Home Blog Page 251

ຫລວງພະບາງ ທຳລາຍສິ່ງຜິດກົດໜາຍ

ວັນທີ 12 ຕຸລາ 2020 ຢູ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ນະຄອນຫລວງພະບາງອົງການປົກຄອງແຂວງຫລວງພະບາງ ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນຮອງເຈົ້າແຂວງຫລວງພະບາງ.

ທ່ານ ວົງສະຫວັນ ເທບພະຈັນ ມີຄຳເຫັນວ່າ: ໃນໄລ ຍະຜ່ານມາ, ພັກ ແລະລັດຖະບານ, ກໍ່ຄືອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ຖືເອົາວຽກງານສະກັດກັ້ນຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໃນນັ້ນໄດ້ຖືເອົາການສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຜົນຮ້າຍຂອງຢາເສບຕິດ, ລວມທັງແນວທາງນະໂຍບາຍຂອງພັກ, ກົດ ໝາຍຂອງລັດກ່ຽວກັບບັນຫາຢາເສບຕິດ, ທັງໄດ້ຊຸກຍູ້ໃຫ້ປະຊາຊົນບັນດາເຜົ່າຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ, ທົດແທນການປູກຝິ່ນ, ພ້ອມທັງໄດ້ປິ່ນປົວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຖືກເຄາະຮ້າຍຈາກຢາເສບຕິດ, ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາ, ກົມກອງ, ຫົວໜ່ວຍທຸລະກິດໃຫ້ປອດຈາກຢາເສບຕິດ, ແຕ່ປະກົດການຫຍໍ້ທໍ້ດ້ານຢາເສບຕິດພາຍໃນແຂວງຍັງມີທ່າອ່ຽງເພີ່ມຂື້ນ ຍ້ອນທຸກພາກສ່ວນໃນສັງຄົມຍັງບໍ່ມີສ່ວນຮ່ວມໃນການຕ້ານ ແລະສະກັດກັ້ນໄດ້ດີເທົ່າທີ່ຄວນ.

ໃນສົກ 2019-2020 ອົງການໄອຍາການປະຊາຊົນແຂວງ ໄດ້ຖະແຫລງສັ່ງຟ້ອງຄະດີຢາເສບຕິດຂື້ນສານມີ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍີງ 23 ຄົນ, ໃນນັ້ນສານປະຊາຊົນແຂວງໄດ້ທຳການຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍີງ 15 ຄົນ, ໃນນີ້ ຕັດສິນປະຫານຊີວິດ 4 ຄົນ, ຕັດສີນຕະຫລອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂລອີນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອີນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຟຸ່ນສີຂາວ 6,41 ກຣາມ, ແປ້ງຟຸ່ນສີແດງ 0,90 ກຣາມ, ຢາຟີ່ນ 679,61 ກຣາມ, ແກ່ນຟີ່ນ 400 ກຣາມ, ລວມທັງອຸປະກອນການເສບຢາ ແລະ ສິ່ງຫຸ້ມຫໍ່ເຊີ່ງໄດ້ນຳມາທຳລາຍໃນພິທີສະເຫລີມສະຫລອງຍົກເວັ້ນຢາຟີ່ນເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ.

ຫລັງຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນຈູດທຳລາຍຢ່າງເປັນທາງການ.

Cr: ອາພຸດເດດ ບຸບຜາ

ສ້າງເສດຖະກິດຄອບຄົວ ລ້ຽງງົວຂາຍເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

ພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ ພ້ອມວິຊາການຈາກຂະແໜງລ້ຽງສັດ ແລະການປະມົງນໍາໂດຍທ່ານ ຄໍາຈັນ ສີດາວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລົງຊຸກຍູ້ການລ້ຽງສັດເປັນສິນຄ້າທີ່ເຮັດໃຫ້ມີລາຍໄດ້ຢ່າງເປັນກອບເປັນກໍາສາມາດປົດທຸກກາຍເປັນຄົນທີ່ມີກິນມີຢູ່ຢ່າງອີ່ມໜໍາສໍາລານສະດວກສະບາຍເປັນຕົ້ນແມ່ນ: ການລ້ຽງງົວເປັນຟາມຂອງຄອບຄົວທ້າວສໍາລານຄໍາມຸງ ຄຸນປະຊາຊົນບ້ານທ່າໂພ ແລະ ຄອບຄົວທ້າວກໍ່າປະຊາຊົນ ບ້ານຫົວຫາດ ເມືອງໄຊພູທອງ ຊຶ່ງເຫັນວ່າທັງສອງຄອບຄົວປະສົບຜົນສໍາເລັດເປັນທີ່ໜ້າ ຊື່ນຊົມ ອັນໄດ້ເຮັດໃຫ້ຄົນທ້ອງຖິ່ນພາຍໃນເມືອງ ແລະ ຕ່າງ ເມືອງຢາກຈະເອົາບົດຮຽນຂອງການລ້ຽງສັດນີ້ມາເປັນ ບົດຮຽນເພື່ອຄົ້ນຄິດໃນ ການຢາກລ້ຽງສັດ.

ໃນການລົງຊຸກຍູ້ການຜະລິດຂອງປະຊາຊົນໃນຄັ້ງນີ້ແມ່ນເພື່ອເປັນການກະຕຸ້ນໃຫ້ຄອບຄົວປະຊາຊົນຫລືກຸ່ມລ້ຽງສັດໃນເຂດທ້ອງຖິ່ນດັ່ງກ່າວໄດ້ ເພີ່ມຄວາມເອົາໃນໃສ່ຕໍ່ກັບການບົວລະບັດຮັກສາສັດລ້ຽງສໍາຄັນແມ່ນຮັບປະກັນບໍ່ໃຫ້ສັດຕິດພະຍາດ ຊຶ່ງຕ້ອງໄດ້ມີການສັກຢາຕາມ ລະດູການ ຈາກນີ້ກໍ່ໃຫ້ອາຫານ ຢ່າງພຽງພໍອັນສໍາຄັນກໍ່ແມ່ນໃຫ້ເຈົ້າຂອງຟາມມີການຕິດຕັ້ງ ແລະພົ່ນຢາຂ້າເຊື້ອພະຍາດໃນເວລາລົດຂົນ ສົ່ງເຂົ້າມາຮັບຊື້ເອົາສັດໄປ ບ່ອນອື່ນໃນນີ້ພະແນກກະສິກໍາ ແລະ ປ່າໄມ້ແຂວງຈະໃຫ້ຄໍາປຶກ ສາດ້ານເຕັກນິກ ແລະ ສະໜອງນໍ້າຢາໃຫ້ເບື້ອງອຸປະກອນ ແມ່ນໃຫ້ຜູ້ປະກອບການຊື້ເອງ.

ທ່ານ ສໍາລານ ຄໍາມຸງຄຸນ ເຈົ້າຂອງຫລ້ານ້ອຍຟາມໃຫ້ສໍາພາດວ່າ: ຕົນ ແລະ ຄອບຄົວໄດ້ສົນໃຈທໍາການລ້ຽງງົວແຕ່ປີ 2005 ເປັນຕົ້ນມາເວລານັ້ນ, ແມ່ນລ້ຽງແບບທໍາມະຊາດ ຊຶ່ງ ພາຍຫລັງທີ່ໄດ້ງົວຈາກຍາດພີ່ນ້ອງມອບໃຫ້ລ້ຽງໃນເມື່ອລ້ຽງໃຫຍ່ແລ້ວກໍ່ຂາຍ ແລະ ຕົກມາຮອດປີ 2017 ກໍ່ທໍາການຊື້ງົວເຂົ້າມາຕື່ມເປັນ 32 ໂຕເວລານັ້ນກໍ່ຮູ້ສືກສາມີຄວາມຫຍຸ້ງຍາກດ້ານຫຍ້າໃຫ້ງົວກິນ ກໍ່ເລີຍຈໍາຕ້ອງຂະຫຍາຍເນື້ອທີ່ທໍາການປູກຫຍ້າ, ຊື້ເຟືອງ ໃຫ້ສັດລ້ຽງກິນພໍດໍາເນີນກິດຈະການໄດ້ໄລຍະໜຶ່ງກໍ່ເຫັນ ວ່າ: ການລ້ຽງສັດກໍ່ມີຜູ້ສົນໃຈຫລາຍກໍ່ເລີຍຕັດສິນໃຈອອກ ທຶນຂອງຕົນເອງດໍາເນີນການປຸກສ້າງຟາມລ້ຽງກໍ່ເລີຍຊື້ງົວ ຈ່ອຍເຂົ້າມາລ້ຽງໃນຟາມຊຶ່ງຊື້ມາລ້ຽງໄດ້ 4-5 ເດືອນກໍ່ຂາຍ ອອກເຫນວ່າໄດ້ຈັບບາຍເງິນ ເປັນກໍາກໍ່ເລີຍເພີ່ມຄວາມ ຫ້າວ ເຫັນຂຶ້ນຕື່ມ.

ຮູບພາບປະກອບ

ປະຈຸບັນນີ້ພາຍໃນຟາມ ມີງົວທັງໝົດ 150 ໃນນັ້ນເປັນ ງົວລາດ 120 ໂຕ ແລະງົວພັນປະສົມ 30 ໂຕ ໂດຍຮູບແບບ ຂອງການລ້ຽງພາຍໃນຟາມແມ່ນຊື້ງົວເຂົ້າມາທອມໃນເມື່ອ ງົວພີແລ້ວກໍ່ຂາຍອອກຊຶ່ງໃນເດືອນໜຶ່ງສາມາດຂາຍງົວອອກປະມານ 40-50 ຖ້າ ເປັນງົວໃຫຍ່ຂະໜາດນໍ້າໜັກ 400 ກິໂລຂຶ້ນໄປແມ່ນຂາຍກິ ໂລລະ 30 ພັນກວ່າກີບແຕ່ໂຕງົວຫາກມີນໍ້າໜັກຫລຸດ 400 ກິໂລ ແມ່ນຂາຍກິໂລລະເກືອບ 30 ພັນກີບຊຶ່ງເຫັນວ່າລູກຄ້າມີຄວາມອາດສາມາດຊື້ໄດ້ ແລະ ໂຕງົວກໍ່ຂາຍໄດ້ຕະຫລອດ.

ຮູບພາບປະກອບ

ສະຫາຍຫວາງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ແຈ້ງການຂອງກະຊວງການຕ່າງປະເທດໂດຍຕອບສະໜອງຕາມການເຊື້ອເຊີນ ຂອງສະຫາຍ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະເພື່ອເປັນການສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ 4 ດີ ກໍຄືການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ,

ຈີນ-ລາວ ໃຫ້ແໜ້ນແຟ້ນ ແລະເຂົ້າສູ່ລວງເລິກຍິ່ງໆຂຶ້ນ, ສະຫາຍຫວາງ ອີ້ , ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນຈີນ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13- 14 ຕຸລາ 2020

.

ສຸດເສົ້າສະຫຼົດໃຈ! ລູກສາວຫາກໍຮຽນຈົບ ແຕ່ຕ້ອງມາຈົບຊີວິດລົງດ້ວຍອຸປະຕິເຫດ

ນະຄອນຫຼວງວຽງຈັນ: ກາຍເປັນຂ່າວສຸດເສົ້າ ພໍ່ແມ່ພູມໃຈທີ່ເຫັນລູກສາວຮຽນຈົບ ເພາະລູກຄວາມຫວັງສຸດທ້າຍຂອງພໍ່ແມ່ ແຕ່ຄວາມຫວັງຕ້ອງມາຈົບລົງດ້ວຍອຸປະຕິເຫດ ໃນຕອນເດິກຄືນວັນທີ 11/10/2020 ທີ່ດອນກອຍ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

ຜູ່ເສຍຊິວິດ ຊື່ ນາງຝົນ ເປັນນັກສຶກສາຈົບຈາກ ສະຖາບັນແຫ່ງໜື່ງ. ໄດ້ປະສົບອຸບັດຕິເຫດແບບບໍ່ຄາດຝັນ ແລະ ເສຍຊິວິດຄາທີ່.

ຂໍ້ມູນຈາກກູ້ໄພໃຫ້ຮູ້ວ່າ ໃນວັນທີ ເວລາ 00:04 ນາທີ 12/10/2020 ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 02054000089 ວ່າມີລົດຈັກຕໍາກັບລົດໃຫຍ່. ຈຸດເກີດເຫດແມ່ນ: ບ້ານດົງສະຫວາດ ,ເມືອງສີສັດຕະນາກ,ແຂວງນະຄອນຫຼວງວຽງຈັນ.

ຜູ່ບາດເຈັບພົບເຫັນຢູ່ທີ່ເກີດເຫດ ເພດຍີງ ອາຍຸ 20 ປີ ຢູ່ບ້ານຖີ່ນຍຸງ, ເມືອງວຽງຄຳ, ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນເຮົາໄປຮອດທີ່ເກີດເຫດແມ່ນເສຍຊີວີດແລ້ວ.

ດັ່ງນັ້ນໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກຈຶ່ງໄດ້ອານາໄມໂຕເສັດຄາບເລືອດ ຊ່ວຍເຫຼືອ ເບື້ອງຕົ້ນແລ້ວນຳສົ່ງກັບບ້ານເພື່ອໃຫ້ພີ່ນ້ອງເຮັດພີທີທາງສາດສະຫນາ

ທາງທີມງານຂອງພວກເຮົາ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ທີ່ໄດ້ສູນເສຍບຸກຄົນອັນເປັນທີ່ຮັກໄປ.

ພໍ່ ແລະ ແມ່ ພ້ອມຍາດພີ່ນ້ອງໝູ່ເພື່ອນ ຍັງຄົງທຳໃຈບໍ່ໄດ້ກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້

.

ຂໍສະແດງຄວາມເສຍໃຈນຳຄອບຄົວຫຼາຍໆເດີໄປເປັນນາງຟ້າຢູ່ສະຫວັນເດີ້

ເກືອບຖືກຫໍາແຕກຕາຍເຈັບສາຫັດທີ່ບ້ານນາຝ້າຍ

ແຂວງວຽງຈັນ: ຂ່າວອຸທາຫອນ ລາຍງານຈາກ 1625​ ແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ 11 ຕຸລາ 2020 ເວລາ 11:30 ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີປືນລັ່ນໃສ່ຂາ ຢູ່ບ້ານ​ ນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ.

ເມື່ອຫນວ່ຍກູ້ຊີບ​ ອອກກວດສອບເຫດພົບເຫັນຜູ້ບາດເຈັບ 01 ຄົນ, ເປັນເພດຊາຍ ອາຍຸ 25 ປີ, ໂດຍມີອາການເບື້ອງຕົ້ນແມ່ນ​ມີບາດແຜເປີດຢູ່ກົກຂາເບື້ອງຊ້າຍ. ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງວຽງຈັນ​ຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງມາໂຮງໝໍແຂວງວຽງຈັນ.​

ອຸທາຫອນໃຫ້ທຸກຄົນທີ່ ມີອາວຸດປືນໄວ້ຄອບຄອງ ທີ່ດັດແປງເອົາເອງ ແມ່ນຜິດກົດໝາຍ ແລະ ອັນຕະລາຍແກ່ຊີວິດ.

  • ອຸບັດຕິເຫດ​ ເຈັບ​-ປວ່ຍ​ສຸກເສີນ​ໂທແຈ້ງ​: 023 1625​ ; 0304555114​ ຕະຫລອດ​24​ຊົ່ວໂມງ.
  • ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດ​ບໍ​ລິຈາກປະເພດເຂົ້າ​ສານ,​ ອາຫານການກິນ,​ ນ້ຳມັນລົດ ຫລື ອຸປະກອນ​ການແພດຕ່າງໆສາມາດຕິດຕໍ່ເຂົ້າເບີ 023 1625

ລົດຈັກປະທະລົດເກງເສຍຊີວິດຄາທີ 1 ຄົນ ທາງບ້ານຊຽງຄວນ

ນະຄອນຫຼວງວຽງຈັນ: ລາຍງານຈາກ 1624​ ໃຫ້ຮູ້ວ່າ ໃນວັນທີ 11 ຕຸລາ 2020 ເວລາ 21:00 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດລົດໃຫຍ່ຕຳກັບລົດຈັກ ເຂດບ້ານຊຽງຄວນ ເມືອງຫາດຊາຍຟອງ ແຂວງ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ເຂດ2ເມືອງຫາດຊາຍຟອງ) ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຊາຍ ອາຍຸ 38 ປີ ຢູ່ບ້ານ ທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໂດຍມີ ອາການເບືອງຕົ້ນແມ່ນ:ຂາຫັກເບື້ອງຊ້າຍແລະ ກະທົບຫົວເຮັດໃຫ້ເສຍຊີວິດຄາທີ່. ດັ່ງນັ້ນໜ່ວຍກູ້ໄພຈື່ງປະສານງານຫາເຈົ້າໜ້າທີ່ແລະມ້ຽນສົບເພື່ອໃຫ້ພີ່ນ້ອງປະກອບພິທີທາງສາສະໜາ.

ອຸບັດຕິເຫດຄັ້ງນີ້ມີລົດຮ່ວມເຫດ 2​ ຄັນ ຄືລົດຈັກ ແລະ ລົດເກັງ. ສາເຫດຂອງການເກີດອຸບັດຕິເຫດ ທາງເຈົ້າໜ້າທ່ີ່ກ່ຽວຂ້ອງຈະດໍາເນີນການຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

.

.

ສະແດງຄວາມເສຍໃຈກັບຄອບຄົວຜູ່ເສຍຊີວິດ

  • ອຸປະຕິເຫດສຸກເສີນໂທ : 🚑 1624 🚑
  • ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
  • – ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
  • – ອຸປະກອນການແພດຕ່າງໆ
  • ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານໂພນພະເນົາເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
  • ຕິດຕໍ່ສອບຖາມ:020 2244 1624 ຫຼື ໂອນບັນຊີ
  • ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
  • ຊື່ບັນຊີ:THE ASSOCIATION OF VOLUNTARY RESCUE VIENTIANE
  • ເລກບັນຊີ: LAK 010120000993902001

75 ປີ ວັນປະກາດເອກະລາດ 12 ຕຸລາ

ມື້ນີ້ປວງຊົນລາວທົ່ວປະເທດ ຮ່ວມລະນຶກ 75 ປີ ວັນປະກາດເອກະລາດວັນທີ 12 ຕຸລາ 1945 ເປັນວັນສຳຄັນທາງປະຫວັດສາດ ແລະ ມີຄວາມໝາຍສຳລັບ ປະເທດຊາດ ແລະ ປະຊາຊົນບັນດາເຜົ່າລາວເຮົາ ອັນມີທີ່ໄປທີ່ມາຕາມປະຫວັດສາດດ່ັງຕໍ່ໄປນີ້.

ພາຍຫລັງມີພັກກອມມູນິດອິນດູຈີນຊີ້ນຳ-ນຳພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂຶ້ນໃນວັນທີ 6 ກັນຍາ 1934 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ລາວແລ້ວ, ຄະນະພັກແຄ້ວນລາວກໍໄດ້ປຸກລະດົມຂົນຂວາຍປະຊາຊົນແຕ່ລະເຂດໃນທົ່ວປະເທດຈົ່ງ ສາມັກຄີກັນເປັນຈິດໜຶ່ງໃຈດຽວພ້ອມກັນລຸກຂຶ້ນຕໍ່ສູ້ກັບການຢຶດຄອງ, ກົດຂີ່ຂູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ.

ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈຳນົນຕໍ່ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ, ໂດຍກຳເອົາກາລະໂອກາດດັ່ງກ່າວປະຊາຊົນລາວທົ່ວປະເທດໄດ້ລຸກຂຶ້ນ ຍາດເອົາອຳນາດມາມມືຕັ້ງແຕ່ວັນທີ 18 ສິງຫາ ຫາຕົ້ນ ເດືອນກັນຍາ 1945 ໄດ້ສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນຢູ່ໃນຫລາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກຳລັງປະກອບອາວຸດເພື່ອປ້ອງກັນຕົວເມືອງຢູ່ໃນຕົວເມືອງໃຫຍ່ໆເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຳເໜືອ, ຊຽງຂວາງ ແລະ ຫລວງພະບາງ.

ມາຮອດວັນທີ 12 ເດືອນ ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອກະລາດ ໄດ້ຮັບການສ້າງຕັ້ງຂຶ້ນທັງປະກາດປະເທດລາວເປັນປະເທດເອກະລາດ, ນີ້ລະຄືສັນຍາລັກ ຂອງ ວັນທີ 12 ຕຸລາ ເຊິ່ງເປັນ ປະຫວັດສາດເລີ່ມແລກແຮກ ໝານຂອງຂະບວນການຕໍ່ສູ້ຢ່າງຢຶດເຢື້ອຍາວນານຂອງການປະຕິວັດລາວ.

ແນວໃດກໍຕາມ, ການຕໍ່ສູ້ຂອງປະຊາຊົນລາວກໍຍັງບໍ່ທັນຢຸດຢັ້ງຍ້ອນວ່າພາຍຫລັງຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີສອງແລ້ວໃນຕົ້ນປີ 1946 ຝຣັ່ງໄ້ດກັບຄືນມາຮຸກຮານລາວອີກເປັນຄັ້ງທີສອງ, ການມາຢຶດຄອງລາວຄັ້ງທີສອງ ມັນແຕກຕ່າງກັບຄັ້ງທີໜຶ່ງ ຄື: ຄັ້ງທີໜຶ່ງເພິ່ນມາຢຶດຄອງ ແລ້ວມາປັນດິນລາວກັບສະຫຍາມ ເຊິ່ງເວລານັ້ນປະເທດ ລ້ານຊ້າງຂອງພວກເຮົາສະຫຍາມພວມຢຶດຄອງຢູ່.

ຕໍ່ມາກໍຖືກຍີ່ປຸ່ນເຂົ້າບຸກຕີ ແລະ ເອົາດາບສະມູໄຮໄລ່ ພັນກັນຢູ່ກາງເມືອງແລ້ວເພິ່ນ ກໍປົບໜີຕາຍໄປທາງໃຜທາງ ມັນໃນຖານະຜ່າຍແພ້ສົງຄາມກັບຍີ່ປຸ່ນ, ຢູ່ມາບໍ່ທັນພໍປີຍີ່ ປຸ່ນໄດ້ຈຳນົນ ຕໍ່ສົງຄາມໂລກຄັ້ງທີສອງຍ້ອນພັນທະມິດ ນຳພາ ໂດຍອາເມລິກາເປັນຫົວ ໂຈກເອົາລະເບີດປະລະມະ ນູສອງລູກໄປຖິ້ມໃສ່ເມືອງຮີ ໂຣຊິມາ ກັບນາກາຊາກິ ຈຳເປັນ ຍີ່ປຸ່ນຕ້ອງໄດ້ຖິ້ມດາບສະມູໄຣ ໜີ ຕາຍໃຫ້ປືນກະລັງກັບມັດ ຕະຣັງຊິດຂອງຝຣັ່ງ.

ບາງຄົນຈົນໄດ້ຂ້າໂຕຕາຍບໍ່ຍອມກັບບ້ານສ່ວນວ່າຝຣັ່ງ ກັບເຂົ້າມາຮຸກຮານລາວຄັ້ງທີສອງ ເບື້ອງຕົ້ນເຂົາກໍເຂົ້າ ຢຶດປາກເຊ, ຂຶ້ນມາສະຫວັນນະເຂດຕໍ່ໃສ່ທ່າແຂກ ພໍດີຖືກ ປະຊັນ ສູ້ຮົບກັນຢ່າງດຸເດືອດ ກັບກຳລັງແນວລາວອິດສະ ຫລະພາຍໃຕ້ການນຳພາຂອງ ສະເດັດສຸພານຸວົງ ກັບທ່ານ ສິງກະໂປ ຢູ່ທ່າແຂກຈົນເຮັດ ບັ້ນຮົບໃນວັນທີ 21 ມີນາ 1946 ກາຍເປັນບັ້ນຮົບທີ່ດຸເດືອດ ນອງເລືອດດັ່ງປະຫວັດສາດ ລາວໄດ້ກ່າວໄວ້.

ເຖິງປານນັ້ນກໍຕາມ, ຂະບວນການຕໍ່ສູ້ຂອງປະຊາຊົນ ກໍຍັງບໍ່ທັນສິ້ນສຸດໝົດຍຸກ ຝຣັ່ງ ແລ້ວພັດມາຕໍ່ໃສ່ອາເມລິກາ ຈົນມາຮອດປີ 1975 ຈຶ່ງ ສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດີນາລ່າ ເມືອງຂຶ້ນແລ້ວປະກາດສ້າງ ຕັ້ງປະເທດລາວໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນອັນເປັນຈຸດອາວະສານ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າຂອງຝຣັ່ງ, ລັດທິລ່າເມືອງຂຶ້ນແບບໃໝ່ ຂອງ ຈັກກະພັດອາເມລິກາ ທັງເປັນ ຈຸດອາວະສານຂອງການປົກຄອງໃນລະບອບສັກດີນາທີ່ປົກ ຄອງບ້ານເມືອງມາຫລາຍ ຮ້ອຍປີ ເສຍຊາດເສຍແຜ່ນດິນໄປກາຍເຄິ່ງສົມກັບວ່າ ສັກດີນາລາວໃນຍຸກສັດຕະວັດທີ 19 ບໍ່ເຂັ້ມບໍ່ແຂງ, ບໍ່ສ້າງບໍ່ສາ, ເປັນຄົນຫົວເກົ່າເຕົ່າລ້ານປີແຕ່ລະມື້ນອນແຕ່ຢູ່ໃນວັງຂັງ ເຝົ່າສາວສະໜົມຈົນບ້ານເມືອງ ຈິບຫາຍວາຍວອດເກືອບວ່າບໍ່ມີເຊື້ອຊາດລາວ ແລະ ປະເທດລາວໃນແຜນທີ່ໂລກ.

ທີ່ມາ: ຂປລ

ປະກາດຫາຍາດພີ່ນ້ອງຜູ່ເສຍຊີວິດ ອຸບັດຕິເຫດທີ່ເມືອງໂພນທອງ ແຂວງຈໍາປາສັກ

ຈໍາປາສັກ: ລາຍງານຈາກ ປະຊາຊົນໃຫ້ຮູ້ ໃນເວລາ 19:30​ ວັນທີ 11 ຕຸລາ 2020 ນີ້ວ່າ ເກີດອຸບັດຕິເຫດ ຮຸນແຮງ ທາງບ້ານໂນນຫີນ ເມືອງໂພນທອງ ແຂວງຈໍາປາສັກ ສົ່ງຜົນໃຫ້ມີຜູ່ເສຍຊີວິດ 1 ຄົນ ເຈັບສາຫັດ 1 ຄົນ.

ອຸບັດຕິເຫດ ລົດຈັກທະບຽນ ຈໍາປາສັກ ຈຕ 4150, ຜູ່ເສຍຊີວິດ ເປັນເພດ ຍິງ ແລະ ບາດເຈັບ ເປັນເພດ ຍິງ

ທາງອາສາກູ້ໄພ 1623 ຈໍາປາສັກ ໄດ້ເຂົ້າມາໃຫ້ການຊ່ວຍເຫຼືອ ແລະ ນໍາສົ່ງຄົນເຈັບໄປໂຮງໝໍແຂວງຈໍາປາສັກ. ທ່ານໃດ ເປັນຍາດພີ່ນ້ອງ ໃຫ້ມາເບິ່ງດ່ວນ.

.

ແຈ້ງການຈັບຕົວຜູ່ພົວພັນການທໍາອະນາຈານເດັກ

ກະຊວງປ້ອງກັນຄວາມສະຫງົບ: ຈາກກໍລະນີ ການແຊພາບແລະຄລິບ ການທໍາມິດສະຈານ ຂອງຊາຍຈີນ ແລະ ຍິງລາວ 2​ ຄົນ ທີ່ໂດ່ງດັງທາງ ໂຊຊຽວ ໃນສອງສາມວັນຜ່ານມາ. ໃນວັນທີ 10 ຕຸລາ 2020 ທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ມີການກັກຕົວ ຍິງລາວທັງສອງມາສືບສວນແລ້ວ.

.

ໃນວັນທີ 11​ ຕຸລາ 2020 ນີ້ ທາງ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ອອກໜັງສືສະເໜີ ເລກທີ່ 145/ກສມ ເພື່ອຈັບຕົວ ຜູ່ພົວພັນການທໍາອະນາຈານເດັກ ມີ 2​ ຄົນ ຄື

  1. ນາງດວງຕາ ເບີກໄຊຍະພູມ ອາຍຸ 25​ ປີ ແລະ
  2. ທ້າວ Run Ao Xiao

ຫາກທ່ານໃດຮູ້ເບາະແສໃຫ້ໂທແຈ້ງ ສາຍດ່ວນ 1300

ລົດທີ່ໃຊ້ໃນການກໍ່ເຫດ

ຊາຍຈີນທີ່ກໍ່ເຫດ

ປ່າສະຫງວນຫ້ວຍຍາງດົງໝາກຄາຍມີເນື້ອທີ່ ຫຼາຍກວ່າ 268 ເຮັກຕາ

ຂໍ້ມູນຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ ພິທີເປີດ ປ້າຍປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ໄດ້ຈັດຂື້ນໃນວັນທີ 9 ມິຖຸນາ 2018 ທີ່ຜ່ານມາ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ,

ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີດັ່ງກ່າວ ທ່ານ ສົມມາດ ພົລເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມເປັນມາຂອງການປະກາດສວນພຶກສາສາດ ຊຶ່ງມີບາງຕອນທີ່ສໍາຄັນເຊັ່ນວ່າ:

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ດໍາເນີນການປັກຫຼັກໝາຍອ້ອມເຂດ B ຈໍານວນ 130 ຫຼັກ ກວມເນື້ອທີ່ຈໍານວນ 268 ເຮັກຕາ ແລະ ສ້າງປ້າຍຖາວອນປະກາດເປັນສວນພືກສາສາດຫ້ວຍຍາງ-ດົງໝາກຄາຍ ເພື່ອສືບຕໍ່ປູກຕົ້ນໄມ້ນາໆຊະນິດປະກອບສ່ວນໃນການເພີ່ມອັດຕາປ່າໄມ້ປົກຫຸ້ມຂອງປ່າໄມ້ກໍຄືປົກປັກຮັກສາ ແລະ ຄຸ້ມຄອງເຂດດັ່ງກ່າວໃຫ້ກາຍເປັນເຂດສີຂຽວໃນອະນາຄົດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຈະໄດ້ສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ເພື່ອວາງແຜນການນໍາໃຊ້ພື້ນທີ່ສີຂຽວນີ້ໃຫ້ກາຍເປັນ ເຂດນິເວດວິທະຍາ ແລະ ແຫຼ່ງທ່ອງທ່ຽວທໍາມະຊາດເປັນບ່ອນພັກຜ່ອນສໍາລັບພະນັກງານກໍຄືພໍ່ແມ່ປະຊາຊົນທີ່ຢູ່ໃກ້ ແລະ ໄກ,

ທ່ານລັດຖະມົນຕີຍັງໄດ້ກ່າວຕື່ມອີກວ່າ: ອົງການປົກຄອງເມືອງໄຊທານີ, ຄະນະບ້ານດົງໝາກຄາຍ, ບ້ານໂນນສະຫວ່າງ ແລະ ພໍ່ແມ່ປະຊາຊົນ ທັງສອງບ້ານ ຈົ່ງໃຫ້ການຮ່ວມມືໃນການປົກປັກຮັກສາເຂດສີຂຽວນີ້ໃຫ້ກາຍເປັນສວນພຶກສາສາດໃນອະນາຄົດຢ່າງສົມບູນ ໃນພິທີຫຼັງສໍາເລັດປະກາດສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍແລ້ວຍັງໄດ້ຮ່ວມກັນປູກຕົ້ນໄມ້ຕື່ມອີກ.

ພາບຖ່າຍທາງດາວທຽມ ປີ 2016-2017

ສະພາບປ່າ ໃນປະຈຸບັນ (ຖ່າຍພາບວັນທີ 9 ຕຸລາ 2020)

ກົດນີ້ເພື່ອເບິ່ງຮູບແບບ 360 ອົງສາ