Home Blog Page 228

ຊາວໜຸ່ມອັດຕະປື ຮ່ວມຂະບວນຄາຣາວານ ຕາມຮອຍເຂດທີ່ໝັ້ນການປະຕິວັດ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງອັດຕະປື ໄດ້ເຂົ້າຮ່ວມຂະບວນຄາຣາວານ ທົ່ວແຂວງອັດຕະປື ເພື່ອຫວນຄືນເຂດທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ, ມີຄະນະນຳຂອງແຂວງ, ເມືອງ, ຄະນະຊາວໜຸ່ມແຂວງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານຊາວໜຸ່ມ ຕະຫຼອດຮອດບັນດາສະມາ ຊິກຊາວໜຸ່ມ-ເຍົາວະຊົນ ອ້ອມຂ້າງແຂວງ ແລະ ເມືອງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ຖານທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ ບ້ານອຸດົມໄຊ ເມືອງສະໜາມໄຊ ແຂວງອັດຕະປື ໂດຍມີຈຸດປະສົງເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດ ຄົບຮອບ 66 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນເສຍອົງຄະ ແລະ ວັນເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ, ອີກອັນໜຶ່ງ ເພື່ອເປັນການຫວນຄືນມູນເຊື້ອປະຫວັດຄວາມເປັນມາ ໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທັນວາ ຮັບຮູ້ເຂົ້າໃຈເຖິງມູນເຊື້ອດັ່ງກ່າວ,

ໃນພິທີໄດ້ຮັບຟັງການເລົ່າມູນເຊື້ອປະຫວັດຄວາມ ເປັນມາການສ້າງຕັ້ງຖານທີ່ໝັ້ນການປະຕິວັດເຂດພາກໃຕ້ລາວ ຈາກສະຫາຍນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ຮູ້ວ່າ: ເຖິງແມ່ນວ່າບັນດາວິລະບູລຸດ ແຕ່ລະໄລຍະ, ແຕ່ລະສະໄໝ ທີ່ມີຄວາມເກັ່ງກ້າສາມາດຕໍ່ສູ້ຂັບໄລ່ສັດຕູອອກຈາກຜືນແຜ່ນດິນລາວກໍຕາມ ແຕ່ພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍໄດ້ກັບຄືນມາຮຸກຮານລາວຢ່າງໂຫດຫ້ຽມ, ປ່າເຖື່ອນ ແລະ ທະວີຄູນຂຶ້ນເລື້ອຍໆ ຍ້ອນມີການນຳພາຂອງພັກປະຊາຊົນ ປະຕິວັດລາວ ທີ່ສະຫຼາດສ່ອງໃສ, ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວເຕົ້າໂຮມຄວາມສາມັກຄີ, ບັນດານັກຮຽນ, ນັກສຶກສາ, ຊາວໜຸ່ມ-ໄວໜຸ່ມ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າແຕ່ເໜືອເຖິງໃຕ້ທີ່ມີນ້ຳຮັກຊາດ, ຮັກບ້ານເກີດເມືອງນອນ ກໍໄດ້ພ້ອມກັນລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດຢ່າງດຸເດືອດຂ້ຽວຂາດ, ຮ່ວມທຸກສຸກ, ຄຽງບ່າ, ຄຽງໄຫຼ່ ແລະ ເສຍສະຫຼະເລືອດເນື້ອເພື່ອຍາດເອົາຜືນແຜ່ນດິນລາວອອກຈາກການປົກຄອງຂອງ ລະບອບລ່າເມືອງຂຶ້ນແບບໃໝ່ ຈົນສາມາດຍາດໄຊຊະນະ ແລະ ໄດ້ປະກາດສະຖາປະນາ ໃນວັນທີ 2 ທັນວາ 1975 ເປັນປະທດ ສປປ ລາວ.

ດ້ວຍເຫດການນັ້ນ, ການນຳຂອງແຂວງ ໄດ້ເຫັນຄວາມສຳຄັນຫຼາຍ ຈຶ່ງໄດ້ຈັດຂະບວນຄາຣາວານ ສູ່ຖານທີ່ໝັ້ນປະຕິວັດເຂດພາກໃຕ້ລາວໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ສະມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ສະມາຊິກເຍົາວະຊົນ-ອະນຸຊົນທັນວາ ຕະຫຼອດຮອດປະຊາຊົນຊາວແຂວງອັດຕະປື ໄດ້ຮູ້ເຖິງສະຖານທີ່ການປະຕິວັດເຂດພາກໃຕ້ລາວຢ່າງຈະແຈ້ງ.
(ຂ່າວ: ຄຳດິດ ມຽງລາວັນ)

ສະຖາບັນການຕ່າງປະເທດຈັດພິທີປິດຊຸດຝຶກອົບຮົມວຽກງານການຕ່າງປະເທດ

ໃນວັນທີ 25 ມີນາ2021, ທີ່ສະຖາບັນການຕ່າງປະເທດ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານການຕ່າງ ປະເທດ ໃຫ້ແກ່ພະນັກງານພະແນກການຕ່າງປະເທດແຂວງ ແລະນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມທັງບັນດາຫົວຫນ້າກົມ,ຄະນະກົມ, ວິທະນາກອນ ແລະ ນັກສຳມະນາກອນຂອງຊຸດຝຶກອົບຮົມທັງຫມົດ 50 ທ່ານ.


ຊຸດຝຶກອົບຮົມວຽກງານຕ່າງປະເທດ ແມ່ນໄດ້ດຳເນີນມາແຕ່ວັນທີ 15 ມີນາ 2021 ເປັນຕົ້ນມາ, ເຊິ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທີ່ມາຈາກພະແນກການຕ່າງປະເທດແຕ່ລະແຂວງທົ່ວປະເທດ ທັງຫມົດ 20 ທ່ານ, ຍິງ 03 ທ່ານ. ການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນຫນຶ່ງໃນກິດຈະກຳ ທີ່ໄດ້ຮັບການສະຫນັບສະຫນູນຈາກມູນນິທິອາຊີ, ເພື່ອເປີດໂອກາດໃຫ້ແກ່ພະນັກງານທີ່ເຮັດວຽກໃນຂະແຫນງການຕ່າງປະເທດໄດ້ຮຽນຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບເອກະສານຕ່າງໆດ້ານວິຊາການໃນການເຄື່ອນໄຫວວຽກງານການຕ່າງປະເທດ ເພື່ອແນໃສ່ສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂະແຫນງການຕ່າງປະເທດ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ທ່ານ ໄມ ໄຊຍະວົງສ໌, ຫົວຫນ້າສະຖາບັນການຕ່າງປະເທດ, ໄດ້ຂຶ້ນກ່າວສະຫລຸບລາຍງານຜົນການຝຶກອົບຮົມຕະຫລອດໄລຍະ 10 ມື້ທີ່ຜ່ານມາ, ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ວຽກງານວິຊາສະເພາະການຕ່າງປະເທດຫລາຍດ້ານທີ່ຈຳເປັນເຊັ່ນ: ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດຖະບານໃນແຕ່ລະໄລຍະ, ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ນະໂຍບາຍການຄ້າ ແລະ ສິດທິພິເສດຕ່າງໆ ທີ່ ສປປລາວໄດ້ຮັບ, ແຜນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະໃຫມ່, ສິດທິມະນຸດ, ການຕ້ານການຟອກເງິນ, ການຄ້າມະນຸດ, ວຽກງານຊາຍແດນ, ວຽກງານອາຊຽນ, ວຽກງານການຂ່າວ, ວຽກງານພິທີການ, ວຽກງານກົງສູນ, ການເຄື່ອນໄຫວການທູດໃນຊ່ອງທາງຕ່າງໆເຊັ່ນ: ການທູດປະຊາຊົນ, ການທູດເສດຖະກິດ ແລະ ການເຈລະຈາການທູດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ແຕ່ລະຫົວຂໍ້ຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫລາຍພາກສ່ວນ ມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ບັນດາທ່ານທູດອາວຸໂສບຳນານ, ກົມທີ່ກ່ຽວຂ້ອງຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກົມກິດຈະການການເມືອງ ແລະ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ. ເຖິງວ່າຊຸດຝຶກອົບຮົມຄັ້ງນີ້ຈະມີໄລຍະສັ້ນ ແຕ່ເນື້ອໃນຫລັກສູດ ລ້ວນແລ້ວແຕ່ມີຄວາມສຳຄັນ ແລະ ໄດ້ກັ່ນຕອງເອົາບັນດາຫນ້າວຽກທີ່ເປັນຫມາກຫົວໃຈຂອງວຽກງານໃນຂະແຫນງການຕ່າງປະເທດ, ເຊິ່ງເປັນການປະກອບອາວຸດທີ່ແຫລມຄົມ ໃຫ້ແກ່ພະນັກງານທ້ອງຖິ່ນນຳໄປຫມູນໃຊ້ເຂົ້າໃນວຽກງານຕົວຈິງ.

ໃນຕອນທ້າຍຂອງພິທີ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມ ເອົາໃຈໃສ່ ແລະ ສືບຕໍ່ເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ໄປປະຕິບັດ ແລະ ຈັດຕັ້ງຜັນຂະຫຍາຍເຂົ້າໃນຫນ້າທີ່ວຽກງານຂອງຕົນ ເພື່ອຍາດແຍ່ງເອົາການພົວພັນ ຮ່ວມມືກັບສາກົນ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນ ເພື່ອພ້ອມກັນປະຕິບັດແນວທາງ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ມີຜົນສຳເລັດຢ່າງຈົບງາມ.

ຈັບໄວລຸ້ນ 15 ຄົນສວຍໃຊ້ເຮືອນພັກເປັນບ່ອນມົ້ວສຸມຢາເສບຕິດ

ພັທ ດວງໃຈ ແກ້ວນະຄອນ ຮອງຫົວໜ້າ ປກສ ກຸ່ມສີຖານເໜືອ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ໃນວັນທີ 23 ມີນາ 2021 ເວລາ 11ໂມງ 00 ນາທີ ເຈົ້າໜ້າທີ່ ປກສ ກຸ່ມສີຖານເໜືອໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ມີກຸ່ມໄວລຸ້ນມົ້ວສຸມຢາເສບຕິດຢູ່ເຮືອນພັກເຂດບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ດັ່ງນັ້ນເຈົ້າໜ້າທີ່ ປກສ ກຸ່ມ ຈຶ່ງໄດ້ສົມທົບກັບເຈົ້າຂອງເຮືອນພັກ ລົງກວດກາຕົວຈິງພົບເຫັນອຸປະກອນເສບຢາບ້າຈຳນວນ 7 ອັນ ແລະ ມີຊາວໜຸ່ມຈໍານວນ 15 ຄົນ, ຍິງ 5 ຄົນ ກໍາລັງມົ້ວສຸມເສບຢາເສບຕິດ(ຢາບ້າ) ຈຶ່ງໄດ້ນໍາຕົວພວກກ່ຽວທັງ 15 ຄົນຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອທຳການສອບສວນຈຶ່ງຮູ້ວ່າ: ໄວລຸ້ນ 15 ຄົນນີ້ແມ່ນໄດ້ມີການເຕົ້າໂຮມລວມຕົວກັນມາມົ້ວສຸມຢາເສບຕິດແທ້

ຈາກນັ້ນຈຶ່ງຂໍຄຳເຫັນຈາກກອງບັນຊາການ ປກສ ເມືອງສີໂຄດຕະບອງ ຕົງລົງໃຫ້ສຶກສາອົບ ຮົມພວກກ່ຽວ ພ້ອມຊີ້ແຈງໃຫ້ຜູ້ປົກຄອງຮັບຮູ້ ແລະ ເຂົ້າເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ມີຜົນອອກລິດຕໍ່ຈິດປະສາດ ແລະ ມີຜົນເສຍຕໍ່ສຸຂະພາບຂອງຜູ້ເສບ ແລະ ສ້າງຄວາມສູນເສຍທັງກຳລັງແຮງງານ ແລະ ຊັບສິນຂອງຄອບຄົວ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະເປັນການກົດໜ່ວງທ່ວງດຶງ ໃນການສ້າງສາພັດທະນາປະເທດຊາດອີກດ້ວຍ.

ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງເອົາໃຈໃສ່ຄຸ້ມຄອງເບິ່ງແຍງລູກຫຼານຂອງຕົນໃຫ້ດີຖ້າຫາກພົບເຫັນປະກົດການວ່າລູກຫຼານຂອງຕົນເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງຂໍໃຫ້ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຊ່ວຍແກ້ໄຂສະກັດກັ້ນການກະທຳດັ່ງກ່າວ, ພ້ອມນີ້, ເຈົ້າຂອງກິດຈະການກໍ່ຕ້ອງເອົາໃຈໃສ່ຄຸ້ມຄອງກິດຈະການຂອງຕົນໃຫ້ດີ, ບໍ່ສ້າງເງື່ອນໄຂເອື້ອອຳນວຍໃຫ້ເກີດການຊື້-ຂາຍ ແລະມົ້ວສຸມຢາເສບຕິດໃນສະຖານທີ່ກິດຈະການຂອງທ່ານ ແລະ ຂໍຄວາມຮ່ວມມືຈາກພົນລະເມືອງດີ ຖ້າຫາກຮູ້ຂໍ້ມູນຂອງການຄ້າ-ຂາຍ, ມົ້ວສຸມຢາເສບຕິດ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ທະນາຄານແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ ສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຮ້ານແລກປ່ຽນເງີນຕາປີ 2020

ໃນວັນທີ 18 ມີນາ 2021 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນະເຂດ ໄດ້ຈັດກອງ ປະຊຸມສະຫຼຸບການຈັດຕັ້ງປະ ບັດວຽກງານຄຸ້ມຄອງຮ້ານ ແລກປ່ຽນເງິນຕາປະຈຳປີ 2020 ແລະເຜີຍແຜ່ລະບຽບ ທຸລະກິດແລກປ່ຽນເງິນຕາໃຫ້ ບັນດາຮ້ານແລກປ່ຽນເງິນຕາ ເອກະຊົນ ເຊິ່ງກອງປະຊຸມຄັ້ງ ນີ້ໄດ້ຮັບກຽດເປັນປະທານ ໂດຍທ່ານ ວົງພະຈັນ ແສງສຸ ວັນ ຫົວຫນ້າທະນາຄານແຫ່ງ ສປປ ລາວ ພາກກາງທີ່ແຂວງ ສະຫວັນນະເຂດ ຜູ້ເຂົ້າຮ່ວມ ລວມມີຜູ້ອໍານວຍການບໍລິສັດ, ນັກທຸລະກິດ, ພະແນກການ, ລັດວິສາຫະກິດ, ສະຖາບັນ ການເງິນ, ຮ້ານແລກປ່ຽນເງິນ ຕາ, ບັນດາຕົວແທນຈາກທະ ນາຄານທັງພາກລັດ ແລະເອ ກະຊົນເຂົ້າຮ່ວມ.

ໃນກອງປະຊຸມໄດ້ລາຍ ງານ ແລະສະຫຼຸບການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງ ຮ້ານແລກປ່ຽນເງິນຕາປະຈຳປີ 2020 ແລະທິດທາງແຜນການ ໃນຕໍ່ໜ້າ, ເຜີຍແຜ່ກົດໝາຍຄຸ້ມ ຄອງເງິນຕາຕ່າງປະເທດສະ ບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014 ແລະເຜີຍແຜ່ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020 ແລະບັນດາ ແຈ້ງການທີ່ຕິດພັນ ເຊິ່ງກຳນົດ ຫຼັກການ ແລະລະບຽບການ ກ່ຽວກັບການຂໍອະນຸຍາດ, ການເຄື່ອນໄຫວ, ການຄຸ້ມ ຄອງ, ການຕິດຕາມ ແລະກວດ ກາທຸລະກິດແລກປ່ຽນເງິນ ຕາເພື່ອໃຫ້ທຸລະກິດແລກປ່ຽນ ເງິນມີຄວາມໝັ້ນຄົງ, ປອດໄພ, ໜ້າເຊື່ອຖື ແລະມີປະສິດພາບ ແນໃສ່ເຮັດໃຫ້ການເຄື່ອນໄຫວ ທຸລະກິດແລກປ່ຽນເງິນຕາຖືກ ຕ້ອງຕາມກົດໝາຍ, ປະກອບ ສ່ວນເຂົ້າໃນການຄຸ້ມຄອງເງິນ ຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນ./.

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ຜູ້ໃໝ່ລະ ຫວ່າງ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ແລະ ທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຮສສ ເປັນລັດ ຖະມົນຕີກະຊວງ ຮສສ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ທີ່ເຮືອນຮັບແຂກກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍແຂກຖືກເຊີນ, ພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽນທອງ ສິງຄຳພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກໄດ້ຂຶ້ນຜ່ານເອກະສານຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 06 ລົງວັນທີ 24 ມີນາ 2021, ອີງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 031/ກມສພ, ລົງວັນທີ 20 ມັງກອນ 2018 ວ່າດ້ວຍວຽກງານຄຸ້ມຄອງພະນັກງານ, ອີງຕາມການຕົກລົງໃນກອງປະຊຸມຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກຄັ້ງທີວັນທີ 24-25 ກຸມພາ 2021, ອີງຕາມການເຫັນດີຮັບຮອງໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ II , ສະໃໝທີ XI , ອີງຕາມໜັງສືສະເໜີຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 87/ຄຈສພ, ລົງວັນທີ 23 ມີນາ 2021 ກົມການເມືອງສູນກາງພັກອອກຄຳສັ່ງຍົກຍ້າຍສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ ໄປຮັບໜ້າທີ່ໃໝ່ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ, ຈາກນັ້ນກົມການເມືອງສູນກາງພັກຈຶ່ງໄດ້ຕົກລົງແຕ່ງຕັ້ງທ່ານນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ກະຊວງຮສສ ເປັນລັດຖະມົນຕີ ກະຊວງຮສສ.

ໃນພິທີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ຜູ້ເກົ່າ ໄດ້ຂຶ້ນກ່າວມອບໜ້າທີ່ໃຫ້ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່ ດັ່ງນັ້ນ, ໃນມື້ນີ້ຈຶ່ງໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ນາງ ສີໃສ ລືເດດມູນສອນ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ນາງ ສີໃສ ລືເດດມູນສອນ ກ່າວວ່າ: ການຈັດພິທີມອບ-ຮັບໜ້າທີ່ຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດເພື່ອເປັນການຊັບຊ້ອນພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ເພື່ອໃຫ້ເໝາະສົມກັບສະພາບໃນປັດຈຸບັນເພື່ອເປັນການບັນຊາວຽກໃຫ້ມີ ໝາກຜົນດີກວ່າເກົ່າ, ດັ່ງນັ້ນຂ້າພະເຈົ້າເຊື່ອໝັ້ນວ່າການໄປຮັບໜ້າທີ່ໃໝ່ຂອງທ່ານ ຄຳແພງ ໄຊສົມແພງ ມີຄວາມເໝາະສົມເພື່ອເສີມຂະຫຍາຍບົດຮຽນໃນການບັນຊາວຽກງານໃນກະຊວງອຸດສາຫະກຳ ແລະ ການຄ້າມີຜົນສຳເລັດ, ສຳລັບທ່ານນາງ ໃບຄຳ ຂັດທິຍະ ທີ່ໄດ້ຖືກມອບໝາຍໃຫ້ມາຮັບໜ້າທີ່ໃໝ່ໃນມື້ນີ້ເຫັນວ່າມີຄວາມສອດຄ່ອງ ເປັນພະນັກງານທີ່ໜຸ່ມແໜ້ນ ເປັນຜູ້ທີ່ມີຄວາມຮູ້-ຄວາມສາມາດ, ມີບົດຮຽນ, ປະສົບການເຊື່ອໝັ້ນວ່າເໝາະສົມໃນການບັນຊາເຮັດວຽກຮ່ວມກັບໝູ່ຄະນະເພື່ອສືບຕໍ່ເສີມຂະຫຍາຍເຮັດໃຫ້ວຽກງານແຮງງານມີຜົນສຳເລັດເປັນກ້າວຯ.

ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນ້ຳບາກ ມອບຂອງຂວັນໃຫ້ນ້ອງນັກຮຽນ ຜູ້ທີ່ມີພອນສະຫວັນຮຽນດີ-ຮຽນເກັ່ງ

ໃນວັນທີ 22 ມີນາ 2021 ທີ່ ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງນ້ຳບາກ ໄດ້ຈັດພິທີມອບຂອງຂັວນລາງວັນ ໃຫ້ນ້ອງນັກຮຽນ ຜູ້ທີ່ມີພອນສະຫວັນຮຽນດີ-ຮຽນເກັ່ງ ປະຈຳພາກຮຽນ 1 ແລະ ນັກຮຽນເກັ່ງທີ່ໄດ້ຄະແນນ 7 ຂຶ້ນໄປ ໃນສົກຮຽນ 2020-2021, ໂດຍການເປັນປະທານຂອງທ່ານ ຄຳເຜີຍ ມີຕາຜົນ ຜູ້ອຳນວຍການໂຮງຮຽນ, ເຂົ້າຮ່ວມມີ ຄະນະອຳນວຍການ, ຫົວໜ້າ ແລະ ຮອງ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ ຢ່າງພ້ອມພຽງ.

ຈຸດປະສົງຂອງການມອບຂອງຂັວນລາງວັນ ແລະ ຍ້ອງຍໍໃນຄັ້ງນີ້, ເພື່ອເປັນການປະຕິບັດຕາມແຜນພັດທະນາຂອງໂຮງຮຽນວາງອອກ, ເພື່ອເປັນການປະຕິບັດເນື້ອໃນ 5 ຫລັກມູນການສຶກສາຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ເປັນການສົ່ງເສີມໃຫ້ນ້ອງນັກຮຽນໄດ້ສະແດງຄວາມຮູ້ຄວາມສາມາດຂອງຕົນເອງ ແລະ ເປັນການຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນນັກຮຽນທີ່ຮຽນດີ-ຮຽນເກັ່ງພາຍໃນໂຮງຮຽນ ແລະ ສາມາດເປັນຕົວແທນເຂົ້າຮ່ວມສອບເສັງຂັ້ນເມືອງ, ຂັ້ນແຂວງ ແລະ ຂັ້ນອື່ນໆ.

ໃນພິທີໄດ້ມີການມອບຂອງຂວັນລາງວັນ ທີ່ເປັນອຸປະກອນການຮຽນ ເຊັ່ນ: ປື້ມຂຽນ ແລະ ບິກ ໃຫ້ນ້ອງນັກຮຽນ ຜູ້ທີ່ຮຽນດີ-ຮຽນເກັ່ງ ປະຈຳເດືອນ ອັນດັບທີ 1 ຈຳນວນ 17 ຄົນ, ຍິງ 9 ຄົນ, ອັນດັບທີ 2 ຈໍານວນ 20 ຄົນ, ຍິງ 15 ຄົນ. ຮຽນດີຮຽນ-ຮຽນເກັ່ງປະຈຳພາກຮຽນ 1 ອັນດັບທີ 1 ມີ 19 ຄົນ, ຍິງ 9 ຄົນ, ອັນດັບທີ 2 ມີ 15 ຄົນ, ຍິງ 10 ຄົນ.

ໃນໂອກາດດັ່ງກ່າວ, ທ່ານ ຄໍາເຜີຍ ມີຕາຜົນ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ນ້ອງນັກຮຽນຍາດມາໄດ້ທີ່ຜ່ານມາ. ພ້ອມນີ້, ໄດ້ເນັ້ນໜັກໃຫ້ນ້ອງນັກຮຽນ ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນໃຫ້ຫລາຍ, ຮຽນໃຫ້ເກັ່ງ, ພ້ອມກັນແຂ່ງຂັນຍາດເອົາຂອງຂວັນລາງວັນໃຫ້ຫລາຍ ແລະ ພ້ອມກັນປະຕິບັດ 3 ຂໍ້ແຂ່ງຂັນ ແລະ 5 ຫລັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.

ກັກຕົວເປົ້າໝາຍຄ້າຂາຍ ແລະ ເສບຢາບ້າ 4 ຄົນຄາຫ້ອງແຖວ

ໃນວັນທີ 10 ມີນາ 2021 ເວລາ 10:53 ໂມງ ປກສ ກຸ່ມ 7 (ໜອງບຶກ) ເມືອງສີໂຄດຕະບອງ ນຳໂດຍ ພັທ ຄຳປ່ຽນ ອຸດົມວິໄລ ຮອງຫົວໜ້າ ປກສ ກຸ່ມ 7 ໜອງບຶກ ພ້ອມດ້ວຍພະນັກ ງານກໍ່ສ້າງຮາກຖານ ສົມທົບກັບອຳນາດການປົກຄອງບ້ານໜອງບຶກເໜືອ ແລະໜອງບຶກໃຕ້ ເຂົ້າກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ(ຢາບ້າ) ໄດ້ຈຳ ນວນ 4 ຄົນ, ຍິງ 1 ຄົນ ຢູ່ຫ້ອງແຖວເຂດບ້ານໜອງບຶກຄື: 1. ນາງ ແສງຈັນ ອາຍຸ 44 ປີ, ອາຊີບແມ່ບ້ານ, ພັກເຊົາຢູ່ບ້ານໜອງບຶກເໜືອ ໃນຂໍ້ຫາປິດບັງການຂາຍຢາເສບຕິດ (ຂອງກາງຢ້າບ້າ 3 ເມັດ), 2. ທ້າວ ເຊຍ ອາຍຸ 25 ປີ, ວ່າງງານ ພັກເຊົາຢູ່ບ້ານໜອງບຶກເໜືອ ຂໍ້ຫາຄ້າຂາຍຢາເສບຕິດມີຢາບ້າ 69ເມັດ, 3. ທ້າວ ລີ້ ອາຍຸ 28 ປີ, ວ່າງງານ ພັກເຊົາຢູ່ບ້ານໜອງບຶກໃຕ້ ຂໍ້ຫາຄ້າຂາຍຢາເສບຕິດມີຢາບ້າ 172 ເມັດ, 4. ທ້າວ ຫຼ້າ(ເລ້) ອາຍຸ 31 ປີ, ວ່າງງານ ຢູ່ບ້ານໜອງບຶກໃຕ້ ຂໍ້ຫາເສບຢາບ້າປິດບັງການກະທຳຜິດ.

ປັດຈຸບັນພວກກ່ຽວທັງ 4 ຄົນ ເຈົ້າໜ້າທີ່ ປກສ ກຸ່ມ 7 ໜອງບຶກ ໄດ້ນຳຕົວພ້ອມຂອງກາງດັ່ງກ່າວ ສົ່ງໃຫ້ພະແນກວິຊາສະເພາະ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີພວກກ່ຽວຕາມຂັ້ນຕອນຂອງກົດໝາຍ.

ບັນຫາຢາເສບຕິດເປັນບັນຫາໜຶ່ງທີ່ເປັນຕົວກົດໜ່ວງຖ່ວງດຶງການພັດທະນາຂອງປະເທດຊາດ ພ້ອມທັງເປັນສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ປຸ້ນຈີ້ຊິງຊັບ, ລັກຊັບ, ອາລະວາດຕີກັນ, ອາລະວາດຄອບຄົວ ໜັກໄປກວ່ານັ້ນແມ່ນການຄາດຕະກຳຕ່າງໆ; ສະນັ້ນ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນຈົ່ງພ້ອມກັນສຶກສາອົບຮົມລູກຫຼານຂອງຕົນບໍ່ໃຫ້ໄປພົວພັນນຳຢາເສບຕິດ ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງອັນນຳໄປສູ່ຄວາມບໍ່ສະຫງົບໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ທີ່ໃກ້ທ່ານເພື່ອເຈົ້າໜ້າທີ່ຈະໄດ້ລົງແກ້ໄຂໃຫ້ທັນສະພາບການ ແລະ ສາມາດລາຍງານມາຊ່ອງທາງ ເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

6 ເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ

ໃນບ່າຍຂອງ ວັນທີ 22 ມີນາ 2021 ໃນວາລະດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະ ທານສະພາແຫ່ງຊາດ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານ ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ ແຜນງົບປະມານແຫ່ງລັດ 5 ປີ (2021-2025). ໃນນັ້ນ, ໄດ້ກຳນົດ ມີ 6 ເປົ້າໝາຍໃຫຍ່, 25 ແຜນວຽກຈຸດສຸມ ແລະ ໂຄງການບູລິມະສິດຕົ້ນຕໍຈໍານວນໜຶ່ງ.ສຳລັບ 6 ເປົ້າໝາຍໃຫຍ່ດັ່ງກ່າວ, ປະກອບມີ:

ເປົ້າໝາຍທີ 1: ເສດຖະກິດແຫ່ງຊາດຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ປະກອບມີ 5 ແຜນວຽກຈຸດສຸມ ໃນນັ້ນ, ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວສະເລ່ຍຕໍ່ປີໃນລະດັບ 4% ຂຶ້ນໄປ, ລວມຍອດຜະ ລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ 2.880 ໂດລາສະຫາລັດ, ສະເລ່ຍລາຍຮັບ ຕໍ່ຫົວຄົນໃຫ້ໄດ້ 2.280 ໂດລາສະຫາລັດ ໃນປີ 2025 ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍໃນລະດັບ 2,5%; ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍໃນລະດັບ 4,1%; ຂະແໜງບໍລິການຂະຫຍາຍ ຕົວສະເລ່ຍໃນລະດັບ 6%; ພາສີ-ອາກອນ ຂະຫຍາຍຕົວສະເລ່ຍໃນລະດັບ 5,8%. ຮອດປີ 2025 ຈະສູ້ຊົນໂຄງປະກອບເສດຖະກິດ ຂະແໜງກະສິກຳ ກວມເອົາ 15,3%, ຂະແໜງອຸດສາຫະກຳ ກວມເອົາ 32,3%, ຂະແໜງບໍລິການ ກວມເອົາ 40,7% ແລະ ພາສີ-ອາກອນ ກວມເອົາ 1,7% ຂອງ GDP.

ເປົ້າໝາຍທີ 2: ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ ແລະ ການບໍລິການ (ປະກອບມີ 4 ແຜນວຽກຈຸດສຸມ) ໂດຍຈະສູ້ຊົນເຮັດໃຫ້ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະ ຖານ ໃຫ້ຫລຸດລົງເຫລືອ 15%, ອັດຕາສ່ວນຂອງເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານໃຫ້ໄດ້ 27%, ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 1 ປີ ໃຫ້ຫລຸດລົງເຫລືອ 20/1.000 ຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ຫລຸດລົງເຫລືອ 30/1.000 ຂອງເດັກເກີດມີຊີວິດ; ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຂັ້ນສຶກສາກ່ອນໄວຮຽນ ໃຫ້ບັນລຸໄດ້ 86% ໃນປີ 2025; ອັດຕາການເຂົ້າຮຽນລວມຊັ້ນ ມ4 ໃຫ້ບັນລຸສູງກວ່າ 74%; ສູ້ຊົນໃຫ້ມີນັກຮຽນທີ່ຮຽນຈົບຈາກ ມຕົ້ນ ເຂົ້າຮຽນຕໍ່ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບໃຫ້ບັນລຸສູງກວ່າ 5% ຂອງຈໍານວນນັກຮຽນມັດ ທະຍົມຕົ້ນ; ຄວບຄຸມອັດຕາຫວ່າງງານໃຫ້ຫລຸດລົງຈາກ 20% ໃນປີ 2020 ມາເປັນ 15% ສະເລ່ຍຫລຸດລົງ ປີລະ 1%; ລັດລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີໃຫ້ໄດ້ 1% ຂອງງົບປະມານການລົງທຶນໃນແຕ່ລະປີ.

ເປົ້າໝາຍທີ 3: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນໄດ້ຮັບການຍົກລະດັບຂຶ້ນເທື່ອລະກ້າວ, ໃນນັ້ນຈະສູ້ຊົນສ້າງຄອບຄົວພົ້ນທຸກໃຫ້ໄດ້ 204.360 ຄອບຄົວ, ສູ້ຊົນສ້າງບ້ານພົ້ນທຸກໃຫ້ໄດ້ 3.104 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 245.754 ຄອບຄົວ, ສ້າງບ້ານພັດທະນາໃຫ້ໄດ້ 4.420 ບ້ານ, ຊຸກຍູ້ໃຫ້ການນຳທີ່ເປັນເພດຍິງທຸກຂັ້ນ ໃຫ້ໄດ້ ໂດຍສະເລ່ຍໃຫ້ກວມ 20% ຂຶ້ນໄປ.

ເປົ້າໝາຍທີ 4: ປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດູນ ແລະ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ ໂດຍຈະສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດໃນປີ 2025, ຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ 1,6 ລ້ານຕອນໃນຂອບເຂດທົ່ວປະເທດ, ຫລຸດຜ່ອນທາດອາຍແກ້ວ ຈາກການທຳລາຍປ່າໄມ້ໃຫ້ໄດ້ປະມານ 30 ລ້ານໂຕນ, ຈະສ້າງຕັ້ງສະຖານີອຸຕຸນິຍົມ ໃໝ່ 45 ແຫ່ງ ແລະ ສະຖານີອຸທົກກະສາດໃໝ່ 25 ແຫ່ງ, ສູ້ຊົນສ້າງກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ສ້າງກອງທຶນຄຸ້ມຄອງໄພພິບັດໃຫ້ໄດ້ 17 ແຂວງ, ນະຄອນຫລວງ ແລະ 56 ເມືອງ.

ເປົ້າໝາຍທີ 5: ສ້າງໂຄງລ່າງພື້ນທີ່ມີຄວາມເຂັ້ມແຂງ, ນຳໃຊ້ທ່າແຮງ, ກາລະໂອກາດ ທີ່ຕັ້ງ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ ໂດຍຈະສູ້ຊົນເຮັດໃຫ້ປະລິມານການຂົນສົ່ງຜູ້ໂດຍສານ ໃນຕາໜ່າງການເຊື່ອມໂຍງ ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ທຸກຮູບແບບການຂົນສົ່ງ ທາງບົກ ຂະຫຍາຍຕົວ 7% ຕໍ່ປີ, ທາງນ້ຳ 5%, ທາງອາກາດ 12% ແລະ ທາງລົດໄຟ 3-5%.

ເປົ້າໝາຍທີ 6: ການຄຸ້ມຄອງບໍລິຫານລັດມີປະສິດທິພາບ, ສັງຄົມມີຄວາມສະເໝີພາບ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງຕາມທິດ ການປົກຄອງດ້ວຍກົດໝາຍທີ່ສັກສິດ ແລະ ເຂັ້ມງວດ ໂດຍຈະສູ້ຊົນການບໍລິຫານລັດເປັນທັນສະໄໝ ແລະ ການປັບປຸງບໍລິຫານລັດດ້ວຍຮູບແບບເອເລັກໂຕຣນິກ, ສູ້ຊົນສ້າງສູນບໍລິການຜ່ານປະຕູດຽວ ຢູ່ຂັ້ນເມືອງໃຫ້ໄດ້ຢ່າງໜ້ອຍ 50% ຂອງຈໍານວນເມືອງທັງໝົດ ແລະ ຂັ້ນແຂວງຈຳນວນໜຶ່ງຕາມເງື່ອນໄຂ, ຊຸກຍູ້ ແລະ ປະກອບເຄື່ອງມື, ອຸປະກອນທີ່ທັນສະໄໝທີ່ຈຳເປັນ ໃຫ້ອົງການສານປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ, ອົງການໄອຍະການປະຊາ ຊົນສູງສຸດ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນຂອງເຂດທົ່ວປະເທດ, ອົງການໄອຍະການປະຊາຊົນສູງສຸດ ສູ້ຊົນອອກຄຳຖະແຫລງໃຫ້ໄດ້ 95%, ສູ້ຊົນຕັດສິນ-ພິພາກຄະດີ ໃຫ້ບັນລຸໄດ້ 85% ດ້ວຍຄຸນນະພາບທີ່ດີ, ຖືກຕ້ອງກັບກົດໝາຍ ແລະ ສອດຄ່ອງຄວາມເປັນຈິງ; ຈັດຕັ້ງປະຕິບັດຄຳຕັດສິນທີ່ຍັງຄ້າງ ແລະ ຄຳຕັດສິນເຂົ້າໃໝ່ໃຫ້ໄດ້ 80%, ໃນນັ້ນ 20% ແມ່ນໃຫ້ຈັດຕັ້ງປະຕິບັດສຳເລັດ ແລະ ປິດສຳນວນຄະດີ.ການສະເໜີຮ່າງແຜນພັດທະນາຄັ້ງນີ້, ເພື່ອໃຫ້ບັນດາຜູ້ແທນກອງປະຊຸມ ໄດ້ພິຈາລະນາປະ ກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານ ແຫ່ງລັດ 5 ປີ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໄດ້ຢ່າງມີຜົນສຳເລັດ.

ຂ່າວ ມະນີທອນ: ພາບ: ຂັນໄຊ, ອ່າຍຄຳ _ ຂ່າວສານປະເທດລາວ (ຂປລ)

ກ້ອງງາມຈໍສີສົດໃສເຕີມພະລັງສ້າງສັນໃຫ້ຄົນຊຳຊຸງລາວເປີດໂຕສະມາດໂຟນ Galaxy A52 ແລະ A72ກ້ອງງາມ ຈໍສີສົດໃສ ເຕີມພະລັງສ້າງສັນໃຫ້ຄົນຮຸ່ນໃໝ່ຮຸ່ນໃໝ່

ວາງຈຳໜ່າຍແລ້ວໃນລາວ! ສະມາດໂຟນຊຳຊຸງເພື່ອຄົນຮຸ່ນໃໝ່  2 ໂມເດວລ່າສຸດ Galaxy A52 ແລະ A72 ເນັ້ນກ້ອງສະເປັກສູງ ແລະຈໍ FHD+ sAMOLED ແບບ Infinity-O Displayຄົມຊັດສະບາຍຕາ ເໝາະສຳລັບການສ້າງສັນຜົນງານຂອງຄົນຮຸ່ນໃໝ່ໃຫ້ໂດດເດັ່ນຍິ່ງກວ່າໃຜ ພ້ອມຟີເຈີລ້ຳສະໄໝເພື່ອເຊື່ອມຕໍ່ທຸກຄົນເຂົ້າສູ່ສັງຄົມອອນລາຍ 

ຫຼັງຈາກປ່ອຍສະຕີມມິງການເປີດໂຕສະມາດໂຟນຊຳຊຸງ A52 ແລະ A72 ໄປແລ້ວທົ່ວໂລກ ໃນຊື່ Samsung Galaxy Awesome Unpacked March 2021 ໃນວັນທີ 17 ມີນາ 2021 ທາງບໍລິສັດ ລາວຊຳຊຸງ ອີເລັກໂທນິກ ຈຳກັດ ກໍພ້ອມໃຫ້ຄົນລາວຮຸ່ນໃໝ່ໄດ້ສຳພັດປະສົບການເຕັກໂນໂລຊີ ລ່າສຸດ ທີ່ຊຳຊຸງນຳເອົາມາໃສ່ໄວ້ໃນສະມາດໂຟນທັງສອງລຸ້ນເປັນຄັ້ງທຳອິດ 

ຄວາມໂດດເດັ່ນຂອງທັງ A52 ແລະ A72 ຄືກ້ອງທັງດ້ານໜ້າແລະດ້ານຫຼັງ ທີ່ສາມາດໃຊ້ສ້າງສັນຜົນງານໄດ້ທັງພາບນິ້ງແລະພາບວີດີໂອໃນແບບມືອາຊີບ ແລະ ຈໍ FHD+ sAMOLEDແບບ Infinity-O Display ທີ່ມີຄວາມຄົມຊັດສູງ ແຕ່ສະບາຍຕາ ແລະໃຫ້ປະສົບການການໃຊ້ງານທີ່ວ່ອງໄວກວ່າເກົ່າ

ຍິ່ງໄປກວ່ານັ້ນ ຊຳຊຸງຍັງໄດ້ນຳຄຸນສົມບັດຈາກສະມາດໂຟນລຸ້ນໃຫຍ່ອີກຫຼາຍຢ່າງມາໃສ່ໃນສອງລຸ້ນນີ້ ບໍ່ວ່າຈະເປັນ ມາດຕະຖານການກັນນໍ້າແລະຝຸ່ນ IP67 ເຊິ່ງເໝາະກັບຊ່ວງເວລາໃກ້ປີໃໝ່ລາວຂອງເຮົາ, ລະບົບສຽງແບບ DOLBY ATMOS ສອງທິດທາງ ໃຫ້ສຽງທຸ້ມແຫຼມໄດ້ຄົບຖ້ວນມີຄວາມເພີດເພີນໃນການເບິ່ງໜັງຟັງເພງ, ແລະທີ່ສຳຄັນ ຄືອິນເຕີເຟດລ່າສຸດ One UI 3.1 ທີ່ເຮັດໃຫ້ການໃຊ້ງານ, ການເຊື່ອມຕໍ່ອຸປະກອນອື່ນໆ ຂອງຊຳຊຸງ ແລະການເຂົ້າສູ່ໂລກອອນລາຍ ເປັນໄປແບບຕໍ່ເນື່ອງ ແລະ ບໍ່ສະດຸດ 

ກ້ອງສະເປັກສູງສຳລັບໄວສ້າງສັນ

ໃໝ່ລ່າສຸດ ກັບກ້ອງໜ້າຄວາມລະອຽດ 32 ລ້ານພິກເຊວ ທີ່ບໍ່ພຽງແຕ່ໃຫ້ວີດີໂອເຊວຟີສະຫວ່າງສະໄຫວສົມໄວ ແລະລູກຫຼິ້ນແບບເໝືອນຈິງຄື AR Emoji ເທົ່ານັ້ນ ແຕ່ໃນປີນີ້ ຍັງມີ Fun Mode ທີ່ ມາແປງໃບໜ້າແທ້ຂອງເຮົາໃຫ້ປ່ຽນໄປໄດ້ຫຼາຍແບບຢ່າງມ່ວນຊື່ນ ແລະ ແປກໃໝ່ໄປຍິ່ງກວ່າເກົ່າ

ສຳລັບກ້ອງຫຼັງຂອງລຸ້ນ A52 ມີມາໃຫ້ຄົບຖ້ວນທັງ 4 ໂຕ ຄືກ້ອງຫຼັກຄວາມລະອຽດ 64 ລ້ານພິກເຊວ ກ້ອງເລນໄວດ໌ສຳລັບເກັບພາບມຸມກວ້າງ  ຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄສຳລັບຖ່າຍພາບໄລຍະໃກ້ຄວາມລະອຽດ 5 ລ້ານພິກເຊວ ແລະ ຍັງມີກ້ອງເດບທີ່ສາມາດຖ່າຍຮູບແບບໜ້າຊັດຫຼັງລະລາຍ ຄວາມລະອຽດ 5 ລ້ານພິກເຊວ 

ສ່ວນກ້ອງຫຼັງຂອງລຸ້ນ A72 ກໍມີມາໃຫ້ຄົບຖ້ວນທັງ 4 ໂຕ ຄືກ້ອງຫຼັກຄວາມລະອຽດ 64 ລ້ານພິກເຊວ ກ້ອງເລນໄວດ໌ສຳລັບເກັບພາບມຸມກວ້າງ  ຄວາມລະອຽດ 12 ລ້ານພິກເຊວ ກ້ອງມາໂຄສຳລັບຖ່າຍພາບໄລຍະໃກ້ຄວາມລະອຽດ 5 ລ້ານພິກເຊວ ແລະ ຍັງມີຄວາມແຕກຕ່າງກໍຄື ກ້ອງເທເລທີ່ສາມາດຊູມໄດ້ເຖິງສາມເທົ່າໂດຍທີ່ຮູບຍັງຄົມຊັດ ມີຄວາມລະອຽດ 8 ລ້ານພິກເຊວ ເຊິ່ງເມື່ອນຳມາໃຊ້ຮ່ວມກັນແລ້ວ ພຽງພໍສຳລັບການຜະລິດງານວິດີໂອລະດັບມືອາຊີບໄດ້ໃນໂທລະສັບພຽງເຄື່ອງດຽວເທົ່ານັ້ນ

ຍິ່ງໄປກວ່ານັ້ນ ຄວາມພິເສດສຳລັບກ້ອງຂອງລຸ້ນ A52 ແມ່ນມີດີຈີຕອນຊູມເຖິງ 10 ເທົ່າ ແລະ ໃນລຸ້ນ A72 ແມ່ນມີເລນຊູມ 3 ເທົ່າພ້ອມລະບົບກັນສັ່ນ (IOS) ແບບອອບຕິຄອນ ແລະ ສາມາດຊູມດີຈີຕອນໄດ້ຫຼາຍຂຶ້ນເຖິງ 30 ເທົ່າ ເຊິ່ງຫຼາຍກວ່າລຸ້ນອື່ນໆ ໃນຊີຣີ້ A ທີ່ຊຳຊຸງເຄີຍມີມາ

ນອກຈາກນີ້ ທັງສອງລຸ້ນຍັງມີໂໝດ  Super Steady ທີ່ຊ່ວຍຫຼຸດການສັ່ນໄຫວໃນການຖ່າຍພາບວີດີໂອ ເຮັດໃຫ້ພາບເບິ່ງນິ້ງສະບາຍຕາ ແລະເຕັກໂນໂລຊີສະເພາະຂອງຊຳຊຸງ ທີ່ຊ່ວຍໃຫ້ການຖ່າຍພາບໃນສະພາວະແສງໜ້ອຍບໍ່ເປັນບັນຫາ ອີກທັງຍັງຊ່ວຍປັບແສງໃຫ້ພາບສະຫວ່າງສົດໃສ, ມີມິຕິສວຍງາມອີກດ້ວຍ

ຈໍຄວາມລະອຽດສູງ ຖະໜອມສາຍຕາ 

ຈໍ sAMOLED ແບບ FHD+ ທີ່ມາກັບ A52 ແລະ A72 ຈະໃຫ້ຄວາມໂດດເດັ່ນເລື່ອງຄວາມຄົມຊັດແລະການສະແດງສີສັນທີ່ສົດໃສ ພ້ອມໂໝດ Eye Comfort Shield ທີ່ຊ່ວຍຖະໜອມສາຍຕາຜູ້ໃຊ້ ແລະ ໃນຂະນະດຽວກັນ ເຕັກໂນໂລຊີນີ້ ຍັງເຮັດໃຫ້ໜ້າຈໍສະຫວ່າງພໍຈະສູ້ແສງພາຍນອກໄດ້ຢ່າງສະບາຍ

ນອກຈາກນີ້ ໜ້າຈໍຂອງທັງສອງລຸ້ນຍັງຮອງຮັບອັດຕາສະແດງຜົນທີ່ Refresh Rate ສູງເຖິງ90Hz ເຊິ່ງເຮັດໃຫ້ການເລື່ອນຂຶ້ນລົງ ແລະການເຄື່ອນໄຫວເທິງໜ້າຈໍ ລາບລື່ນນຸ້ມນວນຂຶ້ນເມື່ອທຽບກັບ ຊີຣີ້ A ກ່ອນໜ້ານີ້

ຄຸນສົມບັດຄົບຖ້ວນ ເພື່ອຄົນລາວຮຸ່ນໃໝ່ 

ດ້ວຍການປັບປຸງຄຸນສົມບັດໃໝ່ໆ ເພີ່ມຂຶ້ນອີກຫຼາກຫຼາຍ ເຊັ່ນ: ລະບົບສາກແບັດໄວ (Super Fast Charge) ເຖິງ 25W, ແບັດເຕີຣີຄວາມຈຸສູງທີ່ປະຢັດພະລັງງານ ແລະ ຊ່ວຍໃຫ້ສາມາດໃຊ້ງານໄດ້ດົນຂຶ້ນ, ຄວາມສາມາດໃນການຖ່າຍວີດີໂອຄຸນນະພາບສູງໄດ້ເຖິງລະດັບ 4k, ມາພ້ອມລຳໂພງຄູ່ໃຫ້ສຽງແບບ DOLBY ATMOS, ແລະຮອງຮັບໜ່ວຍຄວາມຈຳພາຍນອກໄດ້ສູງສຸດເຖິງ 1 ເທຣາໄບ ແລະ One UI 3.1 ເຊິ່ງເຊື່ອມຕໍ່ເຕັກໂນໂລ ຕ່າງໆ ໃຫ້ເຮັດວຽກຮ່ວມກັນໄດ້ຢ່າງລ້ຳສະໄໝ ຈຶ່ງນັບໄດ້ວ່າສະມາດໂຟນຊຳຊຸງລຸ້ນ A52 ແລະ A72 ເໝາະສົມກັບຄົນລາວຮຸ່ນໃໝ່ເປັນຢ່າງຍິ່ງ

ສຳລັບຜູ້ທີ່ສົນໃຈສັ່ງຊື້ສະມາດໂຟນຊຳຊຸງ ທັງລຸ້ນ A52 ແລະ A72 ໃນມື້ນີ້ ຈົນເຖິງ ວັນທີ 18 ເມສາ 2021 ຍັງຈະໄດ້ຮັບສິດໃນການຊື້ Galaxy Buds+ ໃນລາຄາພຽງເຄິ່ງດຽວເທົ່ານັ້ນ

ທັງສອງລຸ້ນ ມີວາງຈຳໜ່າຍແລ້ວທົ່ວປະເທດ ໃນລາຄາແນະນຳທີ່ 3,699,000 ກີບ ສຳລັບລຸ້ນ A52 ແລະ 4,999,000 ສຳລັບລຸ້ນ A72 ໂດຍມີສີໃຫ້ເລືອກຄົບທັງ 4 ສີ ຄືສີຟ້າ (Awesome Blue), ສີຂາວ (Awesome White), ສີດຳ (Awesome Black), ແລະສີມ້ວງ (Awesome Violet)

ລາຍລະອຽດຂອງຜະລິດຕະພັນ 

ລາຍລະອຽດA52A72
ກ້ອງຫຼັງ4 ເລນ: Main 64MP, Ultra Wide 12MP, Macro 5MP, Depth 5MP4 ເລນ: Main 64MP, Ultra Wide 12MP, Macro 5MP, Tele 3x 8MP ພ້ອມລະບົບກັນສັ່ນ IOS
ກ້ອງໜ້າ32MP32MP
ໜ້າຈໍຂະໜາດ 6.5”, ຮູບແບບ Infinity-O Display,  ແລະ ຈໍສະແດງຜົນເປັນFHD+ sAMOLED 90Hz ໃຫ້ສຳພັດທີ່ໝື່ນໄຫຼຂະໜາດ 6.7”, ຮູບແບບ Infinity-O Display, ແລະ ຈໍສະແດງຜົນເປັນ FHD+ sAMOLED 90Hz ໃຫ້ສຳພັດທີ່ໝື່ນໄຫຼ
ລະບົບສຽງລຳໂພງຄູ່ DOLBY ATMOSລຳໂພງຄູ່ DOLBY ATMOS
OSAndroid 11 with One UI 3.1Android 11 with One UI 3.1

*ພິເສດ ສັ່ງຊື້ A52 ຫຼື A72 ມື້ນີ້, ແລກຊື້ Galaxy Buds+ ພຽງ 50% (ມີຈຳນວນຈຳກັດ, ໝົດເຂດວັນທີ 18 ເມສາ 2021)

ສົນໃຈສັ່ງຊື ຫຼື ສອບຖາມຂໍ້ມູນເພີ່ມເຕີມ: Samsung Call Center: 021 417 333

ຕ້ອງຕັດສິນໃຈແກ້ໄຂຢ່າງເດັດຂາດ ເພື່ອຕີຖອຍທັດສະນະຖືເບົາຕໍ່ວຽກງານກວດກາ

ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນ ກາງພັກ ໄດ້ຮັບການລົງຄະແນນສຽງຮັບຮອງຈາກສະມາ ຊິກສະພາແຫ່ງຊາດຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມີນາ 2021 ໃຫ້ເປັນປະທານອົງການກວດກາແຫ່ງລັດ ທີ່ຂຶ້ນກັບການນໍາພາ-ຊີ້ນໍາໂດຍກົງຂອງປະທານປະເທດ, ຄຽງຄູ່ກັບການຊີ້ນໍາຂອງກົມການເມືອງສູນກາງພັກ, ສ່ວນກົງຈັກການຈັດ ຕັ້ງ ແມ່ນຍັງເປັນກົງຈັກການຈັກຕັງດຽວກັບຄະນະກວດກາສູນກາງພັກ.

ໃນໂອກາດກ່າວຮັບໜ້າທີ່ໃນຄັ້ງນີ້ ນອກຈາກໄດ້ໃຫ້ຄໍາໝັ້ນສັນຍາວ່າ: ພ້ອມແລ້ວຈະປະຕິບັດ ແລະ ແບກຫາບໜ້າທີ່ວຽກງານໃໝ່ດ້ວຍຄວາມຈົງຮັກພັກດີ, ຊື່ສັດ ແລະ ຈະທຸ່ມເທເຫື່ອແຮງສະຕິປັນຍາ ເພື່ອປະກອບສ່ວນສໍາຄັນເຂົ້າໃນການສ້າງການຫັນປ່ຽນໃໝ່ຕາມເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ນໍາເອົາບັນດາຈິດໃຈຊີ້ນໍາຂອງສູນກາງພັກ, ຂອງປະທານປະເທດ ໄປຄົ້ນຄ້ວາຜັນຂະ ຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງ, ຈະຮ່ວມກັບໝູ່ຄະນະເສີມຂະຫຍາຍຜົນສໍາເລັດ ແລະ ບົດຮຽນອັນລໍ້າຄ່າຂອງວຽກງານກວດກາໃນໄລຍະຜ່ານມາ, ກ້າຕັດສິນໃຈປັບປຸງແກ້ໄຂບັນຫາທີ່ຍັງຄ້າງຄາ ກໍ່ຄື ສູ້ຊົນຍົກລະດັບການຈັດຕັ້ງ ແລະ ການເຄື່ອນໄຫວໃຫ້ຕອບສະໜອງການເລັ່ງທວງຂອງສະພາບວຽກງານຕົວຈິງເທື່ອລະກ້າວ.

ທ່ານ ຄໍາພັນ ພົມມະທັດ ຍັງໄດ້ສະເໜີຕໍ່ທີ່ປະຊຸມວ່າ: “ພວກເຮົາຕ້ອງມີຄວາມເປັນເອກະພາບສູງ ແລະ ຕັດສິນໃຈແກ້ໄຂຢ່າງເດັດຂາດ ເພື່ອຕີຖອຍທັດສະນະຖືເບົາວຽກງານກວດກາ, ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ ໂດຍຖືເອົາການຕິດຕາມ, ກວດກາເປັນວາລະສໍາຄັນຂອງທົ່ວພັກ ແລະ ລະ ບົບການເມືອງ, ທັງເປັນເປົ້າໝາຍສໍາຄັນໃນການຊຸກຍູ້ການປະຕິບັດພາລະບົດບາດການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ທັງເປັນແບບ ແຜນວິທີເຮັດວຽກທີ່ຂາດບໍ່ໄດ້ຂອງພະນັກງານນໍາພາ-ຄຸ້ມຄອງທຸກຂັ້ນ.”

ສໍາລັບອົງການກວດກາແຫ່ງລັດ ໄດ້ຮັບການສ້າງຕັ້ງຂຶ້ນຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 07/ກມສພ, ລົງວັນທີ 25 ກຸມພາ 2021 ວ່າດ້ວຍການປັບປຸງສັບຊ້ອນບາງວຽກງານຂອງລັດຖະບານ ໂດຍໄດ້ຕົກລົງສັບຊ້ອນອົງການກວດກາລັດຖະບານ ອອກຈາກໂຄງປະກອບກົງຈັກຂອງລັດຖະບານ ເປັນອົງການເອກະ ລາດໄປຂຶ້ນກັບປະທານປະເທດ ເອີ້ນວ່າ: ອົງການກວດກາແຫ່ງລັດ (ຄວບປະທານຄະນະກວດກາສູນກາງພັກ).

Cr: ບຸນຕຽງ ຈັນທະວົງ