Home Blog Page 166

ລາຍງານຈຳນວນຜູ້ຕິດເຊື້ອໃໝ່ປະຈຳວັນທີ 8 ຕຸລາ 2021

ລາຍງານວັນທີ 8 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,484 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 731ຄົນ ( ຕິດເຊື້ອພາຍໃນ = 726 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ ) ຂ້າພະເຈົ້າຂໍລາຍງານໂດຍຫຍໍ້ກ່ຽວກັນຜູ້ຕິດເຊື້ອພາຍໃນ (ຫຼື ຊຸມຊົນ)ໃໝ່ ທັງໝົດມີ 726 ຄົນ ຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ນະຄອນຫຼວງ 450 ຄົນ: 

  • ເມືອງຈັນທະບູລີ ມີ 5 ບ້ານ (15ຄົນ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (13 ຄົນ)
  • ເມືອງໄຊເສດຖາ ມີ 7 ບ້ານ (158 ຄົນ)
  • ເມືອງສີສັດຕະນາກມີ 6 ບ້ານ (12 ຄົນ)
  • ເມືອງນາຊາທອງ ມີ 8 ບ້ານ (31 ຄົນ)
  • ເມືອງໄຊທານີ ມີ 7 ບ້ານ (216 ຄົນ) (ບ. ສາຍນໍ້າເງິນ ໂຮງງານ ເວັນເຈີ 198 ເກັບຕົວຢ່າງຄັ້ງທີ 2
  • ເມືອງຫາດຊາຍຟອງ ມີ 3 ບ້ານ ( 5 ຄົນ )

2.ແຂວງ ບໍລິຄຳໄຊ: 65 ຄົນ ຈາກ

  • ເມືອງ ປາກກະດິງ ມີ 03 ບ້ານ (55 ຄົນ)
  • ເມືອງປາກຊັນ ມີ 04 ບ້ານ (08 ຄົນ)
  • ເມືອງວຽງທອງ ມີ 2 ບ້ານ (02 ຄົນ)

3.ຫຼວງພະບາງ 56 ຄົນ ຈາກ:

  • ເມືອງງອຍມີ  26 ຄົນ
  • ເມືອງນ້ຳບາກ ມີ 13 ຄົນ
  • ນະຄອນຫຼວງພະບາງ ມີ 10 ຄົນ
  • ເມືອງຈອມເພັດ ມີ 3 ຄົນ
  • ເມືອງຊຽງເງີນ ມີ 4 ຄົນ
  • ເມືອງນານ ມີ 1 ຄົນ
  • ເມືອງປາກແຊງ ມີ 1 ຄົນ

4.ສະຫວັນນະເຂດ 42 ຄົນ ຈາກ:

  • ເມືອງອຸທຸມພອນ ມີ 4 ບ້ານ (33 ຄົນ)
  • ນະຄອນໄກສອນ ມີ 7 ບ້ານ (8 ຄົນ)
  • ເມືອງໄຊບູລີ ມີ 1 ບ້ານ (1 ຄົນ)

5.ແຂວງວຽງຈັນ 42 ຄົນ ຈາກ :

  • ເມືອງແກ້ວອຸດົມ 22 ຄົນ
  • ເມືອງ ວຽງຄໍາ 9 ຄົນ
  • ເມືອງ ວັງວຽງ 8 ຄົນ
  • ເມືອງ ໂພນໂຮງ 3 ຄົນ

6.ບໍ່ແກ້ວ 26 ຄົນ ຈາກ:

  • ເມືອງ ຕົ້ນເຜີ້ງ 13 ແລະ ເຂດພິເສດ 12 ຄົນ ແລະ ເມືອງຫ້ວຍຊາຍ 1 ຄົນ.

7.ຄໍາມ່ວນ 19 ຄົນ ຈາກ:  

  • ກໍາມະກອນຢູ ໂຮງງານລາວຄາຍຢວນ ທີ່ ກັກໂຕຢູ່ ມີ 11 ຄົນ.    
  • ກໍາມະກອນຢູ່ ບໍລິສັດສະປີດ ຂົນສົ່ງສາກົນ (ຂົວມິດຕະພາບ 3): ມີ 2 ຄົນ
  • ບ້ານນາບົງ ມີ 01 ຄົນ ຈາກ
  • ບ້ານເລົ່າໂພໄຊ ມີ 05 ຄົນ

8.ຈໍາປາສັກ 12 ຄົນ:

  • ເມືອງບາຈຽງຈະເລີນສຸກ ມີ 10 ຄົນ
  • ເມືອງໂພນທອງ ມີ 2 ຄົນ

9.ສາລະວັນ 12 ຄົນ

  • ເມືອງສາລະວັນ 12 ຄົນ

10.ໄຊສົມບູນ 2 ຄົນ

  • ເມືອງລ່ອງຊານ ມີ 1 ຄົນ
  • ເມືອງອານຸວົງ ມີ 1 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຄື: 3 ຄົນ ຈາກແຂວງຫຼວງພະບາງ ແລະ 2 ຄົນ ຈາກ ສະຫວັນນະເຂດ, ເຊິ່ງທັງໝົດນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ມາຮອດວັນທີ 7 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 27,607  ຄົນ, ເສຍຊີວິດສະສົມ 24 (1 ໃໝ່), ປິ່ນປົວດີ ແລະ ກັບບ້ານໃນມື້ວານ ມີ 925 ຄົນ, ກໍາລັງປິ່ນປົວ 6.084 ຄົນ.

ຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ເພີ່ມອີກ 1 ກໍລະນີ ວັນທີ 8 ຕຸລາ 2021

ອີງຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 8 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີ ຜູ້ເສຍຊີວິດໃໝ່ ຈາກໂຄວິດ-19 ເພີ່ມອີກ 1 ຄົນ ເຊິ່ງລາຍລະອຽດຜູ້ເສຍຊີວິດດັ່ງນີ້:

-ເພດຍິງ ອາຍຸ 50 ປີ ບ້ານນາດາວ ເມືອງວັງວຽງ ແຂວງວຽງຈັນ, ຜູ້ກ່ຽວມີປະຫັວດການາສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ຢູ່ບ້ານນາມອນ ເມືອງວັງວຽງ ເຊິ່ງກໍໄດ້ຖະແຫຼງຂ່າວກ່ອນໜ້ານີ້ແລ້ວ.

-ຜູ້ກ່ຽວມີພະຍາດປະຈຳຕົວ ມີເບົາຫວານ, ຄວາມດັນ, ໄຂ່ຫຼັງຊຸກໂຊມ ແລະ ປອດບວມ.

ວັນທີ 2 ຕຸລາ 2021 ຜູ້ກ່ຽວມີອາການອິດເມື່ອຍຫາຍໃຈຍາກ

-ວັນທີ 5 ຕຸລາ 2021 ໄປເກັບຕົວຢ່າງ ແລະ ໄດ້ນອນຕິດຕາມຢູ່ໂຮງໝໍວັງວຽງ ເພື່ອພ້ອມທັງແຍກປ່ຽວ

-ວັນທີ 7 ຕຸລາ ປີ 2021 ຜົນລາຍງານ ຂອງການກວດໂຄວິດ-19 ແມ່ນອອກມາເປັນບວກ ແລະ ອາການຜູ້ກ່ຽວບໍ່ດີຂຶ້ນ ແລະ ສົ່ງໄປປິ່ນປົວຕໍ່ໂຮງໝໍແຂວງ ຫຼັງຈາກນັ້ນຜູ້ກ່ຽວກໍເສຍຊີວິດ

-ມີຜູ້ສຳຜັດໃກ້ຊິດທັງໝົດ 7 ຄົນ ເປັນຄົນໃນຄອບຄົວຜູ້ເສຍຊີວິດ.

9 ເດືອນ ອຸດົມໄຊ ຍາດແຍ່ງການລົງທຶນໄດ້ 54 ໂຄງການ ມູນຄ່າ 5 ຮ້ອຍກວ່າຕື້ກີບ

9 ເດືອນຜ່ານມາ ແຂວງອຸດົມໄຊ ສາມາດຍາດແຍ່ງການລົງທຶນໄດ້ 54 ໂຄງການ ມູນຄ່າການລົງທຶນ 5 ຮ້ອຍກວ່າຕື້ກີບ

ຕະຫລອດໄລຍະ 9 ເດືອນຜ່ານມາ ແຂວງອຸດົມໄຊ ເວົ້າລວມ,ເວົ້າສະເພາະ ພະແນກແຜນການແລະການລົງທຶນ ໄດ້ເອົາໃຈໃສ່ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ສົ່ງເສີມແລະຄຸ້ມຄອງການລົງທຶນ ໂດຍສະເພາະແມ່ນ ການລົງທຶນຂອງພາກເອກະຊົນ ສາມາດຍາດແຍ່ງເອົາການລົງທຶນໄດ້ໃນລະດັບຫນຶ່ງ.ອີງຕາມບົດສະຫລຸບລາຍງານຂອງພະແນກແຜນການແລະການລົງທຶນ ແຂວງອຸດົມໄຊ ໃຫ້ເຫັນວ່າ: ການຍາດແຍ່ງເອົາການລົງທຶນຈາກພາກເອກະຊົນ ໃນໄລຍະຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຫຍາກໃນຫລາຍດ້ານ ເປັນຕົ້ນແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ກັບການດຶງດູດການລົງທຶນ, ການພົວພັນປະສານງານກັບບັນດາບໍລິສັດ ໃນການແກ້ໄຂບັນຫາຕ່າງໆ ເຖິງຢ່າງໃດກໍຕາມ ຄະນະພັກ, ຄະນະນຳຂອງແຂວງ ແລະ ພະແນກແຜນການແລະການລົງທຶນແຂວງ ໄດ້ເອົາໃຈໃສ່ຢ່າງສຸດຄວາມສາມາດ ແລະ ຊອກຫາທຸກວິທີທາງໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ 9 ເດືອນຜ່ານມາ ສາມາດຍາດແຍ່ງເອົາການລົງທຶນໄດ້ທັງຫມົດ 54 ໂຄງການ, ມູນຄ່າການລົງທຶນທັງຫມົດ 571,68 ຕື້ກີບ ທຽບໃສ່ແຜນການປີ ບັນລຸ 82,85% (ແຜນການປີ 690 ຕື້ກີບ) ໃນນີ້ ການລົງທຶນໃນກິດຈະກໍາການບັນຊີຄວບຄຸມ ແລະ ສຳປະທານທີ່ໄດ້ຮັບການອະນຸຍາດຈາກປະທານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ (ຄລທ) ອະນຸມັດການລົງທຶນໃຫມ່ 8 ໂຄງການ, ມູນຄ່າການລົງທຶນ 108,51 ຕື້ກີບ, ການລົງທຶນໃນກິດຈະການທົ່ວໄປ ທີ່ຈົດທະບຽນນຳ ພະແນກ ອຸດສາຫະກຳ ແລະ ການຄ້າ ທັງຫມົດ 46 ຫົວຫນ່ວຍ, ລວມມູນຄ່າການຈົດທະບຽນທັງຫມົດ 463,17 ຕື້ກີບ.

ພາບຈາກ: ຂ່າວປະຈຳວັນ Daily News Oudomxay

ນອກນັ້ນ ວຽກງານທີ່ຕິດພັນກັບການຍາດແຍ່ງ ແລະ ດຶງດູດ ເອົາການລົງທຶນ ກໍຄື ການປັບປຸງກົນໄກການບໍລິການ ການລົງທຶນຜ່ານປະຕູດຽວ, ການຕິດຕາມ, ກວດກາ ແລະ ປະເມີນ ໂຄງການລົງທຶນ ກໍໄດ້ມີການເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເປັນປົກກະຕິ.ແຜນການ 3 ເດືອນທ້າຍປີນີ້ ຈະສືບຕໍ່ສູ້ຊົນ ຈັດຕັ້ງປະຕິບັດແຜນດຶງດູດການລົງທຶນ ແລະ ປັບປຸງ ເພີ່ມຕື່ມບັນຊີໂຄງການຮຽກການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃນບັນຊີຄວບຄຸມ, ສຳປະທານ ແລະ ກິດຈະການທົ່ວໄປ ໃຫ້ໄດ້ຫລາຍກວ່າ 15 ໂຄງການ, ຄາດຄະເນມູນຄ່າການລົງທຶນໃຫ້ບັນລຸ 120 ຕື້ກີບ.

ຂ່າວ: ຄານມະນີ ຮຽນດໍຈັນ

ປະກາດວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ 3 ນາຍ

ປກສ ແຂວງສະຫວັນນະເຂດ ປະກາດວິໄນນາຍຕຳຫຼວດ ອອກຈາກກຳລັງປ້ອງກັນຄວາມສະຫງົບ 3 ນາຍ

ຕາມການລາຍງານຂອງ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 7 ຕຸລາ 2021 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ ປະກາດວິໄນນາຍຕຳຫຼວດ ທີ່ເຄື່ອນ ໄຫວລະເມີດລະບຽບວິໄນ, ກົດໜາຍວ່າດ້ວຍກຳລັງປ້ອງ ກັນຄວາມສະຫງົບ ອອກຈາກກຳລັງປ້ອງກັນຄວາມສະ ຫງົບ ປກສ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນ ຊາການ ປກສ ແຂວງສະຫວັນນະເຂດ, ມີຄະພັກກອງບັນ ຊາການ, ຄະນະຫ້ອງອ້ອມຂ້າງ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ດາວວອນ ຄົມທິລາດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງສະຫວັນນະເຂດ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ ເລກທີ 3500, 3501 ແລະ 3502/ກມປສ, ລົງວັນທີ 06 ຕຸລາ 2021 ວ່າດ້ວຍການປະຕິບັດວິໄນນາຍຕຳຫຼວດ ເຊິ່ງໃນນີ້ ປະຕິບັດວິໄນ ຮທ ເວີນ ສີດາວົງ, ຮຕ ສິດທິສອນ ໄຊທານີ ໜ້າທີ່ຮັບຜິດຊອບວິຊາການ ສັງກັດຢູ່ຫ້ອງຕຳຫຼວດ ແລະ ຮທ ສີສຸພັນ ທາດາສະຫວັນ ໜ້າທີ່ຮັບຜິດ ຊອບວິຊາການ ສັງກັດຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຂຶ້ນກັບ ປກສ ແຂວງສະຫວັນນະເຂດ.

ເຫດຜົນ ຍ້ອນການກະທຳຜິດຕໍ່ລະບຽບກົດໝາຍຂອງກຳລັງປ້ອງ ກັນຄວາມສະຫງົບ ພາກທີ V ມາດຕາ 39 ຂໍ້ 01, ຂໍ້ 03 ການເມີນເສີຍບໍ່ປະຕິບັດຕາມມະຕິ ຫຼື ຄຳສັງຂອງຂັ້ນເທິງ ແລະ ລະເມີດຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ COVID- 19 ສະນັ້ນຈື່ງປະຕິບັດວິໄນສະຫາຍທັງສາມນີ້ອອກຈາກກຳລັງ ປ້ອງກັນຄວາມສະຫງົບ ໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ.

ເຕືອນພາຍຸເຂດຮ້ອນ! ໄລຍະວັນທີ 07 ຫາ 11 ຕຸລາ 2021

ແຈ້ງເຕືອນ ພາຍຸເຂດຮ້ອນ, ສະບັບທີ 2

ໃນເວລາ 7 ໂມງ 15 ນາທີ ຂອງວັນທີ 07 ຕຸລາ 2021 ພາຍຸດີເປຼຊັ້ນ ໄດ້ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ມີ ຈຸດສູນກາງຢູ່ເສັ້ນຂະຫນານທີ 16.4 ອົງສາເຫນືອ ແລະ ເສັ້ນ ແວງທີ 112.3 ອົງສາຕາເວັນອອກ ກໍາລັງເຄື່ອນໃນທິດຕາ ເວັນຕົກສ່ຽງເຫນືອ, ຄາດວ່າຈະເພີ່ມກໍາລັງແຮງຂື້ນກາຍເປັນ ພາຍຸຫມູນເຂດຮ້ອນໃນຕອນເຊົ້າມື້ອື່ນ ແລະ ສືບຕໍ່ເຄື່ອທີ່ ຜ່ານເກາະໄຮຫນ້າ ແລ້ວມຸ້ງຫນ້າໄປຜ່ານພາກເຫນືອຂອງ ປະເທດຫວຽດນາມ ໃນໄລຍະວັນທີ 10 – 11 ຕຸລາ 2021 ນີ້. ຊຶ່ງຕະຫຼອດການເຄື່ນທີ່ຂອງພາຍຸຫົວນີ້ຈະສົ່ງຜົນກະທົບຕໍ່ສະພາບອາກາດໃນເຂດພາກເຫນືອ, ພາກກາງ ແລະ ພາກໃຕ້ດັ່ງນີ້: 

ໄລຍະວັນທີ 07 ຫາ 09 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ຫນັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 09 ຫາ 11 ຕຸລາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ຫນັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເຫນືອດ້ານຕາເວັນອອກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ ເພ, ດິນເຈື່ອນ, ນ້ໍາຖ້ວມກະທັນຫັນ, ນ້ໍາຖ້ວມຊ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນ ເຈືອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງ ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ຫນ້ານີ້.

ຄຳສັ່ງເຈົ້າເມືອງເຊໂປນ ວ່າດ້ວຍການປົດລັອກດາວ ທຸກໆບ້ານເທດສະບານ

ຄຳສັ່ງເຈົ້າເມືອງເຊໂປນ ວ່າດ້ວຍປົດການລັອກດາວ ທຸກໆບ້ານເທດສະບານ, ເມືອງເຊໂປນ, ແຂວງສະຫວັນນະເຂດ ເພື່ອຜ່ອນຜັນມາດຕະການປ້ອງກັນ, ສະກັດກັ້ນຄວບຄຸມ ແລະ ກຽມຄວາມພ້ອມດ້ານເພື່ອຕ້ານການລະບາດພະຍາດໂຄວິດ-19, ເລີ່ມແຕ່ວັນທີ 7 ຫາ 16 ຕຸລາ 2021.

ນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ

ມະຕິວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ

-ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ 2016; – ອີງຕາມ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງມະຫາພາກ ສະບັບເລກທີ057/ດມສພ, ລົງວັນທີ 19 ທັນວາ 2018; – ອີງຕາມ ແຈ້ງການຫ້ອງວ່າການສູນກາງພັກ ສະບັບເລກທີ 35/ຫສພ, ລົງວັນທີ 03 ສິງຫາ 2021ເລື່ອງທິດຊີ້ນໍາຂອງກົມການເມືອງສູນກາງພັກ ກ່ຽວກັບນະໂຍບາຍ ແລະ ທິດທາງຈັດຕັ້ງປະຕິບັດ ການຫັນໄປສູ່ການນໍາໃຊ້ລົດໄຟຟ້າ; ອີງຕາມ ຍຸດທະສາດສົ່ງເສີມການນໍາໃຊ້ພະລັງງານສະອາດ ສໍາລັບຂະແຫນງຄົມມະນາຄົມ-ຂົນສົ່ງ ແຜນພັດທະນາຮອດປີ 2025, ຍຸດທະສາດຮອດປີ 2030 ແລະ ວິໃສທັດ 2050 ທີ່ໄດ້ຮັບຮອງ ແລະ ປະກາດໃຊ້ ຕາມດໍາລັດ ສະບັບເລກທີ 231/ນຍ, ລົງວັນທີ 11 ພຶດສະພາ 2020; ອີງຕາມ ມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, ລົງວັນທີ 10 ສິງຫາ 2021.

່ ລັດຖະບານ ຕົກລົງ:

ມາດຕາ 1ເຫັນດີຮັບຮອງນະໂຍບາຍ ການນໍາໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ເຊິ່ງມີລາຍລະອຽດລຸ່ມນີ້:

1. 1 ຈຸດປະສົງ ແລະ ລະດັບຄາດຫມາຍເພື່ອຈັດຕັ້ງຜັນຂະຫຍາຍວາລະວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ໂດຍສະເພາະມາດຕະການປະຢັດມັດທະຍັດ ແນໃສ່ຫຼຸດຜ່ອນການນໍາເຂົ້າ ນ້ໍາມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນ ຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ ຫຼຸດຜ່ອນມົນລະພິດຈາກການນໍາໃຊ້ລົດ ທີ່ແລ່ນ ດ້ວຍນ້ໍາມັນເຊື້ອໄຟ ແລະ ເປັນການສົ່ງເສີມການນໍາໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ; ສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງຫນ້ອຍ 1% ຂອງຈໍານວນພາຫະນະທັງຫມົດ; ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປ.

1.2 ນະໂຍບາຍຕໍ່ຜູ້ນໍາເຂົ້າ ແລະ ຈໍາຫນ່າຍລົດໄຟຟ້າ:

1) ເຫັນດີໃຫ້ປະຕິບັດນະໂຍບາບທີ່ກໍານົດໄວ້ຕາມກົດຫມາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດຫມາຍວ່າດ້ວຍພາສີ, ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດຫມາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອສົ່ງເສີມທຸລະກິດນໍາເຂົ້າ ແລະ ຈໍາຫນ່າຍລົດໄຟຟ້າ;

2) ລັດຈະບໍ່ຈໍາກັດດ້ານໂກຕ້າ ໃນການນໍາເຂົ້າລົດໄຟຟ້າ ເພື່ອສົ່ງເສີມໃຫ້ມີການແຂ່ງຂັນລາຄາຕາມກົນໄກຕະຫຼາດ;

(ອ່ານເພີ່ມເຕີມຕໍ່ໃນເອກະສານ)

ສານອວຍ​ພອນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ

ເນື່ອງ​ໃນ​ໂອ​ກາດສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸລາ ຄົບຮອບ 27 ປີພິທີ​ສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຄົບຮອບ 27 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ຕຸລາ​ນີ້ ທີ່​ກະຊວງ​ສຶກສາ​ທິ​ການ ແລະ ກິລາ (ສສກ) ໃນ​ຮູບ​ແບບ​ທາງໄກ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ພຸດ ສິມ​ມາລາ​ວົງ ລັດຖະມົນຕີ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ພ້ອມ​ດ້ວຍ​ບັນດາຜູ້​ບໍລິຫານ​ການ​ສຶກສາ ແລະ ກິລາ, ຄູ – ອາຈານ, ນັກ​ຮຽນ​-​ນັກ​ສຶກສາເຂົ້າ​ຮ່ວມ.

ໃນ​ພິທີ ທ່ານ ລັດຖະມົນຕີ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ໄດ້​ອ່ານ​ສານ​ອວຍພອນ ເນື່ອງ​ໃນ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸລາ ຄົບຮອບ 27 ປີ (ວັນ​ທີ 7 ຕຸລາ 1994 – ວັນ​ທີ 7 ຕຸລາ 2021).

ຮຽນ​ບັນດາ​ທ່ານ​ການ​ນໍາ​ພັກ​-​ລັດ ທີ່​ເຄົາລົບ ແລະ ນັບຖື​ຢ່າງ​ສູງ. ຜູ້​ບໍລິຫານ​ການ​ສຶກສາ ແລະ ກິລາ, ບັນດາ​ຄູ – ອາຈານ, ນັກ​ຮຽນ​-​ນັກ​ສຶກສາ ແລະ ພໍ່​ແມ່​ຜູ້​ປົກຄອງ ທົ່ວ​ປະເທດ ທີ່​ນັບຖື ແລະ ຮັກ​ແພງ.

ວັນ​ຄູ​ແຫ່ງ​ຊາດ​ວັນ​ທີ 7 ຕຸລາ ຊຶ່ງ​ເປັນ​ວັນ​ປະຫວັດສາດ​ທີ່​ສໍາ​ຄັນ​ໜຶ່ງ​ຂອງ​ຊາດ​ລາວ​ເຮົາ ໄດ້​ໝູນວຽນ​ມາ​ບັນຈົບ​ຄົບຮອບ 27 ປີ, ຂ້າພະເຈົ້າ ຂໍ​ຕາງໜ້າ​ໃຫ້​ຄະນະ​ພັກ, ຄະ​ນະ​ນໍາ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ສະແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ສາມັກຄີ​ຮັກແພງ​ອັນ​ອົບ​ອຸ່ນ ມາ​ຍັງ​ເພື່ອນໆ​ຄູ – ອາຈານ​ທຸກ​ຊັ້ນ, ທຸກ​ສາຍ, ທຸກ​ລະດັບ ທຸກ​ຂົງເຂດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ຕະຫຼອດ​ຮອດ​ຜູ້​ບໍລິຫານ​ການ​ສຶກສາ ວິທະຍາສາດ ແລະ ກິລາ ທຸກ​ຂັ້ນ. ການ​ສະເຫຼີມ​ຫຼອງ​ວັນ​ຄູ​ແຫ່ງ​ຊາດ​ຄົບຮອບ 27 ປີ ໃນ​ຮູບ​ແບບ​ທາງໄກ ໃນ​ທົ່ວ​ປະເທດ​ປີ​ນີ້, ກະຊວງ​ສຶກສາ​ທິ​ການ ແລະ ກິລາ ໄດ້​ຈັດ​ພິທີ​ຂຶ້ນ ໃນ​ໄລຍະ​ໃກ້​ຄຽງ​ກັນ​ການ​ສະເຫຼີມສະຫຼອງ​ວັນ​ຄູ​ສາກົນ ແມ່ນ​ໄດ້​ຖື​ເອົາ​ວັນທີ 5 ຕຸລາ ຂອງ​ທຸກ​ປີ​ເປັນ​ວັນ​ຄູ​ສາກົນ, ຫົວຂໍ້​ການ​ສະເຫຼີມສະຫຼອງ​ວັນ​ຄູ​ສາກົນ​ໃນ​ປີ​ນີ້​ແມ່ນ; “ຄູ​ຄື​ຫົວໃຈ​ຂອງ​ການ​ຟື້ນ​ຟູ​ການ​ສຶກສາ​ໃນ​ໄລຍະ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19”.ສຳລັບ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ເວລາ​ໃດ​ກໍ​ໃຫ້​ຄວາມ​ສໍາ​ຄັນ ແລະ ເອົາໃຈໃສ່​ຕໍ່​ວຽກ​ງານ​ການ​ສຶກສາ​ຄູ ແລະ ຖື​ເອົາ​ຄູ​ສອນ​ເປັນ​ກົກ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ສຶກສາ ກໍ​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ເພາະ​ຄູ​ມີ​ບົດ​ບາດ​ສໍາ​ຄັນ​ໃນ​ການ​ສ້າງ​ອະນາຄົດ​ໃຫ້​ຄົນ​ແຕ່​ລະ​ຮຸ່ນ ແລະ ໃນ​ພາລະກິດ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງ​ເຮືອງ.

ເມື່ອ​ເວົ້າ​ເຖິງ​ບົດບາດ​ຂອງ​ຄູ​ແລ້ວ ກໍ​ມີ​ການ​ນຳ​ພັກ​-​ລັດ, ນັກ​ສຶກສາ ແລະ ນັກ​ສັງຄົມ​ສາດຫຼາຍ​ທ່ານໄດ້​ຂະໜານ​ນາມ​ຄູ​ວ່າ: ຄູ​ແມ່ນ​ຄົນ​ຂອງ​ພັກ, ຄູ​ແມ່ນ​ວິສະວະກອນ​ແຫ່ງ​ດວງ​ວິນ​ຍານ, ຄູ​ແມ່ນ​ແມ່ພິມ​ຂອງ​ຊາດ, ຄູ​ແມ່ນ​ພໍ່​ແມ່​ຜູ້​ທີ່​ສອງ​ຂອງ​ເດັກ, ຄູ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້ ແລະ ປະສົບ​ການ ທີ່​ສາມາດ​ຖ່າຍ​ທອດ​ໃຫ້​ແກ່​ຜູ້​ອື່ນ, ຄູ​ຄື​ຜູ້​ນໍາ​ພາ​ການ​ປ່ຽນແປງ​ໃໝ່ ແລະ ອື່ນໆ.

ດັ່ງ​ຄຳ​ເວົ້າ​ຂອງ ປະທານ ໄກສອນ ພົມວິຫານ ທີ່​ວ່າ: “ການ​ສຶກສາ​ເປັນ​ວິທະຍາສາດ​ກ່ຽວ​ກັບ​ການ​ສ້າງ​ຄົນ, ວິທະຍາສາດ​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ຄວາມ​ຮູ້​ດ້ານ​ວິທະຍາສາດ, ເຕັກນິກ, ຄຸນສົມບັດ ແລະ ຊຳນິ​ຊຳນານ ໃນ​ການ​ອອກແຮງ​ງານ​ນັ້ນ ບໍ່ເກີດ​ຂຶ້ນ​ຕາມ​ເສັ້ນທາງ​ສືບ​ເຊື້ອ, ແຕ່​ຫາກ​ກໍ່​ຕົວ​ຂຶ້ນ​ຕາມ​ເສັ້ນທາງ​ສິດສອນ, ຮ່ຳຮຽນ ແລະ ນຳ​ໃຊ້​ອຸປະກອນ​ການ​ອອກແຮງ​ງານ ໝາຍວ່າ​ມັນ​ກໍ່​ຕົວ​ຂຶ້ນ​ຕາມ​ເສັ້ນທາງ​ການ​ສຶກສາ. ດັ່ງນັ້ນ​ການ​ສຶກສາ ຈຶ່ງ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ໂຄງ​ບົນ ຊຶ່ງ​ມີໜ້າ​ທີ່ ນຳ​ເອົາລະ​ດັບ​ການ​ສຶກສາ​ມາ​ໃຫ້​ທຸກ​ຄົນ​ໃນ​ສັງຄົມ ນັບ​ມື້​ນັບ​ສູງ​ຂຶ້ນ.

ສັງ​ລວມ​ແລ້ວ​ບໍ່​ວ່າ​ເວລາ​ໃດ, ຄູ​-​ອາຈານ ໄດ້​ເປັນ​ໝາກ​ຫົວໃຈ​ຕັດສິນ​ໃນ​ການ​ສ້າງ​ຊັບ​ພະຍາ ກອນ​ມະນຸດ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຂອງ​ປະເທດ​ຊາດ. ຄູ​-​ອາຈານ ໄດ້​ອຸທິດ​ເຫື່ອແຮງ​ສະຕິປັນຍາ ດ້ວຍ​ຄວາມ​ພາກ​ພຽນ​ມານະ​ອົດທົນ ໃນ​ການ​ປະຕິບັດ​ໜ້າທີ່​ການ​ສອນ​ຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດເມື່ອຍ, ເຮັດ​ໃຫ້ການ​ສຶກສາ​ໄດ້​ຂະຫຍາຍຕົວ​ຈາກ​ຕົວ​ເມືອງ ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກ ຫຼີກ, ຫຼຸດຜ່ອນ​ຊ່ອງ​ວ່າງ​ອັດຕາ​ການ​ຮູ້​ໜັງສື​ຂອງ​ປະຊາຊົນ​ບັນດາ​ເຜົ່າ.

ຄູ – ອາຈານ​ຫຼາຍ​ທ່ານ ໄດ້​ຮັບ​ການ​ສັນລະເສີນ​ເປັນ​ຄູ​ສອນ​ດີ – ສອນ​ເກັ່ງ, ກາຍເປັນ​ຄູ​ປະສົບ​ການ, ຄູ​ຊໍາ​ນານ​ງານ, ຄູ​ຊ່ຽວຊານ. ບົດ ບາດ​ກຽດ​ສັກ​ສີ​ຊື່​ສຽງ​ຂອງ​ຄູ​-​ອາຈານ ແມ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນຈາກ​ການຈັດຕັ້ງ ແລະ ສັງ​ຄົມ. ຕາງໜ້າ​ໃຫ້​ການ​ນໍາ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ, ຂ້າພະເຈົ້າ ຂໍ​ສະແດງ​ຄວາມ​ກະຕັນຍູ, ຮູ້​ບຸນ ຄຸນ ແລະ ຍ້ອງຍໍ​ສັນລະເສີນ​ຕໍ່​ຄຸນງາມຄວາມດີ​ຂອງ​ຄູ​-ອາ​ຈານ. ພ້ອມ​ກັນ​ນີ້ ຂໍ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ການ​ນຳ​ພັກ​-​ລັດ ແລະ ທຸກ​ພາກສ່ວນ​ໃນ​ທົ່ວ​ສັງຄົມ ທີ່​ໄດ້​ມີ​ສ່ວນ​ຮ່ວມ ແລະ ໃຫ້ການ​ຊ່ວຍເຫຼືອ​ອຸ້ມ​ຊູ ຄູ – ອາຈານ ທີ່​ກໍາ​ລັງ​ປະຕິບັດ​ໜ້າທີ່​ການ​ສິດສອນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໂດຍ​ສະເພາະ​ໃນ​ເຂດ​ທີ່​ກຳລັງ​ມີ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ພວກ​ເຮົາ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ເອົາ​ຊະນະ​ກັບ​ພະຍາດ​ດັ່ງ​ກ່າວ. ເພື່ອ​ສ້າງ​ໂອກາດ​ໃຫ້​ລູກ​ຮັກ​-​ຫຼານ​ແພງ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ມີ​ໂອກາດ​ກັບ​ຄືນ​ມາ​ສຶກສາ​ຮໍ່າ​ຮຽນ ແລະ ດຳລົງ​ຊີວິດ​ຕາມ​ປົກກະຕິ​ແບບ​ໃໝ່.

ເຖິງ​ແມ່ນ​ວ່າ ຄູ​-​ອາຈານ ໄດ້​ມີ​ຜົນສຳ ເລັດ​ຫຼາຍ​ດ້ານໃນ​ໄລຍະ​ຜ່ານ​ມາ, ແຕ່​ພວກ​ເຮົາ​ກໍ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ ແລະ ທົດ​ສອບ​ຫຼາຍ​ຢ່າງ ເປັນຕົ້ນແມ່ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຄູ​-ອາຈານ​ຈຳນວນ​ໜຶ່ງ ມີ​ການ​ເຊື່ອມ​ທາດ​ທາງ​ດ້ານ​ຈັນ​ຍາ​ບັນ​-​ຈັນຍາທຳ, ຂາດ​ການ​ຄົ້ນຄວ້າ ສິດສອນ​ແຕ່​ແນວ​ເກົ່າ ບໍ່​ຄົ້ນ​ຄິດ​ປະດິດ​ສ້າງ, ຈຳນວນ​ໜຶ່ງພົວພັນ​ກັບ​ສິ່ງ​ທີ່​ຜິດ​ກັບ​ຫຼັກການ​ຂອງ​ສັງຄົມ, ຫຼິ້ນ​ກິນ​ຟຸ່ມ​ເຟືອຍ ແລະ ພົວພັນ​ກັບ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ໃນ​ສັງ​ຄົມ.

ຍ້ອນ​ແນວ​ນີ້, ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ບຸກ​ທະລຸ ແລະ ເລັ່ງ​ທວງ​ເອົາ​ກຽດ​ສັກ​ສີ ແລະ ຄຸນງາມຄວາມດີ​ຂອງ​ບັນ​ພະ​ບູ​ລຸດ ຄູ​ປະຕິວັດ​ອາວຸໂສ ທີ່​ໄດ້​ຝາກ​ໄວ້ ມາ​ຍັງ​ຄູ​ຮຸ່ນ​ປັດຈຸບັນ ແລະ ຮຸ່ນ​ສືບ​ທອດ ຈົ່ງ​ໄດ້​ເພີ່ມ​ທະວີ​ສ້າງ​ຕົນ​ໃຫ້​ຄົບ​ອົງ​ປະກອບ​ຂອງ​ຈັນ​ຍາ​ບັນ​ຄູ​ລາວ​ຄື: ມີ​ຈັນ​ຍາ​ບັນ​ຕໍ່​ຕົນ​ເອງ, ຕໍ່​ວິຊາ​ຊີບ, ຕໍ່​ການຈັດຕັ້ງ ແລະ ຕໍ່​ປະຊາ​ຊົນ​-​ສັງ​ຄົມ. ຄູ​-ອາຈານ​ທຸກ​ຄົນ ຕ້ອງ​ພ້ອມ​ກັນ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຊື່ສັດ​ບໍລິສຸດ, ມີ​ຄວາມ​ໂປ່​ງ​ໃສ, ມີ​ວິໄນ​ຕົວ​ເອງ, ບໍ່​ກ່ຽວຂ້ອງ​ກັບ​ສິ່ງ​ເສບ​ຕິດ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ.

ປະຕິບັດ​ການ​ສອນ​ຕາມ​ການ​ມອບ ​ໝາຍ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ສິດສອນ​ດ້ວຍ​ຄວາມ​ເປັນ​ທຳ, ດຸໝັ່ນ​ຄົ້ນ​ຄວ້າ​-​ສຶກສາ​ຮໍ່າ​ຮຽນ ແລະ ພັດທະນາ​ນະ​ວັດຕະ​ກຳ ເພື່ອ​ຮັບ​ໃຊ້​ວິຊາ​ຊີບ​ຂອງ​ຕົນ, ມີ​ຄວາມ​ສາມັກຄີ, ເອື້ອເຟື້ອ​ເຜື່ອ​ແຜ່​ເພື່ອນ​ຮ່ວມ​ງານ ແລະ ຜູ້​ຮຽນ. ເຄົາລົບ ແລະ ມີ​ສະຕິ​ຕໍ່​ການຈັດຕັ້ງ, ປະຕິບັດ​ຕາມ​ພາລະ​ບົດບາດ, ມີ​ຫົວຄິດ​ປະດິດ​ສ້າງ​ພັດທະນາ​ການຈັດຕັ້ງ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ເປັນ​ໝູ່​ຄະນະ, ປະຕິບັດ​ໂມງ​ເວລາ​ເຂັ້ມ​ງວດ, ປົກ​ປັກ​ຮັກສາ​ຊັບ​ສົມບັດ​ລວມ​ໝູ່ ແລະ ບໍ່​ສວຍ​ໃຊ້​ໜ້າທີ່​ເພື່ອ​ຫາ​ຜົນ​ປະໂຫຍດ​ສ່ວນ​ຕົວ. ຈິງ​ໃຈ​ບໍລິການ​ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ເຕັມ​ໃຈ, ມີ​ຄວາມ​ດຸໝັ່ນ​ເປັນ​ແບບຢ່າງ​ໃນ​ການ​ປະພຶດ​ທີ່​ດີ​ໃຫ້​ແກ່​ສັງຄົມ, ມີ​ນໍ້າ​ໃຈ​ເສຍສະຫຼະ ແລະ ຮັກສາ​ກຽດ​ສັກ​ສີ​ຂອງ​ຄູ​ລາວ.ສຳລັບ​ການ​ສະເຫຼີມສະຫຼອງ ວັນ​ຄູ​ແຫ່ງ​ຊາດ​ປີ​ນີ້ ຢູ່​ສະ​ຖາ​ບັນ​ການ​ສຶກສາ ຂໍ​ໃຫ້​ຈັດ​ແບບ​ກະທັດ​ຮັດ, ເນັ້ນ​ເນື້ອ​ໃນ, ຈັດ​ປາຖະກະຖາ​ປະຫວັດ​ວັນ​ຄູ, ສະຫຼຸບ​ຕີ​ລາຄາ​ການ​ປະຕິບັດ​ງານ​ຂອງ​ຄູ​-​ອາຈານ ໃນ​ໜຶ່ງ​ປີຜ່ານມາ, ເພື່ອ​ພ້ອມ​ກັນ​ປັບປຸງ​ຈັນ​ຍາ​ບັນ​ຄູ​ລາວ ໃຫ້​ມີ​ຄວາມ​ພ້ອມ​ຮອບດ້ານ, ສະເໜີ​ຍ້ອງຍໍ ຄູ​-​ອາຈານ ທີ່​ມີ​ຜົນງານ​ດີເດັ່ນ ແລະ ອື່ນໆ ໂດຍ​ປະຕິບັດ​ຕາມ​ມາດ​ຕະການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ເຂັ້ມ​ງວດ.

ໃນ​ໂອກາດ​ນີ້, ຂ້າພະເຈົ້າ​ຂໍ​ສົ່ງ​ກຳລັງ​ໃຈ​ມາ​ຍັງ​ຄູ​-​ອາຈານ ແລະ ຜູ້​ບໍລິຫານ​ການ​ສຶກສາ​-​ກິລາ ທຸກ​ທ່ານ ຈົ່ງ​ພ້ອມ​ກັນ​ຜ່ານ​ຜ່າ ສະພາບ​ການ​ລະບາດ​ຂອງ​ໂຄ​ວິດ-19 ໃນ​ຄັ້ງ​ນີ້ ດ້ວຍ​ນໍ້າ​ໃຈ​ບຸກ​ທະລຸ​ອັນ​ສູງ​ສົ່ງ. ສຸດ​ທ້າຍ​ນີ້, ຂ້າພະເຈົ້າ ຂໍ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ບັນດາ​ທ່ານ​ຜູ້ນຳ​ພັກ​-​ລັດ, ເພື່ອນໆ​ຄູ – ອາຈານ​ສອນ, ຜູ້​ບໍລິຫານ​ການ​ສຶກສາ, ຜູ້​ປະກອບ​ການ​ການ​ສຶກສາ, ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາເຜົ່າ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ພະລາ​ນາ​ໄມ​ສົມບູນ, ມີ​ຄວາມສຸກ​ຄວາມ​ຈະເລີນ ແລະ ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ. ນໍ້າ​ໃຈ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ໝັ້ນຍືນ !

ຂໍ້ມູນ: ປະຊາຊົນ

ກຽມສະຖານທີ່ ເພື່ອຮັບຮອງຜູ້ຕິດເຊື້ອໂຄວິດ-19

ກະກຽມສະຖານທີ່ ເພື່ອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ກຳລັງ ຊາວໝຸ່ມ ປກຊ-ປກສ ເມືອງໄຊທານີ ນວ ຈຳນວນ 35 ສະຫາຍ ໄດ້ພ້ອມກັນ ກາງຕຽງນອນ ຈຳນວນ 400 ຊຸດ ໂດຍຮັກສາໄລຍະຫ່າງ, ຢູ່ສູນກັກກັນສະໜາມກິລາແຫ່ງຊາດ ຫຼັກ 16 ນວຕຶກ A ແລະ ຕຶກ B. ເພື່ອກະກຽມເປີດເປັນໂຮງໝໍ ພາກສະໜາມປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.ພັທ ຈັນເພັງ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ:

ພາຍຫຼັງທີ່ ກອງບັນຊາການ ປກສ ເມືອງໄຊທານີ ນວ ໄດ້ຮັບການຊີ້ນຳ ຈາກຄະນະສະເພາະກິດ ໃນວັນທີ 6 ຕຸລາ 2021 ກຳລັງຊາວໝຸ່ມ ປກຊ-ປກສ ໄດ້ກະກຽມສະຖານທີ່ຮອງຮັບຢູ່ຫລັກ 16 ມີ 2 ຕຶກຄື: ຕຶກ A ມີ 230 ໜ່ວຍ ແລະ ຕຶກ B ມີ 170 ໜ່ວຍ ແລະ ຄາດກະວ່າຈະໄດ້ນໍາໄຊ້ໃນໄວໆນີ້ ຖ້າຫາກມີຜູ້ຕິດເຊື້ອພະຍາດເພີ່ມຂຶ້ນ.

ກອງບັນຊາການ ປກສ ນວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກຳລັງຊາວໜຸ່ມ ປກຊ-ປກສ ຂອງ ເມືອງໄຊທານີ ນວ ທີ່ມີຄວາມຮັບຜິດຊອບສູງໃນການກະກຽມສະຖານທີ່ ຮອງຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ຮຽກຮ້ອງມາຍັງປະຊາຊົນ ຊາວນະຄອນຫຼວງວຽງຈັນ ໃຫ້ພ້ອມກັນເປັນເຈົ້າການ ມີສະຕິປ້ອງກັນໂຕເອງ ຕາມແຈ້ງການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ເພື່ອບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜ່ລາມອອກເປັນວົງກວ້າງ.

ຍັງພົບການຕິດເຊື້ອໃນບັນດາໂຮງງານຢ່າງຕໍ່ເນື່ອງ

ຕາມການລາຍງານຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່,​ ກະຊວງສາທາລະນະສຸກ ໄດ້ກ່າວໃນບົດຖະແຫຼງຂ່າວປະຈຳວັນທີ 7 ຕຸລາ 2021 ໃຫ້ຮູ້ວ່າ: ມາຮອດມື້ນີ້ ການຕິດເຊື້ອໃນບັນດາໂຮງຈັກໂຮງງານ ແມ່ນຍັງມີການຄົ້ນພົບ ແລະ ລາຍງານຕໍ່ເນື່ອງ.

ຍ້ອນວ່າໂຮງງານເປັນບ່ອນເຕົ້າໂຮມກໍາມະກອນ ມີຜູ້ໃຊ້ແຮງງານຢ່າງຫຼວງຫຼາຍ ຖ້າມີຜູ້ໜຶ່ງໄດ້ຕິດເຊື້ອຢູ່ໃນໂຮງງານ, ກໍ່ຈະກາຍເປັນສະຖານທີ່ ທີ່ມີຄວາມສ່ຽງສູງໃນການແຜ່ເຊື້ອທັນທີ.

ສະນັ້ນ ຂໍຮຽກຮ້ອງ ໃຫ້ກໍາມະກອນທຸກທ່ານ ຈົ່ງປະຕິບັດມາດຕະການປ້ອງກັນຕົນເອງ ຢ່າງເຂັ້ມງວດ.

ຜູ້ບໍລິຫານໂຮງງານ ຄວນໄດ້ສ້າງມາດຕະການເພື່ອປົກປ້ອງສຸຂະພາບຂອງກໍາມະກອນ ແລະ ຈັດສັນສະຖານທີ່ ເຮັດວຽກຢ່າງປອດໄພ ໃຫ້ມີອາກາດລ່ວງດີ ແລະ ມີມາດຕະການຮັກສາໄລຍະຫ່າງ ຢ່າງເປັນຮູບປະທໍາ ລວມທັງເວລາເລີກວຽກພັກທ່ຽງກິນເຂົ້າຂອງອ້າຍນ້ອງແຮງງານ ກໍ່ຕ້ອງຮັກສາໄລຍະຫ່າງເຊັ່ນກັນ ແລະ ບໍ່ຄວນກິນເຂົ້າຊຸມກັນ.