Home Blog Page 85

ຫຼວງພະບາງ ໄດ້ຮັບການຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ແລ້ວ 118 ຕື້ກວ່າກີບ

ຕາມການລານຍງານຈາກ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າ ແຂວງຫລວງພະບາງ ໃນໂອກາດທີ່ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຢູ່ແຂວງຫລວງພະບາງ ເມື່ອບໍ່ດົນນີ້ວ່າ: ແຂວງຫລວງພະບາງ ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍ ຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລ້ວ 118 ຕື້ກວ່າກີບ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີໄລຍະທາງຜ່ານແຂວງຫລວງພະບາງທັງໝົດ 80 ກິໂລແມັດ, ຜ່ານ 28 ບ້ານ ຂອງ 3 ເມືອງຄື:

ນະຄອນ ຫລວງພະບາງ, ເມືອງຊຽງເງິນ ແລະ ເມືອງຈອມເພັດ, ມີສະຖານີທັງໝົດ 6 ແຫ່ງ, ໃນນີ້, ສະຖານີໃຫຍ່ 1 ແຫ່ງ ຢູ່ນະຄອນຫລວງພະບາງ, ມີຂົວທັງໝົດ 33 ແຫ່ງ, ມີຜູ້ຖືກຜົນກະທົບຂອງໂຄງການທັງໝົດ 869 ຄອບຄົວ ແລະ ໄດ້ຮັບງົບປະມານໃນການເບີກຈ່າຍຄ່າຊົດເຊີຍແລ້ວຈຳນວນ 10 ງວດ ລວມມູນຄ່າ 118 ຕື້ກວ່າກີບ ເທົ່າກັບ 98.4% ຂອງແຜນຄວາມຕ້ອງການທັງໝົດ, ຍັງຄ້າງເກືອບ 2 ຕື້ກີບ.

ນອກນັ້ນ, ຍັງມີຄວາມຕ້ອງການງົບປະມານເພີ່ມຕື່ມທັງໝົດ ຈໍານວນ 1,2 ຕື້ກວ່າກີບ ເປັນໜ້າວຽກເກີດຂຶ້ນໃໝ່ ຄື: ກໍ່ສ້າງເສັ້ນທາງເຂົ້າສະຖານີລົດໄຟ ເຊິ່ງເປັນບ້ວງຂອງລັດຖະບານລາວຮັບຜິດຊອບ, ປັດຈຸບັນ ຄະນະຄຸ້ມຄອງໂຄງການແຂວງ ໄດ້ສະເໜີໄປຍັງຄະນະຄຸ້ມຄອງໂຄງການກໍ່ສ້າງຂັ້ນສູນກາງແລ້ວ.

ທ່ານ ນາງ ສິລິພອນ ສຸພັນທອງ ຍັງໃຫ້ຮູ້ອີກວ່າ: ສຳລັບການຈັດການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 1 ປີຜ່ານມາ, ກຳລັງປ້ອງກັນຄວາມສະຫງົບໄດ້ນຳເອົາຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວມາຈູດທໍາລາຍ ມີຄື: ຢາບ້າ 894.325 ເມັດ, ຢາບ້າເປັນຝຸ່ນ (ສີແດງ, ສີຂຽວ ແລະ ສີບົວ) 129,64 ກິໂລກຣາມ, ຝຸ່ນສີຂາວຄ້າຍຄືເຮໂລອິນ 83,750 ກິໂລກຣາມ, ແກ່ນຝິ່ນ 177,9 ກິໂລກຣາມ, ຢາໄອ້ 2 ກິໂລກຣາມ ແລະ ອຸປະກອນເສບຢາຈໍານວນໜຶ່ງ.

ພ້ອມກັນນີ້, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຳຫລວດ ແລະ ກຳນົດພື້ນທີ່ ລັກລອບປູກຝິ່ນຢູ່ບາງເມືອງ ເຊິ່ງພົບເຫັນພື້ນທີ່ລັກລອບປູກຝິ່ນ ກວມເອົາ 18 ບ້ານ ໃນຈໍານວນ 211 ຄອບຄົວ ມີ 189,11 ເຮັກຕາ; ໄດ້ເອົາໃຈໃສ່ປະຕິບັດມາດຕະການທາງດ້ານກົດໝາຍ ເພື່ອສະກັດກັ້ນ ແລະ ຕ້ານຢາເສບຕິດຢ່າງຕັ້ງໜ້າ ສະແດງອອກສາມາດມ້າງກຸ່ມແກ້ງຄ້າຂາຍຢາເສບຕິດໄດ້ 131 ລາຍ (ທຽບໃສ່ປີ 2020 ມ້າງໄດ້ເພີ່ມຂຶ້ນ 40 ລາຍ), ກັກຕົວ 195 ຄົນ ຍິງ 20 ຄົນ, ຍຶດຂອງກາງຢາເສບຕິດໄດ້ 3.7 ລ້ານກວ່າເມັດ, ນ້ຳໜັກ 98.052 ກຣາມ, ຢາຝິ່ນ 11.018 ກິໂລກຣາມ, ເຮໂຣອິນ 4.703 ກຣາມ, ລົດໃຫຍ່ 10 ຄັນ ລົດຈັກ 37 ຄັນ; ສາມາດມ້າງກຸ່ມແກ້ງເຄື່ອຄ່າຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ ແລະ ລາຍຍ່ອຍ ໄດ້ທັງຫມົດ 41 ລາຍ. ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ປິ່ນປົວຜູ້ຕິດຢາເສບຕິດໃຫ້ຖືກຕາມຫລັກການ ແລະ ຂັ້ນຕອນຂອງການປິ່ນປົວ. ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສາມາດບັນລຸບັນ ດາຄາດໝາຍທີ່ວາງໄວ້ຄື:

ໃນປີ 2021 ຈັ່ງຫວະການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນລະດັບ 3,6%, ຫລຸດຄາດໝາຍມະຕິສະພາ 0,9% (ຮັບຮອງ 4,5%); ໄດ້ສຸມໃສ່ຂຸດຄົ້ນລາຍຮັບ, ຈັດເກັບພາສີ-ອາກອນ ແລະ ລາຍຮັບອື່ນໆຄົບຖ້ວນກວ່າເກົ່າ ອັດຊ່ອງຫວ່າງການຮົ່ວໄຫລໃນການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຕິດພັນກັບການປະຢັດມັດທະຍັດ, ຕ້ານການຟຸມເຟືອຍທີ່ນຳໃຊ້ງົບປະມານຂອງລັດທີ່ບໍ່ຈຳເປັນ ແລະ ຂະຫຍາຍການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການເກັບລາຍຮັບຢູ່ບັນດາຫົວໜ່ວຍທຸລະກິດ, ສະຖານທີ່ທ່ອງທ່ຽວຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນເປັນກ້າວໆ ແລະ ອື່ນໆ.

ແຫຼ່ງຂ່າວ: ຂປລ

ຖະແຫຼງຂ່າວໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ

ທ່ານ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ຖະແຫຼງຂ່າວ ໃນໂອກາດວັນສ້າງຕັ້ງກຳລັງ ປກສ ຄົບຮອບ 61 ປີ

ຂໍ​ສະແດງ​ຄວາມ​ເຄົາລົບ ແລະ ນັບຖື​ຢ່າງ​ສູງ ການ​ນຳ​ພັກ​-​ລັດ, ປະຊາຊົນ​ລາວ​ບັນດາເຜົ່າ​ໃນ​ທົ່ວ​ປະເທດ !.

– ບັນດາ​ສະຫາຍ​ຄະນະ​ພັກ, ຄະນະ​ບັນຊາ, ພະນັກງານ, ນາຍ ແລະ ພົນ​ຕຳຫຼວດ​ທົ່ວ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ທີ່​ນັບຖື ແລະ ຮັກແພງ!.ກ່ອນ​ອື່ນ, ຂ້າພະເຈົ້າ​ມີ​ຄວາມ​ປິ​ຕິ​ຊົມຊື່ນ ແລະ ຮູ້ສຶກ​ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ວັນ​ທີ 5 ເມສາ ຊຶ່ງ​ແມ່ນ​ວັນ​ກຳເນີດ​ກໍຄື​ວັນ​ແຫ່ງ​ການ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ຂອງ​ພວກ​ເຮົາ; ຄື​ຮູ້ນຳ​ກັນ​ແລ້ວ​ວ່າ: ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເປັນ​ຜູ້​ສ້າງຕັ້ງ ແລະ ນໍາ​ພາ​ເດັດ ຂາດໂດຍ​ກົງ ແລະ ຮອບດ້ານ​ຕໍ່​ກຳລັງ​ປ້ອງກັນ ​ຄວາມ​ສະ ຫງົບ, ເປັນ​ກໍາ​ລັງທີ່ ແຫຼມ​ຄົມ​ຂອງ​ພັກ, ທີ່​ມີ​ຄວາມ​ຈົງ​ຮັກ​ພັກດີ ແລະ ສັດຊື່​ບໍລິສຸດ​ຕໍ່​ພັກ​-​ລັດ, ຕໍ່​ປະເທດ​ຊາດ ແລະ ຕໍ່​ປະຊາຊົນ​ລາວບັນດາເຜົ່າ ທັງ​ແມ່ນ​ກໍາ​ລັງ​ທີ່​ມາ​ຈາກ​ປະຊາຊົນ ໂດຍ​ປະຊາຊົນ ແລະ ເພື່ອ​ປະຊາຊົນ​ຢ່າງ​ແທ້​ຈິງ.ປະຕິບັດ​ຕາມ​ການ​ຕົກລົງ ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ແລະ ລັດຖະບານ​ເຮົາ ເຫັນ​ດີ​ອະນຸມັດ​ຮັບຮອງ​ເອົາ​ວັນ​ທີ 5 ເມສາ 1961 ເປັນ​ວັນ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ລາວ ມາ​ຮອດ​ວັນ​ທີ 5 ເມສາ 2022 ນີ້​ໄດ້​ບັນຈົບ​ຄົບຮອບ 61 ປີ​ພໍດີ; ສະນັ້ນ, ຂ້າພະເຈົ້າ ຂໍ​ມີ​ຄຳ​ເຫັນ ເພື່ອ​ເປັນ​ການ​ຫວນ​ຄືນ​ມູນເຊື້ອ​ອັນ​ອົງອາດ​ກ້າຫານ​ແລະ​ສະຫງ່າ​ງາມ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ໂດຍ​ສັງເຂບ​ຄື​ດັ່ງນີ້:

ກ່ອນ​ໜ້າ​ນີ້ ໄລຍະ​ແຕ່​ຊຸມ ປີ 1950 ຢູ່​ຖານ​ທີ່​ໝັ້ນ​ການ​ປະຕິວັດ, ກອງ​ປະຊຸມ​ແນວ​ລາວ​ຕໍ່ຕ້ານ​ທົ່ວ​ປະເທດ ໄດ້​ຕົກລົງ​ສ້າງຕັ້ງ​ແນວ​ລາວ​ອິດສະຫຼະ ແລະ ລັດຖະບານ​ລາວ​ຕໍ່ຕ້ານ​ຂຶ້ນ ເພື່ອ​ຕໍ່ສູ້​ຕ້ານ​ພວກ​ຈັກກະພັດ; ມາ​ຮອດ​ປີ 1954 ເພື່ອ​ປົກ​ປັກ​ຮັກສາ​ການ​ນໍາ​ຂອງ​ພັກ ແລະ ອົງການ​ປົກຄອງ​ປະຕິວັດ ຢູ່ 2ແຂວງ​ເຕົ້າໂຮມ“ຫົວພັນ ແລະ ຜົ້ງ​ສາລີ”ລັດຖະບານ​ແນວ​ລາວ​ອິດສະຫຼະ ໄດ້​ຕົກລົງ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຂຶ້ນ ແລະ ມາ​ຮອດ​ທ້າຍ​ປີ 1954 ໃນ​ໂອກາດ​ສະເຫຼີມສະຫຼອງ​ວັນ​ປະກາດ​ເອກະລາດ ຄົບຮອບ 9 ປີ ແລະ ສະເຫຼີມສະຫຼອງ​ໄຊຊະນະ ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ; ປະທານ ໄກສອນ ພົມວິຫານ ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ ຈຶ່ງ​ໄດ້​ສ້າງຕັ້ງ “ຄະນະ​ສັນຕິ​ລາດ​ສູນ​ກາງ” ຂຶ້ນ​ຢ່າງ​ເປັນ​ທາງ​ການ ຢູ່​ບ້ານ​ເດີຍ ຕາແສງ​ເມືອງ​ໂສຍ ແຂວງ​ຫົວພັນ; ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຂອງ​ທ່ານ ພູມີ ວົງ​ວິຈິດ; ປີ 1957 ເພື່ອ​ກຽມ​ໃຫ້​ແກ່​ການ​ປ້ອງ​ກັນ​ຜູ້ນຳ​ເຂົ້າ​ລວມ​ລາວ ຄັ້ງ​ທີ 1, ສູນ ກາງ ​ພັກ​ໄດ້​ຕົກລົງ​ປ່ຽນ​ຊື່​ຈາກ “ຄະນະ​ສັນຕິ​ລາດ​ສູນ​ກາງ” ມາ​ເປັນ “ຄະນະ​ປ້ອງ​ກັນ​ພາຍ​ໃນ” ເພື່ອ​ເຮັດ​ໜ້າທີ່​ປ້ອງ​ກັນ​ລັດຖະບານ​ປະສົມ​ຄັ້ງ​ທີ 1.

ມາເຖິງ​ໄລຍະ​ແຕ່​ວັນ​ທີ 5-12 ເມສາ 1961 ສູນ​ກາງ​ພັກ ໄດ້​ດໍາ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ຂຶ້ນ ຢູ່​ຄັງ​ໄຂ ແຂວງ​ຊຽງ​ຂວາງ; ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ຕົກລົງ​ຫຼາຍ​ບັນຫາ​ທີ່​ສຳຄັນ​ກ່ຽວ​ກັບ​ການ​ປະຕິວັດ​ຢູ່​ລາວ​ໃນ​ສະເພາະ​ໜ້າ ແລະ ຍາວ​ນານ;

  • ໃນ​ນັ້ນ, ໄດ້​ຕົກລົງ​ປັບປຸງ, ກໍ່ສ້າງ​ກຳລັງ​ປ້ອງ​ກັນ​ພາຍ​ໃນ ຢູ່​ຂອບ​ເຂດ​ທົ່ວ​ປະເທດ ເພື່ອ​ປົກ​ປັກ​ຮັກສາ​ການ​ນຳ​ຂອງ​ພັກ, ຂອງ​ແນວ​ລາວ​ຮັກ​ຊາດ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ສັງຄົມ;
  • ພ້ອມ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ຕົກລົງ​ປ່ຽນ​ຊື່​ຈາກ “ຄະນະ​ປ້ອງ​ກັນ​ພາຍ​ໃນ” ມາ​ເປັນ “ຫ້ອງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ”ໂດຍ​ແມ່ນ​ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ເປັນ​ຜູ້​ຊີ້​ນຳ; ຕໍ່​ມາ​ໄດ້​ມອບ​ໃຫ້​ທ່ານ ຊົມຊື່ນ ຄຳ​ພິທູນ ເປັນ​ຜູ້​ບັນຊາ​ຕົວ​ຈິງ;
  • ຮອດ​ປີ 1965 ສູນ​ກາງ​ພັກ​ໄດ້​ປັບປຸງ​ກົງຈັກ​ການຈັດຕັ້ງ ຂອງ​ບັນດາ​ຫ້ອງການ​ອ້ອມ​ຂ້າງ​ສູນ​ກາງ ຊຶ່ງ​ປ່ຽນ​ຊື່“ຫ້ອງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ”ມາ​ເປັນ “ຫ້ອງການ​ສັນ ຕິ​ລາດ​ສູນ​ກາງ”;
  • ພາຍຫຼັງ​ປະ ເທດ​ຊາດ​ໄດ້​ສະຖາປະນາເປັນ ​ປະເທດ​ສາທາລະນະ​ລັດ ປະ ຊາທິປະໄຕ ປະຊາຊົນ​ລາວ, ກົງຈັກ​ການຈັດຕັ້ງ ຂອງ​ກໍາ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ປ່ຽນ​ຊື່​ຈາກ “ຫ້ອງການ​ສັນຕິ​ລາດ​ສູນ​ກາງ”ມາ​ເປັນ “ກະຊວງ​ພາຍ​ໃນ” ເພື່ອ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່; ປີ 2003 ພັກ ແລະ ລັດຖະບານ ໄດ້​ຕົກລົງ​ປ່ຽນ​ຊື່ “ກະຊວງ​ພາຍ​ໃນ”ມາ​ເປັນ“ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ”;
  • ບົນ​ພື້ນຖານ ແລະ ເຫັນ​ໄດ້​ຄວາມ​ສຳຄັນ​ຜ່ານ​ໄລຍະ​ປະຫວັດສາດ​ດັ່ງ ກ່າວ ກົມ​ການເມືອງ​ສູນ​ກາງ​ພັກ ແລະ ລັດຖະບານ ຈຶ່ງ​ໄດ້​ຕົກລົງ​ຮັບຮອງ​ເອົາ​ວັນ​ສ້າງຕັ້ງ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ໂດຍ​ລັດຖະບານ​ອອກດຳລັດ ສະບັບ​ເລກ​ທີ 277/ນຍ, ລົງ​ວັນ​ທີ 1 ກັນຍາ 2005 ຮັບຮອງ​ເອົາ​ວັນ​ທີ 5 ເມສາ 1961 ເປັນ​ວັນ​ສ້າງ​ຕັ້​ງກໍາ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ເປັນ​ທາງ​ການ.ການ​ກຳເນີດ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ ຊາຊົນ ແມ່ນ​ມີ​ຄວາມ​ໝາຍ​ສຳ ຄັນ​ທາງ​ດ້ານ​ການເມືອງ​ອັນ​ໃຫຍ່​ຫຼວງ​ໃນ​ປະຫວັດສາດ​ຂອງ​ຊາດ​ລາວ; ນັບ​ແຕ່​ມື້​ສ້າງຕັ້ງ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ເຊື່ອມ​ຊຶມ​ກຳ​ແໜ້ນ ແລະ ປະຕິບັດ 3 ໜ້າທີ່ 4 ການ​ພົວພັນ ໄດ້​ເປັນ​ຢ່າງ​ດີ;
  • ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ພວກ​ເຮົາ​ທັງ​ເຄື່ອນ​ໄຫວ​ປ້ອງ​ກັນ, ຝຶກແອບ​ຮາໍ່ຮຽນ, ປັບປຸງ​ກຳ ລັງ, ເພີ່ມ​ພູນ​ຜະລິດຜົນ,ສ້າງ​ພະລາທິການ​ກັບ​ທີ່ ແລະ ລົງ​ຂົນຂວາຍ​ກໍ່ສ້າງ​ຮາກ​ຖານ ​ຊຶ່ງໄດ້​ຮັບ​ຄວາມ​ຮັກແພງ​ອູ້ມ​ຊູ​ຊ່ວຍເຫຼືອ​ຈາກ​ປະຊາຊົນ​ຕະຫຼອດ​ມາ; ເຖິງ​ວ່າ​ໃນ​ເບື້ອງ​ຕົ້ນ​ກຳລັງ​ພວກ​ເຮົາ​ຍັງ​ອ່ອນ​ນ້ອຍ, ການ​ປະກອບ​ອາວຸດພາ ຫະນະ​ຫຼ້າ​ສະໄໝ, ລະດັບ​ເຕັກ ນິກ​ວິທະຍາສາດ​ບໍ່​ທັນສູງ, ແຕ່​ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ປະເທດ​ຊາດ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ເດັດດ່ຽວ​ເສີມ​ຂະຫຍາຍ​ນ້ຳ ໃຈ​ຮັກ​ຊາດ, ຮັກ​ຄວາມ​ເປັນ​ເອກະລາດ ແລະ ຜືນ​ແຜ່ນດິນ​ອັນ​ອຸດົມ​ຮັ່ງມີ​ຂອງ​ຕົນ, ບໍ່​ຍອມ​ເປັນ​ຂ້ອຍ​ຂ້າ​ໃຫ້​ແກ່​ຊາດ​ອື່ນ ໄດ້​ພ້ອມ​ກັບ​ກອງທັບ ແລະ ປະຊາຊົນ​ລາວ​ບັນດາເຜົ່າຄຽງ​ບ່າ​ຄຽງ​ໄຫຼ່​ກັນ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ພາຍ​ນອກ ແລະ ລູກ​ແຫຼ່ງ​ຕີນ​ມື​ຂາຍ​ຊາດ.
  • 61 ປີ ແຫ່ງ​ການ​ກໍາ​ເນີດ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຄວາມສະ ຫງົບ​ປະຊາຊົນ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະ ຕິວັດ​ລາວ ແມ່ນ​ປະຫວັດສາດ​ແຫ່ງ​ການ​ທົດ​ສອບ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຕໍ່ສູ້​ອັນ​ຍືດ​ເຍື້ອ​ຍາວ​ນານ ເພື່ອ​ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ;
  • ຕະຫຼອດ​ໄລຍະ​ທາງ​ອັນ​ລະ​ອິດ​ລະ​ອ້ຽວ, ຫຍຸ້ງຍາກ​ລຳບາກ​ທີ່​ສຸດ​ນັ້ນ, ແຕ່​ກໍປ່ຽມ​ລົ້ນ​ໄປ​ດ້ວຍ​ຜົນງານ​ອັນ​ສູງ​ສົ່ງ, ວິ​ລະ​ກໍາ​ອັນ​ພິລະ​ອາດ​ຫານ ແລະ ໄຊຊະນະ​ອັນ​ສະຫງ່າ​ລາສີ​ພາຍ​ໃຕ້​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ເຮົາ, ກຳລັງ​ພວກ​ເຮົາ​ໄດ້​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ການປະ ຕິບັດ​ໜ້າທີ່​ການເມືອງ, ທັງ​ປະສານ​ກົມກຽວ ແລະ ຕໍ່ສູ້​ຢ່າງ​ ມີ​ໄຊ, ຕິດ​ພັນ​ກັບ​ການ​ອອກ ແຮງ​ປັບປຸງ, ກໍ່ສ້າງ​ກຳລັງ​ຂອງ​ຕົນ​ໃຫ້​ນັບ​ມື້​ເຂັ້ມແຂງ ແລະ ຂະຫຍາຍຕົວ​ເປັນ​ກ້າວໆ​ມາ.ຕະຫຼອດ​ໄລຍະ 47 ປີ​ໃນ​ການ​ປະຕິບັດ 2 ໜ້າທີ່​ຍຸດ ທະສາດ​ຂອງ​ພັກ​ເຮົາ ຄື: ປົກ​ປັກ​ຮັກສາ​ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ;ກຳລັງ​ປະກອບ​ອາວຸດ​ປະຕິວັດ ເວົ້າ​ລວມ, ເວົ້າ​ສະເພາະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ ຊາຊົນ ໄດ້​ກາຍເປັນ​ກຳລັງ​ຫຼັກ​ແຫຼ່ງ ໃນ​ການ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ​-​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ, ປະຕິບັດ​ຂະບວນ​ການ​ຮັກ​ຊາດ ແລະ ພັດທະນາ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຢ່າງ​ແຂງແຮງ; ເດັດດ່ຽວ​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ຮັກສາ ແລະ ເສີມ​ຂະຫຍາຍ​ທາດ​ແທ້​ປະຕິວັດ, ມູນເຊື້ອ​ອັນ​ດີງາມ​ຂອງ​ຊາດ ກໍ່​ຄື​ທາດ​ແທ້, ມູນເຊື້ອ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ;
  • ຝຶກ​ຝົນ​ຫຼໍ່​ຫຼອມ​ທັດສະນະ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຕັ້ງໜ້າ​ປັບປຸງ, ກໍ່ສ້າງ​ກຳລັງ​ຂອງ​ຕົນ ໃຫ້​ນັບ​ມື້​ນັບ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ຮູ້​ອີງໃສ່​ກຳລັງ​ແຮງ​ສັງ​ລວມ​ຂອງ​ທົ່ວ​ປວງ​ຊົນ, ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຢ່າງ​ແຂງແຮງ, ປັບປຸງ​ອົງການ​ປົກຄອງ​ທ້ອງຖິ່ນ, ຊ່ວຍເຫຼືອ​ປະຊາຊົນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ, ເຮັດ​ໃຫ້​ສະ ພາບ​ຢູ່​ຮາກ​ຖານ​ມີ​ຄວາມ​ສະ ຫງົບ​ໂດຍ​ພື້ນຖານ, ເຮັດ​ໃຫ້​ປະຊາຊົນ​ລາວ​ບັນດາເຜົ່າ ເຊື່ອ​ໝັ້ນ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ ແລະ ລັດ, ເຊື່ອ​ໝັ້ນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ;
  • ສາມາດ​ທັບ​ມ້າງ​ກົນອຸບາຍ​ຍຸດທະສາດ​ຫັນປ່ຽນ​ໂດຍ​ສັນຕິ, ການ​ກໍ່​ຄວາມ​ບໍ່​ສະຫງົບ,ແຊກ​ຊຶມ ແລະ ການເຄື່ອນໄຫວ​ເກາະ​ຜິດ, ບຽດ​ຢຶດ​ຊາຍ​ແດນ​ຂອງ​ອິດ​ທິ​ກຳລັງ​ປະຕິ​ການ​ໄດ້​ຢ່າງ​ທັນ​ການ,ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ​ຢ່າງ​ໜັກ​ແໜ້ນ, ສັງຄົມ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະ ປອດ​ໄພ​ໂດຍ​ພື້ນ​ຖານ. ຜ່ານ​ການ​ປະຕິບັດ​ໜ້າທີ່​ການເມືອງ ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ; ພັກ, ລັດຖະບານ ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳເລັດ​ຫຼາຍ​ດ້ານ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຍາດ​ມາ​ໄດ້; ເຖິງ​ແມ່ນ​ວ່າ​ໄລຍະຜ່ານ ​ມາສະ​ພາບ​ສາກົນ, ພາກ​ພື້ນ ​ແລະ ພາຍ​ໃນ​ປະເທດ ໄດ້ປະເຊີນ​ກັບ​ຄວາມ​ຫຍຸ້ງຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງກໍ​ຕາມ, ແຕ່​ກຳລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ພວກ​ເຮົາ​ກໍ່​ໄດ້​ມີ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ, ມີ​ຄວາມ​ສູ້​ຊົນ​ບຸກ​ບືນ, ມີ​ຄວາມ​ຮັບຜິດຊອບ​ສູງ​ໃນ​ການ​ນຳ​ພາ​-​ຊີ້​ນຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດຊາດ, ສືບຕໍ່​ຮັບປະກັນ​ສະຖຽນ​ລະ​ ພາບ ແລະ ຄວາມ​ໝັ້ນຄົງ ຂອງ ​ລະບອບ​ປະຊາທິປະໄຕ​ປະ ຊາຊົນ​ໃຫ້​ໜັກ​ແໜ້ນ.
  • ກຳລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ ຍັງ​ສາມາດ​ຮັກສາ​ບົດ ບາດ​ເປັນ​ແກ່ນສານ ແລະ ເປັນ​ກຳລັງ​ອັນ​ແຫຼມ​ຄົມ​ຂອງ​ພັກ ໃນ​ການ​ຮັບປະກັນ​ຄວາມ​ເປັນ​ເອກະລາດ ແລະ ຜືນ​ແຜ່ນ ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ, ສ້າງ​ເງື່ອນໄຂ​ເອື້ອ​ອໍາ​ນວຍ​ໃນ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງ​ຄົມ.ຈາກ​ຜົນສຳເລັດ​ທີ່​ພວກ​ເຮົາ​ຍາດ​ມາ​ໄດ້​ໃນ​ໄລຍະຜ່ານ ​ມາ​ນັ້ນ ແມ່ນ​ການຈັດຕັ້ງປະ ຕິບັດ​ແນວທາງ​ຂອງ​ພັກ,ລັດ ຖືກ​ທິດ, ສອດຄ່ອງ​ກັບ​ສະ ພາບ​ເງື່ອນໄຂ ແລະ ຈຸດ​ພິເສດ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ;
  • ແມ່ນ​ໝາກຜົນ​ຂອງ​ຄວາມ​ບາກບັ່ນ, ບຸກ​ບືນ​ ສູ້​ຊົນ​ດ້ວຍ​ຄວາມ​ມານະ​ອົດທົນ, ເດັດດ່ຽວ​ໜຽວ​ແໜ້ນ ແລະ ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ຂອງ​ສະມາຊິກ​ພັກ, ນາຍ ແລະ ພົນ​ຕໍາ​ຫຼວດ​ໃນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່ ໄດ້​ ຕັ້ງໜ້າ​ທຸ້ມເທ​ເຫື່ອແຮງ, ສະຕິປັນຍາ​ປະກອບສ່ວນ​ເຂົ້າ​ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ການເມືອງ ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ອັນ​ໄດ້​ສະແດງ​ໃຫ້​ເຫັນ​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ເສີມ​ຂະຫຍາຍ​ທາດ​ແທ້, ມູນເຊື້ອ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ, ຍາມ​ໃດ​ກໍກຽມພ້ອມ​ຮັບ​ໃຊ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພັກ ແລະ ປະຊາຊົນ​ດ້ວຍ​ຄວາມ​ຈົງ​ຮັກ​ພັກດີ, ຊື່ສັດ​ບໍລິສຸດ ແລະ ຍາມ​ໃດ​ກໍເດັດດ່ຽວ​ໜຽວ​ແໜ້ນ, ກ້າວ​ເດີນ​ຕາມ​ອຸດົມ​ການ​ສັງຄົມ​ນິຍົມ​ຂອງ​ພັກ.ບົນ​ເສັ້ນທາງ​ກ້າວ​ຂຶ້ນຂອງ​ ປະເທດ​ຊາດ, ພັກ​ເຮົາ​ໄດ້​ກຳ ນົດ​ທິດ​ທາງ​ໜ້າທີ່​ແຫ່ງ​ການ​ສືບຕໍ່​ແນວທາງ​ປ່ຽນແປງ​ໃໝ່​ຢ່າງຮອບດ້ານ ແລະ ມີ​ຫຼັກການ​ຂອງ​ພັກ;

ພ້ອມ​ກັນ​ນັ້ນ ກໍ່​ໄດ້​ວາງ​ຄາດໝາຍ​ສູ້​ຊົນ​ທີ່​ມີ​ລັກສະນະ​ທ້າ​ທາຍ ແລະ ເປັນ​ຍຸດທະສາດ ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ບາດ​ລ້ຽວ​ໃໝ່​ໃນ​ການ​ພັດທະນາ ເພື່ອ​ນຳພາ​ປະເທດ​ຊາດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາ​ເທື່ອ​ລະ​ກ້າວ ໂດຍ​ການ​ສ້າງ​ບາດກ້າວ​ບຸກ​ທະລຸ​ທັງ 4 ດ້ານ​ໃຫ້​ເປັນ​ຈິງ;

ປັດຈຸ​ບັນ​ພວກ​ເຮົາ​ມີ​ທັງ​ຂໍ້​ສະດວກ, ເງື່ອນໄຂ​ທີ່​ເອື້ອ​ອຳນວຍ ແລະ ມີ​ທັງ​ສິ່ງ​ທ້າ​ທາຍ​ທົດ​ສອບ; ສະພາບ​ແວດ​ລ້ອມ​ສາກົນ ແລະ ພາກ​ພື້ນ ຍັງ​ສືບຕໍ່​ຜັນ​ແປ​ຢ່າງ​ໄວວາ, ສະຫຼັບ​ສັບ​ຊ້ອນ ແລະ ຄາດ​ຄະເນ​ໄດ້​ຍາກ; ໃນ​ນັ້ນ, ມີ​ບາງ​ດ້ານ​ກໍມີ​ລັກສະນະ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ ແລະ ການສ້າງ ສາ​ພັດທະນາ​ປະເທດ​ຊາດ ຂອງ ​ພວກ​ເຮົາ;

ໄປ​ຄຽງຄູ່ກັບ ​ບັນຫາ​ດັ່ງກ່າວ ກໍມີ​ຫຼາຍ​ດ້ານ ທີ່​ເອື້ອ​ອຳນວຍ, ທັງ​ນີ້​ກໍຍ້ອນ​ການ​ເສີມ​ສ້າງສັນ​ຕິ​ພາບ, ມິດ ຕະພາບ ແລະ ການ​ຮ່ວມ​ມື​ເພື່ອ​ພັດທະນາ​ບົນ​ພື້ນຖານ​ຫຼັກການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ຍັງ​ເປັນ​ທ່າ​ອ່ຽງ​ລວມ​ຂອງ​ຍຸກ​ສະໄໝ ໂດຍ​ກຳ​ແໜ້ນ​ທ່າ​ອ່ຽງ​ລວມ​ດັ່ງກ່າວ, ພັກ, ລັດຖະບານ​ເຮົາ​ເວລາ​ໃດ​ກໍໄດ້​ເຊີດ​ຊູ​ສະຕິ​ເປັນ​ເຈົ້າ​ໃນ​ການ​ກຳ​ແໜ້ນ ແລະ ໝູນ​ໃຊ້​ກາລະ​ໂອກາດ​ອຳນວຍ​ເຂົ້າ​ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ໄປ​ຄຽງ​ຄູ່​ກັບ​ການ​ຈຳກັດ​ດ້ານ​ຫຍໍ້ທໍ້​ທີ່​ບໍ່​ເປັນ​ຜົນ​ດີ​ໃຫ້​ໝົດ​ໄປ​ເທື່ອ​ລະ​ກ້າວ.ສຳລັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ພວກ​ເຮົາ ເຖິງ​ແມ່ນ​ວ່າ​ໄດ້​ເຮັດ​ສຳເລັດ​ໜ້າທີ່ ແລະ ມີ​ຜົນງານ​ຢ່າງ​ຫຼວງຫຼາຍ​ກໍຕາມ;

ແຕ່​ເມື່ອ​ທຽບໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ສະພາບ​ການ​ໃໝ່​ໂດຍ​ສະເພາະ ການ​ປະຕິບັດ​ການເມືອງ​ຂອງ​ຕົນ, ເຫັນ​ວ່າ​ຍັງ​ມີ​ຫຼາຍ​ດ້ານ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່ ເພື່ອ​ສ້າງ​ການ​ຫັນປ່ຽນ​ໄປ​ສູ່​ຄຸນ​ນະ​ພາບ​ໃໝ່​ຢ່າງ​ຕັ້ງໜ້າ ແລະ ເຂັ້ມແຂງ​ຮອບ​ດ້ານ.ຕໍ່ໜ້າ​ສະພາບ​ການ​ດັ່ງ ກ່າວ ເພື່ອ​ຕອບ​ສະໜອງ​ກັບ​ໜ້າທີ່​ການເມືອງ​ຂອງ​ພັກ​ໃນ​ໄລຍະ​ໃໝ່; ໃນ​ໂອກາດ​ລະນຶກ​ວັນ​ສ້າງຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ ​ສະຫງົບ​ປະຊາຊົນ​ລາວ ຄົບ ຮອບ 61 ປີ;

ຂ້າພະເຈົ້າ, ຈຶ່ງ​ຮຽກ ຮ້ອງ​ມາ​ຍັງ​ນາຍ ແລະ ພົນ​ຕໍາ​ຫຼວດ ທົ່ວ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ພ້ອມ​ກັນ​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ໃນຕໍ່ໜ້າ​ດັ່ງນີ້:1. ສືບຕໍ່​ເຊື່ອມ​ຊຶມ​ກຳ​ແໜ້ນ ແລະ ຈັດ​ຕັ້ງ​ແນວທາງ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ໃຫ້​ເລິກເຊິ່ງ, ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ;ປະຕິບັດ​ມະຕິ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ສະພາບ​ການ​ໃໝ່;

ຄໍາ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ; ຄໍາ​ສັ່ງ ວ່າ​ດ້ວຍ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ​ທັງ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ (2021-2023) ແລະ ບັນດາ​ນິຕິ​ກໍາ​ອື່ນໆ​ທີ່​ກ່ຽວຂ້ອງ ໃຫ້​ເປັນ​ແຜນ​ຍຸດທະສາດ, ເປັນ​ແຜນ​ງານ ແລະ ໂຄງການ​ທີ່​ນອນ​ໃນ​ຄວາມ​ຮັບຜິດຊອບ​ໃຫ້​ໄດ້​ຮັບ​ໝາກຜົນ​ຕົວ​ຈິງ ໄປ​ພ້ອມ​ກັບ​ການ​ຍູ້​ແຮງ​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ກາຍເປັນ​ພັນທະ​ຂອງ​ທົ່ວ​ສັງຄົມ ແນໃສ່​ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ແລະ ຄວາມປອດ​ໄພ​ຂອງ​ສັງຄົມ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ.

2. ອອກແຮງ​ປັບປຸງ, ກໍ່ ສ້າງ​ພັກ, ກໍ່ສ້າງ​ພະນັກງານ ໃນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ເຂັ້ມແຂງ​ທຸກ​ດ້ານ; ເຊີດ​ຊູ​ບົດບາດ​ການ​ນຳພາ​ເດັດຂາດ, ໂດຍ​ກົງ ແລະ ຮອບດ້ານ​ຂອງ​ພັກ​ຕໍ່​ທຸກ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ; ເພີ່ມ​ທະວີ​ປັບປຸງ, ກໍ່​ສ້າງ​ກໍາ​ລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ​-​ແນວ​ຄິດ, ເຂັ້ມແຂງ​ທາງ​ດ້ານ​ການຈັດຕັ້ງ ແລະ ມີ​ແບບແຜນ​ກ້າວ​ສູ່​ຄວາມ​ທັນ​ສະໄໝ, ຕິດ​ພັນ​ກັບ​ການ​ກໍ່​ສ້າງ​ກໍາ​ລັງ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດທາງ ​ດ້ານ​ວິຊາ​ສະເພາະ, ວິຊາ​ການ​ຕ່າງໆ​ໃຫ້​ຮັບປະກັນ​ທາງ​ດ້ານ​ຈໍາ​ນວນ ແລະ ຄຸນ​ນະ​ພາບ; ເປັນ​ກຳລັງ​ທີ່​ຈົງ​ຮັກ​ພັກດີ, ຊື່ ສັດ​ບໍລິສຸດ​ຕໍ່​ຊາດ, ຕໍ່​ພັກ, ຕໍ່ປະ ຊາຊົນ ແລະ ອຸດົມ​ການ​ສັງຄົມ​ນິຍົມ; ເປັນ​ເຈົ້າ​ການ​ສະ ກັດ​ກັ້ນ ແລະ ຕ້ານ​ປະກົດ​ການຫຍໍ້ທໍ້​ພາຍ​ໃນ​ກຳລັງ ໂດຍ​ສະເພາະ ການ​ສວຍ​ໃຊ້​ສິດ​ໜ້າທີ່ ເພື່ອ​ຫາ​ຜົນ​ປະໂຫຍດ​ບໍ່​ຖືກຕ້ອງ, ລະເມີດ​ລະບຽບ​ກົດໝາຍທັງ​ ສຸມ​ໃສ່​ຕ້ານ​ປະກົດ​ການ “ຫັນ ປ່ຽນ​ດ້ວຍ​ຕົນ​ເອງ” ແລະ “ເສື່ອມ​ຄຸນ​ປ່ຽນ​ທາດ​ເອງ”ຢ່າງ​ແຂງ​ແຮງ.

3. ສືບຕໍ່​ຫັນ​ກຳລັງ​ລົງ​ກໍ່ ສ້າງ​ຮາກ​ຖານ​ການເມືອງ​ຢ່າງ​ແຂງແຮງ​ຕາມ​ທິດ 3 ສ້າງ; ເປັນ​ເຈົ້າ​ການ​ປ້ອງ​ກັນ, ສະກັດ​ກັ້ນ, ແກ້​ໄຂ​ບັນດາ​ໜໍ່​ແໜງ​ຄວາມ​ບໍ່​ສະຫງົບ​ ແລະ ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ; ຮັບປະກັນ​ບໍ່​ໃຫ້​ເກີດ​ເຫດການ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການເມືອງ​ທີ່​ຮ້າຍ​ແຮງ ແລະ ສົ່ງ​ຜົນ​ກະທົບ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ຊາດ.

4. ຕັ້ງໜ້າ​ຜັນ​ຂະຫຍາຍ​ຍຸດທະສາດ ແລະ ແຜນ​ງານ​ດ້ານ​ພະລາທິການ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ໂດຍ​ສຸມ​ໃສ່​ສືບຕໍ່​ປັບປຸງ, ຍົກ​ ສູງ​ຄຸນ​ນະພາ​ບວຽກ​ງານ​ພະ ລາທິການ​ຮອບດ້ານ ຕາມ​ທິດ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ; ສຸມ​ໃສ່​ສ້າງ, ປັບປຸງ​ກົນ​ໄກ, ລະບຽບ​ການ​ທັງ​ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະ​ເມີນ​ຜົນ​ການເຄື່ອນໄຫວ​ວຽກ​ງານ​ພະລາທິການ​ຂອງ​ກົມ​ກອງ​ໃຫ້​ມີ​ປະສິດ​ທິ​ຜົນ.

5. ຜັນ​ຂະຫຍາຍ​ແນວ ທາງ​ການ​ຕ່າງປະເທດ​ຂອງ​ພັກ, ປະຕິບັດ​ນະໂຍບາຍ​ເຊື່ອມ​ໂຍງ ​ພາກ​ພື້ນ ແລະ ສາກົນ ໃຫ້ມີ​ປະສິດ​ທິ​ຜົນ ໂດຍ​ສຸມ​ໃສ່​ການພົວພັນ​ຮ່ວມ​ມື​ກັບ​ກໍາ​ລັງ​ປ້ອງກັນ​ຄວາມ​ສະຫງົບ​ປະ ເທດ​ເພື່ອນ​ມິດ​ຍຸດທະສາດ, ອົງການ​ຕຳຫຼວດ​ອາ​ຊຽນ ແລະ ອົງການ​ຕຳຫຼວດ​ສາກົນ ຢ່າງ​ມີ​ການ​ເລືອກເຟັ້ນ; ສົມທົບ​ແໜ້ນ​ລະຫວ່າງ​ການ​ເຊີດ​ຊູ​ນໍ້າ​ໃຈ​ຮັກ​ຊາດ, ຍົກ​ສູງ​ສະຕິ​ເພິ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ກັບ​ການ​ຍາດ​ແຍ່ງ​ເອົາ​ກຳ ລັງ​ແຮງ ແລະ ກາລະ​ໂອກາດ​ທີ່​ອຳນວຍ​ຂອງ​ຍຸກ​ສະໄໝ ແລະ ສາກົນ, ປະກອບສ່ວນ​ຢ່າງ​ສົມ​ກຽດ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ສະຫງົບ, ການ​ເຊີດ​ຊູ​ບົດບາດ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ປະຊາຊົນ​ໃຫ້​ສູງ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ​ ແລະ​ ສາ​ກົນ.

ພິເສດ ປັດຈຸ​ບັນ​ນີ້ ປະເທດ​ພວກ​ເຮົາ​ກໍາ​ລັງ​ປະສົບ​ກັບ​ການ​ລະບາດ​ຮອບ​ໃ​ໝ່​ຂອງ​ພະ ຍາດ​ໂຄ​ວິດ-19 ຮຽກຮ້ອງມາ​ ຍັງ​ຄະນະ​ພັກ​-​ຄະນະ​ບັນຊາ ​ທຸກ​ຂັ້ນຕະຫຼອດ​ຮອດ​ພະນັກ ງານ, ນາຍ ແລະ ພົນ​ຕໍາ​ຫຼວດ​ທົ່ວ​ປະເທດ ພ້ອມ​ກັນ​ຈັດ​ຕັ້ງປະ ຕິບັດ​ມາດ​ຕະການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ພະຍາດໂຄ​ວິດ-19 ທີ່​ທາງ​ຄະນະ​ສະ ເພາະ​ກິດ​ຂັ້ນ​ສູນ​ກາງ ກໍຄື​ຂັ້ນ​ທ້ອງຖິ່ນ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.ຕະຫຼອດ​ໄລຍະ 61 ປີ ຜ່ານມາ​ ພວກ​ເຮົາ​ໄດ້​ເຮັດຫຼ້ອນ ​ໜ້າທີ່​ອັນ​ໃຫຍ່​ຫຼວງ​ທີ່​ພັກ, ລັດ ແລະ ປະຊາຊົນ​ລາວ​ບັນດາ ເຜົ່າ ມອບໝາຍ​ໃຫ້, ແມ່ນ​ໄລຍະ​ທາງທີ່​ ສະຫວ່າງ​ສະໄຫວ, ມີ​ກຽດສະຫງ່າ ຊຶ່ງ​ເປັນ​ພື້ນຖານ​ອັນໜັກ ​ແໜ້ນ​ໃນ​ການ​ປັບປຸງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ ໃຫ້​ມີ​ແບບແຜນ​ກ້າວ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ.ເພື່ອ​ອະນາຄົດ​ອັນ​ສົດໃສ​ຂອງ​ປະເທດ​ຊາດ, ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ເສີມ​ຂະຫຍາຍ​ທາດ​ແທ້,ມູນເຊື້ອ​ອັນ​ສະຫງ່າ​ງາມ, ຜົນງານ​ໄຊຊະນະ​ທີ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະຊາຊົນ​ຍາດ​ມາ​ໄດ້ ແລະ ສືບຕໍ່​ປະຕິບັດ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ, ປະຕິບັດ​ໜ້າທີ່​ການເມືອງ​ໃຫ້​ມີ​ໝາກຜົນ​ດີ ກວ່າ​ເກົ່າ, ນຳພາ​ກຳລັງ​ພວກ​ເຮົາ ກ້າວ​ຂຶ້ນ​ສ້າງ​ທ່ວງ​ທ່າ​ໃໝ່​ຢ່າງ​ໜັກ​ແໜ້ນ ແລະ ເຂັ້ມແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຖື​ເອົາ​ໂອກາດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້ ແຈ້ງ​ໃຫ້​ທົ່ວ​ສັງຄົມ​ຮູ້​ວ່າ: ສໍາ​ລັບ​ການ​ກະ ກຽມ​ສະເຫຼີມສະຫຼອງ​ວັນ​ສ້າງ ຕັ້ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ປະຊາຊົນ ຄົບຮອບ 61 ປີ ຊຶ່ງຢູ່​ໃນ​ໄລຍະ​ການ​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 ຢູ່​ປະເທດ​ເຮົາ; ເພື່ອ​ປ້ອງ​ກັນ, ຄວບ​ຄຸມພະ​ຍາດ​ດັ່ງກ່າວ​ຄະ​ນະ​ນໍາ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈຶ່ງ​ໄດ້​ຕົກລົງ​ຈັດ​ຕັ້ງ​ພຽງ​ບາງ​ກິດ​ຈະ​ກໍາ​ດ້ວຍ​ຮູບ​ການ​ກະທັດ​​ຮັດ ໂດຍ​ລວມ​ແລ້ວ​ກໍໄດ້​ກະກຽມ ແລະ ຈັດ​ຕັ້ງ​ປະຕິບັດ​ສຳເລັດ​ຫຼາຍ​ກິດຈະກຳ ເປັນຕົ້ນ: ການ​ດຳເນີນ​ຊີວິດ​ການເມືອງ​ໃນ​ທົ່ວ​ກຳລັງ, ຂະ ບວນ​ການເຄື່ອນໄຫວ​ວິຊາ​ສະເພາະ, ຂະບວນ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ຂະບວນ​ການ​ກິລາ, ສິລະ​ປະ ແລະ ປະດັບ​ປະດາ​ກົມ​ກອງ; ຍັງພຽງ​ບາງ​ກິດ​ຈະ​ກໍາ​ທີ່​ຈະ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ແຕ່​ນີ້​ຮອດ​ວັນ​ສ້າງຕັ້ງ​ກຳລັງ​ໃຫ້​ສຳເລັດ​ຕາມ​ຈຸດປະສົງ ແລະ ຄາດໝາຍ​ທີ່​ວາງ​ໄວ້​ເປັນຕົ້ນ ແມ່ນ​ການ​ລົງ​ຢ້ຽມຢາມ​ພະ ນັກ ງານ​ອາ​ວຸ​ໂສ​ບໍາ​ນານ, ຢ້ຽມຢາມ ​ພະນັກງານ​ທີ່​ເຈັບ​ປ່ວຍ ແລະ ອວຍພອນ​ການ​ນໍາ​ຂັ້ນ​ສູງ ຂອງ​ພັກ​-​ລັດ; ມາ​ຮອດ​ປັດຈຸ​ບັນ​ການ​ກະກຽມ​ດ້ານ​ຕ່າງໆ ແມ່ນ​ມີ​ຄວາມ​ພ້ອມ​ຮອບ​ດ້ານ. ສະນັ້ນ, ຈຶ່ງ​ຂໍ​ແຈ້ງ​ເປັນ​ທາງ​ການ​ຜ່ານ​ການ​ຖະແຫຼງ​ຂ່າວ​ຄັ້ງ​ນີ້ ເພື່ອ​ໃຫ້​ທຸກ​ພາກສ່ວນ ແລະ ທົ່ວ​ສັງຄົມ​ໄດ້​ຮັບ​ຊາບ.

ທ້າຍ​ສຸດ​ນີ້, ຂໍ​ອວຍພອນ​ໃຫ້ການ​ນຳ​ພັກ​-​ລັດ ຈົ່ງ​ມີ​ສຸ ຂະພາບ​ເຂັ້ມແຂງ, ສືບຕໍ່​ນຳ ພາ​ປະເທດ​ຊາດ ກໍ​ຄື​ກຳລັງ​ປະ ກອບ​ອາວຸດ ແລະ ປວງຊົນ ​ລາວ​ບັນດາເຜົ່າ ກ້າວ​ຂຶ້ນ​ສູ່​ຈຸດ ໝາຍ​ທີ່​ວາງ​ໄວ້.ຂໍ​ອວຍພອນ​ໃຫ້​ຄະນະ​ພັກ​-​ຄະນະ​ບັນຊາ​ແຕ່​ລະ​ຂັ້ນ, ນາຍ ແລະ ພົນ​ຕຳຫຼວດ ທົ່ວ​ກຳ ລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຈົ່ງ​ ມີ​ສຸຂະພາບ​ເຂັ້ມແຂງ, ພ້ອມ​ກັນ​ເບີກບານ​ມ່ວນຊື່ນ​ຕໍ່​ວັນ​ປະ ຫວັດສາດ​ສຳຄັນ​ຂອງ​ພວກ​ເຮົາ ແລະ ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໜ້າ ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ມີ​ຜົນ ສຳເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ.ຂໍ​ອວຍພອນ​ໃຫ້​ພະນັກ ງານ​ປະຕິວັດ​ອາວຸໂສ, ພະນັກ ງານ​ລັດຖະກອນ, ປະຊາຊົນ​ລາວ​ບັນດາເຜົ່າ ຈົ່ງ​ມີ​ສຸ​ຂະ ພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ ແລະ ສືບຕໍ່​ອູ້ມຊູ​ຊ່ວຍເຫຼືອກໍ່ສ້າງກຳ ລັງ​ປ້ອງ​ກັນ​ຄວາມສະຫງົບ ພວກ​ເຮົາ​ໃຫ້​ເຕີບ​ໃຫຍ່​ເຂັ້ມ ແຂງຂຶ້ນ​ໄປ​ເລື້ອຍໆ.

ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

ພິທີລົງນາມບົດບັນທຶກການກໍານົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ

ໃນຕອນເຊົ້າຂອງ ວັນທີ 5 ເມສາ 2022 ທີ່ ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດພິທີລົງນາມບົດບັນທຶກການກຳນົດກົນໄກປະສານງານໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ປອ ເພັດ ພົມພິພັກ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີ ຮອງຫົວໜ້າ ອົງການປະຊາຊົນສູງສຸດ, ຮອງລັດຖະມົນຕີ, ຄະນະປະສານງານຮ່ວມມືທັງ 2 ຝ່າຍ, ຄະນະພັກ-ຄະນະນໍາ, ຫົວໜ້າກົມ, ຫ້ອງການ ແລະ ພະນັກງານຫຼັກແຫຼ່ງ ທັງສອງພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ບົດບັນທຶກດັ່ງກ່າວ ໄດ້ຮັບການຄົ້ນຄວ້າ ປຶກສາຫາລື ແລະ ເອກະພາບກັນ ຊຶ່ງມີ 8 ຂໍ້ ຄື 1/. ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກຳ ແລະ ປ່າໄມ້ ໃນນັ້ນ ຂັ້ນທ້ອງຖິ່ນ ແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ຂັ້ນຂອງຕົນຂຶ້ນ ດໍາເນີນຄະດີອາຍາຕໍ່ຜູ້ລະເມີດ;

2/. ແຕ່ງຕັ້ງກອງເລຂາຊ່ວຍວຽກປະສານງານ, ກະກຽມເອກະສານ ແລະ ວຽກງານຕ່າງໆ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງ ກະສິກຳ ແລະ ປ່າໄມ້;

3/. ກໍານົດກົນໄກລະບອບປະຊຸມ ຂອງຄະນະປະສານງານຮ່ວມ ສາມເດືອນຕໍ່ຄັ້ງ; ອົງການໄອຍະການປະຊາຊົນສູງສຸດ ເປັນໃຈກາງຈັດກອງປະຊຸມ; ກໍລະນີທີ່ຈໍາເປັນ ແລະ ຮີບດ່ວນໃຫ້ອົງການໄອຍະການປະຊາຊົນສູງສຸດ ຫຼື ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອນໍາບັນຫາທີ່ຈໍາເປັນ ແລະ ຮີບດ່ວນນັ້ນເຂົ້າກອງປະຊຸມຄະນະປະສານງານ ເພື່ອຮ່ວມກັນຄົ້ນຄວ້າ ຕົກລົງແກ້ໄຂ, ສະໜອງຂໍ້ມູນຂ່າວສານ ຫຼື ຫຼັກຖານ ທີ່ກ່ຽວຂ້ອງເປັນເຈົ້າການແກ້ໄຂຢ່າງເດັດຂາດ ແລະ ເປັນຮູບປະທໍາ;

4/. ບັນຫາທີ່ນໍາມາຄົ້ນຄວ້າ ແລະ ຕົກລົງໃນກອງປະຊຸມຄະນະປະສານງານຮ່ວມ ແມ່ນການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດ ກົດໝາຍວ່າດ້ວຍ ປ່າໄມ້ ແລະ ກົດໝາຍວ່າດ້ວຍ ສັດນໍ້າ ແລະ ສັດປ່າ ທີ່ມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫຍ່ ຫຼື ຄະດີທີ່ພົວພັນກັບການຮ່ວມມືສາກົນ ຫຼື ຄະດີທີ່ສັງຄົມໃຫ້ຄວາມສົນໃຈ, ຄະດີ ທີ່ມີການກະທໍາຜິດພົວພັນກັບຫຼາຍພາກສ່ວນ ຫຼື ຫຼາຍແຂວງ; ການດໍາເນີນຄະດີ ເປັນຕົ້ນ ການກໍານົດເຫດການ ຂອງຄະດີ, ການຕີຄວາມໝາຍ ຂອງມາດຕາກົດໝາຍ, ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຫຼື ບັນຫາອື່ນ, ສໍານວນຄະດີຢູ່ນໍາພາກສ່ວນໃດໃຫ້ພາກສ່ວນນັ້ນເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານ ຫຼື ເອກະສານຫຼັກຖານ ທີ່ກ່ຽວຂ້ອງຄົ້ນຄວ້າ, ຕົກລົງແກ້ໄຂໃຫ້ບຸກຄົນ ແລະ ຕິດຕາມກວດກາ, ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດຢ່າງໃກ້ສິດ;

5/. ກໍານົດກົນໄກໃນການສະຫຼຸບລາຍງານສະຖິຕິການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງລົງຮອດທ້ອງຖິ່ນ ຕາມລະບົບສາຍຕັ້ງໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກອງເລຂາຊ່ວຍວຽກ ຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງແບບຟອມລາຍງານສະຖິຕິຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍໃຫ້ຫົວໜ້າຫ້ອງການສອງພາກສ່ວນ ແຈ້ງການໃຫ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດ ກຳນົດວັນທີ 20 ຂອງທຸກໆເດືອນ ເປັນມື້ປິດຕົວເລກ ແລະ ສະຫຼຸບເຂົ້າບັນຊີສະຖິຕິລາຍງານສາຍຕັ້ງຂອງຕົນ;

6/. ຄະນະປະສານງານຂອງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງກະສິກໍາ ແລະ ປ່າໄມ້; ຄົ້ນຄວ້າຮ່າງຄໍາແນະນໍາຮ່ວມ, ຄໍາສັ່ງ ຫຼື ນິຕິກໍາອື່ນ ທີ່ພົວພັນກັບ ການດໍາເນີນຄະດີອາຍາ ຕໍ່ຜູ້ລະເມີດກົດໝາຍ ເພື່ອເປັນບ່ອນອີງໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແຕ່ສູນກາງ ລົງຮອດທ້ອງຖິ່ນ ຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ;

7/. ການຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງ ກ່ຽວກັບການດໍາເນີນຄະດີອາຍາໃຫ້ພະນັກງານ ອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນ, ໂດຍນໍາໃຊ້ງົບປະມານ ຂອງແຕ່ລະພາກສ່ວນ ຫຼື ນໍາໃຊ້ງົບປະມານມາຈາກພາກສ່ວນອື່ນ;

8/. ມອບໃຫ້ ຄະນະປະສານງານຮ່ວມອອກແຈ້ງການ ແລະ ລົງເຜີຍແຜ່ບົດບັນທຶກຮ່ວມ ແລະ ແນະນໍາ ໃຫ້ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ປ່າໄມ້ ຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ມີປະສິດທິຜົນສູງ; ໂດຍໄດ້ກໍານົດໜ້າທີ່ ຄວາມຮັບຜິດຊອບ ຂອງແຕ່ລະພາກສ່ວນອອກເປັນໜ້າວຽກອັນລະອຽດ ເພື່ອຍົກສູງຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດເນື້ອໃນ ຂອງບົດບັນທຶກຮ່ວມ ໃຫ້ປະກົດຜົນເປັນຈິງ ປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ, ມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດໝາຍ ຕາມຂະບວນຍຸຕິທໍາ. ໃນວາລະດັ່ງກ່າວ ອົງການໄອຍະການປະຊາຊົນສູງສຸດ ຍັງໄດ້ມອບປື້ມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ, ປື້ມປະມວນກົດໝາຍອາຍາ ແລະ ປື້ມປະມວນກົດໝາຍແພ່ງຈຳນວນໜຶ່ງ ໃຫ້ ກະຊວງ ກະສິກຳ ແລະ ປ່າໄມ້ຕື່ມອີກ.

ບົດບັນທຶກດັ່ງກ່າວ ເປັນນິຕິກຳທີ່ສຳຄັນ ແລະ ເປັນພື້ນຖານທີ່ມີປະສິດທິຜົນ ກ່ຽວກັບກົນໄກປະສານງານ ໃນການດຳເນີນຄະດີອາຍາ ກ່ຽວກັບປ່າໄມ້ ແລະ ສັດນໍ້າ-ສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ພາສີ ແລະ ປ່າໄມ້ ໃນຂອບເຂດທົ່ວປະເທດ, ເປັນການການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ກົດໝາຍ ວ່າດ້ວຍປ່າໄມ້, ສັດນໍ້າ-ສັດປ່າ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ເຂົ້າສູ່ວຽກງານຕົວຈິງ ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ປ່າໄມ້ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ ໃນການດຳເນີນຄະດີອາຍາ, ເຄົາລົບ ແລະ ປະຕິບັດຕາມພາລະບົດບາດ; ໜ້າທີ່ ແລະ ຂອບເຂດສິດ ຂອງແຕ່ລະພາກສ່ວນ ທີ່ກໍານົດໄວ້ກົດໝາຍ ແລະ ນິຕິກໍາລຸ່ມກົດ ໝາຍ; ພ້ອມທັງຮັບປະກັນຄວາມສັກສິດ ຂອງກົດໝາຍ, ປະຕິບັດຕາມຫຼັກການລວມສູນ ແລະ ເປັນເອກະພາບ ຕາມລະບົບສາຍຕັ້ງ ແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ການດໍາເນີນຄະດີອາຍາຕາມຂະບວນຍຸຕິທຳ ມີຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຍຸຕິທໍາ, ເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ຈະເລີນຮຸ່ງເຮືອງ ຢ່າງບໍ່ຢຸດຢັ້ງ.

ຂໍ້ມູນໂດຍ: ອົງການໄອຍະການປະຊາຊົນສູງສຸດ

ແຂວງໄຊຍະບູລີອອກແຈ້ງການເລື່ອງສະຫຼອງປີໃຫມ່ລາວປະຈຳປີ 2022

ຫົວຫນ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງການ ມາຍັງບັນດາທ່ານຊາບວ່າ: ເນື່ອງຈາກບຸນປີໃຫມ່ ຂອງຊາດລາວເຮົາ ປີ ພສ 2565 (ຄສ 2022) ນີ້ ຍັງມີສະພາບການລະບາດຂອງພະຍາດໂຄວິດ-19 ຊມ ຊົນຕ່າງໆໃນທົ່ວແຂວງ, ເຊິ່ງສະແດງອອກໃນແຕ່ລະວັນຍັງມີໂຕເລກຜູ້ຕິດເຊື້ອສູງ; ສະນັ້ນ ຈຶ່ງແຈ້ງໃຫ້ທຸກ ພາກສ່ວນປະຕິບັດ ດັ່ງນີ້:

1. ປີໃຫມ່ລາວ ພສ 2555 (ຄສ 2022) ກົງກັບວັນທີ 14-15-16 ເມສາ ເຊິ່ງວັນທີ 16 ແມ່ນຖືກກັບວັນເສົາເປັນວັນພັກລັດຖະການຈຶ່ງເຫັນດີ ກໍານົດເອົາວັນພຸດ ວັນທີ່ 13 ເມສາ 2022 ເປັນວັນພັກຊົດເຊີຍທົດແທນປີໃຫມ່ລາວ.

2. ການສະຫຼອງປີໃຫມ່ລາວ ໃຫ້ປະຕິບັດໃນຂອບຮີດຄອງປະເພນີ ແລະ ຂະນົບທໍານຽມອັນດີງາມຂອງຊາດ, ບາສີສູ່ຂວັນແບບຄອບຄົວ, ບົນຈິດໃຈປະຢັດມັດທະຍັດທີ່ສຸດ, ຫ້າມບໍ່ໃຫ້ບັນດາສໍານັກງານ ອົງການ, ບໍລິສັດ, ຫ້າງຮ້ານ ຢູ່ພາຍໃນແຂວງ ຈັດງານລ້ຽງສ້າງສັນສະຫຼອງປີໃຫມ່ ແລະ ອວຍພອນກັນຢ່າງເດັດຂາດ.

3. ຫ້າມເຕົ້າໂຮມຊຸມນຸມ, ຊຸມແຊວ, ການສະແດງສິລະປະດົນຕີ ຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດແຄມນໍ້າ, ແກ້ງ, ຄອນ ຕາມລໍານໍາຕ່າງໆ, ການຫົດນໍ້າກັນ ດ້ວຍນໍ້າເປື້ອນ, ສ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນໍາຄົນອື່ນຢູ່ຕາມຖະຫນົນຫົນທາງ ແລະ ສະຖານທີ່ຕ່າງໆ, ງານປະກວດນາງສັງຂານ, ແລະ ແຫ່ນາງສັງຂານ ຢ່າງເດັດຂາດ.

4. ມອບໃຫ້ກອງບັນຊາການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຂວງ ສົມທົບກັບອົງການປົກຄອງຂັ້ນເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ເຝົ້າລະວັງອັກຄີໄພ, ຮັກສາຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້

.

ທ່ານຮອງເຈົ້າແຂວງໆຄຳມ່ວນ ລົງຕິດຕາມຂະບວນການກໍ່ສ້າງທາງຜ່ານພູຊ້າງນ້ອຍ

ໃນວັນທີ 2 ເມສາ 2022 ທີ່ພູຊ້າງນ້ອຍ, ບ້ານຕາດ ເມືອງຍົມມະລາດ, ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ໄດ້ລົງຕິດຕາມ ແລະ ຊຸກຍູ້ຂະບວນການ ເທເບຕົງເສີມເຫຼັກ ຂຶ້ນພູຊ້າງນ້ອຍ ຫາ ເຂດຈຸດສຸມວຽງຫຼວງ ເມືອງຍົມມະລາດ ໃຫ້ກຽດຕ້ອນຮັບໂດຍທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງໆຍົມມະລາດ, ມີບັນດາທ່ານ ໃນຄະນະຮັບຜິດຊອບຂັ້ນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຜ່ານການດຳເນີນມາເປັນເວລາ 7 ວັນເລີ່ມແຕ່ວັນທີ 25 ມີນາ 2022 ເປັນຕົ້ນມາເຫັນວ່າບັນດາສະມາຊິກຊາວໜຸ່ມເມືອງ, ບ້ານ ແລະ ພໍ່ແມ່ປະຊາຊົນບ້ານຕາດ ແລະ ກຸ່ມບ້ານວຽງຫຼວງໄດ້ພ້ອມໃຈກັນສຸມເຫື່ອແຮງໃສ່ໃນການກໍ່ສ້າງທາງໃນຄັ້ງນີ້. ເຊິ່ງມາເຖິງປະຈຸບັນສາມາດເທໄປໄດ້ແລ້ວ 100 ກວ່າແມັດ. ໃນໂອກາດດັ່ງກ່າວທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ ໄດ້ໃຫ້ກຽດໂອ້ລົມ ກໍາລັງຊາວໜຸ່ມ-ໄວໜຸ່ມ ແລະ ພໍ່ແມ່ປະຊາຊົນ ຈົ່ງຮ່ວມກັນເປັນເຈົ້າການປຸກລະດົມຂົນຂວາຍທ່າແຮງ, ກໍາລັງຊາວໜຸ່ມຕະລຸມບອນ ເພື່ອນໍາພາສ້າງຂະບວນການດັ່ງກ່າວນີ້ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໂດຍສະເພາະ ສ້າງຄວາມເຂັ້ມແຂງ ທາງດ້ານກໍາລັງ ໃນການປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ສັງຄົມ ແລະ ປະເທດຊາດ.

ແຫຼ່ງຂ່າວ: Khammouane News

ເພີ່ມຂຶ້ນອີກແລ້ວ! ຕິດເຊື້ອໃໝ່ມື້ນີ້ທະລຸ2000

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 5 ເມສາ 2022 ໃຫ້ຮູ້ວ່າ:

ຈາກການເກັບຕົວຢ່າງມາກວດທົ່ວປະເທດ 4,754 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ 2,272 ຕົວຢ່າງ;

ນະຄອນຫຼວງວຽງຈັນ +1,379

ສະຫວັນນະເຂດ +94 ນຳເຂົ້າ +13

ຈຳປາສັກ ນຳເຂົ້າທັງໝົດ +24

ສາລະວັນ 32

ເຊກອງ 16

ອັດຕະປື 61

ບໍ່ແກ້ວ 17

ວຽງຈັນ 106

ຫຼວງພະບາງ 56

ຫຼວງນໍ້າທາ 8

ອຸດົມໄຊ +75

ຜົ້ງສາລີ +68

ໄຊຍະບູລີ +73

ຊຽງຂວາງ +58

ຄຳມ່ວນ +94 ນຳເຂົ້າ +4

ບໍລິຄຳໄຊ +45

ໄຊສົມບູນ +36

ຫົວພັນ +17

ອີກບໍ່ດົນກໍຈະກາຍເປັນຈິງແລ້ວ! ທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ

ໃກ້ຄວາມເປັນຈິງທີ່ປະຊາຊົນລໍຄອຍ ກັບການພັດທະນາເສັ້ນທາງ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ, ເຊິ່ງການສຶກສາ ຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.

ຫຼ້າສຸດ ໃນວັນທີ 4 ເມສາ 2022 ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.

ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ຍັງມີຮອງເຈົ້າແຂວງໆໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂດຍການເປັນສັກຂີພິຍານຂອງທ່ານ ກອງຄຳ ໝໍລະພູມ ຫົວໜ້າພະແກນກົມແຜນການ ແລະ ການຮ່ວມມື ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ, ທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ, ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED, ທ່ານ ອານຸສັກ ທຳມະວົງ ປະທານບໍລິສັດ ເມືອງຫຼວງຈະເລີນກໍ່ສ້າງປູກຝັງ ແລະ ລ້ຽງສັດ.

ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການກໍ່ສ້າງໂຄງການດັ່ງແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບ ບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ, ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນນະພາບ, ປະຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ. ຫາກໂຄງການນີ້ສຳເລັດກໍ່ຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີ.

ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນ ໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການານີ້ໃຫ້ໄດ້ຄຸນນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້, ຫາກເສັ້ນທາງນີ້ສຳເລັດກໍ່ຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.

ຂໍ້ມູນ ແລະ ພາບຈາກ: ເສດຖະກິດກາານຄ້າ

ຄຳມ່ວນແຈ້ງການ! ສືບຕໍ່ເພີ່ມທະວີຄວາມເຂັ້ມງວດປ້ອງກັນໂຄວິດ-19

ແຂວງຄໍາມ່ວນອອກແຈ້ງການເລື່ອງ: ສືບຕໍ່ເພີ່ມທະວີຄວາມເຂັ້ມງວດ ໃນການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຄໍາມ່ວນ

ຜ່ານການປະເມີນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງຄໍາມ່ວນ ໃນໄລຍະ ຜ່ານມາ ເຫັນວ່າການແຜ່ລະບາດໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ແຕ່ເລີ່ມແຕ່ວັນທີ 18 ມີນາ 2022 ເປັນຕົ້ນມາ ໄດ້ມີ ການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໂອໄມຄອນ (Omicron) ຢູ່ໃນຊຸມຊົນເປັນຈໍານວນຫຼາຍໃນແຕ່ ລະວັນ ແລະ ການແຜ່ລະບາດຍັງມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງຈະກະທົບຕໍ່ການດໍາລົງຊີວິດຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ.

ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ເຈົ້າແຂວງຄໍາມ່ວນ ຈຶ່ງອອກແຈ້ງການມາຍັງການຈັດຕັ້ງທຸກພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງຄໍາມ່ວນ ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດ ກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຄືດັ່ງນີ້:

.

.

.

ລາຍລະອຽດແຕ່ລະຂໍ້ໃນແຈ້ງການ.

ສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ບັນດາກິດຈະກໍາທີ່ປິ່ນອ້ອມ

ເພື່ອທວນຄືນ, ປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບກິດຈະກໍາສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ບັນດາກິດຈະກໍາທີ່ປິ່ນອ້ອມ.

ໃນຄັ້ງວັນທີ 30 ມີນາ 2022, ທີ່ ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມເຄື່ອຄ່າຍແຮງງານເຄື່ອນຍ້າຍ ພາຍໃຕ້ໂຄງການ ເຄື່ອນຍ້າຍແຮງງານແບບປອດໄພ ແລະ ມີຄວາມຍຸຕິທໍາ: ຄວາມເຂົ້າໃຈດ້ານສິດທິ ແລະ ກາລະໂອກາດຂອງແຮງງານເຄື່ອນຍ້າຍເພດຍິງໃນພາກພື້ນອາຊຽນ ໂດຍເປັນປະທານ ຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີ ທ່ານ ຝຣັ່ງຊົວ ປຣາວົງວຽງຄຳ ພະນັກງານການເມືອງ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ຕາງໜ້າ ຈາກອົງການແຮງງານສາກົນ, ບັນດາທ່ານຜູ້ຕາງໜ້າຈາກອ້ອມຂ້າງກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮວ່ມ.

ກອງປະຊຸມດັ່ງກ່າວ, ແມ່ນກິດຈະກໍາໜຶ່ງຂອງໂຄງການ Safe and Fair ເຊິ່ງນອນຢູ່ໃນແຜນປະຕິບັດງານກິດຈະກໍາຂອງໂຄງການສໍາລັບປີ 2022 ແລະ ຈະນໍາສະເຫນີ ແລະ ແລກປຽ່ນຄຳຄິດເຫັນ ກ່ຽວກັບ ການກະກຽມຄວາມພ້ອມໃນການຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດ; ລາຍງານຄວາມຄືບຫນ້າການປັບປຸງຂໍ້ຕົກລົງ 043 ກ່ຽວກັບການ ຄຸ້ມຄອງວິສາຫະກິດບໍລິການຈັດຫາງານ ແລະ ຄວາມຄືບຫນ້າ ຂອງການສ້າງຕັ້ງສະມາຄົມບໍລິສັດຈັດຫາງານ; ລາຍງານຄວາມຄືບຫນ້າການທົບທວນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈ້າງງານ ລະຫວ່າງ ລາວ-ໄທ, ພ້ອມນີ້ຕາງຫນ້າບໍລິສັດຈັດຫາງານຍັງໄດ້ລາຍງານ ສະຖານະການປະຈຸບັນຂອງບໍລິສັດຈັດຫາງານລາວໃນການພົວ ພັນ ກັບບໍລິສັດນາຍຈ້າງຢູ່ປະເທດໄທ ແລະ ບັນດາຂະແໜງການກຽ່ວຂ້ອງຍັງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍແຮງງານ ຈາກອົງການຈັດຕັ້ງຕ່າງໆ ນຳອີກ.ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໃນນາມປະທານກອງປະຊຸມໄດ້ກ່າວວ່າ:

ໂຄງການນີ້ ຈິ່ງມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດສໍາລັບ ສປປ ລາວ ໃນເງື່ອນໄຂປະຈຸບັນໃນຖານະທີ່ເປັນປະເທດສົ່ງ ເນື່ອງຈາກໂຄງການດັ່ງກ່າວ ຈະສຸມໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ຮັບຮູ້ສິດຂອງຕົນໂດຍຜ່ານການຮ່ວມມືຂອງລັດ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ໃນການສ້າງແຜນງານ, ການພັດທະນາລະບົບການປົກປ້ອງ ແລະ ຄຸ້ມຄອງ ແລະ ການປັບປຸງນະໂຍບາຍ ຕ່າງໆ ທີ່ກ່ຽວຂ້ອງແນ່ໃສ່ເຮັດໃຫ້ແຮງງານເຄື່ອນຍ້າຍເພດຍິງມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາເສດ ຖະກິດສັງຄົມໃນຂົງເຂດ ແລະ ພາກພື້ນອາຊຽນ.

ແຫຼ່ງຂ່າວ: ຂ່າວ ສານຮສສ

ລາວໄດ້ຮັບການຊ່ວຍເຫຼືອລ້າ 5 ລ້ານໂດລາ ເຂົ້າໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ

ຍີ່ປຸ່ນ​ໃຫ້ການຊ່ວຍເຫຼືອລ້າລວມເປັນມູນຄ່າ 5 ລ້ານໂດລາສະຫະລັດເພື່ອເລັ່ງແກ້ໄຂວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ.

ພິທີລົງ​ນາມ​ເອ​ກະ​ສານ​ແລກ​ປ່ຽນ “ໂຄງການພັດທະນາເສດຖະກິດ ແລະ ສັງຄົມ” ໄດ້ຈັດຂຶ້ນໃນວັນທີ 1 ເມສາ ທີ່ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ. ການລົງນາມເອກະສານແລກປ່ຽນແມ່ນຕາງໜ້າໂດຍ ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ແລະ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພາຍໃຕ້ການຮ່ວມເປັນສັກຂີພະຍານຂອງຕົວແທນຈາກຫຼາຍກະຊວງທີ່ກ່ຽວຂ້ອງ. ລັດຖະບານຍີ່ປຸ່ນຈະສະໜອງການຊ່ວຍເຫຼືອລ້າເປັນມູນຄ່າປະມານ 5 ລ້ານໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໂຄງການດັ່ງກ່າວແມ່ນເພື່ອມອບອຸປະກອນທີ່ຈຳເປັນໃນການຝຶກອົບຮົມເພື່ອສ້າງນັກເກັບກູ້ລະເບີດບໍ່ທັນແຕກໃນອະນາຄົດ ແລະ ອຸປະກອນທີ່ນຳໃຊ້ໃນວຽກງານເກັບກູ້ລະເບີດ ໃຫ້ແກ່ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ໂຄງການເກັບກູ້ລະເບີດແຫ່ງຊາດລາວ (UXO).

ປັດຈຸບັນ, ມີລະເບີດທີ່ບໍ່ທັນແຕກຈຳນວນປະມານ 80 ລ້ານລູກຕົກຄ້າງຢູ່ໃນສປປ ລາວພາຍຫຼັງສົງຄາມອິນດູຈີນສິ້ນສຸດລົງກວ່າ 40 ປີແລ້ວ. ບັນຫາດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງຜົນໃຫ້ປະຊາຊົນຂາດເຂີນພື້ນທີ່ໆປອດໄພ ທີ່ຈຳເປັນໃນການພັດທະນາເສດຖະກິດ-ສັງຄົມ. ລັດຖະບານລາວໄດ້ຍົກເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກ ແລະ ການຫຼຸຸດຜ່ອນຈຳນວນຜູ້ເຄາະຮ້າຍ​ເປັນ​ບັນຫາບູລິມະສິດ​​ ​ໃນ​ແຜ​ນ​ພັດ​ທະ​ນາ​ເສ​ດ​ຖະ​ກິດ-ສັງ​ຄົມແຫ່ງຊາດຄັ້ງ​ທີ 9,  ພ້ອມດຽວກັນນັ້ນການຕັ້ງເປົ້າໝາຍ “ປົກປ້ອງຊີວິດຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍທີ 18 ຂອງເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຂອງສປປ ລາວ ໄດ້ກາຍເປັນໂຕແບບໃຫ້ແກ່ບັນດາປະເທດທີ່ກຳລັງປະເຊີນກັບບັນຫາກັບລະເບີດ ແລະ ລະເບີດບໍ່ທັນແຕກອື່ນໆ.

ຍີ່ປຸ່ນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ປະເທດລາວໃນດ້ານການເກັບກູ້ລະເບີດບໍ່ທັນແຕກລວມເປັນມູນຄ່າກວ່າ 66.6 ລ້ານໂດລາສະຫະລັດໃນໄລຍະເວລາຍາວນານຫຼາຍກວ່າ 20 ປີ. ການຊ່ວຍເຫຼືອຈຳນວນໜຶ່ງແມ່ນໄດ້ເຄື່ອນໄຫວເກັບກູ້ລະເບີດ ແລະ ໂຄສະນາຜົນຮ້າຍຂອງລະເບີດບໍ່ທັນແຕກ (MRE) ໂດຍຜ່ານການຮ່ວມມືຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ຈາກປະເທດຍີ່ປຸ່ນ ແລະ ສາກົນ. ນອກຈາກນີ້, ອົງການ JICA ຍັງໄດ້ສະໜັບສະໜູນໂດຍຜ່ານໂຄງການຮ່ວມມືດ້ານວິຊາການເພື່ອແນໃສ່ການພັດທະນາວຽກງານການກຳນົດແຜນເກັບກູ້ໃຫ້ມີປະສິດທິພາບ ແລະ ຍົກລະດັບຄວາມສາມາດໃນການຕິດຕາມໂຄງການໃຫ້ແກ່ພະນັກງານ.

ການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດບໍ່ທັນແຕກກໍແມ່ນບັນຫາບູລິມະສິດໜຶ່ງຕໍ່ການເປັນ “ຄູ່ຮ່ວມຍຸດທະສາດ” ລະຫວ່າງຍີ່ປຸ່ນ ແລະ ລາວ. ໃນຕົ້ນເດືອນມີນາປີ 2022, ທ່ານ ຄິຊິດະ ຟຸມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນ, ພ້ອມດ້ວຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ຢັ້ງຢືນຮ່ວມກັນວ່າ ທັງສອງປະເທດຈະເອົາໃຈໃສ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ແລະ ພັດທະນາການເປັນຄູ່ຮ່ວມມືພາຍໃຕ້ “ແຜນປະຕິບັດງານເພື່ອຄວາມກ້າວໜ້າຂອງການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ” ເຊິ່ງໄດ້ກວມເອົາການເລັ່ງແກ້ໄຂບັນຫາການເກັບກູ້ລະເບີດທີ່ບໍ່ທັນແຕກໂດຍຜ່ານການຮ່ວມມືຂອງທັງສອງຝ່າຍ.

ໃນພິທີເຊັນສັນຍາ ທ່ານທູດໄດ້ກ່າວວ່າ “ຂ້າພະເຈົ້າໄດ້ມີໂອກາດສຳພັດເຖິງຄວາມສຳຄັນຂອງການເກັບກູ້ລະເບີດ ໃນຂະນະທີ່ໄດ້ເດີນທາງໄປຢ້ຽມຢາມແຂວງຊຽງຂວາງ ແລະ ໄດ້ໄປທັດສະນະສະຖານທີ່ຕົວຈິງທີ່ໃຊ້ໃນການເກັບກູ້ລະເບີດທີ່ອົງການ NGO ຂອງຍີ່ປຸ່ນ ແລະ UXO ລາວກຳລັງປະຕິບັດການຢູ່. ນອກຈາກນັ້ນ, ຂ້າພະເຈົ້າໄດ້ມີໂອກາດໄປທັດສະນະສູນຢ້ຽມຢາມເກັບກູ້ລະເບີດທີ່ແຂວງຫຼວງພະບາງ ແລະ ໄດ້ຮັບຮູ້ເຖິງສະພາບການເກັບກູ້ລະເບີດທີ່ເປັນໄພຄຸກຄາມຕໍ່ຊີວິດ ພ້ອມທັງສະພາບຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ. ວັນຈັນທີ 4 ເມສາທີ່ກຳລັງຈະມາເຖິງໃນອາທິດໜ້ານີ້ ແມ່ນ ວັນໂຄສະນາ ແລະ ຊ່ວຍເຫຼືອການເກັບກູ້ກັບລະເບີດ ແລະ ລະເບີດທີ່ບໍ່ທັນແຕກສາກົນ. ຂ້າພະເຈົ້າຄາດຫວັງເປັນຢ່າງຍິ່ງວ່າ ໂຄງການຊ່ວຍເຫຼືອນີ້ຈະຊ່ວຍຊຸກຍູ້ໃຫ້ວຽກງານການເກັບກູ້ລະເບີດໃນປະເທດລາວມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ໃນຖານະທີ່ເປັນຄູ່ຮ່ວມຍຸດທະສາດຂອງປະເທດລາວ, ຫຼັງຈາກນີ້, ປະເທດຍີ່ປຸ່ນກໍຈະສືບຕໍ່ໃຫ້ການຊ່ວຍເຫຼືອ ຕາມຄວາມຕ້ອງການຂອງປະເທດລາວໃນອະນາຄົດ.”