Home Blog Page 119

ທ່ານ ສັນຕິພາບ ພົມວິຫານ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງວິລະບູລີ

ໃນຕອນເຊົ້າວັນທີ 2 ກຸມພາ 2022 ນີ້, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລ ຂາຄະນະບໍລິຫານງານພັກ ແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະປະກອບມີ: ຫ້ອງວ່າ ການປົກຄອງແຂວງ, ພະແນກຊັບ ພະຍາກອນທໍາມະຊາດ-ສິ່ງແວດ ລ້ອມ, ພະແນກໂຍທາທິການ-ຂົນ ສົ່ງ, ພະແນກພະລັງງານ-ບໍ່ແຮ່, ພະແນກກະສິກໍາ-ປ່າໄມ້, ພະແນກ ພາຍໃນ, ພະແນກແຜນການ-ການ ລົງທຶນ ແລະຂະແໜງການທີ່ກ່ຽວ ຂ້ອງຈໍານວນໜຶ່ງໄດ້ລົງເຄື່ອນ ໄຫວຕິດຕາມຊຸກຍູ້ວຽກງານຮອບ ດ້ານຢູ່ເມືອງວິລະບູລີ ໂດຍການ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄໍາຜຸຍ ສີບຸນ ເຮືອງກໍາມະ ການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມຄະນະ.

ໃນໂອກາດລົງເຄື່ອນໄຫວ ວຽກງານໃນຄັ້ງນີ້, ທ່ານເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມເບິ່ງ ສູນເຕັກນິກກະສິກໍາຝາຍຫ້ວຍ ກົງບ້ານໜອງກະແດ້ງຂອງບໍລິ ສັດລ້ານຊ້າງມີເນໂຣນສ໌ ລິມິເຕັດ, ໂອກາດນີ້ທ່ານ ສະໝານ ອາ ເນ ກາ ຜູ້ອໍານວຍການໃຫຍ່ບໍລິສັດ ລ້ານຊ້າງມີເນໂຣນສ໌ ໄດ້ລາຍງານ ໃຫ້ຮູ້ວ່າ: ສູນຫ້ວຍກົງແຫ່ງນີ້ໃນ ເບື້ອງຕົ້ນແມ່ນໄດ້ນໍາໃຊ້ເປັນສະ ຖານທີ່ຝຶກອົບຮົມວຽກງານວິຊາ ຊີບດ້ານຕ່າງໆ ໃຫ້ແກ່ພໍ່ແມ່ປະຊາຊົນໃນເຂດເມືອງວິລະບູລີເຊັ່ນວ່າ: ການຕໍ່າຫູກທໍໄໝ, ການປູກມອນ ລ້ຽງມ້ອນ, ການຍ້ອມນໍ້າຄາມ, ອົບຮົມຕັດຫຍິບເຄື່ອງນຸ່ງຫົ່ມ ຕໍ່ມາກໍ່ໄດ້ນໍາໃຊ້ເປັນສູນການ ເພາະພັນລູກປາ, ລູກກົບເພື່ອແຈກ ຢາຍໃຫ້ປະຊາຊົນນໍາໄປລ້ຽງ ໂດຍແມ່ນທາງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ເປັນຜູ້ສະໜອງ ທຶນຮອນ ພ້ອມອຸປະກອນຕ່າງໆ ໃຫ້ທັງໝົດ, ຜ່ານການຈັດຕັ້ງປະ ຕິບັດບັນດາກິດຈະກໍາເຫຼົ່ານັ້ນ ກໍ່ເຫັນວ່າໄດ້ຮັບຜົນສໍາເລັດໃນລະ ດັບໜຶ່ງປະຊາຊົນໄດ້ມີຄວາມຮູ້, ຄວາມສາມາດ ເພື່ອໄປນໍາໃຊ້ສ້າງ ອາຊີບໃຫ້ຕົນເອງໃນຂັ້ນຕໍ່ໄປ ແລະໃນປະຈຸບັນແມ່ນໄດ້ນໍາໃຊ້ ສະຖານທີ່ຂອງສູນດັ່ງກ່າວເປັນ ບ່ອນລ້ຽງແບ້, ລ້ຽງປາ, ລ້ຽງ ກົບ ແລະປູກພືດຈໍານວນໜຶ່ງ ເພື່ອ ແນໃສ່ສ້າງເປັນສະຖານທີ່ສາທິດ ທາງດ້ານວຽກງານກະສິກໍາໃຫ້ ປະຊາຊົນໄດ້ມາສຶກສາເອົາບົດ ຮຽນ ເພື່ອໄປນໍາໃຊ້ໃນການສ້າງ ວຽກເຮັດງານທໍາໃຫ້ແກ່ຄອບ ຄົວຕົນເອງ ແລະໃນປະຈຸບັນນີ້ ແມ່ນທາງເມືອງ ແລະບໍລິສັດກໍາ ລັງຈັດຕັ້ງປະຕິບັດແຜນການ ເພື່ອ ສ້າງສະຖານທີ່ດັ່ງກ່າວໃຫ້ກາຍ ເປັນສະຖານທີ່ອອກກໍາລັງກາຍ, ເປັນສະຖານທີ່ທ່ອງທ່ຽວຕິດພັນ ກັບການຜະລິດພືດກະສິກໍາປອດ ສານພິດຂອງເມືອງໃນອະນາຄົດ.

ຈາກນັ້ນ, ທ່ານ ຄໍາຜຸຍ ສີບຸນ ເຮືອງ ເຈົ້າເມືອງວິລະບູລີ ກໍ່ໄດ້ ລາຍງານໂດຍຫຍໍ້ ໃຫ້ຮູ້ເຖິງສະ ພາບການຈັດຕັ້ງປະຕິບັດວຽກ ງານຕ່າງໆ ໃນໄລຍະຜ່ານມາຂອງ ເມືອງວິລະບູລີ ໃຫ້ທ່ານເຈົ້າແຂວງໄດ້ຮັບຊາບຕື່ມອີກ. ໃນໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ ກໍ່ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ນໍາຂອງເມືອງ ແລະການນໍາຂອງ ບໍລິສັດລ້ານຊ້າງມີເນໂຣນສ໌ ທີ່ ໄດ້ເອົາໃຈໃສ່ໃນການເບິ່ງແຍງ ຊີວິດການເປັນຢູ່ຂອງປະຊາຊົນ ໃນຜ່ານມາ ພ້ອມທັງຮຽກຮ້ອງໃຫ້ ມີການສືບຕໍ່ຊ່ວຍເຫຼືອເຂົາເຈົ້າ ຕໍ່ໄປ ດ້ວຍການຊຸກຍູ້-ສົ່ງເສີມໃນ ການສ້າງງານ, ສ້າງອາຊີບທີ່ໝັ້ນ ຄົງໃຫ້ເຂົາເຈົ້າ ໂດຍສະເພາະກໍ່ ແມ່ນອາຊີບດ້ານການກະສິກໍາ ປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍ ເພື່ອ ກາຍເປັນສິນຄ້າສ້າງລາຍຮັບໃຫ້ ແກ່ຄອບຄົວ, ເຮັດເຂົາເຈົ້າສາມາດ ເພິ່ງພາຕົນເອງໄດ້ ແລະຫຼຸດພົ້ນ ອອກຈາກຄວາມທຸກຍາກໄດ້ເທື່ອ ລະກ້າວ, ຄຽງຄູ່ກັນນີ້ ກໍ່ໃຫ້ຊ່ວຍ ກັນພັດທະນາພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມຂອງເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງກ້າວ ໜ້າຂຶ້ນໄປເລື້ອຍໆໃຫ້ສົມກັບ ເປັນເມືອງແຫ່ງບໍ່ຄໍາ-ບໍ່ທອງ, ສ່ວນວ່າເສັ້ນທາງ 28 A ນັບ ແຕ່ບ້ານນາບໍ່ເຂົ້າຫາເມືອງວິລະ ບູລີ ເຊິ່ງມີໄລທາງຍາວກວ່າ 40 ກິໂລແມັດແມ່ນຈະໄດ້ລົງມືສ້ອມ ແປງໃນໄວໆນີ້.

ໃນເວລາຕໍ່ມາ, ທ່ານເຈົ້າແຂວງສະຫວັນນະເຂດ ແລະທ່ານເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ເດີນ ທາງໄປຮ່ວມພິທີສາສະໜາປ່ອນ ບີພຣະພຸດທະຮູບ ແລະກາບໄຫວ້ ສັກກາລະບູຊາພຣະພຸດທະຮູບ ພຣະເຈົ້າໃຫຍ່ອົງຕື້ທີ່ວັດວິຣະ ໄຊຍະຣາມບ້ານບຸ່ງຄໍາຕື່ມອີກ ດ້ວຍ./.

ສັນຍານທີ່ດີ! ມື້ດຽວມີຜູ້ປ່ວຍຫາຍດີ 529 ຄົນ

ເຊິ່ງມີລາຍລະອຽດຜູ້ຕິດເຊື້ອໃໝ່ 290 ໃນນັ້ນນຳເຂົ້າ 9 ເຊິ່ງມີດັ່ງນີ້:

  • ນະຄອນຫຼວງວຽງຈັນ 40 ຄົນ, ໃນນັ້ນນຳເຂົ້າ 4
  • ຫົວພັນ 60
  • ຊຽງຂວາງ 44
  • ສາລະວັນ 20
  • ອັດຕະປື 20
  • ໄຊຍະບູລີ 18
  • ບໍລິຄຳໄຊ 16
  • ສະຫວັນນະເຂດ 12 ໃນນັ້ນນຳເຂົ້າ 1
  • ຄຳມ່ວນ 10
  • ເຊກອງ 7
  • ແຂວງວຽງຈັນ 10 ໃນນັ້ນນຳເຂົ້າ  4
  • ບໍ່ແກ້ວ 6
  • ຫຼວງນໍ້າທາ 5
  • ຜົ້ງສາລີ 5
  • ອຸດົມໄຊ 5
  • ຫຼວງພະບາງ 4
  • ຈຳປາສັກ 4
  • ໄຊສົມບູນ 4

ເລີ່ມຫຼຸດລົງຫຼາຍ! ຜູ້ຕິດເຊື້ອໃໝ່ ແຕ່ອັດຕາການເສຍຊີວິດຍັງມີຢູ່

ຕາມການລາຍງານຈາກຄະນະສະເພາະກິດປະຈໍຳວັນວັນທີ 6 ກຸມພາ 2022 ໃຫ້ຮູ້ວ່າ:

ເຊິ່ງມີລາຍລະອຽດຜູ້ຕິດເຊື້ອໃໝ່ 290 ໃນນັ້ນນຳເຂົ້າ 9 ເຊິ່ງມີດັ່ງນີ້:

  • ນະຄອນຫຼວງວຽງຈັນ 40 ຄົນ, ໃນນັ້ນນຳເຂົ້າ 4
  • ຫົວພັນ 60
  • ຊຽງຂວາງ 44
  • ສາລະວັນ 20
  • ອັດຕະປື 20
  • ໄຊຍະບູລີ 18
  • ບໍລິຄຳໄຊ 16
  • ສະຫວັນນະເຂດ 12 ໃນນັ້ນນຳເຂົ້າ 1
  • ຄຳມ່ວນ 10
  • ເຊກອງ 7
  • ແຂວງວຽງຈັນ 10 ໃນນັ້ນນຳເຂົ້າ  4
  • ບໍ່ແກ້ວ 6
  • ຫຼວງນໍ້າທາ 5
  • ຜົ້ງສາລີ 5
  • ອຸດົມໄຊ 5
  • ຫຼວງພະບາງ 4
  • ຈຳປາສັກ 4
  • ໄຊສົມບູນ 4

ມາຮອດມື້ນີ້ ລາວມີຜູ້ຕິດເຊື້ອສະສົມທົງໝົດ: 136,438 ຄົນ, ປິ່ນປົວຫາຍດີມື້ວານນີ້: 158 ຄົນ, ກຳລັງປິ່ນປົວ: 4,478 ຄົນ ແລະ ຊີວິດສະສົມ: 569 (ໃໝ່ 4 ຈາກ ບໍລິຄຳໄຊ 2, ແຂວງວຽງຈັນ 1 ແລະ ໄຊຍະບູລີ 1)

ພິທີສົມໂພດພະພຸດທະຮູບ ພະເຈົ້າໃຫຍ່ອົງຕື້ ແລະ ຮູບຫຼໍ່ຍາຄູຂີ້ຫອມ

ສຳເລັດ ພິທີສົມໂພດພະພຸດທະຮູບ

ໃນວັນທີ 4 ກຸມພາ 2022 (ມື້ວານ) ທີ່ວັດວິຣະໄຊຍະຣາມ ບ້ານບຸ່ງຄໍາ ເມືອງວິລະບູລີ ແຂວງສະຫວນນະເຂດ.

ສໍາເລັດ ພິທີສົມໂພດພະພຸດທະຮູບ ພະເຈົ້າໃຫຍ່ອົງຕື້ ແລະ ຮູບຫຼໍ່ຍາຄູຂີ້ຫອມ ທີ່ວັດວິຣະໄຊຍະຣາມ ບ້ານບຸ່ງຄໍາ ເມືອງວິລະບູລີ ແຂວງສະຫວນນະເຂດ ໃນຄັ້ງວັນທີ 4 ກຸມພາ 2022.

ເປັນກຽດເຂົ້າຮ່ວມມີ ທ່ານນາງ ຫຼິງທອງ ແສງຕາວັນ ກໍາມະການປະຈໍາພັກແຂວງ ຮອງເຈົ້າສະຫວັນນະເຂດ,​ ມີການນໍາຂອງແຂວງ,​ ການນໍາຂອງເມືອງ,​ ເຈົ້າຄະນະ ອພສ ແຂວງ ແລະ ເມືອງ ພ້ອມດ້ວຍຊາວພຸດທັງຫຼາຍເຂົ້າຮ່ວມ.

ຂ່າວ: News Vilabouly-ຊ່ອງຂ່າວເມືອງວິລະບູລີ

ໄຊຍະບູລີ ວາງສີລາລືກໂຄງການກໍ່ສ້າງໂຮງໝໍໃໝ່

ພິທີວາງສີລາລືກ ໂຄງການກໍ່ສ້າງໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ ນີ້ ທີ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານປະຊາຊົນ ແຂວງໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີຮອງເຈົ້າແຂວງ ພ້ອມດ້ວຍພະນັກງານກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສຸກຄໍາພີ ບຸນຍາວົງ ຜູ້ລົງທຶນ ແລະ ອໍານວຍການໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ຂຶ້ນລາຍງານການກະກຽມການກໍ່ສ້າງ ແລະ ແຜນການດໍາເນີນງານກໍ່ສ້າງໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ວ່າ: ໂຮງໝໍໄຊຍະເວດ ແມ່ນການລົງທຶນພາກໂຮງໝໍເອກະຊົນແຫ່ງທໍາອິດ ຂອງແຂວງໄຊຍະບູລີ ມູນຄ່າການລົງທຶນທັງໝົດ 15 ຕື້ກີບ ເປັນໂຮງໝໍຂະໜາດ 45 ຕຽງນອນ (ລວມທັງຕຽງໄອຊີຢູ) ຕັ້ງຢູ່ໃຈກາງເມືອງໄຊຍະບູລີ ໃນເນື້ອທີ່ທັງໝົດ 5 ພັນຕາເມັດ ເປັນການລົງທຶນຂອງເອກະຊົນພາຍໃນ ໂດຍ ທ່ານ ສຸກຄໍາພີ ບຸນຍາວົງ ເປັນຜູ້ລົງທຶນ ແລະ ຖືຮຸ້ນ 100% ແບ່ງເປັນມູນຄ່າການກໍ່ສ້າງອາຄານ ຢ່າງເປັນລະບົບຄົບຊຸດ 6,4 ຕື້ກີບ ຊຶ່ງປະກອບມີ 4 ຕຶກຄື: ຕຶກສອງຊັ້ນສໍາລັບບໍລິການຄົນເຈັບ 1 ຕຶກ, ຕຶກຊັ້ນດຽວ ເປັນຮ້ານອາຫານ – ຮ້ານກາເຟ ແລະ ຊຸບເປີມາເກັດ 1 ຕຶກ ແລະ ຊັ້ນດຽວເປັນສາງເກັບຢາ, ຫ້ອງຊັກລີດ ແລະ ຫ້ອງເຢັນ ໂດຍປະກອບມີ 9 ຂະແໜງຄື:

ຂະແໜງສຸກເສີນ, ຂະແໜງກວດເຂດນອກ, ຂະ ແໜງໄອຊີຢູຟື້ນຟູຊີບ ແລະ ວາງຢາສະຫຼົບ, ຂະແໜງພາຍນອກຜ່າຕັດ, ຂະແໜງພາຍໃນ, ຂະແໜງອອກລູກ – ພະຍາດຍິງ, ຂະແໜງເດັກນ້ອຍ, ຂະແໜງການຢາ ແລະ ຂະແໜງເອໂກ້ – ຮູບພາບລັງສີ, ກໍານົດເວລາການກໍ່ສ້າງອາຄານ 18 ເດືອນໃຫ້ສໍາເລັດ. ຈາກນັ້ນ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ມີຄໍາເຫັນຕໍ່​ກັບການວາງສີລາລືກ ໂຄງການກໍ່ສ້າງ ໂຮງໝໍໄຊຍະເວດ ຈໍາກັດຜູ້ດຽວ ແລະ ຊ້ວນຊາຍວາງສີລາລືກ ລັ່ນຄ້ອງ 9 ບາດ ພ້ອມທັງຕັດແຖບຜ້າ ປ່ອຍໝາກປູ່ມເປົ້າ ຢ່າງເປັນທາງການ.

ຈຸດປະສົງໃນການກໍ່ສ້າງໂຮງໝໍແຫ່ງນີ້ ກໍເພື່ອຕອບສະໜອງໃຫ້ແກ່ການບໍລິການດ້ານການປິ່ນປົວທີ່ທັນສະໄໝ ແລະ ຊັດເຈນ ຫຼຸດຜ່ອນອັດຕາການແອອັດ, ຫຼຸດຜ່ອນຄວາມສ່ຽງໃນການປິ່ນປົ່ວຕາມຂັ້ນຕອນມາດຕະຖານ ແລະ ທັນເວລາໃຫ້ກັບພໍ່ – ແມ່ປະຊາຊົນພາຍໃນ ແຂວງໄຊຍະບູລີ ແລະ ແຂວງອ້ອມຂ້າງ, ເປັນທາງເລືອກໃນການເຂົ້າໃຊ້ບໍລິການຂອງຄົນເຈັບ ດ້ວຍມາດຕະຖານການແພດທີ່ທັນສະໄໝ ມີຄວາມວ່ອງ ໄວ-ຊັດເຈນ ດ້ວຍທີມແພດທີ່ມີປະສົບການສູງ ເປັນແພດຊ່ຽວຊານ ສະເພາະດ້ານ ແລະ ໃຫ້ການບໍລິການທີ່ດີ ຢູ່ໃນລາຄາທີ່ສົມເຫດສົມຜົນ.

ສໍ້ໂກງສັບພົນລະເມືອງ ມູນຄ່າ 800 ລ້ານກວ່າກີບ

ຕົວະເອົາງົວນຳປະຊາຊົນໄປຂາຍແລ້ວບໍ່ຈ່າຍເງິນຄືນເຈົ້າຂອງ ຕົກເປັນຜູ້ຖືກຫາສໍ້ໂກງຊັບພົນລະເມືອງອີກຄັ້ງ.

ຕາມການລາຍງານ ຈາກແຟນເພຈ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ ເວລາ 16:00 ໂມງ ວັນທີ 31 ມັງກອນ 2022, ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອໍານາດການປົກຄອງບ້ານຄຳຮູ່ງ ເຂົ້າກັກຕົວ ແລະ ນຳສົ່ງ ນາງ ພອນມະລີ ອາຍຸ 33 ປີ ອາຊີບຄ້າຂາຍ ຢູ່ບ້ານຄຳຮຸ່ງ, ເມືອງໄຊທານີ ຂໍ້ກ່າວຫາ: ສໍ້ໂກງຊັບພົນລະເມືອງ ໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ນຳຕົວໄປດໍາເນີນຄະດີຕາມກົດໝາຍ.

ນາງ ພອນມະລີ (ຜູ້ຖືກຫາ) ໄດ້ຮັບສາລະພາບວ່າໃນເບື້ອງຕົ້ນວ່າ: ໄດ້ໃຊ້ຮູບການໄປເລາະຊື້ງົວນຳປະຊາຊົນ ຢູ່ເຂດເມືອງສັງທອງ. ຈາກນັ້ນ ຕົວະວ່າເອົາໄປຂາຍກ່ອນໄດ້ເງິນຈິ່ງຈະເອົາມາໃຫ້ຜູ້ເສຍຫາຍ; ຜ່ານມາມີຜູ້ຫຼົງເຊື່ອ 11 ຄົນ ລວມມູນຄ່າປະມານ 800 ລ້ານກວ່າກີບ.

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ຜູ້ກ່ຽວເຄີຍຖືກກັກຕົວມາແລ້ວ 1 ຄັ້ງ ຂໍ້ຫາສໍ້ໂກງຊັບພົນລະເມືອງ ທີ່ມີຜົນເສຍຫາຍ 300 ລ້ານກີບ ແລະ ໄດ້ຮັບການປ່ອຍຕົວພາງ ວັນທີ 13 ຕຸລາ 2020.

ຕໍ່ມາໄດ້ອອກມາເຄື່ອນໄຫວສໍ້ໂກງຊັບຄືເກົ່າ. ປັດຈຸບັນເຈົ້າໜ້າທີ່ ພວມດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຖ້າທ່ານໃດຖືກນາງ ພອນມະລີ ສໍ້ໂກງຊັບກໍໃຫ້ຮີບຮ້ອນແຈ້ງຄວາມຕໍ່ເຈົ້າໜ້າທີ່.

ນະຄອນ ໄກສອນ ພົມວິຫານ ຈັດຝຶກອົບຮົມໃຫ້ແກ່ນັກຂັບຂີ່ລົດບັນທຸກແກ່ແຮ່-ແກ່ຊາຍ

ໃນຕອນເຊົ້າຂອງວັນທີ 1 ກຸມພາ 2022 ນີ້, ຢູ່ທີ່ສະໂມສອນ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ຈັດຝຶກອົບຮົມໃຫ້ແກ່ນັກຂັບຂີ່ລົດບັນທຸກທີ່ແກ່ແຮ່-ແກ່ຊາຍໃນເທດສະບານນະຄອນຂື້ນ ໂດຍການເປັນປະທານ ຂອງທ່ານ ພັຕ ໜອນ ຄຳຫານຊະນະ ຮອງຫົວໜ້າກອງບັນຊາ ການ ປກສ ນະຄອນ ໄກສອນ ພົມວິຫານ ທັງເປັນຜູ້ຊີ້ນຳໃນຂົງເຂດວຽກງານຕຳຫຼວດຈາລະຈອນ, ມີຫົວໜ້າພະແນກຕຳຫຼວດກອງຕຳຫຼວດຈາລະຈອນ ນະຄອນ,ມີຫ້ອງການ ຍທຂນະຄອນ,ຫ້ອງການ ຄພບຕ ນະຄອນ,ມີພະນັກງານພະແນກຕຳຫຼວດກອງຕຳຫຼວດຈາລະຈອນ ແລະ ເຈົ້າຂອງລົດບັນທຸກທີ່ແກ່ແຮ່-ແກ່ຊາຍ ເຂົ້າຮ່ວມ.

ເຊີ່ງຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້,ເພື່ອຈັດຕັ້ງຜັນ ຂະຫຍາຍບັນດານິຕິກຳຕ່າງ ທີພົວພັນເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານການສັນຈອນຕາມເສັ້ນທາງບົກ,ດຳລັດເຊັ່ນກົດໜາຍຈະຈອນທາງບົກ,ກົດໜາຍຂົນສົ່ງທາງບົກ,ລະບຽບ 107/ປສລ ດຳລັດ 568/ນຍ,ຄຳສັ່ງເລກທີ 27/ນຍ ແລະ ຄຳສັ່ງເລກທີ່ 1470/ລມຕ ແລະ ບັນດາແຈ້ງການຂອງເຈົ້ານະຄອນ ໃຫ້ເປັນຮູບປະທຳຢ່າງແຂງແຮງ ເພື່ອຄຸ້ມຄອງປົກປັກຮັກສາຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນນະຄອນ,ໃຫ້ມີຄວາມສະອາດງາມຕາ,ມີຄວາມເປັນລະບຽບປອດໄພ ຕາມທິດ 06 ສໍຂອງການສ້າງນະຄອນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຄື:ສໍສະຫງົບ, ສໍສະອາດ, ສໍສີຂຽວ,ສໍສະຫວ່າງ,ສໍສະເໜ່ ແລະ ສໍສີວີໄລ ໃຫ້ປະກົດຜົນເປັນຈິງ.

ເຊີ່ງເພື່ອແນ່ໃສ່ເຮັດໃຫ້ສະພາບການສັນຈອນ ການໃຊ້ລົດຖະໜົນ ຢູ່ຕາມເສັ້ນທາງບົກ,ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຫຼຸດຜ່ອນການລະເມີດກົດລະບຽບຈະລາຈອນ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດ,ແນໃສ່ຜູ້ປະກອບການຜູ້ໃຊ້ລົດໃຊ້ຖະໜົນເວົ້າລວມ ແລະ ເວົ້າສະເພາະບັນດາບໍລິສັດດູດແຮ່-ດູດຊາຍ ແລະ ຜູ້ຂົນສົ່ງເຄື່ອນຍ້າຍ,ແຮ່-ຊາຍ ມີຄວາມຮັບຮູ້ ແລະ ເຂົ້າໃຈຈະແຈ້ງຕໍ່ລະບຽບກົດໜາຍ ແລະ ນິຕິກຳຕ່າງໆທີ່ພົວພັນເຖິງຄວາມບໍ່ສະຫງົບ ໃນຂົງເຂດວຽກງານຈະລາຈອນ.

ຈາກນັ້ນ,ທ່ານ ຮັອຍ ເອກ ນິກສັນ ຄຳມະຫາ ຫົວໜ້າຈຸງງານໂຄສະນາກອງຈະລາຈອນ ນະຄອນ ກໍ່ໄດ້ໃຫ້ສຳພາດຜູ້ສີ່ຂ່າວຂອງນະຄອນ ໄກສອນ ພົມວິຫານ ເຊີ່ງກໍໄດ້ໃຫ້ຮູ້ວ່າ ຊື່ງຜ່ານການຝຶກອົບຮົບໃຫ້ນັກຂັບຂີ່ລົດບັນທຸກທີ່ແກ່ແຮ່-ແກ່ຊາຍນີ້ແມ່ນໄດ້ນຳພາລົງສາທິດຕົວຈິງຢູ່ບໍລິສັດທ່າອຸດົມແຮ່ຊາຍໃຫ້ກັບເຈົ້າຂອງລົດບັນທຸກທີ່ແກ່ແຮ່-ແກ່ຊາຍໃນການໃສ່ແຮ່-ຊາຍເພື່ອບໍ່ໃຫ້ມັນຕົກເຮ່ຍໃສ່ຖະໜົນ ແລະ ເສັ້ນທາງຢູ່ໃນເທດສະບານນະຄອນ ໄກສອນ ພົມວີຫານ ແລະ ເພື່ອໃຫ້ຄວາມເປັນລະບຽບຮ້ອຍພາຍໃນນະຄອນ ແລະ ໃຫ້ມີຄວາມສະອາດງາມຕາມຂື້ນຕື່ມອີກ.

ແຫຼ່ງຂ່າວ: ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ

ລົງກວດຢ່າງເຂັ້ມງວດ! ຫຼັງພົບລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງລັກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ

ໃນວັນທີ 02/02/2022 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ສົມທົບກັບ ປກສ ເມືອງປາກອູ ແລະ ຄະນະປົກຄອງບ້ານຊ່າງໄຫ ລົງກວດກາໝໍ້ນັບໄຟລູກຄ້າ ຈາກກໍລະນີກວດພົບ ການລັກໃຊ້ໄຟຟ້າ ແລະ ດັດແປງໝໍ້ນັບໄຟ ຂອງລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງ ທີ່ບ້ານຊ່າງໄຫ ເມືອງປາກອູ, ແຂວງຫຼວງພະບາງ.

ໃນເບື້ອງຕົ້ນທາງ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫຼວງພະບາງ ໄດ້ທໍາການຕັດໄຟ ແລະ ປົດໝໍ້ນັບໄຟດັ່ງກ່າວມອບໃຫ້ກັບເຈົ້າໜ້າທີ່ ເພື່ືື່ອດຳເນີນຄະດີ ຕາມລະບຽບກົດໝາຍ ພ້ອມທັງຄິດໄລຄ່າປັບໄໝຕໍ່ຜູ້ກະທຳຜິດດັ່ງກ່າວ ຕາມທີ່ໄດ້ລະບຸໄວ້ໃນ ຂໍ້ກໍານົດ ວ່າດ້ວຍການປະຕິບັດ ມາດຕະການຕໍ່ຜູ້ທີ່ ລັກກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ເລກທີ 2162/ຟຟລ.ຝລຈ.

“ ການລັກໃຊ້ ກະແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ” ເປັນການກະທໍາຜິດທີ່ລະເມີດຕໍ່ ກົດໝາຍ ທັງທາງແພ່ງ, ທາງອາຍາ, ເຮັດໃຫ້ ລັດວິສາຫະກິດໄຟຟ້າລາວ ໄດ້ຮັບຄວາມເສຍຫາຍທາງດ້ານຊັບສິນ, ສູນເສຍລາຍຮັບອັນມະຫາສານ ຈາກການ ຖືກລັກໃຊ້ກະແສໄຟຟ້າ; ສໍາຄັນກ່ວານັ້ນ ການກະທໍາດັ່ງກ່າວເປັນການກະທໍາທີ່ອັບປະໂຫຍດ ເພາະອາດຈະເກີດຄວາມ ເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຕໍ່ຜູ້ທີ່ລັກໃຊ້ ກະແສໄຟຟ້າ ແລະ ຕໍ່ສັງຄົມອີກດ້ວຍ.

ເພື່ອຄວາມປອດໄພໃນການໃຊ້ໄຟຟ້າ ແລະ ຫລຸດຜ່ອນຜົນກະທົບທີ່ອາດຈະເກີດຂື້ນ, ຖ້າທ່ານພົບເຫັນ ການລັກໃຊ້ກະ ແສໄຟຟ້າ ແລະ ດັດແປງໝໍ້ນັບໄຟ ກະລຸນາໂທສາຍດ່ວນ ຟຟລ 0711199 ຂໍ້ມູນຂອງທ່ານຈະຖືກເກັບໄວ້ເປັນຄວາມລັບ.

ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານ ສຊປລ

ໃນວັນທີ 2 ກຸມພານີ້ ທີ່ສູນກາງຊາວໜຸ່ມ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງເລ ຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ສຊປລ ເຂົ້າຮ່ວມ.

ທ່ານ ທອງຈັນ ໂຂງພູຄຳ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສຊປລ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍ ການຍົກຍ້າຍ ສະ ຫາຍ ບຸນຕາ ເທບພະວົງ ກຳມະ ການສຳຮອງສູນກາງພັກ ສະມາ ຊິກສະພາແຫ່ງຊາດ ຮອງເລຂາຄະນະບໍລິຫານງານ ສຊປລ ໄປຮັບໜ້າທີ່ ໃໝ່ທີ່ສະພາແຫ່ງຊາດ, ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນ ກາງພັກ ຮອງເຈົ້າແຂວງຫຼວງພະບາງ ເປັນເລຂາຄະນະບໍລິຫານງານພັກ ເລຂາຄະນະບໍລິຫານງານ ສຊປລ ຜູ້ໃໝ່.

ໃນພິທີດັ່ງກ່າວ ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໂອລົມເພື່ອເປັນເຂັມທິດເຍື່ອງທາງບາງຕອນວ່າ: ການຍົກຍ້າຍສັບປ່ຽນໜ້າທີ່ ຖືວ່າເປັນເລື່ອງປົກກະຕິຂອງລະບົບການຈັດຕັ້ງພັກ-ລັດ ທີ່ຕ້ອງມີ ການປັບປຸງສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງເປັນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ໃນວຽກພະນັກງານ ເພື່ອປະຕິບັດຕາມທິດການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ພະນັກງານໃຫ້ ມີຂຶ້ນ ມີລົງ, ມີເຂົ້າ ມີອອກ ແລະ ການສັບປ່ຽນບ່ອນປະຈຳການຂອງພະນັກງານຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ພ້ອມທັງເປັນການຍົກລະດັບພະນັກງານການນຳຂັ້ນສູງໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ.

ພ້ອມນັ້ນ ສະຫາຍ ບຸນທອງ ຈິດມະນີ ໄດ້ສະເໜີໃຫ້ເລຂາຄະນະບໍລິຫານງານ ສຊປລ ຜູ້ ໃໝ່, ຄະນະເລຂາທິການ, ຄະນະບໍລິຫານງານ ສຊປລ ແລະ ພະ ນັກງານທີ່ຮັບຜິດຊອບວຽກງານຊາວໜຸ່ມ-ເຍົາວະຊົນໃນຂອງເຂດທົ່ວປະເທດ ຈົ່ງເອົາໃຈໃສ່ບາງບັນຫາດັ່ງນີ້:

  • ສືບຕໍ່ຄົ້ນຄວ້າຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມຄັ້ງທີ VIII, ການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຂໍ້ແຂ່ງຂັນ 3 ດີ 4 ຮູ້
  • ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມາດໃນການເຕົ້າໂຮມຄວາມສາມັກຄີ ແລະຄວາມເປັນເອກະພາບພາຍໃນຄະນະພັກ
  • ເພີ່ມທະວີການນໍາພາວຽກງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະພັກແຕ່ລະຂັ້ນ
  • ເອົາໃຈໃສ່ໃນການກໍ່ສ້າງ ແລະ ພັດທະນາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງ
  • ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດແຕ່ສາມາດເສີມຂະຫຍາຍບົດ ບາດ
  • ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ກົນໄກໃຫ້ສະດວກວ່ອງໄວຂຶ້ນ
  • ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະກໍຄືວຽກງານຂະບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນປະຕິວັດກວ່າເກົ່າ
  • ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ແທດເຖິງ, ເຂັ້ມງວດ ແລະ ສາມາດປະຕິບັດບົດບາດ

 ແຫຼ່ງຂ່າວ: Lao National Radio

ໂຄງການຊ່ວຍເຫລືອລ້າກໍ່ສ້າງບ້ານຈັດສັນ ສຳເລັດເກືອບ 100%

ໂຄງການກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກ ໂຄງການລົດໄຟ ລາວ-ຈີນ ສຳເລັດເກືອບ 100%

ໂຄງການຊ່ວຍເຫລືອລ້າໃນການກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ມາເຖິງທ້າຍເດືອນມັງກອນ 2022 ນີ້ ໂຄງການດັ່ງກ່າວ ໄດ້ສຳເລັດການກໍ່ສ້າງອາ ຄານເຮືອນທັງໝົດ 159 ຫລັງ ສຳເລັດ 100%, ເສັ້ນທາງພາຍນອກ 90%, ເສັ້ນທາງພາຍໃນ 100%, ຫ້ອງການບ້ານ, ສຸກສາລາ, ໂຮງຮຽນອານຸບານ, ໂຮງຮຽນປະຖົມ, ໄຟ ຟ້າ, ນ້ຳປະປາແມ່ນ 100% ລວມສະພາບຄວາມຄືບໜ້າທີ່ສຳເລັດແມ່ນ 96%.

ໃນໂອກາດ ທ່ານ ພົນຕີ ວົງສັກ ພັນທະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ ພ້ອມຄະນະ ລົງຊຸກຍູ້, ຕິດຕາມກວດກາ ແລະ ເປີດກອງປະຊຸມຮ່ວມ ໂຄງ ການຊ່ວຍເຫລືອລ້າ ກໍ່ສ້າງບ້ານຈັດສັນທີ່ຖືກຜົນກະທົບຈາກ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ດ່ານບໍ່ເຕ່ນແດນງາມ ໃນວັນທີ 29 ມັງກອນ ຜ່ານມານ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ເຫັນວ່າໄດ້ຮັບຜົນສຳເລັດຫລາຍດ້ານ ໂດຍສະເພາະໂຄງການກໍ່ສ້າງບ້ານຈັດສັນ ສຳເລັດເກືອບ 100%.

ສ່ວນບັນຫາທີ່ພົບຄວາມຫຍຸ້ງຍາກ ຂໍຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນຈັດຕັ້ງປະຕິບັດໃຫ້ລຸລ່ວງຕາມເປົ້າໝາຍທີ່ວາງໄວ້ ແລະ ຄຳສະເໜີຕ່າງໆທາງແຂວງ ກໍຄື ສູນກາງຈະນຳໄປສະເໜີ, ປຶກສາຫາລືຂັ້ນເທິງຊອກທິດທາງແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕໍ່ໜ້າ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບວຽກງານຕົວຈິງ.

ແຫຼ່ງຂ່າວ: ຂປລ