Home Blog Page 255

ເກີດເຫດ! ໄຟໄໝ້ເຮືອນປະຊາຊົນ ບ້ານດອນ ເມືອງນາກາຍ ເສຍຫາຍຫມົດ 1 ຫລັງ

ໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ຢູ່ບ້ານດອນ ເມືອງນາກາຍ ແຂວງຄຳມ່ວນ, ໄດ້ເກີດໄຟໄໝ້ເຮືອນປະຊາຊົນຈຳນວນ 1 ຫລັງ. ຕາມການລາຍງານຂອງ ທ່ານ ນາຍບ້ານໆດອນ ໄດ້ໃຫ້ຮູ້ວ່າໃນເວລາ 9 ໂມງເຊົ້າຂອງວັນທີ 6 ຕຸລາ 2020 ໄດ້ເກີດມີໄຟໃໝ້ເຮືອນ ທີ່ມຸງດ້ວຍກະເບື້ອງ, ຝາແອ້ມດ້ວຍໄມ້ ເຊິ່ງເປັນເຮືອນຂອງພໍ່ເຖົ້າ ໂສມ ອາຍຸ 80 ປີ.

ເຫດການຄັ້ງນີ້ແມ່ນຍ້ອນເປັນປະເພດເຮືອນໄມ້ ບວກກັບມີກະແສລົມພັດແຮງໃນເວລາທີ່ໄຟໄໝ້ ຈຶ່ງມີຄວາມລຳບາກໃນການເຂົ້າຊ່ວຍເຫລືອມອດໄຟຂອງປະຊາຊົນ ຈຶ່ງເຮັດໃຫ້ເຮືອນດັ່ງກ່າວເສຍຫາຍຫມົດທັງຫລັງ ສາມາດນຳອອກມາໄດ້ພຽງແຕ່ລົດຈັກ Honda w 100 ຈຳນວນ 1 ຄັນເທົ່ານັ້ນ ແຕ່ໂຊກດີທີ່ບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບແຕ່ຢ່າງໃດ, ສ່ວນສາເຫດ ແລະ ລາຍລະອຽດໃນການເກີດອັກຄີໄພຄັ້ງນີ້ ແມ່ນຍັງຢູ່ໃນຂັ້ນຕອນການກວດສອບຂອງພາກສ່ວນທີ່ກ່ຽວຂ້ອງ.

ມາຮອດເວລາ 11:15 ນາທີ ຂອງວັນດຽວກັນ ທາງການນໍາຂັ້ນເມືອງກໍ່ໄດ້ລົງກວດກາຕົວຈິງ ແລະ ໃຫ້ຄວາມອົບອຸ່ນຕໍ່ຄອບຄົວຜູ້ເສຍຫາຍ ເຊິ່ງນຳພາໂດຍ ທ່ານ ບຸນມີ ທານຸວົງ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດ, ກໍ່ສ້າງພັກ – ພະນັກງານ ພ້ອມຄະນະໄດ້ລົງກວດກກາຜົນເສຍຫາຍຕົວຈິງ ແລະ ໄດ້ໂອ້ລົມກັບທ່ານນາຍບ້ານ ເຖິງທີ່ໄປທີ່ມາຂອງເຫດການດັ່ງກ່າວ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍນຳຜູ້ປະສົບໄພໃນການດຳເນີນການດຳລົງຊີວິດໃນຕໍ່ໜ້າພ້ອມທັງຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນໃຫ້ການຊ່ວຍເຫລືອຄອບຄົວດັ່ງກ່າວຕາມຄວາມເໝາະສົມ.

ລັດຖະມົນຕີກະຊວງປ້ອງກັນປະເທດເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19

ເນື່ອງໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມາເຂົ້າຮ່ວມການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ່ XI ນັ້ນ. ໃນຕອນເຊົ້າຂອງວັນທີ 7 ຕຸລາ 2020 ນີ່, ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວນຄະນະການນຳຂັ້ນແຂວງ, ຂັ້ນສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ ກອງພັນນ້ອຍທະຫານຮາບ 19 ຢູ່ ເມືອງບຸນເໜືອ, ແຂວງຜົ້ງສາລີ.

ໂອກາດນີ້ ກໍ່ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະຜ່ານຂອງກອງພັນນ້ອຍທະຫານຮາບ 19 ຈາກສະຫາຍ ພັນໂທ ວິໄລ ແພງສົມເຮືອງ ຄະນະພັກກອງບັນຊາການທະຫານແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍທະຫານຮາບ 19.

ຈາກນັ້ນ, ທ່ານລັດຖະມົນຕີຍັງໄດ້ໃຫ້ກຽດໂອ້ລົມຕໍ່ນາຍ ແລະ ພົນທະຫານ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນທີ່ເກີດຂຶ້ນພາຍໃນ ແລະ ຕ່າງປະເທດ, ໝາກຜົນອັນພົ້ນເດັ່ນຂອງການປົກປັກຮັກສາ ແລະ ສ້າງສາພັດທະນາລະບອບໃໝ່, ເຊິ່ງມັນໄດ້ທ້າທາຍຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນກໍ່ຄືອະນາຄົດ, ປະຫວັດ, ມູນເຊື້ອອັນດີງາມຂອງກໍາລັງປ້ອງກັນຊາດແຂວງຜົ້ງສາລີເວົ້າລວມເວົ້າສະເພາະຂອງກອງພັນນ້ອຍທະຫານຮາບ 19, ຄວາມພະຍາຍາມ ແລະ ເອົາໃຈໃສ່ຂອງພັກ ແລະ ລັດຖະບານ ຕໍ່ການສ້າງ ແລະ ປັບປຸງກອງທັບໃຫ້ມີຄວາມເຕີບໃຫຍ່, ໝັກແໜ້ນ ແລະ ເຂັ້ມແຂງຮອບດ້ານຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນນີ້, ທ່ານລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ນາຍ ແລະ ພົນທະຫານກອງພັນນ້ອຍທະຫານຮາບ 19 ສືບຕໍ່ເອົາໃຈໃສ່ບາງດ້ານ ໂດຍສະເພາະແມ່ນ: ສືບຕໍ່ສືກສາອົບຮົບການເມືອງແນວຄິດໃຫ້ນາຍ ແລະ ພົນທະຫານຢ່າງຕໍ່ເນື່ອງ, ສືບຕໍ່ສ້າງພາລາທິການກັບທີ, ໃນການປູກ, ການລ້ຽງ, ເຮັດໃຫ້ກົມກອງກຸ້ມຢູ່ກຸ້ມກີນ, ສືບຕໍ່ຮໍ່າຮຽນເອົານໍ້າໃຈຮັກຊາດ, ນໍ້າໃຈພີລະອາດຫານ, ມູນເຊື້ອຂອງກອງທັບ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ຝຶກແອບວິຊາສະເພາະໃຫ້ມີຄວາມຊໍານິຊໍານານ, ມີຄວາມພ້ອມໃນການສູ້ຮົບຢູ່ສະເໝີ ໂດຍສະເພາະສິນລະປະຍຸດ, ຍຸດທະວີທີ ແລະ ເຂັ້ມງວດໃນການປະຕິບັດລະບຽບວີໄນ, ມີການປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບ ສາມາດເຮັດຫຼ້ອນໜ້າທີ່ທີຂັ້ນເທິງມອບໝາຍໃຫ້ສໍາເລັດຕາມລະດັບຄາດໝາຍ ແນ່ໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບສຸກໂດຍພຶ້ນຖານ.

ໃນໂອກາດທີ່ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວ ແລະ ພົບປະໂອ້ລົມຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານຢູ່ກອງພັນນ້ອຍທະຫານຮາບ19 ນັ້ນ ຍັງໄດ້ນຳເອົາອາຫານແຫ້ງຈຳນວນໝື່ງມອບໃຫ້ກັບກອງພັນນ້ອຍທະຫານຮາບ19 ຕື່ມອີກ.

ພາບ-ຂ່າວ: ແສງຄຳ ສາລີວັນ

ເກີດເຫດ! ນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ ຊາຍແດນລາວ-ຫວຽດນາມ

ໃນຕອນເຊົ້າວັນທີ 8 ຕຸລາ 2020​ ເກີດນ້ຳຖ້ວມໜັກ ເຂດບ້ານແດນສະຫວັນ (ຊາຍແດນລາວ-ຫວຽດນາມ)​,​ ເມືອງເຊໂປນ,​ ແຂວງສະຫວັນນະເຂດ ເນື່ອງຈາກຝົນຕົກໜັກ.

.

.

ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ເຕືອນກ່ອນໜ້ານີ້ວ່າ ລະຫວ່າງວັນທີ 7 ຫາ 11 ຕຸລາ ຈະມີຝົນຕົກໜັກເຂດພາກກາງ ແລະ ພາກໃຕ້ ເນື່ອງຈາກມີພາຍຸໜຸນເຂດຮ້ອນພັດປົກຄຸມ ຂໍໃຫ້ມີສະຕິລະມັດລະວັງນ້ຳຖ້ວມຊູ.

.

.

ເມືອງວິລະບູລີ ໄດ້ຮັບຜົນກະທົບຈາກພາຍຸເຮັດໃຫ້ມີຝົນຕົກໜັກໃນໄລຍະ1-2ວັນທີ່ຜ່ານມາ

ໃນວັນທີ 8/10/2020 ຫລາຍພື້ນທີ່ຂອງເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຈາກພາຍຸເຮັດໃຫ້ມີຝົນຕົກໜັກໃນໄລຍະ1-2ວັນທີ່ຜ່ານມາ

ເຮັດໃຫ້ນໍ້າໃນຫ້ວຍໃນເຊເພີ່ມສູງຂື້ນ ເຊັ່ນວ່າ : ນໍ້າເຊກອກ,​ຫ້ວຍຄຽງ,​ຫ້ວຍແຢງ ໄຫລເຂົ້າຖ້ວມນາ,​ໜອງປາ,​ເສັ້ນທາງໄປມາ ໂດຍສະເພາະກໍ່ແມ່ນເສັ້ນທາງ 28 A ອອກສູ່ເມືອງເຊໂປນແມ່ນຖືກນໍ້າຖ້ວມໃນຫລາຍຈຸດ.​

ລະດັບນໍ້າເຊກອກແທກໄດ້ໃນເວລາ 8:30 ໂມງຂອງມື້ນີ້ຢູ່ທີ່ 8,50 ແມັດ,ເຂດລະວັງໄພແມ່ນ 4,30ແມັດ ຂໍໃຫ້ລະມັດລະວັງໃນການໄປມາຕື່ມ.

ຮູບພາບ :ແຟນເພສ

ກອງພັນ 19 ທະຫານແຂວງອັດຕະປື ປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 7 ຕຸລາ 2020 ນີ້, ກອງພັນ19 ທະຫານແຂວງອັດຕະປື, ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຢູ່ພາຍໃນກົມກອງຂອງຕົນຂື້ນທີ່ສະໂມສອນຂອງກອງພັນດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັທ ເເສງສຸລີ ເມກເມືອງໄຊ ຄະນະພັກກອງບັນຊາການ ຮອງຫ້ອງເສນາທິການກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກຮາກຖານກອງພັນ19, ພະແນກການຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ,ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີII ໝວດທີ 3 ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານໃຫ້ຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນ ແລະ ຮອດຕາມກຳນົດ,ໂດຍສະເພາະແມ່ນຢູ່ກອງພັນ19 ທະຫານແຂວງອັດຕະປື ທີ່ໄດ້ຮັບການເລື່ອນຊັ້ນໃໝ່ລວມທັງໝົດມີ 7 ສະຫາຍ, ໃນນີ້ເລື່ອນຊັ້ນຈາກຮ້ອຍເອກ ຂຶ້ນ ພັນຕີ ມີ 1 ສະຫາຍ , ເລື່ອນຊັ້ນ ຈາກວາທີ ຂຶ້ນຊັ້ນ ຮ້ອຍຕີ ມີ 6 ສະຫາຍ.

ໃຫ້ກຽດຂື້ນປະດັບຊັ້ນໂດຍ ສະຫາຍ ພັທ ເເສງສຸລີ ເມກເມືອງໄຊ ຄະນະພັກກອງບັນຊາການທະຫານເເຂວງ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງ ຮັບຮູ້ວ່າ ນີ້ແມ່ນການເພີ່ມຄວາມຮັບຜິດຊອບໃຫ້ບັນດາສະຫາຍ ໃຫ້ສູງຂຶ້ນກ່ວາເກົ່າ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ເຮັດວຽກງານ ສຶກສາອົບຮົມການເມືອງ-ນຳພາແນວຄິດຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງດ້ວຍການຄົ້ນຄວ້າຮໍ່າຮຽນ ແລະ ກຳແໜ້ນແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ, ສືບຕໍ່ເອົາໃຈໃສ່ ຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງສຸດ ແລະ ສ້າງຕົນເອງໃຫ້ກາຍເປັນພະນັກງານຮຸ້ນສືບທອດທີ່ມີຄຸນນະພາບຕໍ່ໄປ.

ຂ່າວ: ສຸກສະໄໝ ນວນມະລິນ

ພາບ: ບຸນໄຊ ກິດທິລາ

ຄຳມ່ວນ ດຳເນີນກອງປະຊຸມສາມັນຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 17 ສະໝທີ IX

ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງ ຄັ້ງທີ 17 ສະໄໝທີ IX ທ້າຍສະໄໝ ໄດ້ຈັດຂຶ້ນໃນວັນທີ 7-8 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ໂອໄດ ສຸ ດາພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ.

ກອງປະຊຸມ ໄດ້ພ້ອມກັນສະຫລຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 16 ສະໄໝທີ IX, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງໄລຍະ 9 ເດືອນປີ 2020 ແລະ ແຜນຈຸດສຸມ 3 ເດືອນທ້າຍປີ 2020, ຟັງການສະຫລຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈຳ 9 ເດືອນປີ 2020 ແລະ ແຜນວຽກຈຸດສຸມໃນ 3 ເດືອນທ້າຍປີ 2020 ແລະ ບັນດາພະແນກການໂດຍສະເພາະລົງເລິກຂົງເຂດເສດຖະກິດ-ວັດທະນະທໍາຈຳນວນໜຶ່ງ.

ພ້ອມນີ້, ຍັງໄດ້ຮັບຟັງການລາຍງານການກະກຽມຄວາມພ້ອມຂອງຄະນະອະນຸກຳມະການດ້ານເນື້ອໃນ ກອງປະຊຸມໃຫຍ່ ສະໄໝທີ X ຂອງອົງຄະນະພັກແຂວງ ເປັນຕົ້ນ ຮ່າງລາຍ ງານການເມືອງສະບັບຫຍໍ້, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ( 2021-2025 ) ສະບັບຫຍໍ້, ຮ່າງບົດສຳຫລວດນຳພາລວມຂອງຄະນະບໍລິ ຫານງານພັກແຂວງ (ສະໄໝທີ IX) ແລະ ຮ່າງໂຄງການດຳເນີນງານຕະຫລອດສະໄໝກອງປະຊຸມຄັ້ງທີ X ຂອງອົງຄະພັກແຂວງ, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ຈາກນັ້ນ, ບັນດາສະຫາຍຜູ້ແທນກອງປະຊຸມ ໄດ້ພ້ອມ ກັນຄົ້ນຄວ້າປະກອບຄຳຄິດເຫັນໃສ່ການກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການດຳເນີນກອງປະຊຸມບັນລຸຕາມລະດັບຈຸດປະສົງຄາດໝາຍ.

ດ່ວນເກີດເຫດ! ລົດຮຸນໄດປະທະສິບລໍ້

ລາຍງານຈາກຫຼວງພະບາງ: ໃນວັນທີ 7/10/2020 ໄດ້ເກີດເຫດລົດຮຸນໄດ ຕຳກັນກັບລົດ 10 ລໍ້ ຈຸດເກີດເຫດ ແມ່ນທາງເຂດບ້ານນາກອກ ເມືອງນ້ຳບາກ ແຂວງຫລວງພະບາງ.

ທະບຽນກະບະຮຸນໄດ້ ທີ່ມີຜູ່ເສຍຊີວິດ ຕິດຄາລົດ ແມ່ນ ອຸດົມໄຊ ບກ 1353

.

ລາຍງານເບື້ອງຕົ້ນ ເຫດກາຄັ້ງນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ຕິດຢູ່ໃນລົດ ຍັງບໍ່ຮູ້ຍາດຜູ້ເສຍຊີວິດ.

.

.

ຂໍຄວາມຊ່ວຍເຫຼືອປະກາດຫາຍາດຕິພີ່ນ້ອງຂອງຜູ້ກ່ຽວແດ່

ລາຍລະອຽດຈະລາຍງານເພີ່ມເຕີມ

ຫ້ອງກະສີກຳ ແລະ ປ່າໄມ້ ເມືອງກະລຶມ ມອບແນວພັນໄກ່ 1.300 ກວ່າໂຕ ໃຫ້ປະຊາຊົນ 13 ບ້ານ

ໃນວັນທີ7.10.2020 ໂດຍປະຕິບັດຕາມຂໍ້ຕົກລົງຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ວ່າດ້ວຍການຈັດແບ່ງແນວພັນສັດປີກ ແລະ ປາ ໃຫ້ 4 ຕົວເມືອງທີ່ໄດ້ຮັບ ຜົນກະທົບຈາກໄພທຳມະຊາດ ປີ 2019 ດັ່ງນັ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ ຜ່ານມານີ້ຢູ່ທີ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບແນວພັນໄກ່ ໃຫ້ປະຊາຊົນ 13 ບ້ານ, ມີ 130 ຄອບຄົວ ທີ່ຖືກຜົນກະທົບຈາກໄພພິບັດໃນ 2019 ທີ່ຜ່ານມາ ເຊິ່ງມີບ້ານແກ້ງກຸຍ, ບ້ານແກ້ງກຽນ, ບ້ານວັກ, ບ້ານຈຣອກ, ບ້ານສອງຄອນ, ບ້ານຈິງ, ບ້ານໂລ້ຍ, ບ້ານຫາດນອງ, ບ້ານຕີນ-ຕຶມ, ບ້ານເຈຼະ, ບ້ານຕັງກາດ, ບ້ານຕັງປຼັງ ແລະ ບ້ານຕະມໍໃໝ່ ໂດຍໃຫ້ກຽດເຂົ້າຮ່ວມ ມີທ່ານ ຄຳປະເສີດ ດອຍບົວລະພາ ຮອງເຈົ້າເມືອງ – ເມືອງກະລຶມ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ແສງອຸໄທ ຄຳວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງກະລຶມ, ວິຊາການລ້ຽງສັດ ແລະ ການປະມົງຂັ້ນແຂວງ – ຂັ້ນເມືອງ, ຜູ້ຕາງໜ້າຈາກບໍລິສັດ ແລະ ພໍ່ແມ່ປະຊາຊົນມາຈາກບ້ານດັ່ງກ່າວເຂົ້າຮ່ວມ.

ທ່ານ ສີອຳພອນ ສີນາມົນຕິ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງກະລຶມ ໄດ້ໃຫ້ຮູ້ວ່າ: ແນວພັນໄກ່ທີ່ມອບໃຫ້ປະຊາຊົນໃນຄັ້ງນີ້ແມ່ນບໍລິສັດ ເອສ ເອມ ພີ ເທຣດດິ້ງ ຈຳກັດຜູ້ດຽວ ເປັນຜູ້ຈັດຊື້ແນວພັນໄກ່ ຈຳນວນ 1.350 ໂຕ ເພື່ອຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນຳເອົາສັດປີກຈຳນວນດັ່ງກ່າວມາລ້ຽງເປັນການປັບປຸງ, ພື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ໂອກາດນີ້ ທາງວິຊາການຂະແໜງລ້ຽງສັດ ແລະ ການປະມົງ ກໍໄດ້ແນະນຳວິທີການລ້ຽງໄກ່ ແລະ ການປົກປັກຮັກສາໄກ່ ເປັນຕົ້ນແມ່ນເອົາໃຈໃສ່ໃນການໃຫ້ອາຫານໄກ່, ການສັກຢາ, ຢອດຢາເປັນປົກກະຕິເພື່ອເຮັດໃຫ້ໄກ່ມີພູມຕ້ານທານທີ່ດີປອດຈາກເຊື້ອພະຍາດທີ່ອາດເກີດຂຶ້ນຕາມລະດູການ.

ພາບ-ຂ່າວ: ຄຳເພົ້າ ຮຸ່ງໄຊຍະວົງ

ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຢູ່ ກທອ

ໃນວັນທີ 6 ຕຸລາ 2020 ນີ້, ກະຊວງປ້ອງກັນປະເທດ ປະກາດການຈັດຕັ້ງຂັ້ນບັນຊາຫົວໜ້າຫ້ອງ, ຮອງຫ້ອງ ແລະ ຫົວໜ້າກອງພັນໃຫຍ່ຢູ່ສະໂມສອນກອງບັນຊາການທະຫານອາກາດ (ກທອ), ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຕີອ່ອນສີ ແສນສຸກ ກຳມະການຄະນະປະຈຳພັກກະຊວງ, ຮອງລັດ

ຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ໂສພາວັນທຳມະເທວາ ຮອງຫົວໜ້າກົມພະ ນັກງານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກທອ, ຄະນະຫ້ອງ-ຮອງຫ້ອງ,ຕາງໜ້າຫ້ອງການເມືອງ 4 ກົມໃຫຍ່, ຫ້ອງວ່າການກະຊວງ ແລະ ຄະນະພັກ-ຄະນະບັນຊາກອງພັນ ໃຫຍ່ 702 ແລະ 703, ຫົວໜ້າພະແນກການພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານກົມໃຫຍ່ການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການທະຫານອາກາດ ອີງຕາມກົດໝາຍນາຍທະ ຫານກອງທັບປະ ຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 04 ມາດຕາ 26 ວ່າດ້ວຍ ການແຕ່ງຕັ້ງ-ຍົກຍ້າຍ ນາຍທະຫານ ຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາໃນ ກຳລັງປະກອບອາວຸດໃຫ້ເຂັ້ມ ແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກະຊວງປ້ອງກັນປະເທດຕົກລົງ

ແຕ່ງຕັ້ງ ພັນເອກ ຄຳມ້າວ ວໍລະເດດ ເປັນຫົວໜ້າຫ້ອງເສນາທິການ ກທອ, ແຕ່ງຕັ້ງ ພັນໂທ ສຸພັນ ເດດນໍລະສິງ ເປັນຮອງຫົວໜ້າ ຫ້ອງອົບຮົມການບິນກທອ, ພັນໂທ ບຸນເລີດອຸດທະຈັກເປັນຮອງຫົວໜ້າຫ້ອງເສນາທິການ ກທອ, ພັນໂທ ຫຸມແພງ ປັນຍາສະຫວັດ ເປັນຮອງຫົວໜ້າຫ້ອງ ການ ກທອ ແລະ ແຕ່ງຕັ້ງ ພັນເອກ ຄໍາສຸກ ຄໍາເລືອງເທບ ເປັນຫົວ ໜ້າການທະຫານ ກອງພັນໃຫຍ່ 703.

ໂອກາດນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ໄດ້ມີຄໍາເຫັນ ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ໄດ້ເນັ້ນໜັກໃຫ້ຍົກສູງບົດບາດຄວາມຮັບຜິດຊອບການນໍາພາ, ປັບປຸງກົງຈັກບັນຊາ, ວິທີເຮັດວຽກໃຫ້ມີຈຸດສຸມ ແລະ ມີຄວາມ ໜັກແໜ້ນ ເຂັ້ມແຂງ, ປອດໃສ ຂາວສະອາດ, ບົນພື້ນຖານຄວາມເປັນເອກກະພາບປອງດອງ ຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືລະດົມຄວາມຄິດນຳພາວຽກງານເປັນເອກະພາບໃນໝູ່ຄະນະຢ່າງຈະແຈ້ງລະອຽດຄົບຖ້ວນ, ແບ່ງຄວາມຮັບຜິດຊອບຕ້ອງແທດເໝາະກັບຄວາມຮູ້-ຄວາມສາມາດ ແລະ ປະສົບການໃນວຽກງານ, ສົມທົບແໜ້ນໃກ້ຊິດຕິດ ແທດກັບວຽກຕົວຈິງ, ມີການຕິດຕາມກວດກາສະຫຼຸບຖອດ ຖອນບົດຮຽນເປັນປົກກະຕິ, ສົ່ງເສີມທັດສະນະກ້າຄິດ-ກ້າເຮັດ,

ກ້າຮັບຜິດຊອບຕໍ່ວຽກງານດ້ວຍທັດສະນະສູງ ຫັນປ່ຽນດ້ວຍຕົນເອງ, ຍົກສູງເຊີດຊູນຳ້ໃຈຮັກຊາດ, ຮັກການຈັດຕັ້ງ, ຮັກລະບອບປະຊາທິປະໄຕ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີສະຕິເປັນເຈົ້າຕົນເອງ, ມີຫຼັກໝັ້ນມິດ-ສັດຕູ ອັນຈະແຈ້ງ ເພີ່ມທະວີການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດ, ເຝິກຝົນຫຼໍ່ຫຼອມຄວາມຮູ້- ຄວາມສາມາດບັນຊາ-ນຳພາໃຫ້ມີຄຸນນະພາບ, ສຶກສາທັດສະນະຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ, ດໍາລົງຊີວິດປອດໃສ ແລະ ເພີ່ມຄວາມສາມາດໃນໜ້າທີ່ວຽກງານການເມືອງກາຍເປັນແກ່ນສານນໍາພາຢ່າງແທ້ຈິງ ແລະ ເຮັດສໍາເລັດຕາມໜ້າທີ່ຕາມການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ໂດຍ: ສີທາ

ເມືອງໄຊບູລີ ກໍານົດເອົາບຶງຂາເປຍເປັນເຂດວັງສະຫງວນອະນຸລັກສັດນໍ້າ-ສັດປ່າ

ເພື່ອເປັນການອະນຸລັກສັດນໍ້າ- ສັດປ່າ ແລະຊີວະນາໆພັນໃຫ້ຍືນຍົງຕະຫຼອດໄປ ສະນັ້ນ ມາໃນວັນທີ 2 ຕຸລາ 2020 ທີ່ຜ່ານມານີ້, ຢູ່ທີ່ບຶງຂາເປຍ ບ້ານກ້າງປາ ເມືອງໄຊບູລີແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາ ປ່ອຍປາ ສູ່ທໍາມະຊາດພ້ອມທັງປະກາດກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍເປັນວັງສະຫງວນ ຂອງເມືອງ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດຣ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ , ທ່ານ ນາງ ສົມລານ ອິນທິສານ ປະທານແນວລາວສ້າງຊາດເມືອງ , ມີກໍາຄະນະປະຈໍາພັກເມືອງ ກໍາມະການພັກເມືອງຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ອໍານາດການປົກຄອງບ້ານອ້ອມຂ້າງ, ເຖົ້າແກ່ແນວໂຮມ ຕະຫຼອດຮອດປະຊາຊົນພາຍໃນບ້ານກ້າງປາເຂົ້າຮ່ວມ. ໃນກິດຈະກໍາດັ່ງກ່າວແມ່ນໄດ້ນໍາເອົາລູກປາ ຈໍານວນ 18 ພັນໂຕ ນໍາໄປປ່ອຍ ສູ່ແຫຼ່ງນໍ້າທໍາມະຊາດທີ່ບຶງຂາເປຍ, ເຊິ່ງເປັນຫວັງສະຫງວນທີ່ໄດ້ກໍານົດໄວ້ ແລະ ປາທີ່ນໍາມາປ່ອຍໃນຄັ້ງນີ້ ມີ ປາປາກ, ປາເກັດແລບ, ແລະປານວນຈັນ, ຈາກນັ້ນ ໃນພິທີ ທ່ານ ຄໍາໜັ້ນ ສຸພິຫາລາດ ຫົວໜ້າຫ້ອງວ່າການປົກຄອງເມືອງໄຊບູລີ ທັງເປັນຫົວໜ້າ ໂຄງການສົ່ງເສີມ ການອະນຸລັກປ່າໄມ້ ແລະບຶງທໍາມະຊາດແບບມີສ່ວນຮ່ວມຂອງປະຊາຊົນບ້ານກາງປາ.

ກໍ່ຍັງໄດ້ ຜ່ານກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍ, ຜ່ານຂໍຕົກລົງຂອງທ່ານເຈົ້າເມືອງໄຊບູລີ ສະບັບເລກທີ 656 /ຈມ ຊບລ ວ່າດ້ວຍການຄຸ້ມຄອງການປະມົງ ແລະການອະນຸລັກຊີວະນາໆພັນທາງບົກ ແລະທາງນໍ້າ ເຊິ່ງໃນນັ້ນມີເນື້ອທີ່ 250 ເຮັກຕາ ເປັນເຂດສະຫງວນກວມລວມ ແລະ 5 ເຮັກຕາເປັນສະຫງວນຖາວອນ ຢ່າງຈະແຈ້ງ, ພ້ອມນີ້ ກໍ່ຍັງໄດ້ມອບປື້ມກົດລະບຽບການຄຸ້ມຄອງວັງສະຫງວນບຶງຂາເປຍໃຫ້ກັບ 7 ກຸ່ມບ້ານ, ໃນນັ້ນມີບ້ານ ກາງປາ, ເວີນເໜືອ, ເວີນໃຕ້, ແກ້ງໂພສີ, ດົງຍາງ, ໂພນທັນ ແລະບ້ານສະກອງເພື່ອນໍາເອົາກົດລະບຽບ, ເນື້ອໃນດັ່ງກ່າວນໍາໄປຜັນຂະຫຍາຍໃຫ້ປະຊາຊົນໃນແຕ່ລະບ້ານໄດ້ຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງພ້ອມກັນຈັດຕັ້ງປະຕິບັດຕາມກົດລະບຽບຢ່າງເຂັ້ມງວດ.

ທັງນີ້ກໍ່ເພື່ອເປັນການປົກປັກຮັກສາຂອບເຂດທີ່ໄດ້ກໍານົດເປັນບ່ອນສະຫງວນບໍ່ໃຫ້ຖືກບຸກລຸກ, ທໍາລາຍ-ລວງລໍ້າ, ເປັນຕົ້ນແມ່ນການລ່າສັດທີ່ມີລັກສະນະດັບສູນດ້ວຍວິທີການໃຊ້ລະເບີດ, ທາດເຄມີ, ທາດເບື່ອ,ໄຟຟ້າຊັອດ ແລະວິທີອື່ນໆ ທີ່ເຮັດໃຫ້ສັດນໍ້າ-ສັດປ່າມີການສູນພັນ, ຫ້າມລ່າສັດນໍ້າ- ສັດປ່າໃນລະດູປະສົມພັນ ແລະຂະຫຍາຍພັນ, ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງໃດໜຶ່ງມີການຕັນ ຫ້ວຍ-ຮ່ອງ ຫຼື ໃຊ້ສິ່ງກີດຂວາງການເຄື່ອນຍ້າຍເພື່ອຂະຫຍາຍພັນຂອງສັດນໍ້າ ແລະສັດປ່າ ທີ່ເປັນສາຂາຂອງບຶງຂາເປຍ.

ໂອກາດດຽວກັນນີ້ ບັນດາປະທານຍັງໄດ້ຜັນປ່ຽນກັນໂອ້ລົມ ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ, ກໍ່ຄືຂະແໜງການ ແລະພາກສ່ວນກ່ຽວຂ້ອງ ໃຫ້ເອົາໃຈໃສ່ຊ່ວຍກັນໃນການປົກປັກຮັກສາແຫຼ່ງນໍ້າທໍາມະຊາດທີ່ເປັນບ່ອນອຸດົມບູນແຫ່ງນີ້, ທັງນີ້ກໍ່ເພື່ອເປັນການຮັກສາລະບົບນິເວດກໍ່ຄືບ່ອນຢູ່ອາໃສຂອງສັດນໍ້າ-ສັດປ່າ ແລະຊິວະນາໆພັນ ເພື່ອບໍ່ໃຫ້ສູນພັນ, ຄ່ຽງຄູ່ກັບການພັດທະນາການນໍາໃຊ້ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃຫ້ຍືນຍົງຕະຫຼອດໄປ, ເພື່ອລູກຫຼານ ຜູ້ເກີດໃໝ່ຮຸ່ນຫຼັງເປັນຜູ້ສືບຕໍ່ໃນອານາຄົດ.

ພາບ ແລະຂ່າວ ຄໍາກອນ ພອນມາລາ