Home Blog Page 84

ແຈ້ງການ ການສະເຫຼີມສະຫຼອງປີໃໝ່ລາວ ພສ 2565 ຢູ່ທ່າແຂກ

ອ່ານໃຫ້ລະອຽດ! ແຂວງຄຳມ່ວນ ເມືອງທ່າແຂກ ອອກແຈ້ງການ ເລື່ອງ: ການຈັດການສະເຫຼີມສະຫຼອງງານບຸນປີໃໝ່ລາວ ປະຈໍາປີ ພສ 2565.

.

ອ່ານເນື້ອໃນ ຕາມໃບແຈ້ງການ

ຫາລືການປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍທີ່ດິນ

ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບຊີ້ນໍາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມຄວາມພ້ອມ ໃນການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ທີ່ດິນ ໂດຍປະຕິບັດຕາມຄຳແນະນໍາ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 1 ເມສາ 2022 ວ່າດ້ວຍການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ໃນວັນທີ 4 ເມສາ ຜ່ານມາ.

ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ, ທັງເປັນຫົວໜ້າຄະນະຮັບຜິດຊອບ ຊີ້ນໍາການປະເມີນການ ຈັດຕັ້ງປະຕິບັດກົດໝາຍ, ມີທ່ານ ຄຳຈັນ ໂສຕາປະເສີດ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາການປະເມີນການຈັດຕັ້ງປະຕິບັດກົດໝາຍ, ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຢ່າງກູ້ ຢ່າງລືໄຊ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນກ່ຽວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ເປັນເອກະພາບຕໍ່ກັບເນື້ອໃນ, ວິທີການ ແລະ ຮູບການ ໃນການເຮັດທົດລອງການປະເມີນ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ເຊິ່ງເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ຍັງມີຫຼາຍບັນຫາ ເລັ່ງທວງໃຫ້ມີການກວດກາ ແລະ ປັບປຸງໃຫ້ດີຂຶ້ນກວ່າເກົ່າ ເພື່ອຈະເປັນກຳລັງແຮງ ໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ສັງຄົມດ້ວຍກົດໝາຍ.

ນອກຈາກນັ້ນ, ການເຮັດທົດລອງການປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທີ່ດິນ ໃນຄັ້ງນີ້ ກໍເພື່ອເປັນການກະກຽມລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນມໍ່ໆນີ້.

ແຫຼ່ງຂ່າວ ແລະ ຮູບພາບ: ຂປລ

ພິທີເປີດນຳໃຊ້ຂົວຂ້າວຫ້ວຍກອກ

ໃນຕອນເຊົ້າ ຂອງວັນທີ 5 ເມສາ 2022, ໄດ້ພິທີເປີດນຳໃຊ້ຂົວຂ້າວຫ້ວຍກອກ ເສັ້ນທາງລະຫວ່າງບ້ານນາຄູ ໄປຫາບ້ານຄຶມສະຫວ່າງ ເມືອງສອງຄອນ ແຂວງສະຫວັນນະເຂດ.

ເຊິ່ງມີພາບບັນຍາກາດໃນງານພິທີດັ່ງກ່າວ.

.

.

.

.

.

ແຫຼ່ງຂ່າວ ແລະ ຮູບພາບ: Songkhone news-ຊ່ອງຂ່າວເມືອງສອງຄອນ

ໃນ 3 ເດືອນ ແຂວງເຊກອງມີຜູ້ເສຍຊີວິດ 14 ຄົນ ຈາກອຸບັດເຫດ

ຕາມການລາຍງານຂອງ ທ່ານຮ້ອຍເອກ ບຸນສະຫງວນ ພົມມະລິນ ຮອງຫົວໜ້າພະແນກຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນ 3 ເດືອນຕົ້ນປີ 2022 ທົ່ວແຂວງເຊກອງ ມີອຸບັດເຫດເກີດຂຶ້ນທັງໝົດ 38 ລາຍ, ທຽບໃສ່ໄລຍະດຽວປີຜ່ານມາຫຼຸດລົງ 22 ລາຍ, ມີພາຫະນະເປ່ເພທັງໝົດ 56 ຄັນ ແລະ ມີຜູ້ໄດ້ຮັບບາດເຈັບ 48 ຄົນ. ໃນນີ້, ເຈັບເລັກນ້ອຍ 20 ຄົນ, ເຈັບສົມຄວນ 22 ຄົນ, ສາຫັດ 6 ຄົນ, ເສຍຊີວິດ 14 ຄົນ ແລະ ປະເມີນມູນຄ່າເສຍຫາຍ 600 ລ້ານກວ່າກີບ.

ເຖິງວ່າສະພາບການເກີດອຸບັດເຫດຈະມີທ່າອ່ຽງຫຼຸດລົງ ແຕ່ໂດຍລວມຍັງມີຜູ້ຂັບຂີ່ໄດ້ຮັບບາດເຈັບ, ເສຍຊີວິດ ແລະ ມູນຄ່າການເສຍຫາຍສູງ ຊຶ່ງສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫຍ່ແມ່ນມາຈາກຜູ້ຂັບຂີ່ຂາດສະຕິໃນການໃຊ້ລົດ-ໃຊ້ຖະໜົນ ແລະ ລະເມີດກົດລະບຽບການສັນຈອນເປັນຕົ້ນ ເດັກອາຍຸບໍ່ທັນເຖິງກະສຽນ, ບໍ່ມີໃບອະນຸຍາດຂັບຂີ່, ການຂັບຂີ່ລົດໄວເກີນກໍານົດ, ດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ປ່ຽນທິດທາງ ຫຼື ລ້ຽວບໍ່ຮັບປະກັນ.

ທ່ານ ຮ້ອຍເອກ ບຸນສະຫງວນ ພົມມະລິນ ຍັງໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ມີສະຕິຕື່ນຕົວໃນການສັນຈອນ ໂດຍສະເພາະໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພ.ສ 2564 ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2565 ທີ່ຈະມາເຖິງນີ້, ໃຫ້ແຕ່ລະຄົນເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນໃຫ້ເຂັ້ມງວດ, ໝັ່ນກວດກາສະພາບເຕັກນິກລົດຂອງຕົນຢ່າງເປັນປະຈໍາ, ຮຽນຮູ້ການຂັບຂີ່ປອດໄພ ແລະ ຫຼີກລ່ຽງການດື່ມສິ່ງມຶນເມົາແລ້ວຂັບຂີ່ ເພື່ອເຮັດໃຫ້ການສູນເສຍຈາກການເກີດອຸບັດເຫດຫຼຸດນ້ອຍຖອຍລົງ.

ແຫຼ່ງຂ່າວ: ປະຊາຊົນ

ທ່ານ ນາງ ພອນສະຫລີ ສຸກສະຫວັດ ຢ້ຽມຢາມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

ເມື່ອວັນທີ 4 ເມສາ ທີ່ຜ່ານມາ, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ແລະ ພະແນກທີ່ກ່ຽວຄ້ອງຂອງແຂວງ ໄດ້ໄປຢ້ຽມຢາມທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງບໍ່ແກ້ວ, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ທອງຄູນ ພົນທອງສີ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ.

ພ້ອມນັ້ນໄດ້ນຳພາຄະນະໄປທ່ຽວຊົມໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ, ເຊິ່ງມີ ທ່ານ ຕູ້ກົງ ຫົວໜ້າໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວ ໄດ້ອະທິບາຍເຖິງຄວາມເປັນມາຂອງການກໍ່ສ້າງ ແລະ ສິ່ງອຳໜ່ວຍຄວາມສະດວກຕ່າງໆພາຍໃນສະໜາມບິນ, ເຊິ່ງຄາດວ່າຈະເປີດໃຫ້ບໍລິການໄວໆນີ້.

ພ້ອມໄດ້ນຳພາໄປທ່ຽວຊົມໂຄງການພັດທະນາກະສິກຳ, ຕະຫຼາດກະສິກຳແຫ່ງໃໝ່ ຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ທ່າເຮືອຂົນສົ່ງສິນຄ້າ ແລະ ປ່ອງຢ້ຽມສາມຫຼ່ຽມຄຳ (ດອນຊາວ).

ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ຍັງໄດ້ກ່າວວ່າ: ການພັດທະນາຂອງເຂດແມ່ນໄດ້ພັດທະນາໄປຢ່າງວ່ອງໄວ ແລະ ມີຄວາມສວຍສົດງົດງາມ ໃນການຕົກແຕ່ງພາຍໃນເຂດ ເຫັນວ່າ ເປັນລະບົບລະບຽບດີ.

ແຫຼ່ງຂ່າວ ແລະ ຮູບພາບ: ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ປະເຊີນຄວາມ​ສ່ຽງທີ່​ມາ​ຈາກ ສົງ​ຄາມ​

ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ປະເຊີນຄວາມ​ສ່ຽງທີ່​ມາ​ຈາກ ສົງ​ຄາມ​ໃນ​​ຢູ​ເຄ​ຣນ, ​ການຮັດ​ແໜ້ນ​ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ຂອງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທີ່​ຊ້າ​ລົງ​ຢູ່ ສ​ປ ຈີນ ການ​ປະ​ຕິ​ຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ຊ່ວຍເພີ່ມ​ຄວາມ​ສາມາດປັບຕົວໄດ້

ວໍຊິງ​ຕັນ, 4 ເມ​ສາ 2022 , ທະ​ນາ​ຄານ​ໂລກ ໄດ້​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ: ສົງ​ຄາມ​ໃນ ​ຢູ​ເຄ​ຣນ ເປັນ​ໄພ​ຂົ່ມ​​ຂູ່ ຕໍ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ຢູ່ ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ (EAP). ນອກ​ຈາກ​ຜົນ​ກະ​ທົບ​ຂອງ​ສົງ​ຄາມ​ດັ່ງ​ກ່າວ ກໍ​ຍັງ​ມີຂໍ້​ຫຍຸ້ງ​ຍາກ​ທາງດ້ານ​ເສດ​ຖະ​ກິດ​ ທີ່​ເກີດ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ທີ່​ແກ່​ຍາວ, ການ​ຮັດ​ແໜ້ນ​ນະ​ໂຍ​ບາຍ​ທາງດ້ານ​ການ​ເງິນ​ຂອງສະ​ຫະລັດ​ອາ​ເມ​ຣິ​ກາ ແລະ ການ​ລະ​ບາດ​ຮອບ​ໃໝ່​ຢູ່ ສ​ປ ຈີນ ທີ່​ມີ​ນະ​ໂຍ​ບາຍ​ການ​ຄວບ​ຄຸມ​ໂຄວິດ​ໃຫ້​ເທົ່າສູນ.

ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ດ້ານ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ​ຂອງ​ທະ​ນາ​ຄານ​ໂລກ: ການ​ຜ່ານ​ຜ່າ​ລົມ​ພາ​ຍຸ ຊີ້​ແຈງ​ໃຫ້​ຮູ້​ວ່າ: ຜົນ​ກະ​ທົບ​ອັນໃຫຍ່ຫຼວງ​ຈາກສົງ​ຄາມ​ໃນ​ຢູ​ເຄ​ຣນ ແລະ ມາດ​ຕະ​ການ​ລົງ​ໂທດ​ຕໍ່ຣັດ​ເຊຍ​ນັ້ນ ໄດ້​ລົບ​ກວນ​ການ​ສະ​ໜອງ​ສິນ​ຄ້າ, ເພີ່ມ​ຂໍ້​ຫຍຸ້ງ​ຍາກ​ໃຫ້​​ລະ​ບົບການ​ເງິນ​ທີ່ບອບ​ບາງ​ຢູ່​ແລ້ວ, ແລະ ຖ່ວງ​ດຶງ​ການ​ເຕີບ​ໂຕ​ດ້ານ​ເສ​ດຖະ​ກິດ​ໃນ​ໂລກ​ໃຫ້​ທົດ​ຖອຍ​ລົງ​ໄປ​ຕື່ມ.

ສຳລັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ທີ່ເປັນ​ປະ​ເທດ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ​ລາຍ​ໃຫຍ່ ເຊັ່ນ: ມົງ​ໂກ​ລີ ແລະ ໄທ ແລະ ປະ​ເທດ​ນຳ​ເຂົ້າ​ອາ​ຫານ​ລາຍ​ໃຫຍ່ ເຊັ່ນ: ເກາະ​ປາ​ຊີ​ຟິກ ສະແດງ​​ໃຫ້ເຫັນ​ວ່າ: ລາຍ​ໄດ້​ຕົວ​ຈິງ​ໄດ້​ຫຼຸດ​ລົງ. 

ສຳລັບບັນ​ດາ​ປະ​ເທດ​ທີ່​ມີ​ໜີ້​ສິນຫຼວງຫຼາຍ ເຊັ່ນ: ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ແລະ ມົງ​ໂກ​ລີ ແລະ ​ປະ​ເທດເອື່ອຍ​ອີງ​ໃສ່​ການ​ສົ່ງ​ອອກ​ໃນ​ລະ​ດັບ​ສູງ ເຊັ່ນ: ມາ​ເລ​ເຊຍ ແລະ ສ​ສ ຫວຽດ​ນາມ ແມ່ນ​ມີ​ຄວາມບອບ​ບາງ​ຈາກ​ຜົນ​ກະ​ທົບ​ດ້ານ​ການ​ເງິນ​ໂລກ ແລະ ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​​ຂອງ​ເສດ​ຖະ​ກິດໂລກ. 

ທ່ານ ມາ​ນູ​ແອ​ລາ ວີ ແຟ​ໂຣ (Manuela V. Ferro) ຮອງ​ປະ​ທານ​ຂອງ​ທະ​ນາ​ຄານ​ໂລກ ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ໃນ​ຂະ​ນະ​ທີ່​ເສດ​ຖະ​ກິດ​ ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ພວມ​ຟື້ນ​ຕົວ​ຈາກ ຜົນ​ກະ​ທົບ​ຂອງ​ການ​ລະ​ບາດ​ພະ​ຍາດ​ໂຄວິດ, ສົງ​ຄາມ​ໃນ​ຢູ​ເຄ​ຣນ ຊ້ຳ​​ພັດມາ​ຖ່ວງ​ດຶງ​ຄືນຈັງ​ຫວະ​ຂອງ​ການ​ເຕີບ​ໂຕທີ່​​ພວມຟື້ນໂຕ ​ດັ່ງ​ກ່າວ. ຖານ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ທີ່​ໜັກ​ແໜ້ນ​ຂອງ ພາກ​ພື້ນ​ນີ້ ຈະ​ຊ່ວຍ ໃຫ້​ປະ​ເທດ​ສ່ວນ​ໃຫຍ່ ຜ່ານ​ຜ່າ​ລົມ​ພະ​ຍຸ​ເຫຼົ່າ​ນີ້ໄດ້.” 

ໃນ​ຂະ​ນະ​ທີ່​ປະ​ເທດ ​ທີ່​ຜະ​ລິດ​ສິນ​ຄ້າ ແລະ ມີ​ນະ​ໂຍ​ບາຍ​ການ​ເງິນ​ທີ່​ຮອບ​ຄອບ​ນັ້ນ ອາດ​ມີ​ຄວາມ​ພ້ອມ​ໃນ​ການ​ຟື້ນ​ຕົວ ຜ່ານ​ຜ່າ​ຜົນ​ກະ​ທົບ​ເຫຼົ່າ​ນີ້, ແຕ່​ວ່າ ຜົນ​ກະ​ທົບ​ຈາກ​ເຫດ​ການ​ເຫຼົ່າ​ນີ້ ຈະຫຼຸດ​ຜ່ອນ​ການ​ເຕີບ​ໂຕ​ທີ່​ຄາດ​ການ​ໄວ້​ສຳ​ລັບ ​ປະ​ເທດ​ສ່ວນ​ໃຫຍ່​ໃນ​ພາກ​ພື້ນ.

ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໂດຍ​ລວມ ແມ່ນ​ຄາດ​ວ່າ​ຈະ​ຊະ​ລໍ​ລົງ ເປັນ 5 ສ່ວນ​ຮ້ອຍ​ໃນ​ປີ 2022— ຫລຸດ​ລົງ 0.4 ຈຸດສ່ວນ​ຮ້ອຍ ຈາກ​ທີ່​ຄາດ​ຄະ​ເນ​ໄວ້​ໃນ​ເດືອນ​ຕຸ​ລາ. ຖ້າ​ສະ​ພາບ​ການ​ໃນ​ໂລກ​ຫາກ​ຕົກ​ຕ່ຳ​ລົງ ແລະ ນະ​ໂຍ​ບາຍ​ຮັບ​ມື​ຂອງ​ປະ​ເທດ​ຫາກ​ບໍ່​ເຂັ້ມ​ແຂງ, ການ​ເຕີບ​ໂຕ​ ອາດ​ຈະ​ຊ້າ​ລົງ​ເປັນ 4 ສ່ວນ​ຮ້ອຍ.  ​ຄາດ​ຄະ​ເນ​ວ່າ, ສ​ປ ຈີນ ເຊິ່ງກວມ​ເອົາ 86 ສ່ວ​ນ​ຮ້ອຍ​ຂອງ​ຜົນ​ຜະ​ລິດ​ໃນພາກ​ພື້ນ, ຈະເຕີບ​ໂຕ 5 ສ່ວນ​ຮ້ອຍ ໂດຍພື້ນຖານ ແລະ 4 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ.   

ຜົນ​ຜະ​ລິດ​ໃນ​ປະ​ເທດ​ອື່ນໆ​ຂອງ​ພາກ​ພື້ນ ຄາດ​ວ່າ​ຈະ​ຂະ​ຫຍາຍ​ເປັນ 4.8 ໂດຍ​ພື້ນ​ຖານ ແລະ 4.2 ສ່ວນ​ຮ້ອຍ​ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍ. ໃນ​ກໍ​ລະ​ນີ​ສົມ​ມຸດ​ຖານ​ທີ່​ເງື່ອນ​ໄຂ​ບໍ່​ເອື້ອ​ອຳ​ນວຍນັ້ນ ແມ່ນ​ຈະສົ່ງ​ຜົນ​ໃຫ້​ມີອີກ 6 ລ້ານ​ຄົນ​ ​ເພີ່ມ​ຕື່ມ​ໃນ​ພາກ​ພື້ນ ທີ່​ຈະ​ຍັງ​ຕິດ​ຢູ່​ໃນ​ສະ​ພາບ​ທຸກ​ຍາກ​ໃນ​ປີ 2022 ໃນລາຍ​ໄດ້​ເສັ້ນ​ຄວາມ​ທຸກ​ຍາກ US$5.50/ວັນ.

ສົງ​ຄາມ, ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ທີ່​ຮັດ​ແໜ້ນ​ຂຶ້ນ ແລະ ຈັງ​ຫວະ​ການ​ເຕີບ​ໂຕ​ທີ່​ຊ້າ​ລົງ​ຂອງ ສ​ປ ຈີນ ມີ​ແນວ​ໂນ້ມ​ທີ່​ຈະ ທະ​ວີ​ຄູນ ຄວາມ​ຫຍຸ້ງ​ຍາກ​ທີ່​ມີ​ຢູ່​ແລ້ວ​ຍ້ອນການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ. ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ພາກ​ພື້ນ​ທີ່​ຕໍ່​ສູ້​ກັບ​ຄວາມ​ຫຍຸ້ງ​ຍາກ ເຊິ່ງ​ໃນ​ນັ້ນມີ 50 ສ່ວນ​ຮ້ອຍ​ທີ່​ໄດ້​ລາ​ຍ​ງານ​ການ​ຄ້າງ​ຊຳ​ລະ​ໃນ​ປີ 2021 ກໍ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ​​ດ້ານ​ຕ່ອງໂສ້ການ​ສະ​ໜອງ ແລະ ດ້ານ​ຄວາມ​ຕ້ອງ​ການອີກຮອບໃຫມ່. ບັນ​ດາ​ຄົວ​ເຮືອນ ເຊິ່ງ​ສ່ວນ​ໃຫຍ່​ໄດ້​ກັບ​ໄປ​ສູ່​ສະ​ພາບ​ທຸກ​ຍາກ​ໃນ​ໄລ​ຍະ​ການ​ລະ​ບາດ​ຂອງ​ພະ​ຍາດ ກໍ​ຈະ​ເຫັນ​ລາຍ​ໄດ້​ຕົວ​ຈິງ​ນັ້ນ ຫລຸດ​ໜ້ອຍ​ຖອຍ​ລົງ​ຍ້ອນ ລາ​ຄາ​ຕ່າງໆ​ທີ່​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ລັດ​ຖະ​ບານ​ທີິ່​ມີ​ໜີ້​ສິນ ເພີ່ມ​ຂຶ້ນ 10 ສ່ວນ​ຮ້ອຍ​ຂອງ GDP ຕັ້ງ​ແຕ່​ປີ 2019 ເປັນ​ຕົ້ນ​ມາ ກໍ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສະ​ໜັບ​ສະ​ໜູນ​ເສດ​ຖະ​ກິດ​ຂອງ​ຕົນ.

ອັດ​ຕາ​ເງິນ​ເຟີ້​ ທີ່​ເພີ່ມ​ຂຶ້ນ ຢ່າງ​ຕ່ຳ 1 ສ່ວນ​ຮ້ອຍ ສົມ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ກ່ອນ​ໜ້າ​ນີ້ ຍ້ອນ ຜົນ​ກະ​ທົບ​ຈາກ ລາ​ຄາ​ນ້ຳ​ມັນ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ດຽວ ກໍ​ຈະ ຫລຸດ​ແນວ​ທາງ​ໃນ​ການ​ຜ່ອນ​ຄາຍ​ນະ​ໂຍ​ບາຍ​ດ້ານ​ເງິນ​ຕາ.   

ທ່ານ ອາ​ດິ​ຕາ​ຢາ ມາ​ຕູ ຫົວ​ໜ້ານັກ​ເສດ​ຖະ​ສາດຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ໄດ້​ກ່າວ​ວ່າ: “ຜົນ​ກະ​ທົບ​ທີ່​ຕໍ່​ເນື່ອງ​ແກ່​ຍາວໝາຍ​ເຖິງ ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ທີ່​ປະ​ຊາ​ຊົນ​ ຈະ​ຕ້ອງ​ພົບ​ພໍ້​ຮັບ​ມື ກັບ ກຳ​ລັງ​ດ້ານ​ການ​ເງິນ​ທີ່​ທົດ​ຖອຍ​ໜ້ອຍ​ລົງ​ຂອງ​ລັດ​ຖະ​ບານ​ຂອງ​ປະເທດເຂົາ​ເຈົ້າ​ເອງ. ການ​ປະ​ຕິຮູບ​ດ້ານ​ການ​ເງິນ ແລະ ດ້ານ​ການ​ຄ້າ ຈະ​ສາ​ມາດ​ຫລຸດ​ຜ່ອນ​ຄວາມ​ສ່ຽງ ແລະ ຟື້ນ​ຟູ​ການ​ເຕີບ​ໂຕ ກໍ​ຄື ການຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ.”

ບົດ​ລາຍ​ງານ ແນະ​ນຳ ຂໍ້​ປະ​ຕິ​ບັດ​ດ້ານ​ນະ​ໂຍ​ບາຍ 4 ປະ​ເພດ ແທນ​ທີ່ໆ​ຈະ​ຄວບ​ຄຸມ​ລາ​ຄາ ແລະ ໃຫ້ການ​ຊ່ວຍ​ເຫຼືອ​ແບບ​ບໍ່​ມີ​ການ​ເລືອກ​ເຟັ້ນ, ການ​ຊ່ວຍ​ເຫຼືອ​ຄົວ​ເຮືອນ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດ​ແບບ​ມີ​ເປົ້າ​ໝາຍ ຈະ​ຈຳ​ກັດ​ຄວາມ​ເສຍ​ຫາຍ ຈາກ​ຜົນ​ກະ​ທົບ​ຕ່າງໆ ແລະ ສ້າງ​ພື້ນ​ທີ່ ​ສຳ​ລັບ​ການ​ລົງ​ທຶນ​ທີ່​ຍົກ​ສູງ​ການ​ເຕີບ​ໂຕ. ການທົດສອບຄວາມສາມາດຂອງສະຖາບັນການເງິນໃນການຮັບມືກັບຜົນກະທົບທີ່ບໍ່ຄາດຄິດ ຈະຊ່ວຍໃຫ້ເຫັນຄວາມສ່ຽງທີ່ບົ່ມຊ້ອນໃນບັນດາສະຖາບັນດັ່ງກ່າວ  ຈາກການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອ ແລະ ການໂຍະຍານມາດຕະຖານອື່ນໆທີ່ຜູ້ວາງນະໂຍບາຍໄດ້ກຳນົດໃຫ້ປະຕິບັດໃນຊ່ວງເວລາທີ່ ພະຍາດໂຄວິດແຜ່ລະບາດ.

ການ​ປະ​ຕິ​ຮູບ​ນະ​ໂຍ​ບາຍ​ດ້ານ​ການ​ຄ້າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ​ທີ່​ຍັງ​ມີ​ການ​ຄວບ​ຄຸມ ຈະ​ຊ່ວຍ​ໃຫ້​ປະ​ເທດໝູນ​ໃຊ້​ໂອ​ກາດ​ເພື່ອ​ໃຫ້​ເກີດ​ປະ​ໂຫຍດ​ຈາກທິດ​ທາງ​ການ​ປ່ຽນ​ແປງ​ຂອງ​ການ​ຄ້າ​ໃນ​ໂລກ. ການ​ປັບ​ປຸງ​ສີ​ມື​ທັກ​ສະ ແລະ ຍົກ​ສູງ​ການ​ແຂ່ງ​ຂັນ ຈະ​ຊ່ວຍ​ສ້າງ​ຄວາມ​ອາດ​ສາ​ມາດ​ ແລະ ນະ​ໂຍ​ບາຍ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ໃນ​ການຮອງ​ຮັບ​​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ​ໃໝ່ໆ.

ສຳເລັດຮຽບຮ້ອຍ! ພິທີຕ້ອນຮັບປະດິດສະຖານ ແລະ ສົມໂພດຮູບປັ້ນຫຼໍ່ພໍ່ກະດວດ

ພິທີຕ້ອນຮັບ, ປະດິດສະຖານ ແລະ ສົມໂພດຮູບປັ້ນຫຼໍ່ພໍ່ກະດວດ ທີ່ແຂວງສະຫວັນນະເຂດ ໄດ້ສຳເລັດໄປດ້ວຍດີ ແລະ ຮຽບຮ້ອຍແລ້ວ.

ພາຍຫຼັງທີ່ໄດ້ມີການຫ້າງຫາກະກຽມ ເປັນເວລາຫຼາຍເດືອນ ໃນພິທີແຫ່ຮູບປັ້ນຫຼໍ່ຈຳລອງ ພໍ່ກະດວດ ເພື່ອມາປະດິດສະຖານໄວ້ທີ່ອະນຸສາວະລີ ຂອງທ່ານ ທີ່ແຂວງສະຫວັນນະເຂດ.

ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 2 ຫາ ວັນທີ 5 ເມສາ 2022, ມາຮອດມື້ວັນທີ 4 ເມສາ ກໍ່ໄດ້ມີການຫ້າງຫາກະກຽມດ້ານຕ່າງໆ ໂດຍສະເພາະແມ່ນການຕັ້ງກອງບຸນ 9 ກອງ ເພື່ອໃຫ້ອອກຕົນຍາດໂຍມ ໄດ້ຮ່ວມອຸບໂປໂມທະນາ ວັດຖຸປັດໄຈ ອຸທິດເຖິງດວງວິນຍານພໍ່ກະດວດ ບັນພະບຸລຸດຂອງຊາດລາວ.

ໃນຕອນຄໍ່າກໍ່ໄດ້ກ້າວເຂົ້າສູ່ພິທີ ສົມໂພດຕາມຮີດຄອງປະເພນີ,ໂດຍຝ່າຍພະສົງກໍ່ມີ ຍາທ່ານ ປານ ສຸພັນໂທ ເຈົ້າຄະນະ ອພສ ແຂວງສະຫວັນນະເຂດ,ພຣະອາຈານ ແກ້ວອຸດອນ ໂຊຕິທຳໂມ, ພຣະອາຈານ ປອ ຈັນດາ ເຄນສັກດາ ຮອງເຈົ້າຄະນະ ອພສ ແຂວງ ພ້ອມດ້ວຍພຣະສົງ ສາມະເນນ,ຝ່າຍຄາຣະວາດ ມີທ່ານ ປອ ສິລະວົງ ຄຸດໄພທູນ ກໍາມະການກົມການເມືອງ ສູນກາງພັກ ປະທານ ສູນກາງແນວລາວສ້າງຊາດ,ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ,ພ້ອມດ້ວຍການນຳຂັ້ນສູນກາງ,ຂັ້ນແຂວງ,ການນໍາມາຈາກບັນດາເມືອງ ໃນທົ່ວແຂວງ ພ້ອມດ້ວຍພະນັກງານ,ທະຫານ,ຕໍາຫຼວດ ແລະອອກຕົນຍາດໂຍມ ໄດ້ເຂົ້າຮ່ວມຈຳນວນຫຼວງຫຼາຍ.

ໃນພິທີ ກໍ່ໄດ້ມີການ ໄຫວ້ພຣະ ຮັບສິນພຣະສົງຈະເຣີນໄຊຍະມົງຄຸນຄາຖາ ສົມໂພດຮູບຫຼໍ່ພໍ່ກະດວດ,ມີການຖວາຍຜ້າໄຕຣ,ແລ້ວຈູດທຽນໄຊໂດຍທ່ານເຈົ້າແຂວງ, ຟັງທຳມະເທສະໜາ 1 ກັນ,ຕໍ່ດ້ວຍການຄາຣະວະ ຢາດນໍ້າຮັບພອນ ແລ້ວຈົບພິທີໃນວັກທີ 1, ສ່ວນວັກທີ2 ແມ່ນໄຫວ້ພຣະສູດມົນ ສາທະຍາຍທຳ,ຟັງທຳມະເທສະໜາ ຈົນຮອດເວລາ 22:00 ຄໍ່າ.

ມາຮອດຕອນເຊົ້າຂອງວັນທີ 5 ເມສາ 2022 ເຊິ່ງເປັນມື້ສຸດທ້າຍຂອງງານ ກໍ່ໄດ້ມີພິທຳບຸນຕັກບາດ ຖວາຍສັງຄະທານ ຕາມຮີດຄອງ ແລ້ວກໍ່ຈົບພິທີ.

ແຫຼ່ງຂ່າວ ແລະ ຮູບພາບ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ

ຍັງບໍ່ຫຼຸດຈາກຫຼັກພັນ! ຜູ້ຕິດເຊື້ອໂຄວິດ-19 ໃໝ່

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ວັນທີ 6 ເມສາ 2022 ໃຫ້ຮູ້ວ່າ:

ໄວກວ່າແຜນ! ການກໍ່ສ້າງຂົວມິດຕະພາບ-ລາວໄທ ແຫ່ງທີ5 ບໍລິຄຳໄຊ-ບຶງການ

ຕາມການລາຍງານຂອງ ສຳນັກຂ່າວເສດຖະກິດການຄ້າໃຫ້ຮູ້ວ່າ: ທ່າມກາງການລະບາດຂອງພະຍາດ ໂຄວິດ-19 ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຍັງດຳເນີນໄປຢ່າງຕໍ່ເນື່ອງ ແລະເຫັນວ່າ ລື່ນແຜນການບາງເລັກນ້ອຍ.

ຕາມການລາຍງານຂ່າວຫຼ້າສຸດຂອງສື່ໄທກ່ຽວກັບການກໍ່ສ້າງຂົວມິດຕະພາບ-ລາວໄທ ແຫ່ງທີ5 ບໍລິຄຳໄຊ-ບຶງການ ມາຮອດປະຈຸບັນ ມີຄວາມຄືບຫນ້າແລ້ວ 36,04 % ໄວກວ່າແຜນ ຖ້າທຸກຢ່າງເປັນໄປໄດ້ລາບລື່ນຄືຜ່ານມາຄາດວ່າຈະສາມາດເຊື່ອມຂົວແຫ່ງນີ້ຕໍ່ກັນລະຫວ່າງຝັ່ງລາວ ແລະໄທໃນກາງປີ 2023 ແລະເປີດໃຊ້ບໍລິການໃນປີ 2024.

ສຳລັບຂົວມິດຕະພາບລາວ-ໄທແຫ່ງທີ5 ແມ່ນໄດ້ໃຊ້ເງິນລົງທຶນ 3.930 ລ້ານບາດ ຄ່າໃຊ້ຈ່າຍຝັ່ງໄທ 2.630 ລ້ານບາດ ໜ້າວຽກຄືງານຖະໜົນ ແລະອາຄານດ່ານສາກົນຝັ່ງໄທ, ຂົວຂ້າມແມ່ນ້ຳຂອງຝັ່ງໄທ,  ຝັ່ງລາວ ຈະໃຊ້ງົບປະມານ 1.300 ລ້ານບາດ ນຳໃຊ້ເຂົ້າໃນການກໍ່ສາງຂົວຂ້າມນ້ຳຂອງຝັ່ງລາວ ແລະເສັ້ນທາງ, ອາຄານດ່ານສາກົນຝັ່ງລາວ.

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ໄດ້ໃຫ້ສໍາພາດກ່ອນໜ້ານີ້ວ່າ: ພາຍຫຼັງສໍາເລັດຄາດວ່າ ຂົວແຫ່ງທີ 5 ນີ້ຈະອໍານວຍຄວາມສະດວກຫຼາຍຢ່າງໃຫ້ກັບປະຊາຊົນ 2 ປະເທດ ໃນການໄປມາຫາສູ່ກັນ ລວມທັງການຈໍລະຈອນສິນຄ້າ, ສ້າງເງື່ອນໄຂເຊື່ອມໂຍງພາກພື້ນ, ເປັນແລວເສດຖະກິດທີ່ສໍາຄັນ, ເປັນໄລຍະທາງທີ່ໃກ້ທີ່ສຸດກັບທ່າເຮືອແຫຼມສະບັງຂອງໄທ ແລະ ທ່າເຮືອຫວຸ້ງອ່າງຢູ່ປະເທດຫວຽດນາມແບບທີ່ບໍ່ເຄີຍມີມາກ່ອນ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຕັ້ງຢູ່ເຂດບ້ານກ້ວຍອຸດົມ ເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍຫ່າງຈາກເທດສະບານເມືອງປາກຊັນ ໄປທາງທິດເໜືອຕາມທາງເລກ 13 ໃຕ້ ປະມານ 10 ກິໂລແມັດ ແລະ ຫ່າງຈາກທາງເລກ 13 ໃຕ້ເຂົ້າໄປຫານໍ້າຂອງ 2.860 ແມັດ.

ໂຄງສ້າງຂົວຊ່ວງກາງນ້ໍາເປັນລັກສະນະຂົວແຂວນ (Extradoses) ແບ່ງອອກເປັນຫຼາຍຊ່ວງທີ່ແຕກຕ່າງກັນໃນນັ້ນຊ່ວງຂົວກາງນໍ້າທີ່ຮັບຜິດຊອບຮ່ວມກັນລວມມີ 9 ຊ່ວງ ມີລວງຍາວທັງໝົດ 810 ແມັດ, ຂົວເຊື່ອມຕໍ່ມີລວງຍາວ 540 ແມັດ ໂຄງສ້າງ ແລະ ຮູບຊົງ ເສົາຄຶງສາຍກາບຢູ່ກາງນໍ້າເປັນຮູບແຄນຄູ່ຢູ່ເສົາກາງນໍ້າ 4 ເສົາ ມູນຄ່າການກໍ່ສ້າງລວມສະເພາະເບື້ອງລາວ 1.380.067.000 ບາດ(ສະກຸນເງິນໄທ)

ການນຳ ກະຊວງ ປກສ ອວຍພອນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ

ການນຳ ກະຊວງ ປກສ ອວຍພອນ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ ທີ່ໝູນວຽນມາ ຄົບຮອບ 61 ປີ (5 ເມສາ 1961-5 ເມສາ 2022 ),ການນຳຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ນໍາໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວປະທານປະເທດແຫ່ງ ສປປ ລາວ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ກໍໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການເຄື່ອນໄຫວຊີ້ນຳ-ນໍາພາກຳລັງປ້ອງກັນຄວາມສະຫງົບ, ໂດຍໄດ້ຮັບການນຳພາ-ຊີ້ນຳ ເດັດຂາດ ໂດຍກົງ ແລະ ຮອບດ້ານ ຈາກພັກ-ລັດຖະບານ ໄດ້ຮັບການອຸ້ມຊູຊ່ວຍເຫຼືອກໍ່ສ້າງຈາກ ການຈັດຕັ້ງຂັ້ນເທິງ ໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໄລຍະທີ່ຜ່ານມາ ເຮັດໃຫ້ກໍາລັງ ປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ ສະຖຽນລະ ພາບທາງດ້ານການເມືອງ, ປະເທດຊາດມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໃຫ້ການຮ່ວມມື ອູ້ມຊູຊ່ວຍເຫຼືອກຳລັງປ້ອງ ກັນຄວາມສະຫງົບ ດ້ວຍດີຕະຫຼອດມາ.

ພ້ອມກັນນີ້ ສະຫາຍ ຍັງໄດ້ລາຍງານຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບຄົບຮອບ 61 ປີ ໄດ້ມີຫຼາຍກິດຈະກຳທີ່ສຳຄັນເປັນຕົ້ນແມ່ນ: ຈັດຕັ້ງເຜີແຜ່ອະສານ, ປາຖະກະຖາເລົ່າຄືນມູນເຊື້ອ ກຳລັງ ປກສ ໃຫ້ແກ່ນາຍ ແລະ ພົນຕຳຫຼວດໃນຂອບເຂດທົ່ວປະເທດ, ຂະບວນການແຂ່ງຂັນກິລາມິດຕະພາບ, ພົບປະຢ້ຽມຢາມຄອບຄົວອາດີດການນຳ ກະຊວງ ປກສ ແລະ ນາຍ ແລະ ພົນຕຳຫຼວດທີ່ເຈັບເປັນນອນປິ່ນປົ່ວຢູ່ໂຮງໝໍ ແລະ ກິດຈະກຳອື່ນໆໂດຍຜ່ານສື່ມວນຊົນ.

ນອກນີ້ ຍັງໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຜົນສຳເລັດຫຼາຍດ້ານ ສະແດງອອກ ນັບແຕ່ມື້ຈັດຕັ້ງປະຕິບັດມາເຖິງປັດຈຸບັນ ສາມາດແກ້ໄຂຄະດີໄດ້ເປັນຈໍານວນຫຼາຍ ເຮັດໃຫ້ຄະດີຢາເສບຕິດມີທ່າອ່ຽງຫຼຸດລົງ. ຈາກນັ້ນ ສະຫາຍ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນໍາຂັ້ນສູງກະຊວງ ປກສ ກໍຄື ນາຍ ແລະ ພົນຕຳຫຼວດ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ ທີ່ເວລາໃດກໍ່ເຮັດຫຼ້ອນໜ້າທີ່ ທີ່ໄດ້ຮັບມອບໝາຍ ສົມເປັນກຳລັງປະກອບອາວຸດປະຕິວັດ ອັນແຫຼມຄົມຂອງພັກ ພ້ອມກັນນີ້ ສະຫາຍ ຍັງໂອ້ລົມ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ-ຄະນະນໍາ ຂັ້ນສູງກະຊວງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດ ເຮັດໃຫ້ກຳລັງປ້ອງກັນ ຄວາມສະຫງົບ ເປັນກຳລັງປະກອບອາວຸດທີ່ເຂັ້ມແຂງຂອງພັກ ເປັນກຳລັງທີ່ມີຄວາມທັນສະໄໝ ຮອບດ້ານເທື່ອລະກ້າວ ເປັນຕົ້ນແມ່ນ:

ປັບປຸງແບບແຜນວິທີຄົ້ນຄິດ, ວິທີເຮັດວຽກຂອງຖັນແຖວພະນັກງານຂົງເຂດປ້ອງກັນຄວາມສະຫງົບໃຫ້ໄປທ່ວງທັນກັບສະພາບການເລັ່ງທວງໃນປັດຈຸບັນ, ວິໃຈບັນຫາໃຫ້ຖືກຕ້ອງ ແລະ ວາງແຜນຢ່າງຮັດກຸມ, ຈັດລຽງບຸລິມະສິດຂອງສະພາບທີ່ເກີດຂຶ້ນ ແລະ ມີຢູ່ປັດຈຸບັນຂອງປະເທດເຮົາ ເພື່ອວາງແຜນໃຫ້ຈັດຕັ້ງປະຕິບັດຕາມແຜນບູລິມະສິດ ໃຫ້ເກີດເປັນຮູບປະທຳ, ສືບຕໍ່ລົງກໍ່ສ້າງຮາກຖານຢູ່ທ້ອງຖິ່ນໃຫ້ມີຕາໜ່າງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງ, ດຶງເອົາປະຊາຊົນເຂົ້າຮ່ວມ ແລະ ເຂົ້າຮ່ວມດ້ວຍຄວາມຈິງໃຈ ແລະ ຈິງຈັງ ດ້ວຍຄວາມຕື່ນຕົວຂອງເຂົາເຈົ້າ, ປົກປ້ອງຊັບສິນ ຜົນປະໂຫຍດລວມຂອງລັດ ແລະ ຂອງປະຊາຊົນຢ່າງຖືກຕ້ອງ ເປັນທໍາແທ້. ເອົາໃຈໃສ່ຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ໂດຍສະເພາະແມ່ນວ່າລະແຫ່ງຊາດວ່າດ້ວຍການແກ້ໄບບັນຫາຢາ ເສບຕິດ ໃຫ້ມີຜົນສໍາເລັດຕາມກໍານົດເວລາທີ່ໄດ້ກຳນົດໄວ້, ພ້ອມກັນບໍ່ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທັນສະໄໝ, ສືບຕໍ່ກໍ່ສ້າງໃຫ້ມີພະງານສືບທອດປ່ຽນແທນໃນໄລຍະສັ້ນ ແລະ ຍາວນານ, ຊຸກຍູ້ສົ່ງເສີມໃຫ້ນາຍ ແລະ ພົນຕຳຫຼວດໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ທັງນີ້ ກໍ່ເພື່ອເຮັດໃຫ້ ບ້ານ ເມືອງມີຄວາມສະຫງົບ ປະຊາຊົນເຊື້ອໝັນຕໍ່ການນຳພາຂອງ ພັກ-ລັດ ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ຮຸ່ງເຮື່ອງສີລິໄລພ້ອມກັນເອົາໃຈໃສ່ສ້າງພະລາກັບທີ່ເພື່ອແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນຕໍາຫຼວດ ຕາມ ທິດເຜິ້ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ລັດຖະມົນກະຊວງ ປກສ ກໍໄດ້ຕ່າງໜ້າໃຫ້ຄະນະພັກ-ຄະນະນຳ ກະຊວງ ປກສ ກໍ່ຄື ນາຍ ແລະ ພັນຕຳຫຼວດ ທົ່ວກຳລັງ ປກສ ສະແດງຄວາມຕະຕັນຍູຮູ້ບຸນຄຸນຕໍ່ ພັກ-ລັດ ໂດຍສະເພາະແມ່ນ ສະຫາຍ ເລຂາທິການໃຫຍ່ ຍາມໃດກໍ່ໄດ້ເອົາໃຈໃສ່ໃກ້ສິດຕິດແທດ ຊີ້ນຳ-ນຳພາ ຕໍ່ກຳລັງປ້ອງກັນ ຄວາມສະຫງົບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຂໍອວຍໄຊໃຫ້ພອນໃຫ້ ສະຫາຍ ຈົ່ງມີ ແຕ່ພາລະນາໄມທີ່ສົມບູນ ສຸຂະພາບແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວຄອບຄົວ ມີຜົນສຳເລັດໃນໜ້າທີ່ອັນມີກຽດ ສືບຕໍ່ຊີ້ນຳ-ນຳພາກຳລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ຂື້ນໄປເລື້ອຍໆ.