Home Blog Page 163

ແຈ້ງການຮັບມື ການປ່ອຍນໍ້າຂອງເຂື່ອນໄຟຟ້າເຊລະນອງ1

ແຈ້ງການຈາກຫ້ອງວ່າການແຂວງສະຫວັນນະເຂດ ເລື່ອງ: ກະກຽມຮັບມືໄພພິບັດນ້ໍາຖ້ວມ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າ ເຊລະນອງ1.

ຫ້ອງວ່າການແຂວງ ສະຫວັນນະເຂດ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຊາບວ່າ:

ບໍລິສັດເຂື່ອນໄຟຟ້າ ເຊລະນອງ1 ມີແຜນຄາດຄະ ນເປີດປະຕູລະບາຍນ້ໍາຂອງເຂື່ອນໄຟຟ້າເຊລະນອງ 1 ເພື່ອບໍລິຫານລະດັບນໍ້າໃນອ່າງເກັບນ້ໍາພາຍໃນເຮືອນ ເລີ່ມແຕ່ເວລາ 00:00ໂມງ ຂອງວັນທີ 13/10/2011 ຫາເວລາ 24:00ໂມງ ຂອງວັນທີ 21/10/2011 ຄາດວ່າປະລິມານນໍ້າໄຫຼເຂົ້າອ່າງສູງສຸດແມ່ນ 8500 m/s, ປະລິມານນໍ້າທີ່ ລະບາຍອອກສູງສຸດແມ່ນ 8500 m/s ແລະ ລະດັບນ້ໍາທ້າຍເຂື່ອນສູງສຸດຈະຢູ່ທີ່ 187 masl.

ສະນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງເມືອງ ແລະ ປະຊາຊົນບັນດາເຜົ່າທີ່ອາໃສຢູ່ແຄມແມ່ນໍ້າ ເຊລະນອງ, ເຊບັງຫຽງ ຈົ່ງມີສະຕິລະມັດລະວັງໄພພິບັດນ້ໍາຖ້ວມ ທີ່ຈະເກີດຂຶ້ນໃນໄລຍະເຂື່ອນໄຟຟ້າເຊລະ ນອງ1 ເປີດປະຕູລະບາຍນ້ໍາ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງໄປໄວ້ປອນສູງ ແລະ ປອດໄຜ ແລະ ຂໍໃຫ້ຕິດຕາມຂ່າວສະພາບພະຍາກອນອາກາດຈາກທາງການຢ່າງຕໍ່ເນື່ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ກໍານົດຫໍພັກຫຼັງທີ 2 ຂອງໂຮງງານເວນເຈີ ເປັນສູນກັກກັນປິ່ນປົວ

ກໍານົດເອົາຫໍພັກຫຼັງທີ 2 ຂອງ ໂຮງງານເວນເຈີ ເປັນສູນກັກກັນປິ່ນປົວ ພາຍຫຼັງກວດພົບຜູ້ຕິດເຊື້ອໂຄວິດ-19

ໃນວັນທີ 8-10 ຕຸລາ 2021 ທີ່ຜ່ານມາ, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ສົມທົບກັບອໍານາດປົກຄອງເມືອງ ໄຊທານີ ແລະ ປກສ ກຸ່ມ ສີວິໄລ ລົງກວດກາປະເມີນ ການລະບາດຂອງພະຍາດໂຄວິດ 19 ໂຮງງານເວນເຈີ ຕັ້ງຢູ່ບ້ານ ສາຍນ້ຳເງິນ ເມືອງໄຊທານີ ນວ ພ້ອມທັງວາງແຜນກໍານົດເອົາຫໍພັກແຮງງານຫຼັງທີ 2 ຂອງໂຮງງານ ເປັນໂຮງໝໍພາກສະໜາມ ເພື່ອປົວປິ່ນແຮງງານກັບທີ່. ຜ່ານການລົງກວດໂຮງງານດັ່ງກ່າວ ມີຜູ້ອອກແຮງງານ ທັງໝົດ 860 ຄົນ, ຍິງ 754 ຄົນ.

ໃນນີ້ ມີຜູ້ອອກແຮງງານ ນອນຢູ່ຫໍພັກ 321 ຄົນ, ມາດ້ວຍຕົນເອງມີ 487 ຄົນ ແລະ ລົດໂຮງງານຮັບສົ່ງ 52 ຄົນ, ຈໍານວນຜູ້ອອກແຮງງານໄດ້ສັກຢາວັກຊິນຄົບ 2 ໂດສ ມີ 840 ຄົນ, 1 ໂດສ ມີ 10 ຄົນ ແລະ ບໍ່ທັນສັກວັກຊິນຈຳນວນ 10 ຄົນ, ສາເຫດ (ຖືພາ).

ໃນໂຮງງານ ມີຫໍພັກ 2 ຫຼັງ, ຫຼັງທີ 1 ມີຜູ້ອອກແຮງງານ ຕິດເຊື້ອ 91 ຄົນ ໄດ້ນໍາສົ່ງຕົວໄປປິ່ນປົວຢູ່ສູນປິ່ນປົ່ວດົງໂດກ, ສູນປິ່ນປົວຫລັກ 27, ສູນປິ່ນປົວລ້ານຊ້າງ, ພາຍຫຼັງມີການແຜ່ລະບາດພະຍາດທາງໂຮງງານກໍໄດ້ປິດຫໍພັກ 1 ຫຼັງ ແລະ ໄດ້ຍ້າຍຜູ້ສຳພັດກໍລະນີ c2, c3, c4 ໄປລວມຕົວກັນຢູ່ຫໍພັກຫຼັງທີ 2; ເຊິ່ງມີຜູ້ອອກແຮງງານ ທັງໝົດ 232 ຄົນ, ຍິງ 230 ຄົນ ແລ້ວສືບຕໍ່ເກັບຕົວຢ່າງ ໃນວັນທີ 23 ກັນຍາ 2021 ຜົນເປັນລົບ ແຕ່ທາງໂຮງງານ ໃຫ້ສືບຕໍ່ກັກກັນຕົວຄົບ 14 ວັນ ແລ້ວກັບມາກວດຫາເຊື້ອຄືນໃໝ່ ຈິ່ງພົບກໍລະນີເປັນບວກ ( ຕິດເຊື້ອ ) ແລະ ມີການລະບາດຢູ່ຫໍພັກຫຼັງທີ 2 ຈໍານວນ 198 ຄົນ, ຍິງ 197 ຄົນ.

ດັ່ງນັ້ນ ຕໍ່ກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນໂຮງງານ ທາງຄະນະສະເພາະກິດ ຈຶ່ງໄດ້ມີມາດຕະການ ແລະ ກໍານົດເອົາຫໍພັກຫຼັງທີ 2 ຂອງໂຮງງານ ເປັນຈຸດກັກກັນ ແລະ ປິ່ນປົວກັບທີ່, ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງຊາວ ນວ ໂດຍສະເພາະຜູ້ອອກແຮງງານ ຫຼື ຜູ້ກຳລັງຕິດເຊື້ອພະຍາດ ໃຫ້ກັກກັນປິ່ນປົວ ຈົ່ງປະຕິບັດຕາມມາດຕະການຂອງຄະນະສະເພາະກິດກໍານົດໄວ້ ເພື່ອເຮັດໃຫ້ການແຜ່ລະບາດພະຍາດ ໃນ ນວ ເວົ້າສະເພາະໃນຂອບເຂດພື້ນທີ່ໂຮງງານ ຢຸດຂາດດ້ວຍດີບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ພົບຄົນບໍ່ຫວັງດີ ລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ

ມີກຸ່ມຄົນບໍ່ຫວັງດີ 2 ຄົນ ໄດ້ລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ

ຕາມການລາຍງານ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 11 ຕຸລາ 2021 ຜ່ານມາ, ໄດ້ເກີດເຫດຄົນບໍ່ຫວັງດີລັກເຂົ້າໄປສະຖານີໄຟຟ້າໂຄກສະອາດ ຢູ່ ບ້ານ ສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນສະຖານີໄຟຟ້າແຮງສູງ ມີແຮງດັນ 115/22 ກິໂລໂວນ.

ໃນເວລາທ່ຽງຄືນໄດ້ມີບຸກຄົນບໍ່ຫວັງດີ ຈໍານວນ 2 ຄົນ ໄດ້ລັກຕັດຮົ້ວຫຼັກເຂົ້າມາສະຖານີໄຟຟ້າ ເພື່ອກໍ່ເຫດລັກສາຍດິນ ຫຼື ສາຍກັນຟ້າຜ່າ ສ້າງຄວາມບໍ່ສະຫງົບ ທີ່ເປັນເຫດໃຫ້ລະບົບໄຟຟ້າຖືກຕັດເປັນບໍລິເວນກວ້າງສ້າງຜົນເສຍຫາຍໃຫ້ກັບຜູ້ຊົມໃຊ້ໄຟຟ້າ ພວກກ່ຽວທັງ 2 ໄດ້ ຕັດເອົາສາຍທອງແດງ ຫຼື ສາຍດີນ ທີ່ມີຢູ່ 7 ຈຸດ ຂອງສະຖານີໄຟຟ້າດັ່ງກ່າວ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ ປກສ ບ້ານກໍ່ໄດ້ຕິດຕາມເຂົ້າຈັບກຸມໃນເວລາຕໍ່ມາ ເພື່ອເອົາຜູ້ກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍບ້ານເມືອງ ແຕ່ຍັງມີອີກ 1 ຄົນ ທີ່ຍັງລົບໜີຢູ່ຍັງຢູ່ລະຫວ່າງການຕິດຕາມມາດຳເນີນຄະດີ. ສະຖານີໄຟຟ້າໂຄກສະອາດ ເປັນໜຶ່ງ ສະຖານີໜຶ່ງ ທີ່ສະໜອງພະລັງງານໄຟຟ້າໃຫ້ກັບເຂດເສດຖະກິດໄຊເຊດຖາ ແລະ ເມືອງອ້ອມຂ້າງ, ສະຖານີໄຟຟ້າແມ່ນເປັນເຂດຫວງຫ້າມ, ເຂດອັນຕະລາຍ, ເປັນເຂດຫ້າມບຸກຄົນ ນິຕິບຸກຄົນເຂົ້າໃກ້ເດັດຂາດ ເພາະເປັນເຂດທີ່ມີ ກະແສໄຟຟ້າ ຫຼື ພະລັງງານໄຟຟ້າໄຫລຜ່ານຕະຫຼອດ 24 ຊົ່ວໂມງ ເປັນເຂດຫວງຫ້າມ ອັນຕະລາຍ ຕ້ອງໄດ້ຮັບອານຸຍາດເທົ່ານັ້ນຈິ່ງສາມາດເຂົ້າໄດ້.

ຊົມເຊີຍນ້ຳໃຈ 4 ໝຸ່ມ ຊ່ວຍຊ້ອມແປງຂົວນໍ້າຄານເກົ່າ

ເລື່ອງດີໆໜ້າຍົກຍ້ອງ!

ວັນທີ 12 ຕຸລາ 2021 ມີ ຊາວຫມຸ່ມ 4 ຄົນ ທີມີໃຈອັນເປັນກຸສົນ ຮ່ວມແຮງ ຮ່ວມໃຈ ກັນໄປປົວແປງປ່ຽນຖ່າຍໄມ້ໂດ້ນທີຂົວນ້ຳຄານເກົ່າ ເພາະໄມ້ບາງບ່ອນກໍ່ໂດ້ກ ແລະຫັກແລ້ວ ເຊິ່ງຈະເປັນອັນຕະລາຍ ແລະເກີດອຸບັດເຫດ ໃຫ້ກັບຜູ້ສັນຈອນໄປມາ

ດັ່ງນັ້ນ ໃນໄລຍະທີມີການປິດການສັນ ຈອນຂົວເກົ່ານີ້ ຈຶ່ງເປັນໂອກາດອັນດີ ຈຶ່ງພາກັນອອກແຮງແຂ່ງຂັນສາມັກຄີກັນ ເພື່ອສ້າງຜົນງານແລະສ້າງບຸນກຸສົນໃຫ້ແກ່ບ້ານເມືອງ ແລະສັງຄົມ ໃນການນຳໃຊ້ທຽວໄປ-ມາ ໄດ້ຢ່າງປອດໄພ

ກະຊວງສາທາລະນະສຸກ ຍັງບໍ່ໄດ້ອະນຸຍາດໃຫ້ບຸກຄົນໃດໜຶ່ງ ນໍາເຂົ້າ, ຂາຍ ຫຼື ນໍາໃຊ້ເຄື່ອງກວດແບບໄວ ເທື່ອ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 14 ຕຸລາ 2021, ເຊິ່ງດຳເນີນການຖະແຫຼງຂ່າວໂດຍ ທ່ານ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ເຊິ່ງໄດ້ມາລາຍງານສະພາບໂຄວິດ-19 ໃນ ສປປ ລາວ ແລະ ທົ່ວໂລກ ພ້ອມກັນນັ້ນ, ທ່ານຍັງໄດ້ກ່ວກັບກັບເຄື່ອງກວດໂຄວິດ-19 ແບບໄວ ໃນການນຳໃຊ້ຢູ່ ສປປ ລາວ ມີດັ່ງນີ້:

“ດັ່ງດັ່ງທີ່ບັນດາທ່ານ ໄດ້ຕິດຕາມຂ່າວສານໃນມື້ວານນີ້ ທາງຄະນະກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ກໍ່ໄດ້ຢໍ້າຄືນ ປະຈຸບັນ ກະຊວງສາທາລະສຸກ ຍັງບໍ່ໄດ້ອະນຸຍາດໃຫ້ບຸກຄົນໃດໜຶ່ງ ນໍາເຂົ້າ ຈໍລະຈອນ ຂາຍ ຫຼື ນໍາໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ/ບຸກຄົນໃດໜຶ່ງ“

ພ້ອມທັງຂໍໃຫ້ສື່ມວນຊົນທຸກຂະແໜງການ ທາງພາກລັດ ແລະ ເອກະຊົນ ຊ່ວຍກັນການຈາຍຂໍ້ມູນ ແລະ ນຳສະເໜີຂ່າວ ໃຫ້ປະຊາຊົນຮັບຊາບຢ່າງຕໍ່ເນື່ອງ. ການທີ່ບຸກຄົນໃດໜຶ່ງ ບໍ່ໃຫ້ຄວາມຮ່ວມມື ແລະ ຝ່າຝືນລະບຽບຂາຍຊະຊາຍ ໄດ້ສ້າງຄວາມຜົນກະທົບ ໃນການຄວບຄຸມການລະບາດ ແລະ ການເຝົ້າລະວັງ ທີ່ມີຢູ່ໃນປັດຈຸບັນ.

ໂຄວິດ-19 ເຂົ້າຄ້າຍຄຸມຂັງ ທ່າແຂກ ແຂວງຄຳມ່ວນ + 92 ຄົນ

ລາຍງານຜູ້ຕິດເຊື້ອໃໝ່ວັນທີ 14 ຕຸລາ 2021, ແຂວງຄຳມ່ວນມີຜູ້ຕິດເຊຶ້​ອພາຍໃນໃໝ່ສູງເປັນອັນດັບ 3 ຂອງມື້ນີ້, ໃນນັ້ນມີການຕິດເຊື້ອໃນຄ່າຍຄຸມຂັງ +92 ຄົນ.

ເຊິ່ງມີເນື້ອໃນຂອງຜູ້ຕິດເຊື້ອພາຍໃນແຂວງດັ່ງນີ້ດັ່ງນີ້:

ຄໍາມ່ວນ 148ຄົນ:

-ເມືອງທ່າແຂກ ມີ 145 ຄົນ

  • ຢູ່ໃນສະຖານທີ່ຄຸມຂັງ 92 ຄົນ
  • ກໍາມະກອນຢູ່ໂຮງງານລາວຄາຍຢວນ ກັກກັນຢູ່ສູນພະນົມພອນ (ກວດຕົວຢ່າງຄັ້ງທີ່ 2) ມີ 44 ຄົນ
  • ກໍາມະກອນຢູ່ ໂຮງງານນໍ້າດື່ມກາກະຕ່າຍທອງ ມີ 4 ຄົນ
  • ບ້ານສຸກສະຫວັນ ມີ 2 ຄົນ
  • ກໍາມະກອນຢູ່ ສວນນົກກະຈອກເທບ ມີ 2 ຄົນ
  • ບ້ານດົງມ່ວງໄຂ່ ມີ 1 ຄົນ

-ເມືອງຫີນບູນ ມີ 01 ຄົນ ບ້ານຄໍາແກ້ວ

-ເມືອງຄູນຄໍາ ມີ 01 ຄົນ ບ້ານຜາແຫ້ງ  ບ້ານໂພນໝາດ, ເມືອງຍົມມະລາດ ມີ 01 ຄົນ

ສຳເລັດ100% ​ການຮື້ສາຍ​ ແລະ​ ອຸປະກອນໄຟຟ້າ​ ດ້ານຫນ້າ​ຂອງຕຶກໃໝ່ໂຮງໝໍມະໂຫສົດ​

ວຽກງານປ່ຽນທາງໄຟແມ່ນສຳເລັດ 100% ​ສຳລັບການ ຮື້ສາຍ​ ແລະ​ ອຸກອນໄຟຟ້າ ໜ້າໂຮງໝໍມະໂຫສົດຕຶກໃໝ່.

ໃນຕອນເຊົ້າ​ວັນທີ 13​ ຕຸລາ ​2021​ ທ່ານ​ ວາດສະໜາ​ ເພັດລຳພັນ ຮອງຫົວໜ້າສາຂາ ນະ​ຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ​ ໄດ້ລົງ​ຊີ້ນຳ​ ກວດກາ​ ວຽກງານ​ ປ່ຽນທາງໄຟ,​ ຮື້ສາຍ ແລະ​ ອຸກອນໄຟຟ້າ ຢູ່ດ້ານໜ້າ ໂຮງໝໍ​ ມະໂຫສົດຫຼັງໃໝ່, ເຊິ່ງທາງຫ້ອງການ ຄຸ້ມຄອງລະບົບ​ ແລະ​ບໍລິການ​ ໄດ້​ປະຕິບັດ​ວຽກດັ່ງກ່າວມາແຕ່ຕົ້ນເດືອນ ຕຸລາ​ 2021 ແລ້ວ, ມາຮອດປະຈຸບັນ ວຽກງານປ່ຽນທາງໄຟແມ່ນສຳເລັດ 100% ເປັນທີ່ຮຽບຮ້ອຍ.

ສຳລັບການ ຮື້ສາຍ​ ແລະ​ ອຸກອນໄຟຟ້າ​ ທີ່ຜ່ານດ້ານໜ້າ​ ຂອງຕຶກໃໝ່ໂຮງໝໍ ມະໂຫສົດ​ນີ້ ກໍ່ແມ່ນເພື່ອຄວາມເປັນລະບຽບຮຽບຮ້ອຍ​ ແລະ​ ຈົບ​ງາມ​ໃນຈຸດດັ່ງກ່າວ.

ລາຍງານໂຄວິດ-19  ປະຈຳວັນທີ 14 ຕຸລາ 2021

ຕາມລາຍງານ ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,855 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 651 ຄົນ (ຕິດເຊື້ອພາຍໃນ ມີ 644 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ)

1.ຫຼວງພະບາງ 215 ຄົນ:

-ນະຄອນຫຼວງພະບາງ ມີ 13 ບ້ານ (135 ຄົນ)

  • ບ້ານຜາໂອ ມີ 112 ຄົນ (ຢູ່ໃນສະຖານທີ່ຄຸມຂັງ)
  • ບ້ານໂພສີ ມີ 5 ຄົນ
  • ບ້ານຜາສຸກ ມີ 6 ຄົນ
  • ບ້ານພູຊ້າງຄໍາ ມີ 2 ຄົນ
  • ບ້ານໂພນສະອາດ ມີ 2 ຄົນ
  • ບ້ານຄົກວາ, ບ້ານດອນໃໝ່, ບ້ານນາຊ່າງເຫວີຍ, ບ້ານນາຫຼວງ, ບ້ານປ່ອງຄໍາ (ພະນັກງານສາທາ), ບ້ານປົ່ງຫວ້ານ, ບ້ານພູໝອກ, ບ້ານຫາດຮ່ຽນ ມີ ບ້ານລະ  1 ຄົນ

-ເມືອງນໍ້າບາກ ມີ  4 ບ້ານ  (15 ຄົນ)

  • ບ້ານໂພນສະອາດ ມີ 8 ຄົນ
  • ບ້ານນໍ້າລາ ມີ 5 ຄົນ
  • ບ້ານຟ້າ ແລະ ບ້ານດອນຄ່ຳ ມີບ້ານ ລະ 1 ຄົນ

-ເມືອງຊຽງເງິນ ມີ 2 ບ້ານ (3 ຄົນ)

  • ບ້ານຊຽງເງິນ ມີ 2 ຄົນ
  • ບ້ານມູດ ມີ 1 ຄົນ

-ເມືອງງອຍ ມີ 1 ບ້ານ (61 ຄົນ)

  • ບ້ານສົບຮຸນ ມີ 6 ຄົນ
  • ອີກ 55 ຄົນ ກຳລັງເກັບກຳຂໍ້ມູນ

-ເມືອງຈອມເພັດ ມີ 1 ຄົນ ຈາກ​ບ້ານ ຊຽງແມນ  

2.ນະຄອນຫຼວງ 185 ຄົນ: ມາຈາກ 73 ບ້ານ, ໃນ 7 ເມືອງ

  •  ເມືອງຈັນທະບູລີ ມີ 10 ບ້ານ (20 ຄົນ)
  •  ເມືອງສີໂຄດຕະບອງ ມີ 12 ບ້ານ (31 ຄົນ)
  •  ເມືອງໄຊເສດຖາ ມີ 10 ບ້ານ (23 ຄົນ)
  •  ເມືອງສີສັດຕະນາກມີ 12 ບ້ານ (26 ຄົນ)
  •  ເມືອງນາຊາຍທອງ ມີ 10 ບ້ານ (53 ຄົນ)
  •  ເມືອງໄຊທານີ ມີ 13 ບ້ານ (35 ຄົນ)
  •  ເມືອງຫາດຊາຍຟອງ ມີ 6 ບ້ານ (8 ຄົນ)
  • ສືບຕໍ່ເອົາຂໍ້ມູນ 5 ຄົນ

3.ຄໍາມ່ວນ 148 ຄົນ:

  • ເມືອງທ່າແຂກ ມີ 145 ຄົນ
  • ຢູ່ໃນສະຖານທີ່ຄຸມຂັງ 92 ຄົນ
  • ກໍາມະກອນຢູ່ໂຮງງານລາວຄາຍຢວນ ກັກກັນຢູ່ສູນພະນົມພອນ (ກວດຕົວຢ່າງຄັ້ງທີ່ 2) ມີ 44 ຄົນ
  • ກໍາມະກອນຢູ່ ໂຮງງານນໍ້າດື່ມກາກະຕ່າຍທອງ ມີ 4 ຄົນ
  • ບ້ານສຸກສະຫວັນ ມີ 2 ຄົນ
  • ກໍາມະກອນຢູ່ ສວນນົກກະຈອກເທບ ມີ 2 ຄົນ
  • ບ້ານດົງມ່ວງໄຂ່ ມີ 1 ຄົນ
  • ເມືອງຫີນບູນ ມີ 01 ຄົນ ບ້ານຄໍາແກ້ວ
  • ເມືອງຄູນຄໍາ ມີ 01 ຄົນ ບ້ານຜາແຫ້ງ
  • ບ້ານໂພນໝາດ, ເມືອງຍົມມະລາດ ມີ 01 ຄົນ

4.ສະຫວັນນະເຂດ 35 ຄົນ:

 -ເມືອງອຸທຸມພອນ ມີ 24 ຄົນ, 04 ບ້ານ

  • ບ້ານໄຊຍະເພັດ ມີ 20 ຄົນ
  • ບ້ານຈະເລີນສຸກ ມີ 02 ຄົນ ແລະ ບ້ານຈອມເພັດ ມີ 01 ຄົນ
  • ບ້ານສີບຸນເຮືອງ ມີ 01 ຄົນ

-ນະຄອນໄກສອນ ມີ 11 ຄົນ, 07 ບ້ານ

  • ບ້ານຫົວເມືອງເໜຶອ ມີ 03 ຄົນ
  • ບ້ານຊອກ ມີ 02 ຄົນ
  • ບ້ານໄຊຍະພູມ ມີ 02 ຄົນ
  • ມີ 04 ຄົນ ຈາກບ້ານສະພານເໜຶອ, ບ້ານສຸນັກທາ, ບ້ານອຸດົມວິໄລ ແລະ ບ້ານໂພໄຊ ມີ ບ້ານລະຄົນ

5.ບໍ່ແກ້ວ 25 ຄົນ:

  • ເມືອງ ຫ້ວຍຊາຍ 02 ກໍລະນີ ( ຈາກບ້ານພັກ ຫົວລູຍ ບ້ານອຸດົມ ແລະ ບ້ານນໍ້າປຸກ)
  • ເມືອງ ຕົ້ນເຜີ້ງ 10 ກໍລະນີ; (ບ້ານ ຄວ້ານ 05; ດອນມູນ 02, ໂພນໂຮມ 02 ແລະ ພຽງງາມ 01)
  • ເຂດເສດຖະກິດພິເສດ 14 ກໍລະນີ (ກຳມະກອນ ຄົນພະມ້າ 12 ຄົນ; ຈີນ 01 ແລະ ຄົນລາວ 01)

6.ວຽງຈັນ 22 ຄົນ:

 -ເມືອງແກ້ວອຸດົມ ມີ 10 ຄົນ, 03 ບ້ານ

  • ບ້ານແສງສະຫວ່າງ ມີ 05 ຄົນ
  • ບ້ານພູເຂົາຄໍາ ມີ 04 ຄົນ
  • ບ້ານທ່າຊັນ ມີ 01 ຄົນ
  • ເມືອງທຸລະຄົມ ມີ 02 ຄົນ, 02 ບ້ານ
  • ມີ 02 ຄົນ ຈາກບ້ານນາແພງ ແລະ ບ້ານນາຫລ້າ

-ເມືອງໜື່ນ ບ້ານນາສ້າງໃຜ່, ມີ 01 ຄົນ

  • ຄົນຕ່າງແຂວງ ມີ 09 ຄົນ ກໍາມະກອນກໍ່ສ້າງ ໄຟຟ້າໂຄງການຈັກເບີ ມີ 09 ຄົນ
  • ມີ 06 ຄົນ ຈາກບ້ານດົງຄໍາຊ້າງ, ມີ 04 ຄົນ ແລະ ບ້ານຊຽງດາ ມີ 02 ຄົນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ
  • ບ້ານຫ້ວຍເລກ, ເມືອງສຸຂຸມາ, ແຂວງຈໍາປາສັກ ມີ 01 ຄົນ

7.ຈໍາປາສັກ 11 ຄົນ:

-ນະຄອນປາກເຊ ມີ 05 ຄົນ, 03 ບ້ານ

  • ບ້ານນາແກ ມີ 02 ຄົນ
  • ບ້ານໂນນສະຫວ່າງ ມີ 02 ຄົນ
  • ບ້ານຈັດສັນ ມີ 01 ຄົນ
  • ໂພນທອງ ມີ 04 ຄົນ, 04 ບ້ານ
  • ພະນັກງານແຟນຊິບຊຸບເປີມາກ ມີ 02 ຄົນ (ບ້ານຫໍພະແກ້ວ ແລະ ບ້ານໂພໄຊ ມີບ້ານລະ 01 ຄົນ)
  • ບ້ານສະໝໍລຽບ ມີ 01 ຄົນ
  • ບ້ານຄັນແຍງ ມີ 01 ຄົນ (ຄ້າຂາຍ, ເພດຍິງ, ອາຍຸ 40 ປີ ເຂົ້າມາກວດຢູ່ໂຮງໝໍແຂວງ ດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI)

-ເມືອງບາຈຽງຈະເລີນສຸກ ບ້ານລົ່ມສັກເໜຶອ, ມີ 01 ຄົນ

-ເມືອງປາກຊ່ອງ ບ້ານຫຼັກ, ມີ 01 ຄົນ

8.ຫຼວງນໍ້າທາ 2 ຄົນ (ສັນຊາດຈີນທັງ 2 ຄົນ)

9.ບໍລິຄໍາໄຊ 1 ຄົນ:

– ບ້ານ ທົ່ງນາມີ ເມືອງ ປາກກະດີງ ( ເດັກຊາຍ, ອາຍຸ 2 ປີ)

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີ 7 ຄົນ: 5 ຄົນຈາກແຂວງສະຫວັນນະເຂດ ແລະ 2 ຄົນ ຈາກແຂວງສາລະວັນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ສຳລັບຜູ້ຕິດເຊື້ອພະຍາດໂຄວິດ 19 ຢູ່ ແຂວງຫຼວງພະບາງເສຍຊີວິດແລ້ວ 1 ກໍລະນີ:

ວັນທີ່ 13 ຕຸລາ 2021 ນີ້ ດຣ ທອງພຸດ ສຸກກະເສີມ ອຳນວຍການໂຮງໝໍແຂວງຫຼວງພະບາງ ໄດ້ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງ ພະຍາດ COVID-19 ຂັ້ນແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວປະຈໍາວັນກ່ຽວກັບ ການຄຸ້ມຄອງ-ປີ່ນປົວກໍລະນີຄົນເຈັບ ຜູ້ທີ່ຕິດເຊື້ອພະຍາດໂຄວິດ 19 ຢູ່ໃນ ໂຮງໝໍແຂວງຫຼວງພະບາງ ທ່ານກ່າວວ່າ:

ສຳລັບກໍລະນີຄົນເຈັບເສຍຊີວິດ ເປັນເພດຊາຍອາຍຸ 60 ປີ ສັນຊາດລາວ, ອາຊີບປະຊາຊົນ, ບ້ານນາຫຼວງ ນະຄອນ ຫຼວງພະບາງ ເຂົ້າປີ່ນປົວຢູ່ໂຮງໝໍແຂວງວັນທີ່ 10 ຕຸລາ 2021 ເວລາ 20 ໂມງ 40 ນາທີ, ສາເຫດເຂົ້າໂຮງໝໍ ແມ່ນຕິດເຊື້ອພະຍາດໂຄວິດ-19 ປະ ຫວັດຜ່ານມາ ຄົນເຈັບມີພະຍາດປະຈໍາຕົວຫຼາຍຢ່າງເຊັ່ນ: ຄວາມດັນເລືອດສູງ, ເສັ້ນເລືອດສະໝອງຕິບຕັນ, ອໍາມະ ພຶກອໍາມະພາດ, ລ່ອຍແຂນຂາເບື້ອງຊ້າຍ ເຮັດໃຫ້ຄົນເຈັບເສຍຊີວິດໃນວັນທີ່ 12 ຕຸລາ 2021 ເວລາ 24 ໂມງ 00 ນາທີ ສ່ວນສົບຂອງຜູ້ເສຍຊີວິດ ເຈົ້າໜ້າທີ່ແພດໄດ້ເອົາໄປຈູດ ຢູ່ວັດວັດປ່າຫຍ້າທຶບ ແລະ ອັດທິ ຫຼື ກະດູກຂອງຜູ້ເສຍຊິວິດ ຈະຕ້ອງໄດ້ຝັງ ຫຼື ໃສ່ທາດ ຫ້າມບໍ່ໃຫ້ເອົາໄປໄຫຼນໍ້າເດັດຂາດ, ໃນກໍລະນີສະມາຊິກໃນຄອບຄົວຜູ້ໃດຜູ້ໜື່ງເສຍຊີວິດ ຄະນະສະເພາະກິດຂອງແຂວງ ບໍ່ສາມາດມອບສົບ ໃຫ້ກັບຄອບຄົວໄປບໍາເພັນກູສູນໄດ້ ເພື່ອບໍ່ໃຫ້ເຊື້ອໂລກແຜ່ກະຈາຍ ເວລາໄປສົ່ງສະການ ກໍ່ໃຫ້ມີແຕ່ຍາດພີ່ນ້ອງຄອບຄົວເປັນວົງແຄບ ແລະ ຢູ່ຫ່າງໄກຈາກສົບ.

ປັດຈຸບັນ, ຫຼວງພະບາງ ມີຜູ້ຕິດເຊື້ອສະສົມ ທີ່ເຂົ້າປີ່ນປົວໃນໂຮງໝໍແຂວງມາເຖີງປັດຈຸບັນ ມີຕົວເລກສະສົມທັງໝົດ 141 ຄົນ, ຍັງມີໜ້າປີ່ນປົວ 41 ຄົນ, ເຊິ່ງເປັນຄົນເຈັບທີ່ມີອາການປານກາງ 39 ຄົນ ແລະອາການໜັກ 2 ຄົນ ເປັນເພດຍີງທັງ 2 ຄົນ, ສ່ວນຢູ່ໂຮງໝໍພາກສະໜາມຂອງແຂວງ ມີໜ້າປີ່ນປົວທັງໝົດ 174 ຄົນ, ສ່ວນຫຼາຍແມ່ນຕິດຕາມອາການ ເປັນຄົນເຈັບເບົາບາງ, ນອກຈາກນັ້ນ ແມ່ນການປີ່ນປົວຢູ່ໂຮງໜໍພາກສະໜາມ ຂອງແຕ່ລະເມືອງພາຍໃນແຂວງ.

ມາຮອດວັນທີ 13 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 30,615 ຄົນ, ເສຍຊີວິດສະສົມ 36 (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 315ຄົນ, ກໍາລັງປິ່ນປົວ 7,102ຄົນ.

Nissan ALMERA – ຍອດຂາຍກວ່າ 20,000,000 ຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

ລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກ, ທີ່ໄດ້ຮັບການຍອມຮັບ ແລະ ຄວາມເຊື່ອໝັ້ນມາເປັນເວລາ ກວ່າ 50 ປີ

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ.

ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ ບັນຈຸຜູ້ໂດຍສານໄດ້ 5 ຄົນ ສໍາລັບເດີນທາງຈາກທາງຫຼວງໄປຍັງບັນດາເມືອງຕ່າງໆ, ເຄື່່ອນໄຫວຢ່າງຄ່ອງໂຕ ແລະ ລາຄາເປັນມິດ.

ປີ 1970-1973 –  ລຸ້ນທີ 2 ທີ່ມີເຄື່ອງຍົນຂະໜາດ 1.2L & 1.4L ທີ່ເປັນຂະໜາດທີ່ໃຫຍ່ຂຶ້ນກວ່າເກົ່າ (ລົດເກັ໋ງຊະນິດສອງປະຕູລຸ້ນທໍາອິດໃນປະເທດຍີ່ປຸ່ນ) ມີພະລັງງານທີ່ສົມດຸນ, ນິ້ມນວນ, ປອດໄພ ແລະ ປະຫຍັດນໍ້າມັນ.

ປີ 1973-1977 – ລຸ້ນທີ 3 ທີ່ມີຮູບຮ່າງໃຫຍ່, ໂຄ້ງ ແລະ ມີພາບລັກທີ່ເປັນໄວລຸ້ນ. Sunny ໄດ້ຮັບໄຊຊະນະອັນດັບທີໜຶ່ງ ໃນການແຂ່ງຂັນລົດປະຫຍັດນໍ້າມັນ ທີ່ຈັດໂດຍສຳນັກງານຮັກສາສິ່ງແວດລ້ອມຂອງສະຫະລັດອາເມລິກາ.

ປີ 1977-1981 – ລຸ້ນທີ 4 ມີເຄື່ອງຍົນຂະໜາດ 1.4L ພ້ອມທັງແວ່ນໜ້າລົດທີ່ກວ້າງຂຶ້ນ ແລະ  waistline ທີ່ຕໍ່າກວ່າເກົ່າ ເພີ່ມປັບການແນມເຫັນ ແລະ ຄວາມຄ່ອງແຄ້ວຂອງລົດຕະກູນ Saloon ໃຫ້ດີຂຶ້ນ.

ປີ 1981-1985 – ລຸ້ນທີ 5  ແມ່ນລຸ້ນແຫ່ງການປະຕິວັດ ແລະ ປະສົບຜົນສຳເລັດທົ່ວໂລກ.  ການຈັດວາງຮູບແບບລົດຂັບເຄື່ອນດ້ວຍລໍ້ໜ້າ (FF) ໃໝ່ ແລະ ເຄື່ອງຍົນດ້ານໜ້າປະເພດ E-type OHC 1.3L ແລະ 1.5L ໄດ້ຮັບການເປີດໂຕຂຶ້ນ. Nissan ໄດ້ເພີ່ມໂຮງງານໃນປະເທດສະຫະລັດອາເມລິກາ, ສະເປນ ແລະ ອັງກິດ ເພື່ອຮອງຮັບການຜະລິດພິເສດ. ປີ 1983 Sunny ໄດ້ກາຍເປັນລຸ້ນທີ່ໄດ້ຮັບການຜະລິດຫຼາຍທີ່ສຸດທົ່ວໂລກ, ແຊງໜ້າລົດ Volkswagen Golf ແລະ Toyota Corolla. ລົດດັ່ງກ່າວ ໄດ້ຖືກຈໍາໜ່າຍໃນ 130 ປະເທດທົ່ວໂລກ.

ປີ 1985-1990 – ລຸ້ນທີ 6 ທີ່ຕາມມາ ແມ່ນລົດທີ່ຂັບເຄື່ອນດ້ວຍຄຸນະພາບ ແລະ ຮັກສາສົມດຸນໄດ້ເປັນຢ່າງດີ.

ປີ 1990-1994 – ວິວັດທະນາການລຸ້ນທີ 7 ແມ່ນໄດ້ຮັບການພັດທະນາພາຍໃຕ້ແນວຄວາມຄິດ “ລົດ super saloon sedan ລຸ້ນໃໝ່ ທີ່ມີຄວາມງາມທີ່ມີສະໄຕລ໌ ແລະ ຂັບຂີ່ມ່ວນ” ພ້ອມທັງມີດ້ານ sport, ມີພາບລັກຫຼູຫຼາ ແລະ ລາຄາຄຸ້ມຄ່າ.

ປີ 1994-1998 – ລຸ້ນທີ 8 ແມ່ນເປັນການປະຕິວັດດ້ານການອອກແບບ ແລະ ການປະຕິບັດງານ. ລຸ້ນນີ້ ປະກອບມີການປະສົມປະສານຄັ້ງທຳອິດໃນໂລກ ລະຫວ່າງ ລະບົບກັນສະເທືອນຫຼັງ ແບບ multi-link ແລະ torsion beam ທີ່ໄດ້ຮັບການພັດທະນາດ້ານການຂັບຂີ່ ແລະ ການຕອບສະໜອງຂອງລໍ້ລົດ. ການອອກແບບໂຄງຫຼັກຂອງລົດ ແມ່ນໄດ້ອອກແບບົນພື້ນຖານແຜນໂຄງສ້າງ ຫຼື platform Fairlady Z, Silvia, ແລະ Skyline.

ປີ 1998-2010 – ລຸ້ນທີ 9 ແມ່ນປະຕິບັດການໂດຍອີງໃສ່ platform ອັນໃໝ່ອ່ຽມ, 4 ເຄື່ອງຍົນລະບົບຫົວສີດເຊື້ອເພີງເຂົ້າສູ່ຫ້ອງເຜົາໄໝ້ໂດຍກົງ ໃໝ່, ລະບົບເກຍແປຜັນ (ເກຍ CVT) ທີ່ຄ່ອງແຄ້ວ, ພະນັກພິງຫົວ ແລະ ລະບົບເພີ່ມແຮງເບກອັດຕະໂນມັດ (ປະດິດໂດຍ Nissan). ລົດລຸ້ນນີ້ ຈະສຸມໃສ່ຄວາມຫຼູຫຼາ ແລະ ຄວາມຊັບຊ້ອນ.

ປີ 2010-2019 – ລຸ້ນທີ 10 ລຸ້ນ Almera ເປັນລົດ sedan ທີ່ ໄດ້ຮັບການຍອມຮັບ ແລະ ມີພາບລັກທີ່ໜ້າເຊື່ອຖື ທີ່ຮັກສາສາຍເລືອດຂອງການເປັນ “ລົດຄອບຄົວ sedan ທີ່ຫຼູຫຼາ ແລະ  ມີສົມດຸນທີ່ດີ” ທີ່ໄດ້ຮັບການປະຕິວັດຈາກລຸ້ນຜ່ານມາ ເຮັດໃຫ້ກາຍເປັນລຸ້ນທີ່ປະສົບຄວາມສຳເລັດທົ່ວໂລກມາເປັນເວລາກວ່າ 50 ປີ. ລົດລຸ້ນນີ້ ມີຍອດຂາຍກວ່າ 2.7 ລ້ານຄັນຈາກໃນ 108 ປະເທດ.

ປີ 2021 – ລົດ Nissan ALMERA ໃໝ່ ກໍາລັງຈະໄດ້ຮັບການວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້  ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີການອອກແບບລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາອີກດ້ວຍ.   

ລົດລຸ້ນ Nissan ALMERA ໃໝ່ ຈະໄດ້ຮັບການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ໂດຍລົດລຸ້ນດັ່ງກ່າວ ເປັນລຸ້ນທີ່ມີຮູບແບບທີ່ເງົາງາມ ແລະ ອອກແນວ sport ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການເຄື່ອນຍ້າຍລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ sedan ໃໝ່ລຸ້ນນີ້.

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.

ລາຍງານຜູ້ຕິດເຊື້ອໃໝ່ມື້ນີ້ +566 ຄົນ ແລະ ເສຍຊີວິດໃໝ່ 2 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 13 ຕຸລາ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,427 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 566 ຄົນ (ຕິດເຊື້ອພາຍໃນ ມີ 557 ຄົນ ແລະ ຕິດເຊື້ອນໍາເຂົ້າ 9 ຄົນ) ແລະ ເສຍຊີວິດໃໝ່ເພີ່ມ 2 ກໍລະນີ.

ລາຍລະອຽດຜູ້ເສຍຊິວິດ 02 ຄົນມີດັ່ງນີ້

ຜູ້ເສຍຊີວິດຄົນທີ 01, ຢູ່ໂຮງໝໍມິດຕະພາບ ເພດຍີງ ອາຍຸ 45 ປີ ອາຊີບ: ຫວ່າງງານ.  ບ້ານ ໂນນສົມບູນ ເມືອງ ສີໂຄດ ແຂວງ ນະຄອນຫລວງ.

  • ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍຕຳຫລວດ ພົບວ່າເລືອດຈາງທ່ານໝໍໄດ້ເເນະນຳໄປໃສ່ເລືອດຢູໂຮງໝໍສູນກາງ, ມາຮອດທີ່ 25/9/2021 ໄປກວດຢູ່ມະໂຫສົດແລ້ວໄດ້ກັກຢູ່ຫ້ອງແຍກປ່ຽວ,ຈົນມາຮອດທີ່ 28/9/2021 ໄດ້ຜົນກວດຢັ້ງຢືນເປັນ COVID-19 ແລ້ວ ຍ້າຍມາໂຮງໝໍມິດຕະພາບ.
  • ພະຍາດປະຈຳຕົວ:  ຫາກໍ່ຮູ້ວ່າເປັນໄຂ່ຫລັງຊຸດໂຊມ.
  • ໄດ້ສັກຢາວັກຊິນ 1 ເຂັມ, Sinopharm.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28/09/2021-12/10/2021.
  • ຮອດເວລາ 12:20 ໂມງຂອງວັນທີ 12/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ເສຍຊີວິດຄົນທີ 02, ເປັນເພດຊາຍ, ອາຍຸ 80 ປີ, ບ້ານປາກແຮດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ

  • ບໍ່ໄດ້ຮັບການສັກຢາວັກຊີນກັນພະຍາດໂຄວິດ-19
  • ພະຍາດປະຈໍາຕົວ: ເສັ້ນເລືອດສະໜອງແຕກ ຜ່າຕັດມາໄດ້ 06 ປີແລ້ວ, ຄົນເຈັບມີຊັກ ແຕ່ບໍ່ກິນຢາປະຈໍາ ແລະ ຄວບຄຸມຊັກບໍ່ໄດ້
  • ໃນເບື້ອງຕົ້ນ ຜູ້ກ່ຽວມີປະຫັວດສໍາຜັດໃກ້ຊິດກັບຄົນໃນຄອບຄົວຕິດເຊື້ອທັງໜົົດ ມີ 05 ຄົນ
  • ວັນທີ 7 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າໂຮງໝໍພາກສະໜາມສູນຝຶກວິຊາຊີບຄົນພິການສີເກີດ ນໍາເມຍຂອງຜູ້ກ່ຽວ ຍ້ອນວ່າ ເມຍ, ລູກ ຕິດເຊື້ອ ແລະ ອີກຢ່າງໜື່ງຜູ້ກ່ຽວເປັນຄົນເຈັບທີ່ບໍ່ສາມາດຊ່ວຍເຫລຶອຕົນເອງໄດ້.
  • ວັນທີ 8 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ
  • ໄລຍະທີ່ນອນຢູ່ສູນດັ່ງກ່າວ ແມ່ນແຕ່ວັນທີ 07-13/10/2021 ເປັນເວລາ 07 ມື້
  • ຮອດເວລາ 05:00 ໂມງເຊົ້າຂອງວັນທີ 13/10/2021 ຜູ້ກ່ຽວໄດ້ເສຍຊີວິດ.
  • ສາຍເຫດຂອງການເສຍຊິວິດ ຍ້ອນ Uncontrolled Status Epilepticus

ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 557 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

-ນະຄອນຫຼວງ 246 ຄົນ: ມາຈາກ 86 ບ້ານ, ໃນ 07 ເມືອງ

  •  ເມືອງຈັນທະບູລີ ມີ 08 ບ້ານ (18 ຄົນ)
  •  ເມືອງສີໂຄດຕະບອງ ມີ 26 ບ້ານ (48 ຄົນ)
  •  ເມືອງໄຊເສດຖາ ມີ 13 ບ້ານ (105 ຄົນ)( ຄ້າຍຂຸມຂັງ ນາໄຫ 70ຄົນ)
  •  ເມືອງສີສັດຕະນາກມີ 08 ບ້ານ (14 ຄົນ)
  •  ເມືອງນາຊາທອງ ມີ 08 ບ້ານ (10 ຄົນ)
  •  ເມືອງໄຊທານີ ມີ 16 ບ້ານ (35 ຄົນ)( ສູນຫຼັກ 27 ມີ 7 ຄົນ )
  •  ເມືອງຫາດຊາຍຟອງ ມີ 07 ບ້ານ (15 ຄົນ)

ສືບຕໍ່ເອົາຂໍ້ມູນ 01 ຄົນ

-ຫຼວງພະບາງ 187 ຄົນ:

+ນະຄອນຫຼວງພະບາງ ມີ 16 ບ້ານ (129 ຄົນ)

  • ບ້ານຜາໂອ ມີ 93 ຄົນ (ນັກໂທດ 84 ຄົນ, ນັກບວດວັດຜາໂອ: 9 ຄົນ)
  • ບ້ານໂພສີ ມີ 8 ຄົນ
  • ບ້ານຜາສຸກ ມີ 6 ຄົນ
  • ບ້ານພູຊ້າງຄໍາ ມີ 3 ຄົນ
  • ບ້ານໜອງຄໍາ ມີ  3 ຄົນ
  • ບ້ານໝື່ນນາ ມີ  3 ຄົນ
  • ບ້ານພູໝອກ ມີ 2 ຄົນ
  • ບ້ານພູເຫຼັກມີ 2 ຄົນ
  • ບ້ານນາຊ່າງເຫວີຍ ມີ 2 ຄົນ
  • ບ້ານຂົ່ວທີ່1, ບ້ານຊຽງແກ້ວ, ບ້ານນາຫຼວງ, ບ້ານວຽງໄຊ, ບ້ານໜອງໂຕກ, ບ້ານເມືອງງາ, ບ້ານໂພນໄຊ ມີ ບ້ານລະ  1 ຄົນ.

+ເມືອງນໍ້າບາກ ມີ  5 ບ້ານ  (42 ຄົນ)

  • ບ້ານໂພນສະອາດ ມີ 30 ຄົນ
  • ບ້ານຟ້າ ມີ 4 ຄົນ
  • ບ້ານໂພນໄຊ ມີ 3 ຄົນ
  • ບ້ານນ້ຳລາ ມີ 3 ຄົນ
  • ບ້ານບົມ ມີ 2 ຄົນ

+ເມືອງງອຍ ມີ 3 ບ້ານ (16 ຄົນ)

  • ບ້ານໜອງຂຽວ ມີ 14 ຄົນ
  • ບ້ານງອຍເກົ່າ ແລະ ບ້ານສົບກອງ ມີ ບ້ານລະ 1 ຄົນ

-ວຽງຈັນ 49 ຄົນ:

+ເມືອງແກ້ວອຸດົມ ມີ 08 ບ້ານ (26 ຄົນ)

  • ບ້ານພູເຂົາຄໍາ ມີ 07 ຄົນ (ພະນັກງານໄຟຟ້າ 01 ຄົນ)
  • ບ້ານຖີ່ນແກ້ວ ມີ 06 ຄົນ (ຄ້າຂາຍ 03 ຄົນ, ນັກຮຽນ, ເດັກ ແລະ ປະຊາຊົນ)
  • ບ້ານໂພນຄໍາ ມີ 03 ຄົນ
  • ບ້ານໂພນແຍງ ມີ 02 ຄົນ (ພະນັກງານຄູ ແລະ ເດັກ)
  • ບ້ານໂພຄໍາ ມີ 02 ຄົນ
  • ບ້ານທ່າຊັນ ມີ 02 ຄົນ (ແມ່ເຮືອນ ແລະ ປະຊາຊົນ)
  • ບ້ານແສງສະຫວ່າງ ມີ 02 ຄົນ (ພະນັກງານໄຟຟ້າ)
  • ບ້ານສາມັກຄີໄຊ (ນັກໂທດ), ບ້ານນາປູນ (ນັກຮຽນ),

+ເມືອງວັງວຽງ ມີ 03 ບ້ານ (12 ຄົນ)

  • ບ້ານວຽງແກ້ວ ມີ 09 ຄົນ (ຊາວນາ ມີ 08 ຄົນ ແລະ ຊາວນາ ມີ 01 ຄົນ)
  • ບ້ານຫ້ວຍແຍ ມີ 02 ຄົນ (ຊາວນາ)
  • ບ້ານເມືອງຊອງ ມີ 01 ຄົນ (ພະນັກງານແພດ)
  • ເມືອງໂພນໂຮງ ມີ 04 ບ້ານ (06 ຄົນ)
  • ບ້ານນາເລົ່າ ມີ 02 ຄົນ (ເດັກ ແລະ ປະຊາຊົນ)
  • ບ້ານນາໂພໃຕ້ ມີ 02 ຄົນ (ນັກສຶກສາ ແລະ ປະຊາຊົນ)
  • ບ້ານນາໂພເໜຶອ ມີ 01 ຄົນ (ພະນັກງານແພດ)
  • ບ້ານໂພນສີເໜຶອ ມີ 01 ຄົນ (ພະນັກງານ)

+ເມືອງວຽງຄໍາ ມີ 02 ບ້ານ (05 ຄົນ)

– ບ້ານດອນກວດ ມີ 04 ຄົນ (ເດັກ 02 ຄົນ ແລະ ຜູ້ເຖົ້າ)

– ບ້ານນາເຄຶອ ມີ 01 ຄົນ (ພະນັກງານ)

-ສະຫວັນນະເຂດ  27 ຄົນ:

1). ເມືອງອຸທຸມພອນ ມີ 02 ຄົນ, 02 ບ້ານ

  • ບ້ານຈະເລີນສຸກ ມີ 01 ຄົນ
  • ບ້ານມະນີວົງໄຊ ມີ 01 ຄົນ

2). ນະຄອນໄກສອນ ມີ 25 ຄົນ, 03 ບ້ານ

  • ບ້ານດົງນາຄໍາ ມີ 13 ຄົນ
  • ບ້ານດົງດໍາດວນ; ບ້ານໜອງຜື ແລະ ບ້ານໂພນສະຫວ່າງໃຕ້ ມີ ບ້ານລະ 02 ຄົນ
  • ບ້ານໂພນສະຫວັນ, ບ້ານນາແກ (ກໍາມະກອນ), ບ້ານສະພານ (ກໍາມະກອນ), ບ້ານສະຫນາມໄຊ  (ພະນັກງານຄູ), ບ້ານສະພານເຫນຶອ (ພະນັກງານໂຮງແຮມທີ່ເອັດທີ) ແລະ ບ້ານໂນນສະຫວາດ (ຄ້າຂາຍ) ມີບ້ານລະ  01 ຄົນ.

-ບໍ່ແກ້ວ 16 ຄົນ:

  • ເມືອງ ຕົ້ນເຜີ້ງ ບ້ານດອນມູນ 01 ຄົນ
  • ເຂດເສດຖາກິດພິເສດ 16 ຄົນ ຊື່ງແມ່ນ ກຳມະກອນກໍ່ສ້າງສະໜາມ ບິນ (ຄົນລາວ 07 ຄົນ, ພະມ້າ 07 ຄົນ, ຈີນ 03 ຄົນ)

-ຈໍາປາສັກ 15 ຄົນ:

+ບາຈຽງຈະເລີນສຸກ ມີ 09 ຄົນ, 04 ບ້ານ: ບ້ານຫ້ວຍລືສີ ມີ 06 ຄົນ ແລະ ບ້ານຫົວແຊ, ບ້ານລົ່ມສັກເໜຶອ ແລະ ບ້ານໜອງກອກ ບ້ານລະ 01 ຄົນ

+ນະຄອນປາກເຊ ມີ 05 ຄົນ, 05 ບ້ານ ມີ 05 ຄົນຈາກບ້ານຫ້ວຍເລົາ ແລະ ບ້ານໂພນສະຫວັນ (ພະນັກງານແຟນຊິບ), ບ້ານກາງ (ຄ້າຂາຍ), ບ້ານສະໜາມໄຊ (ນັກຮຽນ) ແລະ ບ້ານພູຄູນ (ເດັກ 03 ປີ) ມີບ້ານລະ 01 ຄົນ.

+ເມືອງຊະນະສົມບູນ ບ້ານເລົ່າ, ມີ 01 ຄົນ (ເພດຊາຍ, ອາຍຸ 49 ປີ,  ເຂົ້າມາກວດດ້ວຍຮູບການຊືມເຊື້ອລະບົບຫາຍໃຈຮຸນແຮງກະທັນຫັນ (SARI).

-ຄໍາມ່ວນ 6 ຄົນ: ຈາກ ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ

-ຫຼວງນໍ້າທາ 5 ຄົນ: ມີ 04 ຄົນ ມີປະຫວັດເດີນທາງມາປີ່ນປົວຢູ່ໂຮງໝໍ 150 ຕຽງ ນະຄອນຫລວງວຽງຈັນ ແລະ ອີກ 01 ຄົນ ຈາກບ້ານ ໂພນໄຊສະຫວ່າງ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ເຊີງ ມາກວດຢູ່ແຂວງຫລວງນໍ້າທາ ແຕ່ຍັງບໍ່ທັນຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ.

-ໄຊສົມບູນ 3 ຄົນ:

  • ເມືອງລ້ອງຊານ ມີ 03 ຄົນ, 02 ບ້ານ
  • ບ້ານສັນປາຕອງ ມີ 02 ຄົນ 
  • ບ້ານຖໍ້າດິນ ມີ 01 ຄົນ

-ບໍລິຄໍາໄຊ 2 ຄົນ:

  • ເມືອງປາກຊັນ 02 ຄົນ
  • ບ້ານປາກຊັນ ມີ 01 ຄົນ (ນັກຮຽນ ມປ ປາກຊັນ ເກັບຕົວຢ່າງຄັ້ງ 2
  • ບ້ານກ້ວຍອຸດົມ ມີ 01 ຄົນ (ເພດຊາຍ, ພະນັກງານ ດ່ານໜ້າ ສໍາພັດກັບຄົນ ຕິດເຊື້ອ)

-ສາລະວັນ 2 ຄົນ: ຈາກ ເມືອງສາລະວັນ ບ້ານນາເຫຼັກມີ 02 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 4 ຄົນຈາກ ແຂວງຄໍາມ່ວນ 1 ຄົນ ຈາກ ນະຄອນຫຼວງວຽງຈັນ ແລະ 4 ຄົນຈາກແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.