Home Blog Page 55

ກະຊວງການເງິນສາມາດເກັບລາຍຮັບ ໃນ 5 ເດືອນຕົ້ນປີ 2022

ໃນວາລາດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ວ່າ: 5 ເດືອນຕົ້ນປີ 2022, ກະຊວງການເງິນສາມາດຈັດເກັບລາຍຮັບໄດ້ 10.633,89 ຕື້ກີບ ເທົ່າກັບ 33,66% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 23,71% ເປັນເງິນ, ເທົ່າກັບ 2.037,36 ຕື້ກີບ.

ຄາດຄະເນ 6 ເດືອນຕົ້ນປີ 2022 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 13.492,11 ຕື້ກີບ ເທົ່າກັບ 42,71% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 22% ເປັນເງິນເທົ່າກັບ 2.265,10 ຕື້ກີບ. ສໍາລັບລາຍຮັບ 6 ເດືອນທ້າຍປີ ຈະສູ້ຊົນໃຫ້ໄດ້ 18.101 ຕື້ກັບ, ຄາດຄະເນລາຍຮັບໝົດປີ 2022 ຈະສູ້ຊົນໃຫ້ໄດ້ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 31.593 ຕື້ກີບ; ໃນນັ້ນ ລາຍຮັບພາຍໃນ 29.133,11 ຕື້ກີບ ແລະ ລາຍຮັບຊ່ວຍເຫລືອລ້າ 2.460 ຕື້ກີບ.ສຳລັບລາຍຈ່າຍງົບປະມານແຫ່ງລັດ 5 ເດືອນຕົ້ນປີ 2022 ສາມາດປະຕິບັດໄດ້ 8.849,47 ຕື້ກີບ ເທົ່າກັບ 27,24% ຂອງແຜນປີ. ຄາດຄະເນລາຍຈ່າຍໝົດປີ 2022 ຈະສູ້ຊົນຈັດຕັ້ງປະຕິບັດລາຍຈ່າຍທີ່ເປັນບູລີມະສິດຕົ້ນຕໍ ແລະ ລາຍຈ່າຍທີ່ຈໍາເປັນໃຫ້ສຳເລັດໂດຍພື້ນຖານ ທີ່ສະພາຮັບຮອງສູງສຸດບໍ່ເກີນ 34.691,39 ຕື້ກີບ ໃນ 6 ເດືອນທ້າຍປີ.

ສ່ວນການຊຳລະໜີ້ສິນສາທາລະນະ ແຜນຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ປີ 2022 ມີຈຳນວນທັງໝົດ 7.157 ຕື້ກີບ ແລະ 1.598 ລ້ານໂດລາສະຫະລັດ, ມາຮອດວັນທີ 31 ພຶດສະພາ 2022 ສາມາດປະຕິບັດໄດ້ ຄື: ໜີ້ສິນພາຍໃນຊໍາລະແລ້ວ 1.619 ຕື້ກີບ ເທົ່າກັບ 24,53% ຂອງແຜນການປີ, ໃນນີ້ ຕົ້ນທຶນພັນທະບັດ ຊຳລະແລ້ວ 1.381 ຕື້ກີບ ເທົ່າກັບ 27,08% ຂອງແຜນການປີ; ດອກເບ້ຍພັນທະບັດ ຊຳລະແລ້ວ 238 ຕື້ກີບ, ເທົ່າກັບ 15,88% ຂອງແຜນການປີ.

ສຳລັບການຈັດຕັ້ງປະຕິບັດແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານ ວົງເງິນ 10 ພັນຕື້ກີບ ສາມາດຈັດຕັ້ງປະຕິບັດໄດ້ 9.577 ຕື້ກີບ ເທົ່າກັບ 95,78% ຂອງແຜນການ, ໃນນັ້ນ ພັນທະບັດອວ່າຍໜີ້ສາມແຈ ປະຕິບັດໄດ້ 3.818 ຕື້ກີບ ເທົ່າກັບ 93,55% ຂອງແຜນການ ແລະ ພັນທະບັດຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປະຕິບັດໄດ້ 5.759 ຕື້ກີບ ເທົ່າກັບ 97,32% ຂອງແຜນການ ແລະ ຍັງມີຍອດເຫລືອ 423 ຕື້ກີບ, ໃນນັ້ນ: ພັນທະບັດອວ່າຍໜີ້ສາມແຈ 264 ຕື້ກີບ ແລະ ພັນທະບັດຊຳລະໜີ້ສິນໂຄງການລົງທຶນຂອງລັດ 159 ຕື້ກີບ. ນອກຈາກນີ້ ຍັງມີໜີ້ສິນຕ່າງປະເທດຊຳ ລະແລ້ວ 137,90 ລ້ານໂດລາສະຫະລັດ ເທົ່າກັບ 8,62% ຂອງແຜນການປີ, ໃນນີ້ ຕົ້ນທຶນເງິນກູ້ ຊຳລະແລ້ວ 81,72 ລ້ານໂດລາສະຫະລັດ ເທົ່າກັບ 6,92% ຂອງແຜນການປີ; ດອກເບ້ຍເງິນກູ້ ຊຳລະແລ້ວ 56,17 ລ້ານໂດລາສະຫະລັດ ເທົ່າກັບ 13,46% ຂອງແຜນການປີ.

ລັດຖະບານ ກໍຄື ກະຊວງການເງິນ ຈະພະຍາຍາມບໍລິຫານໜີ້ສິນສາທາລະນະ ໂດຍສະເພາະ ແຜນການຊຳລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໃນ 7 ເດືອນທ້າຍປີ 2022 ຮັບປະກັນໃຫ້ໄດ້ຕາມແຜນ ແລະ ຈະປະຄັບປະຄອງການແກ້ໄຂໜີ້ສິນສາທາລະນະ ໃຫ້ຮັບປະ ກັນປະຕິບັດໄດ້ໂດຍພື້ນຖານ ເດັດຂາດບໍ່ໃຫ້ປະເທດຕົກເປັນປະເທດບໍ່ສາມາດຊຳລະໜີ້ສິນໄດ້.ທ່ານ ບຸນໂຈມ ອຸບົນປະເສີດ ຍັງໃຫ້ຮູ້ອີກວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2022 ດຳເນີນໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ ແລະ ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ແກ່ຍາວ ບວກກັບສະພາບຂອງພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສະລັບສັບຊ້ອນ ທີ່ພາໃຫ້ສະພາບລາຄາພະລັງງານ ມີການເໜັງຕີງແຮງ, ໄພເງິນເຟີ້ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວ, ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນສູງໃນຮອບຫລາຍສິບປີ, ມີຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຫຍຸ້ງຍາກສົມຄວນ.

ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອກາດຈຳນວນໜຶ່ງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ເປັນຕົ້ນ ແມ່ນມາດຕະການທີ່ກຳນົດໄວ້ໃນທ້າຍປີ 2021 ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໄດ້ລື່ນແຜນການ ໃນປີ 2021 ເຮັດໃຫ້ການຮັບມື ກໍຄື ການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ວາງໄວ້ໄດ້ຮັບຜົນເປັນຈິງຫລາຍດ້ານ.

ແຫຼ່ງຂ່າວ: ປະເທດລາວ

ທຳລາຍສິນຄ້າໝົດອາຍຸ ແລະ ປອມແປງຫຼາຍລາຍການ

ພິທີທຳລາຍສິນຄ້າໝົດອາຍຸ ແລະ ສິນຄ້າລອກຮຽນແບບ ໄດ້ຈັດຂື້ນໃນວັນທີ 10 ມີຖຸນາ 2022 ນີ້ ຢູ່ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແບງ ໂດຍການເຂົ້າຮ່ວມຂອງທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງໆແບງ, ມີພະນັກງານພາຍໃນຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ຜູ້ຕາງໜ້າຈາກ ພາກສວນທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ.

ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີປະເພດສິນຄ້າປອມແປງ, ສິນຄ້າເກືອດຫ້າມ ແລະ ສິນຄ້າໝົດອາຍຸ ຄິດເປັນມູນຄ່າ 4 ລ້ານກວ່າກີບ, ລວມທັງໝົດມີ 8 ລາຍການ ເຊິ່ງໄດ້ມາຈາກການລົງຕິດຕາມກວດກາຢູ່ບັນດາຫ້າງຮ້ານຂາຍເຄື່ອງພາຍໃນເມືອງ ແລະ ຢຶດຈາກລົດຂົນສົງຈຳນວນໜຶ່ງ ແຕ່ເດືອນ ມັງກອນ ເປັນຕົ້ນມາ ຂອງເຈົ້າໜ້າທີ່ກວດກາການຄ້າ ປະສານສົມທົບກັບຂະແໜງການທີ່ກ້ຽວຂ້ອງຂອງເມືອງ ທັງນີ້ກໍ່ເພື່ອເປັນຕິດຕາມກວດກາການຈຳໜ່າຍສິນຄ້າ ແລະ ຜະລິດຕະພັນຕາມທ້ອງຕະຫຼາດ, ຮ້ານຄ້າ ໃຫ້ມີຄຸນນະພາບ, ຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການປົກປ້ອງຜູ່ບໍລິໂພກ ໂດຍສະເພາະແມ່ນການປະຕິບັດຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ກົດໝາຍວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ)ໃນຂອບເຂດເມືອງແບງໃຫ້ເຂັ້ມງວດ ແລະ ຕໍ່ເນື່ອງ.

ຂ່າວ: ຂ່າວປະຈຳວັນ Daily News Oudomxay

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

ໃນຕອນແລງ ວັນທີ 10 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບໍລິສັດ ກໍ່ຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງ ການບຳບັດນໍ້າເປື້ອນ ຢູ່ນະຄອນຫຼວງພະບາງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນ ຈາກອົງ ການສຸຂາພິບານ ນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020.

ຈຸດປະສົງຂອງໂຄງການ ແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນໃຫ້ສະອາດກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

ສຳລັບການບໍາບັດນໍ້າເປື້ອນ ແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ.

ມາຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ ໃນປີ 2022 ນີ້.

ພາຍຫຼັງສຳເລັດ ການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈ ຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງ ທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ

ໃນໂອກາດດຽວກັນ, ທ່ານ Jean Philippe Henry ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນ ຢູ່ນະຄອນ ຫຼວງພະບາງ, ແຜນການພັດທະນາໂຄງການຕ່າງໆ ຢູ່ ສປປ ລາວ ໃນຕໍ່ໜ້າ, ລວມທັງຄວາມສາມາດ ແລະ ຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຕື່ມອີກ.

ຂ່າວ – ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur)

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ ວັນ​ທີ11​ ມິຖຸນາ​ 2022, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເປັນຊາຍແດນ ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ ມີ​ຄວາມ​ຍາວ​1.000 ກວ່າແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດ ຫລັງ​ຈາກ​ ໄດ້​ເລີ່ມລົງມືກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ໃນເດືອນ​ ພຶດສະພາ 2020 ​ແຕ່​ການ​ເປີດ​ຂົວ​ ຊັກ​ຊ້າ​ ອອກ​ໄປ ຍ້ອນ​ການ ​ແພ່​ລະບາດ ​ຂອງພະຍາດໂຄ​ວິດ-19.

ເຊິ່ງຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ ຫຼຸດຜ່ອນ ​ໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນ ລະຫວ່າງ​ ຈີນ ກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ.

ຖື​ເປັນ​ເສັ້ນທາງ ​ສຳຄັນ ຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍ ກັບ​ຈີນ ​ແລະ ຈະ​ຊ່ວຍ​ ເພີ່ມ​ມູນ​ຄ່າ ​ສິນຄ້າ ກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດ ​ໃນ​ອີກ 2 ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນ ຖື​ເປັນ​ຜູ້​ຊື້​ ສິນຄ້າ ​ປະ​ເພດ ຊັບ ພະຍາກອນ​ ທຳ​ມະ​ຊາດ ​ແລະ ຜະລິດ​ຕະພັນ ທາງ​ກະສິກຳ ຫລາຍທີ່ສຸດ ຂອງຣັດ​ເຊຍ.

ແຫຼ່ງຂ່າວ: Lao National Radio

ປກສ ເມືອງສັງທອງ ຈັບຜູ້ຄອບຄອງຢາບ້າ 252.000 ເມັດ

ວັນທີ 06 ມີຖຸນາ 2022 ເວລາ 21 ໂມງ 30 ນາທີ ຕໍາຫຼວດຈະລາຈອນ ໄດ້ຕັ້ງຈຸດກວດປ້ອມປາກສັງ ບ້ານທ່ານາສາ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ກວດກາລົດກະບະຍີ່ຫໍ້ ໂຕໂຢຕ້າ ລີໂວ້ ສີຂາວ ເລກ ທະບຽນ ຮວ 9994 ກໍາແພງນະຄອນ ກໍາລັງຂັບຂີ່ມາທາງທິດເໜືອ ມຸ່ງໜ້າເຂົ້າພື້ນທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ, ພໍມາຮອດຈຸດກວດປ້ອມປາກສັງ ເຈົ້າໜ້າທີ່ ຈຶ່ງໄດ້ຂໍກວດກາເອກະສານພວກກ່ຽວທັງສອງ ຈຶ່ງຕອບເຈົ້າໜ້າທີ່ວ່າ: ລົດຕິດໄຟແນ້ນ ບໍ່ມີເອກະສານມາໃດໆ. ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ເກີດຄວາມສົງໄສ ຈຶ່ງໃຫ້ຜູ້ຂັບຂີ່ເອົາແວ່ນດ້ານຫຼັງລົງ ແລ້ວສັງເກດພົບເຫັນເປົາສີດຳ 01 ໜ່ວຍ ມີຜ້າແພ ສີຟ້າປົກໄວ້ ເຈົ້າໜ້າທີ່ຈະລາຈອນ ຈຶ່ງຖາມວ່າ ແມ່ນເປົາຫຍັງ, ຜູ້ຂັບຂີ່ລົດ ຈຶ່ງເລັ່ງຂັບລົດຫຼົບໜີໄປ.ຕາມການລາຍງານຂອງ ຮອ ອານົງສັກ ພຸດທະວົງ ຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສັງທອງ ໃຫ້ຮູ້ວ່າ:

ພາຍຫຼັງທີ ພວກເຮົາ ໄດ້ຮັບຂໍ້ມູນແລ້ວ ລາຍງານຜູ້ບັນຊາ ແລະ ປະສານທຸກເລົ່າລົບວິຊາສະເພາະ ທົ່ວກຳລັງປ້ອງກັນຄວາມສະຫງົບເມືອງ ອອກສະກັດລັດ, ຮອດເວລາປະມານ 07:30 ໂມງ ຂອງວັນທີ 07 ມິຖຸນາ 2022 ຈຶ່ງໄດ້ພົບເຫັນລົດກະບະຄັນດັ່ງກ່າວຈອດປະໄວ້ຢູ່ພື້ນທີ່ບ້ານ ນາຫອຍ ຈາກນັ້ນຈຶ່ງໄດ້ທຳການກວດຄົ້ນ ພົບເຫັນກຸນແຈ ປະໄວ້ຢູ່ຕີນລົດ ພາຍໃນລົດມີເອກະສານຈໍານວນໜຶ່ງ ແລະ ຢາບ້າ ຈຳນວນ 16 ເມັດ, ເວລາຕໍ່ມາປະມານ 17:00 ໂມງ ຂອງວັນດຽວກັນ ໄດ້ຮັບແຈ້ງຜ່ານທາງໂທລະສັບວ່າ: ພົບເຫັນທ້າວ ດາວເຮືອງ ອາຍຸ 40 ປີ, ອາຊີບ ເຮັດນາ ຢູ່ບ້ານ ໂຄກແຫ້ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ລາກເອົາເປົາສີດຳທີ່ຢູ່ແຄມທາງ ເຂົ້າໄປປ່າທາງເລີກປະມານ 04 ແມັດ, ຫຼັງຮັບແຈ້ງມີຂໍ້ມູນ ຈຶ່ງໄດ້ນຳຕົວມາສອບສວນ ຜູ້ກ່ຽວຮັບສາລະພາບວ່າ:

ເປົາສີດຳ ທີ່ພົບເຫັນແລ້ວລາກອອກຈາກແຄມທາງໄປຊຸກເຊື່ອງ ເບືອງຕົ້ນເອົາມີດປາດເບິ່ງແລ້ວຮູ້ວ່າ ຢາບ້າ, ຈຶ່ງໄດ້ແບ່ງເປັນສາມພູດ ເອົາໄປຊຸກເຊື່ອງໄວ້ ຢູ່ເຂດນາເຂດບ້ານອ່າງນ້ອຍ 11 ແພັກ ແລະ ເອົາໄປຊຸກເຊື່ອງໄວ້ແຄມທາງ ລະຫວ່າງບ້ານ ໂຄກແຫ້ ຫາ ບ້ານ ເພຍລາດ 20 ແພັກ ລວມ 42 ແພັກ ຫຼື 126 ມັດ ຫຼື 252.000 ເມັດ ຕາມຄຳຮັບສາລະພາບຂອງທ້າວ ດາວເຮືອງ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ເກັບກູ້ມາຮັກໄວ້ ເປັນຂອງກາງໃນການດຳເນີນຄະດີ.ປັດຈຸບັນ ຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງສັງທອງກຳລັງເປີດກ້ວາງຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນ ມາດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ໄດ້ຮັບທີ່ພັກອາໄສແລ້ວ

ພິທີມອບ-ຮັບ ໂຄງການຟື້ນຟູ ແລະ ກໍ່ສ້າງທີ່ພັກອາໄສໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ຄືນໃໝ່ຢູ່ເມືອງປາກແບງ ແຂວງອຸດົມໄຊ ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ບ້ານໄຊມຸງຄຸນ ເມືອງຮຸນ ແຂວງອຸດົມໄຊ ຊຶ່ງມີທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຫົວໜ້າຄະນະຊີ້ນຳຂັ້ນສູນກາງ, ມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ ເປັນໂຄງການຟື້ນຟູທີ່ພັກອາໄສໃຫ້ປະຊາຊົນ ຈຳນວນ 4 ບ້ານຄື: ບ້ານພູຫຼວງ, ບ້ານມົກພາງ, ບ້ານດອນສະອາດ, ບ້ານພູລາງ ເມືອງປາກແບງ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີ 2018 ຜ່ານມາ. ດັ່ງນັ້ນ, ເພື່ອໃຫ້ປະຊາຊົນໄດ້ມີທີ່ພັກອາໄສຖາວອນ ທາງໂຄງການຈຶ່ງໄດ້ກໍ່ສ້າງເຮືອນຈໍານວນ 15 ຫຼັງ ເພື່ອສືບຕໍ່ມອບໃຫ້ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພພິບັດດັ່ງກ່າວ.

ໂຄງການນີ້ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກອົງການສະຫະປະຊາຊາດດ້ານເຄຫາສະຖານ ຢູເອັນຮາບີຕັດ (UN Habitat ). ສຳລັບການຊ່ວຍເຫຼືອທາງດ້ານພື້ນຖານໂຄງລ່າງຈັດສັນທີ່ຢູ່ອາ​ໄສຄື: ຕັດຜັງບ້ານມີເນື້ອທີ່ທັງໝົດ 32.27 ເຮັກຕາ, ສາມາດຈັດສັນໃຫ້ປະຊາຊົນໄດ້ 300 ຄອບຄົວ, ໃນເນື້ອທີ່ 20×20 ແມັດຕໍ່ 1 ຕອນ, ກໍ່ສ້າງເສັ້ນທາງ, ສ້າງນ້ຳລິນ, ຕິດຕັ້ງໄຟຟ້າ, ດຶງໄຟເຂົ້າເຮືອນປະຊາຊົນສຳເລັດ, ລວມມູນຄ່າສະເພາະວຽກພື້ນຖານໂຄງລ່າງ 7 ຕື້ 600 ລ້ານກ່ວາກີບ ຊຶ່ງອົງການຢູເອັນຮາບີຕັດ ໄດ້ຊ່ວຍກໍ່ສ້າງເຮືອນ 15 ຫຼັງ ໃຫ້ປະຊາຊົນໃນມູນຄ່າ 1 ຕື້ກວ່າກີບ, ນອກນີ້ຍັງມີເງິນບໍລິຫານໂຄງການ, ເງິນຝຶກອົບຮົມສີມືແຮງງານເພື່ອສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ, ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນປີ 2020 ໃຊ້ເວລາກໍ່ສ້າງ 3 ເດືອນຈຶ່ງສຳເລັດ ເປັນໂຄງການກໍ່ສ້າງເຮືອນກໍ່ຊັ້ນດຽວ ຊຶ່ງມີເນື້ອທີ່ 54 ຕາແມັດ, ມີ 1 ຫ້ອງນອນລວມ, 1 ຫ້ອງຄົວ ແລະ 1 ຫ້ອງນໍ້າ, ໂອກາດດັ່ງກ່າວເຈົ້າຂອງໂຄງການຈຶ່ງໄດ້ມອບເຮືອນຈຳນວນ 15 ຫຼັງໃຫ້ແກ່ແຂວງອຸດົມໄຊ ເພື່ອມອບຕໍ່ໃຫ້ປະຊາຊົນເປັນຜູ້ຄຸ້ມຄອງ ແລະ ນຳໃຊ້.

ເພື່ອຊຸກຍູ້ເສດຖະກິດ

ສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ

ໃນວັນທີ 9 ມິຖຸນານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນ-ຫຼວງພະບາງ, ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ ໂດຍການເປັນປະທານຂອງ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອທົບທວນຄືນບັນດານະໂຍບາຍ ແລະ ລະບຽບການຂອງບັນດາຂະແໜງ ການທີ່ກ່ຽວຂ້ອງກັບການຊຸກຍູ້ສົ່ງເສີມການປູກ, ການຜະລິດເປັນສິນຄ້າ ແລະ ການນໍາໃຊ້ພືດທີ່ເປັນຢາຂອງລາວ ເພື່ອເປັນບ່ອນອີງໃຫ້ແກ່ການເຕົ້າໂຮມບັນດາໝໍຢາພື້ນເມືອງ ແລະ ຜູ້ປະກອບການໃຫ້ເປັນກຸ່ມ ຫຼື ສະຫະກອນການຜະລິດ, ບໍ່ໃຫ້ມີລັກສະນະກະແຈກກະຈາຍ ແລະ ເຮັດພໍໃຜພໍລາວ, ເພື່ອແລກປ່ຽນຄວາມຮູ້ ປະສົບການດ້ານການຄຸ້ມຄອງ ແລະ ດ້ານວິຊາການທີ່ກ່ຽວຂ້ອງກັບວຽກງານຢາພື້ນເມືອງຈາກບັນດານັກວິຊາການ, ໝໍຢາພື້ນເມືອງ ແລະ ຜູ້ປະກອບການຈາກຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບວຽກງານຢາພື້ນເມືອງ, ເພື່ອຊຸກຍູ້ສົ່ງເສີມກຸ່ມການຜະລິດ ແລະ ສະຫະກອນການຜະລິດຢາພື້ນເມືອງລາວ ໃຫ້ກາຍເປັນເສດຖະກິດ.

ທ່ານ ບຸນເລື່ອມ ດວງເດືອນ ກ່າວວ່າ: ກອງປະຊຸມຄັ້ງນີ້, ເນື້ອໃນທີ່ຈະນໍາສະເໜີຕໍ່ບັນດາຜູ້ເຂົ້າຮ່ວມມີ 21 ຫົວບົດ ຊຶ່ງແຕ່ລະຫົວບົດລ້ວນແຕ່ມີຄວາມສໍາຄັນ ແລະ ເປັນປະໂຫຍດຕໍ່ການພັດທະນາວຽກງານຢາພື້ນເມືອງໂດຍສະເພາະແມ່ນບັນດານະໂຍບາຍ ແລະ ລະບຽບການຂອງບັນດາຂະແໜງການທີ່ກ່ຽວຂ້ອງກັບການສົ່ງເສີມການປູກ, ການຜະລິດເປັນສິນຄ້າ ແລະ ການນໍາໃຊ້ພືດທີ່ເປັນຢາຂອງລາວ ເພື່ອເປັນບ່ອນອີງໃຫ້ແກ່ການເຕົ້າ ໂຮມເປັນກຸ່ມ ຫຼື ສະຫະກອນການຜະລິດ, ບໍ່ໃຫ້ມີລັກສະນະກະແຈກກະຈາຍ.

ນອກນັ້ນ, ເພື່ອສົ່ງເສີມກຸ່ມການຜະລິດ ແລະ ສະຫະກອນຜະລິດຢາພື້ນເມືອງລາວໃຫ້ກາຍເປັນເສດຖະກິດ, ອີກດ້ານໜຶ່ງ ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມໃຫ້ມີການຊົມໃຊ້ຢາພື້ນເມືອງຫຼາຍຂຶ້ນ. ພ້ອມດຽວກັນນັ້ນ ທັງເປັນການຍົກລະດັບວຽກງານການແພດ ແລະ ການຢາພື້ນເມືອງໃຫ້ໄປຕາມທິດຂອງ ແນວຄິດ ປະທານ ໄກສອນ ພົມວິຫານ ທີ່ວ່າ: ໃຫ້ສົມທົບຢາພື້ນເມືອງກັບຢາຫຼວງເຂົ້າໃນການຮັກສາສຸຂະພາບ ຊຶ່ງໄລຍະຜ່ານມາ, ພັກ-ລັດ ຖະບານ ໄດ້ຖືເອົາວຽກງານການປິ່ນປົວດ້ວຍການແພດພື້ນເມືອງສົມທົບກັບການປິ່ນປົວດ້ວຍການແພດສະໄໝໃໝ່,ໃນນີ້ວຽກງານສົ່ງເສີມການປູກ ແລະ ການນໍາໃຊ້ພືດເປັນຢາແບບຍືນຍົງ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ເປັນໜຶ່ງໃນອົງປະກອບຂອງການບໍລິການສາທາລະນະສຸກ. ສະນັ້ນ, ຂະບວນການຜະລິດທີ່ໄດ້ມາດຕະຖານແມ່ນມີຄວາມຈໍາເປັນຕ້ອງມີນະໂຍບາຍ ແລະ ລະບຽບການຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ເປັນເອກະພາບຂອງຜູ້ປະກອບການປຸງແຕ່ງຢາພື້ນເມືອງ.

ການລ້ຽງ ແລະ ເຕັກນິກການປະສົມພັນກົບ

ສຶກສາ ການລ້ຽງ ແລະ ເຕັກນິກການປະສົມພັນກົບ, ສາມາດນຳໄປສ້າງເປັນອາຊີບໄດ້

.

.

.

.

.

.

.

ຈັບໂຕຜູ້ຄ້າຂາຍຢາເສບຕິດ ຂອງກາງຢາບ້າຈໍານວນ 206 ເມັດ

ເຈົ້າໜ້າທີ່ ປກສ ເມືອງແອດຈັບໂຕຜູ້ຄ້າຂາຍຢາເສບຕິດ ຂອງກາງຢາບ້າຈໍານວນ 206 ເມັດ

ເຈົ້້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ໄດ້ຮັບແຫຼ່ງຂໍ້ມູນຈາກພົນລະເມືອງດີວ່າ ມີບຸກຄົນເຄື່ອນໄຫວ ຄ້າຂາຍຢາເສບຕິດຢູ່ໃນຂອບເຂດບ້ານພຽງລູ້ ເມືອງແອດ ແຂວງຫົວພັນ.

ສະນັ້ນເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ລົງຕິດຕາມເກັບກໍາຂໍ້ມູນພິສູດແຫຼ່ງຂ່າວຕົວຈິງ ເຫັນວ່າມີຂໍ້ມູນຄວາມຈິງແທ້ ມາຮອດເວລາ 11 ໂມງ 30 ນາທີ ຂອງວັນທີ 8 ມິຖຸນາ 2022, ເຈົ້າໜ້າທີ່ ປກສ ເມືອງແອດໄດ້ນໍາກໍາລັງ ສົມທົບກັບ ກອງບັນຊາການ ທະຫານ ເມືອງ, ໄອຍາການ ເຂດII ປະຈໍາເມືອງແອດ, ປກສ ກຸ່ມ ບ້ານດ່ານ, ອໍານາດການປົກຄອງບ້ານ ພ້ອມດ້ວຍ ປກສ ບ້ານພຽງລູ້ ເຂົ້າກວດຄົ້ນເຄຫາສະຖານ ເຮືອນຂອງເປົ້າໝາຍດັ່ງກ່າວ ຊື່ ນາງ ຢ້ຽນ ອາຍຸ 60 ປີ, ຊົນເຜົ່າ ອີ້ວມຽນ ເຊິ່ງເປັນ ປະຊາຊົນຢູ່ບ້ານ ພຽງລູ້ ເມືອງແອດ ແຂວງຫົວພັນ, ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ສະເພາະກິດ ໄດ້ພົບເຫັນຂອງກາງ ປະເພດຢາບ້າ ຈໍານວນ 1 ຖົງ ມີ 206 ເມັດ, ໂທລະສັບຢູນີເທວ 1 ເຄື່ອງ, ເງິນກີບທະນາຄານ 1,500,000 ກີບ ( ໜຶ່ງລ້ານຫ້າແສນກີບ ); ທີ່ຊຸກເຊື່ອງໄວ້ຢູ່ໃນກະຕ່າເຄື່ອງ ທີ່ຫ້ອງນອນຂອງຜູ້ກ່ຽວ,

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ຍຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງຈັບຕົວຜູ້ກ່ຽວມາດໍາເນີນການສືບສວນ-ສອບສວນ ຫາກຸ່ມແກ້ງຮ່ວມຂະບວນການ ເພື່ອມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ຫ້ອງການ ຖວທ ເມືອງແອດ