Home Blog Page 254

ຄອບຄົວທຸກຍາກຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ

ໃນວັນທີ 28 ກັນຍາປີ 2020 ຜ່ານມາ ທ່ານ ພູມີ ແກ້ວວັນດີ, ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂພນທອງ, ແຂວງຫຼວງພະບາງ, ຕາງຫນ້າຫ້ອງວ່າການເມືອງ, ພ້ອມດ້ວຍທິມງານ ທລຍ ແຂວງ ແລະ ທລຍ ປະຈຳເມືອງໂພນທອງ ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມ

ເປັນສັກຂີພິຍານ ໄດ້ມອບເຄື່ອງຊວ່ຍເຫຼືອບັນເທົາທຸກ ໃຫ້ປະຊາຊົນຄອບຄົວທຸກຍາກຈຳນວນ 35 ຄອບຄົວ, ນັກຮຽນໃນຮຽນປະຖົມສົມບູນພາຍໃນບ້ານ 42 ຄົນ, ຍິງ 25 ຄົນ ແລະ ຄູ 2 ຄົນ ຂອງບ້ານຫີນແຮ່ ເມືອງໂພນທອງ ແຂວງຫຼວງພະບາງ

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ ເຄື່ອງນຸ່ງຫົ່ມຈໍານວນ 35 ຖົງ, ປື້ມຂຽນ 100 ຫົວ, ບິກ 50 ກ້ານ, ສໍດຳ 144 ກ້ານ ລວມມູນຄ່າທັງໝົດ 3,500,000 ກີບ.

ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ

ແຈ້ງຜົນການເລືອກຕັ້ງ ແລະ ການດໍາເນີນກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງ ຜົ້ງສາລີ ຄັ້ງທີ XI ເຊິ່ງມີຜູ້ແທນສົມບຸນທັງໝົດ 287 ສະຫາຍ ຍິງ 39 ສະຫາຍ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາ ຄະນະບໍລິຫານງານພັກແຂວງ ສະໄໝທີ XI ມີທັງໝົດ 33 ສະຫາຍ, ຍິງ 4 ສະຫາຍ, ຊຶ່ງປະກອບດ້ວຍບັນດາສະຫາຍ ດັ່ງນີ້:

1. ສະຫາຍ ຄຳຜອຍ ວັນນະສານ

2. ສະຫາຍ ບົວທອງ ອູ່ແສງຄຳ.

3. ສະຫາຍ ທອງສີ ເສົາສຸລິພົມ.

4. ສະຫາຍ ຄຳເຫຼັກ ໃຈອິສານ.

5. ສະຫາຍ ທອງສະຫັວນ ທຳມະວົງ.

6. ສະຫາຍ ສັນຕິ ແກ້ວຍະສານ.

7. ສະຫາຍ ພັນເອກ ທິດແກ້ວ ພົມປັນຍາ.

8. ສະຫາຍ ວິສອນ ລາວເມົາ.

9. ສະຫາຍ ສົມຈິດ ຫັບລະກອນ,

10. ສະຫາຍ ບຸນທະວີ ສໍສຸກັນ.

11. ສະຫາຍ ພອນໄຊ ແກ້ວສົມພັນ.

12. ສະຫາຍ ປອ ຈັນສີ ແສງສົມພູ

13. ສະຫາຍ ນາງ ຕຸລາພອນ ອະລິຍະ.

14. ສະຫາຍ ນາງ ສົມສຸກ ໄຊພະຈັນ.

15. ສະຫາຍ ສົມພາບ ດາລາຈັກ.

16. ສະຫາຍ ນາງ ຈັນມະນີ ນາມວົງ.

17. ສະຫາຍ ທອງສຸກ ເປົາສຸລີ.

18. ສະຫາຍ ສົມຈິດ ສິດທິວົງ

19. ສະຫາຍ ສົມຫັວງ ສຸມວິໄລ

20. ສະຫາຍ ພອນທະວີ ໄຊມົນຕີ

21. ສະຫາຍ ອ່ອນຄຳ ອິນແສງ.

22. ສະຫາຍ ພອນໄຊ ອ່ອນສາ.

23. ສະຫາຍ ພອນສຸຈິດ ລີລາວົງ

24. ສະຫາຍ ທອງຕື ເກຍສະບົງ

25. ສະຫາຍ ບົວຫົງ ຄຳຫາ

26. ສະຫາຍ ພັນເອກ ຄຳຈັນ ແສງລາວົງ.

27. ສະຫາຍ ນາງ ດວງຈັນ ຊາມົນຕີ.

28. ສະຫາຍ ທະນູຄຳ ປິດຈະວົງ.

29. ສະຫາຍ ປອ ວັນໄຊ ສຸກສັນ.

30. ສະຫາຍ ຫຸມເພັງ ຈອມວີສານ

31. ສະຫາຍ ດຣ ບຸນສາລີ ຈິດດາພອນ.

32. ສະຫາຍ ທອງ ອາລີ.

33. ສະຫາຍ ປອ ວັນໄຊ ແສນຍອດ.

ຄະນະບໍລິຫານງານພັກແຂວງຄັ້ງນີ້ປະກອບດ້ວຍບັນດາສະຫາຍທີ່ມີອາຍຸກະສຽນດັ່ງນີ້:

– ອາຍຸ 60 ປີຂຶ້ນໄປມີ 2 ສະຫາຍ ກວມ 6%

– ອາຍຸ 46 ປີ ຫາ 59 ປີມີ 19 ສະຫາຍ ກວມ 57%

– ອາຍຸ 45 ປີ ລົງມາມີ 12 ສະຫາຍ. ກວມ 37 %

– ອາຍຸສູງສຸດ 61 ປີ, ອາຍຸຕໍາສຸດ 39 ປີ, ອາຍຸສະເລ່ຍ 50 ປີ.

2. ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກແຂວງຊຸດທີ XI ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ພ້ອມນັ້ນໄດ້ເປັນເອກະສັນຢ່າງສົມບຸນ ເລືອກເອົາເລຂາ, ຮອງເລຂາພັກແຂວງ ແລະ ເລືອກຕັ້ງເອົາປະທານ – ຮອງປະທານກວດກາພັກ ດັ່ງນີ້:

2.1. ຄະນະປະຈໍາພັກແຂວງ ປະກອບດ້ວຍບັນດາສະຫາຍຄື:

1. ສະຫາຍ ຄຳຜອຍ ວັນນະສານ.

2. ສະຫາຍ ບົວທອງ ອູ່ແສງຄຳ.

3. ສະຫາຍ ທອງສີ ເສົາສຸລິພົມ.

4. ສະຫາຍ ຄຳເຫຼັກ ໃຈອິສານ.

5. ສະຫາຍ ທອງສະຫັວນ ທຳມະວົງ.

6. ສະຫາຍ ສັນຕິ ແກ້ວຍະສານ.

7. ສະຫາຍ ພັນເອກ ທິດແກ້ວ ພົມປັນຍາ.

8. ສະຫາຍ ວິສອນ ລາວເມົາ.

9. ສະຫາຍ ສົມຈິດ ຫັບລະກອນ.

10. ສະຫາຍ ບຸນທະວີ ສໍສຸກັນ.

11. ສະຫາຍ ພອນໄຊ ແກ້ວສົມພັນ.

2.2. ເລືອກຕັ້ງເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງຄື:

1. ສະຫາຍ ຄຳຜອຍ ວັນນະສານ ເປັນເລຂາຄະນະບໍລິຫານງານພັກແຂວງ.

2. ສະຫາຍ ບົວທອງອູ່ ແສງຄຳ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.

3. ສະຫາຍ ທອງສີ ເສົາສຸລິພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.

2.3. ເລືອກຕັ້ງປະທານ, ຮອງປະທານກວດກາພັກແຂວງ.

1. ສະຫາຍ ບຸນທະວີ ສໍສຸກັນ ເປັນປະທານກວດກາພັກແຂວງ.

2. ສະຫາຍ ໂລ ອາຢີງ ເປັນຮອງປະທານກວດກາພັກແຂວງ.

3. ສະຫາຍ ຊີງໄຊ ຂັນທະສັກ ເປັນຮອງປະທານກວດກາພັກແຂວງ.

4. ສະຫາຍ ຄຳແດງ ອິນດາວົງ ເປັນຮອງປະທານກວດກາພັກແຂວງ.

2.4. ເລືອກຕັ້ງຜູ້ແທນສົມບູນ ແລະ ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ທັງໝົດ 20 ສະຫາຍ, ຍິງ 1 ສະຫາຍຄື:

1. ສະຫາຍ ຄຳຜອຍ ວັນນະສານ.

2. ສະຫາຍ ທອງສີ ເສົາສຸລິພົມ.

3. ສະຫາຍ ຄຳເຫຼັກ ໃຈອິສານ.

4. ສະຫາຍ ທອງສະຫັວນ ທຳມະວົງ.

5. ສະຫາຍ ສັນຕິ ແກ້ວຍະສານ.

6. ສະຫາຍ ສົມຈິດ ຫັບລະກອນ.

7. ສະຫາຍ ບຸນທະວີ ສໍສຸພັນ.

8. ສະຫາຍ ພັນເອກ ທິດແກ້ວ ພົມປັນຍາ.

9. ສະຫາຍ ພອນໄຊ ແກ້ວສົມພັນ.

10. ສະຫາຍ ວີສອນ ລາວເມົາ.

11. ສະຫາຍ ປອ ຈັນສີ ແສງຊົມພູ.

12. ສະຫາຍ ນາງ ສົມສຸກ ໄຊພະຈັນ

13. ສະຫາຍ ທອງສຸກເປົາສຸລີ.

14. ສະຫາຍ ສົມຈິດ ສິດທິວົງ.

15. ສະຫາຍ ພອນທະວີ ໄຊມົນຕີ.

16. ສະຫາຍ ສົມຫັວງ ສຸມວີໄລ.

17. ສະຫາຍ ອ່ອນຄຳ ອິນແສງ.

18. ສະຫາຍ ພອນໄຊ ອ່ອນສາ.

19. ສະຫາຍ ພັນເອກ ຄຳຈັນ ແສງລາວົງ.

20. ສະຫາຍ ປອ ວັນໄຊ ສຸກສັນ.

+ ເລືອກເອົາຜູ້ແທນສໍາຮອງ 2 ສະຫາຍ ຄື:

1. ສະຫາຍ ບົວຫົງ ຄຳຫາ.

2. ສະຫາຍ ທະນູຄຳ ປິດຈະວົງ.

ບັນດາສະຫາຍຄະນະບໍລິຫານງານພັກແຂວງ ທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ແມ່ນບຸກຄົນທີ່ມີຄວາມຮູ້, ຄວາມສາມາດ, ມີລະດັບທິດສະດີ, ການສຶກສາສາມັນ, ມີລະດັບວິຊາສະເພາະ, ມີປະສົບການ, ເປັນຜູ້ມີບົດບາດ ແລະ ເປັນຕົວແທນໃຫ້ແກ່ສະມາຊິກພັກໃນແຕ່ລະຂົງເຂດວຽກງານ; ທັງໄດ້ຮັບການຝຶກຝົນຫຼໍ່ຫຼອມ ແລະ ທົດສອບຈາກຂະບວນການຕົວຈິງ.

ຊາວໜຸ່ມບໍລິຄຳໄຊ ນ້ຳໃຈງົດງາມ ທຸ່ມເທເຫື່ອແຮງ ສ້າງເຮືອນໃໝ່ໃຫ້ຄອບຄົວທຸກຍາກ

ໃນວັນທີ 6-7 ຕຸລາ 2020 ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ພ້ອມຄະນະ ສົມທົບກັບຊາວໜຸ່ມກໍາລັງ ປກສ ແຂວງ 11 ສະຫາຍ, ຊາວໜຸ່ມ ທະຫານແຂວງ 5 ສະຫາຍ, ທະຫານເມືອງປາກຊັນ 5 ສະຫາຍ ແລະ ຊາວໜຸ່ມເມືອງ 5 ສະຫາຍ ອາບເຫື່ອຕາງນໍ້າ ຂຸ້ນຂ້ຽວກໍ່ສ້າງເຮືອນໃຫ້ຄອບຄົວທຸກຍາກ ທ້າວ ຄໍາເຊ-ນາງ ວອນ ບ້ານນໍ້າງຽບ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຊິ່ງຄອບຄົວດັ່ງກ່າວ ເປັນຄອບຄົວທີ່ທຸກຍາກ ມີບັນຫາດ້ານສຸຂະພາບ ແລະ ແຮງງານ ບໍ່ສາມາດຊ່ວຍຕົວເອງໄດ້ ເປັນຄອບຄົວ ທີ່ຄະນະຊາວໜຸ່ມແຂວງ ເຄີຍໄດ້ໃຫ້ການຊ່ວຍເຫລືອປີ່ນປົວສຸຂະພາບມາກ່ອນແລ້ວ.

.

.

ການກໍ່ສ້າງເຮືອນໃຫ້ຄອບຄົວທຸກຍາກໃນຄັ້ງນີ້ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ລະດົມທຶນ ແລະ ແຮງງານຈາກທົ່ວສັງຄົມ ເຂົ້າໃນການກໍ່ສ້າງ ໂດຍໄດ້ລົງມືກໍ່ສ້າງມາແຕ່ວັນທີ 28 ສິງຫາ 2020 ທີ່ຜ່ານມາ, ໜ້າວຽກແມ່ນມີການກໍ່ຝາ, ເທຄານທັບວົງກົບ, ໂບກຝາ, ເທພື້ນເຮືອນຄົວ, ກໍ່ຝາເຮືອນຄົວ, ມຸງຫ້ອງນໍ້າ, ເຂົ້າບານປະຕູ-ບານປ່ອງຢ້ຽມ ແລະ ເທຂັ້ນໄດທາງຂຶ້ນ, ເຫັນວ່າແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ການກໍ່ສ້າງສໍາເລັດຕາມຄາດໝາຍທີ່ວາງໄວ້ ຄາດວ່າຈະໃຫ້ສຳເລັດກ່ອນວັນທີ 10 ຕຸລາ 2020 ນີ້.

.

.

ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ

ຈາກເຫດສະຫຼົດໃຈທີ່ບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເຂົ້າກວດກາທີ່ພັກເຊົາຂອງຊາຍອາຍຸ 35 ປີ ທີ່ກໍ່ເຫດຄາດຕະກໍາ ແລະ ຕັດຊິ້ນສ່ວນຮ່າງກາຍເດັກຍິງອາຍຸ 6 ປີ, ແລ້ວຕົ້້ມໃສ່ໝໍ້ ຢູ່ທີ່ບ້ານນາເລົ່າ ໃນວັນທີ 6 ຕຸລາ 2020, ຜ່ານການກວດກາໄດ້ພົບເຫັນຮ່ອງຮອຍການແຕ້ມຮູບທາງສະສາໜາ.

ພັຕ ວິໄລທອງ ຫຼວງອາໄພ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ຮູ້ວ່າ:

ໃນເວລາປະມານ 9:00 ໂມງ ຂອງມື້ເກີດເຫດ ມີເດັກນ້ອຍຈໍານວນ 3 ຄົນ ຍິງ 1 ຄົນ ອາຍຸປະມານ 6-8 ປີ ໄດ້ພາກັນເຂົ້າໄປຫຼິ້ນ ແລະ ກິນໝາກໄມ້ (ໝາກສີດາ) ຢູ່ສວນຂອງ ທ້າວ ຕົງທໍ່ ອາຍຸ 35 ປີ ອາໄສຢູ່ທີ່ນັ້ນ.

ດ້ວຍສາເຫດນີ້ເອງ, ຈຶ່ງອາດເຮັດໃຫ້ເກີດມີອາລົມໂມໂຫໃຈຮ້າຍ, ໄດ້ຍ່າງໄປຫາເດັກນ້ອຍທັງ 3 ຄົນ ແລະ ຈັບເອົາໄມ້ຄ້ອນຕີໃສ່ງ່ອນ ນາງ ແກ້ວຊົ່ງ ອາຍຸ 6 ປີ ຈໍານວນ 2 ບາດ ເສຍຊີວິດຄາທີ່, ສ່ວນເດັກນ້ອຍ ( ຊາຍ ) 2 ຄົນທີ່ມານໍາກັນ ແມ່ນໄດ້ພາກັນແລ່ນໜີກັບໄປເຮືອນ ແລ້ວມາບອກພໍ່ ແລະ ແມ່.

ຈາກນັ້ນ, ມີຍາດພີ່ນ້ອງ, ອໍານາດການປົກຄອງບ້ານ ຟ້າວໄປຈຸດເກີດເຫດ ແລະ ໄດ້ພົບເຫັນສົບຂອງເດັກຍິງ ຖຶືກຕັດຖຶືກແຂນທັງສອງຂ້າງເປັນທ່ອນຕົ້ມໃສ່ໝໍ້, ສ່ວນທີ່ເຫຼືອແມ່ນເອົາຜ້າຫົ່ມປົກໄວ້. ພາຍຫຼັງເກີດເຫດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ຈຶ່ງໄດ້ຈັບຕົວຜູ້ກໍ່ເຫດ ແລະ ທຸບຕີຈົນໄດ້ຮັບບາດເຈັບສົມຄວນ ກ່ອນສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ຜ່ານມາຜູ້ກ່ຽວເປັນນັກຮ້ອງທີ່ມີຊື່ສຽງຂອງຊົນເຜົ່າ, ພາຍຫຼັງພໍ່-ແມ່ເສຍຊີວິດ ແລະ ຜູ້ເປັນອ້າຍໄດ້ສ້າງຄອບຄົວ ຜູ້ກ່ຽວຈຶ່ງແຍກຕົວມາອາໃສຢູ່ຕູບ ບໍ່ແອ້ມຝາ) ມີກັບໄຟ, ມີດ, ໝໍ້, ມຸ້ງ 1 ດາງ, ໝອນ ແລະ ຜ້າຫົ່ມເກົ່າຢ່າງລະຜືນຢູ່ໃນສວນພຽງລໍາພັງ ເຊິ່ງຫ່າງໄກຈາກເຮືອນຂອງປະຊາຊົນສົມຄວນຢູ່ໄດ້ປະມານ 10 ປີແລ້ວ;

ຜ່ານການກວດກາສະຖານທີ່ພັກເຊົາ ຍັງພົບແຜ່ນປູນທີ່ຖືກທຸບເປັນປ່ຽງ ມາຕັ້ງອ້ອມໄວ້ຂ້າງຕຽງນອນ ແລະ ມີຮ່ອງຮອຍການແຕ້ມຫຼາກຫຼາຍຮູບພາບຕາມຄວາມເຊື່ອທາງສາສະໜາໃດໜຶ່ງ.

ຢ່າງໃດກໍຕາມ, ຕໍ່ກັບເຫດການທີ່ເກີດຂຶ້ນ ແລະ ການພົບຮ່ອງຮອຍຮູບແຕ້ມນີ້ ຈະເຊື່ອມໂຍງກັນເຫດການຄາດຕະກໍາ ຫຼື ບໍ່, ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ແຂວງຈະສືບສວນຢ່າງອຽດ.

ລາຍງານໂດຍ: ປກສ ແຂວງວຽງຈັນ

ລັກລົດຕູ້ ຂີ່ໄປຕໍາລົດ 4 ຄັນ ຢູ່ໄຟແດງດົງປ່າແຫຼບ

ກໍ່ເຫດລັກລົດຕູ້ ຂີ່ໄປຕໍາລົດ 4 ຄັນ ຢູ່ໄຟແດງດົງປ່າແຫຼບ


ເຈົ້າໜ້າທີ່ໜ່ວຍງານສືບສວນ-ສອບສວນຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກ ປກສ ບ້ານດົງປ່າແຫຼບ ເມືອງຈັນທະບູລີ ໃນວັນທີ 30 ກັນຍາ 2020 ວ່າ: ມີເຫດການຄົນຮ້າຍລັກລົດໃຫຍ່ ແລ້ວພະຍາຍາມຫຼົບໜີ, ແຕ່ລົດເກີດອຸບັດຕິເຫດໄປຕໍາກັບລົດອີກ 4 ຄັນ ຢູ່ໄຟອໍານາດ ( ໄຟແດງ ) ບ້ານດົງປ່າແຫຼບ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງກວດກາສະຖານທີ່ເກີດເຫດ ສາມາດກັກຕົວຜູ້ກໍ່ເຫດໄດ້ 1 ຄົນຄື: ທ້າວ ລິງ ອາຍຸ 25 ປີ, ປະຊາຊົນ ຢູ່ບ້ານກະລາງ ເມືອງຈໍາພອນ ແຂວງສະຫວັນນະເຂດ ມາດໍາເນີນຄະດີ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງຈັນທະບູລີ, ທ້າວ ລິງ ໄດ້ໃຫ້ການສາລະພາບວ່າ: ຕົນເອງໄດ້ມາເຮັດວຽກເປັນກໍາມະກອນ ຢູ່ເຂດບ້ານດອນໜູນ ໂດຍພັກເຊົາຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ 4 ມື້ກໍໄດ້ລາອອກຈາກວຽກ ແລ້ວມາຮອດວັນທີ 30 ກັນຍາ 2020 ແມ່ນໄດ້ອອກຈາກຫ້ອງເຊົ່າ ແລະ ຍ່າງຕາມແຄມທາງ ເພື່ອຊອກວຽກ ຢູ່ເຂດບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ພໍມາຮອດວັດບ້ານດົງປ່າແຫຼບ ຕົນຈິ່ງໄດ້ເຂົ້າໄປຫຼີ້ນຢູ່ວັດດັ່ງກ່າວ, ຈົນຮອດເວລາ 21:00 ໂມງຂອງວັນດຽວກັນ ຕົນເອງໄດ້ຍ່າງເລາະຕາມແຄມທາງ ຮອດຮ້ານຂາຍໝາກໄມ້ ໃນເຂດບ້ານດົງປ່າແຫຼບ ໄດ້ສັງເກດເຫັນລົດຕູ້ ສີປອນ ເລກທະບຽນ ກສ 2594 ກໍາແພງນະຄອນ ຈອດປະໄວ້ ຢູ່ໜ້າຮ້ານຂາຍໝາກໄມ້ ໂດຍບໍ່ມອດຈັກແຕ່ບໍ່ມີຄົນຢູ່ໃນລົດ, ຈຶ່ງໄດ້ລົງມືລັກເອົາ ແລ້ວພະຍາຍາມຂັບຂີ່ຫຼົບໜີ ມຸ່ງໜ້າໄປເສັ້ນທາງໜອງບົວທອງ ແຕ່ໜີບໍ່ລອດ ຍ້ອນເຈົ້າຂອງລົດ ແລະ ພົນລະເມືອງດີຂີ່ລົດໄລ່ນໍາ ເຮັດໃຫ້ຕົນເອງຂັບຂີ່ລົດໄປຕໍາກັບລົດ 4 ຄັນ; ໃນນັ້ນ ມີລົດໃຫຍ່ 3 ຄັນ ແລະ ລົດຈັກ 1 ຄັນ ທີ່ຈອດລໍຖ້າໄຟອໍານາດຢູ່ໜ້າປໍ້ານໍ້າມັນ ບ້ານດົງປ່າແຫຼບ. ຫຼັງຈາກນັ້ນ ປກສ ບ້ານດົງປ່າແຫຼບ ກໍ່ໄດ້ແຈ້ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ເມືອງຈັນທະບູລີ ນໍາຕົວໄປດໍາເນີນຄະດີ.

ຄລິບຕອນລັກ

ປັດຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນສືບສວນ-ສອບສວນສະຫຼຸບສໍານວນຄະດີ ສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານຕັດສີນຕາມລະບຽບກົດໝາຍ.

ພະທາດນາງລາວ ເມືອງວິລະບູລີ ກໍາລັງປະເຊີນໄພນໍ້າຖ້ວມ

ສະຫວັນນະເຂດ: ລາຍງານຈາກປະຊາຊົນໃຫ້ຮ້ ເວລາ 15:30 – ວັນທີ 8/10/2020 ເຂດບ້ານທາດນາງລາວເມືອງວິລະບູລີ ແຂວງສະຫວັນນະເຂດ ນໍ້າກຳລັງຖ້ວມເຊັ່ນດຽວກັນ.

ປະຈຸບັນທົ່ງນາບໍລິເວນໃກ້ທາດດັ່ງກ່າວແມ່ນຖ້ວມແລ້ວ.

ຂໍໃຫ້ທຸກຄົນປອດໄພເດີ

ພາບ : ອ້າຍແຊ່ວຄໍາ ແກ້ວສົງກາ

.

.

.

.

.

.

ຈະຈັດງານດອງ ຫຼື ງານຕ່າງໆ ກະລຸນາອ່ານໃຫ້ລະອຽດ ເພື່ອປ້ອງກັນ ໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ອອກຄຳແນະນຳ ກ່ຽວກັບການຕິດຕາມກວດກາຮ້ານບັນເທີງ, ຄາຣາໂອເກະ ແລະ ການອະນຸມັດຈັດງານບຸນປະເພນີ, ງານດອງ ແລະ ການທ່ອງທ່ຽວເປັນກຸ່ມ

ເພື່ອເປັນການປ້ອງ ກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ .

.

ແຊບອກຕໍ່ໆກັນແດ່ເດີ

ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ

ລະ​ວັງລະ​ດັບ​ນ້ຳ​ເຊກອງ ຈະ​ເພີ່ມ​ສູງ​ຂຶ້ນ 5-6 ແມັດ ໃນ​ລະ​ຫວ່າ​ວັນ​ທີ 7-10 ຕຸ​ລາ ເນື່ອງ​ມີ​ການ​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ​ໄຟ​ຟ້າ​ຈາກຫວຽດ​ນາມລົງ​ມາ ພະ​ແນກ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຂວງ​ເຊກອງ ແຈ້ງເຕືອນໄພລະດັບນ້ຳເຊກອງ ແຕ່ວັນທີ່ 7-10 ຕຸລາ 2020.

ອີງໃສ່ແຈ້ງການຂອງບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳ/ຕົກພາກກາງຂອງ ສສ ຫວຽດ​ນາມ ວ່າດ້ວຍການປ່ອຍນ້ຳບໍລິຫານອ່າງເກັບນ້ຳເຂື່ອນໄຟຟ້າອາເລື້ອຍ ໃນລະຫວ່າງວັນທີ 7-10 ຕຸລາ 2020 ລະດັບນ້ຳເຊກອງ ຈະມີປະລິມານເພີ່ມຈາກລະດັບປົກກະຕິ ເນື່ອງຈາກວ່າ ບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ປະເທດຫວຽດນາມ ຈະໄດ້ປ່ອຍນ້ຳອອກຈາກເຂື່ອນ.

ໃນເວລາ 8:00ໂມງ ຂອງວັນທີ 9 ຕຸລາ2020 ໃນບໍລິມາດທີ່ຈະປ່ອຍ 100-1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າລະດັບນ້ຳ-ນ້ຳເຊກອງ ໃນລະຫວ່າງວັນທີ່ 7-10 ຕຸລາ 2020 ຈະມີປະລິມານສູງຂຶ້ນເຖິງ 5.50 ຫາ 6.50 ແມັດ ແລະ ລະດັບນ້ຳເຊກອງ ປັດຈຸບັນເວລາ 7:00 ໂມງ ຂອງວັນທີ 6 ຕຸລາ 2020 ແທກໄດ້ 2.52 ແມັດ ( ລະດັບນ້ຳເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18.50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ອາໄສ ແລະ ດຳລົງຊີວິດ ຢູ່ລຽບຕາມລຳນ້ຳເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບການ ດັ່ງທີ່ຈະເກີດຂຶ້ນ ແລະ ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນ້ຳຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( ຂະແໜງຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈຳ.

ກອງພັນໃຫຍ່ 941 ເປີດຊຸດອົບຮົມປະສານສຽງແຕກ ໄລຍະທີ 2

ໃນຕົ້ນເດືອນ ຕຸລາ 2020 ນີ້, ກອງພັນໃຫຍ່ 941 ໄດ້ຈັດຕັ້ງອົບ ຮົມຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ໄລຍະທີ 2 ຢູ່ສະ ໜາມກອງພັນ 903 ຂຶ້ນກັບກອງພັນ ໃຫຍ່ 941. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພັນສອນ ຄໍາຜິວ ຫົວໜ້າການທະຫານກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ເຂົ້າຮ່ວມ. ສະຫາຍ ພັນຕີ ພູໄຊ ລໍວັນເດດ ຫົວໜ້າຂະແໜງອົບຮົມ ກອງພັນ ໃຫຍ່ 941 ໃຫ້ຮູ້ວ່າ: ການອົບຮົມ- ຫັດແອບຊ້ອມຮົບປະສານສຽງແຕກຍິງລູກປືນແທ້ໃນຄັ້ງນີ້ ແມ່ນໄດ້ ຮັບຜົນດີ, ຄູ-ອາຈານໄດ້ເອົາໃຈໃສ່ ສິດສອນໃຫ້ພະນັກງານ-ນັກຮົບຢ່າງ ເຕັມເມັດເຕັມໜ່ວຍ, ຍົກສູງຄວາມ ຮັບຜິດຊອບສຸມທຸກເຫື່ອແຮງສະຕິປັນຍາຂອງຕົນເຂົ້າໃນການຫັດ ແອບຮໍ່າຮຽນ ເພື່ອໃຫ້ບັນລຸຕາມ ຂາດໜາຍທີ່ວາງໄວ້, ການອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານດ້ານສິລະປະຍຸດ-ຍຸດທະວິທີ, ໃຫ້ມີຄວາມຂ້ອງ ແຄ້ວວ່ອງໄວ້ເພື່ອຮັບປະກັນໃນ ການກຽມພ້ອມສູ້ຮົບ ແລະ ມີຄວາມ ປອດໄພ 100 %.

ຜ່ານການອົບຮົມ-ຫັດແອບຕົວຈິງແມ່ນ 45 ວັນ ປະ ກອບມີ 2 ພາກຄື: ພາກທີ I ພາກທິດ ສະດີຫັດແອບລະບຽບຮູບແຖວບຸກຄົນເຄື່ອນທີ່, ຫັດແອບຮູບແຖວຂັ້ນໝູ່, ຂັ້ນໜວດ, ຂັ້ນກອງຮ້ອຍ, ຫັດແອບບົດເປີດສາກ, ບົດບຸກຕີ, ພາກທີ II ພາກຍິງລູກປືນແທ້, ສາມາດຕີລາຄາໄດ້ຂັ້ນເກັ່ງ 90 ສະຫາຍ, ກາງ 40 ສະຫາຍ ແລະ ຄາດໜາຍ 20 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ພັນ ເອກ ພັນສອນ ຄໍາຜິວ ຍັງໄດ້ໂອ້ລົມພ້ອມທັງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ແລະ ຄະນະຮັບຜິດຊອບຄູ-ອາຈານທີ່ພ້ອມກັນເອົາໃຈໃສ່ບຸກ ບືນຫ້າວຫັນດ້ວຍຄວາມຮັບຜິດຊອບສູງພ້ອມທັງຮຽກຮ້ອງໃຫ້ພະ ນັກງານ-ນັກຮົບແຕ່ລະສະຫາຍຈົ່ງຍົກສູງຄວາມຮູ້ຄວາມມາດກໍາແໜ້ນທາງດ້ານທິດສະດີຫຼັກການໃຫ້ມີຄວາມຊຳນິຊຳນານເພື່ອໜູນໃຊ້ເຂົ້າໜ້າທີ່ວຽກງານຕົວຈິງຂອງຕົນໃຫ້ ມີປະສິດທິພາບສູງພ້ອມກັນເຮັດ ສໍາເລັດໜ້າທີ່ຂັ້ນເທິງມອບໜາຍໃຫ້.

ຂ່າວ: ນ. ທອງສີ, ພາບ: ດາວຽງ

ທີມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ມື້ນີ້ຈະຍ່າງ 7 ຊົ່ວໂມງໄປເຂດບ້ານຊົນເຜົ່າ

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ທີ່ນໍ້າປຽນ ຢໍລະປາ ໃນວັນທີ 7 ຕຸລາ 2020 ໝົດມື້ ເປັນວັນທີ 5 ແມ່ນຍັງຄົງໄຮ້ວີແວວ ແລະ ຮ່ອງຮອຍ ຂອງພໍ່ຕູ້. ເຖິງຢ່າງໃດກໍ່ດີ, ໃນຕອນເຊົ້າວັນທີ 8 ຕຸລາ 2020, ທາງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຫຼາຍຮ້ອຍຄົນ ຍັງຄົງບໍ່ສິ້ນຫວັງ ແລະ ໄດ້ເລີ່ມ ປະຕິບັດ ພາລະກິດ ຄົ້ນຫາ ເປັນວັນທີ 6 ແລະ ມີຄວາມຫວັງຈະຕ້ອງພົບພໍ່ຕູ້ໃຫ້ໄດ້.

.

ຈາການລາຍງານຂອງຫຼານຊາຍພໍ່ຕູ້ພວງ Nick Metallic Dokkhaithong ພາລະກິດມື້ນີ້ ແມ່ນຈະໄປຊອກຫາພໍ່ຕູ້ ເຂດບ້ານຊົນເຜົ່າ ເຊິ່ງ ອ້າຍນ້ອງທະຫານ ທີ່ຈະເດີນທາງໄປຄົ້ນຫາ ຕ້ອງຍ່າງໄປເປັນເວລາປະມານ 7 ຊົ່ວໂມງ ຈິ່ງຈະຮອດເຂດບ້ານດັ່ງກ່າວ ແລະ ພາວະນາຂໍໃຫ້ພົບພໍ່ຕູ້.

.

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ ວັນທີ 8 ຕຸລາ 2020 ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່

ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກພາກສະໜາມ ປະຕິບັດການຄົ້ນຫາ #ພໍ່ຕູ້ພວງຫຼົງປ່າ ຮອດເວລາ 18:30 ວັນທີ່ 6 ຕຸລາ 2020 ເປັນມື້ທີ່ 4 ຂອງຄວາມພະຍາຍາມຂອງລູກຫຼານ, ເຈົ້າໜ້າທີ່ ແລະ ຫຼາຍພາກສ່ວນ ແຕ່ຍັງໄຮ້ວີແວວ ຜູ່ສູນຫາຍ.

ການຄົ້ນຫາມື້ນີ້ແມ່ນໄດ້ໃຊ້ໝາດົມກິ່ນຫຼາຍໂຕ ຍ່າງຄົ້ນຫາຫຼາຍໜ່ວຍພູ ຈາກຈຸດທີ່ພົບເຫັນພໍ່ຕູ້ຫຼ້າສຸດ ກ່ອນສູນຫາຍ.

ນອກຈາກ ບັນດາເຈົ້າໜ້າທີ່ ແລະ ອາສາກູ້ໄພ ທີ່ໄດ້ເຂົ້າມາຊອກຫາພໍ່ຕູ້ພວງ, ນໍ້າໃຈຈາກຫຼາຍກໍ່ໄດ້ແບ່ງເບົາສົ່ງຍື່ນ ອາຫານການກິນ ແກ່ທີມງານຄົ້ນຫາ. ກໍ່ສະແດງຄວາມຊົມເຊີຍທຸກທ່ານທີ່ຮ່ວມຊ່ວຍເຫຼືອໃນຄັ້ງນີ້.

.

ມື້ອື່ນ 7/10/2020 ກໍ່ຈະສືບຕໍ່ຄົ້ນຫາພໍ່ຕູ້ຈົນກວ່າຈະພົບ. ເປັນກໍາລັງໃຈແກ່ທຸກພາກສ່ວນ.

ສະຫຼຸບຫຍໍ້

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:-

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ (5/10/2020) ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່ ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນເຊົ້າວັນທີ 6 ຕຸລາ 2020 ເປັນມື້ທີ 4 ຂອງປະຕິບັດການຄົ້ນຫາ. ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ປະກອບມີ ທະຫານ, ຕໍາຫຼວດ, ກູ້ໄພ, ກອງຫຼອນ ແລະ ເຈົ້າໜ້າທີ່ ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ. ຕ່າງກໍ່ໄດ້ສຸມທຸກເຮື່ອແຮງ ແລະ ຄວາມພະຍາຍາມຄົ້ນຫາ.

ນອກຈາກ ການໃຊ້ກໍາລັງຄົນພາກພື້ນດິນແລ້ວ ຍັງໄດ້ໃຊ້ ໂດຣນຈັບຄື້ນຄວາມຮ້ອນບິນຄົ້ນຫາ ໃນຕອນຄືນ, ແຕ່ກໍ່ຍັງບໍ່ສາມາດຄົ້ນຫາ ຜູ່ສູນຫາຍ.

ເຊົ້າມື້ນີ້ ການຄົ້ນຫາ ໄດ້ເລີ່ມແຕ່ເຊົ້າ ໂດຍໄດ້ເສີມກໍາລັງພາກພື້ນດິນ, ໝາດົມກິ່ນ ແລະ ພົນທະຫານ ຕໍາຫຼວດ ພິເສດ ຈໍານວນຫຼາຍ. ໂດຍຫວັງຈະໃຫ້ພົບພໍ່ຕູ້ໃຫ້ໄດ້ໃນມື້ນີ້.

ເປັນກໍາລັງໃຈໃຫ້ທຸກພາກສ່ວນ ທີ່ຮ່ວມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນຄັ້ງນີ້.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.