ແຈ້ງການຈາກເມືອງໄຊທານີ ໃຫ້ໂຈະການດຳເນີນກິດຈະການຊົ່ວຄາວ ເນື່ອງຈາກລະເມີດ ມາດຕະການ ການຈັດງານ ຫຼື ຈັດກິດຈະກຳຕ່າງໆ ໃນຊ່ວງການລະບາດຂອງຜະຍາດໂຄວິດ-19

.

ແຈ້ງການຈາກເມືອງໄຊທານີ ໃຫ້ໂຈະການດຳເນີນກິດຈະການຊົ່ວຄາວ ເນື່ອງຈາກລະເມີດ ມາດຕະການ ການຈັດງານ ຫຼື ຈັດກິດຈະກຳຕ່າງໆ ໃນຊ່ວງການລະບາດຂອງຜະຍາດໂຄວິດ-19

.

ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມປະຈຳປີ 2021 ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ (ອຄ) ເມື່ອວັນທີ 25 ມີນາຜ່ານມາ, ທີ່ກະຊວງອຸດຫະກຳ ແລະ ການຄ້າ (ຮູບແບບປະຊຸມທາງໄກ) ຊຶ່ງມີຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນທີກ່ຽວຂ້ອງທັງສູນກາງ ແລະ ບັນດາແຂວງເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຍາດຜົນງານເດັ່ນມາໄດ້ໃນໄລຍະທີຜ່ານ ແລະ ໃນຊຸມປີຕໍ່ໜ້າ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມ 6 ບັນຫາໃຫຍ່ຄື:
ໃຫ້ປັບປຸງກົນໄກການປະສານງານທີ່ຊ່ວຍສະໜັບສະໜູນກັນຢ່າງເປັນລະບົບ ແລະ ໄປໃນທິດທາງດຽວກັນ ລະຫວ່າງ ກົມຕ່າງໆພາຍໃນກະຊວງ, ໃນຍຸກປັດຈຸບັນ, ການຄ້າເອເລັກໂຕຣນິກ ຖືວ່າເປັນຊ່ອງທາງຂອງຍຸກສະໄໝ.
ສືບຕໍ່ບຸກທະລຸຢ່າງແຂງແຮງ ແລະ ຕໍ່ເນື່ອງ ເພື່ອແກ້ໄຂຂອດຂັ້ນລະບອບ, ລະບຽບການບໍລິຫານຄຸ້ມຄອງຂອງລັດເຮົາ ທີ່ຍັງກົດໜ່ວງຖ່ວງດຶງການເຄື່ອນໄຫວທຸລະກິດການຜະລິດ ແລະ ການບໍລິການ.
ການສ້າງລະບຽບການ ແລະ ກົນໄກບໍລິຫານຄຸ້ມຄອງ ຕ້ອງໄປຕາມທິດລວມຂອງພັກ ຕ້ອງກະທັດຮັດ, ໂປ່ງໃສ, ບໍ່ມີຫຼາຍຂັ້ນຫຼາຍຂອດ, ແຕ່ມີຄວາມຮັດກຸມ. ແບ່ງສິດ ແລະ ຄວາມຮັບຜິດຊອບໃຫ້ຈະແຈ້ງຂາດຕົວ ລະຫວ່າງ ສູນກາງກັບທ້ອງຖິ່ນ.
ສືບຕໍ່ແກ້ໄຂບັນຫາ ແລະ ຂອດການກະຕຸກຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າພາຍໃນ, ການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສໍາຄັນ, ເຮັດໃຫ້ຕໍ່ເນື່ອງ, ປົກກະຕິ ແລະ ແກ້ໄຂໄດ້ບັນຫາ, ບັນຫາການເຊື່ອມໂຍງເສດຖະກິດກັບສາກົນ ຊຶ່ງເປັນໜຶ່ງໃນແຜນວຽກຂອງມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ຕ້ອງໄດ້ເອົາໃຈໃສ່ ກວດກາຄືນການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາ, ຂໍ້ຕົກລົງວ່າດ້ວຍການໃຫ້ບຸລິມະສິດທາງດ້ານອັດຕາພາສີ ແລະ ການຄ້າ, ດ້ານການຄ້າ ລະຫວ່າງສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍແນໃສ່ເຈລະຈາບັນຫາການຄ້າຊາຍແດນ ກັບປະເທດເພື່ອນມິດຍຸດທະສາດ (ຈີນ, ຫວຽດນາມ) ແລະ ບັນດາປະເທດບ້ານໃກ້ເຮືອນຄຽງອື່ນ ເພື່ອໃຫ້ຜະລິດຕະພັນກະສິກໍາທີ່ເປັນທ່າແຮງ ຂອງປະຊາຊົນລຽບຕາມຊາຍແດນມີຕະຫຼາດຮອງຮັບທີ່ແນ່ນອນ.
ສືບຕໍ່ສ້າງບາດກ້າວບຸກທະລຸ ດ້ານການພັດທະນາຊັບພະຍາກອນມະນຸດ ໂດຍຖືເອົາການກໍ່ສ້າງບຳລຸງຍົກລະດັບໃຫ້ແກ່ຖັນແຖວພະນັກງານເປັນວຽກສຳຄັນຈຸດສຸມ ເພື່ອສ້າງໃຫ້ໄດ້ພະນັກງານຫຼັກແຫຼ່ງ, ສືບທອດປ່ຽນແທນ ຢ່າງເປັນລະບົບຕໍ່ເນື່ອງ.
ທ່ານ ກ່າວຕື່ມວ່າ: ນອກຈາກ 6 ບັນຫາໃຫຍ່, ການຫັນເປັນທັນສະໄໝ ແລະ ຫັນເປັນເສດຖະກິດດີຈີຕອນ ຖືວ່າເປັນທ່າແຮງທີ່ສຳຄັນ ສຳລັບການພັດທະນາ ເວົ້າລວມ, ເວົ້າສະເພາະກໍຄືຂະແໜງອຸດສາຫະກຳ ແລະ ການຄ້າ. ສະນັ້ນ, ໃນຊຸມປີຕໍ່ໜ້າ ຕ້ອງເອົາໃຈໃສ່ຫັນການຄຸ້ມຄອງມະຫາພາກວຽກງານຂອງຂະ ແໜງອຸດສາຫະກຳ ແລະ ການຄ້າ ໄປຕາມທິດ ຫັນເປັນທັນສະໄໝ ໂດຍການນຳໃຊ້ລະບົບເອເລັກໂຕຣນິກ ເຂົ້າມາຊ່ວຍໃນການຄຸ້ມຄອງບໍລິຫານໃຫ້ຫຼາຍຂຶ້ນ.
ໃນຕໍ່ໜ້ານີ້, ຂະແໜງການອຸດສາຫະກຳ ແລະ ການຄ້າ ຕ້ອງໄດ້ເປັນເຈົ້າການປະສານງານ ແລະ ຮ່ວມມືກັບຂະແໜງການອື່ນໆທີ່ກ່ຽວຂ້ອງໃຫ້ໃກ້ຊິດກວ່າເກົ່າ ໃນການເອື້ອອຳນວຍ ແລະ ຊຸກຍູ້ສົ່ງເສີມພາກສ່ວນທຸລະກິດ. ພ້ອມກັນນີ້, ພວກເຮົາຕ້ອງໄດ້ແກ້ໄຂສອງບັນຫາໄປພ້ອມກັນຄື: ລັດ ຕ້ອງຕັ້ງໜ້າຊ່ວຍທຸລະກິດ ແລະ ທຸລະກິດກໍຕ້ອງຊ່ວຍລັດແທ້ໆ ເພື່ອພ້ອມກັນເຂັ້ມແຂງ. ສົ່ງເສີມໃຫ້ບັນດາວິສາຫະກິດມີການຈັດຕັ້ງສັງກັດ ຕາມພື້ນທີ່, ຕາມສາຂາ ຫຼື ຂະແໜງທຸລະກິດຂອງຕົນເປັນກຸ່ມ, ເປັນສະມາຄົມ, ສຸດທ້າຍກໍແມ່ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ຂັ້ນແຂວງ.
ພ້ອມນີ້, ກໍສົ່ງເສີມໃຫ້ມີເວທີພົບປະ, ມີລະບົບລາຍງານ ແຈ້ງຂໍ້ມູນຂ່າວສານ ລະຫວ່າງ ພາກລັດ ແລະ ພາກທຸລະກິດ. ດ້ານໜຶ່ງ; ກໍເພື່ອລາຍງານສະພາບການດຳເນີນທຸລະກິດໃຫ້ພາກລັດ ຮັບຊາບຢ່າງເປັນປົກກະຕິ ແລະ ໃນທາງກັບ ກໍເພື່ອແຈ້ງໃຫ້ພາກທຸລະກິດຮັບຊາບກ່ຽວກັບການປ່ຽນແປງໃໝ່ ດ້ານສະພາບການພາຍໃນ ແລະ ພາຍນອກ. ດ້ານຜົນການເຈລະຈາການຄ້າຖ້າມີ, ແຈ້ງການປ່ຽນແປງນະໂຍບາຍ ແລະ ນິຕິກຳ ທີ່ຈະມີຜົນກະທົບຕໍ່ພາກທຸລະກິດ. ດ້ານສອງ; ກໍເພື່ອໃຫ້ພາກລັດເກັບກຳໄດ້ບັນຫາ, ຄຳຄິດເຫັນ, ຂໍ້ສະເໜີຈາກພາກທຸລະກິດ ເພື່ອແນໃສ່ບູລະນະປັບປຸງນະໂຍບາຍ ແລະ ນິຕິກຳ ຂອງພາກລັດ. ສະນັ້ນ ເພື່ອເຮັດໃຫ້ວຽກນີ້ດໍາເນີນໄດ້ດີກວ່າເກົ່າ ໂດຍສະເພາະ ກອງປະຊຸມທຸລະກິດລາວ ທີ່ຈັດມາໄດ້ຫຼາຍຄັ້ງແລ້ວນັ້ນ, ກໍໃຫ້ມີການທົບທວນ ແລະ ຖອດຖອນບົດຮຽນຕື່ມ.
ການຈັດປະຊຸມແບບນີ້ ສາມາດແກ້ໄຂໄດ້ລະບໍ ບັນຫາທີ່ເກີດຂຶ້ນ. ການຕິດຕາມຜົນການປະຊຸມ ໄດ້ນຳໄປສູ່ການແກ້ໄຂບັນຫາ ຂອງບັນດາຂະແໜງການກ່ຽວຂ້ອງລະບໍ, ເຮົາຈະຈຳເປັນມີນິຕິກຳແຕ່ງຕັ້ງ ຫຼື ກຳນົດໜ້າທີ່ພາລະບົດບາດ ກົນໄກ ຂອງການຈັດກອງປະຊຸມດັ່ງກ່າວຕື່ມບໍ ເພື່ອໃຫ້ພາກສ່ວນຕ່າງໆ ເພີ່ມຄວາມເອົາໃຈໃສ່ຮ່ວມກັນ ໃນວຽກງານຊຸກຍູ້ສົ່ງເສີມ ແລະ ພັດທະນາທຸລະກິດ.
ແຫຼ່ງຂ່າວ: ປະຊາຊົນ
ອີງຕາມ ທ່ານ ສີໄລ ສີສະແຫວງສຸກ ເລຂາພັກ, ເຈົ້າເມືອງ ໄຊເສດຖາ ໄດ້ໃຫ້ການສໍາພາດຕໍ່ສື່ມວນຊົນແຂວງ ຄັ້ງວັນທີ 24 ມີນາ 2022 ນີ້ວ່າ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແມ່ນການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດກໍຄື: ຂອງແຂວງ,ຂອງເມືອງ ໄຊເສດຖາ ພວກເຮົາ ທີ່ໄດ້ສະສົມມາຫລາຍປີ ໃຫ້ຜ່ອນຄາຍລົງ ໂດຍໃຫ້ເອົາການແກ້ໄຂບັນຫາດັ່ງກ່າວ ເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ ແລະເປັນໜຶ່ງໃນບັນຫາໃຈກາງຂອງການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຂອງອົງຄະນະພັກແຂວງ ອັດຕະປື ແນໃສ່ສ້າງພື້ນຖານທີ່ເປັນຫົວຈັກແກ່ດຶງການສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ. ອີກດ້ານໜຶ່ງແມ່ນ ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກ, ຫຍຸ້ງ ເຫຍີງໃນປັດຈຸບັນ ໃຫ້ເຂົ້າສູ່ລະບົບເປັນກ້າວໆ, ສະເພາະ ຢູ່ເມືອງ ໄຊເສດຖາ, ໃນໄລຍະ 1 ປີຜ່ານມາ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແຕ່ຫົວທີ ໂດຍການລົງເຜີຍແຜ່ເນື້ອໃນ 2 ວາລະແຫ່ງຊາດໃຫ້ພໍ່ແມ່ປະຊາຊົນໃນຈໍານວນ 22 ບ້ານ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງບ້ານສໍາເລັດໄປແລ້ວ 12 ບ້ານ. ສະນັ້ນ, ເພື່ອເຮັດໃຫ້ສະພາບເສດຖະກິດຂອງເມືອງ ໄດ້ມີການຂະຫຍາຍຕົວ ຕາມທິດທີ່ໄດ້ກຳນົດໄວ້ ຈິ່ງໄດ້ກໍານົດບັນໂຄງການແຜນ-ແຜນງານອັນລະອຽດ ແລະ ແບ່ງບູລິມະສິດ ໂດຍສະເພາະເລັ່ງໃສ່ການຜະລິດກະສິກຳ(ການປູກ-ການລ້ຽງ) ການບໍລິການ ແລະ ປະຕິບັດມາດຕະການທາງກົດໝາຍຢ່າງເຄັ່ງຄັດ ເປັນຕົ້ນ: ກົດໝາຍວ່າດ້ວຍງົບປະມານ, ຊັບສິນ, ອາກອນ ແລະກົດໝາຍອື່ນໆ ຢ່າງເຂັ້ມງວດ ເຮັດໃຫ້ເສດຖະກິດຂອງເມືອງມີການຂະ ຫຍາຍຕົວໃນລະດັບ 4,6% ຕໍ່ປີ, ລາຍໄດ້ສະເລ່ຍ 946ໂດລາຕໍ່ຄົນຕໍ່ປີ, ການປະປະຕິບັດລາຍຮັບ, ຄຸ້ມຄອງລາຍຈ່າຍຢ່າງເຂັ້ມງວດ.

ໃນ ປີ2021 ສາມາດຈັດເກັບລາຍຮັບໄດ້ລື່ນແຜນ 198.16% ແລະປະຕິບັດລາຍຈ່າຍໄດ້ 93%ຂອງແຜນການປີ, ສຳລັບແຜນປີ2022 ຕ້ອງເກັບລາຍຮັບໃຫ້ໄດ້ 5.668 ລ້ານກວ່າກີບ, ໃນນີ້, ສ່ວຍສາອາກອນ ໃຫ້ໄດ້ 4.380 ລ້ານກ່ວາກີບ, ພາສີທີ່ດິນໃຫ້ໄດ້ 500 ກ່ວາລ້ານກີບ,ຄ່າທໍານຽມ- ບໍລິການ 100 ກ່ວາລ້ານກີບ, ຄ່າທໍານຽມທາງ 200 ກວ່າລ້ານກີບ ແລະ ຊັບສິນ 396 ລ້ານກ່ວາກີບ. ການປະຕິບັດລາຍຈ່າຍບໍ່ໃຫ້ເກີນ 2.418 ລ້ານກີບ, (ບໍ່ລວມລາຍຈ່າຍການລົງທຶນ ແລະ ເງິນເດືອນ).
ສໍາລັບແຜນປີ 2022 ຈະໄດ້ເອົາການແກ້ໄຂບັນຫາເສດຖະ ກິດການເງິນ ເປັນໜຶ່ງໃນບັນຫາໃຈກາງຂອງການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິຄັ້ງທີ XI ຂອງແຂວງ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານປະຊາຊົນ ນັກທຸລະກິດ, ຜູ້ປະກກອບການຕ່າງໆໃຫ້ມີຄຸນທາດການເມືອງໜັກແໜ້ນ ໂດຍສະເພາະ ພະນັກງານ-ສະມາຊິກພັກຂົງເຂດທີ່ມີຖານລາຍຮັບ ນັກທຸລະກິດຜູ້ປະກອບການ ແລະ ປະຊາຊົນ ໃຫ້ຕື່ນຕົວປະ ກອບສ່ວນປະຕິບັດພັນທະຂອງຕົນຢ່າງເຂັ້ມງວດ ແລະ ທັນເວລາ, ຊອກທຸກທ່າແຮ່ງບົ່ມຊ້ອນທີ່ມີພາຍໃນເມືອງ, ປູກລະດົມປະຊາຊົນເຮັດການຜະລິດກະສິກຳ, ດຶງດູດການລົງທຶນໃຫ້ຫລາຍຂຶ້ນ ຕາມຂອບເຂດທີ່ກົດໝາຍກໍານົດໄວ້, ນຳເອົາເອກະສານນິຕິກຳທີ່ພົວພັນກັບວຽກງານການເງິນ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ເຊື່ອມຊື່ມໃຫ້ທຸກຄົນເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງນຳໃຊ້ມາດຕະການຕໍ່ຜູ້ລະເມີດວິໄນການເງິນຢ່າງເຂັ້ມງວດ ແລະ ປະຕິ ບັດມາດຕາການຕໍ່ບັນກາຫົວໜ່ວຍທຸລະກິດ, ບຸກຄົນທີ່ບໍ່ປະຕິບັດພັນທະ ແລະ ແຈ້ງເສຍພາສີຕາມແຜນການທີ່ກໍານົດໄວ້.
ແຫຼ່ງຂ່າວ: ປະເທດລາວ
ໃນວັນເສົາທີ 26 ມີນາ 2022, ສປປ ລາວ ຈະຮ່ວມສະເຫຼີມສະຫຼອງ ວັນປິດໄຟສາກົນ ພ້ອມກັບບັນດາປະເທດຕ່າງໆຫຼາຍກວ່າ 190 ປະເທດໃນທົ່ວໂລກ ໂດຍການປິດໄຟ ເປັນເວລາ 1 ຊົ່ວໂມງ ເຊິ່ງເລີ່ມແຕ່ ເວລາ 20:30 ຫາ 21:30 ໂມງ ຢູ່ຕາມສະຖານທີ່ສຳຄັນທີ່ເປັນເອກະລັກຂອງຊາດລວມມີ ປະຕູໄຊ, ບັນດາກະຊວງ ແລະ ສຳນັກງານຫ້ອງການຂອງລັດ, ອົງການຈັດຕັ້ງສາກົນຕ່າງໆ, ລວມທັງຫ້ອງການຂອງ ອົງການ ສປຊ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ບ້ານເຮືອນຂອງປະຊາຊົນ ເພື່ອສະແດງອອກເຖິງກິດຈະກຳອັນລຽບງ່າຍ ໃນການປະຢັດພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ວັນປິດໄຟສາກົນ, ເປັນໂຄງການຮ່ວມມືຂອງບັນດາຊາດຕ່າງໆໃນໂລກ ໂດຍການລິເລີ້ມ ຂອງກອງທຶນອານຸລັກທຳມະຊາດໂລກ (WWF) ໃນປີ 2007 ທີ່ປະເທດອົສຕຣາລີ ເຊິ່ງມີຈຸດປະສົງ ເພື່ອສ້າງຈິດສຳນຶກໃຫ້ຄົນໃນທົ່ວໂລກ ເຫັນໄດ້ຄວາມໝາຍ ຄວາມສຳຄັນ ຂອງບັນຫາສະພາບໂລກຮ້ອນທີ່ມາຈາກ ການປ່ຽນແປງດິນຟ້າອາກາດ, ເຊິ່ງແມ່ນໂອກາດສຳຄັນ ໃນການສ້າງຄວາມຕື່ນຕົວ ແລະ ສະໜັບສະໜຸນ ຄວາມພະຍາຍາມແບບລຽບງ່າຍໃນການປະຢັດພະລັງງານ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ສປປ ລາວ, ເປັນປະເທດທີ່ອາໄສຊັບພະຍາກອນທຳມະຊາດ ໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍຍຶດໝັ້ນຕາມທິດຍືນຍົງ ແລະ ສີຂຽວ ໄດ້ຖືເອົາໂອກາດນີ້ນຳສະເໜີໂຄງການສ້າງຈິດສຳນຶກໃຫ້ທຸກຄົນໃນສັງຄົມ ມີຄວາມຕື່ນຕົວກ່ຽວກັບບັນຫາດ້ານສິ່ງແວດລ້ອມ ເຊັ່ນ: ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ການປະຢັດພະລັງງານ.
ວັນປິດໄຟສາກົນປະຈຳປີ 2022 ແມ່ນໄດ້ຮ່ວມກັນຈັດຂຶ້ນໂດຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການ ສປຊ ປະຈຳ ສປປ ລາວ, ແລະ ອົງການ WWF-Laos.
ໃນປີຜ່ານມາ ມູນຄ່າການສົ່ງອອກ-ນໍາເຂົ້າສິນຄ້າ ບັນລຸ 13,5 ກວ່າຕື້ໂດລາ
ໃນປີ 2021 ຜ່ານມາ ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸປະມານ 13.514 ລ້ານໂດລາ, ໃນນັ້ນມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ ເຮັດໃຫ້ ສປປ ລາວ ເກີນດຸນ 1.740 ລ້ານໂດລາ. ໃນຂະນະທີ່ມູນຄ່າການຈໍລະຈອນສິນຄ້າບັນລຸ 61 ພັນຕື້ກວ່າກີບ ເທົ່າກັບ 85% ຂອງແຜນການປີ.

ກອງປະຊຸມປະຈຳປີ 2021 ຂອງຂະແໜງອຸດສາຫະກຳ ແລະ ການຄ້າໄດ້ຈັດຂຶ້ນໃນລະຫວ່າງວັນທີ 24-25 ມີນານີ້ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮູບແບບປະຊຸມທາງໄກ ໂດຍການເປັນປະທານ ຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຮອງລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ແລະ ລົງເລິກບາງໜ້າທີ່ວຽກງານ ທີ່ສັງຄົມໃຫ້ຄວາມສົນໃຈ ກໍຄືສີ່ງທີ່ລັດຖະບານໃຫ້ຄວາມສຳຄັນ ເປັນຕົ້ນການພັດທະນາອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ແລະ ລາຄານ້ຳມັນ, ການສົ່ງເສີມການຄ້າເຂົ້າເຖິງຕະຫຼາດພາຍໃນ ແລະ ຕ່າງປະເທດ; ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການເຂົ້າເຖິງແຫຼ່ງທຶນ, ການອຳນວຍຄວາມສະດວກທາງດ້ານການຄ້າ ໃນການສົ່ງອອກສິນຄ້າ ໄປ ສປ ຈີນ; ການຄຸ້ມຄອງກວດກາ ແລະ ຢັ້ງຢືນຄຸນນະພາບ ຂອງສິນຄ້າ ຂອງ ສປປ ລາວ ໃຫ້ເຊື່ອມໂຍງພາກພື້ນ ແລະ ສາກົນ ແລະ ວຽກງານຊັບສິນທາງບັນຍາ. ນອກນັ້ນ ກອງປະຊຸມຍັງໄດ້ລົງເລິິກ ທັງດ້ານດີ-ດ້ານອ່ອນ, ປຶກສາຫາລື ຖາມ-ຕອບ ຂໍຄວາມກະຈ່າງແຈ້ງ ໃນບັນຫາຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນໃນຂະແໜງ ອຄ;
ໃນໄລຍະຜ່ານມາການປະຕິບັດໂຕເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2021 ຂອງຂະແໜງ ອຄ ໂດຍສະເພາະດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ປີ 2021 ບັນລຸໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 86,26% ຂອງແຜນປີ (ແຜນປີແມ່ນ 13.771 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 6,84%.
ດ້ານການຄ້າພາຍໃນ: ມູນຄ່າການຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການ) ປີ 2021 ບັນ ລຸໄດ້ 61 ພັນຕື້ກວ່າກີບ ເທົ່າກັບ 85% ຂອງແຜນການປີ (ແຜນປີແມ່ນ 71.882 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າຫຼຸດລົງ 3,55%.
ໃນຂະນະທີ່ມູນຄ່າການນຳເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ບັນລຸປະມານ 13.514 ລ້ານໂດລາ (ລວມທັງໂຕເລກຄາດຄະເນການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ) ເທົ່າກັບ 104.2% ຂອງແຜນການປີ 2021, ທຽບໃສ່ ປີ 2020 ແມ່ນເພີ່ມຂຶ້ນ 20,4% ຊຶ່ງໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 7.627 ລ້ານໂດລາ ເພີ່ມຂຶ້ນ 23,9% ແລະ ປະຕິບັດໄດ້ 115,9% ຂອງແຜນການປີ 2021, ສ່ວນມູນຄ່າການນຳເຂົ້າບັນລຸໄດ້ 5.887 ລ້ານໂດລາ ເພີ່ມຂຶ້ນ 16,2% ແລະ ປະຕິບັດໄດ້ 92,2% ຂອງແຜນການປີ 2021. ຈາກໂຕເລກດັ່ງກ່າວເຮັດໃຫ້ ສປປ ລາວ ເກີນດຸນ 1.740 ລ້ານໂດລາ; ຢ່າງໃດກໍຕາມ, ຖ້າຫາກບໍ່ລວມໂຕເລກນຳເຂົ້າ ແລະ ສົ່ງອອກໄຟຟ້າ, ສປປ ລາວ ຍັງຈະຂາດດຸນ 228 ລ້ານໂດລາ.
ສຳລັບໂຕເລກຄາດໝາຍສູ້ຊົນຕົ້ນຕໍ ປີ 2022 ຂອງຂະແໜງ ອຄ ມີດັ່ງນີ້: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນໃຫ້ບັນລຸ 13.007 ຕື້ກີບ; ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ ຄາດຄະເນໃຫ້ບັນລຸ 67.833 ຕື້ກີບ; ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 13.650 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ 7.600 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 6.050 ລ້ານໂດລາ.
ແຫຼ່ງຂ່າວ: ປະເທດລາວ
ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ

ຍັງບໍ່ມີທ່າທີ່ຈະຫຼຸດລົງຈາກ 2000 ເຊິ່ງນະຄອນຫຼວງວຽງຈັນແມ່ນມີຜູ້ຕິດເຊື້ອໃໝ່ສູງສຸດລຽນກັນຫຼາຍມື້ແລ້ວ.
ພະຍາກອນອາກາດ ປະຈໍາວັນທີ 24 ມີນາ 2022 ອອກຂ່າວເວລາ 16 ໂມງ 00
ພະຍາກອນອາກາດ ປະຈໍາວັນທີ່ ວັນທີ 24 ມີນາ 2022 ບໍລິເວນຄວາມກົດດັນຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້.

ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.
ໃນວັນທີ 23 ມີນາ 2022 ນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2022 ຢູ່ນະຄອນຫລວງວຽງຈັນ(ນວ) ໂດຍມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າພະແນກກການເງິນ, ຫົວໜ້າ 3 ຂະແໜງສາຍຕັັ້ງປະຈໍານະຄອນຫລວງວຽງຈັນ ແລະ ພະນັກງານຫລັກແຫລ່ງຂອງຂະແໜງການເງິນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ສີລິລາດ ທົງສິນທອງເພັງ ຫົວໜ້າພະແນກການເງິນນະຄອນ ຫລວງວຽງຈັນ ໄດ້ລາຍງານສະພາບໂດຍລວມກ່ຽວກັບ ການຈັດຕັ້ງຜັນຂະຫຍາຍໂດຍອີງໃສ່ມະຕິຂອງສະພາແຫ່ງຊາດຊຸດທີ IX, ມະຕິຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫລວງວຽງຈັນໄດ້ອອກຂໍ້ຕົກລົງ ວ່າດ້ວຍການຮັບ ຮອງ ແລະ ແບ່ງຄວາມຮັບຜິດຊອບຈັດຕັັ້ງປະຕິບັດ ແຜນຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຂອງນະຄອນ ຫລວງວຽງຈັນ, ພ້ອມທັງໄດ້ແຕ່ງຕັັ້ງຄະນະຮັບຜິດຊອບການຈັດຕັັ້ງປະຕິບັດມາດຕະການວຽກຈຸດສຸມຂອງຂະແໜງການເງິນ, ໃນແຜນຜັນຂະຫຍາຍວາລະແຫ່ງຊາດຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໂດຍມອບໃຫ້ບັນດາຂະແໜງການ ແລະສາມຂະແໜງສາຍຕັັ້ງຜັນຂະຫຍາຍ ໃຫ້ເປັນອັນລະອຽດ.

ຜ່ານການຈັດຕັັ້ງປະຕິບັດແຜນປີ 2022 ສາມາດສັງລວມການຈັດຕັັ້ງປະຕິບັດມາຮອດວັນທີ 22 ມີນາ 2022 ສາມາດປະຕິບັດລາຍຮັບໄດ້ທັງໝົດ 906,76 ຕື້ກີບເທົ່າກັບ 16,26% ຂອງແຜນການປີ. ໃນນີ້, ລາຍຮັບພູດສູນກາງປະຕິບັດໄດ້ 589,52 ຕື້ກີບ ເທົ່າກັບ 14,38% ຂອງແຜນການປີ, ລາຍຮັບທ້ອງຖິ່ນ ນວ ປະຕິບັດໄດ້ທັງໝົດ 317,24 ຕື້ກີບເທົ່າກັບ 21,49% ຂອງແຜນການປີ. ພ້ອມກັນນີ້, ກໍໄກ້ສຸມໃສ່ການປັບປຸງກົງຈັກການຈັດຕັ້ງ, ຂຸດຄົ້ນແຫລ່ງລາຍຮັບທີ່ເປັນທ່າແຮງບົ່ມຊ້ອນໃນການເກັບລາຍຮັບ, ຜັນຂະຫຍາຍວຽກງານການຂະຫຍາຍຖານລາຍຮັບສ່ວຍສາອາກອນ ແລະ ຂະຫຍາຍລະບົບ TaxRIS, ຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມ,ດຳເນີນການວຽກແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ຄຸ້ມຄອງພະຫະນະລັດບໍລິຫານ, ເຂັ້ມງວດການອັດຊ່ອງວ່າງການຮົ່ວໄຫລຂອງລາຍຮັບ ຈາກການນໍາເຂົ້າສິນຄ້າປະເພດເຄື່ອງກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ການອັດຊ່ອງວ່າງການຮົ່ວໄຫລຂອງລາຍຮັບຈາກການ ນໍາເຂົ້ານໍ້າມັນເຊື້ອໄຟ ແລະ ຊຸກຍູ້ສົ່ງເສີມອໍານວຍຄວາມສະດວກດ້ານພາສີ-ອາກອນ ຕໍ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງຕາມຄໍາແນະນໍາຂອງກະຊວງການເງິນສະບັບເລກທີ 4490/ກງ ແລະ ຕາມແຈ້ງການຂອງກະຊວງການເງິນສະບັບເລກທີ 4491/ກງ ຕື່ມອີກ.
ພ້ອມນີ້, ຍັງໄດ້ຮັບຟັງການປະກອບຄຳເຫັນຈາກ ຫົວໜ້າກົມຕ່າງໆທີ່ມາຈາກກະຊວງການເງິນ ໂດຍຍົກໃຫ້ເຫັນແບບແຜນ, ວີທີການ, ມາດຕະການການຈັດເກັບລາຍຮັບທີ່ຈະເປັນບ່ອນອີງ ແນໃສ່ການແກ້ໄຂບັນຫາຂໍ້ຄົງຄ້າງໃນປີຜ່ານມາ ແລະ ຖືເອົາບັນຫາກ່ຽວກັບການຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ໄຂຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2022 ສອດຄ່ອງກັບເງື່ອນໄຂທ່າແຮງບົ່ມຊ້ອນໃນດ້ານຕ່າງໆ.
ໂອກາດນີ້, ທ່ານ ບຸນເຫລືອ ສິນໄຊວໍລະວົງ ແລະ ທ່ານ ພູຂົງ ບັນນະວົງ ກໍໄດ້ຮ່ວມບົດບັນທຶກກ່ຽວກັບ ບັນດາມາດຕະການຊຸກຍູ້ການຈັດຕັັ້ງປະຕິບັດວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປີ 2022 ແລະ ການປັບປຸງກົງຈັກການຈັດຕັັ້ງຂອງຂະແໜງການເງິນຂັັ້ນທ້ອງຖິິ່ນຂອງນະຄອນຫລວງວຽງຈັນ ໂດຍມີບັນດາຫົວໜ້າກົມ-ຮອງກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ, ຫົວໜ້າ-ຮອງຫົວໜ້າພະແນກກການເງິນ, ຫົວໜ້າ 3 ຂະແໜງສາຍຕັັ້ງປະຈໍານະຄອນຫລວງວຽງຈັນ ເຂົ້າຮ່ວມ.
ແຫຼ່ງຂ່າວ: ປະເທດລາວ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສັກວັກຊີນປ້ອງກັນໂຄວິດ-19 ໃຫ້ບັນລຸຄາດໝາຍ ແລະ ເພື່ອກະຕຸ້ນການສ້າງພູມຄຸ້ມຮ່າງກາຍໃຫ້ຕໍ່ເນື່ອງ, ຫຼຸດຜ່ອນອາການຮຸນແຮງ ໃນເວລາຕິດເຊື້ອ ຂອງພະຍາດໂຄວິດ-19, ກົມອະນາໄມ-ສົ່ງເສີມສຸຂະພາບ ຈຶ່ງອອກແຈ້ງການແນະນຳດ້ານວິຊາການ ດັ່ງລຸ່ມນີ້:
1. ກົມອະນາໄມ-ສົ່ງເສີມສຸຂະພາບ ຂໍແຈ້ງມາຍັງທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫຼວງ ແລະ ພະແນກສາທາລະນະສຸກແຂວງ 17 ແຂວງ ໃຫ້ຊາບກ່ຽວກັບການສັກວັກຊີນກັນພະຍາດໂຄວິດ-19 ເຂັ້ມກະຕຸ້ນຮອບ ທີ2 (ເຂັ້ມ4) ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ກຸ່ມທົ່ວໄປແຕ່ອາຍຸ 18 ປີ ຂື້ນໄປ.
2. ໃຫ້ບໍລິການ ສັກວັກຊີນ ໂຄວິດ-19 ສັກເຂັມກະຕຸ້ນຮອບທີ2 (ເຂັ້ມ4) ພາຍຫຼັງໄດ້ຮັບເຂັ້ມກະຕຸ້ນຮອບ1 (ເຂັມ3) ເຊິ່ງຫ່າງກັນ 3 ເດືອນຂຶ້ນໄປ ໃຫ້ກຸ່ມເປົ້າໝາຍທີ່ເປັນບຸລິມະສິດເຊັ່ນ:
3. ເງື່ອນໄຂຜູ້ທີ່ຈະສັກເຂັ້ມກະຕຸ້ນຮອບທີ2 (ເຂັມ4) ຢູ່ ສປປ ລາວ
4. ການສັກວັກຊີນເຂັ້ມກະຕຸ້ນຮອບ 1 (ເຂັມ 3) ແລະ ເຂັ້ມກະຕຸ້ນຮອບ 2(ເຂັ້ມ4) ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດກ່ອນປີໃຫມ່ລາວໃນທົ່ວປະເທດ ໂດຍ ນຳໃຊ້ວັກຊີນ AstraZeneca ເປັນບູລິມະສິດ ໃນກຸ່ມອາຍຸ 18 ປີ ຂຶ້ນໄປ ໃຫ້ໄດ້ໃຊ້ໄວເທົ່າທີ່ໄວ ກ່ອນວັກຊີນຈະຫມົດອາຍຸໃນເດືອນມີນາ ແລະ ເມສາ
5. ໃຫ້ເພີ້ມທະວີວຽກງານໂຄສະນາສຸຂະສຶກສາ ໃຫ້ຂໍ້ມູນເຂົ້າຮອດເຂົ້າເຖິງກຸ່ມເປົ້າໝາຍໂດຍສະເພາະຜູ້ສູງອາຍຸ, ຜູ້ມີພະຍາດປະຈຳໂຕ, ແມ່ຍິງຖືພາ ແລະ ແມ່ລູກອ່ອນ
6. ມອບໃຫ້ສຳນັກງານອົງການ ຫົວໜ່ວຍທຸລະກິດ ຄອບຄົວ ໄດ້ມີການຕິດຕາມກວດກາ ເບິ່ງສະມາຊິກຂອງຕົນເອງ ມີໃຜທີ່ຍັງບໍ່ໄດ້ສັກ ເມື່ອຄົບກຳນົດຕາມໄລຍະເວລາຂອງການສັກ ທີ່ໄດ້ກ່າວມາຂ້າງເທິງນັ້ນຈົ່ງໄດ້ມີການຈັດຕັ້ງປຸກລະດົມກັນອອກມາສັກ ໃຫ້ຄົບຕາມໄລຍະທີ່ໄດ້ກຳນົດ,

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານຫົວຫນ້າພະແນກສາທາລະນະສຸກແຂວງ ເພື່ອຊາບ ແລະ ຊີ້ນຳຫນ່ວຍງານຮັບຜິດຊອບໃນຂັ້ນແຂວງ ຂັ້ນເມືອງ ແລະ ໂຮງໝໍນ້ອຍ ໃຫ້ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນຂ້າງເທິງໃຫ້ຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດຕາມຄາດຫມາຍ.

.
ອົງຄະນະພັກທະນາຄານແຫ່ງ ສປປ ລາວ (ທຫລ) ຈັດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນວັນທີ 24 ມີນາ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສິດພະໄຊ ກຳມະການສູນກາງພັກ, ເລຂາຄະນະພັກ-ຜູ້ວ່າການ ທຫລ, ພ້ອມດ້ວຍພະນັກງານພາຍໃນ ທຫລ ເຂົ້າຮ່ວມ.

ສະຫາຍ ພານຸສັກ ແກ່ນວົງພະຈັນ ກຳມະການພັກ ທຫລ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ສະຫລຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທຫລ ເຊິ່ງໃນຊຸມປີຜ່ານມາ, ຄະນະພັກ ຄະນະນຳແຕ່ລະຂັ້ນ ໄດ້ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານຢ່າງມີຜົນສຳ ເລັດ, ສະແດງອອກສະພາບແນວຄິດຂອງຖັນແຖວ ສະມາຊິກພັກ-ພະນັກງານ ໂດຍ ລວມມີຄວາມໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງການ ຈັດຕັ້ງທຸກຂັ້ນ, ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍ-ນິຕິກຳຂອງຂັ້ນເທິງວາງອອກໃນແຕ່ລະໄລຍະ; ການກໍ່ສ້າງປັບປຸງພັກ ໄດ້ດຳເນີນຕາມກົດລະບຽບພັກ ແລະ ກ້າວສູ່ຄຸນນະພາບໃໝ່ ທີ່ໜັກແໜ້ນກວ່າເກົ່າ, ຖັນແຖວພະນັກງານ ນັບມື້ນັບເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ ແລະ ໄດ້ຜ່ານການບຳລຸງສ້າງທາງດ້ານທິດສະດີການ ເມືອງ, ດ້ານວິຊາການ-ເຕັກນິກ ລວມທັງພາສາຕ່າງປະເທດ ຢ່າງເປັນລະບົບຕໍ່ເນື່ອງ; ການຈັດຕັ້ງແຕ່ລະຂັ້ນ ໄດ້ຮັບການປັບປຸງເປັນລະບົບຄົບຊຸດຫລາຍຂຶ້ນ, ມີລະບຽບ-ກົນໄກ-ເຄື່ອງມື ໃນການບໍລິຫານທີ່ເໝາະສົມ, ມີຕາໜ່າງການບໍລິການທີ່ກວ້າງຂວາງ. ຄຽງຄູ່ກັບຜົນສຳເລັດແຫ່ງການນຳພາໃນຊຸມປີຜ່ານມາ, ການເຄື່ອນໄຫວບາງດ້ານ ກໍ່ຍັງມີດ້ານອ່ອນ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຕ້ອງເອົາໃຈໃສ່ປັບປຸງແກ້ໄຂ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິ ແລະ ເອກະ ສານສຳຄັນ ຂອງກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ຄບສພ ວ່າດ້ວຍເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ແລະ ຄົ້ນ ຄວ້າປະກອບຄວາມເຫັນ ຕໍ່ການສະຫລຸບຕີລາຄາການເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢູ່ອົງຄະນະພັກ ທຫລ ໃນຊຸມປີຜ່ານມາ (2016-2021) ແລະ ກຳນົດທິດທາງແຜນການໃນຊຸມປີຕໍ່ໜ້າ (2022-2025).
ໂອກາດນີ້, ສະຫາຍ ສະຫາຍ ສອນໄຊ ສິດພະໄຊ ໄດ້ເນັ້ນໜັກບາງບັນຫາ ໂດຍສະເພາະ ການເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ເປັນເຈົ້າການສືບຕໍ່ເຊື່ອມຊຶມ-ກຳແໜ້ນເນື້ອໃນກອງປະຊຸມຄັ້ງນີ້ ໃຫ້ເລິກເຊິ່ງ ເພື່ອຜັນຂະຫຍາຍເປັນແຜນການ ແລະ ວິທີການເຄື່ອນໄຫວວຽກງານອັນລະອຽດຂອງຕົນ, ທັງຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຢູ່ອົງຄະນະພັກ ທຫລ ມີບາດກ້າວຫັນປ່ຽນໃໝ່ຢ່າງຈະແຈ້ງ, ເສີມຂະຫຍາຍລັກສະນະນໍາໜ້າ, ຈໍາກັດ ແລະ ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆ ໃນວຽກງານດັ່ງກ່າວໃຫ້ໝົດໄປ.
ແຫຼ່ງຂ່າວ: ປະເທດລາວ