Home Blog Page 247

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 11 ສະໄໝ ທີ X ປິດລົງດ້ວຍຜົນສຳເລັດ

ກອງປະຊຸມຄົບຄະນະ ຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ແລະ ປິດລົງ ໃນວັັນ 16 ຕຸລາ 2020 ນີ້ ທີ່ສຳນັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ທີ່ປືກສາຄະນະບໍລິຫານງານສູນກາງພັກ, ບັນດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ ພ້ອມທັງເລຂາຄະນະພັກກະຊວງ-ອົງການ ແລະ ເລຂາພັກແຂວງ ເຂົ້າຮ່ວມ

ກອງປະຊຸມໄດ້ຄົ້ນຄວ້າຕີລາຄາສູງ ຕໍ່ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ທີ່ມີຜົນສໍາເລັດເປັນຢ່າງດີ, ເຮັດໃຫ້ປະເທດຊາດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ລະບອບປະຊາທິປະໄຕ ປະຊາຊົນ ໄວ້ໄດ້ຢ່າງໝັ້ນຄົງ ແລະ ໜັກແໜ້ນ; ເສດຖະກິດ ເຖິງວ່າບໍ່ບັນລຸໄດ້ຕາມຄາດໝາຍແຜນການທີ່ວາງໄວ້ ແຕ່ກໍຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ບັນດາໂຄງການລົງທຶນໃຫຍ່ໆເຊັ່ນ: ໂຄງການສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການພັດທະນາ ແລະ ຂຸດຄົ້ນພະລັງງານ-ບໍ່ແຮ່, ໂຄງການກໍ່ສ້າງເຂດເສດຖະກິດພິເສດ ຕິດພັນກັບການຈັດສັນຕົວເມືອງຊົນນະບົດ, ໂຄງການສົ່ງເສີມດ້ານການທ່ອງທ່ຽວ ແລະ ໂຄງການສຳຄັນອື່ນໆ ກໍໄດ້ສືບຕໍ່ຈັດຕັ້ງປະຕິບັດໄປຕາມແຜນທີ່ກໍານົດໄວ້; ການພັດທະນາທາງດ້ານພື້ນຖານວັດຖຸເຕັກນິກ, ທາງດ້ານວັດທະນະທຳ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການພັດທະນາ ແລະ ເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນກ້າວໆ; ການປະຕິບັດມາດຕະການຕ້ານ-ປ້ອງກັນພະຍາດໂຄວິດ-19 ໄດ້ກໍ່ໃຫ້ເກີດຜົນສໍາເລັດໃນລະດັບດີສົມຄວນ.


ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າ ເອກະສານທີ່ມີຄວາມສຳຄັນຍຸດທະສາດ ຈໍານວນໜຶ່ງ ດັ່ງນີ້:


(1). ຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານປະຈໍາປີ 2021. ກອງປະຊຸມເປັນເອກະພາບຕໍ່ບັນດາທິດທາງມາດຕະການກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ-ສັງຄົມ, ໂດຍສະເພາະໃນໄລຍະທີ່ເສດຖະກິດ ຖືກຜົນກະທົບຈາກພະຍາດປອດອັກເສບສາຍພັນໃໝ່ໂຄວິດ-19 ໄດ້ພະຍາຍາມປັບປຸງສະພາບແວດລ້ອມຂອງການລົງທຶນໃຫ້ມີຄວາມສອດຄ່ອງ ແລະ ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຕາມທ່າແຮງຂອງແຕ່ລະຂະແໜງການ ແລະ ແຕ່ລະທ້ອງຖິ່ນ, ມີການປັບປຸງການຄຸ້ມຄອງ ແລະ ສົ່ງເສີມການຜະລິດສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກເພື່ອສ້າງລາຍຮັບແຫ່ງຊາດໃຫ້ເພີ່ມຂຶ້ນ, ເອົາໃຈໃສ່ແກ້ໄຂການເຄື່ອນໄຫວທຸລະກິດ, ການບໍລິການ, ການແບ່ງຂັ້ນຄຸ້ມຄ່ອງ ແລະ ການປະສານງານ ລະຫວ່າງສູນກາງພັກ ທ້ອງຖິ່ນໃຫ້ມີຄວາມກົມກຽວຫຼາຍຂຶ້ນ, ກົນໄກການບໍລິຫານທີ່ມີຫຼາຍຂອດຫຼາຍຂັ້ນເລີ່ມມີການປັບປຸງແກ້ໄຂ; ສຸມໃສ່ແກ້ໄຂໜີ້ສິນສາທາລະນະ, ເລັ່ງປັບປຸງລັດວິສາຫະກິດຈຳນວນໜຶ່ງ ເຮັດໃຫ້ການດໍາເນີນທຸລະກິດມີປະສິດທິຜົນດີຂຶ້ນ, ລວມທັງເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂການຮົ່ວໄຫຼຂອງງົບປະມານຢ່າງເຂັ້ມງວດ; ຄຸ້ມຄອງການປະຕິບັດລະບຽບລາຍຈ່າຍບໍລິຫານ ກໍຄືການລົງທຶນຂອງລັດຢ່າງມີຈຸດສຸມ ແນໃສ່ສ້າງການຫັນປ່ຽນທີ່ແທ້ຈິງໃນຊຸມປີຕໍ່ໜ້າ.


(2). ການກະກຽມກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ການກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX; ສະພາປະຊາຊົນແຂວງ ຊຸດທີ II. ກອງປະຊຸມເປັນເອກະພາບສູງ ທີ່ຖືເອົາບັ້ນເລືອກຕັ້ງໃນຄັ້ງນີ້ ເປັນເຫດການການເມືອງສໍາຄັນຂອງປະເທດຊາດ ໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ບັນລຸອຸດົມການ ກໍຄືທາດແທ້ ຂອງລັດ ທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ.ທັງນັ້ນກໍເພື່ອແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງໃນການຍົກສູງປະສິດທິພາບການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນເງື່ອນໄຂໃໝ່ ໃຫ້ພົ້ນເດັ່ນຂຶ້ນຕື່ມ.


(3). ກອງປະຊຸມໄດ້ປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ໂດຍເນັ້ນໜັກໃສ່ບັນຫາທີ່ເປັນທັດສະນະພື້ນຖານ, ລັກສະນະນໍາໜ້າຂອງພັກ, ການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບັນຫາການຢຶດໝັ້ນ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່, ບັນຫາການປົກປັກຮັກສາໝາກຜົນຂອງການປະຕິວັດ, ສ້າງການຫັນປ່ຽນໃໝ່ໃນການພັດທະນາ, ການຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ການນຳເອົາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.


ພ້ອມນັ້ນກອງປະຊຸມຍັງໄດ້ປະກອບຄຳເຫັນໃສ່ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສຸມໃສ່ປຶກສາຫາລື ການປັບປຸງໂຄງປະກອບເສດຖະກິດ, ການກຳນົດໂຕເລກການເຕີບໂຕ GDP ແລະ ບັນຫາທີ່ເປັນພື້ນຖານ ໃນຂົງເຂດສັງຄົມ ເປັນຕົ້ນແມ່ນ ຂະແໜງທີ່ພົວພັນເຖິງການສ້າງຊັບພະຍາກອນມະນຸດ ກໍຄືສ້າງສັກກາຍະພາບໃຫ້ແກ່ຄົນລາວ, ການສົ່ງເສີມການສຶກສາ, ການເຂົ້າເຖິງແຫຼ່ງສາທາລະນະສຸກ ແລະ ການສົ່ງເສີມຄວາມສາມາດຂອງແຮງງານລາວ, ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຕາມທິດສ້າງຊົນນະບົດໃໝ່.


(4). ກອງປະຊຸມຍັງໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາຫຼື ແລະ ໃຫ້ທິດຊີ້ນຳຕໍ່ການປັບປຸງຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້ຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ໃຫ້ສອດຄ່ອງ ແລະ ຮັບປະກັນຫຼັກການນຳພາຂອງພັກໃນສະພາບການໃໝ່, ຕີລາຄາ ແລະ ໃຫ້ການຊີ້ນຳ ການສືບຕໍ່ກະກຽມ, ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກຂັ້ນຕ່າງໆ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຮັບປະກັນເຮັດໃຫ້ພັກມີຄວາມປອດໃສ-ເຂັ້ມແຂງ ແລະ ໜັກແໜ້ນ.


ໃນຕອນທ້າຍຂອງກອງປະຊຸມ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ເນັ້ນໜັກໃຫ້ທົ່ວພັກ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບ, ເພີ່ມທະວີຄວາມເອົາໃຈໃສ່, ນໍາພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃຫ້ສູງຂຶ້ນຕື່ມອີກ. ພ້ອມກັນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ກະຊວງ-ອົງການຢ່າງເປັນຂະບວນຟົດຟື້ນ, ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ ມີຜົນສໍາເລັດຢ່າງຈົບງາມ.


ຂ່າວ: ຫ້ອງວ່າການສູນກາງພັກ.ພາບ:ພູວຽງຄຳ

ໝົດປີ 2020 ສ່ວຍສາອາກອນແຂວງໄຊຍະບູລີ ວາງຄາດໝາຍເກັບລາຍຮັບໃຫ້ໄດ້ລື່ນແຜນການ 6,5 ຕື້ກີບ

ໄຊຍະບູລີ: ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ທີມຂ່າວແຂວງ ໃນວັນທີ 16 ຕຸລາ 2020 ນີ້ວ່າ: ໃນປີ 2020 ສ່ວຍສາອາກອນ ປະຈໍາແຂວງໄຊຍະບູລີ ພວກເຮົາໄດ້ຮັບຕົວເລກຈັດເກັບລາຍຮັບຕາມແຜນເບື້ອງຕົ້ນ 251 ຕື້ 100 ລ້ານກວ່າກີບ, ຕົວເລກແຜນດັດແກ້ງົບປະມານ 6 ເດືອນທ້າຍປີ 174 ຕື້ 514 ລ້ານກວ່າກີບ.

ຜ່ານການຈັດຕັ້ງປະຕິບັດ 9 ເດືອນປີ 2020 ສາມາດເກັບລາຍຮັບໄດ້ທັງໝົດ 153 ຕື້ 973 ລ້ານກວ່າກີບ ເທົ່າກັບ 61,30% ຂອງແຜນເບື້ອງຕົ້ນ ແລະ 88,23% ຂອງແຜນດັດແກ້, ຖ້າທຽບໃສ່ສົກປີ ຜ່ານມາລື່ນ 1,30% ເປັນເງິນ 1 ຕື້ 973 ລ້ານກີບ; ໃນນີ້ລາຍຮັບອາກອນປົກກະຕິ 132 ຕື້ 587 ລ້ານກີບ, ອາກອນຄ່າທໍານຽມຕ່າງໆ 4 ຕື້ 833 ລ້ານກີບ, ອາກອນຄ່າບໍລິການ 7 ຕື້ 811 ລ້ານກີບ, ລາຍຮັບທີ່ດິນ 8 ຕື້ 742 ລ້ານກວ່າກີບ

ສາເຫດທີ່ເຮັດໃຫ້ການເກັບລາຍຮັບໄດ້ລື່ນແຜນ ຍ້ອນພວກເຮົາເອົາໃຈໃສ່ຈັດຕັ້ງປະຕິບັດກົນໄກການເກັບລາຍຮັບທີ່ທັນສະໄໝເຂົ້າໃນລະບົບ ໂດຍສະເພາະການນໍາໃຊ້ Tax Ris ໃຫ້ຜູ້ເສຍອາກອນມາແຈ້ງມອບຜ່ານລະບົບທະນາຄານຜ່ານມືຖືດ້ວຍຕົນເອງ, ສ້າງຄວາມສະດວກໃຫ້ແກ່ນັກທຸລະກິດຜູ້ປະກອບການບໍ່ເສຍເວລາ, ລາຍຮັບກໍ່ບໍ່ຮົ່ວໄຫຼ. ອີກດ້ານໜຶ່ງທີມງານກະຊວງການເງິນ ກໍ່ຄືກົມສ່ວຍສາອາກອນ ແລະ ອົງການປົກຄອງທ້ອງຖິ່ນໄດ້ລົງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດເກັບລາຍຮັບເປັນປົກກະຕິຕໍ່ເນື່ອງ ຈາກໂຄງການເຂື່ອນໄຟຟ້ານໍ້າຂອງ, ໂຄງການໄຟຟ້າຫົງສາ ຊຶ່ງໄດ້ເຮັດໃຫ້ການແຈ້ງມອບອາກອນຂອງບໍລິສັດໄດ້ໄວ ແລະ ຖືກຕ້ອງຄົບຖ້ວນ.

ທ່ານ ບຸນເສັງ ວົງສະນິດ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນ 3 ເດືອນທ້າຍປີ ສ່ວຍສາອາກອນແຂວງໄຊຍະບູລີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 27 ຕື້ກວ່າກີບ; ໃນນີ້ເກັບລາຍຮັບອາກອນປົກກະຕິ 16 ຕື້ 865 ລ້ານກີບ, ລານຮັບຄ່າທໍານຽມຕ່າງໆ 1 ຕື້ 233 ລ້ານກວ່າກີບ, ລາຍຮັບຄ່າບໍລິການ 7 ຕື້ 195 ລ້ານກວ່າກີບ, ລາຍຮັບຄ່າທີ່ດິນ 1 ຕື້ 772 ລ້ານກວ່າກີບ ແລະ ລາຍຮັບໝົດປີສ່ວຍສາອາກອນແຂວງໄຊຍະບູລີ ຈະເກັບໄດ້ທັງໝົດ 181 ຕື້ກວ່າກີບ ລື່ນແຜນການປີທີ່ຕັ້ງໄວ້ 4% ຫຼື ເທົ່າກັບ 6,5 ຕື້ກີບ ຫຼື ອາດຈະລື່ນແຜນຫຼາຍກວ່ານັ້ນ. ເພື່ອບັນລຸເປົ້າໝາຍທີ່ຕັ້ງໄວ້ ພວກເຮົາຕ້ອງຂະຫຍາຍລະບົບ Tax Ris ອອກຕື່ມ 2 ເມືອງຄື: ເມືອງໄຊຍະບູລີ ແລະ ເມືອງຫົງສາ, ຈັດຕັ້ງຄະນະຮັບຜິດຊອບເດີນສໍາຫຼວດຫົວໜ່ວຍທຸລະກິດຄືນໃໝ່, ຈັດແບ່ງເງື່ອນໄຂ ແລະ ຂະໜາດຂອງວິສາຫະກິດໃຫ້ເໝາະສົມກັບທຶນ ແລະ ລາຍຮັບທຸລະກິດ, ສືບຕໍ່ເກັບລາຍຮັບຄ່າທໍານຽມທາງ ແລະ ພາສີທີ່ດິນຕາມແຈ້ງການຂອງທ່ານເຈົ້າແຂວງ ສະເພາະລົດລັດໃຫ້ມາເສຍຢູ່ສ່ວຍສາອາກອນ ຫຼື ທະນາຄານການຄ້າຕ່າງປະເທດ, ລົດທົ່ວໄປຈະໄດ້ລົງກວດຕາມເສັ້ນທາງ ແລະ ຮ້ານຂາຍລົດພາຍໃນແຂວງ ສິ່ງສໍາຄັນຜູ້ຊື້ ແລະ ຜູ້ຂາຍຕ້ອງນໍາໃຊ້ໃບເກັບເງິນ ດີແທ້ຜູ້ຂາຍມີເຄື່ອງມືບັນທຶກການຂາຍເປັນຂອງຕົນເອງ ແຕ່ຂຶ້ນທະບຽນນໍາສ່ວຍສາອາກອນ ພ້ອມທັງແຈ້ງມອບພັນທະດ້ວຍຕົນເອງ,

ຫຼີກເວັ້ນທີ່ສຸດການເສຍມອບເໝົາ ທຸກຄົນທຸກພາກສ່ວນຕ້ອງຫັນເປັນທັນສະໄໝເຂົ້າໃນລະບົບ Tax Ris ນໍາກັນໃນການແຈ້ງມອບພັນທະຂອງຕົນເຂົ້າງົບປະມານຕາມ 6 ຊ່ອງທາງຂອງທະນາຄານການຄ້າຕ່າງປະເທດລາວ. ແຕ່ໂດຍລວມແລ້ວ ພວກເຮົາຕ້ອງຍຶດໝັ້ນ 3 ຍຸດທະສາດແຜນພັດທະນາ ຂອງກົມສ່ວຍສາອາກອນເປັນຫຼັກ ໃນການຈັດຕັ້ງປະຕິບັດຄື: ວິໄສທັດ, ໂປ່ງໃສ, ເປີດເຜີຍ, ເປັນຜູ້ຮ່ວມງານທີ່ດີ, ພາລະກິດ ທັນເວລາ, ເປັນທໍາ, ຖືກກົດໝາຍ, ຄ່ານີຍົມ, ວາງໃຈອາກອນ, ສັດຊື່ເປັນກາງ


ຂ່າວ: ບຸນທີ.

ຂ່າວດ່ວນ! ເຂື່ອນໄຟຟ້ານ້ໍາງື່ມ-1 ແຈ້ງເຝົ້າລະວັງ ການລະບາຍນໍ້າອອກເຂື່ອນ

ແຈ້ງການ: ເຂື່ອນໄຟຟ້ານ້ໍາງື່ມ-1 ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ປະຈຸບັນ ຈະມີພາຍຸພັດຜ່ານ ເຂດອ່າງໂຕ່ງນ້ໍາງື່ມ ຕາມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ແລະ ລະດັບນ້ໍາໃນອ່າງ ຂອງເຂື່ອນຟຟ້ານ້ໍາງື່ມ-1 ເທົ່າກັບ 21.43 masl ເຊີ່ງເປັນລະດັບນ້ຳທີ່ໃກ້ຈະເຕັມອ່າງ, ຍັງເຫຼືອຊ່ອງຫວ່າງທີ່ສາມາດຮັບນ້ໍາໄດ້ 283 ລ້ານ m ຫຼື ຍັງເຫຼືອ 0.87 m ຈະເຕັມອ່າງ ແລະ ເຂື່ອນໄຟຟ້ານ້ໍາງື່ມ-1 ມີຄວາມຈໍາເປັນຕ້ອງໄດ້ລະບາຍນ້ໍາເພີ່ມຂື້ນ ໂດຍຜ່ານເຄື່ອງຈັກ ເພື່ອຮອງ ຮັບນ້ໍາໃຫມ່ທີ່ຈະເຂົ້າມາໃນອ່າງຂອງເຂື່ອນໃນຊ່ວງພາຍຸດັ່ງກ່າວ.

ສະນັ້ນ, ເຂື່ອນໄຟຟ້ານ້ໍາງື່ມ-1 ຂໍແຈ້ງມາຍັງ ຫ້ອງວ່າການປົກຄອງ ແຂວງວຽງຈັນ, ຫ້ອງວ່າການປົກຄອງ ນະຄອນ ຫຼວງວຽງຈັນ ແລະ ຫ້ອງວ່າການປົກຄອງ ເມືອງວຽງຄໍາ, ເມືອງ ແກ້ວອຸດົມ, ເມືອງທຸລະຄົມ, ເມືອງນາຊາຍທອງ, ເມືອງ ໄຊທານີ ແລະ ເມືອງປາກງື່ມ.

ຕະຫຼອດຮອດ ຜູ້ປະກອບການ ທຸລະກິດ ຮ້ານອາຫານເຮືອແພ, ປາກະຊັງ ແລະ ປະຊາຊົນ ທ້ອງຖີ່ນທີ່ອາໃສຢູ່ຕາມສາຍນໍ້າງື່ມຕອນລຸ່ມ ໃຫ້ມີສ່ວນຮ່ວມ ມີການຕິດຕາມເຝົ້າລະວັງ ລະດັບນ້ໍາທີ່ຈະເພີ່ມຂື້ນ ຕາມ ສາຍນ້ໍາງື່ມ ແລະ ຕິດຕາມການ ແຈ້ງເຕືອນລະດັບນ້ໍາຢ່າງໄກ້ຊິດ ເພື່ອຫຼີກລ້ຽງຜົນກະທົບທີ່ອາດຈະເກີດຂື້ນ.

ດັ່ງນັ້ນ, ເຂື່ອນໄຟຟ້ານ້ໍາງື່ມ-1 ຈື່ງໄດ້ແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ເຂົ້າໃຈຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

ຊົມເຊີຍ ປກສ ເມືອງສີສັດຕະນາກ ສາມາດຕິດຕາມລົດຈັກ 7 ຄັນຄືນມອບໃຫ້ເຈົ້າຂອງ

ນະຄອນຫຼວງວຽງຈັນ: ປກສ ເມືອງສີສັດຕະນາກ ມອບລົດຈັກ 7 ຄັນຄືນໃຫ້ເຈົ້າຂອງເດີມ
ໃນຕອນເຊົ້າຂອງວັນທີ 13 ຕຸລາ 2020, ທີ່ ປກສ ເມືອງສີສັດຕະນາກ ພັທ ສຸບັນໄຊ ບຸນຍາວົງ ຮອງຫົວໜ້າ ພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ນວ ໄດ້ມອບລົດຈັກທີ່ເກັບກູ້ຄືນມາໄດ້ຄືນມາໄດ້ຄືນໃຫ້ເຈົ້າຂອງລົດ; ລົດທັງ 7 ຄັນປະກອບມີ:

  • ມີລົດຈັກສີຂຽວດໍາ ໝາຍເລກທະບຽນ ດສ 0236 ກໍາແພງນະຄອນ ອອກຊື່ ທ້າວ ສຸພາພອນ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ,
  • ລົດຈັກສີປອນດໍາ ເລກທະບຽນ ຍນ 6179 ກໍາແພງນະຄອນ ອອກຊື່ ນາງ ບຸນລຽບ ຢູ່ບ້ານໜອງບືກໃຕ້ ເມືອງສີໂຄດຕະບອງ,
  • ລົດຈັກສີຂຽວ ເລກທະບຽນ ດອ 8724 ກໍາແພງນະຄອນ ອອກຊື່ນາງ ສະບາເພັດ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ,
  • ລົດຈັກສີຟ້າດໍາ ໝາຍເລກທະບຽນ ດພ 7216 ກໍາແພງນະຄອນ ອອກຊື່ ນາງ ຊະນະ ຢູ່ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ,
  • ລົດຈັກສີແດງດໍາ ເລກທະບຽນ ດພ 2293 ກໍາແພງນະຄອນ ອອກຊື່ທ້າວ ຂັນທະນາມ ຢູ່ບ້ານສີວິໄລ ເມືອງໄຊທານີ,
  • ລົດສີຂຽວດໍາ ເລກທະບຽນ ດພ 4093 ອອກຊື່ນາງ ສາຄອນ ຢູ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ແລະ
  • ລົດຈັກສີດໍາເທົາ ເລກທະບຽນ ຍວ 6977 ກໍາແພງນະຄອນ ອອກຊື່ ທ້າວ ແສງຈັນ ຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ.

ຕາງໜ້າຮັບໂດຍນາງ ເກນ ອາຍຸ 23 ປີ ປະຊາຊົນຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ( ເຈົ້າຂອງເດີມ ), ມີບັນດາພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍເຈົ້າຂອງລົດເດີມຈໍານວນໜຶ່ງເຂົ້າຮ່ວມເປັນສັກຂີພະຍານ.

ໃນຕອນທ້າຍ ທ່ານນາງ ເກນ ເຈົ້າຂອງລົດເລກທະບຽນ 6179 ກໍາແພງນະຄອນ ໄດ້ຕາງໜ້າໃຫ້ເຈົ້າຂອງຊັບທຸກຄົນຂຶ້ນກ່າວສະແດງຄວາມຂອບອົກຂອບໃຈ ຕໍ່ເຈົ້າໜ້າທີ່ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງຈິງຈັງ ຈົນສາມາດນໍາຈັບຕົວຄົນກໍ່ເຫດລັກລົດຈັກມາດໍາເນີນຄະດີຕາມກົດໝາຍ ແລະ ເກັບກູ້ລົດຈັກມາມອບຄືນໃຫ້ເຈົ້າຂອງເດີມ.

ກົມມາດຕະຖານ ແລະ ວັດແທກ ຈັດກອງປະຊຸມ ສຳມະນາ ແລະ ຈັດກິດຈະກຳ

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2020, ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ). ກົມມາດຕະຖານ ແລະ ວັດແທກ, (ກວຕ) ໄດ້ຈັດກອງປະຊຸມສຳມະນາຂຶ້ນ ໃນຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ເນື່ອງໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ, ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກວຕ.

.

.

ຈຸດປະສົງ ແມ່ນເພື່ອເຜີຍແຜ່ວຽກງານມາດຕະຖານ ແລະ ວັດແທກ ໃຫ້ບັນດາຜູ້ປະກອບການພາຍໃນ ມີຄວາມຮູ້ຄວາມເຂົ້າໃຈຕໍ່ກັບວຽກງານມາດຕະຖານ, ວຽກງານການຢັ້ງຢືນຄຸນນະພາບຂອງຜະລິດຕະພັນສິນຄ້າລວມໄປເຖິງວຽກງານການໃຫ້ການບໍລິການຂອງໜ່ວຍງານວັດແທກ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມໂຍງກັບວຽກງານມາດຕະຖານ ແລະ ວັດແທກ ຂອງພາກພື້ນ ແລະ ສາກົນ.

.

.

ໃນໂອກາດນີ້ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກວຕ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍ່ເພື່ອພັດທະນາວຽກງານມາດຕະຖານເພື່ອອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ການຜະລິດ ແລະ ການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າຂອງໂລກ. ການນຳໃຊ້ມາດຕະຖານເພື່ອຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການ ມີບົດບາດສຳຄັນ ໃນການພັດທະນາແບບຍືນຍົງ. ການຢັ້ງຢືນຮັບຮອງເອົາມາດຕະຖານຂອງຜະລິດຕະພັນ, ລະບົບການກວດສອບ, ການຢັ້ງຢືນຄຸນນະພາບຂອງຜະລິດຕະພັນ ແລະ ສິນຄ້າ, ນອກນັ້ນ ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ອີກດ້ວຍ.

.

.

ທ່ານ ກ່າວຕື່ມວ່າ: ວັນທີ 14 ຕຸລາ ແມ່ນວັນມາດຕະຖານໂລກ ໄດ້ໜູນວຽນມາບັນຈົບຄົບຮອບ 73 ປີ. ໃນປີ 2020 ນີ້ ສປປ ລາລ ກໍ່ໄດ້ເຂົ້້າເປັນສະມາຊິກອົງການມາດຕະຖານສາກົນ ເປັນປີທີ 13 ແລະ ໄດ້ພ້ອມກັບບັນດາປະເທດສະມາຊິກອົງການມາດຕະ ຖານສາກົນ (ISO) ໄດ້ຈັັດການສະເຫຼີມສະຫຼອງວັນດັ່ງກ່າວ ໃນທົ່ວໂລກ ພາຍໃຕ້ ຄຳຂວັນທີ່ອົງການມາດຕະຖານສາກົນວາງອອກວ່າ: ການປົກປ້ອງໂລກດ້ວຍມາດຕະຖານ (Protecting the planet with standards), ການປົກປ້ອງໂລກດ້ວຍມາດຕະຖານ ໝາຍເຖິງ ການນໍາໃຊ້ມາດຕະຖານ ເຂົ້າຊ່ວຍໃນຂະບວນການຜະລິດ ເພື່ອຫຼຸດຜ່ອນການກະທໍາຂອງມວນມະນຸດທີ່ສົ່ງຜົນກະທົບຕໍ່ໂລກຂອງເຮົາ, ການປະຕິບັດຕາມມາດຕະຖານແມ່ນມີ ການຂະຫຍາຍຕົວສູງ ແລະ ນໍາໃຊ້ອຸປະກອນເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ເພື່ອໃຫ້ສອດຄ່ອງກັບລະບຽບການຂອງບັນດາປະເທດສະມາຊິກອົງການມາດຕະຖານສາກົນ.

.

.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ມາດຕະຖານສາກົນແມ່ນເປັນແມ່ແບບທາງດ້ານເອກະສານອັນໜຶ່ງທີ່ມີຄວາມສຳຄັນ ແລະ ຖືກພັດທະນາຂຶ້ນໂດຍອົງການສາກົນເຊັ່ນ: IEC, ISO ແລະ ITU ແລະ ຍັງໄດ້ກວມເອົາ ທຸກໆຂົງເຂດເຊັ່ນ: ການປະຢັດພະລັງງານ, ນໍ່້າ ແລະ ຄຸນນະພາບຂອງອາກາດໂດຍມີຮູບແບບ ແລະ ວິທີການວັດແທກທີ່ ເປັນໄປຕາມມາດຕະຖານ, ການນໍາໃຊ້ມາດຕະຖານຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະບວນການຜະລິດທາງດ້ານອຸດສາຫະກຳ ແລະ ສາມາດອຳນວຍຄວາມສະດວກໃນການນຳໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຢ່າງຈຳກັດ ແລະ ເຮັດໃຫ້ສາມາດນຳກັບມາໃຊ້ຄືນໃໝ່ໄດ້. ດັ່ງນັ້ນ, ຈຶ່ງເຮັດໃຫ້ມີບົດບາດ ແລະ ຄວາມຕ້ອງການດ້ານມາດຕະຖານນັບມື້ນັບຂະຫຍາຍຕົວຂຶ້ນໃນທົ່ວໂລກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງມາດຕະຖານ ຕໍ່ກັບການພັດທະນາເສດ ຖະກິດ-ສັງຄົມ ແລະ ເປັນສິ່ງຢັ້ງຢືນເຖິງຄຸນນະພາບໃຫ້ຜູ້ຊົມໃຊ້ສາມາດເຊື່ອຖືໄດ້.

.

.

ນອກນັ້ນ, ຍັງໄດ້ເນັ້ນໃຫ້ ເຫັນເຖິງບົດບາດຄວາມສຳຄັນຂອງການເຄື່ອນໄຫວວຽກງານມາດຕະຖານ ໃນການເຊື່ອມໂຍງເຂົ້າກັບບັນດາສະມາຊິກ ຂອງປະຊາຄົມເສດຖະກິດອາຊຽນ, ອົງການການຄ້າໂລກ ແລະ ການຮ່ວມມືໃນເວທີສາກົນອື່ນໆ, ທ່ານ ເຊື່ອໝັ້ນວ່າພາຍຫຼັງສຳເລັດການຈັດກອງປະຊຸມສຳມະນາຄັ້ງນີ້ແລ້ວ ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ນັກທຸລະກິດຍິງ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ບົດຮຽນອັນໃໝ່ໆ ທີ່ຈະນຳໄປໃຊ້ເພື່ອຄົ້ນຄວ້າໃນຂະບວນການຜະລິດ, ການບໍລິການ ຈົນລວມໄປເຖິງການຍົກສູງດ້ານຄຸນນະພາບຂອງຜະ ລິດຕະພັນພາຍໃນ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.

.

.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ພາລະບົດບາດຂອງກົມມາດຕະຖານ ແລະ ວັດແທກ, ຄວາມສໍາຄັນຂອງວຽກງານມາດຕະຖານຕໍ່ SME, ເຄື່ອງມີ ແລະ ອຸປະກອນວັດແທກ, ການສົມທຽບໃຫ້ເຫັນຜະລິດາຕະພັນທີ່ໄດ້ມາດຕະຖານ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານຮັບຮອງລະບົບ, ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນ ຕໍ່ກັບວຽກງານມາດຕະຖານ ແລະ ວັດແທກ ອີກດ້ວຍ.

ກອງປະຊຸມໃນຄັ້ງນີ້, ມີບັນດາທ່ານຮອງຫົວໜ້າ ກົມມາດຕະຖານ ແລະ ວັດແທກ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊີ່ງໃນຕອນບ່າຍຂອງວັນດຽວກັນນີ້ ກໍ່ຍັງໄດ້ມີການຈັດກິດຈະກຳໃນການລົງເຜີຍແຜ່ກ່ຽວກັບຄວາມຮູ້ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນ ຢູ່ທີ່ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ ໂດຍການເປັນປະທານຮ່ວມກ່າວຈຸດປະສົງຂອງງານດັ່ງກ່າວຂອງທ່ານ ນາງ ນິສິດ ຄຳມູນເຮືອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ການກ່າວຕ້ອນຮັບຂອງ ທ່ານ ຄຳວອນ ສໍຫຼວງໂຄດ ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ ໂດຍມີພະນັກງານຈາກກົມມາດຕະຖານເຂົ້າຮ່ວມ ພ້ອມທັງບັນດາຄູອາຈານ ແລະ ນ້ອງນັກຮຽນຈາກໂຮງຮຽນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ພາຍໃນງານດັ່ງກ່າວແມ່ນໄດ້ມີການບັນລະຍາຍໃຫ້ຄວາມຮູ້ກ່ຽວກັບຄວາມສຳຄັນຂອງມາດຕະຖານພ້ອມທັງມີການຫຼີ້ນກິດຈະກຳຖາມ-ຕອບເອົາຂອງລາງວັນຕ່າງໆ ເຊີ່ງບັນດາຄູອາຈານ ແລະ ນ້ອງນັກຮຽນລ້ວນແລ້ວແຕ່ໃຫ້ຄວາມສົນໃຈ ແລະ ມີສ່ວນຮ່ວມ ໃນກິດຈະກຳດັ່ງກ່າວ ຫຼັງຈາກນັ້ນທາງກົມມາດຕະຖານ ແລະ ວັດແທກ ໄດ້ມີການມອບອຸປະກອນກິລາປະເພດໝາກບານເຕະ, ກະຕໍ້, ບານຕີ, ບານບ້ວງ ຈຳນວນໜື່ງ ແລະ ເສື້ອວັນມາດຕະຖານຈຳນວນ 14 ຜືນ ໃຫ້ແກ່ໂຮງຮຽນເພື່ອສົ່ງເສີມດ້ານກິລາໃຫ້ແກ່ນ້ອງນັກຮຽນ ເຊີ່ງມອບໂດຍທ່ານ ນາງ ນິສິດ ຄຳມູນເຮືອງ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ຕາງໜ້າຮັບໂດຍທ່ານ ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສົມບູນ ເພຍວັດ.

ບົດຂ່າວ: ທ ພຸດທະຈັນ ຊັບທະວີ

ຮູບພາບ: ທ ອໍລະຊຸນ ມະນີ

ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ

ເພື່ອເປັນການໃຫ້ກໍາລັງໃຈ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນອາທິດທີ່ຜ່ານມາ ໂດຍສະເພາະກໍ່ແມ່ນເພື່ອເປັນການຂຸ້ນຂ້ຽວກອບກູ້ເອົາເຂົ້ານາ, ເຂົ້າໄຮ່ທີ່ສຸກແລ້ວທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມເປັນຕົ້ນກໍ່ແມ່ນເຂົ້ານາທີ່ເກັບກູ້ບໍ່ທັນທີ່ກໍາລັງລົ້ມຈົມຢູ່ໃຕ້ນໍ້າ.

ດັ່ງນັ້ນ, ໃນວັນທີ 14 ຕຸລາ 2020 ນີ້ ໂດຍໄດ້ຮັບທິດຊີ້ນໍາຈາກການນໍາຂອງເມືອງ ທາງອົງການຈັດຕັ້ງມະຫາຊົນຂອງເມືອງປະກອບມີ : ອົງການຈັດຕັ້ງຊາວໜຸ່ມ, ກໍາມະບານ, ແມ່ຍິງ ພ້ອມນີ້ກໍ່ຍັງມີກໍາລັງຂອງກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານເມືອງວິລະບູລີ ລວມທັງໝົດຈໍານວນ 50 ກວ່າສະຫາຍ ໄດ້ພ້ອມກັນລົງໄປໃຫ້ການຊ່ວຍເຫຼືອປະຊາຊົນເຂດກຸ່ມບ້ານທີ 5 ຄືບ້ານນາເມືອງແສນ ແລະ ບ້ານນາຊຽງແລ ໃນການກອບກູ້ເອົາເຂົ້ານາ, ເຂົາໄຮ່ທີ່ສຸກແລ້ວ ທີ່ໄດ້ຮັບຜົນຈາກພາຍຸຝົນຕົກໜັກ ແລະ ໄພນໍ້າຖ້ວມໃນອາທິດທີ່ຜ່ານມາ

.

ໃນການລົງໄປຊ່ວຍເຫຼືອໃນຄັ້ງນີ້ ກໍ່ແມ່ນໄດ້ໃຫ້ການຊ່ວຍເຫຼືອຄອບຄົວທີ່ມີກໍາລັງແຮງງານໜ້ອຍ, ໄດ້ຮັບຜົນກະທົບຫຼາຍກວ່າໝູ່ເຊິ່ງໃນການໄປຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ແມ່ນນໍາໂດຍ ທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ວິລະບູລີ, ທ່ານນາງ ບຸນລັບ ທໍາມະຈັກ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ທ່ານນາງ ບຸນຄໍ້າ ອິນທິສານ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ທ່ານນາງ ມົນຄໍາ ຫຼວງພົມມາ ກໍາມະການພັກເມືອງ ປະທານສະຫະພັນເມືອງຍິງເມືອງ ພ້ອມດ້ວຍຜູ້ຊີ້ນໍາກຸ່ມບ້ານທີ 5 ພ້ອມດ້ວຍທີມງານ.

ທາບທາມຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ເພີ່ມຕື່ມ

ເພື່ອປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນການຊີ້ນຳ – ນຳພາໃຫ້ດີຂື້ນກວ່າເກົ່າ ແລະ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຕາມທິດຊີ້ນຳຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ.

ດັ່ງນັ້ນ,ໃນຕອນເຊົ້າຂອງວັນທີ 14 ຕຸລາ 2020 ຜ່ານມານີ້ ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮອງຫົວໜ້າກອງບັນຊາການ ປກສ ແຂວງເພີ່ມຕື່ມ ໂດຍການເປັນປະທານຂອງ ທ່ານ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ທ່ານ ມີໄຊ ສີສະແຫວງສຸກ ຮອງປະທານກວດກາພັກ – ລັດແຂວງ, ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ – ດັດສ້າງ, ຄະນະກອງບັນຊາການ ປກສ 5 ຕົວເມືອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງກອງບັນຊາການ ປກສ ແຂວງອັດຕະປືເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ຂັນທອງ ຍິ້ນດາວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂື້ນຜ່ານມາດຖານ – ເງື່ອນໄຂ ຂອງຜູ້ທີ່ຈະສະໝັກ ເຂົ້າເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຊິ່ງປະກອບມີ 5 ມາດຖານລວມຄື: ມາດຖານດ້ານຄຸນທາດການເມືອງ – ຄຸນສົມບັດສິນທຳປະຕິວັດ, ມາດຖານທາງດ້ານຄວາມຮູ້ – ຄວາມສາມາດ, ມາດຖານດ້ານແບບແຜນການການຊີ້ນໍາ – ນໍາພາບັນຊາ, ມາດຖານທາງດ້ານສຸຂະພາບ, ມາດຖານດ້ານແບບແຜນການດຳລົງຊີວິດ ແລະ 3 ມາດຖານສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບທີ່ໄດ້ວາງໄວ້.

ຈາກນັ້ນ, ທ່ານ ພັອ ສີເວີນ ແກ້ວສີວົງສາ ກໍໄດ້ມີຄຳເຫັນ ເພື່ອຊີ້ນຳຕໍ່ກອງປະຊຸມທາບທາມບຸກຄະລາກອນເຂົ້າເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ ເພີ່ມຕື່ມເຊິ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ພ້ອມກັນເອົາໃຈໃສ່ໃນການໃຊ້ສິດປະຊາທິປະໄຕຂອງຕົນເພື່ອຄັດເລືອກເອົາຜູ້ຊີ້ນຳ – ບັນຊາ ໃຫ້ໄດ້ຕາມມາດຖານເງື່ອນໄຂທີ່ຂັ້ນເທິງກຳນົດໄວ້ແນໃສ່ປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງອັດຕະປື ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ.

ຕອນທ້າຍ ຜູ້ແທນກອງປະຊຸມ ກໍໄດ້ປ່ອນບັດເພື່ອຄັດເລືອກເອົາຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ເພີ່ມຕື່ມ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ.

ຂ່າວ: ເສົາດາລົງ ເພັດສົງຄາມ

ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເລກທີ0933/ອຄ.ກຄພນລົງວັນທີ15ຕຸລາ 2020, ເຖິງ ສະມາຄົມນ້ໍາມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ໍາມັນເຊື້ອໄຟ ແລະ ນໍ້າຂາຍຍ່ອຍນ້ໍາມັນເຊື້ອໄຟ,ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ໍາມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 16 ຕຸລາ 2020 ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ. ການປັບລາຄາຄັ້ງນີ້ ແອັດຊັງພິເສດ ປັບຂຶ້ນ 80 ກີບ/ລິດ, ແອັດຊັງທໍາມະດາ ປັບຂຶ້ນ 60 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 40 ກີບ/ລິດ. ການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ
ສະບັບເລກທີ 0837 /ກຄພນ.ຄສລ, ລົງວັນທີ 15 ຕຸລາ 2020 ຈົນກວ່າຈະມີການປ່ຽນແປງ.

ໃຫ້ບັນດາບໍລິສັດນ້ໍາມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງນໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ.

ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0883/ອຄ.ກຄພນ, ລົງວັນທີ 01 ຕຸລາ 2020

.

ຈັບສອງອ້າຍນ້ອງລັກລົດໃຫຍ່ ພິດໄພຂອງຢານະລົກແລະຕິດເກມອອນລາຍ

ປກສ ນະຄອນຫຼວງວຽງຈັນ: ນໍາຈັບ 2 ອ້າຍ-ນ້ອງ ພ້ອມລົດກະບະຂອງກາງຫຼັງກໍ່ເຫດລັກໄດ້ 1 ວັນ

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ຊີ້ນໍາວຽກງານຕໍາຫຼວດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ຜູ້ເສຍຫາຍ ໃນວັນທີ 11 ຕຸລາ 2020 ວ່າ: ໄດ້ມີເຫດຄົນຮ້າຍມາລັກລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນ ຢູ່ບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 2 ຄົນ ພ້ອມເກັບກູ້ຂອງກາງມາໄດ້ໂດຍໃຊ້ເວລາ 1 ວັນ.

ຫຼັງເກີດເຫດ ທ້າວ ປັກທະວີ, ອາຍຸ 27 ປີ, ອາຊີບກໍາມະກອນ ແລະ ທ້າວ ອຸໄທ, ອາຍຸ 20 ປີ, ອາຊີບກຳມະກອນ ທັງ 2 ຄົນ ຢູ່ບ້ານຮ່ອງຄ້າໃຕ້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ຜູ້ກໍ່ເຫດທັງ 2 ຄົນແມ່ນເປັນອ້າຍນ້ອງກັນ; ເຊິ່ງຜ່ານການສອບສວນເບື້ອງຕົ້ນ ທ້າວ ອຸໄທ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 11 ຕຸລາ 2020 ຕົນເອງ ແລະ ໝູ່ຄົນ 1 ໄດ້ໄປລັກເອົາລົດກະບະ ສີຂາວເລກທະບຽນ ກທ 6239 ກໍາແພງນະຄອນ ທີ່ຈອດປະໄວ້ຢູ່ເຮືອນ ເຂດບ້ານສີຊົມຊື່ນ ເມືອງສີໂຄດຕະບອງ ນວ. ແລ້ວກໍໄດ້ຂັບຂີ່ລົດໄປຈອດໄວ້ທີ່ບ້ານດົງປ່າແຫຼບ (ດິນຫວ່າງ).

ຈາກນັ້ນ ຕົນເອງກໍໄດ້ກັບເມືອບ້ານ ແລະ ບອກໃຫ້ ທ້າວ ປັກທະວີ (ຜູ້ເປັນອ້າຍ) ຕິດຕໍ່ຄົນມາຊື້ລົດຄັນດັ່ງກ່າວ. ມາຮອດວັນທີ 12 ຕຸລາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກທັງ 2 ຄົນ, ພ້ອມລົດຄັນທີ່ລັກມາ.

ສໍາລັບຂອງກາງຄະດີ ລົດກະບະ ສີຂາວ ເລກທະບຽນ ກທ 6239 ກໍາແພງນະຄອນ, ພັທ ສອນເພັດ ພິຈິດ ໄດ້ມອບຄືນໃຫ້ ນາງ ນວນຈັນ ບົວໃບອ່ອນ ເຈົ້າຂອງລົດ. ໃນວັນທີ 13 ຕຸລາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ການນໍາເມືອງເຊໂປນພ້ອມຄະນະສືບຕໍ່ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ

ໃນວັນທີ 13 ຕຸລາ 2020 ຜ່ານມານີ້ ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ພ້ອມດ້ວຍຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ໄດ້ສືບຕ່ໍລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານປະຊາຊົນຢູ່ລຽບຕາມສາຍນໍ້າຕ່າງໆ

.

ພ້ອມທັງຢ້ຽມຢາມອໍານາດການປົກຄອງບ້ານ ແລະ ປະຊາຊົນ ຄື: ບ້ານ ເມືອງຈັນ, ບ້ານ ດົງນ້ອຍ,ບ້ານແກ້ງຄໍາ, ບ້ານ ດົງໃຫຍ່, ບ້ານສ່າງ, ບ້ານກາດັບ,ບ້ານແກ້ງຢາງ, ບ້ານ ແກ້ງກົກ ແລະ ບ້ານຫ້ວຍສານ, ເຊິ່ງເປັນເຂດພື້ນທີ່ສ່ຽງຖືກນ້ຳຖ້ວມ, ສໍາລັບເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີເຄື່ອງບໍລິໂພກຈໍານວນໜຶ່ງເຊັ່ນ: ເຂົ້າສານ ນໍ້າດື່ມ, ໝີ່ສໍາເລັດຮູບ ແລະ ປາກະປ໋ອງ ເພື່ອຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນໃຫ້ກັບ ປະຊາຊົນ.