Home Blog Page 253

ຄລິບສຸດທ້າຍທີ່ເຫັນພໍ່ຕູ້ພວງ ກ່ອນຫາຍສາບສູນ 7 ມື້ແລ້ວ

ນະຄອນຫຼວງວຽງຈັນ: ຄວາມພະຍາຍາມໃນການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ປານງົມເຂັມໃນທະເລ. ມື້ທີ່ເຈັດຜ່ານໄປແລ້ວ ຍັງບໍ່ພົບຮ່ອງຮອຍ.

ຄລິບຫຼ້າສຸດ ທີ່ເຫັນພໍ່ຕູ້ຈາກກ້ອງວົງຈອນປິດ ວັນທີ່ ແມ່ນຍ່າງຢູ່ແຖວສະລອຍນໍ້າ ເວລາ 13:12 ວັນທີ່ 3/10/2020 ກ່ອນທີ່ຈະຫາຍສາຍສູນໄຮ້ຮ່ອງຮ່ອຍ.

ທາງຍາດພີ່ນ້ອງໄດ້ແຕ່ພາວະນາ ແລະ ຂໍໃຫ້ມີຜູ່ໃຈບຸນຊ່ວຍພໍ່ຕູ້ໄວ້ໃຫ້ປອດໄພ.

ຂໍ້ຄວາມຈາກຍາດພີ່ນ້ອງ “ເປັນມື້ ທີ່ 7 ທີ່ຊອກຫາ ພໍ່ຕູ້ ພວງ ສຸວັນນະວົງ ຫລົົງປ່າ, ມາຮອດຕອນແລງມື້ນີ້#ກະຍັງຊອກບໍ່ເຫັນເທື່ອ😭😭,​ ພາລະກິດໃນການຄົ້ນຫາຍັງຈະສືບຕໍ່ຈົນກ່ວາຈະພົບເຫັນ,​ພວກຂ້າພະເຈົ້າ ຂໍຂອບພະຄຸນເປັນຢ່າງສູງມາຍັງອຳນາດການປົກຄອງທ້ອງຖີ່ນ ບ້ານ,​ເມືອງ, ປກສ, ປກຊ, ຫນ່ວຍງານຕ່າງໆ ແລະ ຍາດຕິພີ່ນ້ອງ ທີ່ໃຫ້ການຊ່ວຍເຫລືອພວກເຮົາຕະຫລອດມາ, ພິເສດ ຂໍຂອບໃຈ ນຳ ຣີສອດ ນ້ຳປຽນຢໍລະປາ ທີ່ໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກທຸກຢ່າງນັບແຕ່ມື້ເກີດເຫດຈົນເຖິງປະຈຸບັນ🙏,​ອີກເທື່ອຫນື່ງຂໍຂອບໃຈນຳເພືີ່ອນ fc ທຸກທ່ານທີ່ຄອຍໃຫ້ກຳລັງໃຈ ຊ່ວກົດໄລ້,​ກົດແຊໃຫ້🙏, ທ້າຍນີ້ຂໍອວຍພອນໃຫ້ທຸກໆທ່ານຈົ່ງຢູ່ດີມີແຮງ ທຳມາຄ້າຂື້ນເທີ້ນ🙏(ຊ່ວຍແຊຕື່ມໃຫ້ແດ່ເດີ🙏😍)020 55696948”

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ທີ່ນໍ້າປຽນ ຢໍລະປາ ໃນວັນທີ 7 ຕຸລາ 2020 ໝົດມື້ ເປັນວັນທີ 5 ແມ່ນຍັງຄົງໄຮ້ວີແວວ ແລະ ຮ່ອງຮອຍ ຂອງພໍ່ຕູ້. ເຖິງຢ່າງໃດກໍ່ດີ, ໃນຕອນເຊົ້າວັນທີ 8 ຕຸລາ 2020, ທາງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຫຼາຍຮ້ອຍຄົນ ຍັງຄົງບໍ່ສິ້ນຫວັງ ແລະ ໄດ້ເລີ່ມ ປະຕິບັດ ພາລະກິດ ຄົ້ນຫາ ເປັນວັນທີ 6 ແລະ ມີຄວາມຫວັງຈະຕ້ອງພົບພໍ່ຕູ້ໃຫ້ໄດ້.

.

ຈາການລາຍງານຂອງຫຼານຊາຍພໍ່ຕູ້ພວງ Nick Metallic Dokkhaithong ພາລະກິດມື້ນີ້ ແມ່ນຈະໄປຊອກຫາພໍ່ຕູ້ ເຂດບ້ານຊົນເຜົ່າ ເຊິ່ງ ອ້າຍນ້ອງທະຫານ ທີ່ຈະເດີນທາງໄປຄົ້ນຫາ ຕ້ອງຍ່າງໄປເປັນເວລາປະມານ 7 ຊົ່ວໂມງ ຈິ່ງຈະຮອດເຂດບ້ານດັ່ງກ່າວ ແລະ ພາວະນາຂໍໃຫ້ພົບພໍ່ຕູ້.

.

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ ວັນທີ 8 ຕຸລາ 2020 ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່

ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກພາກສະໜາມ ປະຕິບັດການຄົ້ນຫາ #ພໍ່ຕູ້ພວງຫຼົງປ່າ ຮອດເວລາ 18:30 ວັນທີ່ 6 ຕຸລາ 2020 ເປັນມື້ທີ່ 4 ຂອງຄວາມພະຍາຍາມຂອງລູກຫຼານ, ເຈົ້າໜ້າທີ່ ແລະ ຫຼາຍພາກສ່ວນ ແຕ່ຍັງໄຮ້ວີແວວ ຜູ່ສູນຫາຍ.

ການຄົ້ນຫາມື້ນີ້ແມ່ນໄດ້ໃຊ້ໝາດົມກິ່ນຫຼາຍໂຕ ຍ່າງຄົ້ນຫາຫຼາຍໜ່ວຍພູ ຈາກຈຸດທີ່ພົບເຫັນພໍ່ຕູ້ຫຼ້າສຸດ ກ່ອນສູນຫາຍ.

ນອກຈາກ ບັນດາເຈົ້າໜ້າທີ່ ແລະ ອາສາກູ້ໄພ ທີ່ໄດ້ເຂົ້າມາຊອກຫາພໍ່ຕູ້ພວງ, ນໍ້າໃຈຈາກຫຼາຍກໍ່ໄດ້ແບ່ງເບົາສົ່ງຍື່ນ ອາຫານການກິນ ແກ່ທີມງານຄົ້ນຫາ. ກໍ່ສະແດງຄວາມຊົມເຊີຍທຸກທ່ານທີ່ຮ່ວມຊ່ວຍເຫຼືອໃນຄັ້ງນີ້.

.

ມື້ອື່ນ 7/10/2020 ກໍ່ຈະສືບຕໍ່ຄົ້ນຫາພໍ່ຕູ້ຈົນກວ່າຈະພົບ. ເປັນກໍາລັງໃຈແກ່ທຸກພາກສ່ວນ.

ສະຫຼຸບຫຍໍ້

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:-

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ (5/10/2020) ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່ ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນເຊົ້າວັນທີ 6 ຕຸລາ 2020 ເປັນມື້ທີ 4 ຂອງປະຕິບັດການຄົ້ນຫາ. ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ປະກອບມີ ທະຫານ, ຕໍາຫຼວດ, ກູ້ໄພ, ກອງຫຼອນ ແລະ ເຈົ້າໜ້າທີ່ ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ. ຕ່າງກໍ່ໄດ້ສຸມທຸກເຮື່ອແຮງ ແລະ ຄວາມພະຍາຍາມຄົ້ນຫາ.

ນອກຈາກ ການໃຊ້ກໍາລັງຄົນພາກພື້ນດິນແລ້ວ ຍັງໄດ້ໃຊ້ ໂດຣນຈັບຄື້ນຄວາມຮ້ອນບິນຄົ້ນຫາ ໃນຕອນຄືນ, ແຕ່ກໍ່ຍັງບໍ່ສາມາດຄົ້ນຫາ ຜູ່ສູນຫາຍ.

ເຊົ້າມື້ນີ້ ການຄົ້ນຫາ ໄດ້ເລີ່ມແຕ່ເຊົ້າ ໂດຍໄດ້ເສີມກໍາລັງພາກພື້ນດິນ, ໝາດົມກິ່ນ ແລະ ພົນທະຫານ ຕໍາຫຼວດ ພິເສດ ຈໍານວນຫຼາຍ. ໂດຍຫວັງຈະໃຫ້ພົບພໍ່ຕູ້ໃຫ້ໄດ້ໃນມື້ນີ້.

ເປັນກໍາລັງໃຈໃຫ້ທຸກພາກສ່ວນ ທີ່ຮ່ວມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນຄັ້ງນີ້.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມກອງພັນ 19 ທະຫານແຂວງຜົ້ງສາລີ

ກອງທັບ: ວັນທີ 7 ຕຸລາ ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ລົງຢ້ຽມຢາມ ກອງພັນ19 ທະຫານແຂວງຜົ້ງ ສາລີ, ກອງພັນວິລະຊົນເຊິ່ງເປັນ ກົມກອງທີ່ລັດຖະມົນຕີກະຊວງ ປ້ອງປະເທດເຄີຍປະຈຳການ ໃນ ສະໄໝສົງຄາມຕໍ່ສູ້ກູ້ຊາດ, ມີສະ ຫາຍ ຄຳຜອຍ ວັນນະສານ ເລຂາພັກແຂວງ ເຈົ້າແຂວງຜົ້ງສາ ລີ, ການນຳແຂວງ, ຄະນະພັກ-ຄະນະບັນຊາທະຫານ, ຕຳຫຼວດ, ພະນັກງານ-ນັກຮົບໃຫ້ການຕ້ອນ ຮັບ.

ສະຫາຍ ພັນໂທ ວິໄລ ແພງ ສົມເຮືອງ ກຳມະການຄະນະພັກ ກອງບັນຊາການ ເລຂາຄະນະພັກ ຮາກຖານ ຫົວໜ້າການເມືອງ ກອງພັນ 19 ໄດ້ລາຍງານໜ້າທີ່ ການເມືອງ ໃນໄລຍະຜ່ານມາ ກ່ຽວກັບຂົງເຂດວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ, ເຊິ່ງຄະນະພັກ-ຄະນະບັນຊາພວກເຮົາໄດ້ເອົາໃຈສຶກສາອົບຮົມ ວຽກງານການເມືອງ-ນຳພາ ເເນວຄິດເປັນຫຼັກເຮັດໃຫ້ພະ ນັກງານ-ນັກຮົບມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ,ຫັນລົງກໍ່ສ້າງ ຮາກຖານການເມືອງພັດທະນາ ຊົນນະບົດຮອບດ້ານຕາມ 4 ເນື້ອ ໃນ 4 ຄາດໝາຍໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເອົາ ໃຈໃສ່ປັບປຸງກຳລັງໃຫ້ໜັກແໜ້ນ ເຂັ້ມແຂງ,ຖືເອົາວຽກງານອົບ ຮົມ-ຫັດແອບເປັນສຳຄັນເຮັດ ໃຫ້ພະນັກງານ-ນັກຮົບກຳແໜ້ນ ທິດສະດີຫຼັກການທາງດ້ານສິ ລະປະຍຸດ-ຍຸດທະວິທີຂັ້ນພື້ນ ຖານຂອງທະຫານຮາບ, ພ້ອມ ນັ້ນຍັງໄດ້ປະຕິບັດນໍ້າໃຈເພິ່ງຕົນ ເອງ ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ເນັ້ນໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຈົ່ງພ້ອມກັນ ເສີມຂະຫຍາຍທາດແທ້ມູນເຊື້ອ ວີລະຊົນຂອງກອງທັບປະຕິວັດ ເຮົາ, ກໍຄືກົມກອງພວກສະຫາຍ ໃຫ້ສົມກັບເປັນກອງພັນວີລະ ຊົນເພື່ອເປັນບົດຮຽນ ແລະ ບ່ອນອີງໃນການໝູນໃຊ້ເຂົ້າໃນ ໜ້າທີ່ການເມືອງຂອງຕົນ, ຢາກ ເຮັດໃດ້ແນວນັ້ນຄະນະພັກ-ຄະ ນະບັນຊາທຸກຂັ້ນຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ ມີຄຸນສົມບັດສິນທຳປະຕິວັດ, ຖືເອົາວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານເປັນໜ້າ ທີ່ຂອງໝົດທຸກຄົນ,

ສະນັ້ນຮຽກ ຮ້ອງໃຫ້ພະນັກງານນຳພາບັນ ຊາແຕ່ລະຂັ້ນຕ້ອງເປັນເສນາທິ ການໃຫ້ຂັ້ນເທິງທາງດ້ານເຮັດ ໃຫ້ສະພາບມີຄວາມສະຫງົບ ປອດໄພ,ໃນການເສີມຂະຫຍາຍ ທາດແທ້ມູນເຊື້ອປະຕິວັດຂອງ ກອງທັບເຮົາເພື່ອຜັນຂະຫຍາຍ ໃຫ້ຄົນລຸ້ນໜຸ່ມສືບທອດປ່ຽນ ແທນໃຫ້ເຂົ້າໃຈແຈ້ງຕໍ່ກັບຂົງ ເຂດວຽກງານ ປກຊ-ປກສ ທົ່ວ ປ່ວງຊົນຮອບດ້ານ, ຫັນເອົາພະ ນັກງານລົງກໍ່ສ້າງຮາກຖານ ການເມືອງໃຫ້ເຂັ້ມແຂງແບບມູນ ເຊື້ອ ແລະ ຍາວນານຊອກໃຫ້ ເຫັນບັນຫາຂໍ້ຄົງຄ້າງອັດຕັນ ທ່ວງດຶງຕໍ່ກັບການພັດທະນາກົມ ກອງຂອງພວກສະຫາຍແລ້ວ ຮີບຮ້ອນພ້ອມກັນແກ້ໄຂໃຫ້ ທ່ວງທັນແລະອື່ນໆທີ່ກ່ຽວພັນຢູ່ ຕາມຊາຍແດນໃຫ້ມີຄວມສະ ຫງົບໂດຍພື້ນຖານ, ເອົາໃຈອົບ ຮົມ-ຫັດແອບເປັນສຳຄັນ,ໄປ ຄ່ຽງຄູ່ກັນນັ້ນກໍຕ້ອງປະຕິບັດນຳ້ ໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ, ສຸມໃສ່ການປູກ,ການລ້ຽງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງຕົນໂອກາດນີ້, ສະຫາຍລັດ ຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິ ໂພກໃຫ້ກອງພັນ 19 ຕື່ມອີກ.

ໂດຍ: ວັນໄຊ ໄຊສະຫວັດ

ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ

ວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມສະພາບການສ້ອມ ແປງທາງ 13 ເໜືອ ໂດຍສະເພາະແມ່ນໄລຍະສີເກີດ-ໂພນໂຮງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

.

.

ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກໍໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງການ ເຊິ່ງໄດ້ເນັ້ນໃຫ້ໂຄງ ການສືບຕໍ່ແກ້ໄຂການສ້ອມແປງທາງໃນລະດູແລ້ງຕາມແຜນການສ້ອມແປງທາງປີ 2020-2021 ໂດຍໃຫ້ແບ່ງເສັ້ນທາງອອກເປັນ 3 ໄລຍະເພື່ອແກ້ໄຂ ຄື: ໄລຍະທີ 1 ແຕ່ສີໄຄ-ສີເກີດ ໄລຍະທີ 2 ແຕ່ສີເກີດ-ໂພນໂຮງ ແລະ ໄລຍະທີ 3 ແຕ່ໂພນໂຮງ-ວັງວຽງ ພ້ອມນັ້ນ ກໍໃຫ້ມີລະບົບບໍລິ ການລະບາຍການສັນຈອນໃນໄລຍະທີ່ກໍາລັງດໍາເນີນການກໍ່ສ້າງ ເພື່ອໃຫ້ພາຫະນະຜ່ານໄປ-ມາໄດ້ສະດວກຂຶ້ນ.

.

.

ຫຼັງຈາກນັ້ນ ທ່ານລັດຖະມົນຕີ ແລະ ຄະນະ ໄດ້ເຄື່ອນ ໄຫວເພື່ອສໍາຫຼວດເບິ່ງສະພາບທາງເລກ 13 ເໜືອ ທີ່ມີຈຸດເປ່ເພ ເພື່ອແກ້ໄຂໃຫ້ມີຄວາມສະດວກໃນການສັນຈອນ ພ້ອມດຽວກັນນັ້ນ ຍັງໄດ້ໄປຕິດຕາມເບິ່ງສະພາບໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ໃນນັ້ນ ທ່ານໄດ້ຊີ້ນໍາໃຫ້ໂຄງການປັບປຸງແກ້ໄຂແຍກແຕ່ເມືອງຫີນເຫີບເຂົ້າໄປເມືອງເຟືອງ ແຂວງວຽງຈັນ ເນື່ອງຈາກວ່າຈຸດດັ່ງກ່າວມີນໍ້າຂັງ ເປັນຕົມ ເຮັດການສັນຈອນໄປມາບໍ່ສະດວກ ແລະ ໃຫ້ໂຄງ ການແກ້ໄລຍະທີ່ບໍ່ໄດ້ມາດຕະຖານທີ່ນໍ້າຖ້ວມເມື່ອຝົນຕົກ ແລະ ຈຸດອື່ນໆ ອີກຈໍານວນໜຶ່ງ.

Cr: ເສດຖະກິດການຄ້າ

ເມືອງແກ່ນທ້າວ ມອບ-ຮັບ ສິນເຊື່ອກອງທຶນລ້ຽງງົວ ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ

ພິທີມອບ-ຮັບສິນເຊື້ອກອງທຶນລ້ຽງງົວ ເພື່ອຊວ່ຍເຫຼືອຄອບຄົວທຸກຍາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ, ທ່ານ ຄໍາເກິ່ງ ພັນລັກ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານຫ້ອງການທີ່ກ່ຽວຂ້ອງ ແລະ ຄອບຄົວເປົ້າໝາຍຮັບສິນເຊື້ອເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສົມພານ ຫານສົງຄາມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວ ໄດ້ລາຍງານວ່າ: ກອງທຶນດັ່ງກ່າວ ໄດ້ຮັບທຶນຈາກຫ້ອງການກໍ່ສ້າງຮາກຖານການເມືອງຂອງແຂວງ ເປັນກອງທຶນສົ່ງເສີມການລ້ຽງສັດໂດຍສະເພາະ ຈໍານວນ 50.000.000ກີບ. ໃນປີ 2010 ໄດ້ປ່ອຍກູ້ກອງທຶນດັ່ງກ່າວ ໃຫ້ປະຊາຊົນຜູ້ມີເງື່ອນໄຂຢູ່ບ້ານດອນເມນກໍານົດສັນຍາ 5 ປີ.

ຫຼັງຈາກໝົດສັນຍາໄດ້ນໍາເອົາເງິນກອງທຶນດັ່ງກ່າວ ໃຫ້ທ້າວ ລ້ອຍ ສະຖິຕັນປະຊາຊົນບ້ານວັງປາ ແລະ ທ້າວ ວົງ ວິຊຽນ ປະຊາຊົນບ້ານຫົວຂົວ ກູ້ຢືມຊື້ງົວມາລ້ຽງ ຄອບຄົວລະ 25.000.000 ກີບ ດອກເບ້ຍ 5% ຕໍ່ປີ ກໍານົດສັນຍາ 5 ປີ. ຜ່ານການລົງຕິດຕາມເຫັນວ່າທ້າວ ລ້ອຍ ສະຖິຕັນ ເມື່ອກ່ອນມີງົວ 5 ໂຕ, ເພີ່ມຂຶ້ນ 11 ໂຕ ເປັນ 16 ໂຕ ແລະ ທ້າວ ວົງ ວິຊຽນ ເມື່ອກ່ອນມີງົວ 3 ໂຕ ເພີ່ມຂຶ້ນ 9 ໂຕ ເປັນ 12 ໂຕ ມາຮອດປັດຈຸບັນແມ່ນໝົດສັນຍາແລ້ວ.

ຈາກນັ້ນ, ທ້າວ ລ້ອຍ ສະຖິຕັນ ແລະ ທ້າວ ວົງ ວິຊຽນ ໄດ້ມອບເງິນສິນເຊື່ອຄືນໃຫ້ກອງທຶນ ເປັນກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ຮອງເຈົ້າເມືອງໆແກ່ນທ້າວ ແລະ ໄດ້ມອບສິນເຊື່ອດັ່ງກ່າວໃຫ້ປະຊາຊົນບ້ານຫ້ວຍຫຼອດ ແລະ ບ້ານນາຫີນ ກູ້ຢືມຕໍ່ ຈໍານວນ 2 ຄອບຄົວ ຄອບຄົວລະ 25.000.000 ກີບ ສັນຍາ 3 ປີ ດອກເບ້ຍ 5%ຕໍ່ປີ.

(ຂ່າວ: ຖວທ ແກ່ນທ້າວ)

ລາວ ກະກຽມທົດລອງສັກວັກແຊັງ ຕ້ານໄວຣັດໂຄວິດ-19 ໄລຍະທີ 3 ກັບ ສະຫະພັນຣັດເຊຍ

ໜັງສືພິມ ວິທະຍາສາດ ແລະ ການພັດທະນາ, ກອງປະຊຸມປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການນຳໃຊ້ວັກແຊັງ ສະປຸດນິກ 5 (Sputnik V) ເຂົ້າໃນການທົດລອງສັກວັກແຊງ ຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 2 ຕຸລາ 2020 ຜ່ານມາ ທີ່ຫ້ອງປະຊຸມຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍຜ່ານລະບົບກອງປະຊຸມທາງໄກ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສາທາລະນະສຸກ ຊຶ່ງຕາງໜ້າໃຫ້ ສປປ ລາວ ກັບ ບໍລິສັດ ຜູ້ຜະລິດວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ສະຫະພັນຣັດເຊຍ (ຊຶ່ງແມ່ນກອງທຶນການລົງທຶນໂດຍກົງຂອງລັດຖະບານຣັດເຊຍ).

ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມທາງໄກໃນຄັ້ງນີ້ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ນໍາໃຊ້ວັກແຊັງ Sputnik V ເພື່ອນຳເຂົ້າ, ຜະລິດ ແລະ ທົດລອງສັກວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.

ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື, ປະກອບຄຳຄິດຄໍາເຫັນ ແລະ ເຫັນດີເປັນເອກະພາບທີ່ຈະຮ່ວມມືກັນ ໂດຍມອບໃຫ້ສອງຝ່າຍທີ່ກ່ຽວຂ້ອງ ສືບຕໍ່ລົງເລິກໃນລາຍລະອຽດຕ່າງໆ ແລະ ຮ່າງສັນຍາຮ່ວມມືສອງຝ່າຍ ເພື່ອລົງນາມຮ່ວມມືນຳກັນ ແລະ ຈັດຕັ້ງປະຕິບັດໃນຕໍ່ໜັາ.

ກອງປະຊຸມປຶກສາຫາລືຜ່ານມາ ໃນເບື້ອງຕົ້ນ ລາວ-ຣັດເຊຍ ໂດຍແມ່ນ ບໍລິສັດ ລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະ ບໍລິສັດ ແອັດແລນຕິກພາມາ ຈໍາກັດ (Atlantic Pharma Co.,Ltd) ແມ່ນເປັນຜູ້ກະກຽມໃຫ້ແກ່ກອງປະຊຸມທາງໄກ ໃນການປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການຮ່ວມມື ເພື່ອນໍາເຂົ້າ, ຜະລິດ ແລະ ທົດລອງສັກວັກແຊັງຕ້ານເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.

ໃນກອງປະຊຸມ ມີທ່ານ ອາຣ໌ຕາໂມໂນຟ ອາເລັກຊານດຣ໌ ທູດທີ່ປຶກສາ ຣັດເຊຍ ປະຈຳ ສປປ ລາວ, ທ່ານ ພູວົງ ສູ້ຍຍະວົງ ປະທານບໍລິສັດແອັດແລນຕິກ ອິນເຕີເນເຊິນແນວ ກຣຸບ ຈໍາກັດຜູ້ດຽວ, ມີບັນດາຫົວໜ້າກົມ, ສະຖາບັນ ຂອງສອງກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ ແລະ ພາບ: ບາລະຄອນ ສຸວັນນະພາສີ

ເຈົ້າເມືອງວິລະບູລີ ລົງຕິດຕາມການກໍ່ສ້າງສ້ອມແປງເສັ້ນທາງພາຍໃນເມືອງ

ເພື່ອເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ ຂອງເມືອງວິລະບູລີ ໃຫ້ດີຂຶ້ນກວ່າເກົ່າ ເວົ້າລວມ, ເວົ້າສະເພາະກໍ່ແມ່ນການກໍ່ສ້າງ ແລະ ສ້ອມແປງບັນດາເສັ້ນທາງຕ່າງໆພາຍໃນເມືອງໃຫ້ດີຂຶ້ນເທື່ອລະກ້າວ ເພື່ອເປັນການອໍານວຍຄວາມສະດວກໃນການສັນຈອນໄປມາ ຂອງຜູ້ໃຊ້ລົດໃຊ້ຖະໜົນ ໃນການເດີນທາງໄປມາລະຫວ່າງບ້ານຫາບ້ານ, ບ້ານຫາເມືອງ ແລະ ເມືອງຫາເມືອງ.

ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 6 ຕຸລາ 2020 ນີ້ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງເລຂາພັກເມືອງ ເຈົ້າເມືອງ ວິລະບູລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງປະກອບມີ ຫ້ອງວ່າການເມືອງ, ຫ້ອງການສາທາລະນະສຸກ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງວິລະບູລີ ໄດ້ພ້ອມກັນລົງເຄື່ອນໄຫວຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ ຢູ່ເຂດກຸ່ມບ້ານພັດທະນາທີ 7 ຈຸດສຸມກະແຕບ-ນາຜາດ່າງ ຂອງເມືອງວິລະບູລີ ໂດຍສະເພາະກໍ່ແມ່ນການຊຸກຍູ້ຕິດຕາມໂຄງການສ້ອມແປງເສັ້ນທາງ ເຂົ້າຫາຈຸດສຸມກະແຕບ-ນາຜາດ່າງ ເຊິ່ງວ່າການສ້ອມແປງໃນຄັ້ງນີ້ ແມ່ນເລີ່ມແຕ່ທາງແວ່ບ້ານນໍ້າແລບ ຫາຫ້ວຍອາໂລມ ຊາຍແດນຂອງເມືອງພີນ; ເສັ້ນທາງດັ່ງກ່າວນີ້ແມ່ນໄດ້ເລີ່ມລົງມືສ້ອມແປງມາແຕ່ທ້າຍເດືອນ ກັນຍາ 2020 ເປັນຕົ້ນມາ ເຊິ່ງມີຄວາມຍາວທັງໝົດ 24 ກິໂລແມັດ, ກວ້າງ 5 ແມັດ, ໂດຍນໍາໃຊ້ງົບປະມານຂອງກອງທຶນພັດທະນາທ້ອງຖິ່ນ ປະຈໍາປີ 2020 ຂອງເມືອງວິລະບູລີ ໃນມູນຄ່າ 25 ພັນກວ່າໂດລາສະຫະລັດ

ເຊິ່ງແມ່ນບໍລິສັດ ຈະເລີນພັດທະນາກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ເປັນຜູ້ຮັບເໝົາໃນການສ້ອມແປງຄັ້ງນີ້, ສໍາລັບໜ້າວຽກແມ່ນໄດ້ນໍາໃຊ້ລົດເກດດັດປັບໜ້າທາງເກົ່າ, ເຮັດຮ່ອງລະບາຍນໍ້າສອງຂ້າງທາງ, ຖົມໜ້າທາງໃນບາງຈຸດທີ່ເປັນຂຸມເລິກ ແລະ ໃຊ້ລົດໂລໜ້າທາງໃຫ້ແໜ້ນໜາ ປະຈຸບັນແມ່ນສ້ອມແປງສໍາເລັດແລ້ວປະມານ 70 % ແລະ ຄາດວ່າຈະໃຫ້ສໍາເລັດ 100 % ໃນທ້າຍເດືອນ ຕຸລາ 2020 ນີ້. ພາຍຫຼັງສ້ອມແປງສໍາເລັດແລ້ວ ກໍ່ຈະໄດ້ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ສັນຈອນໄປມາໃນເຂດດັ່ງກ່າວ ໄດ້ຮັບຄວາມສະດວກຫຼາຍຂຶ້ນກວ່າເກົ່າ . ໃນໂອກາດນີ້ ທ່ານເຈົ້າເມືອງວິລະບູລີ ກໍ່ໄດ້ຮຽກຮ້ອງຍັງຄະນະພັກຮາກຖານ, ຄະນະໜ່ວຍພັກ ພ້ອມດ້ວຍອໍານາດການປົກຄອງບ້ານພາຍໃນຈຸດສຸມກະແຕບ – ນາຜາດ່າງ ຈົ່ງໄດ້ພ້ອມກັນເປັນເຈົ້າການຮ່ວມກັນ ໃນການສ້ອມແປງເສັ້ນທາງໃນຄັ້ງນີ້

ໂດຍສະເພາະກໍ່ແມ່ນການປະກອບສ່ວນດ້ານທຶນຮອນທີ່ເຫັນວ່າສົມຄວນ ແລະ ບັນດາແຮງງານໃນການເຮັດອະນາໄມ ເກັບເສດຮາກໄມ້ຕ່າງໆອອກໃຫ້ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຜູ້ຮັບເໝົາສ້ອມແປງໃນຄັ້ງນີ້ ແລະ ໃນຕໍ່ໜ້າກໍ່ຈະໄດ້ມອບໃຫ້ຈຸດສຸມ, ກຸ່ມບ້ານ ແລະ ບັນດາບ້ານໃນເຂດດັ່ງກ່າວ ເປັນເຈົ້າການຮ່ວມກັນໃນການນໍາໃຊ້ ແລະ ປົກປັກຮັກສາໃຫ້ນໍາໃຊ້ໄດ້ຍາວນານ. ຈາກນັ້ນທ່ານເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປສໍາຫຼວດເບິ່ງເສັ້ນທາງເຂົ້າຫາບ້ານກະແຕບ ເຊິ່ງມີຄວາມຍາວທັງໝົດປະມານ 3.400 ແມັດ ເພື່ອຂຶ້ນແຜນຊອກຫາແຫຼ່ງທຶນງົບປະມານມາສ້ອມແປງ ເນື່ອງຈາກວ່າເສັ້ນທາງດັ່ງກ່າວນີ້ໄດ້ເປ່ເພຫຼາຍສົມຄວນ ເຮັດໃຫ້ການສັນຈອນໄປມາມີຄວາມລໍາບາກ ໂດຍເພາະກໍ່ແມ່ນໃນຊ່ວງລະດູຝົນ. ບ້ານກະແຕບກໍ່ແມ່ນອີກບ້ານໜຶ່ງທີ່ຂຶ້ນກັບກຸ່ມບ້ານ ພັດທະນາທີ 7 ຂອງເມືອງວິລະບູລີ ເປັນບ້ານພີ່ນ້ອງຊົນເຜົ່າບຣູ, ມີຈໍານວນ 200 ຫຼັງຄາເຮືອນ, ມີ 163 ຄອບຄົວ, ປະຊາຊົນມີອາຊີບເຮັດນາປູກເຂົ້າເປັນຕົ້ນຕໍ ແລະ ລ້ຽງສັດເປັນສໍາຮອງ.

ຕໍ່ມາທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ໄປສໍາຫຼວດເບິ່ງໂຮງຮຽນ ປະຖົມສົມບູນໂນນສໍາລານ ໂດຍສະເພາະກໍ່ແມ່ນໄດ້ສໍາຫຼວດເບິ່ງຕົວຈິງສະຖານທີ່ເຈາະນໍ້າບາດານ, ຕັ້ງອ່າງເກັບນໍ້າ ແລະ ເອົາໄຟຟ້າເຂົ້າ ທັງນີ້ກໍ່ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ຄູ ແລະ ນ້ອງນ້ອຍນັກຮຽນພາຍໃນໂຮງຮຽນດັ່ງກ່າວ ຈະໄດ້ມີນໍ້າສະອາດ ແລະ ໄຟຟ້າໃຊ້ໃນຊີວິດປະຈໍາວັນ.

ພາບ -ຂໍ້ມູນຂ່າວ : ຜູ້ສື່ຂ່າວເມືອງວິລະບູລີ.

ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ທາງຂາດແລ້ວ

ສະຫວັນນະເຂດ: ລາຍງານຈາກນັກຂ່າວເມືອງສະລະບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ວັນທີ່ 9/10/2020 ເວລາ 10:40 ໂມງ ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ແມ່ນບໍ່ສາມາດເດີນທາງດ້ວຍລົດໄດ້ ໄປໄດ້ແຕ່ທາງເຮືອ.

ດັ່ງນັ້ນຈິ່ງແຈ້ງເຕືອນປະຊາຊົນ ທີ່ຈະຜ່ານທາງເສັ້ນນີ້ໃຫ້ລະມັດລະວັງ.

ເມືອງວິລະບູລີ ເປັນ 1 ໃນ 3 ເມືອງຂອງແຂວງສະຫວັນນະເຂດ ທີ່ພວມປະເຊີນອຸທົກກະໄພໃນຕອນນີ້.

.

ແຂວງຈໍາປາສັກສໍາເລັດການທາບທາມໂຄງປະກອບບຸກຄະລາກອນອົງຄະນະພັກແຂວງສະໄໝທີ VIII ຮອບທີ 3

ກອງປະຊຸມທາບທາມໂຄງປະກອບບຸກຄະລາກອນເຂົ້າໃນຜູ້ສະໝັກອົງຄະນະພັກແຂວງຈໍາປາສັກສະໄໝທີ VIII ຮອບທີ 3 ຈັດຂຶ້ນວັນທີ 8 ຕຸລາ 2020 ຢູ່ທີ່ສະໂມສອນຫຼັກສີ່ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ,ສະຫາຍ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ວງສູນກາງພັກ,ສະຫາຍ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ມີຄະນະຮັບຜິດຊອບບຸກຄະລາກອນກະກຽມກອງປະຊຸມໃຫຍ່ຂັ້ນສູນກາງ,ຂັ້ນແຂວງ,ບັນດາຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ,ຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ໄດ້ກ່າວໄຂກອງປະຊຸມ ແລະ ລາຍງານສະພາບການດໍາເນີນຊີວິດການເມືອງຂອງຄະນະບໍລິຫານງານພັກແຂວງສະໄໝທີ VII ໃນໄລຍະ 2 ວັນ ວັນທີ 5-6 ຕຸລາ ທີ່ຜ່ານມາ,ຍົກໃຫ້ເຫັນຄວາມຮັຍຜິດຊອບຕໍ່ໜ້າທີ່ການເມືອງຂອງບັນດາສະຫາຍໃນຄະນະບໍລິຫານງາຍພັກແຂວງ ໃນແຕ່ລະດ້ານ ນັບແຕ່ດ້ານການເມືອງແນວຄິດ,ຕະຫຼອດຮອດການນໍາພາພັດທະນາເສດຖະກິດ-ສັງຄົມ,ການແກ້ໄຂຄວາມທຸກຍາກ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະອື່ນໆ.ໃນກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໜັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີVIII.

ຮອບທີ III ແລະມາດຖານເງື່ອນໄຂຂອງຄະນະປະຈຳພັກແຂວງ,ເລຂາ,ຮອງເລຂາ,ປະທານ ແລະ ຮອງປະທານຄະນະກວດກາພັກແຂວງ,ຜ່ານຮ່າງລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 5 ປີທີ່ຜ່ານມາ ແລະ 5 ປີຕໍ່ໜ້າ ແລະ ຮ່າງບົດສຳຫຼວດການນ້ຳພາລວມຂອງຄະນະບໍລິຫານວານພັກແຂວງ

ຈາກນັ້ນໃນກອງປະຊຸມບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນໃສ່ບາງເນື້ອໃນຂອງຮ່າງບົດລາຍງານການເມືອງເພືອແນໃສ່ເຮັດໃຫ້ມີເນື້ອໃນສົມບູນຮັດກຸມ ແລະຄົບຖ້ວນ ຖືກຕ້ອງສອດຄ່ອງ.ພິເສດກໍ່ໄດ້ມີການປອ່ນບັດທາບທາມເອົາໂຄງປະກອບຄະນະບໍລິຫານງານພັກແຂວງສະໄໜທີ VIII ຮອຍທີ 3 ສໍາເລັດຕາມລະດັບຄາດໝາຍ.

ເກດສະໜາ ແກ້ວສຸວັນນະແສງ

ເມືອງອາດສະພອນນໍ້າໄຫຼຖ້ວມຫຼາຍເຂດແລ້ວ

ສະຫວັນນະເຂດ: ເຕືອນການສັນຈອນ ນ້ຳຖ້ວມເສັ້ນທາງລະຫວ່າງບ້ານໜອງເດີນ ຫາ ບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ

ເຊົ້າວັນທີ 9 ຕຸລາ 2020​ ທີ່ເມືອງອາດສະພອນ, ແຂວງສະຫວັນນະເຂດ ຕອນນີ້ນ້ຳກຳລັງຖ້ວມເສັ້ນທາງລະຫວ່າງບ້ານໜອງເດີນ ຫາ ບ້ານທາດດອກແກ້ວ ເຊິ່ງທາງຫຼັກທີ່ພໍ່ແມ່ປະຊາຊົນຫຼາຍບ້ານ ສັນຈອນໄປຫາເມືອງ,​ ຫາແຂວງ.

ປະຈຸບັນແຂວງສະຫວັນນະເຂດ ມີສາມເມືອງທີ່ພວມປະເຊີນໄພນໍ້າຖ້ວມຄື ເມືອງເຊໂປນ, ເມືອງວິລະບູລີ ແລະ ເມືອງອາດສະພອນ.

.

.

ລາຍງານໂດຍ: ສອງຫ້ອງ Studio

ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດຜິດກົດໜາຍ

ໃນວັນທີ 8 ຕຸລາ 2020 ແຂວງຫຼວງນໍ້າທາຈູດທຳລາຍຢາເສບຕິດ ເຊິ່ງຈັດຂື້ນຢູ່ທີເດີນກິລາໃໝ່ຂອງແຂວງໂດຍການເປັນປະທານຂອງພັນໂທ ອຳໄພ ສໍສະຫວັນແສງ, ຄະນະພັກກອງບັນຊາການ, ຮັກສາການຫົວໜ້າຫ້ອງຕໍາຫຼວດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ເລຂາພັກແຂວງ, ມີຫົວໜ້າພະແນກການ, ອົງການທຽບເທົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ລັດວີສາຫະກິດ, ໂຮງຮຽນ, ໂຮງໝໍ, ບັນດາບໍລິສັດພັກລັດ ແລະ ເອກະຊົນ, ປະຊາຊົນບັນດາເຜົ່າ, ຕະຫຼອດຮອດນັກຮຽນເທດສະບານແຂວງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຫຼວງນໍ້າທາວ່າດ້ວຍອະນຸມັດໃຫ້ກອງບັນຊາການ ປກສ ແຂວງຈູດທຳລາຍຢາເສບຕິດທີສານຕັດສີນໃຊ້ໄດ້ຢ່າງເດັດຂາດ,ຈາກນັ້ນທ່ານ ພົນຈັດຕະວາ ອີນແກ້ວ ມະນີຈັນ ກຳມະການປະຈຳພັກແຂວງ,ຫົວໜ້າກອງບັນຊາການທະຫານແຂວງຫຼວງນໍ້າທາໃຫ້ຮູ້ສະພາບການຈັດຕັ້ງປະຕິບັດວຽກງານການສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃນໄລຍະຜ່ານມາ

ເຊິ່ງແຂວງຫຼວງນໍ້າທາເວົ້າສະເພາະກໍ່ຄືເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄດ້ເຜີຍແຜຜົນຮ້າຍຂອງຢາເສບຕິດ,ໂຄສະນາຢູ່ບັນດາບ້ານເປົ້າໝາຍ ແລະ ບໍລິສັດທີມາລົງທືນປູກພືດທົດແທນການປູກຝິ່ນ 5 ຄັ້ງ,ທໍາລາຍສ່ວນຝິ່ນທີ່ປະຊາຊົນລັກລອບປູກໄດ້ 106 ແຮັກຕາ,ກວດນໍ້າປັດສະວະໃຫ້ນັກຮຽ-ນັກສຶກສາ,ພະນັກງານທົ່ວແຂວງ 95 ຄົນ,ຍີງ 44 ຄົນ,ປະເມີນໂຮງຮຽນປອດຢາເສບຕິດໄດ້ 64 ແຫ່ງ, ປີ 2019 ມີຄະດີຄ້າງ 87 ເລື່ອງ,ປີ 2020 ມ້າງຄະດີໄດ້ 70 ເລື່ອງ,ຜູ້ຖືກຫາ 95 ຄົນ,ຍີງ 7 ຄົນ,ຕ່າງປະເທດ 2 ຄົນ,ຍຶດຂອງກາງປະເພດຢາບ້າໄດ້ 4 ໝືນ 536 ເມັດ,ເຮໂລອີນ 90 ກຣາມ,ຢາໄອ 38 ກຣາມ,ຢາຝິ່ນ 67,3 ກິໂລກຣາມ, ຢາທີນໍາມາທໍາລາຍໃນຄັ້ງນີ້ປະກອບມີຢາບ້າ 57 ພັນ 681 ເມັດ,ເຮໂລອິ່ນ 75 ກຣາມ,ຢາໄອ 23,57 ກຣາມ,ຢາຝິ່ນ 1,3 ກິໂລກຣາມ,ແປ້ງຝຸ່ນທີບໍ່ມີເຊື້ອຢາເສບຕິດເຈື້ອປົນ 103,8 ກິໂລກຣາມ,ແປ້ງທີມີເຊື້ອຢາເສບຕິດປົນ 7,5 ກຣາມ, ໂອກາດດັ່ງກ່າວທ່ານ ຄຳໄຫຼ ສີປະເສີດ ພ້ອມດ້ວຍແຂກຖືກເຊີນ ຮ່ວມຈູດທຳລາຍຢາເສບຕິດຢ່າງເປັນທາງການ.

ພາບ-ຂ່າວ ບຸນຈັນ ອີນດວງລື