Home Blog Page 191

21 ສິງຫາ 2021 ຕິດເຊື້ອໃໝ່ 411 ຄົນ, ຊຸມຊົນ 26 ຄົນ

ອີງຕາມລາຍງານແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ ວັນທີ 21 ສິງຫາ 2021 ໃຫ້ຮູ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ກໍລະນີໃໝ່ 411 ຄົນ ເຊິ່ງມີ ຊຸມຊົນ 26 ຄົນ ແລະ ນຳເຂົ້າ 385 ຄົນ.

ສຳລັບ 26 ຄົນ ຕິດເຊື້ອພາຍໃນແຂວງ ຈາກ ນະຄອນຫຼວງວຽງຈັນ 2 ຄົນ, ບໍ່ແກ້ວ 18 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 1 ຄົນ.

ສຳລັບກໍລະນີນຳເຂົ້າ 385 ຄົນ ຈາກນະຄອນຫຼວງວຽງຈັນ 52 ຄົນ, ຈຳປາສັກ 158 ຄົນ, ສະຫວັນນະເຂດ 95 ຄົນ, ຄຳມ່ວນ 61 ຄົນ, ສາລະວັນ 9 ຄົນ, ໄຊຍະບູລີ 8 ຄົນ, ອຸດົມໄຊ 2 ຄົນ.

ຂໍ້ມູນເບື້ອງຕົ້ນຂອງຜູ້ຕິດເຊື້ອໃໝ່ພາຍໃນແຂວງ:

ນະຄອນຫຼວງວຽງຈັນ 2 ຄົນ:

ຜູ້ທີ 1 ແມ່ນ ເພດຊາຍ ອາຍຸ 31 ປີ ພະນັກງານ, ບ້ານນາທ່ອນ, ເມືອງນາຊາຍທອງ, ສັກວັກຊີນຄົບ 2  ເຂັມ, ຜູ້ກ່ຽວປະຈຳຢູ່ສູນຈຳກັດບໍລິເວັນ ໃນໄລຍະວັນທີ 7-16 ສິງຫາ 2021.

  • 17/8/2021 ໄປບ້ານຫົວນາ ເມືອງໄຊທານີ
  • 18/8/2021 ໄປຊື້ຕຳໝາກຮຸ່ງໃກ້ກັບຕະຫຼາດເຂດດົງໂດກ ແລະຮູ້ສຶກມີອາການ ເຈັບຄໍ ມີຂີ້ກະເທີ່
  • 19/8/2021 ມີໄຂ້ ແລະ ເຈັບຫົວ
  • 20/8/2021 ຜົນກວດເປັນບວກ ຕິດເຊື້້ອໂຄວິດ-19

ຜູ້ທີ 2 ເພດຊາຍ ອາຍຸ 31 ປີ ພະນັກງງາ, ບ້ານດົງໂດກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສັກວັກຊີນຄົບ 2 ເຂັມ,

  • 12-13/8/2021 ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ.
  • 14/8/2021 ມີໄຂ້ ໄປກວດຢູ່ຄຣິນິກ
  • 17/8/2021 ໄປເກັບຕົວຢ່າງກວດຢູ່ສູນ ມຊ ດົງໂດກ
  • 20/8/2021 ຜົນກວດພົບເຊື້ອໂຄວິດ-19

ສ່ວນແຂວງບໍ່ແກ້ວ 18 ຄົນ ແມ່ນຢູ່ບ້ານສີເມືອງງານ, ເມືອງຕົ້ນເຜິ້ງ

ສ່ວນແຂວງສະຫວັນນະເຂດ 5 ຄົນ : 3 ຄົນ ແມ່ນຄົນໃນຄອບຄົວຜູ້ຕິດເຊື້ອກ່ອນໜ້ານີ້, ອີກ 2 ຄົນ ແມ່ນທີມງງານກຳລັງສອບຖາມລາຍລະອຽດ

ສ່ວນຈຳປາສັກ 1 ຄົນ ແມ່ນ ທີມງງານກຳລັງສອບຖາມລາຍລະອຽດ,

ມາຮອດປັດຈຸບັນ, ສປປ ລາວ ມີຜູ້ຕິດເຊື້ອສະສົມລວມ 12,164 ຄົນ, ເສຍຊີວິດສະສົມ 11 ຄົນ ແລະ ກຳລັງປິ່ນປົວ 4,415 ຄົນ.

ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ

ກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຈັດຂຶ້ນຕອນເຊົ້າວັນທີ 20 ສິງຫາ 2021 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໂດຍມີລັດຖະມົນຕີກະຊວງທີ່ກ່ຽວຂ້ອງ, ເຈົ້າຄອງນະຄອນຫລວງ ເຈົ້າເມືອງ ພ້ອມດ້ວຍເລຂາພັກ ບ້ານຕ່າງໆ ທົ່ວນະຄອນຫລວງເຂົ້າຮວມ.

ທ່ານອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽຈັນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫລວງວຽງຈັນວ່າ: ບັນຫາຢາເສບຕິດ ເປັນຄືມະເລັງຮ້າຍ ທີ່ກໍາລັງກັດກິນເສດຖະກິດ-ສັງຄົມ ຂອງພວກເຮົາ, ຊຶ່ງຄະນະພັກ-ອົງການປົກຄອງພວກເຮົາ ໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວ ໂດຍອີງໃສ່ກົດຫມາຍ ວ່າດ້ວຍຢາເສບຕິດ ແລະ ຄໍາສັ່ງເລກທີ 27 ຂອງລັດຖະບານ ວ່າດ້ວຍການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ, ໄດ້ມີຄໍາສັ່ງ ຂອງນະຄອນຫລວງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການສ້າງນະຄອນຫລວງວຽງຈັນ ສະຫງົບສຸກ (ສ. ສະຫງົບສຸກ) ເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ,

ພວກເຮົາໄດ້ສຸມໃສ່ແກ້ໄຂບັນຫາແຕ່ລະເປົ້າຫມາຍ ແລະ ແກ້ໄຂຄະດີຢາເສບຕິດຫລາຍສົມຄວນ ແລະ ປັດຈຸບັນ ໄດ້ສໍາເລັດການຂຶ້ນບັນຊີເປົ້າຫມາຍ ພົວພັນກັບຢາເສບຕິດ ມີເຖິງ 9.000 ກວ່າເປົ້າຫມາຍ (ລວມມີເປົ້າຫມາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ແລະ ເປົ້າຫມາຍເສບຢາເສບຕິດ), ເປົ້າຫມາຍທີ່ເປັນບ່ອນອໍານວຍຄວາມສະດວກ ແລະ ບ່ອນມົ້ວສຸມ 221 ຈຸດ, ມີສູນບໍາບັດ ແລະ ປິ່ນຜູ້ຕິດຢາເສບຕິດ 1 ແຫ່ງ ຊຶ່ງມີຜູ້ເຂົ້າປິ່ນປົວ ໃນປັດຈຸບັນ ຈຳນວນ 1.139 ຄົນ, ຍິງ 51 ຄົນ (ເຊິ່ງເກີນຄວາມສາມາດຮອງຮັບຂອງສູນ ສາມາດຮັບໄດ້ພຽງແຕ່ 350-500 ຄົນ), ແພດປິ່ນປົວ, ຢາຮັກສາກໍ່ຂາດເຂີນບໍ່ພຽງພໍ;

ນອກນັ້ນ ກໍ່ຍັງມີສູນສັງຄົມສົງເຄາະ ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຄຸ້ມຄອງ ຊຶ່ງມີຜູ້ທີ່ເປັນບ້າໃບ້ເສຍຈິດ ຈາກການເສບຢາຕິດຢູ່ນໍາຈໍານວນຫນຶ່ງ; ຢາເສບຕິດ ນອກຈາກເປັນຮາກເຫງົ້າຂອງການເກີດປະກົດການຫຍໍ້ທໍ້ ແລະ ອາດຊະຍາກໍາທາງອາຍາຕ່າງໆ ໃນສັງຄົມແລ້ວ, ຜູ້ເສບຢາສ່ວນຫລາຍແມ່ນເປັນຄົນຮຸ່ນຫນຸ່ມ ບໍ່ໄດ້ຮັບການສຶກສາ ເຮັດໃຫ້ຂາດກໍາລັງການຜະລິດທີ່ສໍາຄັນ ຂອງປະເທດ;

ກ່ຽວກັບແຜນຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ອົງຄະນະພັກ-ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 3 ຫລັກການ, 2 ຍຶດຫມັ້ນ, 2 ມາດຕະການ ແລະ 3 ຕ້ານ ຕາມທີ່ໄດ້ລະບຸໄວ້ ໃນຄໍາສັ່ງ ຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ແລະ ທິດນໍາຂອງລັດຖະບານ, ໂດຍກໍານົດອອກເປັນ 6 ຄາດຫມາຍ ແລະ 6 ແຜນວຽກຈຸດສຸມ/ມາດຕະການຈັດຕັ້ງປະຕິບັດ.

ຈາກນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ປະທານກອງປະຊຸມ ໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອໃຫ້ທິດຊີ້ນໍາຕໍ່ອົງການປົກຄອງ ນະຄອນຫລວງວຽງຈັນ ນັບແຕ່ການນໍາ ນະຄອນຫລວງ, ການນຳຂັ້ນເມືອງ ຮອດບັນດານາຍບ້ານຕ່າງໆ ໃນຂອບເຂດນະຄອນຫລວງວຽງຈັນ ໃຫ້ເຂົ້າໃຈເລິກເຊິ່ງຕໍ່ 2 ວາລະແຫ່ງຊາດດັ່ງກ່າວ ໂດຍເນັ້ນເຖິງຄວາມໝາຍ, ຄວາມຈໍາເປັນ ລວມທັງເນື້ອໃນຂອງວາລະແຫ່ງຊາດ ເພື່ອເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜ່ອນຄາຍລົງ ເປັນຕົ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ແລະ ບັນຫາການຄ້າຂາຍຢາເສບຕິດ ກໍໃຫ້ຫຼຸດລົງ. ກົນໄກການຈັດຕັ້ງປະຕິບັດຂອງວາລະແຫ່ງຊາດ ທັງ 2 ສະບັບ ໃຫ້ຈັດຕັ້ງບັນຊາ-ຊີ້ນຳແບບຍຸດທະບັ້ນຮົບ ຊຶ່ງນະຄອນຫລວງວຽງຈັນ ເປັນໃຈກາງດ້ານຕ່າງໆຂອງຊາດ ຍ້ອນແນວນັ້ນຕ້ອງມີການຊີ້ນຳບັນຊາຢ່າງມີກົນໄກໂດຍຖືເອົາ 3 ຫຼັກການໃຫຍ່ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບປະກັນຫຼັກການດ້ານວິທະຍາສາດ-ວິຊາການ ພ້ອມທັງໃຫ້ປະຊາຊົນ ກໍຄືພາກສ່ວນກ່ຽວຂ້ອງ ໄດ້ມີສ່ວນຮ່ວມນໍາ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ ອຳນາດການປົກຄອງແຕ່ລະຂັ້ນ ຂອງນະຄອນຫລວງວຽງຈັນ ເອົາໃຈໃສ່ 6 ປັດໄຈທີ່ສຳຄັນຄື:

1). ຕ້ອງມີຄວາມເປັນເອກະພາບສູງ ລະຫວ່າງ ການນຳ ກັບປະຊາຊົນ ໂດຍສະເພາະອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງຈະປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ເປັນຢ່າງດີ.

2). ຕ້ອງມີຄວາມຮັບຜິດຊອບສູງ ໂດຍການເປັນເຈົ້າການ ບົນພື້ນຖານເຮັດແທ້ທຳຈິງ ໃຫ້ຕີຖອຍລັດທິຮູບການ ເພື່ອລົງເລິກແກ້ໄຂບໍ່ໃຫ້ມີການລາຍງານທີ່ມັກແກ້ຕົວ, ລາຍງານດອກໄມ້ ແຕ່ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຂອງວາລະແຫ່ງຊາດ ຕາມທີ່ໄດ້ຮັບການມອບໝາຍໃຫ້.

3). ຕ້ອງສຸມໃສ່ຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນຮີບດ່ວນຕ້ອງຈັດຕັ້ງປະຕິບັດກ່ອນ ເປັນຕົ້ນແມ່ນ ນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ຊຶ່ງເບື້ອງລັດກໍຕ້ອງຈັດຕັ້ງກ່ອນ ແລະ ຂັ້ນທ້ອງຖິ່ນ ກໍຕ້ອງແມ່ນ ນະຄອນຫລວງ ເຮັດກ່ອນແຂວງອື່ນໆ.

4). ຕ້ອງສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ໂດຍການສົມທົບກັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ວາງແຜນການຜະລິດ ພ້ອມທັງຫັນຄ່ານິຍົມຈາກສັງຄົມບໍລິໂພກ ໄປສູ່ສັງຄົມການຜະລິດ.

5). ຕ້ອງສຸມໃສ່ຂຶ້ນທະບຽນແຮງງານ, ຈັດສັນແຮງງານ ແລະ ປັບປຸງສີມືແຮງງານ ໂດຍໃຫ້ພະແນກພາຍໃນ ນະຄອນຫລວງ ສົມທົບກັບກະຊວງແຮງງານ ແລະ ສະພາອຸດສາຫະກຳ ແລະ ການຄ້າ ນະຄອນຫລວງ.

6). ຕ້ອງປັບປຸງກົນໄກການບໍລິຫານລັດຂັ້ນ ນະຄອນຫລວງ, ເມືອງ ແລະ ບ້ານ ໃຫ້ເຂັ້ມແຂງ ມີການບຸກທະລຸວຽກງານ ຊຶ່ງຂັ້ນບ້ານແມ່ນສຳຄັນຫຼາຍ ເຊິ່ງຕ້ອງໄດ້ມີການຕິດຕາມຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງຈິງຈັງ.

CR: Lao National Radio

ຂ່າວດ່ວນ! ແມ່ຕິດໂຄວິດ-19 ເກີດລູກ ລູກປອດໄພ ແຕ່ແມ່ເສຍຊີວິດເປັນລາຍທີ 11

ໃນການຖະແຫຼງຂ່າວ ຢ່າງເປັນທາງການ ຂອງຄະນະສະເພາະກິດ ໃນເຊົ້າ ວັນທີ 20 ສິງຫາ 2021 ໃຫ້ຮູ້ວ່າ, ເລກຜູ້ຕິດເຊື້ອສະສົມທັງໝົດ 11,753 ຄົນ (ໃໝ່ 440 ຄົນ), ຄົນເຈັບເສຍຊີວິດສະສົມ 11 ຄົນ (ໃໝ່ 2 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,604 ຄົນ.

ກໍລະນີທີ 10: ແມ່ນຜູ້ເສຍຊີວິດໃໝ່ 1 ຄົນ ຢູ່ແຂວງສະຫວັນນະເຂດ ເປັນເພດຊາຍ, ອາຍຸ 55 ປີ, ອາຊີບ ກຳມະກອນ, ບ້ານໂພນຊາຍ, ເມືອງໄກສອນ ເຂົ້ານອນປິ່ນປົວຢູ່ໂຮງໝໍ ໃນວັນທີ 11 ສິງຫາ 2021​ ຍ້ອນໄຂ້ໄອ 6 ວັນ. ພະຍາດປະຈຳໂຕ ຄວາມດັນເລືອດສູງ.​ ວັນທີ 12 ສິງຫາ 2021 ຜູ້ກ່ຽວ ຫາຍໃຈຝຶດ, ແໜ້ນໜ້າເອິກ, ຜົນຈາກການສ່ອງໄຟຟ້າລັງສີປອດ ສະແດງໃຫ້ເຫັນວ່າ ປອດອັກເສບ. ອາການຂອງຜູ້ກ່ຽວໜັກລົງເລື້ອຍໆ ຈົນມາຮອດ ເວລາ 1 ໂມງເຊົ້າຂອງວັນທີ 18 ສິງຫາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ກໍລະນີທີ 11: ແມ່ນຜູ້ເສຍຊີວິດອີກ 1 ຄົນ ແມ່ນຢູ່ແຂວງຄຳມ່ວນ ເປັນເພດຍິງ, ອາຍຸ 26 ປີ, ອາຊີບ ພະນັກງານເສີບອາຫານ, ບ້ານດອນພູຄຳ, ເມືອງມະຫາໄຊ, ແຂວງຄຳມ່ວນ, ເດີນທາງເຂົ້າມາ ສປປ ລາວ ໃນວັນທີ 3 ສິງຫາ 2021, ຜົນກວດພົບເຊື້ອ COVID-19 ໃນວັນທີ 7 ສິງຫາ 2021. ຜູ້ກ່ຽວມີໄຂ້, ໄອ, ຫາຍໃຈຝຶດ ແລະ ກະວົນກະຕາຍ. ຜູ້ກ່ຽວເກີດລູກໄດ້ 5 ວັນ ແລະເສຍຊີວິດ ໃນວັນທີ 20 ສິງຫາ 2021 ສ່ວນລູກປອດໄພ.

ຊາປະນະກິດ ກໍລະນີທີ 11

ສູງທີ່ສຸດ! +440 ຄົນ ໃນນີ້ມີນັກໂທດຕິດ +48 ຄົນ

ຄະນະສະເພາະກິດ ລາຍງານໃຫ້ຮູ້ ໃນເຊົ້າ ວັນທີ 20 ສິງຫາ 2021 ນີ້ວ່າ: ໃນວັນທີ 19 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 3317 ຕົວຢ່າງ, ນະຄອນຫຼວງ 750 ຕົວຢ່າງ, ສະຫວັນນະເຂດ 486 , ຈໍາປາສັກ 1048. ຜົນຂອງການກວດ ແມ່ນພົບເຊື້ອ 440 ຕົວຢ່າງ (ໃນຊຸມຊົນ 75 ຄົນ) ຄື:

– ນະຄອນຫຼວງ: 101 (ນໍາເຂົ້າ)

– ບໍ່ແກ້ວ (ຕົ້ນເຜີ້ງ): 13 (ຊຸມຊົນ)

– ຫຼວງນໍ້າທາ: 3 (ຊຸມຊົນມາແຕ່ແຂວງບໍ່ແກ້ວ)

– ຫຼວງພະບາງ: 1 (ນໍາເຂົ້າ)

– ໄຊຍະບູລີ: 4 (ນໍາເຂົ້າ)

– ຄໍາມ່ວນ: 45 (ນໍາເຂົ້າ)

– ສາລະວັນ: 23 (ນໍາເຂົ້າ)

– ເຊກອງ: 1 (ຊຸມຊົນ)

– ຈໍາປາສັກ: 114 (ນໍາເຂົ້າ)

– ສະຫວັນນະເຂດ: 135, 77 (ນໍາເຂົ້າ) 58 (ຊຸມຊົນ)

ແຂວງສະຫັວນນະເຂດ ມີການຕິດເຊື້ອໃນຊຸມຊົນ 58 ຄົນ, ໃນນັ້ນເປັນນັກໂທດຢູ່ຄຸມຂັງຫລັກ 6 ມີຜູ້ຕິດເຊື້ອ 48 ຄົນ ແລະ ກຸ່ມຄົນທົ່ວໄປ ມີ 10 ຄົນ (01 ຄົນ ແມ່ນພະນັກງານ ປກສ ປະຈໍາສູນໂພນສິມ., ອີກ 02 ຄົນ ແມ່ນພະນັກງານດ່ານປະຈໍາຢູ່ຂົວມິດຕະພາບແຫ່ງທີ່ 2, ອີກ 03 ຄົນ ແມ່ນລູກຂອງພະນັກງານຕໍາຫລວດຄ້າຍຄຸມຂັງນະຄອນໄກສອນ, ອີກ 01 ຄົນ ແມ່ນຂາຍນໍ້າມັນ, ອີກ 01 ຄົນ ແມ່ນພະນັກງານບໍລິສັດຂົນສົ່ງແລະ ອິກ 02 ຄົນ ຍັງບໍ່ຮູ້ຂໍ້ມູນເທື່ອເດີ.

ຖະແຫຼງຂ່າວ 19 ສິງຫາ ຕິດເຊື້ອເພີ່ມອີກ +284 ຄົນ (ຊຸມຊົນ +19)

ລາຍງານຈາກຄະນະສະເພາະກິດ ໃຫ້ຮູ້ ໃນຕອນເຊົ້າ ວັນທີ 19 ສິງຫາ 2021 ນີ້ວ່າ, ໃນວັນທີ 18 ສິງຫາ 2021 ໄດ້ມີການເກັບຕົວຢ່າງມາກວດທັງໝົດ 2456, ໃນນີ້ກວດພົບ ຄົນຕິດເຊື້ອໃໝ່ 284 ຄົນ, ຕິດໃນຊຸມຊົນ 19 ຄົນ ແລະ ນໍາເຂົ້າ 265 ຄົນ.

ກໍລະນີ ຕິດໃນຊຸມຊົນ 19 ຄົນ ມາຈາກ: ສະຫວັນນະເຂດ 17 ຄົນ ບໍ່ແກ້ວ 2

ກໍລະນີ ນໍາເຂົ້າ 265 ຄົນ ມາຈາກ: ນະຄອນຫຼວງວຽງຈັນ 7 ຄົນ, ສະຫວັນນະເຂດ 63 ຄົນ, ຈໍາປາສັກ 82 ຄົນ, ຄໍາມ່ວນ 66 ຄົນ, ໄຊຍະບູລີ 1 ຄົນ, ສາລະວັນ 44, ອຸດົມໄຊ 1 ຄົນ, ຫຼວງພະບາງ 1 ຄົນ,

ມາຮອດປະຈຸບັນ ຕົວເລກສະສົມ ທັງໝົດທົ່ວປະເທດ ແມ່ນ 11.313 ຄົນ, ເສຍຊີວິດ 10 ຄົນ (ໃໝ່ 1 ຄົນ ຈາກແຂວງສະຫວັນນະເຂດ ເຊົ້າວັນທີ 19 ສິງຫາ 2021), ກໍາລັງປິ່ນປົວ 4.435 ຄົນ.

ຄະນະສະເພາະກິດ ຮຽກຮ້ອງ ມາບັງທຸກຄົນໃນສັງຄົມ ຕ້ອງ ປະຕິບັດ ມາດຕະການ ປ້ອງກັນຕົນເອງ ຢ່າງເຂັ້ມງວດ. ພ້ອມດຽວກັນນີ້, ກໍ່ຈົ່ງຮີບຮ້ອນ ໄປຮັບວັກຊິນ ຕາມຄໍາແນະນໍາ. ເພີ່ມເຕີບ ໂທ 165 ຫຼື 166

.

ສະຫວັນນະເຂດ ມີຄົນຕິດເຊື້ອ ໂຄວິດ-19 ເສຍຊີວິດ ກໍລະນີທີ 3 (ກໍລະນີທີ 10 ທົ່ວປະເທດ)

ລາຍງານຈາກ ກູ້ໄພ ແຂວງສະຫວັນນະເຂດ ໃຫ້ຮູ້ ໃນຕອນເຊົ້າ ວັນທີ 19 ສິງຫາ 2021 ນີ້ວ່າ:

ເສັດສີ້ນພາລະກິດ ວັນທີ 19/08/2021 ໜ່ວຍກູ້ໄພ ສະຫວັນນະເຂດ 1629 ມ້ຽນສົບຜູ້ເສຍຊີວິດໂຄວິດ19 ກໍລະນີທີ 10 ຂອງ ສປປ ລາວ, ກໍລະນີທີ 3 ຂອງແຂວງ ສະຫວັນນະເຂດ.

ເປັນ ເພດຊາຍ ອາຍຸ55 ປີ ປະຊາຊົນ ບ້ານໂພນຊາຍ ນະຄອນໄກສອນ ແຂວງ ສະຫວັນນະເຂດ ( ແຮງງານມາແຕ່ໄທ ປີ່ນປົວທີ່ສູນຫລັກ9 )

.

.

.

.

.

ຄໍາສັ່ງແນະນໍາ ວ່າດ້ວຍ: ການຈັດຕັ້ງປະຕິບັດຫລັກສູດສາຍສາມັນສຶກສາ ປະຈໍາສົກຮຽນ 2021-2022

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄໍາສັ່ງແນະນໍາ ສະບັບເລກທີ 3384/ສສກ ວ່າດ້ວຍການຈັດຕັ້ງປະຕິບັດຫລັກສູດສາຍສາມັນສຶກສາ ປະຈໍາສົກຮຽນ 2021-2022.

.

.

.

.

.

.

ແຈກ! ທຶນຮຽນຕໍ່ປະເທດຈີນ ລະດັບຊັ້ນສູງ ສາຍແພດພະຍາບານ ຈຳນວນ 5 ທຶນ

ເນື່ອງໃນໂອກາດສະເຫຼີມສະຫຼອງສູນ B-YOU ຄົບຮອບ4ປີ, ພວກເຮົາ ສູນສອນພາສາຈີນ ແລະ ທີ່ປຶກສາດ້ານການສຶກສາ ປີ້ໂຢ່ ຮ່ວມກັບ ວິທະຍາໄລວິຊາຊີບສຸຂະພາບ ແລະ ການຟື້ນຟູ ເສສວນ ຢາກເປັນສ່ວນໜື່ງໃນການສານຝັນໃຫ້ແກ່ນ້ອງໆທີ່ມີຄວາມມັກຮັກໃນການຮຽນ ໂດຍສະເພາະສາຍພະຍາບານ.

ຈຶ່ງຖືເອົາວາລະອັນດີນີ້ເປີດໂອກາດໃຫ້ແກ່ນັກຮຽນທົ່ວປະເທດໄດ້ເຂົ້າມາຮ່ວມຊິງເອົາທຶນຮຽນຕໍ່ແບບງ່າຍໆ ຜ່ານເງື່ອນໄຂດັ່ງນີ້:

ກະຕິກາ: Like ແລະ Follow Page B-YOU Chinese Education Consulting Center, Share Post ນີ້, ລົງທະບຽນ ແລະ ຈ່າຍຄ່າສະໝັກ 50,000 ກີບ https://form.jotform.com/212230187879057, ເຮັດແບບທົດສອບ ກ່ຽວກັບຄວາມຮູ້ຮອບຕົວ ເປັນປາລະໄນ (ທາງ Online) ແລະ ສົ່ງວິດີໂອແນະນຳຕົນເອງແລະບອກເຫດຜົນທີ່ຢາກຮຽນຕໍ່ຈີນໃນສາຍພະຍາບານ.

ເງື່ອນໄຂຜູ້ສະໝັກ: ອາຍຸບໍ່ເກີນ 25 ປີ, ວຸດທິການສຶກສາ : ຈົບ ມ7 ຂຶ້ນໄປ, ສຸຂະພາບ: ແຂງແຮງດີ ແລະ ມັກຮັກໃນການຮຽນສາຍແພດພະຍາບານ.

  • ວັນເວລາ:
  • ເປີດຮັບສະໝັກຕັ້ງແຕ່ມື້ນີ້ເປັນຕົ້ນໄປ
  • ປິດຮັບສະໝັກວັນທີ 21/8/2021
  • ມື້ສົ່ງວີດີໂອ 12-21/8/2021
  • ມື້ເຮັດແບບທົດສອບວັນທີ 22/8/2021
  • ປະກາດຜົນວັນທີ 23/8/2021 ຜ່ານ facebook live

ຕິດຕໍ່ລົງທະບຽນໄດ້ທີ່ WhatsApp: 020 98968528, 020 52556190

ສະຖານທີ່: ຕຶກ SKV GROUP (ບ້ານ ຊຽງຍືນ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ)

ພໍ່ໃຈຮ້າຍ ລຳຄານສຽງລູກໄຫ້ ຮັດໂຕລູກຊາຍໄວ 8 ເດືອນ ຈົນເສຍຊີວິດ

ຕາມການລາຍ ຂອງເວັກໄຊ້ຄວາມສະຫງົບ Lao Seculity News ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 27 ມີນາ 2021 ທີ່ຜ່ານມາ, ໄດ້ຮັບການລາຍງານຈາກອຳນາດການປົກຄອງບ້ານລາດບົກ ວ່າ: ມີຄົນ ເສຍຊີວິດເປັນເດັກນ້ອຍ ອາຍຸພຽງ 8 ເດືອນ ຢູ່ເຮືອນຂອງທ້າວ ປອນວິໄລ ອາຍຸ 22 ປີ ຢູ່ບ້ານລາດບົກ ຈີ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງເຄື່ອນໄຫວສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊັນນະສູດສະຖານທີ່ເກີດເຫດ.

ພາຍຫຼັງກວດກາສະຖານທີ່ເກີດເຫດ ພົບເຫັນສົບຂອງ ທ້າວ ກໍ (ນາມສົມມຸດ) ອາຍຸໄດ້ 8 ເດືອນ ນອນເສຍຊີວິດຢູ່ໃນເຮືອນ; ໃນຂະນະນັ້ນ, ພົບເຫັນ ທ້າວ ປອນວິໄລ (ຜູ້ເປັນພໍ່) ຈຶ່ງໄດ້ສອບຖາມ ແລະ ຜູ້ກ່ຽວກໍສາລະພາບວ່າ: ຜູ້ກ່ຽວໄດ້ໃຊ້ແຂນຮັດລຳຕົວລູກຊາຍຂອງຕົນເອງ ຈົນເສຍຊີວິດຄາທີ່ ຍ້ອນຄວາມບໍ່ພໍທີ່ລູກໄຫ້.

ຈາກນັ້ນ, ຈຶ່ງໄດ້ກັກຕົວຜູ້ກ່ຽວໄປສອບສວນ ແລະ ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ໃນປີ 2018, ຜູ້ກ່ຽວໄດ້ເຄື່ອນໄຫວ ເສບຢາບ້າຈຳນວນຫຼາຍຄັ້ງ ໂດຍຢາບ້າດັ່ງກ່າວ ແມ່ນໄດ້ຊື້ນຳໄວລຸ້ນເຂດບ້ານໃກ້ຄຽງ ແລະ ມາຮອດປີ 2019 ໄດ້ສ້າງຄອບຄົວກັບນາງ ດຳ ອາຍຸ 27 ປີ ( ຄົນບ້ານດຽວກັນ ) ມີລູກນຳກັນ 1 ຄົນຊື່ທ້າວ ກໍ (ນາມສົມມຸດ).

ຮອດວັນທີ 26 ມີນາ 2021, ຜູ້ກ່ຽວໄດ້ຊື້ຢາບ້າມາເສບອີກຈຳ ນວນ 1 ເມັດ. ຫຼັງຈາກນັ້ນ, ກໍໄປນອນ ແລະ ມື້ຕໍ່ມາເວລາປະມານ 8:00 ໂມງ ຜູ້ກ່ຽວໄດ້ຕື່ນນອນແລ້ວ ໃຊ້ເມຍໄປແຕ່ງກິນ, ສ່ວນຜູ້ກ່ຽວແມ່ນໄດ້ເອົາລູກ. ໃນເວລານັ້ນ, ລູກໄດ້ຮ້ອງໄຫ້ບໍ່ເຊົາຜູ້ກ່ຽວ ຈຶ່ງເກີດມີແນວຄິດຢາກຮ້າຍ ຈຶ່ງໄດ້ອຸ້ມເອົາລູກປິ້ນໜ້າເຂົ້າຫາລຳຕົວຂອງຜູ້ກ່ຽວ ແລ້ວເອົາຄາງລູກກ່າຍໃສ່ບ່າໄຫຼ່ເບື້ອງຂວາ ກ່ອນໃຊ້ແຂນຮັດເຂົ້າລຳຕົວຂອງລູກຊາຍຢ່າງແຮງຈົນເຮັດໃຫ້ລູກເສຍຊີວິດຄາທີ່.

ຈົນຮອດເວລາ 11:00 ໂມງ ຂອງວັນດຽວ, ກັນຈຶ່ງຖືກເຈົ້າ ໜ້າທີ່ຕຳຫຼວດ ປກສ ເມືອງບາຈຽງ ຈະເລີນສຸກ ກັກຕົວໄປດຳເນີນຄະດີ.

ປັດຈຸບັນ, ຄະດີດັ່ງກ່າວຢູ່ແມ່ນກຳລັງສົ່ງສຳນວນຄະດີໃຫ້ພະແນກສືບສວນ-ສອບສອນ ປກສ ແຂວງຈຳປາສັກ ເພື່ອສົ່ງຟ້ອງໄອຍະການປະຊາຊົນແຂວງຈຳປາສັກ ດຳເນີນຄະດີຕໍ່ໄປ.

ແຈ້ງການດ່ວນ! ຈາກຄະນະສະເພາະກິດເມືອງທ່າແຂກ ແຂວງຄຳມ່ວນ

ປະກາດຕາມຫາບຸກຄົນ ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ພາຍໃນສູນກັກກັນເມືອງທ່າແຂກ ເຊິ່ງມີລາຍລະອຽດຕາມແຈ້ງການດັ່ງນີ້: