Home Blog Page 49

ເຈົ້າໜ້າທີ່ຈັບກຸ່ມຄໍເຊັນເຕີ້ ທີ່ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ ໃນເດືອນມີຖຸນາ 2022, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບ ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ.

ພັນໂທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ:

ໃນເດືອນມີຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ເມືອງໄຊທານີ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ຜົນເສຍຫາຍ 500 ລ້ານກວ່າກີບ.

ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີ ໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ, ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ (ໂດຍການຕິດຕໍ່ແມ່ນຜ່ານວັອດແອັບເບີໂທລະສັບ 020 97621388, 020 91563693, 020 9734 0947) ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.

ຫຼັງຈາກນັ້ນ, ກຸ່ມຄໍເຊັນເຕີ້ ກໍຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກ ປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ (ຜູ້ຖືກເສຍ ຫາຍ) ເມື່ອມີຄົນຕິດຕໍ່ຫາເພື່ອແລກ ປ່ຽນເງິນຕາ ແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍ ຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່າ ນາງ ດາ ແລະ ພວກກ່ຽວ ເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້. ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການ ໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).

ຕໍ່ກັບບັນຫາດັ່ງກ່າວ, ພັນໂທ ສຸລີວັນ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິກໃນການແລກປ່ຽນເງີນຕາຄວນແລກປ່ຽນຢູ່ຕາມຮ້ານແລກປ່ຽນເງິນຕາທີ່ໄດ້ຮັບການອະນຸຍາດ ຫຼື ຕົວແທນຂອງທະນາຄານ ເພື່ອຫຼີກລ້ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ. ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຊອກຫາວຽກງານເຮັດງານທຳ ກ່ອນຈະສະໝັກວຽກງານໃຫ້ມີສະຕິໃນການກວດສອບເບິ່ງຄືນວ່າບໍລິສັດທີ່ຈະສະໝັກວຽກມີຕົວຕົນ ຫຼື ບໍ່ ແລະ ບໍ່ຄວນສົ່ງຮູບເອກະສານບັດປະຈໍາຕົວ, ໜັງສືຜ່ານແດນ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ໃຫ້ແກ່ບຸກຄົນອື່ນ ເພາະທ່ານອາດຈະກາຍເປັນຜູ້ມີສ່ວນຮ່ວມໃນການກະທຳຜິດ ໂດຍບໍ່ຮູ້ຕົວ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ຈຳກັດ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະ ນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ຜ່ານມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະດວກສະບາຍ ໃນການເຂົ້າເຖິງລະບົບບໍລິການຂອງທະນາຄານໄດ້ງ່າຍ ແລະ ຢ່າງວ່ອງໄວ, ຕາງໜ້າລົງນາມໂດຍ ທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ຕາງໜ້າຈາກ 4 ທະນາຄານທຸລະກິດ ໂດຍມີ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໄລຍະຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ເປັນຕົ້ນມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ພ້ອມກັນນັ້ນ ກໍໄດ້ຜັນຂະຫຍາຍການ ຈັດຕັ້ງປະຕິບັດວຽກງານ ອອກບັດພະນັກງານ-ລັດຖະກອນ ລົງສູ່ທ້ອງຖິ່ນຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ກວມ 29% ຂອງຈຳນວນພະນັກ ງານ-ລັດຖະກອນຢູ່ຂັ້ນແຂວງ ອີງຕາມສະຖິຕິລັດຖະກອນປີ 2021.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ພົບວ່າຢູ່ຂັ້ນທ້ອງຖິ່ນ ບໍ່ມີສະເພາະແຕ່ ທຄຕລ ທີ່ນໍາໃຊ້ບໍລິການເບີກຈ່າຍເງິນເດືອນຜ່ານທະນາຄານ, ຍັງມີທະນາຄານອື່ນອີກເຊັ່ນ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ, ໃນນັ້ນ ແຂວງຜົ້ງສາລີ 26 ພາກ ສ່ວນ ມີ 1021 ບັນຊີ ທີ່ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ, ແຂວງຊຽງຂວາງ 2 ພາກ ສ່ວນ ມີ 231 ບັນຊີທີ່ເບີກຈ່າຍເງິນເດືອນຜ່ານທະນາ ຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ, ແຂວງອັດຕະປື ເບີກຈ່າຍເງິນເດືອນຜ່ານທະນາຄານຮ່ວມທຸລະກິດລາວ-ຫວຽດ 7 ພາກ ສ່ວນ ມີ 360 ບັນຊີ, ເບີກຈ່າຍເງິນເດືອນ ຜ່ານທະນາຄານການຄ້າຕ່າງປະເທດລາວມະຫາຊົນ 8 ພາກສ່ວນ ມີ 762 ບັນຊີ, ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ 9 ພາກສ່ວນ ມີ 1.129 ບັນຊີ ແລະ ເບີກຈ່າຍເງິນເດືອນຜ່ານທະນາຄານສົ່ງເສີມກະສິກຳ 9 ພາກສ່ວນ ມີ 742 ບັນຊີ.

ຂ່າວ-ພາບ: ວຽງຈັນໃໝ່

ປກສ III ກຸ່ມສີສັງວອນ ຈັບຜູ້ຖືກສົງໄສຄ້າຂາຍຢາບ້າ 3 ຄົນ

ເວລາ 13:45 ໂມງ ວັນທີ 17 ມິຖຸນາ 2022, ປກສ ກຸ່ມ III ສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັບຕົວຜູ້ຖືກສົງໃສ ຄ້າຂາຍຢາເສບຕິດ 3 ຄົນຊື່: ທ້າວ ທະວີສຸກ ຫຼື ໂຕ້ ອາຍຸ 24 ປີ ກໍາມະກອນ ບ້ານໂພນພະເນົາ, ນາງ ຄຳຈັນ ຫຼື ຈ໋ອດ ອາຍຸ 59 ປີ ບ້ານຮ່ອງແກ ແລະ ນາງ ມະຍຸລີ ຫຼື ນ້ອຍ ອາຍຸ 33 ປີ (ທັງສອງເປັນແມ່ລູກ) ພ້ອມຂອງກາງຢາບ້າ 172 ເມັດ ສົ່ງໃຫ້ ປກສ ເມືອງໄຊເສດຖາ ດໍາເນີນຄະດີ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວ ໃຫ້ການຮັບສາລະພາບວ່າ ຢາບ້າ ເຈົ້າໜ້າທີ່ກວດພົບໃນເວລາເຂົ້າຈັບຕົວ ເປັນຂອງພວກຕົນ ຊື້ຈາກຍິງຄົນໜຶ່ງ ບໍ່ຮູ້ຊື່ ແລະ ທີ່ຢູ່ ຈຳນວນ 3 ຄັ້ງ ແລະ ຄັ້ງລ່າສຸດ ວັນທີ 15 ມິຖຸນາ 2022 ຍິງທີ່ບໍ່ຊາບຊື່ໄດ້ເອົາຢາບ້າ 200 ເມັດມາສົ່ງໃຫ້ພວກຕົນ ຈາກນັ້ນຈິ່ງໄດ້ນຳເອົາຢາບ້າຈຳນວນໜຶ່ງໄປຂາຍ. ຕົກມາຮອດວັນທີ 17 ມິຖຸນາ 2022 ໃນຂະນະທີ່ພວກຕົນລໍຖ້າຂາຍຢາບ້າຢູ່ນັ້ນ ຖືກເຈົ້າໜ້າທີ່ຈັບຕົວພ້ອມຂອງກາງຢາບ້າ 172 ເມັດ.

ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມຊອກຄົ້ນຫາ ເພື່ອຈັບຕົວພັກພວກຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ. 

ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ນຳໂຕຜູ້ໂຄສະນາແລກເງິນບໍ່ຖືກຕ້ອງຜ່ານສື່ອອນລາຍມາສຶກສາອົບຮົມ

ຕາມການລາຍງານຂອງຄວາມສະຫງົບໃຫ້ຮູ້ວ່າ: ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ນໍາຕົວ ນາງ ສຸລິນ ລຽນສະຫວັດ ອາຍຸ 26 ປີ ບ້ານນໍ້າໂອ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຄື່ອນໄຫວໂຄສະນາຜ່ານສື່ສັງຄົມອອນລາຍ ເພື່ອດໍາເນີນທຸລະກິດແລກປ່ຽນເງິນຕາຕ່າງປະເທດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ.ເຈົ້າໜ້າທີ່ ເປີດເຜີຍວ່າ: ໃນວັນທີ 14 ມິຖຸນາ 2022 ໄດ້ນໍາຕົວ ນາງ ສິລິນ ລຽນສະຫວັດ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ຜ່ານການດຳເນີນການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດແລ້ວ ເຫັນວ່າ ນາງ ສຸລິນ ລຽນສະຫວັດ ໄດ້ມີການເຄື່ອນໄຫວກະທຳຜິດ ໃນສະຖານການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ຂອງປະມວນກົດໝາຍອາຍາປີ 2017, ແຕ່ການກະທໍາຂອງຜູ້ກ່ຽວນັ້ນເປັນການກະທໍາຜິດຄັ້ງດຽວ ແລະ ໃນເວລາສືບສວນ-ສອບສວນຂອງເຈົ້າໜ້າທີ່ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ໃຫ້ຄວາມຮວມມື ແລະ ໃຫ້ການດ້ວຍຄວາມຈິງຕໍ່ເຈົ້າໜ້າທີ່ດັ່ງນັ້ນ ຄະນະຮັບຜິດຊອບສືບສວນ-ສອບສວນ ແກ້ໄຂການແລກປ່ຽນເງິນຕາຕ່າງ ປະເທດບໍ່ຖືກຕ້ອງຕາມກົດໝາຍ ກົມຕຳຫຼວດເສດຖະກິດ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 49 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ພ້ອມທັງຮຽກຮ້ອງໃຫ້ ນາງ ສຸລິນ ລຽນສະຫວັດ ຕ້ອງປະຕິບັດຕາມຂໍ້ຫ້າມ ດັ່ງນີ້:

1. ຫ້າມບໍ່ໃຫ້ນາງສຸລິນລຽນສະຫວັດມີການເຄື່ອນໄຫວແລະຍຸດຕິການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍແລະ ການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍອີກ, ຖ້າຫາກເຈົ້າໜ້າທີ່ຫາກສືບຮູ້ ຫຼື ກວດກາພົບເຫັນ ເຈົ້າໜ້າທີ່ພວກເຮົາຈະນໍາຕົວພວກກ່ຽວມາດຳເນີນຄະດີ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.

2. ຫ້າມບໍ່ໃຫ້ເອົາຄວາມລັບໃນການດຳເນີນຄະດີ ແລະ ເອກະສານທາງລັດຖະການຂອງເຈົ້າໜ້າທີ່ໄປໂຄສະນາເຜີຍແຜ່ຕໍານິວິຈານ, ໃສ່ຮ້າຍປ້າຍສີ ເຈົ້າໜ້າທີ່ຕຳຫຼວດ ແລະ ການຈັດຕັ້ງ, ຕໍ່ບຸກຄົນ ແລະ ສັງຄົມ ຫຼື ໄປໂພດລົງ ສື່ສັງຄົມອອນລາຍ ຢ່າງເດັດຂາດ ຖ້າຫາກເຈົ້າໜ້າທີ່ຫາກພົບເຫັນ ຮູບການທີ່ກ່າວມານັ້ນ ແມ່ນຈະໄດ້ດໍາເນີນຄະດີ ໃນຂໍ້ຫາ ການສ້າງຄວາມເສຍຫາຍຜ່ານຊື່ສັງຄົມອອນລາຍ ຕາມມາດຕາ 186, 205 ເເລະ ມາດຕາອື່ນໆທີ່ກ່ຽວຂ້ອງຂອງປະມວນກົດໝາຍອາຍາຢ່າງເຂັ້ມງວດ.

3. ໃຫ້ຜູ້ທີ່ຖືກສຶກສາອົບຮົມກ່າວເຕືອນ ຕ້ອງລົບລ້າງເຟສບຸກຂອງຕົນເອງ ທີ່ໄດ້ໂພດໂຄສະນາ ດຳເນີນເຄື່ອນໄຫວໃນການໂຄສະນາແລກປ່ຽນເງິນຕາຕ່າງປະເທດ ຫຼື ທຸລະກິດອື່ນໆ ທີ່ບໍ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບກົດໝາຍ ນັ້ນອອກທັນທີ.4. ຜູ້ທີ່ໄດ້ຮັບການສຶກສາອົບຮົມກ່າວເຕືອນຈະປະຕິບັດ ແລະ ຍົກສູງນໍ້າໃຈ ສະຕິຕໍ່ຊາດ ຄວາມຮັບຜິດຊອບ ຕໍ່ໜ້າທີ່ຂອງພົນລະເມືອງລາວ ຕາມລັດຖະທຳມະນູນ ແມ່ນຍິນດີໃຫ້ຄວາມຮ່ວມມືລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດຊາບ ຖ້າຫາກພົບເຫັນບຸກຄົນ ແລະ ນິຕິບຸກຄົນ ຫາກມີການເຄື່ອນໄຫວລະເມີດລະບຽບກົດໝາຍ ເພື່ອໃຫ້ເຈົ້າທີ່ແກ້ໄຂ ບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ທ່ວງທັນຕໍ່ເຫດການ ແລະ ສະຖານະການດັ່ງກ່າວ.ນອກນັ້ນ, ຜ່ານການສຶກສາອົບຮົມເຫັນວ່າ ນາງ ສຸລິນ ລຽນສະຫວັດ ແມ່ນໄດ້ຮັບຮູ້ຕໍ່ການສຶກສາອົບຮົມກ່າວເຕືອນຂອງເຈົ້າໜ້າທີ່ກົມຕຳຫຼວດເສດຖະກິດແລະ ເຫັນດີຈະປະຕິບັດຕາມບົດບັນທຶກສະບັບນີ້ຢ່າງເຂັ້ມງວດ.

ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ຕໍ່ສະພາທິດສະດີສູນກາງພັກ

ໃນວັນທີ 23 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງ ສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ແລະ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ (ສວສສຊ), ໂດຍການຕ້ອນ ຮັບຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ປະທານສະພາທິດສະດີສູນກາງພັກ, ຫົວໜ້າ ຄອສພ.ໃນໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໃນໄລຍະຜ່ານມາ ຊຶ່ງຍົກໃຫ້ເຫັນບັນດາຜົນສໍາເລັດ ໃນການເຄື່ອນ ໄຫວວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ; ການຈັດຕັ້ງດໍາເນີນກອງປະຊຸມສໍາມະນາທິດສະດີ ທັງພາຍໃນ ແລະ ຕ່າງປະເທດ; ສະພາບການປັບປຸງກົງຈັກການຈັດຕັ້ງຂອງສະພາທິດສະດີສູນກາງພັກ ປະກອບມີ ຄະນະປະຈໍາສະພາທິດສະດີສູນກາງພັກ; ຄະນະກໍາມະການດ້ານການເມືອງ-ຄວາມໝັ້ນຄົງ; ຄະນະກໍາມະການດ້ານເສດຖະກິດ-ການເງິນ; ຄະນະກໍາມະການດ້ານວັດທະນະທໍາ-ສັງຄົມ ແລະ ຄະນະເລຂາທິການວິທະຍາສາດ.

ສະພາທິດສະດີສູນກາງພັກ ມີຫ້ອງການສະພາທິດສະດີສູນກາງພັກ ເປັນກົງຈັກຊ່ວຍວຽກບໍລິຫານ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ, ການປັບປຸງພາລະບົດບາດຂອງສະພາທິດສະດີສູນກາງພັກ ແນໃສ່ເພື່ອໃຫ້ມີຄຸນນະພາບກວ່າເກົ່າ ຊຶ່ງສະພາທິດສະດີສູນກາງພັກແມ່ນການຈັດຕັ້ງໜຶ່ງທີ່ຂຶ້ນກັບການຊີ້ນໍາໂດຍກົງຂອງກົມການເມືອງສູນກາງພັກ, ມີພາລະບົດບາດໃຫ້ຄໍາປຶກສາແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ກ່ຽວກັບບັນຫາທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກ ແລະ ວິທະຍາສາດສັງຄົມ ເພື່ອເປັນພື້ນຖານໃຫ້ແກ່ການກໍານົດ, ປັບປຸງ ແລະ ບູລະນະແນວທາງ, ນະໂຍບາຍຂອງພັກຕາມທິດກ້າວຂຶ້ນສັງຄົມນິຍົມ.

ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ຄໍາເຫັນຊີ້ນໍາ ຕໍ່ສະພາທິດສະດີສູນກາງພັກ, ຄອສພ, ສວສສຊ ໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃນນີ້ໄດ້ເນັ້ນໃຫ້ສະພາທິດສະດີສູນກາງພັກ ເປັນເຈົ້າການໃນການສຸມທຸກກໍາລັງແຮງຂອງຕົນ ເຂົ້າໃນການສືບຕໍ່ຈັດຕັ້ງນໍາພາ-ຊີ້ນໍາການ ເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ສໍາເລັດຜົນ ແລະ ມີປະສິດທິພາບ; ເອົາໃຈໃສ່ຕໍ່ການປັບປຸງກົນໄກການຈັດຕັ້ງເຄື່ອນໄຫວວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາແຫ່ງການຈັດຕັ້ງນໍາພາຂອງພັກ ໂດຍສະເພາະ ໃນສະເພາະໜ້ານີ້ ແມ່ນສຸມໃສ່ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ ກ່ຽວກັບການການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ໃຫ້ສໍາເລັດຜົນ ຕາມລະດັບຄາດໝາຍ ພ້ອມກັບບັນດາໂຄງການຄົ້ນຄວ້າລະດັບຊາດໃນຫົວຂໍ້ຕ່າງໆ ໃຫ້ສາມາດຮັບຮອງເອົາຜົນການຄົ້ນຄວ້າຢ່າງເປັນທາງການ ເພື່ອປັບປຸງບູລະນະແນວທາງຂອງພັກ ໃຫ້ນັບມື້ນັບອຸດົມສົມບູນ ເທື່ອລະກ້າວ.

ແຫຼ່ງຂ່າວ:

ພິທີປະກາດການຈັດຕັ້ງ ມອບ – ຮັບໜ້າທີ່ ປະທານອົງການກວດດສອບແຫ່ງລັດ

ພິທີປະກາດການຈັດຕັ້ງ ມອບ – ຮັບໜ້າທີ່ ປະທານອົງການກວດດສອບແຫ່ງລັດ ລະຫວ່າງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບຄົນເກົ່າ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ຮັບການແຕ່ງຕັ້ງເປັນປະທານອົງການກວດສອບຄົນໃໝ່ ໃນວັນທີ 23 ມິຖຸນາ ນີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ເຂົ້າຮ່ວມມີບັນດາສະຫາຍໃນຄະນະນໍາພາຍໃນອົງການກວດສອບ ພ້ອມດ້ວຍບັນດາທ່ານແຂກທີ່ກ່ຽວຂ້ອງ.

ໃນພິທີ, ສະຫາຍ ດວງຕາ ຈູມພາວັນ ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານເອກະສານຂໍ້ຕົກລົງການຍົກຍ້າຍ ແລະ ແຕ່ງຕັ້ງປ່ຽນແທນພະນັກງານຮັບໜ້າທີ່ໃໝ່, ຈາກນັ້ນ ສະຫາຍ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງລັດ (ຄົນເກົ່າ) ໄດ້ມີຄຳເຫັນ ແລະ ສະຫຼຸບວຽກງານໃນໄລຍະຜ່ານມາທີ່ໄດ້ຮັບຜົນສຳເລັດ ແລະ ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນນີ້ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ຽດໂອ້ລົມວ່າ: ການສັບປ່ຽນໝູນວຽນໜ້າທີ່ວຽກງານຂອງພະນັກງານການນໍາ ໃນລະບົບການຈັດຕັ້ງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ແມ່ນເປັນວຽກງານປົກກະຕິທີ່ເຄີຍປະຕິບັດມາ ທັງເປັນຫຼັກການ ແລະ ລະບຽບການໜຶ່ງຂອງພັກໃນວຽກງານພະນັກງານ; ການຍົກຍ້າຍ ສັບປ່ຽນມອບໝາຍໜ້າທີ່ໃຫ້ພະນັກງານການນໍາຂັ້ນສູງຂອງພັກ, ລັດ ແຕ່ລະເທື່ອບໍ່ວ່າຈະຢູ່ບ່ອນໃດກໍຕາມ ແນໃສ່ເພື່ອປັບປຸງການຈັດຕັ້ງ ແລະ ໜ້າທີ່ວຽກງານຢູ່ບ່ອນນັ້ນໃຫ້ດີຂຶ້ນ ທັງເປັນການຍົກລະດັບພະນັກງານການນໍາ ໃຫ້ມີຄວາມຮູ້, ຄວາມສາມາດ ໃນວຽກງານຕົວຈິງ ຮອບດ້ານຫຼາຍຂຶ້ນ. ນອກນັ້ນ ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນໜັກໃຫ້ ປະທານອົງການກວດສອບແຫ່ງລັດ (ຄົນໃໝ່) ຈົ່ງນໍາພາ-ຊີ້ນໍາຄະນະພັກ-ຄະນະນໍາແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດ ສືບຕໍ່ປະຕິບັດໜ້າທີ່ວຽກງານ ແລະ ແບ່ງວຽກແບ່ງຄວາມຮັບຜິດຊອບ ເພື່ອສຸມໃສ່ປະຕິບັດບັນດາແຜນວຽກທີ່ໄດ້ກຳນົດໄວ້ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນປົກກະຕິ ສືບຕໍ່ເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລັດ ໃນແຕ່ລະໄລຍະໃຫ້ໜັກແໜ້ນ ແລະ ທັນກໍານົດເວລາ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທັນກັບສະພາບການ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ໃຫ້ມີທັດສະນະ ແລະ ພຶດຕິກຳທີ່ຖືກຕ້ອງ ໃນສະພາບການທີ່ມີຄວາມຫຍຸ້ງຍາກໃນປັດຈຸບັນ; ເພີ່ມທະວີການນໍາພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ ຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ຜົນສໍາເລັດຂອງວຽກງານດັ່ງກ່າວ, ຖ້າຢາກກວດສອບຜູ້ອື່ນໄດ້ ຕົນເອງກໍຕ້ອງມີຄວາມຮູ້ຄວາມສາມາດ ແລະ ມີຈັນຍາບັນທີ່ດີ, ມີຄວາມໂປ່ງໃສກ່ອນ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ ພາຍໃນອົງການກວດສອບແຫ່ງລັດຕາມທິດກະທັດຮັດ ແລະ ສົມເຫດສົມຜົນທີ່ລັດຖະບານໄດ້ກຳນົດ, ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ພາວະວິໄສຂອງກົງຈັກການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ເປັນລະບົບຄົບຖ້ວນ ເພື່ອເປັນບ່ອນອີງ ແລະ ເປັນເຄື່ອງມືໃນການເຄື່ອນໄຫວປະຕິບັດ, ສ້າງຄວາມຮັບຮູ້ເຂົ້າໃຈ, ສະຕິເຄົາລົບ ແລະ ການເຂົ້າຮ່ວມປະຕິບັດຢ່າງເຂັ້ມງວດ ໃນທົ່ວອົງການພັກ-ລັດ; ເອົາໃຈໃສ່ ແລະ ຖືສໍາຄັນເປັນວຽກບຸລິມະສິດການສ້າງພະນັກງານ-ນັກກວດສອບ ໃຫ້ມີຄຸນນະພາບ ແລະ ເປັນມືອາຊີບ, ຈັດຕັ້ງປະຕິບັດວຽກງານຂອງທຸກໆຂົງເຂດ, ສໍາຄັນຕ້ອງບຸກທະລຸໃຫ້ໄດ້ການສ້າງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ, ການສ້າງນັກກວດສອບແຕ່ລະຂັ້ນໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານກວດສອບ ຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ອົງການກວດສອບແຫ່ງລັດໃຫ້ແທດເຖິງ ເປັນຕົ້ນແມ່ນການລົງທຶນພັດທະນາໂຄງການຕ່າງໆ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເພື່ອຕີລາຄາຜົນສຳເລັດ ແລະ ຂໍ້ຄົງຄ້າງ ສະເໜີຕໍ່ກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານ ຮັບຊາບ ເປັນແຕ່ລະໄລຍະ, ການດໍາເນີນການກວດສອບ ສ້າງແຜນການກວດສອບ, ກຳນົດເປົ້າໝາຍຖືກກວດສອບ ແລະ ດຳເນີນການກວດສອບຢ່າງທ່ຽງທຳ, ໂປ່ງໃສ ແລະ ຜົນການກວດສອບໃຫ້ຖືກຕ້ອງຊັດເຈນ, ຖືກກັບຄວາມເປັນຈິງ ແລະ ກົດໝາຍ, ຍົກໃຫ້ເຫັນບັນຫາທີ່ພົ້ນເດັ່ນ, ບັນຫາທີ່ຄົງຄ້າງ, ບັນຫາທີ່ມີລັກສະນະຊໍ້າເຮື້ອ; ຄົ້ນຄວ້າແນະນໍາຕາມມາດຕະການປັບປຸງແກ້ໄຂຜົນການກວດສອບ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະອົງການກວດກາແຫ່ງລັດ ແລະ ພາກສ່ວນຕ່າງໆໃຫ້ປົກກະຕິ ເພື່ອຊຸກຍູ້, ຕິດຕາມ ແລະ ກວດສອບຄືນ ການແກ້ໄຂຜົນການກວດສອບ. ຍົກສູງຄວາມຮັບຜິດຊອບໃນການປະສານສົມທົບ ເພື່ອແກ້ໄຂຜົນການກວດສອບໃຫ້ມີຄຸນນະພາບສູງກວ່າເກົ່າ, ເສີມຂະຫຍາຍວຽກງານຮ່ວມມືສາກົນ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ເອົາການພົວພັນຮ່ວມມືກັບຕ່າງປະເທດເປັນປັດໄຈສຳຄັນໜຶ່ງ ເພື່ອຮຽນຮູ້ ແລະ ພັດທະນາວຽກງານກວດສອບໃຫ້ດີຂຶ້ນເລື້ອຍໆ, ຕ້ອງສຸມໃສ່ຄົ້ນຄວ້າຍາດແຍ່ງບົດຮຽນ ແລະ ປະສົບການດ້ານວິຊາການ ທີ່ກ້າວໜ້າ ແລະ ທັນສະໄໝ ຍາດແຍ່ງທຶນຮອນ ເພື່ອພັດທະນາວຽກງານກວດສອບ ແລະ ນັກກວດສອບ ເພື່ອຍົກສູງຖານະບົດບາດຂອງພັກ-ລັດ ແລະ ວຽກງານກວດສອບ ໃນເວທີສາກົນ ແລະ ພາກພື້ນ.

ແຫຼ່ງຂ່າວ: ປະຊາຊົນ

ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ

ລັດຖະບານນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫຼາຍກວ່າ 60 ລ້ານລິດ ສາມາດແກ້ບັນຫາໄດ້ໂດຍພື້ນຖານ.

ນັບແຕ່ວັນທີ 1 ຫາ 21 ມິຖຸນາ 2022ນີ້ ລັດຖະບານໄດ້ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອແກ້ໄຂບັນຫາການຂາດເຂີນນໍ້າມັນເຊື້ອໄຟໃນທົ່ວປະເທດ ແລະຕອບສະໝອງຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ.

ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 23 ມິຖຸນາ 2022ວ່າ:

ລັດຖະບານສາມາດແກ້ໄຂບັນຫາການຂາດເຂີນນໍ້າມັນໄດ້ໂດຍພື້ນຖານ ໂດຍນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ໃນນີ້ກາຊວນ 40 ກວ່າລ້ານລິດກວມເອົາ 75 ສ່ວນຮ້ອຍຂອງການນໍາເຂົ້ານໍ້າມັນທັງໝົດ ມາຮອດປັດຈຸບັນເຫັນໄດ້ວ່າການບໍລິການນໍາມັນໃນເຂດຕົວເມືອງມີຄວາມຄ່ອງຕົວຫລາຍຂື້ນ ແລະຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟກະຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.

ທ່ານ ສອນໄຊ ສີພັນດອນຊີ້ໃຫ້ເຫັນຕື່ມວ່າ: ລາວເປັນປະເທດນໍາເຂົ້ານໍ້າມັນຮ້ອຍສ່ວນຮ້ອຍ ການນໍາໃຊ້ນໍ້າມັນເຊື້ອໄຟສະເລ່ຍ 100 ຫາ 120 ລ້ານລິດຕໍ່ເດືອນ ຫລືປະມານ 1.200 ລ້ານລິດຕໍ່ປີ ເມື່ອກ່ອນຊື້ນໍ້າມັນພຽງແຕ່ 600 ຫາ 700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະໜອງໄດ້ຢ່າງພຽງ ພໍກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນ ຈາກການປັບຂື້ນລາຄານໍ້າມັນຂອງຕະຫຼາດໂລກ 1 ໂດລາສະຫະລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ ສະນັ້ນເຮັດໃຫ້ລາວຕ້ອງການເງິນຕາ ເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງເຖິງ 1 ຕື້ 200ລ້ານໂດລາສະຫະລັດຕໍ່ປີ ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂື້ນຫລາຍເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ຊື່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາຄານທຸລະກິດ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

ປະຊາຊົນນຳລົດມາຂຶ້ນທະບຽນກວ່າ 21 ພັນຄັນ ລົດໄຟຟ້າ 257 ຄັນ ໃນຕົ້ນປີ 2022

ໃນໄລຍະ 5 ເດືອນຕົ້ນປີ 2022 ກອງຄຸ້ມຄອງພາຫະນະ ນະຄອນຫລວງວຽງຈັນ (ນວ) ສາມາດໃຫ້ບໍລິການຂຶ້ນທະບຽນລົດແກ່ປະຊາຊົນໄດ້ຈຳນວນ 21.294 ຄັນ ຖ້າທຽບໃສ່ປີຜ່ານມາເພີ່ມຂຶ້ນ 50%; ສາມາດໂອນຊື່, ປ່ຽນປ້າຍ, ປ່ຽນສີ, ປ່ຽນຈັກໄດ້ 23.272 ຄັນ ແລະ ກວດເຕັກນິກລົດໄດ້ 41.047 ຄັນ.

ຂະນະດຽວກັນ ກໍມີຜູ້ນຳໃຊ້ລົດໄຟຟ້າມາຂຶ້ນທະບຽນແລ້ວຈຳນວນ 257 ຄັນ ແລະ ຄາດວ່າຈະເພີ່ມຂຶ້ນອີກເລື້ອຍໆ.

ໃນວັນທີ 21 ມິຖຸນາ 2022 ທີ່ຜ່ານມານີ້, ທ່ານ ບຸນປອນ ບຸນສົມຫວັງ ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນະຄອນຫລວງວຽງຈັນ(ນວ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ວ່າ: ໃນໄລຍະຜ່ານມາ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ໄດ້ສຸມໃສ່ປະຕິບັດຕາມທິດຊີ້ນຳຂອງນະ ຄອນຫລວງ ໃນການແກ້ໄຂບັນຫາຕາມທິດ 3 ຫລຸດ 3 ເພີ່ມ ໂດຍສະເພາະການຫລຸດຜ່ອນອຸບັດ ເຫດຕາມທ້ອງຖະໜົນ ແລະ ຮັບປະກັນການກວດກາເຕັກນິກຍານພາຫະນະ ໃຫ້ໄດ້ຕາມມາດຕະຖານ.

ສ່ວນໃນປີ 2021 ທີ່ຜ່ານມາ, ກອງຄຸ້ມຄອງພາຫະນະ ສາມາດໃຫ້ບໍລິການຂຶ້ນທະບຽນລົດໃໝ່ໄດ້ທັງໝົດ 42.015 ຄັນ; ໂອນຊື່, ປ່ຽນປ້າຍ, ປ່ຽນສີ, ປ່ຽນຈັກໄດ້ທັງໝົດ 41.578 ຄັນ ແລະ ກວດເຕັກນິກລົດ 74.381 ຄັນ. ນອກຈາກນີ້, ພວກເຮົາກໍສາມາດຂະຫຍາຍຫ້ອງການໄດ້ 3 ສາຂາ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນທີ່ຢູ່ເຂດໃກ້ຄຽງ ເຊິ່ງທັງສາມສາຂາແມ່ນສາມາດໃຫ້ບໍລິການ ຄືກັນກັບສຳນັກງານໃຫຍ່ຢູ່ທົ່ງປົ່ງ ເປັນຕົ້ນ ການຂື້ນທະບຽນໃໝ່, ຕໍ່ທະບຽນ, ໂອນກຳມະສິດ, ຕໍ່ໃບຂັບຂີ່ ແລະ ຕິດປ້າຍລົດ ປະກອບມີ: ສາຂາບ້ານສີວິໄລ(ໃກ້ກັບໂຮງຮຽນສອນຂັບລົດນ້ຳຊ່ວງ) ເມືອງນາຊາຍທອງ ໄດ້ເປີດບໍລິການມາແຕ່ວັນທີ 06/01/2020; ສາຂາບ້ານໂພນຄຳ (ຫລັກ16) ເມືອງໄຊທານີ ໄດ້ເປີດບໍລິການແຕ່ວັນທີ 18/01/2021 ເປັນຕົ້ນມາ ແລະ ສາຂາບ້ານດົງໂພສີ (ຕໍ່ໜ້າສາງທ່າບົກ-ທ່ານາແລ້ງ) ເມືອງຫາດຊາຍຟອງ ໄດ້ເປີດໃຫ້ບໍລິການໃນວັນທີ 04/01/2022.ທ່ານ ບຸນປອນ ບຸນສົມຫວັງ ໃຫ້ຮູ້ຕື່ມວ່າ:

ໃນປັດຈຸບັນ ມີຫລາຍບໍລິສັດ ທີ່ນຳເຂົ້າລົດໄຟຟ້າ ເຊິ່ງມີຫລາຍລຸ້ນຫລາຍລາຄາ ເຮັດໃຫ້ຜູ້ຊົມໃຊ້ມີທາງເລືອກຫລາຍຂຶ້ນ ແລະ ຈະມີທ່າອ່ຽງໃນການຂະ ຫຍາຍຕົວຂອງລົດໄຟຟ້ານັບມື້ເພີ່ມຂຶ້ນ ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ. ແຕ່ເຖິງຢ່າງໃດກໍຕາມ ບັນຫາທີ່ສຳຄັນທີ່ສຸດກໍຄື ຕ້ອງຮັບປະກັນໄດ້ຄຸນນະພາບ, ຄວາມປອດໄພ ແລະ ສະ ຖານທີ່ອຳນວຍຄວາມສະດວກໃນການສາກໄຟ ຢູ່ສະຖານທີ່ສາທາລະນະ ແລະ ຈຸດຕ່າງໆ ເພື່ອຮອງຮັບໃຫ້ແກ່ຜູ້ຂັບຂີ່ລົດໄຟຟ້າ.

ຂ່າວ: ປະເທດລາວ

ຢ້ຽມຢາມຊຸກຍູ້ ແລະ ຊີ້ນໍາ ຜູ້ປະກອບການທຸລະກິດຜະລິດສິນຄ້າ

ໃນວັນທີ 22 ມິຖຸນາ 2022, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຕິດຕາມ, ຊຸກຍູ້ ແລະ ຊີ້ນໍາ ຜູ້ປະກອບການທຸລະກິດຜະລິດສິນຄ້າຂອງບໍລິສັດ ມິດຕະພາບກະສິກຳ ຈຳກັດ ແລະ ບໍລິສັດ ກຣີນຟິດລາວ ຈຳກັດ ຢູ່ເມືອງໄຊທານີ ນະຄອນ ຫລວງວຽງຈັນ ໂດຍການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ.

ການລົງເຄື່ອນໄຫວຊຸກຍູ້ການຜະລິດເປັນສິນຄ້າໃນຄັ້ງນີ້, ທ່ານ ປະທານປະເທດ ໄດ້ຮັບຟັງການລາຍງານຜົນການດຳເນີນທຸລະກິດ ຂອງຜູ້ປະກອບການທັງສອງບໍລິສັດ; ສຳລັບ ບໍລິສັດ ມິດຕະ ພາບກະສິກຳ ຈຳກັດ ໄດ້ເລີ່ມດຳເນີນການຜະລິດມາແຕ່ປີ 2017, ຜະລິດຕະພັນສ່ວນໜຶ່ງແມ່ນສົ່ງເຂົ້າສູ່ຕະຫລາດພາຍໃນ ແລະ ຈຳນວນໜຶ່ງແມ່ນສົ່ງອອກຕ່າງປະເທດ ເປັນຕົ້ນແມ່ນ ຜະລິດຕະພັນຈາກໝາກຕາວ, ຜັກທຽມດອງ, ແຈ່ວໝາກເຜັດ ແລະ ປະເພດນ້ຳໝາກໄມ້; ສ່ວນໂຮງງານຜະລິດຫົວ ອາຫານສັດ ຂອງບໍລິສັດ ກຣີນຟິດ ລາວ ຈຳກັດ ມີກຳລັງການຜະລິດ 20 ໂຕນຕໍ່ຊົ່ວໂມງ, ປະມານ 3 ລ້ານໂຕນຕໍ່ປີ. ໃນນັ້ນ, ມີຫົວອາຫານໝູ, ໄກ່, ເປັດ, ປາ, ງົວ, ນົກກະທາ ແລະ ກົບ ເຊິ່ງໄລຍະທຳອິດປີ 2020 ສາມາດຜະລິດໄດ້ 40 ພັນໂຕນ, 2021 ຜະລິດໄດ້ 28 ພັນໂຕນ ແລະ ປີນີ້ ວາງຄາດໝາຍໄວ້ແມ່ນ 40 ພັນໂຕນ, ສ່ວນວັດຖຸດິບທີ່ໃຊ້ເຂົ້າໃນການຜະລິດ 90% ແມ່ນທັນຍາພືດ ຄື: ສາລີ, ເຂົ້າບຣາເລ ແລະ ມັນຕົ້ນ. ຢ່າງໃດກໍຕາມ ທັງສອງບໍລິສັດ ກໍຍັງປະສົບຄວາມຫຍຸ້ງຍາກຕ່າງໆ ເປັນຕົ້ນ ການແຂ່ງຂັນດ້ານລາຄາຈາກສິນຄ້າປະເພດດຽວກັນ, ບັນຫາການເຂົ້າເຖິງແຫລ່ງທຶນ, ການຂາດແຄນເງິນຕາ, ຂາດແຄນນໍ້າມັນຂົນສົ່ງ, ບັນຫາວັດຖຸດິບ ແລະ ອື່ນໆ.ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ແລະ ມີບາງຄຳເຫັນເນັ້ນໜັກ ເພື່ອເປັນທິດຊີ້ນຳແກ່ສອງບໍລິສັດ ເປັນຕົ້ນແມ່ນໃຫ້ທັງສອງບໍລິສັດ ຫັນມາສົ່ງເສີມປະຊາຊົນ ພ້ອມທັງ ແນະນຳເຕັກນິກໃນການຜະລິດ ເພື່ອໃຫ້ໄດ້ວັດຖຸດິບທີ່ມີຄຸນນະພາບເຂົ້າມາປ້ອນໂຮງງານ, ທັງເປັນການຫລຸດຜ່ອນຕົ້ນທຶນຂອງການນຳເຂົ້າວັດຖຸດິບຈາກຕ່າງປະເທດ ເນື່ອງຈາກລາວເຮົາມີທ່າແຮງໃນການຜະລິດວັດຖຸດິບຢູ່ແລ້ວ; ພ້ອມນັ້ນ ໄດ້ເນັ້ນໃຫ້ບໍລິສັດຜະລິດສົ່ງອອກໃຫ້ຫລາຍ ເພາະຈະເປັນການຊຸກຍູ້ສົ່ງເສີມປະຊາຊົນໃຫ້ກ້າວເຂົ້າສູ່ການຜະລິດໃຫ້ຫລາຍຂຶ້ນ.

ການຜະລິດ, ການສ້າງຜະລິດຕະພັນ ຕ້ອງສາມາດແຂ່ງຂັນໄດ້ທັງຄຸນນະພາບ, ລວມທັງການໂຄສະນາ, ການບໍລິການ ແລະ ລາຄາ ຖ້າເຮັດໄດ້ລາວເຮົາກໍຈະຫລຸດຜ່ອນການນຳເຂົ້າໃນອະນາຄົດ, ພ້ອມທັງສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ສາມາດຕອບສະໜອງການຊົມໃຊ້ ຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ເພື່ອດຶງເອົາເງິນຕາເຂົ້າປະເທດ, ປະກອບສ່ວນສໍາຄັນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ-ເງິນຕາ ໃນປັດຈຸບັນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ ເສດຖະກິດແຫ່ງຊາດໃນຕໍ່ໜ້າ.

ຂ່າວ: ປະເທດລາວ

ປກສ ເມືອງຫາດຊາຍຟອງ ແກ້ໄຂກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ 2 ກຸ່ມ

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ແກ້ໄຂກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ 2 ກຸ່ມ ພ້ອມຢຶດຂອງກາງຢາບ້າ 66.000 ເມັດ.

ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຊ່ວງເດືອນ ພຶດສະພາ 2022, ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນຈໍານວນໜຶ່ງ ເຄື່ອນໄຫວຄ້າຂາຍຢາບ້າຢູ່ຮ້ານອາຫານເຂດ ບ້ານນາໄຫ ແລະ ບ້ານນາເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກນັ້ນ ເຈົ້າໜ້າທີີ່ ຈິ່ງໄດ້ລົງເກັບກໍາຂໍ້ມູນເຫັນວ່າມີມູນຫຼັກຖານ ຈິ່ງເຂົ້າແກ້ໄຂຄື: ວັນທີ 15 ມິຖຸນາ 2022, ເວລາ 22:00 ໂມງ ໄດ້ເຂົ້າແກ້ໄຂກຸ່ມຄ້າຂາຍຢາເສບຕິດ ຢູ່ຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານນາໄຫ ສາມາດກັກຜູ້ຖືກສົງໄສ 3 ຄົນຄື: ທ້າວ ເກດມະນີ ອາຍຸ 28 ປີ, ຢູ່ບ້ານສີຖານໃຕ້, ທ້າວ ອາເລັກ ອາຍຸ 22 ປີ, ຢູ່ບ້ານປາກເປັ່ງ ແລະ ທ້າວ ເກມ ອາຍຸ 21 ປີ, ຢູ່ບ້ານປາກເປັ່ງ ທັງ 3 ແມ່ນຢູ່ ເມືອງຫາດຊາຍຟອງ ໃນຄະນະເຈົ້າໜ້າທີ່ເຂົ້າຈັບຕົວນັ້ນ ກວດພົບຂອງກາງຢາບ້າ 6000 ເມັດ.

ນອກຈາກນີ້, ເວລາ 09:45 ໂມງ ຂອງວັນທີ 17 ມິຖຸນາ 2022, ໄດ້ສືບຕໍ່ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ ບ້ານດົງໂພນເລົາ ອີກຕື່ມ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນຄື: ທ້າວ ສັນຕິ ອາຍຸ 25 ປີ, ເກີດຢູ່ ບ້ານໄຊສົມບູນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ປັດຈຸບັນ ພັກເຊົາຢູ່ ບ້ານສະຫວ່າງ ເມືອງຫາດຊາຍຟອງ ແລະ ທ້າວ ດາວັນ ອາຍຸ 21 ປີ, ຢູ່ບ້ານ ນາຄໍາແສນ ເມືອງ ໄຊ ແຂວງ ອຸດົມໄຊ ພ້ອມທັງກວດພົບຂອງກາງຢາບ້າ 60.000 ເມັດ.ປັດຈຸບັນ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຊອກຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ