Home Blog Page 33

ພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ

ເຈົ້າໜ້າທີ່ພາສີ ຮ່ວມກັບເຈົ້າຫນ້າທີ່ກັກກັນພືດ ປະຈໍາດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ຈັດພິທີທໍາລາຍພືດຜັກນໍາເຂົ້າຜິດລະບຽບ ຈໍານວນ 3.914 ກິໂລກຣາມ ຂຶ້ນວັນທີ 22 ສິງຫາ 2022 ຢູ່ສະຖານີກັກກັນພືດດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພັນໂທ ກິດອນ ກິວົງໄຊ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ ຫົວຫນ້າດ່ານຕໍາຫຼວດກວດຄົນເຂົ້າເມືອງດ່ານສາກົນຂົວມິດພາບລາວ-ໄທ ແຫ່ງທີ 1 ວຽງຈັນ-ຫນອງຄາຍ ທ່ານ ຫນຽວຄໍາ ຄໍາມີນາທີ ຫົວຫນ້າຂະແຫນງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງຫນ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນນາ ຄໍາໂພໄຊ ຫົວຫນ້າຫນ່ວຍງານປ້ອງກັນພືດປະຈໍາດ່ານຂົວມິດພາບລາວ-ໄທ ແຫ່ງທີ 1 ລາຍງານວ່າ: ໃນວັນທີ 18 ສິງຫາ 2022 ເຈົ້າຫນ້າທີ່ກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ໄດ້ເຮັດບົດບັນທຶກມອບ-ຮັບສິນຄ້າກະສິກໍາທີ່ສາມາດຄວບຄຸມໄດ້ຈາກການ ນໍາເຂົ້າຜິດລະບຽບ ເຊິ່ງເຈົ້າຫນ້າທີ່ກັກກັນພືດໄດ້ປະສານສົມທົບກັບເຈົ້າຫນ້າພາສີສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ສາມາດກວດກາ ແລະ ກັກສິນຄ້າປະເພດຜັກນໍາເຂົ້າ ໂດຍລັກລອບເຂົ້າມານໍາດ້ວຍລົດໂດຍສານລະຫວ່າງປະເທດ ສາຍອຸດອນ-ວຽງຈັນ ສາມາດປູກພືດຜັກໄດ້ ເຊັ່ນ: ຜັກບົ່ວ ຫມາກເລັ່ນ ຫມາກບວບ ຫອມປ້ອມ ຫມາກແຕງ ຜັກກາດ ແລະ ພືດຜັກອື່ນໆ ລວມທັງຫມົດ 3.914 ກິໂລກຣາມ ມູນຄ່າ 1.274 ໂດລາສະຫະລັດ ຫຼືປະມານ 19 ລ້ານກີບ ໃນນີ້ ແມ່ນປະເພດພືດຜັກນໍ ເຂົ້າມາຜິດລະບຽບ ບໍ່ມີເອກະສານກ່ຽວຂ້ອງທາງດ້ານກັກກັນພືດ ເປັນຕົ້ນ ບໍ່ມີໃບອະນຸຍາດນໍາເຂົ້າ ແລະ ໃບຢັ້ງຢືນສຸຂະນາໄມພືດຈາກປະເທດຕົ້ນທາງ ເປັນການລະເມີດຕໍ່ກົດຫມາຍປ້ອງກັນພືດ ແລະ ກັກ. ກັນພືດ ຫມວດທີ 1 ວ່າດ້ວຍການນໍາເຂົ້າ ໃນມາດຕາ 33 ຫາ 84 ວ່າດ້ວຍເອກະສານທີ່ຕ້ອງແຈ້ງ ແລະ ກວດກາກ່ອນການນໍາເຂົ້າ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊ່ວຍວຽກງານຄະນະສະເພາະກິດສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ ພາຍໃນປະເທດ ແລະ ຄຸ້ມຄອງນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ສະບັບເລກທີ 4360/ກປ.ນວ

ດັ່ງນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງຈຶ່ງໄດ້ປະຕິບັດ ຕາມລະບຽບການທຸກຂັ້ນຕອນໃຫ້ຖືກຕ້ອງ ສອດຄ່ອງ ແລະ ໂປ່ງໄສ.

ໃນປີ 2022 ດ່ານກັກກັນພືດສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ກໍຄືເຈົ້າຫນ້າທີ່ກັກກັນພືດ ສາມາດທໍາລາຍພືດຜັກທີ່ລັກລອບນໍາເຂົ້າ ຜິດລະບຽບໄດ້ 2 ຄັ້ງ ໂດຍຄັ້ງທີ 1 ລະຫວ່າງເດືອນມີນາ 2022 ໄດ້ຢືດທໍາລາຍພືດພັກ 1.578 ກິໂລກຣາມ ມູນຄ່າ 848 ໂດລາສະຫະລັດ ແລະ ຄັ້ງຫຼ້າສຸດໃນເດືອນສິງຫາ 2022 ນີ້.

ຂໍ້ມູນ ແລະ ຮູບພາບ: ວຽງຈັນໃໝ່

ສະພາແຫ່ງຊາດ ເຊັນບົດບັນທຶກ ເພີ່ມທະວີຮ່ວມມື ກັບ ກະຊວງການຕ່າງປະເທດ

ວັນທີ 23 ສິງຫາ 2022 ນີ້, ຢູ່ສະພາແຫ່ງຊາດ ໄດ້ມີພິທີເຊັນບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງ ກໍາມາທິການການຕ່າງປະ ເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໂດຍມີ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ການເຊັນບົດບັນທຶກດັ່ງກ່າວ, ເພື່ອຮັບປະກັນໃຫ້ແກ່ການຮ່ວມມື ແລະ ການປະສານງານຮ່ວມກັນ ລະຫ່ວາງກໍາມາທິການການຕ່າງປະເທດ ກັບກະຊວງການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຮັບປະກັນໃຫ້ໄດ້ທາງດ້ານເນື້ອໃນສໍາຄັນ, ພ້ອມທັງສືບ ຕໍ່ປະສານສົມທົບກັນໃນການຄົ້ນຄວ້າຮ່າງກົດໝາຍ ໃນຂົງເຂດການຕ່າງປະເທດເປັນຕົ້ນ ການສ້າງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ, ການສ້າງສັນຍາສາກົນໃນລະດັບຂອງສະພາແຫ່ງຊາດ, ລະບຽບການວ່າດ້ວຍການໃຫ້ສັດຕະຍາບັນ ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມ, ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງຂອງພັກ, ຮັບໃຊ້ຜົນປະໂຫຍດລວມຂອງຊາດ ແລະ ປະຊາຊົນ; ສະໜອງບົດລາຍງານກ່ຽວກັບຜົນສຳເລັດ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ຂອງການນຳຂັ້ນສູງຂອງສະພາແຫ່ງຊາດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍແຕ່ລະໄລຍະ ແລະ ແຜນການ ເຄື່ອນໄຫວໃນຕໍ່ໜ້າ, ຂໍ້ມູນການພົວພັນ ແລະ ຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ;

ສະໜອງບົດສະຫລຸບລາຍງານສະພາບການທີ່ພົ້ນເດັ່ນ ໃນຂົງເຂດພາກພື້ນ ແລະ ສາກົນ, ບົດລາຍງານ ກ່ຽວກັບ ການຈັດຕັັ້ງປະຕິບັດສົນທິສັນຍາສາກົນທີ່ ສປປ ລາວ ລົງນາມ ແລະ ເປັນພາຄີ ໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ, ສະພາບການຄຸ້ມຄອງອົງການຈັດຕັ້ງສາກົນ, ອົງການລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ມາເຄື່ອນໄຫວຢູ່ ສປປ ລາວ, ວຽກງານການພົວພັນຄົນເຊື້ອຊາດລາວ ແລະ ວຽກງານກ່ຽວຂ້ອງອື່ນໆ ໃຫ້ກໍາມະທິການການຕ່າງປະເທດ ເປັນແຕ່ລະໄລຍະ; ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ, ພິທີການ, ພາສາຕ່າງປະເທດ ແລະ ການສ້າງພະນັກ ງານແປພາສາ ແນໃສ່ຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວວຽກງານການຕ່າງປະເທດ ໃນໄລຍະໃໝ່ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ; ສະໜອງຂໍ້ມູນ ແລະ ໃຫ້ທັດສະນະຕໍ່ບັນຫາຕ່າງໆທີ່ຈໍາເປັນ ໃຫ້ແກ່ກັນ ແລະ ກັນ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ຕາມການສະເໜີຂອງແຕ່ລະຝ່າຍ.

ພ້ອມນີ້, ຂໍ້ຕົກລົງດັ່ງກ່າວ ຍັງຈະເປັນເຄື່ອງມືໜຶ່ງ ທີ່ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກໍາມາທິການ ແລະ ກະຊວງການຕ່າງປະເທດ ໃຫ້ມີຄວາມໃກ້ຊິດສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນ ໃຫ້ຫລາຍຂຶ້ນກວ່າເກົ່າ.

ຂ່າວ-ພາບ: ສະພາແຫ່ງຊາດ

ສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022)

ໃນວັນທີ 21 ສິງຫາ 2022ນີ, ຄະນະກຳມະການຈັດການແຂ່ງຂັນ ກິລາການທະຫານສາກົນ ຂອງເຫຼົ່າຮົບຊ່າງແສງ ໄດ້ຈັດພິທີສະຫຼຸບປິດການແຂ່ງຂັນ ກິລາ (ARMY GAMES 2022) ຢູ່ທີ່ກອງພົນນ້ອຍຊ່າງແສງ 73420 ຂອງເມືອງໂວນກາກຼາດ, ແຫ່ງສະຫະພັນລັດເຊຍ (ໃນຮູບແບບຊ່າງແສງ ) ໂດຍການເຂົ້າຮ່ວມເປັນປະທານ ທ່ານ ພັນເອກ ກຮູກະລົບ ອັນເດຮ ອາເລັກເຊວິດ ຮອງຫົວໜ້າກົມຊ່າງແສງ ສະຫະພັນລັດເຊຍ. ສວນທິມນັກກິລາເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ມີສະຫາຍ ພັນເອກ ບຸນທະວີ ໂພໄຊ ຮອງຫົວໜ້າກົມຊ່າງແສງ ຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ.

ມີບັນດາ ຄະນະຮັບຜິດຊອບຊີ້ນຳທິມນັກກິລາ,ອານຸກຳມການ ພ້ອມດ້ວຍ ນັກກິລາແຕ່ລະປະເທດເຂົ້າຮ່ວມ.

ສະຫາຍ ພັນໂທ ອານຸສັກ ພົມວົງສາ ຮອງຫົວໜ້າ ຄະນະຊີ້ນຳທິມນັກກິລາ ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວໃຫ້ຮູ້ວ່າ: ສຳລັບເຂົ້າຮ່ວມແຂ່ງຂັນກິລາ ການທະຫານສາກົນ (ARMY GAME 2022 ) (ໃນຮູບແບບຊ່າງແສງ ) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ປະກອບມີ 5 ປະເທດ ເຂົ້າຮ່ວມຄື: ຣັດເຊຍ, ລາວ, ອຸສເບກີສະຖານ, ເບລາຣຸດ ແລະ ອາຣເມເນຍ.

ສຳລັບທິມນັກກິລາເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວເຮົາແມ່ນຈົກສະຫຼາກໄດ້ ເບີ 2 ປະກອບມີ ລົດດຸດ, ລົດຂຸດຂຸມຄອງ,ລົດສ້າງສີ່ງກີດຂວາງແຕກ,ລົດສ້າງສີ່ງກີດຂວາງບໍ່ແຕກ,ລົດທຳລາຍສະໜາມມີນ ,ລົດລອຍນ້ຳ ແລະ ລົດສ້າງສະໜາມມີນ ມີຈຳນວນພົນນັກກກິລາເຂົ້າຮ່ວມຈຳນວນ21ສະຫາຍ ເຊິ່ງໄດ້ເລີ່ມການຝຶກຊ້ອມມາແຕ່ວັນ 8 – 21 ສິງຫາ 2022 ແມ່ນໄດ້ຈັດການແຂ່ງຂັນ ພ້ອມທັງຫຼຸບຜົນການແຂ່ງຂັນ ເຊິ່ງຜົນການແຂ່ງຂັນ ທີ l ສະຫະພັນລັດເຊຍ,ທີ່ ll ເບລາຣຸດ ແລະ ທີ lll ກອງທັບປະຊາຊົນລາວ.

ການເຂົ້າຮ່ວມແຂ່ງຂັນກິລາການທະຫານສາກົນ (ARMY GAME 2022) ແມ່ນມີຄວາມໝາຍ-ຄວາມສຳຄັນທີ່ສຸດ ທັງເປັນການ ສ້າງສາຍພົວພັນ ມິດຕະພາບ ຮັດແໜ້ນຄວາມສາມັກຄີກັບບັນດາປະເທດ ທີ່ເຂົ້າຮ່ວມໂດຍສະເພາະ ແມ່ນເພື່ອຍົກສູງສາຍພົວພັນ ມິດຕະພາບ ລະຫວ່າງ ກອງທັບ ປະຊາຊົນລາວ ກັບ ກອງທັບ ສ.ລັດເຊຍ ແລະ ປະເທດເພື່ອນມິດ ທັງເປັນການ ຖອດຖອນບົດຮຽນ ໃນວຽກງານວີຊາສະເພາະ ເຫຼົ່າຮົບຊ່າງແສງ ໃຫ້ນັບມື້ ເຕີບໃຫ່ຍ, ເຂັ້ມແຂງ ທັນສະໄໝເທື້ອລະກ້າວ.

ຂ່າວ: ເກນ ວິໄລສານ

ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດການບິນລາວ

ວັນທີ 18 ສິງຫາ 2022 ທີ່ສະຫນາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໄດ້ປະກາດການແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດການບິນລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການ ່ ສູນກາງພັກ, ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ກົງຄໍາ ສິດທິມໍລະດາ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ແຕ່ງຕັ້ງ ຄະນະປະຕິຮູບ ລັດວິສາຫະກິດ ການບິນລາວ ສະບັບເລກທີ 56/ນຍ, ລົງວັນທີ 13 ກໍລະກົດ 2022, ເຊິ່ງປະກອບມີ: ທ່ານ ປອ. ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ເປັນຫົວຫນ້າຄະນະ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຮອງຫົວຫນ້າຄະນະ, ທ່ານ ຄໍາຫຼ້າ ພົມມະວັນ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ການບິນລາວ ເປັນຄະນະ, ທ່ານ ປອ. ນາງ ແສງອາລຸນ ອິນມີໄຊ ຮອງຫົວຫນ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ, ທ່ານ ອາລຸນຈັນໃສ ບຸນໄຊທິບ ຮອງຫົວຫນ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນແຕ່ງ ສີມູນ ຮອງຫົວຫນ້າກົມ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນໄຊ ທອງສີທາວົງ ຮອງຫົວຫນ້າ ກົມຄຸ້ມຄອງການບັນຊີ ກະຊວງການເງິນ, ທ່ານ ຮສ. ທອງເພັດ ຈັນທະນິວົງ ຮອງຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ກໍາມະການອິດສະຫຼະ ແລະ ທ່ານ ນາງ ພອນສະຫວັນ ສິດທິເດດ ຮອງຫົວຫນ້າສູນຄົ້ນຄວ້ານະໂຍບາຍພັດທະນາວິສາຫະກິດ ແລະ ການເຊື່ອມໂຍງສາກົນ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມ ແຫ່ງຊາດ, ກໍາມະການອິດສະຫຼະ ເປັນຄະນະ.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊົມເຊີຍຄະນະປະຮູບ ລັດວິສາຫະກິດ ການບິນລາວ ທີ່ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້, ພ້ອມທັງໃຫ້ຮູ້ວ່າ: ຄະນະປະຕິຮູບ ຈະເຮັດວຽກທັງເປັນຄະນະປະຕິຮູບ ແລະ ສະພາບໍລິຫານ ເພື່ອຄົ້ນຄວ້າກໍານົດທິດທາງ ແລະ ແຜນການປະຕິຮູບຮອບດ້ານລັດວິສາຫະກິດການບິນລາວ ແລະ ຮັບປະກັນໃຫ້ແຜນການດັ່ງກ່າວຖືກຈັດຕັ້ງປະຕິບັດສໍາເລັດຕາມແຜນການ, ກໍານົດພາລະບົດບາດ, ສິດ ແລະ ຫນ້າທີ່ຂອງບໍລິສັດທີ່ປຶກສາ ເພື່ອຄົ້ນຄວ້າແຜນການ ປັບໂຄງສ້າງລັດວິສາຫະກິດຮອບດ້ານ ຄື: ໂຄງສ້າງດ້ານການເງິນ-ການບັນຊີ, ການດໍາເນີນທຸລະກິດ, ປັບປຸງກົງຈັກ-ບຸກຄະລາກອນ ແລະ ອື່ນໆ, ກໍານົດຂັ້ນຕອນ, ວິທີການ, ດໍາເນີນການຄັດເລືອກ ແລະ ຈັດຈ້າງບໍລິສັດທີ່ປຶກສາ ແຕ່ລະດ້ານ, ຄົ້ນ ຄວ້າສ້າງກົນໄກການປະຕິຮູບ, ແຜນດໍາເນີນງານ, ແຜນງົບປະມານ ແລະ ລາຍງານຕໍ່ຄະນະນໍາກະຊວງການເງີນ ແລະ ລັດຖະບານ ເພື່ອຂໍການພິຈາລະນາຮັບຮອງ, ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະປະຕິຮູບ ໃຫ້ເອົາໃຈ ໃສ່ໃນການປັບປຸງລັດວິສາຫະກິດຫັນເຂົ້າສູ່ລະບົບກຸ້ມຕົນເອງ ຊຶ່ງຈໍາເປັນຕ້ອງໄດ້ຈ້າງແຮງງານທີ່ເປັນມືອາຊີບມາຊ່ວຍໃນ ການບໍລິຫານ ເພື່ອຈະໄດ້ຈັດຕັ້ງປະຕິບັດແຜນການ ແລະ ມາດຕະການປະຕິຮູບ ໃຫ້ສໍາເລັດຕາມລະດັບຄາດຫມາຍ.

ຂ່າວ ແລະ ຮູບພາບ: ກະຊວງການເງິນ

ຮສສ ຂຶ້ນທະບຽນແຮງງານລາວ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ

ຮສສ ຂຶ້ນທະບຽນແຮງງານລາວ ຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ ໄດ້ 1.267 ຄົນ.

ຕາມການລາຍງານຈາກ ທ່ານ ອຸດອນ ມະນີບຸນ ຮອງຫົວຫນ້າກົມຄຸ້ມຄອງແຮງງານ, ຫົວໜ້າຄະນະຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ໃຫ້ຮູ້ວ່າ: ພາຍຫລັງມີພິທີເປີດການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ຢ່າງເປັນທາງການ ໃນວັນທີ 1 ສິງຫາ 2022, ໜ່ວຍງານຂຶ້ນທະບຽນກໍໄດ້ເຮັດວຽກຮ່ວມກັບ ຄະນະຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ເພື່ອປຶກສາຫາລື ແລະ ວາງແຜນການເຄື່ອນໄຫວວຽກງານຕົວຈິງ ໂດຍກໍານົດໃຫ້ເລີ່ມຈາກການຂຶ້ນທະບຽນໃຫ້ແກ່ແຮງງານລາວກ່ອນ, ຈາກນັ້ນ ຈຶ່ງຂຶ້ນທະບຽນແຮງງານຈີນ, ມຽນມາ ແລະ ສັນຊາດອື່ນຕາມລໍາດັບ ແລະ ມາຮອດ ວັນທີ 18 ສິງຫາ ສາມາດຂຶ້ນທະບຽນແຮງງານລາວໄດ້ 1.267 ຄົນ.

ທ່ານ ອຸດອນ ມະນີບຸນ ໄດ້ໃຫ້ຮູ້ອີກວ່າ: ຈາກການຈັດຕັ້ງການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ໄລຍະສອງອາທິດຜ່ານມາ ເຫັນວ່າມີທັງຂໍ້ສະດວກ, ຂ້ຫຍຸ້ງຍາກ ທີ່ຕ້ອງໄດ້ພ້ບັນຫາທີ່ພ້ອມກັນຈະໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ຂະຫຍາຍເວລາຂອງໜວ່ຍງານຂຶ້ນທະບຽນເພີ່ມອີກເຂົ້າວຽກ-ເລີກວຽກ ພ້ອມກັນ, ເຮັດວຽກວັນຈັນ-ເສົາ, ພັກວັນອາທິດ, ເລີ່ມເຮັດວຽກເວລາ 8:00-17:00 ໂມງ, ກໍລະນີມື້ໃດຫາກມີຜູ້ອອກແຮງງານມາຫລາຍ; ເພີ່ມປ່ອງບໍລິການ ຈາກ 2 ປ່ອງ ເປັນ 4 ປ່ອງ ເພື່ອໃຫ້ອໍານວຍຄວາມສະດວກໃຫ້ແກ່ຜູ້ມາຂຶ້ນທະບຽນໃຫ້ໄວ, ໃຫ້ສາມາດຂຶ້ນທະບຽນແຮງງານໃຫ້ໄດ້ຢ່າງໜ້ອຍປະມານ 400-500 ຄົນ/ວັນ;

ການຈັດເກັບຄ່າບໍລິການ ແມ່ນໄດ້ເອກະພາບກັນເກັບຄ່າຂຶ້ນທະບຽນແຮງງານ 150.000 ກີບຕໍ່ຄົນ ຫລື 70 ຢວນຕໍ່ຄົນ, (ສ່ວນຜູ້ອອກແຮງງານລາວແມ່ນເກັບເຄິ່ງຄ່າຄື 75.000 ກີບຕໍ່ຄົນ ຫລື 35 ຢວນຕໍ່ຄົນ) ແລະ ຄ່າບໍລິການກວດສຸຂະພາບປະຈໍາປີແມ່ນ 250.000 ກີບຕໍ່ຄົນ ຫລື 130 ຢວນຕໍ່ຄົນ.

ໂອກາດນີ້, ຄະນະໜວ່ຍງານການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຍັງໄດ້ຮຽກຮ້ອງ ໃຫ້ບັນດາຫົວໜ່ວຍແຮງງານ, ຜູ້ປະກອບການໃຫ້ຄວາມຮ່ວມມືຢ່າງເຕັມສ່ວນໃນການລະດົມເອົາຜູ້ອອກແຮງງານ ຢູ່ແຕ່ລະຫົວໜ່ວຍແຮງງານໃນແຕ່ລະຕຶກອອກມາຂຶ້ນທະບຽນໃຫ້ທັນຕາມແຜນທີ່ໄດ້ກຳນົດໄວ້.

ຂ່າວ: ຮສສ

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນ ຮອງລັດຖະມົນຕີ ກະຊວງ ປກສ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ ເພີ່ມອີກ 1 ທ່ານ, ໂດຍປັດຈຸບັນ ກະຊວງ ປກສ ມີ ຮອງລັດຖະມົນຕີ 4 ທ່ານ, ເປັນກຽດ ເຂົ້າຮ່ວມໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມ ສະຫງົບ, ມີບັນດາຄະນະກົມໃຫຍ່, ກົມ, ກອງ, ວິທະຍາຄານ ແລະ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນວັນທີ 19 ສິງຫາ 2022.

ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດຂອງ ທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 217/ນຍ ລົງວັນ 2 ສິງຫາ 2022 ວ່າດ້ວຍ ການແຕ່ງຕັ້ງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງເປັນ ຫົວຫນ້າກົມໃຫຍ່ຕໍາຫຼວດ.

ໃນໂອກາດນີ້, ພົຕ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເຊື່ອຫມັ້ນວ່າ: ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນກໍາລັງແຮງສໍາຄັນໃນການຊີ້ນໍາ-ນໍາພາວຽກງານຂອງກໍາລັງ ປກສ ໃຫ້ມີຜົນສໍາເລັດ ທັງເປັນພະນັກງານການນໍາຂອງກໍາລັງປ້ອງກັນຄວາມສະຫງົບທີ່ມີຄວາມຮູ້ຄວາມສາມາດ, ມີຄວາມບຸກບືນຫ້າວຫັນຕໍ່ຫນ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຊ່ວຍເຮັດໃຫ້ ກະຊວງປ້ອງກັນຄວາມສະຫງົບ ມີຄວາມຫນັກແຫນ້ນ, ມີຄວາມເຂັ້ມແຂງ, ມີຄວາມປອດໄພ, ມີຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງພັກ-ລັດ.

ແຫຼ່ງຂ່າວ: ຄວາມສະຫງົບ

ຊົມເຊີຍ! ໜຸ່ມໂສພານາ ລູກເຄີຍໃສ່ມອງ ຊ່ວຍເຫຼືອສັງຄົມ

ອີງຕາມ ລາວ-ໄອເດຍ ເຣັກຄອດສ໌ ໃຫ້ຮູ້ວ່າ: ໂສພະນາ ລູກເຂີຍໃສ່ມອງໄດ້ເດີນທາງໄປຫຼວງພະບາງ ເພື່ອເຮັດວຽກຊ່ວຍເຫຼືອສັງຄົມ.

ໂສພານາ ຫຼື ທີ່ຄົນຮູ້ຈັກຄື ລູກເຄີຍໃສ່ມອງ ເຈົ້າຂອງຜົນງານເພງຢາກເປັນລູກເຂີຍ ເຊິ່ງໄດ້ຫຼາຍລ້ານວິວ ເຮັດໃຫ້ຄົນພາຍໃນ ແລະ ຕ່າງປະເທດຕ່າງປະເທດຮູ້ຈັກເປັນຢ່າງດີ.

ຫຼ້າສຸດ ໂສພະນາ ລູກເຂີຍໃສ່ມອງໄດ້ເດີນທາງໄປຫຼວງພະບາງ ໂດຍສະເພາະໄດ້ມາລະດົມທືນຊ່ວຍເຫຼືອໂຮງໝໍເພື່ອນລາວສຳລັບເດັກແຂວງຫຼວງພະບາງ ເຊິ່ງຈະໄດ້ຈັດກິດະກຳແລ່ນມາລາທອນໃນລະຫວ່າງເດືອນ 9-10 ປີ 2022 ສ່ວນຈະຈັດຂຶ້ນວັນທີໃດນັ້ນ, ຕິດຕາມພາຍຫຼັງ

ຕອນນີ້ໜຸ່ມໂສມີເພງໃໝ່ມາຝາກກົດຟັງຕາມລີ້ງໄດ້ເລີຍ

6 ເດືອນຕົ້ນປີ! ເຊກອງມ້າງຄະດີໄດ້ 46 ຄະດີ

ອີງຕາມການລາຍງານຂອງ ຄວາມສະຫງົບໃຫ້ຮູ້ວ່າ: ແຂວງເຊກອງ ເປັນແຂວງໜຶ່ງທີ່ກໍາລັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໂດຍເລັ່ງໃສ່ຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງວາລະດັ່ງກ່າວ ຕິດພັນກັບການສະ ກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເຮັດໃຫ້ບັນຫາການຄ້າ-ຂາຍ, ຂົນສົ່ງ, ລັກລອບປູກສິ່ງເສບຕິດທີ່ ຜິດກົດຫມາຍໄດ້ຮັບການແກ້ໄຂຖືກຕ້ອງຕາມຫຼັກການວິຊາສະເພາະ ຈົນເຮັດໃຫ້ບັນຫາຢາເສບຕິດຢູ່ ພາຍໃນແຂວງຫຼຸດຫນ້ອຍຖອຍລົງເທື່ອລະກ້າວ.

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່າວຕໍ່ກອງປະຊຸມ 6 ເດືອນຕົ້ນປີ 2022 ຂອງລັດຖະບານ ຊຸດທີ IX ທີ່ຈັດຂຶ້ນໃນເດືອນກໍລະກົດ ຜ່ານມາ ວ່າ: ໃນ 6 ເດືອນຜ່ານມາ, ອົງການປົກຄອງແຂວງ ໄດ້ ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງເປັນລະບົບຕໍ່ເນື່ອງ, ເພີ່ມທະວີການ ປະຕິບັດພາລະບົດບາດ, ກຽມພ້ອມສູ້ຮົບ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມຂອບເຂດຊາຍແດນ ແລະ ເຂດເຊື່ອມຕໍ່, ຍົກສູງຄວາມເປັນເຈົ້າການສະກັດກັ້ນປະກົດການ ຫຍໍ້ທໍ້ໃນສັງຄົມ ເປັນຕົ້ນການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ.

ຜ່ານການຈັດຕັ້ງປະຕິບັດເຫັນວ່າໃນ 6 ເດືອນຕົ້ນປີ 2022, ເຈົ້າຫນ້າທີ່ວິຊາສະເພາະ ສາມາດເລີກຮື້ ແລະ ມ້າງລາຍຄະດີຄ້າຂາຍຢາເສບຕິດໄດ້ທັງ ຫມົດ 46 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 54 ຄົນ ຍິງ 3 ຄົນ: ໃນ ນີ້, ເປົ້າຫມາຍຄ້າຂາຍລາຍໃຫຍ່ 2 ຄົນ, ລາຍກາງ ແລະ ຍ່ອຍ 52 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາ ບ້າໄດ້ຈໍານວນ 68.615 ເມັດ, ລົດໃຫຍ່ຮຸນໄດ 1 ຄົນ, ລົດຈັກ 24 ຄັນ, ໂທລະສັບ 35 ຫນ່ວຍ, ປືນ ດັດແປງ 4 ກະບອກ ( ປືນແກັບ 2 ກະບອກ ), ເງິນກີບ 14.000.0000 ກີບ.

ນອກຈາກການແກ້ໄຂແລ້ວ, ການນໍາແຂວງເຊກອງ ຍັງໄດ້ແນະນໍາໃຫ້ກໍາລັງປ້ອງກັນຄວາມສະຫງົບ ແຂວງ ລົງເຄື່ອນໄຫວເຜີຍແຜ່ວງລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດໃຫ້ເປັນປົກກະຕິ ໂດຍເລັ່ງ ໃສ່ບັນດາອົງການຈັດຕັ້ງຂອງລັດ ແລະ ເອກະຊົນໃຫ້ສໍາເລັດ ແລ້ວຫັນລົງໄປສູ່ບັນດາສະຖາບັນການສຶກສາ ໂດຍສະເພາະແມ່ນວິທະຍາໄລ ແລະ ໂຮງຮຽນ ທັງພາກລັດ ແລະ ເອກະຊົນ, ບັນດາໂຄງຈັກ-ໂຮງງານ, ບັນດາກຸ່ມບ້ານ ແລະ ບັນດາຊຸມ ຊົນທີ່ເຫັນວ່າມີຄວາມສ່ຽງໃນການຄ້າ-ຂາຍ ແລະ ມົ້ວສຸມສິ່ງເສບຕິດ, ເຊິ່ງການລົງເຜີຍແຜ່ວາລະດັ່ງກ່າວນີ້ ກໍເພື່ອເຮັດໃຫ້ພະນັກງານລັດຖະກອນ, ພໍ່ ແມ່ປະຊາຊົນ, ຊາວຄ້າຂາຍ,

ນັກຮຽນ ແລະ ນັກສຶກສາ ສາມາດຮັບຮູ້ເຖິງໄພອັນຕະລາຍຂອງສິ່ງເສບຕິດ ແລະ ໂທດທີ່ຈະໄດ້ຮັບຕາມມາ ເມື່ອໄປຫຍຸ້ງກ່ຽວ ແລະ ພົວພັນກັບສິ່ງເສບຕິດ, ເມື່ອກຸມ ຄົນດັ່ງກ່າວຮັບຮູ້ ແລະ ເຂົ້າໃຈ ເຊື່ອວ່າບັນຫາ ຄ້າ-ຂາຍ ແລະ ມົ້ວສຸມຢາເສບຕິດຢູ່ພາຍໃນແຂວງກໍຈະຄ່ອຍໆຫຼຸດລົງ.

ສະນັ້ນ, ເພື່ອຮັບປະກັນໃຫ້ ບັນຫາຢາເສບຕິດຢູ່ພາຍໃນແຂວງເຊກອງ ຫຼຸດຫນ້ອຍຖອຍລົງ ແລະ ຄ່ອຍ ໆຫມົດໄປເທື່ອລະກ້າວ ການນໍາແຂວງເຊກອງ ຈະສືບຕໍ່ນໍາພາກໍາລັງປະກອບອາວຸດປະຕິບັດແນວທາງ

ປ້ອງກັນຊາດ-ປ້ອງກັນຄວາມສະຫົງບທົ່ວປວງຊົນຮອບດ້ານຂອງພັກ ຍົກສູງຄວາມຮັບຜິດ ຊອບການ ເມືອງ ແລະ ວິຊາສະເພາະຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ໃຫ້ສູງຂຶ້ນກວ່າເກົ່າ, ເພີ່ມທະວີຄວາມຈົ່ງຮັກພັກດີ, ຄວາມເສຍສະຫຼະໃນການຮັບໃຊ້ປະເທດຊາດ ແລະ ປະຊາຊົນ; ສືບຕໍ່ເອົາໃຈໃສ່ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ຄ້າ ຂາຍເຖື່ອນ, ສາສະຫນາ, ປຸ້ນຈີ້ຊິງ ຊັບ, ຂີ້ລັກງັດແງະ ແລະບັນຫາອື່ນໆ.

ກຽມເປີດປະຕູນ້ໍາ ເຂື່ອນໄຟຟ້ານ້ໍາຄານ 2 ແລະ ນ້ໍາຄານ 3 ເພື່ອລະບາຍນໍ້ານອງ

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ຜບ), ອີງຕາມການສະເຫນີຂອງ ຫົວຫນ້າບໍລິສັດ ຜະລິດ-ໄຟຟ້າ ມະຫາຊົນມີລາຍລະອຽດວ່າ ໃນວັນທີ 19/08/2012 ທາງເຂື່ອນໄຟຟ້ານໍ້າຄານ 2 ແລະ ນ້ໍາຄານ 3 ມີແຜນຈະ ເປີດປະຕູນໍ້ານອງ ເພື່ອລະບາຍນ້ໍາ ອອກຈາກອ່າງເກັບນາຂອງເຂື່ອນ, ເນື່ອງຈາກປັດຈຸບັນລະດັບນ້ໍາຂອງເຂື່ ອນ ແມ່ນຢູ່ໃນ ລະດັບໃກ້ກັບລະດັບສູງສຸດ ທັງສອງໂຄງການ ໂດຍຈະປ່ອຍນອອກຕາມປະລິມານນ ໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 19/08/2012 ຫາ 31/8/2012 ນໍ້າຄານ 2 ປ່ອຍ 103 m/s ລວມທັງຜ່ານກົງຫັນຜະລິດໄຟຟ້າ, ນ້ໍາຄານ 3 ປ່ອຍ 155 m/s ລວມທັງຜ່ານກົງຫັນຜະລິດໄຝຝົ້າ ອາດຈະມີການປ່ຽນແປງຕາມສະພາບຕົວຈິງ.

.

.

ວັນທີ 18 ແລະ 19 ສິງຫາ

ມອດໄຟຫຼາຍເຂດນະຄອນຫຼວງວຽງຈັນ!

.

.