Home Blog Page 167

ເຈົ້າຄອງນະຄອນຫຼວງພະບາງ ອອກຄຳສັ່ງວ່າດ້ວຍມາດຕະການເຂັ້ມງວດສະກັດກັ້ນໂຄວິດ-19

ຄໍາສັ່ງ ຂອງເຈົ້ານະຄອນຫຼວງພະບາງວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ.

ເຖິງ: ບັນດາພະແນກການ, ສໍານັກງານ, ອົງການ ທັງພາກລັດ-ເອກະຊົນ, ຫົວຫນ້າຫ້ອງການ, ພະນັກງານ,ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ, ກໍາມະກອນ, ນັກຮຽນ-ນັກສຶກສາ, ຜູ້ປະກອບການປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດ ຢູ່ນະຄອນ ຫຼວງພະບາງ. ເລື່ອງ: ປີດການເຂົ້າ-ອອກ ແລະ ການສັນຈອນ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນ ຫຼວງພະບາງ. 

ຕະຫຼອດໄລຍະທີ່ຜ່ານມາທາງຄະນະພັກ-ອົງການປົກຄອງນະຄອນຫຼວງພະບາງ ກໍ່ໄດ້ພະຍາຍາມອອກ ບັນດານິຕິກໍາ ແລະ ມາດຕະການຜ່ອນຜັນດ້ວຍຮູບແບບຕ່າງໆ ເພື່ອໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດ ໃນການສະກັດກັ້ນການລະບາດຂອງພະ ຍາດຢູ່ນະຄອນ ແຕ່ເຫັນວ່າຫຼາຍພາກສ່ວນໃນສັງຄົມຍັງຖືເບົາຈິ່ງເຮັດໃຫ້ມີຕົວເລກການຕິດເຊື້ອ ເພີ້ມຂຶ້ນໃນແຕ່ລະວັນຢ່າງກະແຈກກະຈາຍ, ສາເຫດຕົ້ນຕໍຂອງການລະບາດແມ່ນການເດີນທາງໄປ-ມາ ຫາສູ່ກັນ ລະຫວ່າງນະຄອນ ຫາ ເມືອງ, ບ້ານ ຫາ ບ້ານ ທີ່ມີການຕິດເຊື້ອ, ການລະເມີດຄໍາສັ່ງ, ແຈ້ງການຄະນະສະເພາະກິດວາງອອກ ເຊັ່ນ: ການຊຸມແຊວ, ການພົບປະສ້າງສັນ, ການບໍ່ປ້ອງກັນຕົວເອງ ແລະ ຜູ້ຕິດເຊື້ອຍັງມີການປິດບັງຂໍ້ມູນບໍ່ຈິງໃຈລາຍງານສໍາຜັດໃກ້ຊິດໃຫ້ ພາກສ່ວນກ່ຽວຂ້ອງ.

ເຈົ້ານະຄອນ ຫຼວງພະບາງ ອອກຄໍາສັ່ງດັ່ງນີ້:

I. ມາດຕະການຂໍ້ຫ້າມ:

1. ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດທົ່ວນະຄອນ ຫຼວງພະບາງ ອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock down), ຍົກເວັ້ນກໍລະນີທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ເຊັ່ນ: ເກິດລູກ, ເຈັບເປັນສຸກເສີນໄປປິ່ນປົວຢູ່ໂຮງຫມໍ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ (ຄອບຄົວຫນຶ່ງບໍ່ໃຫ້ເກີນ 2 ຄັ້ງຕໍ່ວັນ) ແລະ ຕ້ອງໄດ້ຮັບອານຸຍາດຈາກຄະນະສະເພາະກິດຂັ້ນບ້ານ.

2. ຫ້າມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ນະຄອນຫຼວງພະບາງ ເດິນທາງໄປຕ່າງເມືອງ, ຕ່າງແຂວງ ແລະ ຫ້າມຄົນຕ່າງເມືອງ, ຕ່າງແຂວງເດີນເຂົ້າມາໃນນສອນ ຫຼວງພະບາງ ຢ່າງເດັດຂາດ.

3. ຫ້າມຈັດງານໂຮມຊຸມນຸມ, ງານລ້ຽງສັງສັນທຸກຮູບແບບ (ຍົກເວັ້ນງານຊາປະນະກິດສົບ, ງານສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ວັດແທກອຸນຫະພຸມ, ຮັກສາໄລຍະຫ່າງທາງສັງຄົມ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນ້ໍາຢາຂ້າເຊື້ອ.

4. ໃຫ້ປິດກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ສວນອາຫານແຄມນໍ້າ, ສວນອາຫານທົ່ງນາ, ແຫຼ່ງທ່ອງທ່ຽວນ້ໍາຕົກຕາດ, ຮ້ານຂາຍເຫຼົ້າ, ຂາຍເບຍ, ສັງວຽນຕີໄກ, ເດີນບູນ, ຮ້ານປີ້ງຕ່າງໆ, ອໍານອິນເຕີເນັດກາເຟ, ຮ້ານເກມ, ອໍານນວດ-ສະປາ, ຮ້ານຮົມຢາ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານສະນຸກເກີ, ສູນອອກກໍາລັງກາຍພີສເນັດ, ສະລອຍນໍ້າ, ແລ່ນອອກກໍາລັງກາຍ ແລະ ກີລາກີລາໃນຮົ່ມ-ກາງແຈ້ງບທຸກປະເພດ, 5. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ່າປິດປາກ-ດັ່ງ, ນ້ໍາຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນັ່ງດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.

II. ອະນຸຍາດໃຫ້ຈັດຕັ້ງປະຕິບັດ:

1. ໃຫ້ບັນດາສໍານັກງານ-ອົງການ ຈັດຕັ້ງຜັດປ່ຽນກັນມາປະຈໍາການໃນແຕ່ລະວັນ ຕາມຄວາມເຫມາະສົມເພື່ອແກ້ໄຂວຽກງານອັນຈໍາເປັນ ເລີ່ມແຕ່ວັນທີ 7/10/2021 ຫາ ວັນທີ 21/10/2021 ສ່ວນຜູ້ທີ່ບໍ່ໄດ້ມາປະຈໍາການແມ່ນໃຫ້ ສືບຕໍ່ເຮັດວຽກຂອງຕົນ ເປັນປົກກະຕິຢູ່ເຮືອນ ໂດຍຜ່ານລະບົບສື່ສານອີເລັກໂຕຣນິກ ແລະ ເຄືອຂ່າຍອິນເຕີເນັດ. (ຍົກເວັ້ນ ກອງບັນຊາການ ປກຊ-ປກສ, ແພດ-ຫມໍ, ຜູ້ທີ່ໄດ້ຮັບການມອບຫມາຍໃຫ້ປະຈໍາການ ແລະ ເຮັດວຽກສະກັດກັ້ນ, ຄວບຄຸມ ແລະ ປິ່ນປົວ ຜູ້ຕິດເຊື້ອພະຍາດ).

2. ອະນຸຍາດໃຫ້ເປີດກິດຈະການທີ່ມີຄວາມຈໍາເປັນ ເປັນຕົ້ນ: ໂຄງການທາງລົດໄຟ, ທະນາຄານ, ສະຖາບັນການເງິນ,ໂຮງຫມໍ, ຮ້ານຂາຍຢາ, ຫນ່ວຍກູ້ໄຟ, ໄປສະນີ, ໂທລະຄົມມະນາຄົມ, ໄຟຟ້າ, ນ້ໍາປະປາ, ລົດເກັບມ້ຽນຂີ້ເຫຍື້ອ,ຕະຫຼາດ, ເເຕ່ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, 3. ອະນຸຍາດໃຫ້ເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານຄ້າ(ຊຸບເປີມາເກັດ), ປ້ໍານ້ໍາມັນ, ຮ້ານຂາຍກາເຟ, ຮ້ານອາຫານ (ໃຫ້ຂາຍສະເພາະແຕ່ປະເພດອາຫານ ໃຫ້ຊື້ໄປກິນຢູ່ເຮືອນ ບໍ່ໃຫ້ນັ່ງກິນຢູ່ຮ້ານ) ໃຫ້ປິດບໍລິການກ່ອນເວລາ 20:30 ໂມງຄໍາ,

ສໍາລັບການສັນຈອນຕາມທ້ອງຖະຫນົນແມ່ນປິດ 21:00 ໂມງຄໍາ ຫາ 05:00 ໂມງເຊົ້າ, 4. ອະນຸຍາດໃຫ້ລົດຂົນສົ່ງສິນຄ້າທີ່ມີຄວາມຈໍາເປັນໃນການດໍາລົງຊີວິດຂອງປະຊາຊົນເຊັ່ນ: ນໍ້າມັນເຊື້ອໄຟ, ເຄື່ອງຈັກ.

ອຸປະກອນຮັບໃຊ້ ໂຄງການລົງທຶນພາຍໃນແຂວງ ແລະ ການສົ່ງອອກສິນຄ້າຜະລິດຕະພັນກະສິກໍາ ເເມ່ນສາມາດສົ່ງ ອອກ ແລະ ນໍາເຂົ້າໄດ້ແຕ່ຕ້ອງໃຫ້ຜູ້ຂັບລົດຂົນສົ່ງສິນຄ້າມີໃບຢັ້ງຢືນການສັກວັກຊິນປ້ອງກັນໂຄວິດ-19 ຄົບຕາມຈໍານວນ ແລະ ການເດີນທາງບໍ່ໃຫ້ເກີນ 2 ຄົນຕໍ່ລິດ 1 ຄັນ, 5. ອະນຸຍາດໃຫ້ປະຊາຊົນທີ່ມີຄວາມຈໍາເປັນແທ້ໄປທໍາການຜະລິດກະສິກໍາເພື່ອເປັນສະບຽງອາຫານເຊັ່ນ: ໄປສວນ, ໄປໄຮ່ໄປນາ, ໄປຊອກຢູ່ຫາກິນແບບຄອບຄົວ ແຕ່ບໍ່ໃຫ້ເກີນ 2 ຄົນ, ຫຼີກເວັ້ນທີ່ສຸດການຊ່ວຍໂອກາດໄປຊຸມແຊວຕາມແຄມນໍ້າ, ຮົ່ວສວນ ແລະ ອື່ນໆ ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ແລະ ຄຸ້ມຄອງໃຫ້ດີ. I. ມາດຕະການຈັດຕັ້ງປະຕິບັດ; 1. ມອບໃຫ້ຄະນະສະເພາະກິດຂັ້ນນະຄອນ, ຫ້ອງການສາທາລະນະສຸກນະຄອນ ສົມທົບກັບຄະນະສະເພາະກິດຂັ້ນແຂວງຮີບຮ້ອນລົງກວດກາວິເຄາະຫາເຊື້ອພະຍາດ ໂຄວິຕ-19, ຄົ້ນຫາຜູ້ສໍາຜັດໃກ້ຊິດ ເປົ້າຫມາຍຜູ້ຕິດເຊື້ອ ເພື່ອເກັບ ຕົວຢ່າງມາກວດໃຫ້ໄວທີ່ສຸດ, ສໍາລັບຜູ້ສໍາຜັດໃກ້ຊິດນັ້ນຕ້ອງແຈ້ງຂໍ້ມູນການພົວພັນຕາມຄວາມຈິງໃຫ້ແກ່ເຈົ້າຫນ້າທີ່ ເພື່ອແກ້ໄຂບັນຫາໃຫ້ທັນການ, ພ້ອມທັງສົບຕໍ່ຈັດຕັ້ງຂະບວນການ ສັກວັກຊິນກັນພະ ຍາດ ໂຄວິດ-19 ໃຫ້ກຸ່ມເປົ້າຫາມາຍບູລິມະສິດໃນທົ່ວນະຄອນ.

2. ໃຫ້ກອງບັນຊາການ ປກຊ-ປກສ ນະຄອນ ສົມທົບກັບກອງບັນຊາການ ປກຊ-ປກສ ແຂວງ ຕັ້ງຈຸດກວດກາ ຄົນເຂົ້າອອກ ຕາມຈຸດຕ່າງໆ ແລະ ເຄື່ອນໄຫວກວດກາລາດຕະເວນເປັນປົກກະຕິ ຢູ່ພາຍໃນນະຄອນ(ກໍລະນີພົບເຫັນການ ລະເມີດຄໍາສັ່ງແມ່ນໃຫ້ດໍາເນີນປະຕິບັດຕາມມາດຕະການຢ່າງເດັດຂາດ),

3. ມອບໃຫ້ຫົວຫນ້າກຸ່ມລົງຊີ້ນໍາຢ່າງໃກ້ຊິດ ພ້ອມທັງຕິດຕາມກວດກາໃຫ້ອົງການປົກຄອງບ້ານປ້ອງກັນເວນຍາມ-ຕັ້ງຈຸດກວດກາທາງເຂົ້າ-ອອກຂອງບ້ານ ຕະຫຼອດ 24 ຊົ່ວໂມງ, ພ້ອມທັງເຜີຍແຜ່ຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງຜ່ານ ທາງໂທລະໂຄງເປັນປະຈໍາ ເຊົ້າ-ແລງໃນແຕ່ລະວັນ ແລະ ເປັນເຈົ້າການຢ່າງເຂັ້ມງວດໃນການຕິດຕາມກວດກາການຊຸມແຊວສ້າງສັນ ແລະ ການຈັດງານຕ່າງໆຢູ່ພາຍໃນບ້ານຂອງຕົນ

4. ມອບໃຫ້ຄະນະສະເພາະກິດຂັ້ນບ້ານ ອໍານວຍຄວາມສະດວກໃຫ້ກັບບຸກຄົນທີ່ມີຄວາມຈໍາເປັນທີ່ສຸດໃນການເຂົ້າ-ອອກ ແລະ ຫຼີກເວັ້ນບໍ່ໃຫ້ເຮັດໃບອະນຸຍາດເພື່ອເກັບຄ່າທໍານຽມຕ່າງໆ.

5. ໃຫມ່ບັນດາຫົວຫນ່ວຍທຸລະກິດ, ຜູ້ປະກອບການທຸລະກົດ, ທະນາຄານ, ບໍລິສັດ, ຫ້າງຮ້ານ ແລະ ພາກສ່ວນຕ່າງໆທີ່ມີເງື່ອນໄຂ ຢາກປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ ເງິນຄໍາ, ເຄື່ອງອຸປະໂພກ-ບໍລິໂພກ, ອາຫານປະເພດຕ່າງໆ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ສາມາດຊຸກຍູ້ປະກອບສ່ວນຢູ່ບັນດາບ້ານ, ສູນກັກກັນ ຫຼື ຈຸດກວດກາຂອງເຈົ້າຫນ້າທີ່ປະຈໍາດ່ານຕ່າງໆຂອງນະຄອນ. (ແຕໃຫ້ຫຼີກເວັ້ນການເກັບເກນແບບເປັນພັນທະກັບຄອບຄົວປະຊາຊົນ).

6. ມອບໃຫ້ ຄະນະສະເພາະກິດຂັ້ນນະຄອນ, ກອງບັນຊາການ ປກຊ-ປກສ, ຄະນະສະເພາະກິດຂັ້ນບ້ານ ແລະ ທຸກພາກສ່ວນໃນສັງຄົມ ເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

7. ຄໍາສັ່ງສະບັບນີ້ມີຜົນບັງຄັບໃຊ້ນັບແຕ່ເວລາ 12:00ໂມງ ຂອງວັນທີ 7-21 ຕຸລາ 2021, ເປັນຕົ້ນໄປ. ໃນກໍລະນີມີ

ລາຍງານມື້ນີ້ ຫຼວງພະບາງມີຜູ້ຕິດເຊື້ອໃໝ່ສູງເຖິງ +143 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 7 ຕຸລາ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,965 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 414 ຄົນ ( ຕິດເຊື້ອພາຍໃນ = 404 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ )

ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອພາຍໃນ ໃໝ່ ທັງໝົດມີ 404 ຄົນ ຊຶ່ງມີລາຍລະອຽດດັ່ງນີ້:

1.ນະຄອນຫຼວງ 146 ຄົນ:  ມີ 7 ເມືອງ ແລະ 59 ບ້ານ

  • ເມືອງຈັນທະບູລີ ມີ 07 ບ້ານ (25 ຄົນ)
  • ເມືອງສີໂຄດຕະບອງ ມີ 12 ບ້ານ (21 ຄົນ)
  • ເມືອງໄຊເສດຖາ ມີ 07 ບ້ານ (20 ຄົນ)
  • ເມືອງສີສັດຕະນາກມີ 05 ບ້ານ (19 ຄົນ)
  • ເມືອງນາຊາທອງ ມີ 09 ບ້ານ (28 ຄົນ)
  • ເມືອງໄຊທານີ ມີ 14 ບ້ານ (17 ຄົນ)
  • ເມືອງຫາດຊາຍຟອງ ມີ 05 ບ້ານ (10 ຄົນ)
  • ແລະ ຍັງສືບຕໍ່ເອົາຂໍ້ມູນຕື່ມ 06 ຄົນ

2.ຫຼວງພະບາງ 143 ຄົນ:

-ເມືອງງອຍ ມີ 02 ບ້ານ (63 ຄົນ)

  • ບ້ານປາກບາກ ມີ 51 ຄົນ
  • ບ້ານໜອງຂຽວ ມີ 12 ຄົນ

-ເມືອງນໍ້າບາກ ມີ 07 ບ້ານ (41 ຄົນ)

  • ບ້ານໂພນສະອາດ ມີ 23 ຄົນ
  • ບ້ານນໍ້າລາ ມີ 11 ຄົນ
  • ບ້ານທ່າບູ້ ແລະ ບ້ານຟ້າ ມີບ້ານລະ 02 ຄົນ
  • ບ້ານທ່າລີ້ເໜຶອ, ບ້ານນໍ້າຖ້ວມເໜຶອ ແລະ ບ້ານໂພນໄຊ ມີບ້ານລະ 01 ຄົນ

-ນະຄອນຫລວງພະບາງ ມີ 07 ບ້ານ (21 ຄົນ)

  • ບ້ານຜາໂອ ມີ 11 ຄົນ
  • ບ້ານໜອງຊາຍ ມີ 04 ຄົນ
  • ບ້ານພູເຫຼັກ ມີ 02 ຄົນ
  • ບ້ານຜາສຸກ, ບ້ານຜາໂຄມ, ບ້ານນູນສະຫວາດ ແລະ ບ້ານໂພສີ ມີບ້ານລະ 01 ຄົນ (ລວມເປັນ 4 ຄົນ)

-ເມືອງຊຽງເງີນ ມີ 04 ບ້ານ (18 ຄົນ)

  • ບ້ານຊຽງເງີນ ມີ 12 ຄົນ
  • ບ້ານປາກຂັນ ມີ 04 ຄົນ
  • ບ້ານດອນໂມ ແລະ ບ້ານປາກແວດ ມີບ້ານລະ 01 ຄົນ

3.ສະຫວັນນະເຂດ 54 ຄົນ:

  • ເມືອງອຸທຸມພອນ ມີ 11 ບ້ານ (40 ຄົນ)
  • ນະຄອນໄກສອນ ມີ 05 ບ້ານ (09 ຄົນ)
  • ເມືອງໄຊບູລີ ມີ 02 ບ້ານ (03 ຄົນ)
  • ເມືອງໄຊພູທອງ ມີ 01 ບ້ານ (01 ຄົນ)
  • ເມືອງສອງຄອນ ມີ 01 ບ້ານ (01 ຄົນ)

4.ແຂວງ ບໍລິຄຳໄຊ: 23 ຄົນ, ທັງໝົດ ແມ່ນໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອຜ່ານມາ ດັ່ງລຸ່ມນີ້:

–  ເມືອງປາກກະດິງ ມີ 02 ບ້ານ (23 ຄົນ):

5.ໄຊສົມບູນ 9 ຄົນ: ທັງໝົດຈາກ ເມືອງລ້ອງຊານ

6.ຄໍາມ່ວນ 7 ຄົນ: ທັງໝົດ ແມ່ນຕິດເຊື້ອພາຍໃນສູນ

7.ແຂວງວຽງຈັນ 6 ຄົນ: ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ, ດັ່ງລຸ່ມນີ້:

  • ເມືອງວັງວຽງ ມີ 04 ຄົນ
  • ເມືອງໂພນໂຮງ ມີ 02 ຄົນ

8.ບໍ່ແກ້ວ 6 ຄົນ: ຈາກ ເມືອງ ຕົ້ນເຜີ້ງ 2 ແລະ ເຂດພິເສດ 4 ຄົນ (ເເຮງງານພະມ້າ).

9.ຈໍາປາສັກ 6 ຄົນ:

  • ນະຄອນປາກເຊ ມີ 03 ຄົນ
  • ເມືອງບາຈຽງຈະເລີນສຸກ ມີ 03 ຄົນ

10.ສາລະວັນ 4 ຄົນ: ເມືອງສາລະວັນ ມີ 03 ບ້ານ (04 ຄົນ)

ມາຮອດວັນທີ 6 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 26.876 ຄົນ, ເສຍຊີວິດສະສົມ 23 (0 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 304  ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,393  ຄົນ.

ລາວ ຈະກຳນົດຄ່າແຮງງານຂັ້ນຕ່ຳໃໝ່ ລວມທັງມື້ເຮັດວຽກ, ວັນພັກ ແລະເວລາ

ລາວ ຈະກຳນົດຄ່າແຮງງານຂັ້ນຕ່ຳໃໝ່ ຕະຫຼອດເຖິງມື້ເຮັດວຽກ, ວັນພັກ ແລະເວລາ

ຂ່າວດີ ສຳລັບແຮງງານທຸກຄົນ ເພາະປະຈຸບັນປະເທດເຮົາແມ່ນມີເງິນເດືອນຂັ້ນຕ່ຳທີ່ 1.100.000 ກີບ ຖືວ່າຢູ່ໃນລະດັບທີ່ຕ່ຳ ແຕ່ ໃນຕໍ່ໜ້ານີ້ ຈະມີການປັບປ່ຽນຄ່າແຮງງານຂັ້ນຕ່ຳຄືນໃໝ່ ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດໃນຕົວຈີງ ພ້ອມນີ້ຈະໄດ້ກຳນົດວັນ, ເວລາ ໃນການເຮັດວຽກຕື່ມອີກ.

ສູນກາງສະຫະພັນກຳມະການລາວ ໄດ້ຈັດກອງປະຊຸມປຶກສາຫາລືຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ຂຶ້ນ ໃນວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ: ເປັນກຽດເຂົ້າຮ່ວມໂດຍທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີຜູ້ຕາງຫນ້າຈາກຄະນະກົມ, ຫ້ອງການ ແລະ ສະຖາບັນພັດທະນາກຳມະບານລາວ ພ້ອມດ້ວຍຄະນະກຳມະການປັບປຸງຄ່າແຮງງານຂັ້ນຕ່ຳ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການລາຍງານສະພາບ ແລະ ຄວາມຈຳເປັນທີ່ຈະຕ້ອງໄດ້ປັບປຸງຄ່າແຮງງານຂັ້ນຕ່ຳສຸດຊຸດໃຫມ່ ພ້ອມທັງຮັບຟັງການລາຍງານວິທີ ແລະ ຂັ້ນຕອນຂອງການປັບປຸງຄ່າແຮງງານຂັ້ນຕ່ຳສຸດໃນໄລຍະຜ່ານມາ, ຮ່າງແຜນກິດຈະກຳໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດຂອງສູນກາງສະຫະພັນກຳມະບານລາວ.

ຄ່າແຮງງານຂັ້ນຕ່ຳສຸດ ແມ່ນເງິນເດືອນ ຫລື ຄ່າແຮງງານຂັ້ນຕ່ຳສຸດທີ່ຜູ້ໃຊ້ແຮງງານຕ້ອງໄດ້ຈ່າຍໃຫ້ຜູ້ອອກແຮງງານ ທີ່ເຮັດວຽກບໍ່ເກີນ 26 ວັນຕໍ່ເດືອນ, 6 ວັນຕໍ່ອາທິດ ແລະ 8 ຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງິນອື່ນໆເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນຊຸກຍູ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບ-ສົ່ງ ມາວຽກ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວຫນ່ວຍແຮງງານເຂົ້ານຳ.

ໃນກອງປະຊຸມໄດ້ມີການປຶກສາຫາລື, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນໃນການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຈາກນັ້ນຈະໄດ້ນຳສະເຫນີຕໍ່ກອງປະຊຸມຄະນະກຳມະການສາມຝ່າຍໃນຂັ້ນຕອນຕໍ່ໄປ.

ຂໍ້ມູນ: ເສດຖະກິດການຄ້າ

ທ້າຍປີນີ້ ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນ

ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນທ້າຍປີນີ້

ຕາມການລາຍງານ ຂອງ Lao National Radio ໃຫຮູ້ວ່າ: ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດພົບປະກັບສື່ມວນຊົນທົ່ວປະເທດ ໂດຍຜ່ານລະບົບທາງໄກຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນວັນທີ 6 ຕຸລາ 2021 ວ່າ: ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນວັນທີ 2 ທັນວາປີນີ້. ທາງລົດໄຟດັ່ງກ່າວ ຖ້າໃນສະ ພາບປົກກະຕິ ຈະນໍາເອົາຜົນປະໂຫຍດຕົວຈິງຢ່າງຫລວງຫລາຍມາໃຫ້ປະເທດລາວ ເພາະຈະໃຊ້ເພື່ອຮັບເອົານັກທ່ອງທ່ຽວຕ່າງ ປະເທດເຂົ້າມາທ່ອງທ່ຽວລາວ, ລວມເຖີງການສົ່ງອອກສິນຄ້າປະເພດຕ່າງໆ ຈາກລາວອອກສູ່ຕ່າງປະເທດ ແລະ ຈາກຕ່າງປະເທດເຂົ້າມາລາວ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ລັັດຖະບານ ພວມວາງແຜນເພື່ອເປີດເດີນລົດໄຟລາວ-ຈີນ ຢ່າງມີຈຸດສຸມ ແລະ ຮັບປະກັນຄວາມປອດໄພໃນທຸກດ້ານ, ໂດຍເບື້ອງຕົ້ນຈະເນັ້ນໃສ່ການຂົນສົ່ງສິນຄ້າ, ຈາກນັ້ນ ຈະເບິ່ງເງື່ອນໄຂຕົວຈິງເພື່ອຂົນສົ່ງນັກທ່ອງ ທ່ຽວ ເຊີ່ງມັນຮຽກຮ້ອງໃຫ້ຜູ້ປະກອບການດ້ານການທ່ອງທ່ຽວຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ, ໃນນີ້ ກະຊວງທີ່ກ່ຽວຂ້ອງຕ້ອງເປັນເຈົ້າການໃນດ້ານນີ້ໃນການຕິດຕາມ ແລະ ສົ່ງເສີມເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ, ທັງເປັນການນໍາເອົາເງິນຕາຕ່າງປະເທດເຂົ້າມາລາວ ແຕ່ຕ້ອງຮັບປະກັນດ້ານຄວາມປອດໄພ ແລະ ໃຫ້ປະຊາຊົນມີສ່ວນຮ່ວມນໍາ.

ພ້ອມນີ້ ທ່ານນາຍົກ ຍັງຢືນຢັນ ເພື່ອຮອງຮັບໃຫ້ແກ່ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ໃນທ້າຍປີນີ້ ພາກສ່ວນທີ່ຮັບຜິດຊອບໄດ້ມີແຜນ ແລະ ກະກຽມວຽກງານຕ່າງໆ ທີ່ກ່ຽວຂ້ອງໄວ້ໝົດແລ້ວ. ສໍາລັບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຮັບການວາງສີລາລຶກການກໍ່ສ້າງຢ່າງເປັນທາງການໃນວັນທີ 2 ທັນວາ ປີ 2015 ເພື່ອເປັນຂອງຂວັນສະເຫລີມສະຫລອງວັນສະຖາປະນາ ສປປລາວ ຄົບຮອບ 40 ປີ, ມີຄວາມຍາວຫລາຍ 400 ກວ່າກິໂລແມັດ, ຜ່ານ 5 ແຂວງຂອງລາວ ຄື: ແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ແຂວງວຽງຈັນ ແລະ ນະຄອນຫລວງວຽງຈັນ, ເຊີ່ງແມ່ນສ່ວນໜຶ່ງໃນການຈັດຕັ້ງ ແລະ ຜັນຂະຫຍາຍແຜນຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ກໍ່ຄື ຍຸດທະສາດການຫັນປ່ຽນປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ ທີ່ສອດຄ່ອງກັບແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນໃນປີ 2025.

ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ນອກຈາກເປັນການປະກອບສ່ວນສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ, ວັນທີ 2 ທັນວາ ຄົບຮອບ 46 ປີ ຍັງເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ, ວັນທີ 25 ເມສາ ຄົບຮອບ 60 ປີ ຕື່ມອີກ.

ສປ ຈີນ ຈະຊ່ວຍເຫຼືອວັກຊີນໃຫ້ ສປປ ລາວ ຕື່ມອີກ!

ສປ ຈີນ ຈະຊ່ວຍເຫຼືອວັກຊີນໃຫ້ ສປປ ລາວຕື່ມອີກໃນຈໍານວນຫຼາຍກວ່າຜ່ານມາ.

ຕາມການລາຍງານ ຂອງແຟນເພຈ CRI-FM93 ໃຫ້ຮູ້ວ່າ: ບໍ່ດົນນີ້, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ໃຫ້ສໍາພາດການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງລາວ-ຈີນ, ບາງຕອນທ່ານໄດ້ກ່າວວ່າ ສປ ຈີນຈະສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 50% ພາຍໃນປີ 2021.

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ
ຮູບຈາກ: CRI-FM93

ທ່ານເອກອັກຄະລັດຖະທູດຈີນກ່າວວ່າ: ແຜນແມ່ບົດທີ່ໄດ້ກໍານົດວ່າສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການປ້ອງກັນ ແລະຄວບຄຸມພະຍາດຂ້າມຊາດຮ່ວມກັນ ເຊິ່ງມີຄວາມໝາຍສໍາຄັນຫຼາຍ ໂດຍສະເພາະພາຍໃຕ້ສະຖານະການຕ້ານໂຄວິດ-19 ໃນປັດຈຸບັນນີ້, ຝ່າຍຈີນຍິ່ງຕ້ອງເພີ່ມທະວີການຮ່ວມມືດ້ານການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ແລະຈະມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ຝ່າຍລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ວາງໄວ້ຄື 50% ຂອງປະຊາກອນທົ່ວປະເທດຕ້ອງໄດ້ຮັບການສັກວັກຊິນຕ້ານໂຄວິດ-19ພາຍໃນປີ 2021 ນີ້ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ກັບການຮ່ວມມືທີ່ແທ້ຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ຂອງສອງປະເທດເຊັ່ນ ໂຄງການທາງລົດໄຟລາວ-ຈີນ ເຊິ່ງອັນນີ້ເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.

ອັດເດດຫຼ້າສຸດ! ບ້ານແດງ ໃນນະຄອນຫຼວງວຽງຈັນ

ລາຍງານຫຼ້າສຸດ! ວັນທີ 5 ຕຸລາ 2021

ຂໍ້ມູນ: ເພຈສູນຂ່າວສານການແພດສຸຂະສຶກສາ

ແຈ້ງເຕືອນພາຍຸເຂດຮ້ອນ ປະຈໍາວັນທີ 06 ຕຸລາ 2021

ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ແລະ ມີຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນໃນໄລຍະ 24 ຊົ່ວໂມງຕໍ່ຫນ້ານີ້.

ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກສ່ຽງເຫນືອ ໃກ້ແຄມຝັ່ງປະເທດຫວຽດນາມ ຂຶ້ນໄປຫາເກາະໄຮ, ຊຶ່ງວົງລັດສະຫມີຂອງພາຍຸ ຫົວນີ້ ຈະກວມເອົາເຂດພາກໃຕ້, ພາກກາງ ແລະ ພາກເຫນືອດ້ານຕາເວັນອອກຂອງປະເທດລາວໃນໄລຍະວັນທີ 6 – 10 ຕຸລາ 2021

ເຊິ່ງຈະເຮັດໃຫ້ມີ ຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະ ເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ.

ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການ ປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍິ່ງ ແລະ ລົມພັດແຮງເຮັດໃຫ້ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ ທີ່ຈະເກີດຂຶ້ນໄດ້ໃນໄລ ຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຂອບເຂດທົ່ວປະເທດ

ຕາມການລາຍງານ ຂອງຄະນະສະເພາະກິດໃນວັນທີ 6 ຕຸລາ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,874 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 484 ຄົນ ( ຊຸມຊົນ = 468 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ ).

1.ນະຄອນຫຼວງ 206 ຄົນ:

  • ເມືອງຈັນທະບູລີ ມີ 08 ບ້ານ
  • ເມືອງສີໂຄດຕະບອງ ມີ 12 ບ້ານ
  • ເມືອງໄຊເສດຖາ ມີ 06 ບ້ານ
  • ເມືອງສີສັດຕະນາກມີ 08 ບ້ານ
  • ເມືອງນາຊາທອງ ມີ 08 ບ້ານ
  • ເມືອງໄຊທານີ ມີ 14 ບ້ານ
  • ເມືອງຫາດຊາຍຟອງ ມີ 07 ບ້ານ

2.ຫຼວງພະບາງ 96 ຄົນ:

  • ເມືອງນໍ້າບາກ ມີ 30 ຄົນ (ທັງໝົດເຮັດວຽກຢູ່ສວນກ້ວຍຈີນ ບ້ານນະຄອນ)
  • ບ້ານໂພນສະອາດ ມີ 22 ຄົນ (ພະນັກງານສາທາທັງໝົດ)
  • ບ້ານນໍ້າຖ້ວມ ມີ 01 ຄົນ
  • ບ້ານຟ້າ ມີ 04 ຄົນ
  • ບ້ານນໍ້າລາ ມີ 02 ຄົນ
  • ບ້ານໂພນໄຊ ມີ 01 ຄົນ
  • ເມືອງງອຍ ມີ 57 ຄົນ
  • ບ້ານເຄື່ອນນໍ້າອູ່ 23 ຄົນ (ກຳມະກອນ ເຮັດວຽກຢູ່ເຂື່ອນນ້ຳອູ 3)
  • ບ້ານໜອງຂຽວ ມີ 17 ຄົນ
  • ບ້ານປາກບາກ ມີ 17 ຄົນ
  • ນະຄອນຫລວງພະບາງ ມີ 04 ຄົນ (ບ້ານພູຊ້າງ, ບ້ານເມືອງງາ, ບ້ານສັງກະໂລກ ແລະ ບ້ານ ວັດທາດ ມີ ບ້ານລະ 01 ຄົນ)
  • ເມືອງຊຽງເງີນ ມີ 04 ຄົນ (ບ້ານຊຽງເງີນ)
  • ເມືອງນານ ມີ 01 ຄົນ (ບ້ານໂພນໄຊ)

3.ບໍ່ແກ້ວ 78 ຄົນ:

  • ຈາກ ເມືອງ ຫ້ວາຍຊາຍ, ບ້ານ ໂພນງາມ 7 ຄົນ ແລະ ບ້ານ ໂພນໂຮມ 01 ຄົນ  ແລະ ກຳມະກອນກໍ່ສ້າງສະໜາມບິນ ເຂດເສດຖະກິດພິເສດ 70 ຄົນ ຊື່ງແມ່ນຄົນພະມ້າທັງໝົດ

4.ສະຫວັນນະເຂດ 58 ຄົນ:

  • ນະຄອນໄກສອນ ມີ 46 ຄົນ
  • ເມືອງອຸທຸມພອນ ມີ 10 ຄົນ
  • ເມືອງອາດສະພັງທອງ ມີ 01 ຄົນ 

5.ແຂວງວຽງຈັນ 17 ຄົນ:

  • ເມືອງວັງວຽງ ມີ 11 ຄົນ (ບ້ານຫ້ວຍແຍ້ ມີ 06 ຄົນ; ບ້ານໂພນຊູ ມີ 04 ຄົນ ແລະ ບ້ານວັງວຽງ ມີ 01 ຄົນ)
  • ເມືອງວຽງຄໍາ ມີ 03 ຄົນ (ບ້ານໂພນໝີໃຕ້)
  • ເມືອງແກ້ວອຸດົມ ມີ 03 ຄົນ (ບ້ານແສງສະຫວ່າງ

6.ຈໍາປາສັກ 7 ຄົນ:

  • ນະຄອນປາກເຊ ມີ 03 ຄົນ (ບ້ານຊົ້ງໃຫ່ຍ, ບ້ານສະພານໄຊ ແລະ ບ້ານໂນນສະຫວ່າງ ມີບ້ານລະ 01 ຄົນ)
  • ເມືອງບາຈຽງຈະເລີນສຸກ ມີ 02 ຄົນ (ບ້ານລົ່ມສັກເໜຶອ ແລະ ບ້ານຫ້ວຍລຶສີ ມີບ້ານລະ 01 ຄົນ)
  • ເມືອງໂພນທອງ ມີ 01 ຄົນ (ບ້ານໃໝ່ສີວິໄລ) – ເມືອງປະທຸມພອນ ມີ 01 ຄົນ (ບ້ານນາສາຍຄໍາ)

7.ຄໍາມ່ວນ 4 ຄົນ:

  • ບ້ານ ໂພນສູງ: 2 ຄົນ
  • ບ້ານ ລໍາມະລາດ: 2 ຄົນ (ໃນນີ້ ມີຜູ້ຍິງຖືພາສາມເດືອນໜຶ່ງຄົນ)

8.ຊຽງຂວາງ 2 ຄົນ:

  • ເຊິ່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

–ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຄື: 07 ຄົນ ຈາກສະຫວັນນະເຂດ, ນະຄອນຫຼວງວຽງຈັນ 07 ຄົນ ແລະ ຈາກ ແຂວງບໍ່ແກ້ວ 02 ຄົນ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

-ມາຮອດວັນທີ 5 ຕຸລານີ້ ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.

ລາຍລະອຽດຜູ້ເສຍຊີວິດອ່ານຕໍ່: https://th0lakhong.com/37294/

ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 23

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 6 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ອີກ 1 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້:

-ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.

-ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ).

-ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້, ​ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.

ມາຮອດວັນທີ 6 ຕຸລານີ້, ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານຕື່ມ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.

ທີມງານໂທລະໂຄ່ງ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດດ້ວຍ.

ດີໃຈນຳ! ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ໄດ້ຮັບທຶນການສຶກສາຈົນຈົບມໍ 7

ນາທີນີ້ຄົງຈະບໍ່ມີໃຜບໍ່ຮູ້ຈັກ ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ຫຼາກຫຼາຍຄວາມສາມາດ ຫຼື ຄວາມສາມາດຫຼາຍເກີນອາຍຸ ເຊິ່ງນ້ອງໄດ້ເຂົ້າຮັບທຶນການສຶກສາຮຽນ ຢູ່ໂຮງຮຽນນານາຊາດ ຈົນຈົບມໍ7.

ນ້ອງແຊນດີເປັນແມ່ຄ້າ ທີ່ຊ່ວຍຄອບຄົວ ຂາຍເຄື່ອງທາງເຟສບຸກ ເຊິ່ງນ້ອງແມ່ນຈະໄລສສົດ(Live) ຂາຍເຄີື່ອງນັ້ນເອງ ນ້ອງເພິ່ນມີສີປາກແມ່ຄ້າ ແລະ ຄາລົມ ຄວາມສາມາດ ໃນການຂາຍເຄື່ອງແບບບໍ່ທຳມະດາ ຈົນເຮັດໃຫ້ຜູ້ຕິດຕາມ ຊື່ນຊົມ ແລະ ຫຼົງຮັກໃນຄວາມຕາແພງ ແລະ ກ້າເວົ້າກ້າສະແດງອອກຂອງນ້ອງ.

ເຊິ່ງກໍເຮັດໃຫ້ທາງຜູ້ໃຫຍ່ເຫັນໃນຄວາມສາມາດກ້າເວົ້້າດ້າສະແດງອອກຂອງນ້ອງ ໃນການສົ່ງເສີມຄວາມຮູ້ຄວາມສາມາດເພີ່ມຕືື່ມ ເພິ່ນເລີຍໄດ້ມອບທຶນການສຶກສາໃຫ້ນ້ອງຈົນຈົບມໍ7 ແລະ ທີ່ສຳຄັນເປັນໂຮງຮຽນນານາຊາດ ບອກເລີຍວ່າ ບໍ່ທຳມະດາອີຫຼີ.

ໂດຍຈາກໂພສ Leng Santisouk ໂພສວ່າ “Congrats ແລະມື້ນີ້ກະເປັນມື້ ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍ ບໍ່ຄິດວ່າຈະມີມື້ນີ້ກ່ອນອື່ນຕ້ອງຂໍຂອບໃຈທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1-ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ”.

ປັດຈຸບັນ ນ້ອງ ແຊນດີ້ ຮັບງານແບບບໍ່ຫວັ່ນບໍ່ໄຫວ ຄິວຍາວຢຽດບຽດບໍ່ໄດ້ກັນເລີຍ ແລະ ຫຼ້າສຸດເປັນເລື່ອງດີໆຂອງນ້ອງອີກ ທີ່ນ້ອງແຊນດີ້ ໄດ້ຮັບທຶນການຮຽນ ຫຼື ທຶນການສຶກສາຈົນຈົບມໍປາຍ ຫາເງິນຊ່ວຍພໍ່ແມ່ກໍເກັ່ງ ແຖມຍັງໄດ້ທຶນຮຽນຟຣີແບບນີ້ຖືກເປັນບຸກຄົນທີ່ໜ້າຕິດຕາມ ແລະ ເຊື່ອແນ່ນອນວ່າເດັກໄວ 10ປີ ທີ່ຄິດຢາກຫາເງິນ ຢາກໃຫ້ພໍ່ແມ່ຄອບຄົວສະບາຍຈະນໍາເອົາໂອກາດດີໆແບບນີ້ເປັນບຸກຄົນໂຕແບບທີ່ດີໃນສັງຄົມແນ່ນອນ.

ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະ ນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ, ພ້ອມໂພສພາບນ້ອງແຊນດີ້ໄວ້ ຫຼາຍຄົນເຂົ້າມາສະແດງຄວາມຍິນດີນໍາຢ່າງຫຼວງຫຼາຍ ພວກເຮົາເອງກໍດີໃຈ ແລະ ດີໃຈນໍານ້ອງແຊນດີ້ເດີ້ຈ າກໂພສ Leng Santisouk.