນໄຮບຣິດທີ່ປະຫຍັດນ້ຳມັນ ແລະ ຄຸນລັກສະນະຊ່ວຍເຫຼືອຜູ້ຂັບຂີ່ທີ່ທັນສະໄໝ ເຊິ່ງນະວັດຕະກຳເຫຼົ່ານີ້ກຳລັງສ້າງມາດຕະຖານຂອງການຂັບເຄື່ອນຍຸກໃໝ່.

ຂໍ້ມູນເພີ່ມເຕີມກ່ຽວກັບງານ ແລະ ກິດຈະກໍາ: https://www.facebook.com/HondaLaosOfficial

ບໍລິສັດ Attitude Mom ຈຳກັດ ຄົບຮອບ 10 ປີ

ຄົບຮອບ 10 ປີ Attitude Mom ຈັດໃຫຍ່ພ້ອມເປີດໂຕເຄື່ອງປ້ຳນ້ຳນົມໄຣ້ສາຍລຸ້ນ Easy life III ນະວັດຕະກຳໃໝ່ຕອບໂຈດທຸກໄລຟ໌ສະໄຕລ໌

ໃນປັດຈຸບັນຄອບຄົວຍຸກໃໝ່ນິຍົມໃຫ້ລູກດ້ວຍນົມແມ່ຫຼາຍຂຶ້້ນດ້ວຍເຕັກໂນໂລຊີ ແລະ ນະວັດຕະກຳທີ່ພັດທະນາຂຶ້ນມາເພື່ອຊັບພອດໃຫ້ທຸກຢ່າງເປັນເລື່ອງງ່າຍ, ຫຼຸດຂັ້ນຕອນທີ່ຫຍຸ້ງຍາກແບບເກົ່າເຮັດໃຫ້ພໍ່ແມ່ມືໃໝ່ມີເວລາສ່ວນຕົວຫຼາຍຂຶ້ນ.

ບໍລິສັດ Attitude Mom ຈຳກັດ ຜູ້ຜະລິດເຄື່ອງປ້ຳນ້ຳນົມແບຣນໄທຍອດນິຍົມພາຍໃຕ້ຊື່ Attitude Mom ເຊື່ອວ່າບໍ່ມີໃຜທີ່ບໍ່ຮູ້ຈັກເພາະແບຣນນີ້ເປັນແບຣນທີ່ຄຽງຂ້າງແມ່ໆມາຫຼາຍກວ່າ 10 ປີ. ເຊິ່ງລ່າສຸດມີການຈັດງານ Next Step in a Decade ແບຣນ Attitude Mom ຄົບຮອບ 10 ປີ ແລະ ເປີດຕົວຜະລິດຕະພັນໃໝ່ດ້ວຍການເຊີນຊວນແຂກຜູ້ມີກຽດ, ພໍ່ແມ່, Influencer, ຜູ້ໃຊ້ສິນຄ້າແທ້ ແລະ ລູກຄ້າມາຮ່ວມສະຫຼອງຄົບຮອບ 10 ປີ ກັບບາດກ້າວຕໍ່ໄປຂອງແບຣນເຄື່ອງປ້ຳນົມຂອງຄົນໄທພ້ອມກັບການເປີດຕົວສິນຄ້າຮຸ່ນໃໝ່ທີ່ມາກັບນະວັດຕະກຳສຸດລ້ຳເພື່ອຕອບໂຈດແມ່ຍຸກໃໝ່ພາຍໃຕ້ບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ.

ທ່ານ ສຸລີ ຄຸນນະມົງຄົນວຸດ ກຳມະການຜູ້ບໍລິຫານ Attitude Mom ໄດ້ກ່າວເຖິງຄວາມສຳເລັດທີ່ໄດ້ມາຄວາມຈິງແລ້ວແມ່ນເກີດຈາກກ້າວນ້ອຍໆເຮັດໃຫ້ເກີດເປັນແຮງບັນດານໃຈພັດທະນາຜະລິດຕະພັນເລື້ອຍໆຈົນມາຮອດທຸກມື້ນີ້ “ຈຸດເລີ່ມຕົ້ນຂອງການສ້າງແບຣນເລີ່ມຕົ້ນຈາກການທີ່ເພິ່ນມີລູກຄົນທຳອິດ ແລະ ຕັ້ງໃຈຈະລ້ຽງລູກດ້ວຍນົມແມ່ແຕ່ບໍ່ສຳເລັດເພາະນ້ອງມີອາການພູມແພ້ຢ່າງຮຸນແຮງບວກກັບລາວບໍ່ມີຄວາມຮູ້ກ່ຽວກັບນົມແມ່ເລີຍຈຶ່ງເຮັດໃຫ້ບໍ່ສາມາດລ້ຽງລູກດ້ວຍນົມແມ່ໄດ້. ພໍມີລູກຄົນທີສອງຈຶ່ງຕັ້ງໃຈລ້ຽງລູກດ້ວຍນົມແມ່ ແລະ ໃນທີ່ສຸດກໍປະສົບຜົນສຳເລັດ, ຈາກຈຸດນີ້ເລີຍເຮັດໃຫ້ເປັນແຮງບັນດານໃຈໃຫ້ເພິ່ນໄດ້ຕໍ່ຍອດໄອເດຍມາເລື້ອຍໆຈົນເກີດເປັນແບຣນເຄື່ອງປ້ຳນົມ Attitude Mom ແບຣນຄົນໄທທີ່ມີຄຸນນະພາບລະດັບມາດຕະຖານ ແລະ ໄດ້ພັດທະນາຜະລິດຕະພັນໃຫ້ຕົງກັບຄວາມຕ້ອງການຂອງກຸ່ມແມ່ມາເລື້ອຍໆ. ພ້ອມເຮັດໜ້າທີ່ໃຫ້ຄຳປຶກສາ ແລະ ຈັດກິດຈະກຳສຳມະນາມອບຄວາມຮູ້ກ່ຽວກັບນົມແມ່ເພາະນອກຈາກຈະຂາຍສິນຄ້າແລ້ວເຮົາຍັງຊ່ວຍສົ່ງເສີມໃຫ້ແມ່ລ້ຽງລູກດ້ວຍນ້ຳນົມແມ່ໄດ້ຢ່າງມີຄວາມສຸກ ແລະ ມ່ວນໄປກັບການທີ່ໄດ້ເຫັນພັດທະນາການຂອງລູກນ້ອຍທີ່ຄ່ອຍໆເຕີບໃຫຍ່. ປັດຈຸບັນໄດ້ດຳເນີນທຸລະກິດມາຄົບ 10 ປີແລ້ວພ້ອມທີ່ຈະພັດທະນາແບຣນໃຫ້ກ້າວໄປຢ່າງຕໍ່ເນື່ອງເພື່ອການເຕີບໃຫຍ່ຫຼາຍທົດສະວັດ, ເນື່ອງຈາກທຸກມື້ີ້ແມ່ຍຸກໃໝ່ໃຫ້ຄວາມສຳຄັນ ແລະ ຕັດສິນໃຈລ້ຽງລູກດ້ວຍນ້ຳນົມແມ່ຫຼາຍຂຶ້ນເຊິ່ງເປັນເລື່ອງທີ່ດີ ແລະ ເປັນຄວາມພູມໃຈຂອງແບຣນທີ່ໄດ້ເປັນສ່ວນໜຶ່ງໃນການລ້ຽງລູກດ້ວຍນ້ຳນົມແມ່. ເຊິ່ງຈຸດເດ່ັນ ຫຼື ຈຸດຂາຍຂອງແບຣນແມ່ນ ຈວຍຊິລິໂຄນແທ້ 100% ເພາະເຂົ້າໃຈຄວາມຮູ້ສຶກຂອງແມ່ທຸກຄົນໃນການໃຊ້ເຄື່ອງປ້ຳນ້ຳນົມຈຶ່ງໃສ່ໃຈໃນທຸກລາຍລະອຽດ ແລະ ຄຸນນະພາບຂອງສິນຄ້າແບຣນ Attitude Mom ຈຶ່ງພັດທະນາເຄື່ອງປ້ຳນ້ຳນົມໃຫ້ມີນະວັດຕະກຳໃໝ່ໆຂຶ້ນມາເລື້ອຍໆ ແລະ ຕອບໂຈດແມ່ຍຸກໃໝ່ເພື່ອໃຫ້ແມ່ມີເວລາວາງແຜນມີຊີວິດແບບ Work Life Balance ເຊິ່ງຖືເປັນຂໍ້ດີທີ່ແມ່ໄດ້ມີເວລາໃສ່ໃຈໃຫ້ໂຕເອງເພື່ອປະສິດທິພາບໃນການລ້ຽງລູກ”

ສຳລັບໄຮໄລ້ຂອງການຈັດງານຄົບຮອບ 10 ປີໃນຄັ້ງນີ້ ທ່ານ ສຸລີ ຄຸນນະມົງຄົນວຸດ ຖືໂອກາດເປີດຕົວສິນຄ້ານະວັດຕະກຳໃໝ່ພ້ອມເຜີຍຈຸດຢືນຂອງແບຣນໃນການສ້າງຖານລູກຄ້າທີ່ແຂງແກ່ນຕໍ່ໄປ. “ເຮົາມີຄວາມຍິນດີທີ່ຈະນຳສະເໜີທາງເລືອກໃໝ່ໃຫ້ກັບແມ່ຄື ເຄື່ອງປ້ຳນ້ຳນົມໄຮ້ສາຍ ຣຸ່ນ Easy life III ເປັນການຍົກລະດັບຂຶ້ນມາອີກຂັ້ນຂອງການປ້ຳນົມໃຫ້ມີຟັງຊັ້ນທີ່ເໝາະສົມກັບພຶດຕິກຳຂອງແມ່ຍຸກໃໝ່ສັ່ງງານດ້ວຍສະມາສໂຟນເປັນເຄື່ອງປ້ຳນ້ຳນົມໄຮ້ສາຍທີ່ປ້ຳນົມໄດ້ໝົດ, ເຮັດໃຫ້ການປ້ຳນ້ຳນົມງ່າຍຂຶ້ນກວ່າທີ່ເຄີຍເປັນ. ເຄື່ອງປ້ຳນ້ຳນົມຣຸ່ນໃໝ່ລ່າສຸດນີ້ຈະເປັນອີກໜຶ່ງທາງເລືອກໃຫ້ກັບແມ່ທີ່ກຳລັງຊອກຫາເຄື່ອງປ້ຳນ້ຳນົມທີ່ສາມາດພົກພາໄປໄດ້ທຸກບ່ອນ, ນ້ຳໜັກເບົາໃຊ້ງານງ່າຍຕົວຊ່ວຍຕອບໂຈດທຸກການໃຊ້ຊີວິດທີ່ເຮົາຢາກແນະນຳໃຫ້ແມ່ໄດ້ລອງເປີດປະສົບການການປ້ຳນົມໃນແບບທີ່ບໍ່ເຄີຍສຳພັດຈາກແບຣນໃດມາກ່ອນ, ສິ່ງນີ້ຄືຄວາມພູມໃຈທີ່ແບຣນ Attitude Mom ບອກຕໍ່ເລື່ອງດີໆໃຫ້ແມ່ຕະຫຼອດຫຼາຍປີ ແລະ ເຮັດໃຫ້ເຮົາດຳເນີນທຸລະກິດມາຈົນຄົບປີທີ່ 10 ຄືການທີ່ຈະບໍ່ຢຸດທີ່ຈະຜະລິດສິນຄ້າທີ່ດີ, ມີຄຸນນະພາບໂດຍໃຫ້ຄວາມສຳຄັນກັບການບໍລິການລູກຄ້າເພາະສ່ວນໃຫຍ່ແມ່ນແມ່ທີ່ກຳລັງປ້ຳນ້ຳນົມການມີທີ່ປຶກສາທີ່ດີເອົາໃຈໃສ່ໃນການໂອ້ລົມຈະຊ່ວຍໃຫ້ແມ່ຫຼຸດຄວາມກັງວົນກັບບັນຫາຕ່າງໆເປັນໜຶ່ງໃນກົນລະຍຸດມັດໃຈລູກຄ້າ ແລະ ເກີດການບອກຕໍ່ຕະຫຼອດມາ.

ທັ້ງໝົດທີ່ກ່າວມານີ້ຈຶ່ງເປັນທີ່ມາຂອງງານ Next Step in a Decade ຂອງແບຣນ Attitude Mom ເພື່ອບັນດາແມ່ໆທັງຫຼາຍທີ່ສະໜັບສະໜຸນແບຣນໃນທຸກໆຄຳສັ່ງຊື້ ຫຼື ການແນະນຳສິນຄ້າໃຫ້ກັບຄົນຮູ້ຈັກ, ທາງພວກເຮົາໄດ້ຮັບຄຳຕິຊົມ ແລະ ໄດ້ນຳມາພັດທະນາຢ່າງຕໍ່ເນື່ອງເພື່ອໃຫ້ປະສົບການໃນການໃຊ້ເຄື່ອງປ້ຳນ້ຳນົມຂອງແມ່ເປັນປະສົບການທີ່ດີທີ່ສຸດ ແລະ ທາງເຮົາຂໍໃຫ້ຄຳເຊື່ອໝັ້ນກັບທຸກທ່ານວ່າເຮົາຈະພັດທະນາແບຣນຢ່າງຕໍ່ເນື່ອງເພື່ອໃຫ້ແມ່ໆທີ່ລ້ຽງລູກດ້ວຍນ້ຳນົມແມ່ຮູ້ສຶກມີຄວາມສຸກໃນທຸກມື້ໃຫ້ສົມກັບທີ່ໄວ້ວາງໃຈໃຫ້ Attitude Mom ເປັນແບຣນອັນດັບໜຶ່ງເລື່ອງນ້ຳນົມແມ່ສະເໝີມາ”

ຕິດຕາມການເຄື່ອນໄຫວຂ່າວສານ ແລະ ອັບເດດໂປຣໂມຊັ້ນໄດ້ທີ່: https://www.facebook.com/attitudemom

ນະຄອນຫຼວງວຽງຈັນ ເລີ່ມທົດລອງຈັດເກັບອາກອນ ຊື້ – ຂາຍທີ່ດິນ

ໃນວັນທີ 14 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ເພື່ອສົ່ງເສີມການຮ່ວມມືຈັດຕັ້ງປະຕິບັດໂຄງການ ວ່າດ້ວຍການສ້າງ, ພັດທະນາລະບົບ, ບໍລິການ ແລະຄຸຸ້ມຄອງລະບົບຂໍ້ມູນຂ່າວສານທີີ່ດິນແຫ່ງຊາດ ແບບທັນສະໄໝ ລະຫວ່າງ ພະແນກການເງິນນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈໍາກັດ ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ໂດຍທ່ານ ວຽງສາລີ ອິນທະພົມ ຜູ້ຕາງໜ້າ ພະແນກການເງິນນະຄອນຫຼວງວຽງຈັນ ແລະ ທ່ານ ຄໍາພັນ ສຸພາບ ປະທານ ບໍລິສັດ ລາວພັດທະນາ ແລະ ບໍລິການທີ່ດິນ ຈຳກັດ ເຊັນລົງນາມເປັນພະຍານໂດຍມີທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ແລະ ທ່ານ ອາໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອງຫຼວງວຽງຈັນ ບັນດາເຈົ້າເມືອງ 9 ຕົວເມືອງໃນນະຄອນຫຼວງ, ບັນດາຫົວໜ້າກົມ, ຫົວໜ້າສູນ, ກະຊວງກ່ຽວຂ້ອງ ຫົວໜ້າພະແນກການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ແລະ ພາກສ່ວນທຸລະກິດເຂົ້າຮ່ວມ.

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວແມ່ນການທົດລອງຈັດເກັບລາຍຮັບຈາກອາກອນຊື້-ຂາຍທີ່ດິນຜ່ານລະບົບທະນາຄານ ແລະ ຄຸ້ມຄອງຂໍ້ມູນຂ່າວສານທີ່ດິນແຫ່ງຊາດແບບທັນສະໄໝ. ໂດຍການລົງທຶນແມ່ນບໍລິສັດ 100% ບໍລິສັດ ພັດທະນາລະບົບ API Gateway ເພື່ອເຊື່ອມຕໍ່ລະບົບຂອງກົມທີ່ດິນເຂົ້າກັບບັນດາທະນາຄານ ແລະ ຊ່ອງທາງອື່ນໆຕາມກົນໄກລະບົບຊຳລະຂອງກະຊວງການເງິນ. ບໍລິສັດ ໄດ້ອອກແບບ ແລະ ຕິດຕັ້ງລະບົບພື້ນຖານໂຄງລ່າງລວມມີລະບົບເຊີເວີ້, ລະບົບເຄືອຂ່າຍ, ລະບົບສໍາຮອງຂໍ້ມູນ ແລະ ລະບົບຄວາມປອດໄພໃຫ້ມີປະສິດຕິພາບສູງສຸດ. ບໍລິສັດພັດທະນາລະບົບສະໜອງການບໍລິການຂໍ້ມູນທີ່ດິນໃຫ້ແກ່ພາກສ່ວນອື່ນໆທີ່ຕ້ອງການເຊື່ອມຕໍ່ ແລະ ນຳໃຊ້ຂໍ້ມູນທີ່ດິນຢ່າງເປັນລະບົບໂປ່ງໃສສາມາດກວດສອບຕິດຕາມໄດ້ ສ້າງລະບົບອອກໃບບິນ (e-Billing) ສະລັບໃບຮັບເງິນອາກອນທີດິນ (ພາສີທີ່ດິນ) ຄ່າທໍານຽມ ແລະ ຄ່າບໍລິການຂອງທີ່ດິນ ໃນນີ້ບໍລິສັດຍັງໄດ້ພັດທະນາ ແລະ ຄຸ້ມຄອງການເຊື່ອມຕໍ່ກັບລະບົບເກັບເງິນສົດ (POS) ຂອງບັນດາພາກສ່ວນຕ່າງໆໃຫ້ສາມາດຊ່ວຍໃນການຊຳລະສະສາງແບບເງິນສົດສຳລັບປະຊາຊົນໃນເຂດທ້ອງຖິ່ນ.

ລະບົບເຄືອຂ່າຍທີ່ທັນສະໄໝ ຊ່ຽວຊານທີ່ປະກອບສ່ວນໃຫ້ພາກລັດ ແລະ ສາມາດຫັນເອົາວຽກງານຄຸ້ມຄອງທີ່ດິນໃຫ້ເປັນແບບທັນສະໄໝ ເພື່ອຕອບສະໜອງການບໍລິການກ່ຽວກັບທີ່ດິນໃຫ້ມີຄວາມວ່ອງໄວ ມີຄວາມປອດໄພດ້ານລະບົບ ມີຄວາມໂປ່ງໃສ ແລະ ສາມາດເຊື່ອມໂຍງເຂົ້າກັບຂະແໜງການການເງິນໃນການເກັບລາຍຮັບເຂົ້າງົບປະມານຜ່ານລະບົບການເງິນການທະນາຄານ.

ແທັກຊີ maxim ເພື່ອນຮ່ວມທາງທີ່ປອດໄພ

  • ເປັນຫຍັງບັນຫານີ້ຈຶ່ງກາຍເປັນປະເດັນໃນແຕ່ລະມື້ ແລະ ພາກສ່ວນໃດທີ່ໃຫ້ຄວາມສົນໃຈ, ຄວາມສໍາຄັນຕໍ່ຜູ້ໂດຍສານແທ້.

ທຸກມື້ນີ້, ຕ້ອງຍອມຮັບວ່າລົດແທັກຊີ ໄດ້ກາຍເປັນສ່ວນໜຶ່ງໃນການເດີນທາງທີ່ສຳຄັນໃນຊີວິດປະຈຳວັນຂອງພວກເຮົາ.ບໍ່ວ່າຈະເປັນການເອີ້ນລົດເພື່ອ​ໄປ​ເຮັດ​ວຽກ​​, ໄປ​ຮັບລູກຫຼານ​, ໄປທ່ຽວ​ໃນ​ຕອນ​ກາງ​ຄືນ​. ແຕ່ຄຽງຄູ່ກັບຄວາມສະດວກສະບາຍເຫຼົ່ານີ້, ຍັງມີບັນຫາເລື່ອງຄວາມປອດໄພເຊິ່ງເປັນປັດໃຈຫຼັກໃນການໃຊ້ບໍລິການເອີ້ນລົດແທັກຊີ, ເຊິ່ງບໍ່ດົນມານີ້ໄດ້ກາຍເປັນປະເດັນທີ່ຖືກເວົ້າເຖິງເປັນວົງກ້ວາງ.

ແຕ່ຫນ້າເສຍດາຍ, ເຫດການທີ່ກ່ຽວຂ້ອງກັບຄົນຂັບ ແທັກຊີ ໄດ້ເລີ່ມປາກົດຂຶ້ນຢູ່ໃນຂ່າວເລື້ອຍໆ. ໃນເດືອນທີ່ຜ່ານມາ, ການບໍລິການທີ່ເອີ້ນລົດ ໄດ້ບັນທຶກກໍລະນີຂອງການຄຸກຄາມຈາກຄົນຂັບລົດໄປສູ່ຜູ້ໂດຍສານ, ອຸບັດຕິເຫດເທິງທ້ອງຖະໜົນ, ໄປຈົນເຖິງການຊິງຊັບ. ຫນຶ່ງໃນການສົນທະນາຫຼາຍທີ່ສຸດແມ່ນກໍລະນີທີ່ຜ່ານມາທີ່ຄົນຂັບໄດ້ມີຄຸກຄາມໃນຂະນະໃຫ້ບໍລິການຕໍ່ຜູ້ໂດຍສານ.

ທັງຫມົດນີ້ເຮັດໃຫ້ທ່ານສົງໄສວ່າ: ພາກສ່ວນໃດທີ່ສົນໃຈ ແລະ ໃຫ້ຄວາມສໍາຄັນດ້ານຄວາມຄວາມປອດໄພຂອງພວກເຮົາແທ້ໆ? ແລະບໍລິສັດ ແທັກຊີ ເຮັດຫຍັງເພື່ອປ້ອງກັນກໍລະນີດັ່ງກ່າວ?

  • ມາດຕະການຄວາມປອດໄພອັນໃດຄວນມີຢູ່ໃນລົດແທັກຊີ

ຖ້າພວກເຮົາເວົ້າກ່ຽວກັບການປະຕິບັດທີ່ດີທີ່ສຸດໃນຕະຫຼາດ, ມາດຕະການຄວາມປອດໄພທີ່ບັງຄັບໃນທຸກມື້ນີ້ຄວນປະກອບມີ:

  • ການ​ກວດ​ສອບຂໍ້ມູນຄົນຂັບ​ຢ່າງ​ລະ​ອຽດ​ (ເອ​ກະ​ສານ​, ປະ​ສົບ​ການ​)​.
  • ການສໍາພາດ ດ້ວຍການປະເມີນສະພາບຈິດໃຈຂອງຜູ້ຂັບຂີ່.
  • ລະບົບການໃຫ້ຄະແນນ ແລະ ຄໍາຄິດເຫັນທີ່ມີຜົນກະທົບຢ່າງແທ້ຈິງຕໍ່ການເຮັດວຽກຂອງຜູ້ຂັບຂີ່.
  • ປຸ່ມ SOS ໃນແອັບສໍາລັບການໂທຫາເພື່ອຂໍຄວາມຊ່ວຍເຫຼືອສຸກເສີນ.
  • ມີສູນຊ່ວຍເຫຼືອ ເພື່ອໃຫ້ການສະ​ຫນັບ​ສະ​ຫນູນ​ຜູ້ຊົມ​ໃຊ້​ຕະຫຼອດເວລາ ​ແລະ ​ການ​ຕອບ​ສະ​ຫນອງ​ໃຫ້ທັນທ່ວງທີຕໍ່​ກັບ​ເຫດ​ການທີ່ເກີດຂຶ້ນ.​
  • ການ​ຄວບ​ຄຸມ​ຄຸນ​ນະ​ພາບ​ຄົງ​ທີ່​ ແລະ​ ການ​ຕິດ​ຕາມ​ການ​ເດີນ​ທາງ​.

 

  • ທຸກມື້ນີ້ໃຜທີ່ຕອບສະຫນອງຄວາມຕ້ອງການເຫຼົ່ານີ້ໄດ້ແນ່?

ອີງຕາມຂໍ້ມູນຂອງການບໍລິການ ແທັກຊີ ທີ່ດໍາເນີນໂດຍຜູ້ຊ່ຽວຊານ, ບໍລິສັດ Maxim ເອງໄດ້ມີການຕອບສະຫນອງຕໍ່ເງື່ອນໄຂເຫຼົ່ານີ້ດີທີ່ສຸດ ແລະ ເພື່ອຮອງຮັບ ແລະ ຮັບປະກັນເຮົາສະໜອງການບໍລິການ ແອັບແທັກຊີ ທີ່ປອດໄພທີ່ສຸດ.

Maxim ໃຊ້ການກວດສອບຄົນຂັບລົດຫຼາຍຂັ້ນຕອນ, ລວມທັງການວິເຄາະປະສົບການຂັບລົດ. ຄົນຂັບລົດທີ່ບໍ່ມີມາດຕະຖານສູງກໍ່ບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກ ແລະ ແອັບພລິເຄຊັນ ທີ່ມີລະບົບການປະເມີນຢ່າງເຕັມທີ່ ແລະ ຜູ້ຂັບຂີ່ໃດໆທີ່ມີປະຫວັດທາງລົບຈະຖືກໂຈະ ແລະ ຍົກເລີກທັນທີ.

ນອກຈາກນັ້ນ, ບໍລິສັດກໍາລັງແນະນໍາເຕັກໂນໂລຢີໃຫມ່ຢ່າງຈິງຈັງເພື່ອຮັບປະກັນຄວາມປອດໄພ, ລວມທັງລະບົບປຸ່ມ panic, ເພື່ອຮັບການສື່ສານຈາກສູນບໍລິການທັນທີ.

  • ເປັນຫຍັງມັນຈຶ່ງສຳຄັນ ໃນການເລືອກໃຊ້ບໍລິການແອັບທີ່ໄດ້ຖືກຮອງຮັບ

ໃນເງື່ອນໄຂທີ່ຕະຫຼາດເຕັມໄປດ້ວຍຂໍ້ສະເຫນີທີ່ແຕກຕ່າງກັນ, ບໍ່ພຽງແຕ່ການເລືອກລົດແທັກຊີທີ່ມີລາຄາຖືກ ແລະ ເລື່ອງຂອງຄວາມສະດວກສະບາຍ ແຕ່ຍັງຕ້ອງເບິ່ງໃນເລື່ອງຂອງຄວາມປອດໄພຂອງຜູ້ໂດຍສານນຳ. ນີ້ແມ່ນຄວາມຈິງໂດຍສະເພາະສໍາລັບຜູ້ທີ່ມັກຈະເດີນທາງໃນຕອນກາງຄືນ ຫຼື ເອີ້ນແທັກຊີ ໃຫ້ຄົນທີ່ທ່ານຮູ້ຈັກ ຫຼື ຄົນທີ່ທ່ານຮັກ.

ຄວາມປອດໄພຈຶ່ງຄວນເປັນເງື່ອນໄຂຕົ້ນຕໍທີ່ທ່ານຄວນຄໍານຶງ, ບໍ່ພຽງແຕ່ລາຄາຂອງການເດີນທາງເທົ່ານັ້ນ.

ມັນເປັນສິ່ງທີ່ຄວນເອົາໃຈໃສ່ກັບບໍລິສັດທີ່ສົນໃຈຜູ້ໂດຍສານຢ່າງແທ້ຈິງ ແລະ ພ້ອມທີ່ຈະຮັບຜິດຊອບຕໍ່ຜູ້ຂັບຂີ່ຂອງພວກເຂົາ. ອີງຕາມຜົນຂອງການປະເມີນ, Maxim ແມ່ນຫນຶ່ງໃນນັ້ນ.

ພວກເຮົາມີສູນບໍລິການທີ່ຄອຍໃຫ້ການດູແລຕະຫຼອດເວລາ ແລະ ມີສໍານັກງານທີ່ຕັ້ງຢູ່ທີ່ຕຶກທະນາຄານຫວຽດຕິນ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.

ດູແລໂຕທ່ານເອງ ແລະ ເລືອກລົດແທັກຊີຢ່າງມີສະຕິ.

#Safety #Taxi #MarketReview #Maxim #TaxiSafe #TaxiMaxim

ມອບ 5.54 ຕື້ກວ່າກີບ ໃຫ້ບັນດາບ້ານອ້ອມຂ້າງໂຄງການ

ອາຊີ-ໂປຕາສ ສາກົນ (ລາວ) ມອບທຶນພັດທະນາບ້ານໃຫ້ບັນດາບ້ານອ້ອມຂ້າງໂຄງການ ມູນຄ່າທັງໝົດບັນລຸ 5.54 ຕື້ກວ່າກີບ

ວັນທີ 11 ມີນາ 2025 ອາຊີ-ໂປຕາສ ສາກົນ (ລາວ)ໄດ້ແຈກຢາຍກອງທຶນພັດທະນາບ້ານໃຫ້ 22 ບ້ານອ້ອມຂ້າງໂຄງການ, ໂດຍສຸມໃສ່ການນຳໃຊ້ເຂົ້າໃນການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງຂອງບ້ານ,  ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ປັບປຸງວຽກງານດ້ານການສຶກສາ, ຝຶກອົບຮົມຄວາມຮູ້ທັກສະດ້ານຕ່າງໆ ປະກອບມີ 02 ເມືອງຄື: ເມືອງທ່າແຂກ: ບ້ານດົງໃຕ້, ນາດິນຈີ່, ນາໂພທ່າ, ທ່າງາມ, ທ່າແຮ່, ໜອງຫ່າງ, ໂຄກປ່າທ່ອນ, ດົງໂຊກ-ໂພນໄຊ, ດອນທົ່ງ, ໂນນຕູມ ລວມຈໍານວນເງິນ 762,433,000 ກີບ ແລະ ເມືອງໜອງບົກ: ບ້ານນາຄໍາ, ດົງບູນ, ໂນນຈິກ, ດົງຄຸງ, ໜອງຜໍາ, ນານ້ອຍ, ໂນນແຕ້, ໂນນສີລາ, ຊຽງຫວາງທົ່ງ, ໜອງປາຫຼາດ, ດົງຍາງ, ດົງຂວາງ, ປາກເປັ່ງ ລວມຈໍານວນເງິນ 1,106,065,500 ກີບ. ເຂົ້າຮ່ວມໃນພິທີດັ່ງກ່າວ ມີ ການນຳເມືອງທ່າແຂກ, ການນຳເມືອງ ໜອງບົກ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ຕາງໜ້າຫ້ອງວ່າການແຂວງ, ຕາງໜ້າສະພາປະຊາຊົນແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງທັງສອງເມືອງ, ຄະນະອຳນວຍການບໍລິສັດ ແລະ ອຳນາດການປົກຄອງບ້ານເປົ້າໝາຍ.

ເຊິ່ງນັບແຕ່ປີ 2022 ເປັນຕົ້ນມາ ອາຊີ-ໂປຕາສ ສາກົນ (ລາວ) ໄດ້ມອບທຶນພັດທະນາໃຫ້ບັນດາບ້ານອ້ອມຂ້າງໂຄງການເປັນເວລາ 4 ປີຕິດຕໍ່ກັນ, ມາຮອດປັດຈຸບັນລວມແລ້ວໄດ້ສະໜອງທຶນພັດທະນາໃຫ້ແກ່ຊາວບ້ານອ້ອມຂ້າງໂຄງການທັງໝົດ 5.54 ຕື້ກວ່າກີບ, ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດຂອງບ້ານ ແລະ ປັບປຸງຊີວິດການເປັນຢູ່ຂອງຊາວບ້ານໄດ້ຢ່າງມີປະສິດທິຜົນ.

ດ້ວຍການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນລາວ, ອາຊີ-ໂປຕາສ ສາກົນ (ລາວ) ລົງເລິກພັດທະນາອຸດສາຫະກຳເກືອໂປຕາສຂອງລາວເປັນເວລາ 16 ປີ ແລະ ໄດ້ກາຍເປັນໂຄງການຜະລິດຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ບໍລິສັດໄດ້ຍຶດໝັ້ນແນວຄິດ ການພັດທະນາແບບມີໄຊຊະນະຮ່ວມກັນຕະຫຼອດມາ, ມຸ່ງເນັ້ນເຖິງການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງປະເທດລາວ ແລະ ຄວາມຮັ່ງມີຂອງປະຊາຊົນລາວ. ທັງ 2 ຝ່າຍ ກໍ່ຄືພາກລັດ ແລະ ບໍລິສັດ ໄດ້ສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ເຊື່ອມໂຍງ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນ.

ໃນອະນາຄົດ ອາຊີ-ໂປຕາສ ສາກົນ (ລາວ) ຈະສືບຕໍ່ຊ່ວຍເຫຼືອຊາວບ້ານທີ່ຢູ່ອ້ອມຂ້າງໂຄງການໃຫ້ມີແຫຼ່ງລາຍຮັບ, ເພີ່ມລາຍໄດ້, ລົງເລິກພັດທະນາການຮ່ວມມືລະຫວ່າງບໍລິສັດ ແລະ ຊຸມຊົນອ້ອມຂ້າງເພື່ອສ້າງອະນາຄົດທີ່ດີຂຶ້ນຮ່ວມກັນ, ໂດຍຜ່ານຈັດຕັ້ງປະຕິບັດໂຄງການຕ່າງໆເຊັ່ນ: ຊ່ວຍເຫຼືອຊາວບ້ານໃນການຟື້ນຟູທີ່ດິນ, ສອນເຕັກນິກການເພາະປູກແບບທັນສະໄໝ, ມອບຝຸ່ນ ໂປຕາສ ແລະ ອື່ນໆ.

ພົບກັບຂໍ້ສະເໜີພິເສດທີ່ສຸດແຫ່ງປີ

0

ພົບກັບຂໍ້ສະເໜີພິເສດທີ່ສຸດແຫ່ງປີ!

ພຽງແຕ່ທ່ານຈອງລົດພາຍໃນເດືອນມີນາ 2025 ຮັບທັນທີ ຄັນຮົ່ມສຸດພຣີມຽມຈາກ ໂຕໂຢຕ້າ ລາວ. ພ້ອມດຽວກັນນັ້ນ ຖ້າທ່ານອອກລົດຕັ້ງແຕ່ວັນທີ 1 ມີນາ ຫາ 30 ມິຖຸນາ 2025 ຮັບທັນທີ ບົງນ້ຳມັນມູນຄ່າສູງສຸດເຖິງ 2,000,000 ກີບ ແລະ ນອກຈາກນັ້ນ ທ່ານຍັງມີສິດລຸ້ນຮັບ Iphone 16 pro max, ທອງຄຳໜັກ 2 ສະຫຼຶງ, ເຄື່ອງຊັກຜ້າ, ຕູ້ເຢັນ, ລຳໂພງມາແຊວ ແລະ ລາງວັນອື່ນໆອີກຫຼາກຫຼາຍ.

ເລີ່ມແຕ່ວັນທີ 01-31 ມີນາ 2025 ນີ້ເທົ່ານັ້ນ

*ສະເພາະລົດທີ່ຮ່ວມໂປຣໂມຊັນ ແລະ ລູກຄ້າທີ່ຈອງ ແລະ ອອກລົດກັບຕົວແທນຈຳໜ່າຍຢ່າງເປັນທາງການເທົ່ານັ້ນ.

ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ Global Education Alliance (GEA)

ສູນການສຶກສາແອວແອສ (LS Education): ຜູ້ນຳດ້ານຄວາມເປັນເລີດທາງການສຶກສາໃນລາວ ແລະ ທົ່ວໂລກ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ປະເທດລາວເຫັນໄດ້ວ່າມີ​ຄວາມ​ຕ້ອງການ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ​ໄດ້​ຕາມ​ມາດຕະຖານ​ສາກົນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຢູ່ແຖວໜ້າຂອງການຫັນປ່ຽນນີ້ແມ່ນ ສູນການສຶກສາແອວແອສ. ເນື່ອງຈາກເປັນສູນການສຶກສາຊັ້ນນຳທີ່ມຸ້ງໝັ້ນໃນການຍົກລະດັບການຮຽນຮູ້ໃນລາວ. ດ້ວຍວິໄສທັດທີ່ຈະສົ່ງເສີມໃຫ້ນັກຮຽນມີສັກະຍະພາບ ແລະ ໂອກາດທີ່ໄດ້ຮັບການຍອມຮັບໃນທົ່ວໂລກ, ສູນການສຶກສາແອວແອສ ຈຶ່ງໄດ້ເອົາບາດກ້າວອັນສຳຄັນໃນການເຊື່ອມຊ່ອງຫວ່າງລະຫວ່າງການສືກສາໃນຖ້ອງຖິ່ນ ກັບມາດຕະຖານສາກົນ. ສອງເຫດການສຳຄັນທີ່ຜ່ານມາລ້າສຸດໄດ້ແກ່—ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບສະຖາບັນ PSB ຂອງສິງກະໂປ ແລະ ການຮ່ວມມືກັບ Global Education Alliance (GEA)—ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສູນການສຶກສາແອວແອສ ໃນການປ່ຽນແປງການສຶກສາໃນລາວ.

ການລົງນາມໃນບົດບັນທຶກຄວາມເຂົ້າໃຈກັບສະຖາບັນ ພີແອສບີ (PSB Academy), ສິງກະໂປຫນຶ່ງໃນຄວາມສໍາເລັດທີ່ສໍາຄັນທີ່ສຸດຂອງ ສູນການສຶກສາແອວແອສ ແມ່ນການລົງນາມໃນບົດບັນທຶກຄວາມເຂົ້າໃຈກັບສະຖາບັນ PSB, ເຊິ່ງເປັນສະຖາບັນທີ່ມີຊື່ສຽງຂອງສິງກະໂປທີ່ຮູ້ຈັກດີໃນດ້ານການສຶກສາທີ່ມີຄຸນນະພາບສູງ ແລະ ຫຼັກສູດທີ່ກ່ຽວຂ້ອງກັບອຸດສາຫະກຳ. ການຮ່ວມມືຄັ້ງນີ້ ຖືເປັນຈຸດປ່ຽນທີ່ສຳຄັນສຳລັບນັກສຶກສາໃນລາວ, ເນື່ອງຈາກ ເປັນໂອກາດເປີດປະຕູຮັບໃບປະກາດສະນີຍະບັດ ແລະ ປະກາດສະນີຍະບັດການຮຽນຮູ້ທາງອີເລັກໂທຼນິກ (E-learning) ທີ່ໄດ້ຮັບການຍອມຮັບລະດັບສາກົນ ແລະ ໂດຍບໍ່ຈຳເປັນຕ້ອງອອກຈາກປະເທດບ້ານເກີດ.

ໂດຍຜ່ານການຮ່ວມມືນີ້, ສູນການສຶກສາແອວແອສ ຈະເປີດສອງຫຼັກສູດຂອງສະຖາບັນ PSB, ທີ່ໄດ້ຮັບການຮັບຮອງຈາກສະຖາບັນຊັ້ນນຳຂອງໂລກ ແລະ ຮັບຮູ້ຈາກຜູ້ຈ້າງງານ ແລະ ມະຫາວິທະຍາໄລທົ່ວໂລກ. ປະຈຸບັນນັກສຶກສາໃນລາວສາມາດຮຽນວິຊາທີ່ສອດຄ່ອງກັບມາດຕະຖານສາກົນ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າມີທັກສະ ແລະ ຄວາມຮູ້ທີ່ຈຳເປັນໃນການແຂ່ງຂັນໃນໂລກທີ່ເຊື່ອມໂຍງກັນຫຼາຍຂຶ້ນ. ຄວາມຄິດລິເລີ່ມນີ້ ບໍ່ພຽງແຕ່ຊ່ວຍຍົກລະດັບຄຸນນະພາບການສຶກສາໃນລາວເທົ່ານັ້ນ, ແຕ່ຍັງເປັນທາງເລືອກທີ່ປະຢັດຄ່າໃຊ້ຈ່າຍສຳລັບນັກສຶກສາໃນການໄດ້ຮັບວຸດທິການສຶກສາຂອງສິງກະໂປ, ທີ່ໄດ້ຮັບການຍອມຮັບຢ່າງສູງທົ່ວໂລກອີກດ້ວຍ.

ນີ້ແມ່ນສິ່ງທີ່ Michelle, ຜູ້ອຳນວຍການຝ່າຍສັນຫານັກສຶກສາຕ່າງປະເທດ ຂອງສະຖາບັນ PSB ໄດ້ເວົ້າກ່ຽວກັບການຮ່ວມມືຂອງເຂົາເຈົ້າ ກັບ ສູນການສຶກສາແອວແອສ.

“ໃນການຮ່ວມກັບ Horizontal Education, ພວກເຮົາຮູ້ສຶກຕື່ນເຕັ້ນທີ່ຈະເປີດຕົວຫຼັກສູດ E-learning ໃໝ່ຂອງພວກເຮົາທີ່ ສູນການສຶກສາແອວແອສ!

ຫຼັກສູດເຫຼົ່ານີ້ຖືກອອກແບບມາເພື່ອຄວາມຍືດຫຍຸ່ນ, ຊ່ວຍໃຫ້ນັກສຶກສາສາມາດຮຽນໄດ້ຕາມຈັງຫວະຂອງຕົນເອງ, ທຸກເວລາ, ທຸກສະຖານທີ່, ໂດຍບໍ່ຕ້ອງສອບເສັງແບບດັ້ງເດີມ. ນັກສຶກສາສາມາດເລືອກຮຽນໃນ 10 ສາຂາວິຊາໄດ້ຕາມຄວາມສົນໃຈ ແລະເປົ້າໝາຍອາຊີບຂອງຕົນເອງ, ເມື່ອຮຽນຈົບແລ້ວ ນັກຮຽນຈະສາມາດຮຽນຕໍ່ໃນລະດັບທີ່ສູງຂຶ້ນໄດ້, ເຊີ່ງຈະເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້ທັງທາງດ້ານວິຊາການ ແລະ ວິຊາຊີບໃໝ່ໆ.”

ຂະຫຍາຍຂອບເຂດການຮຽນຮູ້ໄປກັບ Global Education Alliance (GEA)ນອກຈາກການຮ່ວມມືກັບສະຖາບັນ PSB ແລ້ວ, ສູນການສຶກສາແອວແອສ ຍັງໄດ້ຮ່ວມມືກັບ Global Education Alliance (GEA) ເພື່ອເປີດສຳນັກງານ GEA ແຫ່ງທຳອິດໃນລາວ. ໂດຍ GEA ເປັນເຄືອຂ່າຍທີ່ເຊື່ອມຕໍ່ນັກສຶກສາກັບມະຫາວິທະຍາໄລຫຼາຍກວ່າ 1,000 ແຫ່ງທົ່ວໂລກ. ການຮ່ວມມືນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສູນການສຶກສາແອວແອສ ທີ່ຈະມອບໂອກາດທີ່ບໍ່ມີໃຜທຽບເທົ່າໄດ້ໃຫ້ແກ່ນັກສຶກສາລາວໃນການຮຽນຕໍ່ຕ່າງປະເທດ ແລະ ສຳພັດກັບວັດທະນະທຳ ແລະ ລະບົບການສຶກສາທີ່ຫຼາກຫຼາຍ.

ຜ່ານການຮ່ວມມືນີ້, ສູນການສຶກສາແອວແອສ ເຮັດໜ້າທີ່ເປັນຊ່ອງທາງໃຫ້ນັກສຶກສາເຂົ້າເຖິງສະຖາບັນລະດັບໂລກໃນປະເທດຕ່າງໆເຊັ່ນ: ສະຫະລັດອາເມລິກາ, ການາດາ, ອົດສະຕາລີ, ສະຫະລາຊາອານາຈັກອັງກິດ, ສິງກະໂປ, ມະເລເຊຍ ແລະ ອື່ນໆອີກຫຼາກຫຼາຍ ເຄືອຂ່າຍ GEA ຮັບປະກັນວ່ານັກສຶກສາຈະໄດ້ຮັບຄຳແນະນຳສະເພາະບຸກຄົນຕະຫຼອດຂັ້ນຕອນການສະໝັກ ຕັ້ງແຕ່ການເລືອກມະຫາວິທະຍາໄລທີ່ເໝາະສົມໄປຈົນເຖິງການຂໍທຶນການສຶກສາ ແລະ ວີຊ່າ ຄວາມຄິດລິເລີ່ມນີ້ບໍ່ພຽງແຕ່ຂະຫຍາຍຂອບເຂດຄວາມຮູ້ຂອງນັກສຶກສາລາວເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ເຂົາເຈົ້າສາມາດໄລ່ຕາມຄວາມຝັນໃນເວທີລະດັບໂລກໄດ້ອີກດ້ວຍ.

ສູນການສຶກສາແອວແອສ: ຕົວເລັ່ງການປ່ຽນແປງໃນປະເທດລາວຄວາມພະຍາຍາມຂອງ ສູນການສຶກສາແອວແອສ ໃນການສົ່ງເສີມຄວາມເປັນເລີດດ້ານການສຶກສາໃນລາວນັ້ນ ຂະຫຍາຍອອກໄປນອກເໜືອກວ່າການຮ່ວມມືເຫຼົ່ານີ້. ສະຖາບັນມີຄວາມມຸ້ງໝັ້ນຢ່າງຍິ່ງໃນການສົ່ງເສີມສະພາບແວດລ້ອມການຮຽນຮູ້ທີ່ສົ່ງເສີມການຄິດວິເຄາະ, ຄວາມຄິດສ້າງສັນ, ແລະ ນະວັດຕະກໍາ. ໂດຍການລວມເອົາຫຼັກສູດສາກົນ ແລະ ແນວທາງການປະຕິບັດທີ່ດີທີ່ສຸດເຂົ້າໃນຫຼັກສູດຂອງຕົນ, ສູນການສຶກສາແອວແອສ ກໍາລັງກະກຽມຄວາມພ້ອມໃຫ້ນັກຮຽນສາມາດເຕີບໂຕໄດ້ໃນເສດຖະກິດໂລກທີ່ປ່ຽນແປງຢ່າງໄວວາ.

ຍິ່ງໄປກວ່ານັ້ນ, ຂໍ້ລິເລີ່ມຂອງ ສູນການສຶກສາແອວແອສ ຍັງສອດຄ້ອງກັບວິໄສທັດຂອງລັດຖະບານລາວໃນການເສີມຂະຫຍາຍແຫຼ່ງທຶນມະນຸດຂອງປະເທດ ແລະ ລຸດຜ່ອນຊ່ອງຫວ່າງດ້ານທັກສະ ໂດຍການເປີດໂອກາດໃຫ້ການເຂົ້າເຖິງວຸດທິການສຶກສາທີ່ໄດ້ຮັບໃນລະດັບສາກົນ ແລະ ໂອກາດໃນການສຶກສາຕໍ່ຕ່າງປະເທດ, ສູນການສຶກສາແອວແອສ ຈຶ່ງມີບົດບາດສຳຄັນໃນການກຳນົດອະນາຄົດຂອງກຳລັງແຮງງານຂອງລາວ ແລະ ມີສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ອະນາຄົດອັນສົດໃສລໍຄອຍຢູ່ຂ້າງໜ້າ ບັນທຶກຄວາມເຂົ້າໃຈກັບ ສະຖາບັນ PSB ແລະ ການຮ່ວມມືກັບ GEA ແມ່ນພຽງແຕ່ການເລີ່ມຕົ້ນຂອງການເດີນທາງຂອງ ສູນການສຶກສາແອວແອສ ເພື່ອຫັນປ່ຽນການສຶກສາໃນລາວ. ການຮ່ວມມືເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ້ງໝັ້ນທີ່ບໍ່ປ່ຽນແປງຂອງສະຖາບັນໃນການເສີມສ້າງສັກກະຍະພາບໃຫ້ແກ່ນັກສຶກສາດ້ວຍເຄື່ອງມືທີ່ຈຳເປັນເພື່ອປະສົບຄວາມສຳເລັດໃນພູມສັນຖານລະດັບໂລກທີ່ມີການແຂ່ງຂັນສູງ. ໃນຂະນະທີ່ສູນການສຶກສາແອວແອສ ຍັງຄົງສືບຕໍ່ບຸກທະລຸສິ່ງໃໝ່ໆຕໍ່ໄປ, ມັນແມ່ນການວາງມາດຕະຖານດ້ານການສຶກສາໃນລາວ ແລະ ເປັນແຮງບັນດານໃຈໃຫ້ນັກຮຽນລຸ້ນໃໝ່ມີຄວາມຝັນອັນໃຫຍ່ຫຼວງ ແລະ ປະສົບຜົນສຳເລັດຫຼາຍຂຶ້ນ.

ສໍາລັບນັກສຶກສາລາວ, ອະນາຄົດສົດໃສກວ່າທີ່ເຄີຍມີ ດ້ວຍສູນການສຶກສາແອວແອສ ທີ່ເປັນຜູ້ນຳທາງ, ເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາລະດັບໂລກ ແລະ ໂອກາດຕ່າງໆ. ທີ່ຄັ້ງໜຶ່ງເຄີຍເອື້ອຍບໍ່ເຖິງໄດ້ ໃນຂະນະທີ່ສະຖາບັນຍັງຄົງສ້າງສັນວັດຕະກຳ ແລະ ຂະຫຍາຍຄວາມຮ່ວມມື, ສະຖາບັນກໍ່ພ້ອມທີ່ຈະກ້າວຂຶ້ນບົນພື້ນຖານຂອງຄວາມກ້າວໜ້າທາງດ້ານການສຶກສາໃນລາວ ແລະ ທົ່ວໂລກ.

ຄົບຮອບ 30 ປີ ແຫ່ງການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ ເຄພີ ຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຄົບຮອບ 30 ປີ ຂຶ້ນທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີແຂກຈາກທັງພາກລັດ, ພາກເອກະຊົນ, ບັນດາຮ້ານຄ້າ ແລະ ຄູ່ຮ່ວມທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

ບໍລິສັດ ເຄພີ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນ ປີ 1995 ໂດຍໄດ້ສືບທອດເຈດຕະນາລົມຂອງ ທ່ານ ຄຳໃບ ພິລາພັນເດຊ, ຜູ້ເປັນພໍ່ ທີ່ໄດ້ເລີ່ມເຮັດທຸລະກິດ ນັບແຕ່ ປີ 1940, ບໍລິສັດ ໄດ້ດໍາເນີນທຸລະກິດ ພາຍໃຕ້ ການເປັນປະທານຂອງ ທ່ານ ປະສາດໄຊ ພິລາພັນເດຊ, ເຊິ່ງເລີ່ມຈາກ ທຸລະກິດຊື້ມາຂາຍໄປທີ່ເປັນທຸລະກິດຂະຫນາດນ້ອຍ ຂອງ ຄອບຄົວ ພິລາພັນເດຊ ແນໃສ່ການນໍາເຂົ້າສິນຄ້າທີ່ມີຄຸນນະພາບຈາກ ຕ່າງປະເທດ ເພື່ອມາຈຳໜ່າຍ ແລະ ສະໜອງໃຫ້ ປະຊາຊົນລາວໄດ້ຊົມໃຊ້ ແຕ່ຊຸມປີ 1990 ເປັນຕົ້ນມາ. ມາເຖິງ ປີ 2004, ບໍລິສັດ ເຄພີ ໄດ້ເຕີບໃຫຍ່ຂະຫຍາຍຕົວ ເໝືອນດັ່ງຕົ້ນໄມ້ ທີ່ ກໍາລັງແຕກກິ່ງກ້ານໃບ ພາຍໃຕ້ ການເຂົ້າມາຮັບ     ຕໍາແໜ່ງ ປະທານບໍລິສັດ ຕໍ່ຈາກຜູ້ເປັນອ້າຍຂອງ ທ່ານ  ເຂັມຊາດ ພິລາພັນເດຊ, ປະທານ ຜູ້ທີ 2. ບໍລິສັດ ເຄພີ ຈຳກັດ ໄດ້ຂະຫຍາຍທຸລະກິດເພີ່ມຂຶ້ນ 20 ບໍລິສັດ ຊຶ່ງປະກອບດ້ວຍທຸລະກິດຫຼາກຫຼາຍຮູບແບບເຊັ່ນ: ທຸລະກິດຈຳໜ່າຍລົດຍົນ ແລະ ການບໍລິການຫຼັງການຂາຍ, ທຸລະກິດໂຮງງານຜະລິດ ແລະ ສົ່ງອອກ, ທຸລະກິດດ້ານກະສິກຳ, ທຸລະກິດການຂົນສົ່ງ ແລະ ການບໍລິການນຳເຂົ້າສິນຄ້າ, ທຸລະກິດການເປັນຕົວແທນຈຳໜ່າຍສິນຄ້າ ແລະ ການບໍລິການອື່ນໆ.

ໃນປີ 2024, ບໍລິສັດ ເຄພີ ຈຳກັດ ໄດ້ສົ່ງຕໍ່ຕໍາແໜ່ງຜູ້ບໍລິຫານລະດັບສູງ ກໍ່ຄື ປະທານບໍລິສັດ ໃຫ້ແກ່ ທ່ານ ປະສາດໄຊ ພິລາພັນເດຊ, ຜູ້ເປັນນ້ອງຊາຍ ເພື່ອສືບຕໍ່ເຮັດໜ້າທີ່ໃນການນຳພາ ບໍລິສັດ ເຄພີ ຈຳກັດ ກ້າວໜ້າຕໍ່ໄປຢ່າງເຂັ້ມແຂງ ແລະ ຍືນຍົງ. ທ່ານ ປະສາດໄຊ ໄດ້ກ່າວວ່າ “ໃນຍຸກປັດຈຸບັນນີ້ ໜ້າທີ່ ແລະ ພາລະບົດບາດອັນສຳຄັນ ສຳລັບການເຮັດທຸລະກິດ, ພວກເຮົາ ຕ້ອງໄດ້ເອົາໃຈໃສ່ພັດທະນາ 2 ດ້ານທີ່ສໍາຄັນໄປຄຽງຄູ່ກັນຄື: 1) ການປັບປຸງ ແລະ ພັດທະນາອົງກອນ ໃຫ້ທ່ວງທັນກັບຍຸກສະໄໝດິຈິຕອນ ເປັນຕົ້ນແມ່ນການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການດຳເນີນທຸລະກິດຂອງ ພວກເຮົາ ຢ່າງມີຄຸນນະພາບ ແລະ ເກີດປະສິດທິຜົນສູງສຸດ ເພື່ອເຮັດໃຫ້ທຸລະກິດຂອງພວກເຮົາ ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບ ບັນດາຄູ່ແຂ່ງ ຫຼື ໃຫ້ທຽບເທົ່າກັບທຸລະກິດອື່ນໆໃນສັງຄົມປັດຈຸບັນ; 2) ຕ້ອງພັດທະນາບຸກຄະລາກອນໃຫ້ມີຄວາມສາມາດນຳໃຊ້ ປັນຍາປະດິດ (AI) ເປັນເຄື່ອງມືໃນການເຮັດວຽກ ແລະ ການຕັດສິນໃຈຂອງເຂົາເຈົ້າ, ເຊິ່ງ ຂ້າພະເຈົ້າ, ຄິດວ່າ ເປັນ 2 ພາລະກິດ ທີ່ໜັກໜ່ວງພໍສົມຄວນ ທີ່ຈະຕ້ອງໄດ້ຮັບການພັດທະນາ ເພື່ອສາມາດນຳພາທຸລະກິດຂອງ ບໍລິສັດ ເຄພີ ໃຫ້ກ້າວຫນ້າໄປຢ່າງຍືນຍົງ ແລະ ໝັ້ນຄົງໄດ້.”

ນອກຈາກການຂະຫຍາຍທຸລະກິດໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງແລ້ວ, ບໍລິສັດ ເຄພີ ຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆຕະຫຼອດໄລຍະເວລາ 30 ປີ ທີ່ຜ່ານມາ. ໃນນັ້ນອັນທີ່ພົ້ນເດັ່ນແມ່ນ ການປະກອບສ່ວນຊຸກຍູ້ໃນການສ້າງຄວາມເຂັ້ມແຂງດ້ານການກິລາ (ໄດ້ໃຫ້ການສະໜັບສະໜູນສະຫະພັນເຕະບານ, ກິລາຍິມນາສຕິກ, ກິລາບູໂດ ແລະ ສະຫະພັນກິລາອື່ນໆ). ນອກຈາກນີ້, ບໍລິສັດ ເຄພີ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ດ້ານວັດຖຸ ແລະ ປັດໄຈ ແກ່ ຜູ້ປະສົບເຄາະຮ້າຍຈາກໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼາຍແຫ່ງ ແລະອື່ນໆ. ທຸລະກິດຂອງພວກເຮົາ ແມ່ນເປັນທຸລະກິດຂອງ ຄົນລາວ, ເຊິ່ງພວກເຮົາ ບໍ່ເຄີຍປ່ອຍປະພາລະໜ້າທີ່ອັນສຳຄັນນີ້, ເພາະການທີ່ຈະ ຈະເລີນເຕີບໃຫຍ່ຂະຫຍາຍຕົວໄດ້ແມ່ນ ຍ້ອນມີປະຊາຊົນລາວ ເປັນຜູ້ສົ່ງເສີມ ແລະ ເປັນແຮງພັກດັນທີ່ສຳຄັນໃຫ້ ພວກເຮົາມີການປັບປຸງທຸລະກິດຂອງ ພວກເຮົາຢູ່ສະເໝີ. ສະນັ້ນ ໃນໂອກາດ ຄົບຮອບ 30 ປີ ແຫ່ງການກໍ່ຕັ້ງ ບໍລິສັດ ເຄພີ, ພວກເຮົາ ຂໍສະແດງຄວາມຂອບໃຈ ມາຍັງ ທຸກໆທ່ານທີ່ເປັນລູກຄ້າຂອງ ພວກເຮົາ ບໍ່ວ່າໂດຍທາງກົງ ຫຼື ທາງອ້ອມທີ່ໄດ້ສົ່ງເສີມທຸລະກິດຂອງພວກເຮົາຕະຫຼອດມາ, ແລະ ຈາກນີ້ ກໍ່ຫວັງວ່າທຸກໆຄົນຈະສືບຕໍ່ເປັນລູກຄ້າຂອງ ພວກເຮົາຕະຫຼອດໄປ.

ລາຍລະອຽດເພີ່ມເຕີມກ່ຽວກັບບໍລິສັດ ໃນເຄືອ ເຄພີ:

  • ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ປີ 1992 ສູນຈຳຫນ່າຍລົດໂຕໂຍຕ້າທົ່ງຂັນຄຳ ແລະ ນາແຮ່
  • ບໍລິສັດ ລາວ ສະແຕນເລ ຈຳກັດ ປີ 1993 ໂຮງງານປະກອບອາໄຫລ່ລົດຍົນ
  • ບໍລິສັດ ເຄພີຈຳກັດ ປີ 1995 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ ແລະ ອາໄຫລ່ລົດຍົນ
  • ບໍລິສັດ ໂລຈິດແຕັມ ລາວ ຈີແອສເຄພີ ຈຳກັດ ປີ 2007 ລະບົບຂົນສົ່ງຕ່າງປະເທດ ເຊື່ອມຕໍ່ ໄທ-ລາວ-ຫວຽດນາມ
  • ບໍລິສັດ ເຄພີ 3ຈີ ແອນ ໂນມູຮະເທຣດດີ້ງ ຈຳກັດ ປີ 2011 ສູນຈຳຫນ່າຍລົດຍົນ ສຸຊຸກິ
  • ບໍລິສັດ ເຄພີ ບິວ ລາວ ຈຳກັດ ປີ 2012 ໂຮງງານຜະລິດຕຸກະຕາ ສົ່ງອອກຍີ່ປຸ່ນ
  • ບໍລິສັດ ເຄພີບໍລິການ ແລະ ພັດທະນາສີມືແຮງງານ ຈຳກັດ ປີ 2012 ສະຫນອງແຮງງານພາຍໃນ ແລະສົ່ງອອກແຮງງານໄປຕ່າງປະເທດ
  • ບໍລິສັດ ພີພີ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ປີ 2014 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
  • ບໍລິສັດ ເຄພີ ໂລຈິດຕິກ ຈຳກັດ ປີ 2016 ລະບົບຂົນສົ່ງພາຍໃນປະເທດ
  • ບໍລິສັດ ເຄເອັສພີ ການຄ້າ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
  • ບໍລິສັດ ເຄພີວີ ການຄ້າ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
  • ບໍລິສັດ ເຄພີທີເເອ໋ວ ໂອໂຕ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າອາໄຫລ່ລົດຍົນ

ບໍລິສັດ ອິໂນະຈິໂອະ ເຄ.ພີ ລາວ ປີ 2019 ສວນການກະເສດ ແຂວງເຊກອງ ແລະ ສາລະວັນ