Home Blog Page 190

ຜົນສຳເລັດ ຂອງທີມແພດຜ່າຕັດຊ່ວຍເກີດລູກໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ມີອາການໜັກຢ່າງປອດໄພ

ຕາມການລາຍງານ ຂອງໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ຜົນສຳເລັດທີມແພດຜ່າຕັດໝໍທຳມືນຢາສະຫຼົບແລະແພດເດັກ​ ທີ່ໄດ້ຜ່າຕັດເກີດລູກ ແລະ ຊ່ວຍເກີດລູກທຳມະຊາດໃຫ້ຜູ້ຍີງຖືພາທີ່ຕິດເຊື້ອໂຄວິດ-19 ທີ່ມີອາການຫນັກຢ່າງປອດໄພ.

ວັນທີ 24 ສີງຫາ 2021 ທີມງານແພດຜ່າຕັດສູນໂພນທອງ ສົມທົບກັບ ທີມຜ່າຕັດທີ່ປະຈຳການໂຮງໝໍພາກສະໝາມການເງີນພາກໃຕ້, ໝໍທຳມືນຢາສະຫຼົບ ແລະ ໝໍເດັກ ໄດ້ທຳການຜ່າຕັດຊ່ວຍເກີດລູກ,

ກໍລະນີທີ 1: ຜ່າຕັດຊ່ວຍເກີດລູກ (ຮອຍຜ່າຕັດເກົ່າ) ແມ່ຍີງຖືພາ 35ອາທິດ ລູກຜູ້ທີ 2, ຮອຍປາດເກົ່າ , ຕິດເຊື້ອໂຄວີດ-19 ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ ເດັກເພດ ຍິງນ້ຳໜັກ3000 g , ເດັກແຂງແຮງດີ.

ກໍລະນີທີ 2:  ເກີດລູກທໍາມະຊາດ ແມ່ຍິງຖືພາ35ອາທິດ ລູກຜູ້ທີ1 ຕິດເຊື້ອໂຄວີດ-19,​ ຜູ້ກ່ຽວມີອາການອັກເສບປອດຮຸນແຮງ, ແລະ​ພະຍາດຕ່ອມຄໍຫນຽງເປັນພິດ ຈັດໃນກຸ່ມຄົນເຈັບຫນັກ,​ ທີ່ມີຄວາມສ່ຽງສູງຕໍ່ການລອດຊີວິດ,​ເຊີ່ງແມ່ນແຮງງານນຳເຂົ້າ ແລະ ມີຜົນສຳເລັດໄປດ້ວຍດີ.​ ເດັກເກີດເພດ ຍິງ, ນ້ຳໜັກ2800g ,ເດັກແຂງແຮງດີ.

ຜົນສຳເລັດຄັ້ງນີ້ແມ່ນການຮ່ວມແຮງຮ່ວມໃຈ​ແລະ​ການຊີ້ນໍາ-ນໍາພາຂອງການຈັດຕັ້ງທຸກຂັ້ນ,​ເຮັດໃຫ້ພວກເຮົາໄດ້ຜ່ານຜ່າທຸກອຸປະສຸກ ແລະຂໍ້ຫຍຸ້ງໄປດ້ວຍດີ,​ຕອບສະຫນອງໄດ້ກັບຄໍາຂັວນທີ່ວ່າ ລູກເກີດລອດ-ແມ່ປອດໄພ.

ພະລັງງານໄຟຟ້າ-ໄຟຟ້າຂັບເຄື່ອນ ແລະ ສາຍສົ່ງກາງຫາວ ກໍາລັງຈະສົ່ງກະແສໄຟຟ້າໃນໄວໆນີ້, ຕ້ອງລະວັງອອກຫ່າງຈາກອຸປະກອນຊັກນໍາໄຟຟ້າ

ອີງຕາມການກໍ່ສ້າງວິສະວະກໍາພະລັງງານໄຟຟ້າ ແລະ ວິສະວະກໍາສະໜອງໄຟຟ້າລາກແກ່ ຂອງ ລົດໄຟລາວ-ຈີນ ໄດ້ມີຄວາມຄືບໜ້າຢ່າງລາບລື່ນ ແລະ ສະດວກ, ເສັ້ນທາງພະລັງງານໄຟຟ້າຂະໜາດ 10 kv ທີ່ເຊື່ອມຈອດກັນ ແລະ ເຄື່ອງອຸປະກອນທີ່ກ່ຽວຂ້ອງ ຂອງເສັ້ນທາງລົດໄຟທັງໝົດຈະເລີ່ມສົ່ງກະແສໄຟຟ້າໃນວັນທີ 24 ສິງຫາ ປີ 2021. ຈາກນັ້ນ, ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ ແລະ ໝໍ້ແປງໄຟເປັນຕົ້ນ ຈະໄດ້ຊັກນໍາໄຟຟ້າໝົດ(10 kv).

ນອກຈາກນັ້ນແລ້ວ, ວິສະວະກໍາສາຍສົ່ງກາງຫາວ ຂອບເຂດລະຫວ່າງອຸໂມງມິດຕະພາບ ບໍ່ເຕັນ ຫາ ສະຖານີລົດໄຟວຽງຈັນ ແລະ ສະຖານີລົດໄຟວຽງຈັນ ຫາ ສະຖານທີ່ຮັກສາສ້ອມແປງຫົວລົດໄຟ(Locomotive depot)ກໍຈະເລີ່ມສົ່ງກະແສໄຟຟ້າເຂົ້າເພື່ອເປີດໃຊ້ງານຢ່າງເປັນທາງການ ໃນເວລາ 9:00 ໂມງເຊົ້າ ຂອງວັນທີ 18 ກັນຍາ ປີ 2021. ຫຼັງຈາກນັ້ນ, ສາຍສົ່ງກາງຫາວ, ສາຍສະໜອງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຕາມແນວເສັ້ນທາງລົດໄຟທັງໝົດຈະໄດ້ຊັກນໍາໄຟຟ້າແຮງສູງ(27.5kv). ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟ ເພື່ອຮັບຊາບ,ແລະຕ້ອງລະມັດລະວັງຕົວໃນການປ້ອງກັນດ້ານຄວາມປອດໄພ ແລະ ເອົາໃຈໃສ່ກັບຄວາມປອດໄຟດ້ານການຮັກສາທາງລົດໄຟ.

ຫຼັງຈາກເສັ້ນທາງພະລັງງານໄຟຟ້າທີ່ເຊື່ອມຈອດກັນຂອງເສັ້ນທາງລົດໄຟລາວ-ຈີນ ໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ, ເຄື່ອງອຸປະກອນຕ່າງໆ ເຊັ່ນ: ສາຍເຄເບີ້ນທີ່ເຊື່ອມຈອດກັນ, ສາຍສົ່ງກາງຫາວ, ໝໍ້ແປງໄຟ ແລະ ອື່ນໆ ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 10 kv. ແລະ ຫຼັງຈາກວິສະວະກໍາສາຍສົ່ງກາງຫາວໄດ້ສົ່ງກະແສໄຟຟ້າເຂົ້າແລ້ວ, ສາຍສົ່ງໄຟຟ້າ ແລະ ເຄື່ອງອາໄຫຼ່ທີ່ເຊື່ອມຕໍ່ຈະໄດ້ຊັກນໍາໄຟຟ້າແຮງສູງຂະໜາດ 27.5 kv, ໃນຂອບເຂດ 20 ແມັດ ຢູ່ອ້ອມຂ້າງສາຍສົ່ງກາງຫາວລ້ວນແຕ່ເປັນເຂດໄຟຟ້າແຮງສູງທີ່ອັນຕະລາຍ. ເພື່ອປ້ອງກັນທາງລົດໄຟເກີດອຸປະຕິເຫດທີ່ເຮັດໃຫ້ຄົນບາດເຈັບ ຫຼື ຕາຍດ້ວຍໄຟຟ້າຊ໋ອດ, ຫ້າມບໍ່ໃຫ້ປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟເຂົ້າໃກ້ ພາຍໃນຂອບເຂດ 2 ແມັດ ຂອງສາຍສົ່ງກາງຫາວທີ່ເປັນເຂດອັນຕະລາຍນັ້ນ, ຫ້າມຂ້າມຜ່ານສິ່ງຂອງຕ່າງໆໂດຍທາງກົງ ຫຼື ທາງອ້ອມ, ຫ້າມປີນຂຶ້ນເສົາໄຟເຫຼັກ ຂອງສາຍສົ່ງກາງຫາວ ແລະ ຫ້າມຫຼິ້ນຢູ່ໃກ້ກັບບໍລິເວນສາຍສົ່ງກາງຫາວຢ່າງເດັດຂາດ.

ນອກຈາກນັ້ນແລ້ວ, ຖ້າຫາກວ່າປະຊາຊົນທີ່ຢູ່ຕາມແນວເສັ້ນທາງລົດໄຟພົບເຫັນມີສິ່ງຂອງຕ່າງໆ ເຊັ່ນ: ສົ້ນສາຍໄຟ ຫຼື ເຄືື່ອງອາໄຫຼ່ ແລະ ອື່ນໆທີ່ແຂວນຫ້ອຍຢູ່ເທິງສາຍພະ ລັງງານໄຟຟ້າ ແລະ ສາຍສົ່ງກາງຫາວ,ແມ່ນຫ້າມບໍ່ໃຫ້ໄປສໍາພັດ ຫຼື ເຂົ້າໃກ້. ຖ້າຫາກວ່າພົບເຫັນເຄື່ອງອຸປະກອນຕ່າງໆຂອງສາຍພະລັງງານໄຟຟ້າ ແລະ ສາຍສົ່ງກາງຫາວຖືກລັກ, ທໍາລາຍມ້າງ, ຫຼື ພົບເຫັນວ່າເກີດອັກຄີໄພ, ຕ້ອງແຈ້ງໃຫ້ພາກສ່ວນກ່ຽວຂ້ອງທີ່ຢູ່ໃກ້ທີ່ສຸດ. ຖ້າຫາກວ່າພົບເຫັນສາຍພະລັງງານໄຟຟ້າ ແລະ ສາຍສົ່ງໄຟຟ້າຂາດ, ຕົກ, ຈະຕ້ອງຮັກສາໄລຍະຫ່າງຄວາມປອດໄພ 10 ແມັດຂຶ້ນໄປ, ແລະ ຕ້ອງແຈ້ງໃຫ້ພາກສ່ວມກ່ຽວຂ້ອງກັບທາງລົດໄຟ ຫຼື ກົມຕໍາຫຼວດທີ່ຢູ່ໃກ້ທີ່ສຸດຢ່າງທັນທີ.

ເຫດລູກຂ້າພໍ່ ເສຍຊີວິດຄາທີ່!

ໃນວັນທີ 23.08.2021 ເວລາ 16:00ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີເຫດຄາດຕະກຳ (ລູກຂ້າພໍ່ເສຍຊີວິດ) ຢູ່ບ້ານ ໂພນຫໍ ເມືອງໂພນໂຮງ ແຂວງວຽງຈັນ.

ເມື່ອໜ່ວຍກູ້ຊີບໄປຮອດບ່ອນເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ,ເປັນເພດຊາຍ, ອາຍຸ 60 ປີ (ສ່ວນລາຍລະອຽດຂອງການຄາດຕະກຳ ຄັ້ງນີ້ແມ່ນຢູ່ລະຫວ່າງການສືບສວນ-ສອບສ່ວນ ຂອງເຈົ້າຫນ້າທີ່)

ດັ່ງນັ້ນ, ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈຶ່ງໄດ້ຫໍ້-ມ້ຽນສົບຜູ້ເສຍຊີວິດ ແລ້ວມອບໃຫ້ຍາດພີ້ນ້ອງປະກອບພິທີທາງສາສະໜາ

ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຜູ້ເສຍຊີວິດດ້ວຍເທີນ!

ພົບຄົນແຂວນຄໍ ຄາດວ່າເສຍຊີວິດ 5 ຊົ່ວໂມງແລ້ວ

ເຫດ (ແຂນຄໍຕາຍ) ເຂດບ້ານແສງສະຫວ່າງ

ຕາມການລາຍງານ ຂອງ ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1624 – ສູນສັ່ງການ ໃຫ້ຮູ້ວ່າ ໃນວັນທີ 24/08/2021 ເວລາ 06:48 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ: ມີເຫດ ຄົນແຂນຄໍຕາຍ (ຢູ່ເຮືອນ) ຢູ່ທີ່ ບ້ານ ແສງສະຫວ່າງ, ເມືອງ ໄຊເສດຖາ ,ນະຄອນຫຼວງວຽງຈັນ.

ໜ່ວຍກູ້ຊີບກູ້ໄພ ນະຄອນຫຼວງ-ສູນສັງການ ຈິ່ງໄດ້ອອກກວດສອບເຫດ ພົບຜູ້ເສຍຊີວິດ 01 ຄົນເປັນເພດຊາຍ ເບື້ອງຕົ້ນຄົນເຈັບໄດ້ເສຍຊີວິດມາເປັນເວລາ 5 ຊົ່ວໂມງແລ້ວ ຈິ່ງມີຄົນມາເຫັນ ທາງໜ່ວຍກູ້ໄພ ໄດ້ມ້ຽນສົບຜູ້ເສຍຊີວິດ ເພື່ອສົ່ງໃຫ້ພີ່ນ້ອງ ທຳພິທີທາງສາດສະໜາ ຕໍ່ໄປ.

ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ສິງຫາ 2021

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ ຂອງລັດຖະບານຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ສິງຫາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ມີບັນດາສະ ມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນ, ວັນທີ 23 ແລະ 24 ສິງຫາ 2021, ຊຶ່ງຈະໄດ້ພ້ອມກັນຮັບຟັງ, ຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ຄື:

1. ບົດລາຍງານສະພາບພົ້ນເດັ່ນເດືອນສິງຫາ ແລະ ແຜນວຽກຈຸດສຸມເດືອນກັນຍາ 2021 ແລະ ສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ ໂຄວິດ-19;

2.ບົດລາຍງານຄວາມຄືບໜ້າໃນການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ການກະກຽມຄວາມພ້ອມຮອບ ດ້ານ ໃນການເປີດນໍາໃຊ້ໂຄງການທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ;

3. ບົດລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດການຫັນກຸ້ມຕົນເອງທາງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ປະຈໍາປີ 2021;

4. ຮ່າງແຜນແມ່ບົດ ສົ່ງເສີມ ແລະ ພັດທະນາທຸລະກິດລິເລີ່ມ (Start Up) ໃນໄລຍະກ້າວເຂົ້າສູ່ເສດຖະກິດດິຈິຕອນ;

5. ບົດລາຍງານກ່ຽວກັບການກຳນົດລາຄາຫົວໜ່ວຍການກໍ່ສ້າງເຄຫາສະຖານ;

6. ຮ່າງແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 2021-2025;

7. ບັນດາຮ່າງກົດໝາຍທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX :- ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ);

– ຮ່າງກົດໝາຍ ວ່າດ້ວຍໂທລະຄົມມະນາຄົມ (ສະບັບປັບປຸງ)

– ຮ່າງກົດໝາຍ ວ່າດ້ວຍເຕັກໂນໂລຊີຊັ້ນສູງ (ສ້າງໃໝ່)

– ຮ່າງກົດໝາຍ ວ່າດ້ວຍງົບປະມານ (ສະບັບປັບປຸງ)

8. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດກາຊີໂນ.

ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານທັງໝົດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດ ເຂົ້າໃນການຄົ້ນຄ້ວາພິຈາລະນາ, ປະກອບຄຳເຫັນຢ່າງສ້າງສັນ, ມີຈຸດສຸມ, ຮັດກຸມ ທັງຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມກົດໝາຍ ເຂົ້າໃນແຕ່ລະຫົວຂໍ້ ແລະ ຄຳຖາມເຈາະຈີ້ມ ເພື່ອໃຫ້ຜົນຂອງກອງປະຊຸມບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.

ຂ່າວ,ພາບ : ກົມປະຊາສຳພັນສຳນັກງານນາຍົກລັດຖະມົນຕີ

ບໍລິສັດກຣີນເທັກ ຈະເປັນຜູ້ຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ

ຕາມການລາຍງານ ຂອງ Khammouan News ໃຫ້ຮູ້ວ່າ: ພິທີເຊັນສັນຍາຮັບເໝົາບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃນຂອບເຂດເທສະບານ ເມືອງທ່າແຂກ ລະຫວ່າງ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ທັງເປັນປະທານອົງການ ພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ (ອພບຕ) ຕາງໜ້າໃຫ້ແກ່ຝ່າຍລັດ ກັບ ທ່ານ ພອນປະເສີດ ທຳມະວົງສາ ປະທານບໍລິສັດ ກຣີນເທັກ ຈຳກັດ ຈັດຂຶ້ນໃນວັນທີ 20 ສິງຫາ 2021 ທີ່ຫ້ອງວ່າການ ແຂວງຄຳມ່ວນ ໂດຍມີທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການ, ຂະແໜງການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໂຄງການເກັບມ້ຽນຂີ້ເຫຍື້ອ ຂອງບໍລິສັດກຣີນເທັກ ເປັນຮູບການລົງທຶນພາຍໃນ 100% ໃນມູນຄ່າການລົງທຶນທັງໝົດ 6 ແສນກວ່າໂດລາສະຫະລັດ ເຊິ່ງມີອາຍຸການສຳປະທານ 05 ປີ (2021-2026) ແລະ ສາມາດຕໍ່ສັນຍາໄດ້ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ໂດຍໄດ້ແບ່ງເປັນແຕ່ລະ ໄລຍະໃນການຈັດຕັ້ງປະຕິບັດຄື: ໄລຍະການສຳຫຼວດ, ເກັບກຳຂໍ້ມູນການໃຊ້ບໍລິການຕົວຈິງ ເພື່ອກຳນົດຈຸດ ວາງຖັງຂີ້ເຫຍື້ອ ແລະ ຈຸດໄວ້ຂີ້ເຫຍື້ອຂອງຄົວເຮືອນທີ່ລົດບໍ່ສາມາດເຂົ້າເຖິງ ພ້ອມທັງຂະຫຍາຍການບໍລິການ ໃຫ້ໄດ້ 85-100% ຂອງຈຳນວນ 28 ບ້ານ ແລະ 7.655 ຄົວເຮືອນໃນຂອບເຂດເທສະບານ, ການກະກຽມພາຫະນະກົນຈັກ, ອຸປະກອນຮັບໃຊ້, ຊັບພະຍາກອນມະນຸດ ເຂົ້າໃນການຮັບໃຊ້ວຽກງານ ບໍລິການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ ໃນໄລຍະເວລາ 120 ວັນ ພາຍຫຼັງເຊັນສັນຍາ.

ດ້ານສິດ ແລະ ພັນທະຂອງຝ່າຍບໍລິສັດຜູ້ສຳປະທານ ຕ້ອງສ້າງແຜນເຄື່ອນໄຫວນຳສະເໜີ ເພື່ອຂໍອະນຸມັດຈາກບັນດາ ອົງການລັດທີ່ກ່ຽວຂ້ອງ ແລະ ດຳເນີນກິດຈະການໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆ, ປຸກລະດົມປະຊາຊົນໃນທ້ອງຖິ່ນເຂົ້າຮ່ວມເຮັດວຽກເປັນຄົນງານໃນໂຄງການ ດ້ວຍຮູບການຕອບແທນແຮງງານ ຕາມກົດໝາຍແຮງງານຂອງ ສປປ ລາວ ໄດ້ກຳນົດໄວ້, ຈັດຫາພາຫະນະລົດຂົນສົ່ງຂີ້ເຫຍື້ອ, ວັດຖຸອຸປະກອນ ແລະ ແຮງງານ ໃຫ້ພຽງພໍສຳລັບບໍລິການ, ເກັບຄ່າບໍລິການຕາມຂໍ້ກຳນົດຂອງປະທານ ອພບຕ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ຕາມລາຄາທີ່ໄດ້ກຳນົດ, ມີແຜນປ້ອງກັນໄພອັນຕະລາຍທີ່ອາດຈະເກີດຂຶ້ນ ໃນການປະຕິບັດວຽກງານ, ໃຫ້ຄວາມຮູ້ແກ່ພະນັກງານ ກຳມະກອນ ໃນການປະຖົມພະຍາບານຂັ້ນຕົ້ນ ແລະ ວິທີປ້ອງກັນພະຍາດຕິດແປດຈາກຂີ້ເຫຍື້ອ, ສ້າງສັນຍາກັບຜູ້ໃຊ້ບໍລິການ ໃນການເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອ ຕາມຄົວເຮືອນ, ສຳນັກງານ-ອົງການ, ສະຖານທີ່ບໍລິການອື່ນໆ ໄປຖິ້ມສະໜາມຂີ້ເຫຍື້ອຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ຮັບປະກັນບໍ່ໃຫ້ຂີ້ເຫຍື້ອຕົກຄ້າງສະສົມຢູ່ຫຼາຍວັນ ແລະ ປະຕິບັດພັນທະອາກອນຕ່າງໆ ຕາມລະບຽບກົດໝາຍ.

ສໍາເລັດແລ້ວ 100% ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ແລະ ໄປຫາ ປາກປອກ

ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ແລະ ໄປຫາ ປາກປອກ ສໍາເລັດແລ້ວ 100%

ຕາມການລາຍງານ ຂອງສະຖານນີວິທະຍຸໂທລະພາບແຂວງຜົ້ງສາລີ ໃຫ້ຮູ້ວ່າ: ໃນ ວັນທີ 19-21 ສິງຫາ ປີ 2021 ທີ່ຜ່ານມາ ພະແນກ ຍທຂ ແຂວງ ໄດ້ສົມທົບ ກັບ ອະນຸກໍາມະການຂັ້ນແຂວງ ໄດ້ລົງກວດກາ ໂຄງການກໍ່ສ້າງເສັ້ນທາງ ແຕ່ແຍກທາງ 1B ຫາ ສໍາພັນໄຊ ເມືອງບຸນໃຕ້ ແລະ ຫາ ປາກປອກ ເມືອງສຳພັນ, ການລົງຄັ້ງນີ້ ແມ່ນນໍາໂດຍ ທ່ານ ໄຊສົມເພັດ ສີພັນ ຮອງຫົວໜ້າພະແນກ ຍທຂ ແຂວງ , ມີອະນຸກຳມະການຂັ້ນແຂວງ, ພ້ອມດ້ວຍຜູ້ຕາງໜ້າບໍລິສັດ ສົມປະສົງ ແລະ ບໍລິສັດ ສີລະທຳ ເຂົ້າຮ່ວມ, ໂຄງການນີ້ແມ່ນມີ 2 ຊ່ວງທາງຄື:

– ຊ່ວງທີ1: ເລີ່ມແຕ່ ກມ 8+00 – 34+00 (ເຂດສຳພັນໄຊ ເມືອງບຸນໄຕ້) ເຊິ່ງມີຄວາມຍາວ 26 ກມ ມີມູນຄ່າ 12,395,880,922 ກີບ ໂດຍແມ່ນບໍລິສັດສົມປະສົງ ກໍ່ສ້າງ ແລະ ສ້ອມແປງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມລົງມື ກໍ່ສ້າງ ມາແຕ່ ວັນທີ 5 ພຶດສະພາ 2021 ເປັນຕົ້ນມາ ເຊິ່ງເປັນວຽກ ສ້ອມແປງເປັນກຳນົດ ແລະ ສ້ອມແປງບາງຈຸດ ແລະ ປູຢາງເຂດບ້ານປະຊາຊົນ ແລະ ເຂດຄ້ອຍຊັນ ໂດຍແມ່ນ ທຶນ ຈາກ ທະນາຄານໂລກ ແລະ ສຳເລັດ ໃນວັນທີ 25 ກໍລະກົດ 2021.

-ຊ່ວງທີ2: ເລີ່ມແຕ່ ກມ 34+00 – 71 +00 ເລີ່ມຈາກ ສຳພັນໄຊ ຫາ ປາກປອກ ເມືອງສຳພັນ, ເຊິ່ງມີຄວາມຍາວ 37 ກມ ມີມູນຄ່າ 14,628,3559,710 ກີບ ໂດຍແມ່ນບໍລິສັດສີລະທຳ ກໍ່ສ້າງ ແລະ ສ້ອມແປງຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມລົງມື ກໍ່ສ້າງ ມາແຕ່ ວັນທີ 15 ພຶດສະພາ 2021 ເປັນຕົ້ນມາ ເຊິ່ງເປັນວຽກ ສ້ອມແປງເປັນກຳນົດ ແລະ ສ້ອມແປງບາງຈຸດ ແລະ ປູຢາງເຂດບ້ານປະຊາຊົນ ແລະ ເຂດຄ້ອຍຊັນ ໂດຍແມ່ນ ທຶນ ຈາກ ທະນາຄານໂລກ ແລະ ສຳເລັດ ໃນວັນທີ 25 ກໍລະກົດ 2021 ຜ່ານການລົງກວດກາຕົວຈິງເຫັນວ່າ ບໍລິສັດຮັບເໝົາກໍ່ສ້າງ ແມ່ນໄດ້ຈັດຕັ້ງປະຕິບັດ ຖືກຕ້ອງຕາມາດຖານເຕັກນິກ ທີ່ພະແນກ ຍທຂ ແຂວງ ແລະ ເຕັກນິກ ຂອງ ກະຊວງ ຍທຂ ວາງອອກທຸກປະການ.

ລາຍງານວັນທີ 23 ສິງຫາ ຕິດເຊື້ອໃໝ່ +152 ຄົນ ຊຸມຊົນ +65 ຄົນ

ຕາມການລາຍງານຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 23 ສິງຫາ 2021: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 22 ສິງຫາ 2021: ໄດ້ກວດວິເຄາະທັງໝົດ 2,427ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ152 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 65 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ສະຫວັນນະເຂດ 43 ຄົນ, ບໍ່ແກ້ວ 18 ຄົນ, ນະຄອນຫຼວງ 3 ຄົນ ແລະ ຫຼວງນ້ຳທາ 1​ ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 87 ຄົນ ຈາກ ສະຫວັນນະເຂດ 21 ຄົນ, ຈຳປາສັກ 22 ຄົນ, ນະຄອນຫຼວງ 15 ຄົນ, ຄຳມ່ວນ 25 ຄົນ, ສາລະວັນ 2 ຄົນ, ບໍລິຄຳໄຊ 1 ຄົນ ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ສຳລັບ ແຂວງສະຫວັນນະເຂດ ທີ່ຕິດເຊື້ອໃນຊຸມຊົນ 43 ຄົນ, ໃນນັ້ນ ຢູ່ສະຖານທີ່ຄຸມຂັງ 34 ຄົນ, ພະນັກງານພະແນກໂຍທາທິການ ແລະ ຂົນສົ່ງ 1 ຄົນ, ຜູ້ສໍາຜັດໃກ້ຊິດກັບຜູ້ທີ່ຕິດເຊື້ອທີ່ຜ່ານມາ 3 ຄົນ (ເຊິ່ງທັງ​ 3 ແມ່ນຖືກຈຳກັດບໍລິເວນຢູ່ສູນແລ້ວ), ພະນັກງານແພດປະຈຳສູນຈຳກັດບໍລິເວນ 1 ຄົນ, ສ່ວນເຫຼືອນັ້ນ ແມ່ນທີມງານກຳລັງລົງເກັບກຳຂໍ້ມູນລາຍລະອຽດ ຈະແຈ້ງໃຫ້ບັນດາທ່ານຊາບຕື່ມໃນພາຍຫຼັງ.

ສຳລັບ ແຂວງ ບໍ່ແກ້ວຕິດເຊື້ອໃນຊຸມຊົນ 18 ຄົນ ແມ່ນມາຈາກບ້ານໃຫຍ່ສີເມືອງງາມ ທັງໝົດ.

ສ່ວນ ແຂວງຫຼວງນ້ຳທາ 1 ຄົນ ເປັນຄົນຈີນ ທີ່ມີປະຫວັດເດີນທາງຈາກ ພະນົມເປັນ, ປະເທດກຳປູເຈຍ ໂດຍຍົນເໝົາລຳ ມານະຄອນຫຼວງວຽງຈັນ (ລະຫວ່າງທາງບໍ່ໄດ້ພັກ), ຫຼັງຈາກນັ້ນ ຕໍ່ລົດໂດຍສານໄປດ່ານບໍ່ເຕັນ, ແຂວງຫຼວງນ້ຳທາ.  

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 12,621 ຄົນ, ຄົນເຈັບເສຍຊີວິດສະສົມ11 ຄົນ (ໃໝ່ 0 ຄົນ) ແລະ ກໍາລັງປິ່ນປົວ ທັງໝົດ 4,305 ຄົນ.

ຜູ້ທີ່ມີຈຸດປະສົງຢາກກວດໂຄວິດ-19  ສຳລັບນະຄອນຫຼວງວຽງຈັນນີ້ ພວກເຮົາຢາກແຈ້ງໃຫ້ບັນດາທ່ານຊາບວ່າ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ມື້ນີ້ຈະເປີດໃຫ້ບໍລິການບັນດາທ່ານເປັນມື້ສຸດທ້າຍ ໃນຕອນເຊົ້າ ເວລາ 9:00-12:00 ໂມງ. ນັບແຕ່ມື້ອື່ນເປັນຕົ້ນໄປຈຸດເກັບຕົວຢ່າງບຶງຂະຫຍອງ ແມ່ນຈະເປີດໃຫ້ບໍລິການບັນດາທ່ານ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.

ສຳລັບແຂວງອື່ນ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ ທີ່ກຳນົດໄວ້.  

ໃນໂມງເລັ່ງດ່ວນ ຫ້າມລົດບັນທຸກໜັກເຂົ້າ-ອອກ ໃນຕົວເມືອງ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພັຕ ບຸນຄົງ ພັດທະລັງສີ ຮັກສາການຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຊົ່ວໂມງເລັ່ງດ່ວນ ເຂົ້າການ-ເລີກການ ຫ້າມລົດບັນທຸກໜັກເຂົ້າ-ອອກເມືອງ ເພາະເປັນສາເຫດໜື່ງເຮັດໃຫ້ການສັນຈອນມີຄວາມສັບສົນ ຖ້າມີການລະເມີດຈະຖືກສຶກສາອົບຮົມກ່າວເຕືອນ ແລະ ນໍາໃຊ້ມາດຕະການປັບໃໝຕາມດໍາລັດ 188/ນຍ.

ພັຕ ບຸນຄົງ ພັດທະລັງສີ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການຫຼຸດຜ່ອນຄວາມແອອັດ ແລະ ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ເຈົ້າໜ້າທີ່ກອງຮ້ອຍຕໍາຫຼວດຈະລາຈອນ ປກສ ເມືອງສີໂຄດຕະບອງ ໄດ້ເຮັດໜ້າທີ່ປະສານສົມທົບກັບຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລົງຕິດຕາມກວດກາຜູ້ໃຊ້ລົດໃຊ້ຖະໜົນ ເວົ້າສະເພາະລົດບັນທຸກໜັກເຂົ້າ-ອອກ ໃນເວລາ ຊົ່ວໂມງເລັ່ງດ່ວນເຂົ້າການ-ເລກການ. ຜ່ານການລົງຕິດຕາມພົບເຫັນນັກຂັບຂີ່ລົດບັນທຸກໜັກ 6 ຄັນ ລະເມີດຄໍາສັ່ງ ແລະ ແຈ້ງການຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ຈຶ່ງໄດ້ນໍາມາສຶກສາອົບຮົມ ແລະ ກ່າວເຕືອນ.

ການລົງຕິດຕາມ, ກວດກາ ໃນຂອບເຂດຕົວເມືອງສີໂຄດຕະບອງ ເຫັນວ່າ: ຍັງມີນັກຂັບຂີ່ຈໍານວນໜື່ງ ຍັງບໍ່ທັນເອົາໃຈໃສ່ປະຕິບັດລະບຽບການສັນຈອນ ຍັງພົບເຫັນການລະເມີດຄໍາສັ່ງ, ແຈ້ງການ ຈື່ງຮຽກຮ້ອງມາຍັງນັກຂັບຂີ່ເອົາໃຈໃສ່ເຂັ້ມງວດ, ມີວິໃນ ປະຕິບັດກົດຈະລາຈອນ ເພື່ອເຮັດໃຫ້ສະພາບການສັນຈອນມີຄວາມສະດວກປອດໄພ.

ການລະບາດຮອບສອງ ຂອງພະຍາດໂຄວິດ-19 ເຮັດໃຫ້ ເສດຖະກິດ ສປປ ລາວ ຟື້ນຕົວຊ້າ

ນະຄອນຫຼວງວຽງຈັນ, 20 ສິງຫາ 2021 – ເສດຖະກິດລາວ ຢູ່ໃນເສັ້ນທາງທີ່ຈະມີການຟື້ນຕົວໃນລະດັບປານກາງ ໃນປີ 2021 ເຖິງວ່າການລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ຮອບສອງ ຈະສົ່ງຜົນກະທົບຕໍ່ຜົນສໍາເລັດໃນການຟື້ນຕົວທາງເສດຖະກິດທີ່ຍາດມາໄດ້ໃນຕົ້ນປີກໍຕາມ. ບົດລາຍງາຍຜົນການຕິດຕາມເສດຖະກິດຂອງ ສປປ ລາວ ໂດຍ ທະນາຄານໂລກ — ເສັ້ນທາງສູ່ການຟື້ນຕົວທາງເສດຖະກິດ — ຄາດຄະເນວ່າ: ການຂະຫຍາຍຕົວຂອງ GDP ຈະເພີ່ມຂຶ້ນ 3,6 ສ່ວນຮ້ອຍໃນປີ 2021 ທຽບໃສ່ 0,5 ສ່ວນຮ້ອຍໃນປີ 2020.

ອັດຕາການເຕີບໂຕດັ່ງກ່າວ ແມ່ນຫຼຸດຈາກການຄາດຄະເນເບື້ອງຕົ້ນ ໃນເດືອນມີນາ 2021 ເຊິ່ງຕອນນັ້ນໄດ້ຄາດຄະເນ ການຂະຫຍາຍຕົວໄວ້ທີ່ 4 ສ່ວນຮ້ອຍ ເຊິ່ງຂຶ້ນກັບຂໍ້ສົມມຸດຖານຫຼາຍຢ່າງ ເຊິ່ງໃນນັ້ນລວມມີ ປັດໄຈການຟື້ນຕົວທາງເສດ ຖະກິດຂອງບັນດາປະເທດໃກ້ຄຽງ, ການເລັ່ງສັກຢາກັນພະຍາດໂຄວິດ-19 ໃນທົ່ວປະເທດ, ແລະ ການຫຼຸດຜ່ອນການລະບາດໃນຊຸມຊົນ ໃນໄລຍະຈົນຮອດທ້າຍປີນີ້. ການຂະຫຍາຍຕົວຂອງເສດຖະກິດ ອາດຈະຫຼຸດລົງຫຼາຍກ່ວາຕົວເລກທີ່ຄາດຄະເນໄວ້ຖ້າ: ພະຍາດໂຄວິດ-19 ມີການລະບາດຮ້າຍແຮງ ແລະ ມີການສືບຕໍ່ມາດຕະການຈໍາກັດການ ເຄືີ່ອນໄຫວໄປມາຂອງພົນລະເມືອງ (ລອກດາວ) ທີ່ເຂັ້ມງວດ ຫຼື ໃນກໍລະນີ ສປປ ລາວ ຫາກຖືກກະທົບຈາກໄພພິບັດທໍາມະຊາດເຊັ່ນ: ອຸທົກກະໄພ, ໄພແລ້ງ ຫຼື ການລະບາດຂອງພະຍາດສັດລ້ຽງ ທີ່ອາດຈະເກີດຊໍ້າອີກ.

ຂະແໜງກະສິກໍາແລະອຸດສາຫະກໍາ ເປັນຂະແໜງຕົ້ນຕໍທີ່ຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດ ໂດຍເຫັນໄດ້ຈາກ ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າກະສິກໍາ ແລະ ອຸດສາຫະກໍາ. ໃນນັ້ນ ສິນຄ້າສົ່ງອອກ ເຊັ່ນ: ໄຟຟ້າ, ບໍ່ແຮ່ ແລະ ອຸດສາຫະກໍາແປຮູບແລະປຸງແຕ່ງ ກໍ່ພົບວ່າມີການຟື້ນຕົວ ເມື່ອທຽບກັບປີກາຍ. ຢ່າງໃດກໍດີ, ໃນຂະແໜງທ່ອງທ່ຽວ, ການບໍລິການນັກທ່ອງທ່ຽວ, ການຂົນສົ່ງ ແລະ ການບໍລິການອື່ນໆ ວິສາຫະກິດສ່ວນໃຫຍ່ ແມ່ນກໍາລັງພົບຄວາມຫຍຸ້ງຍາກໃນການຟື້ນຕົວ ຍ້ອນມີການລອກດາວ ແລະ ການສືບຕໍ່ຈໍາກັດການເດີນທາງລະຫວ່າງປະເທດ ເຊິ່ງເປັນການຕັດໂອກາດຂອງປະເທດໃນການສ້າງລາຍຮັບຈາກຂະແໜງ ການສໍາຄັນນີ້.

ທ່ານ ອາເລກສ໌ ເຄຣມເມີ (Alex Kremer) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ກ່າວວ່າ: “ສປປ ລາວ ເຮັດໄດ້ດີຫຼາຍໃນດ້ານການຈໍາກັດການລະບາດຂອງພະຍາດໂຄວິດ-19 ແລະ ການຈັດຕັ້ງປະຕິບັດການສັກຢາກັນພະຍາດ ດັ່ງກ່າວໃຫ້ປະຊາຊົນ”. ທ່ານ ຍັງກ່າວຕື່ມອີກວ່າ: “ຢ່າງໃດກໍດີ, ຄວາມສ່ຽງດ້ານ ຄວາມຫຍຸ້ງຍາກ ໃນການແກ້ໄຂໜີ້ສາທາ ລະນະ, ການອ່ອນຄ່າຂອງເງິນກີບ, ແລະ ລາຍຮັບພາກລັດທີ່ຕໍ່າ ຍັງຈະສືບຕໍ່ຈໍາກັດທາງເລືອກຂອງລັດຖະບານ ໃນດ້ານ ການຟື້ນຟູເສດຖະກິດຂອງປະເທດ. ການປະຕິຮູບທີ່ຈະຊ່ວຍ ກະຕຸ້ນການລົງທຶນຂອງພາກເອກະຊົນ, ການມອບ ອາກອນ ແລະ ສົ່ງເສີມການຄ້າ ຈະຊ່ວຍແກ້ໄຂບັນຫາດັ່ງກ່າວໄດ້.”

ອີງຕາມບົດລາຍງານສະພາບເສດຖະກິດຂອງ ສປປ ລາວ, ການອ່ອນຄ່າຂອງເງິນກີບ ເປັນສາເຫດຫນຶ່ງທີ່ເຮັດໃຫ້ອັດຕາ ເງິນເຟີ້ເພີ່ມຂຶ້ນ ເຊິ່ງພາໃຫ້ມີ ຄວາມກັງວົນກ່ຽວກັບການເຂົ້າເຖິງສະບຽງອາຫານ ແລະ ສິນຄ້າພື້ນຖານ. ເວົ້າສະເພາະ ບັນຫາດັ່ງກ່າວໄດ້ເພີ່ມຄວາມກົດດັນຕໍ່ຜູ້ທຸກຍາກໃນເຂດຕົວເມືອງແລະເມືອງໃຫຍ່ຕ່າງໆ. ພາກຫົວຂໍ້ສະເພາະຂອງບົດລາຍງານ ‘ຜົນກະທົບຂອງພະຍາດລະບາດໂຄວິດ-19 ທີ່ມີຕໍ່ທຸລະກິດແລະຄົວເຮືອນ’ ສະແດງໃຫ້ເຫັນວ່າ: ການຈ້າງງານໄດ້ຫຼຸດ ລົງຫລາຍໃນເດືອນພຶດພະພາຂອງປີນີ້ ໃນຂະນະທີ່ ທຸລະກິດຄົວເຮືອນຕ່າງໆ ຫລາຍກ່ວາ 30% ຕ້ອງປິດກິດຈະການລົງ ນັບແຕ່ເກີດພະຍາດລະບາດ. ການສໍາຫຼວດທຸລະກິດ ທີ່ຈັດຕັ້ງປະຕິບັດໂດຍທະນາຄານໂລກ ບອກໃຫ້ຮູ້ວ່າ: ຍອດຂາຍ ຕໍ່ເດືອນ ຂອງທຸລະກິດ ຫຼຸດລົງ 48 ສ່ວນຮ້ອຍໃນຊ່ວງໄລຍະເດືອນມີນາ ເຖິງ ເດືອນເມສາ 2021. ເກືອບເຄິ່ງໜຶ່ງຂອງ ຈໍານວນວິສາຫະກິດທີ່ຖືກສຳຫລວດ ໄດ້ລາຍງານວ່າປະສົບບັນຫາການຂາດແຄນກະແສເງິນສົດ, ແລະ ຫຼາຍກ່ວາໜຶ່ງ ສ່ວນສີ່ຂອງຈໍານວນວິສາຫະກິດທັງໝົດ ແມ່ນຄາດວ່າຈະຕົກ ໃນສະພາວະຕິດໜີ້ໃນໄລຍະຫົກເດືອນຂ້າງໜ້າ.

ເພື່ອຫຼຸດຜ່ອນຜົນກະທົບຈາກການຂະຫຍາຍຕົວຊ້າລົງຂອງເສດຖະກິດ, ບົດລາຍງານສະບັບນີ້ ແນະນໍາໃຫ້ ສປປ ລາວ ເພີ່ມທະວີການປະຕິຮູບດ້ານທຸລະກິດ ແລະ ອໍານວຍຄວາມສະດວກດ້ານການຄ້າ ເພື່ອໃຫ້ປະເທດ ໄດ້ຮັບຜົນປະໂຫຍດທີ່ ເໝາະສົມຈາກໂຄງລ່າງພື້ນຖານທີ່ສ້າງຂຶ້ນໃຫມ່ແລະ ຈາກບັນດາສັນຍາຜ່ອນຜັນການຄ້າທີ່ ສປປ ລາວ ເປັນພາຄີ. ການ ປະຕິຮູບດັ່ງກ່າວ ຈະສາມາດບັນລຸໄດ້ດ້ວຍການປັບປຸງລະບຽບແລະຂັ້ນຕອນການລົງທຶນໃຫ້ກະທັດຮັດຂຶ້ນ, ເພີ່ມຄວາມ ສະດວກໃນການດໍາເນີນທຸລະກິດ, ເຮັດໃຫ້ຄ່າບໍລິການດ້ານການຂົນສົ່ງ, ຝາກສາງແລະປ່ຽນທ່າຍສິນຄ້າຖືກລົງ ແລະ ຊ່ວຍ ປັບປຸງຄຸນນະພາບສິນຄ້າໂດຍສະເພາະແມ່ນສິນຄ້າສົ່ງອອກຈາກກະສິກໍາ. ການຂະຫຍາຍໂຄງການ ຊ່ວຍເຫຼືອຂອງລັດຖະ ບານ ແກ່ພາກທຸລະກິດ ໄປຄຽງຄູ່ກັບການໂຄສະນາສົ່ງເສີມແຜນງານດັ່ງກ່າວ ຈະຊ່ວຍໃຫ້ບັນດາ ວິສາຫະກິດ ສາມາດ ປັບຕົວໄດ້ ແລະ ສ້າງລາຍຮັບທີ່ຈໍາເປັນແກ່ຕົນເອງ. ໃນເວລາດຽວກັນ ມາດຕະການຕ່າງໆ ເພື່ອຊ່ວຍສົ່ງເສີມ ແລະ ຊຸກຍູ້ໃຫ້ວິສາຫະກິດລາວ ໃຫ້ມາລົງທຶນໃນດ້ານເຕັກໂນໂລຊີດີຈີຕ໋ອນ ຫຼື ວິທີການໃໝ່ໃນການຈັດສົ່ງ-ສະໜອງສິນຄ້າ ແລະ ບໍລິການ ຈະສາມາດຊ່ວຍປ່ຽນວິກິດໃຫ້ເປັນໂອກາດແກ່ເຂົາເຈົ້າໄດ້.
ທະນາຄານໂລກ ພິມເຜີຍແຜ່ບົດລາຍງານສະພາບເສດຖະກິດຂອງ ສປປ ລາວ ສອງຄັ້ງຕໍ່ປີ.