Home Blog Page 252

ພາກກາງພາກໃຕ້ກຽມຮັບມືພາຍຸລິນຟາ 11-13 ຕຸລານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງ​ເຕືອນພາຍຸ Linfa ຈະພັດເຂົ້າລາວຄືນນີ້ ຈະເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ໄລຍະວັນທີ 11 ຫາ 13 ຕຸລາ 2020 ນີ້

ພະຍາກອນອາກາດປະຈຳວັນທີ 11/10/2020 ເນື່ອງຈາກວ່າ ພາຍຸໝຸນເຂດຮ້ອນ ລິນຟາ (Linfa) ຫົວທີ 15 ປະຈາປີ 2020 ທີ່ກໍາລັງກໍ່ຕົວຢູ່ທະເລຈີນໃຕ້ ຊຶ່ງໃນເວລາ 7:00 ໂມງ ຂອງວັນທີ 11 ຕຸລາ 2020 ມີຈຸດສູນກາງຢູ່ເສັ້ນຂະໜານທີ 14.7 ອົງສາເໜືອ ແລະ ເສັ້ນແວງທີ 109.5 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນທີ່ຂຶ້ນຝັ່ງທາງເຂດພາກໃຕ້ຂອງ ສສ ຫວຽດນາມ ໃນຄໍ່າຄືນຂອງມື້ນີ້ ແລະ ຈະສືບຕໍ່ເຄື່ອນເຂົ້າຜ່ານທາງພາກໃຕ້ ຫາ ພາກກາງຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກໜັກ ຫາ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບັນດາແຂວງ ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 11 ຫາ 13 ຕຸລາ 2020 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກກາງ ແລະ ພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້ຫັກ ແລະ ເສົາໄຟຟ້າລົ້ມ, ເຮືອນເປ່ເພ, ນ້ຳຖ້ວມຊູ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ. ພ້ອມນີ້ໃຫ້ຍົກຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ

ພາບນໍ້າຖ້ວມທີ່ ເມືອງເຮວ້ ປະເທດຫວຽດນາມ ວັນທີ 11 ຕຸລາ 2020

.

.

.

.

ລົດເມໄປທອດກັນຖິນຕໍາກັບລົດໄຟເສຍຊີວິດຫຼາຍກວ່າ 20 ຄົນທີ່ປະເທດໄທ

ຂ່າວຕ່າງປະເທດ: ເຊົ້າວັນທີ 11 ຕຸລາ 2020 ກູ້ໄພທີ່ປະເທດໄທ ໄດ້ລາຍງານເຫດການດ່ວນ, ເກີດອຸບັດຕິເຫດລົດໄຟຕໍາກັບລົດເມ ທີ່ສະຖານີລົດໄຟ ຄລອງແຂວງກັ່ນ ໝູ່ 7 ຕໍາບົນ ບາງເຕີຍ ອໍາເພີ ເມືອງ ຊະເຊີງເຊົາ. ທາງເຈົ້າໜ້າທີ່ ຕໍາຫຼວດ ບາງນໍ້າປ້ຽວ ໄດ້ເຂົ້າກວດສອບສາເຫດ. ໂດຍເບື້ອງຕົນມີຄົນເສຍຊີວິດຫຼາຍກວ່າ 20 ຄົນ.

ຈາກການກວດສອບຂໍ້ມູນເບື້ອງຕົນ ລົດເມຄັນດັ່ງກ່າວ ແມ່ນກໍາລັງຈະໄປທອດກັນຖິນ ເຊິ່ງເດີນທາງມາແຕ່ ຈັງຫວັດ ສະມຸດປະການ ເພື່ອຈະໄປວັດ ບາງປລານັກ ຈັ່ງຫວັດ ຊະເຊີງເຊົາ. ລົດເມມີຜູ່ໂດຍສານທັງໝົດປະມານ 60 ຄົນ. ຄາດການສາເຫດເບື້ອງຕົ້ນອາດມາຈາກການບໍ່ລຶ້ງເສັ້ນທາງ. ໂດຍຜູ່ຢູ່ໃນເຫດການໃດ້ໃຫ້ຂໍ້ມູນວ່າ ຕອນເກີດເຫດ ບໍ່ມ່ີໄມ້ກັ້ນທາງ ແລະ ຄົນຂັບອາຈະບໍ່ໄດ້ຍິນສຽງລົດໄຟ ຂະນະທີ່ລົດໄຟບີດແກ່ໃຫ້ສັນຍານ ເຖິງ 3​ຄັ້ງ ກ່ອນເກີດເຫດສະຫຼົດດັ່ງກ່າວ.

ທາງເຈົ້າໜ້າທີ່ທາງການຂອງໄທ ຈະດໍາເນີນການກວດຫາສາເຫດທີ່ແທ້ຈິງຕໍ່ໄປ.

.

.

ອຸບັດຕິເຫດກາງເດິກໜ້າເປັນຫ່ວງ ລົດມີໜ້ອຍແຕ່ຕໍາກັນຫຼາຍ ເຈັບ 3 ຄົນໄຟແດງຫຼັກ 5 ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ: ວັນທີ 11/10/2020 ເວລາ 02:17 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດຈັກ. ຈຸດເກີດເຫດແມ່ນໄຟແດງຫໍປະຊຸມຫລັກ 5 ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພອອກກວດສອບເຫດພົບວ່າ ມີລົດຈັກຕໍາກັນ 2 ຄັນ ສະພາບເພເສຍຫາຍສົມຄວນ ແລະ ມີຄົນເຈັບ 3 ຄົນ:

  • ຜູ້ທີ 1:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຫນ້າຜາກແລະຂໍ້ຕີນ.
  • ຜູ້ທີ 2:ເພດຊາຍ ອາຍຸ 22 ປີ ອາຊີບປະຊາຊົນ ບ້ານ ຕາດທອງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນປາກແຕກແລະບາດແຜຕາມໃບຫນ້າ.
  • ຜູ້ທີ3:ເພດຍິງ ອາຍຸປະມານ 20-25ປີ ບໍ່ສາມາດຮູ້ຂໍ້ມູນທີ່ຢູ່ໄດ້. ອາການເບື້ອງຕົ້ນແມ່ນມີບາດແຜຢູ່ບໍລິເວນຫນ້າແລະມືທັງສອງເບື້ອງ(ສະລຶມສະລື).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍມິດຕະພາບ 150 ຕຽງ. ສ່ວນສາເຫດຂອງອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນການກວດສອບຕໍ່ໄປ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

  • ຊື່ບັນຊີ: FOUNDATION FOR ASSISTING POOR PEOPLE OF LAO PDR.
  • ເລກບັນຊີ: 092-12-00-01026649-001 LAK

ໄຟໄໝ້ເຮືອນເສຍຫາຍ 1 ຫຼັງບ້ານດົງກະເລົາ

ນະຄອນຫຼວງວຽງຈັນ: ວັນທີ 11/10/2020 ເວລາ 03:28ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ເຮືອນ.ຈຸດເກີດເຫດແມ່ນບ້ານດົງກະເລົາ. ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກລາມຢ່າງຮຸນແຮງ.

ທາງໜ່ວຍງານກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ແລະ ໜ່ວຍງານສະກັດກັ້ນອັກຄີໄພນະຄອນຫຼວງໄດ້ຮ່ວມກັນສະກັດກັ້ນມອດໄຟຈົນສຳເລັດ ໃຊ້ເວລາຫຼາຍກວ່າ 30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.

ໝາຍເຫດ: ສ່ວນຄວາມເສຍຫາຍ ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນເຈົ້າໜ້າທີ່ສອບສວນແລະສືບສວນວິຊາສະເພາະເພິ່ນເກັບກຳຂໍ້ມູນພາຍຫຼັງ.

ທ່ານໃດຢາກບໍລິຈາກກໍສາມາດບໍລິຈາກໄດ້ທີ່ເລກບັນຊີຂອງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ທີ່ເລກບັນຊີ:

  • ຊື່ບັນຊີ: FOUNDATION FOR ASSISTING POOR PEOPLE OF LAO PDR.
  • ເລກບັນຊີ: 092-12-00-01026649-001 LAK

ບາດເຈັບສຸກເສີນແຈ້ງທີ່ເບີ 1623 ຕະຫຼອດ 24ຊົ່ວໂມງ.

.

.

.

.

ໂຈະການຄົ້ນຫາພໍ່ຕູ້ພວງຊົ່ວຄາວ-ຄອບຄົວພາວະນາໃຫ້ມີປະຕິຫານ

ນະຄອນຫຼວງວຽງຈັນ: ພໍ່ຕູ້ພວງຫຼົງປ່າ ເປັນມື້ທີ່ 8 ແລ້ວ, ດານຄົ້ນຫາແມ່ນໄດ້ຢຸດພັກ. ເຈົ້າໜ້າທີ່ໄດ້ມີການຖອນກໍາລັງແລ້ວ. ສ່ວນທາງຍາດພີ່ນ້ອງແມ່ນຍັງຫວັງ ແລະ ພາວະນາ ໃຫ້ມີປະຕິຫານ ໄດ້ພົບພໍ່ຕູ້ .

ຂໍສະແດງຄວາມຂອບໃຈ ເຈົ້າໜ້າທີ່ແລະອາສາທຸກທ່ານ ທີ່ເຮັດວຽກຢ່າງໜັກຕະຫຼອດ 1 ອາທິດ. ເປັນກໍາລັງໃຈໃຫ້ທາງຄອບຄົວ ພໍ່ຕູ້ພວງໃນການສືບຕໍ່ຄົ້ນຫາພໍ່ຕູ້ ຕໍ່ໄປ.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຄວາມພະຍາຍາມໃນການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ປານງົມເຂັມໃນທະເລ. ມື້ທີ່ເຈັດຜ່ານໄປແລ້ວ ຍັງບໍ່ພົບຮ່ອງຮອຍ.

ຄລິບຫຼ້າສຸດ ທີ່ເຫັນພໍ່ຕູ້ຈາກກ້ອງວົງຈອນປິດ ວັນທີ່ ແມ່ນຍ່າງຢູ່ແຖວສະລອຍນໍ້າ ເວລາ 13:12 ວັນທີ່ 3/10/2020 ກ່ອນທີ່ຈະຫາຍສາຍສູນໄຮ້ຮ່ອງຮ່ອຍ.

ທາງຍາດພີ່ນ້ອງໄດ້ແຕ່ພາວະນາ ແລະ ຂໍໃຫ້ມີຜູ່ໃຈບຸນຊ່ວຍພໍ່ຕູ້ໄວ້ໃຫ້ປອດໄພ.

ຂໍ້ຄວາມຈາກຍາດພີ່ນ້ອງ “ເປັນມື້ ທີ່ 7 ທີ່ຊອກຫາ ພໍ່ຕູ້ ພວງ ສຸວັນນະວົງ ຫລົົງປ່າ, ມາຮອດຕອນແລງມື້ນີ້#ກະຍັງຊອກບໍ່ເຫັນເທື່ອ😭😭,​ ພາລະກິດໃນການຄົ້ນຫາຍັງຈະສືບຕໍ່ຈົນກ່ວາຈະພົບເຫັນ,​ພວກຂ້າພະເຈົ້າ ຂໍຂອບພະຄຸນເປັນຢ່າງສູງມາຍັງອຳນາດການປົກຄອງທ້ອງຖີ່ນ ບ້ານ,​ເມືອງ, ປກສ, ປກຊ, ຫນ່ວຍງານຕ່າງໆ ແລະ ຍາດຕິພີ່ນ້ອງ ທີ່ໃຫ້ການຊ່ວຍເຫລືອພວກເຮົາຕະຫລອດມາ, ພິເສດ ຂໍຂອບໃຈ ນຳ ຣີສອດ ນ້ຳປຽນຢໍລະປາ ທີ່ໃຫ້ການຊ່ວຍເຫລືອ ແລະ ອຳນວຍຄວາມສະດວກທຸກຢ່າງນັບແຕ່ມື້ເກີດເຫດຈົນເຖິງປະຈຸບັນ🙏,​ອີກເທື່ອຫນື່ງຂໍຂອບໃຈນຳເພືີ່ອນ fc ທຸກທ່ານທີ່ຄອຍໃຫ້ກຳລັງໃຈ ຊ່ວກົດໄລ້,​ກົດແຊໃຫ້🙏, ທ້າຍນີ້ຂໍອວຍພອນໃຫ້ທຸກໆທ່ານຈົ່ງຢູ່ດີມີແຮງ ທຳມາຄ້າຂື້ນເທີ້ນ🙏(ຊ່ວຍແຊຕື່ມໃຫ້ແດ່ເດີ🙏😍)020 55696948”

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ທີ່ນໍ້າປຽນ ຢໍລະປາ ໃນວັນທີ 7 ຕຸລາ 2020 ໝົດມື້ ເປັນວັນທີ 5 ແມ່ນຍັງຄົງໄຮ້ວີແວວ ແລະ ຮ່ອງຮອຍ ຂອງພໍ່ຕູ້. ເຖິງຢ່າງໃດກໍ່ດີ, ໃນຕອນເຊົ້າວັນທີ 8 ຕຸລາ 2020, ທາງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຫຼາຍຮ້ອຍຄົນ ຍັງຄົງບໍ່ສິ້ນຫວັງ ແລະ ໄດ້ເລີ່ມ ປະຕິບັດ ພາລະກິດ ຄົ້ນຫາ ເປັນວັນທີ 6 ແລະ ມີຄວາມຫວັງຈະຕ້ອງພົບພໍ່ຕູ້ໃຫ້ໄດ້.

.

ຈາການລາຍງານຂອງຫຼານຊາຍພໍ່ຕູ້ພວງ Nick Metallic Dokkhaithong ພາລະກິດມື້ນີ້ ແມ່ນຈະໄປຊອກຫາພໍ່ຕູ້ ເຂດບ້ານຊົນເຜົ່າ ເຊິ່ງ ອ້າຍນ້ອງທະຫານ ທີ່ຈະເດີນທາງໄປຄົ້ນຫາ ຕ້ອງຍ່າງໄປເປັນເວລາປະມານ 7 ຊົ່ວໂມງ ຈິ່ງຈະຮອດເຂດບ້ານດັ່ງກ່າວ ແລະ ພາວະນາຂໍໃຫ້ພົບພໍ່ຕູ້.

.

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ ວັນທີ 8 ຕຸລາ 2020 ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່

ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກພາກສະໜາມ ປະຕິບັດການຄົ້ນຫາ #ພໍ່ຕູ້ພວງຫຼົງປ່າ ຮອດເວລາ 18:30 ວັນທີ່ 6 ຕຸລາ 2020 ເປັນມື້ທີ່ 4 ຂອງຄວາມພະຍາຍາມຂອງລູກຫຼານ, ເຈົ້າໜ້າທີ່ ແລະ ຫຼາຍພາກສ່ວນ ແຕ່ຍັງໄຮ້ວີແວວ ຜູ່ສູນຫາຍ.

ການຄົ້ນຫາມື້ນີ້ແມ່ນໄດ້ໃຊ້ໝາດົມກິ່ນຫຼາຍໂຕ ຍ່າງຄົ້ນຫາຫຼາຍໜ່ວຍພູ ຈາກຈຸດທີ່ພົບເຫັນພໍ່ຕູ້ຫຼ້າສຸດ ກ່ອນສູນຫາຍ.

ນອກຈາກ ບັນດາເຈົ້າໜ້າທີ່ ແລະ ອາສາກູ້ໄພ ທີ່ໄດ້ເຂົ້າມາຊອກຫາພໍ່ຕູ້ພວງ, ນໍ້າໃຈຈາກຫຼາຍກໍ່ໄດ້ແບ່ງເບົາສົ່ງຍື່ນ ອາຫານການກິນ ແກ່ທີມງານຄົ້ນຫາ. ກໍ່ສະແດງຄວາມຊົມເຊີຍທຸກທ່ານທີ່ຮ່ວມຊ່ວຍເຫຼືອໃນຄັ້ງນີ້.

.

ມື້ອື່ນ 7/10/2020 ກໍ່ຈະສືບຕໍ່ຄົ້ນຫາພໍ່ຕູ້ຈົນກວ່າຈະພົບ. ເປັນກໍາລັງໃຈແກ່ທຸກພາກສ່ວນ.

ສະຫຼຸບຫຍໍ້

ຂໍ້ມູນເພີ້ມເຕີມກ່ຽວກັບການສູນຫາຍຂອງພໍ່ຕູ້ພວງ ອາຍຸ 95 ປີ ລາຍລະອຽດດັ່ງນີ້:-

ວັນທີ 03/10/2020 ພໍ່ຕູ້ພວງ ອາຍຸ 95 ປີ, ພ້ອມດ້ວຍຫຼານ 2 ຄົນ ອາຍຸ 32 ປີ ( ເປັນຫຼານສາວ ແລະ ຫຼານເຂີຍ ), ເຫຼນ3 ຄົນ ອາຍຸ 12 ປີ, 9 ປີ ແລະ 5 ປີ ຕາມລຳດັບ ລວມແລ້ວມານຳກັນທັງໝົດ 6 ຄົນ, ໃດ້ມາເຖິງສູນຂໍ້ມູນຂອງສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າເວລາ 12:15 ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 12:30 ທັງ 6 ຄົນໃດ້ໄປຮອດເຂດຮ້ານອາຫານ ( ເຂດປິກນິກ ແລະ ສວນນໍ້າ ), ແລ້ວໃຫ້ພໍ່ຕູ້ອາຍຸ 95 ປີ ກັບເຫຼນອາຍຸ 12 ປີລໍຖ້າຢູ່ເຂດຮ້ານອາຫານ ສ່ວນທີ່ເຫຼືອແມ່ນໃດ້ໄປຫຼິ່ນກິດຈະກຳ ( ຂໍ້ມູນຈາກຫຼານເຂີຍ )

– ເວລາ 13:12 ນາທີ ເຫັນພໍ່ຕູ້ລົງໄປຢ່າງຂົວອູເພື່ອຂ້າມນໍ້າໄປຫາເຂດຕູບປິກນິກ ເຊິ່ງເຂດດັ່ງກ່າວຈະມີປ່າດົງຕຶບໜາ ແລະ ເຊື່ອມຕໍ່ກັບປ່າສະຫງວນທີ່ກວາງໃຫຍ່ ເຊິ່ງເປັນຄັ່ງສຸດທ້າຍທີ່ເຫັນພໍ່ຕູ້ຢູ່ໃນເຂດສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ( ຂໍ້ມູນຈາກກ້ອງວົງຈອນປິດ ).

– ເວລາ 14:15 ຫຼານ ແລະ ເຫຼນ 4 ຄົນທີ່ໄປຫຼິນກິດຈະກຳໃດ້ກັບມາຮອດຮ້ານອາຫານ ແລ້ວພົບເຫັນແຕ່ເຫຼນອາຍຸ 12 ປີນັ່ງຢູ່ຄົນດຽວບໍ່ເຫັນພໍ່ຕູ້ ຜູ້ເປັນຫຼານເຂີຍຈຶ່ງໃດ້ແຈ້ງພະງານຂອງນໍ້າປຽນຢໍລະປ່າ

– ຫຼັງຈາກນັ້ນຍາດພີ່ນ້ອງ, ພະນັກງານສະຖານທີ່ທ່ອງທ່ຽວ, ເຈົ້າໜ້າທີ່ທະຫານ-ຕຳຫຼວດ ອຳນາດການປົກຄອງຂອງເມືອງປາກງຶ່ມ ແລະ ໜ່ວຍກູ່ໄພ 200 ກວາຄົນໃດ້ລະດົມກັນຊອກຫາທັງເວັນທັງຄືນຕາມປ່າເຂດໄກ່ຄຽງແຕ່ຈົນມາຮອດປະຈຸບັນຍັງບໍ່ພົບເຫັນພໍ່ຕູ້ເທື່ອ

– ຊ່ວງເວລາປະມານ 15:00 ຫາ 16:00 ຂອງວັນທີ 03/10/2020 ມີປະຊາຊົນພົບເຫັນພໍ່ຕູ້ຢູ່ນອກເຂດສະຖານທີ່ທ່ອງທຽວນໍ້າປຽນຢໍລະປ່າ ເຊິ່ງນັງຢູ່ຕູບແຄມທາງໃຫຍ່ ຕິດກັບທາງແຍກທີ່ຈະເຂົ້າໄປຫານໍ້າປຽນຢໍລະປ່າ ( ຂໍ້ມູນຈາກປະຊາຊົນທີ່ພົບເຫັນໃດ້ແຈ້ງບອກລູກຫຼານຂອງພໍ່ຕູ້ໃນມື້ຕໍ່ມາ ແຈ້ງວັນທີ 4/10/2020 )

– ມາຮອດປະຈຸບັນ (5/10/2020) ຍັງບໍ່ທັນພົບເຫັນພໍ່ຕູ້ເທື່ອ ແຕ່ທີມຄົ້ນຫາກໍ່ຍັງສືບຕໍ່ຄົ້ນຫາຢູ່ ຖ້າທ່ານໃດພົບເຫັນພໍ່ຕູ້ເຊິ່ງໃສ່ຊຸດຕາມຮູບທີ່ໂພດລົງນີ້ ຊ່ວຍແຈ້ງລູກຫຼານເພີ່ນແນ່ເບີ: 02054700555.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ການຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນເຊົ້າວັນທີ 6 ຕຸລາ 2020 ເປັນມື້ທີ 4 ຂອງປະຕິບັດການຄົ້ນຫາ. ເຊິ່ງທາງເຈົ້າໜ້າທີ່ຫຼາຍພາກສ່ວນ ປະກອບມີ ທະຫານ, ຕໍາຫຼວດ, ກູ້ໄພ, ກອງຫຼອນ ແລະ ເຈົ້າໜ້າທີ່ ແຫຼ່ງທ່ອງທ່ຽວ ນໍ້າປຽນຢໍລະປາ. ຕ່າງກໍ່ໄດ້ສຸມທຸກເຮື່ອແຮງ ແລະ ຄວາມພະຍາຍາມຄົ້ນຫາ.

ນອກຈາກ ການໃຊ້ກໍາລັງຄົນພາກພື້ນດິນແລ້ວ ຍັງໄດ້ໃຊ້ ໂດຣນຈັບຄື້ນຄວາມຮ້ອນບິນຄົ້ນຫາ ໃນຕອນຄືນ, ແຕ່ກໍ່ຍັງບໍ່ສາມາດຄົ້ນຫາ ຜູ່ສູນຫາຍ.

ເຊົ້າມື້ນີ້ ການຄົ້ນຫາ ໄດ້ເລີ່ມແຕ່ເຊົ້າ ໂດຍໄດ້ເສີມກໍາລັງພາກພື້ນດິນ, ໝາດົມກິ່ນ ແລະ ພົນທະຫານ ຕໍາຫຼວດ ພິເສດ ຈໍານວນຫຼາຍ. ໂດຍຫວັງຈະໃຫ້ພົບພໍ່ຕູ້ໃຫ້ໄດ້ໃນມື້ນີ້.

ເປັນກໍາລັງໃຈໃຫ້ທຸກພາກສ່ວນ ທີ່ຮ່ວມຄົ້ນຫາ ພໍ່ຕູ້ພວງຫຼົງປ່າ ໃນຄັ້ງນີ້.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

ເລີ່ມລົງມືເຮັດເເລ້ວ! ເສັ້ນທາງຫີນເຫີບໄປຫາເມືອງເຟືອງ

ໃນວັນທີ 6 ຕຸລາ 2020 ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມສະພາບການສ້ອມແປງທາງ ໂດຍສະເພາະແມ່ນໄລຍະຫີບເຫີບໄປຫາເມືອງເຟືອງ ທີ່ມີຫາງສຽງຈົ່ມວ່າຂອງປະຊາຊົນ ກ່ຽວກັບສະພາບຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ການເປ່ເພຂອງເສັ້ນທາງດັ່ງກ່າວ.

ພາບຈາກປະຊາຊົນ

ຫຼັງຈາກນັ້ນທາງໜ່ວຍງານທີ່ກ່ຽວຄ້ອງກໍ່ໄດ້ເລີ່ມລົງມືສ້ອມແປງທາງທີ່ເປ່ເພ

ພາບຈາກປະຊາຊົນ

ຊົມເຊີຍ!!! ດີໃຈນໍາປະຊາຊົນ

ນະຄອນຫລວງວຽງຈັນ ທຳລາຍສິ່ງຜິດກົດໜາຍ 600 ກວ່າກິໂລກຣາມ

ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈັດພິທີ່ທໍາລາຍຢາເສບຕິດ 600 ກວ່າກິໂລກຣາມໃນວັນທີ 10 ຕຸລາ 2020 ທີ່ບ້ານໂຊກນ້ອຍ, ເມືອງໄຊເສດຖາ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

.

.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 951 ຄັ້ງ, ກັກຕົວຜູ້ກະທໍາຜິດໄດ້ 1.291 ຄົນ ຍິງ 147 ຄົນ ມີຄົນຕ່າງປະເທດ 24 ຄົນ ຍິງ 1 ແລະ ຄະດີທີ່ໄດ້ດໍາເນີນສໍາເລັດ 632 ເລື່ອງ ຍັງສືບຕໍ່ດໍາເນີນ 319 ເລື່ອງ ພ້ອມທັງຢຶດຂອງກາງຄະດີປະເພດຕ່າງໆໄດ້ເຊັ່ນ: ຢາບ້າ ຈໍານວນ 2.662.498 ເມັດ, ຮີໂຣອິນ 1 ກີໂລ 992 ກຣາມ, ຢາໄອສ໌ 846 ກີໂລ 644 ກຣາມ, ກັນຊາ 51,6 ກຣາມ, ຢາອີ 10 ເມັດ; ຢຶດລົດໃຫຍ່ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ ແລະ ປະເພດວັດຖຸມີຄ່າ: ຄໍາ 1,934 ກຣາມ, ເງິນ 6.921 ໂດລາສະຫະລັດ, 267.130 ບາດ, 1.234.000 ກີບ.

.

ສໍາລັບຢາເສບຕິດທີ່ສານຕັດສິນທີ່ນໍາໄປທໍາລາຍຖິ້ມ ໃນຄັ້ງນີ້ ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດຄື: ເຮໂລອິນ 2 ກີໂລ 741 ກຣາມ, ຢາບ້າ 152 ກີໂລ, ຢາໄອສ໌ 16 ກີໂລ, ໂຄເຄນ 3 ກີໂລ, ຝິ່ນ 19 ກຣາມ, ນໍ້າຢາຝິ່ນ 539 ກຣາມ, ກັນຊາແຫ້ງ 484 ກິໂລ 40 ກຣາມ, ຢາເມັດສີຂາວ 8 ກຣາມ, ແປ້ງຝຸ່ນສີຂາວ 1 ກຣາມ, ແປ້ງຝຸ່ນສີແດງ 173 ກຣາມ, ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກວ່າກິໂລກຣາມ ແລະ ນໍ້າເຄມີ 2 ແກ້ວ.

.

Cr: ຂັນທະວີ

ນະຄອນຫລວງວຽງຈັນ ​ທຳລາຍຢານະລົກ 600 ກວ່າກິໂລກຣາມ

ນະຄອນຫຼວງວຽງຈັນ: ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ຈັດພິທີ່ທໍາລາຍຢາເສບຕິດ 600 ກວ່າກິໂລກຣາມໃນວັນທີ 10 ຕຸລາ 2020 ທີ່ບ້ານໂຊກນ້ອຍ,​ ເມືອງໄຊເສດຖາ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ.

ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ ນະຄອນຫລວງວຽງຈັນ ສາມາດມ້າງຄະດີຢາເສບຕິດໄດ້ 951 ຄັ້ງ, ກັກຕົວຜູ້ກະທໍາຜິດໄດ້ 1.291 ຄົນ ຍິງ 147 ຄົນ ມີຄົນຕ່າງປະເທດ 24 ຄົນ ຍິງ 1 ແລະ ຄະດີທີ່ໄດ້ດໍາເນີນສໍາເລັດ 632 ເລື່ອງ ຍັງສືບຕໍ່ດໍາເນີນ 319 ເລື່ອງ ພ້ອມທັງຢຶດຂອງກາງຄະດີປະເພດຕ່າງໆໄດ້ເຊັ່ນ:

ຢາບ້າ ຈໍານວນ 2.662.498 ເມັດ, ຮີໂຣອິນ 1 ກີໂລ 992 ກຣາມ, ຢາໄອສ໌ 846 ກີໂລ 644 ກຣາມ, ກັນຊາ 51,6 ກຣາມ, ຢາອີ 10 ເມັດ; ຢຶດລົດໃຫຍ່ 8 ຄັນ, ລົດຈັກ 38 ຄັນ, ປືນສັ້ນ 2 ກະບອກ, ໂທລະສັບ 40 ໜ່ວຍ, ທີ່ດິນພ້ອມເຮືອນ 8 ຕອນ ແລະ ປະເພດວັດຖຸມີຄ່າ: ຄໍາ 1,934 ກຣາມ, ເງິນ 6.921 ໂດລາສະຫະລັດ, 267.130 ບາດ, 1.234.000 ກີບ.

ສໍາລັບຢາເສບຕິດທີ່ສານຕັດສິນທີ່ນໍາໄປທໍາລາຍຖິ້ມ ໃນຄັ້ງນີ້ ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດຄື: ເຮໂລອິນ 2 ກີໂລ 741 ກຣາມ, ຢາບ້າ 152 ກີໂລ, ຢາໄອສ໌ 16 ກີໂລ, ໂຄເຄນ 3 ກີໂລ, ຝິ່ນ 19 ກຣາມ, ນໍ້າຢາຝິ່ນ 539 ກຣາມ, ກັນຊາແຫ້ງ 484 ກິໂລ 40 ກຣາມ, ຢາເມັດສີຂາວ 8 ກຣາມ, ແປ້ງຝຸ່ນສີຂາວ 1 ກຣາມ, ແປ້ງຝຸ່ນສີແດງ 173 ກຣາມ, ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກວ່າກິໂລກຣາມ ແລະ ນໍ້າເຄມີ 2 ແກ້ວ.

Cr: ຂັນທະວີ

.

.

ທາງ 28A ຂາດຫຼາຍຈຸດ ບ້ານອຸດົມສຸກຖ້ວມໝົດບ້ານ ສະພາບອຸທົກກະໄພທີ່ເມືອງເຊໂປນ (ມີຄລິບ)

ສະຫວັນນະເຂດ: ລາຍງານຈາກ ປະຊາຊົນນໃຫ້ຮູ້ວ່ ສະພາບ ນ້ຳຖ້ວມ ບ້ານອຸດົມສຸກ ເມືອງເຊໂປນ ແຂວງສະຫວັນນະເຂດ ວັນທີ່ 9/10/2020. ແຖວວັດແມ່ນຖ້ວມໜັກ, ຈົນເຮັດໃຫ້ການສັນຈອນ ຕ້ອງໃຊ້ເຮືອຢ່າງດຽວ.

ຄລິບສະພາບນໍ້າຖ້ວມ

.


ຕົກມາຮອດ ເຊົ້າວັນທີ່ 10/10/2020 ນໍ້າເລີ່ມລົງແດ່ແລ້ວເລັກນ້ອຍ, ນອກນີ້ຍັງໄດ້ຮັບລາຍງານ ສະພາບບເສັ້ນທາງ 28 ເອ (28A) ອອກສູ່ເມືອງເຊໂປນ ແມ່ນນໍ້່າຍັງຖ້ວມຢູ່5ຈຸດຄື : ຈຸດຫ້ວຍມາລາ,​ຈຸດກົກເດື່ອ ( ນໍ້າເຊກອກ ), ຫ້ວຍກະປາຍ,​ ຫ້ວຍວັງໝູ ແກ້ງຄັນ ແລະ ຫ້ວຍນໍ້່າມີ້.

.

.

.

.

.

.

.

ນໍ້າໃຈມາຮອດພີ່ນ້ອງເມືອງເຊໂປນ

ສະຫວັນນະເຂດ: ໃນວັນທີ່ 9 ຕຸລາ 2020 ພຣະອາຈານ ຍ່າ ບຸນຄ່ອງ ແກ້ວມະນີວົງ ເຈົ້າອາທິການວັດທັນໃຈ ເມືອງໄຊບໍລີ , ທ່ານ ປອ ຄໍາເຜີຍ ຜັນທະຈອນ ຮອງເລຂາພັກເເຂວງ, ສສຊ ເຂດເລືອກຕັ້ງ13, ປະທານສະພາປະຊາຊົນແຂວງສະຫວັນນະເຂດ ແລະ ຫນ່ວຍກູ້ໄພທ່າເເຂກ ແຂວງຄໍາມ່ວນ.

ໄດ້ມອບປັດໄຈຊ່ວຍເຫລືອ ເປັນ ນໍ້າດື່ມຈໍານວນ, ຖົງຢັ່ງຊີບ ລວມມູນຄ່າ 58 ລ້ານກີບ. ໂດຍມອບຜ່ານເຈົ້າເມືອງເຊໂປນໄດ້ຮ່ວມລົງມອບໃຫ້ປະຊາຊົນ ແລະ ນັກຮຽນວິທະຍາໄລເຕັກນິກ(ວິທະຍາເຂດເຊໂປນ) ແລະ ນັດຮຽນ ມສ ເຊໂປນ, ການນໍາເມືອງເຊໂປນຕ່າງຫນ້າໃຫ້ປະຊາຊົນບັນດາເຜົ່າທົ່ວເມືອງ ຂໍສະເເດງຄວາມຮູ້ບຸນຄຸນ ຕໍ່ເຈົ້າສັດທາທີ່ຮ່ວມກັບທີມງານຂອງເຈົ້າອາທິການວັດທັນໄຈ….

ຊ່ອງທາງໃນການຮ່ວມຊ່ວຍເຫຼືອ ພີ່ນ້ອງທີ່ ປະສົບໄພນໍ້າຖ້ວມທີ່ ແຂວງສະຫວັນນະເຂດ.

  • 1. ນະຄອນຫຼວງວຽງຈັນ: ສາຍດ່ວນ 1624 ມືຖຶ 02022441624
  • 2. ຄໍາມ່ວນ: ມືຖື 02023451624
  • 3. ສະຫວັນນະເຂດ: ສາຍດ່ວນ 1629 ມືຖື 02028285454

.

.

.

.

.

.