Home Blog Page 230

ງານວາງສະແດງ ຜົນງານດ້ານສິນລະຂອງ ທ່ານ ສົມສະໜິດ ທີ່ ເຮືອນພັກທູດຝຣັ່ງ

ເຮືອນພັກທູດຝຣັ່ງ ປະຈຳ ສປປ ລາວ ເປີດປະຕູຕ້ອນຮັບມວນຊົນເພື່ອເຂົ້າຊົມງານວາງສະແດງພິເສດແບບບໍ່ເຄີຍມີມາກ່ອນ ກ່ຽວກັບ ຜົນງານດ້ານສິນລະປະຕ່າງໆຂອງ ທ່ານ ສົມສະໜິດ ນັກສິນລະປະລາວ.

ໃນວັນທີ 13 ແລະ 14 ມີນາ ເຮືອນພັກທູດຝຣັ່ງ ໄດ້ເປີດປະຕູຕ້ອນຮັບມວນຊົມໃນໂອກາດພິເສດ ກໍ່ຄື ໃຫ້ເຂົ້າຊົມງານວາງສະແດງຜົນງານດ້ານສິນລະປະຂອງທ່ານ ສົມສະໜິດ ນັກສິນລະປະລາວ ຊື່ງມີມວນຊົນທັງລາວ ຝຣັ່ງ ແລະ ສາກົນ ເຂົ້າຮ່ວມງານທັງໝົດຫຼາຍກວ່າ 250 ຄົນເພື່ອຊື່ນຊົມຜົນງານສິນລະປະປັກດິ້ນໄໝຄຳ, ລາຍດອກພອກພຸດທະສາດສະໜາທີ່ໄດ້ຮັບການຟື້ນຟູບູລະນະຄືນໃໝ່ພາຍໃນວັດວາອາຮາມແຂວງຫຼວງພະບາງ ລວມທັງ ຜົນງານສິນລະປະການທັກແສ່ວ. ຜົນງານທັງໝົດທີ່ນຳມາວາງສະແດງໃນຄັ້ງນີ້ ມີບໍ່ຕໍ່າກວ່າ 30 ຜົນງານ.

ໃນວັນເສົາ ທີ 13 ມີນາ, ທ່ານເອກອັກຄະລັດຖະທູດຝຣັ່ງ ໄດ້ຈັດພິທີເປີດງານວາງສະແດງດັ່ງກ່າວຢ່າງເປັນທາງການ ໂດຍມີ ທ່ານ ນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພະນັກງານຈາກພາກສ່ວນຕ່າງໆຂອງລາວ ແລະ ຄະນະນັກການທູດ ເຂົ້າຮ່ວມນຳ. ພາຍຫຼັງທີ່ທ່ານທູດຝຣັ່ງໄດ້ກ່າວເປີດພິທີແລ້ວ ບັນດາແຂກຖືກເຊີນໄດ້ສົນທະນາແລກປ່ຽນກັບທ່ານ ສົມສະໜິດ ພ້ອມທັງໄດ້ຮັບຟັງການອາທິບາຍ ແລະ ຄວາມຮູ້ດ້ານມໍລະດົກທາງປະຫວັດສາດ ແລະ ສິນລະປະຂອງແຂວຫຼວງພະບາງ.

ໃນບົດກ່າວຕ້ອນຮັບຂອງທ່ານນາງ ຟລໍຣັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ, ທ່ານທູດໄດ້ກ່າວຍ້ອງຍໍ « ຄວາມຊຳນິຊຳນານທີ່ສູງທີ່ສຸດທາງດ້ານເຕັກນິກການສ້າງສັນຜົນງານສິນລະປະຂອງ ທ່ານ ສົມສະໜິດ », ຊື່ງບາງຄັ້ງກໍ່ເປັນຜົນງານທີ່ເຮັດຈາກວັດຖຸທີ່ໜ້າອັດສະຈັນ ເຊັ່ນ ໃບໄມ້ແຫ້ງ. ສຳລັບຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ມີການປະສົມປະສານ ລະຫວ່າງ ສິນລະປະທີ່ສືບທອດມາແຕ່ບັນພະບູລຸດ ແລະ ສິນລະປະສະໄໝໃໝ່ ຊື່ງມີຈຸດປະສົງຢາກເຊີນຊວນໃຫ້ພວກເຮົາຄິດໄຕ່ຕອງເຖິງຄວາມບອບບາງຂອງຊີວິດ ແລະ ການປ່ຽນແປງໄປຕາມເວລາຂອງທຸກສິ່ງໃນໂລກນີ້.  

ນອກຈາກງານວາງສະແດງຢູ່ເຮືອນພັກທູດຝຣັ່ງ, ສະຖາບັນຝຣັ່ງ ປະຈຳ ລາວ ກໍ່ໄດ້ຈັດກິດຈະກຳກ່ຽວກັບຜົນງານສິນລະປະຂອງທ່ານ ສົມສະໜິດ ເຊັ່ນດຽວກັນ ລະຫວ່າງ ວັນທີ 11 – 13 ມີນາ ທີ່ຫ້ອງວາງສະແດງເຈົ້າອານຸ ຊື່ງປະສົບຜົນສຳເລັດເປັນຢ່າງດີ ມີມວນຊົນເຂົ້າຊົມຫຼາຍກວ່າ 150 ຄົນ. ຢູ່ທີ່ຫ້ອງວາງສະແດງດັ່ງກ່າວ, ທ່ານສົມສະໜິດໄດ້ສາທິດເຕັກນິກສິນລະປະລາຍດອກພອກ ຊື່ງສາມາດດຶງດູດພະສົງ, ນັກສຶກສາຈາກສະຖາບັນວິຈິດສິນແຫ່ງຊາດເຂົ້າຮ່ວມຊົມເປັນຈຳນວນຫຼວງຫຼາຍ. ນອກຈາກນີ້, ໃນວັນທີ 11 ມີນາ, ທ່ານ Francis Engelmann ຊ່ຽວຊານດ້ານມໍລະດົກຫຼວງພະບາງ ກໍ່ໄດ້ຈັດກອງປະຊຸມບັນຍາຍກ່ຽວກັບສິນລະປະພິເສດດັ່ງກ່າວເຊັ່ນດຽວກັນ    ຢູ່ສະຖາບັນຝຣັ່ງ ປະຈຳ ລາວ ໂດຍມີຜູ້ເຂົ້າຮ່ວມ ປະມານ 100 ຄົນ. 

ຜົນສຳເລັດອີກຢ່າງໜຶ່ງທີ່ຕິດພັນກັບຄວາມມຸ່ງໝັ່້ນຂອງທ່ານ ສົມສະໜິດ ນັ້ນກໍ່ຄືການຖ່າຍທອດ ຊື່ງເປັນສິ່ງໜື່ງທີ່ສຳຄັນຂອງວຽກງານດ້ານສິນລະປະຂອງເພິ່ນ. ເພິ່ນມີຄວາມມຸ່ງໝັ້ນໃນການຖ່າຍທອດສິນລະປະການສະແດງໃຫ້ແກ່ຄົນໜຸ່ມຮຸ້ນໃໝ່, ເພິ່ນເປັນບຸກຄົນໜຶ່ງທີ່ເຮັດປະເພ ນີຫຼວງພະບາງຍັງຍືນຍົງຄົງຢູ່ ໂດຍອີງຕາມປະເພນີຫຼວງພະບາງງແລ້ວ ການຜະລິດຜົນງານສິນລະປະຕ່າງໆຕ້ອງມີການເຊື່ອມໂຍງ ຫຼື ສື່ສານເຊິ່ງກັນ ແລະ ກັນ.

ໃນປີ 2019 ທ່ານ ສົມສະໜິດ ໄດ້ຮັບການປະດັບຫຼຽນໄຊແຮງງານສາຂາສິນລະປະ ແລະ ອັກສອນສາດ ຈາກກະຊວງວັດທະນະທຳຝຣັ່ງ. ຜົນງານສິນລະປະຂອງທ່ານຖືກນຳໄປວາງສະແດງຢູ່ຕ່າງປະເທດເປັນປະຈຳ. ປະຈຸບັນ ຜົນງານຂອງເພິ່ນຈຳນວນໜຶ່ງຖືກນຳໄປວາງສະແດງ ຢູ່ຫໍພິພິທະພັນ Quai Branly ທີ່ ປາຣີິ ເຊິ່ງເປັນຫໍພິພິທະພັນທີ່ສົ່ງເສີມສິນລະປະ ແລະ ອະລິຍະທຳຂອງອາຟຣິກກາ, ອາຊີ, ໂອເຊອານີ ແລະ ອາເມຣິກາ.

ປະເທດຝຣັ່ງໄດ້ສົ່ງເສີມຄຸນຄ່າມໍລະດົກທາງປະຫວັດສາດ ແລະ ການທ່ອງທ່ຽວຂອງລາວຢ່າງຕັ້ງໜ້າ ຜ່ານອົງການຝຣັ່ງເພື່ອການພັດທະນາ (AFD). ປະຈຸບັນ, ອົງການ AFD ໄດ້ໃຫ້ທຶນຊ່ວຍເຫຼືອມູນຄ່າ 6 ລ້ານ ເອີໂຣ ໃນການຈັດຕັ້ງປະຕິບັດໂຄງການ CHAMPA ເປົ້າໝາຍແນ ໃສ່ປົກປັກຮັກສາ ແລະ ສ້າງຊື່ສຽງໃຫ້ແກ່ມໍລະດົກທາງວັດທະນະທຳຢູ່ແຂວງຈຳປາສັກ ແລະ ສະຫວັນນະເຂດ. ພາຍຫຼັງ 20 ປີ ຂອງການຮ່ວມມືໃນການປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງ, ອົງການ AFD ແລະ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຮ່ວມກັນທາງພາກໃຕ້ຂອງລາວ. ນອກຈາກການຈັດງານງານວາງສະແດງຜົນງານສິນລະປະຂອງທ່ານສົມສະໜິດແລ້ວ, ສະຖານທູດຝຣັ່ງ ແລະ ສະຖາບັນຝຣັ່ງ ປະຈຳ ລາວ ຍັງຈະສືບຕໍ່ຈັດກິດ ຈະກຳທາງດ້ານວັດທະນະທຳ ແລະ ວຽກງານຕ່າງໆທີ່ມີເປົ້າໝາຍແນໃສ່ຊາວໜຸ່ມ ຊື່ງຜ່ານມາກໍ່ໄດ້ມີການຈັດຕັ້ງກິດຈະມາແລ້ວເລີ່ມແຕ່ປີ 2020 ເປັນ ຕົ້ນມາ ເຊັ່ນ ຈັດການແຂ່ງຂັນຖ່າຍຮູບທີ່ເປີດກວ້າງສຳລັບທຸກຄົນ ແລະ ໃນໄວໆນີ້ ຈະມີການວາງສະແດງຮູບຖ່າຍທີ່ຊະນະການແຂ່ງຂັນ ຢູ່ອ້ອມກຳແພງຮົ້ວຂອງສະຖານທູດຝຣັ່ງ.

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດ ສ.ເກົາຫລີ ປະຈຳລາວ ຄົນໃໝ່

ໃນວັນທີ 15 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອິມ ມູຮົງ (IM Moo hong), ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ອິມ ມູຮົງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສ.ເກົາ ຫລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດໄລຍະ 25 ປີ ຜ່ານມາ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດ ທິພາບລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ນອກນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານ ທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານ ແລະ ປະຊາຊົນສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືແກ່ ສປປ ລາວ ໃນຫລາຍຂະແໜງການ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ການຄ້າ-ການລົງ ທຶນ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ ເຊິ່ງຈັດຢູ່ໃນອັນດັບຕົ້ນໆ ຂອງປະເທດທີ່ໃຫ້ ການຊ່ວຍເຫລືອເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ, ລວມທັງການຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບ ຂອງການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ, ຊຶ່ງມີມູນຄ່າຫລາຍກວ່າ 2 ລ້ານໂດລາສະຫະລັດ.

ໃນໂອກາດດຽວກັນ, ທ່ານ ອິມ ມູຮົງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈະສຸມທຸກຄວາມພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ, ໂດຍສະເພາະ ຈະສືບຕໍ່ຊຸກຍູ້ບັນດາຂະແໜງ ການກ່ຽວຂ້ອງຂອງ ສ.ເກົາຫລີ ໃນການຮ່ວມມື ແລະ ລົງທຶນ ຢູ່ ສປປ ລາວ.

ແມ່ເປັ້ງຮ້ານນ້ອຍເກັບຄ່າຫົວຄິວ 50000-100000 ຕໍ່ຄັ້ງ

ສຶກສາອົບຮົມສາວຂາຍປະເວນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ

ໃນວັນທີ 12 ມີນາ 2021 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ສຶກສາອົບຮົມສາວຂາຍປະເວນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ພ້ອມດ້ວຍສາວຂາຍປະເວນີ ຈໍານວນ 61 ຄົນ ຊາຍ 1 ຄົນ ທີ່ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໄດ້ລົງກວດກາ ໃນວັນທີ 11 ມີນາ 2021 ແລ້ວນໍາຕົວພວກກ່ຽວມາທໍາການສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຍິງສາວທີ່ມາຂາຍເບຍ ແລະ ຂາຍບໍລິການທາງເພດ ຢູ່ຮ້ານກິນດື່ມດັ່ງກ່າວ ສ່ວນຫຼາຍແມ່ນຍິງສາວມາຈາກຕ່າງແຂວງ ເພື່ອມາຫາເງິນລ້ຽງຊີບຕົນເອງ ແລະ ສົ່ງເງິນໃຫ້ຄອບຄົວ (ພໍ່ແມ່ທາງບ້ານ).

ຍິງສາວຈໍານວນນີ້ ແມ່ນໄດ້ອາໃສພັກເຊົາຢູ່ສະຖານທີ່ຂາຍເບຍ ເປັນບ່ອນພົວພັນຄ້າຂາຍປະເວນີ ເມື່ອມີຜູ້ຊາຍມາດື່ມເບຍຢູ່ຮ້ານແລ້ວກໍຕົກລົງດ້ວຍຄວາມພໍໃຈແລ້ວເອົາຍິງສາວໄປນອນນໍາຕາມເຮືອນພັກຕ່າງໆ ເຊິ່ງເຈົ້າຂອງຮ້ານຈະຫັກເອົາເງິນຈໍານວນ 50.000 ຫຼື 100.000 ກີບ ຕໍ່ຄັ້ງ. ເພາະເງິນທີ່ຫັກແຕ່ລະຄັ້ງ ເຈົ້າຂອງຮ້ານໄດ້ເອົາເງິນໃຊ້ຈ່າຍຊື້ອາຫານແຕ່ລະວັນ ແລະ ຄ່າພັກພາອາໃສ.

ພັທ ລໍາເນົາ ລັດຕະນະລັງສີ ໃຫ້ຮູ້ຕື່ມອີກວ່າ: ໃນການສຶກສາອົບຮົມໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ວ່າ: ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີ ໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕາມລະບຽບກົດໝາຍອາຍາມາດຕາ 254 ວ່າດ້ວຍການຂາຍປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ; ພ້ອມທັງໃຫ້ ເຈົ້າຂອງຮ້ານ ແລະ ຍິງສາວຂາຍບໍລິການທາງເພດ ຢຸດເຊົາພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸຈະລິດ, ເປັນຄົນດີຂອງສັງຄົມ ແລະ ຮຽກຮ້ອງໃຫ້ໄວໜຸ່ມ ຍິງສາວທີ່ມາຈາກຕ່າງແຂວງ ໃຫ້ກັບບ້ານເມືອງຂອງຕົນ ຫຼື ໄປຊອກວຽກເຮັດງານທໍາ ໃຫ້ຖືກຕ້ອງຕາມກົດໝາຍ ກໍລະນີຖ້າຫາກພົບເຫັນຄັ້ງຕໍ່ໄປ ແມ່ນຈະໄດ້ດໍາເນີນຕາມລະບຽບກົດໝາຍ.

ປກສ ນະຄອນຫຼວງວຽງຈັນ

ຈັບໄວລຸ້ນຂີ່ລົດກວນເມືອງ 18 ຄົນ

ກອງພັນເຄື່ອນທີ່ ປກສ ນວ ຕັ້ງໜ້າຈັດຕັ້ງປະຕິບັດຄຳສັ່ງ 602/ຈນວ ໃນການແກ້ໄຂກຸ່ມແກ້ງກວນເມືອງ ສ້າງຄວາມເນືອງນັນ

ໃນວັນທີ 13 ມີນາ 2021, ເວລາປະມານ 02:20 ໂມງ, ກຳລັງກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງປະຕູໄຊ-ໄຟອຳນາດຫໍຄຳ-ທາງຕັດໃໝ່ບຶງທາດຫຼວງ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງສັງຄົມ.

ຜ່ານການອອກກວດກາລາດຕະເວນ ສາມາດມ້າງກຸ່ມຂີ່ລົດກວນເມືອງປະເພດລົດຈັກໄດ້ທັງໝົດ 09 ຄັນ. ໃນນີ້ ມີລົດດັດແປງສະພາບເຕັກນິກລົດ 04 ຄັນ, ສາມາດກັກຕົວຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍໄດ້ທັງໝົດ 18 ຄົນ, ຍິງ 06 ຄົນ. ດັ່ງນັ້ນ, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ໄດ້ກັກລົດຈຳນວນດັ່ງກ່າວໄວ້ ເພື່ອກວດກາລາຍລະອຽດທີ່ມາຂອງລົດ. ສຳລັບຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ ແມ່ນໄດ້ເຮັດບົດບັນທຶກຊ່ອງໜ້າຜູ້ປົກຄອງ ແລ້ວຈະນຳມາສຶກສາອົບຮົມຕາມລະບຽບກົດໝາຍ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ ປກສ ນວ ໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດ, ພໍ່-ແມ່ປະຊາຊົນທຸກຊັ້ນຄົນ ໂດຍສະເພາະຜູ້ປົກຄອງຂອງເດັກ ທີ່ບໍ່ທັນບັນລຸນິຕິພາວະ ຫຼື ບໍ່ທັນເຖິງກະສຽນອາຍຸທີ່ຢູ່ໃນໄວຮຽນ ຈົ່ງເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ, ຕັກເຕືອນລູກ, ຫຼານຂອງຕົນບໍ່ໃຫ້ຂີ່ລົດເປັນພຶງເປັນແພ ແລະ ບໍ່ໃຫ້ດັດແປງສະພາບເຕັກນິກລົດ. ເພາະການຂີ່ລົດເປັນພຶງເປັນແພ ຈະພາໃຫ້ເກີດອຸບັດຕິເຫດ ແລະ ສ້າງຄວາມສັບສົນເຮັດໃຫ້ການສັນຈອນແອອັດ ແລະ ການດັດແປງສະພາບເຕັກນິກລົດ ແມ່ນການລະເມີດຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 602/ຈນວ, ລົງວັນທີ 29 ກັນຍາ 2020 ວ່າດ້ວຍການຄວບຄຸມສຽງເນືອງນັນ ຢູ່ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ເມືອງທ່າປາງທອງຈັບສອງສາວຄ້າຂາຍຢາເສບຕິດ

ມາໃນວັນທີ່ 22 ກຸມພາ 2021 ໜ່ວຍງານສະກັດກັ້ນ ແລະ ຕ້ານຢ່າເສບຕິດ ປກສ ເມືອງທ່າປາງທອງ ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ: ນາງ ເທວາ ບ້ານນາຫົວຄວາຍ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ມີການເຄື່ອນໄຫວເອົາຢາເສບຕິ ( ຢາບ້າ ) ມາຂາຍໃຫ້ກຸ່ມໄວລຸ້ນບໍ່ຮູ້ຊື່ຢູ່ປ່າໃນຂອບເຂດ ບ້ານນາຫົວຄວາຍ ເມືອງທ່າປາງທອງ ເມື່ອໄດ້ຮັບການລາຍງານແລ້ວ ທາງຄະນະພັກ-ຄະນະບັນຊາ ຈິງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມກວດກາເຫັນວ່າມີມູນຄວາມຈິງແທ້ ຈິ່ງໄດ້ສ້າງແຜນ ແລະ ຈັດຕັ້ງກຳລັງ ເພື່ອຈັບຕົວເປົ້າໝາຍດັ່ງກ່າວ,

ມາຮອດເວລາ 12 ໂມງ 00 ນາທີ ຂອງວັນດຽວກັນນັ້ນ ຈິງສາມາດຈັບຕົວເປົ້າໝາຍໄດ້ 01 ຄົນ ຊື່ວ່າ: ນາງ ເທວາ ສີສົມດີ ອາຍຸ 31 ປີ ອາຊີບເຮັດນາ ບ້ານ ນາຫົວຄວາຍ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ພ້ອມຂອງກາງ ຢາບ້າ 10 ຖົງ ເທົ່າກັບ 1,850 ເມັດ ( ໜຶ່ງພັນແປດຮ້ອຍຫ້າສີບເມັດ) ຜ່ານການສືບສວນ- ສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ວິຊາສະເພາະ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າ ຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວເຊິ່ງມີໄວ້ຄອບຄອງເພື່ອຂາຍແທ້ ໄດ້ຊື່ມາຈາກ ຄົນບໍ່ຮູ້ຊື່ ບ້ານຫີນຄອກ ເມືອງສອງຄອນ ແຂວງສະຫັວນນະເຂດ ລາຄາມັດລະ 4,500,000 ກີບ ( ສີ່ລ້ານຫ້າແສນກີບ) ຜ່ານມາໃນຄັ້ງວັນທີບໍ່ຈື ເດືອນ 2 ປີ 2021 ຜູ້ກ່ຽວໄດ້ຂາຍໃຫ້ ນາງ ພູມໃຈ ຄົນບ້ານດ່ຽວກັນ ຈຳນວນ 1 ຖົງ ລາຄາຖົງ 700, 000 ກີບ( ເຈັດແສນກີບ ) ຈາກນັ້ນທາງເຈົ້າໜ້າທີ່ວິຊາສະເພາະຈິງໄດ້ຂະຫຍາຍພົນຈັບກຸມ, ມາຮອດເວລາປະມານ 12 ໂມງ 30 ນາທີ ຂອງວັນດຽວກັນ ຈິງສາມາດກັກຕົວ ນາງ ພູມໃຈ ອິນທະວົງສາ ອາຍຸ 32 ປີ ອາຊີບເຮັດນາ ບ້ານ ນາຫົວຄວາຍ ເມືອງ ທ່າປາງທອງ ແຂວງສະຫວັນນະເຂດ ,

ຈາກນັ້ນ ທາງເຈົ້າໜ້າທີ່ວິຊາສະເພາະຈິງນຳຕົວຜູ້ກ່ຽວພ້ອມຂອງກາງຢາບ້າຈຳນວນດັ່ງກ່າວມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ກອງປະຊຸມທາງໄກ ວຽກງານຖະແຫຼງຂ່າວອາຊຽນ

ກອງປະຊຸມທາງໄກລັດຖະມົນຕີຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້: “ອາຊຽນ: ປະຊາຄົມດີຈີຕອນ ເຂົ້າເຖິງທຸກຄົນ” ໄດ້ຈັດຂຶ້ນໃນວັນ ທີ 12 ມີນາ 2021, ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ນະຄອນ ຫຼວງວຽງຈັນ. ກອງປະຊຸມ ໄດ້ຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການ ກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມ ທາງດ້ານດີຈີຕອນຂອງພົນລະ ເມືອງອາຊຽນ”.

ເຂົ້າຮ່ວມກອງປະຊຸມ, ຄະນະຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸຊາ ນາກາໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ຣາຊອະນາຈັກໄທ, ປະທານກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ, ມີບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວອາຊຽນ, ມີທ່ານ ດາໂຕະ ລິມ ຈອກ ຮອຍ ເລຂາທິການໃຫຍ່ອາຊຽນ, ທ່ານຮອງເລຂາທິການໃຫຍ່ ພ້ອມດ້ວຍຄະນະ ແລະ ນັກວິຊາການກ່ຽວຂ້ອງຈາກຂະແໜງການຖະແຫຼງຂ່າວ ແລະ ສື່ມວນຊົນ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມທາງດ້ານດີຈີຕອນຂອງພົນລະເມືອງອາຊຽນ”, ເພື່ອຈະສະເໜີໃຫ້ຜູ້ນຳອາຊຽນພິຈາລະນາຮັບຊາບ ໃນກອງປະຊຸມສຸດຍຸດອາຊຽນ ຄັ້ງທີ 38. ພ້ອມທັງຊອກຫາວິທີທາງຕໍ່ການຕອບໂຕ້ຈໍາກັດຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະ ແມ່ນຍົກໃຫ້ເຫັນຄວາມສໍາຄັນຂອງອາຊຽນ ຕໍ່ວຽກງານການແລກປ່ຽນຂໍ້ມູນຂ່າວສານ, ເຕັກນິກ, ວິຊາການ ແລະ ປະສົບການຢ່າງມີລັກສະນະປົກກະຕິ, ທັນການ ແລະ ໂປ່ງໃສ ເພື່ອສາມາດຕອບໂຕ້, ປ້ອງກັນ, ຄວບຄຸມ, ບົ່ງມະຕິ ແລະ ກໍານົດການຮັກສາ ຂອງພະຍາດລະບາດໂຄວິດ-19 ຊຶ່ງຖືວ່າເປັນວາລະແຫ່ງຊາດ ເພື່ອຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19. ນອກນັ້ນ, ຍັງໄດ້ປຶກສາຫາລືກັນກ່ຽວກັບວຽກງານເຕັກໂນໂລຊີດີຈີຕອນ ໄດ້ເຮັດພາລະບົດບາດສໍາຄັນໃນການເຊື່ອມໂຍງ ອາຊຽນ ແລະ ພົນລະເມືອງຂອງຕົນ ລວມທັງຄວາມສາມາດເຂົ້າເຖິງໄດ້ງ່າຍຂໍ້ມູນຂ່າວສານທາງອອນລາຍ ແລະ ຜ່ານທາງສື່ສັງຄົມອອນລາຍຕ່າງໆ. ຄຽງຄູ່ກັບການປະຕິບັດມາດຕະການກັກຕົວຂອງຊຸມຊົນ ແລະ ຈໍາກັດການເດີນທາງຂອງຄົນ ທີ່ໄດ້ຖືກຈັດຕັ້ງປະຕິບັດປັບປ່ຽນຮູບການຊົມໃຊ້ທາງດ້ານສື່ ແລະ ຂໍ້ມູນຂ່າວສານໃນສັງຄົມຂອງພວກເຮົາ.

ນັບແຕ່ກອງປະຊຸມ ຄັ້ງທີ 14, ທີ່ປະເທດ ສິງກະໂປ ລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ພາຍໃຕ້ຫົວຂໍ້: “ເປີດກວ້າງ ແລະ ຫັນສູ່ອາຊຽນດີຈີຕອນ”, ບັນດາປະເທດສະມາຊິກອາຊຽນໄດ້ມີຄວາມພະຍາມຈັດຕັ້ງປະຕິບັດໜ້າທີ່ວຽກງານຖະແຫຼງຂ່າວ-ສື່ມວນຊົນ, ປະກອບສ່ວນໃນການສ້າງປະຊາຄົມອາຊຽນ ເພື່ອຊຸກຍູ້ການເຊື່ອມໂຍງພາກພື້ນ ແລະ ສາກົນ ໂດຍຜ່ານການປະຕິບັດບັນດາກິດຈະກຳ ແລະ ໂຄງການຕ່າງໆ ໃນຂົງເຂດຖະແຫຼງຂ່າວອາຊຽນ ລວມທັງບັນດາກິດຈະກໍາຮ່ວມກັບປະເທດຄູ່ຮ່ວມເຈລະຈາອາຊຽນ ເປັນຕົ້ນປີແລກປ່ຽນສື່ມວນຊົນອາຊຽນ-ຈີນ. ພື້ນຖານໂຄງລ່າງໃນການໃຫ້ບໍລິການໂທລະພາບ-ວິທະຍຸ ດ້ວຍລະບົບດີຈີຕອນ ໃຫ້ແກ່ປະຊາຊົນລາວ, ລັດຖະບານ ໄດ້ຮັບຮອງນໍາໃຊ້ລະບົບເຕັກນິກມາດຕະຖານ DTMB ຂອງ ສປ ຈີນ ຊຶ່ງຄາດໝາຍຈະໃຫ້ສໍາເລັດ ໃນປີ 2020 ໂດຍພື້ນຖານ, ແຕ່ຍ້ອນສະພາບ ແລະ ເງື່ອນໄຂບໍ່ເອື້ອອໍານວຍ ຈຶ່ງບໍ່ສາມາດປະຕິບັດໄດ້ຕາມແຜນການທີ່ກໍານົດໄວ້.

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ກ່າວວ່າ: ສປປ ລາວ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບັນດາເອກະສານອາຊຽນ ກ່ຽວກັບຖະແຫຼງຂ່າວ ແລະ ສື່ມວນຊົນ ໂດຍສະເພາະ ກະຊວງ ຖວທ ເຮັດບົດບາດນໍາພາ-ຊີ້ນຳ ສື່ທາງການຕ່າງໆຢູ່ ສປປ ລາວ ໃນການເຮັດໜ້າທີ່ ໂຄສະນາ ແລະ ນຳສະເໜີຂໍ້ມູນຂ່າວສານ ເປັນຕົ້ນ ແມ່ນການຕອບໂຕ້ໄພພິບັດ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ໃຫ້ທົ່ວເຖິງປະຊາຊົນທຸກລະດັບກຸ່ມຄົນໃນຂອບເຂດທົ່ວປະເທດ ໂດຍຜ່ານຫຼາກຫຼາຍຮູບແບບ ແລະ ຊ່ອງທາງ. ໃນນີ້ລວມມີທັງສື່ດັ້ງເດີມ ແລະ ແບບໃໝ່ ກໍຄືສື່ສັງຄົມອອນລາຍ. ໃນປີ 2020 ສປປ ລາວ ມີໂຕເລກຜູ້ນໍາໃຊ້ຂໍ້ມູນຂ່າວສານຜ່ານທາງລະບົບດີຈີຕອນ 3,1 ລ້ານຄົນ ໃນຈຳນວນປະຊາກອນປະມານ 7,22 ລ້ານກວ່າຄົນ, ກວມ 43% ຂອງຈໍານວນປະຊາກອນ ຊຶ່ງເຫັນວ່າມີຈຳນວນເພີ່ມຂຶ້ນ 12 % ຖ້າທຽບໃສ່ປີ 2019 ໂດຍສະເພາະ ແມ່ນກຸ່ມນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມ, ແຕ່ຍັງມີບາງສ່ວນທີ່ຢູ່ຫ່າງໄກສອກຫຼີກ ສັນຍານອິນເຕີເນັດເຂົ້າໄປບໍ່ເຖິງ ແມ່ນບໍ່ສາມາດຊົມໃຊ້ສັນຍານດີຈີຕອນໄດ້ເທື່ອ. ວຽກງານສົ່ງເສີມ ແລະ ຍົກລະດັບຂີດຄວາມສາມາດໃຫ້ກັບວິຊາການສື່ ແລະ ການບໍລິການດ້ານສື່, ການຮ່ວມມືກັບປະເທດຄູ່ຮ່ວມເຈລະຈາຂອງອາຊຽນ, ກະຊວງ ຖວທ ຮ່ວມກັບ ສປ ຈີນ ໄດ້ລິເລີ່ມສ້າງສູນຂໍ້ມູນຂ່າວສານຂອງຂະແໜງຖະແຫຼງຂ່າວ-ສື່ມວນຊົນ ເພື່ອຮອງຮັບການຂະຫຍາຍ ຕົວ ແລະ ການພັດທະນາຢ່າງວ່ອງໄວຂອງສື່ດີຈີຕອນ ຢູ່ ລາວ.

ພາບ-ຂ່າວ: ຍຸພິນ

ສະຫະພັນແມ່ຍິງກະຊວງ ຖວທ ສະຫຼຸບຜົນງານປະຈຳປີ ພ້ອມສະຫຼອງວັນແມ່ຍິງສາກົນ

ສະຫະພັນແມ່ຍິງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການເຄື່ອນໄຫວປະຈຳປີ 2021 ຕິດພັນກັບການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ( 8/3/1910 – 8/3/2021 ) ພາຍໃຕ້ຄຳຂວັນ: ການນຳເພດຍິງ: ການບັນລຸຄວາມສະ ເໝີພາບໃນໄລຍະໂຄວິດ-19, ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ໂຮງຮຽນສິລະປະດົນຕີແຫ່ງຊາດ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຊຶ່ງມີ ທ່ານ ວັນສີ ກົວມົວ ຮອງເລຂາພັກ ຮອງລັດຖະມົນຕີກະຊວງ ຖວທ ມີບັນດາພະນັກ ງານປະຕິວັດອາວຸໂສບຳນານ, ພັນລະຍາການນຳ, ແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ຄະນະບໍລິ ຫານງານສະຫະພັນແມ່ຍິງຮາກຖານ, ຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ທ່ານນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ຖວທ ໄດ້ຂຶ້ນຜ່ານບົດສະ ຫຼຸບຜົນງານການເຄື່ອນໄຫວປະຈຳປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ປັດຈຸບັນການຈັດຕັ້ງສະຫະພັນ ແມ່ຍິງກະຊວງ ຖວທ ມີ 3 ຂັ້ນ, ສະມາຊິກສະຫະພັນແມ່ຍິງທັງໝົດມີ 838 ຄົນ, ລັດຖະກອນທີ່ເປັນເພດຍິງມີ 667 ຄົນ, ໃນໄລຍະຜ່ານມາການຈັດຕັ້ງພັກ-ລັດແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ກໍ່ສ້າງພະນັກງານສະມາຊິກເພດຍິງໄປຍົກ ລະດັບຄວາມຮູ້ໃນດ້ານຕ່າງໆ, ເວົ້າສະເພາະໃນປີ 2020 ຈາກການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ມີສະ ມາຊິກສະຫະພັນແມ່ຍິງປະເມີນໄດ້ 3 ດີປະເພດ I ຈຳນວນ 713 ຄົນ, 3 ດີປະເພດ II ຈຳນວນ 51 ຄົນ, ໃນນັ້ນມີໜ່ວຍ 3 ດີປະເພດ I ມີ 49 ໜ່ວຍ ແລະ ໜ່ວຍ 3 ດີປະເພດ II ມີ 4 ໜ່ວຍ.

ໃນພິທີ ທ່ານນາງ ອິນລາວັນ ແກ້ວບຸນພັນ ໄດ້ໃຫ້ກຽດປາຖະກະຖາຫວນຄືນມູນເຊື້ອປະຫວັດຄວາມເປັນ ມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ຊຶ່ງກ່ອນອື່ນທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຄວາມໝາຍ- ຄວາມສຳຄັນຂອງວັນແມ່ຍິງສາກົນ ຊຶ່ງໄດ້ກຳເນີດເກີດຂຶ້ນຈາກຄວາມຮູ້ສຶກຄຽດແຄ້ນຂອງແມ່ຍິງໃນທົ່ວໂລກທີ່ໄດ້ຖືກກົດຂີ່ຂູດ ຮີດຈາກພວກນາຍທຶນຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ທວງໃຫ້ພວກນາຍທຶນ ຊຶ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານຕ້ອງແກ້ໄຂຊີ ວິດການເປັນຢູ່ໃຫ້ເຂົາເຈົ້າ ຂະບວນການຕໍ່ສູ້ຂອງອ້າຍນ້ອງແມ່ຍິງໄດ້ເລີ່ມຈາກວັນທີ 8 ມີນາ 1899 ຈົນມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງກອງປະຊຸມ ສາກົນກ່ຽວກັບບັນຫາແມ່ຍິງໄດ້ຈັດຂຶ້ນເປັນຄັ້ງທຳອິດ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ. ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນ ພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບປະຊາທິປະໄຕຄື ກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: (ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງ ຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ(. ນັບແຕ່ນັ້ນມາວັນທີ 8 ມີນາຈຶ່ງເປັນ (ວັນແມ່ຍິງສາກົນ( ໄດ້ຮັບການສະເຫຼີມສະຫຼອງຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທໍາອິດ, ໃນໂອກາດນີ້ທ່ານ ວັນສີ ກົວມົວ ໄດ້ໃຫ້ກຽດມອບໃບຍ້ອງຍໍໃຫ້ພາກສ່ວນທີ່ໄດ້ໃຫ້ການອຸປະຖຳກອງປະຊຸມ.

ຂ່າວ: ພູວັນ, ພາບ: ແສງຈັນ

ສອງຜົວເມຍທີ່ລັກຂ້າມມາແຕ່ປະເທດໄທແລ້ວ ຮີບຮ້ອນເຂົ້າແຈ້ງເຈົ້າໜ້າທີ່ທັນທີ

ຄວນເອົາເປັນແບບຢ່າງສອງຜົວເມຍທີ່ລັກຂ້າມມາແຕ່ປະເທດໄທແລ້ວ ຮີບຮ້ອນເຂົ້າແຈ້ງເຈົ້າໜ້າທີ່ທັນທີ ເພື່ອນຳຕົວໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ

ໃນວັນທີ 11 ມີນາ 2021 ເວລາ 20:00ໂມງ ທ້າວ ໄມແສດພັນ ອາຍຸ 35ປີ ແລະນາງ ພອນແກ້ວ ອາຍຸ 32ປີ ສອງຜົວເມຍປະຊາຊົນບ້ານຊຽງແລທ່າ ແມ່ນໄດ້ຈ້າງເຮືອຈັກໄທຂີ່ຂ້າມມາສົ່ງຢູ່ທ່າບ້ານໜອງຂຽດ ເມືອງປາກງື່ມ ນວ ເມື່ອຂ້າມມາຮອດແລ້ວ ທັງສອງແມ່ນໄດ້ເຂົ້າມາແຈ້ງອຳນາດການປົກຄອງບ້ານໜອງຂຽດ ແລະ ເຈົ້າໜ້າທີ່ທັນທີ ເພື່ອນຳຕົວໄປກັກກັນ ແລະ ກວດກາເຊື້ອຢູ່ສູນທີ່ທາງການກຳນົດ.

ຕໍ່ກໍລະນີນີ້ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍຊົມເຊີຍສະຕິຕື່ນຕົວຂອງທັງສອງ ຜົວເມຍ ທີ່ຈິງໃຈເຂົ້າລາຍງານ ແລະ ເອົາໃຈໃສ່ປະຕິບັດມາດຕະການຄວບຄຸມການແຜ່ລະບາດພະຍາດໂຄວິດ-19 ທີ່ທາງລັດຖະບານລາວໄດ້ວາງອອກ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນ, ແຮງງານລາວທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານທີ່ບໍ່ມີເອກະສານເດີນທາງ ຫຼື ເອກະສານໝົດອາຍຸ ຖ້າຂ້າມມາແລ້ວ ໃຫ້ຈິງໃຈເຂົ້າລາຍງານເຈົ້າໜ້າທີ່ ພວກເຮົາຈະບໍ່ເອົາຜິດໃນການລັກລອບຂ້າມໄປມາແບບບໍ່ມີເອກະສານ ແລະ ຈະໃຫ້ການຊ່ວຍເຫຼືອຢ່າງເຕັມທີ່ ແຕ່ຖ້າເຂົ້າເມືອງມາແລ້ວຫາກລົບໜີການກວດກາແລະ ການໄປກັກກັນຕົວ ເມື່ອເຈົ້າໜ້າທີ່ກວດພົບຈະໄດ້ດຳເນີນມາດຕະການປັບໃໝຢ່າງເຂັ້ມງວດ.

ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX

ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ

ຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງມາຍັງພະນັກງານ, ທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າທົ່ວປະເທດ ຊາບວ່າ: ກອງປະຊຸມຄັ້ງປະ ຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ຈັດຂຶ້ນແຕ່ວັນທີ 22-26 ມີນາ 2021 ທີ່ຫ້ອງປະ ຊຸມສະພາແຫ່ງຊາດ (ທາດຫຼວງ) ນະຄອນຫຼວງວຽງຈັນ.

ການດຳເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້ແມ່ນປະ ຕິດບັດຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 32/ຄປຈ, ລົງວັນທີ 11 ມີນາ 2021.

ນະຄອນຫລວງວຽງຈັນ ປະຕິບັດການສັກວັກຊິນປ້ອງກັນພະຍາດໂຄວິດ-19

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຂັມທໍາອິດ ໃນລະຫວ່າງວັນທີ 9-14 ມີນາ ແລະ ຈະສັກເຂັມທີ 2 ພາຍໃນເດືອນເມສາ 2021 ໂດຍກໍານົດສັກຢູ່ໂຮງໝໍສູນ ກາງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ.

ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະ ຄອນຫລວງວຽງຈັນ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 58.600 ໂດສ ຈາກການແບ່ງປັນຂອງຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈາກທັງໝົດ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ໂດຍໄດ້ແຈກຢາຍໃຫ້ 9 ເມືອງໃນນະຄອນຫລວງວຽງຈັນ ສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຄື: ພະນັກງານແພດໝໍທີ່ສຳຜັດ ຫລື ໃກ້ຄຽງກັບຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ເຮັດວຽກຢູ່ຕາມດ່ານສາກົນ ແລະ ຜູ້ທີ່ເຮັດວຽກຢູ່ສູນຈຳ ກັດບໍລິເວນຂອງແຮງງານທີ່ເດີນທາງມາຈາກຕ່າງປະເທດ. ນອກຈາກນີ້ ຍັງຈະສັກໃຫ້ຄະນະສະເພາະກິດຂັ້ນບ້ານ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນກັບປະ ເທດໃກ້ຄຽງຕື່ມອີກ.

ຫົວຫນ້າພະແນກສາທາລະນະສຸກນະຄອນຫລວງວຽງ ຈັນ ຍັງໄດ້ຮຽກຮ້ອງໃຫ້ກຸ່ມເປົ້າໝາຍໃນການສັກວັກຊິນໃນຄັ້ງນີ້ຢູ່ທັງ 9 ເມືອງພາຍໃນນະຄອນຫລວງວຽງຈັນ ໃຫ້ເຂົ້າໄປສັກວັກຊິນຢູ່ຕາມໂຮງໝໍທີ່ກໍານົດໄວ້ ເພື່ອສ້າງພູມຄຸ້ມກັນໃນການປ້ອງກັນພະຍາດ ໂຄວິດ-19 ເພາະບໍ່ໄດ້ເສຍຄ່າໃຊ້ຈ່າຍແຕ່ຢ່າງໃດ, ພ້ອມນີ້ ກ່ອນ ແລະ ຫລັງສັກວັກຊິນຕ້ອງປະຕິບັດຕາມຂັ້ນຕອນທີ່ແພດໝໍແນະນຳທຸກຢ່າງເພື່ອຮັບປະກັນບໍ່ໃຫ້ມີບັນຫາເກີດຂຶ້ນຫລັງຈາກການສັກວັກຊິນ.

ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ຄຳກອງ ກິດຕິຄຸນ