Home Blog Page 38

ແຈ້ງເຕືອນພາຍຸຫມຸນເຂດຮ້ອນ ປະຈໍາວັນທີ 09 ສິງຫາ 2022

ອັບເດດເວລາ 12 ໂມງ 00 ແຈ້ງເຕືອນພາຍຸຫມຸນເຂດຮ້ອນປະຈໍາວັນທີ 09 ສິງຫາ 2022

ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ, ປ່ອງເຂົ້າສູ່ພາຍຸຫນູນເຂດຮ້ອນດີເປູຊັ້ນ ຢູ່ເຂດທະ ເລຈີນໃຕ້ ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ ທີ່ຈະເພີ່ມກໍາລັງແຮງຂຶ້ນ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກກາງ ລົງຫາພາກໃຕ້, ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນທີ່ອາໄສຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ເກີດມືດິນເຈື່ອນ ແລະ ນ້ໍາຖ້ວມຊູ, ນ້ໍາຖ້ວມອັ່ງ ທີ່ຈະເກີດຂື້ນໃນ 1 ຫາ 3 ວັນ ຕໍ່ຫນ້າ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ພິທີປະກາດຍົກຍ້າຍ, ແຕ່ງຕັ້ງ, ຊັບຊ້ອນນາຍ ແລະ ພົນຕໍາຫຼວດ

ໃນວັນທີ 5 ສິງຫາ ຜ່ານມາ, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ, ຊັບຊ້ອນນາຍ ແລະ ພົນຕໍາຫຼວດ ເປັນປະທານໂດຍ ພົຕ ຄໍາຕິ່ງ ຕຸ້ຍຫຼ້າມະນີວົງ ຫົວຫນ້າກົມໃຫຍ່ຕໍາຫຼວດ ມີຮອງຫົວຫນ້າ, ຄະນະກົມໃຫຍ່, ຫ້ອງ, ກົມ-ກອງ, ພະ ແນກ, ແຂກຮັບເຊີນ, ພະນັກງານ ຫຼັກແຫຼ່ງ ເຂົ້າຮ່ວມ.

ພ້ອ ບຸນຫຼວງ ວິໄລສຸກ ຫົວຫນ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກ ຍ້າຍ, ແຕ່ງຕັ້ງ, ຊັບຊ້ອນ ນາຍ ແລະ ພົນຕໍາຫຼວດ ວ່າ:

ອີງຕາມກົດຫມາຍ ວ່າດ້ວຍກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງປ້ອງກັນຄວາມສະຫງົບ,

ອີງຕາມຫນັງສືສະເຫນີຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມ ສະຫງົບ ກ່ຽວກັບການສະເຫນີຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ

ດັ່ງນັ້ນ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຕົກລົງຍົກຍ້າຍ

  • ພ້ອ ຄໍາແກ້ວ ມະໂນລາ ຈາກກົມໃຫຍ່ຕໍາຫຼວດ ໄປຮັບຫນ້າທີ່ໃຫມ່ຢູ່ກອງບັນຊາການປ້ອງກັນທີ່ຕັ້ງ,
  • ພ້ອ ວາດສະຫນາ ວິລະວົງ ຈາກກົມຕໍາຫຼວດສືບຂ່າວອາຍາ ໄປ ຮັບຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດນິຕິວິທະຍາ,
  • ພັທ ຫຼັງຄໍາ ຫອມສົມບັດ ຈາກກົມຕໍາຫຼວດສືບຂ່າວອາຍາ ໄປຮັບຫນ້າທີ່ໃຫມ່ຢູ່ສູນຄວບຄຸມລະບົບວົງຈອນປິດ,
  • ພັທ ເກດມະນີ ວົງພະຈັນ ຈາກກົມຕໍາຫຼວດສືບຂ່າວອາຍາ ໄປ ຮັບຫນ້າທີ່ໃຫມ່ຢູ່ຫ້ອງການ, ພັທ ບໍລິວົງ ວົງຫຼວງລາດ ຈາກສູນຄວບຄຸມລະບົບວົງຈອນປິດ ໄປຮັບຫນ້າທີ່ ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ.
  • ແຕ່ງຕັ້ງ ພັທ ເກດມະນີ ວົງພະຈັນ ເປັນຫົວຫນ້າຫ້ອງການ,
  • ພັທ ບໍລິວົງ ວົງຫຼວງ ລາດ ເປັນຮອງຫົວຫນ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ,
  • ພ້ອ ວາດສະຫນາ ວິລະວົງ ເປັນຮອງຫົວຫນ້າກົມຕໍາຫຼວດນິຕິວິທະຍາ,
  • ພັທ ຫຼົງຄໍາ ຫອມສົມບັດ ເປັນຮອງ ຫົວຫນ້າສູນຄວບຄຸມວົງຈອນປິດ.

ນອກນັ້ນ, ໃນພິທີ ຍັງໄດ້ມີການຊັບຊ້ອນນາຍ ແລະ ພົນຕໍາຫຼວດ ເຂົ້າ ປະຕິບັດຫນ້າທີ່ຢູ່ບັນ ດາຫ້ອງ, ກົມ, ສູນ ທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ. ໂອກາດດັ່ງກ່າວ, ພົຕ ຄໍາຕິ່ງ ຕຸຍຫຼ້າມະນີວົງ ກ່າວວ່າ: ການປະກາດຍົກຍ້າຍ, ແຕ່ງຕັ້ງ, ຊັບຊ້ອນນາຍ ແລະ ຜົນຕໍາຫຼວດຄັ້ງນີ້ແມ່ນປະຕິບັດຕາມລະ ບຽບກົດຫມາຍ, ປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານ, ຕອບສະຫນອງໄດ້ຫນ້າທີ່ການເມືອງ ແລະ ທັງເປັນການມອບຫມາຍ ຫນ້າທີ່ຮັບຜິດຊອບຢ່າງ ຖືກຕ້ອງ ແລະ ທຸກສະຫາຍທີ່ໄດ້ຮັບການຍົກຍ້າຍ, ແຕ່ງຕັ້ງ, ຊັບຊ້ອນຈົ່ງເຂົ້າໃຈວ່າແມ່ນການມອບຫມາຍ ຫນ້າທີ່ໃຫ້ມີຄວາມຫນັກແຫນ້ນ, ສາມາດປະຕິບັດຫນ້າທີ່ການເມືອງຂອງຕົນໃຫ້ໄດ້ຮັບຜົນສໍາເລັດຕາມ ຄາດຫມາຍທີ່ວາງໄວ້.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ຄວາມສະຫງົບ

ສືບຕໍ່ເສີມຂະຫຍາຍການຮ່ວມມື ເພື່ອສ້າງກອງທັບລາວ-ຈີນ ໃຫ້ເຂັ້ມແຂງຮອບດ້ານ

ສືບຕໍ່ເສີມຂະຫຍາຍການຮ່ວມມື ເພື່ອສ້າງ ກອງທັບລາວ-ຈີນ ໃຫ້ເຂັ້ມແຂງຮອບດ້ານ ສາມາດປົກປັກຮັກສາອະທິປະໄຕ ແລະ ຄວາມໝັ້ນຄົງຂອງປະເທດຊາດ( ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ)

ຈາກເຫດການເກີດຂະບວນປະທ້ວງທີ່ນະຄອນນານຊ່າງປະເທດຈີນ ເມື່ອວັນທີ 01 ສິງຫາ 1927 ເປັນສັນຍາລັກຂອງການກຳເນີດກອງທັບປົດປ່ອຍປະຊາຊົນຈີນ, ໂດຍພາຍໃຕ້ການຊີ້ນຳ ນຳພາ ແລະ ການປັບປຸງກໍ່ສ້າງຈາກພັກກອມມູນິດຈີນ.

95 ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບຢ່າງພິລະອາດຫານແລະມີໄຊດ້ວຍຄວາມເສຍສະຫຼະເລືອດເນື້ອເພື່ອປົດປ່ອຍປະເທດຊາດ, ກອງທັບປົດປ່ອຍປະຊາຊົນຈີນໄດ້ຢືດໝັ້ນພາຍໃຕ້ການນໍາພາຂອງພັກຢ່າງເດັດດ່ຽວ ນັບແຕ່ມື້ສ້າງຕັ້ງກອງທັບໄດ້ສ້າງຜົນງານ ຄຸນຄວາມດີອັນຍອດຍິ່ງໃນການເຕົ້າໂຮມມະຫາສາມັກຄີທົ່ວປວງຊົນ, ຍາດເອົາໄຊຊະນະແຫ່ງການປະຕິວັດ ແລະ ສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໂດຍພາຍໃຕ້ການຊີ້ນຳ ນຳພາອັນປິຊາສາມາດ ຈາກພັກກອມມູນິດຈີນ; ນໍາເອົາຄວາມຢູ່ເຢັນເປັນສຸກໃຫ້ແກ່ພໍ່ແມ່ປະຊາຊົນຈີນ, ບຸກບຶນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນານາປະການເພື່ອພາລະກິດການສ້າງສາພັດທະນາປະເທດຈີນສັງຄົມນິຍົມ ແລະການຟຶ້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ; ທັງສຸມໃສ່ກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດຊາດ, ຮັກສາສັນຕິພາບຂອງໂລກ,ເຊີດຊູຄວາມກ້າວໜ້າຂອງມວນມະນຸດ ແລະເສີມຂະຫຍາຍ ຖານະບົດບາດອັນສຳຄັນໃນການປົກປັກຮັກສາສັນຕິພາບຂອງພາກພື້ນແລະທົ່ວໂລກ.

95 ປີແຫ່ງການຜ່ານຜ່າ ພະຍຸລົມແດງ, 95 ປີແຫ່ງການກ້າວໄປໜ້າດ້ວຍຄວາມພະຍາຍາມ. ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຢືດໝັ້ນແລະຜັນຂະຫຍາຍແນວຄວາມຄິດ ປະທານ ສີຈີ່ນພີງ ກ່ຽວກັບການສ້າງກອງທັບໃຫ້ມີຄວາມໜັກແຫນ້ນເຂັ້ມແຂງຢ່າງຮອບດ້ານ, ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມຕະຫຼອດມາ,ໜັກແໜ້ນໃນຄວາມຮັບຜິດຊອບ ແລະ ພາລະໜ້າທີ່ຂອງຕົນ, ຕັ້ງໜ້າຕໍ່ການເຝິກແອບສິລະປະຍຸດ-ຍຸດທະວິທີກຽມພ້ອມສູ້ລົບ,ພ້ອມທັງມີການປະຕິຮູບກອງທັບຢ່າງຕໍ່ເນື່ອງ ສ້າງກອງທັບໃຫ້ເຂັ້ມແຂງຮອບດ້ານແລະມີສິສັນ ພິເສດ ຂອງສປຈີນ, ເພື່ອເປົ້າໝາຍສູ້ຊົນໃນການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ ເມື່ອຄົບຮອບ 100 ປີແມ່ນໃຫ້ກາຍເປັນກອງທັບເຂັ້ມແຂງລະດັບນຳໜ້າຢ່າງຮອບດ້ານໃນທົ່ວໂລກ.ສັນຕິພາບ ແມ່ນອຸດົມການຮ່ວມກັນຂອງປະຊາຊົນໃນທົ່ວໂລກ ແລະປະຊາຄົມໂລກກໍ່ຕ້ອງການກໍາລັງປົກປັກຮັກສາສັນຕິພາບ; ປະເທດຈີນຈະສືບຕໍ່ເດີນຕາມເສັ້ນທາງການພັດທະນາຮາກຖານເປັນກຳລັງປົກປັກຮັກສາສັນຕິພາບ.

ໃນທ່າມກາງການປະຕິຮູບ ແລະເປີດປະຕູສູ່ພາຍນອກ ແລະເດີນຕາມເສັ້ນທາງລັດທິຫຼາຍຝ່າຍ, ໃນຖານະເປັນຜູ້ເຂົ້າຮ່ວມການສ້າງສາສັນຕິພາບໃນທົ່ວໂລກ.

ໂດຍປະເຊີນໜ້າກັບຄວາມສ່ຽງ ແລະສີ່ງທ້າທ້າຍຫຼາຍປະການມີລັກສະນະສັບສົນ, ກອງທັບປົດປ່ອຍປະຊາຊົນຈີນ ປະຕິບັດໜ້າທີ່ຕາມຄວາມຮຽກຮ້ອງຕ້ອງການທາງດ້ານຍຸດທະສາດ ໃນການພັດທະນາ ແລະ ຮັບປະກັນຄວາມປອດໄພຂອງປະເທດຊາດ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະຜົນປະໂຫຍດຂອງຊາດ, ໃຫ້ການສະໜັບສະໜູນທາງດ້ານຍຸດທະສາດເພື່ອພາລະກິດການນຳພາຂອງພັກກອມມູນິດຈີນແລະເພື່ອລະບອບສັງຄົມນິຍົມ, ເພື່ອການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບແລະຜືນແຜ່ນດິນອັນຄົບຖ້ວນ.

ເພື່ອປົກປັກຮັກສາຜົນປະໂຫຍດຂອງຈີນຢູ່ຕ່າງປະເທດ, ເພື່ອຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ. ກອງທັບປົດປ່ອຍປະຊາຊົນຈີນນປະຕິບັດໜ້າທີ່ຂອງຕົນໃນຖານະເປັນປະເທດໃຫຍ່,ເພືອປົກປັກຮັກສາສັນຕິພາບຂອງໂລກ, ເຊີ່ງປະກອບສ່ວນເຂົ້າໃນການ ການກູ້ໄພພິບັດທຳມະຊາດດ້ານມະນຸດສະທຳ, ແລະພະຍາຍາມສະໜອງ ດ້ານສາທາລະນຸປະໂພກ ໃຫ້ແກ່ປະຊາຄົມໂລກຕື່ມອີກ ຕາມແນວທາງທີ່ເປັນຄູ່ຮ່ວມຊະຕາກຳ.

ໃນ 32 ປີແຫ່ງການເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບສາກົນຂອງອົງການສະຫະປະຊາຊາດ, ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດສົ່ງກຳລັງຮັກສາສັນຕິພາບ ເກືອບ 50.000 ຄົນ ໃນຈຳນວນ 25 ຄັ້ງ, ທັງເປັນປະເທດທີ່ໄດ້ປະກອບອາວຸດທາງທະຫານຫຼາຍກວ່າໝູ່ໃນບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ກອງທັບຈີນໄດ້ຈັດສົ່ງກຳປັ່ນປ້ອງກັນທາງທະເລ 41 ລຳໄປປະຕິບັດການຮັກສາສັນຕິພາບຢູ່ເຂດອ່າວ ອາແດນ ແລະເຂດນ່ານນ້ຳຂອງໂຊມາເລຍ, ໄດ້ສົ່ງກຳປັ່ນ 7,000 ກວ່າລຳເພື່ອປະຕິບັດພາລະກິດການຮັກສາຄວາມປອດໄພ. ກອງທັບຈີນໄດ້ສົ່ງກຳລັງກູ້ໄພວິຊາສະເພາະໄປຮ່ວມການຊ່ວຍເຫຼືອກູ້ໄພແລະການຊ່ວຍເຫຼືອດ້ານມະນຸດສະທຳສາກົນ, ແລະໄດ້ສະໜອງອຸປະກອນການແພດແລະໃຫ້ການຊ່ວຍເຫຼືອດ້ານການແພດ, ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຢ່າງສູງຂອງທະຫານຈີນ.

ໂດຍສະເພາະ ນັບແຕ່ເລີ່ມມີການລະບາດພະຍາດໂຄວິດ-19 ໃນທົ່ວໂລກ, ກອງທັບຈີນບໍ່ພຽງແຕ່ໄດ້ປະກອບສ່ວນອັນພົ້ນເດັ່ນໃນການປ້ອງກັນແລະຄວບຄຸມການລະບາດໂຄວິດ-19 ຢູ່ພາຍໃນປະເທດຈີນເທົ່ານັ້ນ, ແຕ່ຫາກຍັງໄດ້ດຳເນີນການຮ່ວມມືແລະຊ່ວຍເຫຼືອຕ້ານການແຜ່ລະບາດພະຍາດນີ້ໃຫ້ບັນດາປະເທດຢ່າງຕັ້ງໜ້າ. ປະເທດຈີນ ແລະ ປະເທດລາວເປັນປະເທດບ້ານໃກ້ເຮືອນຄຽງ ມີແຜ່ນດິນຕິດຈອດກັນ,ສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານນັ້ນບໍ່ສາມາດຕັດແຍກອອກຈາກກັນໄດ້,ເປັນຄູ່ຮ່ວມຊະຕາກຳ ຮ່ວມສຸກຮ່ວມທຸກນໍາກັນ ແລະ ຕ້ອງມີຄວາມແຂງແກ່ນໝັ້ນຄົງຮ່ວມກັນ.

ປີນີ້ແມ່ນປີສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 61 ປີ, ໃນຖານະເປັນເພື່ອນບ້ານສັງຄົມນິຍົມທີ່ມີອຸດົມການແລະມີຄວາມສະແຫວງຫາຮ່ວມກັນ, ຈີນແລະລາວໄດ້ມີນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອອັນຈິງໃຈ ຕະຫຼອດ 61 ປີທີ່ຜ່ານມາ. ພາຍໃຕ້ການຊີ້ນຳພາ ຂອງສອງພັກແລະສອງລັດ ລາວ-ຈີນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວໄດ້ສືບຕໍ່ຂະຫຍາຍຕົວ, ການຮ່ວມມືນັບມື້ນັບເລິກເຊິ່ງ, ໜັກແໜ້ນນັບມື້ນັບເພີ່ມຂຶ້ນ.ປີນີ້ແມ່ນປີທີ 6 ຂອງ ການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສົນທິສັນຍາກ່ຽວກັບຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໄດ້ບັງເກີດຜົນຢ່າງເປັນຮູບປະທຳ, ການຄ້າຂາຍໄຟຟ້າສອງສົ້ນລະຫວ່າງຈີນ-ລາວໄດ້ເລີ່ມດຳເນີນຢ່າງເປັນທາງການ. ເຂດສາທິດກາກບອນຕ່ຳໃນເຂດເສດຖະກິດກວມລວມໄຊເສດຖາໄດ້ຮັບການດຳເນີນງານແລະໂຄງການລົດຍົນພະລັງງານໃໝ່ໄດ້ຮັບການມອບ-ຮັບເປັນທາງການ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທາງລົດໄຟລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງໄດ້ເປີດການນຳໃຊ້ ແລະບໍລິການຢ່າງມີປະສິດທິຜົນ, ການຄ້າສອງຝ່າຍລະຫວ່າງຈີນກັບລາວເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ບັນດາຜົນງານທີ່ບັນລຸໄດ້ໃນການຮ່ວມມືນີ້ ບໍ່ພຽງແຕ່ສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະ ຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຈຸດພິເສດຂອງລະບອບສັງຄົມນິຍົມແມ່ນມີຍຸດທະສາດໃນການເລືອກເດີນຕາມເສັ້ນທາງການພັດທະນາພາຍໃຕ້ສັນຕິພາບ, ນະໂຍບາຍການຕ່າງປະເທດແບບຢູ່ຮ່ວມກັນໂດຍສັນຕິວິທີ ແລະ ຄວາມເປັນເຈົ້າຂອງຕົນເອງ ເປັນມູນເຊື້ອທາງດ້ານວັດທະນາທໍາຂອງປະເທດຈີນ ເຊິ່ງເປັນພື້ນຖານໃຫ້ປະເທດຈີນຈະຢຶດໝັ້ນປະຕິບັດນະໂຍບາຍປ້ອງກັນຊາດທີ່ມີລັກສະນະປົກປ້ອງຕົນເອງຢ່າງສະເໝີຕົ້ນສະເໝີປາຍ,ແຕ່ປະເທດຈີນຈະບໍ່ຖອຍແມ່ນແຕ່ບາດກ້າວດຽວໃນທຸກບັນຫາທີ່ແຕະຕ້ອງເຖິງຜົນປະໂຫຍດລວມຂອງປະເທດຊາດຢ່າງເດັດຂາດ.

ບັນຫາໄຕ້ຫວັນ ເປັນບັນຫາຄົງຄ້າງໃນສະໄໝສົງຄາມພາຍໃນຂອງປະເທດຈີນ, ການແກ້ໄຂບັນຫາດັ່ງກ່າວນີ້ດ້ວຍວິທີໃດກໍຕາມ ມັນແມ່ນກິດຈະການພາຍໃນຂອງປະເທດຈີນ,ການບັນລຸເປົ້າໝາຍເຕົ້າໂຮມເອກະພາບຢ່າງຄົບຖ້ວນແມ່ນອຸດົມການຮ່ວມຂອງລູກຫຼານປະຊາຊົນຈີນທັງມວນ, ຖ້າຫາກວ່າມີກຸ່ມຄົນບໍ່ຫວັງດີ ຈະຕັດແຍກໄຕ້ຫວັນອອກຈາກປະເທດຈີນ, ແມ່ນກອງທັບປົດປ່ອຍປະຊາຊົນຈີນຈະເດັດດ່ຽວຕໍ່ຕ້ານຢ່າງກ້າຫານໂດຍບໍ່ມີເງື່ອນໄຂໃດໆ ແລະຕໍ່ສູ້ຈົນເຖິງໄຊຊະນະໃນທີ່ສຸດ. ໃນມື້ວັນທີ 2 ສິງຫານີ້, ທ່ານ ນາງແນນຊີ ເປໂລຊີ ປະທານສະພາຕໍ່າອາເມຣິກາ ບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງຮຸນແຮງ ແລະ ການຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ເຂົາຕັ້ງໃຈລັກໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນ ເຊິ່ງໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນແລະອາເມຣິກາ, ໄດ້ກະທົບກະເທືອນເຖິງພື້ນຖານການເມືອງຂອງການພົວພັນຈີນ-ອາເມຣິກາຢ່າງໜັກໜ່ວງ, ໄດ້ລ່ວງລ້ຳອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງຈົງແຈ້ງ, ໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງເຂດສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງໜັກໜ່ວງ.ກອງທັບປົດປ່ອຍປະຊາຊົນຈີນຍາມໃດກໍຍົກສູງສະຕິກຽມພ້ອມສູ້ຮົບຢ່າງຮອບດ້ານ ເພື່ອດຳເນີນການເຄື່ອນໄຫວ ແລະຕອບໂຕ້ທາງດ້ານການທະຫານ,ເພື່ອປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງເດັດດ່ຽວ, ຄັດຄ້ານເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການ ເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ອາເມລິກາ ແລະ ກຸ່ມກອ້ນ ຫວັງຕັດແຍກໄຕ້ຫວັນອອກຈາກຈີນ ຕ້ອງຮັບຜິດຊອບຕໍ່ການກະທຳບໍ່ຖືກຕ້ອງຂອງຕົນ.

ນັບແຕ່ເຫດການດັ່ງກ່າວນີ້ໄດ້ເກີດຂື້ນມາ,ໄດ້ມີຫລາຍກວ່າ160 ປະເທດໃນໂລກໄດ້ສະແດງທັດສະນະຄັດຄ້ານການກະທຳທີ່ບໍ່ຖືກຕ້ອງຂອງ ນາງ ແນນຊີ ເປໂລຊີ. ວັນທີ 3 ສິງຫານີ້, ໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວໄດ້ອອກຖະແຫຼງການ ໂດຍກ່າວວ່າ: ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ຊ່ອງແຄບໄຕ້ຫວັນ, ລວມທັງການກະທຳທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັັ່ງຕຶງໃນພາກພື້ນ. ສປປ ລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງຕົນໃນການສະໜັບສະໜູນ ນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານ ທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”. ສປປ ລາວ ຢ້ໍາຄືນ ການສະໜັບສະໜູນນະໂຍບາຍຂອງລັດຖະບານ ສປ ຈີນ ໃນການທ້ອນໂຮມ ປະເທດຊາດໂດຍສັນຕິວິທີ.ບໍ່ວ່າສະຖານນະພາບໃນທົ່ວໂລກຈະເກີດມີການຜັນແປຢ່າງສັບສົນແນວໃດກໍ່ຕາມ, ສອງພັກ,ສອງລັດ ແລະ ກອງທັບລາວ-ຈີນ ກໍຍັງຈະເປັນອ້າຍນ້ອງກັນ ຖານນ້ຳໃຈ 4ດີ.

ຝ່າຍຈີນໄດ້ຕີລາຄາສູງຕໍ່ທ່າທີຢ່າງກົງໄປກົງມາແລະເດັດຂາດຂອງຝ່າຍລາວໃນການສະໜັບສະໜູນ ນະໂຍບາຍຈີນດຽວ, ຕໍ່ຕ້ານການຕັດແຍກ ຊ່ອງແຄບ ໄຕ້ຫວັນ ອອກຈາກ ສປ ຈີນ. ປີນີ້ ເປັນວັນຄົບຮອບການສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີ, ໄດ້ຈັດໃຫ້ມີການເຝິກຊ້ອມຮ່ວມ ຊ່ວຍເຫຼືອມະນຸດສະທຳທາງການແພດ ແລະກິດຈະກຳການບໍລິການທາງການແພດ ຂະບວນລົດໄຟສັນຕິພາບ-2022 ໄດ້ສຳເລັດຜົນອັນຈົບງາມທີ່ນະຄອນຫຼວງວຽງຈັນ,ເຊີ່ງເປັນຄັ້ງທຳອິດສຳລັບຂະບວນລົດໄຟທິມແພດເສນາຮັກຂອງກອງທັບປົດປ່ອຍປະຊາຊົນຈີນມາເຝິກຊ້ອມຮ່ວມທີ່ຕ່າງປະເທດ,ທັງເປັນການມາປະຕິບັດໜ້າທີ່ຂອງຄະນະແພດໝໍຂະບວນລົດໄຟສັນຕິພາບຊຸດທີ4,ເຊິ່ງຈະສ້າງກໍາລັງແຮງອັນໃໝ່ໃຫ່ແກ່ການພັດທະນາສາຍພົວພັນລະຫວ່າງສອງກອງທັບລາວ-ຈີນ.

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95ປີນີ້, ຂໍອວຍພອນໄຊອັນປະເສີດຕໍ່ພາລະກິດການພັດທະນາສັງຄົມນິຍົມຂອງສອງປະເທດລາວ-ຈີນຈົ່ງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ,ກອງທັບທັງສອງປະເທດຈີນ-ລາວຈົ່ງສືບຕໍ່ເຕີບໃຫຍ່ຂະຫຍາຍຕົວແລະເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງປະເທດຈົ່ງມີສາຍພົວພັນອັນດີ ມີໄມຕີຈິດມິດຕະພາບອັນແໜ້ນແຟ້ນ ສືບຕໍ່ໄປ.

ໂດຍ: ພັ.ອ ພິເສດ ຫຼີປິ່ງ ທິປຶກສາທູດຝ່່າຍປ້ອງກັນຊາດ ສປຈີນ

ເດືອນກໍລະກົດ ມີອຸບັດເຫດເກີດຂຶ້ນ 454 ລາຍ

ອີງຕາມຂໍ້ມູນອຸບັດເຫດຂອງພະແນກສືບສວນ-ສອບສວນ ຄະດີອຸບັດເຫດ ຂອງກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ປະຈຳເດືອນກໍລະກົດ ໃຫ້ຮູ້ວ່າ: ມີອຸບັດເຫດເກີດຂຶ້ນ 454 ລາຍ, ເພີ່ມຂຶ້ນ 57 ລາຍ, ພາຫະນະເປ່ເພ 794 ຄັນ, ເພີ່ມຂຶ້ນ 91 ຄັນ, ຄົນໄດ້ຮັບບາດເຈັບ 646 ຄົນ, ເພີ່ມຂຶ້ນ 5 ຄົນ, ຄົນເສຍຊີວິດ 66 ຄົນ, ເພີ່ມຂຶ້ນ 17 ຄົນ, ສະເພາະຢູ່ນະຄອນຫຼວງວຽງຈັນ ມີອຸບັດເຫດເກີດຂຶ້ນ 100 ລາຍ, ເພີ່ມຂຶ້ນ 14 ລາຍ, ພາຫະນະເປ່ເພ 195 ຄັນ, ເພີ່ມຂຶ້ນ 22 ຄັນ, ຄົນໄດ້ຮັບບາດເຈັບ 127 ຄົນ, ເພີ່ມຂຶ້ນ 35 ຄົນ, ຄົນເສຍຊີວິດ 11 ຄົນ, ຫຼຸດລົງ 3 ຄົນ, ສາເຫດສ່ວນໃຫຍ່ໃຊ້ຄວາມໄວເກີນ, ດື່ມເຫຼົ້າ, ປ່ຽນທິດທາງເດີນ, ລ່ວງປ້າຍຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ ແລະ ອື່ນໆ.

ແຂວງທີ່ເກີດອຸບັດເຫດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ຮອງລົງມາແມ່ນແຂວງຫຼວງພະບາງ, ສະຫວັນນະເຂດ, ຈໍາປາສັກ, ວຽງຈັນ ແລະ ແຂວງຫຼວງນໍ້າທາ ຊຶ່ງອາຍຸຜູ້ທີ່ເກີດອຸບັດເຫດສ່ວນໃຫຍ່ອາຍຸລະຫວ່າງ 16-30 ປີ, ອາຊີບຊາວນາ, ລອງລົງມາແມ່ນກຳມະກອນ, ນັກຮຽນ, ນັກສຶກສາ, ແຂວງທີ່ມີຄົນເສຍຊີວິດຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງຈຳປາສັກ.

ຂໍ້ມູນຈາກ: ພະແນກສືບສວນ-ສອບສວນຄະດີອຸບັດເຫດ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

ໃນວັນທີ 6 ສິງຫາ ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື ວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ເສດຖະກິດ ຂອງແຂວງອຸດົມໄຊ ໄດ້ຮັບການຂະ ຫຍາຍຕົວ ແລະ ກາຍເປັນແຂວງ 4 ໃຈກາງ ຂອງພາກເໜືອ.

ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ. ຈາກນັ້ນ ທ່ານໄດ້ມີຄໍາຄິດເຫັນໂອ້ລົມ ພະນັກງານ ການນຳແຂວງ ພ້ອມທັງ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ພາຍຫລັງ ສຳເລັດການພົບປະໂອ້ລົມ ພະນັກງານການນຳຂອງແຂວງ ທີ່ຫ້ອງວ່າ ການແຂວງແລ້ວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນໍາແຂວງ ໄດ້ສືບຕໍ່ລົງຢ້ຽມຢາມ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ໄດ້ຮັບຟັງການລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຮງງານ ເປັນຕົ້ນ ລາຄາການເກັບຊື້ຢາງ, ການຜະລິດ ແລະ ການສົ່ງອອກ; ຢ້ຽມຢາມ ໂຮງງານ ເຟີນີເຈີ ບໍລິສັດ ຊວງໄຊ ທີ່ບ້ານກໍນ້ອຍ ເຊິ່ງມີທ່ານ ຈັງເອີ ພ້ອມດ້ວຍພະນັກງານ ໃຫ້ການຕ້ອນຮັບ ພ້ອມທັງ ນຳພາໃນການຢ້ຽມຊົມ ການຜະລິດ ເຟີນີເຈີ ພາຍໃນໂຮງງານ ແລະ ບາງກິດຈະກຳ ຂອງບໍລິສັດ ກໍຄື ການສົ່ງເສີມ ປະຊາຊົນ ປູກມອນ-ລ້ຽງມ້ອນ.

ຈາກນັ້ນ, ກໍໄດ້ສືບຕໍ່ລົງຕິດຕາມ, ກວດກາ ຈຸດຄ່ຽນຖ່າຍສິນຄ້າ ທີ່ສະຖານີລົດໄຟ ເມືອງໄຊ ເພື່ອພ້ອມກັນສຶກສາ, ສຳຫລວດ ແລະ ກຳນົດ ເປັນສູນໂລຈິສຕິກ ຫລື ຈຸດຄ່ຽນຖ່າຍສິນຄ້າ ລະດັບພາກພື້ນໃນຕໍ່ໜ້າ. ພາຍຫລັງ ສຳເລັດການຕິດຕາມ, ກວດກາ ຢູ່ຈຸດດັ່ງກ່າວແລ້ວ, ໄດ້ສືບຕໍ່ລົງຢ້ຽມຢາມຄວາມຄືບໜ້າ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳກໍ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງມາແຕ່ກາງປີ 2021 ມາຮອດປັດຈຸບັນ ແມ່ນກໍ່ສ້າງສຳເລັດແລ້ວ 70 ກວ່າ% ແລະ ຄາດຄະເນຈະໃຫ້ສຳເລັດ ໃນໄວໆນີ້.

ແຫຼ່ງຂ່າວ ແລິ ຮູບພາບຈາກ: ປະເທດລາວ

ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ

ເມື່ອວັນທີ 27 ກໍລະກົດ 2022, ຫຼັງຈາກທີ່ໄດ້ສຳຫຼວດທີ່ດິນຮ່ວມກັບລັດຖະບານເປັນເວລາ 45 ວັນ, ເຂດພັດທະນາເສດຖະກິດໃໝ່ສີທັນດອນກໍໄດ້ເປີດຕົວໂຄງການໃໝ່ 2 ໂຄງການຢ່າງເປັນທາງການກໍຄື ໂຄງການໂຮງແຮມແຄນຄູ່ ເຊິ່ງເປັນສິ່ງກໍ່ສ້າງທີ່ສຳຄັນ ມີຄວາມສູງ 238.98ແມັດ ແລະ ໂຄງການສາງຄ່ຽນຖ່າຍສິນຄ້າ ເຊິ່ງໄດ້ລົງພາກສະໜາມ ແລະ ໄດ້ເປີດສາກການກໍ່ສ້າງຢ່າງເປັນທາງການໃນຍຸກຫຼັງໂລກລະບາດ.

ທ່ານ ຊີຫຼ່ຽງ (XU LIANG) ຫົວໜ້າວິຊາການພະແນກກໍ່ສ້າງເຂດເສດຖະກິດໃໝ່ສີທັນດອນໄດ້ກ່າວວ່າ ການສຳຫຼວດທາງອາກາດ ແລະ ການສຳຫຼວດທໍລະນີສາດພາກພື້ນຂອງບໍລິເວນໂຮງແຮມແຄນຄູ່ຄາດວ່າຈະສຳເລັດໃນທ້າຍເດືອນກັນຍານີ້, ແລະ ພິທີວາງສີລາເລິດເຊິ່ງຄາດວ່າຈະໄດ້ຈັດຂຶ້ນຫຼັງລະດູຝົນຜ່ານໄປ.

ໂຮງແຮມແຄນຄູ່ເປັນຕຶກອາຄານທີ່ມີຄວາມວິຈິດງົດງາມ ແລະ ສະຫງ່າງາມທີ່ສຸດແຫ່ງໜຶ່ງຂອງພາກໃຕ້ທີ່ກຳລັງຈະສ້າງຂຶ້ນ, ເຊິ່ງໂຮງແຮມໄດ້ຖືກອອກແບບຄ້າຍຄືກັບແຄນ(ເຄື່ອງດົນຕີພື້ນເມືອງລາວຊະນິດຫນຶ່ງ)ເຊິ່ງເປັນມໍລະດົກໂລກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຂອງລາວ ແລະ ຍັງເປັນສັນຍາລັກອັນໂດດເດັ່ນຂອງລາວ.

ຄວາມສູງທັງໝົດຂອງໂຮງແຮມແມ່ນ 238,98ແມັດ ເຊິ່ງໃນຕໍ່ໄປຈະກາຍເປັນຕຶກອາຄານທີ່ສູງທີ່ສຸດໃນລາວ.

ຫຼັງຈາກສ້າງໂຮງແຮມສຳເລັດແລ້ວຈະໃຫ້ບໍລິການນັກທ່ອງທ່ຽວຈາກປະເທດເພື່ອນບ້ານໃນຂອບເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ທົ່ວມຸມໂລກກໍຈະເດີນທາງເຂົ້າມາໃນພາກໃຕ້ຂອງລາວ. ບໍ່ພຽງແຕ່ການບໍລິການໂຮງແຮມເທົ່ານັ້ນ ຍັງມີການບໍລິການເສີມບໍ່ວ່າຈະເປັນ ອາຫານ,ເຄື່ອງດື່ມ, ການທ່ອງທ່ຽວ, ການຈັບຈ່າຍຊື້ຂອງ ແລະ ສິ່ງບັນເທິງຕ່າງໆເຊິ່ງຈະລວມຢູ່ໃນໂຄງການໂຮງແຮມແຄນຄູ່.

ມີຊັ້ນຊົມວິວຢູ່ຊັ້ນເທິງສຸດ, ຈຸດນັ້ນທ່ານສາມາເແນມເຫັນແມ່ນ້ຳຂອງທີ່ເປັນແມ່ນ້ຳສາຍສຳຄັນທີ່ສຸດຂອງອາຊີຕາເວັນອອກສ່ຽງໃຕ້ ໄດ້ໃນໄລຍະ 3ກິໂລແມັດ ແລະ ຍັງສາມາດແນມເຫັນຂອບຊາຍແດນລະຫວ່າງລາວ – ກຳປູເຈຍ ທີ່ຫ່າງອອກໄປ 10 ກມ ແລະ ຍັງຕິດກັບນ້ຳຕົກຕາດທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ກໍຄື ນ້ຳຕົກຕາດຄອນພະເພັງທີ່ຖືຂະໜານນາມວ່າ:

“ ໄຂ່ມຸກແຫ່ງແມ່ນ້ຳຂອງ ” ທີ່ຕົກແຕ່ງຢ່າງສວຍງາມດ້ວຍແມ່ນ້ຳ ແລະ ພູເຂົາຍິ່ງໃຫຍ່ຕະການຕາ, ຕື່ນຕາຕື່ນໃຈໄປກັບຄວາມສວຍສົດງົດງາມຂອງທຳມະຊາດ ຊຶມຊັບກັບຄວາມສຸກໃນຊີວິດ.ໃນຕອນບ່າຍຂອງມື້ດຽວກັນນັ້ນ, ບໍລິສັດ ຮ່ວມພັດທະນາ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ແລະ ບໍລິສັດ ຈຳປາອາຊີ ການຄ້າ ຈຳກັດ ກໍໄດ້ຮ່ວມກັນຈັດພິທີເປີດໂຄງການສາງຄຽນຖ່າຍສິນຄ້າໜອງນົກຂຽນຢ່າງເປັນທາງການ. ໃນໄລຍະທຳອິດຂອງໂຄງການກວມເອົາເນື້ອທີ່ 120,000ຕາແມັດ ແລະ ເນື້ອທີ່ກໍ່ສ້າງປະມານ 22,000ຕາແມັດ ເຊິ່ງລວມມີຫ້ອງການພາສີ, ບໍລິເວນຫໍພັກຂອງບໍລິສັດ, ຕູ້ແຊ່ເຢັນ ແລະ ພື້ນທີ່ເກັບເຄື່ອງເຢັນ, ສາງເກັບຖ່າຍສິນຄ້າ, ສາງສິນຄ້າລວມ ແລະ ແຍກ, ຕາຕະລາງລາຍລະອຽດຈະສຳເລັດແລ້ວພາຍໃນສອງອາທິດ.

ໂຄງການຄຽນຖ່າຍສິນຄ້ານີ້ຢູ່ຫ່າງຈາກຊາຍແດນລາວ-ກຳປູເຈຍ 3ກມ ຫຼັງຈາກກໍ່ສ້າງເສັດສິ້ນແລ້ວນັ້ນຈະສົ່ງເສີມການແລກປ່ຽນທາງຄ້າການຄ້າລະຫວ່າງລາວ-ກຳປູເຈຍ-ໄທ ແລະ ຍົກລະດັບການບໍລິການດ້ານໂລຈິກຕິກ. ນອກຈາກນີ້ຍັງຈະກາຍເປັນຈຸດສຳຄັນທາງດ້ານເສດຖະກິດຂອງຈີນ – ລາວ – ກຳປູເຈຍ ໃນອະນາຄົດອີກດ້ວຍ.

ນັບແຕ່ລາວໄດ້ເປີດປະເທດເປັນທາງການ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ກໍໄດ້ເສີມຂະຫຍາຍການພົວພັນກັບລັດຖະບານ ແລະ ການລົງທຶນ ໃນປີ 2022 ທາງບໍລິສັດມີແຜນຈະເປີດພື້ນທີ່ສຳລັບການລົງທຶນໃຫມ່ 66 ເຮັກຕາ ໃນໄລຍະທໍາອິດ, ໂຮງແຮມແຄນຄູ່, ສາງຄຽນຖ່າຍສິນຄ້າໜອງນົກຂຽນ, ການລົງທຶນອື່ນໆຂອງເຈົ້າຂອງໂຄງການເອງ. ໃນຂະນະດຽວກັນກໍໄດ້ສຳເລັດການສົ່ງເສີມການລົງທຶນສະໜາມກ໊ອຟ 36ຫຼຸມ ແລະ ໂຄງສ້າງລ້ຽງປາ 20,000ໂຕນ ກັບພັນທະມິດໃນປະເທດ.

ນອກຈາກນີ້ການເປີດຕົວຂອງ 2 ໂຄງການຍັງສະແດງໃຫ້ເຫັນເຖິງການພັດທະນາ ແລະ ການກໍ່ສ້າງທີ່ເປັນຈຸດໃໝ່ທີ່ຍອດນິຍົມທີ່ສຸດ.

ແຫຼ່ງຂ່າວ: Four Thousand Islands 四千美岛联合开发有限公司

ສອງກະຊວງ ການຕ່າງປະເທດ ລາວ-ຣັດເຊຍ ຮັດແໜ້ນການຮ່ວມມືສອງຝ່າຍ

ໃນວັນທີ 4 ສິງຫາ 2022, ທີ່ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍ ກັບ ທ່ານ ເຊີຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ກອງປະຊຸມປິ່ນອ້ອມອື່ນໆ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕິີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ເຊິ່ງສືບຕໍ່ໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ບົນຈິດໃຈດັ່ງກ່າວ, ສອງຝ່າຍ ຍັງໄດ້ເນັ້ນເຖິງການຮ່ວມມືໃນຫລາຍຂົງເຂດ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ຄວາມໝັ້ນຄົງ, ການສຶກສາ, ສາທາລະນະສຸກ, ພະລັງງານ.

ນອກຈາກນີ້, ສອງຝ່າຍ ໄດ້ແລກປ່ຽນທັດສະນະຕໍ່ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ການຮ່ວມມືໃນຂອບອາຊຽນ, ອາຊຽນ-ຣັດເຊຍ ແລະ ສປຊ.ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອໃນການສ້າງຊັບພະຍາ ກອນມະນຸດ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ແລະ ວັກຊິນ ຕ້ານພະຍາດໂຄວິດ-19.

ແຫຼ່ງຂ່າວ: ປະເທດລາວ

ໂຮງໝໍແຂວງອັດຕະປື ເປີດນໍາໃຊ້ຕຶກຟອກໄຂ່ຫຼັງ!

ໂຮງໝໍແຂວງອັດຕະປື ເປີດນໍາໃຊ້ຕຶກຟອກໄຂ່ຫຼັງ ເພື່ຶອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມ.

ໂຮງໝໍແຂວງອັດຕະປື ໄດ້ຈັດພິທີເປີດການນໍາໃຊ້ຕຶກຟອກໄຂ່ຫຼັງ ເພື່ຶອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມ ຂຶ້ນໃນວັນທີ 4 ສິງຫາ ຜ່ານມາ ຊຶ່ງມີທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ, ມີທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນທະວີ ຈະເລີນຜົນ ຜູ້ອຳນວຍການໂຮງໝໍແຂວງ ກ່າວວ່າ: ໂຄງການຟອກໄຂ່ຫຼັງ ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມຂອງໂຮງໝໍແຂວງອັດຕະປື ຖືເປັນຄັ້ງປະຫວັດສາດໃນການຍົກລະດັບການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມຢູ່ແຂວງອັດຕະປື ໃຫ້ທຽບທັນກັບບັນດາໂຮງໝໍແຂວງຕ່າງໆໃນທົ່ວປະເທດ, ທັງເປັນການຫຼຸດຜ່ອນການເດີນທາງ ແລະ ປະຢັດຄ່າໃຊ້ຈ່າຍຂອງປະຊາຊົນທີ່ເປັນພະຍາດດັ່ງກ່າວ ຊຶ່ງໂຄງການນີ້ເກີດຂຶ້ນໄດ້ຍ້ອນຄວາມເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອຈາກການນຳກະຊວງສາທາລະນະສຸກ ກໍຄືການນໍາຂອງແຂວງອັດຕະປື ແລະ ອົງການຮ່ວມມືສາກົນ ສ ເກົາຫຼີ ຫຼື ກອຍກາ ທີ່ໄດ້ຮ່ວມກັນໃຫ້ການສະໜັບສະໜູນທຶນເພື່ອສ້ອມແປງໃນມູນຄ່າ 184 ລ້ານກີບ ພ້ອມອຸປະກອນຮັບໃຊ້ ໂດຍການຈັດຊື້ຜ່ານກົມປິ່ນປົວກະຊວງສາທາລະນະສຸກປະກອບມີ:

ເຄື່ອງຟອກໄຂ່ຫຼັງ 2 ເຄື່ອງ ມູນຄ່າ 63.900 ໂດລາ, ໂດຍແມ່ນບໍລິສັດ ວຽງທອງການຢາ ເປັນຜູ້ຮັບເໝົາຈັດຊື້ ແລະ ສະໜອງ ພ້ອມທັງຕິດຕັ້ງ ທັງຈັດສະໜອງຢາ ແລະ ອຸບປະກອນຮັບໃຊ້ໃນການຟອກໃຫ້ອີກຈຳນວນໜຶ່ງ, ດ້ານບຸກຄະລາກອນໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ໂຮງໝໍແຂວງຈຳປາສັກ 2 ຊຸດ ຊຸດລະ 3 ທ່ານ, ທ່ານໝໍ 1 ທ່ານ, ພະຍາບານ 2 ທ່ານ ໃຊ້ເວລາຝຶກອົບຮົມ 3 ເດືອນ.

ໃນພິທີບັນດາແຂກທີ່ເຂົ້າຮ່ວມໄດ້ພ້ອມກັນເປີດປ້າຍ ເພື່ອເປີດການນໍາໃຊ້ຕຶກຟອກໄຂ່ຫຼັງຢ່າງເປັນທາງການ.ຂ່າວ-ພາບ: ມະນີວອນ

ກອງປະຊຸມສະຫຼຸບ ແຜນງົບປະມານແຫ່ງລັດ ຂອງແຂວງໄຊຍະບູລີ

ກອງປະຊຸມສະຫຼຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງໄຊຍະບູລີ ໃນ 6 ເດືອນ ຕົ້ນປີ ແລະ ທິດທາງແຜນງົບປະມານ 6 ເດືອນ ທ້າຍປີ ພະແນກການເງິນແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2022 ນີ້ ທີ່ຫ້ອງປະຊຸມພະແນກການເງິນແຂວງ.

ໂດຍການເປັນປະທານຂອງທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນກການເງິນແຂວງ, ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງສາຍຕັ້ງ, ມີຫົວໜ້າຫ້ອງການການເງິນເມືອງ 11 ເມືອງ ພ້ອມດ້ວຍຫົວໜ້າສ່ວຍສາອາກອນ ປະຈໍາເມືອງ ແລະ ພະນັກງານວິຊາການພະແນກການເງິນເຂົ້າຮ່ວມ.

ພາຍຫຼັງ ທ່ານ ວັນດາວ ແວວທະນັດສີ ກ່າວເປີດກອງປະຊຸມຢ່າງເປັນທາງການ ທ່ານ ນາງ ພອນທິບ ລິນທະວົງ ຮອງຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ 2022 ແລະ ທິດທາງແຜນການງົບປະມານ 6 ເດືອນ ທ້າຍປີ 2022 ໂດຍໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນ ແລະ ບັນດາດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ມີມາດຕະການປັບປຸງແກ້ໄຂ, ເຊິ່ງໂດຍລວມແລ້ວໃນປີ 2022 ແຂວງໄຊຍະບູລີ ໄດ້ຮັບມອບໝາຍຕົວເລກແຜນເກັບລາຍຮັບງົບປະມານຈາກກະຊວງການເງິນ ລວມທັງພູດສູນກາງປະຕິບັດຢູ່ແຂວງທັງໝົດ 1.125,37 ຕື້ ກີບ, ທຽບໃສ່ປີຜ່ານມາ ເທົ່າກັບ 99,17%, ຫຼຸດລົງເປັນເງິນ 9,39 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດ 6 ເດືອນ ຕົ້ນປີ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 531,49 ຕື້ ກີບ ເທົ່າກັບ 94,45% ຂອງແຜນ 6 ເດືອນ ຕົ້ນປີ ເທົ່າກັບ 47,23% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີ ຜ່ານມາເທົ່າກັບ 104,03%.

ລາຍຮັບພູດສູນກາງ ຕົວເລກແຜນການປີ 890,86 ຕື້ກີບ, ທຽບໃສ່ແຜນການປີຜ່ານມາ ເທົ່າກັບ 105,95%, ເພີ່ມຂື້ນ 5,95% ເປັນເງິນ 50,00 ຕື້ກີບ, ປະຕິບັດໄດ້ 437,24 ຕື້ກີບ, ເທົ່າກັບ 98,15% ຂອງແຜນ 6 ເດືອນຕົ້ນປີ, ເທົ່າກັບ 49,08% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 107.66%. ໃນນີ້ ພາສີ: ແຜນການປີ 890,00 ຕື້ກີບ, ປະຕິບັດໄດ້ 436,86 ຕື້ກີບ, ເທົ່າກັບ 49,09 % ຂອງແຜນການປີ, ສ່ວຍສາອາກອນ (ປັບປຸງລັດວິສາຫະກິດ) ແຜນການປີ 860,00 ລ້ານກີບ , ປະຕິບັດໄດ້ 378,29 ລ້ານ, ເທົ່າກັບ 43,99 % ຂອງແຜນການປີ.

ລາຍຮັບພາຍໃນແຂວງ ຕົວເລກແຜນ 234,51 ຕື້ກີບ, ທຽບໃສ່ແຜນການປີຜ່ານມາເທົ່າກັບ 79,79% ຫຼຸດລົງ 20,21%, ເປັນເງິນ 59,40 ຕື້ກີບ, ປະຕິບັດໄດ້ 94,25 ຕື້ກີບ, ເທົ່າກັບ 80,38%, ຂອງແຜນ 6 ເດືອນຕົ້ນປີ, ເທົ່າກັບ 40,19 % ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 89.93%; ໃນນີ້ ສ່ວຍສາອາກອນ : ແຜນການປີ 228,80 ຕື້ກີບ, ທຽບໃສ່ແຜນການປີຜ່ານມາ ເທົ່າກັບ 102,52% ເພີ່ມຂື້ນ 2,52%, ເປັນເງິນ 5,62 ຕື້ກີບ, ປະຕິບັດໄດ້ 85,92 ຕື້ກີບ, ເທົ່າກັບ 75,11% ຂອງແຜນ 6 ເດືອນຕົ້ນປີ, ເທົ່າກັບ 37,55 % ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 85,20%.

ຂະແໜງຄຸ້ມຄອງຊັບສິນຂອງລັດ : ແຜນການປີ 5,66 ຕື້ກີບ, ທຽບໃສ່ແຜນການປີຜ່ານມາ ເທ່າກັບ 8,01 % ຫຼຸດລົງ 91,99 %, ເປັນເງິນ 65,02 ຕື້ກີບ. ປະຕິບັດໄດ້ 8,13 ຕື້ກີບ, ເທົ່າກັບ 143,64 % ຂອງແຜນການປີ.

ຄຸ້ມຄອງວິສາຫະກິດລັດລົງທຶນ : ແຜນ 50,00 ລ້ານກີບ, ປະຕິບັດໄດ້ 200,00 ລ້ານກີບ ເທົ່າກັບ 400%. ດ້ານລາຍຈ່າຍ : ແຜນການປີ 518,73 ຕື້ກີບ, ທຽບໃສ່ແຜນການປີຜ່ານມາ ເທົ່າກັບ 94,42% ຫຼຸດລົງ 5,58% ເປັນເງິນ 30,60 ຕື້ກີບ, ປະຕິບັດໄດ້ 245,47 ຕື້ກີບ, ເທົ່າກັບ 78,72% ຂອງແຜນ 6 ເດືອນຕົ້ນປີ, ເທົ່າກັບ 47,32% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເທົ່າກັບ 98,23%. ແຜນລາຍຮັບດຸ່ນດ່ຽງຈາກສູນກາງ 284,21 ຕື້ກີບ, ກວມເອົາ 54,78% ຂອງແຜນລາຍຈ່າຍທັງໝົດ, ປະຕິບັດໄດ້ 190,43 ຕື້ກີບ, ເທົ່າກັບ 97,87% ຂອງແຜນ 6 ເດືອນຕົ້ນປີ, ເທົ່າກັບ 67,00% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 119,56%.

ດ້ານການແບ່ງຂັ້ນຄຸ້ມຄອງລະຫວ່າງແຂວງກັບເມືອງ ປະຕິບັດໄດ້ທັງໝົດ 94,25 ຕື້ກີບ, ເທົ່າກັບ 43,23% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນ ເທົ່າກັບ 84,81%, ຂັ້ນແຂວງຄຸ້ມຄອງ ປະຕິບັດໄດ້ 72,25 ຕື້ກີບ, ເທົ່າກັບ 40,57% ຂອງແຜນການປີ, ຂັ້ນເມືອງຄຸ້ມຄອງ ປະຕິບັດໄດ້ 22,00 ຕື້ກີບ, ເທົ່າກັບ 55,71% ຂອງແຜນການປີ. ລາຍຮັບວິຊາການອ້ອມຂ້າງແຂວງ ປະຕິບັດໄດ້ 9,08 ຕື້ກີບ, ເທົ່າກັບ 51,96% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເທົ່າກັບ 80,15%.

ໃນນີ້ ຄ່າທໍນຽມ ປະຕິບັດໄດ້ 2,14 ຕື້ກີບ, ເທົ່າກັບ 72,11% ທຽບໃສ່ໄລຍະດຽວ ເທົ່າກັບ 120,48%, ຄ່າບໍລິການ ປະຕິບັດໄດ້ 6,93 ຕື້ກີບ, ເທົ່າກັບ 47,78% ທຽບໃສ່ໄລຍະດຽວ ເທົ່າກັບ 72,64%.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນ 6 ເດືອນທ້າຍປີຈະໄດ້ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ທັງໝົດ 559,15 ຕື້ກີບ, ກວມເອົາ 49,69 % ຂອງແຜນການປີ, ຄາດຄະເນໝົດປີ 1.090,65 ຕື້ກີບ, ເທົ່າກັບ 96,91 % ຂອງແຜນການປີ, ໃນນີ້ ລາຍຮັບພູດສູນກາງ ຄາດຄະເນ 6 ເດືອນທ້າຍປີ 445,48 ຕື້ກີບ, ກວມເອົາ 50,01%ຂອງ ແຜນການປີ, ຄາດຄະເນໝົດປີ 882,72 ຕື້ກີບ, ເທົ່າກັບ 99,09% ຂອງແຜນການປີ; ໃນນີ້ລາຍຮັບພາສີ ຄາດຄະເນ 445,00 ຕື້ກີບ, ກວມເອົາ 50,00%ຂອງແຜນການປີ, ຄາດຄະເນໜົດປີ 881,86 ຕື້ກີບ, ເທົ່າກັບ 99,09%ຂອງແຜນການປີ, ລາຍຮັບສ່ວນສາອາກອນ(ຄຸ້ມຄອງລັດວິສາຫະກິດ) ຄາດຄະເນ 481,70 ລ້ານກີບ, ກວມເອົາ56,01% ຂອງແຜນການປີ, ຄາດຄະເນໜົດປີ 860,00 ລ້ານກີບ, ເທົ່າກັບ 100%ຂອງແຜນການປີ, ລາຍຮັບພາຍໃນແຂວງ ຄາດຄະເນ 6 ເດືອນທ້າຍປີ 113,67 ຕື້ກີບ, ກວມເອົາ 48,47% ຂອງແຜນການປີ, ຄາດຄະເນໝົດປີ 207,92ກີບ, ເທົ່າກັບ 88,66% ຂອງແຜນການປີ; ໃນນີ້ ສ່ວຍສາອາກອນ ຄາດຄະເນ 6 ເດືອນທ້າຍປີ 111,60 ຕື້ກີບ, ກວມເອົາ 48,78 % ຂອງແຜນການ ປີ, ຄາດຄະເນໝົດປີ 197,53 ຕື້ກີບ, ເທົ່າກັບ 86,33% ຂອງແຜນການປີ. ຄຸ້ມຄອງຊັບສິນຂອງລັດ ຄາດຄະເນ 6 ເດືອນທ້າຍປີ 2,06 ຕື້ກີບ, ກວມເອົາ 64,08 % ຂອງແຜນການ ປີ, ຄາດຄະເນໝົດປີ 10,19 ຕື້ກີບ, ເທົ່າກັບ 180,04% ຂອງແຜນການປີ. ຄຸ້ມຄອງລັດວິສາຫະກິດລັດລົງທຶນ ຄາດຄະເນໝົດປີ 200 ລ້ານກີບ, ເທົ່າກັບ 400 % ຂອງແຜນການປີ ລື່ນແຜນ.

ດ້ານລາຍຈ່າຍ ຄາດຄະເນ 6 ເດືອນທ້າຍປີ 273,25 ຕື້ກີບ, ກວມເອົາ 52,68% ຂອງແຜນການປີ, ຄາດຄະເນໝົດປີ 518,73 ຕື້ກີບ, ເທົ່າກັບ 100 % ຂອງແຜນການປີ. ລາຍຈ່າຍໜົດປີທຽບໃສ່ຂໍ້ມູນແຜນຈ່າຍຕົວຈິງບໍ່ພໍ ພາກ 60 ແລະ 61 ເງິນເດືອນນະໂຍບາຍ ເປັນເງິນ 32,42 ຕື້ກີບ ຕົວເລກດັ່ງກ່າວຈະໄດ້ສະເໜີກະຊວງການເງິນດັດແກ້ເພີ່ມ 6 ເດືອນທ້າຍປີ ເພື່ອໃຫ້ລາຍຈ່າຍສາມາດເບີກຈ່າຍໄດ້.

ການດຸ່ນດ່ຽງງົບປະມານ ຄາດຄະເນ 6 ເດືອນທ້າຍປີ 93,78 ຕື້ກີບ, ກວມເອົາ 33,00% ຂອງແຜນການປີ, ຄາດຄະເນໝົດປີ 284,21 ຕື້ກີບ, ເທົ່າກັບ 100% ຂອງແຜນການປີ.

ແຫຼ່ງຂ່າວ: News.XBL

ຫຼຽນທອງທີສອງ ທັບນັກກິລາບານບ້ວງລໍ້ເລື່ອນສາວລາວ!

ບານບ້ວງສາວລາວ ຊະນະ ຟີລິບປິນ ຂາດຮອຍ 58-9 ຄະແນນ ຄວ້າຫຼຽນທອງທີສອງ.

ທັບນັກກິລາບານບ້ວງລໍ້ເລື່ອນສາວລາວ ປະເພດທີມ 5 ຄົນ ສູ້ສຸດຂີດ ສາມາດບຽດເອົາຊະນະ ທີມສາວຈາກຟີລິບປິນ ໄປໄດ້ 58-9 ຄະແນນ ຄວ້າຫຼຽນທອງ ເປັນຫຼຽນທີສອງ ໃຫ້ທັບນັກກິລາບານບ້ວງລາວ ໃນການເຂົ້າຮ່ວມແຂ່ງຂັນ “ໂຊໂລ ເກມ 2022” ຫຼັງຈາກປະເພດທີມ 3 ຄົນ ຄວ້າມາໄດ້ແລ້ວກ່ອນໜ້ານີ້.

ການແຂ່ງຂັນກິລາບານບ້ວງລໍ້ເລື່ອນຄັ້ງນີ້ 5 ນັກກິລາທີ່ລົງຕົວຈິງ ຂອງທີມນັກບານບ້ວງລໍ້ເລື່ອນສາວລາວ ປະກອບດ້ວຍ ນາງ ວິໄລພອນ ຄໍາມິກູນ ຫົວໜ້າທີມ, ນາງ ພັດສະລາ ອິນສະຫຼອງ, ນາງ ພູໂຂງ ແພງສີ, ນາງ ກາວລີ ຈົງຊົວລີ ແລະ ນາງ ພິດສະໄໝ ແກ້ວປະເສີດ ລົງສະໜາມ ໃນຮອບຊີງທີສາມ ຫຼັງຈາກແຂ່ງແບບຄົບກັນໝົດໃນສາຍ ທີ່ມີ 4 ທີມ ປະກອບໄປດ້ວຍ ສປປ ລາວ, ໄທ, ຟີລິບປິນ ແລະ ກໍາປູເຈຍ ໂດຍຈະຄັດເອົາທີມທີ່ມີຄະແນນດີອັນດັບ 1 ແລະ 2 ເຂົ້າໄປຊີງຫຼຽນຄໍາ ສ່ວນທີມມີຄະແນນດີເປັນອັນດັບສາມ ແລະ ສີ່ ໄດ້ເຂົ້າຊີງທີສາມ ຫຼື ຫຼຽນທອງ.

ດັ່ງນັ້ນ, ໃນຮອບເກັບຄະແນນ ທີມສາວລາວ ມີຄະແນນເປັນອັນດັບສາມ ສ່ວນຟີລິບປິນມາເປັນອັນດັບສີ່ ແລະ ທັງສອງກໍເຄີຍພົບກັນມາແລ້ວ ໂດຍທີມສາວລາວເປັນຝ່າຍຊະນະ 63-6. ດັ່ງນັ້ນ, ນັດນີ້ ຈຶ່ງເປັນອີກນັດລ້າງຕາຂອງທັງສອງທີມ. ການແຂ່ງຂັນໃຊ້ລະບົບແບ່ງເປັນສີ່ຄວໍເຕີ້ (4 ຕັງ) ຕັງລະ 10 ນາທີ, ໂດຍເລີ່ມເກມໃນ ຄວໍເຕີ້ 1 ເຖິງ 3 ເປັນທີມສາວລາວທີ່ຄອງບານໄດ້ດີກວ່າ ແລະ ສ້າງສັນເກມບຸກໄດ້ຫຼາຍກວ່າ ເຮັດໃຫ້ສາມາດເກັບແຕ້ມໄດ້ເປັນກອບເປັນກຳ ເຮັດໃຫ້ນຳອອກໄປກ່ອນ 40-23 ຄະແນນ.

ດັ່ງນັ້ນ, ໃນຄວໍເຕີ້ທີ 4 ທີມສາວລາວເລີ່ມຜ່ອນເກມ ເຮັດໃຫ້ ຟີລິບປິນ ເກັບຄະແນນນຳມາ ຈົນຈົບເວລາ ເຮັດໃຫ້ທີມສາວລາວ ເປັນຝ່າຍຊະນະ ຟີລິບປິນ ໄປໄດ້ອີກ 58-9 ຄະແນນ ເຮັດໃຫ້ສາມາດຄວ້າຫຼຽນທອງ ໃນປະເພດ ທີມ 5 ຄົນ ມາຄອງໄດ້ ນັບເປັນຫຼຽນທອງຫຼຽນທີສອງຂອງທັບນັກກິລາລໍ້ເລື່ອນສາວລາວ ຫຼັງຈາກກ່ອນໜ້ານີ້ ປະເພດທີມ 3 ຄົນ ສາມາດຄວ້າຫຼຽນທອງ ມາຄອງໄດ້ເຊັ່ນກັນ.

ດ້ານ ທ່ານ ສຸກທະວີສອນ ຄູນສີປະເສີດ ຄູຝຶກທີມສາວລາວ ໃຫ້ສຳພາດວ່າ: “ຮູ້ສຶກດີໃຈຫຼາຍທີ່ນັກກິລາເຮົາສາມາດເຮັດໄດ້ເກີນເປົ້າໝາຍ ເນື່ອງຈາກກ່ອນເດີນທາງມາຄັ້ງນີ້ ພວກເຮົາມີເວລາໃນການເກັບຕົວຝຶກແອບຂ້ອນຂ້າງໜ້ອຍ ແລະ ອຸປະກອນພວກເຮົາ ໂດຍສະເພາະລໍ້ເລື່ອນ ກໍຂ້ອນຂ້າງເກົ່າແກ່ຫຼາຍ ເພາະໃຊ້ມາຫຼາຍປີ.

ດັ່ງນັ້ນ, ຈຶ່ງບໍ່ກ້າຫວັງສູງປານໃດ ມີແຕ່ຈະພະຍາຍາມບືນໃຫ້ໄດ້ຫຼຽນໃດຫຼຽນໜຶ່ງເທົ່ານັ້ນ. ອີກຢ່າງໜຶ່ງ, ກໍນັບເປັນຄັ້ງທຳອິດທີ່ທີມບານບ້ວງຍິງລໍ້ເລື່ອນລາວ ໄດ້ເຂົ້າຮ່ວມການແຂ່ງຂັນໃນລະດັບພູມີພາກເຊັ່ນນີ້ ຜ່ານມາມີແຕ່ທີມຊາຍ.

ແຕ່ສຸດທ້າຍພວກເຮົາກໍສາມາດຄວ້າມາໄດ້ເຖິງ 2 ຫຼຽນ ທັງທີມ 3 ຄົນ ແລະ 5 ຄົນ”.

ນອກຈາກນີ້, ໃນກິລາປະເພດໂກນບານ ທັງທີມຊາຍ ແລະ ຍິງ ກໍຈະລົງຊີງຫຼຽນທອງທັງຄູ່ ໃນວັນທີ 5 ສິງຫາ 2022.