ສະຖານນະການ ໂຄວິດ-19 ແຂວງຫຼວງພະບາງ ປະຈຳວັນທີ 13 ຕຸລາ 2021

ລາຍງານໂດຍ: ຂ່າວສານຫຼວງພະບາງ
ຫາຍດີອອກຈາກໂຮງໝໍພາກສະໜານສູນອັບເກນໝົດແລ້ວ ສາທຸເດີ້.

ຕາມການລາຍງານ ຂອງເພຈ ໜ້າຂ່າວຊາວພຸດ ໃຫ້ຮູ້ວ່າ: ແຈ້ງຂ່າວອອກໂຮງຫມໍ ຫາຍດີຈາກໂຄວິດແລ້ວພໍ່ແມ່ຄູບາອາຈານ ແລະ ສັດທາຍາດໂຍມຊາບວ່າພຣະສົງ ແລະ ສາມະເນນ ທີ່ຕິດເຊື້ອໂຣກໂຄວິດ-19 ໃນວັນທີ 25-28/09/2021 ມາປິ່ນປົວຢູ່ໂຮງໝໍພາກສະໜານສູນອັບເກນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດນັ້ນ ແມ່ນຈະໄດ້ກັບວັດແລ້ວເດີ ໃນວັນທີ 13/10/2021 ການປິ່ນປົວແມ່ນຫາຍດີເປັນປົກກະຕິແລ້ວ ຈະໄດ້ກັບວັດຈຳນວນ 33 ອົງ ຍັງສືບຕໍ່ປິ່ນປົວຢູ່ສູນຫຼັກ 9 ຈຳນວນ 4 ອົງ ເນື້ອງຈາກວ່າ ພວກເພິ່ນມາຕາມຫຼັງ ຈະຢູ່ປິ່ນປົວໃຫ້ຄົບ 14 ວັນຈິງກັບວັດໄດ້.

ຕອນນີ້ ການປິ່ນປົວກໍ່ຫາຍດີໝົດທຸກອົງແລ້ວ.ອອກຕົນຍາດໂຍມ ຢາກຈະທຳບຸນຖວາຍຈັງຫັນ ແລະ ຖວາຍເພນ ແມ່ນໃຫ້ໄປຖວາຍຢູ່ວັດເລີຍເດີ ທ້າຍສຸດນີ້ອາຕະມາພາບ ກໍ່ຂໍອວຍພອນໃຫ້ພໍ່ແມ່ຄູບາອາຈານແລະສັດທາອອກຕົນຍາດໂຍມ ຈົ່ງມີແຕ່ຄວາມສຸກຄວາມຈະເລີນປາສະຈາກໂຣກໄພໄຂ້ເຈັບທຸກປະການເທີດ ສາທຸ ຂໍນ້ອມນະມັດສະການ ແລະ ຂໍຈະເລີນພອນ ຂໍຂອບໃຈ.
ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອ 7 ຄົນ ໃນກຸ່ມໄວລຸ້ນ ຈຳນວນ 32 ຄົນ ທີ່ລະເມີດແຈ້ງການ 37/ຈນວ ຢູ່ໂຮງແຮມໂຄ້ງຄໍາ ໃນວັນທີ 4 ຕຸລາ 2021 ທີ່ຜ່ານມາ.

ຈາກການລາຍງານຂອງທ່ານ ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຜ່ານການສືບສວນ-ສອບສວນ ຈຳນວນ 32 ຄົນ ທີ່ໄດ້ກັກຕົວຢຸ່ໂຮງແຮມໂຄ້ງຄຳ, ມີຜູ້ກະທຳຜິດທາງອາຍາ 4 ຄົນ, ໃນຂໍ້ຫາມີອາວຸດເສີກໄວ້ໃນຄອບຄອງ ( ສົ່ງໃຫ້ຫ້ອງຕຳຫຼວດ ດຳເນີນຄະດີ ) ສ່ວນອີກ 28 ຄົນ, ຍິງ 13 ຄົນ, ທີ່ໄດ້ລະເມີດຄໍາສັ່ງ, ແຈ້ງການ ເຈົ້າໜ້າທີ່ຫ້ອງສັນຕິບານ ປກສ ນວ ໄດ້ໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝ 3.000.000 ກີບ/ຄົນ ພ້ອມທັງນໍາໄປຈໍາກັດບໍລິເວນຢູ່ໂຮງແຮມປານີ ບ້ານຊຽງດາ ເມືອງໄຊເຊດຖາ ຕາມຄວາມສະໝັກໃຈຂອງຜູ້ລະເມີດ ໂດຍໃຫ້ຮັບຜິດຊອບຄ່າໃຊ້ຈ່າຍຢູ່ກິນດ້ວຍຕົນເອງທັງໝົດ.

ມາຮອດວັນທີ 7 ຕຸລາ 2021 ຈຶ່ງກວດພົບເຊື້ອ ຈຳນວນ 7 ຄົນ, ໄດ້ນໍາຕົວໄປຕິດຕາມອາການ ແລະ ປິ່ນປົວ ຢູ່ໂຮງໝໍສະໜາມ ຫຼັກ 27 ແລະ ໂຮງໝໍສະໝາມວັງຊັບ ໂດຍໃຫ້ພວກກ່ຽວຮັບຜິດຊອບຄ່າໃຊ້ຈ່າຍການກິນຢູ່ ແລະ ປິ່ນປົວເອງທັງໝົດ ເພາະເປັນການກະທໍາໂດຍເຈດຕະນາ, ສ່ວນ 21 ຄົນ ສືບຕໍ່ຈຳກັດບໍລິເວນໃຫ້ຄົບກໍານົດ 14 ວັນ ເຈົ້າໜ້າທີ່ຈະນໍາຕົວມາດໍາເນີນຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແຈ້ງມາຍັງບັນດາທ່ານ ໃຫ້ເຂົ້າໃຈຕື່ມອີກວ່າ: ການອອກມາດຕະການຫ້າມບໍ່ໃຫ້ມີການຈັດຕັ້ງຊຸມແຊວ, ເປີດບໍລິການກີນດື່ມສິ່ງມືນເມົາ ກໍ່ຍ້ອນວ່າພຶດຕິກຳເຫຼົ່ານີ້ເປັນສາເຫດການແຜ່ເຊື້ອໄດ້ງ່າຍດັ່ງກໍລະນີນີ້ ຖ້າວ່າເຈົ້າໜ້າທີ່ບໍ່ສະກັດກັ້ນໄວ້ໄດ້ໃນຈຳນວນ 32 ຄົນນີ້ ຈະນຳເອົາເຊື້ອໄປແຜ່ໃສ່ຄົນໃນສັງຄົມຍິ່ງຈະຫຼາຍໄປກວ່ານີ້.

ຂໍຄວາມຮ່ວມມື: ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງທຸກທ່ານຈົ່ງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ໃນການສະກັດກັ້ນ ຖ້າພົບເຫັນປະກົດການຫຍໍ້ທໍ້ ໂທແຈ້ງເບີວອດແອັບ ປກສ ນວ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ສໍາເລັດແລ້ວ 75%
ໂຄງການກໍ່ສ້າງປະຕູໂຂງ ເຂົ້າ-ອອກ ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເລີ່ມລົງມືກໍ່ສ້າງມາແຕ່ເດືອນກໍລະກົດ 2021 ທີ່ຜ່ານມາ ຊຶ່ງມີຄວາມສູງ 6 ແມັດ, ດ້ານໜ້າກວ້າງ 12 ແມັດ, ດ້ານຂ້າງ 2,5 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ 187 ລ້ານກວ່າກີບ ໂດຍແມ່ນຫ້ອງວ່າການເມືອງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ຈັນທະວົງ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາ.

ໃນວັນທີ 9 ຕຸລາຜ່ານມານີ້, ໄດ້ຍົກໂຄງຫຼັງຄາປະຕູໂຂງດັ່ງກ່າວ ໂດຍໄດ້ມີພິທີທາງສາສະ ໝາຕາມຮີດຄອງປະເພນີ ເປັນກຽດເຂົ້າຮ່ວມໃນພິທີມີ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ມາຮອດປັດຈຸບັນນີ້, ໂຄງການດັ່ງກ່າວສໍາເລັດແລ້ວ 75% ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍເດືອນຕຸລາ 2021 ນີ້.
(ຂ່າວ-ພາບ: ແກ່ນທ້າວ)
ແຈ້ງການ ເຖິງ : ຜູ້ອໍານວຍການ ( ເຈົ້າຂອງກິດຈະການ ) ຮ້ານ ດີມາກ ທີ່ຕັ້ງຢູ່ບ້ານ ດົງປາລານທ່າ ເມືອງສີສັດຕະນາກນະຄອນຫລວງວຽງຈັນ.
ເລື່ອງ : ຂໍຄວາມຮ່ວມມືໃຫ້ໂຈະຊົ່ວຄາວການເປີດບໍລິການ.
ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສິສັດຕະນາກ ແຈ້ງຂໍຄວາມຮ່ວມມືມາຍັງ ຜູ້ອໍານວຍການ ( ເຈົ້າຂອງກິດຈະການ ) ຮ້ານ ດີມາກ ທີ່ຕັ້ງຢູ່ບ້ານດົງປາລານທ່າ ເມືອງສີສັດຕະນາກ ໃຫ້ໂຈະຊົ່ວຄາວການເປີດບໍລິການ, ເນື່ອງຈາກວ່າຢູ່ພາຍໃນສູນການຄ້າ ຂອງ ທ່ານໄດ້ເກີດມີກໍລະນີຜູ້ຕິດເຊື້ອພະຍາດ COVID-19 ແລະ ຜູ້ສໍາຜັດທີ່ເປັນກຸ່ມສ່ຽງ ຂອງພະນັກງານທິມາເຮັດຫນ້າທີ່ບໍລິການໃຫ້ລູກຄ້າ ຢູ່ພາຍໃນສູນການຄ້າຂອງທ່ານ ເພື່ອປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໃຂ ການລະບາດຂອງພະຍາດ COVID-19 ໃຫ້ເຂັ້ມງວດ ແລະ ຮັບປະກັນໃນການປ້ອງກັນການແຜ່ ເຊື້ອໃນຊຸມຊົນ, ເຊິ່ງປະຈຸບັນກໍາລັງແຜ່ລະບາດຫລາຍໃນນະຄອນຫລວງວຽງຈັນ ເວົ້າສະເພາະກໍ່ຄືຢູ່ເມືອງສີ ສັດຕະນາກຂອງພວກເຮົາ.
ສະນັ້ນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສີສັດຕະນາກ ຈຶ່ງໄດ້ແຈ້ງຂໍຄວາມຮ່ວມມືມາຍັງທ່ານໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້ຢ່າງເຂັ້ມງວດ
ສະນັ້ນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ເມືອງສີສັດຕະນາກ ຈຶ່ງໄດ້ແຈ້ງຂໍຄວາມຮ່ວມມືມາຍັງທ່ານໃຫ້ປະຕິບັດຕາມມາດຕະການດັ່ງຕໍ່ໄປນີ້ຢ່າງເຂັ້ມງວດ
1. ໃຫ້ໂຈະຊົ່ວຄາວກ່ຽວກັບການເປີດບໍລິການສູນການຄ້າ ຕັ້ງແຕ່ວັນທີ 12 ຕຸລາ 2021 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງ.
2. ໃຫ້ສຶບຄົ້ນຫາຜູ້ຕິດເຊື້ອ ແລະ ຜູ້ສໍາພັດໃກ້ສິດ ຂອງພະນັກງານທີ່ມາໃຫ້ບໍລິການລູກຄ້າຂອງຂອງທ່ານໂດຍໄວ, ພ້ອມທັງໃຫ້ຜູ້ທີ່ສໍາພັດໃກ້ສິດ ( C1 ) ໄປກວດຫາເຊື້ອພະຍາດໂຄວິດ-19 ຢູ່ທີ່ສະຖານທີ່ກວດຫາເຊື້ອ ທີ່ທາງການໄດ້ກໍານົດໃວ້.
3. ໃຫ້ແຈ້ງປະຫວັດການເຄື່ອນໄຫວຂອງຜູ້ຕິດເຊື້ອໂດຍດ່ວນຕໍ່ເຈົ້າຫນ້າທີ່ທີມງານລະບາດວິທະຍາຫ້ອງການສາທາລະນະສຸກເມືອງກໍ່ຄືພະແນກສາທາລະນະສຸກນະຄອນຫຼວງວຽງຈັນໂດຍດ່ວນ.
4. ໃຫ້ດໍາເນີນການສີດຜົ່ນຢາຂ້າເຊື້ອ, ເຮັດອານາໄມຄວາມສະອາດ ໃນທົ່ວບໍລິເວນສູນການຄ້າ ແລະ ຈຸດຂາຍສິນຄ້າທີ່ເຫັນວ່າມີຄວາມສ່ຽງໃນການຕິດເຊື້ອ ຕາມມາດຕະການທີ່ຄະນະສະເພາະກິດວາງອອກ.
5. ໃຫ້ຈໍາກັດບໍລິເວນເວລາ14ວັນ ພະນັກງານທີ່ສໍາພັດກັບຜູ້ຕິດເຊື້ອ CI ແລະ ຜູ້ຢູ່ໃນກຸ່ມສ່ຽງ C2.
6. ໃຫ້ເຈົ້າສຸນການຄ້າ, ຜູ້ຈັດການ ໂຄສະນາເຜີຍແຜ່ ແລະ ແຈ້ງໃຫ້ພະນັກງານຂອງຕົນ ບໍ່ໃຫ້ແຕກຕື່ນ ແລະ ຕິດຕາມອາການຕົນເອງຢູ່ເຮືອນໃຫ້ຄົບ 14 ວັນ.
7. ກ່ອນຈະເປີດການໃຫ້ບໍລິການຄືນໃຫມ່, ຕ້ອງໄດ້ແຈ້ງຫາຄະນະສະເພາະກິດຂັ້ນເມືອງ, ຂັ້ນນະຄອນຫຼວງວຽງຈັນ ເພື່ອລົງກວດກາປະເມີນສະຖານະການ ແລະ ຄວມພ້ອມຂອງຕະຫລາດ ຕາມມາດຕະການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໂດຍອີງໃສ່ແຈ້ງການຂອງ ຄະນະ ສະເພາະກິດ ເພື່ອປ້ອງກັນ, ຄວບຄຸມພະຍາດ ແລະ ແກ້ໄຂ ການລະບາດຂອງພະຍາດ ((OVID-19 ຂັ້ນ ສູນກາງ, ສະບັບເລກທີ 4303/ສພກ, ລົງວັນທີ 17 ກັນຍາ 202I ແລະ ຫນັງສືແຈ້ງການຂອງພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ສະບັບເລກທີ 1435/ອຄ.ນວ.ຄພນ, ລົງວັນທີ 07 ຕຸລາ 2021.


ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງ ເຂັ້ມງວດ.
ລາຍງານວັນທີ 12 ຕຸລາ 2021 ຂອງຄະນະສະເພາະກິດລາຍງານ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
–ນະຄອນຫຼວງ 387 ຄົນ: ມີ 7 ເມືອງ ແລະ 113 ບ້ານ
–ຫຼວງພະບາງ 52 ຄົນ:
-ສະຫວັນນະເຂດ 22 ຄົນ:
–ແຂວງວຽງຈັນ 18 ຄົນ:
–ບໍລິຄຳໄຊ 17 ຄົນ
–ຈໍາປາສັກ 15 ຄົນ:
–ໄຊສົມບູນ 10 ຄົນ:
–ບໍ່ແກ້ວ 10 ຄົນ: ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ vພະມ້າ 1 ຄົນ)
–ຄຳມ່ວນ 7 ຄົນ: ທັງໝົດ ມາຈາກເມືອງທ່າແຂກ
–ສາລະວັນ 2 ຄົນ: ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1 ຄົນ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 6 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7,258 ຄົນ.
ພ້ອມກັນນັ້ນ, ທ່ານ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ກ່າວໃນບົດຖະແຫຼງຂ່າວຕື່ມວ່າ:ໃນສອງອາທິດຜ່ານມານີ້ ທິມງານວິຊາການໄດ້ທົບທວນຄືນກ່ຽວກັບການຕິດເຊື້ອພາຍໃນ ຂອງ ນະຄອນຫຼວງວຽງຈັນ ພົບວ່າ ໃນຈໍານວນຜູ້ຕິດເຊື້ອ ພາຍໃນນັ້ນ ຫຼາຍກວ່າເຄີງໜື່ງ ແມ່ນກຸ່ມຄົນທີ່ຢູ່ໂຮງງານ, ຕະຫຼາດ, ຫຼື ສໍານັກງານອົງການ. ລັກສະນະການຕິດເຊື້ອເຊັ່ນນີ້ ບົ່ງບອກວ່າ ການຢູ່ໃນຈຸດທີ່ມີຄົນຫຼາຍ ລ້ວນແຕ່ອັນຕະລາຍ ສ່ຽງສູງທີ່ສຸດທີ່ຈະຕິດເຊື້ອ. ນີ້ຄືສາຍເຫດສໍາຄັນທີ່ຄະນະສະເພາະກິດໄດ້ຢໍ້າເຕືອນສະເໝີວ່າ ທຸກຄົນຄວນໄດ້ຢູ່ສະຖານທີ່ເປີດ ອາກາດລ່ວງດີ ບໍ່ແອອັດ ແຕ່ລະຄົນຢູ່ຫ່າງກັນຢ່າງໜ້ອຍ 1 ແມັດຂື້ນໄປ ແລະ ຕ້ອງລ້າງມືເລື້ອຍໆ ພ້ອມໃສ່ຜ້າປິດປາກ-ດັງຕະຫລອດເວລາທີ່ສ່ຽງນີ້.
ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 12 ຕຸລາ 2021 ໃຫ້ຮູ້ວ່າ: ຜູ້ເສຍຊີວິດໃໝ່ເພີ່ມ +3 ຄົນ ເຊິ່ງລາຍລະອຽດ ດັ່ງນີ້:
ຜູ້ທີ1: ເພດຍິງ, ອາຍຸ 30 ປີ, ອາຊີບ ແມ່ເຮືອນ, ບ້ານ ບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ, ບໍ່ທັນໄດ້ຮັບວັກຊີນ, ຖືພາ ໄດ້ 8 ເດືອນ
ຜູ້ທີ2: ເພດຊາຍ, ອາຍຸ 50 ປີ, ອາຊີບ: ຊາວນາ, ບ້ານໜອງຂຽດ, ເມືອງ ປາກງື່ມ, ນະຄອນຫລວງວຽງຈັນ
ຜູ້ທີ3: ເພດຊາຍ, ອາຍຸ 77 ປີ, ອາຊີບ: ຜູ້ເຖົ້າ, ບ້ານຄອນວັດ, ເມືອງລ້ອງຊານ, ແຂວງໄຊສົມບູນ, ຜູ້ກ່ຽວໄດ້ໄປງານເຮືອນດີຢູ່ບ້ານຖໍ້າດິນ ແລະ ມີລາຍງານຜູ້ຕິດເຊື້ອ.
ຄຳສັ່ງ ວ່າດ້ວຍການສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ.






ເຫດລົດຕຳກັນ ເຂດເສັ້ໜທາງພູເກົ້າຫຼັກ

ໃນຕອນບ່າຍ ເວລາ14:34ນາທີ ຂອງວັນທີ 10 ຕຸລາ 2021 ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ລາຍງານໃຫ້ຮູ້ວ່າ: ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ: ມີອຸບັດຕິເຫດຂັບຂີ່ລົດໃຫຍ່+ລົດໃຫຍ່ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບທັງຫມົດ2ຄົນ ເພດຊາຍ, ເສຍຊີວິດ01ຄົນ ເພດຊາຍ.

ພ້ອມຜູ້ບາດເຈັບຜູ້ທີ່01 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນຫນ້າເອິກ (ບໍ່ປະສົ່ງໄປໂຮງໝໍ)
+ຜູ້ທີ່ 02 ມີບາດແຜເຫລີ້ນຢູ່ແຂນສອກເບື້ອງຊ້າຍ,ເຈັບບ່າໄຫ່ລເບື້ອງຊ້າຍ.
+ອີກສອງຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ
+ຜູ້ເສຍຊິວິດ ຊື່ທ້າວ ກຸດສະລາດ ອາຍຸ 48ປີ ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ.ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາຕໍ່ໄປ
ລາຍງານວັນທີ 11 ຕຸລາ 2021 ນະຄອນຫຼວງມີຜູ້ຕິດເຊື້ອໃໝ່ທັງໝົດ 322 ຄົນ ໃນນັ້ນຕິດເຊື້ອພາຍໃນ 119 ຄົນ ແລະ ຕິດເຊື້ອນຳເຂົ້າ 3 ຄົນ.





ຂໍ້ມູນຮູບພາບ: ແຟນເພຈສູນຂ່າວສານການແພດສຸຂະສຶກສາ